ເລື່ອງຊີວິດຈິງ
“ຂ້ອຍໄດ້ບົດຮຽນຫຼາຍຢ່າງຈາກຄົນອື່ນ!”
ຕອນຂ້ອຍຍັງໜຸ່ມ ຂ້ອຍຖືກເກນໄປເປັນທະຫານໃນກອງທັບຝຣັ່ງ ແລະພວກເຮົາໄດ້ໄປຕັ້ງແຄ້ມຢູ່ພູເຂົາຂອງປະເທດອານເຊຣີ. ຢູ່ເຂດນັ້ນມີການຕໍ່ສູ້ກັນຢ່າງດຸເດືອດ. ຄືນໜຶ່ງຕອນທີ່ຂ້ອຍຖືປືນກົນແລະຍາມຢູ່ປະຕູຄ້າຍທະຫານຜູ້ດຽວ ຂ້ອຍກໍໄດ້ຍິນສຽງຄືຄົນຍ່າງມາ. ຂ້ອຍຮູ້ສຶກຢ້ານຫຼາຍເພາະຂ້ອຍບໍ່ຢາກຕາຍແລະກໍບໍ່ຢາກຂ້າໃຜ. ຂ້ອຍກໍເລີຍຮ້ອງອອກມາວ່າ: “ພະເຈົ້າເອີ້ຍ ຊ່ວຍລູກແດ່!”
ເຫດການທີ່ເປັນຕາຢ້ານໃນຄືນນັ້ນໄດ້ປ່ຽນຊີວິດຂ້ອຍ ເພາະມັນເຮັດໃຫ້ຂ້ອຍເລີ່ມຊອກຫາພະເຈົ້າ. ແຕ່ກ່ອນທີ່ຂ້ອຍຈະເລົ່າຕໍ່ວ່າເກີດຫຍັງຂຶ້ນໃນຄືນນັ້ນ ຂ້ອຍຢາກຈະເລົ່າໃຫ້ເຈົ້າຟັງກ່ຽວກັບສິ່ງທີ່ເກີດຂຶ້ນຕອນທີ່ຂ້ອຍຍັງນ້ອຍ.
ໄດ້ບົດຮຽນຈາກພໍ່
ຂ້ອຍເກີດໃນປີ 1937 ຢູ່ເມືອງເກດສ໌ເນນທາງພາກເໜືອຂອງຝຣັ່ງເຊິ່ງເປັນເມືອງທີ່ມີບໍ່ແຮ່ຫຼາຍ. ພໍ່ຂ້ອຍເຮັດວຽກຢູ່ບໍ່ຖ່ານຫີນແລະລາວກໍສອນຂ້ອຍໃຫ້ເຫັນຄຸນຄ່າໃນການເຮັດວຽກໜັກ. ລາວຍັງໄດ້ສອນຂ້ອຍໃຫ້ມັກຄວາມເປັນທຳ. ລາວເຫັນວ່າຫຼາຍຄົນທີ່ເຮັດວຽກຢູ່ບໍ່ແຮ່ຖືກປະຕິບັດແບບບໍ່ຍຸຕິທຳແລະເຮັດວຽກໃນສະພາບການທີ່ອັນຕະລາຍ ແລະລາວກໍຢາກຊ່ວຍເຂົາເຈົ້າ. ດັ່ງນັ້ນ ລາວຈຶ່ງໄປເຂົ້າຮ່ວມສະມາຄົມກຳມະກອນແລະຂະບວນການປະທ້ວງ. ສິ່ງທີ່ພໍ່ບໍ່ມັກແທ້ໆກໍຄືຄວາມໜ້າຊື່ໃຈຄົດຂອງພວກຄຸນພໍ່. ເຂົາເຈົ້າຂ້ອນຂ້າງມີຊີວິດທີ່ສະບາຍ ແຕ່ກໍຍັງໄປຂໍເງິນແລະຂໍສິ່ງຂອງອື່ນໆຈາກກຳມະກອນທີ່ເຮັດວຽກຢູ່ບໍ່ແຮ່ທີ່ດີ້ນຮົນຫາລ້ຽງຄອບຄົວຕົວເອງ. ຍ້ອນພໍ່ລັງກຽດພຶດຕິກຳຂອງພວກຄຸນພໍ່ ລາວຈຶ່ງບໍ່ສອນຂ້ອຍເລື່ອງສາສະໜາ ແລະບໍ່ເວົ້າເລື່ອງພະເຈົ້າໃຫ້ຂ້ອຍຟັງເລີຍ.
ເມື່ອຂ້ອຍໃຫຍ່ຂຶ້ນມາ ຂ້ອຍກໍເລີ່ມຊັງຄວາມບໍ່ຍຸຕິທຳ. ຄວາມບໍ່ຍຸຕິທຳນີ້ຍັງສະແດງອອກໃນສັງຄົມທີ່ວ່າຄົນຝຣັ່ງບາງຄົນມີອະຄະຕິກັບຄົນຕ່າງຊາດ. ຂ້ອຍມັກຫຼິ້ນເຕະບານກັບລູກຂອງຄົນຕ່າງຊາດແລະມີຄວາມສຸກທີ່ໄດ້ຫຼິ້ນນຳເຂົາເຈົ້າ. ນອກຈາກນັ້ນ ແມ່ຂ້ອຍກໍເປັນຄົນໂປໂລຍບໍ່ແມ່ນຄົນຝຣັ່ງ. ດັ່ງນັ້ນ ຂ້ອຍຈຶ່ງຢາກເຫັນຄົນທຸກຊາດມີສິດສະເໝີພາບກັນແລະຮັກແພງກັນ.
ຂ້ອຍເລີ່ມຄິດຈິງຈັງກ່ຽວກັບຊີວິດ
ຂ້ອຍຖືກເກນໄປເປັນທະຫານໃນປີ 1957. ນີ້ເປັນເຫດຜົນທີ່ຂ້ອຍຢູ່ເທິງພູເຂົາອານເຊຣີໃນຄືນທີ່ເວົ້າເຖິງກ່ອນໜ້ານີ້. ຕອນທີ່ຂ້ອຍຮ້ອງອອກມາວ່າ “ພະເຈົ້າເອີ້ຍ ຊ່ວຍລູກແດ່!” ສຽງນັ້ນບໍ່ແມ່ນສຽງຍ່າງຂອງສັດຕູ ແຕ່ວ່າເປັນສຽງໂຕລາປ່າທີ່ເຮັດໃຫ້ຂ້ອຍຕົກໃຈ ຂ້ອຍຈຶ່ງໂລ່ງໃຈຫຼາຍ. ທັງສົງຄາມແລະເຫດການໃນຄືນນັ້ນໄດ້ເຮັດໃຫ້ຂ້ອຍເລີ່ມຄິດຈິງຈັງກ່ຽວກັບຄວາມໝາຍຂອງຊີວິດ. ຂ້ອຍເລີ່ມຄິດວ່າ ຄົນເຮົາເກີດມາເຮັດຫຍັງ? ພະເຈົ້າສົນໃຈເຮົາບໍ? ເຮົາຈະມີຊີວິດທີ່ສະຫງົບສຸກແລະປອດໄພໄດ້ບໍ?
ຕອນທີ່ຂ້ອຍກັບມາຢາມພໍ່ແມ່ ຂ້ອຍກໍໄດ້ເຈິພະຍານພະເຢໂຫວາຄົນໜຶ່ງ. ລາວໄດ້ເອົາຄຳພີໄບເບິນ (La Sainte Bible) ສະບັບແປຂອງສາສະໜາກາໂຕລິກໃຫ້ຂ້ອຍ ແລ້ວຂ້ອຍໄດ້ເລີ່ມອ່ານຫຼັງຈາກທີ່ມາຮອດປະເທດອານເຊຣີ. ມີຂໍ້ຄຳພີໜຶ່ງທີ່ຖືກໃຈຂ້ອຍແທ້ໆຢູ່ໃນພະນິມິດ 21:3, 4 ທີ່ບອກວ່າ “ເຕັ້ນຂອງພະເຈົ້າຢູ່ກັບມະນຸດແລ້ວ . . . ພະເຈົ້າຈະເຊັດນ້ຳຕາທູກຢົດຈາກຕາຂອງພວກເຂົາ ແລະຄວາມຕາຍຈະບໍ່ມີອີກຕໍ່ໄປ ຄວາມໂສກເສົ້າຫຼືສຽງຮ້ອງໄຫ້ເສຍໃຈຫຼືຄວາມເຈັບປວດຈະບໍ່ມີອີກເລີຍ.” * ຂ້ອຍບໍ່ເຄີຍອ່ານຄຳເວົ້ານີ້ມາກ່ອນ. ຂ້ອຍຈຶ່ງເລີ່ມຄິດວ່າ ‘ມັນຈະເກີດຂຶ້ນໄດ້ແທ້ບໍ?’ ເພາະຕອນນັ້ນຂ້ອຍບໍ່ຮູ້ຫຍັງເລີຍກ່ຽວກັບພະເຈົ້າແລະຄຳພີໄບເບິນ.
ໃນປີ 1959 ຫຼັງຈາກທີ່ຂ້ອຍເຊົາເປັນທະຫານແລ້ວ ຂ້ອຍກໍເຈິກັບພະຍານພະເຢໂຫວາຄົນໜຶ່ງທີ່ຊື່ຝຣັ່ງຊົວທີ່ສອນຫຼາຍຢ່າງໃນຄຳພີໄບເບິນໃຫ້ຂ້ອຍ. ເລື່ອງໜຶ່ງທີ່ລາວສອນຂ້ອຍກໍຄື ພະເຈົ້າມີຊື່ວ່າເຢໂຫວາ. (ເພງ. 83:18) ແລະລາວຍັງອະທິບາຍວ່າພະເຢໂຫວາຈະເຮັດໃຫ້ໂລກນີ້ມີຄວາມຍຸຕິທຳ ເຮັດໃຫ້ໂລກເປັນອຸທິຍານ ແລະສິ່ງທີ່ບອກໄວ້ໃນພະນິມິດ 21:3, 4 ຈະເປັນຈິງ.
ຄຳສອນເຫຼົ່ານີ້ມີເຫດຜົນແລະຖືກໃຈຂ້ອຍຫຼາຍ. ແຕ່ຂ້ອຍກໍຍັງໃຈຮ້າຍໃຫ້ພວກຄຸນພໍ່ແລະຢາກໄປດ່າເຂົາເຈົ້າທີ່ບໍ່ໄດ້ສອນຄວາມຈິງໃນຄຳພີໄບເບິນ. ຂ້ອຍຮູ້ສຶກວ່າຂ້ອຍຍັງຄິດຄືກັບພໍ່ຂ້ອຍທີ່ຢາກຕໍ່ສູ້ເພື່ອຄວາມເປັນທຳ. ຂ້ອຍບໍ່ຢາກລໍຖ້າແລ້ວ ແລະຢາກຈັດການເລື່ອງນັ້ນທັນທີ!
ຝຣັ່ງຊົວແລະພີ່ນ້ອງຄົນອື່ນໆໄດ້ຊ່ວຍຂ້ອຍໃຫ້ເປັນຄົນໃຈເຢັນລົງ. ເຂົາເຈົ້າອະທິບາຍວ່າໜ້າທີ່ຂອງຄລິດສະຕຽນບໍ່ແມ່ນການໄປຕັດສິນຄົນອື່ນ ແຕ່ເປັນການຊ່ວຍຄົນອື່ນໃຫ້ມີຄວາມຫວັງໂດຍສອນຂ່າວດີເລື່ອງການປົກຄອງຂອງພະເຈົ້າ. ນີ້ເປັນວຽກທີ່ພະເຢຊູເຮັດແລະສັ່ງໃຫ້ພວກລູກສິດຂອງເພິ່ນເຮັດຄືກັນ. (ມທ. 24:14; ລກ. 4:43) ຂ້ອຍຍັງຕ້ອງຮຽນຮູ້ທີ່ຈະລົມກັບຄົນອື່ນແບບສຸພາບອ່ອນໂຍນ ເຖິງວ່າເຂົາເຈົ້າຈະບໍ່ເຊື່ອຄືຂ້ອຍກໍຕາມ. ຄຳພີໄບເບິນບອກວ່າ: “ທາດຂອງຜູ້ເປັນນາຍບໍ່ຄວນຜິດຖຽງກັບຜູ້ໃດ ແຕ່ຕ້ອງສຸພາບອ່ອນໂຍນຕໍ່ທຸກຄົນ.”—2 ຕມ. 2:24
ຫຼັງຈາກທີ່ຂ້ອຍໄດ້ປ່ຽນແປງຕົວເອງແລ້ວ ຂ້ອຍກໍຮັບບັບເຕມາເປັນພະຍານພະເຢໂຫວາໃນປີ 1959 ຢູ່ການສຸພາ. 19:14
ປະຊຸມໝວດ. ໃນການປະຊຸມນັ້ນ ຂ້ອຍກໍໄດ້ເຫັນຜູ້ຍິງຄົນໜຶ່ງທີ່ຖືກໃຈຂ້ອຍຫຼາຍ ລາວຊື່ແອງເຈວ. ຂ້ອຍເລີ່ມໄປປະຊາຄົມຂອງລາວ ແລະໃນປີ 1960 ພວກເຮົາກໍແຕ່ງດອງກັນ. ແອງເຈວເປັນຜູ້ຍິງທີ່ດີຫຼາຍ ລາວເປັນເມຍທີ່ໜ້າຮັກແລະເປັນຂອງຂວັນຈາກພະເຢໂຫວາ.—ຂ້ອຍໄດ້ຮຽນຈາກພີ່ນ້ອງທີ່ສະຫຼາດແລະມີປະສົບການ
ຕະຫຼອດຫຼາຍປີທີ່ຜ່ານມາ ຂ້ອຍໄດ້ບົດຮຽນຫຼາຍຢ່າງຈາກພີ່ນ້ອງທີ່ສະຫຼາດແລະມີປະສົບການ. ບົດຮຽນສຳຄັນຢ່າງໜຶ່ງແມ່ນ ເພື່ອຈະເຮັດວຽກມອບໝາຍທີ່ຍາກໆໃຫ້ສຳເລັດ ເຮົາຕ້ອງເປັນຄົນຖ່ອມຕົວແລະເຮັດຕາມຫຼັກການທີ່ຢູ່ໃນສຸພາສິດ 15:22, ລ.ມ. ທີ່ບອກວ່າ: “ຖ້າມີທີ່ປຶກສາຫຼາຍຄົນ ແຜນການຈະສຳເລັດ.”
ໃນປີ 1964 ຂ້ອຍເລີ່ມເຫັນວ່າຫຼັກການນັ້ນໃຊ້ໄດ້ແທ້. ໃນປີນັ້ນຂ້ອຍເລີ່ມເປັນຜູ້ດູແລໝວດ ແລະໄປຢາມປະຊາຄົມຕ່າງໆເພື່ອໃຫ້ກຳລັງໃຈພີ່ນ້ອງແລະຊ່ວຍເຂົາເຈົ້າໃຫ້ມີຄວາມເຊື່ອທີ່ເຂັ້ມແຂງ. ແຕ່ຂ້ອຍອາຍຸພຽງແຕ່ 27 ປີແລະຂາດປະສົບການ ດັ່ງນັ້ນ ຂ້ອຍຈຶ່ງເຮັດຜິດພາດຫຼາຍເທື່ອ. ແຕ່ຂ້ອຍກໍໄດ້ບົດຮຽນຈາກຄວາມຜິດພາດນັ້ນ ແລະທີ່ສຳຄັນກວ່ານັ້ນ ຂ້ອຍໄດ້ບົດຮຽນຫຼາຍຢ່າງຈາກພີ່ນ້ອງທີ່ມີຄວາມສາມາດແລະເປັນ “ທີ່ປຶກສາ” ທີ່ມີປະສົບການ.
ຂ້ອຍຍັງຈື່ໄດ້ຕອນທີ່ຂ້ອຍເປັນຜູ້ດູແລໝວດໃໝ່ໆແລະໄປຢາມປະຊາຄົມຢູ່ປາຣີ. ມີພີ່ນ້ອງຊາຍຄົນໜຶ່ງທີ່ມີປະສົບການຢາກຂໍລົມກັບຂ້ອຍເປັນສ່ວນຕົວ ແລ້ວຂ້ອຍກໍຕອບລາວວ່າ “ໄດ້.”
ລາວຖາມຂ້ອຍວ່າ: “ຖ້າທ່ານໝໍໄປເຮືອນປະຊາຊົນ ລາວຈະໄປຫາໃຜ?”
ຂ້ອຍກໍຕອບລາວວ່າ: “ໄປຫາຄົນເຈັບ.”
ລາວບອກວ່າ: “ຖືກຕ້ອງ! ແຕ່ອ້າຍສັງເກດເຫັນວ່ານ້ອງໃຊ້ເວລາແຕ່ກັບຄົນທີ່ມີຄວາມເຊື່ອເຂັ້ມແຂງ ເຊັ່ນ ຜູ້ດູແລປະຊາຄົມ. ແຕ່ໃນປະຊາຄົມເຮົາມີພີ່ນ້ອງຫຼາຍຄົນທີ່ຮູ້ສຶກທໍ້ໃຈ ຂີ້ອາຍ ແລະເປັນພີ່ນ້ອງໃໝ່. ເຂົາເຈົ້າຈະເຫັນຄ່ານ້ອງຫຼາຍແທ້ໆຖ້ານ້ອງໃຊ້ເວລາກັບເຂົາເຈົ້າ.”
ຄຳແນະນຳຂອງພີ່ນ້ອງຄົນນັ້ນມີເຫດຜົນແລະມີຄ່າຫຼາຍແທ້ໆ. ຄວາມຮັກທີ່ພີ່ນ້ອງຊາຍຄົນນັ້ນມີຕໍ່ພະເຢໂຫວາຖືກໃຈຂ້ອຍຫຼາຍ. ເຖິງຂ້ອຍຈະຮູ້ສຶກວ່າຍາກທີ່ຈະຮັບເອົາຄຳແນະນຳນັ້ນ ແຕ່ຂ້ອຍກໍເຮັດຕາມສິ່ງທີ່ລາວເວົ້າທັນທີ. ຂ້ອຍຂອບໃຈພະເຢໂຫວາຫຼາຍແທ້ໆທີ່ໃຫ້ມີພີ່ນ້ອງແບບນີ້.
ໃນປີ 1969 ແລະ 1973 ຂ້ອຍຖືກມອບໝາຍໃຫ້ເປັນຜູ້ດູແລຢູ່ພະແນກອາຫານໃນການປະຊຸມນານາຊາດສອງຄັ້ງຢູ່ໂກລົມເບເມືອງປາຣີ. ໃນການປະຊຸມໃຫຍ່ຂອງປີ 1973 ມີປະມານ 60.000 ຄົນທີ່ເຮົາຕ້ອງລ້ຽງເຂົ້າຕະຫຼອດ 5 ມື້. ສຸພາສິດ 15:22 ທີ່ບອກໃຫ້ຂໍຄຳແນະນຳຈາກຄົນອື່ນ. ດັ່ງນັ້ນ ຂ້ອຍຈຶ່ງໄປຂໍຄຳແນະນຳຈາກພີ່ນ້ອງທີ່ມີຄວາມເຊື່ອເຂັ້ມແຂງເຊິ່ງມີປະສົບການດ້ານການປຸງແຕ່ງອາຫານ ຜູ້ທີ່ຊຳນານເລື່ອງຊີ້ນ ເລື່ອງຜັກ ຜູ້ທີ່ເປັນພໍ່ຄົວ ແລະຜູ້ທີ່ມີປະສົບການເລື່ອງການຈັດຊື້. ເມື່ອໄດ້ປຶກສາກັບພີ່ນ້ອງຫຼາຍຄົນແລະເຮັດວຽກນຳກັນ ພວກເຮົາກໍສາມາດເຮັດວຽກມອບໝາຍທີ່ຍາກໆນີ້ໃຫ້ສຳເລັດ.
ຂ້ອຍຮູ້ສຶກທໍ້ແລະຢ້ານວ່າຊິເຮັດບໍ່ໄດ້. ແຕ່ສິ່ງທີ່ຊ່ວຍຂ້ອຍໃຫ້ແກ້ໄຂບັນຫາໄດ້ອີກເທື່ອໜຶ່ງແມ່ນຫຼັກການໃນໃນປີ 1973 ຂ້ອຍກັບເມຍຖືກເຊີນເຂົ້າເບເທນໃນຝຣັ່ງ. ວຽກມອບໝາຍທຳອິດທີ່ຂ້ອຍໄດ້ຮັບກໍເປັນວຽກທີ່ຍາກອີກແລ້ວ. ຂ້ອຍຕ້ອງສົ່ງໜັງສືຕ່າງໆໃຫ້ພີ່ນ້ອງໃນກາເມີຣຸນເຂດອາຝຼິກກາເຊິ່ງເປັນເຂດທີ່ວຽກຂອງພະຍານພະເຢໂຫວາຖືກສັ່ງຫ້າມຕັ້ງແຕ່ປີ 1970-1993. ບັດນີ້ຂ້ອຍກໍຮູ້ສຶກຢ້ານແລະຮູ້ສຶກທໍ້ໃຈອີກແລ້ວ. ພີ່ນ້ອງທີ່ເປັນຜູ້ດູແລວຽກງານໃນຝຣັ່ງອາດຈະສັງເກດເຫັນຂ້ອຍຮູ້ສຶກແບບນີ້ ລາວເລີຍໃຫ້ກຳລັງໃຈຂ້ອຍໂດຍບອກວ່າ: “ພີ່ນ້ອງໃນກາເມີຣຸນຕ້ອງມີອາຫານທາງດ້ານຄວາມເຊື່ອ ໃຫ້ເຮົາຊ່ວຍເຂົາເຈົ້າເນາະ!” ແລະເຮົາກໍໄດ້ຊ່ວຍເຂົາເຈົ້າແທ້ໆ.
ຂ້ອຍໄດ້ເດີນທາງໄປປະເທດຕ່າງໆທີ່ຕິດກັບຊາຍແດນກາເມີຣຸນເພື່ອຈະໄດ້ພົບກັບຜູ້ດູແລຈາກປະເທດກາເມີຣຸນ. ເມື່ອໄດ້ປຶກສາກັບຜູ້ດູແລເຫຼົ່ານີ້ທີ່ເປັນຄົນກ້າຫານແລະສຸຂຸມຮອບຄອບ ກໍໄດ້ຊ່ວຍຂ້ອຍໃຫ້ຮູ້ວິທີທີ່ຈະສົ່ງໜັງສືເຂົ້າໄປໃນກາເມີຣຸນເປັນປະຈຳໄດ້. ພະເຢໂຫວາໄດ້ອວຍພອນວຽກງານນີ້ແທ້ໆເພາະຕະຫຼອດ 20 ປີພີ່ນ້ອງໃນກາເມີຣຸນບໍ່ເຄີຍຂາດຫໍສັງເກດການ ແລະປຶ້ມທີ່ອອກໃນແຕ່ລະເດືອນເຊິ່ງເອີ້ນວ່າພະລາຊະກິດຂອງເຮົາ ແມ່ນແຕ່ສະບັບດຽວ.
ຂ້ອຍໄດ້ບົດຮຽນຫຼາຍຢ່າງຈາກເມຍທີ່ຂ້ອຍຮັກຫຼາຍ
ຕັ້ງແຕ່ທີ່ຂ້ອຍເລີ່ມຮູ້ຈັກແອງເຈວ ຂ້ອຍກໍສັງເກດເຫັນວ່າລາວມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາຫຼາຍ. ແລະເມື່ອແຕ່ງດອງແລ້ວຂ້ອຍກໍແຮ່ງເຫັນວ່າລາວມີຄວາມເຊື່ອຫຼາຍແທ້ໆ. ທີ່ຈິງໃນມື້ແຕ່ງດອງ ລາວຂໍໃຫ້ຂ້ອຍ
ອະທິດຖານໃຫ້ເຮົາທັງສອງຮັບໃຊ້ພະເຢໂຫວານຳກັນຫຼາຍເທົ່າທີ່ເປັນໄປໄດ້. ແລະພະເຢໂຫວາກໍໄດ້ຕອບຄຳອະທິດຖານນັ້ນ.ແອງເຈວຍັງຊ່ວຍຂ້ອຍໃຫ້ໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນ ເຊັ່ນ: ໃນປີ 1973 ຕອນທີ່ພວກເຮົາຖືກເຊີນເຂົ້າເບເທນ ຂ້ອຍຮູ້ສຶກລັງເລເພາະຂ້ອຍມັກວຽກທີ່ເປັນຜູ້ດູແລໝວດ. ແຕ່ແອງເຈວກໍເຕືອນຂ້ອຍວ່າເຮົາອຸທິດຊີວິດໃຫ້ພະເຢໂຫວາ ສະນັ້ນ ເຮົາຕ້ອງພ້ອມທີ່ຈະເຮັດວຽກທຸກຢ່າງທີ່ພະເຢໂຫວາມອບໝາຍໃຫ້. (ຮຣ. 13:17) ຂ້ອຍຊິປະຕິເສດວຽກມອບໝາຍນີ້ໄດ້ແນວໃດ? ສະນັ້ນ ເຮົາຈຶ່ງເຂົ້າເບເທນເລີຍ. ຕະຫຼອດຊີວິດຂອງເຮົາ ຄວາມສຸຂຸມຮອບຄອບແລະຄວາມເຊື່ອທີ່ເຂັ້ມແຂງຂອງແອງເຈວໄດ້ຊ່ວຍໃຫ້ພວກເຮົາຮັກກັນຫຼາຍຂຶ້ນ ແລະຊ່ວຍໃຫ້ຕັດສິນໃຈໄດ້ດີຕະຫຼອດ.
ຕອນນີ້ພວກເຮົາກໍອາຍຸຫຼາຍຂຶ້ນແລ້ວ ແຕ່ແອງເຈວກໍຍັງເປັນເມຍທີ່ດີແລະຊ່ວຍເຫຼືອຂ້ອຍສະເໝີ. ໂຮງຮຽນຕ່າງໆຂອງອົງການສ່ວນຫຼາຍໃຊ້ພາສາອັງກິດ. ດັ່ງນັ້ນ ເພື່ອທີ່ຂ້ອຍກັບແອງເຈວຈະປັບປຸງພາສານັ້ນ ພວກເຮົາຈຶ່ງໄດ້ໄປສົມທົບກັບປະຊາຄົມທີ່ໃຊ້ພາສາອັງກິດເຖິງວ່າຕອນນັ້ນພວກເຮົາຈະອາຍຸ 70 ປາຍປີແລ້ວ. ເນື່ອງຈາກຂ້ອຍເປັນສະມາຊິກຄະນະກຳມະການສາຂາຝຣັ່ງແລະມີວຽກຫຼາຍຢ່າງ ດັ່ງນັ້ນ ການຮຽນພາສາໃໝ່ຈຶ່ງເປັນເລື່ອງຍາກສຳລັບຂ້ອຍ ແຕ່ແອງເຈວກັບຂ້ອຍກໍໄດ້ຊ່ວຍກັນ. ປັດຈຸບັນນີ້ພວກເຮົາອາຍຸ 80 ປາຍປີແລ້ວ ແຕ່ພວກເຮົາກໍພະຍາຍາມທີ່ຈະກຽມປະຊຸມທຸກລາຍການທັງສອງພາສາຄືພາສາອັງກິດແລະພາສາຝຣັ່ງ. ແລະພວກເຮົາຍັງພະຍາຍາມທີ່ຈະເຂົ້າຮ່ວມປະຊຸມແລະປະກາດກັບປະຊາຄົມໃຫ້ຫຼາຍເທົ່າທີ່ເປັນໄປໄດ້. ພະເຢໂຫວາໄດ້ອວຍພອນຄວາມພະຍາຍາມຂອງພວກເຮົາໃນການຮຽນພາສາອັງກິດ.
ໃນປີ 2017 ຂ້ອຍກັບແອງເຈວຖືກເຊີນເຂົ້າໂຮງຮຽນສຳລັບສະມາຊິກຄະນະກຳມະການສາຂາແລະເມຍຢູ່ທີ່ສູນການສຶກສາວັອດສ໌ທາວເວີ້ໃນແພັດເທີສັນ ລັດນິວຢອກ.
ພະເຢໂຫວາເປັນຄູອົງຍິ່ງໃຫຍ່. (ເອຊາ. 30:20) ດັ່ງນັ້ນ ເຮົາທຸກຄົນບໍ່ວ່າຈະຍັງໜຸ່ມຫຼືອາຍຸຫຼາຍແລ້ວກໍຍັງໄດ້ຮັບການສອນທີ່ດີທີ່ສຸດຈາກເພິ່ນ. (ບັນຍັດ. 4:5-8) ທີ່ຈິງ ຂ້ອຍໄດ້ສັງເກດເຫັນວ່າ ຖ້າເຮົາເຊື່ອຟັງພະເຢໂຫວາແລະຟັງພີ່ນ້ອງທີ່ມີປະສົບການຕັ້ງແຕ່ຍັງໜຸ່ມ ເຮົາກໍຈະຕັດສິນໃຈໄດ້ດີແລະເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາໄດ້. ສຸພາສິດ 9:9, ລ.ມ. ເຕືອນເຮົາວ່າ: “ໃຫ້ສອນຄົນສະຫຼາດ ແລ້ວລາວຈະສະຫຼາດຂຶ້ນອີກ. ໃຫ້ສອນຄົນດີ ແລ້ວລາວຈະມີຄວາມຮູ້ຫຼາຍຂຶ້ນ.”
ບາງເທື່ອຂ້ອຍກໍຍັງຄິດເຖິງເຫດການໃນຄືນທີ່ເປັນຕາຢ້ານທີ່ຢູ່ເທິງພູເຂົາອານເຊຣີເຊິ່ງໄດ້ເກີດຂຶ້ນ 60 ປີມາແລ້ວ. ຕອນນັ້ນຂ້ອຍນຶກບໍ່ອອກເລີຍວ່າຂ້ອຍຈະມີຄວາມສຸກຫຼາຍປານນີ້. ຂ້ອຍໄດ້ບົດຮຽນຫຼາຍຢ່າງຈາກຄົນອື່ນ. ພະເຢໂຫວາເຮັດໃຫ້ຊີວິດຂອງຂ້ອຍມີຄວາມໝາຍ ແລະໃຫ້ຂ້ອຍໄດ້ຮັບສິ່ງທີ່ດີເຊິ່ງກໍຄືແອງເຈວ. ດັ່ງນັ້ນ ພວກເຮົາຈຶ່ງຕັ້ງໃຈທີ່ຈະຮຽນຮູ້ຈາກພະເຢໂຫວາພໍ່ໃນສະຫວັນແລະຈາກພີ່ນ້ອງທີ່ມີປະສົບການທີ່ຮັກເພິ່ນຕໍ່ໆໄປ.
^ ຂໍ້ 11 ພະຄຳພີສະບັບແປໂລກໃໝ່