ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 19

ບໍ່​ມີ​ຫຍັງ​ທີ່​ຈະ​ເຮັດ​ໃຫ້​ຄົນ​ທີ່​ຮັກ​ພະເຈົ້າ​ຫຼົງ​ອອກ​ໄປ​ຈາກ​ຄວາມ​ເຊື່ອ

ບໍ່​ມີ​ຫຍັງ​ທີ່​ຈະ​ເຮັດ​ໃຫ້​ຄົນ​ທີ່​ຮັກ​ພະເຈົ້າ​ຫຼົງ​ອອກ​ໄປ​ຈາກ​ຄວາມ​ເຊື່ອ

“ຄົນ​ທີ່​ຮັກ​ກົດໝາຍ​ຂອງ​ພະອົງ​ມີ​ຄວາມ​ສະຫງົບ​ສຸກ​ຫຼາຍ ບໍ່​ມີ​ຫຍັງ​ເຮັດ​ໃຫ້​ພວກ​ເຂົາ​ລົ້ມ​ພາດ​ໄດ້.”—ເພງ. 119:165, ລ.ມ.

ເພງ 122 ຂໍ​ໃຫ້​ຢືນຢັດ​ໝັ້ນ​ຄົງ!

ໃຈ​ຄວາມ​ສຳຄັນ *

1-2. ນັກ​ຂຽນ​ຄົນ​ໜຶ່ງ​ໄດ້​ເວົ້າ​ຫຍັງ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ໃນ​ທຸກ​ມື້​ນີ້​ຫຼາຍ​ລ້ານ​ຄົນ​ອ້າງ​ວ່າ​ເຊື່ອ​ໃນ​ພະ​ເຢຊູ ແຕ່​ວ່າ​ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ສິ່ງ​ທີ່​ພະ​ເຢຊູ​ສອນ. (2 ຕມ. 4:3, 4) ມີ​ນັກ​ຂຽນ​ຄົນ​ໜຶ່ງ​ເວົ້າ​ວ່າ: “ສົມມຸດ​ວ່າ​ມີ​ຄົນ​ໜຶ່ງ​ເວົ້າ​ແລະ​ເຮັດ​ຄື​ກັບ​ພະ​ເຢຊູ​ຢູ່​ໃນ​ສະໄໝ​ຂອງ​ເຮົາ ເຮົາ​ຈະ​ບໍ່​ຍອມ​ຮັບ​ລາວ​ຄື​ກັບ​ຄົນ​ໃນ​ສະໄໝ​ສອງ​ພັນ​ປີ​ກ່ອນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ບໍ? . . . ຄຳຕອບ​ກໍ​ຄື ແມ່ນ ເຮົາ​ຈະ​ບໍ່​ຍອມ​ຮັບ​ລາວ.”

2 ຕອນ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ໃນ​ໂລກ ຫຼາຍ​ຄົນ​ໄດ້​ຟັງ​ເພິ່ນ​ສອນ​ແລະ​ໄດ້​ເຫັນ​ເພິ່ນ​ເຮັດ​ການ​ອັດສະຈັນ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ເຊື່ອ​ເພິ່ນ. ຍ້ອນ​ຫຍັງ? ໃນ​ບົດ​ຄວາມ​ກ່ອນ​ເຮົາ​ໄດ້​ຮຽນ​ຮູ້​ເຫດຜົນ 4 ຢ່າງ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ໃນ​ສະໄໝ​ນັ້ນ​ບໍ່​ມັກ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ແລະ​ເຮັດ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ອີກ 4 ເຫດຜົນ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ໃນ​ສະໄໝ​ນັ້ນ​ບໍ່​ຍອມ​ຮັບ​ພະ​ເຢຊູ ແລະ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ມັກ​ລູກສິດ​ຂອງ​ພະ​ເຢຊູ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຫຼົງ​ອອກ​ໄປ​ຈາກ​ຄວາມ​ເຊື່ອ.

(1) ພະ​ເຢຊູ​ບໍ່​ລຳອຽງ

ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ຜູ້​ທີ່​ເພິ່ນ​ເລືອກ​ຄົບຫາ​ນຳ. ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ​ທີ່​ເຮັດ​ໃຫ້​ບາງ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ? (ເບິ່ງ​ຂໍ້ 3) *

3. ພະ​ເຢຊູ​ໄດ້​ເຮັດ​ຫຍັງ​ທີ່​ເຮັດ​ໃຫ້​ບາງ​ຄົນ​ຮັບ​ບໍ່​ໄດ້?

3 ຕອນ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ເທິງ​ໂລກ​ນີ້ ເພິ່ນ​ໄດ້​ໃຊ້​ເວລາ​ຢູ່​ກັບ​ຄົນ​ທຸກ​ຊົນ​ຊັ້ນ. ເພິ່ນ​ໄດ້​ໄປ​ກິນ​ເຂົ້າ​ກັບ​ຄົນ​ຮັ່ງມີ​ແລະ​ຄົນ​ທີ່​ມີ​ຖານະ​ຕຳແໜ່ງ​ສູງ ແລະ​ເພິ່ນ​ກໍ​ຍັງ​ໃຊ້​ເວລາ​ຢູ່​ກັບ​ຄົນ​ທຸກ​ຍາກ​ແລະ​ຄົນ​ຕ່ຳ​ຕ້ອຍ. ນອກ​ຈາກ​ນັ້ນ ເພິ່ນ​ຍັງ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຜູ້​ທີ່​ຖືກ​ເອີ້ນ​ວ່າ​ເປັນ “ຄົນ​ບາບ.” ຄົນ​ທີ່​ຄິດ​ວ່າ​ຕົວ​ເອງ​ຊອບທຳ​ຮູ້ສຶກ​ຮັບ​ບໍ່​ໄດ້​ທີ່​ພະ​ເຢຊູ​ເຮັດ​ແບບ​ນັ້ນ. ເຂົາ​ເຈົ້າ​ຈຶ່ງ​ຖາມ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ພວກ​ຄົນ​ເກັບ​ພາສີ​ແລະ​ຄົນ​ບາບ?” ພະ​ເຢຊູ​ຕອບວ່າ: “ຄົນ​ທີ່​ສຸຂະພາບ​ດີ​ບໍ່​ຕ້ອງການ​ໝໍ ແຕ່​ຄົນ​ທີ່ເຈັບ​ປ່ວຍ​ຕ້ອງ​ໃຫ້​ໝໍ​ປິ່ນປົວ. ຂ້ອຍ​ມາ ບໍ່​ແມ່ນ​ເພື່ອ​ຊ່ວຍ​ຄົນ​ດີ ແຕ່​ມາ​ຊ່ວຍ​ຄົນ​ບາບ​ໃຫ້​ກັບ​ໃຈ.”—ລກ. 5:29-32

4. ຕາມ​ຄຳ​ພະຍາກອນ​ຂອງ​ເອຊາຢາ ຄົນ​ຢິວ​ຮູ້​ຫຍັງ​ຢູ່​ແລ້ວ​ກ່ຽວ​ກັບ​ເມຊີອາ?

4 ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ? ເປັນ​ເວລາ​ດົນ​ກ່ອນ​ທີ່​ເມຊີອາ​ຈະ​ມາ ຜູ້​ພະຍາກອນ​ເອຊາຢາ​ໄດ້​ບອກ​ໄວ້​ວ່າ ຄົນ​ໃນ​ໂລກ​ຈະ​ບໍ່​ຍອມ​ຮັບ​ເມຊີອາ. ຄຳ​ພະຍາກອນ​ນັ້ນ​ບອກ​ວ່າ: “ທ່ານ​ຖືກ​ປະໝາດ ຖືກ​ປະ​ຖິ້ມ​ແຕ່​ມະນຸດ . . . ແລະ​ຄື​ຄົນ​ທີ່​ເຂົາ​ບັງ​ໜ້າ​ຈາກ​ທ່ານ. ທ່ານ​ຖືກ​ປະໝາດ​ແລະ​ເຮົາ​ທັງ​ຫຼາຍ​ບໍ່​ໄດ້​ນັບຖື​ທ່ານ​ສັກ​ຂໍ້​ດຽວ.” (ເອຊາ. 53:3) ຄຳ​ພະຍາກອນ​ນີ້​ບອກ​ວ່າ​ເມຊີອາ​ຈະ​ຖືກ​ມະນຸດ “ປະ​ຖິ້ມ.” ດັ່ງ​ນັ້ນ ຄົນ​ຢິວ​ໃນ​ສະໄໝ​ນັ້ນ​ຕ້ອງ​ຮູ້​ຢູ່​ແລ້ວ​ວ່າ​ຄົນ​ທົ່ວໄປ​ຈະ​ບໍ່​ຍອມ​ຮັບ​ເມຊີອາ.

5. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ເບິ່ງ​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເປັນ​ແນວ​ໃດ?

5 ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ? ເຫັນ​ແທ້. ບັນດາ​ພວກ​ຫົວ​ໜ້າ​ສາສະໜາ​ຢາກ​ໄດ້​ສະມາຊິກ​ທີ່​ເປັນ​ຄົນ​ຮັ່ງມີ ສຳຄັນ ແລະ​ມີ​ໜ້າ​ມີ​ຕາ​ໃນ​ສັງຄົມ. ເຂົາ​ເຈົ້າ​ຮັບ​ເອົາ​ແມ່ນ​ແຕ່​ຄົນ​ທີ່​ເຮັດ​ຜິດ​ສິນລະທຳ​ແລະ​ຄົນ​ທີ່​ໃຊ້​ຊີວິດ​ທີ່​ຂັດ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ແຕ່​ເຂົາ​ເຈົ້າ​ພັດ​ເບິ່ງ​ວ່າ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ພະຍາຍາມ​ເຮັດ​ຕາມ​ຫຼັກ​ການ​ດ້ານ​ສິນລະທຳ​ຂອງ​ພະເຈົ້າ​ເປັນ​ຄົນ​ທີ່​ບໍ່​ມີ​ຄວາມ​ສຳຄັນ​ແລະ​ບໍ່​ມີ​ຄ່າ​ຫຍັງ. ໂປໂລ​ບອກ​ວ່າ ພະເຈົ້າ​ເລືອກ​ຄົນ​ທີ່​ຖືກ “ດູຖູກ​ແລະ​ຖື​ວ່າ​ບໍ່​ມີ​ຄ່າ.” (1 ກຣ. 1:26-29) ເພາະ​ສຳລັບ​ພະ​ເຢໂຫວາ​ແລ້ວ ເພິ່ນ​ຖື​ວ່າ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ເພິ່ນ​ທຸກ​ຄົນ​ມີ​ຄ່າ.

6. ພະ​ເຢຊູ​ໄດ້​ເວົ້າ​ຫຍັງ​ຢູ່​ໃນ​ມັດທາຍ 11:25, 26 ແລະ​ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ໄດ້​ແນວ​ໃດ?

6 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຫຼົງ​ອອກ​ໄປ​ຈາກ​ຄວາມ​ເຊື່ອ? (ອ່ານ​ມັດທາຍ 11:25, 26) ຢ່າ​ໃຫ້​ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ​ນີ້​ກ່ຽວ​ກັບ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ມີ​ຜົນ​ຕໍ່​ເຮົາ. (ເພງ. 138:6) ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຢໂຫວາ​ໃຊ້​ຄົນ​ທີ່​ຖ່ອມ​ຕົວ​ເຫຼົ່າ​ນີ້​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ ແລະ​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ໃຊ້​ຄົນ​ເຫຼົ່າ​ນີ້​ໃຫ້​ເຮັດ​ຫຍັງ​ສຳເລັດ​ໄປ​ແດ່​ແລ້ວ.

(2) ພະ​ເຢຊູ​ເປີດໂປງ​ຄຳ​ສອນ​ຕົວະ

7. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເອີ້ນ​ພວກ​ຟາຣິຊາຍ​ວ່າ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ ແລະ​ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ?

7 ພະ​ເຢຊູ​ກ້າ​ຕຳໜິ​ພວກ​ຫົວ​ໜ້າ​ສາສະໜາ​ໃນ​ສະໄໝຂອງ​ເພິ່ນ​ທີ່​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ​ເຊັ່ນ: ພະ​ເຢຊູ​ຕຳໜິ​ພວກ​ຟາຣິຊາຍ​ທີ່​ໃຫ້​ຄວາມ​ສຳຄັນ​ກັບ​ການ​ລ້າງ​ມືຫຼາຍ​ກວ່າ​ການ​ເບິ່ງ​ແຍງ​ພໍ່​ແມ່. (ມທ. 15:1-11) ພວກ​ລູກສິດ​ຂອງ​ພະ​ເຢຊູ​ອາດ​ແປກ​ໃຈ​ທີ່​ພະ​ເຢຊູ​ເວົ້າ​ແບບ​ນັ້ນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຖາມ​ເພິ່ນ​ວ່າ: “ອາຈານ​ຮູ້​ບໍ​ວ່າ ພວກຟາຣິຊາຍ​ໃຈ​ຮ້າຍ​ຫຼາຍ​ທີ່​ທ່ານ​ເວົ້າ​ແບບ​ນັ້ນ?” ພະ​ເຢຊູ​ຕອບ​ວ່າ: “ຕົ້ນ​ໄມ້​ທຸກ​ຕົ້ນ​ທີ່​ພໍ່​ຂອງ​ຂ້ອຍ​ທີ່​ຢູ່​ໃນ​ສະຫວັນ​ບໍ່​ໄດ້​ປູກ ມັນ​ຈະ​ຖືກ​ຫຼົກ​ຖິ້ມ. ປ່ອຍ​ພວກ​ເຂົາ​ໄປ​ໂລດ ພວກ​ເຂົາ​ເປັນ​ຄົນ​ນຳ​ທາງ​ທີ່​ຕາ​ບອດ ຖ້າ​ຄົນ​ຕາ​ບອດ​ນຳ​ທາງ​ຄົນ​ຕາ​ບອດ ທັງ​ສອງ​ຄົນ​ຈະ​ພາ​ກັນ​ຕົກ​ຂຸມ.” (ມທ. 15:12-14) ເຖິງ​ວ່າ​ພວກ​ຟາຣິຊາຍ​ຈະ​ຮູ້ສຶກ​ໃຈ​ຮ້າຍ​ໃຫ້​ພະ​ເຢຊູ​ທີ່​ເພິ່ນ​ເວົ້າ​ແບບ​ນັ້ນ ແຕ່​ເພິ່ນ​ຍັງ​ເວົ້າ​ຄວາມ​ຈິງ​ຕໍ່​ໄປ.

8. ພະ​ເຢຊູ​ເວົ້າ​ແນວ​ໃດ​ທີ່​ສະແດງ​ວ່າ​ພະເຈົ້າ​ບໍ່​ໄດ້​ຍອມ​ຮັບ​ຄຳ​ສອນ​ຂອງ​ທຸກ​ສາສະໜາ?

8 ພະ​ເຢຊູ​ເປີດໂປງ​ຄຳ​ສອນ​ຕົວະ ແລະ​ເພິ່ນ​ກໍ​ບໍ່​ເຄີຍ​ບອກ​ວ່າ ພະເຈົ້າ​ຍອມ​ຮັບ​ຄຳ​ສອນ​ຂອງ​ທຸກ​ສາສະໜາ. ທີ່​ຈິງ​ພະ​ເຢຊູ​ເວົ້າ​ວ່າ ຫຼາຍ​ຄົນ​ຈະ​ຢູ່​ໃນ​ທາງ​ກວ້າງ​ທີ່​ພາ​ໄປ​ເຖິງ​ຄວາມ​ພິນາດ ແຕ່​ຈະ​ມີ​ຄົນ​ຈຳນວນ​ໜ້ອຍ​ທີ່​ຢູ່​ໃນ​ທາງ​ແຄບ​ທີ່​ພາ​ໄປ​ເຖິງ​ຊີວິດ. (ມທ. 7:13, 14) ພະ​ເຢຊູ​ເວົ້າ​ຢ່າງ​ຈະ​ແຈ້ງ​ວ່າ ຫຼາຍ​ຄົນ​ເບິ່ງ​ຄື​ວ່າ​ນະມັດສະການ​ພະເຈົ້າ ແຕ່​ໃນ​ຕົວ​ຈິງ​ແລ້ວ​ບໍ່​ແມ່ນ​ແບບ​ນັ້ນ. ເພິ່ນ​ເຕືອນ​ວ່າ: “ໃຫ້​ລະວັງ​ພວກ​ຜູ້​ພະຍາກອນ​ປອມ ພວກ​ນັ້ນ​ປອມ​ໂຕ​ມາ​ຫາ​ພວກ​ເຈົ້າ​ໃນ​ຮ່າງ​ຂອງ​ແກະ ແຕ່​ແທ້ໆ​ແລ້ວ​ພວກ​ເຂົາ​ເປັນ​ໝາ​ປ່າ​ທີ່​ຫິວ​ໂຫຍ​ຫຼາຍ. ເຈົ້າ​ຈະ​ຮູ້ຈັກ​ພວກ​ເຂົາ​ໄດ້​ຈາກ​ການ​ກະທຳ​ຂອງ​ພວກ​ເຂົາ.”—ມທ. 7:15-20

ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ເພິ່ນ​ເປີດໂປງ​ຄຳ​ສອນ​ຕົວະ​ແລະ​ພິທີ​ກຳ​ທາງ​ສາສະໜາ​ທີ່​ບໍ່​ຖືກຕ້ອງ. ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ​ທີ່​ເຮັດ​ໃຫ້​ບາງ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ? (ເບິ່ງ​ຂໍ້ 9) *

9. ມີ​ຄຳ​ສອນ​ຫຍັງ​ແດ່​ທີ່​ພະ​ເຢຊູ​ເປີດໂປງ​ວ່າ​ບໍ່​ຖືກຕ້ອງ?

9 ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ? ຄຳພີ​ໄບເບິນ​ພະຍາກອນ​ວ່າ ເມຊີອາ​ຈະ​ມີ​ຄວາມ​ຮັກ​ທີ່​ແຮງ​ກ້າ​ຕໍ່​ວິຫານ​ຂອງ​ພະ​ເຢໂຫວາ. (ເພງ. 69:9; ຢຮ. 2:14-17) ຍ້ອນ​ຄວາມ​ຮັກ​ແຮງ​ກ້າ​ນີ້​ເຮັດ​ໃຫ້​ພະ​ເຢຊູ​ເປີດໂປງ​ຄຳ​ສອນ​ຕົວະ​ແລະ​ພິທີ​ກຳ​ທາງ​ສາສະໜາ​ທີ່​ບໍ່​ຖືກຕ້ອງ. ຂໍ​ໃຫ້​ສົມ​ທຽບ​ເບິ່ງ​ວ່າ ພວກ​ຟາຣິຊາຍ​ສອນ​ວ່າ​ຈິດວິນຍານ​ເປັນ​ອະມະຕະ​ໝາຍ​ຄວາມ​ວ່າ​ຄົນ​ເຮົາ​ຍັງ​ມີ​ຊີວິດ​ຢູ່​ຫຼັງ​ຈາກ​ຕາຍ. ແຕ່​ພະ​ເຢຊູ​ສອນ​ວ່າ​ຄົນ​ຕາຍ​ຄື​ກັບ​ຄົນ​ທີ່​ນອນ​ຫຼັບ​ຢູ່ ບໍ່​ຮູ້ຈັກ​ຫຍັງ ບໍ່​ມີ​ຊີວິດ​ແລ້ວ. (ຢຮ. 11:11) ພວກ​ຊາ​ດູ​ກາຍ​ບໍ່​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ແຕ່​ພະ​ເຢຊູ​ໄດ້​ປຸກ​ລາຊະໂຣ​ໝູ່​ຂອງ​ເພິ່ນ​ໃຫ້​ຄືນ​ມາ​ຈາກ​ຕາຍ. (ຢຮ. 11:43, 44; ກຈກ. 23:8) ພວກ​ຟາຣິຊາຍ​ສອນ​ວ່າ​ພະເຈົ້າ​ໄດ້​ລິຂິດ​ຊີວິດ​ເຮົາ​ໄວ້​ແລ້ວ ແຕ່​ພະ​ເຢຊູ​ສອນ​ວ່າ​ມະນຸດ​ເຮົາ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ນະມັດສະການ​ພະເຈົ້າ​ຫຼື​ບໍ່.—ມທ. 11:28

10. ເປັນ​ຫຍັງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຈຶ່ງ​ບໍ່​ມັກ​ຄຳ​ສອນ​ຂອງ​ເຮົາ?

10 ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ? ເຫັນ​ແທ້. ຫຼາຍ​ຄົນ​ບໍ່​ມັກ​ຄຳ​ສອນ​ຂອງ​ເຮົາ​ທີ່​ມາ​ຈາກ​ຄຳພີ​ໄບເບິນ​ເຊິ່ງ​ເປີດໂປງ​ວ່າ​ຄຳ​ສອນ​ຂອງ​ສາສະໜາ​ເຂົາ​ເຈົ້າ​ບໍ່​ຖືກຕ້ອງ​ເຊັ່ນ: ພະເຈົ້າ​ລົງໂທດ​ຄົນ​ຊົ່ວ​ໃນ​ນະ​ລົກ. ພວກ​ຫົວ​ໜ້າ​ສາສະໜາ​ໃຊ້​ຄຳ​ສອນ​ຕົວະ​ເພື່ອ​ຄວບຄຸມ​ສະມາຊິກ​ຂອງ​ເຂົາ​ເຈົ້າ. ແຕ່​ພະຍານ​ພະ​ເຢໂຫວາ​ທີ່​ນະມັດສະການ​ພະເຈົ້າ​ຜູ້​ທີ່​ມີ​ຄວາມ​ຮັກ​ໄດ້​ເປີດໂປງ​ຄຳ​ສອນ​ເຫຼົ່າ​ນັ້ນ​ວ່າ​ເປັນ​ຄຳ​ສອນ​ຕົວະ. ພວກ​ຫົວ​ໜ້າ​ສາສະໜາ​ຍັງ​ສອນ​ວ່າ​ຈິດວິນຍານ​ເປັນ​ອະມະຕະ. ແຕ່​ພວກ​ເຮົາ​ເປີດໂປງ​ວ່າ​ຄຳ​ສອນ​ນີ້​ບໍ່​ໄດ້​ມາ​ຈາກ​ຄຳພີ​ໄບເບິນ. ທີ່​ຈິງ​ການ​ຄືນ​ມາ​ຈາກ​ຕາຍ​ຈະ​ບໍ່​ມີ​ເລີຍ​ຖ້າ​ຫາກ​ວ່າ​ຈິດວິນຍານ​ເປັນ​ອະມະຕະ. ເຖິງ​ວ່າ​ຫຼາຍ​ສາສະໜາ​ຈະ​ສອນ​ວ່າ​ຊີວິດ​ຂອງ​ເຮົາ​ຖືກ​ລິຂິດ​ໄວ້​ແລ້ວ ແຕ່​ເຮົາ​ສອນ​ວ່າ​ຄົນ​ເຮົາ​ມີ​ສິດ​ທີ່​ຈະ​ເລືອກ​ວ່າ​ຈະ​ນະມັດສະການ​ພະເຈົ້າ​ຫຼື​ບໍ່. ພວກ​ຫົວ​ໜ້າ​ສາສະໜາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮົາ​ເປີດໂປງ​ວ່າ​ຄຳ​ສອນ​ຂອງ​ເຂົາ​ເຈົ້າ​ເປັນ​ຄຳ​ສອນ​ຕົວະ? ເຂົາ​ເຈົ້າ​ຮູ້ສຶກ​ໃຈ​ຮ້າຍ​ຫຼາຍ.

11. ຕາມ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ໂຢຮັນ 8:45-47 ພະ​ເຢໂຫວາ​ຕ້ອງການ​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ເຮັດ​ຫຍັງ?

11 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຫຼົງ​ອອກ​ໄປ​ຈາກ​ຄວາມ​ເຊື່ອ? ຖ້າ​ຫາກ​ເຮົາ​ມັກ​ຄວາມ​ຈິງ ເຮົາ​ຈະ​ຍອມ​ຮັບ​ສິ່ງ​ທີ່​ພະເຈົ້າ​ສອນ. (ອ່ານ​ໂຢຮັນ 8:45-47) ເຮົາ​ບໍ່​ຢາກ​ເປັນ​ຄື​ກັບ​ຊາຕານ​ທີ່​ປະ​ຖິ້ມ​ຄວາມ​ຈິງ. ແຕ່​ເຮົາ​ຈະ​ຍຶດ​ໝັ້ນ​ກັບ​ຄວາມ​ຈິງ​ແລະ​ບໍ່​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຄວາມ​ເຊື່ອ​ແມ່ນ​ແຕ່​ສິ່ງ​ເລັກໆ​ນ້ອຍໆ​ກໍ​ຕາມ. (ຢຮ. 8:44) ພະ​ເຢໂຫວາ​ຕ້ອງການ​ໃຫ້​ປະຊາຊົນ​ຂອງ​ເພິ່ນ “ກຽດ​ຊັງ​ສິ່ງ​ທີ່​ຊົ່ວ” ແລະ “ໃຫ້​ຍຶດ​ໝັ້ນ​ກັບ​ສິ່ງ​ທີ່​ດີ” ຄື​ກັບ​ພະ​ເຢຊູ​ໄດ້​ເຮັດ.—ຣມ. 12:9; ຮຣ. 1:9

(3) ພະ​ເຢຊູ​ຖືກ​ຂົ່ມເຫງ

ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ເພິ່ນ​ຕາຍ​ຢູ່​ເທິງ​ເສົາ​ທໍລະມານ. ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ​ທີ່​ເຮັດ​ໃຫ້​ບາງ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ? (ເບິ່ງ​ຂໍ້ 12) *

12. ເປັນ​ຫຍັງ​ວິທີ​ທີ່​ພະ​ເຢຊູ​ຕາຍ​ຈຶ່ງ​ເຮັດ​ໃຫ້​ຄົນ​ຢິວ​ບໍ່​ຍອມ​ຮັບ​ເພິ່ນ?

12 ອີກ​ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ຄົນ​ຢິວ​ໃນ​ສະໄໝ​ພະ​ເຢຊູ​ບໍ່​ຍອມ​ຮັບ​ເພິ່ນ​ແມ່ນ​ຫຍັງ? ໂປໂລ​ເວົ້າ​ວ່າ: “ພວກ​ເຮົາ​ພັດ​ປະກາດ​ເລື່ອງ​ທີ່​ພະຄລິດ​ຖືກ​ປະຫານ​ເທິງ​ເສົາ ເຊິ່ງ​ເປັນ​ເລື່ອງ​ທີ່​ຄົນ​ຢິວ​ຮັບ​ບໍ່​ໄດ້.” (1 ກຣ. 1:23) ເປັນ​ຫຍັງ​ຄົນ​ຢິວ​ຮັບ​ບໍ່​ໄດ້​ທີ່​ພະ​ເຢຊູ​ຕາຍ​ຢູ່​ເທິງ​ເສົາ? ສຳລັບ​ຄົນ​ຢິວ​ແລ້ວ ການ​ທີ່​ພະ​ເຢຊູ​ຕາຍ​ຢູ່​ເທິງ​ເສົາ​ທໍລະມານ​ໝາຍ​ຄວາມ​ວ່າ​ເພິ່ນ​ເປັນ​ຄົນ​ບໍ່​ດີ ບໍ່​ສົມ​ກັບ​ຜູ້​ທີ່​ຈະ​ມາ​ເປັນ​ເມຊີອາ.—ບັນຍັດ. 21:22, 23

13. ຄົນ​ທີ່​ບໍ່​ເຊື່ອ​ໃນ​ພະ​ເຢຊູ​ເບິ່ງ​ຂ້າມ​ຫຍັງ?

13 ຄົນ​ຢິວ​ທີ່​ບໍ່​ຍອມ​ຮັບ​ພະ​ເຢຊູ​ບໍ່​ຮູ້​ວ່າ​ພະ​ເຢຊູ​ເປັນ​ຜູ້​ບໍລິສຸດ ເພິ່ນ​ຖືກ​ກ່າວ​ຫາ​ຢ່າງ​ຜິດໆ ແລະ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ. ຜູ້​ທີ່​ດຳເນີນ​ຄະດີ​ຂອງ​ພະ​ເຢຊູ​ບໍ່​ສົນ​ໃຈ​ເລື່ອງ​ຄວາມ​ເປັນ​ທຳ​ເລີຍ. ສານ​ສູງ​ສຸດ​ຂອງ​ຊາວ​ຢິວ​ໄດ້​ເອີ້ນ​ສະມາຊິກ​ມາ​ປະຊຸມ​ກັນ​ແບບ​ຟ້າວຟັ່ງ ແລະ​ດຳເນີນ​ຄະດີ​ແບບ​ບໍ່​ຖືກຕ້ອງ. (ລກ. 22:54; ຢຮ. 18:24) ແທນ​ທີ່​ຜູ້​ພິພາກສາ​ຈະ​ຟັງ​ຂໍ້​ກ່າວ​ຫາ​ແລະ​ຫຼັກ​ຖານ​ແບບ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ແຕ່​ເຂົາ​ເຈົ້າ​ພັດ​ຊອກ “ພະຍານ​ຕົວະ​ມາ​ໃສ່​ຮ້າຍ​ພະ​ເຢຊູ​ເພື່ອ​ຈະ​ໄດ້​ປະຫານ​ເພິ່ນ.” ເມື່ອ​ວິທີ​ນີ້​ໃຊ້​ບໍ່​ໄດ້​ຜົນ ປະໂລຫິດ​ໃຫຍ່​ກໍ​ເລີຍ​ພະຍາຍາມ​ເຮັດ​ໃຫ້​ພະ​ເຢຊູ​ເວົ້າ​ຜິດ​ເພື່ອ​ຈະ​ມັດ​ຕົວ​ເອງ ເຊິ່ງ​ການ​ເຮັດ​ແບບ​ນີ້​ບໍ່​ເປັນ​ໄປ​ຕາມ​ລະບຽບ​ການ​ຂອງ​ສານ. (ມທ. 26:59; ມຣກ. 14:55-64) ຫຼັງ​ຈາກ​ທີ່​ພະ​ເຢຊູ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ ພວກ​ຜູ້​ພິພາກສາ​ເຫຼົ່າ​ນັ້ນ​ໄດ້ “ເອົາ​ເງິນ​ຈຳນວນ​ຫຼາຍ” ໃຫ້​ກັບ​ທະຫານ​ໂຣມ​ຜູ້​ທີ່​ເຝົ້າ​ຢູ່​ອຸໂມງ​ຝັງ​ສົບ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຕົວະ​ວ່າ ພວກ​ລູກສິດ​ຂອງ​ພະ​ເຢຊູ​ມາ​ລັກ​ເອົາ​ສົບ​ຂອງ​ເພິ່ນ​ໃນ​ຕອນ​ກາງຄືນ.—ມທ. 28:11-15

14. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ການ​ຕາຍ​ຂອງ​ເມຊີອາ​ແນວ​ໃດ?

14 ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ? ເຖິງ​ວ່າ​ຄົນ​ຢິວ​ໃນ​ສະໄໝ​ພະ​ເຢຊູ​ບໍ່​ໄດ້​ຄິດ​ວ່າ​ເມຊີອາ​ຈະ​ຕ້ອງ​ຕາຍ ແຕ່​ຂໍ​ໃຫ້​ສັງເກດ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ: “ເພິ່ນ​ຍອມ​ຕາຍ ແລະ​ຍອມ​ຖືກ​ນັບ​ລວມ​ຢູ່​ກັບ​ຄົນ​ຊົ່ວ ເພິ່ນ​ແບກ​ບາບ​ຂອງ​ຄົນ​ຈຳນວນ​ຫຼາຍ ແລະ​ອ້ອນ​ວອນ​ເພື່ອ​ຄົນ​ຊົ່ວ.” (ເອຊາ. 53:12, ລ.ມ.) ດັ່ງ​ນັ້ນ ຄົນ​ຢິວ​ບໍ່​ມີ​ເຫດຜົນ​ທີ່​ຈະ​ບໍ່​ເຊື່ອ​ວ່າ​ພະ​ເຢຊູ​ຕ້ອງ​ຕາຍ​ຄື​ກັບ​ຄົນ​ເຮັດ​ຜິດ.

15. ມີ​ຂໍ້​ກ່າວ​ຫາ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ບາງ​ຄົນ​ບໍ່​ມັກ​ພະຍານ​ພະ​ເຢໂຫວາ?

15 ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ? ເຫັນ​ແທ້. ພະ​ເຢຊູ​ຖືກ​ກ່າວ​ຫາ​ແລະ​ຖືກ​ຕັດສິນ​ຢ່າງ​ບໍ່​ຍຸຕິທຳ. ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ກໍ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ​ຄື​ກັນ. ຕົວຢ່າງ​ເຊັ່ນ: ໃນ​ລະຫວ່າງ​ປີ 1930-1950 ພະຍານ​ພະ​ເຢໂຫວາ​ຢູ່​ສະຫະລັດ​ອາເມຣິກາ​ໄດ້​ຂຶ້ນ​ສານ​ຫຼາຍ​ເທື່ອ​ເພື່ອ​ປົກ​ປ້ອງ​ສິດ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະເຈົ້າ ແລະ​ຜູ້​ພິພາກສາ​ບາງ​ຄົນ​ມີ​ອະຄະຕິ​ຕໍ່​ພະຍານ​ພະ​ເຢໂຫວາ. ໃນ​ເກເບັກ​ປະເທດ​ການາດາ​ຄລິດສະຕຽນ​ໂບດ ແລະ​ລັດຖະບານ​ໄດ້​ຮ່ວມ​ມື​ກັນ​ເພື່ອ​ຕໍ່​ຕ້ານ​ວຽກ​ງານ​ຂອງ​ພະຍານ​ພະ​ເຢໂຫວາ. ພີ່ນ້ອງ​ຫຼາຍ​ຄົນ​ຖືກ​ຈັບ​ເຂົ້າ​ຄຸກ​ຍ້ອນ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ກັບ​ເພື່ອນ​ບ້ານ. ໃນ​ປະເທດ​ເຢຍລະມັນ​ສະໄໝ​ນາຊີ​ປົກຄອງ ພີ່ນ້ອງ​ຫຼາຍ​ຄົນ​ທີ່​ສັດ​ຊື່​ໄດ້​ຖືກ​ຂ້າ. ແລະ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້​ພີ່ນ້ອງ​ຢູ່​ໃນ​ປະເທດ​ຣັດເຊຍ​ຖືກ​ຕັດສິນ​ໃຫ້​ເຂົ້າ​ຄຸກ​ຍ້ອນ​ເວົ້າ​ເລື່ອງ​ຄຳພີ​ໄບເບິນ ເຊິ່ງ​ອຳນາດ​ການ​ປົກຄອງ​ບອກ​ວ່າ “ເປັນ​ການ​ກະທຳ​ຂອງ​ພວກ​ຫົວ​ຮຸນແຮງ.” ແມ່ນ​ແຕ່​ປຶ້ມ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ໃນ​ພາສາ​ຣັດເຊຍ​ກໍ​ຍັງ​ຖືກ​ຫ້າມ​ແລະ​ບອກ​ວ່າ​ເປັນ “ປຶ້ມ​ຂອງ​ພວກ​ຫົວ​ຮຸນແຮງ” ເພາະ​ໃສ່​ຊື່​ພະ​ເຢໂຫວາ.

16. ຕາມ 1 ໂຢຮັນ 4:1 ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຄວນ​ເຊື່ອ​ເລື່ອງ​ຕົວະ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ?

16 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຫຼົງ​ອອກ​ໄປ​ຈາກ​ຄວາມ​ເຊື່ອ? ສຶກສາ​ຄົ້ນ​ຄວ້າ​ໃຫ້​ຮູ້​ຄວາມ​ຈິງ. ໃນ​ຄຳ​ບັນລະຍາຍ​ເທິງ​ພູເຂົາ ພະ​ເຢຊູ​ເຕືອນ​ວ່າ ບາງ​ຄົນ​ຈະ “ໃສ່​ຮ້າຍ” ພວກ​ລູກສິດ​ຂອງ​ເພິ່ນ. (ມທ. 5:11) ຄຳ​ຕົວະ​ເຫຼົ່າ​ນັ້ນ​ມາ​ຈາກ​ຊາຕານ. ມັນ​ໄດ້​ເຮັດ​ໃຫ້​ພວກ​ຜູ້​ຕໍ່​ຕ້ານ​ໃສ່​ຮ້າຍ​ແລະ​ກ່າວ​ຫາ​ພວກ​ເຮົາ​ແບບ​ຜິດໆ. (ພນມ. 12:9, 10) ແຕ່​ເຮົາ​ຕ້ອງ​ບໍ່​ເຊື່ອ​ຄຳ​ຕົວະ​ຂອງ​ເຂົາ​ເຈົ້າ ແລະ​ບໍ່​ໃຫ້​ຄຳ​ຕົວະ​ເຫຼົ່າ​ນັ້ນ​ມາ​ເຮັດ​ໃຫ້​ເຮົາ​ຢ້ານ​ແລະ​ເຮັດ​ໃຫ້​ຄວາມ​ເຊື່ອ​ເຮົາ​ອ່ອນ​ລົງ.—ອ່ານ 1 ໂຢຮັນ 4:1

(4) ພະ​ເຢຊູ​ຖືກ​ທໍລະຍົດ​ແລະ​ຖືກ​ປະ​ຖິ້ມ

ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ເພິ່ນ​ຖືກ​ຢູດາ​ທໍລະຍົດ. ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ​ທີ່​ເຮັດ​ໃຫ້​ບາງ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ? (ເບິ່ງ​ຂໍ້ 17-18) *

17. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຮູ້ສຶກ​ຮັບ​ບໍ່​ໄດ້​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ?

17 ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ອັກຄະສາວົກ​ຄົນ​ໜຶ່ງ​ໄດ້​ທໍລະຍົດ​ເພິ່ນ ອີກ​ຄົນ​ໜຶ່ງ​ໄດ້​ປະຕິເສດ​ເພິ່ນ​ເຖິງ 3 ເທື່ອ ແລະ​ອັກຄະສາວົກ​ທັງ​ໝົດ​ກໍ​ໄດ້​ປະ​ຖິ້ມ​ເພິ່ນ. (ມທ. 26:14-16, 47, 56, 75) ພະ​ເຢຊູ​ບໍ່​ຮູ້ສຶກ​ແປກ​ໃຈ​ກ່ຽວ​ກັບ​ເລື່ອງ​ນີ້ ເພາະ​ເພິ່ນ​ເອງ​ກໍ​ບອກ​ລ່ວງ​ໜ້າ​ແລ້ວ​ວ່າ​ສິ່ງເຫຼົ່າ​ນີ້​ຈະ​ເກີດ​ຂຶ້ນ. (ຢຮ. 6:64; 13:21, 26, 38; 16:32) ເມື່ອ​ເຫັນ​ສິ່ງ​ນີ້​ເກີດ​ຂຶ້ນ ບາງ​ຄົນ​ອາດ​ຮູ້ສຶກ​ຮັບ​ບໍ່​ໄດ້​ແລະ​ເວົ້າ​ວ່າ: ‘ຖ້າ​ອັກຄະສາວົກ​ຂອງ​ພະ​ເຢຊູ​ຍັງ​ເຮັດ​ແບບ​ນັ້ນ ຂ້ອຍ​ກໍ​ບໍ່​ຢາກ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ດອກ!’

18. ມີ​ຄຳ​ພະຍາກອນ​ຫຍັງ​ແດ່​ທີ່​ເກີດ​ຂຶ້ນ​ແທ້​ກ່ຽວ​ກັບ​ການ​ຕາຍ​ຂອງ​ພະ​ເຢຊູ?

18 ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ? ຫຼາຍ​ຮ້ອຍ​ປີ​ກ່ອນ​ທີ່​ພະ​ເຢຊູ​ຈະ​ມາ​ແຜ່ນດິນ​ໂລກ ພະ​ເຢໂຫວາ​ໄດ້​ບອກ​ໃຫ້​ຮູ້​ວ່າ​ເມຊີອາ​ຈະ​ຖືກ​ທໍລະຍົດ​ດ້ວຍ​ເງິນ 30 ຫຼຽນ. (ຊກາ. 11:12, 13) ຜູ້​ທີ່​ທໍລະຍົດ​ກໍ​ເປັນ​ໝູ່​ສະໜິດ​ຂອງ​ພະ​ເຢຊູ. (ເພງ. 41:9) ຜູ້​ພະຍາກອນ​ຊາກາລີ​ໄດ້​ບອກ​ວ່າ: “ຂ້າ​ຄົນ​ລ້ຽງ​ແກະ​ແລະ​ເຮັດ​ໃຫ້​ຝູງ​ແກະ​ກະຈັດກະຈາຍ​ໄປ.” (ຊກາ. 13:7, ລ.ມ.) ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຈະ​ບໍ່​ປະຕິເສດ​ພະ​ເຢຊູ​ຍ້ອນ​ເຫດການ​ທີ່​ເກີດ​ຂຶ້ນ ແຕ່​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ເມື່ອ​ເຫັນ​ວ່າ​ຄຳ​ພະຍາກອນ​ຕ່າງໆ​ກ່ຽວ​ກັບ​ພະ​ເຢຊູ​ເກີດ​ຂຶ້ນ​ແທ້.

19. ຄົນ​ທີ່​ຮັກ​ພະເຈົ້າ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ?

19 ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ? ເຫັນ​ແທ້. ໃນ​ທຸກ​ມື້​ນີ້​ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ໄດ້​ຖິ້ມ​ຄວາມ​ເຊື່ອ​ໄປ ແລ້ວ​ກາຍ​ເປັນ​ຜູ້​ທີ່​ທໍລະຍົດ​ພະເຈົ້າ​ແລະ​ຍັງ​ພະຍາຍາມ​ເຮັດ​ໃຫ້​ຄົນ​ອື່ນ​ຖິ້ມ​ຄວາມ​ເຊື່ອ​ຄື​ກັນ. ເຂົາ​ເຈົ້າ​ແຜ່​ຂ່າວ​ລື​ທີ່​ເປັນ​ຄຳ​ຕົວະ​ເລື່ອງ​ພະຍານ​ພະ​ເຢໂຫວາ​ຜ່ານ​ທາງ​ອິນເຕີເນັດ ໂທລະທັດ ຫຼື​ປຶ້ມ​ອື່ນໆ. ແຕ່​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຈະ​ບໍ່​ຫຼົງ​ເຊື່ອ​ຂ່າວ​ລື​ນີ້​ຍ້ອນ​ເຂົາ​ເຈົ້າ​ຮູ້​ແລ້ວ​ວ່າ ຄຳພີ​ໄບເບິນ​ບອກ​ວ່າ​ສິ່ງ​ເຫຼົ່າ​ນີ້​ຈະ​ເກີດ​ຂຶ້ນ.—ມທ. 24:24; 2 ປຕ. 2:18-22

20. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ບໍ່​ໃຫ້​ຄົນ​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ​ມາ​ເຮັດ​ໃຫ້​ເຮົາ​ອອກ​ຈາກ​ຄວາມ​ເຊື່ອ? (2 ຕີໂມທຽວ 4:4, 5)

20 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຫຼົງ​ອອກ​ໄປ​ຈາກ​ຄວາມ​ເຊື່ອ? ເຮົາ​ຕ້ອງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຢູ່​ສະເໝີ​ໂດຍ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ ອະທິດຖານ​ຢູ່​ເລື້ອຍໆ ແລະ​ເຮັດ​ວຽກ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ເຮັດ. (ອ່ານ 2 ຕີໂມທຽວ 4:4, 5) ຖ້າ​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ເຮົາ​ກໍ​ຈະ​ບໍ່​ຫຼົງ​ເຊື່ອ​ຂ່າວ​ຕົວະ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ. (ເອຊາ. 28:16) ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ ຮັກ​ຄຳພີ​ໄບເບິນ ແລະ​ຮັກ​ພີ່ນ້ອງ ເຮົາ​ກໍ​ຈະ​ບໍ່​ຍອມ​ໃຫ້​ຄົນ​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ​ເຮັດ​ໃຫ້​ເຮົາ​ອອກ​ຈາກ​ຄວາມ​ເຊື່ອ.

21. ເຖິງ​ວ່າ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ມັກ​ສິ່ງ​ທີ່​ເຮົາ​ປະກາດ ແຕ່​ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

21 ໃນ​ສະຕະວັດ​ທຳອິດ​ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ບໍ່​ເຊື່ອ​ເພິ່ນ. ແຕ່​ກໍ​ມີ​ຄົນ​ອີກ​ຈຳນວນ​ໜຶ່ງ​ທີ່​ຍອມ​ຮັບ​ເພິ່ນ. ແມ່ນ​ແຕ່​ສະມາຊິກ​ຄົນ​ໜຶ່ງ​ໃນ​ສານ​ຊັນເຮດຣິນ​ຂອງ​ຊາວ​ຢິວ​ແລະ “ປະໂລຫິດ​ກຸ່ມ​ໃຫຍ່” ກໍ​ໄດ້​ເຊື່ອ​ໃນ​ພະ​ເຢຊູ. (ກຈກ. 6:7; ມທ. 27:57-60; ມຣກ. 15:43) ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ຫຼາຍ​ລ້ານ​ຄົນ​ໄດ້​ເຊື່ອ​ໃນ​ພະ​ເຢຊູ. ຍ້ອນ​ຫຍັງ? ຍ້ອນ​ເຂົາ​ເຈົ້າ​ຮູ້​ແລະ​ມັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ຮັກ​ກົດໝາຍ​ຂອງ​ພະອົງ​ມີ​ຄວາມ​ສະຫງົບ​ສຸກ​ຫຼາຍ ບໍ່​ມີ​ຫຍັງ​ເຮັດ​ໃຫ້​ພວກ​ເຂົາ​ລົ້ມ​ພາດ​ໄດ້.”—ເພງ. 119:165, ລ.ມ.

ເພງ 124 ສັດ​ຊື່​ຕະຫຼອດ​ໄປ

^ ຂໍ້ 5 ໃນ​ບົດ​ຄວາມ​ກ່ອນ​ເຮົາ​ໄດ້​ເບິ່ງ​ເຫດຜົນ 4 ຢ່າງ​ທີ່​ຫຼາຍ​ຄົນ​ໃນ​ສະໄໝ​ກ່ອນ​ບໍ່​ຍອມ​ຮັບ​ພະ​ເຢຊູ ແລະ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ມັກ​ສິ່ງ​ທີ່​ລູກສິດ​ຂອງ​ພະ​ເຢຊູ​ເວົ້າ​ແລະ​ເຮັດ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ອີກ 4 ເຫດຜົນ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າເປັນ​ຫຍັງ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຈຶ່ງ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ເຮັດ​ໃຫ້​ເຂົາ​ເຈົ້າ​ຫຼົງ​ອອກ​ໄປ​ຈາກ​ຄວາມ​ເຊື່ອ.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຢຊູ​ກິນ​ເຂົ້າ​ກັບ​ມັດທາຍ​ແລະ​ພວກ​ຄົນ​ເກັບ​ພາສີ.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຢຊູ​ໄລ່​ພວກ​ພໍ່​ຄ້າ​ອອກ​ຈາກ​ວິຫານ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຢຊູ​ຖືກ​ບັງຄັບ​ໃຫ້​ແບກ​ເສົາ​ທໍລະມານ.

^ ຂໍ້ 66 ຄຳ​ອະທິບາຍ​ຮູບ​ພາບ: ຢູດາ​ທໍລະຍົດ​ພະ​ເຢຊູ​ໂດຍ​ການ​ຈູບ​ແກ້ມ​ເພິ່ນ.