ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 18

ເຈົ້າ​ສົງໄສ​ໃນ​ຕົວ​ພະ​ເຢຊູ​ບໍ?

ເຈົ້າ​ສົງໄສ​ໃນ​ຕົວ​ພະ​ເຢຊູ​ບໍ?

“ຄົນ​ທີ່​ບໍ່​ສົງໄສ​ໃນ​ຕົວ​ຂ້ອຍ​ກໍ​ມີ​ຄວາມ​ສຸກ.”—ມທ. 11:6

ເພງ 54 “ທາງ​ເສັ້ນ​ນີ້​ແຫຼະ”

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ເຈົ້າ​ອາດ​ຮູ້ສຶກ​ແປກ​ໃຈ​ຕອນ​ທີ່​ເຈົ້າ​ພະຍາຍາມ​ບອກ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ຄວາມ​ຈິງ?

ເຈົ້າ​ຈື່​ຕອນ​ທຳອິດ​ທີ່​ເຈົ້າ​ຮູ້ຈັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ບໍ? ເຈົ້າ​ຮູ້ສຶກ​ວ່າ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເຂົ້າ​ໃຈ​ງ່າຍ​ແລະ​ຈະ​ແຈ້ງ ແລະ​ເຈົ້າ​ກໍ​ຄິດ​ວ່າ​ຄົນ​ອື່ນ​ກໍ​ຄື​ຊິ​ຢາກ​ຮູ້​ເລື່ອງ​ນີ້​ຄື​ກັນ. ເຈົ້າ​ໝັ້ນ​ໃຈ​ວ່າ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ​ໃນ​ຕອນ​ນີ້ ແລະ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ​ໃນ​ອະນາຄົດ. (ເພງ. 119:105) ດັ່ງ​ນັ້ນ ເຈົ້າ​ຈຶ່ງ​ຮູ້ສຶກ​ຕື່ນ​ເຕັ້ນ​ຢາກ​ຈະ​ບອກ​ຄວາມ​ຈິງ​ທີ່​ເຈົ້າ​ໄດ້​ຮຽນ​ໃຫ້​ກັບ​ໝູ່​ແລະ​ຍາດ​ພີ່ນ້ອງ. ແຕ່​ເຈົ້າ​ອາດ​ຮູ້ສຶກ​ແປກ​ໃຈ​ທີ່​ຫຼາຍ​ຄົນ​ບໍ່​ຢາກ​ຟັງ​ສິ່ງ​ທີ່​ເຈົ້າ​ເວົ້າ.

2-3. ຫຼາຍ​ຄົນ​ໃນ​ສະໄໝ​ພະ​ເຢຊູ​ຮູ້ສຶກ​ແນວ​ໃດ​ກັບ​ເພິ່ນ​ແລະ​ຂ່າວ​ສານ​ທີ່​ເພິ່ນ​ປະກາດ?

2 ເຮົາ​ບໍ່​ຄວນ​ແປກ​ໃຈ​ທີ່​ຫຼາຍ​ຄົນ​ບໍ່​ມັກ​ຂ່າວ​ດີ​ທີ່​ເຮົາ​ປະກາດ ເພາະ​ໃນ​ສະໄໝ​ພະ​ເຢຊູ​ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ເພິ່ນ ເຖິງ​ວ່າ​ເພິ່ນ​ຈະ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ເພື່ອ​ພິສູດ​ວ່າ​ເພິ່ນ​ເປັນ​ຜູ້​ທີ່​ພະເຈົ້າ​ສົ່ງ​ມາ. ຕົວຢ່າງ​ເຊັ່ນ: ພວກ​ຜູ້​ນຳ​ຊາວ​ຢິວ​ແລະ​ພວກ​ຜູ້​ຕໍ່​ຕ້ານ​ໄດ້​ເຫັນ​ພະ​ເຢຊູ​ປຸກ​ລາຊະໂຣ​ໃຫ້​ຄືນ​ມາ​ຈາກ​ຕາຍ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ບໍ່​ຍອມ​ຮັບ​ວ່າ​ເພິ່ນ​ເປັນ​ເມຊີອາ. ຊ້ຳ​ບໍ່​ໜຳ ເຂົາ​ເຈົ້າ​ແຮ່ງ​ຢາກ​ຂ້າ​ທັງ​ພະ​ເຢຊູ​ກັບ​ລາຊະໂຣ!—ຢຮ. 11:47, 48, 53; 12:9-11

3 ພະ​ເຢຊູ​ຮູ້​ວ່າ​ຫຼາຍ​ຄົນ​ຈະ​ບໍ່​ຍອມ​ຮັບ​ວ່າ​ເພິ່ນ​ເປັນ​ເມຊີອາ. (ຢຮ. 5:39-44) ເພິ່ນ​ເວົ້າ​ກັບ​ລູກສິດ​ຂອງ​ໂຢຮັນ​ຜູ້​ໃຫ້​ຮັບ​ບັບເຕມາ​ວ່າ: “ຄົນ​ທີ່​ບໍ່​ສົງໄສ​ໃນ​ຕົວ​ຂ້ອຍ​ກໍ​ມີ​ຄວາມ​ສຸກ.” (ມທ. 11:2, 3, 6) ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບໍ່​ຍອມ​ຮັບ​ພະ​ເຢຊູ?

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ບາງ​ເຫດຜົນ​ວ່າ ເປັນ​ຫຍັງ​ຫຼາຍ​ຄົນ​ໃນ​ສະໄໝ​ພະ​ເຢຊູ​ຈຶ່ງ​ບໍ່​ຍອມ​ຮັບ​ເພິ່ນ? ເປັນ​ຫຍັງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຈຶ່ງ​ບໍ່​ມັກ​ຂ່າວ​ສານ​ທີ່​ເຮົາ​ປະກາດ? ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ຫຼາຍ​ຂຶ້ນ​ເພື່ອ​ເຮົາ​ຈະ​ບໍ່​ສົງໄສ​ໃນ​ຕົວ​ເພິ່ນ?

(1) ບ່ອນ​ທີ່​ພະ​ເຢຊູ​ເຕີບ​ໃຫຍ່

ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ບ່ອນ​ທີ່​ພະ​ເຢຊູ​ເຕີບ​ໃຫຍ່. ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ​ທີ່​ເຮັດ​ໃຫ້​ບາງ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ? (ເບິ່ງ​ຂໍ້ 5) *

5. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຄິດ​ວ່າ​ພະ​ເຢຊູ​ບໍ່​ແມ່ນ​ເມຊີອາ​ຕາມ​ທີ່​ບອກ​ໄວ້​ລ່ວງ​ໜ້າ?

5 ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ບ່ອນ​ທີ່​ພະ​ເຢຊູ​ເຕີບ​ໃຫຍ່. ເຂົາ​ເຈົ້າ​ຮູ້ສຶກ​ງຶດງໍ້​ກັບ​ຄຳ​ສອນ​ຂອງ​ພະ​ເຢຊູ​ແລະ​ການ​ອັດສະຈັນ​ທີ່​ເພິ່ນ​ເຮັດ ແຕ່​ເຂົາ​ເຈົ້າ​ພັດ​ຄິດ​ວ່າ​ເພິ່ນ​ເປັນ​ພຽງ​ລູກ​ຂອງ​ຊ່າງ​ໄມ້​ຊື່ໆ ແລະ​ມາ​ຈາກ​ເມືອງ​ນາຊາເຣັດ​ເຊິ່ງ​ເປັນ​ເມືອງ​ນ້ອຍໆ​ທີ່​ບໍ່​ໄດ້​ມີ​ຄວາມ​ສຳຄັນ​ຫຍັງ. ກ່ອນ​ທີ່​ນະ​ທາ​ນາ​ເອັນ​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ລາວ​ກໍ​ຍັງ​ເວົ້າ​ວ່າ “ຈະ​ມີ​ຫຍັງ​ດີໆ​ມາ​ຈາກ​ນາຊາເຣັດ​ໄດ້​ບໍ?” (ຢຮ. 1:46) ນະ​ທາ​ນາ​ເອັນ​ອາດ​ຈະ​ບໍ່​ມັກ​ເມືອງ​ທີ່​ພະ​ເຢຊູ​ຢູ່ ຫຼື​ລາວ​ອາດ​ຈະ​ຈື່​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ມີເກ 5:2 ທີ່​ບອກ​ລ່ວງ​ໜ້າ​ວ່າ​ເມຊີອາ​ຈະ​ມາ​ເກີດ​ໃນ​ເມືອງ​ເບັດເລເຮັມ ບໍ່​ແມ່ນ​ເມືອງ​ນາຊາເຣັດ.

6. ຄົນ​ໃນ​ສະໄໝ​ຂອງ​ພະ​ເຢຊູ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮູ້​ວ່າ​ພະ​ເຢຊູ​ເປັນ​ເມຊີອາ?

6 ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ? ຜູ້​ພະຍາກອນ​ເອຊາຢາ​ບອກ​ລ່ວງ​ໜ້າ​ວ່າ​ພວກ​ຜູ້​ຕໍ່​ຕ້ານ​ພະ​ເຢຊູ​ຈະ​ບໍ່​ສົນ​ໃຈ “ລາຍ​ລະອຽດ​ຄວາມ​ເປັນ​ມາ​ຂອງ [ເມຊີອາ].” (ເອຊາ. 53:8) ມີ​ຂໍ້​ມູນ​ຫຼາຍ​ຢ່າງ​ທີ່​ໄດ້​ພະຍາກອນ​ໄວ້​ກ່ຽວ​ກັບ​ເມຊີອາ. ຖ້າ​ເຂົາ​ເຈົ້າ​ສຶກສາ​ຄົ້ນ​ຄວ້າ​ຄວາມ​ຈິງ​ທັງ​ໝົດ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ພະ​ເຢຊູ​ເກີດ​ຢູ່​ໃນ​ເມືອງ​ເບັດເລເຮັມ​ແລະ​ເປັນ​ລູກ​ຫຼານ​ຂອງ​ກະສັດ​ດາວິດ. (ລກ. 2:4-7) ດັ່ງ​ນັ້ນ ບ່ອນ​ທີ່​ພະ​ເຢຊູ​ເກີດ​ກໍ​ກົງ​ກັບ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ມີເກ 5:2. ແລ້ວ​ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບໍ່ເຊື່ອ? ກໍ​ຍ້ອນ​ວ່າ​ເຂົາ​ເຈົ້າ​ຟ້າວ​ຕັດສິນ​ໃຈ​ໂພດ​ແລະ​ບໍ່​ຮູ້​ຄວາມ​ຈິງ​ທັງ​ໝົດ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ຍອມ​ຮັບ​ພະ​ເຢຊູ.

7. ເປັນ​ຫຍັງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຈຶ່ງ​ບໍ່​ຍອມ​ຮັບ​ພະຍານ​ພະ​ເຢໂຫວາ?

7 ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ? ເຫັນ​ແທ້. ພະຍານ​ພະ​ເຢໂຫວາ​ສ່ວນ​ຫຼາຍ​ບໍ່​ໄດ້​ເປັນ​ຄົນ​ຮັ່ງມີຫຼື​ເປັນ​ຄົນ​ສຳຄັນ. ດັ່ງ​ນັ້ນ ຫຼາຍ​ຄົນ​ຈຶ່ງ​ຄິດ​ວ່າ​ເຂົາ​ເຈົ້າ​ເປັນ “ຄົນ​ທຳມະດາ​ແລະ​ບໍ່​ມີ​ການ​ສຶກສາ.” (ກຈກ. 4:13) ບາງ​ຄົນ​ຄິດ​ວ່າ​ພະຍານ​ພະ​ເຢໂຫວາ​ບໍ່​ຄວນ​ມາ​ສອນ​ຄຳພີ​ໄບເບິນ ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຈົບ​ມາ​ຈາກ​ໂຮງ​ຮຽນ​ສອນ​ສາສະໜາ. ສ່ວນ​ບາງ​ຄົນ​ກໍ​ບອກ​ວ່າ ພະຍານ​ພະ​ເຢໂຫວາ​ເປັນ “ສາສະໜາ​ຂອງ​ອາເມຣິກາ” ແຕ່​ໃນ​ຕົວ​ຈິງ​ແລ້ວ ພະຍານ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ອາເມຣິກາ​ມີ​ພຽງ​ສ່ວນ​ໜ້ອຍ​ເທົ່າ​ນັ້ນ. ສ່ວນ​ບາງ​ຄົນ​ກໍ​ບອກ​ວ່າ ພະຍານ​ພະ​ເຢໂຫວາ​ບໍ່​ໄດ້​ເຊື່ອ​ໃນ​ພະ​ເຢຊູ. ໃນ​ຫຼາຍ​ປີຜ່ານ​ມາ​ພະຍານ​ພະ​ເຢໂຫວາ​ຖືກ​ໃສ່​ຮ້າຍ​ວ່າ “ເປັນ​ພວກ​ທີ່​ບໍ່​ສົນ​ໃຈ​ຄອບຄົວ” “ເປັນ​ລູກ​ແຫຼ້ງ​ຕີນ​ມື​ຂອງ​ອາເມຣິກາ” ແລະ “ເປັນ​ພວກ​ຫົວ​ຮຸນແຮງ.” ຍ້ອນ​ເຂົາ​ເຈົ້າ​ເຊື່ອ​ເລື່ອງ​ເຫຼົ່າ​ນີ້​ແລະ​ບໍ່​ໄດ້​ເບິ່ງ​ຄວາມ​ຈິງ​ດ້ວຍ​ຕົວ​ເອງ ເຂົາ​ເຈົ້າ​ຈຶ່ງ​ບໍ່​ຍອມ​ຮັບ​ພະຍານ​ພະ​ເຢໂຫວາ.

8. ຕາມ​ກິດຈະການ 17:11 ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ເຮົາ​ຢາກ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ?

8 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ສົງໄສ? ເຮົາ​ຕ້ອງ​ພະຍາຍາມ​ສຶກສາ​ຄົ້ນ​ຄວ້າ​ຫາ​ຄວາມ​ຈິງ. ລູກາ​ຜູ້​ຂຽນ​ຄຳພີ​ໄບເບິນ​ກໍ​ເຮັດ​ແບບ​ນີ້​ຄື​ກັນ. ລາວ​ໄດ້​ພະຍາຍາມ “ຄົ້ນ​ຄວ້າ​ທຸກ​ສິ່ງ​ຕັ້ງ​ແຕ່​ຕົ້ນ​ຢ່າງ​ລະອຽດ​ຖີ່​ຖ້ວນ.” ລາວ​ຢາກ​ໃຫ້​ຜູ້​ອ່ານ​ໝັ້ນ​ໃຈ​ວ່າ​ເລື່ອງ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ພະເຢຊູ​ນັ້ນ “ເປັນ​ຄວາມ​ຈິງ.” (ລກ. 1:1-4) ຄົນ​ຢິວ​ທີ່​ຢູ່​ໃນ​ເມືອງ​ເບເຣຍ​ກໍ​ໄດ້​ເຮັດ​ຄື​ກັນ​ກັບ​ລູກາ. ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ເລື່ອງ​ຂອງ​ພະ​ເຢຊູ​ເທື່ອ​ທຳອິດ ເຂົາ​ເຈົ້າ​ກໍ​ໄດ້​ສຶກສາ​ຄົ້ນ​ຄວ້າ​ໃນ​ພະ​ຄຳພີ​ພາກ​ພາສາ​ເຮັບເຣີ​ເພື່ອ​ຈະ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ນັ້ນ​ເປັນ​ຄວາມ​ຈິງ. (ອ່ານ​ກິດຈະການ 17:11) ຄ້າຍ​ຄື​ກັນ ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ຕ້ອງ​ສຶກສາ​ຄົ້ນ​ຄວ້າ​ຫາ​ຄວາມ​ຈິງ​ແລະ​ສົມ​ທຽບ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ພະຍານ​ພະ​ເຢໂຫວາ​ກັບ​ສິ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ສຶກສາ​ຄົ້ນ​ຄວ້າ​ກ່ຽວ​ກັບ​ສິ່ງ​ທີ່​ພະຍານ​ພະ​ເຢໂຫວາ​ເຮັດ​ໃນ​ທຸກ​ມື້​ນີ້. ດັ່ງ​ນັ້ນ ຖ້າ​ເຮົາ​ກວດ​ເບິ່ງ “ປະຫວັດ​ຄວາມ​ເປັນ​ມາ” ເຮົາ​ກໍ​ຈະ​ບໍ່​ມີ​ອະຄະຕິ​ແລະ​ບໍ່​ເຊື່ອ​ຂ່າວ​ລື​ທີ່​ຜິດໆ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ.

(2) ພະ​ເຢຊູ​ບໍ່​ໄດ້​ເຮັດ​ການ​ອັດສະຈັນ​ເພື່ອ​ພິສູດ​ວ່າ​ເພິ່ນ​ເປັນ​ເມຊີອາ

ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ເພິ່ນ​ບໍ່​ເຮັດ​ການ​ອັດສະຈັນ. ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ​ທີ່​ເຮັດ​ໃຫ້​ບາງ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ? (ເບິ່ງ​ຂໍ້ 9-10) *

9. ເມື່ອ​ພະ​ເຢຊູ​ບໍ່​ຍອມ​ເຮັດ​ການ​ອັດສະຈັນ​ໃນ​ທ້ອງຟ້າ ບາງ​ຄົນ​ຮູ້ສຶກ​ແນວ​ໃດ?

9 ຄຳ​ສອນ​ຂອງ​ພະ​ເຢຊູ​ພຽງ​ຢ່າງ​ດຽວ​ຍັງ​ບໍ່​ພໍ​ທີ່​ຈະ​ເຮັດ​ໃຫ້​ບາງ​ຄົນ​ເຊື່ອ​ວ່າ​ເພິ່ນ​ເປັນ​ເມຊີອາ. ເຂົາ​ເຈົ້າ​ຕ້ອງການ​ຫຼາຍ​ກວ່າ​ນັ້ນ. ເຂົາ​ເຈົ້າ​ຕ້ອງການ​ໃຫ້​ເພິ່ນ​ເຮັດ “ການ​ອັດສະຈັນ​ໃນ​ທ້ອງຟ້າ” ເພື່ອ​ພິສູດ​ວ່າ​ເພິ່ນ​ເປັນ​ເມຊີອາ. (ມທ. 16:1) ເຂົາ​ເຈົ້າ​ຢາກ​ໃຫ້​ເພິ່ນ​ເຮັດ​ແບບ​ນັ້ນ​ອາດ​ເປັນ​ຍ້ອນ​ວ່າ ເຂົາ​ເຈົ້າ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ດານຽນ 7:13, 14. ແຕ່​ຍັງ​ບໍ່​ທັນ​ເຖິງ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ພະຍາກອນ​ນີ້​ສຳເລັດ. ສິ່ງ​ທີ່​ພະ​ເຢຊູ​ສອນ​ກໍ​ພຽງ​ພໍ​ແລ້ວ​ທີ່​ຈະ​ພິສູດ​ວ່າ​ເພິ່ນ​ເປັນ​ເມຊີອາ. ເມື່ອ​ພະ​ເຢຊູ​ບໍ່​ຍອມ​ເຮັດ​ການ​ອັດສະຈັນ​ຕາມ​ທີ່​ເຂົາ​ເຈົ້າ​ຕ້ອງການ ເຂົາ​ເຈົ້າ​ກໍ​ຮູ້ສຶກ​ຄຽດ​ແລະ​ບໍ່​ຍອມ​ຮັບ​ພະ​ເຢຊູ.—ມທ. 16:4

10. ພະ​ເຢຊູ​ໄດ້​ເຮັດ​ໃຫ້​ສິ່ງ​ທີ່​ເອຊາຢາ​ຂຽນ​ໄວ້​ກ່ຽວ​ກັບ​ເມຊີອາ​ສຳເລັດ​ແນວ​ໃດ?

10 ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ? ຜູ້​ພະຍາກອນ​ເອຊາຢາ​ໄດ້​ຂຽນ​ກ່ຽວ​ກັບ​ເມຊີອາ​ວ່າ: “ທ່ານ​ຈະ​ບໍ່​ຮ້ອງ ບໍ່​ຍົກ​ສຽງ​ປາກ ບໍ່​ໃຫ້​ເຂົາ​ໄດ້​ຍິນ​ສຽງ​ປາກ​ນັ້ນ​ໃນ​ຖະໜົນ.” (ເອຊາ. 42:1, 2) ພະ​ເຢຊູ​ເຮັດ​ວຽກ​ປະກາດ​ແບບ​ຈຽມ​ຕົວ. ເພິ່ນ​ບໍ່​ໄດ້​ສ້າງ​ວັດ​ວາ​ອາ​ຮາມ​ຫຼື​ໂບດ​ທີ່​ຫຼູຫຼາ ຫຼື​ນຸ່ງ​ເຄື່ອງ​ທີ່​ງາມໆ​ເພື່ອ​ໃຫ້​ຄົນ​ອື່ນ​ປະທັບ​ໃຈ ແລະ​ບໍ່​ໄດ້​ໃຫ້​ຄົນ​ອື່ນ​ເອີ້ນ​ເພິ່ນ​ໂດຍ​ໃຊ້​ຊື່​ຕຳແໜ່ງ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ນັບ​ໜ້າ​ຖື​ຕາ. ຕອນ​ທີ່​ພະ​ເຢຊູ​ຖືກ​ພິຈາລະນາ​ຄະດີ ເພິ່ນ​ກໍ​ບໍ່​ໄດ້​ພະຍາຍາມ​ເຮັດ​ໃຫ້​ກະສັດ​ເຮໂຣດ​ພໍ​ໃຈ​ໂດຍ​ເຮັດ​ການ​ອັດສະຈັນ. (ລກ. 23:8-11) ເຖິງ​ວ່າ​ພະ​ເຢຊູ​ຈະ​ເຮັດ​ການ​ອັດສະຈັນ​ບາງ​ຢ່າງ ແຕ່​ວຽກ​ຫຼັກ​ຂອງ​ເພິ່ນ​ແມ່ນ​ການ​ປະກາດ​ຂ່າວ​ດີ ແລະ​ເພິ່ນ​ໄດ້​ບອກ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ “ຂ້ອຍ​ມາ​ເພື່ອ​ເຮັດ​ວຽກ​ນີ້.”—ມຣກ. 1:38

11. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ມີ​ຄວາມ​ຄິດ​ຜິດໆ​ແນວ​ໃດ​ກ່ຽວ​ກັບ​ການ​ນະມັດສະການ​ພະເຈົ້າ?

11 ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ? ເຫັນ​ແທ້. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ມັກ​ວັດ​ຫຼື​ໂບດ​ໃຫຍ່ໆ​ທີ່​ມີ​ຮູບ​ແຕ້ມ​ຫຼື​ຮູບ​ແກະ​ສະ​ຫຼັກ​ງາມໆ ມີ​ນັກ​ເທດ​ນັກ​ບວດ​ທີ່​ມີ​ຊື່ສຽງ ແລະ​ມີ​ພິທີ​ກຳ​ຕ່າງໆ​ທີ່​ຫຼາຍ​ຄົນ​ບໍ່​ຮູ້​ວ່າມີ​ຕົ້ນ​ກຳເນີດ​ມາ​ຈາກ​ໃສ. ຫຼາຍ​ຄົນ​ທີ່​ເຂົ້າ​ຮ່ວມ​ກັບ​ສາສະໜາ​ເຫຼົ່າ​ນັ້ນ​ບໍ່​ເຄີຍ​ໄດ້​ຮູ້​ກ່ຽວ​ກັບ​ພະເຈົ້າ​ແລະ​ຈຸດ​ປະສົງ​ຂອງ​ເພິ່ນ​ຊ້ຳ. ແຕ່​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຕ້ອງການ​ຫຍັງ​ແລະ​ເພິ່ນ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ. ຫໍ​ປະຊຸມ​ຂອງ​ພວກ​ເຮົາ​ບໍ່​ໄດ້​ຕົກແຕ່ງ​ຫຼູຫຼາ ແຕ່​ສະອາດ​ງາມ​ຕາ​ແລະ​ເປັນ​ລະບຽບ​ຮຽບຮ້ອຍ. ຜູ້​ທີ່​ນຳ​ໜ້າ​ໃນ​ປະຊາຄົມ​ກໍ​ບໍ່​ໄດ້​ນຸ່ງ​ເຄື່ອງ​ທີ່​ຫຼູຫຼາ​ຫຼື​ໃຊ້​ຊື່​ຕຳແໜ່ງ​ທີ່ເຮັດ​ໃຫ້​ຄົນ​ນັບ​ໜ້າ​ຖື​ຕາ. ສິ່ງ​ທີ່​ເຮົາ​ເຊື່ອ​ແລະ​ສິ່ງ​ທີ່​ເຮົາ​ສອນ​ກໍ​ມາ​ຈາກ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຈຶ່ງ​ບໍ່​ມັກ​ເຮົາ​ຍ້ອນ​ວິທີ​ທີ່​ເຮົາ​ນະມັດສະການ​ພະເຈົ້າ​ທຳມະດາ​ໂພດ ແລະ​ສິ່ງ​ທີ່​ເຮົາ​ສອນ​ກໍ​ບໍ່​ໄດ້​ກົງ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຢາກ​ຟັງ.

12. ຕາມ​ເຮັບເຣີ 11:1, 6 ເຮົາ​ຄວນ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ?

12 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ສົງໄສ? ອັກຄະສາວົກ​ໂປໂລ​ບອກ​ຄລິດສະຕຽນ​ຢູ່​ໃນ​ເມືອງ​ໂຣມ​ວ່າ: “ຄວາມ​ເຊື່ອ​ຈະ​ເກີດ​ຂຶ້ນ​ກໍ​ຍ້ອນ​ໄດ້​ຍິນ​ຂ່າວ​ດີ. ແລະ​ຄົນ​ຈະ​ໄດ້​ຍິນ​ຂ່າວ​ດີ​ກໍ​ຍ້ອນ​ມີ​ຄົນ​ໄປ​ປະກາດ​ເລື່ອງ​ພະຄລິດ.” (ຣມ. 10:17) ດັ່ງ​ນັ້ນ ເຮົາ​ຕ້ອງ​ສ້າງ​ຄວາມ​ເຊື່ອ​ຈາກ​ການ​ສຶກສາ​ຄຳພີ​ໄບເບິນ ບໍ່​ແມ່ນ​ຈາກ​ພິທີ​ກຳ​ຕ່າງໆ​ທີ່ໜ້າ​ປະທັບ​ໃຈ​ເຊິ່ງ​ບໍ່​ໄດ້​ເປັນ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຈາກ​ຄວາມ​ຮູ້​ທີ່​ຖືກຕ້ອງ​ເພາະ “ຖ້າ​ບໍ່​ມີ​ຄວາມ​ເຊື່ອ​ກໍ​ບໍ່​ມີ​ທາງ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ໄດ້.” (ອ່ານ​ເຮັບເຣີ 11:1, 6) ດັ່ງ​ນັ້ນ ເຮົາ​ບໍ່​ຈຳເປັນ​ຕ້ອງ​ເຫັນ​ການ​ອັດສະຈັນ​ຈຶ່ງ​ຈະ​ເຊື່ອ​ວ່າ​ສິ່ງ​ທີ່​ເຮົາ​ຮຽນ​ນັ້ນ​ເປັນ​ຄວາມ​ຈິງ ເພາະ​ການ​ສຶກສາ​ຄົ້ນ​ຄວ້າ​ຢ່າງ​ລະອຽດ​ກ່ຽວ​ກັບ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ກໍ​ພຽງ​ພໍ​ແລ້ວ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ແລະ​ບໍ່​ສົງໄສ.

(3) ພະ​ເຢຊູ​ບໍ່​ໄດ້​ເຮັດ​ຕາມ​ທຳນຽມ​ຂອງ​ຊາວ​ຢິວ

ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ເພິ່ນ​ບໍ່​ເຮັດ​ຕາມ​ທຳນຽມ​ຕ່າງໆ​ຂອງ​ເຂົາ​ເຈົ້າ. ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ​ທີ່​ເຮັດ​ໃຫ້​ບາງ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ? (ເບິ່ງ​ຂໍ້ 13) *

13. ເປັນ​ຫຍັງ​ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ?

13 ໃນ​ສະໄໝ​ພະ​ເຢຊູ​ລູກສິດ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຮູ້ສຶກ​ງົງ​ວ່າ ເປັນ​ຫຍັງ​ລູກສິດ​ຂອງ​ພະ​ເຢຊູ​ຈຶ່ງ​ບໍ່​ຖື​ສິນ​ອົດ​ອາຫານ. ແລ້ວ​ພະ​ເຢຊູ​ກໍ​ອະທິບາຍ​ກັບ​ເຂົາ​ເຈົ້າ​ວ່າ ລູກສິດ​ຂອງ​ເພິ່ນ​ບໍ່​ຈຳເປັນ​ຕ້ອງ​ອົດ​ອາຫານ​ຕອນ​ທີ່​ເພິ່ນ​ຍັງ​ມີ​ຊີວິດ​ຢູ່. (ມທ. 9:14-17) ພວກ​ຟາຣິຊາຍ​ແລະ​ຄົນ​ອື່ນໆ​ທີ່​ຕໍ່​ຕ້ານ​ພະ​ເຢຊູ​ໄດ້​ຕຳໜິ​ເພິ່ນ​ຍ້ອນ​ເພິ່ນ​ບໍ່​ຍອມ​ເຮັດ​ຕາມ​ທຳນຽມ​ແລະ​ປະເພນີ​ຕ່າງໆ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໃຈ​ຮ້າຍ​ຕອນ​ທີ່​ພະ​ເຢຊູ​ປິ່ນປົວ​ຄົນ​ເຈັບ​ໃນ​ວັນ​ຊະບາໂຕ. (ມຣກ. 3:1-6; ຢຮ. 9:16) ເຂົາ​ເຈົ້າ​ອ້າງ​ວ່າ​ຕົວ​ເອງ​ນັບຖື​ວັນ​ຊະບາໂຕ​ຢ່າງ​ເຄັ່ງ​ຄັດ ແຕ່​ເຂົາ​ເຈົ້າ​ພັດ​ຄ້າ​ຂາຍ​ຢູ່​ໃນ​ວິຫານ​ໃນ​ວັນ​ຊະບາໂຕ. ແລະ​ເມື່ອ​ພະ​ເຢຊູ​ຕຳໜິ​ເຂົາ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້ ເຂົາ​ເຈົ້າ​ກໍ​ຄຽດ​ຫຼາຍ. (ມທ. 21:12, 13, 15) ຄົນ​ທີ່​ມາ​ຟັງ​ພະ​ເຢຊູ​ສອນ​ຢູ່​ໃນ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ໃນ​ເມືອງ​ນາຊາເຣັດ​ຮູ້ສຶກ​ໃຈ​ຮ້າຍ​ຫຼາຍ​ຕອນ​ທີ່​ພະ​ເຢຊູ​ຍົກ​ເລື່ອງ​ຂອງ​ຊາວ​ອິດສະຣາເອນ​ຂຶ້ນ​ມາ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ເປັນ​ຄົນ​ເຫັນ​ແກ່​ໂຕ​ແລະ​ຂາດ​ຄວາມ​ເຊື່ອ. (ລກ. 4:16, 25-30) ເຂົາ​ເຈົ້າ​ຈຶ່ງ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ວ່າ​ເພິ່ນ​ບໍ່​ໄດ້​ເຮັດ​ຕາມ​ທີ່​ເຂົາ​ເຈົ້າ​ຕ້ອງການ.—ມທ. 11:16-19

14. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕຳໜິ​ທຳນຽມ​ຕ່າງໆ​ຂອງ​ມະນຸດ​ເຊິ່ງ​ບໍ່​ໄດ້​ເປັນ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ?

14 ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ? ພະ​ເຢໂຫວາ​ບອກ​ຜ່ານ​ທາງ​ຜູ້​ພະຍາກອນ​ເອຊາຢາ​ວ່າ: “ຊົນຊາດ​ນີ້​ດີ​ແຕ່​ເວົ້າ​ວ່າ​ຈະ​ມາ​ຫາ​ເຮົາ ພວກ​ເຂົາ​ນັບຖື​ເຮົາ​ແຕ່​ປາກ ແຕ່​ໃນ​ໃຈ​ຂອງ​ເຂົາ​ບໍ່​ໄດ້​ເປັນ​ແບບ​ນັ້ນ​ເລີຍ. ທີ່​ເຂົາ​ເຄົາລົບ​ຢຳເກງ​ເຮົາ​ກໍ​ພຽງ​ເພາະ​ເຮັດ​ຕາມ​ກົດ​ເກນ​ຂອງ​ມະນຸດ​ທີ່​ສອນ​ກັນ​ມາ.” (ເອຊາ. 29:13, ລ.ມ.) ຄົນ​ທີ່​ຄິດ​ວ່າ​ກົດ​ແລະ​ທຳນຽມ​ຕ່າງໆ​ທີ່​ມະນຸດ​ຕັ້ງ​ຂຶ້ນ​ສຳຄັນ​ກວ່າ​ຄຳພີ​ໄບເບິນ​ຈະ​ບໍ່​ຍອມ​ຮັບ​ພະ​ເຢໂຫວາ​ແລະ​ເມຊີອາ​ຜູ້​ທີ່​ພະເຈົ້າ​ໃຊ້​ມາ. ສະນັ້ນ ພະ​ເຢຊູ​ຈຶ່ງ​ເຮັດ​ຖືກ​ແລ້ວ​ທີ່​ຕຳໜິ​ທຳນຽມ​ຕ່າງໆ​ຂອງ​ມະນຸດ​ເຊິ່ງ​ບໍ່​ເປັນ​ໄປ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ.

15. ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບໍ່​ມັກ​ພະຍານ​ພະ​ເຢໂຫວາ?

15 ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ? ເຫັນ​ແທ້. ຫຼາຍ​ຄົນ​ຮູ້ສຶກ​ບໍ່​ມັກ​ພະຍານ​ພະ​ເຢໂຫວາ​ທີ່​ບໍ່​ໄປສະຫຼອງ​ບຸນ​ຕ່າງໆ​ເຊັ່ນ: ບຸນ​ປີ​ໃໝ່​ແລະ​ວັນ​ເກີດ. ສ່ວນ​ບາງ​ຄົນ​ກໍ​ບໍ່​ມັກ​ທີ່​ເຮົາ​ບໍ່​ໄປ​ການ​ສະຫຼອງ​ຕ່າງໆ​ກ່ຽວ​ກັບ​ຊາດ ແລະ​ບໍ່​ໄປ​ຮ່ວມ​ພິທີ​ກຳ​ອື່ນໆ​ທີ່​ບໍ່​ເປັນ​ໄປຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ແຕ່​ເຂົາ​ເຈົ້າ​ເຊື່ອ​ວ່າການ​ເຮັດ​ແບບ​ນີ້​ເປັນ​ການ​ນະມັດສະການ​ທີ່​ພະເຈົ້າ​ຍອມ​ຮັບ ເພາະ​ຄົນ​ທີ່​ເຮັດ​ແບບ​ນີ້​ເຊື່ອ​ວ່າ​ພະເຈົ້າ​ພໍ​ໃຈ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ. ແຕ່​ຄວາມ​ຈິງ​ແລ້ວ​ເຂົາ​ເຈົ້າ​ບໍ່​ສາມາດ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ໄດ້ ຖ້າ​ວ່າ​ເຂົາ​ເຈົ້າ​ຍັງ​ມັກ​ທຳນຽມ​ຂອງ​ໂລກ​ນີ້​ຫຼາຍ​ກວ່າ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ.—ມຣກ. 7:7-9

16. ຕາມ​ຄຳເພງ 119:97, 113, 163-165 ເຮົາ​ຕ້ອງ​ເຮັດ​ຫຍັງ​ແລະ​ບໍ່​ເຮັດ​ຫຍັງ?

16 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ສົງໄສ? ເຮົາ​ຕ້ອງ​ຮັກ​ຫຼັກ​ການ​ແລະ​ກົດໝາຍ​ຂອງ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ. (ອ່ານ​ຄຳເພງ 119:97, 113, 163-165) ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ບໍ່​ເຮັດ​ຕາມ​ທຳນຽມ​ຕ່າງໆ​ທີ່​ພະ​ເຢໂຫວາ​ບໍ່​ມັກ ແລະ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ສຳຄັນ​ກວ່າ​ພະ​ເຢໂຫວາ.

(4) ພະ​ເຢຊູ​ບໍ່​ໄດ້​ແກ້ໄຂ​ບັນຫາ​ທາງ​ການ​ເມືອງ​ທັນທີ

ຫຼາຍ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ​ຍ້ອນ​ເພິ່ນ​ບໍ່​ໄດ້​ແກ້ໄຂ​ບັນຫາ​ທາງ​ການ​ເມືອງ. ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ​ທີ່​ເຮັດ​ໃຫ້​ບາງ​ຄົນ​ບໍ່​ຍອມ​ຮັບ​ພະ​ເຢຊູ? (ເບິ່ງ​ຂໍ້ 17) *

17. ຫຼາຍ​ຄົນ​ໃນ​ສະໄໝ​ພະ​ເຢຊູ​ຄາດ​ໝາຍ​ໃຫ້​ເມຊີອາ​ເຮັດ​ຫຍັງ?

17 ບາງ​ຄົນ​ໃນ​ສະໄໝ​ຂອງ​ພະ​ເຢຊູ​ຢາກ​ໃຫ້​ເພິ່ນ​ແກ້ໄຂ​ບັນຫາ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເມືອງ​ການ​ປົກຄອງ​ທັນທີ. ເຂົາ​ເຈົ້າ​ຄາດ​ໝາຍ​ວ່າ​ເມຊີອາ​ຈະ​ມາ​ປົດ​ປ່ອຍ​ເຂົາ​ເຈົ້າ​ອອກ​ຈາກ​ການ​ປົກຄອງ​ຂອງ​ໂຣມ. ຕອນ​ທີ່​ເຂົາ​ເຈົ້າ​ພະຍາຍາມ​ຈະ​ແຕ່ງ​ຕັ້ງ​ພະ​ເຢຊູ​ໃຫ້​ເປັນ​ກະສັດ ພະ​ເຢຊູ​ພັດ​ບໍ່​ຍອມ​ເປັນ. (ຢຮ. 6:14, 15) ສ່ວນ​ຄົນ​ອື່ນໆ​ເຊິ່ງ​ລວມ​ເຖິງ​ປະໂລຫິດ​ກໍ​ຮູ້ສຶກ​ຢ້ານ​ວ່າ​ພະ​ເຢຊູ​ຈະ​ມາ​ປ່ຽນ​ແປງ​ການ​ປົກຄອງ​ເຊິ່ງ​ຈະ​ເຮັດ​ໃຫ້​ພວກ​ໂຣມ​ໃຈ​ຮ້າຍ​ແລະ​ຍຶດ​ອຳນາດ​ຄືນ​ຈາກ​ເຂົາ​ເຈົ້າ. ຍ້ອນ​ແນວ​ນີ້​ເຂົາ​ເຈົ້າ​ຈຶ່ງ​ບໍ່​ຍອມ​ຮັບ​ພະ​ເຢຊູ.

18. ຄຳ​ພະຍາກອນ​ຫຍັງ​ກ່ຽວ​ກັບ​ເມຊີອາ​ທີ່​ຫຼາຍ​ຄົນ​ບໍ່​ສົນ​ໃຈ?

18 ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ? ເຖິງ​ວ່າ​ຄຳ​ພະຍາກອນ​ຫຼາຍ​ຂໍ້​ຈະ​ບອກ​ລ່ວງ​ໜ້າ​ວ່າ ໃນ​ທີ່​ສຸດ​ເມຊີອາຈະ​ຊະນະ​ໃນ​ສົງຄາມ ແຕ່​ຄຳ​ພະຍາກອນ​ຂໍ້​ອື່ນໆ​ບອກ​ໃຫ້​ຮູ້​ວ່າ​ເມຊີອາ​ຈະ​ຕ້ອງ​ມາ​ຕາຍ​ກ່ອນ​ເພື່ອ​ໄຖ່​ບາບ​ໃຫ້​ກັບ​ເຮົາ. (ເອຊາ. 53:9, 12) ແລ້ວ​ເປັນ​ຫຍັງ​ຄົນ​ຢິວ​ຈຶ່ງມີຄວາມ​ຄິດ​ຜິດໆ​ກ່ຽວ​ກັບ​ເມຊີອາ? ຫຼາຍ​ຄົນ​ໃນສະໄໝ​ຂອງ​ພະ​ເຢຊູ​ບໍ່​ໄດ້​ສົນ​ໃຈ​ຄຳ​ພະຍາກອນ​ໃດໆ​ທີ່​ບໍ່ໄດ້​ກ່ຽວ​ຂ້ອງ​ກັບ​ການ​ແກ້ໄຂ​ບັນຫາ​ຂອງ​ເຂົາ​ເຈົ້າ​ໃນ​ຕອນ​ນັ້ນ.—ຢຮ. 6:26, 27

19. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ຫຍັງ?

19 ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ບັນຫາ​ແບບ​ດຽວ​ກັນ​ບໍ? ເຫັນ​ແທ້. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ມັກ​ເຮົາ​ຍ້ອນ​ເຮົາ​ບໍ່​ມີ​ສ່ວນ​ຮ່ວມ​ທາງ​ການ​ເມືອງ. ເຂົາ​ເຈົ້າ​ຢາກ​ໃຫ້​ເຮົາ​ໄປ​ລົງ​ຄະແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ ແຕ່​ເຮົາ​ຮູ້​ວ່າ​ຖ້າ​ເຮົາ​ເລືອກ​ຜູ້​ນຳ​ທີ່​ເປັນ​ມະນຸດ​ກໍ​ເທົ່າ​ກັບ​ວ່າ​ເຮົາ​ບໍ່​ຢາກ​ໃຫ້​ພະ​ເຢໂຫວາ​ປົກຄອງ. (1 ຊາມ. 8:4-7) ຫຼາຍ​ຄົນ​ອາດ​ຍັງ​ຄິດ​ວ່າ​ເຮົາ​ບໍ່​ເຮັດ​ວຽກ​ຊ່ວຍ​ສັງຄົມ​ເຊັ່ນ: ບໍ່​ສ້າງ​ໂຮງໝໍ​ຫຼື​ໂຮງ​ຮຽນ. ເຂົາ​ເຈົ້າ​ບໍ່​ມັກ​ເຮົາ​ຍ້ອນ​ວ່າ​ເຮົາ​ມີແຕ່​ເຮັດ​ວຽກ​ປະກາດ ແຕ່​ບໍ່​ໄດ້​ລົງ​ມື​ແກ້ໄຂ​ບັນຫາ​ຂອງ​ໂລກ​ນີ້​ທັນທີ.

20. ສິ່ງ​ສຳຄັນ​ທີ່​ເຮົາ​ຕ້ອງ​ເຮັດ​ແມ່ນ​ຫຍັງ​ຕາມ​ທີ່​ພະ​ເຢຊູ​ບອກ​ໄວ້​ໃນ​ມັດທາຍ 7:21-23?

20 ສິ່ງ​ໃດ​ຊ່ວຍ​ເຮົາ​ບໍ່​ໃຫ້​ສົງໄສ? (ອ່ານ​ມັດທາຍ 7:21-23) ວຽກ​ຫຼັກ​ຂອງ​ເຮົາ​ແມ່ນ​ການ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ. (ມທ. 28:19, 20) ເຮົາ​ບໍ່​ຄວນ​ສົນ​ໃຈ​ບັນຫາ​ທາງ​ການ​ເມືອງ​ແລະ​ບັນຫາ​ສັງຄົມ​ຂອງ​ໂລກ​ນີ້​ຫຼາຍ​ເກີນ​ໄປ. ເຮົາ​ຮັກ​ແລະ​ເປັນ​ຫ່ວງ​ຄົນ​ອື່ນ ແຕ່​ເຮົາ​ຮູ້​ວ່າ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ແມ່ນ​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ກ່ຽວ​ກັບ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ.

21. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

21 ໃນ​ບົດ​ຄວາມ​ນີ້​ເຮົາ​ໄດ້​ຮູ້​ເຫດຜົນ 4 ຢ່າງ​ທີ່​ຫຼາຍ​ຄົນ​ໃນ​ສະໄໝ​ນັ້ນ​ບໍ່​ຍອມ​ຮັບ​ພະ​ເຢຊູ ແລະ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ມັກ​ລູກສິດ​ຂອງ​ພະ​ເຢຊູ. ແຕ່​ມີ​ພຽງ 4 ເຫດຜົນ​ເທົ່າ​ນັ້ນ​ບໍ? ບໍ່. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ມາ​ເບິ່ງ​ອີກ 4 ເຫດຜົນ. ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຕໍ່ໆ​ໄປ​ເພື່ອ​ຈະ​ບໍ່​ສົງໄສ​ໃນ​ຕົວ​ພະ​ເຢຊູ!

ເພງ 56 ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ຂອງ​ເຈົ້າ​ເອງ

^ ຂໍ້ 5 ເຖິງ​ວ່າ​ພະ​ເຢຊູ​ຈະ​ເປັນ​ຄູ​ສອນ​ທີ່​ດີ​ທີ່​ສຸດ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ແຕ່​ຄົນ​ໃນ​ສະໄໝ​ນັ້ນ​ກໍ​ຍັງ​ບໍ່​ຍອມ​ຮັບ​ເພິ່ນ. ຍ້ອນ​ຫຍັງ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ 4 ເຫດຜົນ​ທີ່​ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ເພິ່ນ. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ ເປັນ​ຫຍັງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຈຶ່ງ​ບໍ່​ມັກ​ສິ່ງ​ທີ່​ລູກສິດ​ຂອງ​ພະ​ເຢຊູ​ເວົ້າ​ແລະ​ເຮັດ. ແລະ​ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ຫຼາຍ​ຂຶ້ນ​ເພື່ອ​ທີ່​ເຮົາ​ຈະ​ບໍ່​ສົງໄສ​ໃນ​ຕົວ​ເພິ່ນ.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ຟີລິບ​ຊວນ​ນະທານາເອັນ​ມາ​ພົບ​ພະ​ເຢຊູ.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຢຊູ​ປະກາດ​ຂ່າວ​ດີ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: ພວກ​ທີ່​ຕໍ່​ຕ້ານ​ພະ​ເຢຊູ​ກຳລັງ​ເບິ່ງ​ຕອນ​ທີ່​ເພິ່ນ​ປິ່ນປົວ​ຄົນ​ມື​ລີບ.

^ ຂໍ້ 66 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຢຊູ​ແຍກ​ຕົວ​ໄປ​ຢູ່​ພູ​ຜູ້​ດຽວ.