ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ຄົນ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ເຄີຍ​ເອົາ​ຫຍ້າ​ພາໄພຣັດ​ມາ​ເຮັດ​ເຮືອ​ບໍ?

ຕົ້ນ​ຫຍ້າ​ພາໄພຣັດ

ຫຼາຍ​ຄົນ​ໃນ​ປັດຈຸບັນ​ຮູ້​ວ່າ​ໃນ​ສະໄໝ​ກ່ອນ ຄົນ​ເອຢິບ​ບູຮານ​ໄດ້​ໃຊ້​ຫຍ້າ​ພາໄພຣັດ​ມາ​ເຮັດ​ເປັນ​ເຈ້ຍ​ຂຽນ​ໜັງສື. ແມ່ນ​ແຕ່​ຄົນ​ກຣີກ​ແລະ​ຄົນ​ໂຣມ​ສະໄໝ​ບູຮານ​ກໍ​ຍັງ​ໃຊ້​ຫຍ້າ​ພາໄພຣັດ * ມາ​ເຮັດ​ເປັນ​ເຈ້ຍ​ຂຽນ​ຄື​ກັນ. ແຕ່​ຫຼາຍ​ຄົນ​ບໍ່​ຮູ້​ວ່າ​ຫຍ້າ​ພາໄພຣັດ​ບໍ່​ໄດ້​ໃຊ້​ເປັນ​ເຈ້ຍ​ຂຽນ​ໜັງສື​ເທົ່າ​ນັ້ນ ແຕ່​ຍັງ​ໃຊ້​ເພື່ອ​ເຮັດ​ເຮືອ​ນຳ.

ເຮືອ​ພາໄພຣັດ​ສອງ​ແບບ​ທີ່​ພົບ​ຢູ່​ໃນ​ອຸໂມງ​ຝັງ​ສົບ​ຂອງ​ຄົນ​ເອຢິບ

ຫຼາຍ​ກວ່າ 2.500 ປີ​ມາ​ແລ້ວ ຜູ້​ພະຍາກອນ​ເອຊາຢາ​ໄດ້​ຂຽນ​ວ່າ ຄົນ​ທີ່​ອາໄສ​ຢູ່ “ດິນແດນ​ທີ່​ຢູ່​ແຖວ​ແມ່ນ້ຳ​ສາຍ​ຕ່າງໆ​ໃນ​ເອທິໂອປີ” ໄດ້​ສົ່ງ “ທູດ​ໄປ​ທາງ​ທະເລ​ໂດຍ​ໃຊ້​ເຮືອ​ພາໄພຣັດ.” ຕໍ່​ມາ ຜູ້​ພະຍາກອນ​ເຢເຣມີ​ກໍ​ໄດ້​ບອກ​ລ່ວງ​ໜ້າ​ວ່າ ຕອນ​ທີ່​ເມເດຍ​ແລະ​ເປີເຊຍ​ມາ​ບຸກ​ໂຈມຕີ​ເມືອງ​ບາບີໂລນ ເຂົາ​ເຈົ້າ​ຈະ​ຈູດ​ທຳລາຍ “ເຮືອ​ພາໄພຣັດ” ເພື່ອ​ບໍ່​ໃຫ້​ຊາວ​ບາບີໂລນ​ປົບ​ໜີ​ໄດ້.—ເອຊາ. 18:1, 2; ຢເຣ. 51:32, ລ.ມ.

ຍ້ອນ​ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ ດັ່ງ​ນັ້ນ ນັກ​ສຶກສາ​ຄຳພີ​ໄບເບິນ​ຈຶ່ງ​ບໍ່​ແປກ​ໃຈ​ທີ່​ນັກ​ບູຮານຄະດີ​ໄດ້​ຄົ້ນ​ພົບ​ວ່າ ມີ​ການ​ໃຊ້​ຫຍ້າ​ພາໄພຣັດ​ມາ​ເຮັດ​ເຮືອ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ. (2 ຕມ. 3:16) ແລ້ວ​ມີ​ການ​ຄົ້ນ​ພົບ​ຫຍັງ​ແດ່? ນັກ​ບູຮານຄະດີ​ໄດ້​ຄົ້ນ​ພົບ​ລາຍ​ລະອຽດ​ທີ່​ເປັນ​ຫຼັກ​ຖານ​ວ່າ ຄົນ​ເອຢິບ​ບູຮານ​ໃຊ້​ຫຍ້າ​ພາໄພຣັດ​ມາ​ເຮັດ​ເຮືອ.

ເຮັດ​ເຮືອ​ພາໄພຣັດ​ແນວ​ໃດ?

ຮູບ​ແຕ້ມ​ແລະ​ຮູບ​ແກະ​ສະ​ຫຼັກ​ທີ່​ຢູ່​ໃນ​ອຸໂມງ​ຝັງ​ສົບ​ຂອງ​ຄົນ​ເອຢິບ​ບູຮານ​ໄດ້​ສະແດງ​ເຖິງ​ວິທີ​ການ​ເກັບ​ຫຍ້າ​ພາໄພຣັດ​ແລະ​ເອົາ​ມາ​ເຮັດ​ເປັນ​ເຮືອ. ເມື່ອ​ເຮົາ​ເບິ່ງ​ຮູບ​ນີ້​ຈະ​ເຫັນ​ວ່າ ຜູ້​ຊາຍ​ກຳລັງ​ຕັດ​ຕົ້ນ​ຫຍ້າ​ພາໄພຣັດ​ແລະ​ມັດ​ໃສ່​ກັນ. ຈຸດ​ພິເສດ​ຂອງ​ລຳ​ຕົ້ນ​ຫຍ້າ​ພາໄພຣັດ​ເປັນ 3 ລ່ຽມ. ດັ່ງ​ນັ້ນ ເມື່ອ​ເອົາ​ມາ​ມັດ​ໃສ່​ກັນ​ຈະ​ເຮັດ​ໃຫ້​ມັນ​ແໜ້ນ​ດີ. ປຶ້ມ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ເອຢິບ ບອກ​ວ່າ ເຮືອ​ພາໄພຣັດ​ອາດ​ຍາວ​ເຖິງ 17 ແມັດ​ແລະ​ແຕ່​ລະ​ເບື້ອງ​ມີ​ໄມ້​ພາຍ​ເຖິງ 10-12 ໄມ້.

ຮູບ​ແກະ​ສະ​ຫຼັກ​ຂອງ​ຄົນ​ເອຢິບ​ອະທິບາຍ​ວິທີ​ເຮັດ​ເຮືອ​ພາໄພຣັດ

ເປັນ​ຫຍັງ​ຈຶ່ງ​ໃຊ້​ຫຍ້າ​ພາໄພຣັດ​ມາ​ເຮັດ​ເຮືອ?

ຫຍ້າ​ພາໄພຣັດ​ມັກ​ເກີດ​ຢູ່​ຕາມ​ຮ່ອມ​ພູ​ແຖວ​ແມ່ນ້ຳ​ນິນ ແລະ​ເປັນ​ວັດຖຸ​ທີ່​ຫາ​ໄດ້​ງ່າຍ ແລະ​ຍັງ​ເອົາ​ມາ​ເຮັດ​ເຮືອ​ໄດ້​ງ່າຍ​ນຳ​ອີກ. ເຖິງ​ວ່າ​ຄົນ​ສ່ວນ​ຫຼາຍ​ຈະ​ເອົາ​ໄມ້​ເປັນ​ຫຼັກ​ໃນ​ການ​ສ້າງ​ເຮືອ ແຕ່​ຄົນ​ຫາ​ປາ​ແລະ​ຄົນ​ລ່າ​ສັດ​ກໍ​ຍັງ​ໃຊ້​ຫຍ້າ​ພາໄພຣັດ​ມາ​ເຮັດ​ແພ​ແລະ​ເຮືອ​ນ້ອຍ.

ຕັ້ງ​ແຕ່​ສະໄໝ​ບູຮານ​ຈົນ​ຮອດ​ຕອນ​ນີ້ ຜູ້​ຄົນ​ກໍ​ຍັງ​ໃຊ້​ເຮືອ​ພາໄພຣັດ​ຢູ່. ນັກ​ຂຽນ​ຊາວ​ກຣີກ​ຊື່​ພລູ​ຕາດ​ເຊິ່ງ​ມີ​ຊີວິດ​ຢູ່​ໃນ​ລະຫວ່າງ​ສະຕະວັດ​ທຳອິດ​ແລະ​ສະຕະວັດ​ທີ 2 ໄດ້​ບອກ​ວ່າ​ບາງ​ຄົນ​ໃນ​ສະໄໝ​ນັ້ນ​ຍັງ​ໃຊ້​ເຮືອ​ພາໄພຣັດ​ຢູ່.

^ ຂໍ້ 3 ຫຍ້າ​ພາໄພຣັດ​ມັກ​ເກີດ​ຢູ່​ຕາມ​ຫ້ວຍ​ຮ່ອງ​ຄອງ​ບຶງ ແລະ​ບ່ອນ​ທີ່​ນ້ຳ​ໄຫຼ​ບໍ່​ແຮງ. ຕົ້ນ​ຫຍ້າ​ພາໄພຣັດ​ບາງ​ຕົ້ນ​ສູງ​ເຖິງ 5 ແມັດ​ແລະ​ກວ້າງ 15 ຊັງຕີແມັດ.