ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 20

ໃຫ້​ຄິດ​ໃນ​ແງ່​ບວກ​ຕໍ່ໆ​ໄປ​ໃນ​ວຽກ​ປະກາດ

ໃຫ້​ຄິດ​ໃນ​ແງ່​ບວກ​ຕໍ່ໆ​ໄປ​ໃນ​ວຽກ​ປະກາດ

‘ຈົ່ງ​ຫວ່ານ​ກ້າ​ຂອງ​ເຈົ້າ . . . ແລະ​ຢ່າ​ໃຫ້​ມື​ຂອງ​ເຈົ້າ​ເຊົາ​ເມື່ອຍ.’—ຜູ້ປ. 11:6

ເພງ 70 ຊອກ​ຫາ​ຄົນ​ທີ່​ຄູ່​ຄວນ

ໃຈ​ຄວາມ​ສຳຄັນ *

ຫຼັງ​ຈາກ​ພະ​ເຢຊູ​ຂຶ້ນ​ໄປ​ສະຫວັນ ພວກ​ລູກສິດ​ຂອງ​ເພິ່ນ​ກໍ​ໄດ້​ປະກາດ​ຢ່າງ​ດຸ​ໝັ່ນ​ຫ້າວຫັນ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ບ່ອນ​ອື່ນໆ. (ເບິ່ງ​ຂໍ້ 1)

1. ພະ​ເຢຊູ​ຢາກ​ໃຫ້​ພວກ​ລູກສິດ​ມີ​ຄວາມ​ຄິດ​ແນວ​ໃດ​ຕໍ່​ກັບ​ວຽກ​ປະກາດ ແລະ​ເຂົາ​ເຈົ້າ​ເຮັດ​ແນວ​ໃດ? (ເບິ່ງ​ຮູບ​ໜ້າ​ປົກ)

ຕອນ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ໃນ​ໂລກ ເພິ່ນ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ສະເໝີ​ໃນ​ວຽກ​ປະກາດ ແລະ​ເພິ່ນ​ກໍ​ຢາກ​ໃຫ້​ລູກສິດ​ຂອງ​ເພິ່ນ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຄື​ກັນ. (ຢຮ. 4:35, 36) ຕອນ​ທີ່​ພະ​ເຢຊູ​ຢູ່​ນຳ​ລູກສິດ ເຂົາ​ເຈົ້າ​ຕື່ນ​ເຕັ້ນ​ແລະ​ຫ້າວຫັນ​ໃນ​ວຽກ​ປະກາດ. (ລກ. 10:1, 5-11, 17) ແຕ່​ເມື່ອ​ເພິ່ນ​ຖືກ​ຈັບ​ແລະ​ຕາຍ ລູກສິດ​ຈຳນວນ​ໜຶ່ງ​ກໍ​ໄດ້​ເຊົາ​ປະກາດ. (ຢຮ. 16:32) ຫຼັງ​ຈາກ​ທີ່​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ກໍ​ໄດ້​ກະຕຸ້ນ​ພວກ​ລູກສິດ​ໃຫ້​ເອົາໃຈໃສ່​ໃນ​ວຽກ​ປະກາດ. ແລະ​ຫຼັງ​ຈາກ​ທີ່​ເພິ່ນ​ຂຶ້ນ​ໄປ​ສະຫວັນ ເຂົາ​ເຈົ້າ​ດຸ​ໝັ່ນ​ຫ້າວຫັນ​ຫຼາຍ​ໃນ​ວຽກ​ປະກາດ​ຈົນ​ພວກ​ຜູ້​ຕໍ່​ຕ້ານ​ເວົ້າ​ໃຫ້​ວ່າ: “ພວກ​ເຈົ້າ​ພັດ​ແຮ່ງ​ແພ່​ຄຳ​ສອນ​ຂອງ​ພວກ​ເຈົ້າ​ໄປ​ທົ່ວ​ເມືອງ​ເຢຣູຊາເລັມ.”—ກຈກ. 5:28

2. ພະ​ເຢໂຫວາ​ໄດ້​ອວຍ​ພອນ​ວຽກ​ປະກາດ​ແນວ​ໃດ?

2 ພະ​ເຢຊູ​ໄດ້​ຊີ້​ນຳ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໃຫ້​ເຮັດ​ວຽກ​ປະກາດ ແລະ​ພະ​ເຢໂຫວາ​ກໍ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໂດຍ​ເຮັດ​ໃຫ້​ຄົນ​ເຂົ້າ​ມາ​ເຊື່ອ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ: ໃນ​ວັນ​ເພັນເຕກອດ​ປີ ຄ.ສ 33 ມີ​ປະມານ 3.000 ຄົນ​ໄດ້​ຮັບ​ບັບເຕມາ. (ກຈກ. 2:41) ນີ້​ເຮັດ​ໃຫ້​ຈຳນວນ​ຄົນ​ທີ່​ເຂົ້າ​ມາ​ເປັນ​ລູກສິດ​ເພີ່ມ​ຂຶ້ນ​ຫຼາຍ. (ກຈກ. 6:7) ແຕ່​ພະ​ເຢຊູ​ຍັງ​ໄດ້​ບອກ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ​ຄົນ​ຈະ​ເຂົ້າ​ມາ​ໃນ​ຄວາມ​ຈິງ​ຫຼາຍ​ຂຶ້ນ​ເລື້ອຍໆ.—ຢຮ. 14:12; ກຈກ. 1:8

3-4. ເປັນ​ຫຍັງ​ການ​ປະກາດ​ໃນ​ບາງ​ເຂດ​ອາດ​ເປັນ​ເລື່ອງ​ຍາກ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ເຮົາ​ທຸກ​ຄົນ​ພະຍາຍາມ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ໃນ​ວຽກ​ປະກາດ. ໃນ​ບາງ​ປະເທດ​ມັນ​ບໍ່​ຍາກ​ທີ່​ຈະ​ເຮັດ​ແບບ​ນັ້ນ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ມີ​ຄົນ​ສົນ​ໃຈ​ທີ່​ຈະ​ສຶກສາ​ຄຳພີ​ໄບເບິນ​ຫຼາຍ​ຈົນ​ວ່າ​ຕ້ອງ​ໄດ້​ຕໍ່​ຄິວ​ລໍ​ຖ້າ. ແຕ່​ບາງ​ເຂດ​ກໍ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ຍ້ອນ​ບໍ່​ຄ່ອຍ​ພົບ​ຄົນ​ຢູ່​ເຮືອນ ແລະ​ເຖິງ​ວ່າ​ມີ​ຄົນ​ຢູ່​ເຮືອນ​ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຄ່ອຍ​ສົນ​ໃຈ​ຄຳພີ​ໄບເບິນ.

4 ຖ້າ​ເຈົ້າ​ຢູ່​ໃນ​ເຂດ​ທີ່​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຈິ​ຄົນ​ສົນ​ໃຈ ຄຳ​ແນະນຳ​ໃນ​ບົດ​ຄວາມ​ນີ້​ຊ່ວຍ​ເຈົ້າ​ໄດ້. ເຮົາ​ຈະ​ມາ​ເບິ່ງ​ວິທີ​ທີ່​ຈະ​ພົບ​ຄົນ​ຫຼາຍ​ຂຶ້ນ​ໃນ​ເຂດ​ປະກາດ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຢູ່​ສະເໝີ​ເຖິງ​ວ່າ​ຄົນ​ຈະ​ຟັງ​ສິ່ງ​ທີ່​ເຮົາ​ປະກາດ​ຫຼື​ບໍ່​ກໍ​ຕາມ.

ໃຫ້​ຄິດ​ໃນ​ແງ່​ບວກ​ເຖິງ​ວ່າ​ບໍ່​ເຈິ​ຄົນ​ຕອນ​ທີ່​ໄປ​ປະກາດ

5. ພີ່ນ້ອງ​ໄດ້​ເຈິ​ບັນຫາ​ຫຍັງ​ແດ່​ໃນ​ເຂດ​ປະກາດ?

5 ພີ່ນ້ອງ​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ນັບ​ມື້​ນັບ​ຍາກ​ທີ່​ຈະ​ພົບ​ຄົນ​ຢູ່​ເຮືອນ. ພີ່ນ້ອງ​ບາງ​ຄົນ​ຢູ່​ໃນ​ເຂດ​ທີ່​ມີ​ອາພາດເມັນ​ເຊິ່ງ​ມີ​ຄວາມ​ປອດໄພ​ແໜ້ນ​ໜາ ແລະ​ຍາກ​ທີ່​ຈະ​ເຂົ້າ​ເຖິງ​ໄດ້. ມີ​ຄົນ​ຍາມ​ທີ່​ບໍ່​ອະນຸຍາດ​ໃຫ້​ໃຜ​ເຂົ້າ​ໄປ​ຖ້າ​ບໍ່​ໄດ້​ຮັບ​ເຊີນ​ຈາກ​ເຈົ້າ​ຂອງ​ເຮືອນ. ສ່ວນ​ບາງ​ເຂດ​ພີ່ນ້ອງ​ສາມາດ​ໄປ​ປະກາດ​ຕາມ​ເຮືອນ​ໄດ້ ແຕ່​ພົບ​ຄົນ​ທີ່​ຢູ່​ເຮືອນ​ບໍ່​ຫຼາຍ​ປານ​ໃດ. ສ່ວນ​ພີ່ນ້ອງ​ຄົນ​ອື່ນໆ​ຕ້ອງ​ເດີນ​ທາງ​ໄກ​ເພື່ອ​ຈະ​ຊອກ​ຫາ​ຄົນ​ສົນ​ໃຈ ແຕ່​ບາງ​ເທື່ອ​ກໍ​ບໍ່​ພົບ​ໃຜ​ຢູ່​ເຮືອນ​ຊ້ຳ. ຖ້າ​ເຮົາ​ປະກາດ​ໃນ​ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ແບບ​ນີ້ ຂໍ​ໃຫ້​ເຮົາ​ບໍ່​ທໍ້​ຖອຍ. ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສາມາດ​ປະກາດ​ໃນ​ເຂດ​ແບບ​ນີ້​ໄດ້?

6. ຜູ້​ປະກາດ​ຄື​ກັບ​ຄົນ​ຫາ​ປາ​ແນວ​ໃດ?

6 ພະ​ເຢຊູ​ປຽບ​ທຽບ​ວຽກ​ປະກາດ​ຄື​ກັບ​ວຽກ​ຫາ​ປາ. (ມຣກ. 1:17) ບາງ​ເທື່ອ​ຄົນ​ຫາ​ປາ​ອາດ​ຕ້ອງ​ໃຊ້​ເວລາ​ໝົດ​ມື້ ແຕ່​ເຂົາ​ເຈົ້າ​ກໍ​ຈັບ​ປາ​ບໍ່​ໄດ້​ຈັກ​ໂຕ. ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ທໍ້​ໃຈ. ເຂົາ​ເຈົ້າ​ໄດ້​ປ່ຽນ​ວິທີ​ໃໝ່​ເຊັ່ນ: ປ່ຽນ​ເວລາ ປ່ຽນ​ສະຖານ​ທີ່ ແລະ​ປ່ຽນ​ວິທີ​ຫາ​ປາ. ເຮົາ​ກໍ​ສາມາດ​ປ່ຽນ​ວິທີ​ປະກາດ​ຂອງ​ເຮົາ​ໄດ້​ຄື​ກັນ. ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ແນະນຳ​ຕໍ່​ໄປ​ນີ້.

ເມື່ອ​ປະກາດ​ໃນ​ເຂດ​ທີ່​ບໍ່​ຄ່ອຍ​ມີ​ຄົນ​ຢູ່​ເຮືອນ ໃຫ້​ປ່ຽນ​ເວລາ​ປະກາດ ປ່ຽນ​ບ່ອນ​ປະກາດ ແລະ​ປ່ຽນ​ວິທີ​ໃໝ່ໆ​ໃນ​ວຽກ​ປະກາດ. (ເບິ່ງ​ຂໍ້ 7-10) *

7. ມີ​ຜົນ​ດີ​ແນວ​ໃດ​ເມື່ອ​ປ່ຽນ​ເວລາ​ປະກາດ?

7 ປ່ຽນ​ເວລາ​ໄປ​ຫາ​ຜູ້​ຄົນ. ເພື່ອ​ເຮົາ​ຈະ​ໄດ້​ພົບ​ຄົນ​ຫຼາຍ​ຂຶ້ນ ເຮົາ​ຕ້ອງ​ໄປ​ປະກາດ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ຢູ່​ເຮືອນ ເພາະ​ວ່າ​ທຸກ​ຄົນ​ກໍ​ຕ້ອງ​ໄດ້​ກັບ​ມາ​ເຮືອນ​ບໍ່​ເວລາ​ໃດ​ກໍ​ເວລາ​ໜຶ່ງ. ພີ່ນ້ອງ​ບາງ​ຄົນ​ໄປ​ປະກາດ​ຕອນ​ສວາຍ​ຫຼື​ຕອນ​ແລງ​ເພື່ອ​ຈະ​ໄດ້​ພົບ​ຄົນ​ຫຼາຍ​ຂຶ້ນ ເຊິ່ງ​ໃນ​ຕອນ​ນັ້ນ​ເຈົ້າ​ຂອງ​ເຮືອນ​ອາດ​ຮູ້ສຶກ​ສະບາຍ​ໃຈ​ແລະ​ພ້ອມ​ທີ່​ຈະ​ລົມ​ກັບ​ເຮົາ. ມີ​ຄຳ​ແນະນຳ​ທີ່​ດີ​ຈາກ​ຜູ້​ດູ​ແລ​ຄົນ​ໜຶ່ງ​ທີ່​ຊື່​ເດວິດ​ບອກ​ວ່າ ຫຼັງ​ຈາກ​ປະກາດ​ໃນ​ເຂດ​ນັ້ນ​ມາໄລ​ຍະ​ໜຶ່ງ ລາວ​ກັບ​ໝູ່​ກໍ​ໄດ້​ກັບ​ໄປ​ເຮືອນ​ທີ່​ບໍ່​ມີ​ຄົນ​ຢູ່​ໃນ​ຕອນ​ທຳອິດ. ລາວ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ແປກ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ມີ​ຫຼາຍ​ຄົນ​ຢູ່​ເຮືອນ​ເມື່ອ​ຂ້ອຍ​ກັບ​ໄປ​ເທື່ອ​ທີ​ສອງ.” *

ເມື່ອ​ປະກາດ​ໃນ​ເຂດ​ທີ່​ບໍ່​ຄ່ອຍ​ມີ​ຄົນ​ຢູ່​ເຮືອນ ໃຫ້​ປ່ຽນ​ເວລາ​ປະກາດ. (ເບິ່ງ​ຂໍ້ 7-8)

8. ເຮົາ​ຈະ​ໃຊ້​ຄຳ​ແນະນຳ​ທີ່​ຢູ່​ໃນ​ຜູ້​ເທສະໜາ​ປ່າວ​ປະກາດ 11:6 ໃນ​ວຽກ​ປະກາດ​ຂອງ​ເຮົາ​ແນວ​ໃດ?

8 ຂໍ້​ພະ​ຄຳພີ​ຫຼັກ​ຂອງ​ບົດ​ຄວາມ​ນີ້​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຢູ່​ສະເໝີ​ໃນ​ວຽກ​ປະກາດ. (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 11:6) ພີ່ນ້ອງ​ເດວິດ​ທີ່​ເວົ້າເຖິງ​ກ່ອນ​ໜ້າ​ນີ້​ບໍ່​ທໍ້​ຖອຍ​ໃນ​ວຽກ​ປະກາດ. ລາວ​ໄດ້​ພະຍາຍາມ​ກັບ​ໄປ​ເຮືອນ​ຫຼັງ​ໜຶ່ງ​ຫຼາຍ​ເທື່ອ​ເຊິ່ງ​ໃນ​ທີ່​ສຸດ​ລາວ​ກໍ​ພົບ​ເຈົ້າ​ຂອງ​ເຮືອນ​ທີ່​ສົນ​ໃຈ​ເລື່ອງ​ໃນ​ຄຳພີ​ໄບເບິນ. ເຈົ້າ​ຂອງ​ເຮືອນ​ຄົນ​ນັ້ນ​ເວົ້າ​ວ່າ: “ຂ້ອຍ​ຢູ່​ນີ້​ໄດ້ 8 ປີ​ແລ້ວ ແຕ່​ກໍ​ບໍ່​ເຄີຍ​ເຫັນ​ພະຍານ​ພະ​ເຢໂຫວາ​ຈັກ​ຄົນ​ມາ​ເຮືອນ​ຂ້ອຍ.” ເດວິດ​ເວົ້າ​ວ່າ: “ເມື່ອ​ເຮົາ​ພະຍາຍາມ​ໄປ​ຫາ​ຄົນ​ຢູ່​ເຮືອນ ສ່ວນ​ຫຼາຍ​ແລ້ວ​ເຂົາ​ເຈົ້າ​ມັກ​ຟັງ​ສິ່ງ​ທີ່ເຮົາ​ປະກາດ.”

ເມື່ອ​ປະກາດ​ໃນ​ເຂດ​ທີ່​ບໍ່​ຄ່ອຍ​ມີ​ຄົນ​ຢູ່​ເຮືອນ ປ່ຽນ​ບ່ອນ​ປະກາດ. (ເບິ່ງ​ຂໍ້ 9)

9. ຜູ້​ປະກາດ​ບາງ​ຄົນ​ໄດ້​ເຮັດ​ແນວ​ໃດ​ເພື່ອ​ຈະ​ພົບ​ກັບ​ຄົນ​ທີ່​ຢູ່​ໃນ​ບ່ອນ​ທີ່​ເຂົ້າ​ຫາ​ໄດ້​ຍາກ?

9 ປ່ຽນ​ບ່ອນ​ປະກາດ. ເພື່ອ​ຈະ​ພົບ​ຄົນ​ທີ່​ບໍ່​ຄ່ອຍ​ຢູ່​ເຮືອນ ຜູ້​ປະກາດ​ບາງ​ຄົນ​ໄດ້​ປ່ຽນ​ບ່ອນ​ປະກາດ. ຕົວຢ່າງ​ເຊັ່ນ ເຂົາ​ເຈົ້າ​ປະກາດ​ຢູ່​ແຄມ​ທາງ​ໂດຍ​ໃຊ້​ລໍ້​ວາງ​ສະແດງ​ປຶ້ມ ເຊິ່ງ​ເປັນ​ວິທີ​ທີ່​ດີ​ທີ່​ຈະ​ປະກາດ​ກັບ​ຄົນ​ທີ່​ຢູ່​ໃນ​ອາພາດເມັນ​ທີ່​ເຂົ້າ​ເຖິງ​ບໍ່​ໄດ້. ດັ່ງ​ນັ້ນ ໂດຍ​ວິທີ​ນີ້​ຜູ້​ປະກາດ​ສາມາດ​ພົບ​ກັບ​ຄົນ​ທີ່​ເຂົາ​ເຈົ້າ​ເຂົ້າ​ຫາ​ໄດ້​ຍາກ. ຜູ້​ປະກາດ​ຫຼາຍ​ຄົນ​ສັງເກດ​ເຫັນ​ວ່າ ຄົນ​ສ່ວນ​ຫຼາຍ​ພ້ອມ​ທີ່​ຈະ​ລົມ​ແລະ​ຮັບ​ເອົາ​ປຶ້ມ​ຕ່າງໆ​ຂອງ​ເຮົາ​ເມື່ອ​ເຂົາ​ເຈົ້າ​ຢູ່​ນອກ​ເຮືອນ​ເຊັ່ນ ຢູ່​ບ່ອນ​ເຮັດ​ວຽກ ຢູ່​ຕະຫຼາດ ແລະ​ຢູ່​ແຄມ​ທາງ. ຜູ້​ດູ​ແລ​ໝວດ​ຄົນ​ໜຶ່ງ​ຊື່​ໂຟຼຣັນ​ຢູ່​ໂບລີວີ​ບອກ​ວ່າ: “ເຮົາ​ໄປ​ປະກາດ​ຢູ່​ຕະຫຼາດ​ຫຼື​ຢູ່​ເຂດ​ທຸລະກິດ​ຕອນ​ສວາຍ​ປະມານ 1-3 ໂມງ​ເຊິ່ງ​ເປັນ​ຕອນ​ທີ່​ເຂົາ​ເຈົ້າ​ບໍ່​ຄາ​ວຽກ. ສະນັ້ນ ເຮົາ​ຈຶ່ງ​ມີ​ໂອກາດ​ລົມ​ກັບ​ເຂົາ​ເຈົ້າ ແລະ​ບາງ​ເທື່ອ​ໄດ້​ເລີ່ມ​ນຳ​ການ​ສຶກສາ.”

ເມື່ອ​ປະກາດ​ໃນ​ເຂດ​ທີ່​ບໍ່​ຄ່ອຍ​ມີ​ຄົນ​ຢູ່​ເຮືອນ ປ່ຽນ​ວິທີ​ໃໝ່ໆ​ໃນ​ວຽກ​ປະກາດ. (ເບິ່ງ​ຂໍ້ 10)

10. ມີ​ວິທີ​ໃດ​ແດ່​ເພື່ອ​ຈະ​ໄດ້​ພົບ​ກັບ​ຄົນ​ທີ່​ຢູ່​ໃນ​ເຂດ​ປະກາດ?

10 ໃຊ້​ວິທີ​ປະກາດ​ແບບ​ໃໝ່. ສົມມຸດ​ວ່າ​ເຈົ້າ​ໄດ້​ພະຍາຍາມ​ຫຼາຍ​ເທື່ອ​ແລ້ວ​ເພື່ອ​ຈະ​ໄປ​ພົບ​ໃຜ​ຜູ້​ໜຶ່ງ. ເຈົ້າ​ໄດ້​ປ່ຽນ​ເວລາ​ແລ້ວ ແຕ່​ກໍ​ຍັງ​ບໍ່​ພົບ​ລາວ​ຢູ່​ເຮືອນ. ຄັນ​ຊັ້ນ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຕິດ​ຕໍ່​ກັບ​ລາວ​ໄດ້? ພີ່ນ້ອງ​ຄາຕາຣິນາ​ເວົ້າ​ວ່າ: “ຂ້ອຍ​ໄດ້​ຂຽນ​ຈົດ​ໝາຍ​ໄປ​ຫາ​ຜູ້​ທີ່​ຂ້ອຍ​ບໍ່​ພົບ​ຢູ່​ເຮືອນ. ໃນ​ຈົດ​ໝາຍ​ນັ້ນ​ຂ້ອຍ​ຂຽນ​ກ່ຽວ​ກັບ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ​ກັບ​ລາວ.” ບົດຮຽນ​ສຳລັບ​ເຮົາ​ກໍ​ຄື ເຮົາ​ຕ້ອງ​ພະຍາຍາມ​ພົບ​ທຸກ​ຄົນ​ໃນ​ເຂດ​ປະກາດ​ບໍ່​ວ່າ​ຈະ​ໃຊ້​ວິທີ​ໃດ​ກໍ​ຕາມ.

ໃຫ້​ຄິດ​ໃນ​ແງ່​ບວກ​ສະເໝີ​ເຖິງ​ວ່າ​ຄົນ​ບໍ່​ສົນ​ໃຈ

11. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ບໍ່​ສົນ​ໃຈ​ສິ່ງ​ທີ່​ເຮົາ​ປະກາດ?

11 ບາງ​ຄົນ​ບໍ່​ສົນ​ໃຈ​ສິ່ງ​ທີ່​ເຮົາ​ປະກາດ. ເຂົາ​ເຈົ້າ​ຄິດ​ວ່າ​ການ​ເຊື່ອ​ໃນ​ພະເຈົ້າ​ຫຼື​ຄຳພີ​ໄບເບິນ​ບໍ່​ໄດ້​ຊ່ວຍ​ຫຍັງ. ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ ຍ້ອນ​ວ່າ​ມີ​ຄວາມ​ທຸກ​ແລະ​ຄວາມ​ຊົ່ວ​ຮ້າຍ​ຫຼາຍ​ໃນ​ໂລກ. ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ຄຳພີ​ໄບເບິນ ຍ້ອນ​ເຂົາ​ເຈົ້າ​ເຫັນ​ຄວາມ​ໜ້າ​ຊື່​ໃຈ​ຄົດ​ຂອງ​ພວກ​ຫົວ​ໜ້າ​ສາສະໜາ. ສ່ວນ​ຄົນ​ອື່ນໆ​ກໍ​ວຸ່ນ​ຢູ່​ກັບ​ວຽກ​ອາຊີບ ຄອບຄົວ ຫຼື​ບັນຫາ​ອື່ນໆ​ຈົນ​ບໍ່​ເຫັນ​ວ່າ​ຄຳພີ​ໄບເບິນ​ຈະ​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໄດ້. ເຮົາ​ຈະ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຕໍ່ໆ​ໄປ​ໄດ້​ແນວ​ໃດ​ເມື່ອ​ຄົນ​ບໍ່​ເຫັນ​ຄ່າ​ສິ່ງ​ທີ່​ເຮົາ​ປະກາດ?

12. ຄຳ​ແນະນຳ​ທີ່​ຢູ່​ໃນ​ຟີລິບປອຍ 2:4 ຊ່ວຍ​ເຮົາ​ແນວ​ໃດ​ໃນ​ວຽກ​ປະກາດ?

12 ສະແດງ​ຄວາມ​ສົນ​ໃຈ​ຕໍ່​ຜູ້​ທີ່​ເຮົາ​ປະກາດ​ນຳ. ຫຼາຍ​ຄົນ​ບໍ່​ສົນ​ໃຈ​ສິ່ງ​ທີ່​ເຮົາ​ປະກາດ​ໃນ​ຕອນ​ທຳອິດ ແຕ່​ເມື່ອ​ເວລາ​ຜ່ານ​ໄປ​ເຂົາ​ເຈົ້າ​ໄດ້​ປ່ຽນ​ມາ​ສົນ​ໃຈ ຍ້ອນ​ເຂົາເຈົ້າ​ເຫັນ​ວ່າ​ເຮົາ​ເປັນ​ຫ່ວງ​ເຂົາ​ເຈົ້າ​ແທ້ໆ. (ອ່ານ​ຟີລິບປອຍ 2:4) ພີ່ນ້ອງ​ເດວິດ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ເມື່ອ​ບາງ​ຄົນ​ບອກ​ວ່າ​ບໍ່​ສົນ​ໃຈ​ສິ່ງ​ທີ່​ເຮົາ​ປະກາດ ເຮົາ​ກໍ​ມ້ຽນ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆ​ແລ້ວ​ເວົ້າ​ວ່າ: ‘ຂ້ອຍ​ຂໍ​ຖາມ​ໄດ້​ບໍ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ?’” ຫຼາຍ​ຄົນ​ບໍ່​ຈື່​ສິ່ງ​ທີ່​ເຮົາ​ເວົ້າ ແຕ່​ຈື່​ວິທີ​ທີ່​ເຮົາ​ປະຕິບັດ​ກັບ​ເຂົາ​ເຈົ້າ. ເຖິງ​ວ່າ​ບາງ​ຄົນ​ຈະ​ບໍ່​ໃຫ້​ເຮົາ​ເວົ້າ​ກ່ຽວ​ກັບ​ຂ່າວ​ດີ ແຕ່​ເຮົາ​ກໍ​ສາມາດ​ສະແດງ​ວ່າ​ເຮົາ​ເປັນ​ຫ່ວງ​ເຂົາ​ເຈົ້າ​ໂດຍ​ການ​ຍິ້ມ​ແລະ​ສະແດງ​ຄວາມ​ເປັນ​ມິດ​ຕໍ່​ເຂົາ​ເຈົ້າ.

13. ເຮົາ​ອາດ​ປ່ຽນ​ເລື່ອງ​ທີ່​ເຮົາ​ຈະ​ເວົ້າ​ແນວ​ໃດ​ເພື່ອ​ຊ່ວຍ​ຜູ້​ຟັງ​ໃຫ້​ສົນ​ໃຈ​ຫຼາຍ​ຂຶ້ນ?

13 ເຮົາ​ສະແດງ​ຄວາມ​ສົນ​ໃຈ​ຕໍ່​ຜູ້​ທີ່​ເຮົາ​ລົມ​ນຳ​ໂດຍ​ປ່ຽນ​ເລື່ອງ​ທີ່​ຈະ​ເວົ້າ. ຕົວຢ່າງ​ເຊັ່ນ ຖ້າ​ເຮົາ​ເຫັນ​ບາງ​ສິ່ງ​ທີ່​ສະແດງ​ວ່າ​ເຮືອນ​ນັ້ນ​ມີ​ເດັກ​ນ້ອຍ ເຮົາ​ອາດ​ຈະ​ລົມ​ກັບ​ພໍ່​ແມ່​ກ່ຽວ​ກັບ​ວິທີ​ການ​ລ້ຽງ​ລູກ ຫຼື​ວິທີ​ທີ່​ຈະ​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ຫຼື​ຖ້າ​ເຮົາ​ສັງເກດ​ເຫັນ​ວ່າ​ປະຕູ​ເຮືອນ​ນັ້ນ​ມີ​ລັອກ​ຫຼາຍ​ຊັ້ນ ເຮົາ​ອາດ​ຈະ​ເວົ້າ​ກ່ຽວ​ກັບ​ພວກ​ຂີ້​ລັກ​ງັດ​ແງະ ຫຼື​ສິ່ງ​ທີ່​ຄ້າຍໆ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ ແລະ​ເຂົາ​ເຈົ້າ​ອາດ​ຢາກ​ຈະ​ຮູ້​ວິທີ​ແກ້ໄຂ​ບັນຫາ​ທັງ​ໝົດ​ນີ້. ບໍ່​ວ່າ​ເຮົາ​ຈະ​ເວົ້າ​ເລື່ອງ​ຫຍັງ​ກໍ​ຕາມ ໃຫ້​ເຮົາ​ພະຍາຍາມ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ວ່າ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຂົາ​ເຈົ້າ​ໄດ້. ຄາຕາຣິນາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ເມື່ອ​ຂ້ອຍ​ເຫັນ​ວ່າ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ຊີວິດ​ຂອງ​ຂ້ອຍ ຂ້ອຍ​ກໍ​ຈະ​ເວົ້າ​ອອກ​ມາ​ດ້ວຍ​ຄວາມ​ໝັ້ນ​ໃຈ​ແລ້ວ​ເຮັດ​ໃຫ້​ຄົນ​ທີ່​ຂ້ອຍ​ລົມ​ນຳ​ຢາກ​ຟັງ​ສິ່ງ​ທີ່​ຂ້ອຍ​ປະກາດ​ຫຼາຍ​ຂຶ້ນ.”

14. ຕາມ​ສຸພາສິດ 27:17 ຜູ້​ທີ່​ໄປ​ປະກາດ​ນຳ​ກັນ​ຈະ​ຊ່ວຍ​ກັນ​ແນວ​ໃດ?

14 ໄດ້​ປະໂຫຍດ​ຈາກ​ຄົນ​ອື່ນ. ໃນ​ສະຕະວັດ​ທຳອິດ​ໂປໂລ​ໄດ້​ສອນ​ຕີໂມທຽວ​ໃຫ້​ຮູ້​ວິທີ​ປະກາດ​ແລະ​ສອນ. ແລະ​ລາວ​ຍັງ​ໄດ້​ແນະນຳ​ຕີໂມທຽວ​ໃຫ້​ໃຊ້​ວິທີ​ນັ້ນ​ເພື່ອ​ຊ່ວຍ​ຄົນ​ອື່ນ. (1 ກຣ. 4:17) ເຮົາ​ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ພີ່ນ້ອງ​ໃນ​ປະຊາຄົມ​ທີ່​ມີ​ປະສົບການ​ຄື​ກັບ​ທີ່​ຕີໂມທຽວ​ໄດ້​ຮັບ​ປະໂຫຍດ​ຈາກ​ໂປໂລ. (ອ່ານ​ສຸພາສິດ 27:17) ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຊອນ. ລາວ​ເປັນ​ໄພໂອເນຍ​ຢູ່​ໃນ​ເຂດ​ທີ່​ມີ​ປະຊາຊົນ​ບໍ່​ໜາ​ແໜ້ນ​ເຊິ່ງ​ເຂົາ​ເຈົ້າ​ພໍ​ໃຈ​ໃນ​ສາສະໜາ​ຂອງ​ຕົວ​ເອງ. ລາວ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ບໍ່​ທໍ້​ຖອຍ​ໃນ​ວຽກ​ປະກາດ? ລາວ​ບອກ​ວ່າ: “ທຸກ​ຄັ້ງ​ທີ່​ຂ້ອຍ​ໄປ​ປະກາດ ຂ້ອຍ​ຈະ​ພະຍາຍາມ​ໄປ​ກັບ​ພີ່ນ້ອງ​ຄົນ​ອື່ນ. ຕອນ​ທີ່​ເດີນ​ທາງ​ຈາກ​ເຮືອນ​ແຕ່​ລະ​ຫຼັງ​ເຮົາ​ຈະ​ລົມ​ກັນ​ກ່ຽວ​ກັບ​ວິທີ​ປັບ​ປຸງ​ການ​ສອນ​ເຊັ່ນ ເຮົາ​ອາດ​ຈະ​ທົບ​ທວນ​ສິ່ງ​ທີ່​ເຮົາ​ໄດ້​ລົມ​ກັບ​ເຈົ້າ​ຂອງ​ເຮືອນ​ຫຼັງ​ກ່ອນ. ເພື່ອ​ຈະ​ຮູ້​ວ່າ​ເຮົາ​ຈະ​ເວົ້າ​ແນວ​ໃດ​ເມື່ອ​ເວົ້າ​ກ່ຽວ​ກັບ​ເລື່ອງ​ນັ້ນ​ອີກ​ເທື່ອ​ໜ້າ.”

15. ເປັນ​ຫຍັງ​ການ​ອະທິດຖານ​ຈຶ່ງ​ສຳຄັນ​ໃນ​ວຽກ​ປະກາດ?

15 ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ໃຫ້​ເຮົາ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ທຸກ​ຄັ້ງ​ທີ່​ເຮົາ​ໄປ​ປະກາດ. ຖ້າ​ບໍ່​ມີ​ພະລັງ​ບໍລິສຸດ​ຊ່ວຍ ເຮົາ​ຈະ​ເຮັດ​ວຽກ​ໃຫ້​ສຳເລັດ​ບໍ່​ໄດ້. (ເພງ. 127:1; ລກ. 11:13) ເມື່ອ​ເຮົາ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ໃຫ້​ເຮົາ​ເວົ້າ​ເຈາະ​ຈົງ​ເຊັ່ນ ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຈິ​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ແລະ​ພ້ອມ​ທີ່​ຈະ​ຟັງ. ຈາກ​ນັ້ນ​ໃຫ້​ເຮັດ​ຕາມ​ຄຳ​ອະທິດຖານ​ໂດຍ​ປະກາດ​ກັບ​ທຸກ​ຄົນ​ທີ່​ເຮົາ​ເຈິ.

16. ເປັນ​ຫຍັງ​ການ​ສຶກສາ​ສ່ວນ​ຕົວ​ຈຶ່ງ​ສຳຄັນ​ຕໍ່​ວຽກ​ປະກາດ?

16 ຈັດ​ເວລາ​ສຶກສາ​ສ່ວນ​ຕົວ. ຄຳພີ​ໄບເບິນ​ບອກ​ວ່າ “ກວດ​ເບິ່ງ​ຈົນ​ແນ່​ໃຈ​ວ່າ​ອັນ​ໃດ​ແມ່ນ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ພວກ​ເຮົາ​ເຮັດ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ ສົມບູນ ແລະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ.” (ຣມ. 12:2) ເມື່ອ​ເຮົາ​ສຶກສາ​ສ່ວນ​ຕົວ ເຮົາ​ກໍ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຈາກ​ນັ້ນ ເມື່ອ​ເຮົາ​ໄປ​ປະກາດ ເຮົາ​ຈະ​ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ. ຄາຕາຣິນາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ເມື່ອ​ບໍ່​ດົນ​ມາ​ນີ້​ຂ້ອຍ​ເຫັນ​ວ່າ ຂ້ອຍ​ຕ້ອງ​ມີ​ຄວາມ​ເຊື່ອ​ກ່ຽວ​ກັບ​ຄວາມ​ຮູ້​ພື້ນຖານ​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ສຶກສາ​ຄົ້ນ​ຄວ້າ​ຢ່າງ​ລະອຽດ​ເພື່ອ​ຈະ​ໝັ້ນ​ໃຈ​ວ່າ​ມີ​ຜູ້​ສ້າງ​ແທ້ ພະເຈົ້າ​ເປັນ​ຜູ້​ໃຫ້​ຂຽນ​ຄຳພີ​ໄບເບິນ ແລະ​ພະເຈົ້າ​ມີ​ອົງການ​ຢູ່​ໃນ​ໂລກ​ນີ້.” ຄາຕາຣິນາ​ເວົ້າ​ວ່າ​ການ​ສຶກສາ​ສ່ວນ​ຕົວ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ວຽກ​ປະກາດ.

ເປັນ​ຫຍັງ​ເຮົາ​ຕ້ອງ​ຄິດ​ໃນ​ແງ່​ບວກ​ຕໍ່ໆ​ໄປ​ໃນ​ວຽກ​ປະກາດ?

17. ເປັນ​ຫຍັງ​ພະ​ເຢຊູ​ຍັງ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຕໍ່ໆ​ໄປ​ໃນ​ວຽກ​ປະກາດ?

17 ພະ​ເຢຊູ​ຍັງ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຕໍ່ໆ​ໄປ​ເຖິງ​ວ່າ​ຫຼາຍ​ຄົນ​ບໍ່​ສົນ​ໃຈ​ສິ່ງ​ທີ່​ເພິ່ນ​ເວົ້າ. ຍ້ອນ​ຫຍັງ​ເພິ່ນ​ຍັງ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຕໍ່​ໄປ​ໄດ້? ຍ້ອນ​ເພິ່ນ​ຮູ້​ວ່າ​ຫຼາຍ​ຄົນ​ຈຳເປັນ​ຕ້ອງ​ຮູ້ຈັກ​ຄຳ​ສອນ​ໃນ​ພະ​ຄຳພີ ແລະ​ເພິ່ນ​ກໍ​ຢາກ​ຊ່ວຍ​ຫຼາຍ​ຄົນ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃຫ້​ຮູ້ຈັກ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ແລະ​ເພິ່ນ​ຍັງ​ຮູ້​ວ່າ​ບາງ​ຄົນ​ທີ່​ບໍ່​ສົນ​ໃຈ​ໃນ​ຕອນ​ທຳອິດ ໃນ​ທີ່​ສຸດ​ເຂົາ​ເຈົ້າ​ຈະ​ຟັງ. ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃນ​ຄອບຄົວ​ຂອງ​ເພິ່ນ​ເອງ. ໃນ​ລະຫວ່າງ 3 ປີ​ເຄິ່ງ​ທີ່​ເພິ່ນ​ປະກາດ​ບໍ່​ມີ​ນ້ອງ​ຂອງ​ເພິ່ນ​ຈັກ​ຄົນ​ເຂົ້າ​ມາ​ເປັນ​ລູກສິດ. (ຢຮ. 7:5) ແຕ່​ຫຼັງ​ຈາກ​ທີ່​ເພິ່ນ​ຄືນ​ມາ​ຈາກ​ຕາຍ ເຂົາ​ເຈົ້າ​ຈຶ່ງ​ເຂົ້າ​ມາ​ເປັນ​ລູກສິດ.—ກຈກ. 1:14

18. ເປັນ​ຫຍັງ​ເຮົາ​ຈຶ່ງ​ປະກາດ​ຕໍ່ໆ​ໄປ?

18 ເຮົາ​ບໍ່​ຮູ້​ວ່າ​ສຸດ​ທ້າຍ​ແລ້ວ​ຈະ​ມີ​ຈັກ​ຄົນ​ທີ່​ຈະ​ຍອມ​ຮັບ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. ບາງ​ຄົນ​ອາດ​ຕ້ອງ​ໃຊ້​ເວລາ​ດົນ​ເພື່ອ​ຈະ​ຟັງ​ສິ່ງ​ທີ່​ເຮົາ​ປະກາດ. ເຖິງ​ວ່າ​ບາງ​ຄົນ​ທີ່​ບໍ່​ຢາກ​ຟັງ​ສິ່ງ​ທີ່​ເຮົາ​ປະກາດ ແຕ່​ເມື່ອ​ເຂົາ​ເຈົ້າ​ສັງເກດ​ເຫັນ​ການ​ປະພຶດ​ທີ່​ດີ​ຂອງ​ເຮົາ​ຫຼື​ເຫັນ​ວ່າ​ເຮົາ​ມີຄວາມ​ຄິດ​ໃນ​ແງ່​ບວກ ໃນ​ທີ່​ສຸດ​ເຂົາ​ເຈົ້າ​ອາດ​ສົນ​ໃຈແລະ​ມາ “ຍ້ອງ​ຍໍ​ສັນລະເສີນ​ພະເຈົ້າ.”—1 ປຕ. 2:12

19. ຕາມ 1 ໂກຣິນໂທ 3:6, 7 ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້?

19 ເຖິງ​ວ່າ​ເຮົາ​ຈະ​ເປັນ​ຄົນ​ປູກ​ແລະ​ຮົດ​ນ້ຳ ແຕ່​ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະເຈົ້າ​ເປັນ​ຜູ້​ເຮັດ​ໃຫ້​ເຕີບ​ໃຫຍ່. (ອ່ານ 1 ໂກຣິນໂທ 3:6, 7) ພີ່ນ້ອງ​ຊາຍ​ທີ່​ຊື່​ເກຕາຮຸນ​ຢູ່​ເອທິໂອປີ​ບອກ​ວ່າ: “ຂ້ອຍ​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ດຽວ​ທີ່​ຢູ່​ໃນ​ເຂດ​ທີ່​ບໍ່​ມີ​ໃຜ​ມາ​ປະກາດ​ຫຼາຍ​ກວ່າ 20 ປີ. ແຕ່​ປັດຈຸບັນ​ມີ​ຜູ້​ປະກາດ​ທັງ​ໝົດ 14 ຄົນ. 13 ຄົນ​ທີ່​ຮັບ​ບັບເຕມາ​ແລ້ວ​ມີ​ເມຍ​ກັບ​ລູກ​ຂອງ​ຂ້ອຍ​ອີກ 3 ຄົນ. ຕອນ​ນີ້​ຜູ້​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ​ມີ 32 ຄົນ.” ເກຕາຮຸນ​ດີ​ໃຈ​ຫຼາຍ​ທີ່​ໄດ້​ພະຍາຍາມ​ປະກາດ​ຕໍ່ໆ​ໄປ​ແລະ​ລໍ​ຖ້າ​ຢ່າງ​ອົດ​ທົນ​ເພື່ອ​ໃຫ້​ພະ​ເຢໂຫວາ​ຊັກ​ນຳ​ຄົນ​ທີ່​ມີຫົວໃຈ​ທີ່​ດີ​ເຂົ້າ​ມາ​ໃນ​ອົງການ​ຂອງ​ເພິ່ນ!—ຢຮ. 6:44

20. ເຮົາ​ເປັນ​ຄື​ກັບ​ທີມ​ງານ​ໜ່ວຍ​ກູ້​ໄພ​ແນວ​ໃດ?

20 ພະ​ເຢໂຫວາ​ຖື​ວ່າ​ມະນຸດ​ທຸກ​ຄົນ​ມີ​ຄ່າ. ເພິ່ນ​ໃຫ້​ກຽດ​ເຮົາ​ໂດຍ​ໃຫ້​ເຮົາ​ເຮັດ​ວຽກ​ຮ່ວມ​ກັບ​ລູກ​ຊາຍ​ຂອງ​ເພິ່ນ​ເພື່ອ​ເຕົ້າ​ໂຮມ​ຄົນ​ຈາກ​ຫຼາຍ​ປະເທດ​ໃຫ້​ເຂົ້າ​ມາ​ໃນ​ອົງການ​ຂອງ​ເພິ່ນ​ກ່ອນ​ຈຸດ​ຈົບ​ຂອງ​ໂລກ​ນີ້​ຈະ​ມາ​ເຖິງ. (ອເກ. 2:7) ວຽກ​ປະກາດ​ຂອງ​ເຮົາ​ເປັນ​ຄື​ກັບ​ທີມ​ງານ​ໜ່ວຍ​ກູ້​ໄພ ແລະ​ເຮົາ​ເປັນ​ຄື​ກັບ​ສະມາຊິກ​ຂອງ​ທີມ​ງານ​ໜ່ວຍ​ກູ້​ໄພ​ທີ່​ຖືກ​ສົ່ງ​ໄປ​ຊ່ວຍ​ຄົນ​ທີ່​ຕິດ​ຢູ່​ໃນ​ຖ້ຳ. ເຖິງ​ວ່າ​ເຮົາ​ຈະ​ບໍ່​ສາມາດ​ຊ່ວຍ​ທຸກ​ຄົນ​ທີ່​ຕິດ​ຢູ່​ໃນ​ຖ້ຳ​ໄດ້ ແຕ່​ວຽກ​ທີ່​ທຸກ​ຄົນ​ເຮັດ​ໃນ​ທີມ​ກໍ​ສຳຄັນ. ຄ້າຍ​ຄື​ກັບ​ວຽກ​ປະກາດ​ທີ່​ເຮົາ​ເຮັດ​ໃນ​ທຸກ​ມື້​ນີ້ ເຮົາ​ບໍ່​ຮູ້​ວ່າ​ຈະ​ມີ​ຈັກ​ຄົນ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ໂລກ​ຂອງ​ຊາຕານ. ແຕ່​ພະ​ເຢໂຫວາ​ໃຊ້​ເຮົາ​ໃຫ້​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ. ພີ່ນ້ອງ​ອັນເດອັດສ໌​ຢູ່​ໂບລີວີ​ບອກ​ວ່າ: “ຂ້ອຍ​ເຫັນ​ວ່າ​ແຕ່​ລະ​ຄົນ​ທີ່​ຮຽນ​ຄຳພີ​ໄບເບິນ​ແລະ​ຮັບ​ບັບເຕມາ​ກໍ​ເປັນ​ຍ້ອນ​ທຸກ​ຄົນ​ໃນ​ທີມ​ຊ່ວຍ​ເຫຼືອ​ກັນ.” ຖ້າ​ເຮົາ​ຄິດ​ໃນ​ແງ່​ບວກ​ຕໍ່ໆ​ໄປ​ໃນ​ວຽກ​ປະກາດ ພະ​ເຢໂຫວາ​ກໍ​ຈະ​ອວຍ​ພອນ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແທ້.

ເພງ 66 ປະກາດ​ຂ່າວ​ດີ

^ ຂໍ້ 5 ເຮົາ​ຍັງ​ຈະ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ໄດ້​ແນວ​ໃດ​ເຖິງ​ວ່າ​ຫຼາຍ​ຄົນ​ບໍ່​ຢູ່​ເຮືອນ​ຕອນ​ທີ່​ເຮົາ​ປະກາດ ຫຼື​ບາງ​ຄົນ​ເບິ່ງ​ຄື​ວ່າ​ບໍ່​ສົນ​ໃຈ​ສິ່ງ​ທີ່​ເຮົາ​ປະກາດ? ໃນ​ບົດ​ຄວາມ​ນີ້​ມີ​ຄຳ​ແນະນຳ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ຕໍ່ໆ​ໄປ.

^ ຂໍ້ 7 ຜູ້​ປະກາດ​ຄວນ​ປະກາດ​ໃນ​ແບບ​ຕ່າງໆ​ທີ່​ເວົ້າ​ເຖິງ​ຢູ່​ໃນ​ບົດ​ຄວາມ​ນີ້​ໂດຍ​ທີ່​ບໍ່​ຂັດ​ກັບ​ລະບຽບ​ກົດໝາຍ.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: (ແຕ່​ເທິງ​ລົງ​ລຸ່ມ): ພີ່ນ້ອງ​ຄູ່​ຜົວ​ເມຍ​ໜຶ່ງ​ປະກາດ​ຢູ່​ໃນ​ເຂດ​ທີ່​ບໍ່​ຄ່ອຍ​ພົບ​ຄົນ​ຢູ່​ເຮືອນ. ເຈົ້າ​ຂອງ​ເຮືອນ​ຜູ້​ທີ​ໜຶ່ງ​ຢູ່​ບ່ອນ​ເຮັດ​ວຽກ. ເຈົ້າ​ຂອງ​ເຮືອນ​ຜູ້​ທີ​ສອງ​ໄປ​ພົບ​ແພດ​ຢູ່​ໂຮງ​ໝໍ. ເຈົ້າ​ຂອງ​ເຮືອນ​ຜູ້​ທີ​ສາມ​ໄປ​ຊື້​ເຄື່ອງ. ພີ່ນ້ອງ​ຄູ່​ຜົວ​ເມຍ​ນີ້​ພົບ​ເຈົ້າ​ຂອງ​ເຮືອນ​ຜູ້​ທີ​ໜຶ່ງ​ໃນ​ຕອນ​ແລງ. ເຂົາ​ເຈົ້າ​ພົບ​ເຈົ້າ​ຂອງ​ເຮືອນ​ຜູ້​ທີ​ສອງ​ຢູ່​ແຄມ​ທາງ​ໃກ້​ໂຮງ​ໝໍ​ຕອນ​ທີ່​ໃຊ້​ລໍ້​ວາງ​ສະແດງ​ປຶ້ມ. ເຂົາ​ເຈົ້າ​ໄດ້​ລົມ​ກັບ​ເຈົ້າ​ຂອງ​ເຮືອນ​ຜູ້​ທີ​ສາມ​ໂດຍ​ທາງ​ໂທລະສັບ.