ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 20

ປຶ້ມ​ພະນິມິດ​ບອກ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ສັດຕູ​ຂອງ​ພະເຈົ້າ?

ປຶ້ມ​ພະນິມິດ​ບອກ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ສັດຕູ​ຂອງ​ພະເຈົ້າ?

“ແລ້ວ​ຖ້ອຍຄຳ​ເຫຼົ່າ​ນັ້ນ​ກໍ​ເຮັດ​ໃຫ້​ກະສັດ​ທົ່ວ​ໂລກ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ທີ່​ມີ​ຊື່​ໃນ​ພາສາ​ເຮັບເຣີ​ວ່າ ອາມາເຄໂດນ.”—ພນມ. 16:16

ເພງ 150 ຈົ່ງ​ຊອກ​ຫາ​ພະເຈົ້າ​ເພື່ອ​ເຈົ້າ​ຈະ​ລອດ

ໃຈ​ຄວາມ​ສຳຄັນ a

1. ປຶ້ມ​ພະນິມິດ​ບອກ​ເຮົາ​ໃຫ້​ຮູ້​ຫຍັງ​ກ່ຽວ​ກັບ​ປະຊາຊົນ​ຂອງ​ພະເຈົ້າ?

 ປຶ້ມ​ພະນິມິດ​ບອກ​ເຮົາ​ໃຫ້​ຮູ້​ວ່າ​ເມື່ອ​ການ​ປົກຄອງ​ຂອງ​ພະເຈົ້າ​ໄດ້​ກໍ່​ຕັ້ງ​ຂຶ້ນ ຊາຕານ​ກໍ​ຖືກ​ໄລ່​ອອກ​ຈາກ​ສະຫວັນ. (ພນມ. 12:1-9) ເຊິ່ງ​ນັ້ນ​ໄດ້​ເຮັດ​ໃຫ້​ສະຫວັນ​ມີ​ຄວາມ​ສະຫງົບ​ສຸກ ແຕ່​ເຮົາ​ມີ​ຄວາມ​ເດືອດຮ້ອນ. ຍ້ອນ​ຫຍັງ? ຍ້ອນ​ຊາຕານ​ໃຈ​ຮ້າຍ ແລະ​ໂຈມຕີ​ຜູ້​ຮັບ​ໃຊ້​ທີ່​ສັດຊື່​ຂອງ​ພະເຈົ້າ​ຢູ່​ແຜ່ນດິນ​ໂລກ.—ພນມ. 12:12, 15, 17

2. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ?

2 ເຮົາ​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຈົ້າ​ໄດ້​ແນວ​ໃດ​ເມື່ອ​ຖືກ​ຊາຕານ​ໂຈມຕີ? (ພນມ. 13:10) ສິ່ງ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຮົາ​ກໍ​ຄື ການ​ຮູ້​ກ່ຽວ​ກັບ​ອະນາຄົດ. ຕົວຢ່າງ​ເຊັ່ນ ໃນ​ປຶ້ມ​ພະນິມິດ​ອັກຄະສາວົກ​ໂຢຮັນ​ໄດ້​ເວົ້າ​ເຖິງ​ພອນ​ຫຼາຍ​ຢ່າງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ເຊິ່ງ​ໜຶ່ງ​ໃນ​ນັ້ນ​ກໍ​ຄື​ສັດຕູ​ຂອງ​ພະເຈົ້າ​ຈະ​ຖືກ​ທຳລາຍ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ປຶ້ມ​ພະນິມິດ​ໄດ້​ອະທິບາຍ​ກ່ຽວ​ກັບ​ສັດຕູ​ຂອງ​ພະເຈົ້າ​ແນວ​ໃດ ແລະ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເຂົາ​ເຈົ້າ.

“ສັນຍະລັກ” ທີ່​ສະແດງ​ເຖິງ​ສັດຕູ​ຂອງ​ພະເຈົ້າ

3. ບາງ​ສັນຍະລັກ​ທີ່​ໃຊ້​ໃນ​ປຶ້ມ​ພະນິມິດ​ມີ​ຫຍັງ​ແດ່?

3 ໃນ​ຂໍ້​ຕົ້ນໆ​ຂອງ​ປຶ້ມ​ພະນິມິດ​ບອກ​ໃຫ້​ເຮົາ​ຮູ້​ວ່າ ເລື່ອງ​ຕ່າງໆ​ທີ່​ຢູ່​ໃນ​ປຶ້ມ​ນີ້​ຈະ​ອະທິບາຍ​ໂດຍ​ໃຊ້​ຄຳ​ປຽບ​ທຽບ​ຫຼື “ສັນຍະລັກ.” (ພນມ. 1:1) ມີການ​ສົມ​ທຽບ​ສັດຕູ​ຂອງ​ພະເຈົ້າ​ກັບ​ສັດ​ຮ້າຍ​ຕ່າງໆ ເຊັ່ນ: ມີ “ສັດ​ຮ້າຍ​ໂຕ​ໜຶ່ງ​ຂຶ້ນ​ມາ​ຈາກ​ທະເລ” ມັນ​ມີ “ຫົວ 7 ຫົວ​ກັບ​ເຂົາ 10 ເຂົາ.” (ພນມ. 13:1) ຈາກ​ນັ້ນ​ກໍ​ມີ “ສັດ​ຮ້າຍ​ອີກ​ໂຕ​ໜຶ່ງ​ຂຶ້ນ​ມາ​ຈາກ​ແຜ່ນດິນ” ມັນ​ເວົ້າ​ຄື​ກັບ​ພະຍານາກ ແລະ​ເຮັດ​ໃຫ້​ມີ “ໄຟ​ຕົກ​ຈາກ​ຟ້າ.” (ພນມ. 13:11-13) ແລະ​ນອກ​ຈາກ​ນັ້ນ​ຍັງ​ມີ “ສັດ​ຮ້າຍ​ສີ​ແດງ​ສົດ​ໂຕ​ໜຶ່ງ” ເຊິ່ງ​ມີ​ຜູ້​ຍິງ​ໂສເພນີ​ຄົນ​ໜຶ່ງ​ຂີ່​ຫຼັງ​ຂອງ​ມັນ​ຢູ່. ສັດ​ຮ້າຍ 3 ໂຕ​ນີ້​ໝາຍ​ເຖິງ​ສັດຕູ​ທີ່​ຕໍ່ຕ້ານ​ພະເຢໂຫວາ​ແລະ​ການ​ປົກຄອງ​ຂອງ​ເພິ່ນ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ. ດັ່ງນັ້ນ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຮູ້​ວ່າ​ສັດ​ຮ້າຍ​ເຫຼົ່ານີ້​ໝາຍ​ເຖິງ​ໃຜ.—ພນມ. 17:1, 3

ສັດ​ໃຫຍ່ 4 ໂຕ

ພວກ​ມັນ ‘ຂຶ້ນ​ມາ​ຈາກ​ທະເລ’ (ດາ. 7:1-8, 15-17) ພວກ​ມັນ​ໝາຍ​ເຖິງ​ອຳນາດ​ການ​ປົກຄອງ​ທີ່​ມີ​ຜົນ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ສະໄໝ​ຂອງ​ດານີເອນ. (ຂໍ້ 4, 7)

4-5. ສິ່ງ​ທີ່​ຂຽນ​ຢູ່​ໃນ​ດານຽນ 7:15-17 ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ສັດ​ຮ້າຍ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ​ແນວ​ໃດ?

4 ກ່ອນ​ທີ່​ເຮົາ​ຈະ​ເຂົ້າໃຈ​ວ່າ​ສັດຕູ​ຂອງ​ພະເຈົ້າ​ແມ່ນ​ໃຜ ເຮົາ​ຕ້ອງ​ເຂົ້າໃຈ​ກ່ອນ​ວ່າ​ສັນຍະລັກ​ເຫຼົ່ານີ້​ມີ​ຄວາມ​ໝາຍ​ແນວ​ໃດ. ສິ່ງ​ທີ່​ຈະ​ຊ່ວຍ​ອະທິບາຍ​ໃຫ້​ເຮົາ​ເຂົ້າໃຈ​ສັນຍະລັກ​ເຫຼົ່ານີ້​ກໍ​ຄື​ຄຳພີໄບເບິນ. ມີ​ສັນຍະລັກ​ຫຼາຍ​ຢ່າງ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ​ໄດ້​ມີການ​ອະທິບາຍ​ແລ້ວ​ໃນ​ປຶ້ມ​ອື່ນໆ​ທີ່​ຢູ່​ໃນ​ຄຳພີໄບເບິນ. ຕົວຢ່າງ​ເຊັ່ນ: ຜູ້ພະຍາກອນ​ດານີເອນ​ໄດ້​ຝັນ​ເຫັນ “ສັດ​ໃຫຍ່ 4 ໂຕ​ຂຶ້ນ​ມາ​ຈາກ​ທະເລ.” (ດາ. 7:1-3, ລ.ມ.) ດານີເອນ​ໄດ້​ອະທິບາຍ​ໃຫ້​ຮູ້​ວ່າ​ສັດ​ໃຫຍ່​ເຫຼົ່ານີ້​ໝາຍ​ເຖິງ “ກະສັດ” 4 ອົງ ຫຼື 4 ການ​ປົກຄອງ. (ອ່ານ​ດານຽນ 7:15-17) ການ​ອະທິບາຍ​ທີ່​ຈະ​ແຈ້ງ​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ສັດ​ຮ້າຍ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ​ກໍ​ໝາຍ​ເຖິງ​ອຳນາດ​ການ​ປົກຄອງ​ຕ່າງໆ​ຄື​ກັນ.

5 ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ສັນຍະລັກ​ຕ່າງໆ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ ແລ້ວ​ເຮົາ​ຈະ​ເບິ່ງ​ວ່າ​ຄຳພີໄບເບິນ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ສັນຍະລັກ​ເຫຼົ່ານີ້. ທຳອິດ​ເຮົາ​ຈະ​ມາ​ເບິ່ງ​ວ່າ ສັດ​ຮ້າຍ​ແຕ່​ລະ​ໂຕ​ໝາຍ​ເຖິງ​ໃຜ ແລ້ວ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ພວກ​ມັນ. ແລະ​ເຫດການ​ເຫຼົ່ານີ້​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຮົາ.

ສັດຕູ​ຂອງ​ພະເຈົ້າ​ແມ່ນ​ໃຜ?

ສັດ​ຮ້າຍ​ທີ່​ມີ​ຫົວ 7 ຫົວ

ມັນ “ຂຶ້ນ​ມາ​ຈາກ​ທະເລ” ແລະ​ມີ​ຫົວ 7 ຫົວ ກັບ​ເຂົາ 10 ເຂົາ ແລະ​ທັງ 10 ເຂົາ​ນັ້ນ​ມີ​ມົງກຸດ. (ພນມ. 13:1-4) ສັດ​ຮ້າຍ​ໂຕ​ນີ້​ໝາຍ​ເຖິງ​ອຳນາດ​ການ​ປົກຄອງ​ທັງ​ໝົດ​ທີ່​ປົກຄອງ​ມະນຸດ​ຕະຫຼອດ​ປະຫວັດສາດ. 7 ຫົວ​ຂອງ​ສັດ​ຮ້າຍ​ໝາຍ​ເຖິງ​ປະເທດ​ມະຫາ​ອຳນາດ​ໂລກ​ທັງ 7 ທີ່​ມີ​ຜົນ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ. (ຂໍ້ 6-8)

6. ສັດ​ຮ້າຍ​ທີ່​ມີ 7 ຫົວ​ທີ່​ຢູ່​ໃນ​ພະນິມິດ 13:1-4 ໝາຍ​ເຖິງ​ຫຍັງ?

6 ສັດ​ຮ້າຍ 7 ຫົວ​ໝາຍ​ເຖິງ​ຫຍັງ? (ອ່ານ​ພະນິມິດ 13:1-4) ເຮົາ​ສັງເກດ​ເຫັນ​ວ່າ​ສັດ​ຮ້າຍ​ນີ້​ມີ​ລັກສະນະ​ຄື​ເສືອ​ດາວ ຕີນ​ຄື​ໝີ ປາກ​ຄື​ສິງ ແລະ​ມີ 10 ເຂົາ. ລັກສະນະ​ເຫຼົ່າ​ນີ້​ແມ່ນ​ລັກສະນະ​ຂອງ​ສັດ​ແຕ່​ລະ​ໂຕ​ທີ່​ເວົ້າ​ເຖິງ​ຢູ່​ໃນ​ປຶ້ມ​ດານຽນ​ບົດ 7. ແຕ່​ປຶ້ມ​ພະນິມິດ​ເວົ້າ​ເຖິງ​ລັກສະນະ​ເຫຼົ່ານີ້​ລວມ​ຢູ່​ໃນ​ສັດ​ຮ້າຍ​ໂຕ​ດຽວ ບໍ່​ແມ່ນ 4 ໂຕ. ແລະ​ສັດ​ຮ້າຍ​ໂຕ​ນີ້​ບໍ່​ໄດ້​ໝາຍ​ເຖິງ​ການ​ປົກຄອງ​ດຽວ ເພາະ​ອັກຄະສາວົກ​ໂຢຮັນ​ຍັງ​ບອກ​ວ່າ ມັນ​ປົກຄອງ “ເໜືອ​ທຸກ​ຕະກູນ ທຸກ​ຊາດ ທຸກ​ພາສາ ແລະ​ທຸກ​ປະເທດ.” (ພນມ. 13:7) ດັ່ງນັ້ນ ມັນ​ຕ້ອງ​ໃຫຍ່​ກວ່າ​ສັດ​ໂຕ​ໃດ​ໂຕ​ໜຶ່ງ ຫຼື​ການ​ປົກຄອງ​ໃດ​ການ​ປົກຄອງ​ໜຶ່ງ. ນັ້ນ​ກໍ​ສະແດງ​ວ່າ ສັດ​ຮ້າຍ​ໂຕ​ນີ້​ໝາຍ​ເຖິງ​ການ​ປົກຄອງ​ທັງ​ໝົດ​ທີ່​ປົກຄອງ​ມະນຸດ​ຕະຫຼອດ​ປະຫວັດສາດ. bຜູ້ປ. 8:9

7. ແຕ່​ລະ​ຫົວ​ຂອງ​ສັດ​ຮ້າຍ 7 ຫົວ​ໝາຍ​ເຖິງ​ຫຍັງ?

7 ແຕ່​ລະ​ຫົວ​ຂອງ​ສັດ​ຮ້າຍ 7 ຫົວ​ໝາຍ​ເຖິງ​ຫຍັງ? ປຶ້ມ​ພະນິມິດ​ບົດ 17 ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ຄຳຕອບ​ນີ້ ເພາະ​ບົດ​ນັ້ນ​ຈະ​ອະທິບາຍ​ຮູບ​ປັ້ນ​ຂອງ​ສັດ​ຮ້າຍ​ທີ່​ຢູ່​ໃນ​ພະນິມິດ​ບົດ 13. ໃນ​ພະນິມິດ 17:10 ບອກ​ວ່າ “ມີ​ກະສັດ 7 ອົງ: ກະສັດ 5 ອົງ​ໝົດ​ອຳນາດ​ໄປ​ແລ້ວ ອົງ​ໜຶ່ງ​ມີ​ອຳນາດ​ຢູ່​ຕອນ​ນີ້ ແລະ​ອີກ​ອົງ​ໜຶ່ງ​ຍັງ​ບໍ່​ມາ ແຕ່​ເມື່ອ​ມາ​ແລ້ວ​ລາວ​ຈະ​ຢູ່​ໄດ້​ໄລຍະ​ສັ້ນໆ.” ໃນ​ບັນດາ​ອຳນາດ​ປົກຄອງ​ຕ່າງໆ​ທີ່​ຊາຕານ​ໃຊ້ ມີ “7 ຫົວ” ຫຼື 7 ອຳນາດ​ທີ່​ເດັນ​ກວ່າ​ໝູ່ ຍ້ອນ​ເປັນ​ມະຫາ​ອຳນາດ​ໂລກ​ທີ່​ມີ​ຜົນ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ. ໃນ​ສະໄໝ​ຂອງ​ອັກຄະສາວົກ​ໂຢຮັນ ມີ 5 ມະຫາ​ອຳນາດ​ໂລກ​ໄດ້​ປົກຄອງ​ໄປ​ແລ້ວ ເຊິ່ງ​ກໍ​ຄື: ເອຢິບ ອາຊີລີ ບາບີໂລນ ເມເດຍ​ແລະ​ເປີເຊຍ ແລະ​ກຣີກ. ມະຫາ​ອຳນາດ​ໂລກ​ທີ 6 ແມ່ນ​ໂຣມ ເຊິ່ງ​ປົກຄອງ​ຢູ່​ຕອນ​ທີ່​ໂຢຮັນ​ໄດ້​ຮັບ​ນິມິດ. ແລ້ວ​ມະຫາ​ອຳນາດ​ທີ 7 ຫຼື​ຫົວ​ທີ 7 ໝາຍ​ເຖິງ​ໃຜ?

8. ຫົວ​ທີ 7 ຂອງ​ສັດ​ຮ້າຍ​ໝາຍ​ເຖິງ​ໃຜ?

8 ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ປຶ້ມ​ດານຽນ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ມະຫາ​ອຳນາດ​ໂລກ​ທີ 7 ຫຼື​ຫົວ​ທີ 7 ຂອງ​ສັດ​ຮ້າຍ​ໝາຍ​ເຖິງ​ໃຜ. ແລ້ວ​ໃຜ​ເປັນ​ມະຫາ​ອຳນາດ​ໂລກ​ໃນ​ສະໄໝ​ສຸດທ້າຍ ຫຼື​ໃນ “ວັນ​ຂອງ​ຜູ້​ເປັນ​ນາຍ”? (ພນມ. 1:10) ມະຫາ​ອຳນາດ​ໂລກ​ທີ່​ປົກຄອງ​ຢູ່​ໃນ​ຕອນ​ນີ້​ກໍ​ຄື ອັງກິດ​ກັບ​ອາເມຣິກາ. ດັ່ງນັ້ນ ເຮົາ​ສາມາດ​ສະຫຼຸບ​ໄດ້​ວ່າ ຫົວ​ທີ 7 ຂອງ​ສັດ​ຮ້າຍ​ທີ່​ເວົ້າ​ຢູ່​ໃນ​ພະນິມິດ 13:1-4 ແມ່ນ​ອັງກິດ​ກັບ​ອາເມຣິກາ.

ສັດ​ຮ້າຍ​ທີ່​ມີ​ເຂົາ 2 ເຂົາ​ຄື​ກັບ​ລູກ​ແກະ

ມັນ “ຂຶ້ນ​ມາ​ຈາກ​ແຜ່ນດິນ” ແລະ​ເວົ້າ “ຄື​ກັບ​ພະຍານາກ.” ມັນ “ເຮັດ​ໃຫ້​ມີ​ໄຟ​ຕົກ​ຈາກ​ຟ້າ” ແລະ​ມັນ​ເປັນ​ຄື​ກັບ “ຜູ້ພະຍາກອນ​ປອມ.” (ພນມ. 13:11-15; 16:13; 19:20) ສັດ​ຮ້າຍ​ທີ່​ມີ 2 ເຂົາ ໝາຍ​ເຖິງ​ມະຫາ​ອຳນາດ​ໂລກ​ອັງກິດ​ກັບ​ອາເມຣິກາ. ທີ່​ມັນ​ຖືກ​ເອີ້ນ​ວ່າ​ເປັນ “ຜູ້ພະຍາກອນ​ປອມ” ກໍ​ຍ້ອນ​ວ່າ​ມັນ​ຫຼອກ​ລວງ​ຜູ້​ຄົນ​ໃນ​ໂລກ​ໃຫ້​ຫຼົງ​ຜິດ ແລະ​ບອກ​ເຂົາ​ເຈົ້າ​ໃຫ້ “ເຮັດ​ຮູບ​ປັ້ນ” ຂອງ “ສັດ​ຮ້າຍ” ທີ່​ມີ 7 ຫົວ ແລະ 10 ເຂົາ. (ຂໍ້ 9)

9. ສັດ​ຮ້າຍ​ທີ່ “ມີ​ເຂົາ 2 ເຂົາ​ຄື​ກັບ​ລູກ​ແກະ” ໝາຍ​ເຖິງ​ໃຜ?

9 ປຶ້ມ​ພະນິມິດ​ບົດ 13 ບອກ​ໃຫ້​ຮູ້​ວ່າ​ຫົວ​ທີ 7 ຂອງ​ສັດ​ຮ້າຍ​ເຊິ່ງ​ກໍ​ຄື ອັງກິດ​ກັບ​ອາເມຣິກາ​ຍັງ​ເປັນ​ສັດ​ຮ້າຍ​ທີ່ “ມີ​ເຂົາ 2 ເຂົາ​ຄື​ກັບ​ລູກ​ແກະ ແຕ່​ມັນ​ເລີ່ມ​ເວົ້າ​ຄື​ກັບ​ພະຍານາກ.” ສັດ​ຮ້າຍ​ນີ້ “ເຮັດ​ສິ່ງ​ທີ່​ມະຫັດສະຈັນ​ຕ່າງໆ​ຕໍ່​ໜ້າ​ຄົນ​ທົ່ວ​ໂລກ ເຖິງຂັ້ນ​ວ່າ​ເຮັດ​ໃຫ້​ມີ​ໄຟ​ຕົກ​ຈາກ​ຟ້າ​ລົງ​ມາ​ໃສ່​ໂລກ.” (ພນມ. 13:11-15) ພະນິມິດ​ບົດ 16 ແລະ 19 ຍັງ​ໄດ້​ບອກ​ວ່າ​ສັດ​ຮ້າຍ​ນີ້​ເປັນ​ຄື​ກັບ “ຜູ້ພະຍາກອນ​ປອມ.” (ພນມ. 16:13; 19:20) ແລະ​ນອກ​ຈາກ​ນັ້ນ ດານີເອນ​ຍັງ​ໄດ້​ເວົ້າ​ເຖິງ​ບາງ​ຢ່າງ​ທີ່​ຄ້າຍ​ຄື​ກັນ​ວ່າ ມະຫາ​ອຳນາດ​ໂລກ​ອັງກິດ​ກັບ​ອາເມຣິກາ​ຈະ “ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.” (ດາ. 8:19, 23, 24, ລ.ມ.) ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ແທ້​ໃນ​ສົງຄາມ​ໂລກ​ຄັ້ງ​ທີ II. ອັງກິດ​ແລະ​ອາເມຣິກາ​ໄດ້​ຮ່ວມ​ມື​ກັນ​ສ້າງ​ລະເບີດ​ປະລະມານູ 2 ລູກ ແລ້ວ​ຖິ້ມ​ລົງ​ໃສ່​ປະເທດ​ຍີ່ປຸ່ນ​ເຊິ່ງ​ເຮັດ​ໃຫ້​ສົງຄາມ​ໂລກ​ຄັ້ງ​ທີ II ຈົບ​ລົງ. ເຫັນ​ໄດ້​ວ່າ​ມະຫາ​ອຳນາດ​ໂລກ​ອັງກິດ​ກັບ​ອາເມຣິກາ “ເຮັດ​ໃຫ້​ມີ​ໄຟ​ຕົກ​ຈາກ​ຟ້າ​ລົງ​ມາ​ໃສ່​ໂລກ” ແທ້ໆ!

ສັດ​ຮ້າຍ​ສີ​ແດງ​ສົດ

ຜູ້​ຍິງ​ໂສເພນີ​ທີ່​ເອີ້ນ​ວ່າ​ບາບີໂລນ​ໃຫຍ່​ໄດ້​ຂີ່​ຫຼັງ​ສັດ​ຮ້າຍ​ນີ້ ແລະ​ມີການ​ພັນລະນາ​ວ່າ​ສັດ​ຮ້າຍ​ນີ້​ເປັນ​ກະສັດ​ອົງ​ທີ 8. (ພນມ. 17:3-6, 8, 11) ທຳອິດ​ຜູ້​ຍິງ​ໂສເພນີ​ສາມາດ​ຄວບຄຸມ​ສັດ​ຮ້າຍ​ໄດ້ ແຕ່​ຕໍ່ມາ​ລາວ​ກໍ​ຖືກ​ສັດ​ຮ້າຍ​ທຳລາຍ. ຜູ້​ຍິງ​ໂສເພນີ​ໝາຍ​ເຖິງ​ສາສະໜາ​ປອມ​ທັງ​ໝົດ​ທີ່​ຢູ່​ທົ່ວ​ໂລກ. ສັດ​ຮ້າຍ​ໃນ​ທຸກ​ມື້​ນີ້​ໝາຍ​ເຖິງ​ອົງການ​ສະຫະປະຊາຊາດ​ທີ່​ສົ່ງເສີມ​ລະບົບ​ການເມືອງ​ທົ່ວ​ໂລກ. (ຂໍ້ 10, 14-17)

10. “ຮູບ​ປັ້ນ​ຂອງ​ສັດ​ຮ້າຍ” ໝາຍ​ເຖິງ​ໃຜ? (ພະນິມິດ 13:14, 15; 17:3, 8, 11)

10 ຍັງ​ມີ​ສັດ​ຮ້າຍ​ອີກ​ໂຕ​ໜຶ່ງ. ສັດ​ຮ້າຍ​ນີ້​ມີ​ລັກສະນະ​ຄື​ກັບ​ສັດ​ຮ້າຍ​ທີ່​ມີ 7 ຫົວ ແຕ່​ເປັນ​ສີ​ແດງ​ສົດ. ມັນ​ເປັນ “ຮູບ​ປັ້ນ​ຂອງ​ສັດ​ຮ້າຍ” ແລະ​ເປັນ “ກະສັດ​ອົງ​ທີ​ແປດ.” c (ອ່ານ​ພະນິມິດ 13:14, 15; 17:3, 8, 11) ໂຢຮັນ​ບອກ​ວ່າ “ກະສັດ” ອົງ​ນີ້​ເຄີຍ​ມີ​ຊີວິດ​ຢູ່ ຈາກ​ນັ້ນ​ກໍ​ຕາຍ​ໄປ ແລ້ວ​ຕໍ່ມາ​ກໍ​ກັບ​ມາ​ມີ​ຊີວິດ​ອີກ. ຄຳ​ອະທິບາຍ​ນີ້​ເໝາະສົມ​ແທ້ໆ​ກັບ​ອົງການ​ສະຫະປະຊາຊາດ​ທີ່​ສົ່ງເສີມ​ລະບົບ​ການເມືອງ​ທົ່ວ​ໂລກ ເພາະ​ອົງການ​ນີ້​ເຄີຍ​ຖືກ​ເອີ້ນ​ວ່າ ອົງການ​ສັນນິບາດ​ຊາດ. ແຕ່​ອົງການ​ນີ້​ກໍ​ຖືກ​ຍົກ​ເລີກ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ II. ແລ້ວ​ຕໍ່ມາ​ອົງການ​ນີ້​ກໍ​ຖືກ​ກໍ່​ຕັ້ງ​ອີກ​ຄັ້ງ ເຊິ່ງ​ເອີ້ນ​ວ່າ​ອົງການ​ສະຫະປະຊາຊາດ.

11. ສັດ​ຮ້າຍ​ຈະ​ເຮັດ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ບໍ່​ຕ້ອງ​ຢ້ານ?

11 ສັດ​ຮ້າຍ​ຕ່າງໆ​ຫຼື​ອຳນາດ​ການ​ປົກຄອງ​ຈະ​ກະຕຸ້ນ​ຜູ້​ຄົນ​ໃຫ້​ຕໍ່ຕ້ານ​ພະເຢໂຫວາ​ແລະ​ປະຊາຊົນ​ຂອງ​ເພິ່ນ. ມັນ​ໄດ້​ເຮັດ​ໃຫ້ “ກະສັດ​ທົ່ວ​ໂລກ” ມາ​ລວມ​ຕົວ​ກັນ​ຢູ່​ໃນ​ສົງຄາມ​ອາມາເຄໂດນ ເຊິ່ງ​ເປັນ “ວັນ​ໃຫຍ່​ຂອງ​ພະເຈົ້າ​ຜູ້​ມີ​ລິດ​ເດດ​ສູງ​ສຸດ.” (ພນມ. 16:13, 14, 16) ແຕ່​ເຮົາ​ບໍ່​ຕ້ອງ​ຢ້ານ ເພາະ​ພະເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ຈະ​ປົກ​ປ້ອງ​ທຸກ​ຄົນ​ທີ່​ເລືອກ​ຢູ່​ຝ່າຍ​ການ​ປົກຄອງ​ຂອງ​ເພິ່ນ.—ເອເຊກ. 38:21-23

12. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ສັດ​ຮ້າຍ​ທັງ​ໝົດ?

12 ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ສັດ​ຮ້າຍ​ທັງ​ໝົດ? ພະນິມິດ 19:20 ບອກ​ວ່າ: “ແລ້ວ​ສັດ​ຮ້າຍ​ນັ້ນ​ກໍ​ຖືກ​ຈັບ​ພ້ອມ​ກັບ​ຜູ້ພະຍາກອນ​ປອມ ເຊິ່ງ​ແມ່ນ​ຜູ້​ທີ່​ເຮັດ​ສິ່ງ​ມະຫັດສະຈັນ​ຕ່າງໆ​ຕໍ່​ໜ້າ​ສັດ​ຮ້າຍ​ເພື່ອ​ຫຼອກ​ລວງ​ຄົນ​ທີ່​ໄດ້​ຮັບ​ເຄື່ອງ​ໝາຍ​ຂອງ​ສັດ​ຮ້າຍ​ແລະ​ຄົນ​ທີ່​ຂາບ​ໄຫວ້​ຮູບ​ປັ້ນ​ຂອງ​ມັນ ທັງ​ສັດ​ຮ້າຍ​ກັບ​ຜູ້ພະຍາກອນ​ປອມ​ກໍ​ຖືກ​ໂຍນ​ລົງ​ໄປ​ໃນ​ບຶງ​ໄຟ​ທີ່​ລຸກ​ໄໝ້​ດ້ວຍ​ມາດ​ທັງໆ​ທີ່​ຍັງ​ມີ​ຊີວິດ​ຢູ່.” ເຮົາເຫັນໄດ້ວ່າ ພະເຢໂຫວາ​ຈະ​ທຳລາຍ​ລັດຖະບານ​ຕ່າງໆ​ຕອນ​ທີ່​ເຂົາ​ເຈົ້າ​ຍັງ​ປົກຄອງ​ຢູ່.

13. ອຳນາດ​ການ​ປົກຄອງ​ເຮັດ​ໃຫ້​ຄລິດສະຕຽນ​ມີ​ບັນຫາ​ໃນ​ເລື່ອງ​ຫຍັງ?

13 ເລື່ອງ​ນີ້​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຮົາ? ເຮົາ​ທີ່​ເປັນ​ຄລິດສະຕຽນ​ຕ້ອງ​ພັກດີ​ຕໍ່​ພະເຢໂຫວາ​ແລະ​ການ​ປົກຄອງ​ຂອງ​ເພິ່ນ. (ຢຮ. 18:36) ເພື່ອ​ຈະ​ເຮັດ​ແບບ​ນັ້ນ ເຮົາ​ຕ້ອງ​ຮັກສາ​ຄວາມ​ເປັນ​ກາງ​ທາງ​ການເມືອງ. ແຕ່​ການ​ເຮັດ​ແບບ​ນີ້​ກໍ​ບໍ່​ງ່າຍ ເພາະ​ອຳນາດ​ການ​ປົກຄອງ​ຂອງ​ໂລກ​ນີ້​ພະຍາຍາມ​ກົດ​ດັນ​ເຮົາ​ໃຫ້​ສະໜັບສະໜູນ​ເຂົາ​ເຈົ້າ​ທັງ​ທາງ​ຄຳເວົ້າ​ແລະ​ການ​ກະທຳ. ຜູ້​ທີ່​ຍອມ​ຕໍ່​ຄວາມ​ກົດ​ດັນ​ນັ້ນ​ຈະ​ໄດ້​ຮັບ​ເຄື່ອງ​ໝາຍ​ຂອງ​ສັດ​ຮ້າຍ. (ພນມ. 13:16, 17) ແລະ​ຜູ້​ທີ່​ຮັບ​ເຄື່ອງ​ໝາຍ​ນັ້ນ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ບໍ່​ພໍ​ໃຈ ແລະ​ຈະ​ບໍ່​ໄດ້​ຊີວິດ​ຕະຫຼອດໄປ. (ພນມ. 14:9, 10; 20:4) ດັ່ງນັ້ນ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ຮັກສາ​ຄວາມ​ເປັນ​ກາງ​ບໍ່​ວ່າ​ຈະ​ຖືກ​ກົດ​ດັນ​ແບບ​ໃດ​ກໍ​ຕາມ!

ຈຸດ​ຈົບ​ທີ່​ໜ້າ​ອັບອາຍ​ຂອງ​ໂສເພນີ​ຄົນ​ສຳຄັນ

14. ຕາມ​ພະນິມິດ 17:3-5 ອັກຄະສາວົກ​ໂຢຮັນ​ເຫັນ​ຫຍັງ​ທີ່​ເຮັດ​ໃຫ້​ລາວ​ຮູ້ສຶກ​ແປກ​ໃຈ​ຫຼາຍ?

14 ອັກຄະສາວົກ​ໂຢຮັນ​ຮູ້ສຶກ “ແປກ​ໃຈ​ຫຼາຍ” ກັບ​ສິ່ງ​ທີ່​ລາວ​ເຫັນ. ສິ່ງ​ທີ່​ລາວ​ເຫັນ​ກໍ​ຄື​ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຂີ່​ຫຼັງ​ສັດ​ຮ້າຍ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ. (ພນມ. 17:1, 2, 6) ຜູ້​ຍິງ​ຄົນ​ນີ້​ເປັນ “ຜູ້​ຍິງ​ໂສເພນີ​ຄົນ​ສຳຄັນ” ເຊິ່ງ​ຄຳພີໄບເບິນ​ເອີ້ນ​ວ່າ “ບາບີໂລນ​ໃຫຍ່.” ລາວ​ໄດ້​ເຮັດ “ຜິດສິນລະທຳ​ທາງ​ເພດ” ກັບ “ກະສັດ​ໃນ​ໂລກ.”—ອ່ານ​ພະນິມິດ 17:3-5

15-16. “ບາບີໂລນ​ໃຫຍ່” ໝາຍ​ເຖິງ​ໃຜ ແລະ​ເຮົາ​ຮູ້​ໄດ້​ແນວ​ໃດ?

15 “ບາບີໂລນ​ໃຫຍ່” ໝາຍ​ເຖິງ​ໃຜ? ຜູ້​ຍິງ​ໂສເພນີ​ຫຼື​ບາບີໂລນ​ໃຫຍ່​ບໍ່​ໄດ້​ໝາຍ​ເຖິງ​ອຳນາດ​ການ​ປົກຄອງ ເພາະ​ໃນ​ປຶ້ມ​ພະນິມິດ​ບອກ​ວ່າ ຜູ້​ຍິງ​ຄົນ​ນີ້​ໄດ້​ເຮັດ​ຜິດ​ສິນ​ລະ​ທຳ​ທາງ​ເພດ​ກັບ​ຜູ້​ນຳ​ທາງ​ການເມືອງ​ໃນ​ໂລກ. (ພນມ. 18:9) ທີ່​ຈິງ ລາວ​ກຳລັງ​ຄວບຄຸມ​ອຳນາດ​ການ​ປົກຄອງ​ເພາະ​ລາວ​ຂີ່​ຫຼັງ​ສັດ​ຮ້າຍ​ຢູ່. ນອກ​ຈາກ​ນັ້ນ ບາບີໂລນ​ໃຫຍ່​ຍັງ​ບໍ່​ໄດ້​ໝາຍ​ເຖິງ​ລະບົບ​ການ​ຄ້າ​ຂອງ​ໂລກ​ຊາຕານ ເພາະ​ໃນ​ປຶ້ມ​ພະນິມິດ​ເວົ້າ​ເຖິງ​ລະບົບ​ນີ້​ວ່າ​ເປັນ “ພວກ​ພໍ່​ຄ້າ​ໃນ​ໂລກ.”—ພນມ. 18:11, 15, 16

16 ຄຳ​ວ່າ “ໂສເພນີ” ທີ່​ເວົ້າ​ເຖິງ​ໃນ​ຄຳພີໄບເບິນ​ມັກ​ຈະ​ໝາຍ​ເຖິງ​ຄົນ​ທີ່​ອ້າງ​ຕົວ​ເອງ​ວ່າ​ຮັບ​ໃຊ້​ພະເຈົ້າ ແຕ່​ພັດ​ໄປ​ຂາບ​ໄຫວ້​ຮູບ​ບູຊາ​ແລະ​ເປັນ​ມິດ​ກັບ​ໂລກ. (ເອເຊກ. 16:2, 35, 36, ລ.ມ.; ຢກບ. 4:4) ສ່ວນ​ຄຳ​ວ່າ “ສາວ​ບໍລິສຸດ” ໃນ​ຄຳພີໄບເບິນ​ມັກ​ຈະ​ໝາຍ​ເຖິງ​ຜູ້​ທີ່​ນະມັດສະການ​ພະເຈົ້າ​ຢ່າງ​ສັດຊື່. (2 ກຣ. 11:2; ພນມ. 14:4) ເມືອງ​ບາບີໂລນ​ໃນ​ສະໄໝ​ບູຮານ​ເປັນ​ສູນກາງ​ຂອງ​ການ​ນະມັດສະການ​ປອມ. ດັ່ງນັ້ນ ບາບີໂລນ​ໃຫຍ່​ຕ້ອງ​ໝາຍ​ເຖິງ​ການ​ນະມັດສະການ​ປອມ​ທຸກ​ຮູບ​ແບບ ແລະ​ໝາຍ​ເຖິງ​ສາສະໜາ​ປອມ​ທັງ​ໝົດ​ທີ່​ຢູ່​ທົ່ວ​ໂລກ.—ພນມ. 17:5, 18; ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ບາບີໂລນ​ໃຫຍ່​ແມ່ນ​ຫຍັງ?” ໃນ​ເວັບໄຊ jw.org (ພາສາ​ໄທ)

17. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ບາບີໂລນ​ໃຫຍ່?

17 ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ບາບີໂລນ​ໃຫຍ່? ພະນິມິດ 17:16, 17 ບອກ​ວ່າ: “ເຂົາ 10 ເຂົາ​ກັບ​ສັດ​ຮ້າຍ​ທີ່​ເຈົ້າ​ເຫັນ​ຈະ​ພາກັນ​ກຽດ​ຊັງ​ຜູ້​ຍິງ​ໂສເພນີ​ຄົນ​ນັ້ນ​ແລະ​ທຳ​ຮ້າຍ​ລາວ ເຮັດ​ໃຫ້​ລາວ​ປະ​ເປືອຍ ກັດ​ກິນ​ຊີ້ນ​ຂອງ​ລາວ ແລະ​ເອົາ​ໄຟ​ເຜົາ​ລາວ​ຈົນ​ບໍ່​ເຫຼືອ​ຊາກ. ພະເຈົ້າ​ໃຫ້​ພວກ​ເຂົາ​ເຮັດ​ຕາມ​ຄວາມຄິດ​ຂອງ​ພະອົງ.” ນີ້​ໝາຍ​ຄວາມ​ວ່າ ພະເຢໂຫວາ​ຈະ​ກະຕຸ້ນ​ຊາດ​ຕ່າງໆ​ໃຫ້​ໃຊ້​ສັດ​ຮ້າຍ​ສີ​ແດງ​ສົດ ເຊິ່ງ​ກໍ​ຄື​ອົງການ​ສະຫະປະຊາຊາດ​ໃຫ້​ທຳລາຍ​ສາສະໜາ​ປອມ​ທັງ​ໝົດ​ທີ່​ຢູ່​ທົ່ວ​ໂລກ.—ພນມ. 18:21-24

18. ເຮົາ​ຈະ​ເຮັດ​ໃຫ້​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ເຮົາ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ບາບີໂລນ​ໃຫຍ່?

18 ເລື່ອງ​ນີ້​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຮົາ? ເຮົາ​ຕ້ອງ “ນະມັດສະການ​ແບບ​ທີ່​ສະອາດ​ແລະ​ບໍລິສຸດ​ຕາມ​ຄວາມຄິດ​ຂອງ​ພະເຈົ້າ.” (ຢກບ. 1:27) ເຮົາ​ຍັງ​ຕ້ອງ​ບໍ່​ຮັບ​ເອົາ​ແນວ​ຄວາມຄິດ​ແລະ​ການ​ກະທຳ​ຂອງ​ບາບີໂລນ​ໃຫຍ່​ບໍ່​ວ່າ​ຈະ​ເປັນ​ຄຳ​ສອນ​ປອມ ການ​ສະຫຼອງ​ບຸນ​ຕ່າງໆ ສິນລະທຳ​ທີ່​ເສື່ອມຊາມ ແລະ​ການ​ຫຼິ້ນ​ໄສຍະສາດ. ແລະ​ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ໄປ​ເຕືອນ​ຜູ້​ຄົນ​ໃຫ້ “ອອກ​ຈາກ​ເມືອງ​ນີ້” ເພື່ອ​ພະເຈົ້າ​ຈະ​ບໍ່​ເບິ່ງ​ວ່າ​ເຂົາ​ເຈົ້າ​ຍັງ​ມີ​ສ່ວນ​ຮ່ວມ​ໃນ​ບາບ​ຂອງ​ເມືອງ​ນີ້.—ພນມ. 18:4

ການ​ພິພາກສາ​ສັດຕູ​ໂຕ​ສຳຄັນ

ພະຍານາກ​ສີ​ແດງ​ສົດ

ຊາຕານ​ໃຫ້​ອຳນາດ​ກັບ​ສັດ​ຮ້າຍ.(ພນມ. 12:3, 9, 13; 13:4; 20:2, 10) ຊາຕານ​ສັດຕູ​ໂຕ​ສຳຄັນ​ທີ່​ສຸດ​ຂອງ​ພະເຢໂຫວາ​ຈະ​ຖືກ​ຂັງ​ໄວ້​ໃນ​ເຫວ​ເລິກ 1.000 ປີ. ຫຼັງ​ຈາກ​ນັ້ນ​ມັນ​ຈະ​ຖືກ​ທຳລາຍ​ຕະຫຼອດໄປ​ໃນ “ບຶງ​ໄຟ​ທີ່​ມີ​ມາດ.” (ຂໍ້ 19-20)

19. “ພະຍານາກ​ໃຫຍ່​ສີ​ແດງ​ສົດ” ໝາຍ​ເຖິງ​ໃຜ?

19 ປຶ້ມ​ພະນິມິດ​ຍັງ​ໄດ້​ອະທິບາຍ​ກ່ຽວ​ກັບ “ພະຍານາກ​ໃຫຍ່​ສີ​ແດງ​ສົດ.” (ພນມ. 12:3) ພະຍານາກ​ໂຕ​ນີ້​ໄດ້​ຕໍ່ສູ້​ກັບ​ພະ​ເຢຊູ​ແລະ​ທູດສະຫວັນ​ຂອງ​ເພິ່ນ. (ພນມ. 12:7-9) ມັນ​ຍັງ​ໄດ້​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ ແລະ​ໃຫ້​ອຳນາດ​ກັບ​ສັດ​ຮ້າຍ​ຕ່າງໆ ຫຼື​ການ​ປົກຄອງ​ຂອງ​ມະນຸດ. (ພນມ. 12:17; 13:4) ພະຍານາກ​ໃຫຍ່​ໂຕ​ນີ້ “ແມ່ນ​ງູ​ໂຕ​ທຳອິດ ມັນ​ຖືກ​ເອີ້ນ​ວ່າ​ມານ​ຮ້າຍ​ແລະ​ຊາຕານ.” (ພນມ. 12:9; 20:2) ມັນ​ເປັນ​ຜູ້​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ສັດຕູ​ພະເຢໂຫວາ​ທັງ​ໝົດ.

20. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ພະຍານາກ?

20 ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ພະຍານາກ? ພະນິມິດ 20:1-3 ໄດ້​ອະທິບາຍ​ວ່າ ທູດສະຫວັນ​ອົງ​ໜຶ່ງ​ຈະ​ຖິ້ມ​ຊາຕານ​ລົງ​ໃນ​ເຫວ​ເລິກ ເຊິ່ງ​ເຫວ​ເລິກ​ນັ້ນ​ເປັນ​ຄື​ກັບ​ຄຸກ. ຕອນ​ທີ່​ຊາຕານ​ຢູ່​ໃນ​ເຫວ​ເລິກ​ນັ້ນ ມັນ​ບໍ່​ສາມາດ “ອອກ​ມາ​ຫຼອກ​ລວງ​ປະເທດ​ຕ່າງໆ​ອີກ​ຈົນ​ກວ່າ​ຈະ​ຄົບ 1.000 ປີ.” ແລະ​ສຸດທ້າຍ ຊາຕານ​ກັບ​ພັກ​ພວກ​ຂອງ​ມັນ​ກໍ​ຈະ​ຖືກ​ທຳລາຍ​ຕະຫຼອດໄປ​ໃນ “ບຶງ​ໄຟ​ທີ່​ມີ​ມາດ.” (ພນມ. 20:10) ລອງ​ນຶກພາບ​ເບິ່ງ​ວ່າ ໂລກ​ຂອງ​ເຮົາ​ຈະ​ດີ​ຂະໜາດ​ໃດ​ຖ້າ​ບໍ່​ມີ​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ!

21. ເປັນ​ຫຍັງ​ເຮົາ​ຈຶ່ງ​ໄດ້​ກຳລັງໃຈ​ເມື່ອ​ອ່ານ​ປຶ້ມ​ພະນິມິດ?

21 ເຮົາ​ໄດ້​ຮັບ​ກຳລັງໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ສັນຍະລັກ​ຕ່າງໆ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ. ເຮົາ​ບໍ່​ພຽງ​ແຕ່​ຮູ້​ວ່າ​ສັດຕູ​ຂອງ​ພະເຈົ້າ​ແມ່ນ​ໃຜ ແຕ່​ຍັງ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ພວກ​ມັນ. ນີ້​ຈຶ່ງ​ເຮັດ​ໃຫ້​ຄຳເວົ້າ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ​ເປັນ​ຈິງ​ທີ່​ວ່າ “ຄວາມ​ສຸກ​ຈະ​ເກີດ​ກັບ​ຄົນ​ທີ່​ອ່ານ​ອອກ​ສຽງ ແລະ​ຄົນ​ທີ່​ໄດ້​ຍິນ​ຄຳ​ພະຍາກອນ​ນີ້”! (ພນມ. 1:3) ເມື່ອ​ສັດຕູ​ຂອງ​ພະເຈົ້າ​ຖືກ​ທຳລາຍ​ແລ້ວ ຜູ້​ຮັບ​ໃຊ້​ທີ່​ສັດຊື່​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ພອນ​ຫຍັງ​ແດ່? ເຮົາ​ຈະ​ຮຽນ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

ເພງ 23 ພະເຢໂຫວາ​ປົກຄອງ​ແລ້ວ

a ປຶ້ມ​ພະນິມິດ​ໃຊ້​ສັນຍະລັກ​ເພື່ອ​ສະແດງ​ເຖິງ​ສັດຕູ​ຂອງ​ພະເຈົ້າ. ສ່ວນ​ປຶ້ມ​ດານຽນ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ສັນຍະລັກ​ນັ້ນ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ສົມ​ທຽບ​ຄຳ​ພະຍາກອນ​ບາງ​ເລື່ອງ​ທີ່​ຄ້າຍ​ຄື​ກັນ​ທີ່​ຢູ່​ໃນ​ປຶ້ມ​ດານຽນ​ແລະ​ປຶ້ມ​ພະນິມິດ ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ສັດຕູ​ຂອງ​ພະເຈົ້າ​ແມ່ນ​ໃຜ ແລະ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເຂົາ​ເຈົ້າ.

b ອີກ​ສິ່ງ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ສັດ​ຮ້າຍ​ທີ່​ມີ 7 ຫົວ​ໝາຍ​ເຖິງ​ການ​ປົກຄອງ​ທັງ​ໝົດ​ກໍ​ຍ້ອນ​ວ່າ​ມັນ​ມີ “10 ເຂົາ.” ເລກ 10 ໃນ​ຄຳພີໄບເບິນ​ສ່ວນ​ຫຼາຍ​ໝາຍ​ເຖິງ​ຄວາມ​ຄົບ​ຖ້ວນ.

c ຮູບ​ປັ້ນ​ຂອງ​ສັດ​ຮ້າຍ​ນີ້​ບໍ່​ຄື​ກັບ​ສັດ​ຮ້າຍ​ໂຕ​ທຳອິດ ເພາະ​ມັນ​ບໍ່​ມີ “ມົງກຸດ” ຢູ່​ເຂົາ. (ພນມ. 13:1) ທີ່​ເປັນ​ແບບ​ນີ້​ກໍ​ຍ້ອນ​ວ່າ​ມັນ “ເກີດ​ມາ​ຈາກ​ກະສັດ 7 ອົງ” ແລະ​ໄດ້​ຮັບ​ອຳນາດ​ຈາກ​ກະສັດ​ເຫຼົ່າ​ນັ້ນ.—ເບິ່ງ​ບົດ​ຄວາມ​ທີ່​ມີ​ຊື່​ວ່າ “ສັດ​ຮ້າຍ​ສີ​ແດງ​ເຂັ້ມ​ທີ່​ຢູ່​ໃນ​ພະນິມິດ​ບົດ 17 ແມ່ນ​ຫຍັງ?” ໃນ​ເວັບໄຊ jw.org (ພາສາ​ໄທ)