ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 19

ປຶ້ມ​ພະນິມິດ​ມີ​ຄວາມ​ໝາຍ​ຕໍ່​ເຈົ້າ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

ປຶ້ມ​ພະນິມິດ​ມີ​ຄວາມ​ໝາຍ​ຕໍ່​ເຈົ້າ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

“ຄວາມ​ສຸກ​ຈະ​ເກີດ​ກັບ​ຄົນ​ທີ່​ອ່ານ . . . ຄຳ​ພະຍາກອນ​ນີ້.”—ພນມ. 1:3

ເພງ 15 ສັນລະເສີນ​ລູກ​ຫົວປີ​ຂອງ​ພະເຢໂຫວາ!

ໃຈ​ຄວາມ​ສຳຄັນ a

1-2. ເຫດຜົນ​ໜຶ່ງ​ທີ່​ເຮົາ​ຄວນ​ສົນ​ໃຈ​ປຶ້ມ​ພະນິມິດ​ແມ່ນ​ຫຍັງ?

 ເຈົ້າ​ເຄີຍ​ເປີດ​ເບິ່ງ​ຮູບ​ຂອງ​ໝູ່​ເຈົ້າ​ບໍ? ຕອນ​ທີ່​ເບິ່ງ​ຮູບ​ນັ້ນ ເຈົ້າ​ອາດ​ຈະ​ເຫັນ​ຮູບ​ຂອງ​ຫຼາຍ​ຄົນ​ທີ່​ເຈົ້າ​ບໍ່​ຮູ້ຈັກ. ແຕ່​ເມື່ອ​ເບິ່ງ​ໄປ​ເບິ່ງ​ມາ​ກໍ​ມີ​ຮູບ​ໜຶ່ງ​ທີ່​ເຈົ້າ​ສົນ​ໃຈ​ເປັນ​ພິເສດ ຍ້ອນ​ມີ​ເຈົ້າ​ຢູ່​ໃນ​ຮູບ​ນັ້ນ. ແລ້ວ​ເຈົ້າ​ກໍ​ຄິດ​ຄືນ​ວ່າ ເຈົ້າ​ໄປ​ຖ່າຍ​ຮູບ​ນັ້ນ​ຕອນ​ໃດ ຖ່າຍ​ຢູ່​ໃສ ແລະ​ຖ່າຍ​ນຳ​ໃຜ​ແດ່ ເພາະ​ຮູບ​ນັ້ນ​ມີ​ຄວາມ​ໝາຍ​ຕໍ່​ເຈົ້າ​ຫຼາຍ.

2 ປຶ້ມ​ພະນິມິດ​ກໍ​ຄ້າຍ​ຄື​ກັບ​ຮູບ​ນັ້ນ. ຍ້ອນ​ຫຍັງ? ຢ່າງ​ໜ້ອຍ​ມີ​ສອງ​ເຫດຜົນ. ເຫດຜົນ​ທຳອິດ​ແມ່ນ​ປຶ້ມ​ພະນິມິດ​ຂຽນ​ເພື່ອ​ເຮົາ​ໂດຍ​ສະເພາະ. ໃນ​ພະນິມິດ 1:1 ບອກ​ວ່າ: “ນີ້​ແມ່ນ​ຖ້ອຍຄຳ​ທີ່​ພະເຈົ້າ​ໃຫ້​ພະ​ເຢຊູ​ຄລິດ ເພື່ອ​ເພິ່ນ​ຈະ​ເປີດ​ເຜີຍ​ໃຫ້​ທາດ​ຂອງ​ພະເຈົ້າ​ຮູ້ ສິ່ງ​ຕ່າງໆ​ທີ່​ຈະ​ຕ້ອງ​ເກີດ​ຂຶ້ນ​ໃນ​ໄວໆ​ນີ້.” (ພນມ. 1:1) ເຫັນ​ໄດ້​ວ່າ​ປຶ້ມ​ພະນິມິດ​ບໍ່​ໄດ້​ຂຽນ​ເພື່ອ​ຄົນ​ທົ່ວໄປ ແຕ່​ຂຽນ​ເພື່ອ​ເຮົາ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະເຢໂຫວາ. ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຄວນ​ແປກ​ໃຈ​ທີ່​ເຮົາ​ກຳລັງ​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ຄຳ​ພະຍາກອນ​ຕ່າງໆ​ໃນ​ປຶ້ມ​ພະນິມິດ​ສຳເລັດ​ເປັນ​ຈິງ ເຊິ່ງ​ເປັນ​ຄື​ກັບ​ວ່າ​ເຮົາ​ເຫັນ​ຕົວ​ເອງ “ຢູ່​ໃນ​ຮູບ​ນັ້ນ.”

3-4. ຄຳ​ພະຍາກອນ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ​ຈະ​ສຳເລັດ​ເປັນ​ຈິງ​ຕອນ​ໃດ ແລະ​ຄວນ​ມີ​ຜົນຕໍ່​ເຮົາ​ແນວ​ໃດ?

3 ເຫດຜົນ​ທີ​ສອງ​ທີ່​ເຮົາ​ຄວນ​ສົນ​ໃຈ​ປຶ້ມ​ພະນິມິດ​ກໍ​ຍ້ອນ​ມັນ​ກ່ຽວຂ້ອງ​ກັບ​ເວລາ​ທີ່​ຄຳ​ພະຍາກອນ​ໃນ​ປຶ້ມ​ນັ້ນ​ຈະ​ສຳເລັດ​ເປັນ​ຈິງ. ອັກຄະສາວົກ​ໂຢຮັນ​ບອກ​ໃຫ້​ຮູ້​ວ່າ​ຄຳ​ພະຍາກອນ​ເຫຼົ່ານີ້​ຈະ​ສຳເລັດ​ເປັນ​ຈິງ​ຕອນ​ໃດ. ລາວ​ບອກ​ວ່າ: “ພະລັງ​ຂອງ​ພະເຈົ້າ​ພາ​ຂ້ອຍ​ມາ​ຢູ່​ໃນ​ວັນ​ຂອງ​ຜູ້​ເປັນ​ນາຍ.” (ພນມ. 1:10) ໂຢຮັນ​ໄດ້​ຂຽນ​ຄຳເວົ້າ​ນີ້​ປະມານ​ປີ ຄ.ສ 96 ແຕ່​ຕອນ​ນັ້ນ​ວັນ​ຂອງ​ຜູ້ເປັນ​ນາຍ​ຍັງ​ບໍ່​ໄດ້​ເລີ່ມ​ຕົ້ນ​ເທື່ອ ເພາະ​ຕາມ​ຄຳ​ພະຍາກອນ​ໃນ​ຄຳພີໄບເບິນ​ວັນ​ນັ້ນ​ໄດ້​ເລີ່ມ​ຕົ້ນ​ໃນ​ປີ 1914 ເຊິ່ງ​ເປັນ​ຕອນ​ທີ່​ພະ​ເຢຊູ​ຂຶ້ນ​ປົກຄອງ​ເປັນ​ກະສັດ​ໃນ​ສະຫວັນ. (ມທ. 25:14, 19; ລກ. 19:12) ແລະ​ຕັ້ງ​ແຕ່​ນັ້ນ​ມາ ຄຳ​ພະຍາກອນ​ຕ່າງໆ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ​ເຊິ່ງ​ກ່ຽວຂ້ອງ​ກັບ​ປະຊາຊົນຂອງ​ພະເຈົ້າ​ກໍ​ເລີ່ມ​ສຳເລັດ​ເປັນ​ຈິງ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ “ວັນ​ຂອງ​ຜູ້​ເປັນ​ນາຍ”!

4 ຍ້ອນ​ເຮົາ​ມີ​ຊີວິດ​ຢູ່​ໃນ “ວັນ​ຂອງ​ຜູ້​ເປັນ​ນາຍ” ເຮົາ​ຈຶ່ງ​ຕ້ອງ​ໃສ່​ໃຈ​ຄຳ​ແນະນຳ​ໃນ​ພະນິມິດ 1:3 ທີ່​ບອກ​ວ່າ: “ຄວາມ​ສຸກ​ຈະ​ເກີດ​ກັບ​ຄົນ​ທີ່​ອ່ານ​ອອກ​ສຽງ ຄົນ​ທີ່​ໄດ້​ຍິນ​ຄຳ​ພະຍາກອນ​ນີ້ ແລະ​ຄົນ​ທີ່​ເຮັດ​ຕາມ​ສິ່ງ​ທີ່​ຂຽນ​ໄວ້ ເພາະ​ເວລາ​ກຳນົດ​ໃກ້​ເຂົ້າ​ມາ​ແລ້ວ.” ເຫັນ​ໄດ້​ວ່າ​ເຮົາ​ຕ້ອງ​ເປັນ​ຄົນ​ທີ່ “ອ່ານ​ອອກ​ສຽງ” “ໄດ້​ຍິນ​ຄຳ​ພະຍາກອນ​ນີ້” ແລະ “ເຮັດ​ຕາມ​ສິ່ງ​ທີ່​ຂຽນ​ໄວ້.” ແລ້ວ​ມີ​ຄຳ​ແນະນຳ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ເຮັດ​ຕາມ?

ເຮັດ​ໃຫ້​ແນ່​ໃຈ​ວ່າ​ພະເຢໂຫວາ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຮົາ

5. ປຶ້ມ​ພະນິມິດ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຕ້ອງ​ນະມັດສະການ​ພະເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ຍອມ​ຮັບ?

5 ໃນ​ປຶ້ມ​ພະນິມິດ​ບົດ​ທີ 1 ເຮົາ​ເຫັນ​ວ່າ​ພະ​ເຢຊູ​ຮູ້​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ປະຊາຄົມ​ຕ່າງໆ ເພາະ​ເພິ່ນ​ໄດ້​ໃຫ້​ໂຢຮັນ​ຂຽນ​ຈົດໝາຍ​ໄປ​ເຖິງ 7 ປະຊາຄົມ​ທີ່​ຢູ່​ອາຊີ​ນ້ອຍ. (ພນມ. 1:12-16, 20; 2:1) ໃນ​ຈົດ​ໝາຍ​ເຫຼົ່າ​ນັ້ນ ເພິ່ນ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ເຈາະ​ຈົງ​ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ແນ່​ໃຈ​ວ່າ​ພະເຢໂຫວາ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຂົາ​ເຈົ້າ. ແລະ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ກໍ​ຍັງ​ໃຊ້​ໄດ້​ກັບ​ເຮົາ​ໃນ​ທຸກ​ມື້​ນີ້. ເຮົາ​ໄດ້​ບົດຮຽນ​ຫຍັງ? ພະ​ເຢຊູ​ຜູ້​ນຳ​ຂອງ​ເຮົາ​ຮູ້​ວ່າ ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະເຢໂຫວາ​ເປັນ​ແນວ​ໃດ. ເພິ່ນ​ເປັນ​ຜູ້​ປົກ​ປ້ອງ​ເຮົາ​ແລະ​ເຫັນ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ເຮົາ ແລະ​ຮູ້​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ຕໍ່ໆ​ໄປ. ແລ້ວ​ເພິ່ນ​ໄດ້​ໃຫ້​ຄຳ​ແນະນຳ​ຫຍັງ​ແດ່?

6. (ກ) ຕາມ​ພະນິມິດ 2:3, 4 ປະຊາຄົມ​ໃນ​ເມືອງ​ເອເຟໂຊ​ມີ​ບັນຫາ​ຫຍັງ? (ຂ) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

6 ອ່ານ​ພະນິມິດ 2:3, 4ເຮົາ​ຕ້ອງ​ມີ​ຄວາມ​ຮັກ​ແບບ​ທີ່​ເຄີຍ​ມີ​ໃນ​ຕອນ​ທຳອິດ. ສິ່ງ​ທີ່​ພະ​ເຢຊູ​ໃຫ້​ຂຽນ​ເຖິງ​ປະຊາຄົມ​ໃນ​ເມືອງ​ເອເຟໂຊ​ສະແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ອົດ​ທົນ​ແລະ​ຮັບ​ໃຊ້​ພະເຢໂຫວາ​ຕໍ່ໆ​ໄປເຖິງ​ວ່າ​ຈະ​ເຈິ​ບັນຫາ​ຫຼາຍ​ຢ່າງ. ແຕ່​ເຂົາ​ເຈົ້າ​ພັດ​ບໍ່​ມີ​ຄວາມ​ຮັກ​ແບບ​ທີ່​ເຄີຍ​ມີ​ໃນ​ຕອນ​ທຳອິດ. ດັ່ງນັ້ນ ເຂົາ​ເຈົ້າ​ຕ້ອງ​ກັບ​ມາ​ມີ​ຄວາມ​ຮັກ​ແບບ​ເກົ່າເພື່ອ​ພະເຢໂຫວາ​ຈະ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຂົາ​ເຈົ້າ. ໃນ​ທຸກມື້​ນີ້​ກໍ​ຄື​ກັນ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ອົດ​ທົນ​ກັບ​ບັນຫາ ແຕ່​ເຮົາ​ຕ້ອງ​ອົດ​ທົນ​ດ້ວຍ​ເຫດຜົນ​ທີ່​ຖືກຕ້ອງ ເພາະ​ພະເຢໂຫວາ​ບໍ່​ໄດ້​ສົນ​ໃຈ​ແຕ່​ສິ່ງ​ທີ່​ເຮົາ​ເຮັດ ແຕ່​ເພິ່ນ​ສົນ​ໃຈ​ເຫດຜົນ ທີ່​ເຮົາ​ເຮັດ​ນຳ. ດັ່ງນັ້ນ ແຮງ​ກະຕຸ້ນ​ຂອງ​ເຮົາ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ ເພາະ​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ນະມັດສະການ​ເພິ່ນ​ຍ້ອນ​ວ່າ​ເຮົາ​ຮັກ​ແລະ​ເຫັນ​ຄ່າ​ເພິ່ນ​ແທ້ໆ.—ສຸພາ. 16:2; ມຣກ. 12:29, 30

7. (ກ) ຕາມ​ພະນິມິດ 3:1-3 ພະ​ເຢຊູ​ເຫັນ​ວ່າ​ພີ່ນ້ອງ​ໃນ​ເມືອງ​ຊາເດ​ມີ​ບັນຫາ​ຫຍັງ? (ຂ) ເຮົາ​ຕ້ອງ​ເຮັດ​ຫຍັງ?

7 ອ່ານ​ພະນິມິດ 3:1-3. ເຮົາ​ຕ້ອງ​ເຝົ້າ​ລະວັງ​ຢູ່​ສະເໝີ. ພີ່ນ້ອງ​ໃນ​ປະຊາຄົມ​ເມືອງ​ຊາເດ​ກໍ​ມີ​ບັນຫາ​ຄື​ກັນ. ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ເຄີຍ​ຮັບ​ໃຊ້​ພະເຢໂຫວາ​ຢ່າງ​ຫ້າວຫັນ ແຕ່​ຕອນ​ນີ້​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ແບບ​ນັ້ນ​ແລ້ວ. ພະ​ເຢຊູ​ຈຶ່ງ​ບອກ​ໃຫ້​ເຂົາ​ເຈົ້າ “ຕື່ນ.” ເຮົາ​ໄດ້​ບົດຮຽນ​ຫຍັງ​ໃນ​ເລື່ອງ​ນີ້? ກໍ​ແມ່ນ​ຢູ່​ວ່າ​ພະເຢໂຫວາ​ບໍ່​ລືມ​ວຽກ​ທີ່​ເຮົາ​ເຮັດ. (ຮຣ. 6:10) ແຕ່​ເຮົາ​ບໍ່​ຄວນ​ຄິດ​ວ່າ​ທີ່​ຜ່ານ​ມາ​ເຮົາ​ຮັບ​ໃຊ້​ພະເຢໂຫວາ​ມາ​ຫຼາຍ​ແລ້ວ ຕອນ​ນີ້​ເຮົາ​ບໍ່​ເຮັດ​ກໍ​ໄດ້. ເຖິງ​ວ່າ​ເຮົາ​ຈະ​ຮັບ​ໃຊ້​ພະເຢໂຫວາ​ບໍ່​ໄດ້​ຫຼາຍ​ຄື​ແຕ່​ກ່ອນ ແຕ່​ເຮົາ​ກໍ​ຕ້ອງ​ພະຍາຍາມ​ເຮັດ “ວຽກ​ຂອງ​ຜູ້​ເປັນ​ນາຍ” ຕໍ່ໆ​ໄປ​ເພື່ອ​ເຮົາ​ຈະ​ເຝົ້າ​ລະວັງຢູ່​ສະເໝີ​ຈົນ​ຮອດ​ວັນ​ສຸດທ້າຍ.—1 ກຣ. 15:58; ມທ. 24:13; ມຣກ. 13:33

8. ຕາມ​ພະນິມິດ 3:15-17 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ເວົ້າ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ລາວ​ດີ​ເກ​ອາ?

8 ອ່ານ​ພະນິມິດ 3:15-17. ເຮົາ​ຕ້ອງ​ຫ້າວຫັນ​ແລະ​ຮັບ​ໃຊ້​ພະເຢໂຫວາ​ສຸດ​ຫົວໃຈ. ພີ່ນ້ອງ​ໃນ​ເມືອງລາວ​ດີ​ເກ​ອາ​ກໍ​ມີ​ບັນຫາ​ທີ່​ຕ່າງ​ອອກ​ໄປ. ເຂົາ​ເຈົ້ານະມັດສະການ​ພະເຢໂຫວາ​ແບບ “ອຸ່ນໆ” ແລະ​ບໍ່​ໄດ້​ໃສ່​ໃຈ. ນີ້​ຈຶ່ງ​ເຮັດ​ໃຫ້​ພະ​ເຢຊູ​ບອກ​ວ່າ​ເຂົາ​ເຈົ້າ “ເປັນ​ຕາ​ສົມ​ເພດ ແລະ​ເປັນ​ຕາ​ອີ່ຕົນ.” ເຂົາ​ເຈົ້າ​ຕ້ອງ​ຮັບ​ໃຊ້​ພະເຢໂຫວາ​ຢ່າງ​ຫ້າວຫັນ​ຫຼາຍ​ກວ່າ​ນີ້. (ພນມ. 3:19) ເຮົາ​ໄດ້​ບົດຮຽນ​ຫຍັງ? ຖ້າ​ເຮົາ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ໄດ້​ຫ້າວຫັນ​ໃນ​ການ​ຮັບ​ໃຊ້​ພະເຢໂຫວາ ເຮົາ​ຄວນ​ຈະ​ຄິດເຖິງ​ສິ່ງ​ດີໆ​ທີ່​ພະເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ເຮັດ​ເພື່ອ​ເຮົາ. (ພນມ. 3:18) ຂໍ​ໃຫ້​ເຮົາ​ຢ່າ​ຍອມ​ໃຫ້​ຊີວິດ​ທີ່​ສະດວກ​ສະບາຍ​ໃນ​ຕອນ​ນີ້​ມາ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ເອົາ​ການ​ຮັບ​ໃຊ້​ພະເຢໂຫວາ​ເປັນສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

9. ຕາມ​ທີ່​ພະ​ເຢຊູ​ເວົ້າ​ກັບ​ພີ່ນ້ອງ​ໃນ​ເມືອງ​ເປ​ຄາ​ໂມ​ແລະ​ເມືອງ​ທົວຕີຣາ ເຮົາ​ຕ້ອງ​ລະວັງ​ສິ່ງ​ໃດ​ເຊິ່ງ​ເປັນ​ອັນຕະລາຍ?

9 ເຮົາ​ຕ້ອງ​ປະຕິເສດ​ຄຳ​ສອນ​ຂອງ​ຜູ້​ທີ່​ທໍລະຍົດ​ພະເຈົ້າ. ພະ​ເຢຊູ​ໄດ້​ຕຳໜິ​ບາງຄົນ​ໃນ​ເມືອງ​ເປ​ຄາ​ໂມ​ທີ່​ມັກ​ສ້າງ​ຄວາມ​ແຕກ​ແຍກ. (ພນມ. 2:14-16) ແລະ​ເພິ່ນ​ໄດ້​ຊົມເຊີຍ​ພີ່ນ້ອງ​ໃນ​ເມືອງ​ທົວຕີຣາ​ທີ່​ບໍ່​ໄດ້​ເຮັດ​ຕາມ “ສິ່ງ​ເລິກ​ເຊິ່ງ​ຂອງ​ຊາຕານ” ແລະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້ “ຍຶດ​ໝັ້ນ” ກັບ​ຄວາມ​ຈິງ. (ພນມ. 2:24-26) ຄລິດສະຕຽນ​ທີ່​ມີ​ຄວາມ​ເຊື່ອ​ບໍ່​ເຂັ້ມແຂງ​ເຊິ່ງ​ຫຼົງ​ເຊື່ອ​ຄຳ​ສອນ​ຜິດໆ​ຕ້ອງ​ໄດ້​ປ່ຽນແປງ​ຕົວ​ເອງ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ຕ້ອງ​ປະຕິເສດ​ຄຳ​ສອນ​ທຸກ​ຢ່າງ​ທີ່​ຂັດ​ກັບ​ຄວາມຄິດ​ຂອງ​ພະເຈົ້າ. ຜູ້​ທີ່​ທໍລະຍົດ​ພະເຈົ້າ​ອາດ “ເຄັ່ງ​ສາສະໜາ​ແຕ່​ພາຍ​ນອກ” ແຕ່​ໃນ​ຕົວ​ຈິງ​ແລ້ວ​ເຂົາ​ເຈົ້າ “ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ຄຳ​ສອນ​ຂອງ​ສາສະໜາ.” (2 ຕມ. 3:5) ດັ່ງນັ້ນ ຖ້າ​ເຮົາ​ສຶກສາຄຳພີໄບເບິນ​ຢ່າງ​ດີ ເຮົາ​ກໍ​ຈະ​ຮູ້​ວ່າ​ສິ່ງ​ໃດ​ເປັນ​ຄຳ​ສອນ​ຕົວະ​ແລະ​ປະຕິເສດ​ຄຳ​ສອນ​ນັ້ນ​ໄດ້​ງ່າຍ​ຂຶ້ນ.—2 ຕມ. 3:14-17; ຢດ. 3, 4

10. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ພະ​ເຢຊູ​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ເປ​ຄາ​ໂມ​ແລະ​ເມືອງ​ທົວຕີຣາ?

10 ເຮົາ​ຕ້ອງ​ບໍ່​ຍອມ​ຮັບ​ຫຼື​ບໍ່​ເຮັດ​ຜິດສິນລະທຳ​ທາງ​ເພດ​ທຸກ​ຮູບ​ແບບ. ພີ່ນ້ອງ​ໃນ​ເມືອງ​ເປ​ຄາ​ໂມ​ແລະ​ເມືອງ​ທົວຕີຣາ​ຍັງ​ມີ​ບັນຫາ​ອີກ​ຢ່າງ​ໜຶ່ງ. ພະ​ເຢຊູ​ໄດ້​ຕຳໜິ​ບາງຄົນ​ໃນ​ປະຊາຄົມ​ເຫຼົ່າ​ນັ້ນ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ຍອມ​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ໃນ​ປະຊາຄົມ. (ພນມ. 2:14, 20) ເຮົາ​ໄດ້​ບົດຮຽນ​ຫຍັງ? ເຖິງ​ວ່າ​ເຮົາ​ຈະ​ຮັບ​ໃຊ້​ພະເຢໂຫວາ​ມາ​ຫຼາຍ​ປີ​ຫຼື​ມີ​ສິດທິ​ພິເສດ​ຫຼາຍ​ຢ່າງ​ໃນ​ຕອນ​ນີ້ ແຕ່​ເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພະເຢໂຫວາ​ຈະ​ຍອມ​ຮັບ​ເຮົາ​ທີ່​ເຮັດ​ຜິດສິນລະທຳ​ທາງ​ເພດ. (1 ຊາມ. 15:22; 1 ປຕ. 2:16) ບໍ່​ວ່າ​ຫຼັກ​ສິນລະທຳ​ຂອງ​ໂລກ​ນີ້​ຈະ​ເສື່ອມ​ລົງ​ຫຼາຍ​ສ່ຳ​ໃດ ແຕ່​ພະເຢໂຫວາ​ກໍ​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ຕາມ​ຫຼັກ​ສິນລະທຳ​ຂອງ​ເພິ່ນ.—ອຟຊ. 6:11-13

11. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ໄດ້​ຮຽນ​ຜ່ານ​ມາ? (ເບິ່ງ​ຂອບ “ ບົດຮຽນ​ສຳລັບ​ເຮົາ​ໃນ​ທຸກ​ມື້​ນີ້”)

11 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ໄດ້​ຮຽນ​ຜ່ານ​ມາ? ເຮົາ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ພະເຢໂຫວາ​ຈະ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຮົາ. ຖ້າ​ເຮົາ​ເຮັດ​ບາງ​ຢ່າງ​ທີ່​ພະເຢໂຫວາ​ບໍ່​ມັກ ເຮົາ​ຕ້ອງ​ປ່ຽນແປງ​ຕົວ​ເອງ​ທັນທີ​ເພື່ອ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ. (ພນມ. 2:5, 16; 3:3, 16) ພະ​ເຢຊູ​ຍັງ​ໄດ້​ເວົ້າ​ບາງ​ຢ່າງ​ກັບ​ປະຊາຄົມ​ອື່ນ. ແລ້ວ​ສິ່ງ​ເຫຼົ່າ​ນັ້ນ​ແມ່ນ​ຫຍັງ?

ໃຫ້​ພ້ອມ​ທີ່​ຈະ​ອົດ​ທົນ​ກັບ​ການ​ຂົ່ມເຫງ

ຫຼັງ​ຈາກ​ຊາຕານ​ຖືກ​ຖິ້ມ​ລົງ​ມາ​ແຕ່​ສະຫວັນ ມັນ​ໄດ້​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ແນວ​ໃດ? (ເບິ່ງ​ຂໍ້ 12-16)

12. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ພະ​ເຢຊູ​ຂຽນເຖິງ​ພີ່ນ້ອງ​ໃນ​ເມືອງ​ຊະມີນາ​ແລະ​ເມືອງ​ຟີລາເດັນເຟຍ? (ພະນິມິດ 2:10)

12 ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ພະ​ເຢຊູ​ບອກ​ໃຫ້​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ຊະມີນາ​ແລະ​ເມືອງ​ຟີລາເດັນເຟຍ. ເພິ່ນ​ບອກ​ເຂົາ​ເຈົ້າ​ບໍ່ໃຫ້​ຢ້ານ​ການ​ຂົ່ມເຫງ ເພາະ​ພະເຢໂຫວາ​ຈະ​ໃຫ້​ລາງວັນ​ກັບ​ຜູ້​ທີ່​ສັດຊື່​ຕໍ່​ເພິ່ນ. (ອ່ານ​ພະນິມິດ 2:10; 3:10) ເຮົາ​ໄດ້​ບົດຮຽນ​ຫຍັງ? ເຮົາ​ຕ້ອງ​ຄາດ​ໝາຍ​ວ່າ​ເຮົາ​ຈະ​ເຈິ​ການ​ຂົ່ມເຫງ​ແລະ​ຕ້ອງ​ພ້ອມ​ທີ່​ຈະ​ອົດ​ທົນ​ກັບ​ເລື່ອງ​ນີ້. (ມທ. 24:9, 13; 2 ກຣ. 12:10) ແລ້ວ​ເປັນ​ຫຍັງ​ຄຳ​ເຕືອນ​ນີ້​ຈຶ່ງ​ສຳຄັນ?

13-14. ເຫດການ​ທີ່​ເວົ້າ​ໃນ​ພະນິມິດ​ບົດ 12 ມີ​ຜົນ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ​ແນວ​ໃດ?

13 ໃນ​ປຶ້ມ​ພະນິມິດ​ບອກ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ຖືກ​ຂົ່ມເຫງ​ໃນ​ສະໄໝ​ຂອງ​ເຮົາ ເຊິ່ງ​ກໍ​ຄື “ວັນ​ຂອງ​ຜູ້​ເປັນ​ນາຍ.” ໃນ​ພະນິມິດ​ບົດ 12 ບອກ​ວ່າ​ຈະ​ມີ​ສົງຄາມ​ໃນ​ສະຫວັນ​ທັນທີ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຂຶ້ນ​ເປັນ​ກະສັດ. ມີຄາເອນ​ເຊິ່ງ​ກໍ​ຄື​ພະ​ເຢຊູ​ແລະ​ເຫຼົ່າ​ທູດສະຫວັນ​ໄດ້​ຕໍ່ສູ້​ກັບ​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ. (ພນມ. 12:7, 8) ໃນ​ທີ່​ສຸດ ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ​ກໍ​ຖືກ​ຖິ້ມ​ລົງ​ມາ​ໃນ​ໂລກ. ນີ້​ຈຶ່ງ​ເຮັດ​ໃຫ້​ຜູ້​ຄົນ​ໃນ​ໂລກ​ສັບສົນ​ວຸ່ນວາຍ​ແລະ​ມີ​ບັນຫາ​ຫຼາຍ​ຢ່າງ. (ພນມ. 12:9, 12) ແລ້ວ​ເລື່ອງ​ນີ້​ມີ​ຜົນ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ​ແນວ​ໃດ?

14 ປຶ້ມ​ພະນິມິດ​ຍັງ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ຊາຕານ​ຮູ້ສຶກ​ແນວ​ໃດ​ຕໍ່​ຈາກ​ນັ້ນ. ຊາຕານ​ບໍ່​ສາມາດ​ກັບ​ໄປ​ສະຫວັນ​ໄດ້​ອີກ​ແລ້ວ. ດັ່ງນັ້ນ ມັນ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ແລະ​ຂົ່ມເຫງ​ຜູ້​ຖືກ​ເຈີມ​ທີ່​ຢູ່​ໃນ​ໂລກ ເຊິ່ງ​ເປັນ​ຕົວແທນ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ເປັນ​ຜູ້​ທີ່ “ເຮັດ​ວຽກ​ປະກາດ​ເລື່ອງ​ພະ​ເຢຊູ.” (ພນມ. 12:17; 2 ກຣ. 5:20; ອຟຊ. 6:19, 20) ແລ້ວ​ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນ​ຈິງ​ແນວ​ໃດ?

15. “ພະຍານ 2 ຄົນ” ທີ່ຢູ່ໃນ​ພະນິມິດ​ບົດ 11 ໝາຍ​ເຖິງ​ໃຜ ແລະ​ເກີດ​ຫຍັງ​ຂຶ້ນ​ກັບ​ເຂົາ​ເຈົ້າ?

15 ຊາຕານ​ໄດ້​ເຮັດ​ໃຫ້​ມີການ​ໂຈມຕີ​ຜູ້​ຖືກ​ເຈີມ​ທີ່​ນຳ​ໜ້າ​ໃນ​ວຽກ​ປະກາດ. ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ອົງການ​ໝາຍ​ເຖິງ “ພະຍານ 2 ຄົນ” ທີ່​ປຶ້ມ​ພະນິມິດ​ບອກ​ວ່າ​ຈະ​ຖືກ​ຂ້າ. b (ພນມ. 11:3, 7-11) ໃນ​ປີ 1918 ພີ່ນ້ອງ 8 ຄົນ​ທີ່​ນຳ​ໜ້າ​ໃນ​ອົງການ​ໄດ້​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແລະ​ເຂົ້າ​ຄຸກ​ເປັນ​ເວລາ​ດົນ. ດັ່ງນັ້ນ ຫຼາຍ​ຄົນ​ກໍ​ເລີຍ​ຄິດ​ວ່າວຽກ​ຂອງ​ຜູ້​ຖືກ​ເຈີມ​ຖືກ​ລະງັບ​ຫຼື “ຖືກ​ຂ້າ” ໄປ​ແລ້ວ.

16. ໃນ​ປີ 1919 ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ແບບ​ບໍ່​ຄາດ​ຄິດ ແຕ່​ຊາຕານ​ໄດ້​ເຮັດ​ຫຍັງ​ຕໍ່?

16 ຄຳ​ພະຍາກອນ​ໃນ​ພະນິມິດ​ບົດ 11 ຍັງ​ບອກ​ວ່າ “ພະຍານ 2 ຄົນ” ຈະ​ກັບ​ມາ​ມີ​ຊີວິດ​ອີກ​ໃນ​ເວລາ​ສັ້ນໆ. ຄຳ​ພະຍາກອນ​ນີ້​ໄດ້​ສຳເລັດ​ເປັນ​ຈິງ​ໃນ​ແບບ​ທີ່​ໜ້າ​ງຶດງໍ້ ເພາະ​ໃນ​ຕົ້ນ​ປີ 1919 ຜູ້​ຖືກ​ເຈີມ​ໄດ້​ຖືກ​ປ່ອຍ​ອອກຈາກຄຸກ​ແລະ​ພົ້ນ​ຈາກ​ຂໍ້​ກ່າວ​ຫາ. ແລ້ວ​ພີ່ນ້ອງເຫຼົ່ານີ້​ກໍ​ເລີ່ມ​ເຮັດ​ວຽກ​ປະກາດ​ທັນທີ. ແຕ່​ຊາຕານ​ກໍ​ບໍ່​ໄດ້​ເຊົາ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ ເພາະ​ຕັ້ງ​ແຕ່ນັ້ນ​ມາຊາຕານ​ໄດ້​ຂົ່ມເຫງ​ປະຊາຊົນ​ຂອງ​ພະເຈົ້າ​ທຸກ​ຄົນ​ເຊິ່ງ​ປຽບ​ຄື​ກັບ “ແມ່​ນ້ຳ” ທີ່​ປຶ້ມ​ພະນິມິດ​ເວົ້າ​ເຖິງ. (ພນມ. 12:15) ດັ່ງນັ້ນ ເຮົາ​ທຸກ​ຄົນ​ຈຳເປັນ “ຕ້ອງ​ມີ​ຄວາມ​ອົດ​ທົນ​ແລະ​ຄວາມ​ເຊື່ອ.”—ພນມ. 13:10

ໃຫ້​ເຮັດ​ດີ​ທີ່​ສຸດ​ໃນ​ວຽກ​ທີ່​ພະເຢໂຫວາ​ໃຫ້​ເຮົາ

17. ເຖິງ​ວ່າ​ຊາຕານ​ຈະ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ ແຕ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ແບບ​ບໍ່​ຄາດ​ຄິດ​ແນວ​ໃດ?

17 ໃນ​ປຶ້ມ​ພະນິມິດ​ບົດ 12 ຍັງ​ບອກ​ວ່າ “ແຜ່ນດິນ” ຈະ​ກືນ​ກິນ “ແມ່​ນ້ຳ” ເຊິ່ງ​ໝາຍ​ຄວາມ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ແຫຼ່ງ​ທີ່​ບໍ່​ຄາດ​ຄິດ. (ພນມ. 12:16) ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ແທ້ ເພາະ​ບາງເທື່ອ​ລະບົບ​ຂອງ​ໂລກ​ນີ້​ບາງ​ສ່ວນ ເຊັ່ນ ລະບົບ​ຍຸຕິທຳ​ໄດ້​ມາ​ຊ່ວຍເຫຼືອ​ປະຊາຊົນ​ຂອງ​ພະເຈົ້າ. ແລະ​ຫຼາຍ​ເທື່ອ​ປະຊາຊົນ​ຂອງ​ພະເຈົ້າ​ກໍ​ຊະ​ນະ​ຄະດີ​ແລະ​ມີ​ອິດ​ສະຫຼະ​ຫຼາຍ​ຂຶ້ນ. ແລ້ວ​ເຂົາ​ເຈົ້າ​ກໍ​ໃຊ້​ອິດ​ສະຫຼະ​ນີ້​ເພື່ອ​ເຮັດ​ວຽກ​ມອບໝາຍ​ທີ່​ພະເຢໂຫວາ​ໃຫ້​ເຂົາເຈົ້າ​ເຮັດ​ຢ່າງ​ເຕັມທີ. (1 ກຣ. 16:9) ແລ້ວ​ວຽກ​ນັ້ນ​ມີ​ຫຍັງ​ແດ່?

ປະຊາຊົນ​ຂອງ​ພະເຈົ້າ​ປະກາດ​ສອງ​ເລື່ອງ​ຫຍັງ​ແດ່? (ເບິ່ງ​ຂໍ້ 18-19)

18. ໃນ​ສະໄໝ​ສຸດທ້າຍ ວຽກ​ຫຼັກ​ຂອງ​ເຮົາ​ແມ່ນ​ຫຍັງ?

18 ພະ​ເຢຊູ​ພະຍາກອນ​ວ່າ ປະຊາຊົນ​ຂອງ​ພະເຈົ້າ​ຈະ​ປະກາດ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ” ໄປ​ທົ່ວ​ໂລກ​ຈົນ​ກວ່າ​ຈຸດ​ຈົບ​ຈະ​ມາ​ເຖິງ. (ມທ. 24:14) ຕອນ​ທີ່​ປະກາດ ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ທູດສະຫວັນ​ທີ່ “ປະກາດ​ຂ່າວ​ດີ​ທີ່​ຈະ​ຢູ່​ຕະຫຼອດໄປ​ໃຫ້​ກັບ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ ກັບ​ທຸກ​ປະເທດ ທຸກ​ຕະກູນ ທຸກ​ພາສາ ແລະ​ທຸກ​ຊົນຊາດ.”—ພນມ. 14:6

19. ຜູ້​ຮັບ​ໃຊ້​ພະເຢໂຫວາ​ຈະ​ຕ້ອງ​ປະກາດ​ເລື່ອງ​ຫຍັງ​ອີກ?

19 ຜູ້​ຮັບ​ໃຊ້​ຂອງ​ພະເຈົ້າ​ບໍ່​ພຽງ​ແຕ່​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ດຽວ ແຕ່​ເຂົາ​ເຈົ້າ​ຍັງ​ຈະ​ໄດ້​ເຮັດ​ວຽກ​ຊ່ວຍ​ທູດສະຫວັນ​ທີ່​ເວົ້າ​ເຖິງ​ໃນ​ພະນິມິດ​ບົດ 8-10 ນຳ. ທູດສະຫວັນ​ເຫຼົ່ານີ້​ຈະ​ປະກາດ​ຄວາມ​ເດືອດຮ້ອນ 3 ຢ່າງ​ຕໍ່​ຜູ້​ທີ່​ບໍ່​ຍອມ​ຮັບ​ການ​ປົກຄອງ​ຂອງ​ພະເຈົ້າ. ດັ່ງນັ້ນ ຜູ້​ຮັບ​ໃຊ້​ພະເຢໂຫວາ​ຈະ​ຕ້ອງ​ໄດ້​ປະກາດ​ຄຳ​ພິພາກສາເຊິ່ງ​ເປັນ​ຄືກັບ “ໝາກ​ເຫັບ​ແລະ​ໄຟ” ຕໍ່​ສ່ວນ​ຕ່າງໆ​ໃນ​ໂລກ​ຂອງ​ຊາຕານ. (ພນມ. 8:7, 13) ຜູ້​ຄົນ​ຈະ​ຕ້ອງຮູ້​ວ່າຈຸດ​ຈົບ​ຂອງ​ໂລກ​ໃກ້​ມາ​ຮອດ​ແລ້ວ ແລະ​ເຂົາ​ເຈົ້າ​ຕ້ອງ​ໄດ້​ປ່ຽນແປງ​ຕົວ​ເອງ​ເພື່ອ​ຈະ​ລອດ​ຊີວິດ​ໃນ​ວັນ​ທີ່ພະເຢໂຫວາ​ຈະ​ມາ​ລົງໂທດ. (ຊໂຟ. 2:2, 3) ເຮົາ​ຕ້ອງ​ກ້າຫານ​ຫຼາຍ​ແທ້ໆ​ເພື່ອ​ຈະ​ປະກາດ​ເລື່ອງ​ນີ້ ເພາະ​ຫຼາຍ​ຄົນ​ຈະ​ບໍ່​ມັກ. ໃນ​ຊ່ວງ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່ ຄຳ​ພິພາກສາ​ແຮ່ງ​ຈະ​ຮຸນແຮງ​ຫຼາຍ​ກວ່າ​ນີ້​ອີກ.—ພນມ. 16:21

ເຮັດ​ຕາມ​ຄຳ​ພະຍາກອນ

20. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ສອງ​ບົດ​ຄວາມ​ຕໍ່​ໄປ?

20 ເຮົາ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ຂຽນ​ໄວ້​ໃນ “ຄຳ​ພະຍາກອນ” ທີ່​ຢູ່​ໃນ​ປຶ້ມ​ພະນິມິດ ເພາະ​ວ່າ​ເຮົາ​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນ​ຈິງ. (ພນມ. 1:3) ແລ້ວ​ເຮົາ​ຈະ​ອົດ​ທົນ​ກັບ​ການ​ຂົ່ມເຫງ​ແລະ​ປະກາດ​ຢ່າງ​ກ້າຫານ​ຕໍ່ໆ​ໄປ​ໄດ້​ແນວ​ໃດ? ເຮົາ​ຈະ​ເຮັດ​ແບບ​ນີ້​ໄດ້​ໂດຍ​ເບິ່ງ​ສອງ​ຢ່າງ​ຕໍ່​ໄປ​ນີ້. (1) ສິ່ງ​ທີ່​ພະນິມິດ​ເວົ້າ​ກ່ຽວ​ກັບ​ສັດຕູ​ຂອງ​ພະເຢໂຫວາ. (2) ພອນ​ຕ່າງໆ​ທີ່​ເຮົາ​ຈະ​ໄດ້​ຮັບ​ຍ້ອນ​ຄວາມ​ສັດຊື່. ເຮົາ​ຈະ​ໄດ້​ຮຽນ​ສອງ​ເລື່ອງ​ນີ້​ໃນ​ສອງ​ບົດ​ຄວາມ​ຕໍ່​ໄປ.

ເພງ 32 ຂໍ​ໃຫ້​ຢູ່​ຝ່າຍ​ພະເຢໂຫວາ!

a ເຮົາ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ຄຳ​ພະຍາກອນ​ຕ່າງໆ​ໃນ​ປຶ້ມ​ພະນິມິດ​ກຳລັງ​ສຳເລັດ​ເປັນ​ຈິງ. ນີ້​ເປັນ​ເວລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ແທ້ໆ! ແລ້ວ​ຄຳ​ພະຍາກອນ​ເຫຼົ່ານີ້​ມີ​ຜົນ​ຕໍ່​ເຮົາ​ແນວ​ໃດ? ໃນ​ບົດ​ຄວາມ​ນີ້​ແລະ​ອີກ​ສອງ​ບົດ​ຄວາມ​ຕໍ່​ໄປ​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ພາບ​ລວມ​ຂອງ​ປຶ້ມ​ພະນິມິດ ແລະ​ຊ່ວຍ​ເຮົາ​ໃຫ້​ນະມັດສະການ​ພະເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ຍອມ​ຮັບ​ໂດຍ​ເຮັດ​ຕາມ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ພະນິມິດ.

b ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ 15 ພະຈິກ ປີ 2014 ໜ້າ 30 (ພາສາ​ໄທ)