ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 21

ປຶ້ມ​ພະນິມິດ​ເວົ້າ​ເຖິງ​ອະນາຄົດ​ຂອງ​ເຮົາ​ແນວ​ໃດ?

ປຶ້ມ​ພະນິມິດ​ເວົ້າ​ເຖິງ​ອະນາຄົດ​ຂອງ​ເຮົາ​ແນວ​ໃດ?

“ອາແມນ! ເຊີນ​ມາ ພະ​ເຢຊູ​ຜູ້​ເປັນ​ນາຍ.”—ພນມ. 22:20

ເພງ 142 ຍຶດ​ໝັ້ນ​ກັບ​ຄວາມຫວັງ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ a

1. ເຮົາ​ທຸກ​ຄົນ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ຫຍັງ​ທີ່​ສຳຄັນ​ຫຼາຍ?

 ໃນ​ທຸກ​ມື້​ນີ້ ເຮົາ​ທຸກ​ຄົນ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ທີ່​ສຳຄັນ​ທີ່​ວ່າ ເຮົາ​ຈະ​ຢູ່​ຝ່າຍ​ພະເຢໂຫວາ​ເຊິ່ງ​ເປັນ​ຜູ້​ປົກຄອງ​ເອກະພົບ ຫຼື​ຈະ​ຢູ່​ຝ່າຍ​ຊາຕານ​ເຊິ່ງ​ເປັນ​ສັດຕູ​ຂອງ​ເພິ່ນ. ເຮົາ​ທຸກ​ຄົນ​ຕ້ອງ​ໄດ້​ເລືອກ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ຈະ​ຢູ່​ທັງ​ສອງ​ຝ່າຍ​ບໍ່​ໄດ້. ແລະ​ການ​ຕັດສິນ​ໃຈ​ຂອງ​ເຮົາ​ກໍ​ຈະ​ເປັນ​ຕົວ​ກຳນົດ​ວ່າ ເຮົາ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດໄປ​ຫຼື​ບໍ່. (ມທ. 25:31-33, 46) ໃນ​ຊ່ວງ “ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່” ເຮົາ​ຈະ​ຖືກ​ໝາຍ​ໄວ້​ວ່າ​ຈະ​ໄດ້​ຊີວິດ​ຫຼື​ຈະ​ຖືກ​ທຳລາຍ.—ພນມ. 7:14; 14:9-11; ເອເຊກ. 9:4, 6

2. (ກ) ເຮັບເຣີ 10:35-39 ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ? (ຂ) ປຶ້ມ​ພະນິມິດ​ຊ່ວຍ​ເຮົາ​ແນວ​ໃດ?

2 ອ່ານ​ເຮັບເຣີ 10:35-39. ຖ້າ​ເຈົ້າ​ເລືອກ​ຢູ່​ຝ່າຍ​ພະເຢໂຫວາ ເຈົ້າ​ກໍ​ເລືອກ​ຖືກ​ແລ້ວ ແລະ​ເຈົ້າ​ກໍ​ຄື​ຊິ​ຢາກ​ຊ່ວຍ​ຄົນ​ອື່ນ​ໃຫ້​ເລືອກ​ແບບ​ນີ້​ຄື​ກັນ. ເຈົ້າ​ສາມາດ​ໃຊ້​ປຶ້ມ​ພະນິມິດ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ເລືອກ​ທາງ​ນີ້ ເພາະ​ປຶ້ມ​ນັ້ນ​ບອກ​ເຮົາ​ໃຫ້​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ທີ່​ຕໍ່ຕ້ານ​ພະເຢໂຫວາ ແລະ​ຜູ້​ທີ່​ເລືອກ​ຢູ່​ຝ່າຍ​ເພິ່ນ​ຈະ​ໄດ້​ຮັບ​ພອນ​ດີໆ​ຫຍັງ​ແດ່. ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ສຶກສາ​ປຶ້ມ​ພະນິມິດ​ເພາະ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ໃຊ້​ພະເຢໂຫວາ​ຕໍ່ໆ​ໄປ​ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ແບບ​ນີ້​ຄື​ກັນ.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ສອງ​ຄຳຖາມ​ທີ່​ວ່າ ຜູ້​ທີ່​ເລືອກ​ຢູ່​ຝ່າຍ​ການ​ປົກຄອງ​ຂອງ​ພະເຢໂຫວາ​ຈະ​ເປັນ​ແນວ​ໃດ? ແລະ​ຜູ້​ທີ່​ເລືອກ​ຢູ່​ຝ່າຍ​ສັດ​ຮ້າຍ​ສີ​ແດງ​ສົດ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ​ຈະ​ເປັນ​ແນວ​ໃດ?

ຜູ້​ທີ່​ຮັບ​ໃຊ້​ພະເຢໂຫວາ​ຢ່າງ​ສັດຊື່​ຈະ​ເປັນ​ແນວ​ໃດ?

4. ອັກຄະສາວົກ​ໂຢຮັນ​ເຫັນ​ຄົນ​ກຸ່ມ​ໃດ​ທີ່​ຢູ່​ກັບ​ພະ​ເຢຊູ​ໃນ​ສະຫວັນ?

4 ໃນ​ນິມິດ​ໜຶ່ງ ອັກຄະສາວົກ​ໂຢຮັນ​ເຫັນ​ຄົນ 2 ກຸ່ມ​ທີ່​ຢູ່​ຝ່າຍ​ການ​ປົກຄອງ​ຂອງ​ພະ​ເຈົ້າ​ແລະ​ໄດ້​ຮັບ​ຊີວິດ​ຕະຫຼອດໄປ. ຄົນ​ກຸ່ມ​ທຳອິດ​ມີ​ຈຳນວນ 144.00​0 ຄົນ. (ພນມ. 7:4) ເຂົາ​ເຈົ້າ​ມາ​ຈາກ​ໂລກ​ນີ້ ແລະ​ຈະ​ໄດ້​ຮ່ວມ​ປົກຄອງ​ໂລກ​ກັບ​ພະ​ເຢຊູ​ໃນ​ສະຫວັນ. (ພນມ. 5:9, 10; 14:3, 4) ໃນ​ນິມິດ​ນັ້ນ ໂຢຮັນ​ຍັງ​ເຫັນ​ເຂົາ​ເຈົ້າ​ຢືນ​ຢູ່​ຂ້າງ​ພະ​ເຢຊູ​ເທິງ​ພູເຂົາ​ຊີໂອນ​ທີ່​ຢູ່​ໃນ​ສະຫວັນ.—ພນມ. 14:1

5. ອີກ​ບໍ່​ດົນ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ຖືກ​ເຈີມ​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ໂລກ?

5 ຕະຫຼອດ​ຫຼາຍ​ຮ້ອຍ​ປີ​ທີ່​ຜ່ານ​ມາ ຫຼາຍ​ຄົນ​ໄດ້​ຖືກ​ເລືອກ​ໃຫ້​ເຂົ້າ​ມາ​ເປັນ 144.000 ຄົນ. (ລກ. 12:32; ຣມ. 8:17) ແຕ່​ໂຢຮັນ​ບອກ​ວ່າ ໃນ​ສະໄໝ​ສຸດທ້າຍ 144.000 ຄົນ​ຈະ​ມີ​ຈຳນວນ​ໜ້ອຍ​ດຽວ​ທີ່​ເຫຼືອ​ຢູ່​ໃນ​ໂລກ. “ຜູ້​ທີ່​ຍັງ​ເຫຼືອ” ນີ້​ຈະ​ໄດ້​ຮັບ “ກາປະທັບ” ຈາກ​ພະເຢໂຫວາ​ກ່ອນ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມຕົ້ນ. (ພນມ. 7:2, 3; 12:17) ແລະ​ໃນ​ລະຫວ່າງ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່ ເຂົາ​ເຈົ້າ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ສະຫວັນ​ເພື່ອ​ໄປ​ຢູ່​ກັບ​ຜູ້​ຖືກ​ເຈີມ​ຄົນ​ອື່ນໆ​ທີ່​ຕາຍ​ໄປ​ກ່ອນ​ໜ້າ​ນັ້ນ. ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.—ມທ. 24:31; ພນມ. 5:9, 10

6-7. (ກ) ໂຢຮັນ​ເຫັນ​ຄົນ​ກຸ່ມ​ໃດ​ອີກ ແລະ​ເຮົາ​ຮູ້​ຫຍັງ​ກ່ຽວ​ກັບ​ເຂົາ​ເຈົ້າ? (ຂ) ເປັນ​ຫຍັງ “ຜູ້​ທີ່​ຍັງ​ເຫຼືອ” ແລະ “ຄົນ​ຝູງ​ໃຫຍ່” ຄວນ​ສົນ​ໃຈ​ປຶ້ມ​ພະນິມິດ​ບົດ 7?

6 ຫຼັງ​ຈາກ​ທີ່​ໂຢຮັນ​ເຫັນ 144.000 ຄົນ​ທີ່​ຈະ​ໄດ້​ໄປ​ສະຫວັນ ລາວ​ກໍ​ເຫັນ​ຄົນ​ອີກ​ກຸ່ມ​ໜຶ່ງ​ທີ່​ເອີ້ນ​ວ່າ “ຄົນ​ຝູງ​ໃຫຍ່” ເຊິ່ງ​ນັບ​ຈຳນວນ​ບໍ່​ໄດ້. (ພນມ. 7:9, 10) ເຮົາ​ຮູ້​ຫຍັງ​ກ່ຽວ​ກັບ​ເຂົາ​ເຈົ້າ? ໂຢຮັນ​ບອກ​ວ່າ: “ພວກ​ເຂົາ​ເປັນ​ຄົນ​ທີ່​ຜ່ານ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່ ແລະ​ໄດ້ຊັກ​ເສື້ອ​ຄຸມ​ຂອງ​ຕົວ​ເອງ​ແລະ​ເຮັດ​ໃຫ້​ຂາວ​ດ້ວຍ​ເລືອດ​ຂອງ​ລູກ​ແກະ​ຂອງ​ພະເຈົ້າ.” (ພນມ. 7:14) ຫຼັງ​ຈາກ​ທີ່​ຄົນ​ຝູງ​ໃຫຍ່​ລອດ​ຜ່ານ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່ ເຂົາ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ແລະ​ໄດ້​ຮັບ​ພອນ​ດີໆ​ຫຼາຍ​ຢ່າງ.—ເພງ. 37:9-11, 27-29; ສຸພາ. 2:21, 22; ພນມ. 7:16, 17

7 ບໍ່​ວ່າ​ເຮົາ​ຈະ​ຖືກ​ເລືອກ​ໃຫ້​ໄປ​ສະຫວັນ​ຫຼື​ຢູ່​ໃນ​ໂລກ​ນີ້ ເຮົາ​ທຸກ​ຄົນ​ກໍ​ຄວນ​ຈະ​ເຫັນ​ພາບ​ຂອງ​ຕົວ​ເອງ​ໃນ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະນິມິດ​ບົດ 7. ເພາະ​ນັ້ນ​ຈະ​ເປັນ​ເວລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ແທ້ໆ​ສຳລັບ​ຜູ້​ທີ່​ເລືອກ​ຮັບ​ໃຊ້​ພະເຢໂຫວາ! ເຮົາ​ຈະ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເລືອກ​ຢູ່​ຝ່າຍ​ການ​ປົກຄອງ​ຂອງ​ເພິ່ນ. ແລ້ວ​ປຶ້ມ​ພະ​ນິ​ມິດ​ຍັງ​ບອກ​ເຮົາ​ໃຫ້​ຮູ້​ຫຍັງ​ອີກ​ກ່ຽວ​ກັບ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່?—ມທ. 24:21

ຜູ້​ທີ່​ຕໍ່ຕ້ານ​ພະເຈົ້າ​ຈະ​ເປັນ​ແນວ​ໃດ?

8. ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ​ຕອນ​ໃດ ແລະ​ຄົນ​ສ່ວນ​ຫຼາຍ​ຈະ​ເຮັດ​ຫຍັງ?

8 ໃນ​ບົດ​ຄວາມ​ກ່ອນ​ເຮົາ​ໄດ້​ຮຽນ​ແລ້ວ​ວ່າ ອີກ​ບໍ່​ດົນ​ອຳນາດ​ການ​ປົກຄອງ​ຈະ​ທຳລາຍ​ບາບີໂລນ​ໃຫຍ່​ເຊິ່ງ​ກໍ​ຄື​ສາສະໜາ​ປອມ​ທັງ​ໝົດ​ທີ່​ຢູ່​ທົ່ວ​ໂລກ. (ພນມ. 17:16, 17) ນີ້​ຈະ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່. ແລ້ວ​ເຫດການ​ນີ້​ຈະ​ເຮັດ​ໃຫ້​ຫຼາຍ​ຄົນ​ເຂົ້າ​ມາ​ຮັບ​ໃຊ້​ພະເຢໂຫວາ​ບໍ? ບໍ່. ເພາະ​ໃນ​ປຶ້ມ​ພະນິມິດບົດ 6 ບອກ​ວ່າ ໃນ​ເວລາ​ນັ້ນ​ຄົນ​ທີ່​ບໍ່​ໄດ້​ຮັບ​ໃຊ້​ພະເຢໂຫວາ​ຈະ​ໄປ​ໝາຍ​ເພິ່ງ​ການ​ປົກ​ປ້ອງ​ຈາກ​ລະບົບ​ການເມືອງ​ແລະ​ລະບົບ​ການ​ຄ້າ​ຂອງ​ໂລກ​ນີ້​ເຊິ່ງ​ປຽບ​ຄື​ກັບ​ພູເຂົາ. ນີ້​ສະແດງ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເລືອກ​ຢູ່​ຝ່າຍ​ການ​ປົກຄອງ​ຂອງ​ພະເຢໂຫວາ ແລະ​ເພິ່ນ​ກໍ​ຈະ​ເບິ່ງ​ວ່າ​ເຂົາ​ເຈົ້າ​ເປັນ​ຄື​ກັບ​ຜູ້​ທີ່​ຕໍ່ຕ້ານ​ເພິ່ນ.—ລກ. 11:23; ພນມ. 6:15-17

9. ໃນ​ລະຫວ່າງ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່ ຜູ້​ຮັບ​ໃຊ້​ຂອງ​ພະເຢໂຫວາ​ຈະ​ຕ່າງ​ຈາກ​ຄົນ​ອື່ນ​ແນວ​ໃດ ແລະ​ຜົນ​ເປັນ​ແນວ​ໃດ?

9 ໃນ​ລະຫວ່າງ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່ ຜູ້​ຮັບ​ໃຊ້​ຂອງ​ພະເຢໂຫວາ​ຈະ​ຕ່າງ​ຈາກ​ຄົນ​ອື່ນ. ເພາະ​ເຂົາ​ເຈົ້າ​ເປັນ​ກຸ່ມ​ດຽວ​ທີ່​ຍັງ​ນະມັດສະການ​ພະເຢໂຫວາ​ແລະ​ບໍ່​ກ່ຽວຂ້ອງ​ກັບ “ສັດ​ຮ້າຍ.” (ພນມ. 13:14-17) ນີ້​ຈະ​ເຮັດ​ໃຫ້​ຜູ້​ທີ່​ຕໍ່ຕ້ານ​ພະເຢໂຫວາ​ໃຈ​ຮ້າຍ​ຫຼາຍ ແລະ​ຊາດ​ຕ່າງໆ​ກໍ​ຈະ​ລວມ​ຕົວ​ກັນ​ເພື່ອ​ໂຈມຕີ​ປະຊາຊົນ​ຂອງ​ພະເຢໂຫວາ​ທົ່ວ​ໂລກ. ຄຳພີໄບເບິນ​ບອກ​ວ່າ ນີ້​ເປັນ​ການ​ໂຈມຕີ​ຂອງ​ໂຄກ​ແຫ່ງ​ມາໂຄກ.—ເອເຊກ. 38:14-16

10. ຕາມ​ພະນິມິດ 19:19-21 ພະເຢໂຫວາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ປະຊາຊົນ​ຂອງ​ເພິ່ນ​ຖືກ​ໂຈມຕີ?

10 ພະເຢໂຫວາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ປະຊາຊົນ​ຂອງ​ເພິ່ນ​ຖືກ​ໂຈມຕີ? ເພິ່ນ​ບອກ​ວ່າ: “ເຮົາ​ຈະ​ໃຈ​ຮ້າຍ​ຫຼາຍ.” (ເອເຊກ. 38:18, 21-23, ລ.ມ.) ໃນ​ພະນິມິດ​ບົດ 19 ບອກ​ວ່າ ພະເຢໂຫວາ​ຈະ​ສົ່ງ​ພະ​ເຢຊູ​ມາ​ປົກ​ປ້ອງ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​ແລະ​ທຳລາຍ​ພວກ​ສັດຕູ. ພະ​ເຢຊູ​ພ້ອມ​ກັບ “ກອງ​ທັບ​ໃນ​ສະຫວັນ” ເຊິ່ງ​ລວມ​ມີ​ທູດສະຫວັນ​ທີ່​ສັດຊື່ ແລະ 144.000 ຄົນ​ຈະ​ມາ​ຕໍ່ສູ້​ກັບ​ໂຄກ​ແຫ່ງ​ມາໂຄກ. (ພນມ. 17:14; 19:11-15) ສົງຄາມ​ນີ້​ຈະ​ທຳລາຍ​ຜູ້​ຄົນ​ແລະ​ອົງການ​ຕ່າງໆ​ທີ່​ຕໍ່ຕ້ານ​ພະເຢໂຫວາ!—ອ່ານ​ພະນິມິດ 19:19-21

ຫຼັງ​ຈາກ​ສົງຄາມ ຈະ​ມີ​ງານ​ແຕ່ງດອງ

11. ເຫດການ​ເດັ່ນ​ທີ່​ສຸດ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ​ແມ່ນ​ເຫດການ​ຫຍັງ?

11 ລອງ​ນຶກພາບ​ວ່າ​ຜູ້​ຮັບ​ໃຊ້​ທີ່​ສັດຊື່​ທີ່​ຢູ່​ໃນ​ໂລກ​ຈະ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ເມື່ອ​ສັດຕູ​ຂອງ​ພະເຈົ້າ​ຖືກ​ທຳລາຍ​ໝົດ​ແລ້ວ. ນັ້ນ​ເປັນ​ເວລາ​ທີ່​ເຮົາ​ທຸກ​ຄົນ​ມີ​ຄວາມ​ສຸກ​ຫຼາຍ! ແລະ​ເຖິງ​ວ່າ​ໃນ​ສະຫວັນ​ຈະ​ດີ​ໃຈ​ຫຼາຍ​ເມື່ອ​ບາບີໂລນ​ໃຫຍ່​ຖືກ​ທຳລາຍ ແຕ່​ຍັງ​ມີ​ອີກ​ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ດີ​ໃຈ​ຫຼາຍ​ກວ່າ​ນັ້ນ​ອີກ. (ພນມ. 19:1-3) ນັ້ນ​ກໍ​ຄື “ງານ​ລ້ຽງ​ແຕ່ງດອງ​ຂອງ​ລູກ​ແກະ​ຂອງ​ພະເຈົ້າ” ເຊິ່ງ​ເປັນ​ເຫດການ​ເດັ່ນ​ທີ່​ສຸດ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ.—ພນມ. 19:6-9

12. ຕາມ​ພະນິມິດ 21:1, 2 ການ​ແຕ່ງດອງ​ຂອງ​ລູກ​ແກະ​ຂອງ​ພະເຈົ້າ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ?

12 ເຖິງວ່າ 144.000 ຄົນ​ທັງ​ໝົດ​ຈະ​ຕ້ອງ​ຢູ່​ໃນ​ສະຫວັນ​ກ່ອນ​ທີ່​ຈະ​ມີ​ສົງຄາມ​ອາມາເຄໂດນ ແຕ່​ນັ້ນ​ຍັງ​ບໍ່​ແມ່ນ​ເວລາ​ທີ່​ຈະ​ມີການ​ແຕ່ງດອງ​ຂອງ​ລູກ​ແກະ​ຂອງ​ພະເຈົ້າ. (ອ່ານ​ພະນິມິດ 21:1, 2) ສະນັ້ນ ການ​ແຕ່ງດອງ​ນີ້​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ? ຈະ​ເກີດ​ຂຶ້ນ​ຫຼັງ​ຈາກ ທີ່​ສົງຄາມ​ອາມາເຄໂດນ​ຈົບ​ລົງ​ແລ້ວ ແລະ​ພວກ​ສັດຕູ​ຂອງ​ພະເຈົ້າ​ກໍ​ຖືກ​ທຳລາຍ.—ເພງ. 45:3, 4, 13-17

13. ການ​ແຕ່ງດອງ​ຂອງ​ລູກ​ແກະ​ຂອງ​ພະເຈົ້າ​ເປັນ​ແນວ​ໃດ?

13 ການ​ແຕ່ງດອງ​ຂອງ​ລູກ​ແກະ​ຂອງ​ພະເຈົ້າ​ໝາຍ​ເຖິງ​ຫຍັງ? ຄື​ກັບ​ການ​ແຕ່ງດອງ​ທົ່ວໄປ​ທີ່​ເຮັດ​ໃຫ້​ເຈົ້າ​ບ່າວ​ແລະ​ເຈົ້າ​ສາວ​ເປັນ​ໜຶ່ງ​ດຽວ​ກັນ ການ​ແຕ່ງດອງ​ຂອງ​ລູກ​ແກະ​ຂອງ​ພະເຈົ້າ​ກໍ​ເຮັດ​ໃຫ້​ພະ​ເຢຊູ​ເຊິ່ງ​ເປັນ​ກະສັດ ແລະ 144.000 ຄົນ​ເຊິ່ງ​ເປັນ “ເຈົ້າ​ສາວ” ເປັນ​ໜຶ່ງ​ດຽວ​ກັນ. ເຫດການ​ນີ້​ເປັນ​ການ​ເລີ່ມ​ຕົ້ນ​ທີ່​ພະ​ເຢຊູ​ແລະ 144.000 ຄົນ​ຈະ​ປົກຄອງ​ໂລກ 1.000 ປີ.—ພນມ. 20:6

ເມືອງ​ທີ່​ສະຫງ່າ​ງາມ​ແລະ​ອະນາຄົດ​ຂອງ​ເຮົາ

ພະນິມິດບົດ 21 ເວົ້າ​ເຖິງ​ເຢຣູຊາເລັມ​ໃໝ່​ທີ່ “ກຳລັງ​ລົງ​ມາ​ຈາກ​ສະຫວັນ ເມືອງ​ນັ້ນ​ມາຈາກ​ພະເຈົ້າ.” ໃນ​ລະຫວ່າງ 1.000 ປີ ເມືອງ​ນີ້​ຈະ​ເຮັດ​ໃຫ້​ຄົນ​ທີ່​ເຊື່ອ​ຟັງ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ (ເບິ່ງ​ຂໍ້ 14-16)

14-15. ປຶ້ມ​ພະນິມິດ​ບົດ 21 ໄດ້​ສົມ​ທຽບ 144.000 ຄົນ​ເປັນ​ຄື​ກັບ​ຫຍັງ? (ເບິ່ງ​ຮູບ​ໜ້າ​ປົກ)

14 ໃນ​ປຶ້ມ​ພະນິມິດ​ບົດ 21 ຍັງ​ໄດ້​ສົມ​ທຽບ 144.000 ຄົນ​ເປັນ​ຄື​ກັບ​ເມືອງ​ງາມໆ​ທີ່​ເອີ້ນ​ວ່າ “ເຢຣູຊາເລັມ​ໃໝ່.” (ພນມ. 21:2, 9) ເມືອງ​ນີ້​ມີ “ຫີນ​ຮາກ​ຖານ 12 ກ້ອນ ເທິງ​ຫີນ​ເຫຼົ່າ​ນັ້ນ​ມີ​ຊື່​ຂອງ​ອັກຄະສາວົກ 12 ຄົນ​ຂອງ​ລູກ​ແກະ​ຂອງ​ພະເຈົ້າ.” ໂຢຮັນ​ສົນ​ໃຈ​ເລື່ອງ​ນີ້​ຫຼາຍ ເພາະ​ລາວ​ເຫັນ​ຊື່​ຂອງ​ຕົວ​ເອງ​ຂຽນ​ຢູ່​ເທິງ​ຫີນ​ກ້ອນ​ໜຶ່ງ. ຈັ່ງ​ແມ່ນ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆ!—ພນມ. 21:10-14; ອຟຊ. 2:20

15 ເມືອງ​ເຢຣູຊາເລັມ​ໃໝ່​ນີ້​ຕ່າງ​ຈາກ​ເມືອງ​ອື່ນໆ ເພາະ​ເມືອງ​ນີ້​ມີ​ຖະໜົນ​ສາຍ​ຫຼັກ​ທີ່​ເປັນ​ຄຳ​ບໍລິສຸດ ປະຕູ 12 ປ່ອງ​ກໍ​ເປັນ​ໄຂ່​ມຸກ 12 ເມັດ ຝາ​ຕ່າງໆ​ແລະ​ຮາກ​ຖານ​ກຳແພງ​ເມືອງ​ກໍ​ປະກອບ​ດ້ວຍ​ຫີນ​ແລະ​ເພັດ​ພອຍ​ທີ່​ມີ​ຄ່າ. ແລະ​ເມືອງ​ນີ້​ຍັງ​ມີ​ລວງ​ຍາວ ລວງ​ກວ້າງ​ແລະ​ລວງ​ສູງ​ເທົ່າ​ກັນ​ໝົດ. (ພນມ. 21:15-21) ແຕ່​ໂຢຮັນ​ສັງເກດ​ວ່າ​ມີ​ບາງ​ຢ່າງ​ທີ່​ຂາດ​ຫາຍ​ໄປ​ໃນ​ເມືອງ​ນີ້. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ເຫັນ​ວ່າ​ມີ​ວິຫານ​ໃນ​ເມືອງ​ນັ້ນ ເພາະ​ພະເຢໂຫວາ​ພະເຈົ້າ​ຜູ້​ມີ​ລິດ​ເດດ​ສູງ​ສຸດ​ເປັນ​ວິຫານ​ຂອງ​ເມືອງ​ນັ້ນ​ແລະ​ລູກ​ແກະ​ຂອງ​ພະອົງ​ກໍ​ເປັນ​ຄື​ກັນ. ເມືອງ​ນັ້ນ​ບໍ່​ຕ້ອງ​ໃຊ້​ແສງ​ຈາກ​ດວງ​ຕາເວັນ​ຫຼື​ດວງ​ເດືອນ ຍ້ອນ​ລັດ​ສະໝີ​ຂອງ​ພະເຈົ້າ​ເຮັດ​ໃຫ້​ເມືອງ​ນັ້ນ​ສະຫວ່າງ​ສະ​ໄຫວ ແລະ​ລູກ​ແກະ​ຂອງ​ພະເຈົ້າ​ເປັນ​ຕະກຽງ​ຂອງ​ເມືອງ​ນັ້ນ.” (ພນມ. 21:22, 23) ເຫັນ​ໄດ້​ວ່າ ພະເຢໂຫວາ​ແລະ​ພະ​ເຢຊູ​ເປັນ​ວິຫານ​ຂອງ​ເມືອງ​ນີ້ ແລະ 144.000 ຄົນ​ທີ່​ປະກອບ​ກັນ​ເປັນ​ເມືອງ​ເຢຣູຊາເລັມ​ໃໝ່​ກໍ​ສາມາດ​ເຂົ້າ​ຫາ​ພະເຢໂຫວາ​ໄດ້​ໂດຍ​ກົງ.—ຮຣ. 7:27; ພນມ. 22:3, 4

ໃຜ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ພອນ​ຕ່າງໆ​ທີ່​ປຽບ​ຄື​ກັບ “ແມ່​ນ້ຳ” ແລະ “ຕົ້ນ​ໄມ້”? (ເບິ່ງ​ຂໍ້ 16-17)

16. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ມະນຸດ​ໃນ​ລະຫວ່າງ​ການ​ປົກຄອງ 1.000 ປີ?

16 ເຖິງ​ວ່າ​ຈະ​ເປັນ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ​ສຳລັບ​ຜູ້​ຖືກ​ເຈີມ​ເມື່ອ​ຄິດເຖິງ​ເມືອງ​ນີ້. ແຕ່​ຜູ້​ທີ່​ມີ​ຄວາມຫວັງ​ຢູ່​ໃນ​ໂລກ​ກໍ​ຮູ້ສຶກ​ຕື່ນ​ເຕັ້ນ​ຄື​ກັນ ເພາະ​ໃນ​ລະຫວ່າງ​ການ​ປົກຄອງ 1.000 ປີ ເມືອງ​ເຢຣູຊາເລັມ​ໃໝ່​ຈະ​ໃຫ້​ພອນ​ທີ່​ດີ​ຫຼາຍ​ຢ່າງ. ໂຢຮັນ​ໄດ້​ເຫັນ​ພອນ​ເຫຼົ່າ​ນັ້ນ​ໄຫຼ​ມາ​ຄື​ກັບ​ແມ່​ນ້ຳ​ສາຍ​ໜຶ່ງ​ທີ່​ມີ “ນ້ຳ​ທີ່​ໃຫ້​ຊີວິດ” ແລະ​ທັງ​ສອງ​ຟາກ​ຂອງ​ແມ່​ນ້ຳ​ກໍ​ມີ “ຕົ້ນ​ໄມ້​ທີ່​ໃຫ້​ຊີວິດ” ເຊິ່ງ​ມີ​ໃບ​ໄມ້​ທີ່ “ປິ່ນປົວ​ຜູ້​ຄົນ​ຈາກ​ຊາດ​ຕ່າງໆ.” (ພນມ. 22:1, 2) ມະນຸດ​ທຸກ​ຄົນ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ດີໆ​ເຫຼົ່ານີ້ ແລະ​ໃນ​ທີ່​ສຸດ​ທຸກ​ຄົນ​ທີ່​ເຊື່ອ​ຟັງ​ພະເຢໂຫວາ​ຈະ​ກາຍ​ເປັນ​ຄົນ​ທີ່​ສົມບູນແບບ ເຂົາ​ເຈົ້າ​ຈະ​ບໍ່​ເຈັບ​ປ່ວຍ ບໍ່​ໂສກເສົ້າ ແລະ​ຮ້ອງ​ໄຫ້​ເສຍໃຈ.—ພນມ. 21:3-5

17. ຕາມ​ພະນິມິດ 20:11-13 ມີ​ໃຜ​ແດ່​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປົກຄອງ 1.000 ປີ?

17 ມີ​ໃຜ​ແດ່​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ດີໆ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ? ກຸ່ມ​ທຳອິດ​ແມ່ນ​ຄົນ​ຝູງ​ໃຫຍ່​ທີ່​ລອດ​ຜ່ານ​ສົງຄາມ​ອາມາເຄໂດນ​ແລະ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ເກີດ​ມາ​ໃນ​ໂລກ​ໃໝ່. ແຕ່​ຍັງ​ມີ​ອີກ​ກຸ່ມ​ໜຶ່ງ​ເພາະ​ໃນ​ພະນິມິດບົດ 20 ສັນຍາ​ວ່າ​ຄົນ​ຕາຍ​ຈະ​ຖືກ​ປຸກ​ໃຫ້​ກັບ​ຄືນ​ມາ​ມີ​ຊີວິດ​ອີກ. (ອ່ານ​ພະນິມິດ 20:11-13) ທັງ “ຄົນ​ດີ” ທີ່​ຕາຍ​ໄປ​ດົນ​ແລ້ວ ແລະ “ຄົນ​ຊົ່ວ” ເຊິ່ງ​ໝາຍ​ເຖິງ​ຜູ້​ທີ່​ບໍ່​ມີ​ໂອກາດ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະເຢໂຫວາ​ຈະ​ຖືກ​ປຸກ​ຄືນ​ມາ​ໃຫ້​ມີ​ຊີວິດ​ອີກ​ຄັ້ງ. (ກຈກ. 24:15; ຢຮ. 5:28, 29) ແຕ່​ນີ້​ໝາຍ​ຄວາມ​ວ່າ​ທຸກ​ຄົນ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໃນ​ລະຫວ່າງ​ການ​ປົກຄອງ 1.000 ປີ​ບໍ? ບໍ່. ຜູ້​ທີ່​ປະຕິເສດ​ການ​ຮັບ​ໃຊ້​ພະເຢໂຫວາ​ກ່ອນ​ຕາຍ​ຈະ​ບໍ່​ຖືກ​ປຸກ ເພາະ​ເຂົາ​ເຈົ້າ​ໄດ້​ພິສູດ​ແລ້ວ​ວ່າ​ຕົວ​ເອງ​ບໍ່​ຄູ່​ຄວນ​ທີ່​ຈະ​ໄດ້​ຊີວິດ​ໃນ​ໂລກ​ໃໝ່.—ມທ. 25:46; 2 ທຊ. 1:9; ພນມ. 17:8; 20:15

ການ​ທົດສອບ​ຄັ້ງ​ສຸດທ້າຍ

18. ຄົນ​ທີ່​ມີ​ຊີວິດ​ໃນ​ທ້າຍ 1.000 ປີ​ຈະ​ເປັນ​ແນວ​ໃດ?

18 ເມື່ອ​ຮອດ​ທ້າຍ 1.000 ປີ ທຸກ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ຈະ​ກາຍ​ເປັນ​ຄົນ​ທີ່​ສົມບູນແບບ. ບໍ່​ມີ​ໃຜ​ທີ່​ຈະ​ໄດ້​ຮັບ​ຜົນ​ຈາກ​ບາບ​ຂອງ​ອາດາມ​ອີກ​ແລ້ວ (ຣມ. 5:12) ເພາະ​ບາບ​ຈາກ​ອາດາມ​ຈະ​ຖືກ​ລົບ​ລ້າງ​ອອກ​ໄປ​ໝົດ. ນີ້​ສະແດງ​ວ່າ​ໃນ​ຕອນ​ທ້າຍ 1.000 ປີ ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ຈະ “ໄດ້​ຊີວິດ” ເພາະ​ເຂົາ​ເຈົ້າ​ຈະ​ກາຍ​ເປັນ​ຄົນ​ທີ່​ສົມບູນແບບ.—ພນມ. 20:5

19. ເປັນ​ຫຍັງ​ຈຶ່ງ​ມີການ​ທົດສອບ​ຄັ້ງ​ສຸດທ້າຍ?

19 ເຮົາ​ຮູ້​ວ່າ​ພະ​ເຢຊູ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ​ເມື່ອ​ຊາຕານ​ທົດສອບ​ເພິ່ນ​ຫຼາຍ​ເທື່ອ. ແຕ່​ຖ້າ​ຊາຕານ​ເຮັດ​ແບບ​ນີ້​ກັບ​ມະນຸດ​ທີ່​ສົມບູນແບບ​ທຸກ​ຄົນເດ ເຂົາ​ເຈົ້າ​ຈະ​ສັດຊື່​ບໍ? ແຕ່​ລະ​ຄົນ​ຕ້ອງ​ໄດ້​ພິສູດ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ​ເມື່ອ​ຊາຕານ​ຖືກ​ປ່ອຍ​ອອກ​ຈາກ​ບ່ອນ​ກັກ​ຂັງ​ໃນ​ຕອນ​ທ້າຍ 1.000 ປີ. (ພນມ. 20:7) ຄົນ​ທີ່​ພິສູດ​ວ່າ​ສັດຊື່​ໃນ​ລະຫວ່າງ​ການ​ທົດສອບ​ຄັ້ງ​ສຸດທ້າຍ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດໄປ​ແລະ​ມີ​ເສລີ​ພາບ​ແທ້ໆ. (ຣມ. 8:21) ແຕ່​ຜູ້​ບໍ່​ສັດຊື່​ຈະ​ຖືກ​ທຳລາຍ​ໄປ​ພ້ອມ​ກັບ​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ.—ພນມ. 20:8-10

20. ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ຄຳ​ພະຍາກອນ​ຕ່າງໆ​ທີ່​ຢູ່​ໃນ​ປຶ້ມ​ພະນິມິດ?

20 ຫຼັງ​ຈາກ​ທີ່​ໄດ້​ເບິ່ງ​ພາບ​ລວມ​ຂອງ​ປຶ້ມ​ພະນິມິດ ເຈົ້າ​ຮູ້ສຶກ​ແນວ​ໃດ? ເຈົ້າ​ຄື​ຊິ​ຮູ້ສຶກ​ຕື່ນ​ເຕັ້ນ​ແມ່ນ​ບໍ​ທີ່​ໄດ້​ເຫັນ​ພາບ​ຂອງ​ຕົວ​ເອງ​ທີ່​ຢູ່​ໃນ​ຄຳ​ພະຍາກອນ​ນັ້ນ? ແລະ​ເຈົ້າ​ກໍ​ຄື​ຊິ​ຢາກ​ຊວນ​ຄົນ​ອື່ນ​ໃຫ້​ມາ​ນະມັດສະການ​ພະເຢໂຫວາ​ຄື​ກັນ​ແມ່ນ​ບໍ? (ພນມ. 22:17) ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຄື​ກັບ​ໂຢຮັນ​ທີ່​ບອກ​ວ່າ: “ອາແມນ! ເຊີນ​ມາ ພະ​ເຢຊູ​ຜູ້​ເປັນ​ນາຍ.”—ພນມ. 22:20

ເພງ 27 ລູກ​ຂອງ​ພະເຈົ້າ​ໄດ້​ຮັບ​ກຽດ

[ຂໍ້​ຄວາມ​ໄຂ​ເງື່ອນ]

a ນີ້​ເປັນ​ບົດ​ຄວາມ​ທີ​ສາມ​ຂອງ​ບົດ​ຄວາມ​ຊຸດ​ກ່ຽວ​ກັບ​ປຶ້ມ​ພະນິມິດ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ເຫັນ​ວ່າ​ຜູ້​ທີ່​ສັດຊື່​ຕໍ່​ພະເຢໂຫວາ​ຈະ​ມີ​ອະນາຄົດ​ທີ່​ດີ ແຕ່​ຜູ້​ທີ່​ຕໍ່ຕ້ານ​ການ​ປົກຄອງ​ຂອງ​ເພິ່ນ​ຈະ​ມີ​ຈຸດ​ຈົບ​ທີ່​ບໍ່​ດີ.