ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 23

ຜູ້​ທີ່​ເປັນ​ພໍ່​ແມ່ ຂໍ​ເຈົ້າ​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ

ຜູ້​ທີ່​ເປັນ​ພໍ່​ແມ່ ຂໍ​ເຈົ້າ​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ

“ເຈົ້າ​ຕ້ອງ​ຮັກ​ພະເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສຸດ​ຫົວໃຈ ສຸດ​ຊີວິດ ແລະ​ສຸດ​ຄວາມຄິດ.”—ມທ. 22:37

ເພງ 134 ລູກ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ

ໃຈ​ຄວາມ​ສຳຄັນ a

1-2. ເມື່ອ​ສະພາບການ​ປ່ຽນ​ໄປ ເປັນ​ຫຍັງ​ຫຼັກການ​ໃນ​ຄຳພີໄບເບິນ​ຈຶ່ງ​ມີ​ຄວາມ​ໝາຍ​ຕໍ່​ເຮົາ​ຫຼາຍ​ຂຶ້ນ?

 ໃນ​ມື້​ແຕ່ງດອງ ເຈົ້າ​ບ່າວ​ເຈົ້າ​ສາວ​ຈະ​ຕັ້ງ​ໃຈ​ຟັງ​ຄຳບັນຍາຍ​ກ່ຽວ​ກັບ​ການ​ແຕ່ງດອງ. ຫຼັກການ​ໃນ​ຄຳພີໄບເບິນ​ທີ່​ຢູ່​ໃນ​ຄຳບັນຍາຍ​ນັ້ນ​ບໍ່​ແມ່ນ​ເລື່ອງ​ໃໝ່​ສຳລັບ​ເຂົາ​ເຈົ້າ. ແຕ່​ຫຼັງ​ຈາກ​ທີ່​ແຕ່ງດອງ​ແລ້ວ ຫຼັກການ​ເຫຼົ່າ​ນັ້ນ​ຈະ​ມີ​ຄວາມ​ໝາຍ​ຕໍ່​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ. ຍ້ອນ​ຫຍັງ? ຍ້ອນ​ເຂົາ​ເຈົ້າ​ຈະ​ໄດ້​ໃຊ້​ຫຼັກການ​ເຫຼົ່າ​ນັ້ນ​ໃນ​ຊີວິດ​ຄູ່.

2 ຜູ້​ທີ່​ເປັນ​ພໍ່​ແມ່​ໃໝ່ໆ​ກໍ​ຄື​ກັນ ທີ່​ຜ່ານ​ມາ​ເຂົາ​ເຈົ້າ​ອາດ​ເຄີຍ​ໄດ້​ຍິນ​ຫຼັກການ​ເລື່ອງ​ການ​ລ້ຽງ​ລູກ​ທີ່​ຢູ່​ໃນ​ຄຳບັນຍາຍ. ແຕ່​ຕອນ​ນີ້​ຫຼັກການ​ເຫຼົ່າ​ນັ້ນ​ຈະ​ມີ​ຄວາມ​ໝາຍ​ຕໍ່​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ ເພາະ​ເຂົາ​ເຈົ້າ​ຈະ​ຕ້ອງ​ໄດ້​ລ້ຽງ​ລູກ​ຂອງ​ຕົວ​ເອງ. ນີ້​ເປັນ​ໜ້າ​ທີ່​ຮັບຜິດຊອບ​ທີ່​ໃຫຍ່​ແທ້ໆ! ເມື່ອ​ສະພາບການ​ປ່ຽນ​ໄປ ວິທີ​ທີ່​ເຮົາ​ເບິ່ງ​ຫຼັກການ​ໃນ​ຄຳພີໄບເບິນ​ກໍ​ປ່ຽນ​ໄປ​ນຳ. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ພະເຢໂຫວາ​ບອກ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​ໃຫ້​ອ່ານ​ຄຳພີໄບເບິນ​ທຸກ​ມື້ ຄື​ກັບ​ທີ່​ເພິ່ນ​ໄດ້​ສັ່ງ​ກະສັດ​ອິດສະຣາເອນ​ໃຫ້​ອ່ານ​ແລະ​ຄິດຕຶກຕອງ​ຄຳພີໄບເບິນ “ຕະຫຼອດ” ຊີວິດ​ຂອງ​ເຂົາ​ເຈົ້າ.—ບັນຍັດ. 17:19, ລ.ມ.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຜູ້​ທີ່​ເປັນ​ພໍ່​ແມ່ ເຈົ້າ​ໄດ້​ຮັບ​ວຽກ​ມອບໝາຍ​ທີ່​ພິເສດ​ຢ່າງ​ໜຶ່ງ​ນັ້ນ​ກໍ​ຄື ການ​ສອນ​ລູກ​ໃຫ້​ຮູ້ຈັກ​ພະເຢໂຫວາ. ແຕ່​ເຈົ້າ​ຕ້ອງ​ບໍ່​ພຽງ​ແຕ່​ສອນ​ລູກ​ໃຫ້​ຮູ້ຈັກ​ພະເຢໂຫວາ​ເທົ່າ​ນັ້ນ ເພາະ​ເຈົ້າ​ຕ້ອງ​ສອນ​ໃຫ້​ຮັກ​ພະເຢໂຫວາ​ນຳ. ແລ້ວ​ເຈົ້າ​ຈະ​ສອນ​ລູກ​ໃຫ້​ຮັກ​ພະເຢໂຫວາ​ໄດ້​ແນວ​ໃດ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ 4 ຫຼັກການ​ໃນ​ຄຳພີໄບເບິນ​ທີ່​ຈະ​ຊ່ວຍ​ຜູ້​ທີ່​ເປັນ​ພໍ່​ແມ່ ແລະ​ເບິ່ງ​ວ່າ​ພໍ່​ແມ່​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ເຮັດ​ຕາມ​ຫຼັກການ​ນັ້ນ.—2 ຕມ. 3:16

4 ຫຼັກການ​ທີ່​ຈະ​ຊ່ວຍ​ພໍ່​ແມ່

ຖ້າ​ເຈົ້າ​ຂໍ​ຄຳ​ແນະນຳ​ຈາກ​ພະເຢໂຫວາ​ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ ຈະ​ມີ​ຜົນ​ດີ​ຕໍ່​ລູກ​ແນວ​ໃດ? (ເບິ່ງ​ຂໍ້ 4, 8)

4. ຫຼັກການ​ໜຶ່ງ​ທີ່​ຈະ​ຊ່ວຍ​ພໍ່​ແມ່​ໃຫ້​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ​ແມ່ນ​ຫຍັງ? (ຢາໂກໂບ 1:5)

4 ຫຼັກການ​ທີ 1: ຂໍ​ຄຳ​ແນະນຳ​ຈາກ​ພະເຢໂຫວາ. ໃຫ້​ເຈົ້າ​ອະທິດຖານ​ຂໍ​ພະເຢໂຫວາ​ຊ່ວຍ​ໃຫ້​ເຈົ້າ​ມີ​ສະຕິປັນຍາ​ເພື່ອ​ຈະ​ສອນ​ລູກ​ໃຫ້​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ. (ອ່ານ​ຢາໂກໂບ 1:5) ພະເຢໂຫວາ​ເປັນ​ຜູ້​ທີ່​ໃຫ້​ຄຳ​ແນະນຳ​ໄດ້​ດີ​ທີ່​ສຸດ. ຍ້ອນ​ຫຍັງ? ມີ​ເຫດຜົນ 2 ຢ່າງຄື: (1) ພະເຢໂຫວາ​ເປັນ​ພໍ່​ທີ່​ມີ​ປະສົບການ​ຫຼາຍ​ທີ່​ສຸດ. (ເພງ. 36:9) (2) ຄຳ​ແນະນຳ​ຂອງ​ເພິ່ນ​ດີ​ສະເໝີ.—ເອຊາ. 48:17

5. (ກ) ພະເຢໂຫວາ​ໄດ້​ຈັດ​ກຽມ​ຫຍັງ​ແດ່​ເພື່ອ​ຊ່ວຍ​ຜູ້​ທີ່​ເປັນ​ພໍ່​ແມ່? (ຂ) ຕາມ​ທີ່​ເຫັນ​ໃນ​ວິດີໂອ ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ພີ່ນ້ອງ​ອະບິລິໂອ​ແລະ​ອູລາ ອາໂມ​ລິ​ມ​ໃນ​ການ​ລ້ຽງ​ລູກ?

5 ພະເຢໂຫວາ​ໄດ້​ຈັດ​ໃຫ້​ມີ​ຄວາມ​ຮູ້​ຫຼາຍ​ຢ່າງ​ຜ່ານ​ທາງ​ຄຳພີໄບເບິນ​ແລະ​ອົງການ​ຂອງ​ເພິ່ນ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ. (ມທ. 24:45) ຕົວຢ່າງ​ເຊັ່ນ: ເຈົ້າ​ອາດ​ຈະ​ຊອກ​ຫາ​ຄຳ​ແນະນຳ​ໃນ​ບົດ​ຄວາມ​ຊຸດ​ທີ່​ຊື່​ວ່າ “ຄຳ​ແນະນຳ​ສຳລັບ​ຄອບຄົວ” ທີ່​ຢູ່​ໃນ​ປຶ້ມ​ຕື່ນ​ເຖີດ! (ພາສາ​ໄທ) ແລະ​ຕອນ​ນີ້​ກໍ​ມີ​ຢູ່​ໃນ​ເວັບໄຊ jw.org. ນອກ​ຈາກ​ນັ້ນ ໃນ​ເວັບໄຊ​ນີ້​ຍັງ​ມີ​ວິດີໂອ​ຫຼາຍ​ເລື່ອງ​ທີ່​ຈະ​ຊ່ວຍ​ພໍ່​ແມ່​ໃຫ້​ໃຊ້​ຫຼັກການ​ຂອງ​ພະເຢໂຫວາ​ໃນ​ການ​ລ້ຽງ​ລູກ. bສຸພາ. 2:4-6

6. ພໍ່​ຄົນ​ໜຶ່ງ​ຮູ້ສຶກ​ແນວ​ໃດ​ຕໍ່​ຄຳ​ແນະນຳ​ທີ່​ໄດ້​ຮັບ​ຈາກ​ອົງການ​ຂອງ​ພະເຢໂຫວາ?

6 ພໍ່​ແມ່​ຫຼາຍ​ຄົນ​ຮູ້ສຶກ​ເຫັນ​ຄ່າ​ການ​ຊ່ວຍເຫຼືອ​ຈາກ​ອົງການ​ຂອງ​ພະເຢໂຫວາ. ໂຈ​ເຊິ່ງ​ເປັນ​ພໍ່​ຄົນ​ໜຶ່ງ​ບອກ​ວ່າ: “ການ​ລ້ຽງ​ລູກ 3 ຄົນ​ໃຫ້​ຢູ່​ໃນ​ຄວາມ​ຈິງ​ບໍ່​ງ່າຍ​ເລີຍ. ຂ້ອຍ​ກັບ​ເມຍ​ໄດ້​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ເລື້ອຍໆ ແລະ​ເຮົາ​ກໍ​ຮູ້ສຶກ​ວ່າ​ວິດີໂອ​ແລະ​ບົດ​ຄວາມ​ຕ່າງໆ​ມາ​ໃນ​ເວລາ​ທີ່​ເໝາະສົມ​ແທ້ໆ ເພາະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ທີ່​ກຳລັງ​ເຈິ​ຢູ່. ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ມັກ​ໝາຍ​ເພິ່ງ​ຄຳ​ແນະນຳ​ຂອງ​ພະເຢໂຫວາ.” ໂຈ​ກັບ​ເມຍ​ເຫັນ​ວ່າ​ວິດີໂອ​ແລະ​ບົດ​ຄວາມ​ຕ່າງໆ​ໄດ້​ຊ່ວຍ​ລູກ​ຂອງ​ເຂົາ​ເຈົ້າ​ໃຫ້​ໃກ້ຊິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ.

7. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ພໍ່​ແມ່​ຈະ​ພະຍາຍາມ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ? (ໂຣມ 2:21)

7 ຫຼັກການ​ທີ 2: ສອນ​ລູກ​ໂດຍ​ເປັນ​ຕົວຢ່າງ​ທີ່​ດີ. ລູກ​ມັກ​ຈະ​ເບິ່ງ​ແລະ​ຮຽນແບບ​ສິ່ງ​ທີ່​ພໍ່​ແມ່​ເຮັດ. ດັ່ງນັ້ນ ພໍ່​ແມ່​ຄວນ​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ເພື່ອ​ຈະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ ເຖິງ​ວ່າ​ພໍ່​ແມ່​ຈະ​ເປັນ​ຄົນ​ທີ່​ບໍ່​ສົມບູນແບບ​ກໍ​ຕາມ. (ອ່ານ​ໂຣມ 2:21; ຣມ. 3:23) ພໍ່​ຄົນ​ໜຶ່ງ​ໄດ້​ເວົ້າ​ກ່ຽວ​ກັບ​ລູກ​ວ່າ: “ລູກ​ເປັນ​ຄື​ກັບ​ຟອງ​ນ້ຳ​ທີ່​ດູດ​ຊຶມ​ເອົາ​ທຸກ​ສິ່ງ​ທີ່​ຢູ່​ໃກ້​ໂຕ ແລະ​ລູກ​ກໍ​ຈະ​ເວົ້າ​ໃຫ້​ເຮົາ​ເມື່ອ​ເຮົາ​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ສອນ​ເຂົາ​ເຈົ້າ.” ດັ່ງນັ້ນ ຖ້າ​ເຮົາ​ຢາກ​ໃຫ້​ລູກ​ຮັກ​ພະເຢໂຫວາ ເຮົາ​ກໍ​ຕ້ອງ​ສະແດງ​ໃຫ້​ລູກ​ເຫັນ​ວ່າ​ເຮົາ​ຮັກ​ພະເຢໂຫວາ​ແທ້ໆ.

8-9. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ແອນດຣູ​ແລະ​ເອັມ​ມາ?

8 ມີ​ຫຼາຍ​ວິທີ​ທີ່​ພໍ່​ແມ່​ຈະ​ສອນ​ລູກ​ໃຫ້​ຮັກ​ພະເຢໂຫວາ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່​ແອນດຣູ ອາຍຸ 17 ປີ ບອກ​ວ່າ: “ພໍ່​ແມ່​ຂອງ​ຂ້ອຍ​ມັກ​ຈະ​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ອະທິດຖານ. ພໍ່​ຈະ​ອະທິດຖານ​ກັບ​ຂ້ອຍ​ທຸກ​ຄືນ ເຖິງ​ວ່າ​ຂ້ອຍ​ຈະ​ອະທິດຖານ​ສ່ວນ​ຕົວ​ແລ້ວ​ກໍ​ຕາມ. ພໍ່​ແມ່​ມັກ​ຈະ​ບອກ​ເຮົາ​ສະເໝີ​ວ່າ ‘ລູກ​ສາມາດ​ລົມ​ກັບ​ພະເຢໂຫວາ​ໃນ​ເວລາ​ໃດ​ກໍ​ໄດ້​ທີ່​ລູກ​ຕ້ອງການ.’ ນີ້​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ​ການ​ອະທິດຖານ​ເປັນ​ເລື່ອງ​ສຳຄັນ​ຫຼາຍ ແລະ​ຕອນ​ນີ້​ມັນ​ຈຶ່ງ​ງ່າຍ​ທີ່​ຂ້ອຍ​ຈະ​ອະທິດຖານ​ເຖິງ​ພະເຢໂຫວາ​ແລະ​ເບິ່ງ​ວ່າ​ເພິ່ນ​ເປັນ​ຄື​ກັບ​ພໍ່​ທີ່​ຮັກ​ຂ້ອຍ.” ພໍ່​ແມ່ ຂໍ​ໃຫ້​ຈື່​ໄວ້​ວ່າ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະເຢໂຫວາ​ຈະ​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ​ໄດ້​ຄື​ກັນ.

9 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ເອັມ​ມາ. ພໍ່​ຂອງ​ລາວ​ໄດ້​ຖິ້ມ​ຄອບຄົວ ແຖມ​ຍັງ​ປະ​ໃຫ້​ແມ່​ໃຊ້​ໜີ້​ບັກ​ຫຼາຍໆ. ເອັມ​ມາ​ເວົ້າ​ວ່າ: “ເຖິງ​ວ່າ​ຫຼາຍ​ເທື່ອ​ແມ່​ຈະ​ມີ​ເງິນ​ບໍ່​ພໍ​ໃຊ້ ແຕ່​ແມ່​ກໍ​ມັກ​ຈະ​ເວົ້າ​ເຖິງ​ວິທີ​ທີ່​ພະເຢໂຫວາ​ເບິ່ງ​ແຍງ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ. ຂ້ອຍ​ເຫັນ​ວ່າ​ການ​ໃຊ້​ຊີວິດ​ຂອງ​ແມ່​ສະແດງ​ວ່າ​ແມ່​ມີ​ຄວາມ​ເຊື່ອ​ຫຼາຍ​ແທ້ໆ! ແມ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ແມ່​ສອນ​ຕະຫຼອດ.” ບົດຮຽນ​ແມ່ນ​ຫຍັງ? ພໍ່​ແມ່​ສາມາດ​ສອນ​ລູກ​ໂດຍ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ລູກ ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ທີ່​ລຳບາກ​ກໍ​ຕາມ.—ຄລຕ. 6:9

10. ພໍ່​ແມ່​ໃນ​ອິດສະຣາເອນ​ສະໄໝ​ກ່ອນ​ມີ​ໂອກາດ​ໃດ​ແດ່​ທີ່​ຈະ​ລົມ​ກັບ​ລູກ? (ພະບັນຍັດ 6:6, 7)

10 ຫຼັກການ​ທີ 3: ລົມ​ກັບ​ລູກ​ເລື້ອຍໆ. ພະເຢໂຫວາ​ໄດ້​ສັ່ງ​ໃຫ້​ຊາວ​ອິດສະຣາເອນ​ສອນ​ລູກ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ເພິ່ນ​ເລື້ອຍໆ. (ອ່ານ​ພະບັນຍັດ 6:6, 7) ພໍ່​ແມ່​ໃນ​ສະໄໝ​ນັ້ນ​ມີ​ຫຼາຍ​ໂອກາດ​ທີ່​ຈະ​ລົມ​ກັບ​ລູກ​ແລະ​ສອນ​ລູກ​ໃຫ້​ຮັກ​ພະເຢໂຫວາ. ຕົວຢ່າງ​ເຊັ່ນ: ພໍ່​ອາດ​ຈະ​ລົມ​ກັບ​ລູກ​ຊາຍ​ຕອນ​ທີ່​ເຂົາ​ເຈົ້າ​ມາ​ຊ່ວຍ​ປູກ​ແລະ​ເກັບ​ກ່ຽວ​ພືດ​ຜົນ. ສ່ວນ​ແມ່​ກໍ​ອາດ​ຈະ​ລົມ​ກັບ​ລູກສາວ​ຕອນ​ທີ່​ເຂົາ​ເຈົ້າ​ມາ​ຊ່ວຍ​ຫຍິບ​ຜ້າ ຕ່ຳ​ຜ້າ ແລະ​ເຮັດ​ວຽກ​ເຮືອນ. ເມື່ອ​ພໍ່​ແມ່​ແລະ​ລູກ​ເຮັດ​ວຽກ​ນຳ​ກັນ ເຂົາ​ເຈົ້າ​ກໍ​ມີ​ເວລາ​ລົມ​ກັນ​ຫຼາຍ​ເລື່ອງ ເຊັ່ນ: ເຂົາ​ເຈົ້າ​ອາດ​ຈະ​ເວົ້າ​ເຖິງ​ຄວາມ​ດີ​ຂອງ​ພະເຢໂຫວາ​ແລະ​ວິທີ​ທີ່​ພະເຢໂຫວາ​ເຄີຍ​ຊ່ວຍ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ມາ​ແລ້ວ.

11. ໃນ​ທຸກ​ມື້​ນີ້​ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ສາມາດ​ລົມ​ກັບ​ລູກ​ໃນ​ໂອກາດ​ໃດ?

11 ຊີວິດ​ໃນ​ທຸກ​ມື້​ນີ້​ຕ່າງ​ຈາກ​ສະໄໝ​ກ່ອນ. ໃນ​ຫຼາຍ​ປະເທດ​ພໍ່​ແມ່​ແລະ​ລູກ​ບໍ່​ຄ່ອຍ​ໄດ້​ໃຊ້​ເວລາ​ຢູ່​ນຳ​ກັນ ເພາະ​ພໍ່​ແມ່​ອາດ​ຈະ​ໄປ​ເຮັດ​ວຽກ​ແລະ​ລູກ​ກໍ​ອາດ​ຈະ​ໄປ​ໂຮງ​ຮຽນ. ດັ່ງນັ້ນ ພໍ່​ແມ່​ຕ້ອງ​ຊອກ​ຫາ​ໂອກາດ​ທີ່​ຈະ​ລົມ​ກັບ​ລູກ​ເລື້ອຍໆ. (ອຟຊ. 5:15, 16; ຟລປ. 1:10) ການ​ນະມັດສະການ​ປະຈຳ​ຄອບຄົວ​ເປັນໂອກາດ​ໜຶ່ງ​ທີ່​ພໍ່​ແມ່​ຈະ​ລົມ​ກັບ​ລູກ​ໄດ້. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ອາເລັກຊັນເດີ​ບອກ​ວ່າ: “ພໍ່​ຂ້ອຍ​ມັກ​ຈະ​ຈັດ​ການ​ນະມັດສະການ​ປະຈຳ​ຄອບຄົວ ແລະ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ຂັດ​ຂວາງ​ເວລາ​ນີ້. ຫຼັງ​ຈາກ​ທີ່​ນະມັດສະການ​ປະຈຳ​ຄອບຄົວ​ແລ້ວໆ ພວກ​ເຮົາ​ກໍ​ຈະ​ລົມ​ກັນ​ເລື່ອງ​ອື່ນ.”

12. ຫົວ​ໜ້າ​ຄອບຄົວ​ຄວນ​ຈື່​ຫຍັງ​ໄວ້​ຕອນ​ທີ່​ນະມັດສະການ​ປະຈຳ​ຄອບຄົວ?

12 ຖ້າ​ເຈົ້າ​ເປັນ​ຫົວ​ໜ້າ​ຄອບຄົວ ເຈົ້າ​ຈະ​ຊ່ວຍ​ລູກ​ໃຫ້​ມ່ວນ​ກັບ​ການ​ນະມັດສະການ​ປະຈຳ​ຄອບຄົວ​ໄດ້​ແນວ​ໃດ? ເຈົ້າ​ອາດ​ຈະ​ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດໄປ! ເພື່ອ​ສຶກສາ​ກັບ​ລູກ ເພາະ​ປຶ້ມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ລົມ​ກັບ​ລູກ​ຢ່າງ​ມີ​ຊີວິດ​ຊີວາ. ເຈົ້າ​ຄື​ຊິ​ຢາກ​ໃຫ້​ລູກ​ບອກ​ວ່າ​ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ​ແລະ​ກັງວົນ​ເລື່ອງ​ຫຍັງ. ດັ່ງນັ້ນ ຢ່າ​ໃຊ້​ການ​ນະມັດສະການ​ປະຈຳ​ຄອບຄົວ​ເພື່ອ​ຕຳໜິ​ຫຼື​ສັ່ງ​ສອນ​ລູກ. ແລະ​ຖ້າ​ລູກ​ເວົ້າ​ບາງ​ຢ່າງ​ທີ່​ຂັດ​ກັບ​ຫຼັກການ​ໃນ​ຄຳພີໄບເບິນ​ກໍ​ຢ່າ​ຟ້າວ​ໃຈ​ຮ້າຍ ແຕ່​ໃຫ້​ຊົມເຊີຍ​ລູກ​ທີ່​ເຂົາ​ເຈົ້າ​ກ້າ​ເວົ້າ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ​ອອກ​ມາ ແລະ​ເຮັດ​ໃຫ້​ລູກ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ເວົ້າ​ໃນ​ເທື່ອ​ໜ້າ. ເມື່ອ​ເຈົ້າ​ຮູ້​ວ່າ​ລູກ​ຮູ້ສຶກ​ແນວ​ໃດ​ແທ້ໆ ເຈົ້າ​ກໍ​ຈະ​ຊ່ວຍ​ລູກ​ໄດ້​ຫຼາຍ​ຂຶ້ນ.

ພໍ່​ແມ່​ຈະ​ໃຊ້​ສິ່ງ​ທີ່​ຢູ່​ອ້ອມ​ໂຕ​ເພື່ອ​ສອນ​ລູກ​ກ່ຽວ​ກັບ​ພະເຢໂຫວາ​ແນວ​ໃດ? (ເບິ່ງ​ຂໍ້ 13)

13. ມີ​ໂອກາດ​ໃດ​ອີກ​ທີ່​ພໍ່​ແມ່​ຈະ​ຊ່ວຍ​ລູກ​ໃຫ້​ໃກ້ຊິດ​ກັບ​ພະເຢໂຫວາ?

13 ຜູ້​ທີ່​ເປັນ​ພໍ່​ແມ່ ຂໍ​ໃຫ້​ເຈົ້າ​ຊອກ​ຫາ​ໂອກາດ​ໃນ​ແຕ່​ລະ​ມື້​ເພື່ອ​ຈະ​ຊ່ວຍ​ລູກ​ໃຫ້​ໃກ້ຊິດ​ກັບ​ພະເຢໂຫວາ. ເຈົ້າ​ບໍ່​ຕ້ອງ​ລໍ​ຖ້າ​ໃຫ້​ຮອດ​ມື້​ທີ່​ຈະ​ສຶກສາ​ຄຳພີໄບເບິນ ແລ້ວ​ຈຶ່ງ​ສອນ​ລູກ​ກ່ຽວ​ກັບ​ພະເຢໂຫວາ. ແມ່​ຄົນ​ໜຶ່ງ​ທີ່​ຊື່​ລິ​ສາ​ບອກ​ວ່າ: “ເຮົາ​ຈະ​ໃຊ້​ສິ່ງ​ທີ່​ຢູ່​ອ້ອມ​ຕົວ​ເຮົາ​ເພື່ອ​ສອນ​ລູກ​ກ່ຽວ​ກັບ​ພະເຢໂຫວາ. ຕົວຢ່າງ​ເຊັ່ນ ເມື່ອໂຕ​ໝາ​ເຮັດ​ທ່າທາງ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ລູກ​ຍິ້ມ​ແລະ​ຫົວ ເຮົາ​ກໍ​ຈະ​ບອກ​ວ່າ​ຍ້ອນ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ສຸກ ສິ່ງ​ຕ່າງໆ​ທີ່​ເພິ່ນ​ສ້າງ​ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ.”

ພໍ່​ແມ່ ເຈົ້າ​ຮູ້ຈັກ​ໝູ່​ຂອງ​ລູກ​ບໍ? (ເບິ່ງ​ຂໍ້ 14) d

14. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ພໍ່​ແມ່​ຈະ​ຊ່ວຍ​ລູກ​ໃຫ້​ມີ​ໝູ່​ທີ່​ດີ? (ສຸພາສິດ 13:20)

14 ຫຼັກການ​ທີ 4: ຊ່ວຍ​ລູກ​ໃຫ້​ມີ​ໝູ່​ທີ່​ດີ. ຄຳພີໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ໝູ່​ສົ່ງ​ຜົນ​ຕໍ່​ເຮົາ​ທັງ​ດ້ານ​ດີ​ແລະ​ດ້ານ​ທີ່​ບໍ່​ດີ. (ອ່ານ​ສຸພາສິດ 13:20) ຜູ້​ທີ່​ເປັນ​ພໍ່​ແມ່ ເຈົ້າ​ຮູ້ຈັກ​ໝູ່​ຂອງ​ລູກ​ບໍ? ເຈົ້າ​ເຄີຍ​ເຫັນ​ແລະ​ລົມ​ກັບ​ເຂົາ​ເຈົ້າ​ບໍ? ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຊ່ວຍ​ລູກ​ໃຫ້​ເປັນ​ໝູ່​ກັບ​ຜູ້​ທີ່​ຮັກ​ພະເຢໂຫວາ? (1 ກຣ. 15:33) ເຈົ້າ​ສາມາດ​ຊ່ວຍ​ລູກ​ໃຫ້​ເລືອກ​ໝູ່​ທີ່​ດີ​ໄດ້​ໂດຍ​ຊວນ​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ມາ​ຫຼິ້ນ​ແລະ​ເຮັດ​ກິດຈະກຳ​ອື່ນໆ​ກັບ​ຄອບຄົວ​ເຈົ້າ.—ເພງ. 119:63

15. ພໍ່​ແມ່​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ລູກ​ໃຫ້​ມີ​ໝູ່​ທີ່​ດີ?

15 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພໍ່​ຄົນ​ໜຶ່ງ​ທີ່​ຊື່​ໂທນີ. ລາວ​ກັບ​ເມຍ​ໄດ້​ເຮັດ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ລູກ​ໃຫ້​ມີ​ໝູ່​ທີ່​ດີ. ລາວ​ບອກ​ວ່າ “ຫຼາຍ​ປີ​ທີ່​ຜ່ານ​ມາ ຂ້ອຍ​ກັບ​ເມຍ​ໄດ້​ຊວນ​ພີ່ນ້ອງ​ທີ່​ມີ​ອາຍຸ​ແລະ​ວັດທະນະທຳ​ທີ່​ແຕກຕ່າງ​ກັນ​ມາ​ກິນ​ເຂົ້າ​ນຳ​ກັນ ແລະ​ມາ​ຮ່ວມ​ການ​ນະມັດສະການ​ປະຈຳ​ຄອບຄົວ. ວິທີ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ຜູ້​ທີ່​ຮັກ​ແລະ​ຮັບ​ໃຊ້​ພະເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ. ເຮົາ​ຍັງ​ຮູ້ສຶກ​ວ່າ​ເປັນ​ສິດທິ​ພິເສດ​ຫຼາຍ​ທີ່​ມີ​ຜູ້​ດູ​ແລ​ໝວດ ມິດຊັນນາຣີ ແລະ​ພີ່ນ້ອງ​ຄົນ​ອື່ນໆ​ມາ​ພັກ​ຢູ່​ເຮືອນ​ເຮົາ ເພາະ​ປະສົບການ ຄວາມ​ຫ້າວຫັນ​ຕໍ່​ວຽກ​ປະກາດ​ແລະ​ນ້ຳໃຈ​ເສຍ​ສະລະ​ຂອງ​ເຂົາ​ເຈົ້າ​ມີ​ຜົນ​ຕໍ່​ລູກ​ຂອງ​ເຮົາ ແລະ​ຊ່ວຍ​ລູກ​ໃຫ້​ໃກ້ຊິດ​ກັບ​ພະເຢໂຫວາ.” ຜູ້​ທີ່​ເປັນ​ພໍ່​ແມ່ ຂໍ​ໃຫ້​ເຈົ້າ​ຕັ້ງ​ໃຈ​ຊ່ວຍ​ລູກ​ໃຫ້​ມີ​ໝູ່​ທີ່​ດີ.

ຢ່າ​ໝົດ​ຫວັງ!

16. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ລູກ​ບອກ​ວ່າ​ບໍ່​ຢາກ​ຮັບ​ໃຊ້​ພະເຢໂຫວາ?

16 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ເຮັດ​ດີ​ທີ່​ສຸດ​ແລ້ວ ແຕ່​ລູກ​ຍັງ​ບອກ​ວ່າ​ບໍ່​ຢາກ​ຮັບ​ໃຊ້​ພະເຢໂຫວາ? ເຈົ້າ​ບໍ່​ຄວນ​ໂທດ​ຕົວ​ເອງ​ວ່າ​ຍັງ​ລ້ຽງ​ລູກ​ບໍ່​ດີ​ພໍ ເພາະ​ພະເຢໂຫວາ​ໃຫ້​ເຮົາ​ທຸກ​ຄົນ​ເຊິ່ງ​ລວມ​ເຖິງ​ລູກ​ຂອງ​ເຈົ້າ​ມີ​ສິດ​ເລືອກ​ວ່າ​ຈະ​ຮັບ​ໃຊ້​ເພິ່ນ​ຫຼື​ບໍ່. ຖ້າ​ລູກ​ປະຖິ້ມ​ພະເຢໂຫວາ​ກໍ​ຢ່າ​ຟ້າວ​ໝົດ​ຫວັງ ແຕ່​ຂໍ​ໃຫ້​ຄິດ​ວ່າ​ຈັກ​ມື້​ໜຶ່ງ​ລາວ​ຈະ​ກັບ​ມາ. ຄື​ກັບ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ລູກ​ທີ່​ຫຼົງ​ຫາຍ ເຖິງ​ວ່າ​ລາວ​ຈະ​ເຮັດ​ບໍ່​ດີ​ຫຼາຍ​ຢ່າງ​ແຕ່​ໃນ​ທີ່​ສຸດ​ລາວ​ກໍ​ກັບ​ມາ​ຫາ​ພໍ່. (ລກ. 15:11-19, 22-24) ບາງຄົນ​ອາດ​ຈະ​ເວົ້າ​ວ່າ: “ນີ້​ເປັນ​ຕົວຢ່າງ​ປຽບ​ທຽບ​ຊື່ໆ ແຕ່​ໃນ​ຕົວ​ຈິງ​ແລ້ວ​ລູກ​ຈະ​ກັບ​ມາ​ຫາ​ພະເຢໂຫວາ​ແທ້​ບໍ?” ລາວ​ອາດ​ຈະ​ກັບ​ມາ​ກໍ​ໄດ້! ເພາະ​ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ເອລີ.

17. ປະສົບການ​ຂອງ​ເອລີ​ໃຫ້​ກຳລັງໃຈ​ເຈົ້າ​ແນວ​ໃດ?

17 ເອລີ​ໄດ້​ເວົ້າ​ກ່ຽວ​ກັບ​ພໍ່​ແມ່​ວ່າ: “ພໍ່​ແມ່​ໄດ້​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ຮັກ​ພະເຢໂຫວາ​ແລະ​ມັກ​ຄຳພີໄບເບິນ. ແຕ່​ຕອນ​ທີ່​ເປັນ​ໄວ​ລຸ້ນ ຂ້ອຍ​ເລີ່ມ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ສິ່ງ​ທີ່​ພໍ່​ແມ່​ສອນ.” ບໍ່​ດົນ ເອລີ​ກໍ​ເລີ່ມ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ​ແລະ​ບໍ່​ຍອມ​ຮັບ​ການ​ຊ່ວຍເຫຼືອ​ຈາກ​ພໍ່​ແມ່. ລາວ​ໄດ້​ອອກ​ຈາກ​ບ້ານ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ. ມີ​ເທື່ອ​ໜຶ່ງ ລາວ​ໄດ້​ລົມ​ກັບ​ໝູ່​ເລື່ອງ​ຄຳພີໄບເບິນ. ລາວ​ບອກ​ວ່າ: “ແຮ່ງ​ຂ້ອຍ​ລົມ​ເລື່ອງ​ພະເຢໂຫວາ​ກັບ​ໝູ່​ຫຼາຍ​ເທົ່າ​ໃດ ຂ້ອຍ​ກໍ​ແຮ່ງ​ຄິດເຖິງ​ພະເຢໂຫວາ​ຫຼາຍ​ເທົ່າ​ນັ້ນ. ໃນ​ທີ່​ສຸດ ຄວາມ​ຈິງ​ໃນ​ຄຳພີໄບເບິນ​ທີ່​ປຽບ​ຄື​ກັບ​ເມັດ​ພືດ​ທີ່​ພໍ່​ແມ່​ປູກ​ໄວ້​ໃນ​ໃຈ​ຂ້ອຍ​ກໍ​ຄ່ອຍໆ​ໃຫຍ່​ຂຶ້ນ.” ສຸດ​ທ້າຍ​ເອລີ​ກໍ​ກັບ​ມາ​ຫາ​ພະເຢໂຫວາ. c ລອງ​ນຶກພາບ​ວ່າ​ພໍ່​ແມ່​ຊິ​ຮູ້ສຶກ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ໄດ້​ພະຍາຍາມ​ສອນ​ລູກ​ໃຫ້​ຮັກ​ພະເຢໂຫວາ​ຕັ້ງ​ແຕ່​ຍັງ​ນ້ອຍ!—2 ຕມ. 3:14, 15

18. ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ຜູ້​ທີ່​ເປັນ​ພໍ່​ແມ່​ທີ່​ໄດ້​ພະຍາຍາມ​ສອນ​ລູກ​ໃຫ້​ຮັກ​ພະເຢໂຫວາ?

18 ຜູ້​ທີ່​ເປັນ​ພໍ່​ແມ່ ເຈົ້າ​ໄດ້​ຮັບ​ວຽກ​ມອບໝາຍ​ທີ່​ພິເສດ​ຫຼາຍ ນັ້ນ​ກໍ​ຄື​ການ​ສອນ​ລູກ​ໃຫ້​ນະມັດສະການ​ພະເຢໂຫວາ. (ເພງ. 78:4-6) ນີ້​ບໍ່​ແມ່ນ​ວຽກ​ທີ່​ງ່າຍ​ເລີຍ ດັ່ງນັ້ນ ເຮົາ​ຢາກ​ຊົມເຊີຍ​ເຈົ້າ​ທີ່​ຕັ້ງ​ໃຈ​ແລະ​ອົດ​ທົນ​ໃນ​ການ​ສອນ​ລູກ​ມາ​ຕະຫຼອດ. ຖ້າ​ເຈົ້າ​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ເພື່ອ​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ ເຂົ້າໃຈ​ຄຳ​ສອນ​ຂອງ​ເພິ່ນ ແລະ​ເຊື່ອ​ຟັງ​ເພິ່ນ ເຈົ້າ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະເຢໂຫວາ​ຈະ​ພໍ​ໃຈ​ເຈົ້າ.—ອຟຊ. 6:4

ເພງ 135 ພະເຢໂຫວາ​ເຊີນ​ຢ່າງ​ອົບອຸ່ນ​ວ່າ ລູກ​ຂອງ​ເຮົາ​ຈົ່ງ​ມີ​ປັນຍາ​ເຖີດ

a ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຮັກ​ລູກ​ຫຼາຍ​ແລະ​ພະຍາຍາມ​ຫຼາຍ​ແທ້ໆ​ທີ່​ຈະ​ເບິ່ງ​ແຍງ​ລູກ​ທາງ​ດ້ານ​ຮ່າງກາຍ​ແລະ​ອາລົມ​ຄວາມ​ຮູ້ສຶກ ແລະ​ທີ່​ສຳຄັນ​ກວ່າ​ນັ້ນ ເຂົາ​ເຈົ້າ​ກໍ​ຢາກ​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ 4 ຫຼັກການ​ທີ່​ຈະ​ຊ່ວຍ​ພໍ່​ແມ່​ໃຫ້​ຊ່ວຍ​ລູກ​ໃຫ້​ຮັກ​ພະເຢໂຫວາ.

b ເບິ່ງ​ວິດີໂອ​ເລື່ອງ ພະເຢໂຫວາ​ສອນ​ເຮົາ​ວ່າ​ຈະ​ລ້ຽງ​ລູກ​ແນວ​ໃດ ໃນ​ເວັບໄຊ jw.org (ພາສາ​ໄທ)

c ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ຄຳພີໄບເບິນ​ປ່ຽນ​ຊີວິດ​ຄົນ” ໃນ​ຫໍສັງເກດການ 1 ເມສາ 2012 (ພາສາ​ໄທ)

d ຄຳ​ອະທິບາຍ​ຮູບພາບ: ເພື່ອ​ຈະ​ຮູ້ຈັກ​ໝູ່​ຂອງ​ລູກ​ດີ​ຂຶ້ນ ຜູ້​ເປັນ​ພໍ່​ໄດ້​ຫຼິ້ນ​ກິລາ​ກັບ​ລູກ​ແລະ​ໝູ່​ຂອງ​ລູກ.