ບົດຄວາມສຶກສາທີ 22
ໃຫ້ສະຕິປັນຍາຊີ້ນຳຊີວິດເຈົ້າ
“ພະເຢໂຫວາເປັນຜູ້ໃຫ້ສະຕິປັນຍາ.”—ສຸພາ. 2:6
ເພງ 89 ຟັງ ເຮັດຕາມ ແລ້ວຈະໄດ້ພອນ
ໃຈຄວາມສຳຄັນ a
1. ເປັນຫຍັງເຮົາທຸກຄົນຈຶ່ງຢາກມີສະຕິປັນຍາ? (ສຸພາສິດ 4:7)
ຖ້າເຈົ້າເຄີຍຕັດສິນໃຈເລື່ອງທີ່ສຳຄັນ ເຈົ້າຄືຊິອະທິດຖານຂໍສະຕິປັນຍາເພື່ອຈະຕັດສິນໃຈເລື່ອງນັ້ນໄດ້ດີ. (ຢກບ. 1:5) ກະສັດໂຊໂລໂມນບອກວ່າ “ສະຕິປັນຍາສຳຄັນທີ່ສຸດ.” (ອ່ານສຸພາສິດ 4:7, ລ.ມ.) ສະຕິປັນຍາທີ່ໂຊໂລໂມນເວົ້າເຖິງນີ້ບໍ່ແມ່ນສະຕິປັນຍາທົ່ວໆໄປ ແຕ່ເປັນສະຕິປັນຍາທີ່ມາຈາກພະເຈົ້າ. (ສຸພາ. 2:6) ແລ້ວສະຕິປັນຍາທີ່ມາຈາກພະເຈົ້າຈະຊ່ວຍເຮົາໃຫ້ແກ້ໄຂບັນຫາຕ່າງໆທີ່ມີໃນທຸກມື້ນີ້ໄດ້ບໍ? ໄດ້ແທ້ ເຊິ່ງເຮົາຈະຮຽນນຳກັນໃນບົດຄວາມນີ້.
2. ວິທີໜຶ່ງທີ່ຈະຊ່ວຍເຮົາໃຫ້ມີສະຕິປັນຍາແມ່ນຫຍັງ?
2 ວິທີໜຶ່ງທີ່ເຮົາຈະມີສະຕິປັນຍາກໍຄື ຮຽນຮູ້ແລະເຮັດຕາມຄຳແນະນຳຂອງຜູ້ຊາຍສອງຄົນທີ່ສະຫຼາດຫຼາຍ. ຜູ້ທຳອິດແມ່ນໂຊໂລໂມນ ຄຳພີໄບເບິນບອກວ່າ: “ພະເຈົ້າໄດ້ປະທານໃຫ້ຊາໂລໂມນມີຄວາມປັນຍາແລະຄວາມເຂົ້າໃຈຫຼາຍ.” (1 ກະ. 4:29) ແລະຜູ້ທີສອງແມ່ນພະເຢຊູ ເຊິ່ງເປັນຜູ້ທີ່ສະຫຼາດທີ່ສຸດໃນໂລກ. (ມທ. 12:42) ມີຄຳພະຍາກອນທີ່ເວົ້າກ່ຽວກັບພະເຢຊູວ່າ: “ທ່ານຜູ້ນັ້ນຈະໄດ້ຮັບພະລັງຈາກພະເຢໂຫວາແລະພະລັງນີ້ຈະຢູ່ກັບທ່ານ ທ່ານຈຶ່ງມີສະຕິປັນຍາແລະຄວາມເຂົ້າໃຈ.”—ເອຊາ. 11:2, ລ.ມ.
3. ເຮົາຈະຮຽນຫຍັງໃນບົດຄວາມນີ້?
3 ພະເຢໂຫວາໄດ້ໃຫ້ສະຕິປັນຍາກັບໂຊໂລໂມນແລະພະເຢຊູ. ດັ່ງນັ້ນ ເຂົາເຈົ້າຈຶ່ງສາມາດໃຫ້ຄຳແນະນຳໃນເລື່ອງຕ່າງໆທີ່ເປັນປະໂຫຍດຕໍ່ເຮົາທຸກຄົນ. ໃນບົດຄວາມນີ້ເຮົາຈະມາເບິ່ງ 3 ເລື່ອງທີ່ເຂົາເຈົ້າແນະນຳນັ້ນກໍຄື: ການມີຄວາມຄິດທີ່ຖືກຕ້ອງໃນເລື່ອງເງິນ ວຽກອາຊີບ ແລະການເບິ່ງຕົວເອງ.
ມີຄວາມຄິດທີ່ຖືກຕ້ອງໃນເລື່ອງເງິນ
4. ໂຊໂລໂມນກັບພະເຢຊູມີຖານະທີ່ແຕກຕ່າງກັນແນວໃດ?
4 ໂຊໂລໂມນເປັນຄົນທີ່ລວຍຫຼາຍ. ລາວມີພະລາຊະວັງທີ່ຫຼູຫຼາແລະໃຊ້ຊີວິດຢ່າງສະດວກສະບາຍ. (1 ກະ. 10:7, 14, 15) ແຕ່ກົງກັນຂ້າມ ພະເຢຊູບໍ່ມີວັດຖຸເງິນຄຳຫຼາຍ ແລະບໍ່ມີຮອດເຮືອນເປັນຂອງຕົວເອງ. (ມທ. 8:20) ເຖິງວ່າສອງຄົນນີ້ຈະມີຖານະທີ່ແຕກຕ່າງກັນ ແຕ່ເຂົາເຈົ້າກໍມີຄວາມຄິດທີ່ຖືກຕ້ອງໃນເລື່ອງເງິນ ຍ້ອນວ່າເຂົາເຈົ້າໄດ້ຮັບສະຕິປັນຍາຈາກແຫຼ່ງດຽວກັນ ນັ້ນກໍຄືຈາກພະເຢໂຫວາ.
5. ໂຊໂລໂມນມີຄວາມຄິດທີ່ຖືກຕ້ອງແນວໃດໃນເລື່ອງເງິນ?
5 ໂຊໂລໂມນບອກວ່າເງິນເປັນເຄື່ອງ “ປ້ອງກັນ.” (ຜູ້ປ. 7:12, ລ.ມ.) ເພາະຖ້າເຮົາມີເງິນ ເຮົາກໍສາມາດຊື້ສິ່ງຈຳເປັນແລະສິ່ງທີ່ເຮົາຕ້ອງການໄດ້. ເຖິງວ່າໂຊໂລໂມນຈະເປັນຄົນລວຍ ແຕ່ລາວກໍຮູ້ວ່າມີບາງຢ່າງທີ່ສຳຄັນຫຼາຍກວ່າເງິນ. ຕົວຢ່າງເຊັ່ນ: ລາວບອກວ່າ “ຊື່ສຽງອັນດີກໍປະເສີດກວ່າຊັບສົມບັດຫຼາຍ.” (ສຸພາ. 22:1) ແລະລາວຍັງໄດ້ບອກອີກວ່າ ຄົນທີ່ຮັກເງິນຈະບໍ່ອີ່ມໃຈພໍໃຈກັບສິ່ງທີ່ມີ. (ຜູ້ປ. 5:10, 12) ນອກຈາກນັ້ນ ລາວຍັງເຕືອນເຮົາວ່າເຮົາບໍ່ຄວນໄວ້ໃຈເງິນ ເພາະວ່າເງິນຈະຫາຍໄປໄດ້ງ່າຍໆ.—ສຸພາ. 23:4, 5
6. ພະເຢຊູມີຄວາມຄິດທີ່ຖືກຕ້ອງແນວໃດໃນເລື່ອງວັດຖຸເງິນຄຳ? (ມັດທາຍ 6:31-33)
6 ພະເຢຊູມີຄວາມຄິດທີ່ຖືກຕ້ອງໃນເລື່ອງວັດຖຸເງິນຄຳ. ເພິ່ນມີຄວາມສຸກກັບການກິນແລະການດື່ມ. (ລກ. 19:2, 6, 7) ມີເທື່ອໜຶ່ງ ເພິ່ນໄດ້ປ່ຽນນ້ຳໃຫ້ເປັນເຫຼົ້າແວງທີ່ດີທີ່ສຸດ ເຊິ່ງເປັນການອັດສະຈັນເທື່ອທຳອິດຂອງເພິ່ນ. (ຢຮ. 2:10, 11) ແລະໃນມື້ທີ່ເພິ່ນຕາຍ ເພິ່ນກໍໄດ້ນຸ່ງເຄື່ອງທີ່ມີລາຄາແພງ. (ຢຮ. 19:23, 24) ແຕ່ພະເຢຊູກໍບໍ່ໄດ້ໃຫ້ວັດຖຸເງິນຄຳສຳຄັນທີ່ສຸດໃນຊີວິດເພິ່ນ. ເພິ່ນບອກກັບພວກລູກສິດວ່າ: “ບໍ່ມີຜູ້ໃດເປັນທາດຂອງນາຍ 2 ຄົນໄດ້ . . . ພວກເຈົ້າຈະເປັນທັງທາດຂອງພະເຈົ້າແລະທາດຂອງຊັບສົມບັດກໍບໍ່ໄດ້.” (ມທ. 6:24) ພະເຢຊູສອນວ່າຖ້າເຮົາໃຫ້ການປົກຄອງຂອງພະເຈົ້າມາກ່ອນ ພະເຢໂຫວາກໍຈະເບິ່ງແຍງເຮົາໃຫ້ມີສິ່ງຈຳເປັນ.—ອ່ານມັດທາຍ 6:31-33
7. ພີ່ນ້ອງຊາຍຄົນໜຶ່ງໄດ້ຮັບປະໂຫຍດແນວໃດຈາກການເຮັດຕາມຄຳແນະນຳໃນເລື່ອງເງິນ?
7 ພີ່ນ້ອງຊາຍຍິງຫຼາຍຄົນໄດ້ຮັບປະໂຫຍດຫຼາຍຈາກການເຮັດຕາມຄຳແນະນຳຂອງພະເຢໂຫວາໃນເລື່ອງເງິນ. ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງຊາຍໂສດຄົນໜຶ່ງທີ່ຊື່ແດນນ້ຽວ. ລາວບອກວ່າ: “ຕອນທີ່ຂ້ອຍເປັນໄວລຸ້ນຂ້ອຍໄດ້ຕັດສິນໃຈໃຫ້ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ.” ຍ້ອນແດນນ້ຽວໃຊ້ຊີວິດແບບພໍພຽງ ລາວຈຶ່ງສາມາດໃຊ້ເວລາແລະຄວາມສາມາດຂອງລາວໃນການຮັບໃຊ້ພະເຢໂຫວາຫຼາຍຮູບແບບໄດ້. ລາວເວົ້າຕື່ມວ່າ: “ຂ້ອຍເວົ້າຕາມຄວາມຈິງເລີຍວ່າ ຂ້ອຍບໍ່ເຄີຍເສຍໃຈທີ່ເລືອກຊີວິດແບບນີ້. ທີ່ຈິງ ຂ້ອຍຈະຫາເງິນຫຼາຍໆກໍໄດ້ຖ້າຂ້ອຍໃຫ້ເງິນເປັນສິ່ງສຳຄັນທີ່ສຸດໃນຊີວິດຂ້ອຍ. ແຕ່ເງິນຊິຊື້ໝູ່ທີ່ດີໄດ້ບໍ? ເງິນຊິເຮັດໃຫ້ຂ້ອຍມີຄວາມອີ່ມໃຈພໍໃຈເທົ່າກັບການຮັບໃຊ້ພະເຢໂຫວາບໍ? ເຖິງຊິມີເງິນຫຼາຍກໍບໍ່ມີຄ່າເທົ່າກັບພອນຕ່າງໆທີ່ພະເຢໂຫວາໃຫ້ຂ້ອຍ.” ເຫັນໄດ້ແຈ້ງວ່າ ເຮົາຈະໄດ້ຮັບປະໂຫຍດຫຼາຍຖ້າເຮົາໃຫ້ວຽກຮັບໃຊ້ພະເຢໂຫວາສຳຄັນກວ່າວັດຖຸເງິນຄຳ.
ມີຄວາມຄິດທີ່ຖືກຕ້ອງໃນເລື່ອງວຽກອາຊີບ
8. ໂຊໂລໂມນມີຄວາມຄິດທີ່ຖືກຕ້ອງແນວໃດໃນເລື່ອງວຽກ? (ຜູ້ເທສະໜາປ່າວປະກາດ 5:18, 19)
8 ໂຊໂລໂມນເວົ້າວ່າ ຄວາມສຸກທີ່ໄດ້ຈາກການເຮັດວຽກໜັກເປັນ “ຂອງຂວັນຈາກພະເຈົ້າ.” (ອ່ານຜູ້ເທສະໜາປ່າວປະກາດ 5:18, 19, ລ.ມ.) b ລາວບອກວ່າ: “ວຽກໜັກທຸກຢ່າງມີປະໂຫຍດ.” (ສຸພາ. 14:23, ລ.ມ.) ລາວສາມາດເວົ້າເລື່ອງນີ້ໄດ້ຢ່າງເຕັມປາກ ເພາະລາວກໍເຮັດວຽກຫຼາຍຢ່າງ ເຊັ່ນ: ສ້າງພະລາຊະວັງຫຼາຍຫຼັງ ເຮັດສວນອະງຸ່ນຫຼາຍບ່ອນ ສ້າງສວນທີ່ສວຍງາມ ສ້າງສະນ້ຳຫຼາຍສະ ແລະສ້າງເມືອງຕ່າງໆ. (1 ກະ. 9:19; ຜູ້ປ. 2:4-6) ນີ້ເປັນວຽກໜັກແລະກໍຄືຊິເຮັດໃຫ້ລາວມີຄວາມສຸກ. ແຕ່ໂຊໂລໂມນຮູ້ວ່າເພື່ອຈະມີຄວາມສຸກແທ້ ລາວຕ້ອງເຮັດວຽກສຳລັບພະເຢໂຫວານຳ ເຊັ່ນ: ລາວໄດ້ເບິ່ງແຍງໂຄງການກໍ່ສ້າງວິຫານສຳລັບການນະມັດສະການພະເຢໂຫວາ ເຊິ່ງໃຊ້ເວລາ 7 ປີ. (1 ກະ. 6:38; 9:1) ຫຼັງຈາກທີ່ລາວເຮັດວຽກທັງໝົດນີ້ແລ້ວລາວກໍເຫັນວ່າ ວຽກຮັບໃຊ້ພະເຢໂຫວາສຳຄັນກວ່າວຽກອື່ນໆ. ລາວບອກວ່າ: “ຂໍ້ສະຫຼຸບຂອງເລື່ອງທັງໝົດທີ່ໄດ້ເວົ້າໄປແລ້ວຄື ໃຫ້ຢຳເກງພະເຈົ້າທ່ຽງແທ້ແລະເຮັດຕາມຄຳສັ່ງຂອງພະອົງ.”—ຜູ້ປ. 12:13, ລ.ມ.
9. ພະເຢຊູເຮັດແນວໃດເຊິ່ງສະແດງວ່າເພິ່ນມີຄວາມຄິດທີ່ຖືກຕ້ອງໃນເລື່ອງວຽກອາຊີບ?
9 ພະເຢຊູກໍເຮັດວຽກໜັກຄືກັນ. ຕອນທີ່ເພິ່ນເປັນໄວລຸ້ນ ເພິ່ນກໍເຮັດວຽກເປັນຊ່າງໄມ້. (ມຣກ. 6:3) ໂຢເຊັບແລະມາຣີຄືຊິດີໃຈຫຼາຍທີ່ເພິ່ນພະຍາຍາມເຮັດວຽກເພື່ອຊ່ວຍໃນການຫາລ້ຽງຄອບຄົວ. ຍ້ອນພະເຢຊູເປັນຄົນສົມບູນແບບ ວຽກທີ່ເພິ່ນເຮັດຈຶ່ງອອກມາດີ ແລະຫຼາຍຄົນກໍຄືຊິມັກຜົນງານຂອງເພິ່ນ. ເຖິງວ່າພະເຢຊູຈະດຸໝັ່ນໃນການເຮັດວຽກ ແຕ່ເພິ່ນກໍຈັດເວລາໄວ້ເພື່ອຮັບໃຊ້ພະເຢໂຫວາ. (ຢຮ. 7:15) ຕໍ່ມາ ເພິ່ນກໍໄດ້ເຮັດວຽກປະກາດເຕັມເວລາແລະຍັງໄດ້ແນະນຳຄົນທີ່ມາຟັງເພິ່ນວ່າ: “ຢ່າເຮັດວຽກເພື່ອຈະໄດ້ອາຫານທີ່ເນົ່າເປື່ອຍໄດ້ ແຕ່ໃຫ້ເຮັດວຽກເພື່ອຈະໄດ້ອາຫານທີ່ບໍ່ເນົ່າເປື່ອຍເຊິ່ງຈະໃຫ້ຊີວິດຕະຫຼອດໄປ.” (ຢຮ. 6:27) ແລະໃນຄຳບັນຍາຍເທິງພູເຂົາເພິ່ນກໍບອກວ່າ: “ໃຫ້ສະສົມຊັບສົມບັດໄວ້ໃນສະຫວັນ.”—ມທ. 6:20
10. ອາດມີຂໍ້ທ້າທາຍຫຍັງໃນການເຮັດວຽກອາຊີບ?
10 ຄຳແນະນຳຂອງພະເຢໂຫວາຊ່ວຍໃຫ້ເຮົາມີຄວາມຄິດທີ່ຖືກຕ້ອງໃນເລື່ອງວຽກອາຊີບ. ໃນຖານະທີ່ ເປັນຄລິດສະຕຽນເຮົາຖືກສອນໃຫ້ “ເຮັດວຽກທີ່ສຸດຈະລິດດ້ວຍຄວາມດຸໝັ່ນ.” (ອຟຊ. 4:28) ນາຍຈ້າງຈະສັງເກດເຫັນຄວາມດຸໝັ່ນແລະຄວາມສັດຊື່ຂອງເຮົາ ແລະຈະມັກການເຮັດວຽກຂອງເຮົາ. ສິ່ງນີ້ອາດກະຕຸ້ນເຮົາໃຫ້ຢາກເຮັດວຽກເພີ່ມເວລາຫຼາຍຂຶ້ນເພື່ອໃຫ້ນາຍຈ້າງພໍໃຈແລະເບິ່ງພະຍານພະເຢໂຫວາໃນແງ່ດີ. ເມື່ອເວລາຜ່ານໄປໄລຍະໜຶ່ງ ເຮົາອາດສັງເກດເຫັນວ່າເຮົາເລີ່ມລະເລີຍໜ້າທີ່ຮັບຜິດຊອບໃນຄອບຄົວແລະວຽກປະກາດ. ດັ່ງນັ້ນ ເຮົາຕ້ອງໄດ້ປ່ຽນແປງຕົວເອງເພື່ອໃຫ້ມີຄວາມຄິດທີ່ຖືກຕ້ອງໃນເລື່ອງວຽກອາຊີບ.
11. ພີ່ນ້ອງຊາຍຄົນໜຶ່ງໄດ້ຮຽນຮູ້ຫຍັງກ່ຽວກັບການມີຄວາມຄິດທີ່ຖືກຕ້ອງເລື່ອງວຽກອາຊີບ?
11 ເມື່ອວິນລຽມເຊິ່ງເປັນພີ່ນ້ອງຊາຍໜຸ່ມຄົນໜຶ່ງໄດ້ສັງເກດເຫັນຕົວຢ່າງທີ່ດີຂອງຜູ້ດູແລຄົນໜຶ່ງທີ່ລາວເຄີຍເຮັດວຽກນຳ ລາວກໍໄດ້ຮູ້ວ່າເປັນເລື່ອງສຳຄັນທີ່ຈະມີຄວາມຄິດທີ່ຖືກຕ້ອງໃນເລື່ອງວຽກອາຊີບ. ວິນລຽມບອກວ່າ: “ພີ່ນ້ອງຄົນນີ້ເປັນຕົວຢ່າງທີ່ດີໃນເລື່ອງການມີຄວາມຄິດທີ່ຖືກຕ້ອງກ່ຽວກັບວຽກ. ລາວເຮັດວຽກຢ່າງດຸໝັ່ນແລະເຮັດວຽກທີ່ໄດ້ຄຸນນະພາບ. ຍ້ອນແນວນີ້ລາວຈຶ່ງມີສາຍສຳພັນທີ່ດີກັບລູກຄ້າ. ແຕ່ຫຼັງຈາກທີ່ລາວເຮັດວຽກແລ້ວໆ ລາວກໍໃຫ້ຄວາມສຳຄັນກັບຄອບຄົວແລະການນະມັດສະການພະເຢໂຫວາໂດຍບໍ່ໄດ້ຄິດເຖິງວຽກອີກ. ເຈົ້າຮູ້ບໍວ່າ ລາວເປັນຄົນໜຶ່ງທີ່ມີຄວາມສຸກທີ່ສຸດໃນບັນດາຄົນທີ່ຂ້ອຍຮູ້ຈັກ!” c
ເບິ່ງຕົວເອງຢ່າງເໝາະສົມ
12. ໂຊໂລໂມນເບິ່ງຕົວເອງຢ່າງເໝາະສົມແນວໃດ ແລະຕໍ່ມາລາວເປັນແນວໃດ?
12 ຕອນທີ່ໂຊໂລໂມນຍັງຮັບໃຊ້ພະເຢໂຫວາຢ່າງສັດຊື່ ລາວໄດ້ເບິ່ງຕົວເອງຢ່າງເໝາະສົມ. ແລະຕອນທີ່ລາວຍັງໜຸ່ມ ລາວຍອມຮັບຢ່າງຖ່ອມໃຈວ່າ ຕົວເອງມີຂີດຈຳກັດແລະຕ້ອງໄດ້ຂໍຄຳແນະນຳຈາກພະເຢໂຫວາ. (1 ກະ. 3:7-9) ໃນໄລຍະຕົ້ນໆທີ່ລາວປົກຄອງລາວຮູ້ວ່າຄວາມຍິ່ງເປັນສິ່ງທີ່ບໍ່ດີ ເພາະລາວບອກວ່າ “ຄວາມຍິ່ງເຮັດໃຫ້ພິນາດ ແລະຄວາມທະນົງຕົວເຮັດໃຫ້ລົ້ມລົງ.” (ສຸພາ. 16:18, ລ.ມ.) ແຕ່ໜ້າເສຍດາຍ ທີ່ຕໍ່ມາລາວບໍ່ໄດ້ເຮັດຕາມຄຳແນະນຳຂອງຕົວເອງ. ລາວເລີ່ມກາຍເປັນຄົນຍິ່ງ ແລະບໍ່ເຊື່ອຟັງກົດໝາຍຂອງພະເຈົ້າ. ຕົວຢ່າງເຊັ່ນ: ມີກົດໝາຍຂໍ້ໜຶ່ງທີ່ບອກວ່າ ກະສັດ “ຕ້ອງບໍ່ມີເມຍຫຼາຍຄົນ ໃຈຂອງລາວຈະໄດ້ບໍ່ຫຼົງໄປ.” (ບັນຍັດ. 17:17, ລ.ມ.) ແຕ່ໂຊໂລໂມນບໍ່ໄດ້ເຊື່ອຟັງກົດໝາຍນີ້. ລາວມີເມຍ 700 ຄົນ ແລະນາງສະໜົມອີກ 300 ຄົນ ເຊິ່ງເມຍຂອງລາວສ່ວນຫຼາຍກໍນະມັດສະການພະປອມ. (1 ກະ. 11:1-3) ໂຊໂລໂມນອາດຈະຄິດວ່າລາວ “ສາມາດຄວບຄຸມທຸກຢ່າງໄດ້” ຄືຊິບໍ່ມີບັນຫາຫຍັງດອກ. ແຕ່ໃນທີ່ສຸດລາວກໍໄດ້ຮັບຜົນທີ່ບໍ່ດີຈາກການທີ່ບໍ່ເຊື່ອຟັງພະເຢໂຫວາ.—1 ກະ. 11:9-13
13. ເຮົາໄດ້ບົດຮຽນຫຍັງຈາກການຄິດຕຶກຕອງກ່ຽວກັບຄວາມຖ່ອມຂອງພະເຢຊູ?
13 ພະເຢຊູເບິ່ງຕົວເອງຢ່າງເໝາະສົມ. ກ່ອນທີ່ເພິ່ນຈະມາໃນໂລກ ເພິ່ນເຄີຍເຮັດວຽກຫຼາຍຢ່າງໃນການຮັບໃຊ້ພະເຢໂຫວາ ເຊິ່ງລວມເຖິງການສ້າງ “ສິ່ງອື່ນໆທັງໝົດໃນສະຫວັນແລະໃນໂລກນີ້.” (ກລຊ. 1:16) ຕອນຮັບບັບເຕມາ ພະເຢຊູຈື່ສິ່ງຕ່າງໆທີ່ເພິ່ນເຄີຍເຮັດກັບພໍ່ຕອນທີ່ຢູ່ໃນສະຫວັນ. (ມທ. 3:16; ຢຮ. 17:5) ແຕ່ເພິ່ນກໍບໍ່ໄດ້ໃຫ້ການຮູ້ເລື່ອງນັ້ນມາເຮັດໃຫ້ເພິ່ນເປັນຄົນຍິ່ງຫຼືສະແດງວ່າຕົວເອງເໜືອກວ່າຄົນອື່ນ. ເພິ່ນຍັງໄດ້ບອກພວກລູກສິດວ່າ ເພິ່ນເຂົ້າມາໃນໂລກ “ບໍ່ໄດ້ມາໃຫ້ຄົນອື່ນຮັບໃຊ້ ແຕ່ມາຮັບໃຊ້ຄົນອື່ນ ແລະສະລະຊີວິດເປັນຄ່າໄຖ່ໃຫ້ຄົນຈຳນວນຫຼາຍ.” (ມທ. 20:28) ນອກຈາກນັ້ນ ເພິ່ນຍັງຍອມຮັບຢ່າງຖ່ອມໃຈວ່າ ເພິ່ນບໍ່ສາມາດເຮັດທຸກຢ່າງດ້ວຍຕົວເອງໄດ້. (ຢຮ. 5:19) ພະເຢຊູເປັນຄົນຖ່ອມຫຼາຍແທ້ໆ! ເພິ່ນເປັນຕົວຢ່າງທີ່ດີໃຫ້ເຮົາຮຽນແບບ.
14. ເຮົາໄດ້ບົດຮຽນຫຍັງຈາກສິ່ງທີ່ພະເຢຊູເວົ້າກ່ຽວກັບການເບິ່ງຕົວເອງຢ່າງເໝາະສົມ?
14 ພະເຢຊູສອນພວກລູກສິດໃຫ້ເບິ່ງຕົວເອງຢ່າງເໝາະສົມ. ມີເທື່ອໜຶ່ງພະເຢຊູບອກກັບເຂົາເຈົ້າວ່າ: “ຜົມຢູ່ຫົວຂອງພວກເຈົ້າພະອົງກໍນັບໄວ້ແລ້ວທຸກເສັ້ນ.” (ມທ. 10:30) ຄຳເວົ້ານີ້ໃຫ້ກຳລັງໃຈເຮົາຫຼາຍແທ້ໆ! ໂດຍສະເພາະຕອນທີ່ເຮົາຮູ້ສຶກວ່າຕົວເອງບໍ່ມີຄ່າ ເພາະຂໍ້ນີ້ໝາຍຄວາມວ່າພະເຢໂຫວາສົນໃຈເຮົາແລະຖືວ່າເຮົາມີຄ່າໃນສາຍຕາເພິ່ນ. ດັ່ງນັ້ນ ເຮົາບໍ່ ຄວນສົງໄສວ່າ ພະເຢໂຫວາເຮັດຖືກຢູ່ບໍທີ່ໃຫ້ເຮົານະມັດສະການເພິ່ນແລະໃຫ້ເຮົາມີໂອກາດທີ່ຈະມີຊີວິດຕະຫຼອດໄປໃນໂລກໃໝ່.
15. (ກ) ຫໍສັງເກດການສະບັບໜຶ່ງໄດ້ແນະນຳເຮົາໃຫ້ເບິ່ງຕົວເອງຢ່າງເໝາະສົມແນວໃດ? (ຂ) ຕາມທີ່ເຮົາເຫັນໃນຮູບພາບໜ້າ 24 ຖ້າເຮົາຄິດເຖິງຕົວເອງຫຼາຍເກີນໄປ ເຮົາອາດພາດໂອກາດຫຍັງ?
15 ເມື່ອ 15 ປີກ່ອນ ມີຫໍສັງເກດການ ສະບັບໜຶ່ງໄດ້ແນະນຳເຮົາໃຫ້ເບິ່ງຕົວເອງຢ່າງເໝາະສົມ. ໃນນັ້ນບອກວ່າ: “ແນ່ນອນວ່າເຮົາບໍ່ຄວນຄິດວ່າຕົວເອງສູງສົ່ງຈົນເຖິງຂັ້ນຫຼົງຕົວເອງ ຫຼືຄິດວ່າເຮົາເອງຕ່ຳຕ້ອຍຈົນຮູ້ສຶກວ່າບໍ່ມີຄ່າ. ແທນທີ່ຈະເປັນແບບນັ້ນ ເຮົາຄວນມີເປົ້າໝາຍທີ່ຈະປູກຝັງການມີທັດສະນະທີ່ຖືກຕ້ອງຕໍ່ຕົວເອງ ເຊິ່ງໝາຍເຖິງການຮູ້ທັງສ່ວນດີແລະຂີດຈຳກັດຂອງເຮົາ. ພີ່ນ້ອງຍິງຄົນໜຶ່ງເວົ້າກ່ຽວກັບເລື່ອງນີ້ວ່າ ‘ຂ້ອຍບໍ່ແມ່ນຄົນຊົ່ວ ແຕ່ກໍບໍ່ໄດ້ເປັນຄົນດີເລີດປະເສີດສີ ຂ້ອຍມີທັງຂໍ້ດີແລະຂໍ້ເສຍ ແລະທຸກຄົນກໍເປັນແບບນີ້ຄືກັນ.’” d ເຫັນໄດ້ແຈ້ງວ່າການເບິ່ງຕົວເອງຢ່າງເໝາະສົມເປັນປະໂຫຍດຕໍ່ເຮົາຫຼາຍແທ້ໆ!
16. ເປັນຫຍັງພະເຢໂຫວາຈຶ່ງໃຫ້ຄຳແນະນຳທີ່ເປັນປະໂຫຍດກັບເຮົາ?
16 ພະເຢໂຫວາໃຫ້ຄຳແນະນຳທີ່ເປັນປະໂຫຍດກັບເຮົາໂດຍຜ່ານທາງຄຳພີໄບເບິນ. ເພິ່ນຮັກເຮົາແລະຢາກໃຫ້ເຮົາມີຄວາມສຸກ. (ເອຊາ. 48:17, 18) ວິທີທີ່ຈະເຮັດໃຫ້ເຮົາມີຄວາມສຸກທີ່ສຸດກໍຄື ໃຫ້ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ. ແລະເມື່ອເຮົາເຮັດແບບນັ້ນ ເຮົາກໍຈະຫຼີກລ່ຽງບັນຫາແລະມີຄວາມຄິດທີ່ຖືກຕ້ອງໃນເລື່ອງເງິນ ວຽກອາຊີບ ແລະເບິ່ງຕົວເອງຢ່າງເໝາະສົມ. ຂໍໃຫ້ເຮົາແຕ່ລະຄົນຕັ້ງໃຈທີ່ຈະໃຊ້ຊີວິດຢ່າງສະຫຼາດ ແລະເຮັດໃຫ້ພະເຢໂຫວາດີໃຈ!—ສຸພາ. 23:15
ເພງ 94 ເຮົາຂອບໃຈພະເຈົ້າສຳລັບພະຄຳພີ
a ໂຊໂລໂມນແລະພະເຢຊູເປັນຄົນສະຫຼາດຫຼາຍ ຍ້ອນເຂົາເຈົ້າໄດ້ຄວາມສະຫຼາດຫຼືສະຕິປັນຍາມາຈາກພະເຢໂຫວາ. ໃນບົດຄວາມນີ້ ເຮົາຈະມາເບິ່ງວ່າເຮົາໄດ້ບົດຮຽນຫຍັງຈາກຄຳແນະນຳຂອງໂຊໂລໂມນແລະພະເຢຊູກ່ຽວກັບການມີຄວາມຄິດທີ່ຖືກຕ້ອງໃນເລື່ອງເງິນ ວຽກອາຊີບ ແລະການເບິ່ງຕົວເອງ. ແລະເຮົາຍັງຈະມາເບິ່ງວ່າພີ່ນ້ອງຮ່ວມຄວາມເຊື່ອໄດ້ຮັບປະໂຫຍດແນວໃດໃນການເຮັດຕາມຄຳແນະນຳໃນ 3 ເລື່ອງນີ້.
b ຜູ້ເທສະໜາປ່າວປະກາດ 5:18, 19 (ລ.ມ.) ອ່ານວ່າ: “ສິ່ງທີ່ຂ້ອຍເຫັນວ່າດີແລະຄວນຈະເປັນກໍຄື ໃນຊ່ວງຊີວິດສັ້ນໆທີ່ພະເຈົ້າທ່ຽງແທ້ໃຫ້ກັບມະນຸດ ລາວຄວນຈະກິນແລະດື່ມ ແລະມີຄວາມສຸກກັບການເຮັດວຽກໜັກພາຍໃຕ້ດວງອາທິດ ເພາະນີ້ຄືລາງວັນທີ່ລາວໄດ້ຮັບ. ແລະເມື່ອພະເຈົ້າທ່ຽງແທ້ໃຫ້ຄົນເຮົາລ່ຳລວຍມີຊັບສົມບັດ ແລະໃຫ້ລາວສາມາດຊື່ນຊົມກັບສິ່ງທີ່ມີ ລາວກໍຄວນຮັບລາງວັນນັ້ນແລະມີຄວາມສຸກກັບການເຮັດວຽກໜັກ ນີ້ເປັນຂອງຂວັນຈາກພະເຈົ້າ.”
c ເບິ່ງບົດຄວາມທີ່ຊື່ວ່າ “ຈະມີຄວາມສຸກກັບການເຮັດວຽກໜັກໄດ້ແນວໃດ?” ໃນຫໍສັງເກດການ 1 ກຸມພາ ປີ 2015 (ພາສາໄທ)
d ເບິ່ງບົດຄວາມທີ່ຊື່ວ່າ “ຄຳພີໄບເບິນຊ່ວຍເຈົ້າໃຫ້ພົບຄວາມສຸກໄດ້” ໃນຫໍສັງເກດການ 1 ສິງຫາ ປີ 2005 (ພາສາໄທ)
e ຄຳອະທິບາຍຮູບພາບ: ຈອນແລະທອມເປັນພີ່ນ້ອງຊາຍໜຸ່ມທີ່ຢູ່ໃນປະຊາຄົມດຽວກັນ. ຈອນໃຊ້ເວລາສ່ວນຫຼາຍເພື່ອເບິ່ງແຍງລົດຂອງລາວ. ສ່ວນທອມໃຊ້ລົດຂອງຕົວເອງເພື່ອພາພີ່ນ້ອງໄປປະກາດແລະໄປປະຊຸມ.
f ຄຳອະທິບາຍຮູບພາບ: ຈອນເຮັດວຽກລ່ວງເວລາເພາະລາວບໍ່ຢາກເຮັດໃຫ້ຫົວໜ້າຜິດຫວັງ. ດັ່ງນັ້ນ ເມື່ອຫົວໜ້າຂໍໃຫ້ລາວເລີກວຽກຊ້າ ລາວກໍຍອມ. ໃນຕອນແລງມື້ດຽວກັນ ທອມເຊິ່ງເປັນຜູ້ຊ່ວຍວຽກຮັບໃຊ້ໄດ້ໄປຢ້ຽມຢາມໃຫ້ກຳລັງໃຈພີ່ນ້ອງຮ່ວມກັບຜູ້ດູແລ. ທອມເຄີຍອະທິບາຍກັບຫົວໜ້າໄວ້ແລ້ວວ່າໃນຕອນແລງກາງອາທິດ ລາວມີຫຼາຍຢ່າງທີ່ຕ້ອງເຮັດເພື່ອນະມັດສະການພະເຢໂຫວາ ແລະບໍ່ສາມາດເຮັດວຽກໃນເວລານີ້ໄດ້.
g ຄຳອະທິບາຍຮູບພາບ: ຈອນຄິດເຖິງແຕ່ຕົວເອງ. ສ່ວນທອມໃຫ້ພະເຢໂຫວາເປັນຜູ້ທີ່ສຳຄັນທີ່ສຸດໃນຊີວິດລາວ. ນີ້ຈຶ່ງເຮັດໃຫ້ລາວມີໝູ່ໃໝ່ໆຫຼາຍຄົນຕອນທີ່ມາຊ່ວຍສ້ອມແປງຫໍປະຊຸມ.