ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 22

ຍ່າງ​ໃນ “ທາງ​ບໍ​ລິ​ສຸດ” ຕໍ່ໆ​ໄປ

ຍ່າງ​ໃນ “ທາງ​ບໍ​ລິ​ສຸດ” ຕໍ່ໆ​ໄປ

“ຈະ​ມີ​ທາງ​ຫຼັກ​ເສັ້ນ​ໜຶ່ງ . . . ເອີ້ນ​ວ່າ​ທາງ​ບໍ​ລິ​ສຸດ.”—ອຊຢ. 35:8, ລ.ມ.

ເພງ 31 ເດີນ​ກັບ​ພະເຈົ້າ

ໃຈ​ຄວາມ​ສຳຄັນ a

1-2. ຄົນ​ຢິວ​ທີ່​ຢູ່​ໃນ​ບາບີໂລນ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ​ຫຍັງ? (ເອັດຊະຣາ 1:2-4)

 ກະສັດ​ໄດ້​ອອກ​ຄຳສັ່ງ​ວ່າ​ຄົນ​ຢິວ​ທີ່​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ດົນ​ເຖິງ 70 ປີ ສາມາດ​ກັບ​ໄປ​ອິດສະຣາເອນ​ບ້ານ​ເກີດ​ຂອງ​ໂຕເອງ​ໄດ້. (ອ່ານ​ເອັດຊະຣາ 1:2-4) ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ເຮັດ​ເລື່ອງ​ນີ້​ໄດ້. ເປັນຫຍັງ​ຈຶ່ງ​ເວົ້າ​ແບບນັ້ນ? ຍ້ອນ​ປົກກະຕິ​ແລ້ວ​ບາບີໂລນ​ຈະ​ບໍ່​ປ່ອຍ​ຊະເລີຍ​ທີ່​ຈັບ​ມາ​ໄດ້​ໃຫ້​ເປັນ​ອິດ​ສະຫຼະ. (ອຊຢ. 14:4, 17) ແຕ່​ເມືອງ​ບາບີໂລນ​ໄດ້​ຫຼົ້ມ​ສະ​ຫຼາຍ ຜູ້​ປົກຄອງ​ຄົນ​ໃໝ່​ຈຶ່ງ​ບອກ​ໃຫ້​ຄົນ​ຢິວ​ອອກ​ຈາກ​ບາບີໂລນ​ໄດ້. ນີ້​ຈຶ່ງ​ເຮັດ​ໃຫ້​ຄົນ​ຢິວ​ທຸກ​ຄົນ​ໂດຍ​ສະເພາະ​ຫົວໜ້າ​ຄອບຄົວ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ​ວ່າ ຍັງ​ຈະ​ຢູ່​ບາບີໂລນ​ຕໍ່​ໄປ​ຫຼື​ຈະ​ອອກ​ຈາກ​ບ່ອນ​ນັ້ນ. ແຕ່​ການ​ຕັດສິນໃຈ​ເລື່ອງ​ນີ້​ກໍ​ອາດຈະ​ບໍ່​ງ່າຍ. ຍ້ອນຫຍັງ?

2 ຄົນ​ຢິວ​ທີ່​ອາຍຸ​ຫຼາຍ​ອາດ​ບໍ່​ກ້າ​ສ່ຽງ​ທີ່​ຈະ​ເດີນທາງ​ໄກ​ແລະ​ຍາກ​ລຳບາກ. ນອກຈາກນັ້ນ ຄົນ​ຢິວ​ສ່ວນ​ຫຼາຍ​ເກີດ​ຢູ່​ບາບີໂລນ. ຕະຫຼອດ​ຊີວິດ​ຂອງ​ເຂົາເຈົ້າ​ຮູ້ຈັກ​ແຕ່​ບາບີໂລນ​ເທົ່າ​ນັ້ນ. ເຂົາເຈົ້າ​ບໍ່​ຮູ້ສຶກ​ວ່າ​ອິດສະຣາເອນ​ເປັນ​ຄື​ບ້ານ ແຕ່​ເປັນ​ພຽງ​ບ້ານ​ເກີດ​ຂອງ​ບັນພະບຸລຸດ. ແລະ​ຄົນ​ຢິວ​ບາງຄົນ​ກໍ​ອາດຈະ​ມີ​ຖານະ​ດີ​ຢູ່​ບາບີໂລນ​ຢູ່​ແລ້ວ ອາດ​ເປັນ​ເລື່ອງ​ຍາກ​ທີ່​ເຂົາເຈົ້າ​ຕ້ອງ​ຖິ້ມ​ເຮືອນ​ທີ່​ສະດວກ​ສະບາຍ​ຫຼື​ທຸລະ​ກິດ ແລ້ວ​ໄປ​ເລີ່ມ​ຕົ້ນ​ຊີວິດ​ໃໝ່​ໃນ​ປະເທດ​ທີ່​ເຂົາເຈົ້າ​ບໍ່​ຮູ້ຈັກ.

3. ສຳລັບ​ຄົນ​ຢິວ​ທີ່​ຕັດສິນໃຈ​ເດີນທາງ​ກັບ​ໄປ​ອິດສະຣາເອນ ມີ​ພອນ​ຫຍັງ​ທີ່​ລໍ​ຖ້າ​ເຂົາເຈົ້າ​ຢູ່?

3 ຄົນ​ຢິວ​ທີ່​ສັດຊື່​ຮູ້​ວ່າ​ການ​ເດີນທາງ​ກັບ​ໄປ​ອິດສະຣາເອນ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ ເຊິງ​ຈະ​ຄຸ້ມ​ຄ່າ​ຫຼາຍ​ກວ່າ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ເສຍ​ສະລະ. ພອນ​ທີ່​ຍິ່ງໃຫຍ່​ທີ່ສຸດ​ກ່ຽວຂ້ອງ​ກັບ​ການ​ນະ​ມັດ​ສະ​ການ. ເຖິງ​ວ່າ​ໃນ​ບາບີໂລນ​ຈະ​ມີ​ວິຫານ​ຂອງ​ເທບ​ພະເຈົ້າ​ຕ່າງໆ​ຫຼາຍ​ຫ​ວ່າ 50 ວິຫານ ແຕ່​ບໍ່​ມີ​ວິຫານ​ຂອງ​ພະ​ເຢໂຫວາ​ເລີຍ​ຢູ່​ຫັ້ນ. ບໍ່​ມີ​ແທ່ນ​ບູຊາ​ໃດ​ທີ່​ຄົນ​ອິດສະຣາເອນ​ສາມາດ​ເອົາ​ເຄື່ອງ​ບູຊາ​ໄປ​ຖວາຍ​ຕາມ​ກົດໝາຍ​ຂອງ​ໂມເຊ​ແລະ​ບໍ່​ມີ​ປະໂລຫິດ​ທີ່​ຈະ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ກັບ​ເຂົາເຈົ້າ. ນອກຈາກນັ້ນ ຄົນ​ຢິວ​ອາໄສ​ຢູ່​ໃນ​ບາບີໂລນ​ເຊິ່ງ​ເຕັມ​ໄປ​ດ້ວຍ​ຄົນ​ທີ່​ນະ​ມັດ​ສະ​ການ​ພະ​ປອມ​ແລະ​ບໍ່​ສົນໃຈ​ພະ​ເຢໂຫວາ​ຫຼື​ມາດຕະຖານ​ຂອງ​ເພິ່ນ. ດັ່ງນັ້ນ ຄົນ​ຢິວ​ທີ່​ຢ້ານຢຳ​ພະ​ເຢໂຫວາ​ຫຼາຍ​ໝື່ນ​ຄົນ​ຈຶ່ງ​ລໍ​ຖ້າ​ທີ່​ຈະ​ໄດ້​ກັບ​ໄປ​ແຜ່ນດິນ​ທີ່​ເຂົາເຈົ້າ​ສາມາດ​ຟື້ນຟູ​ການ​ນະ​ມັດ​ສະ​ການ​ທີ່​ບໍ​ລິ​ສຸດ​ໄດ້.

4. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຊ່ວຍ​ຄົນ​ຢິວ​ແນວໃດ​ເພື່ອ​ກັບ​ໄປ​ອິດສະຣາເອນ?

4 ຄົນ​ຢິວ​ຕ້ອງ​ໃຊ້​ເວລາ​ປະມານ​ສີ່​ເດືອນ​ເພື່ອ​ເດີນທາງ​ກັບ​ໄປ​ອິດສະຣາເອນ ແລະ​ການ​ເດີນທາງ​ນັ້ນ​ກໍ​ຍາກ​ລຳບາກ​ແທ້ໆ. ແຕ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຈັດການ​ທຸກ​ຢ່າງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ອຸປະສັກ​ໃຫ້​ໝົດ​ໄປ. ເພິ່ນ​ສັນຍາ​ຜ່ານ​ທາງ​ຜູ້ພະຍາກອນ​ເອຊາຢາ​ວ່າ: “ໃຫ້​ຖາງ​ທາງ​ຂອງ​ພະ​ເຢໂຫວາ​ໃຫ້​ກ້ຽງ. ໃຫ້​ເຮັດ​ທາງ​ຫຼັກ​ທີ່​ຊື່ໆ . . . ບ່ອນ​ທີ່​ເປັນ​ດິນ​ບໍ່​ພຽງ​ຕ້ອງ​ເຮັດ​ໃຫ້​ມັນ​ພຽງ ແລະ​ບ່ອນ​ທີ່​ມີ​ແຕ່​ຂຸມ​ກໍ​ຕ້ອງ​ເຮັດ​ໃຫ້​ມັນ​ພຽງ​ຄື​ກັນ.” (ອຊຢ. 40:3, 4, ລ.ມ.) ລອງ​ນຶກພາບ​ວ່າ ຖ້າ​ເຈົ້າ​ຕ້ອງ​ເດີນທາງ​ຜ່ານ​ບ່ອນ​ທຸລະກັນດານ​ແລະ​ພູ​ຫຼາຍ​ໜ່ວຍ. ເມື່ອ​ເຈົ້າ​ຮູ້​ວ່າ​ມີ​ທາງ​ຫຼັກ​ເສັ້ນ​ໜຶ່ງ​ທີ່​ຕັດ​ຊື່​ຜ່ານ​ຮ່ອມພູ ເຈົ້າ​ຕ້ອງ​ດີໃຈ​ແທ້ໆ! ຍ້ອນ​ວ່າ​ເຈົ້າ​ຈະ​ບໍ່​ຕ້ອງ​ປີນ​ຂຶ້ນ​ພູ ລົງ​ພູ ແລະ​ມັນ​ຈະ​ເຮັດ​ໃຫ້​ການ​ເດີນທາງ​ຂອງ​ເຈົ້າ​ໄວ​ກວ່າ​ແລະ​ງ່າຍ​ກວ່າ.

5. ພະ​ເຢໂຫວາ​ເອີ້ນ​ທາງ​ຫຼັກ​ທີ່​ພາ​ຄົນ​ອິດສະຣາເອນ​ອອກ​ຈາກ​ບາບີໂລນ​ເພື່ອ​ກັບ​ໄປ​ອິດສະຣາເອນ​ວ່າ​ແນວໃດ?

5 ທາງ​ຫຼັກ​ໃນ​ທຸກ​ມື້​ນີ້​ຈະ​ມີ​ໝາຍເລກ​ຫຼື​ຊື່. ທາງ​ຫຼັກ​ທີ່​ປຶ້ມ​ເອຊາຢາ​ເວົ້າ​ເຖິງ​ກໍ​ມີ​ຊື່​ຄື​ກັນ. ຄຳພີໄບເບິນ​ບອກ​ວ່າ: “ຈະ​ມີ​ທາງ​ຫຼັກ​ເສັ້ນ​ໜຶ່ງ ທາງ​ເສັ້ນ​ນັ້ນ​ຈະ​ຖືກ​ເອີ້ນ​ວ່າ​ທາງ​ບໍ​ລິ​ສຸດ. ຄົນ​ທີ່​ບໍ່​ສະອາດ​ຈະ​ທຽວ​ທາງ​ນັ້ນ​ບໍ່​ໄດ້.” (ອຊຢ. 35:8, ລ.ມ.) ຄຳ​ສັນຍາ​ນີ້​ໝາຍເຖິງ​ຫຍັງ​ສຳລັບ​ຄົນ​ອິດສະຣາເອນ​ໃນ​ສະໄໝ​ນັ້ນ? ແລະ​ໝາຍເຖິງ​ຫຍັງ​ສຳລັບ​ພວກເຮົາ​ໃນ​ທຸກ​ມື້​ນີ້?

“ທາງ​ບໍ​ລິ​ສຸດ” ໃນ​ສະໄໝ​ນັ້ນ​ແລະ​ໃນ​ສະໄໝ​ນີ້

6. ເປັນຫຍັງ​ທາງ​ຫຼັກ​ນີ້​ຈຶ່ງ​ຊື່​ວ່າ “ທາງ​ບໍ​ລິ​ສຸດ”?

6 ທາງ​ຫຼັກ​ທີ່​ເວົ້າ​ເຖິງ​ໃນ​ປຶ້ມ​ເອຊາຢາ​ມີ​ຊື່​ວ່າ “ທາງ​ບໍ​ລິ​ສຸດ.” ເປັນ​ຊື່​ທີ່​ໜ້າສົນໃຈ​ແທ້ໆ. ເປັນຫຍັງ​ຈຶ່ງ​ເອີ້ນ​ທາງ​ນີ້​ວ່າ “ທາງ​ບໍ​ລິ​ສຸດ”? ຍ້ອນ​ໃນ​ຊາດ​ອິດສະຣາເອນ​ທີ່​ໄດ້​ຮັບ​ການ​ຟື້ນຟູ​ຈະ​ບໍ່​ມີ​ຄົນ​ທີ່ “ບໍ່​ສະອາດ” ເຊິ່ງ​ກໍ​ຄື​ຄົນ​ຢິວ​ທີ່​ຕັ້ງໃຈ​ເຮັດ​ຜິດສິນລະທຳ ໄຫວ້​ຮູບ​ເຄົາລົບ ແລະ​ເຮັດ​ຜິດ​ຮ້າຍແຮງ​ອື່ນໆ. ຄົນ​ຢິວ​ທີ່​ກັບ​ໄປ​ແຜ່ນດິນ​ອິດສະຣາເອນ​ຈະ​ກາຍ​ເປັນ “ຊາດ​ທີ່​ບໍ​ລິ​ສຸດ” ຂອງ​ພະ​ເຢໂຫວາ. (ພບຍ. 7:6, ລ.ມ.) ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄົນ​ທີ່​ບໍ່​ໄດ້​ອອກ​ຈາກ​ບາບີໂລນ​ຈະ​ບໍ່​ຕ້ອງ​ປ່ຽນແປງ​ໂຕເອງ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.

7. ຄົນ​ຢິວ​ບາງຄົນ​ຕ້ອງ​ປ່ຽນແປງ​ໂຕເອງ​ແນວໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

7 ຄື​ທີ່​ບອກ​ໄວ້ ຄົນ​ຢິວ​ສ່ວນ​ຫຼາຍ​ເກີດ​ຢູ່​ເມືອງ​ບາບີໂລນ. ເຂົາເຈົ້າ​ຫຼາຍ​ຄົນ​ລຶ້ງ​ເຄີຍ​ກັບ​ວັດທະນະທຳ ການ​ໃຊ້​ຊີວິດ ແລະ​ຄວາມຄິດ​ຂອງ​ຄົນ​ຢູ່​ຫັ້ນ. ຫຼາຍ​ສິບ​ປີ​ຫຼັງ​ຈາກ​ທີ່​ຄົນ​ຢິວ​ກຸ່ມ​ທຳອິດ​ກັບ​ໄປ​ອິດສະຣາເອນ ເອັດຊະຣາ​ເຫັນ​ວ່າ​ຄົນ​ຢິວ​ບາງຄົນ​ແຕ່ງດອງ​ກັບ​ຜູ້ຍິງ​ຄົນ​ຕ່າງ​ຊາດ. (ອພຍ. 34:15, 16; ອຊຣ. 9:1, 2) ແລະ​ຕໍ່​ມາ​ເມື່ອ​ຜູ້​ປົກຄອງ​ເນ​ເຮ​ມີ​ຢາ​ກັບ​ໄປ​ອິດສະຣາເອນ ລາວ​ຕົກໃຈ​ຫຼາຍ​ທີ່​ເຫັນ​ຄົນ​ຢິວ​ທີ່​ເກີດ​ໃນ​ອິດສະຣາເອນ​ເວົ້າ​ພາສາ​ເຮັບເຣີ​ບໍ່​ໄດ້. (ພບຍ. 6:6, 7; ນຮຢ. 13:23, 24) ແລ້ວ​ເດັກນ້ອຍ​ພວກ​ນີ້​ຈະ​ຮັກ​ພະ​ເຢໂຫວາ​ແລະ​ນະ​ມັດ​ສະ​ການ​ເພິ່ນ​ໄດ້​ແນວໃດ​ຖ້າ​ເຂົາເຈົ້າ​ບໍ່​ເຂົ້າໃຈ​ພາສາ​ເຮັບເຣີ ເຊິ່ງ​ເປັນ​ພາສາ​ຫຼັກ​ທີ່​ໃຊ້​ໃນ​ການ​ຂຽນ​ຄຳພີໄບເບິນ​ໃນ​ຕອນ​ນັ້ນ? (ອຊຣ. 10:3, 44) ດັ່ງນັ້ນ ຄົນ​ຢິວ​ເຫຼົ່ານີ້​ຕ້ອງ​ປ່ຽນແປງ​ໂຕເອງ ແລະ​ກໍ​ຈະ​ງ່າຍ​ກວ່າ​ຖ້າ​ເຂົາເຈົ້າ​ປ່ຽນແປງ​ໂຕເອງ​ຕອນ​ທີ່​ຢູ່​ອິດສະຣາເອນ ເຊິ່ງ​ເປັນ​ບ່ອນ​ທີ່​ການ​ນະ​ມັດ​ສະ​ການ​ບໍ​ລິ​ສຸດ​ກຳລັງ​ໄດ້​ຮັບ​ການ​ຟື້ນຟູ.—ນຮຢ. 8:8, 9

ຕັ້ງແຕ່​ປີ ຄ.ສ 1919 ທັງ​ຜູ້ຊາຍ​ຜູ້ຍິງ​ແລະ​ເດັກນ້ອຍ​ຫຼາຍ​ລ້ານ​ຄົນ​ໄດ້​ອອກ​ມາ​ຈາກ​ບາບີໂລນ​ໃຫຍ່​ແລ້ວ​ມາ​ຍ່າງ​ໃນ “ທາງ​ບໍລິສຸດ” (ເບິ່ງ​ຂໍ້ 8)

8. ເປັນຫຍັງ​ເຮົາ​ຄວນ​ສົນໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ອິດສະຣາເອນ​ບູຮານ? (ເບິ່ງ​ຮູບ​ໜ້າ​ປົກ)

8 ບາງຄົນ​ອາດ​ຮູ້ສຶກ​ວ່າ ‘ມັນ​ກໍ​ໜ້າສົນໃຈ​ດີ ແຕ່​ເລື່ອງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ຢິວ​ຕອນ​ນັ້ນ ມັນ​ກໍ​ເກີດ​ຂຶ້ນ​ມາ​ດົນ​ແລ້ວ. ມັນ​ກ່ຽວຂ້ອງ​ກັບ​ພວກເຮົາ​ໃນ​ທຸກ​ມື້​ນີ້​ແນວໃດ?’ ແທ້ໆ​ແລ້ວ ເລື່ອງ​ນີ້​ກ່ຽວຂ້ອງ​ກັບ​ເຮົາ​ຫຼາຍ ຍ້ອນ​ຕອນນີ້​ເຮົາ​ກຳລັງ​ຍ່າງ​ຢູ່ “ທາງ​ບໍ​ລິ​ສຸດ” ຄື​ກັນ. ບໍ່​ວ່າ​ເຮົາ​ຈະ​ເປັນ​ຜູ້​ຖືກ​ເຈີມ​ຫຼື “ແກະ​ອື່ນ” ເຮົາ​ກໍ​ຕ້ອງ​ຍ່າງ​ຢູ່ “ທາງ​ບໍ​ລິ​ສຸດ” ສະເໝີ ຍ້ອນ​ມັນ​ຈະ​ຊ່ວຍ​ໃຫ້​ເຮົາ​ນະ​ມັດ​ສະ​ການ​ພະ​ເຢໂຫວາ​ຕໍ່ໆ​ໄປ​ທັງ​ໃນ​ຕອນນີ້​ແລະ​ໃນ​ອະນາຄົດ​ຕອນ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ໂລ​ກ​ນີ້​ມີ​ສິ່ງ​ທີ່​ດີ. b (ຢຮ. 10:16) ຕັ້ງແຕ່​ປີ ຄ.ສ 1919 ທັງ​ຜູ້​ຊາຍ​ຜູ້ຍິງ​ແລະ​ເດັກນ້ອຍ​ຫຼາຍ​ລ້ານ​ຄົນ​ໄດ້​ອອກ​ຈາກ​ບາບີໂລນ​ໃຫຍ່ ເຊິ່ງ​ກໍ​ຄື​ສາສະໜາ​ປອມ ແລະ​ເລີ່ມ​ໃຊ້​ຊີວິດ​ຕາມ​ທາງ​ນີ້. ເຈົ້າ​ເອງ​ກໍ​ຢູ່​ທາງ​ນີ້​ຄື​ກັນ​ແມ່ນ​ບໍ? ເຖິງ​ວ່າ​ທາງ​ນີ້​ເປີດ​ໃຫ້​ໃຊ້​ປະມານ 100 ປີ​ທີ່​ແລ້ວ ແຕ່​ແທ້ໆ​ແລ້ວ​ມີການ​ກຽມ​ທາງ​ນີ້​ຫຼາຍ​ຮ້ອຍ​ປີ​ກ່ອນ​ໜ້າ​ນັ້ນ​ມາ​ແລ້ວ.

ກຽມ​ເສັ້ນ​ທາງ

9. ຕາມ​ເອຊາຢາ 57:14 ມີ​ການ​ກຽມ “ທາງ​ບໍ​ລິ​ສຸດ” ແນວໃດ?

9 ພະ​ເຢໂຫວາ​ເອົາ​ສິ່ງ​ທີ່​ເປັນ​ອຸປະສັກ​ຂອງ​ຄົນ​ຢິວ​ອອກ​ເພື່ອ​ຜູ້​ທີ່​ຢູ່​ບາບີໂລນ​ຈະ​ກັບ​ໄປ​ອິດສະຣາເອນ​ໄດ້. (ອ່ານ​ເອຊາຢາ 57:14) ແລ້ວ​ພະ​ເຢໂຫວາ​ຈະ​ເຮັດ​ແບບນັ້ນ​ຄື​ກັນ​ບໍ​ກັບ “ທາງ​ບໍ​ລິ​ສຸດ” ໃນ​ທຸກ​ມື້​ນີ້? ຫຼາຍ​ຮ້ອຍ​ປີ​ກ່ອນ​ປີ ຄ.ສ 1919 ພະ​ເຢໂຫວາ​ໃຊ້​ຫຼາຍ​ຄົນ​ທີ່​ຢ້ານຢຳ​ເພິ່ນ​ໃຫ້​ເອົາ​ສິ່ງ​ທີ່​ເປັນ​ອຸປະສັກ​ອອກ​ໄປ​ເພື່ອ​ຈະ​ຊ່ວຍ​ຜູ້ຄົນ​ໃຫ້​ອອກ​ຈາກ​ບາບີໂລນ​ໃຫຍ່. (ສົມທຽບ​ກັບ​ເອຊາຢາ 40:3) ເຂົາເຈົ້າ​ເຮັດ​ແບບນັ້ນ​ເພື່ອ​ກຽມ​ທາງ​ທີ່​ຊ່ວຍ​ໃຫ້​ຜູ້ຄົນ​ທີ່​ມີ​ຫົວໃຈ​ດີ​ສາມາດ​ອອກ​ຈາກ​ບາບີໂລນ​ໃຫຍ່ ແລະ​ມາ​ນະ​ມັດ​ສະ​ການ​ພະ​ເຢໂຫວາ​ຢ່າງ​ຖືກຕ້ອງ. ການ​ກຽມ​ທາງ​ນີ້​ມີ​ຫຍັງ​ແດ່? ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຢ່າງ​ນຳ​ກັນ.

ຫຼາຍ​ຮ້ອຍ​ປີ​ກ່ອນ ຫຼາຍ​ຄົນ​ທີ່​ຢ້ານ​ຢຳ​ພະເຈົ້າ​ໄດ້​ຊ່ວຍ​ກຽມ​ທາງ​ໃຫ້​ຜູ້​ຄົນ​ອອກ​ຈາກ​ບາບີໂລນ​ໃຫຍ່ (ເບິ່ງ​ຂໍ້ 10-11)

10-11. ການ​ພິມ​ແລະ​ການ​ແປ​ຊ່ວຍ​ຄົນ​ຈຳນວນ​ຫຼາຍ​ແນວໃດ​ໃຫ້​ຮູ້​ຄວາມຈິງ​ໃນ​ຄຳພີໄບເບິນ? (ເບິ່ງ​ຮູບພາບ)

10 ການ​ພິມ. ກ່ອນ​ປີ 1450 ຄຳພີໄບເບິນ​ຖືກ​ກ່າຍ​ດ້ວຍ​ມື​ເຊິ່ງ​ໃຊ້​ເວລາ​ຫຼາຍ ຈຶ່ງ​ເຮັດ​ໃຫ້​ຄຳພີໄບເບິນ​ຫາ​ຍາກ​ແລະ​ມີ​ລາຄາ​ແພງ. ແຕ່​ເມື່ອ​ມີການ​ສ້າງ​ເຄື່ອງ​ຈັກ​ພິມ​ປຶ້ມ ກໍ​ເຮັດ​ໃຫ້​ສາມາດ​ຜະລິດ​ຄຳພີໄບເບິນ​ໄດ້​ຫຼາຍ​ຂຶ້ນ. ແລະ​ຄົນ​ທົ່ວໄປ​ກໍ​ສາມາດ​ຫາ​ອ່ານ​ຄຳພີໄບເບິນ​ໄດ້​ງ່າຍ​ຂຶ້ນ.

11 ການ​ແປ. ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ທີ່​ຄຳພີໄບເບິນ​ສ່ວນ​ຫຼາຍ​ມີການ​ແປ​ໃນ​ພາສາ​ລາຕິນ ແລະ​ສະເພາະ​ຄົນ​ທີ່​ມີ​ຄວາມ​ຮູ້​ສູງ​ເທົ່າ​ນັ້ນ​ທີ່​ສາມາດ​ອ່ານ​ແລະ​ເຂົ້າໃຈ​ໄດ້ ແຕ່​ກໍ​ມີ​ຈຳນວນ​ໜ້ອຍ. ແຕ່​ເມື່ອ​ມີການ​ພິມ​ຫຼາຍ​ຂຶ້ນ ຫຼາຍ​ຄົນ​ທີ່​ຢ້ານຢຳ​ພະເຈົ້າ​ກໍ​ພະຍາຍາມ​ຫຼາຍ​ຂຶ້ນ​ທີ່​ຈະ​ແປ​ຄຳພີໄບເບິນ​ເປັນ​ພາສາ​ທີ່​ຜູ້ຄົນ​ສ່ວນ​ຫຼາຍ​ໃຊ້. ຄົນ​ທີ່​ອ່ານ​ຄຳພີໄບເບິນ​ຈຶ່ງ​ສາມາດ​ສົມທຽບ​ຄຳສອນ​ຂອງ​ຜູ້​ນຳ​ສາສະໜາ​ກັບ​ສິ່ງ​ທີ່​ຄຳພີໄບເບິນ​ສອນ​ແທ້ໆ.

ຫຼາຍ​ຄົນ​ທີ່​ຢ້ານ​ຢຳ​ພະເຈົ້າ​ໄດ້​ຊ່ວຍ​ກຽມ​ທາງ​ໃຫ້​ຜູ້​ຄົນ​ອອກ​ຈາກ​ບາບີໂລນ​ໃຫຍ່ (ເບິ່ງ​ຂໍ້ 12-14) c

12-13. ຂໍ​ໃຫ້​ຍົກ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ ຜູ້​ທີ່​ສຶກສາ​ຄຳພີໄບເບິນ​ຢ່າງ​ຈິງ​ຈັງ​ໃນ​ສະຕະວັດ​ທີ 19 ເລີ່ມ​ເປີດໂປງ​ຄຳສອນ​ປອມ​ແນວໃດ.

12 ຄູ່ມື​ສຶກສາ​ຄຳພີໄບເບິນ. ຄົນ​ທີ່​ສຶກສາ​ຄຳພີໄບເບິນ​ໄດ້​ຮຽນຮູ້​ຫຼາຍ​ຢ່າງ​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ອ່ານ​ໃນ​ຄຳພີໄບເບິນ. ເຂົາເຈົ້າ​ຈຶ່ງ​ເລີ່ມ​ບອກ​ສິ່ງ​ທີ່​ເຂົາເຈົ້າ​ຮູ້​ໃຫ້​ຄົນອື່ນ​ຟັງ​ເຊິ່ງ​ເຮັດ​ໃຫ້​ພວກ​ຄູ​ສອນ​ສາສະໜາ​ບໍ່​ມັກ. ຕົວຢ່າງ​ເຊັ່ນ: ໃນ​ສະຕະວັດ​ທີ 19 ເຂົາເຈົ້າ​ເລີ່ມ​ພິມ​ແຜ່ນພັບ​ເພື່ອ​ເປີດໂປງ​ຄຳສອນ​ສາສະໜາ​ປອມ​ຂອງ​ຄລິດ​ສະ​ຕຽນ​ໂບດ.

13 ປະມານ​ປີ 1835 ເຮັນຣີ ກຣູ ເຊິ່ງ​ເປັນ​ຜູ້​ໜຶ່ງ​ທີ່​ຢ້ານຢຳ​ພະເຈົ້າ​ໄດ້​ພິມ​ແຜ່ນພັບ​ທີ່​ເວົ້າ​ເຖິງ​ສະພາບ​ຂອງ​ຄົນ​ຕາຍ. ລາວ​ໃຫ້​ຂໍ້​ພິສູດ​ຈາກ​ຄຳພີໄບເບິນ​ວ່າ ມະນຸດ​ບໍ່​ໄດ້​ເກີດ​ມາ​ມີ​ວິນຍານ​ອະມະຕະ​ຄື​ທີ່​ຄູ​ສອນ​ສາສະໜາ​ສອນ ແຕ່​ມະນຸດ​ຈະ​ໄດ້​ຊີວິດ​ອະມະຕະ​ກໍ​ຕໍ່​ເມື່ອ​ພະເຈົ້າ​ໃຫ້. ໃນ​ປີ 1837 ຄູ​ສອນ​ສາສະໜາ​ຄົນ​ໜຶ່ງ​ທີ່​ຊື່​ຈອດ ສະຕໍຣ໌​ໄດ້​ເຈິ​ແຜ່ນພັບ​ນີ້​ຕອນ​ນັ່ງ​ຢູ່​ລົດ​ໄຟ. ລາວ​ອ່ານ​ແຜ່ນພັບ​ນີ້​ທັງໝົດ​ແລະ​ໝັ້ນໃຈ​ວ່າ​ລາວ​ໄດ້​ເຈິ​ຄວາມຈິງ​ທີ່​ສຳຄັນ​ຫຼາຍ. ລາວ​ຈຶ່ງ​ຢາກ​ບອກ​ເລື່ອງ​ນີ້​ໃຫ້​ຄົນອື່ນ​ຮູ້. ໃນ​ປີ 1842 ລາວ​ໄດ້​ບັນຍາຍ​ຊຸດ​ທີ່​ມີ​ຊື່​ເລື່ອງ​ວ່າ “ຖາມ​ແດ່ ຄົນ​ຊົ່ວ​ເປັນ​ອະມະຕະ​ບໍ?” ແລະ​ສິ່ງ​ຕ່າງໆ​ທີ່​ຈອດ ສະຕໍຣ໌​ຂຽນ​ສົ່ງ​ຜົນ​ດີ​ຕໍ່​ໄວ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ຊາລ ເທດ ຣັດເຊວ.

14. ພີ່ນ້ອງ​ຣັດເຊວ​ກັບ​ໝູ່​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ການ​ກຽມ​ທາງ​ໄວ້​ກ່ອນ​ໜ້າ​ນີ້? (ເບິ່ງ​ຮູບພາບ)

14 ພີ່ນ້ອງ​ຣັດເຊວ​ກັບ​ໝູ່​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ກຽມ​ທາງ​ໄວ້​ກ່ອນ​ໜ້າ​ນີ້? ເຂົາເຈົ້າ​ໄດ້​ສຶກສາ​ຄົ້ນຄວ້າ​ຈາກ​ວັດຈະນານຸກົມ​ຄຳພີໄບເບິນ ຄຳສັບ ແລະ​ຄຳພີໄບເບິນ​ສະບັບ​ແປ​ຕ່າງໆ​ເຊິ່ງ​ສິ່ງ​ເຫຼົ່ານີ້​ທັງໝົດ​ມີການ​ກຽມ​ໄວ້​ກ່ອນ​ສະໄໝ​ຂອງ​ເຂົາເຈົ້າ. ນອກຈາກນັ້ນ ເຂົາເຈົ້າ​ຍັງ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຄົ້ນຄວ້າ​ຂອງ​ເຮັນຣີ ກຣູ, ຈອດ ສະຕໍຣ໌​ແລະ​ຄົນອື່ນໆ. ແລະ​ຕໍ່​ມາ​ຣັດເຊວ​ກັບ​ໝູ່​ຍັງ​ມີ​ສ່ວນ​ຮ່ວມ​ໃນ​ການ​ກຽມ​ທາງ​ນີ້​ໂດຍ​ຜະລິດ​ປຶ້ມ​ແລະ​ແຜ່ນພັບ​ຈຳນວນ​ຫຼາຍ​ທີ່​ອະທິບາຍ​ຄຳພີໄບເບິນ.

15. ມີ​ເຫດ​ການ​ທີ່​ສຳຄັນ​ຫຍັງ​ແດ່​ເກີດ​ຂຶ້ນ​ໃນ​ປີ 1919?

15 ໃນ​ປີ ຄ.ສ 1919 ຄົນ​ຂອງ​ພະເຈົ້າ​ໄດ້​ເປັນ​ອິດ​ສະຫຼະ​ຈາກ​ບາບີໂລນ​ໃຫຍ່. ແລະ​ໃນ​ປີ​ດຽວ​ກັນ​ນັ້ນ​ກໍ​ເລີ່ມ​ມີ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ.” ເຂົາເຈົ້າ​ໄດ້​ຊ່ວຍ​ຄົນ​ທີ່​ມີ​ຫົວໃຈ​ດີ​ໃຫ້​ຍ່າງ​ໃນ “ທາງ​ບໍ​ລິ​ສຸດ” ທີ່​ຫາກໍ​ເລີ່ມ​ເປີດ​ໃຫ້​ໃຊ້. (ມທ. 24:45-47) ສິ່ງ​ທີ່​ຄົນ​ໃນ​ສະໄໝ​ກ່ອນ​ໄດ້​ເຮັດ​ເພື່ອ​ກຽມ​ທາງ​ໄວ້​ໄດ້​ຊ່ວຍ​ຄົນ​ໃໝ່ໆ​ເຫຼົ່ານີ້​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງ​ການ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ. (ສຸ​ພາ. 4:18) ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຄາດໝາຍ​ໃຫ້​ຄົນ​ຂອງ​ເພິ່ນ​ປ່ຽນແປງ​ໂຕເອງ​ທັງໝົດ​ໄດ້​ພາຍ​ໃນ​ເທື່ອ​ດຽວ. ເພິ່ນ​ຄ່ອຍໆ​ໃຫ້​ເຂົາເຈົ້າ​ສະອາດ​ຂຶ້ນ​ໃນ​ເລື່ອງ​ການ​ນະ​ມັດ​ສະ​ການ. (ເບິ່ງ​ຂອບ “ ພະ​ເຢໂຫວາ​ຄ່ອຍໆ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ສະອາດ​ຂຶ້ນ​ໃນ​ເລື່ອງ​ການ​ນະ​ມັດ​ສະ​ການ”) ລອງ​ຄິດ​ເບິ່ງ​ວ່າ ເຮົາ​ຈະ​ມີ​ຄວາມສຸກ​ຫຼາຍ​ສ່ຳ​ໃດ​ຖ້າ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.—ກລຊ. 1:10

“ທາງ​ບໍ​ລິ​ສຸດ” ຍັງ​ເປີດ​ຢູ່

16. ຕັ້ງແຕ່​ປີ 1919 ໄດ້​ມີການ​ບຳລຸງ​ຮັກສາ “ທາງ​ບໍ​ລິ​ສຸດ” ແນວໃດ? (ເອຊາຢາ 48:17; 60:17)

16 ເສັ້ນ​ທາງ​ທຸກ​ເສັ້ນ​ກໍ​ຕ້ອງ​ໄດ້​ມີການ​ບຳລຸງ​ຮັກສາ​ເປັນ​ປະຈຳ​ເພື່ອ​ຈະ​ໃຫ້​ມີ​ສະພາບ​ດີ​ຕະຫຼອດ. ຕັ້ງແຕ່​ປີ 1919 ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ທີ່​ຫາກໍ​ຖືກ​ແຕ່ງຕັ້ງ​ໄດ້​ເຮັດ​ແບບນັ້ນ​ກັບ “ທາງ​ບໍ​ລິ​ສຸດ” ເພື່ອ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ອອກ​ຈາກ​ບາບີໂລນ​ໃຫຍ່. ແລະ​ໃນ​ປີ 1921 ເຂົາເຈົ້າ​ໄດ້​ອອກ​ຄູ່ມື​ການ​ສຶກສາ​ຄຳພີໄບເບິນ​ເພື່ອ​ຊ່ວຍ​ຄົນ​ໃໝ່ໆ​ໃຫ້​ຮຽນຮູ້​ຄວາມຈິງ​ໃນ​ຄຳພີໄບເບິນ. ປຶ້ມ​ນີ້​ຊື່​ວ່າ ເດິ ຫາບອ໋ອບກອດ​ແລະ​ມີການ​ແຈກ​ຢາຍ​ປຶ້ມ​ຫົວ​ນີ້​ເກືອບ 6 ລ້ານ​ຫົວ​ໃນ 36 ພາສາ ແລະ​ຫຼາຍ​ຄົນ​ກໍ​ໄດ້​ຮຽນຮູ້​ຄວາມຈິງ​ຈາກ​ປຶ້ມ​ນີ້. ຕອນນີ້​ເຮົາ​ມີ​ປຶ້ມ​ຫົວ​ໃໝ່​ທີ່​ດີ​ຫຼາຍ​ທີ່​ຈະ​ໃຊ້​ໃນ​ການ​ສຶກສາ​ຄຳພີໄບເບິນ. ປຶ້ມ​ນີ້​ມີ​ຊື່​ວ່າ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດໄປ! ເຮົາ​ເຫັນ​ວ່າ​ຕະຫຼອດ​ສະໄໝ​ສຸດທ້າຍ ພະ​ເຢໂຫວາ​ໄດ້​ໃຊ້​ອົງ​ການ​ຂອງ​ເພິ່ນ​ເພື່ອ​ຈັດ​ກຽມ​ຄວາມ​ຮູ້​ຢ່າງ​ຫຼວງ​ຫຼາຍ ເຊິ່ງ​ເປັນ​ຄື​ກັບ​ອາຫານ​ເພື່ອ​ຊ່ວຍ​ເຮົາ​ທຸກ​ຄົນ​ໃຫ້​ຍ່າງ​ໃນ “ທາງ​ບໍ​ລິ​ສຸດ” ຕໍ່ໆ​ໄປ.—ອ່ານ​ເອຊາຢາ 48:17; 60:17, ລ.ມ.

17-18. ຈຸດໝາຍປາຍທາງ​ຂອງ “ທາງ​ບໍ​ລິ​ສຸດ” ແມ່ນ​ຫຍັງ?

17 ເຮົາ​ອາດ​ເວົ້າ​ໄດ້​ວ່າ ຄົນ​ທີ່​ເລີ່ມ​ຮຽນ​ຄຳພີໄບເບິນ​ກໍ​ມີ​ໂອກາດ​ເຂົ້າ​ມາ​ຍ່າງ​ໃນ “ທາງ​ບໍ​ລິ​ສຸດ.” ແຕ່​ບາງຄົນ​ອາດ​ຍ່າງ​ໃນ​ທາງ​ນີ້​ພຽງ​ແຕ່​ໄລຍະ​ສັ້ນ​ແລ້ວ​ກໍ​ອອກ​ໄປ. ສ່ວນ​ບາງຄົນ​ກໍ​ຕັ້ງໃຈ​ຍ່າງ​ໃນ​ທາງ​ນີ້​ຕໍ່ໆ​ໄປ​ຈົນ​ເຖິງ​ຈຸດໝາຍປາຍທາງ. ແລ້ວ​ຈຸດໝາຍປາຍທາງ​ນັ້ນ​ແມ່ນ​ຫຍັງ?

18 ສຳລັບ​ຜູ້​ທີ່​ມີ​ຄວາມຫວັງ​ທີ່​ຈະ​ໄປ​ສະຫວັນ “ທາງ​ບໍ​ລິ​ສຸດ” ຈະ​ພາ​ເຂົາເຈົ້າ​ໄປ “ອຸທິຍານ​ຂອງ​ພະເຈົ້າ” ໃນ​ສະຫວັນ. (ພນມ. 2:7) ສ່ວນ​ຜູ້​ທີ່​ມີ​ຄວາມຫວັງ​ທີ່​ຈະ​ຢູ່​ຕະຫຼອດໄປ​ເທິງ​ໂລ​ກ ທາງ​ນີ້​ກໍ​ຈະ​ພາ​ເຂົາເຈົ້າ​ໄປ​ຈົນ​ເຖິງ​ຕອນ​ທ້າຍ​ຂອງ​ການ​ປົກຄອງ 1.000 ປີ​ຂອງ​ພະຄລິດ ເຊິ່ງ​ຕອນ​ນັ້ນ​ທຸກ​ຄົນ​ຈະ​ກາຍ​ເປັນ​ມະນຸດ​ທີ່​ສົມບູນແບບ. ຖ້າ​ເຈົ້າ​ກຳລັງ​ຍ່າງ​ໃນ​ທາງ​ນີ້ ຂໍ​ເຈົ້າ​ຢ່າ​ຫຼຽວ​ກັບ​ຫຼັງ​ຫຼື​ຢ່າ​ຄິດເຖິງ​ສິ່ງ​ຕ່າງໆ​ທີ່​ເຈົ້າ​ໄດ້​ຖິ້ມ​ໄວ້​ຂ້າງ​ຫຼັງ​ຈົນ​ກວ່າ​ເຈົ້າ​ຈະ​ໄປ​ເຖິງ​ຈຸດໝາຍປາຍທາງ​ໃນ​ໂລ​ກ​ໃໝ່! ເຮົາ​ຂໍ​ໃຫ້​ເຈົ້າ “ເດີນທາງ​ດ້ວຍ​ຄວາມ​ປອດໄພ.”

ເພງ 24 ໄປ​ທີ່​ພູເຂົາ​ຂອງ​ພະ​ເຢໂຫວາ

a ໃນ​ປຶ້ມ​ເອຊາຢາ​ພະ​ເຢໂຫວາ​ເອີ້ນ​ທາງ​ຫຼັກ​ຈາກ​ເມືອງ​ບາບີໂລນ​ໄປ​ຈົນ​ຮອດ​ອິດສະຣາເອນ​ວ່າ “ທາງ​ບໍ​ລິ​ສຸດ.” ແລ້ວ​ພະ​ເຢໂຫວາ​ໃຫ້​ມີ​ທາງ​ແບບ​ດຽວ​ກັນ​ນີ້​ບໍ​ສຳລັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້? ແນ່ນອນ. ຕັ້ງແຕ່​ປີ ຄ.ສ 1919 ເປັນ​ຕົ້ນ​ມາ ຫຼາຍ​ລ້ານ​ຄົນ​ໄດ້​ອອກ​ຈາກ​ບາບີໂລນ​ໃຫຍ່​ແລະ​ເລີ່ມ​ຍ່າງ​ໃນ “ທາງ​ບໍ​ລິ​ສຸດ.” ເຮົາ​ທຸກ​ຄົນ​ຕ້ອງ​ຢູ່​ໃນ​ທາງ​ນີ້​ຕໍ່ໆ​ໄປ​ຈົນ​ກວ່າ​ຈະ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ.

c ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຣັດເຊວ​ແລະ​ໝູ່​ຂອງ​ລາວ​ໃຊ້​ຄູ່ມື​ສຶກສາ​ຄຳພີໄບເບິນ​ທີ່​ມີການ​ກຽມ​ໄວ້​ກ່ອນ​ໜ້າ​ນັ້ນ​ແລ້ວ.