ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 24

ເຈົ້າ​ສາມາດ​ໄປ​ເຖິງ​ເປົ້າໝາຍ​ດ້ານ​ຄວາມເຊື່ອ​ໄດ້

ເຈົ້າ​ສາມາດ​ໄປ​ເຖິງ​ເປົ້າໝາຍ​ດ້ານ​ຄວາມເຊື່ອ​ໄດ້

“ຂໍ​ໃຫ້​ພວກ​ເຮົາ​ຢ່າ​ເຊົາ​ເຮັດ​ດີ​ເພາະ​ຖ້າ​ພວກ​ເຮົາ​ບໍ່​ທໍ້​ຖອຍ​ໃນ​ການ​ເຮັດ​ດີ​ພວກ​ເຮົາ​ຈະ​ເກັບ​ກ່ຽວ​ຜົນ​ເມື່ອ​ເຖິງ​ເວລາ.”—ຄລຕ. 6:9

ເພງ 84 ຮັບໃຊ້​ໃຫ້​ຫຼາຍ​ຂຶ້ນ

ໃຈ​ຄວາມ​ສຳຄັນ a

1. ພວກ​ເຮົາ​ຫຼາຍ​ຄົນ​ເຈິ​ບັນຫາ​ຫຍັງ?

 ເຈົ້າ​ເຄີຍ​ຕັ້ງ​ເປົ້າໝາຍ​ດ້ານ​ຄວາມເຊື່ອ​ແລ້ວ​ເຮັດ​ຕາມ​ບໍ່​ໄດ້​ບໍ? b ຖ້າ​ເຄີຍ ເຈົ້າ​ກໍ​ບໍ່​ແມ່ນ​ຄົນ​ດຽວ​ທີ່​ເປັນ​ແບບນັ້ນ. ມີ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ເປັນ​ຄື​ກັນ​ກັບ​ເຈົ້າ ເຊັ່ນ: ຟີລິບ​ຢາກ​ປັບປຸງ​ການ​ອະທິດຖານ​ຂອງ​ລາວ​ໃຫ້​ດີ​ຂຶ້ນ​ແລະ​ຫຼາຍ​ຂຶ້ນ. ແຕ່​ລາວ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຫາ​ເວລາ​ເຮັດ​ແບບນັ້ນ. ເອຣີກາ​ຢາກ​ໄປ​ຮ່ວມ​ການ​ປະຊຸມ​ເພື່ອ​ການ​ປະກາດ​ໃຫ້​ກົງ​ເວລາ​ແຕ່​ລາວ​ກໍ​ຍັງ​ມາ​ຊ້າ​ຄື​ເກົ່າ. ໂທມັດສ໌​ພະຍາຍາມ​ຫຼາຍ​ເທື່ອ​ທີ່​ຈະ​ອ່ານ​ຄຳພີໄບເບິນ​ໃຫ້​ຈົບ​ໝົດ​ຫົວ. ລາວ​ບອກ​ວ່າ: ຂ້ອຍ​ບໍ່​ຄ່ອຍ​ມັກ​ອ່ານ​ຄຳພີໄບເບິນ. ຂ້ອຍ​ພະຍາຍາມ​ມາ​ສາມ​ເທື່ອ​ແລ້ວ ແລະ​ແຕ່​ລະ​ເທື່ອ​ກໍ​ອ່ານ​ຮອດ​ແຕ່​ລະບຽບພວກເລວີ​ເທົ່າ​ນັ້ນ.

2. ເປັນຫຍັງ​ເຮົາ​ບໍ່​ຄວນ​ທໍ້ໃຈ​ຖ້າ​ເຮົາ​ຍັງ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້​ເທື່ອ?

2 ຖ້າ​ເຈົ້າ​ມີ​ເປົ້າໝາຍ​ແລ້ວ​ຍັງ​ເຮັດ​ບໍ່​ໄດ້​ເທື່ອ​ກໍ​ຢ່າ​ຟ້າວ​ທໍ້ໃຈ. ການ​ເຮັດ​ຕາມ​ເປົ້າໝາຍ​ເຖິງ​ວ່າ​ຈະ​ເປັນ​ພຽງ​ເປົ້າໝາຍ​ນ້ອຍໆ​ກໍ​ຍັງ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ແລະ​ໃຊ້​ເວລາ. ການ​ທີ່​ເຈົ້າ​ຢາກ​ເຮັດ​ຕາມ​ເປົ້າໝາຍ​ນີ້​ກໍ​ສະແດງ​ໃຫ້​ເຫັນ​ແລ້ວ​ວ່າ​ເຈົ້າ​ຢາກ​ໃຫ້​ສິ່ງ​ທີ່​ດີ​ທີ່ສຸດ​ກັບ​ພະ​ເຢໂຫວາ ແລະ​ເຈົ້າ​ກໍ​ຖື​ວ່າ​ການ​ໃກ້ຊິດ​ກັບ​ເພິ່ນ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ພະ​ເຢໂຫວາ​ເຫັນຄ່າ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ເພິ່ນ​ບໍ່​ໄດ້​ຄາດໝາຍ​ຈາກ​ເຈົ້າ​ຫຼາຍ​ກວ່າ​ທີ່​ເຈົ້າ​ເຮັດ​ໄດ້. (ເພງ. 103:14; ມກ. 6:8) ດັ່ງນັ້ນ ເຈົ້າ​ຄວນ​ມີ​ເປົ້າໝາຍ​ທີ່​ສົມເຫດສົມຜົນ​ທີ່​ເຈົ້າ​ສາມາດ​ເຮັດໄດ້. ແລ້ວ​ເຈົ້າ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ? ເພື່ອ​ຈະ​ເຮັດ​ຕາມ​ເປົ້າໝາຍ​ໄດ້ ໃຫ້​ເຮົາ​ມາ​ເບິ່ງ​ຄຳແນະນຳ​ບາງ​ຢ່າງ​ນຳ​ກັນ.

ແຮງ​ກະຕຸ້ນ​ເປັນ​ສິ່ງ​ທີ່​ສຳຄັນ

ອະທິດຖານ​ຂໍ​ໃຫ້​ມີ​ແຮງ​ກະຕຸ້ນ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 3-4)

3. ເປັນຫຍັງ​ແຮງ​ກະຕຸ້ນ​ຈຶ່ງ​ເປັນ​ສິ່ງ​ທີ່​ສຳຄັນ?

3 ແຮງ​ກະຕຸ້ນ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ. ຄົນ​ທີ່​ມີ​ແຮງ​ກະຕຸ້ນ​ຢາກຈະ​ໄປ​ໃຫ້​ເຖິງ​ເປົ້າໝາຍ​ໃຫ້​ໄດ້. ເຮົາ​ອາດ​ປຽບ​ແຮງ​ກະຕຸ້ນ​ເປັນ​ຄື​ກັບ​ລົມ​ທີ່​ເຮັດ​ໃຫ້​ເຮືອ​ໃບ​ໄປ​ເຖິງ​ຈຸດໝາຍປາຍທາງ. ຖ້າ​ມີ​ລົມ​ພັດ​ຢູ່​ຕະຫຼອດ ຜູ້​ທີ່​ຂີ່ເຮືອ​ກໍ​ຈະ​ໄປ​ເຖິງ​ຈຸດໝາຍປາຍທາງ​ໄດ້. ແລະ​ຖ້າ​ລົມ​ພັດ​ແຮງ​ລາວ​ກໍ​ແຮ່ງ​ຈະ​ໄປ​ເຖິງ​ເປົ້າໝາຍ​ໄດ້​ໄວ​ຂຶ້ນ. ຄ້າຍຄື​ກັນ ເມື່ອ​ເຮົາ​ມີ​ແຮງ​ກະຕຸ້ນ​ຫຼາຍ​ເຮົາ​ກໍ​ແຮ່ງ​ຈະ​ມີ​ໂອກາດ​ຫຼາຍ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ​ໃຫ້​ສຳເລັດ​ໄດ້. ພີ່ນ້ອງ​ເດວິດ​ທີ່​ຢູ່​ຊານວາດໍ​ບອກ​ວ່າ “ຖ້າ​ເຈົ້າ​ມີ​ແຮງ​ກະຕຸ້ນ​ຫຼາຍໆ​ທີ່​ຈະ​ເຮັດ​ບາງ​ຢ່າງ ເຈົ້າ​ກໍ​ຢາກ​ພະຍາຍາມ​ຫຼາຍ​ຂຶ້ນ​ທີ່​ຈະ​ເຮັດ​ໃຫ້​ສຳເລັດ. ແລະ​ເຈົ້າ​ກໍ​ຈະ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ຂັດ​ຂວາງ​ເຈົ້າ​ຈາກ​ການ​ໄປ​ເຖິງ​ເປົ້າໝາຍ.” ແລ້ວ​ເຈົ້າ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ໃຫ້​ມີ​ແຮງ​ກະຕຸ້ນ​ຫຼາຍ​ຂຶ້ນ?

4. ເຮົາ​ສາມາດ​ອະທິດຖານ​ຂໍ​ຫຍັງ​ໄດ້​ແດ່? (ຟີລິບປອຍ 2:13) (ເບິ່ງ​ຮູບພາບ)

4 ອະທິດຖານ​ຂໍ​ໃຫ້​ມີ​ແຮງ​ກະຕຸ້ນ​ຫຼາຍ​ຂຶ້ນ. ພະ​ເຢໂຫວາ​ສາມາດ​ໃຫ້​ພະລັງບໍລິສຸດ​ກັບ​ເຈົ້າ​ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ມີ​ແຮງ​ກະຕຸ້ນ​ທີ່​ຈະ​ໄປ​ເຖິງ​ເປົ້າໝາຍ. (ອ່ານ​ຟີລິບປອຍ 2:13) ບາງເທື່ອ​ທີ່​ເຮົາ​ຕັ້ງ​ເປົ້າໝາຍ​ກໍ​ຍ້ອນ​ເຮົາ​ຮູ້​ວ່າ​ມັນ​ເປັນ​ສິ່ງ​ທີ່​ດີແລະ​ຄວນ​ເຮັດ. ແຕ່​ແທ້ໆ​ແລ້ວ​ເຮົາ​ອາດ​ບໍ່​ຢາກ​ເຮັດ​ປານ​ໃດ. ພີ່ນ້ອງ​ຍິງ​ທີ່​ຊື່​ໂນຣິນາ​ຢູ່​ປະເທດ​ອູກັນດາ​ກໍ​ຮູ້ສຶກ​ແບບນັ້ນ. ລາວ​ຕັ້ງ​ເປົ້າໝາຍ​ຢາກ​ຈະ​ສຶກສາ​ໃຫ້​ຈັກ​ຄົນ​ໜຶ່ງ. ແຕ່​ລາວ​ບໍ່​ມີ​ແຮງກະຕຸ້ນ​ທີ່​ຈະ​ເຮັດ​ໃຫ້​ສຳເລັດ​ຍ້ອນ​ລາວ​ຮູ້ສຶກ​ວ່າ​ຕົວເອງ​ສອນ​ບໍ່​ເກັ່ງ. ລາວ​ເລົ່າ​ວ່າ: ຂ້ອຍ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ທຸກ​ມື້​ຂໍ​ໃຫ້​ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ມີ​ແຮງກະຕຸ້ນ​ຫຼາຍ​ຂຶ້ນ​ທີ່​ຢາກ​ຈະ​ນຳ​ການສຶກສາ. ແລ້ວ​ຂ້ອຍ​ກໍ​ໄດ້​ເຮັດ​ຕາມ​ທີ່​ໄດ້​ອະທິດຖານ​ໂດຍ​ພະຍາຍາມ​ຝຶກ​ທີ່​ຈະ​ສອນ​ຄຳພີໄບເບິນ​ໃຫ້​ເກັ່ງ​ຂຶ້ນ. ບໍ່​ເທົ່າ​ໃດ​ເດືອນ​ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ມີ​ຄວາມ​ຮູ້ສຶກ​ຫຼາຍ​ຂຶ້ນ​ທີ່​ຢາກ​ຈະ​ມີ​ນັກສຶກສາ ແລະ​ໃນ​ປີ​ດຽວ​ກັນ​ຂ້ອຍ​ກໍ​ໄດ້​ເລີ່ມ​ນຳ​ການສຶກສາ​ໃຫ້​ກັບ​ສອງ​ຄົນ.

5. ເຮົາ​ຄວນ​ຄິດຕຶກຕອງ​ເລື່ອງ​ຫຍັງ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ແຮງ​ກະຕຸ້ນ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ​ຫຼາຍ​ຂຶ້ນ?

5 ຄິດຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຈົ້າ​ມາ​ແລ້ວ. (ເພງ. 143:5) ອັກຄະສາວົກ​ໂປໂລ​ຄິດເຖິງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ທີ່​ພະ​ເຢໂຫວາ​ສະແດງ​ຕໍ່​ລາວ. ສິ່ງ​ນີ້​ເຮັດ​ໃຫ້​ລາວ​ຢາກ​ທຸ່ມເທ​ຕົວເອງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. (1ກຣ. 15:9, 10; 1ຕມ. 1:12-14) ຄ້າຍຄື​ກັນ ແຮ່ງ​ເຈົ້າ​ຄິດເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຈົ້າ ມັນ​ກໍ​ແຮ່ງ​ເຮັດ​ໃຫ້​ເຈົ້າ​ຢາກ​ໄປ​ເຖິງ​ເປົ້າໝາຍ​ຫຼາຍ​ຂຶ້ນ. (ເພງ. 116:12) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ສິ່ງ​ໃດ​ຊ່ວຍ​ພີ່ນ້ອງ​ຍິງ​ທີ່​ຢູ່​ຮົງ​ດູ​ຣາດ​ໃຫ້​ເຮັດ​ຕາມ​ເປົ້າໝາຍ​ທີ່​ຈະ​ເປັນ​ໄພໂອເນຍ​ປະຈຳ. ລາວ​ເວົ້າ​ວ່າ: ຂ້ອຍ​ຄິດ​ຢູ່​ເລື້ອຍໆ​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ​ຫຼາຍ​ສ່ຳ​ໃດ. ເພິ່ນ​ພາ​ຂ້ອຍ​ໃຫ້​ມາ​ເຈິ​ຄົນ​ຂອງ​ເພິ່ນ. ເພິ່ນ​ເບິ່ງແຍງ​ແລະ​ປົກປ້ອງ​ຂ້ອຍ. ເມື່ອ​ຂ້ອຍ​ຄິດ​ແບບ​ນີ້​ຂ້ອຍ​ກໍ​ຮູ້ສຶກ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ ແລະ​ເຮັດ​ໃຫ້​ຂ້ອຍ​ຢາກ​ພະຍາຍາມ​ຫຼາຍ​ຂຶ້ນ​ທີ່​ຈະ​ເປັນ​ໄພໂອເນຍ​ປະຈຳ​ໃຫ້​ໄດ້.

6. ມີ​ສິ່ງ​ໃດ​ອີກ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ແຮງ​ກະຕຸ້ນ​ຫຼາຍ​ຂຶ້ນ?

6 ລອງ​ຄິດ​ວ່າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຖ້າ​ເຮັດ​ຕາມ​ເປົ້າໝາຍ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ເອຣີກາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້. ລາວ​ຕັ້ງ​ເປົ້າໝາຍ​ວ່າ​ຈະ​ເປັນ​ຄົນ​ກົງ​ຕໍ່​ເວລາ. ແລ້ວ​ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ເຮັດ​ແບບນັ້ນ​ໄດ້? ລາວ​ບອກ​ວ່າ: “ຂ້ອຍ​ເຫັນ​ວ່າ​ເມື່ອ​ຂ້ອຍ​ໄປ​ປະຊຸມ​ເພື່ອ​ການ​ປະກາດ​ຊ້າ ເຮັດ​ໃຫ້​ຂ້ອຍ​ພາດ​ສິ່ງ​ດີໆ​ຫຼາຍ​ຢ່າງ. ແຕ່​ຖ້າ​ຂ້ອຍ​ໄປ​ຮອດ​ໄວ​ກວ່າ​ນີ້​ຂ້ອຍ​ກໍ​ຈະ​ມີ​ໂອກາດ​ທັກທາຍ​ພີ່ນ້ອງ ໄດ້​ເວົ້າ​ລົມ​ກັບ​ພີ່ນ້ອງ ແລະ​ຍັງ​ໄດ້​ຟັງ​ຄຳແນະນຳ​ດີໆ​ທີ່​ຈະ​ເອົາ​ໄປ​ນຳໃຊ້​ໃນ​ວຽກ​ປະກາດ​ເຊິ່ງ​ຈະ​ເຮັດ​ໃຫ້​ຂ້ອຍ​ຮັບໃຊ້​ຢ່າງ​ມີ​ຄວາມສຸກ.” ເອຣີກາ​ຄິດ​ວ່າ​ຖ້າ​ລາວ​ກົງ​ຕໍ່​ເວລາ​ລາວ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ ນີ້​ກໍ​ເລີຍ​ເຮັດ​ໃຫ້​ລາວ​ເຮັດ​ຕາມ​ເປົ້າໝາຍ​ໄດ້. ເຈົ້າ​ນຶກພາບ​ອອກ​ບໍ​ວ່າ ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຖ້າ​ເຈົ້າ​ເຮັດ​ຕາມ​ເປົ້າໝາຍ​ຂອງ​ເຈົ້າ​ໄດ້. ຖ້າ​ເປົ້າໝາຍ​ຂອງ​ເຈົ້າ​ຄື​ການ​ອ່ານ​ຄຳພີໄບເບິນ​ຫຼື​ອະທິດຖານ ໃຫ້​ລອງ​ຄິດ​ວ່າ​ສິ່ງ​ເຫຼົ່ານີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຂະໜາດ​ໃດ. (ເພງ. 145:18, 19) ຫຼື​ຖ້າ​ເປົ້າໝາຍ​ຂອງ​ເຈົ້າ​ຄື​ການ​ພະຍາຍາມ​ພັດທະນາ​ຄຸນລັກສະນະ​ແບບ​ຄລິດສະຕຽນ ລອງ​ຄິດ​ເບິ່ງ​ວ່າ​ຖ້າ​ເຈົ້າ​ເຮັດ​ໄດ້​ມັນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ​ສ່ຳ​ໃດ. (ກລຊ. 3:14) ໃຫ້​ຂຽນ​ປະໂຫຍດ​ທັງໝົດ​ທີ່​ເຈົ້າ​ຈະ​ໄດ້​ຮັບ​ຖ້າ​ເຈົ້າ​ເຮັດ​ຕາມ​ເປົ້າໝາຍ​ໄດ້​ສຳເລັດ. ແລະ​ໃຫ້​ກັບ​ມາ​ເບິ່ງ​ທີ່​ເຈົ້າ​ຈົດ​ໄວ້​ເລື້ອຍໆ​ເພື່ອ​ເຈົ້າ​ຈະ​ມີ​ແຮງ​ກະຕຸ້ນ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ​ໄດ້. ໂທມັດສ໌​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ແຮ່ງ​ຂ້ອຍ​ຮູ້​ວ່າ​ຂ້ອຍ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ສ່ຳໃດ​ມັນ​ກໍ​ແຮ່ງ​ເຮັດ​ໃຫ້​ຂ້ອຍ​ພະຍາຍາມ​ຫຼາຍ​ຂຶ້ນ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ​ໃຫ້​ໄດ້.”

7. ສິ່ງ​ໃດ​ຊ່ວຍ​ຮູລີໂອ້​ກັບ​ເມຍ​ໃຫ້​ເຮັດ​ຕາມ​ເປົ້າໝາຍ​ໄດ້?

7 ໃຊ້​ເວລາ​ກັບ​ຄົນ​ທີ່​ຈະ​ຊ່ວຍ​ກະຕຸ້ນ​ເຈົ້າ. (ສຸພາ. 13:20) ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ສິ່ງ​ໃດ​ຈະ​ຊ່ວຍ​ຮູລີໂອ​ກັບ​ເມຍ​ໃຫ້​ເຮັດ​ຕາມ​ເປົ້າໝາຍ​ທີ່​ຈະ​ເຮັດ​ວຽກ​ຮັບໃຊ້​ໃຫ້​ຫຼາຍ​ຂຶ້ນ. ຮູລີໂອ​ເວົ້າ​ວ່າ: “ເຮົາ​ພະຍາຍາມ​ເລືອກ​ຄົບຫາ​ກັບ​ໝູ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຕາມ​ເປົ້າໝາຍ​ໄດ້. ແລ້ວ​ເຮົາ​ກໍ​ຈະ​ລົມ​ເລື່ອງ​ເປົ້າໝາຍ​ໃຫ້​ເຂົາເຈົ້າ​ຟັງ. ໝູ່​ຫຼາຍ​ຄົນ​ເຄີຍ​ຕັ້ງ​ເປົ້າໝາຍ​ແບບ​ດຽວ​ກັບ​ເຮົາ​ແລະ​ເຂົາເຈົ້າ​ກໍ​ເຮັດ​ໄດ້​ແລ້ວ. ເຂົາເຈົ້າ​ຈຶ່ງ​ສາມາດ​ໃຫ້​ຄຳແນະນຳ​ທີ່​ເປັນ​ປະໂຫຍດ​ກັບ​ເຮົາ​ໄດ້. ແລະ​ໝູ່​ມັກ​ຈະ​ຖາມ​ເຮົາ​ວ່າ​ເຮົາ​ເຮັດ​ຕາມ​ເປົ້າໝາຍ​ໄດ້​ຮອດ​ໃສ​ແລ້ວ ຈາກ​ນັ້ນ​ເຂົາເຈົ້າ​ກໍ​ໃຫ້​ກຳລັງໃຈ​ເຮົາ.”

ເມື່ອ​ບໍ່​ມີ​ແຮງ​ກະຕຸ້ນ

ພະຍາຍາມ​ທຸກ​ວິທີ​ທາງ​ເພື່ອ​ໄປ​ໃຫ້​ເຖິງ​ເປົ້າໝາຍ (ເບິ່ງ​ຂໍ້ 8)

8. ຈະ​ເປັນ​ແນວໃດ​ຖ້າ​ເຮົາ​ພະຍາຍາມ​ເຮັດ​ຕາມ​ເປົ້າໝາຍ​ສະເພາະ​ຕອນ​ທີ່​ເຮົາ​ມີ​ແຮງ​ກະຕຸ້ນ​ເທົ່າ​ນັ້ນ? (ເບິ່ງ​ຮູບພາບ)

8 ໃນ​ຕົວ​ຈິງ​ແລ້ວ ບາງ​ມື້​ເຮົາ​ອາດ​ບໍ່​ມີ​ແຮງ​ກະຕຸ້ນ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ສາມາດ​ເຮັດ​ຕາມ​ເປົ້າໝາຍ​ໄດ້​ສຳເລັດ​ເລີຍ​ບໍ? ບໍ່​ແມ່ນ​ແບບນັ້ນ. ລອງ​ຄິດເຖິງ​ຕົວຢ່າງ​ຂອງ​ເຮືອ​ໃບ​ອີກ​ເທື່ອ​ໜຶ່ງ. ລົມ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ເຮັດ​ໃຫ້​ເຮືອ​ໃບ​ໄປ​ເຖິງ​ຈຸດ​ໝາຍ. ບາງ​ມື້​ມີ​ລົມ​ແຮງ ບາງ​ມື້​ກໍ​ມີ​ລົມ​ພັດ​ຄ່ອຍໆ​ຫຼື​ບາງ​ມື້​ອາດ​ບໍ່​ມີ​ລົມ​ເລີຍ. ຖ້າ​ເປັນ​ແບບນັ້ນ​ຜູ້​ທີ່​ຂີ່​ເຮືອ​ຈະ​ບໍ່​ສາມາດ​ເຮັດ​ໃຫ້​ເຮືອ​ແລ່ນ​ໄປ​ທາງ​ໜ້າ​ໄດ້​ເລີຍ​ບໍ? ບໍ່​ແມ່ນ. ເຮືອ​ບາງ​ລຳ​ອາດ​ມີ​ເຄື່ອງ​ຈັກ​ຫຼື​ບາງ​ລຳ​ອາດ​ມີ​ໄມ້​ພາຍ. ຜູ້​ທີ່​ຂີ່​ເຮືອ​ຈະ​ໃຊ້​ສິ່ງ​ເຫຼົ່ານີ້​ເພື່ອ​ເຮັດ​ໃຫ້​ເຮືອ​ໄປ​ເຖິງ​ຈຸດ​ໝາຍ. ເຮົາ​ອາດ​ປຽບ​ແຮງ​ກະຕຸ້ນ​ຂອງ​ເຮົາ​ເປັນ​ຄື​ກັບ​ລົມ. ບາງ​ມື້​ເຮົາ​ອາດ​ມີ​ແຮງ​ກະຕຸ້ນ​ຫຼາຍ​ທີ່​ຢາກ​ຈະ​ເຮັດ​ຕາມ​ເປົ້າໝາຍ. ບາງ​ມື້​ກໍ​ອາດ​ບໍ່​ມີ​ເລີຍ. ຖ້າ​ເຮົາ​ເຮັດ​ຕາມ​ເປົ້າໝາຍ​ສະເພາະ​ເມື່ອ​ເຮົາ​ມີ​ແຮງ​ກະຕຸ້ນ​ເທົ່າ​ນັ້ນ​ເຮົາ​ຈະ​ບໍ່​ມີ​ທາງ​ໄປ​ເຖິງ​ເປົ້າໝາຍ​ໄດ້. ດັ່ງນັ້ນ ຄື​ກັບ​ຜູ້​ທີ່​ຂີ່​ເຮືອ​ທີ່​ຫາ​ວິທີ​ອື່ນ​ທີ່​ຈະ​ໄປ​ເຖິງ​ຈຸດ​ໝາຍ ເຮົາ​ກໍ​ຕ້ອງ​ພະຍາຍາມ​ຫາ​ທາງ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ​ຂອງ​ເຮົາ​ຕໍ່ໄປ​ໃຫ້​ໄດ້​ເຖິງ​ວ່າ​ມື້​ນັ້ນ​ເຮົາ​ຈະ​ບໍ່​ມີ​ແຮງ​ກະຕຸ້ນ​ກໍ​ຕາມ. ເຖິງ​ວ່າ​ເຮົາ​ຈະ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແລະ​ມີ​ລະບຽບ​ວິໄນ​ກັບ​ຕົວເອງ ແຕ່​ມັນ​ກໍ​ຄຸ້ມ​ຄ່າ​ຫຼາຍ​ເມື່ອ​ເຮົາ​ເຮັດ​ແບບນັ້ນ. ກ່ອນ​ທີ່​ເຮົາ​ຈະ​ລົມ​ກັນ​ວ່າ​ເຮົາ​ຈະ​ເຮັດ​ຫຍັງ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ມີ​ຄຳຖາມ​ຫຍັງ​ທີ່​ອາດຈະ​ເກີດຂຶ້ນ.

9. ຜິດ​ບໍ​ທີ່​ເຮົາ​ພະຍາຍາມ​ເຮັດ​ຕາມ​ເປົ້າໝາຍ​ເຖິງ​ວ່າ​ເຮົາ​ອາດ​ຮູ້ສຶກ​ບໍ່​ຢາກ​ເຮັດ? ຂໍ​ໃຫ້​ອະທິບາຍ

9 ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ຮັບໃຊ້​ເພິ່ນ​ຢ່າງ​ມີ​ຄວາມສຸກ​ແລະ​ດ້ວຍ​ຄວາມ​ເຕັມໃຈ. (ເພງ. 100:2; 2ກຣ. 9:7) ແຕ່​ຖ້າ​ເຮົາ​ບໍ່​ຢາກ​ເຮັດ​ຕາມ​ເປົ້າໝາຍ​ດ້ານ​ຄວາມເຊື່ອ​ເດ ເຮົາ​ຍັງ​ຕ້ອງ​ພະຍາຍາມ​ຢູ່​ບໍ? ຂໍ​ໃຫ້​ຄິດເຖິງ​ອັກຄະສາວົກ​ໂປໂລ. ລາວ​ບອກ​ວ່າ: “ຂ້ອຍ​ທຸບຕີ​ຮ່າງກາຍ​ຢ່າງ​ໜັກ​ຈົນ​ຄວບ​ຄຸ້ມ​ໄດ້​ຄື​ກັບ​ຄວບ​ຄຸ້ມ​ທາດ.” (1ກຣ. 9:25-27) ເຫັນ​ໄດ້​ວ່າ​ໂປໂລ​ບັງຄັບ​ຕົວເອງ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຖິງ​ວ່າ​ບາງ​ຄັ້ງ​ລາວ​ອາດ​ຮູ້ສຶກ​ບໍ່​ຢາກ​ເຮັດ. ແລ້ວ​ພະ​ເຢໂຫວາ​ດີໃຈ​ກັບ​ສິ່ງ​ທີ່​ໂປໂລ​ເຮັດ​ເພື່ອ​ເພິ່ນ​ບໍ? ແນ່ນອນ​ວ່າ​ພະ​ເຢໂຫວາ​ດີໃຈ ແລະ​ເພິ່ນ​ໄດ້​ໃຫ້​ລາງວັນ​ກັບ​ລາວ​ທີ່​ພະຍາຍາມ​ເຮັດ​ແບບນັ້ນ.—2ຕມ. 4:7, 8

10. ເຮົາ​ຈະ​ໄດ້​ປະໂຫຍດ​ຫຍັງ​ແດ່​ຖ້າ​ເຮົາ​ພະຍາຍາມ​ເຮັດ​ຕາມ​ເປົ້າໝາຍ​ເຖິງ​ວ່າ​ເຮົາ​ບໍ່​ຢາກ​ຈະ​ເຮັດ?

10 ຄ້າຍຄື​ກັນ ພະ​ເຢໂຫວາ​ຈະ​ດີໃຈ​ຖ້າ​ເຮົາ​ພະຍາຍາມ​ເຮັດ​ຕາມ​ເປົ້າໝາຍ​ເຖິງ​ວ່າ​ເຮົາ​ຮູ້ສຶກ​ບໍ່​ຢາກ​ເຮັດ ເພາະ​ເພິ່ນ​ຮູ້​ວ່າ​ເຖິງ​ເຮົາ​ບໍ່​ໄດ້​ມັກ​ທີ່​ຈະ​ເຮັດ​ແບບນັ້ນ​ແຕ່​ເຮົາ​ກໍ​ເຮັດ​ເພາະ​ເຮົາ​ຮັກ​ເພິ່ນ. ພະ​ເຢໂຫວາ​ຈະ​ອວຍພອນ​ເຮົາ​ຄື​ກັບ​ທີ່​ອວຍພອນ​ໂປໂລ. (ເພງ. 126:5) ເມື່ອ​ເຮົາ​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ​ເຮົາ​ກໍ​ມີ​ແຮງ​ກະຕຸ້ນ​ຫຼາຍ​ຂຶ້ນ​ທີ່​ຢາກ​ຈະ​ເຮັດ. ພີ່ນ້ອງ​ລູຊີນາ​ຈາກ​ປະເທດ​ໂປໂລຍ​ບອກ​ວ່າ: “ບາງ​ຄັ້ງ​ຂ້ອຍ​ຮູ້ສຶກ​ບໍ່​ຢາກ​ໄປ​ປະກາດ ໂດຍ​ສະເພາະ​ຕອນ​ທີ່​ຂ້ອຍ​ຮູ້ສຶກ​ເມື່ອຍ. ແຕ່​ຫຼັງ​ຈາກ​ທີ່​ໄປ​ປະກາດ​ກັບ​ມາ ຂ້ອຍ​ກໍ່​ສົດ​ຊື່ນ​ແລະ​ມີ​ຄວາມສຸກ​ຫຼາຍ​ແລະ​ຮູ້ສຶກ​ວ່າ​ນີ້​ແຫຼະ​ເປັນ​ລາງວັນ​ທີ່​ພິເສດ​ຈາກ​ພະ​ເຢໂຫວາ.” ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ຖ້າ​ເຮົາ​ບໍ່​ມີ​ແຮງ​ກະຕຸ້ນ.

11. ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຄວບຄຸມ​ຕົວເອງ​ໃຫ້​ຫຼາຍ​ຂຶ້ນ​ໄດ້​ແນວໃດ?

11 ອະທິດຖານ​ຂໍ​ໃຫ້​ຄວບຄຸມ​ຕົວເອງ​ໄດ້ ການ​ຄວບຄຸມ​ຕົວເອງ​ມັກ​ຈະ​ໝາຍເຖິງ​ການ​ຄວບຄຸມ​ຕົວ​ເຮົາ​ເອງ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ບໍ່​ດີ ແລະ​ກໍ​ຍັງ​ໝາຍເຖິງ​ການ​ບັງຄັບ​ຕົວເອງ​ໃຫ້​ເຮັດ​ສິ່ງ​ທີ່​ດີ​ນຳ​ໂດຍ​ສະເພາະ​ຖ້າ​ມັນ​ເປັນ​ສິ່ງ​ທີ່​ເຮັດ​ໄດ້​ຍາກ​ຫຼື​ເຮົາ​ອາດ​ບໍ່​ຢາກ​ຈະ​ເຮັດ. ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ຄວບຄຸມ​ຕົວເອງ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ລກ. 11:13; ຄລຕ. 5:22, 23) ດັ່ງນັ້ນ ໃຫ້​ເຈົ້າ​ຂໍ​ພະລັງ​ບໍ​ສຸດ​ຈາກ​ພະ​ເຢໂຫວາ​ເພື່ອ​ຈະ​ຊ່ວຍ​ໃຫ້​ເຈົ້າ​ພັດທະນາ​ຄຸນລັກສະນະ​ທີ່​ສຳຄັນ​ນີ້​ໃຫ້​ຫຼາຍ​ຂຶ້ນ. ພີ່ນ້ອງ​ເດວິດ​ທີ່ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ຢາກ​ຈະ​ສຶກສາ​ສ່ວນຕົວ​ເປັນ​ປະຈຳ​ໃຫ້​ຫຼາຍ​ຂຶ້ນ. ລາວ​ບອກ​ວ່າ​ການ​ອະທິດຖານ​ຊ່ວຍ​ລາວແນວໃດ. ລາວ​ບອກ​ວ່າ: “ການ​ອະທິດຖານ​ຊ່ວຍ​ລາວ​ໃຫ້​ຄວບຄຸມ​ຕົວເອງ​ໄດ້​ຫຼາຍ​ຂຶ້ນ. ລາວ​ເລົ່າ​ວ່າ: “ຂ້ອຍ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ຂ້ອຍ​ຄວບຄຸມ​ຕົວເອງ. ແລະ​ຍ້ອນ​ເພິ່ນ​ຊ່ວຍ ຂ້ອຍ​ກໍ​ເລີຍ​ສາມາດ​ຈັດ​ຕາຕະລາງ​ສຶກສາ​ສ່ວນຕົວ​ໄດ້​ຢ່າງ​ດີ​ແລະ​ເຮັດ​ຢ່າງ​ສະໝ່ຳ​ສະເໝີ.”

12. ຫຼັກການ​ທີ່​ຢູ່​ໃນ​ຜູ້ເທສະໜາປ່າວປະກາດ 11:4 ຊ່ວຍ​ເຮົາ​ໃຫ້​ໄປ​ເຖິງ​ເປົ້າໝາຍ​ດ້ານ​ຄວາມເຊື່ອ​ແນວໃດ?

12 ຢ່າ​ລໍ​ຖ້າ​ຈົນ​ທຸກ​ຢ່າງ​ພ້ອມ​ແລ້ວ​ຈຶ່ງ​ເຮັດ. ໃນ​ໂລກ​ທີ່ຊາຕານ​ປົກຄອງ​ນີ້​ບໍ່​ມີ​ທາງ​ທີ່​ຊີວິດ​ເຮົາ​ຈະ​ບໍ່​ມີ​ອຸປະສັກ​ຂັດ​ຂວາງ​ເລີຍ ຖ້າ​ເຮົາ​ລໍ​ຖ້າ​ຈົນ​ທຸກ​ຢ່າງ​ພ້ອມ​ເຮົາ​ອາດ​ບໍ່​ມີ​ທາງ​ທີ່​ຈະ​ໄປ​ເຖິງ​ເປົ້າໝາຍ​ໄດ້. (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 11:4) ພີ່ນ້ອງ​ຊາຍ​ທີ່​ຊື່​ແດນ​ນຽວ​ບອກ​ວ່າ: “ຫາກ​ລໍ​ຖ້າ​ໃຫ້​ທຸກ​ຢ່າງ​ພ້ອມ​ກ່ອນ ເຮົາ​ຄື​ຊີ​ບໍ່​ໄດ້​ລົງມື​ເຮັດ​ຫຍັງ​ຈັກ​ເທື່ອ. ຖ້າ​ເຮົາ​ຢາກ​ເຮັດ​ຫຍັງ ກໍໃຫ້​ລົງມື​ເຮັດ​ເລີຍ​ບໍ່​ຕ້ອງ​ລໍ​ຖ້າ.” ພີ່ນ້ອງ​ພໍ​ທີ່​ຢູ່​ໃນ​ປະເທດ​ອູກັນດາ​ເວົ້າ​ເຖິງ​ອີກ​ເຫດຜົນ​ໜຶ່ງ​ທີ່​ເຮົາ​ບໍ່​ຄວນ​ເລື່ອນ​ມື້​ເລື່ອນ​ຍາມ. ລາວ​ບອກ​ວ່າ: “ຖ້າ​ເຮົາ​ເລີ່ມ​ລົງມື​ເຮັດ​ເຖິງ​ວ່າ​ຈະ​ມີ​ອຸປະສັກ​ຂັດ​ຂວາງ​ພະ​ເຢໂຫວາ​ກໍ​ຈະ​ອວຍພອນ​ເຮົາ.”—ມລກີ. 3:10

13. ການ​ເລີ່ມ​ຕົ້ນ​ຈາກ​ຈຸດ​ນ້ອຍໆ​ມີ​ຂໍ້​ດີ​ຫຍັງ​ແດ່?

13 ເລີ່ມ​ຕົ້ນ​ຈາກ​ຈຸດ​ນ້ອຍໆ. ບາງເທື່ອ​ເຮົາ​ອາດ​ບໍ່​ມີ​ແຮງ​ກະຕຸ້ນ​ທີ່​ຢາກ​ຈະ​ເຮັດ​ຕາມ​ເປົ້າໝາຍ ຍ້ອນ​ເປົ້າໝາຍ​ເຮົາ​ເບິ່ງ​ຄື​ວ່າ​ເຮັດ​ໄດ້​ຍາກ​ຫຼາຍ. ຖ້າ​ເຈົ້າ​ຮູ້ສຶກ​ແບບນັ້ນ​ກໍ​ໃຫ້​ເລີ່ມ​ລອງ​ເຮັດ​ຫຍັງ​ບາງ​ຢ່າງ​ທີ່​ເປັນ​ສິ່ງ​ນ້ອຍໆ​ແລະ​ບໍ່​ຍາກ​ເກີນ​ໄປ​ກ່ອນ. ຖ້າ​ເປົ້າໝາຍ​ຂອງ​ເຈົ້າ​ຄື​ການ​ພັດທະນາ​ຄຸນລັກສະນະ​ແບບ​ຄລິດສະຕຽນ ກໍ​ໃຫ້​ເຈົ້າ​ລອງ​ຕັ້ງ​ເປົ້າໝາຍ​ວ່າ​ເຈົ້າ​ຈະ​ສະແດງ​ຄຸນລັກສະນະ​ນີ້​ໃນ​ເລື່ອງ​ເລັກໆ​ນ້ອຍໆ​ກ່ອນ​ໄດ້​ບໍ? ຫຼື​ຖ້າ​ເຈົ້າ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ອ່ານ​ຄຳພີໄບເບິນ​ໃຫ້​ຈົບ​ໝົດ​ຫົວ ກໍ​ໃຫ້​ເລີ່ມ​ໂດຍ​ຈັດ​ເວລາ​ສັ້ນໆ​ເພື່ອ​ຈະ​ອ່ານ​ແລະ​ເຮັດ​ເປັນ​ປະຈຳ. ພີ່ນ້ອງ​ໂທມັດສ໌​ທີ່​ເວົ້າ​ເຖິງ​ໃນ​ຕອນ​ຕົ້ນ​ຮູ້ສຶກ​ວ່າ​ການ​ອ່ານ​ຄຳພີໄບເບິນ​ໃຫ້​ຈົບ​ໝົດ​ຫົວ​ພາຍ​ໃນໜຶ່ງ​ປີ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ. ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ເປົ້າໝາຍ​ການ​ອ່ານ​ຄຳພີໄບເບິນ​ໃຫ້​ຈົບ​ໝົດ​ຫົວ​ພາຍ​ໃນ​ໜຶ່ງ​ປີ​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ອ່ານ​ແບບ​ຟ້າວຟັ່ງ ມັນ​ກໍ​ເລີຍ​ຍາກ​ເກີນ​ໄປ​ສຳລັບ​ຂ້ອຍ. ຂ້ອຍ​ຈຶ່ງ​ປ່ຽນ​ເປົ້າໝາຍ​ໃໝ່. ເທື່ອ​ນີ້​ຂ້ອຍ​ຕັ້ງໃຈ​ທີ່​ຈະ​ອ່ານ​ພຽງ​ບໍ່​ເທົ່າ​ໃດ​ຂໍ້​ທຸກໆ​ມື້​ແລ້ວ​ຄິດຕຶກຕອງ​ນຳ. ຕອນນີ້​ຂ້ອຍ​ເລີ່ມ​ມັກ​ອ່ານ​ຄຳພີໄບເບິນ​ແລ້ວ.” ເມື່ອ​ໂທມັດສ໌​ມັກ​ອ່ານ​ຄຳພີໄບເບິນ ລາວ​ກໍ​ໃຊ້​ເວລາ​ອ່ານ​ດົນ​ຂຶ້ນ. ແລະ​ໃນທີ່ສຸດ​ລາວ​ກໍ​ສາມາດ​ອ່ານ​ຄຳພີໄບເບິນ​ໄດ້​ຈົບ​ໝົດ​ຫົວ. c

ບໍ່​ຟ້າວ​ທໍ້ໃຈ​ຖ້າ​ຍັງ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້

14. ມີ​ອຸປະສັກ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ເຮົາ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້?

14 ບໍ່​ວ່າ​ເຮົາ​ຈະ​ມີ​ແຮງ​ກະຕຸ້ນ​ທີ່​ຢາກ​ຈະ​ເຮັດ​ຕາມ​ເປົ້າໝາຍ​ຫຼາຍ​ສ່ຳໃດ ຫຼື​ມີ​ລະບຽບ​ວິໄນ​ກັບ​ຕົວເອງ​ຫຼາຍ​ສ່ຳໃດ​ກໍ​ຕາມ ເຮົາ​ອາດຍັງ​ຕ້ອງ​ເຈິ​ອຸປະສັກ​ຂັດ​ຂວາງ​ທີ່​ເຮັດ​ໃຫ້​ເຮົາ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ເຈິ​ກັບ “ເຫດການ​ທີ່​ບໍ່​ຄາດ​ຄິດ” ເຊິ່ງ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຈົດຈໍ່​ຢູ່​ກັບ​ເປົ້າໝາຍ ແລະ​ບໍ່​ມີ​ເວລາ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ​ທີ່​ຕັ້ງໃຈ​ໄວ້. (ຜູ້ປ. 9:11, ລ.ມ.) ຫຼື​ເຮົາ​ອາດ​ເຈິ​ບັນຫາ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້ໃຈ​ແລະ​ໝົດ​ແຮງ. (ສຸພາ. 24:10) ຫຼື​ຄວາມ​ບໍ່​ສົມບູນແບບ​ຂອງ​ເຮົາ​ອາດ​ເຮັດ​ໃຫ້​ເຮົາ​ເຮັດ​ຜິດ​ພາດ​ເຊິ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະ​ເຮັດ​ຕາມ​ເປົ້າໝາຍ. (ຣມ. 7:23) ຫຼື​ເຮົາ​ອາດ​ຮູ້ສຶກເມື່ອຍ. (ມທ. 26:43) ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້?

15. ຖ້າ​ເຮົາ​ຍັງ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້ ເປັນຫຍັງ​ເຮົາ​ບໍ່​ຄວນ​ລົ້ມ​ເລີກ​ຄວາມ​ຕັ້ງໃຈ? (ຄຳເພງ 145:14)

15 ຈື່​ໄວ້​ວ່າ​ເຖິງ​ວ່າ​ຍັງ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້ ກໍ​ຢ່າ​ຟ້າວ​ລົ້ມ​ເລີກ​ຄວາມ​ຕັ້ງໃຈ. ຄຳພີໄບເບິນ​ບອກ​ວ່າ​ເຮົາ​ອາດ​ຕ້ອງ​ເຈິ​ບັນຫາ​ຫຼາຍ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ. ແຕ່​ເຮົາ​ກໍ​ຍັງ​ຈະ​ເຮັດ​ຕາມ​ເປົ້າໝາຍ​ຂອງ​ເຮົາ​ໄດ້​ຖ້າ​ເຮົາ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ພະ​ເຢໂຫວາ. (ອ່ານ​ຄຳເພງ 145:14) ຟີລິບ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຄວາມ​ສຳເລັດ​ຂອງ​ຂ້ອຍ​ຂຶ້ນ​ຢູ່​ກັບ​ວ່າ​ຂ້ອຍ​ລຸກ​ຂຶ້ນ​ໄດ້​ຈັກ​ເທື່ອ ບໍ່​ແມ່ນ​ຂ້ອຍ​ລົ້ມ​ຈັກ​ເທື່ອ​ແລ້ວ.” ສ່ວນ​ເດວິດ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ກໍ​ບອກ​ວ່າ: “ຂ້ອຍ​ພະຍາຍາມ​ທີ່​ຈະ​ເບິ່ງ​ມື້​ທີ່​ບໍ່​ດີ​ຫຼື​ອັນ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ຂ້ອຍ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້​ວ່າ​ມັນ​ບໍ່​ໄດ້​ເປັນ​ອຸປະສັກ. ແຕ່​ມັນ​ເປັນ​ໂອກາດ​ທີ່​ຂ້ອຍ​ຈະ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ຂ້ອຍ​ຮັກ​ເພິ່ນ​ຫຼາຍ​ສ່ຳ​ໃດ.” ຖ້າ​ເຈົ້າ​ຍັງ​ພະຍາຍາມ​ຕໍ່ໆ​ໄປ​ທີ່​ຈະ​ໄປໃຫ້​ເຖິງ​ເປົ້າໝາຍ​ເຖິງ​ວ່າ​ມັນ​ຈະ​ຍາກ ນີ້​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມສຸກ. ແລະ​ລອງ​ຄິດ​ເບິ່ງ​ວ່າ ພະ​ເຢໂຫວາ​ຈະ​ຮູ້ສຶກ​ພູມໃຈ​ໃນ​ຕົວ​ເຈົ້າ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ວ່າ​ເຈົ້າ​ພະຍາຍາມ​ເຮັດ​ແບບນັ້ນ!

16. ການ​ທີ່​ຍັງ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້​ເປັນ​ບົດຮຽນ​ແນວໃດ​ສຳລັບ​ເຮົາ?

16 ໃຫ້​ເບິ່ງ​ວ່າ​ການ​ທີ່​ຍັງ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້​ເປັນ​ບົດຮຽນ. ລອງ​ຄິດ​ເບິ່ງ​ວ່າ​ອັນ​ໃດ​ທີ່​ເຮັດ​ໃຫ້​ເຈົ້າ​ໄປ​ເຖິງ​ເປົ້າໝາຍ​ບໍ່​ໄດ້. ແລ້ວ​ຖາມ​ໂຕເອງ​ວ່າ ‘ຂ້ອຍ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ບໍ່​ກັບ​ໄປ​ເຮັດ​ແບບ​ເກົ່າ​ອີກ?’ (ສຸພາ. 27:12) ແຕ່​ບາງເທື່ອ​ການ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້ ອາດ​ເປັນ​ຍ້ອນ​ເຮົາ​ຕັ້ງ​ເປົ້າໝາຍ​ສູງ​ເກີນ​ໄປ. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ເຈົ້າ​ຕົກ​ຢູ່​ໃນ​ກໍລະນີ​ນີ້ ກໍ​ໃຫ້​ລອງ​ຄິດເຖິງ​ເປົ້າໝາຍ​ຂອງ​ເຈົ້າ​ອີກ​ເທື່ອ​ໜຶ່ງ​ວ່າເຈົ້າ dຍັງ​ຈະ​ສາມາດ​ເຮັດ​ຕາມ​ເປົ້າໝາຍນັ້ນ​ໄດ້ຢູ່​ບໍ. ຖ້າ​ເປົ້າໝາຍ​ທີ່​ເຈົ້າ​ຕັ້ງ​ໄວ້​ມັນ​ຍາກ​ເກີນໄປສຳລັບເຈົ້າ ກໍໃຫ້​ປ່ຽນ​ເປົ້າໝາຍ​ໃໝ່. ເມື່ອເຈົ້າເຮັດແບບນັ້ນ ພະ​ເຢໂຫວາ​ເຂົ້າໃຈ​ເຈົ້າແລະ​ເພິ່ນ​ບໍ່​ໄດ້​ເບິ່ງ​ວ່າ​ເຈົ້າ​ເປັນ​ຄົນ​ທີ່​ລົ້ມເຫຼວ.—2ກຣ. 8:12

17. ເປັນຫຍັງ​ເຮົາ​ບໍ່​ຄວນ​ລືມ​ສິ່ງ​ທີ່​ເຮົາ​ເຮັດ​ສຳເລັດ​ໄປ​ແລ້ວ?

17 ໃຫ້​ຄິດເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ສຳເລັດ​ມາ​ແລ້ວ. ຄຳພີໄບເບິນ​ບອກ​ວ່າ “ພະເຈົ້າ​ຍຸຕິທຳ ພະອົງ​ຈຶ່ງ​ບໍ່​ລືມ​ວຽກ​ທີ່​ພວກເຈົ້າ​ເຮັດ.” (ຮຣ. 6:10) ດັ່ງນັ້ນ ເຈົ້າ​ກໍ​ບໍ່​ຄວນ​ລືມ​ສິ່ງ​ທີ່​ເຈົ້າ​ເຮັດ​ຜ່ານ​ມາ​ຄື​ກັນ. ໃຫ້​ຄິດເຖິງ​ເປົ້າໝາຍ​ທີ່​ເຈົ້າ​ໄດ້​ເຮັດ​ສຳເລັດ​ຜ່ານ​ມາ​ແລ້ວ ເຊັ່ນ: ເຈົ້າ​ໄດ້​ສ້າງ​ສາຍສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ໄດ້​ບອກ​ຄົນອື່ນ​ເລື່ອງ​ຂອງ​ເພິ່ນ ແລະ​ໄດ້​ຮັບ​ບັບເຕມາ. ຄື​ກັບ​ທີ່​ເຈົ້າ​ເຄີຍ​ຕັ້ງ​ເປົ້າໝາຍ​ຕາມ​ຄວາມເຊື່ອ​ແລະ​ເຮັດ​ສຳເລັດ​ໄປ​ແລ້ວ ເຈົ້າ​ກໍ​ຈະ​ສາມາດ​ເຮັດ​ຕາມ​ເປົ້າໝາຍ​ທີ່​ຕັ້ງ​ໄວ້​ໃນ​ຕອນນີ້​ໄດ້​ຄື​ກັນ.—ຟລປ. 3:16

ສັງເກດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ແລະ​ອວຍພອນ​ເຈົ້າ​ແນວໃດ​ຕອນ​ທີ່​ພະຍາຍາມ​ໄປ​ໃຫ້​ເຖິງ​ເປົ້າໝາຍ (ເບິ່ງ​ຂໍ້ 18)

18. ຕອນ​ທີ່​ເຮົາ​ພະຍາຍາມ​ໄປ​ເຖິງ​ເປົ້າໝາຍ ເຮົາ​ຄວນ​ສັງເກດ​ເບິ່ງ​ຫຍັງ? (ເບິ່ງ​ຮູບພາບ)

18 ຄື​ກັບ​ນັກ​ເດີນ​ເຮືອ​ທີ່​ໄປ​ເຖິງ​ເປົ້າໝາຍ​ໄດ້ ເຈົ້າ​ກໍ​ເຮັດ​ຕາມ​ເປົ້າໝາຍ​ໄດ້ ຖ້າ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ນອກຈາກນັ້ນ ຜູ້​ທີ່​ຂີ່​ເຮືອ​ຍັງ​ມີ​ຄວາມສຸກ​ກັບ​ການ​ຊົມ​ວິວ​ໃນ​ລະຫວ່າງ​ການ​ເດີນທາງ. ຄ້າຍ​ກັນ ເຈົ້າ​ກໍ​ຈະ​ມີ​ຄວາມສຸກ​ໃນ​ລະຫວ່າງ​ທີ່​ເຈົ້າ​ພະຍາຍາມ​ໄປ​ເຖິງ​ເປົ້າໝາຍ ຖ້າ​ເຈົ້າ​ສັງເກດ​ເບິ່ງ​ວ່າ​ພະ​ເຢໂຫວາ​ກຳລັງ​ຊ່ວຍ​ເຈົ້າ​ແລະ​ອວຍພອນ​ເຈົ້າ​ແນ​ວ​ໃດ. (2ກຣ. 4:7) ແລະ​ຖ້າ​ເຈົ້າ​ບໍ່​ຍອມແພ້ ເຈົ້າ​ກໍ​ຈະ​ໄດ້​ຮັບ​ພອນ​ຢ່າງ​ຫຼວງ​ຫຼາຍ.—ຄລຕ. 6:9

ເພງ 126 ຈົ່ງ​ຕື່ນ​ຕົວ ເຂັ້ມແຂງ ໝັ້ນຄົງ

a ອົງການ​ຂອງ​ເຮົາ​ມັກ​ຈະ​ແນະນຳ​ເຮົາ​ໃຫ້​ຕັ້ງ​ເປົ້າໝາຍ​ເລື້ອຍໆ. ຖ້າ​ເຮົາ​ຕັ້ງ​ເປົ້າໝາຍ​ແລ້ວ​ແຕ່​ຍັງ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້​ຈັກ​ເທື່ອ​ເດ ເຮົາ​ຈະ​ເຮັດ​ແນວໃດ? ບົດຄວາມ​ນີ້​ມີ​ຄຳແນະນຳ​ຫຼາຍ​ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຕາມ​ເປົ້າໝາຍ​ໄດ້.

b ການ​ອະທິບາຍ​ຄຳສັບ: ເປົ້າໝາຍ​ດ້ານ​ຄວາມເຊື່ອ​ອາດ​ເປັນ​ສິ່ງ​ໃດ​ກໍ​ໄດ້​ທີ່​ເຮົາ​ພະຍາຍາມ​ເຮັດ​ໃຫ້​ດີ​ຂຶ້ນ​ຫຼື​ພະຍາຍາມ​ເຮັດ​ໃຫ້​ໄດ້​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມສຸກ ຕົວຢ່າງ​ເຊັ່ນ: ເຮົາ​ອາດຈະ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ພັດທະນາ​ຄຸນລັກສະນະ​ແບບ​ຄລິດສະຕຽນ​ຫຼື​ປັບປຸງ​ບາງ​ຢ່າງ​ທີ່​ເຮັດ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ເຊັ່ນ: ການ​ອ່ານ​ຄຳພີໄບເບິນ ການສຶກສາ​ສ່ວນຕົວ ຫຼື​ການ​ປະກາດ.

d ເບິ່ງ​ຂໍ້ມູນ​ເພີ່ມເຕີມ​ໃນ​ບົດຄວາມ “ຈົ່ງ​ຄາດໝາຍ​ຢ່າງ​ສົມ​ເຫດຜົນ​ແລະ​ຊື່ນຊົມ​ຍິນດີ” ໃນ​ຫໍສັງເກດການ 15 ກໍລະກົດ 2008 (ພາສາ​ໄທ)