ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 20

ເຮົາ​ຈະ​ອະທິດຖານ​ໃຫ້​ດີ​ຂຶ້ນ​ໄດ້​ແນວໃດ?

ເຮົາ​ຈະ​ອະທິດຖານ​ໃຫ້​ດີ​ຂຶ້ນ​ໄດ້​ແນວໃດ?

“ໃຫ້​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ພວກເຈົ້າ​ກັບ​ເພິ່ນ.”—ເພງ. 62:8, ລ.ມ.

ເພງ 45 ສິ່ງ​ທີ່​ຄິດຕຶກຕອງ​ໃນ​ໃຈ

ໃຈ​ຄວາມ​ສຳຄັນ a

ເຮົາ​ສາມາດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໄດ້​ຕະຫຼອດ​ແລະ​ຂໍ​ຄຳແນະນຳ​ຈາກ​ເພິ່ນ​ໄດ້​ທຸກ​ເລື່ອງ​ໃນ​ຊີວິດ (ເບິ່ງ​ຂໍ້ 1)

1. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ? (ເບິ່ງ​ຮູບພາບ)

 ເວລາ​ທີ່​ເຮົາ​ຢາກ​ໄດ້​ກຳລັງໃຈ​ແລະ​ຄຳແນະນຳ ເຮົາ​ມັກ​ຈະ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ໃຜ? ເຮົາ​ທຸກ​ຄົນ​ຮູ້​ຄຳຕອບ​ຢູ່​ແລ້ວ. ເຮົາ​ຈະ​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະ​ເຢໂຫວາ ແລະ​ເພິ່ນ​ກໍ​ຢາກ​ໃຫ້​ເຮົາ​ເຮັດ​ແບບນັ້ນ​ເພາະ​ເພິ່ນ​ບອກ​ໃຫ້​ເຮົາ “ອະທິດຖານ​ເປັນ​ປະຈຳ.” (1ທຊ. 5:17) ເຮົາ​ສາມາດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື່ອງ​ຫຍັງ​ກໍ​ໄດ້​ແລະ​ຕອນ​ໃດ​ກໍ​ໄດ້. ແລະ​ເຮົາ​ຍັງ​ຂໍ​ຄຳແນະນຳ​ຈາກ​ເພິ່ນ​ໄດ້​ທຸກ​ເລື່ອງ​ໃນ​ຊີວິດ. (ສຸພາ. 3:5, 6) ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈກວ້າງ ແລະ​ເພິ່ນ​ບອກ​ວ່າ​ເຮົາ​ຈະ​ອະທິດຖານ​ເຖິງ​ເພິ່ນ​ຈັກ​ເທື່ອ​ກໍ​ໄດ້​ຕາມ​ທີ່​ເຮົາ​ຕ້ອງການ.

2. ເຮົາ​ຈະ​ລົມ​ເລື່ອງ​ຫຍັງ​ໃນ​ບົດຄວາມ​ນີ້?

2 ເຮົາ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ເຮົາ​ອະທິດຖານ​ເຖິງ​ເພິ່ນ​ໄດ້. ແຕ່​ບາງເທື່ອ​ເຮົາ​ກໍ​ຮູ້ສຶກ​ວ່າ​ຈັດ​ເວລາ​ອະທິດຖານ​ໄດ້​ຍາກ​ຫຼາຍ ແລະ​ເຮົາ​ອາດ​ຮູ້ສຶກ​ວ່າ​ເຮົາ​ຢາກ​ອະທິດຖານ​ໃຫ້​ດີ​ຂຶ້ນ​ນຳ. ເຮົາ​ດີໃຈ​ທີ່​ເຮົາ​ມີ​ຄຳແນະນຳ​ດີໆ​ກ່ຽວກັບ​ເລື່ອງ​ນີ້​ໃນ​ຄຳພີໄບເບິນ. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ຕົວຢ່າງ​ຂອງ​ພະເຢຊູ​ຈະ​ຊ່ວຍ​ເຮົາ​ໃຫ້​ຈັດ​ເວລາ​ອະທິດຖານ​ໄດ້​ແນວໃດ. ແລະ​ເຮົາ​ຈະ​ມາ​ເບິ່ງ 5 ເລື່ອງ​ທີ່​ສຳຄັນ​ທີ່​ເຮົາ​ຄວນ​ເວົ້າ​ໃນ​ຄຳ​ອະທິດຖານ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ອະທິດຖານ​ດີ​ຂຶ້ນ.

ພະເຢຊູ​ຈັດ​ເວລາ​ອະທິດຖານ

3. ພະເຢຊູ​ຮູ້​ດີ​ໃນ​ເລື່ອງ​ຫຍັງ?

3 ພະເຢຊູ​ຮູ້​ດີ​ວ່າ​ພະ​ເຢໂຫວາ​ຖື​ວ່າ​ຄຳ​ອະທິດຖານ​ຂອງ​ເຮົາ​ມີຄ່າ​ຫຼາຍ. ກ່ອນ​ທີ່​ຈະ​ມາ​ຢູ່​ໂລກ ພະເຢຊູ​ຢູ່​ກັບ​ພະ​ເຢໂຫວາ​ແລະ​ເຫັນ​ພໍ່​ຂອງ​ເພິ່ນ​ຕອບ​ຄຳ​ອະທິດຖານ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່ ເຊັ່ນ: ຮັນນາ ດາວິດ ແລະ​ເອລີຢາ ລວມ​ເຖິງ​ຜູ້​ຮັບໃຊ້​ຄົນ​ອື່ນໆ​ອີກ​ຫຼາຍ​ຄົນ. (1ຊມ. 1:10, 11, 20; 1ກສ. 19:4-6; ເພງ. 32:5) ຍ້ອນ​ແນວນີ້​ພະເຢຊູ​ຈຶ່ງ​ສອນ​ພວກ​ລູກສິດ​ໃຫ້​ອະທິດຖານ​ຢູ່​ເລື້ອຍໆ​ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ!—ມທ. 7:7-11

4. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ການ​ອະທິດຖານ​ຂອງ​ພະເຢຊູ?

4 ພະເຢຊູ​ເປັນ​ຕົວຢ່າງ​ໃຫ້​ລູກສິດ​ໃນ​ເລື່ອງ​ການ​ອະທິດຖານ. ພະເຢຊູ​ອະທິດຖານ​ຫຼາຍ​ແທ້ໆ​ຕອນ​ທີ່​ເພິ່ນ​ເຮັດ​ວຽກ​ຮັບໃຊ້​ຢູ່​ເທິງ​ໂລກ​ນີ້. ຍ້ອນ​ເພິ່ນ​ມີ​ວຽກ​ຫຼາຍ​ແລະ​ຫຼາຍ​ຄົນ​ກໍ​ມັກ​ມາ​ຫາ​ເພິ່ນ. ເພິ່ນ​ຈຶ່ງ​ຕ້ອງ​ໄດ້​ຈັດ​ເວລາ​ອະທິດຖານ. (ມຣກ. 6:31, 45, 46) ພະເຢຊູ​ຕື່ນ​ແຕ່​ເຊົ້າ​ເພື່ອ​ຈະ​ມີ​ເວລາ​ອະທິດຖານ​ຄົນ​ດຽວ. (ມຣກ. 1:35) ຢ່າງ​ໜ້ອຍ​ມີ​ເທື່ອ​ໜຶ່ງ​ທີ່​ພະເຢຊູ​ອະທິດຖານ​ໝົດ​ຄືນ​ກ່ອນ​ທີ່​ຈະ​ຕັດສິນໃຈ​ເລື່ອງ​ສຳຄັນ. (ລກ. 6:12, 13) ແລະ​ໃນ​ຄືນ​ສຸດທ້າຍ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ ເພິ່ນ​ກໍ​ໄດ້​ອະທິດຖານ​ຫຼາຍ​ເທື່ອ​ເພື່ອ​ຈະ​ເຮັດ​ເລື່ອງ​ທີ່​ຍາກ​ທີ່ສຸດ​ໃນ​ວຽກ​ມອບໝາຍ​ໃຫ້​ສຳເລັດ.—ມທ. 26:39, 42, 44

5. ເຮົາ​ຈະ​ຮຽນ​ແບບ​ພະເຢຊູ​ໄດ້​ແນວໃດ​ກ່ຽວກັບ​ການ​ອະທິດຖານ?

5 ຕົວຢ່າງ​ຂອງ​ພະເຢຊູ​ສອນ​ເຮົາ​ວ່າ ບໍ່​ວ່າ​ເຮົາ​ຈະ​ມີ​ວຽກ​ຫຼາຍ​ສ່ຳ​ໃດ​ເຮົາ​ກໍ​ຕ້ອງ​ຈັດ​ເວລາ​ອະທິດຖານ​ໃຫ້​ໄດ້. ເຮົາ​ອາດ​ຕ້ອງ​ເຮັດ​ຄື​ກັບ​ພະເຢຊູ​ໂດຍ​ຈັດ​ເວລາ​ເປັນ​ປະຈຳ​ເພື່ອ​ອະທິດຖານ. ບາງເທື່ອ​ເຮົາ​ອາດ​ຕ້ອງ​ຕື່ນ​ແຕ່​ເຊົ້າ ຫຼື​ອາດ​ຕ້ອງ​ໃຊ້​ເວລາ​ອີກ​ຈັກ​ໜ້ອຍ​ໜຶ່ງ​ກ່ອນ​ນອນ​ເພື່ອ​ຈະ​ມີ​ເວລາ​ອະທິດຖານ​ໃຫ້​ຫຼາຍ​ຂຶ້ນ. ຖ້າ​ເຮົາ​ເຮັດ​ແບບນັ້ນ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ ເຮົາ​ເຫັນຄ່າ​ສິດທິພິເສດ​ໃນ​ການ​ອະທິດຖານ​ແທ້ໆ. ພີ່ນ້ອງ​ຍິງ​ທີ່​ຊື່​ລິນ​ຈື່​ໄດ້​ວ່າ​ເມື່ອ​ລາວ​ເຂົ້າໃຈ​ກ່ຽວກັບ​ການ​ອະທິດຖານ ລາວ​ຮູ້ສຶກ​ປະທັບໃຈ​ຫຼາຍແທ້ໆ. ລາວ​ບອກ​ວ່າ “ຕອນ​ທີ່​ຂ້ອຍ​ຮູ້​ວ່າ​ຂ້ອຍ​ສາມາດ​ອະທິດຖານ​ຫາ​ພະ​ເຢໂຫວາ​ຕອນ​ໃດ​ກໍ​ໄດ້ ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ເພິ່ນ​ເປັນ​ໝູ່​ສະໜິດ​ຂອງ​ຂ້ອຍ. ແລະ​ນີ້​ເຮັດ​ໃຫ້​ຂ້ອຍ​ຢາກ​ອະທິດຖານ​ໃຫ້​ດີ​ຂຶ້ນ.” ພວກ​ເຮົາ​ຫຼາຍ​ຄົນ​ກໍ​ຮູ້ສຶກ​ແບບ​ນີ້​ແມ່ນ​ບໍ? ໃຫ້​ເຮົາ​ມາ​ເບິ່ງ 5 ເລື່ອງ​ທີ່​ສຳຄັນ​ທີ່​ເຮົາ​ຈະ​ເວົ້າ​ໃນ​ຄຳ​ອະທິດຖານ.

5 ເລື່ອງ​ທີ່​ສຳຄັນ​ທີ່​ເຮົາ​ຈະ​ເວົ້າ​ໃນ​ຄຳ​ອະທິດຖານ

6. ຈາກ​ພະນິມິດ 4:10, 11 ພະ​ເຢໂຫວາ​ສົມຄວນ​ໄດ້​ຮັບ​ຫຍັງ?

6 ສັນລະເສີນ​ພະ​ເຢໂຫວາ. ອັກຄະສາວົກ​ໂຢຮັນ​ເຫັນ​ນິມິດ​ທີ່​ເຮັດ​ໃຫ້ລາວ​ຮູ້ສຶກ​ປະທັບໃຈ​ແລະ​ໜ້າ​ເກງຂາມ. ລາວ​ເຫັນ​ຜູ້​ປົກຄອງ 24 ຄົນ​ໃນ​ສະຫວັນ​ກຳລັງ​ໝູບ​ໜ້າ​ລົງ​ແລະ​ນະມັດສະການ​ພະ​ເຢໂຫວາ. ເຂົາເຈົ້າ​ສັນລະເສີນ​ພະ​ເຢໂຫວາ​ແລະ​ບອກ​ວ່າ “ພະອົງ​ສົມຄວນ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ ຄວາມ​ນັບຖື ແລະ​ລິດເດດ.” (ອ່ານ​ພະນິມິດ 4:10, 11) ນອກຈາກນັ້ນ ທູດສະຫວັນ​ທີ່​ສັດຊື່​ກໍ​ສັນລະເສີນ​ພະ​ເຢໂຫວາ​ຄືກັນ. ເຂົາເຈົ້າ​ຢູ່​ໃນ​ສະຫວັນແລະ​ເຫັນ​ສິ່ງ​ທີ່​ເພິ່ນ​ເຮັດ ເຂົາເຈົ້າ​ກໍ​ເລີຍ​ຮູ້​ດີ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ​ແລະ​ມີ​ຄຸນລັກສະນະ​ຫຍັງ​ແດ່. ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ຢາກ​ສັນລະເສີນ​ເພິ່ນ.—ໂຢບ 38:4-7

7. ເຮົາ​ສັນລະເສີນ​ພະ​ເຢໂຫວາ​ໃນ​ເລື່ອງ​ຫຍັງ​ໄດ້​ແດ່?

7 ເຮົາ​ກໍ​ຄວນ​ສັນລະເສີນ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ​ຂອງ​ເຮົາຄືກັນ. ບອກ​ພະ​ເຢໂຫວາ​ໃຫ້​ຮູ້​ວ່າ​ເຮົາ​ຮັກ​ແລະ​ນັບຖື​ເພິ່ນ​ຫຼາຍ​ສ່ຳ​ໃດ. ຕອນ​ທີ່​ເຈົ້າ​ອ່ານ​ແລະ​ສຶກສາ​ຄົ້ນຄວ້າ​ຄຳພີໄບເບິນ ໃຫ້​ເຈົ້າ​ລອງ​ສັງເກດ​ວ່າ ເຈົ້າ​ປະທັບໃຈ​ຄຸນລັກສະນະ​ອັນ​ໃດ​ຂອງ​ພະ​ເຢໂຫວາ​ເປັນ​ພິເສດ. (ໂຢບ 37:23; ຣມ. 11:33) ແລະ​ເມື່ອ​ເຈົ້າ​ອະທິດຖານ ກໍ​ໃຫ້​ບອກ​ພະ​ເຢໂຫວາ​ວ່າ​ເຈົ້າ​ຮູ້ສຶກ​ແນວໃດ​ກັບ​ຄຸນລັກສະນະ​ນີ້​ຂອງ​ເພິ່ນ. ນອກຈາກນັ້ນ ເຮົາ​ຍັງ​ສັນລະເສີນ​ພະ​ເຢໂຫວາ​ຍ້ອນ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຮົາ​ແລະ​ເພື່ອ​ພີ່ນ້ອງ​ຂອງ​ເຮົາ​ທົ່ວ​ໂລກ. ພະ​ເຢໂຫວາ​ເປັນຫ່ວງ​ແລະ​ປົກປ້ອງ​ພວກ​ເຮົາ​ສະເໝີ.—1ຊມ. 1:27; 2:1, 2

8. ມີ​ເຫດຜົນ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ? (1 ເທຊະໂລນິກ 5:18)

8 ຂອບໃຈ​ພະ​ເຢໂຫວາ. ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ເຮົາ​ອະທິດຖານ​ຂອບໃຈ​ພະ​ເຢໂຫວາ​ໄດ້. (ອ່ານ 1 ເທຊະໂລນິກ 5:18) ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ທຸກ​ສິ່ງ​ທີ່​ເຮົາ​ມີ ຍ້ອນ​ສິ່ງ​ດີ​ທຸກ​ຢ່າງ​ມາ​ຈາກ​ເພິ່ນ. (ຢກບ. 1:17) ຕົວຢ່າງ​ເຊັ່ນ: ເຮົາ​ຂອບໃຈ​ພະ​ເຢໂຫວາ​ທີ່​ສ້າງ​ໂລກ​ທີ່​ສວຍ​ງາມ​ແລະ​ສິ່ງ​ຕ່າງໆ​ທີ່​ໜ້າ​ງຶດງໍ້. ເຮົາ​ຂອບໃຈ​ທີ່​ເພິ່ນ​ໃຫ້​ເຮົາ​ມີ​ຊີວິດ ມີ​ຄອບຄົວ ມີ​ໝູ່ ມີ​ຄວາມຫວັງ ແລະ​ເຮົາ​ຍັງ​ຂອບໃຈ​ທີ່​ເຮົາ​ໄດ້​ເປັນ​ໝູ່​ກັບ​ເພິ່ນ.

9. ເປັນຫຍັງ​ເຮົາ​ຕ້ອງ​ສ້າງ​ນິດໄສ​ທີ່​ຈະ​ເຫັນຄ່າ​ແລະ​ຂອບໃຈ​ພະ​ເຢໂຫວາ?

9 ເຮົາອາດ​ຕ້ອງ​ພະຍາຍາມ​ຫຼາຍ​ທີ່​ຈະ​ຄິດເຖິງ​ເຫດຜົນ​ທີ່​ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ ຍ້ອນ​ເຮົາ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ຄົນ​ເຫັນ​ແກ່​ໂຕ​ແລະ​ບໍ່​ຮູ້ຈັກ​ຂອບໃຈ. ເຂົາເຈົ້າ​ສົນໃຈ​ແຕ່​ວ່າ​ຈະ​ເຮັດ​ແນວໃດ​ເພື່ອ​ໃຫ້​ໄດ້​ສິ່ງ​ທີ່​ໂຕເອງ​ຕ້ອງການ ບໍ່​ໄດ້​ສົນໃຈ​ວ່າ​ຈະ​ສະແດງ​ຄວາມ​ຂອບໃຈ​ແນວໃດ​ສຳລັບ​ສິ່ງ​ທີ່​ໂຕເອງ​ມີ. ຖ້າ​ເຮົາ​ເລີ່ມ​ຄິດ​ຄື​ກັບ​ເຂົາເຈົ້າ ຄຳ​ອະທິດຖານ​ຂອງ​ເຮົາ​ກໍ​ຈະ​ມີ​ແຕ່​ການ​ຂໍ​ເທົ່າ​ນັ້ນ. ເພື່ອ​ຈະ​ບໍ່​ເປັນ​ແບບ​ນີ້ ເຮົາ​ຕ້ອງ​ພະຍາຍາມ​ສ້າງ​ນິດໄສ​ທີ່​ຈະ​ເຫັນຄ່າ​ແລະ​ຂອບໃຈ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຮົາ.—ລກ. 6:45

ການ​ຂອບໃຈ​ພະ​ເຢໂຫວາ​ສະເໝີ​ສຳລັບ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຮົາ​ຈະ​ຊ່ວຍ​ໃຫ້​ເຮົາ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ໄດ້ (ເບິ່ງ​ຂໍ້ 10)

10. ການ​ຮູ້ຈັກ​ຂອບໃຈ​ຊ່ວຍ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ແນວໃດ​ໃຫ້​ອົດທົນ​ກັບ​ບັນຫາ​ໄດ້? (ເບິ່ງ​ຮູບພາບ)

10 ການ​ທີ່​ເຮົາ​ເປັນ​ຄົນ​ຮູ້ຈັກ​ຂອບໃຈ​ຈະ​ຊ່ວຍ​ໃຫ້​ເຮົາ​ອົດທົນ​ກັບ​ຄວາມ​ລຳບາກ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ຄີ​ຢອງ​ສຸກ ເຊິ່ງ​ລົງ​ໃນ​ຫໍສັງເກດການ​ສະບັບທີ 15 ມັງກອນ ປີ 2015. ໝໍ​ບອກ​ວ່າ​ລາວ​ເປັນ​ມະເຮັງ​ປອດ​ໄລຍະ​ສຸດທ້າຍ. ລາວ​ບອກ​ວ່າ “ຄວາມ​ເຈັບ​ປ່ວຍ​ເທື່ອ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ບໍ່​ດີ​ຫຼາຍ. ຂ້ອຍ​ຮູ້ສຶກ​ສູນ​ເສຍ​ທຸກ​ຢ່າງ ແລະ​ຂ້ອຍ​ກໍ​ຢ້ານ​ຫຼາຍ.” ແຕ່​ອັນ​ໃດ​ຊ່ວຍ​ຄີ​ຢອງ​ສຸກ​ໃຫ້​ຮັບ​ມື​ໄດ້? ລາວ​ບອກ​ວ່າ​ທຸກ​ຄືນ​ກ່ອນ​ນອນ ລາວ​ຈະ​ຂຶ້ນ​ໄປ​ເທິງ​ດາດຟ້າ​ແລະ​ອະທິດຖານ​ໂດຍ​ອອກ​ສຽງ. ລາວ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ສິ່ງ​ດີໆ​ຫ້າ​ຢ່າງ​ທີ່​ໄດ້​ຮັບ​ຈາກ​ເພິ່ນ​ໃນ​ມື້​ນັ້ນ. ນີ້​ເຮັດ​ໃຫ້​ລາວ​ຮູ້ສຶກ​ຮັກ​ພະ​ເຢໂຫວາ​ຫຼາຍ​ແລະ​ກັງວົນ​ໜ້ອຍ​ລົງ. ລາວ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ຕອນ​ທີ່​ເຈິ​ບັນຫາ​ໜັກ ແລະ​ລາວ​ກໍ​ຮູ້​ວ່າ​ທີ່ຈິງ​ແລ້ວ​ພອນ​ທີ່​ໄດ້​ຮັບ​ໃນ​ຊີວິດ​ມີ​ຫຼາຍ​ກວ່າ​ບັນຫາ​ທີ່​ລາວ​ເຈິ​ຫຼາຍ​ເທົ່າ. ພວກ​ເຮົາ​ກໍ​ຮູ້ສຶກ​ຄື​ກັບ​ພີ່ນ້ອງ​ຄີ​ຢອງ​ສຸກ ແລະມີ​ຫຼາຍ​ເຫດຜົນ​ແທ້ໆ​ທີ່​ເຮົາ​ຈະ​ຂອບໃຈ​ພະ​ເຢໂຫວາ​ໄດ້ ແມ່ນ​ແຕ່​ຕອນ​ທີ່​ເຮົາ​ກຳລັງ​ເຈິ​ບັນຫາ. ການ​ອະທິດຖານ​ຂອບໃຈ​ພະ​ເຢໂຫວາ​ຊ່ວຍ​ໃຫ້​ເຮົາ​ອົດທົນ​ແລະ​ສະຫງົບໃຈ​ໄດ້.

11. ຫຼັງ​ຈາກ​ທີ່​ພະເຢຊູ​ກັບ​ໄປ​ສະຫວັນ​ແລ້ວ ເປັນຫຍັງ​ພວກ​ລູກສິດ​ຂອງ​ເພິ່ນ​ຕ້ອງ​ມີ​ຄວາມ​ກ້າຫານ?

11 ຂໍ​ພະ​ເຢໂຫວາ​ຊ່ວຍ​ໃຫ້​ມີ​ຄວາມ​ກ້າຫານ​ໃນ​ວຽກປະກາດ. ກ່ອນ​ທີ່​ພະເຢຊູ​ຈະ​ກັບ​ໄປ​ສະຫວັນ ເພິ່ນ​ໄດ້​ບອກ​ພວກ​ລູກສິດ​ປະກາດ​ເລື່ອງ​ຂອງ​ເພິ່ນ “ໃນ​ເມືອງ​ເຢຣູຊາເລັມ ແລະ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ​ຈົນ​ຮອດ​ສຸດ​ຂອບ​ໂລກ.” (ກຈກ. 1:8; ລກ. 24:46-48) ຫຼັງ​ຈາກ​ນັ້ນ​ບໍ່​ດົນ ພວກ​ຜູ້​ນຳ​ຄົນ​ຢິວ​ກໍ​ຈັບ​ເປໂຕ​ກັບ​ໂຢຮັນ​ແລະ​ພາ​ໄປ​ສານ​ຊັນເຮດຣິນ​ແລະ​ສັ່ງ​ໃຫ້​ເຂົາເຈົ້າ​ເຊົາ​ປະກາດ ພວກ​ຜູ້​ນຳ​ຄົນ​ຢິວ​ເຖິງ​ກັບ​ຂົ່ມ​ຂູ່​ສອງ​ຄົນ​ນີ້. (ກຈກ. 4:18, 21) ແລ້ວ​ເປໂຕ​ກັບ​ໂຢຮັນ​ເຮັດ​ແນວໃດ?

12. ຈາກ​ກິດຈະການ 4:29, 31 ພວກ​ລູກສິດ​ເຮັດ​ຫຍັງ?

12 ເປໂຕ​ກັບ​ໂຢຮັນ​ຕອບ​ພວກ​ຫົວໜ້າ​ສາສະໜາ​ຄົນ​ຢິວ​ວ່າ: “ພະເຈົ້າ​ຈະ​ຖື​ວ່າ​ຖືກຕ້ອງ​ບໍ​ຖ້າ​ພວກ​ເຮົາ​ເຊື່ອຟັງ​ພວກເຈົ້າ​ແທນ​ທີ່​ຈະ​ເຊື່ອຟັງ​ພະເຈົ້າ ໃຫ້​ພວກເຈົ້າ​ຕັດສິນ​ເອົາ​ເອງ. ແຕ່​ພວກ​ເຮົາ​ບໍ່​ສາມາດ​ເຊົາ​ເວົ້າ​ເລື່ອງ​ທີ່​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ.” (ກຈກ. 4:19, 20) ເມື່ອ​ເປໂຕ​ກັບ​ໂຢຮັນ​ຖືກ​ປ່ອຍ​ອອກ​ມາ ພວກ​ລູກສິດ​ທັງໝົດ​ກໍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ກ່ຽວກັບ​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ. ເຂົາເຈົ້າ​ອະທິດຖານ​ວ່າ: “ຂໍ​ຊ່ວຍ​ພວກ​ເຮົາ​ທີ່​ເປັນ​ທາດ​ຂອງ​ພະອົງ​ໃຫ້​ກ້າ​ປະກາດ​ຄຳສອນ​ຂອງ​ພະອົງ​ຕໍ່ໆ​ໄປ.” ແລະ​ພະ​ເຢໂຫວາ​ກໍ​ຕອບ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ.—ອ່ານ​ກິດຈະການ 4:29, 31

13. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຕົວຢ່າງ​ຂອງ​ພີ່ນ້ອງ​ຈິນ​ຮຸກ?

13 ເຮົາ​ສາມາດ​ຮຽນແບບ​ລູກສິດ​ຂອງ​ພະເຢຊູ​ໄດ້​ໂດຍ​ປະກາດ​ຕໍ່ໆ​ໄປ​ເຖິງວ່າ​ເຈົ້າໜ້າທີ່​ຈະ​ສັ່ງຫ້າມ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຈິນ​ຮຸກ​ທີ່​ຕ້ອງ​ຕິດ​ຄຸກ​ຍ້ອນ​ບໍ່​ຍອມ​ເປັນ​ທະຫານ. ຕອນ​ທີ່​ລາວ​ຢູ່​ໃນ​ຄຸກ ລາວ​ໄດ້​ຮັບ​ມອບໝາຍ​ໃຫ້​ເບິ່ງແຍງ​ນັກໂທດ​ບາງຄົນ​ທີ່​ຖືກ​ຂັງ​ດ່ຽວ. ເຈົ້າ​ໜ້າທີ່​ອະນຸຍາດ​ໃຫ້​ລາວ​ຖາມ​ນັກໂທດ​ເຫຼົ່າ​ນັ້ນ​ວ່າ​ຕ້ອງການ​ຫຍັງ ແຕ່​ບໍ່​ອະນຸຍາດ​ໃຫ້​ລາວ​ລົມ​ກັບ​ນັກໂທດ​ເລື່ອງ​ອື່ນໆ​ເຊິ່ງ​ລວມ​ເຖິງ​ເລື່ອງ​ຄຳພີໄບເບິນ​ນຳ. ຈິນ​ຮຸກ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ໃຫ້​ລາວ​ມີ​ຄວາມ​ກ້າ​ແລະ​ຫາ​ວິທີ​ລົມ​ເລື່ອງ​ຄວາມຈິງ​ໃຫ້​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. (ກຈກ. 5:29) ລາວ​ບອກ​ວ່າ: “ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ໂດຍ​ໃຫ້​ຂ້ອຍ​ມີ​ຄວາມ​ກ້າຫານ​ແລະ​ມີ​ສະຕິປັນຍາ​ເພື່ອ​ຈະ​ຮູ້​ວິທີ​ເລີ່ມ​ການສຶກສາ​ຄຳພີໄບເບິນ​ກັບ​ຫຼາຍ​ຄົນ​ໂດຍ​ໃຊ້​ເວລາ​ພຽງ​ແຕ່ 5 ນາທີ​ຢູ່​ປະຕູ​ຄຸກ. ຕອນ​ກາງຄືນ​ຂ້ອຍ​ຈະ​ຂຽນ​ຈົດໝາຍ​ເພື່ອ​ເອົາ​ໄປ​ໃຫ້​ພວກ​ນັກໂທດ​ໃນ​ມື້​ຕໍ່ໄປ.” ຄື​ກັບ​ຈິນ​ຮຸກ ເຮົາເອງ​ກໍ​ສາມາດ​ອະທິດຖານ​ຂໍ​ຄວາມ​ກ້າຫານ​ແລະ​ສະຕິປັນຍາ​ໄດ້ ແລະ​ເຮົາ​ໝັ້ນໃຈ​ວ່າພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ວຽກ​ຮັບໃຊ້​ຂອງ​ເພິ່ນ​ໄດ້.

14. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ໄດ້? (ຄຳເພງ 37:3, 5)

14 ຂໍ​ພະ​ເຢໂຫວາ​ຊ່ວຍ​ໃຫ້​ຮັບ​ມື​ກັບ​ບັນຫາ. ພວກ​ເຮົາ​ຫຼາຍ​ຄົນ​ອາດ​ມີ​ບັນຫາ​ທາງ​ດ້ານ​ຮ່າງກາຍ​ຫຼື​ຈິດ​ໃຈ ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ ຖືກ​ຂົ່ມເຫງ ມີ​ບັນຫາໃນ​ຄອບຄົວ ຫຼື​ບັນຫາ​ອື່ນໆ​ໃນ​ຊີວິດ. ແລະ​ຖ້າ​ເກີດ​ໂລກລະບາດ​ຫຼື​ມີ​ສົງຄາມ ການ​ຮັບ​ມື​ກັບ​ບັນຫາ​ເຫຼົ່ານີ້​ກໍ​ແຮ່ງ​ຍາກ​ຕື່ມ​ອີກ. ຖ້າ​ເຈົ້າ​ເຈິ​ແບບ​ນີ້​ຢູ່ ໃຫ້​ເຈົ້າ​ອະທິດຖານ​ລະບາຍ​ໃຫ້​ພະ​ເຢໂຫວາ​ຟັງ​ວ່າ​ເຈົ້າ​ກຳລັງ​ເຈິ​ກັບ​ຫຍັງ​ແລະ​ຮູ້ສຶກ​ແນວໃດ​ຄື​ທີ່​ເຈົ້າ​ລະບາຍ​ໃຫ້​ໝູ່​ສະໜິດ​ຟັງ ແລະ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ “ຈະ​ຊ່ວຍ​ເຈົ້າ.”—ອ່ານ​ຄຳເພງ 37:3, 5 ລ.ມ.

15. ການ​ອະທິດຖານ​ຊ່ວຍ​ເຮົາ​ແນວໃດ​ໃຫ້​ອົດທົນ​ເມື່ອ​ເຈິ​ຄວາມ​ຍາກ​ລຳບາກ? ຂໍ​ໃຫ້​ຍົກ​ຕົວຢ່າງ.

15 ການ​ອະທິດຖານ​ເລື້ອຍໆ​ຈະ​ຊ່ວຍ​ໃຫ້​ເຮົາ “ອົດທົນ​ເມື່ອ​ພົບ​ຄວາມທຸກ​ລຳບາກ.” (ຣມ. 12:12) ພະ​ເຢໂຫວາ​ຮູ້​ວ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ກຳລັງ​ເຈິ​ບັນຫາ​ຫຍັງ ແລະ “ເພິ່ນ​ຟັງ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຂອງ​ເຂົາເຈົ້າ.” (ເພ​ງ. 145:18, 19, ລ.ມ.) ໄພໂອເນຍ​ຄົນ​ໜຶ່ງ​ຊື່​ຄຣິດສ໌ຕີ້​ອາຍຸ 29 ປີ​ໄດ້​ເຈິ​ເລື່ອງ​ນີ້​ກັບ​ໂຕເອງ. ລາວ​ມີ​ບັນຫາ​ສຸຂະພາບ​ຮ້າຍແຮງ​ທີ່​ບໍ່​ຄາດ​ຄິດ ແລະ​ນີ້​ເຮັດ​ໃຫ້​ລາວ​ຊຶມເສົ້າ​ຫຼາຍ. ບໍ່​ແມ່ນ​ແຕ່​ເທົ່າ​ນັ້ນ ຕໍ່ມາ​ແມ່​ຂອງ​ລາວ​ກໍ​ເຈັບປ່ວຍ​ຮ້າຍແຮງ​ທີ່​ອາດຈະ​ຕ້ອງ​ຕາຍ. ລາວ​ບອກ​ວ່າ: “ຂ້ອຍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຢ່າງ​ຈິງ​ຈັງ ຂໍ​ເພິ່ນ​ໃຫ້​ກຳລັງ​ກັບ​ຂ້ອຍ​ທີ່​ຈະ​ຜ່ານ​ແຕ່​ລະ​ມື້​ໄປ​ໄດ້. ແລະ​ຂ້ອຍ​ກໍ​ພະຍາຍາມ​ໄປ​ປະຊຸມ​ເປັນ​ປະຈຳ​ແລະ​ສຶກສາ​ສ່ວນ​ຕົວ​ສະໝ່ຳ​ສະເໝີ​ໃຫ້​ໄດ້.” ລາວ​ຍັງ​ບອກ​ອີກ​ວ່າ: “ການ​ອະທິດຖານ​ຊ່ວຍ​ຂ້ອຍ​ໃຫ້​ຮັບ​ມື​ກັບ​ຊ່ວງ​ເວລາ​ທີ່​ຍາກ​ລຳບາກ. ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ຂ້ອຍ​ຕະຫຼອດ ແລະ​ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ດີ​ຂຶ້ນ​ຫຼາຍ​ແບບ​ທີ່​ບໍ່​ໜ້າ​ເຊື່ອ. ເຖິງ​ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ໃຫ້​ບັນຫາ​ສຸຂະພາບ​ຂອງ​ຂ້ອຍ​ຫາຍ​ໄປ​ທັນທີ ແຕ່​ເພິ່ນ​ກໍ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ແລະ​ຊ່ວຍ​ຂ້ອຍ​ໃຫ້​ສະຫງົບໃຈ​ໄດ້​ແທ້ໆ.” ຂໍ​ໃຫ້​ເຮົາ​ຈື່​ໄວ້​ສະເໝີ​ວ່າ “ພະ​ເຢໂຫວາ​ຮູ້​ວິທີ​ຊ່ວຍ​ຄົນ​ທີ່​ເຫຼື້ອມ​ໃສ​ພະອົງ​ໃຫ້​ຜ່ານ​ການ​ທົດສອບ.”—2ປຕ. 2:9

ເພື່ອ​ຈະ​ເອົາ​ຊະນະ​ການ​ລໍ້ໃຈ ເຈົ້າ​ຕ້ອງ (1) ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ (2) ເຮັດ​ຕາມ​ທີ່​ເຈົ້າ​ອະທິດຖານ (3) ເຮັດ​ສິ່ງ​ທີ່​ຊ່ວຍ​ໃຫ້​ເຈົ້າ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 16-17)

16. ເປັນຫຍັງ​ເຮົາ​ຕ້ອງ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ການ​ລໍ້ໃຈ?

16 ຂໍ​ພະ​ເຢໂຫວາ​ຊ່ວຍ​ໃຫ້​ເອົາ​ຊະນະ​ການ​ລໍ້ໃຈ. ເຮົາ​ເປັນ​ມະນຸດ​ທີ່​ບໍ່​ສົມບູນແບບ. ເຮົາ​ຈຶ່ງ​ຕ້ອງ​ຕໍ່ສູ້​ຢູ່​ເລື້ອຍໆ​ເພື່ອ​ຈະ​ບໍ່​ເຮັດ​ຜິດ. ແຕ່​ບໍ່​ພຽງ​ເທົ່າ​ນັ້ນ ຊາຕານ​ມັນ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຈະ​ເຮັດ​ໃຫ້​ເຮົາ​ສູ້​ກັບ​ການ​ລໍ້ໃຈ​ໄດ້​ຍາກ​ຂຶ້ນ. ວິທີ​ໜຶ່ງ​ທີ່​ຊາຕານ​ໃຊ້​ກໍ​ຄື ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ການ​ພັກຜ່ອນຢ່ອນໃຈ​ທີ່​ບໍ່​ດີ​ເຊິ່ງ​ອາດ​ເຮັດ​ໃຫ້​ເຮົາ​ເກີດ​ມີ​ຄວາມຄິດ​ທີ່​ບໍ່​ສະອາດ. ຄວາມຄິດ​ແບບນີ້​ເຮັດ​ໃຫ້​ເຮົາ​ບໍ່​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ ແລະໃນ​ທີ່​ສຸດ​ອາດ​ເຮັດ​ໃຫ້​ເຮົາ​ເຮັດ​ບາບ​ຮ້າຍແຮງໄດ້.—ມຣກ. 7:21-23; ຢກບ. 1:14, 15

17. ນອກຈາກ​ອະທິດຖານ​ຂໍ​ຄວາມຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ແລ້ວ ເຮົາ​ຍັງ​ຕ້ອງ​ເຮັດ​ຫຍັງ​ອີກ? (ເບິ່ງ​ຮູບພາບ)

17 ເພື່ອ​ເຮົາ​ຈະ​ເອົາ​ຊະນະ​ການ​ລໍ້ໃຈ​ໄດ້ ເຮົາ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ໃນ​ຕົວຢ່າງ​ຄຳ​ອະທິດຖານ​ຂອງ​ພະເຢຊູ ເພິ່ນ​ບອກ​ໃຫ້​ພວກ​ລູກສິດ​ເວົ້າ​ເຖິງ​ເລື່ອງ​ນີ້​ນຳ. ເພິ່ນ​ບອກ​ວ່າ: “ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ຢ່າ​ໃຫ້​ຍອມແພ້​ຕໍ່​ການ​ລໍ້ໃຈ ແລະ​ຂໍ​ຊ່ວຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ຕົວ​ຊົ່ວ​ຮ້າຍ.” (ມທ. 6:13) ພະ​ເຢໂຫວາ​ຢາກ​ຊ່ວຍ​ເຮົາ ແຕ່​ເຮົາ​ຕ້ອງ​ຂໍ​ໃຫ້​ເພິ່ນ​ຊ່ວຍ. ແລະ​ໂຕ​ເຮົາ​ເອງ​ກໍ​ຕ້ອງ​ເຮັດ​ໃຫ້​ສອດຄ່ອງ​ກັບ​ຄຳ​ອະທິດຖານ​ນຳ. ເຮົາ​ຕ້ອງ​ພະຍາຍາມ​ບໍ່​ອ່ານ​ແລະ​ບໍ່​ຟັງ​ຄວາມຄິດ​ທີ່​ບໍ່​ດີເຖິງ​ວ່າ​ຈະ​ເປັນ​ເລື່ອງ​ທີ່ຫຼາຍຄົນ​ກຳລັງ​ສົນໃຈ. (ເພງ. 97:10) ນອກຈາກນັ້ນ ໃຫ້​ເຮົາ​ພະຍາຍາມ​ເອົາ​ສິ່ງ​ດີໆ​ໃສ່​ໄວ້​ໃນ​ຄວາມຄິດ​ຂອງ​ເຮົາ ໂດຍ​ອ່ານ​ແລະ​ສຶກສາ​ຄຳພີໄບເບິນ ໄປ​ປະຊຸມ ແລະ​ໄປ​ປະກາດ​ເປັນ​ປະຈຳ. ຖ້າ​ເຮົາ​ເຮັດ​ແບບ​ນີ້​ພະ​ເຢໂຫວາ​ສັນຍາ​ວ່າ ເພິ່ນ​ຈະ​ບໍ່​ຍອມ​ປ່ອຍ​ໃຫ້​ເຮົາ​ຖືກ​ລໍ້ໃຈ​ຈົນ​ທົນ​ບໍ່​ໄດ້.—1ກຣ. 10:12, 13

18. ເຮົາ​ທຸກ​ຄົນ​ຢາກ​ເຮັດ​ຫຍັງ​ໃນ​ເລື່ອງ​ການ​ອະທິດຖານ?

18 ເຮົາ​ທຸກ​ຄົນ​ຕ້ອງ​ອະທິດຖານ​ໃຫ້​ຫຼາຍ​ຂຶ້ນ​ເພື່ອ​ຈະ​ສັດຊື່​ຕໍ່​ພະ​ເຢໂຫວາ​ໃນ​ສະໄໝ​ສຸດທ້າຍ​ທີ່​ຍາກ​ລຳບາກ​ແບບ​ນີ້. ໃຫ້​ຈັດ​ເວລາ​ເພື່ອ​ອະທິດຖານ​ຈາກ​ໃຈ​ເຖິງ​ພະ​ເຢໂຫວາ​ເປັນ​ປະຈຳ. ພະເຢໂຫວາ​ຢາກ​ໃຫ້​ເຮົາ​ລະບາຍ​ຄວາມຮູ້ສຶກ​ກັບ​ເພິ່ນ​ໂດຍ​ການ​ອະທິດຖານ. (ເພງ. 62:8) ໃຫ້​ສັນລະເສີນ​ພະ​ເຢໂຫວາ​ແລະ​ຂອບໃຈ​ເພິ່ນ​ສຳລັບ​ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຈົ້າ. ອະທິດຖານ​ຂໍ​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ກ້າຫານ​ໃນ​ວຽກປະກາດ ໃຫ້​ຮັບ​ມື​ກັບ​ບັນຫາ ແລະ​ເອົາ​ຊະນະ​ການ​ລໍ້ໃຈ​ທີ່​ເຈົ້າ​ກຳລັງ​ເຈິ​ຢູ່. ຢ່າ​ໃຫ້​ໃຜ​ຫຼື​ສິ່ງໃດ​ມາ​ຂັດຂວາງ​ເຈົ້າ​ບໍ່​ໃຫ້​ອະທິດຖານ​ເປັນ​ປະຈຳ. ແລ້ວ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແນວໃດ? ເຮົາ​ຈະ​ມາ​ເບິ່ງ​ກ່ຽວກັບ​ເລື່ອງ​ທີ່​ສຳຄັນ​ນີ້​ໃນ​ບົດຄວາມ​ຕໍ່ໄປ.

ເພງ 42 ຄຳ​ອະທິດຖານ​ຂອງ​ຜູ້​ຮັບໃຊ້​ພະເຈົ້າ

a ເຮົາ​ຢາກ​ໃຫ້​ຄຳ​ອະທິດຖານ​ຂອງ​ເຮົາ​ເປັນ​ຄື​ກັບ​ຈົດໝາຍ​ທີ່​ຂຽນ​ເຖິງ​ໝູ່​ທີ່​ຮັກ. ແຕ່​ມັນ​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ຈັດ​ເວລາ​ອະທິດຖານ ແລະ​ບາງເທື່ອ​ເຮົາ​ກໍ​ບໍ່​ຮູ້​ວ່າ​ຈະ​ອະທິດຖານ​ເລື່ອງ​ຫຍັງ. ບົດຄວາມ​ນີ້​ເຮົາ​ຈະ​ມາ​ລົມ​ກັນ​ກ່ຽວກັບ​ເລື່ອງ​ເຫຼົ່ານີ້.