ບົດຄວາມສຶກສາທີ 3
ຄົນຝູງໃຫຍ່ທີ່ເປັນສ່ວນໜຶ່ງຂອງແກະອື່ນສັນລະເສີນພະເຈົ້າແລະພະຄລິດ
“ຄວາມລອດມາຈາກພະເຈົ້າຂອງພວກເຮົາຜູ້ທີ່ນັ່ງເທິງບັນລັງ ແລະມາຈາກລູກແກະຂອງພະອົງ.”—ພນມ. 7:10
ເພງ 14 ສັນລະເສີນກະສັດອົງໃໝ່
ໃຈຄວາມສຳຄັນ *
1. ຄຳບັນລະຍາຍຂອງການປະຊຸມໃຫຍ່ໃນປີ 1935 ສົ່ງຜົນຕໍ່ຜູ້ຊາຍຄົນໜຶ່ງແນວໃດ?
ໃນປີ 1926 ມີຜູ້ຊາຍຄົນໜຶ່ງອາຍຸ 18 ປີໄດ້ຮັບບັບເຕມາ. ພໍ່ແມ່ຂອງລາວເປັນພະຍານພະເຢໂຫວາຫຼືໃນຕອນນັ້ນເອີ້ນວ່າ ນັກສຶກສາຄຳພີໄບເບິນ. ເຂົາເຈົ້າມີລູກຊາຍສາມຄົນແລະລູກສາວສອງຄົນ. ເຂົາເຈົ້າສອນລູກໃຫ້ຮຽນແບບພະເຢຊູແລະຮັບໃຊ້ພະເຢໂຫວາ. ໃນຕອນນັ້ນຜູ້ຊາຍຄົນນີ້ໄດ້ກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນທຸກໆປີຄືກັບນັກສຶກສາຄຳພີໄບເບິນຄົນອື່ນໆ. ແຕ່ຄວາມຫວັງຂອງລາວກ່ຽວກັບອະນາຄົດກໍໄດ້ປ່ຽນໄປເມື່ອລາວໄດ້ຟັງຄຳບັນລະຍາຍຂອງພີ່ນ້ອງ ເຈ. ເອັບຟ໌. ຣັດເທີຝອດທີ່ມີຫົວຂໍ້ວ່າ: “ຄົນຝູງໃຫຍ່” ຢູ່ທີ່ການປະຊຸມໃຫຍ່ເຊິ່ງຈັດຂຶ້ນໃນປີ 1935 ຢູ່ໃນລັດວໍຊິງຕັນສະຫະລັດອາເມຣິກາ. ນັກສຶກສາຄຳພີໄບເບິນໄດ້ຮຽນຫຍັງຈາກການປະຊຸມໃຫຍ່ຄັ້ງນັ້ນ?
2. ຄວາມຈິງທີ່ສຳຄັນຫຍັງທີ່ພີ່ນ້ອງຣັດເທີຝອດໄດ້ອະທິບາຍຢູ່ໃນຄຳບັນລະຍາຍຂອງລາວ?
2 ໃນຄຳບັນລະຍາຍຂອງພີ່ນ້ອງຣັດເທີຝອດໄດ້ອະທິບາຍກ່ຽວກັບຜູ້ທີ່ເປັນ “ຄົນຝູງໃຫຍ່” ທີ່ເວົ້າເຖິງຢູ່ໃນພະນິມິດ 7:9. ຕອນນັ້ນນັກສຶກສາຄຳພີໄບເບິນຄິດວ່າຄົນຝູງໃຫຍ່ເປັນກຸ່ມທີສອງທີ່ຈະໄດ້ຂຶ້ນໄປສະຫວັນ ເພາະເຂົາເຈົ້າບໍ່ໄດ້ສັດຊື່ຫຼາຍເທົ່າກັບກຸ່ມຜູ້ຖືກເຈີມ. ແຕ່ພີ່ນ້ອງຣັດເທີຝອດໃຊ້ຂໍ້ພະຄຳພີນີ້ອະທິບາຍວ່າຄົນຝູງໃຫຍ່ບໍ່ໄດ້ຖືກເລືອກໃຫ້ໄປສະຫວັນ ແຕ່ເຂົາເຈົ້າເປັນແກະອື່ນ * ຂອງພະຄລິດຜູ້ທີ່ຈະລອດຜ່ານ “ຄວາມທຸກລຳບາກຄັ້ງໃຫຍ່” ແລະມີຊີວິດ ຕະຫຼອດໄປຢູ່ໃນໂລກ. (ພນມ. 7:14) ພະເຢຊູສັນຍາວ່າ: “ຂ້ອຍຍັງມີແກະອື່ນທີ່ບໍ່ໄດ້ຢູ່ໃນຄອກນີ້ ຂ້ອຍຕ້ອງພາແກະເຫຼົ່ານັ້ນເຂົ້າມາຄືກັນ ແກະເຫຼົ່ານັ້ນຈະຟັງສຽງຂອງຂ້ອຍ ແກະທັງໝົດຈະລວມເປັນຝູງດຽວ ແລະມີຜູ້ລ້ຽງຄົນດຽວ.” (ຢຮ. 10:16) ຄຳວ່າ “ແກະອື່ນ” ໝາຍເຖິງພະຍານພະເຢໂຫວາຜູ້ທີ່ມີຄວາມຫວັງຈະມີຊີວິດຕະຫຼອດໄປຢູ່ໃນໂລກທີ່ເປັນອຸທິຍານ. (ມທ. 25:31-33, 46) ຂໍໃຫ້ເຮົາມາເບິ່ງວ່າ ຄວາມເຂົ້າໃຈໃໝ່ໄດ້ປ່ຽນແປງຊີວິດຂອງຜູ້ຮັບໃຊ້ພະເຢໂຫວາຫຼາຍຄົນແນວໃດເຊິ່ງລວມເຖິງຜູ້ຊາຍທີ່ເວົ້າເຖິງກ່ອນໜ້ານີ້.—ເພງ. 97:11; ສຸພາ. 4:18
ຄວາມເຂົ້າໃຈໃໝ່ປ່ຽນຊີວິດຂອງຫຼາຍພັນຄົນ
3-4. ໃນການປະຊຸມໃຫຍ່ປີ 1935 ຫຼາຍພັນຄົນໄດ້ເຂົ້າໃຈກ່ຽວກັບຄວາມຫວັງຂອງເຂົາເຈົ້າແນວໃດ ແລະຍ້ອນຫຍັງ?
3 ຢູ່ໃນການປະຊຸມໃຫຍ່ເປັນເລື່ອງທີ່ໜ້າຕື່ນເຕັ້ນແທ້ໆຕອນທີ່ຜູ້ບັນລະຍາຍເວົ້າວ່າ: “ຜູ້ທີ່ມີຄວາມຫວັງຈະມີຊີວິດຕະຫຼອດໄປຢູ່ໃນໂລກ ຂໍໃຫ້ຢືນຂຶ້ນ!” ມີພີ່ນ້ອງຄົນໜຶ່ງທີ່ຢູ່ໃນເຫດການນັ້ນບອກວ່າ: “ມີຫຼາຍກວ່າເຄິ່ງໜຶ່ງຂອງ 20.000 ຄົນທີ່ເຂົ້າຮ່ວມການປະຊຸມນັ້ນລຸກຢືນຂຶ້ນ.” ຫຼັງຈາກພີ່ນ້ອງຣັດເທີຝອດປະກາດວ່າ: “ເບິ່ງແມ້ ຄົນຝູງໃຫຍ່!” ທຸກຄົນທີ່ເຂົ້າຮ່ວມການປະຊຸມນັ້ນກໍພາກັນໂຫ່ຮ້ອງດີໃຈ. ເຂົາເຈົ້າເຂົ້າໃຈວ່າພະເຢໂຫວາບໍ່ໄດ້ເລືອກເຂົາເຈົ້າໃຫ້ໄປຢູ່ໃນສະຫວັນ ແລະເຂົາເຈົ້າກໍບໍ່ໄດ້ຖືກເຈີມດ້ວຍພະລັງບໍລິສຸດ. ໃນການປະຊຸມໃຫຍ່ມື້ຕໍ່ມາມີ 840 ຄົນຮັບບັບເຕມາເຊິ່ງສ່ວນຫຼາຍແມ່ນແກະອື່ນ.
4 ຫຼັງຈາກໄດ້ຟັງຄຳບັນລະຍາຍມື້ນັ້ນ ຜູ້ຊາຍທີ່ເວົ້າເຖິງກ່ອນໜ້ານີ້ພ້ອມດ້ວຍພີ່ນ້ອງອື່ນໆອີກຫຼາຍພັນຄົນກໍເຊົາກິນເຂົ້າຈີ່ແລະເຫຼົ້າແວງຢູ່ໃນການປະຊຸມອະນຸສອນ. ຫຼາຍຄົນຮູ້ສຶກຄືກັບພີ່ນ້ອງຊາຍທີ່ຖ່ອມຕົວຄົນນີ້. ລາວເວົ້າວ່າ: “ການປະຊຸມອະນຸສອນໃນປີ 1935 ເປັນເທື່ອສຸດທ້າຍທີ່ຂ້ອຍກິນເຂົ້າຈີ່ແລະເຫຼົ້າແວງ. ຍ້ອນຂ້ອຍຮູ້ວ່າພະເຢໂຫວາບໍ່ໄດ້ໃຊ້ພະລັງບໍລິສຸດເລືອກຂ້ອຍໃຫ້ໄປສະຫວັນ ຂ້ອຍຈຶ່ງມີຄວາມຫວັງຈະຢູ່ໃນໂລກນີ້ແລະຊ່ອຍເຮັດໃຫ້ໂລກນີ້ກາຍເປັນອຸທິຍານ.” (ຣມ. 8:16, 17; 2 ກຣ. 1:21, 22) ຕັ້ງແຕ່ມື້ນັ້ນເປັນຕົ້ນມາຄົນຝູງໃຫຍ່ກໍເພີ່ມຈຳນວນຫຼາຍຂຶ້ນ ແລະເຮັດວຽກຮ່ວມກັບຜູ້ຖືກເຈີມທີ່ຍັງມີຊີວິດຢູ່ໃນໂລກນີ້.
5. ພະເຢໂຫວາຮູ້ສຶກແນວໃດກັບຜູ້ທີ່ເຊົາກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນ?
5 ພະເຢໂຫວາຮູ້ສຶກແນວໃດກັບຜູ້ທີ່ເຊົາກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນຫຼັງຈາກປີ 1935? ແລ້ວໃນທຸກມື້ນີ້ເດ ພະເຢໂຫວາຄິດແນວໃດກັບຜູ້ທີ່ກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນ ແຕ່ຕໍ່ມາກໍເຂົ້າໃຈວ່າຕົວເອງບໍ່ໄດ້ຖືກເຈີມແທ້ໆ? (1 ກຣ. 11:28) ບາງຄົນກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນກໍຍ້ອນວ່າບໍ່ເຂົ້າໃຈແຈ້ງກ່ຽວກັບຄວາມຫວັງ. ແຕ່ຖ້າເຂົາເຈົ້າຍອມຮັບວ່າຕົວເອງເຮັດຜິດແລະເຊົາກິນເຂົ້າຈີ່ກັບເຫຼົ້າແວງແລະຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປ ພະເຢໂຫວາກໍຈະນັບວ່າເຂົາເຈົ້າເປັນແກະອື່ນ. ແລະເຖິງວ່າເຂົາເຈົ້າຈະເຊົາກິນເຂົ້າຈີ່ແລະເຫຼົ້າແວງແລ້ວ ແຕ່ເຂົາເຈົ້າກໍຍັງເຂົ້າຮ່ວມການປະຊຸມອະນຸສອນຍ້ອນເຂົາເຈົ້າເຫັນຄ່າສິ່ງທີ່ພະເຢໂຫວາແລະພະເຢຊູເຮັດເພື່ອເຂົາເຈົ້າ.
ຄວາມຫວັງທີ່ດີເລີດ
6. ພະເຢຊູສັ່ງທູດສະຫວັນໃຫ້ເຮັດຫຍັງ?
6 ການທົບທວນພະນິມິດບົດ 7 ທີ່ເວົ້າເຖິງຄລິດສະຕຽນຜູ້ຖືກເຈີມແລະຄົນຝູງໃຫຍ່ເຮັດໃຫ້ເຮົາໄດ້ຮັບກຳລັງໃຈ ຍ້ອນວ່າອີກບໍ່ດົນຈະເກີດຄວາມທຸກລຳບາກຄັ້ງໃຫຍ່. ພະເຢຊູສັ່ງທູດສະຫວັນໃຫ້ຫ້າມລົມແຫ່ງການທຳລາຍລ້າງຈາກ 4 ທິດ. ເຂົາເຈົ້າຕ້ອງຫ້າມບໍ່ໃຫ້ລົມນັ້ນພັດໃສ່ໂລກຈົນກວ່າຄລິດສະຕຽນຜູ້ຖືກເຈີມທັງໝົດຈະຖືກປະທັບກາເຊິ່ງໝາຍຄວາມວ່າພະເຢໂຫວາຕັດສິນວ່າເຂົາເຈົ້າເປັນຄົນສັດຊື່ແລ້ວ. (ພນມ. 7:1-4) ລາງວັນທີ່ເຂົາເຈົ້າຈະໄດ້ຮັບກໍຄືໄດ້ເປັນປະໂລຫິດແລະເປັນກະສັດຮ່ວມປົກຄອງກັບພະຄລິດຢູ່ເທິງສະຫວັນ. (ພນມ. 20:6) ພະເຢໂຫວາ ພະເຢຊູ ແລະທູດສະຫວັນຈະດີໃຈຫຼາຍແທ້ໆທີ່ເຫັນຄລິດສະຕຽນຜູ້ຖືກເຈີມ 144.000 ຄົນໄດ້ຮັບລາງວັນນີ້.
7. ໃນພະນິມິດ 7:9, 10 ໂຢຮັນເວົ້າເຖິງໃຜແລະເຂົາເຈົ້າໄດ້ເຮັດຫຍັງ? (ເບິ່ງຮູບໜ້າປົກ)
7 ຫຼັງຈາກທີ່ເວົ້າເຖິງ 144.000 ຄົນທີ່ໄດ້ເປັນກະສັດແລະເປັນປະໂລຫິດແລ້ວ ໂຢຮັນກໍໄດ້ເວົ້າເຖິງສິ່ງທີ່ໜ້າຕື່ນເຕັ້ນກ່ຽວກັບ “ຄົນຝູງໃຫຍ່” ຜູ້ທີ່ຈະລອດຜ່ານອາມາເຄໂດນ. ຄົນຝູງໃຫຍ່ມີຈຳນວນຫຼາຍກວ່າກຸ່ມຜູ້ຖືກເຈີມເຊິ່ງບໍ່ມີໃຜນັບຈຳນວນໄດ້. (ອ່ານພະນິມິດ 7:9, 10) ຄົນຝູງໃຫຍ່ “ໃສ່ເສື້ອຄຸມຍາວສີຂາວ” ເຊິ່ງໝາຍຄວາມວ່າເຂົາເຈົ້າໄດ້ຮັກສາຕົວຈາກແນວທາງທີ່ “ບໍ່ສະອາດ” ຂອງໂລກຊາຕານ ແລະຍັງສັດຊື່ຕໍ່ພະເຈົ້າແລະພະເຢຊູ. (ຢກບ. 1:27) ເຂົາເຈົ້າຮ້ອງສຽງດັງວ່າ ຄວາມລອດມາຈາກສິ່ງທີ່ພະເຢໂຫວາແລະພະເຢຊູລູກແກະຂອງພະເຈົ້າໄດ້ເຮັດ ແລະເຂົາເຈົ້າຍັງຖືໃບປາມເຊິ່ງສະແດງໃຫ້ເຫັນວ່າເຂົາເຈົ້າຍອມຮັບພະເຢຊູຜູ້ທີ່ພະເຢໂຫວາແຕ່ງຕັ້ງໃຫ້ເປັນກະສັດ.—ສົມທຽບກັບໂຢຮັນ 12:12, 13
8. ພະນິມິດ 7:11, 12 ເວົ້າກ່ຽວກັບຜູ້ທີ່ຢູ່ໃນສະຫວັນແນວໃດ?
8 ອ່ານພະນິມິດ 7:11, 12. ຜູ້ທີ່ຢູ່ໃນສະຫວັນເຮັດແນວໃດເມື່ອເຫັນຄົນຝູງໃຫຍ່? ໂຢຮັນເຫັນວ່າທຸກຄົນທີ່ຢູ່ໃນສະຫວັນຮູ້ສຶກດີໃຈແລະສັນລະເສີນພະເຈົ້າເມື່ອເຫັນຄົນຝູງໃຫຍ່. ເຂົາເຈົ້າຮູ້ສຶກດີໃຈທີ່ເຫັນວ່ານິມິດນີ້ເກີດຂຶ້ນແທ້ຕອນທີ່ຄົນຝູງໃຫຍ່ລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່.
9. ຕາມພະນິມິດ 7:13-15 ຄົນຝູງໃຫຍ່ໄດ້ເຮັດຫຍັງໃນຕອນນີ້?
9 ອ່ານພະນິມິດ 7:13-15. ໂຢຮັນຂຽນວ່າຄົນຝູງໃຫຍ່ “ໄດ້ຊັກເສື້ອຄຸມຂອງຕົວເອງແລະເຮັດໃຫ້ຂາວດ້ວຍເລືອດຂອງລູກແກະຂອງພະເຈົ້າ.” ນີ້ໝາຍຄວາມວ່າບໍ່ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກຂອງເຂົາເຈົ້າ ແລະພະເຢໂຫວາກໍພໍໃຈເຂົາເຈົ້າ. (ເອຊາ. 1:18) ທີ່ເຂົາເຈົ້າອຸທິດຕົວແລະຮັບບັບເຕມາສະແດງໃຫ້ເຫັນວ່າເຂົາເຈົ້າມີຄວາມເຊື່ອໃນເຄື່ອງບູຊາໄຖ່ຂອງພະເຢຊູແລະມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ. (ຢຮ. 3:36; 1 ປຕ. 3:21) ນີ້ເຮັດໃຫ້ພະເຢໂຫວາພໍໃຈເຂົາເຈົ້າແລະໃຫ້ເຂົາເຈົ້າ “ເຮັດວຽກຮັບໃຊ້ທີ່ສັກສິດໃຫ້ພະອົງທັງເວັນທັງຄືນ” ຢູ່ທີ່ວິຫານໂດຍໄນເທິງແຜ່ນດິນໂລກ ແລະຕອນນີ້ສ່ວນຫຼາຍແລ້ວຜູ້ທີ່ເຮັດວຽກປະກາດແລະສອນຄົນໃຫ້ເຂົ້າມາເປັນລູກສິດກໍແມ່ນຄົນຝູງໃຫຍ່ ເຂົາເຈົ້າເຮັດວຽກນີ້ຢ່າງຫ້າວຫັນຍ້ອນວ່າເຂົາເຈົ້າໃຫ້ການປົກຄອງຂອງພະເຈົ້າເປັນສິ່ງສຳຄັນທີ່ສຸດໃນຊີວິດ.—ມທ. 6:33; 24:14; 28:19, 20
10. ຄົນຝູງໃຫຍ່ໝັ້ນໃຈເລື່ອງຫຍັງ ແລະເຂົາເຈົ້າຈະເຫັນຄຳສັນຍາຫຍັງເກີດຂຶ້ນແທ້?
10 ຄົນຝູງໃຫຍ່ທີ່ລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງເຂົາເຈົ້າ ຍ້ອນ “ພະອົງຜູ້ທີ່ນັ່ງເທິງບັນລັງນັ້ນຈະກາງເຕັ້ນຂອງພະອົງປົກປ້ອງພວກເຂົາ.” ແລະເຂົາເຈົ້າລໍຖ້າທີ່ຈະເຫັນຄຳສັນຍານີ້ເກີດຂຶ້ນແທ້ທີ່ວ່າ: “ພະເຈົ້າຈະເຊັດນ້ຳຕາທຸກຢົດຈາກຕາຂອງພວກເຂົາ ແລະຄວາມຕາຍຈະບໍ່ມີອີກຕໍ່ໄປ ຄວາມໂສກເສົ້າຫຼືສຽງຮ້ອງໄຫ້ເສຍໃຈຫຼືຄວາມເຈັບປວດຈະບໍ່ມີອີກເລີຍ.”—ພນມ. 21:3, 4
11-12. (ກ) ຕາມພະນິມິດ 7:16, 17 ຄົນຝູງໃຫຍ່ຈະໄດ້ຮັບລາງວັນຫຍັງໃນອະນາຄົດ? (ຂ) ແກະອື່ນຈະເຮັດຫຍັງຢູ່ໃນການປະຊຸມອະນຸສອນ ແລະຍ້ອນຫຍັງເຂົາເຈົ້າຈຶ່ງເຮັດແບບນັ້ນ?
11 ອ່ານພະນິມິດ 7:16, 17. ຕອນນີ້ຜູ້ຮັບໃຊ້ພະເຢໂຫວາບາງຄົນຍັງຂາດແຄນອາຫານຍ້ອນບໍ່ມີເງິນພໍຊື້ອາຫານຫຼືຍ້ອນຄວາມບໍ່ສະຫງົບໃນສັງຄົມແລະ ສົງຄາມ. ສ່ວນບາງຄົນກໍເຂົ້າຄຸກຍ້ອນຄວາມເຊື່ອ. ແຕ່ເຂົາເຈົ້າກໍມີຄວາມສຸກຍ້ອນຮູ້ວ່າເມື່ອເຂົາເຈົ້າລອດຜ່ານການທຳລາຍໂລກຊົ່ວຂອງຊາຕານ ເຂົາເຈົ້າຈະມີອາຫານທີ່ອຸດົມສົມບູນແລະໄດ້ຮັບການສອນຈາກພະເຢໂຫວາ. ເມື່ອພະເຢໂຫວາທຳລາຍໂລກຊົ່ວຂອງຊາຕານ ເພິ່ນຈະປົກປ້ອງຄົນຝູງໃຫຍ່ບໍ່ໃຫ້ຖືກ ‘ຄວາມຮ້ອນແຜດເຜົາ.’ ຫຼັງຈາກທີ່ຄົນຝູງໃຫຍ່ລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ ພະເຢຊູຈະພາເຂົາເຈົ້າໄປໃນບ່ອນທີ່ມີ “ນ້ຳທີ່ໃຫ້ຊີວິດ [ຕະຫຼອດໄປ].” ລອງຄິດເບິ່ງແມ້ ຄົນຝູງໃຫຍ່ມີຄວາມຫວັງທີ່ດີເລີດຫຼາຍສ່ຳໃດ. ໃນບັນດາຄົນທີ່ເຄີຍມີຊີວິດຢູ່ໃນໂລກ ມີແຕ່ຄົນຝູງໃຫຍ່ເທົ່ານັ້ນທີ່ອາດຈະບໍ່ຕ້ອງຕາຍເລີຍ!—ຢຮ. 11:26
12 ແກະອື່ນຮູ້ສຶກຂອບໃຈພະເຢໂຫວາແລະພະເຢຊູຫຼາຍແທ້ໆທີ່ໃຫ້ເຂົາເຈົ້າມີຄວາມຫວັງທີ່ດີເລີດ! ເຖິງວ່າພະເຢໂຫວາຈະບໍ່ໄດ້ເລືອກເຂົາເຈົ້າໃຫ້ໄປສະຫວັນ ແຕ່ເພິ່ນກໍຮັກເຂົາເຈົ້າເທົ່າກັນກັບຜູ້ຖືກເຈີມ. ທັງຜູ້ຖືກເຈີມແລະແກະອື່ນສະແດງໃຫ້ເຫັນວ່າຮັກແລະຢາກສັນລະເສີນພະເຢໂຫວາກັບພະເຢຊູໂດຍການເຂົ້າຮ່ວມການປະຊຸມອະນຸສອນ.
ໃຫ້ສັນລະເສີນພະເຈົ້າແລະພະຄລິດຢ່າງສຸດໃຈໃນການປະຊຸມອະນຸສອນ
13-14. ເປັນຫຍັງທຸກຄົນຕ້ອງເຂົ້າຮ່ວມການປະຊຸມອະນຸສອນເພື່ອລະນຶກເຖິງການຕາຍຂອງພະເຢຊູ?
13 ໃນປັດຈຸບັນຜູ້ທີ່ກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນມີປະມານ 1 ໃນ 1.000 ຄົນ. ນັ້ນສະແດງໃຫ້ເຫັນວ່າປະຊາຄົມສ່ວນຫຼາຍໃນທົ່ວໂລກບໍ່ມີໃຜກິນເຂົ້າຈີ່ແລະເຫຼົ້າແວງເລີຍ. ຄົນສ່ວນຫຼາຍທີ່ເຂົ້າຮ່ວມການປະຊຸມອະນຸສອນມີຄວາມຫວັງທີ່ຈະມີຊີວິດຢູ່ໃນໂລກ. ແລ້ວເປັນຫຍັງແກະອື່ນຕ້ອງເຂົ້າຮ່ວມການປະຊຸມອະນຸສອນ? ເຫດຜົນຄືກັບທີ່ເຮົາໄປງານດອງໝູ່ຂອງເຮົາ. ເຮົາໄປງານດອງກໍເພື່ອສະແດງຄວາມຍິນດີແລະຄວາມຮັກທີ່ມີຕໍ່ຄູ່ບ່າວສາວ. ຄ້າຍຄືກັນ ແກະອື່ນເຂົ້າຮ່ວມການປະຊຸມອະນຸສອນກໍເພື່ອສະແດງຄວາມຮັກແລະຄວາມຍິນດີຕໍ່ຜູ້ຖືກເຈີມແລະພະຄລິດ. ແຕ່ນອກຈາກນັ້ນ ທີ່ເຂົາເຈົ້າເຂົ້າຮ່ວມການປະຊຸມອະນຸສອນກໍຍ້ອນວ່າເຂົາເຈົ້າເຫັນຄ່າໃນເຄື່ອງບູຊາໄຖ່ຂອງພະເຢຊູທີ່ເຮັດໃຫ້ເຂົາເຈົ້າມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປຢູ່ໃນໂລກ.
14 ແລະອີກເຫດຜົນໜຶ່ງທີ່ສຳຄັນທີ່ແກະອື່ນເຂົ້າ1 ກຣ. 11:23-26) ດັ່ງນັ້ນເທົ່າທີ່ຜູ້ຖືກເຈີມຍັງມີຊີວິດຢູ່ໃນໂລກ ແກະອື່ນກໍຕ້ອງໄດ້ເຂົ້າຮ່ວມການປະຊຸມອະນຸສອນຕໍ່ໆໄປ ແລະຍັງຊວນຄົນອື່ນໆໃຫ້ມາເຂົ້າຮ່ວມນຳ.
ຮ່ວມການປະຊຸມອະນຸສອນກໍຍ້ອນເຂົາເຈົ້າເຊື່ອຟັງຄຳສັ່ງຂອງພະເຢຊູ. ຕອນທີ່ພະເຢຊູກິນອາຫານມື້ສຸດທ້າຍກັບພວກອັກຄະສາວົກເພິ່ນບອກກັບເຂົາເຈົ້າວ່າ: “ໃຫ້ເຮັດແບບນີ້ຕໍ່ໆໄປເພື່ອລະນຶກເຖິງຂ້ອຍ.” (15. ເຮົາຈະສັນລະເສີນພະເຈົ້າແລະພະຄລິດແນວໃດໃນການປະຊຸມອະນຸສອນ?
15 ຢູ່ໃນການປະຊຸມອະນຸສອນເຮົາມີໂອກາດທີ່ຈະສັນລະເສີນພະເຈົ້າແລະສະແດງຄວາມຮັກແລະເຫັນຄຸນຄ່າຕໍ່ເພິ່ນແລະພະຄລິດໂດຍການຮ້ອງເພງແລະອະທິດຖານ. ຫົວຂໍ້ຄຳບັນລະຍາຍການປະຊຸມອະນຸສອນໃນປີນີ້ມີຊື່ວ່າ: “ສະແດງຄວາມຮູ້ຄຸນຄ່າຕໍ່ສິ່ງທີ່ພະເຈົ້າແລະພະຄລິດເຮັດເພື່ອເຈົ້າ” ເຊິ່ງຈະເຮັດໃຫ້ເຮົາຮັກພະເຢໂຫວາແລະພະເຢຊູຫຼາຍຂຶ້ນ. ຕອນທີ່ເຮົາສົ່ງຕໍ່ເຂົ້າຈີ່ແລະເຫຼົ້າແວງເຮັດໃຫ້ເຮົາຄິດເຖິງຄວາມໝາຍຂອງສິ່ງນັ້ນເຊິ່ງກໍຄືຮ່າງກາຍແລະເລືອດຂອງພະຄລິດ ແລະເຮົາກໍຈະຄິດເຖິງຄວາມຮັກທີ່ພະເຢໂຫວາສະແດງຕໍ່ເຮົາທີ່ໄດ້ສົ່ງລູກຊາຍຂອງເພິ່ນມາຕາຍເພື່ອເຮົາ. (ມທ. 20:28) ຜູ້ທີ່ຮັກພະເຢໂຫວາພໍ່ທີ່ຢູ່ໃນສະຫວັນແລະລູກຊາຍຂອງເພິ່ນຈະເຂົ້າຮ່ວມການປະຊຸມອະນຸສອນ.
ຂອບໃຈພະເຢໂຫວາສຳລັບຄວາມຫວັງທີ່ດີ
16. ຜູ້ຖືກເຈີມແລະແກະອື່ນມີຫຍັງທີ່ຄືກັນ?
16 ສິ່ງທີ່ຜູ້ຖືກເຈີມແລະແກະອື່ນມີຄືກັນກໍຄື ພະເຢໂຫວາຮັກທັງສອງກຸ່ມເທົ່າທຽມກັນແລະມີຄ່າເທົ່າກັນ. ເຮົາຮູ້ເລື່ອງນີ້ຍ້ອນພະເຢໂຫວາໄດ້ຊື້ຜູ້ຖືກເຈີມແລະແກະອື່ນດ້ວຍຄ່າໄຖ່ຂອງພະເຢຊູຄືກັນ. ເຖິງວ່າເຂົາເຈົ້າຈະມີຄວາມຫວັງທີ່ແຕກຕ່າງກັນ ແຕ່ທັງສອງກຸ່ມນີ້ກໍຕ້ອງໄດ້ຮັກສາຄວາມສັດຊື່ຕໍ່ພະເຈົ້າແລະພະເຢຊູຕໍ່ໆໄປ. (ເພງ. 31:23) ແລະພະເຢໂຫວາຍັງໃຫ້ພະລັງບໍລິສຸດກັບແຕ່ລະຄົນຕາມທີ່ເພິ່ນເຫັນວ່າຈຳເປັນ ບໍ່ວ່າຜູ້ນັ້ນຈະເປັນຜູ້ຖືກເຈີມຫຼືແກະອື່ນກໍຕາມ.
17. ຜູ້ຖືກເຈີມທີ່ຍັງມີຊີວິດຢູ່ໃນໂລກລໍຖ້າຫຍັງ?
17 ຄລິດສະຕຽນຜູ້ຖືກເຈີມ ບໍ່ໄດ້ເກີດມາພ້ອມກັບຄວາມຫວັງທີ່ຈະມີຊີວິດຢູ່ໃນສະຫວັນ ຍ້ອນວ່າພະເຈົ້າເປັນຜູ້ທີ່ໃຫ້ຄວາມຫວັງນີ້ກັບເຂົາເຈົ້າ. ເຂົາເຈົ້າຈະຄິດກ່ຽວກັບຄວາມຫວັງ ອະທິດຖານກ່ຽວກັບເລື່ອງນີ້ ແລະຕັ້ງໃຈລໍຖ້າທີ່ຈະໄດ້ຮັບລາງວັນທີ່ຢູ່ໃນສະຫວັນ. ເຖິງເຂົາເຈົ້າຈະຄິດພາບບໍ່ອອກເລີຍວ່າຕົວເອງຈະມີຮ່າງກາຍແບບໃດເມື່ອຢູ່ໃນສະຫວັນ ແຕ່ເຂົາເຈົ້າກໍມີຄວາມສຸກທີ່ຈະໄດ້ເຫັນພະເຢໂຫວາ ພະເຢຊູ ທູດສະຫວັນ ແລະເຂົາເຈົ້າຍັງມີຄວາມສຸກທີ່ຈະໄດ້ຮ່ວມປົກຄອງກັບພະເຢຊູແລະຜູ້ຖືກເຈີມຄົນອື່ນໆໃນສະຫວັນ.—ຟລປ. 3:20, 21; 1 ຢຮ. 3:2
18. ແກະອື່ນມີຄວາມຫວັງຫຍັງ?
ຜູ້ປ. 3:11) ເຂົາເຈົ້າຮູ້ສຶກຕື່ນເຕັ້ນທີ່ຈະມີສ່ວນຊ່ອຍເຮັດໃຫ້ໂລກນີ້ກາຍເປັນອຸທິຍານ ແລະກໍມີຄວາມສຸກທີ່ຈະໄດ້ປຸກເຮືອນ ເຮັດສວນ ແລະລ້ຽງລູກໃນສະພາບຮ່າງກາຍທີ່ສົມບູນແບບ. (ເອຊາ. 65:21-23) ນອກຈາກນັ້ນ ເຂົາເຈົ້າຍັງຈະມີຄວາມສຸກກັບການໄປທ່ຽວຢູ່ທົ່ວໂລກ ໄດ້ເຫັນພູຜາປ່າໄມ້ທີ່ຂຽວສົດງົດງາມ ແມ່ນ້ຳລຳເຊແລະທະເລທີ່ສວຍງາມ ແລະໄດ້ຮຽນຮູ້ສິ່ງຕ່າງໆທີ່ພະເຢໂຫວາສ້າງ. ແລະສິ່ງທີ່ເຮັດໃຫ້ເຂົາເຈົ້າມີຄວາມສຸກຫຼາຍທີ່ສຸດກໍຄື ເຂົາເຈົ້າຈະມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນເລື້ອຍໆ.
18 ແກະອື່ນ ມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປຢູ່ໃນໂລກເຊິ່ງເປັນສິ່ງທີ່ມະນຸດທຸກຄົນຢາກໄດ້ໂດຍທຳມະຊາດຢູ່ແລ້ວ. (19. ການປະຊຸມອະນຸສອນໃນແຕ່ລະປີເປີດໂອກາດໃຫ້ເຮົາເຮັດຫຍັງ ແລະປີນີ້ຈະຈັດຂຶ້ນເມື່ອໃດ?
19 ພະເຢໂຫວາໃຫ້ຄວາມຫວັງທີ່ດີເລີດກັບຜູ້ຮັບໃຊ້ຂອງເພິ່ນແຕ່ລະຄົນ. (ຢເຣ. 29:11) ການປະຊຸມອະນຸສອນເພື່ອລະນຶກເຖິງການຕາຍຂອງພະເຢຊູເປີດໂອກາດໃຫ້ເຮົາທຸກຄົນໄດ້ສັນລະເສີນພະເຈົ້າແລະພະຄລິດສຳລັບສິ່ງທີ່ພວກເພິ່ນໄດ້ເຮັດເພື່ອໃຫ້ເຮົາມີຄວາມສຸກກັບຊີວິດຕະຫຼອດໄປ. ການປະຊຸມອະນຸສອນເປັນການປະຊຸມທີ່ສຳຄັນທີ່ສຸດທີ່ຄລິດສະຕຽນແທ້ຈະຕ້ອງເຂົ້າຮ່ວມໃນແຕ່ລະປີ ເຊິ່ງປີນີ້ຈະຈັດຂຶ້ນໃນວັນເສົາທີ 27 ມີນາຫຼັງຕາເວັນຕົກດິນ. ປີນີ້ຫຼາຍຄົນສາມາດເຂົ້າຮ່ວມການປະຊຸມອະນຸສອນໄດ້ໂດຍບໍ່ຖືກຕໍ່ຕ້ານ ແຕ່ບາງຄົນກໍເຂົ້າຮ່ວມເຖິງວ່າຈະຖືກຕໍ່ຕ້ານ. ສ່ວນບາງຄົນກໍຈັດການປະຊຸມອະນຸສອນຢູ່ໃນຄຸກ. ດັ່ງນັ້ນບໍ່ວ່າເຮົາຈະເຂົ້າຮ່ວມການປະຊຸມອະນຸສອນເປັນປະຊາຄົມ ເປັນກຸ່ມ ຫຼືຄົນດຽວ ກໍຂໍໃຫ້ເຮົາໝັ້ນໃຈວ່າພະເຢໂຫວາ ພະເຢຊູ ທູດສະຫວັນ ແລະຜູ້ຖືກເຈີມກຳລັງເບິ່ງເຮົາຢູ່!
ເພງ 150 ຈົ່ງຊອກຫາພະເຈົ້າເພື່ອເຈົ້າຈະລອດ
^ ຂໍ້ 5 ວັນທີ 27 ມີນາ ປີ 2021 ເປັນມື້ທີ່ສຳຄັນຫຼາຍສຳລັບພະຍານພະເຢໂຫວາ. ໃນແລງມື້ນັ້ນເຮົາຈະເຂົ້າຮ່ວມການປະຊຸມອະນຸສອນເພື່ອລະນຶກເຖິງການຕາຍຂອງພະເຢຊູ. ສ່ວນຫຼາຍຜູ້ທີ່ເຂົ້າຮ່ວມການປະຊຸມອະນຸສອນແມ່ນຜູ້ທີ່ພະເຢຊູເອີ້ນວ່າ “ແກະອື່ນ.” ໃນປີ 1935 ເຮົາໄດ້ເຂົ້າໃຈຄວາມຈິງທີ່ສຳຄັນຫຍັງທີ່ເວົ້າເຖິງແກະອື່ນ? ຫຼັງຈາກຄວາມທຸກລຳບາກຄັ້ງໃຫຍ່ແກະອື່ນຈະມີຊີວິດແບບໃດ? ແລະແກະອື່ນຈະສັນລະເສີນພະເຈົ້າແລະພະຄລິດໃນການປະຊຸມອະນຸສອນແນວໃດ?
^ ຂໍ້ 2 ການອະທິບາຍສຳນວນ: ແກະອື່ນຍັງລວມເຖິງລູກສິດຂອງພະຄລິດທີ່ຖືກລວບລວມເຂົ້າກັນໃນສະໄໝສຸດທ້າຍທີ່ມີຄວາມຫວັງຈະມີຊີວິດຕະຫຼອດໄປຢູ່ໃນໂລກ. ສ່ວນຄົນຝູງໃຫຍ່ໝາຍເຖິງແກະອື່ນຜູ້ທີ່ມີຊີວິດຕອນທີ່ພະເຢຊູມາພິພາກສາ ແລະເຂົາເຈົ້າລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່.