ບົດຄວາມສຶກສາທີ 1
“ຄົນທີ່ມາຫາພະເຢໂຫວາຈະບໍ່ຂາດສິ່ງດີ”
ຂໍ້ພະຄຳພີປະຈຳປີ 2022: “ຄົນທີ່ມາຫາພະເຢໂຫວາຈະບໍ່ຂາດສິ່ງດີ.”—ເພງ. 34:10, ລ.ມ.
ເພງ 4 “ພະເຢໂຫວາເປັນຜູ້ລ້ຽງຂ້ອຍ”
ໃຈຄວາມສຳຄັນ *
1. ດາວິດຢູ່ໃນສະພາບການແບບໃດ?
ດາວິດກຳລັງແລ່ນໜີເອົາຊີວິດລອດເພາະກະສັດຊາອູນຕັ້ງໃຈຈະຂ້າລາວ. ຕອນທີ່ດາວິດກຳລັງໜີ ລາວໄດ້ແວ່ໄປເມືອງໂນບເພື່ອຈະຂໍເຂົ້າຈີ່ 5 ກ້ອນ. (1 ຊາມ. 21:1, 3) ຕໍ່ມາ ລາວກັບທະຫານຂອງລາວກໍໄດ້ໄປລີ້ຢູ່ໃນຖ້ຳ. (1 ຊາມ. 22:1) ເປັນຫຍັງດາວິດຈຶ່ງຢູ່ໃນສະພາບການແບບນີ້?
2. ເປັນຫຍັງຊາອູນຈຶ່ງຕົກຢູ່ໃນອັນຕະລາຍ? (1 ຊາເມືອນ 23:16, 17)
2 ຊາອູນອິດສາດາວິດຍ້ອນປະຊາຊົນມັກແລະຍົກຍ້ອງດາວິດທີ່ຂ້າສັດຕູໄດ້ຫຼາຍກວ່າ. ຊາອູນຍັງຮູ້ວ່າພະເຢໂຫວາຈະໃຫ້ດາວິດມາເປັນກະສັດແທນລາວເພາະລາວບໍ່ເຊື່ອຟັງເພິ່ນ. (ອ່ານ 1 ຊາເມືອນ 23:16, 17) ແຕ່ຍ້ອນຊາອູນຍັງເປັນກະສັດທີ່ມີກອງທັບໃຫຍ່ແລະຍັງຢາກຂ້າດາວິດຢູ່ ດັ່ງນັ້ນ ດາວິດຈຶ່ງຕ້ອງໜີເອົາຕົວລອດ. ຊາອູນຄິດວ່າລາວຊິສາມາດຂັດຂວາງຄວາມຕ້ອງການຂອງພະເຢໂຫວາທີ່ໃຫ້ດາວິດເປັນກະສັດບໍ? (ເອຊາ. 55:11) ຄຳພີໄບເບິນບໍ່ໄດ້ບອກເຮົາກ່ຽວກັບເລື່ອງນີ້ ແຕ່ເຮົາໝັ້ນໃຈໄດ້ຢ່າງໜຶ່ງກໍຄື ຊາອູນກຳລັງເຮັດໃຫ້ຕົວເອງຕົກຢູ່ໃນອັນຕະລາຍ ເພາະຜູ້ທີ່ຕໍ່ຕ້ານພະເຢໂຫວາຈະບໍ່ມີວັນຊະນະຈັກເທື່ອ!
3. ດາວິດຮູ້ສຶກແນວໃດເຖິງສະພາບການຈະຍາກລຳບາກ?
3 ດາວິດເປັນຄົນຖ່ອມຕົວ. ລາວບໍ່ໄດ້ພະຍາຍາມທີ່ຈະເປັນກະສັດຂອງອິດສະຣາເອນ ແຕ່ພະເຢໂຫວາມອບໝາຍໃຫ້ລາວເປັນ. (1 ຊາມ. 16:1, 12, 13) ນີ້ຈຶ່ງເຮັດໃຫ້ຊາອູນຊັງດາວິດແລະເບິ່ງວ່າລາວເປັນຄືກັບສັດຕູ. ແຕ່ດາວິດກໍບໍ່ໄດ້ຈົ່ມໃຫ້ພະເຢໂຫວາທີ່ລາວຕ້ອງໜີຕາຍ ຕ້ອງມີອາຫານກິນແບບຈຳກັດ ແລະຕ້ອງລີ້ຢູ່ໃນຖ້ຳ. ກົງກັນຂ້າມ ຕອນທີ່ລາວລີ້ຢູ່ໃນຖ້ຳ ເປັນໄປໄດ້ວ່າລາວໄດ້ຂຽນເພງທີ່ສັນລະເສີນພະເຈົ້າ ເຊິ່ງເປັນຂໍ້ພະຄຳພີຫຼັກຂອງບົດນີ້ທີ່ບອກວ່າ: “ຄົນທີ່ມາຫາພະເຢໂຫວາຈະບໍ່ຂາດສິ່ງດີ.”—ເພງ. 34:10, ລ.ມ.
4. ເຮົາຈະຕອບຄຳຖາມຫຍັງແດ່ໃນບົດຄວາມນີ້ ແລະເປັນຫຍັງຄຳຖາມເຫຼົ່ານີ້ຈຶ່ງສຳຄັນ?
4 ໃນທຸກມື້ນີ້ ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນໄດ້ເຈິກັບການຂາດແຄນອາຫານແລະສິ່ງຈຳເປັນອື່ນໆໂດຍສະເພາະຕອນທີ່ມີໂລກລະບາດ. * ແລະໃນ “ຄວາມທຸກລຳບາກຄັ້ງໃຫຍ່” ເຮົາກໍຄາດໝາຍໄດ້ວ່າເຮົາແຮ່ງຈະເຈິຄວາມລຳບາກຫຼາຍກວ່ານີ້ອີກ. (ມທ. 24:21) ເມື່ອຄິດເຖິງບັນຫາເຫຼົ່ານີ້ໃຫ້ເຮົາມາຕອບ 4 ຄຳຖາມຕໍ່ໄປນີ້: ດາວິດ “ຈະບໍ່ຂາດສິ່ງດີ” ໃນຄວາມໝາຍໃດ? ເປັນຫຍັງເຮົາຕ້ອງຮຽນຮູ້ທີ່ຈະພໍໃຈໃນສິ່ງທີ່ມີຢູ່? ເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້ວ່າພະເຢໂຫວາຈະເບິ່ງແຍງເຮົາ? ແລະເຮົາຈະກຽມຕົວແນວໃດສຳລັບອະນາຄົດ?
“ຂ້ອຍຈະບໍ່ຂາດສິ່ງໃດເລີຍ”
5-6. ຄຳເພງ 23:1-6 ຊ່ວຍເຮົາແນວໃດໃຫ້ເຂົ້າໃຈຄຳເວົ້າຂອງດາວິດທີ່ວ່າ ຜູ້ຮັບໃຊ້ພະເຢໂຫວາ “ຈະບໍ່ຂາດສິ່ງດີ”?
5 ດາວິດໝາຍຄວາມວ່າແນວໃດເມື່ອລາວເວົ້າວ່າ ຜູ້ຮັບໃຊ້ພະເຢໂຫວາ “ຈະບໍ່ຂາດສິ່ງດີ”? ເຮົາຈະເຂົ້າໃຈຄວາມໝາຍຂອງຂໍ້ນີ້ເມື່ອເຮົາອ່ານຄຳເວົ້າທີ່ຄ້າຍໆກັນເຊິ່ງຢູ່ໃນຄຳເພງບົດທີ 23. (ອ່ານຄຳເພງ 23:1-6) * ດາວິດເລີ່ມຕົ້ນຄຳເວົ້າທີ່ຢູ່ໃນຄຳເພງບົດນີ້ວ່າ: “ພະເຢໂຫວາລ້ຽງຂ້ອຍຄືກັບຜູ້ລ້ຽງແກະ ຂ້ອຍຈະບໍ່ຂາດສິ່ງໃດເລີຍ.” ແລະໃນສ່ວນອື່ນໆຂອງຄຳເພງ ບົດນີ້ດາວິດໄດ້ເວົ້າເຖິງສິ່ງທີ່ມີຄ່າຫຼາຍແທ້ໆເຊິ່ງກໍຄື ສິ່ງດີໆທີ່ລາວໄດ້ຮັບຈາກພະເຢໂຫວາຍ້ອນລາວຍອມໃຫ້ພະເຢໂຫວາເປັນຜູ້ຊີ້ນຳ. ພະເຢໂຫວາໄດ້ນຳພາລາວໄປໃນ “ທາງທີ່ຖືກຕ້ອງ” ແລະຊ່ວຍເຫຼືອລາວສະເໝີບໍ່ວ່າຈະຍາມທຸກຫຼືຍາມສຸກ. ດາວິດຮູ້ດີວ່າເຖິງວ່າຊີວິດລາວຈະຢູ່ໃນ “ທົ່ງຫຍ້າທີ່ຂຽວສົດ” ແຕ່ລາວກໍຍັງຈະເຈິບັນຫາຢູ່. ບາງເທື່ອລາວອາດຈະຮູ້ສຶກທໍ້ໃຈ ຄືກັບທີ່ລາວເວົ້າວ່າລາວຍ່າງຢູ່ໃນ “ຮ່ອມພູທີ່ມືດມິດ” ແລະຈະມີສັດຕູມາໂຈມຕີລາວ. ແຕ່ຍ້ອນພະເຢໂຫວາເປັນຜູ້ຊີ້ນຳລາວ ລາວຈຶ່ງ “ບໍ່ຢ້ານອັນຕະລາຍໃດໆ.”
6 ຕອນນີ້ ເຮົາໄດ້ຄຳຕອບຂອງຄຳຖາມທີ່ວ່າ: ດາວິດ “ຈະບໍ່ຂາດສິ່ງດີ” ໃນຄວາມໝາຍໃດ? ດາວິດມີທຸກສິ່ງທີ່ຈະເຮັດໃຫ້ລາວໃກ້ຊິດກັບພະເຢໂຫວາຕໍ່ໆໄປ. ຄວາມສຸກຂອງລາວບໍ່ໄດ້ຂຶ້ນກັບວັດຖຸສິ່ງຂອງຍ້ອນລາວອີ່ມໃຈພໍໃຈກັບສິ່ງທີ່ພະເຢໂຫວາໃຫ້. ແລະສິ່ງສຳຄັນທີ່ສຸດສຳລັບດາວິດກໍຄື ພະເຢໂຫວາໄດ້ໃຫ້ການປົກປ້ອງແລະໃຫ້ສິ່ງທີ່ດີຫຼາຍຢ່າງກັບລາວ.
7. ຕາມລູກາ 21:20-24 ຄລິດສະຕຽນໃນແຂວງຢູດາຍຕ້ອງເຈິກັບສະພາບທີ່ຫຍຸ້ງຍາກຫຍັງ?
7 ຈາກຄຳເວົ້າຂອງດາວິດ ເຮົາເຫັນວ່າເປັນເລື່ອງສຳຄັນທີ່ຈະເບິ່ງວັດຖຸສິ່ງຂອງຢ່າງເໝາະສົມ. ມັນບໍ່ຜິດທີ່ເຮົາຈະມ່ວນຊື່ນກັບການໃຊ້ວັດຖຸສິ່ງຂອງ ແຕ່ເຮົາບໍ່ຄວນໃຫ້ສິ່ງເຫຼົ່ານັ້ນເປັນສິ່ງສຳຄັນທີ່ສຸດໃນຊີວິດ. ນີ້ເປັນເລື່ອງສຳຄັນຫຼາຍສຳລັບຄລິດສະຕຽນທີ່ຢູ່ໃນແຂວງຢູດາຍ ເພາະພະເຢຊູໄດ້ເຕືອນເຂົາເຈົ້າວ່າ ເມື່ອເຂົາເຈົ້າ “ເຫັນກອງທັບມາຕັ້ງຄ້າຍອ້ອມຮອບ” ເມືອງເຢຣູຊາເລັມ ເຂົາເຈົ້າຕ້ອງເລີ່ມໜີໄປທີ່ພູເຂົາ. (ອ່ານລູກາ 21:20-24) ການທີ່ເຂົາເຈົ້າໜີໄປທີ່ພູເຂົາຈະເຮັດໃຫ້ເຂົາເຈົ້າລອດຊີວິດ ແຕ່ເຂົາເຈົ້າຕ້ອງໄດ້ປະຖິ້ມຫຼາຍຢ່າງ. ເມື່ອຫຼາຍປີກ່ອນມີຫໍສັງເກດການ ສະບັບໜຶ່ງໄດ້ເວົ້າກ່ຽວກັບເລື່ອງນີ້ວ່າ: “ເຂົາເຈົ້າຖິ້ມໄຮ່ນາ ເຮືອນຊານບ້ານຊ່ອງ ບໍ່ລວບລວມຊັບສິນເງິນຄຳຈາກບ້ານຂອງຕົວເອງດ້ວຍຊ້ຳ. ຍ້ອນເຂົາເຈົ້າໝັ້ນໃຈວ່າພະເຢໂຫວາຈະປົກປ້ອງແລະເບິ່ງແຍງເຂົາເຈົ້າ ເຂົາເຈົ້າຈຶ່ງຈັດໃຫ້ການນະມັດສະການພະອົງມາກ່ອນສິ່ງອື່ນໆທີ່ເບິ່ງຄືວ່າຈະສຳຄັນ.”
8. ເຮົາໄດ້ບົດຮຽນທີ່ສຳຄັນຫຍັງຈາກສິ່ງທີ່ເກີດຂຶ້ນກັບຄລິດສະຕຽນໃນແຂວງຢູດາຍ?
8 ເຮົາໄດ້ບົດຮຽນທີ່ສຳຄັນຫຍັງຈາກສິ່ງທີ່ເກີດຂຶ້ນກັບຄລິດສະຕຽນໃນແຂວງຢູດາຍ? ຫໍສັງເກດການ ສະບັບນັ້ນບອກຕື່ມວ່າ: “ອາດຈະມີການທົດສອບໃນວັນຂ້າງໜ້າວ່າທັດສະນະຂອງເຮົາໃນເລື່ອງວັດຖຸເປັນແນວໃດ. ວັດຖຸເປັນສິ່ງສຳຄັນທີ່ສຸດບໍ ຫຼືການລອດຊີວິດຍ້ອນເຊື່ອຟັງພະເຈົ້າເປັນສິ່ງທີ່ສຳຄັນກວ່າ? ແມ່ນແລ້ວ ການໜີຂອງເຮົາອາດກ່ຽວຂ້ອງກັບຄວາມລຳບາກແລະການຂາດແຄນ. ເຮົາຕ້ອງພ້ອມທີ່ຈະເຮັດສິ່ງໃດກໍຕາມທີ່ຈຳເປັນຄືກັບພີ່ນ້ອງຂອງເຮົາໃນສະຕະວັດທຳອິດເຊິ່ງໄດ້ໜີອອກຈາກແຂວງຢູດາຍ.” *
9. ເຈົ້າໄດ້ຮັບກຳລັງໃຈແນວໃດຈາກຄຳແນະນຳທີ່ໂປໂລໃຫ້ກັບຄລິດສະຕຽນໃນແຂວງຢູດາຍ?
9 ລອງນຶກພາບເບິ່ງວ່າ ຄລິດສະຕຽນໃນແຂວງຢູດາຍຈະມີຊີວິດທີ່ຫຍຸ້ງຍາກຫຼາຍສ່ຳໃດ ຍ້ອນເຂົາເຈົ້າຕ້ອງປະຖິ້ມທຸກສິ່ງແລ້ວໄປເລີ່ມຕົ້ນຊີວິດຢູ່ບ່ອນໃໝ່. ເຂົາເຈົ້າຕ້ອງມີຄວາມເຊື່ອຫຼາຍແທ້ໆເພື່ອຈະໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງເຂົາເຈົ້າໃຫ້ມີສິ່ງຈຳເປັນ. ແຕ່ມີສິ່ງທີ່ຊ່ວຍເຂົາເຈົ້າໃຫ້ເຮັດແບບນີ້ໄດ້ ເພາະ 5 ປີກ່ອນທີ່ພວກໂຣມຈະມາອ້ອມເມືອງເຢຣູຊາເລັມ ອັກຄະສາວົກໂປໂລໄດ້ໃຫ້ຄຳແນະນຳກັບເຂົາເຈົ້າວ່າ: “ຢ່າໃຊ້ຊີວິດແບບຄົນຮັກເງິນ ແຕ່ໃຫ້ພວກເຈົ້າພໍໃຈ ໃນສິ່ງທີ່ມີຢູ່ ເພາະພະເຈົ້າບອກໄວ້ວ່າ: ‘ເຮົາຈະບໍ່ມີວັນປະເຈົ້າ ເຮົາຈະບໍ່ມີວັນຖິ້ມເຈົ້າ.’ ພວກເຮົາຈຶ່ງມີຄວາມກ້າແລະເວົ້າໄດ້ວ່າ: ‘ພະເຢໂຫວາເປັນຜູ້ຊ່ວຍເຫຼືອ ຂ້ອຍ ຂ້ອຍຈະບໍ່ຢ້ານຫຍັງ ມະນຸດຈະເຮັດຫຍັງຂ້ອຍໄດ້?’” (ຮຣ. 13:5, 6) ຜູ້ທີ່ເຮັດຕາມຄຳແນະນຳຂອງໂປໂລກ່ອນທີ່ພວກໂຣມມາໂຈມຕີຈະປັບຕົວເຂົ້າກັບບ່ອນຢູ່ໃໝ່ແລະໃຊ້ຊີວິດແບບພໍພຽງໄດ້ງ່າຍກວ່າ ເພາະເຂົາເຈົ້າໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງເຂົາເຈົ້າໃຫ້ມີສິ່ງຈຳເປັນ. ຄຳເວົ້າຂອງໂປໂລເຮັດໃຫ້ເຮົາໝັ້ນໃຈວ່າ ພະເຢໂຫວາກໍຈະຊ່ວຍເຮົາບໍ່ໃຫ້ຂາດສິ່ງຈຳເປັນຄືກັນ.
‘ພວກເຮົາຄວນຈະພໍໃຈໃນສິ່ງທີ່ມີຢູ່’
10. “ເຄັດລັບ” ທີ່ໂປໂລເວົ້າເຖິງແມ່ນຫຍັງ?
10 ຄຳແນະນຳທີ່ໂປໂລໃຫ້ກັບຕີໂມທຽວສາມາດໃຊ້ໄດ້ກັບເຮົາຄືກັນ. ລາວບອກວ່າ: “ເມື່ອພວກເຮົາມີອາຫານກິນ ມີເຄື່ອງນຸ່ງໃສ່ ພວກເຮົາກໍຄວນຈະພໍໃຈໃນສິ່ງທີ່ມີຢູ່.” (1 ຕມ. 6:8) ນີ້ໝາຍຄວາມວ່າ ເຮົາບໍ່ຄວນກິນອາຫານແຊບໆ ມີເຮືອນຫຼັງງາມໆ ຫຼືຊື້ເຄື່ອງນຸ່ງໃໝ່ບໍ? ໂປໂລບໍ່ໄດ້ໝາຍຄວາມວ່າແບບນັ້ນ. ແຕ່ລາວໝາຍຄວາມວ່າເຮົາຄວນພໍໃຈ ໃນສິ່ງທີ່ມີຢູ່. ນີ້ເປັນ “ເຄັດລັບ” ຂອງໂປໂລ. (ຟລປ. 4:12) ດັ່ງນັ້ນ ສິ່ງສຳຄັນທີ່ສຸດສຳລັບເຮົາຄວນຈະເປັນສາຍສຳພັນທີ່ເຮົາມີກັບພະເຢໂຫວາ ບໍ່ແມ່ນວັດຖຸສິ່ງຂອງ.—ຫາບາ. 3:17, 18
11. ຈາກສິ່ງທີ່ໂມເຊເວົ້າກັບຊາວອິດສະຣາເອນ ເຮົາໄດ້ບົດຮຽນຫຍັງກ່ຽວກັບການພໍໃຈໃນສິ່ງທີ່ມີຢູ່?
11 ສິ່ງທີ່ເຮົາຄິດວ່າຈຳເປັນ ພະເຢໂຫວາອາດຈະຖືວ່າບໍ່ໄດ້ຈຳເປັນ. ຂໍໃຫ້ເຮົາຄິດເຖິງສິ່ງທີ່ໂມເຊເວົ້າກັບຊາວອິດສະຣາເອນຫຼັງຈາກທີ່ເຂົາເຈົ້າຢູ່ໃນບ່ອນທຸລະກັນດານເປັນເວລາ 40 ປີ. ລາວບອກວ່າ: “ພະ ເຢໂຫວາພະເຈົ້າອວຍພອນ ທຸກສິ່ງທີ່ເຈົ້າເຮັດ. ພະອົງຮູ້ທຸກບາດກ້າວທີ່ພວກເຈົ້າຍ່າງຜ່ານບ່ອນກັນດານອັນກວ້າງໃຫຍ່ນີ້. ພະເຢໂຫວາພະເຈົ້າຢູ່ກັບເຈົ້າ ຕະຫຼອດທັງ 40 ປີ ພວກເຈົ້າຈະບໍ່ຂາດສິ່ງໃດເລີຍ.” (ບັນຍັດ. 2:7, ລ.ມ.) ຕະຫຼອດເວລາ 40 ປີ ພະເຢໂຫວາໄດ້ໃຫ້ຊາວອິດສະຣາເອນມີມານາກິນ ແລະເຄື່ອງນຸ່ງຂອງເຂົາເຈົ້າກໍບໍ່ເຄີຍຂາດຈັກເທື່ອຕັ້ງແຕ່ອອກມາຈາກເອຢິບ. (ບັນຍັດ. 8:3, 4) ເຖິງບາງຄົນຊິເບິ່ງວ່າສິ່ງເຫຼົ່ານີ້ຍັງບໍ່ພຽງພໍ ແຕ່ໂມເຊກໍເຕືອນເຂົາເຈົ້າວ່າເຂົາເຈົ້າມີທຸກສິ່ງທີ່ຈຳເປັນແລ້ວ. ພະເຢໂຫວາຈະພໍໃຈເຮົາຖ້າເຮົາຮູ້ຈັກພໍໃຈກັບສິ່ງທີ່ມີຢູ່ ຮູ້ຄຸນຄ່າຕໍ່ສິ່ງທີ່ເພິ່ນຈັດກຽມໃຫ້ເຮົາແລະເບິ່ງວ່າສິ່ງເຫຼົ່ານັ້ນເປັນຂອງຂວັນ.
ໃຫ້ໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງເຈົ້າ
12. ສິ່ງໃດສະແດງໃຫ້ເຫັນວ່າດາວິດໝາຍເພິ່ງພະເຢໂຫວາບໍ່ແມ່ນໝາຍເພິ່ງຕົວເອງ?
12 ດາວິດຮູ້ວ່າພະເຢໂຫວາພັກດີແລະເປັນຫ່ວງຜູ້ທີ່ຮັກເພິ່ນ. ເຖິງວ່າຊີວິດຂອງດາວິດຈະຕົກຢູ່ໃນອັນຕະລາຍ ແຕ່ລາວກໍຍັງຂຽນຄຳເພງບົດ 34. ລາວມີຄວາມເຊື່ອເຖິງຂັ້ນເຫັນວ່າ “ທູດສະຫວັນຂອງພະເຢໂຫວາຢູ່ອ້ອມຮອບ” ລາວ. (ເພງ. 34:7, ລ.ມ.) ບາງທີດາວິດອາດຈະສົມທຽບທູດສະຫວັນຂອງພະເຢໂຫວາເປັນຄືກັບທະຫານທີ່ເຝົ້າເບິ່ງສັດຕູໃຫ້ລາວຕະຫຼອດ. ເຖິງວ່າດາວິດຈະເປັນນັກຮົບທີ່ເກັ່ງກ້າແລະພະເຢໂຫວາກໍສັນຍາວ່າຈະໃຫ້ລາວເປັນກະສັດ ແຕ່ລາວກໍບໍ່ໄດ້ໝາຍເພິ່ງຄວາມສາມາດຂອງຕົວເອງບໍ່ວ່າຈະເປັນຕອນທີ່ລາວແກວ່ງກ້ອນຫີນຫຼືໃຊ້ດາບຕໍ່ສູ້ກັບສັດຕູ. (1 ຊາມ. 16:13; 24:12) ລາວວາງໃຈພະເຢໂຫວາແລະໝັ້ນໃຈວ່າທູດສະຫວັນຂອງເພິ່ນຈະ ‘ຊ່ວຍຄົນທີ່ຢຳເກງເພິ່ນ.’ ໃນທຸກມື້ນີ້ ເຮົາບໍ່ໄດ້ຄາດໝາຍໃຫ້ພະເຢໂຫວາປົກປ້ອງເຮົາແບບອັດສະຈັນ ແຕ່ເຮົາຮູ້ວ່າທຸກຄົນທີ່ວາງໃຈເພິ່ນຈະໄດ້ຮັບຊີວິດຕະຫຼອດໄປເຖິງວ່າເຂົາເຈົ້າຈະຕາຍໃນຕອນນີ້.
13. ເປັນຫຍັງຈຶ່ງເບິ່ງຄືວ່າໂຄກແລະມາໂຄກຈະໂຈມຕີເຮົາ ໄດ້ງ່າຍໆ ແຕ່ເປັນຫຍັງເຮົາບໍ່ຄວນຢ້ານ? (ເບິ່ງຮູບໜ້າປົກ)
13 ອີກບໍ່ດົນ ເຮົາຕ້ອງສະແດງໃຫ້ເຫັນວ່າເຮົາໄວ້ໃຈໃນຄວາມສາມາດຂອງພະເຢໂຫວາ. ຍ້ອນຫຍັງ? ກໍຍ້ອນວ່າເມື່ອໂຄກແລະມາໂຄກເຊິ່ງກໍຄືຊາດຕ່າງໆມາໂຈມຕີປະຊາຊົນຂອງພະເຈົ້າ ເຮົາອາດຈະຢ້ານວ່າເຮົາຊິຖືກຂ້າ. ດັ່ງນັ້ນ ເຮົາຕ້ອງເຊື່ອວ່າພະເຢໂຫວາຈະປົກປ້ອງເຮົາໄດ້. ຊາດຕ່າງໆຈະເບິ່ງວ່າເຮົາເປັນຄືກັບແກະທີ່ບໍ່ມີໃຜປົກປ້ອງ. (ເອເຊກ. 38:10-12) ຍ້ອນເຮົາບໍ່ມີອາວຸດແລະບໍ່ໄດ້ຮຽນການສູ້ຮົບ ເຂົາເຈົ້າຈຶ່ງຄິດວ່າຈະຈັດການເຮົາໄດ້ງ່າຍໆແລະບໍ່ຮູ້ວ່າທູດສະຫວັນຂອງພະເຢໂຫວາພ້ອມທີ່ຈະປົກປ້ອງເຮົາ ແຕ່ເຮົາຮູ້ເລື່ອງນີ້ຍ້ອນເຮົາມີຄວາມເຊື່ອ. ດັ່ງນັ້ນ ເຂົາເຈົ້າຈະຕົກໃຈຫຼາຍເມື່ອເຫັນກອງທັບທູດສະຫວັນມາຊ່ວຍເຮົາ.—ພນມ. 19:11, 14, 15
ໃຫ້ກຽມພ້ອມຕັ້ງແຕ່ຕອນນີ້
14. ເຮົາຕ້ອງເຮັດຫຍັງແດ່ເພື່ອຈະກຽມພ້ອມຕັ້ງແຕ່ຕອນນີ້ສຳລັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ?
14 ເຮົາຕ້ອງເຮັດຫຍັງແດ່ເພື່ອຈະກຽມພ້ອມຕັ້ງແຕ່ຕອນນີ້ສຳລັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ? ທຳອິດ ເຮົາຕ້ອງເບິ່ງວັດຖຸສິ່ງຂອງໃນແບບທີ່ເໝາະສົມ ຍ້ອນວ່າມື້ໃດມື້ໜຶ່ງເຮົາຈະຕ້ອງໄດ້ສະລະສິ່ງເຫຼົ່ານັ້ນ. ນອກຈາກນັ້ນ ເຮົາຄວນພໍໃຈໃນສິ່ງທີ່ມີຢູ່ແລະຖືວ່າການມີສາຍສຳພັນທີ່ດີກັບພະເຢໂຫວາຈະເຮັດໃຫ້ເຮົາມີຄວາມສຸກຫຼາຍທີ່ສຸດ. ເມື່ອເຮົາຮູ້ຈັກພະເຢໂຫວາຫຼາຍເທົ່າໃດ ເຮົາກໍແຮ່ງຈະໝັ້ນໃຈວ່າເພິ່ນສາມາດປົກປ້ອງເຮົາໄດ້ຕອນທີ່ໂຄກແລະມາໂຄກມາໂຈມຕີ.
15. ດາວິດມີປະສົບການຫຍັງແດ່ທີ່ເຮັດໃຫ້ລາວໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຫຼືອລາວ?
15 ໃຫ້ເຮົາມາເບິ່ງອີກສິ່ງໜຶ່ງທີ່ຊ່ວຍດາວິດແລະຊ່ວຍເຮົາໃຫ້ກຽມພ້ອມສຳລັບການທົດສອບ. ດາວິດບອກວ່າ: “ລອງຊີມເບິ່ງ ແລ້ວຈະຮູ້ວ່າພະເຢໂຫວາ ດີຂະໜາດໃດ. ຄົນທີ່ຫວັງເພິ່ງພະອົງກໍມີຄວາມສຸກ.” (ເພງ. 34:8, ລ.ມ.) ຈາກຄຳເວົ້ານີ້ເຮົາເຫັນວ່າ ດາວິດເຊື່ອວ່າພະເຢໂຫວາຈະຊ່ວຍເຫຼືອລາວ. ດາວິດໝາຍເພິ່ງພະເຢໂຫວາມາຕະຫຼອດ ແລະເພິ່ນກໍບໍ່ເຄີຍເຮັດໃຫ້ລາວຜິດຫວັງ ເຊັ່ນ: ຕອນທີ່ດາວິດຍັງໜຸ່ມ ລາວໄດ້ສູ້ກັບໂຄລີອາດແລະບອກໂຄລີອາດວ່າ: “ມື້ນີ້ພະເຢໂຫວາຈະຊ່ວຍໃຫ້ຂ້ອຍຊະນະເຈົ້າ.” (1 ຊາມ. 17:46, ລ.ມ.) ນອກຈາກນັ້ນ ຕອນທີ່ກະສັດຊາອູນພະຍາຍາມຈະຂ້າດາວິດຫຼາຍເທື່ອ ‘ພະເຢໂຫວາກໍຢູ່ກັບ’ ດາວິດ. (1 ຊາມ. 18:12, ລ.ມ.) ຍ້ອນດາວິດເຫັນວ່າພະເຢໂຫວາເຄີຍຊ່ວຍລາວແນວໃດໃນອະດີດ ລາວຈຶ່ງໝັ້ນໃຈວ່າພະເຢໂຫວາຈະຊ່ວຍລາວໄດ້ຄືກັນຕອນທີ່ມີບັນຫາໃນອະນາຄົດ.
16. ເຮົາຈະ “ຊີມ” ແລະເຫັນວ່າພະເຢໂຫວາດີໃນເລື່ອງຫຍັງແດ່?
16 ເມື່ອເຮົາໝາຍເພິ່ງການຊີ້ນຳຈາກພະເຢໂຫວາຫຼາຍຂຶ້ນຕັ້ງແຕ່ຕອນນີ້ ເຮົາກໍແຮ່ງຈະໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຮົາໄດ້ໃນອະນາຄົດ. ເຮົາຕ້ອງມີຄວາມເຊື່ອແລະໝາຍເພິ່ງພະເຢໂຫວາເມື່ອຕ້ອງຄອບຫົວໜ້າເພື່ອຈະໄປເຂົ້າຮ່ວມການປະຊຸມໃຫຍ່ ການປະຊຸມປະຈຳປະຊາຄົມທຸກລາຍການ ແລະໄປປະກາດ. ແຕ່ຖ້າຫົວໜ້າບໍ່ຍອມຮັບຂໍ້ສະເໜີນີ້ແລະເຮົາຕ້ອງຕົກວຽກເດ ເຮົາຈະເຊື່ອບໍວ່າພະເຢໂຫວາຈະບໍ່ປະຖິ້ມເຮົາແລະຈະເບິ່ງແຍງເຮົາໃຫ້ມີສິ່ງຈຳເປັນໃນແຕ່ລະມື້? (ຮຣ. 13:5) ຜູ້ທີ່ຮັບໃຊ້ພະເຢໂຫວາເຕັມເວລາຫຼາຍຄົນກໍເຫັນເລື່ອງນີ້ດ້ວຍຕົວເອງວ່າ ພະເຢໂຫວາໄດ້ຊ່ວຍເຫຼືອເຂົາເຈົ້າຕອນທີ່ເຂົາເຈົ້າຕ້ອງການສິ່ງຈຳເປັນ. ພະເຢໂຫວາພັກດີຕໍ່ປະຊາຊົນຂອງເພິ່ນແທ້ໆ!
17. ຂໍ້ພະຄຳພີປະຈຳປີ 2022 ແມ່ນຫຍັງ ແລະເປັນຫຍັງຂໍ້ນີ້ຈຶ່ງເໝາະສົມ?
17 ຍ້ອນພະເຢໂຫວາຢູ່ຄຽງຂ້າງເຮົາ ເຮົາຈຶ່ງບໍ່ຢ້ານສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ພະເຢໂຫວາຈະບໍ່ປະຖິ້ມເຮົາ ຖ້າເຮົາໃຫ້ການປົກຄອງຂອງເພິ່ນເປັນສິ່ງສຳຄັນທີ່ສຸດໃນຊີວິດ. ເພື່ອຈະຊ່ວຍເຮົາໃຫ້ຈື່ວ່າ ເຮົາຕ້ອງກຽມພ້ອມຕັ້ງແຕ່ຕອນນີ້ສຳລັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດແລະໝັ້ນໃຈວ່າພະເຢໂຫວາຈະບໍ່ປະຖິ້ມເຮົາ ຄະນະກຳມະການປົກຄອງໄດ້ເລືອກຄຳເພງ 34:10 ໃຫ້ເປັນຂໍ້ພະຄຳພີປະຈຳປີ 2022 ທີ່ບອກວ່າ: “ຄົນທີ່ມາຫາພະເຢໂຫວາຈະບໍ່ຂາດສິ່ງດີ.”
ເພງ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
^ ຂໍ້ພະຄຳພີປະຈຳປີ 2022 ຍົກມາຈາກຄຳເພງ 34:10, ລ.ມ. ທີ່ບອກວ່າ: “ຄົນທີ່ມາຫາພະເຢໂຫວາຈະບໍ່ຂາດສິ່ງດີ.” ແຕ່ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນບໍ່ມີເງິນຫຼືວັດຖຸສິ່ງຂອງຫຼາຍ. ຄັນຊັ້ນເຮົາເວົ້າໄດ້ແນວໃດວ່າເຂົາເຈົ້າ “ຈະບໍ່ຂາດສິ່ງດີ”? ແລະການເຂົ້າໃຈຄວາມໝາຍຂອງຂໍ້ພະຄຳພີນີ້ຈະຊ່ວຍເຮົາແນວໃດໃຫ້ກຽມພ້ອມສຳລັບຄວາມຍາກລຳບາກທີ່ຈະເກີດຂຶ້ນໃນອະນາຄົດ?
^ ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ 15 ກັນຍາ 2014 (ພາສາໄທ)
^ ຄຳເພງ 23:1-6 (ລ.ມ.) ອ່ານວ່າ: “ພະເຢໂຫວາລ້ຽງຂ້ອຍຄືຜູ້ລ້ຽງແກະ ຂ້ອຍຈະບໍ່ຂາດສິ່ງໃດເລີຍ. ພະອົງໃຫ້ຂ້ອຍໄດ້ນອນໃນທົ່ງຫຍ້າທີ່ຂຽວສົດ ພະອົງພາຂ້ອຍໄປພັກໃນບ່ອນທີ່ມີນ້ຳອຸດົມສົມບູນ. ພະອົງເຮັດໃຫ້ຂ້ອຍສົດຊື່ນ ພະອົງພາຂ້ອຍໄປໃນທາງທີ່ຖືກຕ້ອງເພື່ອເຫັນແກ່ຊື່ຂອງພະອົງ. ເຖິງຂ້ອຍຈະຍ່າງຢູ່ໃນຮ່ອມພູທີ່ມືດມິດ ຂ້ອຍກໍບໍ່ຢ້ານອັນຕະລາຍໃດໆເພາະພະອົງຢູ່ກັບຂ້ອຍ ໄມ້ເທົ້າຂອງພະອົງເຮັດໃຫ້ຂ້ອຍອຸ່ນໃຈ. ພະອົງຈັດໂຕະອາຫານໃຫ້ຂ້ອຍຕໍ່ໜ້າພວກສັດຕູ ພະອົງເທນ້ຳມັນເທິງຫົວຂອງຂ້ອຍເພື່ອໃຫ້ຂ້ອຍສົດຊື່ນ ຖ້ວຍຂອງຂ້ອຍເຕັມຢູ່ສະເໝີ. ພະອົງຈະດີກັບຂ້ອຍແລະຮັກຂ້ອຍຕະຫຼອດຊີວິດຂອງຂ້ອຍຢ່າງແນ່ນອນ ແລະຂ້ອຍຈະຢູ່ໃນບ້ານຂອງພະເຢໂຫວາເທົ່າທີ່ຂ້ອຍຍັງມີຊີວິດຢູ່.”
^ ເບິ່ງຫໍສັງເກດການ 1 ພຶດສະພາ 1999 ໜ້າ 19 (ພາສາໄທ)
^ ຄຳອະທິບາຍຮູບພາບ: ເຖິງວ່າດາວິດຈະລີ້ຢູ່ໃນຖ້ຳຕອນທີ່ໜີຈາກກະສັດຊາອູນ ແຕ່ລາວກໍເຫັນຄ່າສິ່ງທີ່ພະເຢໂຫວາຈັດໃຫ້ລາວ.
^ ຄຳອະທິບາຍຮູບພາບ: ຫຼັງຈາກທີ່ຊາວອິດສະຣາເອນອອກຈາກເອຢິບ ພະເຢໂຫວາໄດ້ຊ່ວຍເຫຼືອເຂົາເຈົ້າໂດຍໃຫ້ມີມານາເປັນອາຫານ ແລະເຄື່ອງນຸ່ງຂອງເຂົາເຈົ້າກໍບໍ່ຂາດຈັກເທື່ອ.