ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 4

ເປັນ​ຫຍັງ​ເຮົາ​ຈຶ່ງ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ?

“ໃຫ້​ເຮັດ​ແບບ​ນີ້​ຕໍ່ໆ​ໄປ​ເພື່ອ​ລະນຶກ​ເຖິງ​ຂ້ອຍ.”—ລູກາ 22:19

ເພງ 20 ພະອົງ​ເສຍ​ສະລະ​ລູກ​ຊາຍ​ສຸດ​ທີ່​ຮັກ

ໃຈ​ຄວາມ​ສຳຄັນ *

1-2. (ກ) ເຮົາ​ຈະ​ຄິດ​ເຖິງ​ຜູ້​ທີ່​ເຮົາ​ຮັກ​ເຊິ່ງ​ຕາຍ​ຈາກ​ໄປ​ຫຼາຍ​ທີ່​ສຸດ​ຕອນ​ໃດ? (ຂ) ພະ​ເຢຊູ​ໄດ້​ເຮັດ​ຫຍັງ​ໃນ​ຄືນ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ?

 ບໍ່​ວ່າ​ຄົນ​ທີ່​ເຮົາ​ຮັກ​ຈະ​ຕາຍ​ຈາກ​ໄປ​ດົນ​ປານ​ໃດ​ແລ້ວ ເຮົາ​ກໍ​ຍັງ​ຄິດ​ຮອດ​ເຂົາເຈົ້າ​ຢູ່. ແລະ​ເມື່ອ​ຄົບ​ຮອບ​ມື້​ທີ່​ເຂົາເຈົ້າ​ຕາຍ​ຈາກ​ໄປ ເຮົາ​ກໍ​ແຮ່ງ​ຄິດ​ຮອດ​ເຂົາເຈົ້າ​ເປັນ​ພິເສດ.

2 ໃນ​ແຕ່​ລະ​ປີ ພວກ​ເຮົາ​ແລະ​ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ໄດ້​ມາ​ເຂົ້າ​ຮ່ວມ​ມື້​ຄົບ​ຮອບ​ການ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ​ນັ້ນ​ກໍ​ຄື ພະ​ເຢຊູ​ຄລິດ. (1 ປຕ. 1:8) ທີ່​ພວກ​ເຮົາ​ຢາກ​ລະນຶກ​ເຖິງ​ພະ​ເຢຊູ ກໍ​ຍ້ອນ​ເພິ່ນ​ໄດ້​ສະລະ​ຊີວິດ​ເປັນ​ຄ່າໄຖ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ບາບ​ແລະ​ຄວາມ​ຕາຍ. (ມທ. 20:28) ທີ່​ຈິງ ພະ​ເຢຊູ​ຢາກ​ໃຫ້​ພວກ​ລູກສິດ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ເພິ່ນ​ເພາະ​ໃນ​ຄືນ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ ເພິ່ນ​ໄດ້​ຕັ້ງ​ການ​ປະຊຸມ ພິເສດ​ເຊິ່ງ​ເອີ້ນ​ວ່າ​ອາຫານ​ແລງ​ຂອງ​ພະຄລິດ ແລະ​ສັ່ງ​ພວກ​ລູກສິດ​ວ່າ: “ໃຫ້​ເຮັດ​ແບບ​ນີ້​ຕໍ່ໆ​ໄປ​ເພື່ອ​ລະນຶກ​ເຖິງ​ຂ້ອຍ.”—ລູກາ 22:19

3. ເຮົາ​ຈະ​ມາ​ເບິ່ງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຜູ້​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ​ສ່ວນ​ຫຼາຍ​ແມ່ນ​ຜູ້​ທີ່​ມີ​ຄວາມຫວັງ​ຢູ່​ໃນ​ໂລກ​ນີ້ ສ່ວນ​ຜູ້​ທີ່​ມີ​ຄວາມຫວັງ​ໃນ​ສະຫວັນ​ມີ​ຈຳນວນ​ໜ້ອຍ​ດຽວ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເປັນ​ຫຍັງ​ທັງ​ສອງ​ກຸ່ມ​ນີ້​ຈຶ່ງ​ຢາກ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ທຸກ​ປີ ແລະ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້. ແຕ່​ກ່ອນ​ອື່ນ​ໃຫ້ເຮົາມາ​ເບິ່ງ​ວ່າ ເປັນ​ຫຍັງ​ຜູ້​ຖືກ​ເຈີມ​ຈຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ.

ເປັນ​ຫຍັງ​ຜູ້​ຖືກ​ເຈີມ​ຈຶ່ງ​ເຂົ້າ​ຮ່ວມ​ການປະຊຸມ​ອະນຸສອນ?

4. ເປັນ​ຫຍັງ​ຜູ້​ຖືກ​ເຈີມ​ຈຶ່ງ​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ?

4 ທຸກ​ປີ ຜູ້​ຖືກ​ເຈີມ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ. ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ເຮັດ​ແບບ​ນັ້ນ? ເພື່ອ​ຈະ​ຮູ້​ຄຳ​ຕອບ ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ໃນ​ຄືນ​ສຸດ​ທ້າຍ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ. ຫຼັງ​ຈາກ​ທີ່​ເພິ່ນ​ກິນ​ປັດສະຄາ​ກັບ​ພວກ​ອັກຄະສາວົກ​ແລ້ວ ເພິ່ນ​ກໍ​ໄດ້​ຕັ້ງ​ການ​ປະຊຸມ​ພິເສດ​ທີ່​ເອີ້ນ​ວ່າ​ອາຫານ​ແລງ​ຂອງ​ພະຄລິດ ເພິ່ນ​ໄດ້​ຍື່ນ​ເຂົ້າຈີ່​ກັບ​ເຫຼົ້າ​ແວງ​ໃຫ້​ອັກຄະສາວົກ 11 ຄົນ ແລະ​ບອກ​ໃຫ້​ເຂົາເຈົ້າ​ກິນ. ຈາກ​ນັ້ນ ເພິ່ນ​ກໍ​ໄດ້​ເວົ້າ​ເຖິງ​ສັນຍາ​ສອງ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ເຂົາເຈົ້າ​ເຊິ່ງ​ກໍ​ຄື ສັນຍາ​ໃໝ່​ແລະ​ສັນຍາ​ເລື່ອງ​ການ​ປົກຄອງ. * (ລກ. 22:19, 20, 28-30) ສັນຍາ​ເຫຼົ່າ​ນີ້​ເປີດ​ໂອກາດ​ໃຫ້​ພວກ​ອັກຄະສາວົກ​ແລະ​ຄົນ​ອື່ນໆ​ທີ່​ມີ​ຈຳນວນ​ຈຳກັດ​ໄດ້​ເປັນ​ກະສັດ​ແລະ​ປະໂລຫິດ​ໃນ​ສະຫວັນ. (ພນມ. 5: 10; 14:1) ດັ່ງນັ້ນ ຈຶ່ງ​ມີ​ແຕ່​ຜູ້​ຖືກ​ເຈີມ​ທີ່​ຢູ່​ໃນ​ສັນຍາ​ນັ້ນ​ທີ່​ຈະ​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ​ໄດ້.

5. ຜູ້​ຖືກ​ເຈີມ​ຮູ້​ວ່າ​ຄວາມຫວັງ​ຂອງ​ເຂົາເຈົ້າ​ເປັນ​ແນວ​ໃດ?

5 ອີກ​ເຫດຜົນ​ໜຶ່ງ​ທີ່​ຜູ້​ຖືກ​ເຈີມ​ຢາກ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ກໍ​ຄື ເພື່ອ​ເຂົາເຈົ້າ​ຈະ​ໄດ້​ຄິດ​ເຖິງ​ຄວາມຫວັງ ທີ່​ພະ​ເຢໂຫວາ​ໃຫ້​ໃນ​ສະຫວັນ. ພະ​ເຢໂຫວາ​ໃຫ້​ເຂົາເຈົ້າ​ມີ​ຄວາມຫວັງ​ທີ່​ພິເສດ​ແທ້ໆ​ເພາະ​ເຂົາເຈົ້າ​ຈະ​ມີ​ຊີວິດ​ທີ່​ອະມະຕະ​ໃນ​ສະຫວັນ ໄດ້​ຮັບໃຊ້​ຮ່ວມ​ກັບ​ພະ​ເຢຊູ​ຄລິດ​ແລະ​ຜູ້​ຖືກ​ເຈີມຄົນອື່ນໆ ແລະ​ສຳຄັນ​ທີ່ສຸດ​ກໍ​ຄື ເຂົາເຈົ້າ​ຈະ​ໄດ້​ຢູ່​ກັບ​ພະ​ເຢໂຫວາ! (1 ກຣ. 15:51-53; 1 ຢຮ. 3:2) ການ​ຄິດ​ເຖິງ​ເລື່ອງ​ນີ້​ເຮັດ​ໃຫ້​ຜູ້​ຖືກ​ເຈີມ​ມີ​ຄວາມສຸກ​ຫຼາຍ​ແທ້ໆ. ເຂົາເຈົ້າ​ຮູ້​ດີ​ວ່າ​ເຂົາເຈົ້າ​ຈະໄດ້​ຮັບ​ສິດທິ​ພິເສດ​ຫຼາຍ​ຢ່າງ​ໃນ​ສະຫວັນ ແຕ່​ເພື່ອ​ຈະ​ໄດ້​ຮັບ​ສິ່ງ​ເຫຼົ່າ​ນັ້ນ ເຂົາເຈົ້າ​ກໍ​ຕ້ອງ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ຕາຍ. (ຕຕ. 2:13; 2 ຕມ. 4:7, 8) ແລ້ວ​ແກະ​ອື່ນ​ເດ ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ?—ຢຮ. 10:16

ເປັນ​ຫຍັງ​ແກະ​ອື່ນ​ຈຶ່ງ​ເຂົ້າ​ຮ່ວມ​ການປະຊຸມ​ອະນຸສອນ?

6. ເປັນ​ຫຍັງ​ແກະ​ອື່ນ​ຈຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ທຸກ​ປີ?

6 ເຖິງ​ວ່າ​ແກະ​ອື່ນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ຈະ​ບໍ່​ໄດ້​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ ແຕ່​ເຂົາເຈົ້າ​ກໍ​ມີ​ຄວາມສຸກ​ທີ່​ໄດ້​ເຂົ້າ​ຮ່ວມ ການ​ປະຊຸມ​ນີ້. ໃນ​ປີ 1938 ເປັນ​ຄັ້ງທຳ​ອິດ​ທີ່​ແກະ​ອື່ນ​ໄດ້​ຖືກ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ. ຫໍສັງເກດການ ​ວັນ​ທີ 1 ມີນາ ປີ 1938 (ພາສາ​ອັງກິດ) ບອກ​ວ່າ: “ເປັນ​ເລື່ອງ​ທີ່​ເໝາະ​ສົມ​ທີ່​ແກະ​ອື່ນ​ຈະ​ມາ​ເຂົ້າ​ຮ່ວມ​ໃນ​ການ​ປະຊຸມ​ນີ້​ແລະ​ສັງເກດ​ເບິ່ງ​ສິ່ງ​ທີ່​ເກີດຂຶ້ນ . . . ນັ້ນ​ເປັນ​ເວລາ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມສຸກ​ຄື​ກັນ.” ຄື​ກັບ​ທີ່​ແຂກ​ມີ​ຄວາມສຸກ​ເມື່ອ​ໄດ້​ມາ​ຮ່ວມ​ງານ​ແຕ່ງ​ດອງ ແກະ​ອື່ນ​ກໍ​ມີ​ຄວາມສຸກ​ຄື​ກັນເມື່ອ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ.

7. ເປັນ​ຫຍັງ​ແກະ​ອື່ນ​ຈຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ?

7 ຄື​ກັບ​ຜູ້​ຖືກ​ເຈີມ ແກະ​ອື່ນ​ກໍ​ຄິດ​ເຖິງ​ຄວາມຫວັງ ທີ່​ຈະ​ໄດ້​ຮັບ​ໃນ​ອະນາຄົດ. ເຂົາເຈົ້າ​ຢາກ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ຟັງ​ຄຳ​ບັນຍາຍ​ທີ່​ເວົ້າ​ເຖິງ​ສິ່ງ​ທີ່​ພະຄລິດ​ແລະ 144.000 ຄົນ​ຈະ​ເຮັດ​ເພື່ອ​ມະນຸດ​ທີ່​ສັດ​ຊື່​ໃນ​ການ​ປົກຄອງ​ໜຶ່ງ​ພັນ​ປີ. ໃນ​ໄລຍະ​ນັ້ນ​ພະຄລິດ​ຈະ​ເປັນ​ຜູ້​ຊີ້​ນຳ​ຜູ້​ທີ່​ຮ່ວມ​ປົກຄອງ​ກັບ​ເພິ່ນ​ໃນ​ການ​ເຮັດ​ໃຫ້​ໂລກ​ກາຍ​ເປັນ​ອຸທິຍານ ແລະ​ຊ່ວຍ​ໃຫ້​ມະນຸດ​ເປັນ​ຄົນ​ທີ່​ສົມບູນ​ແບບ. ລອງ​ນຶກ​ພາບ​ວ່າ ຫຼາຍ​ລ້ານ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ຈະ​ມີ​ຄວາມສຸກ​ຫຼາຍ​ສ່ຳ​ໃດ​ເມື່ອ​ເຂົາເຈົ້າ​ຄິດ​ເຖິງ​ຄຳ​ສັນຍາ​ຕ່າງໆ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ ເຊັ່ນ ຄຳ​ສັນຍາ​ທີ່​ຢູ່​ໃນ​ເອຊາອີ 35:5, 6; 65:21-23 ແລະ ພະນິມິດ 21:3, 4. ເມື່ອ​ເຂົາເຈົ້າ​ນຶກ​ພາບ​ວ່າ​ຕົວ​ເອງ​ແລະ​ຄົນ​ທີ່​ເຂົາເຈົ້າ​ຮັກ​ຢູ່​ໃນ​ໂລກ​ໃໝ່ ເຂົາເຈົ້າ​ກໍ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ເຫຼົ່າ​ນັ້ນ ແລະ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ເຮັດໃຫ້​ເຂົາເຈົ້າ​ເຊົາ​ຮັບໃຊ້​ພະ​ເຢໂຫວາ.—ມທ. 24:13; ຄລຕ. 6:9

8. ມີ​ເຫດຜົນ​ຫຍັງ​ອີກ​ທີ່​ແກະ​ອື່ນ​ເຂົ້າ​ຮ່ວມການ​ປະຊຸມ​ອະນຸສອນ?

8 ຍັງ​ມີ​ອີກ​ເຫດຜົນ​ໜຶ່ງ​ທີ່​ແກະ​ອື່ນ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ ນັ້ນ​ກໍ​ຄື​ເຂົາເຈົ້າ​ຢາກ​ສະແດງ​ຄວາມ​ຮັກ​ແລະ​ສະໜັບສະໜູນ​ຜູ້​ຖືກ​ເຈີມ. ຄຳ​ພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ ຜູ້​ຖືກ​ເຈີມ​ແລະ​ແກະ​ອື່ນ​ຈະ​ໃກ້​ຊິດ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ຈະ​ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຂໍ້​ຈາກ​ຄຳ​ພີ​ໄບເບິນ​ນຳ​ກັນ.

9. ຄຳ​ພະຍາກອນ​ທີ່​ຢູ່​ໃນ​ຊາກາລີ 8:23 ສະແດງ​ໃຫ້​ເຫັນ​ວ່າ​ແກະ​ອື່ນ​ຮູ້ສຶກ​ແນວ​ໃດ​ຕໍ່​ຜູ້​ຖືກ​ເຈີມ?

9 ອ່ານ​ຊາກາລີ 8:23. * ຄຳ​ພະຍາກອນ​ນີ້​ຊ່ວຍ​ເຮົາ​ໃຫ້​ເຫັນ​ພາບ​ວ່າແກະ​ອື່ນ​ຮູ້ສຶກ​ແນວໃດ​ຕໍ່​ຜູ້​ຖືກ​ເຈີມ. ຄຳ​ວ່າ “ຄົນ​ຢິວ” ແລະ “ພວກ​ເຈົ້າ” ໝາຍ​ເຖິງ​ຜູ້​ຖືກ​ເຈີມ. (ຣມ. 2:28, 29) ສ່ວນ​ຄຳ​ວ່າ “10 ຄົນ​ຈາກ​ທຸກ​ຊາດ​ທຸກ​ພາສາ” ໝາຍ​ເຖິງ​ແກະ​ອື່ນ. ເຂົາເຈົ້າ ‘ຈັບ​ຍອຍ​ເສື້ອ​ຊາວ​ຢິວ . . . ໄວ້​ແໜ້ນ’ ເຊິ່ງ​ກໍ​ໝາຍ​ເຖິງ​ແກະ​ອື່ນ​ຈະ​ເຂົ້າ​ຮ່ວມ​ໃນ​ການ​ນະມັດສະການ​ທີ່​ບໍລິສຸດ​ກັບ​ຜູ້​ຖືກ​ເຈີມ​ຢ່າງ​ໃກ້​ຊິດ. ດັ່ງນັ້ນ ແກະ​ອື່ນ​ຈຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ສະແດງ​ວ່າ​ເຂົາເຈົ້າ​ໃກ້​ຊິດ​ກັບ​ຜູ້​ຖືກ​ເຈີມ.

10. ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ເອເຊກຽນ 37:15-19, 24, 25 ເກີດຂຶ້ນ​ແທ້​ແນວ​ໃດ?

10 ອ່ານ​ເອເຊກຽນ 37:15-19, 24, 25. ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນ​ຈິງ​ໂດຍ​ໃຫ້​ແກະ​ອື່ນ​ແລະ​ຜູ້​ຖືກ​ເຈີມ​ຮັບໃຊ້​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ຄຳ​ພະຍາກອນ​ນີ້​ເວົ້າ​ເຖິງ​ໄມ້​ສອງ​ທ່ອນ. ໄມ້​ທ່ອນ​ໜຶ່ງ​ເປັນ​ທ່ອນ “ສຳລັບ​ຢູດາ” (ກະສັດ​ຂອງ​ອິດສະຣາເອນ​ມາ​ຈາກ​ຕະກູນ​ນີ້) ເຊິ່ງ​ໝາຍ​ເຖິງ​ຜູ້​ທີ່​ມີ​ຄວາມຫວັງ​ໄປ​ສະຫວັນ. ແລະ​ອີກ​ທ່ອນ​ໜຶ່ງ​ເປັນ “ຂອງ​ເອຟຣາອິມ” ເຊິ່ງ​ໝາຍ​ເຖິງ​ຜູ້​ທີ່​ມີ​ຄວາມຫວັງ​ຢູ່​ໃນ​ໂລກ​ນີ້. ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ໄມ້​ສອງ​ທ່ອນ​ນີ້​ກາຍ​ເປັນ ‘ໄມ້​ທ່ອນ​ດຽວ’ * ນີ້​ໝາຍ​ຄວາມ​ວ່າ ເຂົາເຈົ້າ​ຈະ​ຮັບໃຊ້​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໂດຍ​ມີ​ພະ​ເຢຊູ​ຄລິດ​ເປັນ​ຜູ້​ຊີ້​ນຳ. ໃນ​ແຕ່​ລະ​ປີ ທັງ​ຜູ້​ຖືກ​ເຈີມ​ແລະ​ແກະ​ອື່ນ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ຮ່ວມ​ກັນ ເຂົາເຈົ້າ​ບໍ່​ໄດ້​ແຍກ​ກັນ​ອອກ​ເປັນ​ສອງ​ກຸ່ມ ແຕ່​ເຂົາເຈົ້າ​ຮ່ວມ​ກັນ​ເປັນ “ຝູງ​ດຽວ” ແລະ “ມີ​ຜູ້​ລ້ຽງ​ຄົນ​ດຽວ.”—ຢຮ. 10:16

11. “ແກະ” ທີ່​ເວົ້າ​ເຖິງ​ໃນ​ມັດທາຍ 25:31-36, 40 ໄດ້​ສະໜັບສະໜູນ​ພີ່ນ້ອງ​ຂອງ​ພະຄລິດ​ແນວ​ໃດ?

11 ອ່ານ​ມັດທາຍ 25:31-36, 40. “ແກະ” ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ໝາຍ​ເຖິງ​ຜູ້​ທີ່​ມີ​ຄວາມຫວັງ​ໃນ​ໂລກ​ນີ້ເຊິ່ງ​ກໍ​ຄື ແກະ​ອື່ນ. ເຂົາເຈົ້າ​ສະໜັບສະໜູນ​ພີ່ນ້ອງ​ຂອງ​ພະຄລິດເຊິ່ງ​ກໍ​ຄື ຜູ້​ຖືກ​ເຈີມ ໃຫ້​ເຮັດ​ວຽກ​ມອບ​ໝາຍ​ທີ່​ສຳຄັນ​ໃຫ້​ສຳເລັດ​ໂດຍ​ຊ່ວຍ​ເຮັດ​ວຽກ​ປະກາດ​ໄປ​ທົ່ວ​ໂລກ​ແລະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.—ມທ. 24:14; 28:19, 20

12-13. ແກະ​ອື່ນ​ຍັງ​ໄດ້​ຊ່ວຍ​ເຫຼືອ​ພີ່ນ້ອງ​ຂອງ​ພະຄລິດ​ໃນ​ທາງ​ໃດ​ອີກ?

12 ສອງ​ສາມ​ອາທິດ​ກ່ອນ​ການ​ປະຊຸມ​ອະນຸສອນໃນແຕ່ລະປີ ແກະ​ອື່ນ​ໄດ້​ຊ່ວຍ​ເຫຼືອ​ພີ່ນ້ອງ​ຂອງ​ພະຄລິດ​ໂດຍ​ມີ​ສ່ວນຮ່ວມ​ໃນ​ໂຄງການ​ພິເສດ​ໃນ​ການ​ເຊີນ​ຄົນ​ທີ່​ສົນ​ໃຈ​ໃຫ້​ເຂົ້າ​ມາ​ຮ່ວມ​ການ​ປະຊຸມ​ອະນຸສອນ. (ເບິ່ງ​ຂອບ “ ເຈົ້າ​ຈະ​ເຮັດ​ຫຍັງ​ແດ່​ໃນ​ໄລຍະ​ການ​ປະຊຸມ​ອະນຸສອນ?”) ເຂົາເຈົ້າ​ຍັງ​ໄດ້​ຈັດ​ກຽມ​ຫຼາຍ​ຢ່າງ​ເພື່ອ​ຈະ​ຈັດການ​ປະຊຸມ​ອະນຸສອນ​ໃນ​ທຸກ​ປະຊາຄົມ​ທີ່​ຢູ່​ທົ່ວ​ໂລກ ເຖິງ​ວ່າ​ສ່ວນ​ຫຼາຍ​ຈະ​ບໍ່​ມີ​ຜູ້​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ກໍ​ຕາມ. ແກະ​ອື່ນ​ຍັງ​ມີ​ຄວາມສຸກ​ທີ່​ໄດ້​ຊ່ວຍ​ເຫຼືອ​ພີ່ນ້ອງ​ຂອງ​ພະຄລິດ​ໃນ​ທາງ​ອື່ນ​ນຳ. ເຂົາເຈົ້າ​ຮູ້​ວ່າ​ພະ​ເຢຊູ​ຖື​ວ່າ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ຖືກ​ເຈີມ​ກໍ​ສ່ຳ​ກັບ​ວ່າ​ເຂົາເຈົ້າ​ຊ່ວຍ​ເຫຼືອ​ພະ​ເຢຊູ​ຄື​ກັນ.—ມທ. 25:37-40

13 ບໍ່​ວ່າ​ເຮົາ​ທຸກ​ຄົນ​ຈະ​ມີ​ຄວາມຫວັງ​ຢູ່​ໃສ ຍັງ​ມີ​ເຫດຜົນ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ?

ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ຈຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ?

14. ພະ​ເຢໂຫວາ​ແລະ​ພະ​ເຢຊູ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ຕໍ່​ເຮົາ​ແນວ​ໃດ?

14 ເຮົາ​ເຫັນ​ຄ່າ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ສະແດງ​ຕໍ່​ເຮົາ. ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ໃນ​ຫຼາຍ​ດ້ານ. ແລະ​ດ້ານ​ໜຶ່ງ​ທີ່​ສະແດງ​ວ່າ​ເພິ່ນ​ຮັກ​ເຮົາ​ຫຼາຍ​ທີ່​ສຸດ​ກໍ​ຄື​ການ​ທີ່​ເພິ່ນ​ສົ່ງ​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ໃຫ້​ມາ​ທົນ​ທຸກ​ແລະ​ຕາຍ​ເພື່ອ​ເຮົາ. (ຢຮ. 3:16) ແລະ​ພະ​ເຢຊູ​ກໍ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ໂດຍ​ເຕັມ​ໃຈ​ສະລະ​ຊີວິດ​ເພື່ອ​ເປັນ​ຄ່າໄຖ່​ໃຫ້​ເຮົາ. (ຢຮ. 15:13) ເຮົາ​ບໍ່​ມີ​ວັນ​ທີ່​ຈະ​ຕອບ​ແທນ​ບຸນ​ຄຸນ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ສະແດງ​ຕໍ່​ເຮົາ​ໄດ້ ແຕ່​ເຮົາ​ສາມາດ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ສິ່ງ​ທີ່​ພວກ​ເພິ່ນ​ເຮັດ​ໂດຍ​ວິທີ​ທີ່​ເຮົາ​ໃຊ້​ຊີວິດ​ໃນ​ແຕ່​ລະ​ມື້. (ກລຊ. 3:15) ດັ່ງນັ້ນ ເຮົາ​ຈຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ຈະ​ຄິດ​ເຖິງ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ສະແດງ​ຕໍ່​ເຮົາ ແລະ​ເພື່ອ​ສະແດງ​ວ່າ​ເຮົາ​ຮັກ​ພວກ​ເພິ່ນ​ນຳ.

15. ເປັນ​ຫຍັງ​ຜູ້​ຖືກ​ເຈີມ​ແລະ​ແກະ​ອື່ນ​ຈຶ່ງ​ເຫັນ​ຄຸນຄ່າ​ຕໍ່​ຄ່າໄຖ່​ຂອງ​ພະ​ເຢຊູ?

15 ເຮົາ​ເຫັນ​ຄ່າ​ຕໍ່​ຄ່າໄຖ່​ຂອງ​ພະ​ເຢຊູ. (ມທ. 20:28) ຄ່າໄຖ່​ເປັນ​ສິ່ງ​ສຳຄັນ​ຫຼາຍ​ຕໍ່​ຜູ້​ຖືກ​ເຈີມ. ຍ້ອນ​ຄ່າໄຖ່ ພະ​ເຢໂຫວາ​ຈຶ່ງ​ຍອມ​ຮັບ ຜູ້​ຖືກ​ເຈີມ​ເປັນ​ລູກ​ຂອງ​ເພິ່ນ. (ຣມ. 5:1; 8:15-17, 23) ຄ່າໄຖ່​ຍັງ​ສຳຄັນ​ຕໍ່​ແກະ​ອື່ນ​ຄື​ກັນ. ຍ້ອນ​ຄ່າໄຖ່ ຈຶ່ງເຮັດໃຫ້ແກະ​ອື່ນ ເປັນ​ຄົນ​ທີ່​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ ສາມາດ​ຮັບໃຊ້​ໃນ​ບ່ອນ​ທີ່​ສັກສິດ ແລະ​ມີ​ຄວາມຫວັງ​ທີ່​ຈະ​ລອດ “ຜ່ານ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່.” (ພນມ. 7:13-15) ດັ່ງນັ້ນ ທັງສອງກຸ່ມນີ້ຈຶ່ງ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່ ໂດຍເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ທຸກ​ປີ.

16. ອີກ​ເຫດຜົນ​ໜຶ່ງ​ທີ່​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ແມ່ນ​ຫຍັງ?

16 ອີກ​ເຫດຜົນ​ໜຶ່ງ​ທີ່​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ກໍ​ຍ້ອນ​ເຮົາ​ຢາກ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢຊູ. ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມຫວັງ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໃນ​ໂລກ ເຮົາ​ກໍ​ຢາກ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ໃນ​ຄືນ​ທີ່​ເພິ່ນ​ຕັ້ງ​ການ​ປະຊຸມ​ອະນຸສອນ​ທີ່​ບອກ​ວ່າ: “ໃຫ້​ເຮັດ​ແບບ​ນີ້​ຕໍ່ໆ​ໄປ​ເພື່ອ​ລະນຶກ​ເຖິງ​ຂ້ອຍ.”—1 ກຣ. 11:23, 24

ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ?

17. ການ​ປະຊຸມ​ອະນຸສອນ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

17 ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ຢກບ. 4:8) ຕາມ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ການ​ປະຊຸມ​ອະນຸສອນ​ເປັນ​ໂອກາດ​ທີ່​ເຮົາ​ຈະ​ຄິດ​ເຖິງ​ຄວາມຫວັງ​ທີ່​ດີ​ເລີດທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ແລະ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ເພິ່ນສະແດງຕໍ່​ເຮົາ. (ຢເຣ. 29:11; 1 ຢຮ. 4:8-10) ເມື່ອ​ເຮົາ​ຄິດ​ຕຶກຕອງ​ເຖິງ​ເລື່ອງ​ນີ້ ເຮົາ​ກໍ​ຈະ​ຮູ້ສຶກ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ໃກ້​ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.—ຣມ. 8:38, 39

18. ການ​ຄິດ​ຕຶກຕອງ​ເລື່ອງ​ຂອງ​ພະ​ເຢຊູ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ?

18 ເຮົາ​ຖືກ​ກະຕຸ້ນ​ທີ່​ຈະ​ຮຽນ​ແບບ​ພະ​ເຢຊູ. (1 ປຕ. 2:21) ກ່ອນ​ການ​ປະຊຸມ​ອະນຸສອນ ເຮົາ​ຈະ​ໄດ້​ອ່ານ​ເລື່ອງ​ຂອງ​ພະ​ເຢຊູ​ທີ່​ເກີດຂຶ້ນ​ໃນ​ອາທິດ​ສຸດ​ທ້າຍ​ທີ່​ເພິ່ນ​ມີ​ຊີວິດ​ຢູ່ ຈົນ​ຮອດ​ຕອນ​ທີ່​ເພິ່ນ​ຕາຍ​ແລະ​ຄືນ​ມາ​ຈາກ​ຕາຍ. ແລ້ວ​ໃນ​ມື້ ປະຊຸມ​ອະນຸສອນ​ເຮົາ​ກໍ​ຈະ​ໄດ້​ຟັງ​ຄຳ​ບັນຍາຍ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດ​ເຖິງ​ຄວາມ​ຮັກ​ທີ່​ພະ​ເຢຊູ​ມີ​ຕໍ່​ເຮົາ. (ອຟຊ. 5:2; 1 ຢຮ. 3:16) ເມື່ອ​ເຮົາ​ອ່ານ​ແລະ​ຄິດ​ຕຶກຕອງ​ວ່າ​ພະ​ເຢຊູ​ເສຍ​ສະລະ​ເພື່ອ​ເຮົາ​ຫຼາຍ​ສ່ຳ​ໃດ ເຮົາ​ກໍ​ຖືກ​ກະຕຸ້ນ​ທີ່​ຈະ “ໃຊ້​ຊີວິດ​ແບບ​ດຽວ​ກັບ​ເພິ່ນ.”—1 ຢຮ. 2:6

19. ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ຢາກ​ໃຫ້​ພະເຈົ້າ​ຮັກ​ເຮົາ​ຕະຫຼອດ​ໄປ?

19 ເຮົາ​ຢາກ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ພະເຈົ້າ​ຮັກ​ເຮົາ​ຕະຫຼອດ​ໄປ. (ຢດ. 20, 21) ເພື່ອ​ພະ​ເຢໂຫວາ​ຈະ​ຮັກ​ເຮົາ​ຕະຫຼອດ​ໄປ ເຮົາ​ຕ້ອງ​ເຮັດ​ທຸກ​ສິ່ງ​ເພື່ອ​ຈະ​ເຊື່ອ​ຟັງ​ເພິ່ນ ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ເປັນ​ທີ່​ເຄົາລົບ​ນັບຖື ແລະ​ເຮັດ​ສິ່ງ​ອື່ນໆ​ທີ່​ຈະ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມສຸກ. (ສຸພາ. 27:11; ມທ. 6:9; 1 ຢຮ. 5:3) ການ​ປະຊຸມ​ອະນຸສອນ​ຈະ​ຊ່ວຍ​ເຮົາ​ໃຫ້​ຢາກ​ໃຊ້​ຊີວິດ​ໃນ​ແຕ່​ລະ​ມື້​ຄືກັບ​ທີ່​ເຮົາ​ກຳລັງ​ບອກ​ພະ​ເຢໂຫວາ​ວ່າ ‘ຂ້ອຍ​ຢາກ​ໃຫ້​ພະ​ເຢໂຫວາ​ຮັກ​ຂ້ອຍ​ຕະຫຼອດ​ໄປ!’

20. ເຮົາ​ມີ​ເຫດຜົນ​ຫຍັງ​ແດ່​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ?

20 ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມຫວັງ​ຢູ່​ໃນ​ສະຫວັນ​ຫຼື​ໃນ​ໂລກ​ນີ້ ເຮົາ​ກໍ​ມີ​ເຫດຜົນ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ. ທຸກ​ປີ ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ ລະນຶກ​ເຖິງ​ການ​ຕາຍ​ຂອງ​ຜູ້​ທີ່​ເຮົາ​ຮັກ​ຫຼາຍ​ເຊິ່ງ​ກໍ​ຄື ພະ​ເຢຊູ​ຄລິດ ແລະ​ທີ່​ສຳຄັນ​ກວ່າ​ນັ້ນ ເຮົາ​ຈະ​ໄດ້​ຄິດ​ເຖິງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ພະ​ເຢໂຫວາ​ສະແດງ​ຕໍ່​ເຮົາ​ໂດຍ​ໃຫ້​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ເປັນ​ຄ່າໄຖ່. ການ​ປະຊຸມ​ອະນຸສອນ​ປີ​ນີ້​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ແລງ​ຂອງ​ວັນ​ສຸກ​ວັນ​ທີ 15 ເມສາ 2022. ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ ເຮົາ​ຈຶ່ງ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ.

ເພງ 16 ສັນເສີນ​ພະ​ເຢໂຫວາ​ສຳລັບ​ລູກ​ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ

^ ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມຫວັງ​ຢູ່​ສະຫວັນ​ຫຼື​ຢູ່​ໃນ​ໂລກ ເຮົາ​ກໍ​ຢາກ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ທຸກ​ປີ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ເຫດຜົນ​ຈາກ​ພະ​ຄຳ​ພີ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້.

^ ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ສັນຍາ​ໃໝ່​ແລະ​ສັນຍາ​ເລື່ອງ​ການ​ປົກຄອງ ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ເຈົ້າ​ທັງ​ຫຼາຍ​ຈະ​ເປັນ ‘ອານາຈັກ​ແຫ່ງ​ປະໂລຫິດ’” ໃນ​ຫໍສັງເກດການ 15 ຕຸລາ 2014 ໜ້າ 15-17 (ພາສາ​ໄທ)

^ ຊາກາລີ 8:23 (ລ.ມ.) ອ່ານວ່າ: “ພະ​ເຢໂຫວາ​ຜູ້​ເປັນ​ຈອມ​ທັບ​ບອກ​ວ່າ ‘ໃນ​ວັນ​ນັ້ນ​ຈະ​ມີ 10 ຄົນ​ຈາກ​ທຸກ​ຊາດ​ທຸກ​ພາສາ​ມາ​ຈັບ​ຍອຍ​ເສື້ອ​ຊາວ​ຢິວ​ຄົນ​ໜຶ່ງ​ໄວ້​ແໜ້ນ ແລະ​ບອກ​ວ່າ “ພວກ​ເຮົາ​ຢາກ​ໄປ​ນຳ​ເຈົ້າ ເພາະ​ພວກ​ເຮົາ​ໄດ້​ຍິນ​ວ່າ​ພະເຈົ້າ​ຢູ່​ກັບ​ພວກ​ເຈົ້າ.”’”

^ ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄຳ​ພະຍາກອນ​ເລື່ອງ​ໄມ້​ສອງ​ທ່ອນ​ທີ່​ຢູ່​ໃນ​ເອເຊກຽນ​ບົດ 37 ໃຫ້​ເບິ່ງ​ປຶ້ມ ການ​ນະມັດສະການ​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາໄດ້​ຮັບ​ການ​ຟື້ນຟູ! ໜ້າ 130-135 ຂໍ້ 3-17 (ພາສາ​ໄທ)