ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 3

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ການ​ທີ່​ພະ​ເຢຊູ​ຮ້ອງໄຫ້?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ການ​ທີ່​ພະ​ເຢຊູ​ຮ້ອງໄຫ້?

“ແລ້ວ​ພະ​ເຢຊູ​ກໍ​ຮ້ອງໄຫ້​ນ້ຳ​ຕາ​ໄຫຼ.”—ຢຮ. 11:35

ເພງ 17 “ເຮົາ​ຢາກ​ຊ່ວຍ”

ໃຈ​ຄວາມ​ສຳຄັນ *

1-3. ມີ​ເລື່ອງ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຮ້ອງໄຫ້?

 ເຈົ້າ​ຮ້ອງໄຫ້​ຄັ້ງ​ຫຼ້າ​ສຸດ​ເມື່ອ​ໃດ? ບາງເທື່ອ​ເຮົາ​ອາດ​ຈະ​ຮ້ອງໄຫ້​ຍ້ອນ​ດີ​ໃຈ ແຕ່​ບາງເທື່ອ​ເຮົາ​ກໍ​ຮ້ອງໄຫ້​ຍ້ອນ​ເສຍໃຈ ເຊັ່ນ ຄົນ​ທີ່​ຮັກ​ຕາຍ​ຈາກ​ໄປ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່ ລໍຣີລາຍ​ເຊິ່ງ​ຢູ່​ສະຫະລັດ​ອາເມຣິກາ​ບອກ​ວ່າ: “ຕັ້ງ​ແຕ່​ລູກ​ສາວ​ຕາຍ​ຈາກ​ໄປ ຂ້ອຍ​ກໍ​ຮູ້ສຶກ​ເສຍໃຈ​ຫຼາຍ ແລະ​ຄິດ​ວ່າ​ຄື​ຊິ​ບໍ່​ມີ​ຫຍັງ​ຊ່ວຍ​ຂ້ອຍ​ໄດ້. ໃນ​ຕອນ​ນັ້ນ​ຂ້ອຍ​ຄິດ​ວ່າ ຂ້ອຍ​ຊິ​ມີ​ຊີວິດ​ຢູ່​ຕໍ່​ໄປ​ໄດ້​ແນວ​ໃດ.” *

2 ເຮົາ​ອາດ​ຈະ​ຮ້ອງໄຫ້​ຍ້ອນ​ເຫດຜົນ​ອື່ນ​ນຳ. ພີ່ນ້ອງ​ຮິໂຣມິ​ເຊິ່ງ​ເປັນ​ໄພໂອເນຍ​ຢູ່​ຍີ່ປຸ່ນ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ທໍ້​ໃຈ​ທີ່​ຄົນ​ໃນ​ເຂດ​ບໍ່​ສົນ​ໃຈ​ຂ່າວ​ດີ​ທີ່​ຂ້ອຍ​ປະກາດ. ບາງເທື່ອ​ຂ້ອຍ​ກໍ​ຮ້ອງໄຫ້​ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ຂ້ອຍ​ພົບ​ຄົນ​ທີ່​ຊອກ​ຫາ​ຄວາມ​ຈິງ.”

3 ເຈົ້າ​ເຄີຍ​ຮູ້ສຶກ​ຄື​ກັບ​ພີ່ນ້ອງ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບໍ? ພວກ​ເຮົາ​ທຸກ​ຄົນ​ອາດ​ຈະ​ເຄີຍ​ຮູ້ສຶກ​ແບບ​ນັ້ນ. (1 ປຕ. 5:9) ທີ່​ຈິງ ເຮົາ​ຢາກ “ນະມັດສະການ​ພະ​ເຢໂຫວາ​ຢ່າງ​ມີ​ຄວາມສຸກ” ແຕ່​ບາງເທື່ອ​ເຮົາ​ກໍ​ຮ້ອງໄຫ້​ຍ້ອນ​ເຮົາ​ເສຍໃຈ ທໍ້​ໃຈ ຫຼື​ໜັກ​ໃຈ​ກັບ​ເຫດການ​ທີ່​ທົດ​ສອບ​ຄວາມ​ພັກດີ. (ເພງ. 6:6; 100:2) ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ແບບ​ນີ້?

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ເຮົາ​ສາມາດ​ຮຽນ​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ​ໄດ້ ເພາະ​ບາງເທື່ອ​ເພິ່ນ​ກໍ​ຮູ້ສຶກ​ເສຍໃຈ​ຫຼາຍ​ຈົນ​ເຖິງ​ຂັ້ນ “ຮ້ອງໄຫ້​ນ້ຳ​ຕາ​ໄຫຼ.” (ຢຮ. 11:35; ລກ. 19:41; 22:44; ຮຣ. 5:7) ໃຫ້​ເຮົາ​ມາ​ເບິ່ງ​ແຕ່​ລະ​ເຫດການ​ທີ່​ພະ​ເຢຊູ​ຮ້ອງໄຫ້​ແລະ​ເບິ່ງ​ວ່າ​ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ ແລະ​ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ກັບ​ເລື່ອງ​ທີ່​ເຮັດ​ໃຫ້​ເຮົາ​ຮ້ອງໄຫ້.

ພະ​ເຢຊູ​ຮ້ອງໄຫ້​ຍ້ອນ​ອີ່ຕົນ​ໝູ່

ຄື​ກັບ​ພະ​ເຢຊູ ເຮົາ​ຄວນ​ໃຫ້​ກຳລັງ​ໃຈ​ຜູ້​ທີ່​ໂສກ​ເສົ້າ​ເສຍໃຈ (ເບິ່ງ​ຂໍ້ 5-9) *

5. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ໂຢຮັນ 11:32-36?

5 ພະ​ເຢຊູ​ສະໜິດ​ກັບ​ຄອບຄົວ​ໜຶ່ງ​ທີ່​ຢູ່​ໃນ​ບ້ານ​ເບັດທານີ. ຄອບຄົວ​ນີ້​ມີ​ເອື້ອຍ​ນ້ອງ​ນຳ​ກັນ​ສາມ​ຄົນ​ເຊິ່ງ​ກໍ​ຄື​ມາທາ ມາຣີ ແລະ​ລາຊະໂຣ ແລະ​ພະ​ເຢຊູ​ກໍ​ຮັກ​ຄອບຄົວ​ນີ້​ຫຼາຍ. ແຕ່​ເມື່ອ​ຮອດ​ລະດູ​ໜາວ ປີ ຄ.ສ 32 ລາຊະໂຣ​ໄດ້​ປ່ວຍ​ໜັກ​ແລະ​ຕາຍ. (ຢຮ. 11:3, 14) ມາຣີ​ແລະ​ມາທາ​ເສຍໃຈ​ຫຼາຍ​ທີ່​ລາຊະໂຣ​ຕາຍ. ຈາກ​ນັ້ນ ພະ​ເຢຊູ​ກໍ​ໄດ້​ເດີນ​ທາງ​ໄປ​ບ້ານ​ຂອງ​ເຂົາເຈົ້າ ເມື່ອ​ມາທາ​ໄດ້​ຍິນ​ວ່າ​ພະ​ເຢຊູ​ກຳລັງ​ເດີນ​ທາງ​ມາ ລາວ​ກໍ​ຮີບ​ແລ່ນ​ໄປ​ຫາ​ເພິ່ນ​ແລະ​ເວົ້າ​ວ່າ: “ນາຍ​ເອີຍ ຖ້າ​ທ່ານ​ຢູ່​ທີ່​ນີ້ ລາວ​ຄື​ຊິ​ບໍ່​ຕາຍ.” (ຢຮ. 11:21) ບໍ່​ດົນ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ເຫັນ​ມາທາ​ແລະ​ຄົນ​ອື່ນໆ​ຮ້ອງໄຫ້ ເພິ່ນ​ກໍ “ຮ້ອງໄຫ້​ນ້ຳ​ຕາ​ໄຫຼ.”—ອ່ານ​ໂຢຮັນ 11:32-36

6. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຮ້ອງໄຫ້​ຕອນ​ທີ່​ລາຊະໂຣ​ຕາຍ?

6 ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຮ້ອງໄຫ້​ຕອນ​ທີ່​ລາຊະໂຣ​ຕາຍ? ໃນ​ປຶ້ມ​ອິນໄຊ (Insight on the Scriptures) ບອກ​ວ່າ: “ການ​ທີ່​ລາຊະໂຣ​ຕາຍ​ແລະ​ການ​ທີ່​ເອື້ອຍ​ນ້ອງ​ຂອງ​ລາວ​ເສຍໃຈ​ໄດ້​ເຮັດ​ໃຫ້​ພະ​ເຢຊູ ‘ໂສກ​ເສົ້າ​ແລະ​ຮ້ອງໄຫ້​ນ້ຳ​ຕາ​ໄຫຼ.’” * ພະ​ເຢຊູ​ອາດ​ຈະ​ຄິດ​ເຖິງ​ຄວາມ​ເຈັບ​ປວດ​ທີ່​ລາຊະໂຣ​ໝູ່​ຮັກ​ຂອງ​ເພິ່ນ​ຕ້ອງ​ເຈິ​ຕອນ​ທີ່​ລາວ​ປ່ວຍ​ໜັກ​ແລະ​ນຶກ​ພາບ​ວ່າ​ລາວ​ຊິ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ຕົວ​ເອງ​ກຳລັງ​ຈະ​ຕາຍ. ແລະ​ເມື່ອ​ເພິ່ນ​ເຫັນ​ວ່າ​ມາຣີ​ກັບ​ມາທາ​ຕ້ອງ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ​ທີ່​ລາຊະໂຣ​ຕາຍ ນີ້​ກໍ​ເຮັດ​ໃຫ້​ເພິ່ນ​ຮ້ອງໄຫ້​ອອກ​ມາ. ຖ້າ​ໝູ່​ສະໜິດ​ຫຼື​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຕາຍ​ຈາກ​ໄປ ເຈົ້າ​ກໍ​ຄື​ຊິ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ບົດ​ຮຽນ​ສາມ​ຢ່າງ​ຫຍັງ​ແດ່​ຈາກ​ເຫດການ​ນີ້.

7. ເຮົາ​ໄດ້​ຮຽນ​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ​ຈາກ​ການ​ທີ່​ພະ​ເຢຊູ​ຮ້ອງໄຫ້?

7 ພະ​ເຢໂຫວາ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ພະ​ເຢຊູ “ຖອດ​ແບບ​ມາ​ຈາກ” ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. (ຮຣ. 1:3) ເມື່ອ​ພະ​ເຢຊູ​ຮ້ອງໄຫ້ ພະ​ເຢໂຫວາ​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. (ຢຮ. 14:9) ດັ່ງນັ້ນ ຖ້າ​ຄົນ​ທີ່​ເຮົາ​ຮັກຕາຍ​ຈາກ​ໄປ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ເຫັນ​ວ່າ​ເຮົາ​ເສຍໃຈ ແຕ່​ເພິ່ນ​ຍັງ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ແລະ​ຢາກ​ຊ່ວຍ​ເຮົາ​ຫຼາຍ​ແທ້ໆ.—ເພງ. 34:18; 147:3

8. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢຊູ​ຈະ​ປຸກ​ຄົນ​ທີ່​ເຮົາ​ຮັກ​ໃຫ້​ຄືນ​ມາ​ຈາກ​ຕາຍ?

8 ພະ​ເຢຊູ​ຢາກ​ປຸກ​ຄົນ​ທີ່​ເຮົາ​ຮັກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ບໍ່​ດົນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຮ້ອງໄຫ້ ເພິ່ນ​ໄດ້​ບອກ​ກັບ​ມາທາວ່າ ລາຊະໂຣ “ຈະ​ຄືນ​ມາ​ຈາກ​ຕາຍ” ມາທາ​ກໍ​ເຊື່ອ​ແບບ​ນັ້ນ. (ຢຮ. 11:23-27) ຍ້ອນ​ມາທາ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ ລາວ​ຈຶ່ງ​ບໍ່​ສົງໄສ​ວ່າ​ຈະ​ມີ​ການ​ຄືນ​ມາ​ຈາກ​ຕາຍ ລາວ​ຮູ້​ວ່າ​ໃນ​ອະດີດ​ຜູ້​ພະຍາກອນ​ເອລີຢາ​ແລະ​ເອລີຊາ​ກໍ​ເຄີຍ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ. (1 ກະ. 17:17-24; 2 ກະ. 4:32-37) ນອກ​ຈາກ​ນັ້ນ ລາວ​ກໍ​ຄື​ຊິ​ໄດ້​ຍິນ​ເລື່ອງ​ທີ່​ພະ​ເຢຊູ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ. (ລກ. 7:11-15; 8:41, 42, 49-56) ເຈົ້າ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ຄື​ກັນ​ວ່າ ຄົນ​ທີ່​ເຈົ້າ​ຮັກ​ຈະ​ກັບ​ຄືນ​ມາ​ມີ​ຊີວິດ​ອີກ​ເທື່ອ​ໜຶ່ງ. ການ​ທີ່​ພະ​ເຢຊູ​ຮ້ອງໄຫ້​ຕອນ​ທີ່​ໃຫ້​ກຳລັງ​ໃຈ​ໝູ່​ຂອງ​ເພິ່ນ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຢາກ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ​ແທ້ໆ!

9. ເຮົາ​ຈະ​ເຮັດ​ຄື​ພະ​ເຢຊູ​ໄດ້​ແນວ​ໃດ​ໃນ​ການ​ຊ່ວຍ​ເຫຼືອ​ຜູ້​ທີ່​ໂສກ​ເສົ້າ​ເສຍໃຈ? ຂໍ​ໃຫ້​ຍົກ​ຕົວຢ່າງ.

9 ເຮົາ​ສາມາດ​ຊ່ວຍ​ເຫຼືອ​ຜູ້​ທີ່​ໂສກ​ເສົ້າ​ເສຍໃຈ. ພະ​ເຢຊູ​ບໍ່​ພຽງ​ແຕ່​ຮ້ອງໄຫ້​ກັບ​ມາທາ​ແລະ​ມາຣີ ແຕ່​ເພິ່ນ​ໄດ້​ຕັ້ງ​ໃຈ​ຟັງ​ເຂົາເຈົ້າ​ລະບາຍ​ຄວາມ​ຮູ້ສຶກ​ແລະ​ເວົ້າ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ. ເຮົາ​ເອງ​ກໍ​ເຮັດ​ແບບ​ນັ້ນ​ໄດ້​ຄື​ກັນ. ພີ່ນ້ອງ​ແດນ​ເຊິ່ງ​ເປັນ​ຜູ້​ດູ​ແລ​ຢູ່​ອົດສະຕຣາລີ​ບອກ​ວ່າ: “ຂ້ອຍ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ແທ້ໆ​ຫຼັງ​ຈາກ​ທີ່​ເມຍ​ຂ້ອຍ​ຕາຍ. ພີ່ນ້ອງ​ຫຼາຍ​ຄູ່​ພ້ອມ​ທີ່​ຈະ​ມາ​ຫາ​ຂ້ອຍ​ທັງ​ກາງເວັນ​ແລະ​ກາງຄືນ. ເຂົາເຈົ້າ​ຕັ້ງ​ໃຈ​ຟັງ​ຂ້ອຍ​ລະບາຍ​ຄວາມ​ຮູ້ສຶກ ແລະ​ບໍ່​ໄດ້​ຮູ້ສຶກ​ອຶດ​ອັດ​ເມື່ອ​ຂ້ອຍ​ຮ້ອງໄຫ້​ອອກ​ມາ. ເຂົາເຈົ້າ​ຍັງ​ໄດ້​ຊ່ວຍ​ເຫຼືອ​ຂ້ອຍ​ເມື່ອ​ຂ້ອຍ​ຮູ້ສຶກ​ວ່າ​ຕົວ​ເອງ​ເຮັດ​ວຽກ​ບາງ​ຢ່າງ​ບໍ່​ໄຫວ ເຊັ່ນ ລ້າງ​ລົດ ໄປ​ຊື້​ເຄື່ອງ ແລະ​ຊ່ວຍ​ແຕ່ງ​ກິນ​ໃຫ້. ແຖມ​ເຂົາເຈົ້າ​ຍັງ​ອະທິດຖານ​ກັບ​ຂ້ອຍ​ເລື້ອຍໆ. ເຂົາເຈົ້າ​ເປັນ​ໝູ່​ແທ້ ແລະ​ເປັນ​ອ້າຍ​ນ້ອງ​ທີ່ ‘ເກີດ​ມາ​ຊ່ວຍ​ກັນ​ໃນ​ເວລາ​ທີ່​ລຳບາກ.’”—ສຸພາ. 17:17, ລ.ມ.

ພະ​ເຢຊູ​ຮ້ອງໄຫ້​ຍ້ອນ​ເປັນ​ຫ່ວງ​ຄົນ​ອື່ນ

10. ຂໍ​ໃຫ້​ເລົ່າ​ເຫດການ​ທີ່​ຢູ່​ໃນ​ລູກາ 19:36-40.

10 ພະ​ເຢຊູ​ມາ​ຮອດ​ເມືອງ​ເຢຣູຊາເລັມ​ໃນ​ວັນ​ທີ 9 ເດືອນ​ນີຊານ ປີ ຄ.ສ 33. ຕອນ​ທີ່​ເພິ່ນ​ໃກ້​ຈະ​ມາ​ຮອດ​ເມືອງ ກໍ​ມີ​ປະຊາຊົນ​ອອກ​ມາ​ຕ້ອນຮັບ​ເພິ່ນ​ໂດຍ​ເອົາ​ເສື້ອ​ຄຸມ​ມາ​ປູ​ຕາມ​ທາງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ຍອມ​ຮັບ​ເພິ່ນ​ເປັນ​ກະສັດ. (ອ່ານ​ລູກາ 19:36-40) ນີ້​ຄື​ຊິ​ເປັນ​ເວລາ​ທີ່​ດີ​ແທ້ໆ ຈົນ​ພວກ​ລູກສິດ​ບໍ່​ຄິດ​ວ່າ​ເຫດການ​ຕໍ່​ໄປ​ນີ້​ຈະ​ເກີດຂຶ້ນ. “ເມື່ອ​ພະ​ເຢຊູ​ໃກ້​ຈະ​ຮອດ​ເມືອງ​ເຢຣູຊາເລັມ ເພິ່ນ​ແນມ​ເບິ່ງ​ເມືອງ​ນັ້ນ​ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້.” ຕອນ​ທີ່​ເພິ່ນ​ຮ້ອງໄຫ້ ເພິ່ນ​ກໍ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ບໍ່​ດີ​ທີ່​ຈະ​ເກີດຂຶ້ນ​ໃນ​ອີກ​ບໍ່​ດົນ​ກັບ​ຄົນ​ໃນ​ເມືອງ​ເຢຣູຊາເລັມ.—ລກ. 19:41-44

11. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຮ້ອງໄຫ້​ຍ້ອນ​ຄົນ​ໃນ​ເມືອງ​ເຢຣູຊາເລັມ?

11 ເຖິງ​ວ່າ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຈະ​ຕ້ອນຮັບ​ພະ​ເຢຊູ​ຢ່າງ​ດີ ແຕ່​ເພິ່ນ​ກໍ​ຮູ້ສຶກ​ເສຍໃຈ​ຈົນ​ຮ້ອງໄຫ້​ຍ້ອນ​ເພິ່ນ​ຮູ້​ວ່າ​ຄົນ​ສ່ວນ​ຫຼາຍ​ຈະ​ບໍ່​ສົນ​ໃຈ​ຂ່າວ​ສານ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ໃນ​ທີ່​ສຸດ​ເມືອງ​ເຢຣູຊາເລັມ​ກໍ​ຖືກ​ທຳລາຍ ແລະ​ຄົນ​ຢິວ​ທີ່​ລອດ​ຊີວິດ​ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. (ລກ. 21:20-24) ເລື່ອງ​ນີ້​ເກີດຂຶ້ນ​ຕາມ​ທີ່​ພະ​ເຢຊູ​ບອກ​ໄວ້ ແລະ​ຄົນ​ສ່ວນ​ຫຼາຍ​ກໍ​ບໍ່​ຍອມ​ຮັບ​ເພິ່ນ. ແລ້ວ​ຄົນ​ໃນ​ເຂດ​ປະກາດ​ຂອງ​ເຈົ້າ​ເດເປັນ​ແນວ​ໃດ? ຖ້າ​ມີ​ຄົນ​ສົນ​ໃຈ​ແຕ່​ໜ້ອຍ​ດຽວ ເຈົ້າ​ຈະ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ການ​ທີ່​ພະ​ເຢຊູ​ຮ້ອງໄຫ້? ໃຫ້​ເຮົາ​ມາ​ເບິ່ງ​ບົດ​ຮຽນ​ອີກ​ສາມ​ຢ່າງ.

12. ເຮົາ​ໄດ້​ຮຽນ​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ​ຈາກ​ການ​ທີ່​ພະ​ເຢຊູ​ຮ້ອງໄຫ້​ຍ້ອນ​ເປັນ​ຫ່ວງ​ຄົນ​ອື່ນ?

12 ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ຜູ້​ຄົນ. ການ​ທີ່​ພະ​ເຢຊູ​ຮ້ອງໄຫ້ຊ່ວຍ​ເຮົາ​ໃຫ້​ຈື່​ວ່າ ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ຜູ້​ຄົນ​ຫຼາຍ​ສ່ຳ​ໃດ. ເພິ່ນ “ບໍ່​ຢາກ​ໃຫ້​ຜູ້​ໃດ​ຕ້ອງ​ຖືກ​ທຳລາຍ ແຕ່​ຢາກ​ໃຫ້​ທຸກ​ຄົນ​ກັບ​ໃຈ.” (2 ປຕ. 3:9) ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ແລະ​ເປັນ​ຫ່ວງ​ຄົນ​ອື່ນ​ໂດຍ​ພະຍາຍາມ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.—ມທ. 22:39

ຄື​ກັບ​ພະ​ເຢຊູ ເຮົາ​ຄວນ​ປັບ​ເວລາ​ທີ່​ຈະ​ປະກາດ (ເບິ່ງ​ຂໍ້ 13-14) *

13-14. ພະ​ເຢຊູ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ?

13 ພະ​ເຢຊູ​ທຸ່ມເທ​ຕົວ​ໃນ​ວຽກ​ປະກາດ. ພະ​ເຢຊູ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ໂດຍ​ພະຍາຍາມ​ສອນ​ເຂົາເຈົ້າ​ໃນ​ທຸກ​ໂອກາດ. (ລກ. 19:47, 48) ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຢາກ​ເຮັດ​ແບບ​ນັ້ນ? ກໍ​ຍ້ອນ​ເພິ່ນ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ. ບາງເທື່ອ​ກໍ​ມີ​ຫຼາຍ​ຄົນ​ຢາກ​ຟັງ​ຄຳ​ສອນ​ຂອງ​ເພິ່ນ ຈົນ​ເຮັດ​ໃຫ້​ເພິ່ນ​ແລະ​ພວກ​ລູກສິດ “ບໍ່​ມີ​ເວລາ​ທີ່​ຈະ​ກິນ​ເຂົ້າ.” (ມຣກ. 3:20) ແລະ​ເມື່ອ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ເພິ່ນ​ໃນ​ຕອນ​ກາງຄືນເພື່ອ​ຢາກ​ຟັງ​ຄຳ​ສອນ​ຂອງ​ເພິ່ນ ເພິ່ນ​ກໍ​ພ້ອມ​ທີ່​ຈະ​ສອນ​ລາວ. (ຢຮ. 3:1, 2) ເຖິງ​ວ່າ​ຄົນ​ສ່ວນ​ຫຼາຍ​ທີ່​ຟັງ​ຄຳ​ສອນ​ຂອງ​ພະ​ເຢຊູ​ຈະ​ບໍ່​ໄດ້​ເຂົ້າ​ມາ​ເປັນ​ລູກສິດ ແຕ່ຢ່າງໜ້ອຍ​ເຂົາເຈົ້າ​ກໍ​ໄດ້​ຍິນ​ຂ່າວ​ດີ​ທີ່​ເພິ່ນ​ປະກາດ. ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ຢາກ​ໃຫ້​ທຸກ​ຄົນ​ມີ​ໂອກາດ​ໄດ້​ຍິນ​ຂ່າວ​ດີ​ຄື​ກັນ. (ກຈກ. 10:42) ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຮົາ​ອາດ​ຕ້ອງ​ປັບ​ປ່ຽນ​ວິທີ​ປະກາດ.

14 ໃຫ້​ພ້ອມ​ທີ່​ຈະ​ປັບ​ປ່ຽນ​ເວລາ. ຖ້າ​ເຮົາ​ມັກ​ໄປ​ປະກາດ​ແຕ່​ເວລາ​ເກົ່າ ເຮົາ​ອາດ​ຈະ​ບໍ່​ເຈິ​ຜູ້​ທີ່​ສົນ​ໃຈ​ຂ່າວ​ດີ. ໄພໂອເນຍ​ຄົນ​ໜຶ່ງ​ທີ່​ຊື່​ເມທິວດ້າ​ບອກ​ວ່າ: “ຂ້ອຍ​ກັບ​ຜົວ​ພະຍາຍາມໄປ​ປະກາດ​ໃນ​ເວລາ​ທີ່​ແຕກຕ່າງ​ກັນ ເຊັ່ນ ໃນ​ຕອນ​ເຊົ້າໆ​ເຮົາ​ຈະ​ໄປ​ປະກາດ​ໃນ​ເຂດ​ທຸລະກິດ ຕອນ​ສວາຍ​ເຮົາ​ກໍ​ຈະ​ໄປ​ປະກາດ​ໂດຍ​ໃຊ້​ລໍ້​ວາງ​ສະແດງ​ປຶ້ມ​ຢູ່​ຕາມ​ຫົນ​ທາງ ແລະ​ໃນ​ຕອນ​ແລງ​ເຊິ່ງ​ເປັນ​ຕອນ​ທີ່​ຄົນ​ຢູ່​ເຮືອນ ເຮົາ​ກໍ​ຈະ​ໄປ​ປະກາດ​ຕາມ​ບ້ານ.” ເຮົາ​ບໍ່​ຄວນ​ທີ່​ຈະ​ປະກາດ​ໃນ​ຕອນ​ທີ່​ເຮົາ​ສະດວກ​ເທົ່າ​ນັ້ນ ແຕ່​ເຮົາ​ຄວນ​ພ້ອມ​ທີ່​ຈະ​ປັບ​ເວລາ​ເພື່ອ​ຈະ​ເຈິ​ຄົນ​ຫຼາຍ​ຂຶ້ນ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ພໍ​ໃຈ​ເຮົາ.

ພະ​ເຢຊູ​ຮ້ອງໄຫ້​ຍ້ອນ​ເປັນ​ຫ່ວງ​ຊື່ສຽງ​ຂອງ​ພະ​ເຢໂຫວາ

ຄື​ກັບ​ພະ​ເຢຊູ ເຮົາ​ຄວນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເມື່ອ​ຮູ້ສຶກ​ທຸກໃຈ (ເບິ່ງ​ຂໍ້ 15-17) *

15. ຕາມ​ລູກາ 22:39-44 ພະ​ເຢຊູ​ໄດ້​ເຮັດ​ຫຍັງ​ໃນ​ຄືນ​ສຸດ​ທ້າຍ?

15 ໃນ​ຄືນ​ສຸດ​ທ້າຍ​ຂອງ​ວັນ​ທີ 14 ເດືອນ​ນີຊານ ປີ ຄ.ສ 33 ພະ​ເຢຊູ​ໄດ້​ໄປ​ສວນ​ເຄັດ​ເຊມາ​ເນ​ເພື່ອ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ. (ອ່ານ​ລູກາ 22:39-44) ຕອນ​ນັ້ນ ພະ​ເຢຊູ​ທຸກໃຈ​ຫຼາຍ​ແລະ​ໄດ້ “ອະທິດຖານ​ຂໍ . . . ດ້ວຍ​ສຽງ​ດັງ​ພ້ອມ​ທັງ​ນ້ຳ​ຕາ​ໄຫຼ.” (ຮຣ. 5:7) ພະ​ເຢຊູ​ໄດ້​ອະທິດຖານ​ເລື່ອງ​ຫຍັງ​ໃນ​ຄືນ​ນັ້ນ? ເພິ່ນ​ໄດ້​ອະທິດຖານ​ຂໍ​ກຳລັງ​ຈາກ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ໃຫ້​ເພິ່ນ​ສັດ​ຊື່​ແລະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ໄດ້. ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ຮ້ອງ​ຂໍ​ຂອງ​ລູກ​ເພິ່ນ ແລະ​ໄດ້​ສົ່ງ​ທູດສະຫວັນ​ມາ​ໃຫ້​ກຳລັງ​ໃຈ.

16. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຮ້ອງໄຫ້​ຕອນ​ທີ່​ອະທິດຖານ​ຢູ່​ສວນ​ເຄັດ​ເຊມາ​ເນ?

16 ພະ​ເຢຊູ​ຮ້ອງໄຫ້​ຕອນ​ທີ່​ອະທິດຖານ​ຢູ່​ສວນ​ເຄັດ​ເຊມາ​ເນ​ກໍ​ຍ້ອນ​ເພິ່ນ​ຮູ້ສຶກ​ອຸກ​ໃຈ​ທີ່​ຄົນ​ອື່ນ​ຈະ​ເບິ່ງ​ວ່າເພິ່ນ​ໝິ່ນ​ປະໝາດ​ພະເຈົ້າ. ແລະ​ເພິ່ນ​ຍັງ​ສຳນຶກ​ເຖິງ​ໜ້າ​ທີ່​ສຳຄັນທີ່​ຈະ​ເຮັດ​ໃຫ້​ຊື່​ຂອງ​ພໍ່​ເປັນ​ທີ່​ເຄົາລົບ​ນັບຖື. ຖ້າ​ເຈົ້າ​ກຳລັງ​ເຈິ​ກັບ​ເລື່ອງ​ທີ່​ທົດ​ສອບ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ ເຈົ້າ​ຈະ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ການ​ທີ່​ພະ​ເຢຊູ​ຮ້ອງໄຫ້? ໃຫ້​ເຮົາ​ມາ​ເບິ່ງ​ບົດ​ຮຽນ​ອີກ​ສາມ​ຢ່າງ.

17. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ​ຈາກ​ການ​ທີ່​ເພິ່ນ​ຕອບ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ?

17 ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ. ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ພະ​ເຢຊູ​ອະທິດຖານ​ເພື່ອ​ຢາກ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເພິ່ນ​ໃຫ້​ຮັກສາ​ຄວາມ​ສັດ​ຊື່ ແລະ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື. ຄ້າຍ​ກັນ ຖ້າ​ເຮົາ​ອະທິດຖານ​ເພື່ອ​ຢາກ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ແລະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ເປັນ​ທີ່​ເຄົາລົບ​ນັບຖື ພະ​ເຢໂຫວາ​ກໍ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ.—ເພງ. 145:18, 19

18. ພະ​ເຢຊູ​ເປັນ​ຄື​ກັບ​ໝູ່​ທີ່​ເຂົ້າ​ໃຈ​ຄວາມຮູ້ສຶກ​ຂອງ​ເຮົາ​ແນວ​ໃດ?

18 ພະ​ເຢຊູ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ເມື່ອ​ເຮົາ​ຮູ້ສຶກ​ອຸກ​ໃຈ​ແລະ​ເສຍໃຈ ເຮົາ​ຈະ​ດີ​ໃຈ​ຫຼາຍ​ຖ້າ​ເຮົາ​ມີ​ໝູ່​ທີ່​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ ໂດຍ​ສະເພາະ​ຜູ້​ທີ່​ມີ​ບັນຫາ​ຄ້າຍ​ກັນ​ກັບ​ເຮົາ. ພະ​ເຢຊູ​ກໍ​ເປັນ​ໝູ່​ແບບ​ນັ້ນ​ແຫຼະ ເພາະ​ເພິ່ນ​ຮູ້​ວ່າ​ຕອນ​ທີ່​ຮູ້ສຶກ​ອ່ອນແອ​ແລະ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ມັນ​ເປັນ​ແນວ​ໃດ. ເພິ່ນ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ດີ ແລະ​ເພິ່ນ​ກໍ​ຢາກ​ຈະ​ຊ່ວຍ​ເຮົາ ‘ເມື່ອ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.’ (ຮຣ. 4:15, 16) ຄື​ກັບ​ທີ່​ພະ​ເຢຊູ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ທູດສະຫວັນ​ຕອນ​ທີ່​ຢູ່​ສວນ​ເຄັດ​ເຊມາ​ເນ ເຮົາ​ກໍ​ຄວນ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ສິ່ງ​ທີ່​ພະ​ເຢໂຫວາ​ກຽມ​ໄວ້​ໃຫ້​ເຮົາບໍ່​ວ່າ​ຈະ​ມາ​ຈາກ​ປຶ້ມ ວິດີໂອ ຄຳ​ບັນລະຍາຍ​ຕ່າງໆ ຫຼື​ຜ່ານ​ທາງ​ຜູ້​ດູ​ແລ​ແລະ​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ.

19. ເມື່ອ​ເຈົ້າ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ທໍ້​ໃຈ​ເຊິ່ງ​ທົດ​ສອບ​ຄວາມ​ພັກດີ​ຕໍ່​ພະເຈົ້າ ເຈົ້າ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

19 ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ “ສັນຕິສຸກ​ຂອງ​ພະເຈົ້າ.” ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ? ເມື່ອ​ເຮົາ​ອະທິດຖານ ເຮົາ​ຈະ​ໄດ້​ຮັບ “ສັນຕິສຸກ​ຂອງ​ພະເຈົ້າ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ​ທຸກ​ຢ່າງ.” (ຟລປ. 4:6, 7) ສັນ​ຕິ​ສຸກ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ສະຫງົບ​ໃຈ​ແລະ​ບໍ່​ຄິດ​ໃນ​ແງ່​ລົບ. ເລື່ອງ​ນີ້​ເກີດຂຶ້ນ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ລຸດຊ໌. ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ເຫງົາ​ເລື້ອຍໆ ບາງເທື່ອ​ຄວາມ​ຮູ້ສຶກ​ນີ້​ມັນ​ເຮັດ​ໃຫ້​ຂ້ອຍ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ຂ້ອຍ​ແລ້ວ. ແຕ່​ເມື່ອ​ຂ້ອຍ​ຮູ້ສຶກ​ແບບ​ນີ້​ເທື່ອ​ໃດ ຂ້ອຍ​ຈະ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ທັນທີ. ການ​ອະທິດຖານ​ຊ່ວຍ​ໃຫ້​ຂ້ອຍ​ຮູ້ສຶກ​ດີ​ຂຶ້ນ.” ຈາກ​ປະສົບການ​ຂອງ​ພີ່ນ້ອງ​ຄົນ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ ການ​ອະທິດຖານ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ສະຫງົບ​ໃຈ.

20. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ການ​ທີ່​ພະ​ເຢຊູ​ຮ້ອງໄຫ້?

20 ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ໄດ້​ບົດ​ຮຽນ​ຫຼາຍ​ຢ່າງ​ຈາກ​ການ​ທີ່​ພະ​ເຢຊູ​ຮ້ອງໄຫ້. ເຮົາ​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຊ່ວຍ​ເຫຼືອ​ໝູ່​ທີ່​ໂສກ​ເສົ້າ​ເສຍໃຈ ແລະ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຈະ​ຊ່ວຍ​ເຫຼືອ​ເຮົາ​ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ. ເຮົາ​ຍັງ​ຢາກ​ປະກາດ​ແລະ​ສອນ​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເພາະ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ກໍ​ເຮັດ​ແບບ​ນັ້ນ​ຄື​ກັນ. ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ທີ່​ຮູ້​ວ່າ ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ແລະ​ຄວາມ​ອ່ອນແອ​ຂອງ​ເຮົາ​ແລະຢາກ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ໄດ້. ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ບົດ​ນີ້​ຕໍ່ໆ​ໄປ​ຈົນ​ຮອດ​ມື້​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້ ເຊິ່ງ​ເປັນ​ຄຳ​ສັນຍາ​ທີ່​ບອກ​ວ່າ ເພິ່ນ​ຈະ “ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ​ຂອງ [ພວກ​ເຮົາ].”—ພນມ. 21:4

ເພງ 120 ຮຽນ​ແບບ​ຄວາມ​ອ່ອນ​ໂຍນ​ຂອງ​ພະຄລິດ

^ ບາງເທື່ອ​ພະ​ເຢຊູ​ກໍ​ເສຍໃຈ​ຈົນ​ຮ້ອງໄຫ້. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ສາມ​ເຫດການ​ທີ່​ພະ​ເຢຊູ​ຮ້ອງໄຫ້ ແລະ​ເບິ່ງ​ວ່າ​ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້.

^ ຊື່​ສົມມຸດ

^ ເບິ່ງ​ປຶ້ມ​ອິນໄຊ (Insight on the Scriptures) ເຫຼັ້ມ 2 ໜ້າ 69 (ພາສາ​ອັງກິດ)

^ ຄຳ​ອະທິບາຍ​ຮູບພາບ: ພະ​ເຢຊູ​ໃຫ້​ກຳລັງ​ໃຈ​ມາຣີ​ແລະ​ມາທາ. ເຮົາ​ກໍ​ເຮັດ​ແບບ​ນັ້ນ​ໄດ້​ຄື​ກັນ​ໂດຍ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ.

^ ຄຳ​ອະທິບາຍ​ຮູບພາບ: ພະ​ເຢຊູ​ເຕັມ​ໃຈ​ສອນ​ນີໂກເດມ​ຕອນ​ກາງຄືນ. ເຮົາ​ກໍ​ຄວນ​ພ້ອມ​ທີ່​ຈະ​ສຶກສາ​ຄຳ​ພີ​ໄບເບິນ​ໃຫ້​ຄົນ​ອື່ນ​ໃນ​ເວລາ​ທີ່​ເຂົາເຈົ້າ​ສະດວກ.

^ ຄຳ​ອະທິບາຍ​ຮູບພາບ: ພະ​ເຢຊູ​ອະທິດຖານ​ຂໍ​ກຳລັງ​ຈາກ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ໃຫ້​ເພິ່ນ​ຮັກສາ​ຄວາມ​ສັດ​ຊື່. ເຮົາ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ​ເມື່ອ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ.