ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 5

“ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ”

“ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ”

“ລະວັງ​ໃຫ້​ດີ​ຢູ່​ສະເໝີ ຢ່າ​ໃຊ້​ຊີວິດ​ຄື​ຄົນ​ໂງ່ ແຕ່​ໃຫ້​ໃຊ້​ຊີວິດ​ຄື​ຄົນ​ສະຫຼາດ. ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ.”—ອຟຊ. 5:15, 16

ເພງ 8 ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ຂອງ​ພວກ​ເຮົາ

ໃຈ​ຄວາມ​ສຳຄັນ *

1. ເຮົາ​ຈະ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢໂຫວາ​ແນວ​ໃດ?

 ເຮົາ​ມັກ​ໃຊ້​ເວລາ​ຢູ່​ກັບ​ຄົນ​ທີ່​ເຮົາ​ຮັກ ເຊັ່ນ ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ມັກ​ໃຊ້​ເວລາ​ຢູ່​ກັບ​ຄູ່​ຂອງ​ຕົວ​ເອງ ຄົນ​ທີ່​ຍັງ​ໜຸ່ມ​ມັກ​ໃຊ້​ເວລາ​ຢູ່​ກັບ​ໝູ່ ແລະເຮົາ​ທຸກ​ຄົນ​ມັກ​ໃຊ້​ເວລາ​ຢູ່​ກັບ​ພີ່ນ້ອງ. ແຕ່​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ ເຮົາ​ຢາກ​ໃຊ້​ເວລາ​ຢູ່​ກັບ​ພະເຈົ້າ​ໂດຍ​ອະທິດຖານ​ເຖິງ​ເພິ່ນ ອ່ານ​ຄຳ​ພີ​ໄບເບິນ ແລະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຈຸດ​ປະສົງ​ແລະ​ຄຸນ​ລັກສະນະ​ຕ່າງໆ​ຂອງ​ເພິ່ນ. ການ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢໂຫວາ​ມີ​ຄ່າ​ຫຼາຍ​ແທ້ໆ!—ເພງ. 139:17

2. ເປັນ​ຫຍັງ​ຈຶ່ງ​ບໍ່​ງ່າຍ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ?

2 ເຮົາ​ຢາກ​ໃຊ້​ເວລາ​ອະທິດຖານ ສຶກສາ​ຄຳ​ພີ​ໄບເບິນ ແລະ​ຄິດ​ຕຶກຕອງ​ເພື່ອ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ ແຕ່​ມັນ​ກໍ​ບໍ່​ງ່າຍ. ຍ້ອນ​ຊີວິດ​ເຮົາ​ມີ​ຫຼາຍ​ຢ່າງ​ຕ້ອງ​ເຮັດ ເຊັ່ນ ການ​ເຮັດ​ວຽກ​ອາຊີບ ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ຄອບຄົວ ແລະ​ກິດຈະກຳ​ອື່ນໆ ເຊິ່ງ​ສິ່ງ​ເຫຼົ່າ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ເວລາ​ເຮັດ​ສິ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ.

3. ຍັງ​ມີ​ຫຍັງ​ອີກ​ທີ່​ອາດ​ຈະ​ຍາດ​ເວລາ​ຂອງ​ເຮົາ?

3 ຍັງ​ມີ​ສິ່ງ​ອື່ນ​ອີກ​ທີ່​ອາດ​ຈະ​ຍາດ​ເວລາ​ຂອງ​ເຮົາ​ໃນ​ການ​ເຮັດ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອເຊິ່ງ​ສິ່ງ​ນັ້ນ​ກໍ​ບໍ່​ໄດ້​ເປັນ​ພິດ​ເປັນ​ໄພ​ຫຍັງ ເຊັ່ນ ການ​ພັກຜ່ອນ​ຢ່ອນ​ໃຈ. ທີ່​ຈິງ ເຮົາ​ທຸກ​ຄົນ​ກໍ​ຕ້ອງ​ມີ​ເວລາ​ເພື່ອ​ຈະ​ພັກຜ່ອນ​ຢ່ອນ​ໃຈ ແຕ່​ການ​ພັກຜ່ອນ​ຢ່ອນ​ໃຈ​ກໍ​ບໍ່​ແມ່ນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ. ດັ່ງນັ້ນ ຖ້າ​ເຮົາ​ບໍ່​ລະວັງ​ເຮົາ​ອາດ​ຈະ​ໃຊ້​ເວລາ​ກັບ​ສິ່ງ​ນັ້ນ​ຫຼາຍ​ເກີນ​ໄປ​ຈົນ​ບໍ່​ມີ​ເວລາ​ເຮັດ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ.—ສຸພາ. 25:27; 1 ຕມ. 4:8

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ນີ້?

4 ໃນ​ບົດຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ເລືອກ​ສິ່ງ​ທີ່​ດີ​ທີ່​ສຸດ​ແລະ​ຈັດ​ລຳດັບ​ຄວາມ​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ? ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໃຊ້​ເວລາ​ເພື່ອ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ແລະ​ການ​ເຮັດ​ແບບ​ນັ້ນ​ຈະ​ເປັນ​ປະໂຫຍດ​ກັບ​ເຮົາ​ແນວ​ໃດ?

ເລືອກ​ສິ່ງ​ທີ່​ດີ​ທີ່​ສຸດ​ແລະ​ຈັດ​ລຳດັບ​ຄວາມ​ສຳຄັນ

5. ຄຳ​ແນະນຳ​ທີ່​ຢູ່​ໃນ​ເອເຟໂຊ 5:15-17 ຊ່ວຍ​ຄົນ​ທີ່​ຍັງ​ໜຸ່ມ​ແນວ​ໃດ​ໃຫ້​ເລືອກ​ແນວ​ທາງ​ຊີວິດ​ທີ່​ດີ​ທີ່​ສຸດ?

5 ເລືອກ​ແນວ​ທາງ​ຊີວິດ​ທີ່​ດີ​ທີ່​ສຸດ. ຄົນ​ທີ່​ຍັງ​ໜຸ່ມ​ມັກ​ຈະ​ກັງວົນ​ວ່າ​ຈະ​ເລືອກ​ແນວ​ທາງ​ຊີວິດ​ແບບ​ໃດ​ດີ. ຄູ​ອາຈານ​ທີ່​ຢູ່​ໂຮງ​ຮຽນ​ຫຼື​ຍາດພີ່ນ້ອງ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ອາດ​ຢາກ​ໃຫ້​ເຂົາເຈົ້າ​ຮຽນ​ສູງໆ​ເພື່ອ​ຈະ​ໄດ້​ເຮັດ​ວຽກ​ດີໆ​ມີ​ເງິນ​ເດືອນ​ຫຼາຍ ຖ້າ​ເລືອກ​ຊີວິດ​ແບບ​ນີ້​ຈະ​ໃຊ້​ເວລາ​ຫຼາຍ. ສ່ວນ​ພໍ່​ແມ່​ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ອາດ​ຢາກ​ໃຫ້ເຂົາເຈົ້າ​ໃຊ້​ເວລາ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ສິ່ງ​ໃດ​ຈະ​ຊ່ວຍ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ໃຫ້​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ? ຖ້າລາວອ່ານ​ເອເຟໂຊ 5:15-17 (ອ່ານ) ແລະ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ເຫຼົ່າ​ນັ້ນ ລາວຈະໄດ້ຮັບປະໂຫຍດຫຼາຍ. ຫຼັງ​ຈາກ​ທີ່​ອ່ານ​ແລ້ວ ລາວ​ອາດ​ຈະ​ຖາມ​ຕົວ​ເອງ​ວ່າ: ‘“ພະ​ເຢໂຫວາ​ຕ້ອງການ” ຫຍັງ? ຂ້ອຍ​ຕ້ອງ​ຕັດສິນ​ໃຈ​ແບບ​ໃດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ? ແນວ​ທາງ​ຊີວິດ​ແບບ​ໃດ​ຊ່ວຍ​ຂ້ອຍ​ໃຫ້​ໃຊ້​ເວລາ​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ?’ ຂໍ​ໃຫ້​ຈື່​ໄວ້​ວ່າ “ສະໄໝ​ນີ້​ຊົ່ວ​ຫຼາຍ” ແລະ​ໂລກ​ທີ່​ຊາຕານ​ປົກຄອງ​ກຳລັງ​ຈະ​ຖືກ​ທຳລາຍ​ໃນ​ອີກ​ບໍ່​ດົນ. ດັ່ງນັ້ນ ເປັນ​ເລື່ອງ​ສະຫຼາດ​ທີ່​ຈະ​ໃຊ້​ເວລາ​ເພື່ອ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.

6. ມາຣີ​ເລືອກ​ທີ່​ຈະ​ເຮັດ​ຫຍັງ ແລະ​ເປັນ​ຫຍັງ​ການ​ເລືອກ​ແບບ​ນັ້ນ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ?

6 ຈັດ​ລຳດັບ​ຄວາມ​ສຳຄັນ. ບາງເທື່ອ​ການ​ຈັດ​ລຳດັບ​ຄວາມ​ສຳຄັນ​ກໍ​ເປັນ​ການ​ເລືອກ​ລະຫວ່າງ​ສອງ​ສິ່ງ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ​ຢູ່​ແລ້ວ. ເຮົາ​ເຫັນ​ເລື່ອງ​ນີ້​ຕອນ​ທີ່​ພະ​ເຢຊູ​ມາ​ຢາມ​ມາທາ​ແລະ​ມາຣີ. ມາທາ​ດີ​ໃຈ​ທີ່​ພະ​ເຢຊູ​ມາ​ຢາມ ລາວ​ຈຶ່ງ​ໄດ້​ກຽມ​ອາຫານ​ຫຼາຍ​ຢ່າງ​ເພື່ອ​ຕ້ອນຮັບ​ເພິ່ນ. ສ່ວນ​ມາຣີ​ໄດ້​ມາ​ນັ່ງ​ໃກ້​ຕີນ​ພະ​ເຢຊູ​ແລະ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ເພິ່ນ​ເວົ້າ. ສິ່ງ​ທີ່​ມາທາ​ເຮັດ​ກະ​ບໍ່ແມ່ນ​ວ່າ​ບໍ່​ດີ ແຕ່​ພະ​ເຢຊູ​ບອກ​ວ່າ​ມາຣີ “ເລືອກ​ສ່ວນ​ທີ່​ດີ​ທີ່​ສຸດ.” (ລກ. 10:38-42, ໄຂ​ເງື່ອນ) ບາງເທື່ອ ເມື່ອ​ເວລາ​ຜ່ານ​ໄປ​ມາຣີ​ອາດ​ຈະ​ຈື່​ບໍ່​ໄດ້​ຊ້ຳ​ວ່າ​ລາວ​ໄດ້​ກຽມ​ຫຍັງ​ໃຫ້​ພະ​ເຢຊູ​ກິນ​ໃນ​ມື້​ນັ້ນ. ແຕ່​ເຮົາ​ໝັ້ນ​ໃຈ​ວ່າ​ມາຣີ​ຈະ​ບໍ່​ລືມ​ສິ່ງ​ທີ່​ພະ​ເຢຊູ​ສອນ. ຂໍ​ໃຫ້​ເຮົາ​ເຫັນ​ຄ່າ​ທີ່​ຈະ​ໃຊ້​ເວລາ​ເພື່ອ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຄື​ກັບ​ທີ່​ມາຣີ​ເຫັນ​ຄ່າ​ໃນ​ການ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢຊູ. ແລ້ວ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ໃຊ້​ເວລາ​ເພື່ອ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ

7. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ອະທິດຖານ ສຶກສາ​ຄຳ​ພີ​ໄບເບິນ ແລະ​ຄິດ​ຕຶກຕອງ?

7 ການ​ອະທິດຖານ ການ​ສຶກສາ​ຄຳ​ພີ​ໄບເບິນ ແລະ​ການ​ຄິດ​ຕຶກຕອງ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ. ເມື່ອ​ເຮົາ​ອະທິດຖານ ເຮົາ​ກໍ​ກຳລັງ​ເວົ້າ​ກັບ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ພວກ​ເຮົາ. (ເພງ. 5:7) ເມື່ອ​ເຮົາ​ສຶກສາ​ຄຳ​ພີ​ໄບເບິນ ເຮົາ​ກໍ​ກຳລັງ “ຮັບ​ເອົາ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ” ຜູ້​ທີ່​ມີ​ສະຕິປັນຍາ​ຫຼາຍ​ທີ່​ສຸດ. (ສຸພາ. 2:1-5, ລ.ມ.) ແລະ​ເມື່ອ​ເຮົາ​ຄິດ​ຕຶກຕອງ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ຮຽນ ເຮົາ​ກໍ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ ມີ​ຄຸນ​ລັກສະນະ​ຫຍັງ​ແດ່ ແລະ​ຢາກ​ເຮັດ​ສິ່ງ​ດີໆ​ຫຍັງ​ແດ່​ເພື່ອ​ເຮົາ​ແລະ​ມະນຸດ​ທຸກ​ຄົນ. ການ​ເຮັດ​ແບບ​ນີ້​ເປັນ​ວິທີ​ທີ່​ດີ​ທີ່​ຈະ​ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ສິ່ງ​ນີ້​ໄດ້?

ເຈົ້າ​ຈະ​ຊອກ​ຫາ​ບ່ອນ​ງຽບໆ​ເພື່ອ​ສຶກສາ​ສ່ວນ​ຕົວ​ໄດ້​ບໍ? (ເບິ່ງ​ຂໍ້ 8-9)

8. ເຈົ້າ​ໄດ້​ບົດ​ຮຽນ​ຫຍັງ​ຈາກເລື່ອງ​ຂອງ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ໃຊ້​ເວລາ​ຢູ່​ບ່ອນ​ທຸລະກັນດານ?

8 ໃຫ້​ຊອກ​ບ່ອນ​ງຽບໆ​ຖ້າ​ເປັນ​ໄປ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພະ​ເຢຊູ. ກ່ອນ​ທີ່​ເພິ່ນ​ຈະ​ເລີ່ມ​ເຮັດ​ວຽກ​ຮັບໃຊ້ ເພິ່ນ​ໄດ້​ໄປ​ຢູ່​ບ່ອນ​ທຸລະກັນດານ 40 ມື້​ເພື່ອ​ຈະ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຢູ່​ບ່ອນ​ງຽບໆ​ແລະ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເພິ່ນ​ເຮັດ. (ລກ. 4:1, 2) ການ​ເຮັດ​ແບບ​ນີ້​ຊ່ວຍ​ເພິ່ນ​ໃຫ້​ກຽມ​ພ້ອມ​ກັບ​ການ​ທົດ​ສອບ​ທີ່​ຈະ​ເກີດຂຶ້ນ​ໃນ​ອີກ​ບໍ່​ດົນ. ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ? ຖ້າ​ເຈົ້າ​ຢູ່​ກັບ​ຄອບຄົວ​ທີ່​ຢູ່​ນຳ​ກັນ​ຫຼາຍ​ຄົນ ກໍ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຊອກ​ຢູ່​ບ່ອນ​ງຽບໆ ແຕ່​ເຈົ້າ​ສາມາດ​ໄປ​ຊອກ​ບ່ອນ​ງຽບໆ​ຢູ່​ທາງ​ນອກ​ໄດ້. ນັ້ນ​ເປັນ​ສິ່ງ​ທີ່​ຈູລີ້​ໄດ້​ເຮັດ​ຕອນ​ທີ່​ລາວ​ຢາກ​ອະທິດຖານ​ເຖິງ​ພະ​ເຢໂຫວາ. ຈູລີ້​ກັບ​ຜົວ​ອາໄສ​ຢູ່​ອາພາດເມັນ​ຫຼັງ​ນ້ອຍໆ​ໃນ​ປະເທດ​ຝຣັ່ງ. ເຊິ່ງ​ບ່ອນ​ທີ່​ລາວ​ຢູ່​ນັ້ນ​ບໍ່​ຄ່ອຍ​ມິດ​ງຽບ​ແລະ​ມີ​ສຽງ​ລົບກວນ​ຕະຫຼອດ. ຈູລີ້​ເວົ້າ​ວ່າ: “ຂ້ອຍ​ມັກ​ອອກ​ໄປ​ຍ່າງ​ຢູ່​ສວນ​ສາທາລະນະ​ທຸກ​ມື້ ເພາະ​ບ່ອນ​ນັ້ນ​ມັນ​ງຽບ ມີ​ສະມາທິ ແລະ​ສາມາດ​ລົມ​ກັບ​ພະ​ເຢໂຫວາ​ໄດ້​ຢ່າງ​ເຕັມທີ.”

9. ເຖິງ​ວ່າ​ພະ​ເຢຊູ​ຈະ​ຫຍຸ້ງ​ແຕ່​ເພິ່ນ​ໄດ້​ເຮັດ​ຫຍັງ​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເຫັນ​ຄ່າ​ສາຍ​ສຳພັນ​ທີ່​ມີ​ກັບ​ພະ​ເຢໂຫວາ?

9 ຕອນ​ທີ່​ພະ​ເຢຊູ​ຮັບໃຊ້​ຢູ່​ໃນ​ໂລກ ຊີວິດ​ຂອງ​ເພິ່ນ​ຫຍຸ້ງ​ຫຼາຍ ເພາະ​ມີ​ຫຼາຍ​ຄົນ​ຢາກ​ຢູ່​ກັບ​ເພິ່ນ​ແລະ​ຕິດ​ຕາມ​ເພິ່ນ​ໄປ​ທຸກ​ບ່ອນ. ມີ​ເທື່ອ​ໜຶ່ງ “ຄົນ​ໝົດ​ເມືອງ​ໄດ້​ມາ​ອັ່ງ​ກັນ​ຢູ່​ປະຕູ​ເຮືອນ” ເພື່ອ​ຈະ​ພົບ​ກັບ​ເພິ່ນ. ເຖິງ​ວ່າ​ຈະ​ຫຍຸ້ງ​ຫຼາຍ ແຕ່​ພະ​ເຢຊູ​ກໍ​ໄດ້​ຈັດ​ເວລາ​ໄວ້​ເພື່ອ​ຈະ​ອະທິດຖານ​ເຖິງ​ພະ​ເຢໂຫວາ. ເພິ່ນ​ເຮັດ​ແບບ​ນັ້ນ​ໂດຍ​ອອກ​ໄປ “ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຜູ້​ຄົນ” ຕັ້ງ​ແຕ່​ເຊົ້າໆ​ຕອນ​ທີ່​ຕາເວັນ​ຍັງ​ບໍ່​ຂຶ້ນ.—ມຣກ. 1:32-35

10-11. ຕາມ​ມັດທາຍ 26:40, 41 ພະ​ເຢຊູ​ໄດ້​ບອກ​ພວກ​ລູກສິດ​ໃຫ້​ເຮັດ​ຫຍັງ? ແຕ່​ເກີດ​ຫຍັງ​ຂຶ້ນ?

10 ໃນ​ຄືນ​ສຸດ​ທ້າຍ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ໃນ​ໂລກ ເພິ່ນ​ໄດ້​ຊອກ​ຫາ​ບ່ອນ​ງຽບໆ​ເພື່ອ​ຈະ​ຄິດ​ຕຶກຕອງ​ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ ເຊິ່ງ​ບ່ອນ​ທີ່​ເພິ່ນ​ໄປ​ນັ້ນ​ແມ່ນ​ສວນ​ເຄັດ​ເຊມາ​ເນ. (ມທ. 26:36) ຢູ່​ບ່ອນ​ນັ້ນ ເພິ່ນ​ໄດ້​ບອກ​ພວກ​ລູກສິດ​ວ່າ​ການ​ອະທິດຖານ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ.

11 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ມີ​ຫຍັງ​ເກີດຂຶ້ນ. ຕອນ​ທີ່​ເຂົາເຈົ້າ​ມາ​ຮອດ​ສວນ​ເຄັດ​ເຊມາ​ເນ​ກໍ​ເດິກ​ຫຼາຍ ອາດ​ຈະ​ກາຍ​ທ່ຽງ​ຄືນ​ໄປ​ແລ້ວ. ພະ​ເຢຊູ​ໄດ້​ບອກ​ພວກ​ລູກສິດ​ໃຫ້ “ເຝົ້າ​ລະວັງ​ນຳ​ກັນ” ແລ້ວ​ເພິ່ນ​ກໍ​ໄດ້​ແຍກ​ໂຕ​ເພື່ອ​ໄປ​ອະທິດຖານ. (ມທ. 26:37-39) ແຕ່​ຕອນ​ທີ່​ເພິ່ນ​ອະທິດຖານ​ຢູ່​ນັ້ນ ພວກ​ລູກສິດ​ພັດ​ນອນ​ຫຼັບ. ເມື່ອ​ເພິ່ນ​ເຫັນ​ພວກ​ລູກສິດ​ນອນ​ຫຼັບ​ຢູ່ ເພິ່ນ​ກໍ​ບອກ​ກັບ​ເຂົາເຈົ້າ​ອີກ​ວ່າ “ເຝົ້າ​ລະວັງ​ຢູ່​ສະເໝີ​ແລະ​ອະທິດຖານ​ຢູ່​ເລື້ອຍໆ.” (ອ່ານ​ມັດທາຍ 26:40, 41) ພະ​ເຢຊູ​ຮູ້​ວ່າ​ເຂົາເຈົ້າ​ຮູ້ສຶກ​ເມື່ອຍ​ແລະ​ເຄັ່ງ​ຕຶງ​ຫຼາຍ ເພິ່ນ​ຈຶ່ງ​ເວົ້າ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ວ່າ “ເຖິງ​ວ່າ​ໃຈ​ສູ້ ແຕ່​ຮ່າງກາຍ​ຍັງ​ອ່ອນແອ.” ແລ້ວ​ພະ​ເຢຊູ​ກໍ​ແຍກ​ໂຕ​ອອກ​ໄປ​ອະທິດຖານ​ອີກ​ສອງ​ເທື່ອ ແຕ່​ເມື່ອ​ເພິ່ນ​ກັບ​ມາ​ກໍ​ເຫັນ​ວ່າ​ພວກ​ລູກສິດ​ຍັງ​ນອນ​ຫຼັບ​ຢູ່.—ມທ. 26:42-45

ເຈົ້າ​ສາມາດ​ຈັດ​ເວລາ​ຕອນ​ທີ່​ເຈົ້າ​ບໍ່​ເມື່ອຍ​ເພື່ອ​ຈະ​ອະທິດຖານ​ໄດ້​ບໍ? (ເບິ່ງ​ຂໍ້ 12)

12. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ບາງເທື່ອ​ເຈົ້າ​ຮູ້ສຶກ​ເມື່ອຍ​ຫຼາຍ​ຈົນ​ບໍ່​ຢາກ​ອະທິດຖານ?

12 ເລືອກ​ເວລາ​ທີ່​ເໝາະ​ສົມ. ຖ້າ​ເຈົ້າ​ຮູ້ສຶກ​ເມື່ອຍ​ຫຼາຍ​ຈົນ​ບໍ່​ຢາກ​ອະທິດຖານ ກໍ​ຂໍ​ໃຫ້​ຈື່​ໄວ້​ວ່າ​ບໍ່​ແມ່ນ​ແຕ່​ເຈົ້າ​ຜູ້​ດຽວ​ທີ່​ຮູ້ສຶກ​ແບບ​ນັ້ນ. ແລ້ວ​ເຈົ້າ​ຈະ​ເຮັດ​ແນວ​ໃດ? ບາງ​ຄົນທີ່ມັກ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຕອນ​ໃກ້​ຈະ​ນອນ​ເຫັນ​ວ່າ ມັນ​ຈະ​ດີ​ກວ່າ​ຖ້າ​ອະທິດຖານ​ກ່ອນ​ໜ້າ​ນັ້ນ​ໜ້ອຍໜຶ່ງເພາະ​ນັ້ນ​ເປັນ​ເວລາ​ທີ່​ເຂົາເຈົ້າ​ບໍ່​ເມື່ອຍ​ຫຼາຍ. ສ່ວນ​ບາງ​ຄົນ​ກໍ​ເຫັນ​ວ່າ ການ​ຄູ້​ເຂົ່າ​ຕອນ​ທີ່​ອະທິດຖານ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ສະມາທິ​ຫຼາຍ​ຂຶ້ນ. ແຕ່​ຖ້າ​ເຈົ້າ​ຮູ້ສຶກ​ອຸກ​ໃຈ​ຫຼື​ທໍ້​ໃຈ​ຫຼາຍ​ຈົນ​ບໍ່​ມີ​ແຮງ​ອະທິດຖານ​ເດ? ໃຫ້​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ​ແລະ​ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ.—ເພງ. 139:4

ເຈົ້າ​ຈະ​ພະຍາຍາມ​ບໍ່​ຕອບ​ຂໍ້​ຄວາມ​ຫຼື​ອີເມວ​ຕອນ​ທີ່​ກຳລັງ​ປະຊຸມ​ໄດ້​ບໍ? (ເບິ່ງ​ຂໍ້ 13-14)

13. ເຄື່ອງ​ເອເລັກໂຕຣນິກ​ອາດ​ລົບກວນ​ເຈົ້າ​ແນວ​ໃດ​ຕອນ​ທີ່​ສຶກສາ​ສ່ວນ​ຕົວ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ?

13 ຢ່າ​ໃຫ້​ສິ່ງ​ອື່ນ​ລົບກວນ​ເຈົ້າ​ຕອນ​ທີ່​ສຶກສາ. ການ​ອະທິດຖານ​ບໍ່​ແມ່ນ​ວິທີ​ດຽວ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃກ້​ຊິດກັບ​ພະ​ເຢໂຫວາ. ການ​ສຶກສາ​ຄຳ​ພີ​ໄບເບິນ​ແລະ​ເຂົ້າ​ຮ່ວມ​ປະຊຸມ​ກໍ​ຊ່ວຍ​ເຈົ້າ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໄດ້​ຄື​ກັນ. ແລ້ວ​ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຕອນ​ທີ່​ສຶກສາ​ສ່ວນ​ຕົວ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ? ເພື່ອ​ຈະ​ຮູ້​ຄຳ​ຕອບ ຂໍ​ໃຫ້​ເຈົ້າ​ຖາມ​ຕົວ​ເອງ​ວ່າ: ‘ມີ​ຫຍັງ​ແດ່​ທີ່​ລົບກວນ​ເຈົ້າ​ຕອນ​ທີ່​ສຶກສາ​ສ່ວນ​ຕົວ​ແລະ​ເຂົ້າ​ຮ່ວມ​ປະຊຸມ?’ ໃນ​ທຸກ​ມື້​ນີ້ ຫຼາຍ​ລ້ານ​ຄົນ ມີ​ເຄື່ອງ​ເອເລັກໂຕຣນິກ​ເປັນ​ຂອງ​ຕົວ​ເອງ ຄັນ​ຊັ້ນ​ເມື່ອ​ເຈົ້າ​ໄດ້​ຍິນ​ສຽງ​ຂໍ້​ຄວາມ ອີເມວ ຫຼື​ສຽງ​ໂທ​ເຂົ້າ​ຈາກ​ເຄື່ອງ​ຂອງ​ເຈົ້າ​ຫຼື​ຂອງ​ຄົນ​ອື່ນ ມັນ​ລົບກວນ​ເຈົ້າ​ບໍ? ນັກ​ຄົ້ນ​ຄວ້າ​ບາງ​ຄົນ​ບອກ​ວ່າ ຖ້າ​ເຮົາ​ວາງ​ໂທລະສັບ​ໄວ້​ໃກ້​ໂຕ ມັນ​ກໍ​ຍາກ​ທີ່​ຈະ​ມີ​ສະມາທິ. ຜູ້ຊ່ຽວຊານ​ທາງ​ດ້ານ​ຈິດຕະວິທະຍາ​ຄົນ​ໜຶ່ງ​ເວົ້າ​ວ່າ: “ເຈົ້າ​ບໍ່​ສາມາດ​ຈົດຈໍ່​ກັບ​ສິ່ງ​ທີ່​ກຳລັງ​ເຮັດ​ໄດ້​ເລີຍ ເພາະ​ໃຈ​ເຈົ້າ​ຄິດ​ເຖິງ​ເລື່ອງ​ອື່ນ​ຢູ່.” ກ່ອນ​ເລີ່ມ​ການ​ປະຊຸມ​ໝວດ​ຫຼື​ການ​ປະຊຸມ​ພາກ ເຮົາມັກ​ຈະ​ໄດ້​ຍິນ​ຄຳ​ປະກາດ​ວ່າ ຂໍ​ໃຫ້​ປິດ​ສຽງ​ໂທລະສັບ​ແລະ​ເຄື່ອງ​ເອເລັກໂຕຣນິກ​ເພື່ອ​ຈະ​ບໍ່​ລົບກວນ​ຄົນ​ອື່ນ. ເຈົ້າ​ໄດ້​ເຮັດ​ແບບ​ດຽວ​ກັນ​ນີ້​ບໍ​ເພື່ອ​ຈະ​ບໍ່​ລົບກວນ​ຕົວເອງ ຕອນ​ທີ່​ສຶກສາ​ສ່ວນ​ຕົວ?

14. ຕາມ​ຟີລິບປອຍ 4:6, 7 ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້ມີ​ສະມາທິໄດ້​ແນວ​ໃດ?

14 ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້ມີ​ສະມາທິ. ຖ້າ​ເຈົ້າ​ສັງເກດ​ວ່າ​ຕົວ​ເອງ​ກຳລັງ​ໃຈ​ລອຍ​ຢູ່​ຕອນ​ທີ່​ສຶກສາ​ຫຼື​ເຂົ້າ​ຮ່ວມ​ການ​ປະຊຸມ ໃຫ້​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າຈົດຈໍ່ກັບສິ່ງທີ່ກຳລັງຮຽນຢູ່. ແຕ່​ຖ້າ​ເຈົ້າ​ຮູ້ສຶກ​ກັງວົນ​ຫຼື​ອຸກ​ໃຈ ກໍໃຫ້ພະຍາຍາມບໍ່ຄິດເຖິງຄວາມກັງວົນນັ້ນແລະຈົດຈໍ່ກັບ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ. ໃຫ້​ເຈົ້າ​ອະທິດຖານ​ຂໍ​ສັນຕິສຸກ​ຈາກ​ພະ​ເຢໂຫວາ​ເພື່ອ​ປົກປ້ອງ​ຫົວໃຈ​ແລະ “ຄວາມ​ຄິດ” ຂອງ​ເຈົ້າ.—ອ່ານ​ຟີລິບປອຍ 4:6, 7

ປະໂຫຍດ​ຈາກ​ການ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢໂຫວາ

15. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ເມື່ອ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢໂຫວາ?

15 ຖ້າ​ເຈົ້າ​ໃຊ້​ເວລາ​ລົມ ຟັງ​ແລະ​ຄິດ​ກ່ຽວ​ກັບ​ພະ​ເຢໂຫວາ ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ. ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່? ທຳ​ອິດເຈົ້າ​ຈະ​ຕັດສິນ​ໃຈ​ໄດ້​ດີ​ຂຶ້ນ. ຄຳ​ພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ຄົບ​ກັບ​ຄົນ​ສະຫຼາດ​ຈະ​ສະຫຼາດ.” (ສຸພາ. 13:20, ລ.ມ.) ດັ່ງນັ້ນ ຖ້າ​ເຈົ້າ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢໂຫວາ​ຜູ້​ທີ່​ມີ​ສະຕິປັນຍາ​ຫຼາຍ​ທີ່​ສຸດ ເຈົ້າ​ກໍ​ຈະ​ສະຫຼາດ​ຂຶ້ນ. ເຈົ້າ​ຈະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ວ່າ ເຈົ້າ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ຫຼີກ​ລ່ຽງ​ບໍ່​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເພິ່ນ​ເສຍໃຈ.

16. ການ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ​ໄດ້​ແນວ​ໃດ?

16 ທີ​ສອງ ເຈົ້າ​ຈະ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ. ເມື່ອ​ເຮົາ​ສຶກສາ​ຄຳ​ພີ​ໄບເບິນ​ໃຫ້​ກັບ​ຜູ້​ໃດ​ຜູ້​ໜຶ່ງ ເປົ້າ​ໝາຍ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ກໍ​ຄື ຊ່ວຍ​ເຂົາເຈົ້າ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ. ແຮ່ງ​ເຮົາ​ລົມ​ແລະ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ ແລະ​ເຮົາ​ກໍ​ຈະ​ມີ​ຄວາມ​ສາມາດ​ຫຼາຍ​ຂຶ້ນ​ທີ່​ຈະ​ສອນ​ນັກ​ສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ. ນີ້​ເປັນ​ສິ່ງ​ທີ່​ພະ​ເຢຊູ​ໄດ້​ເຮັດ ຍ້ອນ​ພະ​ເຢຊູ​ໄດ້​ເວົ້າ​ເຖິງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ດ້ວຍ​ຄວາມຮັກ​ແລະ​ດ້ວຍ​ຄວາມ​ອົບອຸ່ນ ນີ້​ຈຶ່ງ​ເຮັດ​ໃຫ້​ພວກ​ລູກສິດ​ຂອງ​ເພິ່ນ​ຮູ້ສຶກ​ຮັກ​ພະ​ເຢໂຫວາ.—ຢຮ. 17:25, 26

17. ການ​ອະທິດຖານ​ແລະ​ການ​ສຶກສາ​ສ່ວນ​ຕົວ​ຊ່ວຍ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ​ແນວ​ໃດ?

17 ທີ​ສາມ ຄວາມ​ເຊື່ອ​ຂອງ​ເຈົ້າ​ຈະ​ເຂັ້ມແຂງ​ຂຶ້ນ. ເມື່ອ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊີ້​ນຳ ໃຫ້​ກຳລັງ​ໃຈ​ຫຼື​ຊ່ວຍ​ເຮົາ ແລະ​ເຮົາ​ເຫັນ​ວ່າ​ເພິ່ນ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ທຸກ​ເທື່ອ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. (1 ຢຮ. 5:15) ແລ້ວ​ມີ​ສິ່ງ​ໃດ​ອີກ​ທີ່​ຈະ​ຊ່ວຍ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ? ການ​ສຶກສາ​ສ່ວນ​ຕົວ. ຂໍ​ໃຫ້​ຈື່​ວ່າ “ຄວາມ​ເຊື່ອ​ຈະ​ເກີດຂຶ້ນ​ກໍ​ຍ້ອນ​ໄດ້​ຍິນ​ຂ່າວ​ດີ.” (ຣມ. 10:17) ແຕ່​ເພື່ອ​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ ການ​ຮັບ​ເອົາ​ຄວາມ​ຮູ້​ຢ່າງ​ດຽວ​ຍັງ​ບໍ່​ພໍ. ແລ້ວ​ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ?

18. ຂໍ​ໃຫ້​ອະທິບາຍ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ຄິດ​ຕຶກຕອງ

18 ເຮົາ​ຕ້ອງ​ຄິດ​ຕຶກຕອງ​ເລື່ອງ​ທີ່​ເຮົາ​ໄດ້​ຮຽນ. ໃຫ້​ເຮົາ​ມາ​ເບິ່ງເລື່ອງ​ຂອງ​ຜູ້​ຂຽນຄຳເພງ​ບົດ 77 ແລະອ່ານບົດນີ້ນຳກັນເພື່ອເບິ່ງວ່າເຮົາໄດ້ບົດຮຽນຫຍັງຈາກລາວ. ລາວ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ລາວ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ລາວ​ກັບ​ຊາດ​ອິດສະຣາເອນ​ທັງ​ໝົດ​ແລ້ວ. ລາວ​ອຸກ​ໃຈ​ຫຼາຍ​ຈົນ​ນອນ​ບໍ່​ຫຼັບ. (ຂໍ້ 2-8) ແລ້ວ​ລາວ​ໄດ້​ເຮັດ​ຫຍັງ? ລາວ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ: “ຂ້ອຍ​ຈະ​ຄິດຕຶກຕອງ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ​ແລະ​ຄິດ​ເຖິງ​ຜົນ​ງານ​ຂອງ​ພະອົງ.” (ຂໍ້ 12) ທີ່​ຈິງ ລາວ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ປະຊາຊົນ​ຂອງ​ເພິ່ນ​ແດ່​ໃນ​ອະດີດ ແຕ່​ຍ້ອນ​ລາວ​ອຸກ​ໃຈ​ຫຼາຍ ລາວ​ຈຶ່ງ​ຄິດ​ວ່າ “ພະເຈົ້າ​ລືມ​ສະແດງ​ຄວາມ​ເມດຕາ​ແລະ​ຄຽດ​ຈົນ​ເຊົາ​ສົງສານ​ແລ້ວ​ບໍ?” (ຂໍ້ 9) ເມື່ອ​ລາວ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ແລະ​ເຫັນ​ວ່າ​ເພິ່ນ​ໄດ້​ສະແດງ​ຄວາມ​ເມດຕາ​ແລະ​ເຫັນ​ອົກ​ເຫັນ​ໃຈ​ປະຊາຊົນ​ຂອງ​ເພິ່ນ​ໃນ​ອະດີດ ກໍ​ເຮັດ​ໃຫ້​ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ປະ​ຖິ້ມ​ປະຊາຊົນ​ຂອງ​ເພິ່ນ. (ຂໍ້ 1115) ຄ້າຍ​ຄື​ກັນ ຄວາມ​ເຊື່ອ​ຂອງ​ເຮົາ​ຈະ​ເຂັ້ມແຂງ​ຂຶ້ນ​ຖ້າ​ເຮົາ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ປະຊາຊົນ​ຂອງ​ເພິ່ນ​ແລະ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຈົ້າ.

19. ເມື່ອ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢໂຫວາ ເຮົາ​ຍັງ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ອີກ?

19 ທີ​ສີ່ ເຈົ້າ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຄວາມ​ຮັກ​ສຳຄັນ​ກວ່າ​ສິ່ງ​ອື່ນ​ທັງ​ໝົດ ເພາະ​ມັນ​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ຢາກ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ເຮັດ​ໃນ​ສິ່ງ​ທີ່​ເພິ່ນ​ພໍ​ໃຈ ແລະ​ຄວາມ​ຮັກ​ຍັງ​ຈະ​ຊ່ວຍ​ໃຫ້​ເຈົ້າ​ອົດ​ທົນ​ກັບ​ບັນຫາ​ຕ່າງໆ​ໄດ້. (ມທ. 22:37-39; 1 ກຣ. 13:4, 7; 1 ຢຮ. 5:3) ບໍ່​ມີ​ຫຍັງ​ຈະ​ມີ​ຄ່າ​ເທົ່າ​ກັບ​ການ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ!—ເພງ. 63:1-8

20. ເຈົ້າ​ຈະ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢໂຫວາ​ໃຫ້​ເກີດ​ປະໂຫຍດ​ຫຼາຍ​ທີ່​ສຸດ​ໄດ້​ແນວ​ໃດ?

20 ຂໍ​ໃຫ້​ຈື່​ວ່າ​ການ​ອະທິດຖານ ການ​ສຶກສາ​ຄຳ​ພີ​ໄບເບິນ ແລະ​ການ​ຄິດ​ຕຶກຕອງ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ. ຂໍ​ໃຫ້​ເຮົາ​ເຮັດ​ຄື​ກັບ​ພະ​ເຢຊູ​ໂດຍ​ຊອກ​ຫາ​ບ່ອນ​ງຽບໆ​ເພື່ອ​ທີ່​ຈະ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢໂຫວາ. ຢ່າ​ໃຫ້​ສິ່ງ​ໃດ​ມາ​ລົບກວນ​ຕອນ​ທີ່​ເຈົ້າ​ສຶກສາ​ສ່ວນ​ຕົວ​ຫຼື​ເຂົ້າ​ຮ່ວມ​ການ​ປະຊຸມ. ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ​ສະມາທິ​ເພື່ອ​ຈະ​ຈົດຈໍ່​ກັບ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ. ຖ້າ​ເຈົ້າ​ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຕັ້ງ​ແຕ່​ຕອນ​ນີ້ ພະ​ເຢໂຫວາ​ກໍ​ຈະ​ໃຫ້​ລາງວັນ​ກັບ​ເຈົ້າ​ເຊິ່ງ​ກໍ​ຄື​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່.—ມຣກ. 4:24

ເພງ 28 ໄດ້​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ

^ ພະ​ເຢໂຫວາ​ເປັນ​ໝູ່​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ ເຮົາ​ຈຶ່ງ​ຢາກ​ໃກ້​ຊິດ​ກັບ​ເພິ່ນ​ແລະ​ຢາກ​ຮູ້ຈັກ​ເພິ່ນ​ຫຼາຍ​ຂຶ້ນ. ແຕ່​ເພື່ອ​ຈະ​ຮູ້ຈັກ​ກັບ​ໃຜ​ຄົນ​ໜຶ່ງ​ຕ້ອງ​ໃຊ້​ເວລາ ເພື່ອ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ກໍ​ຕ້ອງ​ໃຊ້​ເວລາ​ຄື​ກັນ. ແຕ່​ໃນ​ຊີວິດ​ຂອງ​ເຮົາ​ມີ​ຫຼາຍ​ຢ່າງ​ຕ້ອງ​ເຮັດ ຄັນ​ຊັ້ນ ເຮົາ​ຈະ​ຈັດ​ເວລາ​ແນວ​ໃດ​ເພື່ອ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ ແລະ​ການ​ເຮັດ​ແນວ​ນັ້ນ​ຈະ​ໄດ້​ປະໂຫຍດ​ຫຍັງ?