ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 4

ພະເຢໂຫວາ​ອວຍພອນ​ເຮົາ​ທີ່​ພະຍາຍາມ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ

ພະເຢໂຫວາ​ອວຍພອນ​ເຮົາ​ທີ່​ພະຍາຍາມ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ

“ໃຫ້​ເຮັດ​ແບບ​ນີ້​ຕໍ່ໆ​ໄປ​ເພື່ອ​ລະນຶກ​ເຖິງ​ຂ້ອຍ.”—ລກ. 22:19

ເພງ 19 ອາຫານ​ຄ່ຳ​ຂອງ​ຜູ້​ເປັນ​ນາຍ

ໃຈ​ຄວາມ​ສຳຄັນ a

1-2. ເປັນຫຍັງ​ເຮົາ​ຈຶ່ງ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ທຸກ​ປີ?

 ເກືອບ 2.000 ປີ​ມາ​ແລ້ວ ພະເຢຊູ​ໄດ້​ເສຍ​ສະລະ​ຊີວິດ​ເພື່ອ​ເຮົາ​ທຸກ​ຄົນ ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ. ໃນ​ຄືນ​ກ່ອນ​ທີ່​ພະເຢຊູ​ຈະ​ຕາຍ ເພິ່ນ​ໄດ້​ສັ່ງ​ລູກສິດ​ໃຫ້​ລະນຶກ​ເຖິງ​ການ​ເສຍ​ສະລະ​ຂອງ​ເພິ່ນ​ໂດຍ​ວິທີ​ງ່າຍໆ​ທີ່​ໃຊ້​ແຕ່​ເຂົ້າຈີ່​ແລະ​ເຫຼົ້າແວງ.—1ກຣ. 11:23-26

2 ເຮົາ​ເຊື່ອຟັງ​ຄຳສັ່ງ​ຂອງ​ພະເຢຊູ​ຍ້ອນ​ເຮົາ​ຮັກ​ເພິ່ນ​ຫຼາຍ. (ຢຮ. 14:15) ໃນ​ອາທິດ​ກ່ອນ​ແລະ​ຫຼັງ​ການ​ປະຊຸມ​ອະນຸສອນ​ແຕ່ລະປີ ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຮົາ​ໂດຍ​ການໃຊ້​ເວລາ​ຄິດ​ແລະ​ອະທິດຖານ​ກ່ຽວກັບ​ຄວາມໝາຍ​ຂອງ​ການ​ເສຍ​ຊີວິດ​ຂອງ​ເພິ່ນ. ເຮົາ​ຍັງ​ມີ​ສ່ວນ​ຮ່ວມ​ຫຼາຍ​ຂຶ້ນ​ໃນ​ວຽກ​ປະກາດ​ແລະ​ຊວນ​ຄົນ​ມາ​ເຂົ້າຮ່ວມ​ການ​ປະຊຸມ​ນີ້​ໃຫ້​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. ແລະ​ທີ່​ສຳຄັນ ເຮົາ​ຈະ​ບໍ່​ຍອມ​ໃຫ້​ອັນ​ໃດ​ກໍ​ຕາມ​ມາ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ນີ້.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ນີ້?

3 ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ 3 ຢ່າງ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ເຮັດ​ເພື່ອ​ຄິດເຖິງ​ການ​ຕາຍ​ຂອງ​ພະເຢຊູ: (1) ເຂົາເຈົ້າ​ເຮັດ​ແບບ​ດຽວ​ກັບ​ທີ່​ພະເຢຊູ​ພາ​ເຮັດ (2) ເຂົາເຈົ້າ​ໄປ​ຊວນ​ຄົນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ໃຫ້​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ແລະ (3) ເຂົາເຈົ້າ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ເຖິງ​ວ່າ​ສະພາບການ​ຈະ​ບໍ່​ງ່າຍ.

ເຮັດ​ແບບ​ດຽວ​ກັບ​ທີ່​ພະເຢຊູ​ພາ​ເຮັດ

4. ການ​ປະຊຸມ​ອະນຸສອນ​ໃນ​ແຕ່ລະປີ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ຄຳຕອບ​ຫຍັງ​ແດ່? ແລະ​ເປັນຫຍັງ​ເຮົາ​ຄວນ​ເຫັນ​ຄວາມ​ສຳຄັນ​ຂອງ​ຄວາມຈິງ​ເຫຼົ່ານີ້? (ລູກາ 22:19, 20)

4 ໃນ​ການ​ປະຊຸມ​ອະນຸສອນ​ທຸກ​ປີ ເຮົາ​ຈະ​ໄດ້​ຟັງ​ຄຳບັນຍາຍ​ທີ່​ໃຫ້​ຄຳຕອບ​ຢ່າງ​ຊັດເຈນ​ກ່ຽວກັບ​ຄຳຖາມ​ຕ່າງໆ​ເຊັ່ນ: ເປັນຫຍັງ​ມະນຸດ​ເຮົາ​ຈຶ່ງ​ຕ້ອງ​ມີຄ່າ​ໄຖ່? ການ​ຕາຍ​ຂອງ​ຄົນ​ໆ​ດຽວ​ຈະ​ສາມາດ​ໄຖ່​ບາບ​ຂອງ​ຄົນ​ຈຳນວນ​ຫຼາຍ​ໄດ້​ແນວໃດ? ເຂົ້າຈີ່​ແລະ​ເຫຼົ້າແວງ​ໝາຍເຖິງ​ຫຍັງ ແລະ​ໃຜ​ແດ່​ທີ່​ຄວນ​ກິນ? (ອ່ານ​ລູກາ 22:19, 20) ແລະ​ເຮົາ​ຍັງ​ມີ​ໂອກາດ​ທີ່​ຈະ​ຄິດເຖິງ​ສິ່ງ​ດີໆ​ຫຼາຍ​ຢ່າງ​ໃນ​ອະນາຄົດ​ສຳລັບ​ຄົນ​ທີ່​ມີ​ຄວາມຫວັງ​ທີ່​ຈະ​ຢູ່​ໃນ​ໂລກ. (ອຊຢ. 35:5, 6; 65:17, 21-23) ເຮົາ​ຄວນ​ຖື​ວ່າ​ຄວາມຈິງ​ເຫຼົ່ານີ້​ເປັນ​ເລື່ອງ​ສຳຄັນ​ຫຼາຍ ເພາະ​ຫຼາຍ​ຕື້​ຄົນ​ບໍ່​ເຂົ້າໃຈ​ເລື່ອງ​ນີ້​ແລະ​ບໍ່​ຮູ້​ວ່າ​ຄ່າໄຖ່​ຂອງ​ພະເຢຊູ​ມີຄ່າ​ຫຼາຍ​ຂະໜາດ​ໃດ​ສຳລັບ​ເຂົາເຈົ້າ. ນອກຈາກນັ້ນ ເຂົາເຈົ້າ​ຍັງ​ບໍ່​ໄດ້​ຈັດການ​ປະຊຸມ​ອະນຸສອນ​ຕາມ​ແບບ​ທີ່​ພະເຢຊູ​ພາ​ເຮັດ. ເປັນຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ?

5. ຫຼັງ​ຈາກ​ທີ່​ອັກຄະສາວົກ​ຂອງ​ພະເຢຊູ​ສ່ວນ​ຫຼາຍ​ຕາຍ​ໄປ​ແລ້ວ ຫຼາຍ​ຄົນ​ໄດ້​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະເຢຊູ​ແນວໃດ?

5 ຫຼັງ​ຈາກ​ທີ່​ອັກຄະສາວົກ​ສ່ວນ​ຫຼາຍ​ຂອງ​ພະເຢຊູ​ຕາຍ​ໄປ​ແລ້ວ ຄລິດສະຕຽນ​ປອມ​ກໍ​ໄດ້​ເຂົ້າ​ມາ​ໃນ​ປະຊາຄົມ. (ມທ. 13:24-27, 37-39) ເຂົາເຈົ້າ “ເວົ້າ​ບິດ​ເບືອນ​ຄວາມຈິງ​ເພື່ອ​ຊັກ​ຈູງ​ພວກ​ລູກສິດ​ໃຫ້​ຕິດຕາມ​ເຂົາເຈົ້າ​ໄປ.” (ກຈກ. 20:29, 30) ຄຳສອນ​ບິດ​ເບືອນ​ຢ່າງ​ໜຶ່ງ​ກໍ​ຄື ເຂົາເຈົ້າ​ບອກ​ວ່າ​ພະເຢຊູ​ບໍ່​ໄດ້​ສະລະ​ຊີວິດ “ພຽງ​ເທື່ອ​ດຽວ​ເພື່ອ​ຮັບ​ບາບ​ຂອງ​ຄົນ​ຈຳນວນ​ຫຼາຍ” ຕາມ​ທີ່​ຄຳພີໄບເບິນ​ສອນ ແຕ່​ພະເຢຊູ​ໄດ້ສະລະ​ຊີວິດ​ເພື່ອ​ເຂົາເຈົ້າ​ຫຼາຍ​ເທື່ອ. (ຮຣ. 9:27, 28) ທຸກ​ມື້​ນີ້​ຫຼາຍ​ຄົນ​ເຊື່ອ​ຄຳສອນ​ແບບນັ້ນ. ເຂົາເຈົ້າ​ຈຶ່ງ​ເຂົ້າ​ໄປ​ເຮັດ “ພິທີ​ມິດຊາ” ຢູ່​ໂບດ​ເປັນ​ປະຈຳ. ບາງຄົນ​ເຖິງຂັ້ນ​ເຮັດ​ທຸກມື້. b ສ່ວນ​ນິກາຍ​ອື່ນໆ​ບໍ່​ໄດ້​ເຮັດ​ພິທີ​ເພື່ອ​ຄິດເຖິງ​ການ​ຕາຍ​ຂອງ​ພະເຢຊູ​ດຸ​ປານ​ນັ້ນ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ເຂົ້າໃຈ​ແທ້ໆ​ວ່າ​ຄ່າໄຖ່​ຂອງ​ພະເຢຊູ​ໝາຍ​ຄວາມ​ວ່າ​ແນວໃດ. ບາງຄົນ​ອາດ​ສົງໄສ​ວ່າ ‘ການ​ຕາຍ​ຂອງ​ພະເຢຊູ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ແທ້ໆ​ບໍ?’ ເປັນຫຍັງ​ເຂົາເຈົ້າ​ຈຶ່ງ​ສົງໄສ​ແບບນັ້ນ? ອາດ​ເປັນ​ຍ້ອນ​ວ່າ ເຂົາເຈົ້າ​ໄປ​ຟັງ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະເຢຊູ. ແລ້ວ​ພວກ​ລູກສິດ​ແທ້​ຂອງ​ພະເຢຊູ​ເດ​ເຮັດ​ແນວໃດ?

6. ເມື່ອ​ຮອດ​ປີ 1872 ກຸ່ມ​ນັກສຶກສາ​ຄຳພີໄບເບິນ​ໄດ້​ເຂົ້າໃຈ​ເລື່ອງ​ຫຍັງ?

6 ທ້າຍ​ສະຕະວັດ​ທີ 19 ມີ​ກຸ່ມ​ນັກສຶກສາ​ຄຳພີໄບເບິນ​ກຸ່ມ​ໜຶ່ງ​ທີ່​ນຳ​ໜ້າ​ໂດຍ​ຊາລ ເທດ ຣັດເຊວ ໄດ້​ສຶກສາ​ຄົ້ນຄວ້າ​ຄຳພີໄບເບິນ​ຢ່າງ​ລະອຽດ ຍ້ອນ​ເຂົາເຈົ້າ​ຢາກ​ຮູ້​ຄວາມຈິງ​ກ່ຽວກັບ​ຄວາມໝາຍ​ຂອງ​ຄ່າໄຖ່​ຂອງ​ພະເຢຊູ​ແລະ​ຢາກ​ຮູ້​ວ່າ​ຄວນ​ຈະ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະເຢຊູ​ແນວໃດ. ເມື່ອ​ຮອດ​ປີ 1872 ເຂົາເຈົ້າ​ໄດ້​ຂໍ້​ສະຫຼຸບ​ຈາກ​ຄຳພີໄບເບິນ​ວ່າ ພະເຢຊູ​ໄດ້​ມາ​ສະລະ​ຊີວິດ​ເພື່ອ​ເປັນ​ຄ່າໄຖ່​ໃຫ້​ກັບ​ມະນຸດ​ທຸກ​ຄົນ. ເມື່ອ​ເຂົາເຈົ້າ​ຮູ້​ເລື່ອງ​ນີ້ ເຂົາເຈົ້າ​ກໍ​ໄດ້​ພະຍາຍາມ​ບອກ​ໃຫ້​ຄົນອື່ນ​ຮູ້​ໂດຍ​ທາງ​ປຶ້ມ ໜັງສື​ພິມ ແລະ​ວາລະສານ​ຕ່າງໆ. ຈາກ​ນັ້ນ ເຂົາເຈົ້າ​ກໍ​ໄດ້​ເຮັດ​ຄື​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໂດຍ​ຈັດການ​ປະຊຸມ​ອະນຸສອນ​ປີ​ລະ​ເທື່ອ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະເຢຊູ.

7. ສິ່ງ​ທີ່​ນັກສຶກສາ​ຄຳພີໄບເບິນ​ຄົ້ນຄວ້າ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວໃດ?

7 ສິ່ງ​ທີ່​ນັກສຶກສາ​ຄຳພີໄບເບິນ​ຄົ້ນຄວ້າ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວໃດ? ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ ຄ່າໄຖ່​ຂອງ​ພະເຢຊູ​ມີ​ຄວາມໝາຍ​ວ່າ​ແນວໃດ​ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ຂອງ​ພະເຢຊູ​ແນວໃດ. (1ຢຮ. 2:1, 2) ເຮົາ​ຍັງ​ໄດ້​ຮຽນ​ອີກ​ວ່າ ຄຳພີໄບເບິນ​ໃຫ້​ຄວາມຫວັງ​ສອງ​ເລື່ອງ​ກັບ​ຜູ້​ທີ່​ພະເຢໂຫວາ​ພໍໃຈ ເຊິ່ງ​ກໍ​ຄື: ບາງຄົນ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ອະມະຕະ​ໃນ​ສະຫວັນ ແລະ​ຫຼາຍ​ລ້ານ​ຄົນ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ​ຢູ່​ໃນ​ໂລກ. ແລະ​ເມື່ອ​ເຮົາ​ເຫັນ​ວ່າ​ພະເຢໂຫວາ​ຮັກ​ເຮົາ​ຫຼາຍ​ສ່ຳ​ໃດ​ແລະ​ຄ່າໄຖ່​ຂອງ​ພະເຢຊູ​ເປັນ​ປະໂຫຍດ​ຕໍ່​ໂຕ​ເຮົາ​ແນວໃດ ເຮົາ​ກໍ​ຈະ​ໃກ້ຊິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ. (1ປຕ. 3:18; 1ຢຮ. 4:9) ດັ່ງນັ້ນ ເຮົາ​ຈຶ່ງ​ເຮັດ​ຄື​ກັບ​ຄລິດສະຕຽນ​ໃນ​ອະດີດ​ໂດຍ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະເຢຊູ​ແລະ​ເຊີນ​ຄົນອື່ນໆ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ນີ້​ນຳ.

ເຊີນ​ຄົນອື່ນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ

ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ​ໃນ​ໂຄງການ​ພິເສດ​ເພື່ອ​ຢາຍ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ? (ເບິ່ງ​ຂໍ້ 8-10) e

8. ພະຍານ​ພະເຢໂຫວາ​ເຮັດ​ແນວໃດ​ເພື່ອ​ເຊີນ​ຄົນອື່ນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ? (ເບິ່ງ​ຮູບພາບ)

8 ເປັນ​ເວລາ​ຫຼາຍ​ປີ​ທີ່​ພະຍານ​ພະເຢໂຫວາ​ໄດ້​ເຊີນ​ຄົນອື່ນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ. ເລີ່ມ​ແຕ່​ປີ 1881 ພີ່ນ້ອງ​ໃນ​ສະຫະລັດ​ອາເມຣິກາ​ເຊີນ​ແຕ່​ຄົນ​ທີ່​ມີ​ຄວາມ​ເຊື່ອ​ດຽວ​ກັນ​ເທົ່າ​ນັ້ນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ ເຊິ່ງ​ຈັດ​ຢູ່​ໃນ​ເຮືອນ​ຂອງ​ພີ່ນ້ອງ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ເມືອງ​ອາ​ເລ​ເກນີ ລັດ​ເພັນຊິນເວເນຍ. ຕໍ່ມາ​ກໍ​ມີການ​ຈັດການ​ປະຊຸມ​ອະນຸສອນ​ຢູ່​ປະຊາຄົມ​ໃຜ​ລາວ. ໃນ​ເດືອນ​ມີນາ​ປີ 1940 ເຂົາເຈົ້າ​ໄດ້​ຮັບ​ຄຳແນະນຳ​ໃຫ້​ເຊີນ​ຄົນອື່ນໆ​ໃນ​ເຂດ​ປະກາດ​ທີ່​ສະແດງ​ຄວາມ​ສົນໃຈ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ. ໃນ​ປີ 1960 ເປັນ​ເທື່ອ​ທຳອິດ​ທີ່​ເບເທນ​ໄດ້​ຈັດພິມ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ​ໃຫ້​ປະຊາຄົມ​ຕ່າງໆ. ຕັ້ງແຕ່​ນັ້ນ​ມາ ກໍ​ໄດ້​ມີການ​ແຈກ​ຢາຍ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ​ຫຼາຍ​ຕື້​ໃບ. ເປັນຫຍັງ​ເຮົາ​ຈຶ່ງ​ພະຍາຍາມ​ຫຼາຍ​ຂະໜາດ​ນັ້ນ​ທີ່​ຈະ​ເຊີນ​ຄົນອື່ນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ?

9-10. ໃຜ​ແດ່​ທີ່​ໄດ້​ຮັບ​ປະໂຫຍດ​ເມື່ອ​ເຮົາ​ພະຍາຍາມ​ເຊີນ​ຄົນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ? (ໂຢຮັນ 3:16)

9 ເຫດຜົນ​ໜຶ່ງ​ທີ່​ເຮົາ​ເຊີນ​ຄົນ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ກັບ​ເຮົາ​ກໍ​ຄື ເຮົາ​ຢາກ​ໃຫ້​ຄົນ​ທີ່​ມາ​ເຂົ້າຮ່ວມ​ເທື່ອ​ທຳອິດ​ຮູ້​ວ່າ​ພະເຢໂຫວາ​ແລະ​ພະເຢຊູ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ເຮົາ​ທຸກ​ຄົນ. (ອ່ານ​ໂຢຮັນ 3:16) ແລະ​ເຮົາ​ຫວັງ​ວ່າ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ເຫັນ​ແລະ​ໄດ້​ຍິນ​ຈາກ​ການ​ປະຊຸມ​ອະນຸສອນ​ຈະ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ຢາກ​ຮຽນຮູ້​ຫຼາຍ​ຂຶ້ນ​ແລະ​ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ. ນອກຈາກນັ້ນ ຄົນອື່ນໆ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຄື​ກັນ.

10 ເຮົາ​ຍັງ​ໄດ້​ເຊີນ​ຄົນ​ທີ່​ເຊົາ​ຮັບໃຊ້​ພະເຢໂຫວາ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ນຳ. ເຮົາ​ເຮັດ​ແບບນັ້ນ​ກໍ​ເພື່ອ​ຢາກ​ບອກ​ເຂົາເຈົ້າ​ໃຫ້​ຮູ້​ວ່າ​ພະເຢໂຫວາ​ຍັງ​ຮັກ​ເຂົາເຈົ້າ​ຄື​ເກົ່າ. ຫຼາຍ​ຄົນ​ໄດ້​ຕອບຮັບ​ຄຳ​ເຊີນ​ຂອງ​ເຮົາ ແລະ​ເຮົາ​ກໍ​ດີໃຈ​ທີ່​ເຫັນ​ເຂົາເຈົ້າ​ມາ. ການ​ປະຊຸມ​ອະນຸສອນ​ເຮັດ​ໃຫ້​ເຂົາເຈົ້າ​ຄິດເຖິງ​ຄວາມສຸກ​ທີ່​ເຂົາເຈົ້າ​ເຄີຍ​ມີ​ຕອນ​ທີ່​ຮັບໃຊ້​ພະເຢໂຫວາ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ໂມ​ນິ​ກາ​ນຳ​ກັນ. c ໃນ​ຊ່ວງ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ໂມ​ນິ​ກາ​ໄດ້​ກັບ​ມາ​ເຮັດ​ວຽກ​ປະກາດ​ອີກ​ເທື່ອ​ໜຶ່ງ. ຫຼັງ​ຈາກ​ທີ່​ໄດ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ປີ 2021 ລາວ​ບອກ​ວ່າ “ການ​ປະຊຸມ​ອະນຸສອນ​ເທື່ອ​ນີ້​ພິເສດ​ຫຼາຍ ເພາະ​ເປັນ​ເທື່ອ​ທຳອິດ​ໃນ​ຮອບ 20 ປີ ທີ່​ຂ້ອຍ​ໄດ້​ປະກາດ​ກັບ​ຄົນອື່ນ​ແລະ​ເຊີນ​ເຂົາເຈົ້າ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ. ຂ້ອຍ​ພະຍາຍາມ​ເຊີນ​ຄົນ​ໃຫ້​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ເທື່ອ​ນີ້​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ຂ້ອຍ​ເຫັນຄ່າ​ສິ່ງ​ທີ່​ພະເຢໂຫວາ​ແລະ​ພະເຢຊູ​ເຮັດ​ເພື່ອ​ຂ້ອຍ.” (ເພງ. 103:1-4) ບໍ່​ວ່າ​ຄົນ​ຈະ​ຕອບ​ຮັບ​ຄຳ​ເຊີນ​ຫຼື​ບໍ່ ເຮົາ​ກໍ​ຈະ​ພະຍາຍາມ​ເຊີນ​ຄົນ​ໃຫ້​ຫຼາຍ​ທີ່ສຸດ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ແລະ​ເຮົາ​ໝັ້ນໃຈ​ວ່າ​ພະເຢໂຫວາ​ເຫັນຄ່າ​ສິ່ງ​ທີ່​ເຮົາ​ເຮັດ.

11. ພະເຢໂຫວາ​ອວຍພອນ​ເຮົາ​ແນວໃດ​ທີ່​ພະຍາຍາມ​ຊວນ​ຄົນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ? (ອາກເກ 2:7)

11 ພະເຢໂຫວາ​ອວຍພອນ​ເຮົາ​ທີ່​ພະຍາຍາມ​ເຊີນ​ຄົນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ. ໃນ​ປີ 2021 ເຖິງ​ຈະ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ​ໃນ​ຊ່ວງ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ແຕ່​ກໍ​ມີ 21.367.603 ຄົນ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ ເຊິ່ງ​ຫຼາຍ​ກວ່າ​ສອງ​ເທົ່າ​ຂອງ​ພະຍານ​ພະເຢໂຫວາ​ທີ່​ຢູ່​ທົ່ວ​ໂລກ! ພະເຢໂຫວາ​ບໍ່​ໄດ້​ສົນໃຈ​ສະເພາະ​ແຕ່​ຈຳນວນ​ຄົນ​ທີ່​ເຂົ້າຮ່ວມ​ເທົ່າ​ນັ້ນ ແຕ່​ເພິ່ນ​ສົນໃຈ​ແຕ່​ລະ​ຄົນ​ເປັນ​ສ່ວນ​ໂຕ​ນຳ. (ລກ. 15:7; 1ຕມ. 2:3, 4) ດັ່ງນັ້ນ ເຮົາ​ກໍ​ໝັ້ນໃຈ​ໄດ້​ເລີຍ​ວ່າ​ເມື່ອ​ເຮົາ​ພະຍາຍາມ​ເຊີນ​ຄົນອື່ນ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ ພະເຢໂຫວາ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ເຈິ​ຄົນ​ທີ່​ຢາກ​ຮຽນຮູ້​ຄວາມຈິງ​ກ່ຽວກັບ​ເພິ່ນ.—ອ່ານ​ອາກເກ 2:7

ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ເຖິງ​ວ່າ​ສະພາບການ​ຈະ​ບໍ່​ງ່າຍ

ພະເຢໂຫວາ​ອວຍພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່​ຈະ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ (ເບິ່ງ​ຂໍ້ 12) f

12. ມີ​ບັນຫາ​ຫຍັງ​ແດ່ເຊິ່ງ​ເຮັດ​ໃຫ້​ຍາກ​ທີ່​ເຮົາ​ຈະ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ? (ເບິ່ງ​ຮູບພາບ)

12 ພະເຢຊູ​ບອກ​ລ່ວງ​ໜ້າ​ກ່ຽວກັບ​ສະໄໝ​ສຸດທ້າຍ​ວ່າ ເຮົາ​ຈະ​ເຈິ​ບັນຫາ​ຫຼາຍ​ຢ່າງ ເຊັ່ນ: ເຈິ​ການ​ຕໍ່ຕ້ານ​ຈາກ​ຄອບຄົວ ການ​ຂົ່ມເຫງ ສົງຄາມ ໂລກລະບາດ​ແລະ​ອື່ນໆ. (ມທ. 10:36; ມຣກ. 13:9; ລກ. 21:10, 11) ບາງເທື່ອ​ສະພາບການ​ເຫຼົ່ານີ້​ອາດ​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ. ແລະ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ພີ່ນ້ອງ​ໄດ້​ເອົາ​ຊະນະ​ບັນຫາ​ເຫຼົ່ານີ້​ແນວໃດ ແລະ​ພະເຢໂຫວາ​ຊ່ວຍ​ເຂົາເຈົ້າ​ແນວໃດ.

13. ພະເຢໂຫວາ​ໄດ້​ອວຍພອນ​ອາເທັມ​ແນວໃດ​ທີ່​ມີ​ຄວາມ​ກ້າ​ແລະ​ຕັ້ງໃຈ​ຈະ​ການ​ປະຊຸມ​ອະນຸສອນ​ເຖິງ​ວ່າ​ຈະ​ຢູ່​ໃນ​ຄຸກ?

13 ຕິດ​ຄຸກ. ພີ່ນ້ອງ​ຂອງ​ເຮົາ​ທີ່​ຕິດ​ຄຸກ​ຍ້ອນ​ຄວາມເຊື່ອ​ໄດ້​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະເຢຊູ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ອາເທັມ. ໃນ​ການ​ປະຊຸມ​ອະນຸສອນ​ປີ 2020 ອາເທັມ​ຕິດ​ຄຸກ​ແລະ​ຖືກ​ຂັງ​ຢູ່​ໃນ​ຫ້ອງ​ທີ່​ມີ​ຂະໜາດ​ປະມານ 4 ຄູນ 4 ແມັດ. ຄຸກ​ຫ້ອງ​ນ້ອຍໆ​ນີ້​ມີ​ນັກ​ໂທດ​ທັງໝົດ 5 ຄົນ. ເຖິງ​ວ່າ​ຈະ​ຢູ່​ໃນ​ຄຸກ ແຕ່​ອາເທັມ​ກໍ​ສາມາດ​ຫາ​ເຂົ້າຈີ່​ແລະ​ເຫຼົ້າແວງ​ມາ​ໄດ້​ແລະ​ວາງ​ແຜນທີ່​ຈະ​ບັນຍາຍ​ເອງ. ແຕ່​ບັນຫາ​ອີກ​ຢ່າງ​ໜຶ່ງ​ທີ່​ລາວ​ເຈິ​ກໍ​ຄື ໝູ່​ທີ່​ຢູ່​ໃນ​ຄຸກ​ມັກ​ສູບ​ຢາ​ແລະ​ເວົ້າ​ຄຳ​ຫຍາບ​ຄາຍ. ອາເທັມ​ໄດ້​ເຮັດ​ແນວໃດ? ລາວ​ໄດ້​ຂໍ​ໝູ່​ໃຫ້​ເຊົາ​ສູບ​ຢາ​ແລະ​ເຊົາ​ເວົ້າ​ຄຳ​ຫຍາບ​ຄາຍ​ຈັກ​ໜຶ່ງ​ຊົ່ວໂມງ​ຕອນ​ທີ່​ກຳລັງ​ຈັດການ​ປະຊຸມ​ອະນຸສອນ. ອາເທັມ​ກໍ​ແປກໃຈ​ຫຼາຍ​ທີ່​ເຂົາເຈົ້າ​ຍອມ​ເຮັດ​ຕາມ​ທີ່​ລາວ​ຂໍ. ອາເທັມ​ຍັງ​ໄດ້​ບອກ​ກັບ​ເຂົາເຈົ້າ​ວ່າ “ຂ້ອຍ​ຢາກ​ຂໍ​ເວົ້າ​ກ່ຽວກັບ​ການ​ປະຊຸມ​ອະນຸສອນ​ໃຫ້​ພວກເຈົ້າ​ຟັງ​ໄດ້​ບໍ?” ເຖິງ​ວ່າ​ເຂົາເຈົ້າ​ບໍ່​ຢາກ​ຈະ​ຟັງ ແຕ່​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ເຫັນ​ອາເທັມ​ຈັດ​ການ​ປະຊຸມ​ອະນຸສອນ​ແລະ​ໄດ້​ຟັງ​ຄຳບັນຍາຍ​ແລ້ວ ເຂົາເຈົ້າ​ກໍ​ໄດ້​ຖາມ​ອາເທັມ​ຫຼາຍ​ຢ່າງ​ກ່ຽວກັບ​ການ​ປະຊຸມ​ນີ້.

14. ໃນ​ຊ່ວງ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ພະຍານ​ພະເຢໂຫວາ​ໄດ້​ເຮັດ​ແນວໃດ​ເພື່ອ​ຈັດ​ປະຊຸມ​ອະນຸສອນ?

14 ພະຍາດ​ໂຄ​ວິດ-19 ລະບາດ. ໃນ​ຊ່ວງ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ພະຍານ​ພະເຢໂຫວາ​ບໍ່​ສາມາດ​ໄປ​ປະຊຸມ​ແບບ​ເຈິ​ໜ້າ​ກັນ​ໄດ້. ແຕ່​ນັ້ນ​ກໍ​ບໍ່​ໄດ້​ຂັດ​ຂວາງ​ເຂົາເຈົ້າ​ບໍ່​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ. d ປະຊາຄົມ​ຕ່າງໆ​ໄດ້​ຈັດການ​ປະຊຸມ​ອະນຸສອນ​ແບບ​ອອນລາຍ. ແຕ່​ຫຼາຍ​ລ້ານ​ຄົນ​ທີ່​ບໍ່​ມີ​ອິນເຕີເນັດ​ເດ ຈະ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ແນວໃດ? ໃນ​ບາງ​ປະເທດ​ໄດ້​ມີການ​ຖ່າຍ​ທອດ​ຄຳບັນຍາຍ​ທັງ​ທາງ​ໂທລະທັດ​ແລະ​ວິທະຍຸ. ນອກຈາກນັ້ນ ສຳນັກງານ​ສາຂາ​ຕ່າງໆ​ຍັງໄດ້​ອັດ​ຄຳບັນຍາຍ​ອະນຸສອນ​ໄວ້​ລ່ວງ​ໜ້າ​ຫຼາຍ​ກວ່າ 500 ພາສາ ແລະ​ສົ່ງ​ຄຳບັນຍາຍ​ເຫຼົ່າ​ນັ້ນ​ໃຫ້​ກັບ​ພີ່ນ້ອງ​ທີ່​ຢູ່​ຫ່າງ​ໄກ​ສອກຫຼີກ.

15. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ນັກສຶກສາ​ທີ່​ຊື່​ຊູ?

15 ຄອບຄົວ​ຕໍ່ຕ້ານ. ສຳລັບ​ບາງຄົນ​ແລ້ວ ບັນຫາ​ທີ່​ໃຫຍ່​ທີ່ສຸດ​ເຊິ່ງ​ອາດ​ເຮັດ​ໃຫ້​ບໍ່​ສາມາດ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ໄດ້​ກໍ​ຄື ການ​ຕໍ່ຕ້ານ​ຈາກ​ຄອບຄົວ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ນັກສຶກສາ​ຄົນ​ໜຶ່ງ​ທີ່​ຊື່​ຊູ. ໃນ​ປີ 2021 ກ່ອນ​ການ​ປະຊຸມ​ອະນຸສອນ​ມື້​ໜຶ່ງ ລາວ​ໄດ້​ບອກ​ຜູ້​ນຳ​ການສຶກສາ​ວ່າ ລາວ​ບໍ່​ສາມາດ​ທີ່​ຈະ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ໄດ້​ເນື່ອງ​ຈາກ​ຖືກ​ຄອບຄົວ​ຕໍ່ຕ້ານ. ຜູ້​ນຳ​ການສຶກສາ​ໄດ້​ເປີດ​ຂໍ້​ພະຄຳພີ​ໃນ​ລູກາ 22:44 ໃຫ້​ລາວ​ອ່ານ​ແລະ​ອະທິບາຍ​ວ່າ ເມື່ອ​ເຮົາ​ເຈິ​ຄວາມ​ຫຍຸ້ງ​ຍາກ​ເຮົາ​ຄວນ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະເຢຊູ​ໃນ​ການ​ອະທິດຖານ​ແລະ​ໄວ້​ວາງໃຈ​ພະເຢໂຫວາ. ແລະ​ໃນ​ມື້​ຕໍ່ມາ ຊູ​ກໍ​ໄດ້​ກຽມ​ເຂົ້າຈີ່​ແລະ​ເຫຼົ້າແວງ​ແລະ​ເບິ່ງ​ການ​ນະມັດສະການ​ຕອນ​ເຊົ້າ​ໃນ​ເວັບໄຊ jw.org. ແລະ​ໃນ​ຕອນ​ແລງ​ຂອງ​ມື້​ນັ້ນ​ຕອນ​ທີ່​ລາວ​ຢູ່​ໃນ​ຫ້ອງ​ຄົນ​ດຽວ ລາວ​ໄດ້​ຟັງ​ການ​ປະຊຸມ​ອະນຸສອນ​ທາງ​ໂທລະສັບ. ຫຼັງ​ຈາກ​ນັ້ນ ຊູ​ກໍ​ໄດ້​ບອກ​ຜູ້​ນຳ​ການສຶກສາ​ວ່າ: “ມື້​ວານ​ນີ້​ເຈົ້າ​ໄດ້​ໃຫ້​ກຳລັງໃຈ​ຂ້ອຍ​ຫຼາຍ. ຂ້ອຍ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ ແລະ​ຂ້ອຍ​ກໍ​ເຫັນ​ວ່າ​ພະເຢໂຫວາ​ໄດ້​ຊ່ວຍເຫຼືອ​ຂ້ອຍ. ຂ້ອຍ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ແລະ​ຂ້ອຍ​ມີ​ຄວາມສຸກ​ຈົນ​ບໍ່​ຮູ້​ຈະ​ອະທິບາຍ​ອອກ​ມາ​ເປັນ​ຄຳເວົ້າ​ແນວໃດ!” ຖ້າ​ເຈິ​ສະຖານະການ​ແບບ​ດຽວ​ກັນ​ນີ້ ເຈົ້າ​ຄິດ​ວ່າ​ພະເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໄດ້​ບໍ?

16. ເປັນຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ ພະເຢໂຫວາ​ຈະ​ອວຍພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່​ຈະ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ? (ໂຣມ 8:31, 32)

16 ພະເຢໂຫວາ​ເຫັນຄ່າ​ເຮົາ​ຫຼາຍ​ແທ້ໆ​ທີ່​ພະຍາຍາມ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ. ເຮົາ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ອວຍພອນ​ເຮົາ​ທີ່​ເຮົາ​ເຫັນຄ່າ​ສິ່ງ​ຕ່າງໆ​ທີ່​ເພິ່ນ​ເຮັດ​ເພື່ອ​ເຮົາ. (ອ່ານ​ໂຣມ 8:31, 32) ດັ່ງນັ້ນ ຂໍ​ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ປີ​ນີ້​ໃຫ້​ໄດ້​ແລະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຮັບໃຊ້​ໃຫ້​ຫຼາຍ​ຂຶ້ນ​ໃນ​ຊ່ວງ​ການ​ປະຊຸມ​ອະນຸສອນ.

ເພງ 18 ຂອບໃຈ​ສຳລັບ​ຄ່າໄຖ່

a ໃນ​ວັນ​ອັງຄານ​ທີ 4 ເມສາ 2023 ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ຈະ​ເຂົ້າຮ່ວມ​ການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະເຢຊູ. ຄົນ​ທີ່​ຈະ​ເຂົ້າຮ່ວມ​ການ​ປະຊຸມ​ນີ້​ມີ​ທັງ​ຄົນ​ໃໝ່ ຄົນ​ທີ່​ເຊົາ​ຮັບໃຊ້​ພະເຢໂຫວາ​ແລະ​ບໍ່​ໄດ້​ເຂົ້າຮ່ວມ​ການ​ປະຊຸມ​ນີ້​ມາ​ຫຼາຍ​ປີ​ແລ້ວ ແລະ​ຄົນ​ທີ່​ມີ​ສະພາບການ​ທີ່​ຫຍຸ້ງຍາກ. ແຕ່​ບໍ່​ວ່າ​ສະພາບການ​ຂອງ​ເຈົ້າ​ຈະ​ເປັນ​ແນວໃດ ເຈົ້າ​ກໍ​ໝັ້ນໃຈ​ໄດ້​ເລີຍ​ວ່າ ພະເຢໂຫວາ​ຈະ​ພໍໃຈ​ຫຼາຍ​ເມື່ອ​ເຈົ້າ​ພະຍາຍາມ​ເຂົ້າຮ່ວມ​ການ​ປະຊຸມ​ນີ້.

b ຄົນ​ທີ່​ເຂົ້າຮ່ວມ​ພິທີ​ນີ້​ເຊື່ອ​ວ່າ​ເຂົ້າຈີ່​ແລະ​ເຫຼົ້າແວງ​ຈະ​ປ່ຽນ​ເປັນ​ເລືອດ​ແລະ​ຮ່າງກາຍ​ຂອງ​ພະເຢຊູ​ແທ້ໆ​ແລະ​ທຸກ​ເທື່ອ​ທີ່​ເຂົາເຈົ້າ​ກິນເຂົ້າຈີ່​ແລະ​ເຫຼົ້າແວງ ເຂົາເຈົ້າ​ກໍ​ຄິດ​ວ່າ​ພະເຢຊູ​ໄດ້​ຕາຍ​ເພື່ອ​ເຂົາເຈົ້າ​ອີກ.

c ຊື່​ສົມມຸດ

d ເບິ່ງ​ບົດຄວາມ​ທີ່​ຊື່​ວ່າ “ການ​ປະຊຸມ​ອະນຸສອນ​ປີ 2021” ໃນ​ເວັບໄຊ jw.org (ພາສາ​ໄທ)

e ຄຳ​ອະທິບາຍ​ຮູບພາບ: ຕັ້ງແຕ່​ປີ 1960 ໄດ້​ມີການ​ປັບປຸງ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ​ໃຫ້​ດີ​ຂຶ້ນ​ເລື້ອຍໆ​ແລະ​ໃນ​ປັດຈຸບັນ​ກໍ​ມີ​ທັງ​ຮູບແບບ​ເປັນ​ເຈ້ຍ​ແລະ​ແບບ​ເອເລັກໂຕຣນິກ.

f ຄຳ​ອະທິບາຍ​ຮູບພາບ: ໃນ​ຮູບພາບ​ສາທິດ ພີ່ນ້ອງ​ເຂົ້າຮ່ວມ​ການ​ປະຊຸມ​ອະນຸສອນ​ໃນ​ຕອນ​ທີ່​ບໍ່​ມີ​ຄວາມ​ສະຫງົບ​ໃນ​ສັງຄົມ.