ບົດຄວາມສຶກສາທີ 5
“ໃຫ້ຄວາມຮັກຂອງພະຄລິດກະຕຸ້ນເຮົາ”
“ຄວາມຮັກຂອງພະຄລິດກະຕຸ້ນພວກເຮົາຢູ່ . . . ເພື່ອຄົນທີ່ມີຊີວິດຢູ່ຈະບໍ່ໃຊ້ຊີວິດເພື່ອຕົວເອງອີກຕໍ່ໄປ.”—2ກຣ. 5:14, 15
ເພງ 13 ພະຄລິດເປັນແບບຢ່າງຂອງເຮົາ
ໃຈຄວາມສຳຄັນ a
1-2. (ກ) ເມື່ອຄິດເຖິງຊີວິດແລະວຽກຮັບໃຊ້ຂອງພະເຢຊູອາດເຮັດໃຫ້ເຮົາຮູ້ສຶກແນວໃດ? (ຂ) ເຮົາຈະຮຽນຫຍັງໃນບົດຄວາມນີ້?
ເມື່ອຄົນທີ່ເຮົາຮັກຕາຍ ເຮົາຄິດຮອດລາວຫຼາຍ. ຕອນທຳອິດ ເຮົາຮູ້ສຶກໂສກເສົ້າເມື່ອຄິດເຖິງເວລາທີ່ລາວເຈັບປວດທໍລະມານຕອນໃກ້ຈະຕາຍ. ແຕ່ພໍເວລາຜ່ານໄປເຮົາອາດຮູ້ສຶກດີຂຶ້ນ ເມື່ອຄິດເຖິງສິ່ງທີ່ລາວເຄີຍສອນ ຄຳເວົ້າຂອງລາວທີ່ໃຫ້ກຳລັງໃຈ ແລະສິ່ງທີ່ລາວເຮັດເຊິ່ງເຮັດໃຫ້ເຮົາຍິ້ມໄດ້.
2 ຄ້າຍຄືກັນ ເມື່ອເຮົາອ່ານເລື່ອງຂອງພະເຢຊູຕອນທີ່ເພິ່ນທົນທຸກທໍລະມານແລະຕາຍ ເຮົາກໍຮູ້ສຶກໂສກເສົ້າໃຈຫຼາຍ. ໃນຊ່ວງການປະຊຸມອະນຸສອນ ເປັນໂອກາດທີ່ເຮົາຈະໃຊ້ເວລາຄິດຕຶກຕອງເຖິງຄວາມສຳຄັນຂອງຄ່າໄຖ່ຂອງພະເຢຊູ. (1ກຣ. 11:24, 25) ແລະເຮົາກໍມີຄວາມສຸກເມື່ອຄິດເຖິງທຸກສິ່ງທີ່ພະເຢຊູເວົ້າແລະເຮັດຕອນທີ່ເພິ່ນຢູ່ໃນໂລກນີ້. ແລະເຮົາໄດ້ກຳລັງໃຈເມື່ອຄິດເຖິງສິ່ງທີ່ເພິ່ນເຮັດເພື່ອເຮົາໃນຕອນນີ້ແລະສິ່ງທີ່ເພິ່ນຈະເຮັດໃນອະນາຄົດ. ການຄິດຕຶກຕອງເລື່ອງເຫຼົ່ານີ້ແລະຄິດເຖິງຄວາມຮັກທີ່ເພິ່ນມີຕໍ່ເຮົາ ຈະກະຕຸ້ນເຮົາໃຫ້ຢາກສະແດງຄວາມຂອບໃຈເພິ່ນ. ໃຫ້ເຮົາມາເບິ່ງເລື່ອງເຫຼົ່ານີ້ນຳກັນໃນບົດຄວາມນີ້.
ຄວາມຮູ້ສຶກຂອບໃຈເຮັດໃຫ້ເຮົາຢາກຕິດຕາມພະເຢຊູ
3. ມີເຫດຜົນຫຍັງແດ່ທີ່ເຮົາຈະສະແດງຄວາມຂອບໃຈຕໍ່ຄ່າໄຖ່ຂອງພະເຢຊູ?
3 ເຮົາຮູ້ສຶກເຫັນຄ່າເມື່ອຄິດເຖິງຊີວິດແລະການຕາຍຂອງພະເຢຊູ. ຕອນທີ່ພະເຢຊູຮັບໃຊ້ຢູ່ໃນໂລກນີ້ ເພິ່ນສອນຜູ້ຄົນວ່າການປົກຄອງຂອງພະເຈົ້າຈະເຮັດສິ່ງດີໆຫຍັງແດ່ໃຫ້ກັບມະນຸດ. ເຮົາຮູ້ສຶກເຫັນຄ່າຄວາມຈິງເຫຼົ່ານີ້ ແລະຮູ້ສຶກຂອບໃຈທີ່ມີຄ່າໄຖ່ເຊິ່ງເຮັດໃຫ້ເຮົາໄດ້ເປັນໝູ່ກັບພະເຢໂຫວາແລະພະເຢຊູ. ຜູ້ທີ່ສະແດງຄວາມເຊື່ອໃນພະເຢຊູຍັງຈະມີໂອກາດໄດ້ຮັບ ຊີວິດຕະຫຼອດໄປ ແລະໄດ້ເຈິຄົນທີ່ເຂົາເຈົ້າຮັກທີ່ຕາຍໄປແລ້ວອີກເທື່ອໜຶ່ງ. (ຢຮ. 5:28, 29; ຣມ. 6:23) ທີ່ຈິງ ເຮົາບໍ່ສົມຄວນຈະຮັບສິ່ງດີໆເຫຼົ່ານີ້ດ້ວຍຊ້ຳ ແລະບໍ່ມີທາງທີ່ເຮົາຈະຕອບແທນທຸກສິ່ງທີ່ພະເຢໂຫວາແລະພະເຢຊູເຮັດເພື່ອເຮົາໄດ້. (ຣມ. 5:8, 20, 21) ແຕ່ເຮົາສາມາດສະແດງຄວາມຂອບໃຈຕໍ່ພວກເພິ່ນໄດ້. ເຮົາຈະເຮັດແບບນັ້ນໄດ້ແນວໃດ?
4. ມາຣີມັກດາລາໄດ້ສະແດງຄວາມຂອບໃຈແນວໃດຕໍ່ສິ່ງທີ່ພະເຢຊູເຮັດເພື່ອລາວ? (ເບິ່ງຮູບພາບ)
4 ໃຫ້ເຮົາມາເບິ່ງເລື່ອງຂອງຜູ້ຍິງຄົນໜຶ່ງທີ່ເປັນຄົນຢິວທີ່ຊື່ມາຣີມັກດາລາ. ລາວຖືກປີສາດສິງຕັ້ງ 7 ໂຕ ລາວຄືຊິຮູ້ສຶກທຸກທໍລະມານຫຼາຍ ແລະຄິດວ່າບໍ່ມີໃຜຊ່ວຍລາວໄດ້. ແຕ່ລາວກໍຮູ້ສຶກດີໃຈຫຼາຍແລະຂອບໃຈພະເຢຊູທີ່ຊ່ວຍຂັບໄລ່ປີສາດອອກຈາກໂຕລາວ. ຄວາມຮູ້ສຶກຂອບໃຈທີ່ມີຕໍ່ພະເຢຊູກະຕຸ້ນລາວໃຫ້ເຂົ້າມາເປັນລູກສິດຂອງເພິ່ນ. ລາວຈຶ່ງໃຊ້ທັງເວລາ ກຳລັງ ແລະສິ່ງຂອງເພື່ອສະໜັບສະໜູນພະເຢຊູໃນວຽກປະກາດ. (ລກ. 8:1-3) ເຖິງວ່າມາຣີຈະຮູ້ສຶກຂອບໃຈຫຼາຍແຕ່ລາວກໍບໍ່ຮູ້ວ່າພະເຢຊູກຳລັງຈະເຮັດຫຍັງເພື່ອລາວທີ່ຫຼາຍກວ່ານັ້ນອີກ. ເພິ່ນຈະສະລະຊີວິດຂອງເພິ່ນ ‘ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນເພິ່ນ’ ຈະມີຊີວິດຕະຫຼອດໄປ. (ຢຮ. 3:16) ເຖິງວ່າຕອນນັ້ນມາຣີຍັງບໍ່ຮູ້ເລື່ອງນີ້ ແຕ່ລາວກໍສະແດງຄວາມຂອບໃຈຕໍ່ພະເຢຊູໂດຍພັກດີຕໍ່ເພິ່ນ. ຕອນທີ່ພະເຢຊູຖືກຄຶງຢູ່ເທິງເສົາທໍລະມານຢ່າງເຈັບປວດ ມາຣີກໍໄດ້ຢືນຢູ່ໃກ້ໆແລະຄອຍໃຫ້ກຳລັງໃຈເພິ່ນແລະຄົນອື່ນໆ. (ຢຮ. 19:25) ຫຼັງຈາກທີ່ພະເຢຊູຕາຍ ລາວກັບຜູ້ຍິງອີກສອງຄົນກໍໄດ້ຊື້ເຄື່ອງຫອມໄປທີ່ອຸໂມງຝັງສົບຂອງພະເຢຊູ. (ມຣກ. 16:1, 2) ຄວາມພັກດີຂອງມາຣີເຮັດໃຫ້ລາວໄດ້ຮັບພອນທີ່ດີ. ລາວດີໃຈຫຼາຍທີ່ໄດ້ເຫັນແລະໄດ້ເວົ້າກັບພະເຢຊູຕອນທີ່ເພິ່ນຄືນມາຈາກຕາຍ. ນີ້ຖືວ່າເປັນສິດທິພິເສດຫຼາຍແທ້ໆເພາະລູກສິດຄົນອື່ນບໍ່ໄດ້ມີໂອກາດແບບນີ້.—ຢຮ. 20:11-18
5. ເຮົາຈະສະແດງຄວາມຂອບໃຈຕໍ່ທຸກສິ່ງທີ່ພະເຢໂຫວາແລະພະເຢຊູເຮັດເພື່ອເຮົາແນວໃດ?
5 ຄ້າຍຄືກັນ ເຮົາສາມາດສະແດງຄວາມຂອບໃຈຕໍ່ທຸກສິ່ງທີ່ມີພະເຢໂຫວາແລະພະເຢຊູເຮັດເພື່ອເຮົາ ໂດຍໃຊ້ເວລາ ກຳລັງ ແລະຊັບສິນຂອງເຮົາເພື່ອຮັບ ໃຊ້ພະເຢໂຫວາ. ຕົວຢ່າງເຊັ່ນ: ເຮົາສາມາດກຽມຕົວໃຫ້ພ້ອມຢູ່ສະເໝີເພື່ອຊ່ວຍວຽກໃນໂຄງການກໍ່ສ້າງແລະບຳລຸງຮັກສາອາຄານຕ່າງໆຂອງອົງການ.
ຄວາມຮັກທີ່ມີຕໍ່ພະເຢໂຫວາແລະພະເຢຊູກະຕຸ້ນເຮົາໃຫ້ຮັກຄົນອື່ນ
6. ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າຄ່າໄຖ່ເປັນຂອງຂວັນສຳລັບເຮົາແຕ່ລະຄົນເປັນສ່ວນຕົວ?
6 ເມື່ອເຮົາຮູ້ວ່າພະເຢໂຫວາແລະພະເຢຊູຮັກເຮົາ ເຮົາກໍຮັກພວກເພິ່ນຄືກັນ ແລະແຮ່ງເຮົາໄດ້ຮູ້ວ່າພະເຢຊູໄດ້ຕາຍເພື່ອເຮົາແຕ່ລະຄົນເປັນສ່ວນຕົວ ເຮົາກໍແຮ່ງຈະຮັກພວກເພິ່ນທັງສອງຫຼາຍຂຶ້ນ. ອັກຄະສາວົກໂປໂລກໍຮູ້ເລື່ອງນີ້ ລາວຈຶ່ງຂຽນຈົດໝາຍເຖິງພີ່ນ້ອງໃນເມືອງຄາລາເຕຍວ່າ: “ລູກຂອງພະເຈົ້າ . . . ຮັກຂ້ອຍແລະສະລະຊີວິດເພື່ອຂ້ອຍ.” (ຄລຕ. 2:20) ຍ້ອນຄ່າໄຖ່ຂອງພະເຢຊູ ພະເຢໂຫວາຈຶ່ງໄດ້ຊັກນຳເຮົາໃຫ້ມາເປັນໝູ່ກັບເພິ່ນ. (ຢຮ. 6:44) ເຈົ້າຮູ້ສຶກອົບອຸ່ນໃຈບໍທີ່ຮູ້ວ່າພະເຢໂຫວາເຫັນສິ່ງທີ່ດີໃນໂຕເຈົ້າແລະຍອມສະລະສິ່ງທີ່ມີຄ່າທີ່ສຸດເພື່ອໃຫ້ເຈົ້າໄດ້ມາເປັນໝູ່ກັບເພິ່ນ? ການຄິດເຖິງເລື່ອງນີ້ເຮັດໃຫ້ເຈົ້າຮັກພະເຢໂຫວາແລະພະເຢຊູຫຼາຍຂຶ້ນບໍ? ແລະຂໍໃຫ້ຖາມໂຕເອງວ່າ ‘ຄວາມຮັກທີ່ມີຕໍ່ພະເຢໂຫວາແລະພະເຢຊູກະຕຸ້ນຂ້ອຍໃຫ້ເຮັດຫຍັງ?’
7. ຕາມຮູບພາບ ເຮົາຈະສະແດງຄວາມຮັກຕໍ່ພະເຢໂຫວາແລະພະເຢຊູແນວໃດ? (2 ໂກຣິນໂທ 5:14, 15; 6:1, 2)
7 ຄວາມຮັກທີ່ມີຕໍ່ພະເຢໂຫວາແລະພະເຢຊູກະຕຸ້ນເຮົາໃຫ້ສະແດງຄວາມຮັກຕໍ່ຄົນອື່ນ. (ອ່ານ 2 ໂກຣິນໂທ 5:14, 15; 6:1, 2) ວິທີໜຶ່ງທີ່ສະແດງວ່າເຮົາຮັກຄົນອື່ນກໍຄືມີສ່ວນຮ່ວມໃນການເຮັດວຽກປະກາດຢ່າງຫ້າວຫັນ. ລົມກັບທຸກຄົນທີ່ເຮົາເຈິ ແລະບໍ່ມີອະຄະຕິກັບຜູ້ໃດບໍ່ວ່າເຂົາເຈົ້າຈະມີເຊື້ອຊາດ ພາສາ ຖານະທາງການເງິນ ຫຼືຖານະທາງສັງຄົມແນວໃດ. ເມື່ອເຮົາເຮັດແບບນີ້ ເຮົາກໍກຳລັງເຮັດວຽກທີ່ສອດຄ່ອງກັບຄວາມຕ້ອງການຂອງພະເຢໂຫວາເຊິ່ງກໍຄືຢາກໃຫ້ “ຄົນທຸກຊະນິດລອດແລະໄດ້ຮັບຄວາມຮູ້ທີ່ຖືກຕ້ອງເລື່ອງຄວາມຈິງ.”—1ຕມ. 2:4
8. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຮັກພີ່ນ້ອງ?
8 ເຮົາຍັງເຮັດໃຫ້ເຫັນວ່າເຮົາຮັກພະເຢໂຫວາແລະພະເຢຊູໂດຍສະແດງຄວາມຮັກຕໍ່ພີ່ນ້ອງ. (1ຢຮ. 4:21) ເຮົາເຮັດແບບນັ້ນໄດ້ໂດຍສົນໃຈເຂົາເຈົ້າເປັນສ່ວນຕົວແລະຊ່ວຍເຫຼືອເຂົາເຈົ້າເມື່ອເຂົາເຈົ້າເຈິບັນຫາ. ເຮົາຍັງໃຫ້ກຳລັງໃຈເຂົາເຈົ້າເມື່ອເຂົາເຈົ້າທໍ້ໃຈຫຼືເມື່ອຄົນທີ່ເຂົາເຈົ້າຮັກຕາຍຈາກໄປ. (2ກຣ. 1:3-7; 1ທຊ. 5:11, 14) ນອກຈາກນັ້ນ ເມື່ອເຂົາເຈົ້າເຈັບປ່ວຍ ເຮົາກໍໄປຢາມເຂົາເຈົ້າແລະອະທິດຖານເພື່ອເຂົາເຈົ້າຕໍ່ໆໄປ ເພາະຮູ້ວ່າ “ຄຳອ້ອນວອນຂອງຄົນທີ່ພະເຈົ້າຍອມຮັບມີພະລັງແລະໄດ້ຜົນດີ.”—ຢກບ. 5:16
9. ອີກວິທີໜຶ່ງທີ່ສະແດງວ່າເຮົາຮັກພີ່ນ້ອງແມ່ນຫຍັງ?
9 ອີກວິທີໜຶ່ງທີ່ສະແດງວ່າເຮົາຮັກພີ່ນ້ອງກໍຄື ພະຍາຍາມທີ່ຈະສ້າງສັນຕິສຸກກັບເຂົາເຈົ້າແລະຮຽນແບບພະເຢໂຫວາໃນເລື່ອງການໃຫ້ອະໄພ. ພະເຢໂຫວາເຕັມໃຈໃຫ້ລູກຊາຍຂອງເພິ່ນມາຕາຍເພື່ອໄຖ່ບາບຂອງພວກເຮົາ. ດັ່ງນັ້ນ ເຮົາກໍຄວນເຕັມໃຈໃຫ້ອະໄພພີ່ນ້ອງທີ່ເຮັດຜິດຕໍ່ເຮົາ. ເຮົາບໍ່ຢາກເປັນຄືກັບທາດຊົ່ວທີ່ຢູ່ໃນຕົວຢ່າງປຽບທຽບຂອງພະເຢຊູທີ່ນາຍໄດ້ຍົກໜີ້ຈຳນວນຫຼາຍໃຫ້ ແຕ່ລາວພັດບໍ່ຍອມຍົກໜີ້ໃຫ້ໝູ່ທີ່ເປັນທາດນຳກັນເຊິ່ງເປັນໜີ້ລາວພຽງແຕ່ໜ້ອຍດຽວ. (ມທ. 18:23-35) ຖ້າເຈົ້າມີບັນຫາກັບພີ່ນ້ອງບາງຄົນໃນປະຊາຄົມ ເຈົ້າຈະເປັນຝ່າຍລິເລີ່ມໄປຄືນດີກັບລາວກ່ອນຈະເຂົ້າຮ່ວມການປະຊຸມອະນຸສອນໄດ້ບໍ? (ມທ. 5:23, 24) ຖ້າເຈົ້າເຮັດແບບນັ້ນກໍສະແດງວ່າເຈົ້າຮັກພະເຢໂຫວາແລະພະເຢຊູຫຼາຍແທ້ໆ.
10-11. ຜູ້ດູແລຈະສະແດງໃຫ້ເຫັນວ່າຮັກພະເຢໂຫວາແລະພະເຢຊູແນວໃດ? (1ປຕ. 5:1, 2)
10 ຜູ້ດູແລຈະສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າຮັກພະເຢໂຫວາແລະພະເຢຊູ? ວິທີທີ່ສຳຄັນຢ່າງໜຶ່ງກໍຄື ເຂົາເຈົ້າຕ້ອງເບິ່ງແຍງຝູງແກະຂອງພະເຢຊູ. (ອ່ານ 1 ເປໂຕ 5:1, 2) ເຮົາເຫັນເລື່ອງນີ້ໄດ້ຢ່າງຈະແຈ້ງຕອນທີ່ພະເຢຊູເວົ້າກັບເປໂຕ. ເພາະຫຼັງຈາກທີ່ລາວປະຕິເສດພະເຢຊູ 3 ເທື່ອ ລາວກໍຕັ້ງໃຈທີ່ຈະພິສູດຕົວໃຫ້ເຫັນວ່າລາວຮັກພະເຢຊູ. ເມື່ອພະເຢຊູຄືນມາຈາກຕາຍ ເພິ່ນກໍໄດ້ຖາມເປໂຕວ່າ: “ຊີໂມນລູກໂຢຮັນ ເຈົ້າຮັກຂ້ອຍບໍ?” ເຮົາໝັ້ນໃຈວ່າເປໂຕຈະເຮັດທຸກຢ່າງທີ່ເຮັດໄດ້ເພື່ອພິສູດວ່າລາວຮັກນາຍຂອງລາວ. ແລະພະເຢຊູກໍເວົ້າກັບເປໂຕວ່າ: “ໃຫ້ເຈົ້າເບິ່ງແຍງແກະໂຕນ້ອຍໆຂອງຂ້ອຍເດີ້.” (ຢຮ. 21:15-17) ຕັ້ງແຕ່ນັ້ນມາເປໂຕກໍໄດ້ໃຊ້ຊີວິດທີ່ເຫຼືອຂອງລາວເພື່ອເບິ່ງແຍງແກະຂອງພະເຢຊູ ເຊິ່ງສະແດງໃຫ້ເຫັນວ່າລາວຮັກພະເຢຊູຫຼາຍແທ້ໆ.
11 ຜູ້ດູແລ ເຈົ້າຈະສະແດງໃຫ້ເຫັນແນວໃດວ່າສິ່ງທີ່ພະເຢຊູເວົ້າກັບເປໂຕເປັນເລື່ອງສຳຄັນສຳລັບເຈົ້າ? ໃນຊ່ວງກ່ອນແລະຫຼັງການປະຊຸມອະນຸສອນ ເຈົ້າສະແດງໃຫ້ເຫັນວ່າເຈົ້າຮັກພະເຢໂຫວາແລະພະເຢຊູໂດຍໃຫ້ກຳລັງໃຈພີ່ນ້ອງເປັນປະຈຳ ແລະພະຍາຍາມເປັນພິເສດທີ່ຈະຊ່ວຍເຫຼືອຄົນທີ່ເຊົາຮັບໃຊ້ພະເຢໂຫວາໃຫ້ກັບມາຫາເພິ່ນ. (ເອເຊກ. 34:11, 12) ນອກຈາກນັ້ນ ໃຫ້ເຈົ້າສະແດງຄວາມສົນໃຈຕໍ່ນັກສຶກສາແລະຄົນໃໝ່ໆທີ່ເຂົ້າຮ່ວມການປະຊຸມອະນຸສອນ ເພາະມັນຈະເຮັດໃຫ້ເຂົາເຈົ້າຮູ້ສຶກວ່າໄດ້ຮັບການຕ້ອນຮັບຢ່າງດີ ແລະໃນວັນຂ້າງໜ້າເຂົາເຈົ້າອາດຢາກເຂົ້າມາເປັນລູກສິດຂອງພະເຢຊູກໍໄດ້.
ຄວາມຮັກທີ່ມີຕໍ່ພະຄລິດກະຕຸ້ນເຮົາໃຫ້ກ້າຫານ
12. ການຄິດເຖິງຄຳເວົ້າຂອງພະເຢຊູໃນຄືນກ່ອນທີ່ເພິ່ນຈະຕາຍຊ່ວຍເຮົາໃຫ້ກ້າຫານແນວໃດ? (ຢຮ. 16:32, 33)
12 ໃນຄືນກ່ອນທີ່ພະເຢຊູຈະຕາຍ ເພິ່ນໄດ້ບອກກັບພວກລູກສິດວ່າ: “ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ ແຕ່ຂໍໃຫ້ກ້າຫານ ຂ້ອຍຊະນະໂລກແລ້ວ.” (ອ່ານໂຢຮັນ 16:32, 33) ສິ່ງໃດຊ່ວຍພະເຢຊູໃຫ້ປະເຊີນໜ້າກັບສັດຕູຢ່າງກ້າຫານ ແລະຍັງຮັກສາຄວາມສັດຊື່ຈົນຕາຍໄດ້? ຍ້ອນພະເຢຊູໄວ້ວາງໃຈພະເຢໂຫວາ ແລະເພິ່ນກໍຮູ້ວ່າພວກລູກສິດຂອງເພິ່ນຈະເຈິບັນຫາແບບດຽວກັນ ເພິ່ນຈຶ່ງໄດ້ອະທິດຖານຂໍໃຫ້ພະເຢໂຫວາປົກປ້ອງເຂົາເຈົ້າ. (ຢຮ. 17:11) ເປັນຫຍັງເລື່ອງນີ້ຈຶ່ງເຮັດໃຫ້ເຮົາກ້າຫານ? ຍ້ອນເຮົາຮູ້ວ່າພະເຢໂຫວາມີອຳນາດຫຼາຍກວ່າສັດຕູທັງໝົດຂອງເຮົາ ແລະເພິ່ນເຫັນທຸກສິ່ງທຸກຢ່າງທີ່ເກີດຂຶ້ນ. (1ຢຮ. 4:4) ດັ່ງນັ້ນ ເຮົາຈຶ່ງໝັ້ນໃຈວ່າຖ້າເຮົາໄວ້ວາງໃຈພະເຢໂຫວາ ເພິ່ນກໍຈະຊ່ວຍເຮົາໃຫ້ເອົາຊະນະຄວາມຢ້ານໄດ້ ແລະຊ່ວຍເຮົາໃຫ້ກ້າຫານ.
13. ໂຢເຊັບຈາກເມືອງອາຣີມາທາຍສະແດງຄວາມກ້າຫານແນວໃດ?
13 ໃຫ້ເຮົາມາເບິ່ງຕົວຢ່າງຂອງໂຢເຊັບຈາກເມືອງອາຣີມາທາຍ. ລາວເປັນຄົນທີ່ມີຊື່ສຽງແລະໄດ້ຮັບຄວາມນັບຖືຫຼາຍຈາກຄົນຢິວ ເພາະລາວເປັນສະມາຊິກຂອງສານຊັນເຮດຣິນເຊິ່ງເປັນສານສູງຂອງຄົນຢິວ. ແຕ່ຕອນທີ່ພະເຢຊູຮັບໃຊ້ຢູ່ໃນໂລກນີ້ ລາວບໍ່ຄ່ອຍມີຄວາມກ້າຫານປານໃດ. ໂຢຮັນບອກວ່າລາວ “ເປັນລູກສິດຄົນໜຶ່ງຂອງພະເຢຊູ ແຕ່ລາວບໍ່ເປີດເຜີຍຕົວຍ້ອນຢ້ານພວກຢິວ.” (ຢຮ. 19:38) ເຖິງວ່າໂຢເຊັບຈະສົນໃຈຂ່າວດີເລື່ອງການປົກຄອງຂອງພະເຈົ້າ ແຕ່ລາວກໍບໍ່ຢາກໃຫ້ໃຜຮູ້ວ່າລາວມີຄວາມເຊື່ອໃນພະເຢຊູ. ທີ່ເປັນແບບນັ້ນ ອາດເປັນຍ້ອນວ່າລາວຢ້ານຈະສູນເສຍຕຳແໜ່ງແລະຢ້ານວ່າຈະບໍ່ໄດ້ຮັບຄວາມນັບຖືຈາກຄົນຢິວອີກຕໍ່ໄປ. ແຕ່ຄຳພີໄບເບິນບອກວ່າຫຼັງຈາກທີ່ພະເຢຊູຕາຍ ໂຢເຊັບ “ກໍລວບລວມຄວາມກ້າແລະໄປຂໍສົບຂອງພະເຢຊູຈາກປີລາດ.” (ມຣກ. 15:42, 43) ເຫັນໄດ້ວ່າ ຕອນນີ້ໂຢເຊັບບໍ່ຕ້ອງປິດບັງເລື່ອງການເປັນລູກສິດຂອງພະເຢຊູອີກແລ້ວ.
14. ເມື່ອເຈົ້າຮູ້ສຶກຢ້ານຄົນອື່ນ ເຈົ້າຄວນເຮັດຫຍັງ?
14 ເຈົ້າເຄີຍຮູ້ສຶກຢ້ານຄືກັບທີ່ໂຢເຊັບຢ້ານບໍ? ບາງເທື່ອຕອນທີ່ຢູ່ໂຮງຮຽນຫຼືຢູ່ບ່ອນເຮັດວຽກ ເຈົ້າຮູ້ສຶກອາຍບໍທີ່ຈະບອກຄົນອື່ນວ່າຕົວເອງເປັນພະຍານພະເຢໂຫວາ? ຫຼືເຈົ້າບໍ່ເປັນຜູ້ປະກາດແລະບໍ່ຮັບບັບເຕມາຈັກເທື່ອຍ້ອນເຈົ້າຢ້ານຄົນອື່ນບໍ່ມັກບໍ? ຢ່າໃຫ້ຄວາມຢ້ານເຫຼົ່ານີ້ມາເຮັດໃຫ້ເຈົ້າບໍ່ກ້າເຮັດສິ່ງທີ່ຖືກຕ້ອງ. ໃຫ້ອະທິດຖານເຖິງພະເຢໂຫວາຢ່າງຈິງຈັງ ຂໍໃຫ້ເພິ່ນຊ່ວຍເຈົ້າໃຫ້ມີຄວາມກ້າທີ່ຈະເຮັດສິ່ງທີ່ເພິ່ນຕ້ອງການ. ແລະເມື່ອເຫັນວ່າພະເຢໂຫວາຕອບຄຳອະທິດຖານຂອງເຈົ້າ ເຈົ້າກໍຈະເຂັ້ມແຂງຂຶ້ນແລະມີຄວາມກ້າຫານຫຼາຍຂຶ້ນ.—ອຊຢ. 41:10, 13
ຄວາມສຸກກະຕຸ້ນເຮົາໃຫ້ຮັບໃຊ້ພະເຢໂຫວາທຸກໆມື້
15. ຫຼັງຈາກທີ່ພະເຢຊູມາປາກົດຕົວກັບລູກສິດເຮັດໃຫ້ເຂົາເຈົ້າຮູ້ສຶກແນວໃດ ແລະເລື່ອງນີ້ກະຕຸ້ນເຂົາເຈົ້າໃຫ້ເຮັດຫຍັງ? (ລູກາ 24:52, 53)
15 ເມື່ອພະເຢຊູຕາຍ ພວກລູກສິດຂອງເພິ່ນຮູ້ສຶກເສົ້າໃຈຫຼາຍ. ລອງນຶກພາບເບິ່ງວ່າຖ້າເຈົ້າຢູ່ໃນເຫດການ ນັ້ນເຈົ້າຈະຮູ້ສຶກແນວໃດ. ເຂົາເຈົ້າບໍ່ໄດ້ສູນເສຍແຕ່ໝູ່ທີ່ຮັກເທົ່ານັ້ນ ແຕ່ເຂົາເຈົ້າບໍ່ມີຄວາມຫວັງຫຍັງເລີຍ. (ລກ. 24:17-21) ເມື່ອພະເຢຊູຄືນມາຈາກຕາຍ ເພິ່ນກໍມາຫາພວກລູກສິດ ແລະຊ່ວຍເຂົາເຈົ້າໃຫ້ເຂົ້າໃຈວ່າເພິ່ນໄດ້ເຮັດໃຫ້ຄຳພະຍາກອນໃນຄຳພີໄບເບິນສຳເລັດເປັນຈິງ ແລະຍັງໄດ້ມອບໝາຍວຽກທີ່ສຳຄັນໃຫ້ເຂົາເຈົ້າເຮັດ. (ລກ. 24:26, 27, 45-48) ຕອນທີ່ພະເຢຊູຈະກັບໄປສະຫວັນຫຼັງຈາກທີ່ຄືນມາຈາກຕາຍໄດ້ 40 ມື້ແລ້ວ ລູກສິດຂອງເພິ່ນກໍເຊົາໂສກເສົ້າແລະກັບມາມີຄວາມສຸກອີກ. ທີ່ເປັນແບບນັ້ນກໍ່ຍ້ອນເຂົາເຈົ້າຮູ້ວ່າພະເຢຊູຍັງມີຊີວິດຢູ່ແລະພ້ອມທີ່ຈະຊ່ວຍເຫຼືອເຂົາເຈົ້າໃຫ້ເຮັດວຽກປະກາດໃຫ້ສຳເລັດ.—ອ່ານລູກາ 24:52, 53; ກຈກ. 5:42
16. ເຮົາຈະຮຽນແບບພວກລູກສິດຂອງພະເຢຊູແນວໃດ?
16 ເຮົາຈະຮຽນແບບພວກລູກສິດຂອງພະເຢຊູແນວໃດ? ທີ່ຈິງ ເຮົາມີຄວາມສຸກໃນການຮັບໃຊ້ພະເຢໂຫວາໄດ້ຕະຫຼອດທັງປີ ບໍ່ແມ່ນພຽງແຕ່ຊ່ວງການປະຊຸມອະນຸສອນເທົ່ານັ້ນ. ເພື່ອຈະມີຄວາມສຸກແບບນັ້ນໄດ້ ເຮົາກໍຕ້ອງໃຫ້ການຮັບໃຊ້ພະເຢໂຫວາສຳຄັນທີ່ສຸດໃນຊີວິດຂອງເຮົາ. ຕົວຢ່າງເຊັ່ນ ບາງຄົນໄດ້ປັບຕາຕະລາງເຮັດວຽກເພື່ອຈະມີເວລາປະກາດຫຼາຍຂຶ້ນ ເຂົ້າຮ່ວມການປະຊຸມ ແລະເຮັດການນະມັດສະການປະຈຳຄອບຄົວເປັນປະຈຳ. ສ່ວນບາງຄົນກໍຍອມສະລະໂອກາດທີ່ຈະມີວັດຖຸສິ່ງຂອງຫຼາຍໆເພື່ອຊ່ວຍພີ່ນ້ອງໃນປະຊາຄົມຫຼາຍຂຶ້ນ ຫຼືຍ້າຍໄປຮັບໃຊ້ໃນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ເຖິງວ່າເຮົາຕ້ອງໄດ້ອົດທົນກັບຄວາມຍາກລຳບາກເພື່ອຈະຮັບໃຊ້ພະເຢໂຫວາຕໍ່ໆໄປ ແຕ່ພະເຢໂຫວາກໍສັນຍາວ່າຈະອວຍພອນເຮົາຖ້າເຮົາໃຫ້ການຮັບໃຊ້ເພິ່ນເປັນສິ່ງສຳຄັນທີ່ສຸດໃນຊີວິດ.—ສຸພາ. 10:22; ມທ. 6:32, 33
17. ເຈົ້າຕັ້ງໃຈທີ່ຈະເຮັດຫຍັງໃນຊ່ວງການປະຊຸມອະນຸສອນປີນີ້? (ເບິ່ງຮູບພາບ)
17 ເຮົາລໍຖ້າທີ່ຈະເຂົ້າຮ່ວມການປະຊຸມສອນໃນປີນີ້ເຊິ່ງກົງກັບວັນອັງຄານທີ 4 ເດືອນເມສາ. ແຕ່ເຮົາບໍ່ຄວນລໍຖ້າໃຫ້ຮອດມື້ນັ້ນກ່ອນຈຶ່ງຄິດເຖິງຊີວິດແລະການຕາຍຂອງພະເຢຊູ ແລະຄິດເຖິງຄວາມຮັກທີ່ພະເຢຊູແລະພະເຢໂຫວາສະແດງຕໍ່ຮົາ. ແຕ່ໃຫ້ເຮົາຊອກຫາເວລາທີ່ຈະຄິດຕຶກຕອງເຖິງເລື່ອງເຫຼົ່ານັ້ນໃຫ້ຫຼາຍເທົ່າທີ່ເປັນໄປໄດ້ໃນອາທິດກ່ອນແລະຫຼັງການປະຊຸມອະນຸສອນ. ຕົວຢ່າງເຊັ່ນ ເຮົາອາດຈະຈັດເວລາອ່ານແລະຄິດຕຶກຕອງກ່ຽວກັບເຫດການທີ່ຢູ່ໃນຕາຕະລາງ “ເຫດການໃນອາທິດທີ່ພະເຢຊູຕາຍ” ທີ່ຢູ່ໃນພາກຜະໜວກ ຂ12-ກ ແລະ ຂ12-ຂ ຂອງຄຳພີໄບເບິນສະບັບແປໂລກໃໝ່. b ຕອນທີ່ອ່ານເລື່ອງເຫຼົ່ານີ້ໃຫ້ເຈົ້າສົນໃຈຈຸດທີ່ເຮັດໃຫ້ເຈົ້າຮູ້ສຶກຂອບໃຈພະເຢໂຫວາກັບພະເຢຊູ ແລະຢາກສະແດງຄວາມຮັກ ຄວາມກ້າຫານຫຼາຍຂຶ້ນ ແລະເຮັດໃຫ້ເຈົ້າມີຄວາມສຸກຫຼາຍຂຶ້ນ. ຈາກນັ້ນ ໃຫ້ຄິດເບິ່ງວ່າເຈົ້າຈະເຮັດຫຍັງໄດ້ແດ່ເພື່ອສະແດງວ່າເຈົ້າເຫັນຄ່າແລະຮູ້ສຶກຂອບໃຈ ແລະຂໍໃຫ້ໝັ້ນໃຈວ່າພະເຢຊູຈະເຫັນຄ່າທຸກຢ່າງທີ່ເຈົ້າເຮັດເພື່ອຄິດເຖິງເພິ່ນໃນຊ່ວງການປະຊຸມອະນຸສອນ.—ພນມ. 2:19
ເພງ 17 “ເຮົາຢາກຊ່ວຍ”
a ໃນຊ່ວງການປະຊຸມອະນຸສອນ ເຮົາຄວນຄິດຕຶກຕອງກ່ຽວກັບການຕາຍຂອງພະເຢຊູ ແລະຄວາມຮັກທີ່ພະເຢຊູແລະພະເຢໂຫວາສະແດງຕໍ່ເຮົາ. ການເຮັດແບບນີ້ຈະກະຕຸ້ນເຮົາໃຫ້ເຮັດບາງຢ່າງເພື່ອສະແດງວ່າເຮົາຂອບໃຈພະເຢໂຫວາແລະພະເຢຊູ. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າເຮົາຈະເຮັດຫຍັງໄດ້ແດ່ເພື່ອສະແດງວ່າເຮົາເຫັນຄ່າໃນຄ່າໄຖ່ຂອງພະເຢຊູແລະເຮົາຮັກພະເຢໂຫວາແລະພະເຢຊູ ແລະເຮົາຍັງຈະມາເບິ່ງວ່າ ເຮົາຈະສະແດງຄວາມຮັກຕໍ່ພີ່ນ້ອງ ສະແດງຄວາມກ້າຫານ ແລະມີຄວາມສຸກໃນວຽກຮັບໃຊ້ໄດ້ແນວໃດ.
b (ພາສາໄທ)