ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 2

“ໃຫ້​ປ່ຽນແປງ​ຕົວເອງ​ໂດຍ​ປ່ຽນ​ຄວາມຄິດ​ຂອງ​ພວກເຈົ້າ​ໃໝ່”

“ໃຫ້​ປ່ຽນແປງ​ຕົວເອງ​ໂດຍ​ປ່ຽນ​ຄວາມຄິດ​ຂອງ​ພວກເຈົ້າ​ໃໝ່”

“ໃຫ້​ປ່ຽນແປງ​ຕົວເອງ​ໂດຍ​ປ່ຽນ​ຄວາມຄິດ​ຂອງ​ພວກເຈົ້າ​ໃໝ່ ເພື່ອ​ພວກເຈົ້າ​ຈະ​ໄດ້​ກວດ​ເບິ່ງ​ຈົນ​ແນ່​ໃຈ​ວ່າ​ອັນ​ໃດ​ແມ່ນ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ພວກ​ເຮົາ​ເຮັດ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ ສົມບູນ ແລະ​ເຮັດ​ໃຫ້​ພະອົງ​ພໍໃຈ.”—ຣມ. 12:2

ເພງ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

ໃຈ​ຄວາມ​ສຳຄັນ a

1-2. ຫຼັງ​ຈາກ​ທີ່​ເຮົາ​ຮັບ​ບັບເຕມາ ເຮົາ​ຍັງ​ຕ້ອງ​ເຮັດ​ຫຍັງ​ຕໍ່ໆ​ໄປ? ຂໍ​ໃຫ້​ອະທິບາຍ.

 ເຈົ້າ​ອະນາໄມ​ເຮືອນ​ເລື້ອຍ​ປານ​ໃດ? ບາງເທື່ອ​ເຈົ້າ​ອາດຈະ​ອະນາໄມ​ຕອນ​ທີ່​ຍ້າຍ​ເຂົ້າ​ມາ​ໃໝ່. ຕໍ່​ຈາກ​ນັ້ນ​ເຈົ້າ​ອາດຈະ​ບໍ່​ຄ່ອຍ​ອະນາໄມ​ເລື້ອຍ​ປານ​ໃດ. ແຕ່​ຈະ​ເປັນ​ແນວໃດ​ຖ້າ​ບໍ່​ອະນາໄມ​ເຮືອນ​ເລີຍ? ແນ່ນອນ​ວ່າ​ມັນ​ຈະ​ເປື້ອນ. ຖ້າ​ເຈົ້າ​ຢາກ​ໃຫ້​ເຮືອນ​ສະອາດ​ຢູ່​ຕະຫຼອດ ເຈົ້າ​ກໍ​ຕ້ອງ​ອະນາໄມ​ເລື້ອຍໆ.

2 ເຮົາ​ຕ້ອງ​ເຮັດ​ຄ້າຍໆ​ກັນ​ໂດຍ​ພະຍາຍາມ​ປ່ຽນ​ຄວາມຄິດ​ແລະ​ນິດໄສ​ໃຈ​ຄໍ​ຂອງ​ເຮົາ​ກ່ອນ​ທີ່​ເຮົາ​ຈະ​ຮັບ​ບັບເຕມາ ເພາະ​ເຮົາ​ຢາກ “ຊຳລະ​ຕົວ​ໃຫ້​ສະອາດ​ຈາກ​ທຸກ​ສິ່ງ​ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ໃຈ​ເປິ​ເປື້ອນ.” (2ກຣ. 7:1) ຕອນນີ້​ເປັນ​ເວລາ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຄຳແນະນຳ​ຂອງ​ອັກຄະສາວົກ​ໂປໂລ​ທີ່​ໃຫ້ “ປ່ຽນແປງ​ຄວາມຄິດ​ຈິດ​ໃຈ​ໃໝ່​ຢ່າງ​ຕໍ່​ເນື່ອງ.” (ອຟຊ. 4:23) ເປັນຫຍັງ​ການ​ເຮັດ​ຕາມ​ຄຳແນະນຳ​ນີ້​ຈຶ່ງ​ສຳຄັນ? ເພາະ​ເຮົາ​ອາດຈະ​ໄດ້​ຮັບ​ຜົນ​ທີ່​ບໍ່​ດີ​ຈາກ​ໂລກ​ນີ້. ດັ່ງນັ້ນ ເພື່ອ​ທີ່​ຈະ​ຫຼີກ​ລ່ຽງ​ສິ່ງ​ເຫຼົ່ານີ້​ແລະ​ຢາກ​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ ເຮົາ​ຕ້ອງ​ກວດ​ເບິ່ງ​ຕົວເອງ​ເລື້ອຍໆ​ທັງ​ຄວາມຄິດ ນິດໄສ​ໃຈ​ຄໍ​ແລະ​ຄວາມ​ຕ້ອງການ​ຂອງ​ເຮົາ.

ໃຫ້ “ປ່ຽນ​ຄວາມຄິດ​ຂອງ​ພວກເຈົ້າ​ໃໝ່” ຕໍ່ໆ​ໄປ

3. ການ​ປ່ຽນ​ຄວາມຄິດ​ຂອງ​ພວກເຈົ້າ​ໃໝ່​ໝາຍ​ຄວາມ​ວ່າ​ແນວໃດ? (ໂຣມ 12:2)

3 ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ປ່ຽນແປງ​ຄວາມຄິດ​ຂອງ​ເຮົາ​ໃໝ່? (ອ່ານ​ໂຣມ 12:2) ຄຳ​ວ່າ “ປ່ຽນ​ຄວາມຄິດ​ໃໝ່” ໃນ​ສຳນວນ​ພາສາ​ກຣີກ​ສາມາດ​ແປ​ໄດ້​ວ່າ “ການ​ສ້ອມ​ແຊມ​ຄວາມຄິດ.” ສະນັ້ນ ເຮົາ​ບໍ່​ພຽງ​ແຕ່​ຕົກ​ແຕ່ງ​ຄວາມຄິດ​ໃຫ້​ສວຍ​ງາມ​ເທົ່າ​ນັ້ນ. ເຮົາ​ຕ້ອງ​ກວດ​ເບິ່ງ​ເລິກໆ​ໃນ​ໃຈ​ວ່າ​ເຮົາ​ຕ້ອງ​ປ່ຽນແປງ​ຫຍັງ​ເພື່ອ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ. ເຮົາ​ຈະ​ເຮັດ​ແບບ​ນີ້​ບໍ່​ພຽງ​ເທື່ອ​ດຽວ ແຕ່​ເຮົາ​ຈະ​ເຮັດ​ເລື້ອຍໆ.

ການ​ຕັດສິນໃຈ​ຂອງ​ເຈົ້າ​ໃນ​ເລື່ອງ​ການ​ຮຽນ​ຕໍ່​ສູງໆ​ຫຼື​ການ​ເລືອກ​ວຽກ​ເຮັດ​ງານ​ທຳ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ເຈົ້າ​ໃຫ້​ການຮັບໃຊ້​ພະເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່ສຸດ​ໃນ​ຊີວິດ? (ເບິ່ງ​ຂໍ້ 4-5) c

4. ເຮົາ​ຈະ​ເຮັດ​ແນວໃດ​ເພື່ອ​ບໍ່​ໃຫ້​ຄວາມຄິດ​ຂອງ​ໂລກ​ນີ້​ມີ​ຜົນ​ຕໍ່​ເຮົາ?

4 ເຮົາ​ຈະ​ເຮັດ​ທຸກ​ຢ່າງ​ທີ່​ພະເຢໂຫວາ​ຕ້ອງການກໍ​ຕໍ່​ເມື່ອ​ເຮົາ​ເປັນ​ຄົນ​ທີ່​ສົມບູນແບບ​ເທົ່າ​ນັ້ນ. ແຕ່​ກ່ອນ​ຈະ​ຮອດ​ມື້​ນັ້ນ ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ເພື່ອ​ຈະ​ເຮັດ​ໃນ​ສິ່ງ​ທີ່​ພະເຢໂຫວາ​ຕ້ອງການ. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ໂປໂລ​ບອກ​ໄວ້​ໃນ​ໂຣມ 12:2 ທີ່​ໃຫ້​ປ່ຽນແປງ​ຄວາມຄິດ​ໃໝ່​ເພື່ອ​ຈະ​ຮູ້​ວ່າ​ພະເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ເຮັດ​ຫຍັງ. ແທນ​ທີ່​ເຮົາ​ຈະ​ນັ່ງ​ຢູ່​ລ້າໆ​ແລະ​ໃຫ້​ໂລກ​ນີ້​ນວດ​ປັ້ນ​ເຮົາ ເຮົາ​ກໍ​ຕ້ອງ​ກວດ​ເບິ່ງ​ຕົວເອງ​ວ່າ ເຮົາ​ໃຫ້​ຄວາມຄິດ​ຂອງ​ພະເຢໂຫວາ​ມີ​ຜົນ​ຕໍ່​ເປົ້າໝາຍ​ແລະ​ການ​ຕັດສິນໃຈ​ຂອງ​ເຮົາ​ຫຼາຍ​ໜ້ອຍ​ສ່ຳ​ໃດ ຫຼື​ເຮົາ​ຍອມ​ໃຫ້​ຄວາມຄິດ​ຂອງ​ໂລກ​ນີ້​ມີ​ຜົນ​ຕໍ່​ເຮົາ.

5. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮູ້​ວ່າ​ເຮົາ​ຄິດ​ແນວໃດ​ກ່ຽວກັບ​ວັນ​ຂອງ​ພະເຢໂຫວາ? (ເບິ່ງ​ຮູບພາບ)

5 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ. ສິ່ງ​ໜຶ່ງ​ທີ່​ພະເຢໂຫວາ​ຕ້ອງການ​ຈາກ​ເຮົາ​ແມ່ນ​ໃຫ້​ເຮົາ “ຄິດ​ຢູ່​ສະເໝີ​ວ່າ​ວັນ​ຂອງ​ພະເຢໂຫວາ​ໃກ້​ເຂົ້າ​ມາ​ແລ້ວ.” (2ປຕ. 3:12) ດັ່ງນັ້ນ ໃຫ້​ເຮົາ​ຖາມ​ຕົວເອງ​ວ່າ ‘ວິທີ​ທີ່​ຂ້ອຍ​ໃຊ້​ຊີວິດ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ເຊື່ອ​ແທ້ໆ​ວ່າ​ໂລກ​ນີ້​ໃກ້​ຈະ​ເຖິງ​ຈຸດຈົບ​ແລ້ວ? ຫຼື​ວິທີ​ທີ່​ຂ້ອຍ​ຕັດສິນໃຈ​ໃນ​ເລື່ອງ​ການສຶກສາ​ສູງໆ​ແລະ​ການ​ເລືອກ​ວຽກ​ເຮັດ​ງານ​ທຳ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ໃຫ້​ການຮັບໃຊ້​ພະເຢໂຫວາ​ສຳຄັນ​ທີ່ສຸດ​ໃນ​ຊີວິດ​ຂອງ​ຂ້ອຍ? ຂ້ອຍ​ມີ​ຄວາມເຊື່ອ​ບໍ​ວ່າ​ພະເຢໂຫວາ​ຈະ​ເບິ່ງແຍງ​ຂ້ອຍ​ແລະ​ຄອບຄົວ​ໃຫ້​ມີ​ສິ່ງ​ຈຳເປັນ? ຫຼື​ຂ້ອຍ​ຍັງ​ກັງວົນ​ຢູ່​ຕະຫຼອດ​ໃນ​ເລື່ອງ​ວັດຖຸ​ສິ່ງ​ຂອງ?’ ລອງ​ຄິດ​ເບິ່ງ​ແມ້ ພະເຢໂຫວາ​ຈະ​ພໍໃຈ​ເຈົ້າ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ເຈົ້າ​ໃຊ້​ຊີວິດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ.—ມທ. 6:25-27, 33; ຟລປ. 4:12, 13

6. ເຮົາ​ຕ້ອງ​ເຮັດ​ຫຍັງ​ຕໍ່ໆ​ໄປ?

6 ເຮົາ​ຕ້ອງ​ກວດ​ເບິ່ງ​ຄວາມຄິດ​ຂອງ​ເຮົາ​ຢູ່​ເລື້ອຍໆ​ແລະ​ຖ້າ​ເຮົາ​ເຫັນ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ຕ້ອງ​ປ່ຽນແປງ ເຮົາ​ຄວນ​ລົງມື​ປ່ຽນແປງ​ທັນທີ. ໂປໂລ​ບອກ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ວ່າ: “ໃຫ້​ພວກເຈົ້າ​ກວດ​ສອບ​ຕົວເອງ​ສະເໝີ​ວ່າ​ຍັງ​ໃຊ້​ຊີວິດ​ຕາມ​ຄວາມເຊື່ອ​ຂອງ​ຄລິດສະຕຽນ​ຢູ່​ບໍ. ໃຫ້​ກວດ​ເບິ່ງ​ຕົວເອງ​ຢູ່​ເລື້ອຍໆ​ເພື່ອ​ຈະ​ຮູ້​ວ່າ​ເປັນ​ຄົນ​ແນວໃດ​ແທ້ໆ.” (2ກຣ. 13:5) ການ “ໃຊ້​ຊີວິດ​ຕາມ​ຄວາມເຊື່ອ” ບໍ່​ພຽງ​ແຕ່​ເຮົາ​ເຂົ້າຮ່ວມ​ການ​ປະຊຸມ ການ​ປະກາດ​ບາງ​ຄັ້ງ​ບາງ​ຄາວ​ເທົ່າ​ນັ້ນ. ແຕ່​ມັນ​ຍັງ​ກ່ຽວຂ້ອງ​ກັບ​ຄວາມຄິດ ຄວາມ​ຕ້ອງການ ແລະ​ເຫດຜົນ​ທີ່​ເຮົາ​ເຮັດ​ສິ່ງ​ຕ່າງໆ​ນັ້ນ​ນຳ. ດັ່ງນັ້ນ ເຮົາ​ຈຶ່ງ​ຕ້ອງ​ປ່ຽນ​ຄວາມຄິດ​ຂອງ​ເຮົາ​ຢູ່​ເລື້ອຍໆ​ໂດຍ​ການ​ອ່ານ​ຄຳພີໄບເບິນ​ແລະ​ຝຶກ​ທີ່​ຈະ​ຄິດ​ຄື​ກັບ​ພະເຢໂຫວາ. ແລະ​ຖ້າ​ເຫັນ​ວ່າ​ມີ​ຫຍັງ​ທີ່​ຈະ​ຕ້ອງ​ປ່ຽນແປງ ເຮົາ​ຕ້ອງ​ລົງມື​ປ່ຽນ​ທັນທີ​ເພື່ອ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ.—1ກຣ. 2:14-16

ໃຫ້​ມີ “ລັກສະນະ​ນິດໄສ​ໃໝ່”

7. ຕາມ​ເອເຟໂຊ 4:31, 32 ເຮົາ​ຕ້ອງ​ເຮັດ​ຫຍັງ ແລະ​ເປັນຫຍັງ​ຈຶ່ງ​ເປັນ​ເລື່ອງ​ຍາກ?

7 ອ່ານ​ເອເຟໂຊ 4:31, 32. ນອກ​ຈາກ​ເຮົາ​ຈະ​ຕ້ອງ​ປ່ຽນ​ຄວາມຄິດ​ໃໝ່​ແລ້ວ ເຮົາ​ຍັງ​ຕ້ອງ​ມີ “ລັກສະນະ​ນິດໄສ​ໃໝ່” ນຳ. (ອຟຊ. 4:24) ເຮົາ​ຕ້ອງ​ໄດ້​ພະຍາຍາມ​ຫຼາຍ​ແທ້ໆ​ເພື່ອ​ຈະ​ປ່ຽນ​ນິດໄສ​ເຫຼົ່ານີ້ ເຊັ່ນ: ຄວາມ​ອາຄາດ​ແຄ້ນ ຄວາມ​ຮ້າຍ ຄວາມ​ໂມໂຫ. ເປັນຫຍັງ​ການ​ປ່ຽນ​ນິດໄສ​ເຫຼົ່ານີ້​ຈຶ່ງ​ຍາກ? ເພາະ​ນິດໄສ​ທີ່​ບໍ່​ດີ​ບາງ​ຢ່າງ​ອາດຈະ​ຝັງ​ຮາກ​ເລິກ​ໃນ​ໃຈ​ຂອງ​ເຮົາ​ໄປ​ແລ້ວ. ຄຳພີໄບເບິນ​ບອກ​ວ່າ​ຄົນ​ເຮົາ “ໃຈຮ້າຍ​ງ່າຍ” ແລະ “ຂີ້​ໂມໂຫ” (ສຸພາ. 29:22, ລ.ມ.) ບາງຄົນ​ທີ່​ມີ​ນິດໄສ​ທີ່​ບໍ່​ດີ​ເຫຼົ່ານີ້​ຕ້ອງ​ໄດ້​ພະຍາຍາມ​ຫຼາຍ​ທີ່​ຈະ​ປ່ຽນແປງ​ຕົວເອງ ເຖິງ​ວ່າ​ລາວ​ຈະ​ຮັບ​ບັບເຕມາ​ແລ້ວ​ກໍ​ຕາມ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ນີ້​ນຳ​ກັນ.

8-9. ປະສົບການ​ຂອງ​ສະຕີເຟັນ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຮົາ​ຕ້ອງ​ຄວບຄຸມ​ນິດໄສ​ທີ່​ບໍ່​ດີ​ຕໍ່ໆ​ໄປ?

8 ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ສະຕີເຟັນ​ມີ​ບັນຫາ​ໃນ​ເລື່ອງ​ການ​ຄວບຄຸມ​ຄວາມ​ໃຈຮ້າຍ. ລາວ​ບອກ​ວ່າ “ເຖິງ​ວ່າ​ຂ້ອຍ​ຈະ​ຮັບ​ບັບເຕມາ​ແລ້ວ ແຕ່​ຂ້ອຍ​ກໍ​ຍັງ​ຕ້ອງ​ໄດ້​ພະຍາຍາມ​ຄວບຄຸມ​ຄວາມ​ໃຈຮ້າຍ​ຢູ່. ຕົວຢ່າງ​ເຊັ່ນ: ມີ​ເທື່ອ​ໜຶ່ງ​ຕອນ​ທີ່​ຂ້ອຍ​ກຳລັງ​ປະກາດ​ຕາມ​ບ້ານ​ເຮືອນ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ລັກ​ເອົາ​ວິທະຍຸ​ຢູ່​ໃນ​ລົດ​ຂອງ​ຂ້ອຍ. ຂ້ອຍ​ຈຶ່ງ​ໄດ້​ແລ່ນ​ໄລ່​ຕາມ​ລາວ. ຕອນ​ທີ່​ຂ້ອຍ​ແລ່ນ​ໃກ້​ຈະ​ທັນ​ລາວ ລາວ​ກໍ​ໄດ້​ຖິ້ມ​ວິທະຍຸ​ໄວ້​ແລ້ວ​ໜີ​ໄປ. ເມື່ອ​ຂ້ອຍ​ເວົ້າ​ສູ່​ຄົນອື່ນ​ຟັງ​ວ່າ​ຂ້ອຍ​ເອົາ​ວິທະຍຸ​ກັບ​ຄືນ​ມາ​ໄດ້​ແນວໃດ ຜູ້​ດູແລ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ກຸ່ມ​ປະກາດ​ກໍ​ຖາມ​ຂ້ອຍ​ວ່າ ‘ສະຕີເຟັນ ຖ້າ​ເຈົ້າ​ແລ່ນ​ທັນ​ຜູ້​ຊາຍ​ຄົນ​ນັ້ນ ເຈົ້າ​ຈະ​ເຮັດ​ຫຍັງ​ລາວ?’ ຄຳຖາມ​ນີ້​ເຮັດ​ໃຫ້​ຂ້ອຍ​ສຳນຶກ​ໂຕ​ວ່າ ຂ້ອຍ​ຄວນ​ຈະ​ເປັນ​ຄົນ​ທີ່​ສ້າງ​ສັນຕິສຸກ.” b

9 ຈາກ​ປະສົບການ​ຂອງ​ສະຕີເຟັນ​ສະແດງ​ໃຫ້​ເຫັນ​ວ່າ ນິດໄສ​ທີ່​ບໍ່​ດີ​ຂອງ​ເຮົາ​ອາດ​ກັບ​ຄືນ​ມາ​ໄດ້​ໂດຍ​ທີ່​ເຮົາ​ບໍ່​ຄາດ​ຄິດ. ຖ້າ​ສິ່ງ​ນີ້​ເກີດ​ຂຶ້ນ​ກັບ​ເຈົ້າ ກໍ​ບໍ່​ຕ້ອງ​ທໍ້ໃຈ​ແລະ​ຄິດ​ວ່າ​ໂຕເອງ​ເປັນ​ຄລິດສະຕຽນ​ທີ່​ບໍ່​ດີ ເພາະ​ແມ່ນ​ແຕ່​ອັກຄະສາວົກ​ໂປໂລ​ເອງ​ກໍ​ຍອມຮັບ​ວ່າ: “ເມື່ອ​ຂ້ອຍ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ສິ່ງ​ຊົ່ວ​ກໍ​ຢູ່​ໃນ​ຕົວ​ຂ້ອຍ.” (ຣມ. 7:21-23) ຄລິດສະຕຽນ​ທຸກ​ຄົນ​ເປັນ​ຄົນ​ທີ່​ບໍ່​ສົມບູນແບບ. ດັ່ງນັ້ນ ຕ້ອງ​ໄດ້​ພະຍາຍາມ​ຄວບຄຸມ​ນິດໄສ​ທີ່​ບໍ່​ດີ​ຢູ່​ເລື້ອຍໆ​ຄື​ກັບ​ທີ່​ເຮົາ​ພະຍາຍາມ​ອະນາໄມ​ເຮືອນ​ເລື້ອຍໆ​ເພື່ອ​ບໍ່​ໃຫ້​ມີ​ຂີ້​ຝຸ່ນ. ແລ້ວ​ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ?

10. ເຮົາ​ຈະ​ຄວບຄຸມ​ນິດໄສ​ທີ່​ບໍ່​ດີ​ໄດ້​ແນວໃດ? (1 ໂຢຮັນ 5:14, 15)

10 ໃຫ້​ອະທິດຖານ​ບອກ​ກັບ​ພະເຢໂຫວາ​ກ່ຽວກັບ​ນິດໄສ​ທີ່​ບໍ່​ດີ​ທີ່​ເຈົ້າ​ຢາກ​ປ່ຽນ ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ຟັງ​ແລະ​ຊ່ວຍ​ເຈົ້າ. (ອ່ານ 1 ໂຢຮັນ 5:14, 15) ເຖິງ​ວ່າ​ພະເຢໂຫວາ​ຈະ​ບໍ່​ໄດ້​ເຮັດ​ໃຫ້​ນິດໄສ​ທີ່​ບໍ່​ດີ​ຂອງ​ເຈົ້າ​ໝົດ​ໄປ ແຕ່​ເພິ່ນ​ຈະ​ໃຫ້​ກຳລັງ​ກັບ​ເຈົ້າ​ເພື່ອ​ຄວບຄຸມ​ນິດໄສ​ທີ່​ບໍ່​ດີ​ຕ່າງໆ​ໄດ້. (1ປຕ. 5:10) ໃນ​ຂະນະ​ດຽວ​ກັນ ເຈົ້າ​ກໍ​ຕ້ອງ​ພະຍາຍາມ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ນິດໄສ​ເກົ່າ​ກັບຄືນມາ ເຊັ່ນ​: ບໍ່​ເບິ່ງ​ໜັງຫຼືລາຍການ​ໂທລະທັດ ຫຼື​ອ່ານ​ເລື່ອງ​ຕ່າງໆ​ທີ່​ອາດຈະ​ກະຕຸ້ນ​ເຮົາ​ໃຫ້​ກັບ​ໄປ​ເຮັດ​ນິດໄສ​ແບບ​ເກົ່າ. ແລະ​ບໍ່​ປ່ອຍ​ໃຫ້​ໃຈ​ຄິດເຖິງ​ແຕ່​ຄວາມ​ຕ້ອງການ​ທີ່​ຜິດໆ.—ຟລປ. 4:8; ກລຊ. 3:2

11. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ລັກສະນະ​ນິດໄສ​ໃໝ່​ຕໍ່ໆ​ໄປ?

11 ເຖິງ​ວ່າ​ເຮົາ​ຈະ​ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ໄປ​ແລ້ວ ແຕ່​ກໍ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຕ້ອງ​ມີ​ລັກສະນະ​ນິດໄສ​ໃໝ່. ແລ້ວ​ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ? ໃຫ້​ຮຽນແບບ​ຄຸນລັກສະນະ​ຕ່າງໆ​ຂອງ​ພະເຢໂຫວາ. (ອຟຊ. 5:1, 2) ຕົວຢ່າງ​ເຊັ່ນ: ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ​ທີ່​ເວົ້າ​ກ່ຽວກັບ​ການ​ໃຫ້​ອະໄພ​ຂອງ​ພະເຢໂຫວາ ໃຫ້​ຖາມ​ຕົວເອງ​ວ່າ ‘ຂ້ອຍ​ໄດ້​ໃຫ້​ອະໄພ​ຄົນ​ອື່ນ​ບໍ?’ ຫຼື​ເມື່ອ​ອ່ານ​ວ່າ​ພະເຢໂຫວາ​ໄດ້​ສະແດງ​ຄວາມ​ເຫັນອົກເຫັນໃຈ​ຕໍ່​ຄົນ​ທຸກຍາກ​ແນວໃດ ກໍ​ໃຫ້​ຖາມ​ຕົວເອງ​ວ່າ ‘ຂ້ອຍ​ເປັນຫ່ວງ​ພີ່ນ້ອງ​ທີ່​ທຸກຍາກ​ແລະ​ໄດ້​ເຮັດ​ອີ່ຫຍັງ​ບາງ​ຢ່າງ​ເພື່ອ​ຊ່ວຍເຫຼືອ​ເຂົາເຈົ້າ​ບໍ?’ ໃຫ້​ພະຍາຍາມ​ປ່ຽນ​ຄວາມຄິດ​ຂອງ​ເຈົ້າ​ໃໝ່​ໂດຍ​ມີ​ລັກສະນະ​ນິດໄສ​ໃໝ່​ຕໍ່ໆ​ໄປ. ແລະ​ຕອນ​ທີ່​ເຈົ້າ​ກຳລັງ​ພະຍາຍາມ​ເຮັດ​ແບບນັ້ນ ໃຫ້​ອົດທົນ​ກັບ​ຕົວເອງ​ນຳ.

12. ພະລັງ​ຂອງ​ຄຳພີໄບເບິນ​ໄດ້​ຊ່ວຍ​ສະຕີເຟັນ​ແນວໃດ​ໃຫ້​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ຕໍ່ໆ​ໄປ?

12 ສະຕີເຟັນ​ທີ່​ເວົ້າ​ເຖິງ​ໃນ​ຂໍ້​ຜ່ານ​ມາ​ໄດ້​ຄ່ອຍໆ​ສະແດງ​ລັກສະນະ​ນິດໄສ​ໃໝ່. ລາວ​ບອກ​ວ່າ “ຕັ້ງແຕ່​ຂ້ອຍ​ຮັບ​ບັບເຕມາ ມີ​ຫຼາຍ​ສະຖານະການ​ທີ່​ອາດຈະ​ເຮັດ​ໃຫ້​ນິດໄສ​ເກົ່າ​ຂ້ອຍ​ກັບຄືນມາ. ແຕ່​ຂ້ອຍ​ກໍ​ໄດ້​ຮຽນຮູ້​ທີ່​ຈະ​ໜີ​ຈາກ​ສະຖານະການ​ແບບນັ້ນ ແລະ​ບໍ່​ຢູ່​ນຳ​ຄົນ​ທີ່​ຍົວະ​ຂ້ອຍ​ໃຫ້​ໃຈຮ້າຍ. ຫຼາຍ​ຄົນ​ລວມ​ທັງ​ເມຍ​ຂ້ອຍ​ໄດ້​ຊົມເຊີຍ​ທີ່​ຂ້ອຍ​ພະຍາຍາມ​ຮັບ​ມື​ກັບ​ສະຖານະການ​ນັ້ນ​ໄດ້​ດີ. ບາງເທື່ອ​ຂ້ອຍ​ເອງ​ກໍ​ຮູ້ສຶກ​ແປກໃຈ​ຄື​ກັນ​ກັບ​ສິ່ງ​ທີ່​ໂຕເອງ​ເຮັດ. ແຕ່​ກໍ​ບໍ່​ໄດ້​ຖື​ວ່າ​ເປັນ​ຍ້ອນ​ຄວາມສາມາດ​ຂອງ​ຕົວເອງ​ທີ່​ຈະ​ປ່ຽນແປງ​ນິດໄສ​ໃຈ​ຄໍ​ນັ້ນ. ແຕ່​ຂ້ອຍ​ເຫັນ​ໄດ້​ວ່າ ຂ້ອຍ​ສາມາດ​ປ່ຽນແປງ​ນິດໄສ​ໃຈ​ຄໍ​ນັ້ນ​ໄດ້​ຍ້ອນ​ພະລັງ​ຈາກ​ຄຳພີໄບເບິນ.”

ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ຕໍ່ໆ​ໄປ

13. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ? (ຄາລາເຕຍ 5:16)

13 ອ່ານ​ຄາລາເຕຍ 5:16. ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພະເຢໂຫວາ​ໄດ້​ໃຫ້​ພະລັງບໍລິສຸດ​ກັບ​ເຮົາ. ເຮົາ​ໄດ້​ຮັບ​ພະລັງບໍລິສຸດ​ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ ແລະ​ເຮົາ​ຍັງ​ໄດ້​ຮັບ​ພະລັງບໍລິສຸດ​ຈາກ​ພະເຢໂຫວາ​ເມື່ອ​ເຮົາ​ເຂົ້າຮ່ວມ​ປະຊຸມ ເພາະ​ຢູ່​ທີ່​ການ​ປະຊຸມ​ເຮົາ​ມີ​ໂອກາດ​ທີ່​ຈະ​ໄດ້​ໃຊ້​ເວລາ​ຢູ່​ກັບ​ພີ່ນ້ອງ​ທີ່​ພະຍາຍາມ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຄື​ກັບ​ເຮົາ. ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງໃຈ​ຫຼາຍ​ແທ້ໆ. (ຮຣ. 10:24, 25; 13:7) ເມື່ອ​ເຮົາ​ອະທິດຖານ​ເຖິງ​ພະເຢໂຫວາ​ຢ່າງ​ຈິງ​ຈັງ​ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຂໍ້​ອ່ອນແອ ເພິ່ນ​ກໍ​ຈະ​ໃຫ້​ພະລັງບໍລິສຸດ​ກັບ​ເຮົາ​ເພື່ອ​ໃຫ້​ເຮົາ​ມີ​ກຳລັງ​ທີ່​ຈະ​ຕໍ່ສູ້​ກັບ​ມັນ​ໄດ້. ເຖິງ​ວ່າ​ກິດຈະກຳ​ຂອງ​ຄລິດສະຕຽນ​ຈະ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ຕ້ອງການ​ຜິດໆ​ໝົດ​ໄປ ແຕ່​ມັນ​ກໍ​ຊ່ວຍ​ເຮົາ​ບໍ່​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຜິດໆ​ນັ້ນ​ໄດ້. ຄື​ກັບ​ຄາລາເຕຍ 5:16 ບອກ​ວ່າ ຜູ້​ທີ່​ໃຊ້​ຊີວິດ​ຕາມ​ການ​ຊີ້ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ “ຈະ​ບໍ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ.”

14. ເປັນຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ຕໍ່ໆ​ໄປ?

14 ການ​ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ​ເປັນ​ປະຈຳ​ແລະ​ການ​ພະຍາຍາມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຢູ່​ເລື້ອຍໆ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ. ຍ້ອນຫຍັງ? ກໍ​ຍ້ອນ​ວ່າ​ສັດຕູ​ຂອງ​ເຮົາ​ບໍ່​ເຄີຍ​ຢຸດ​ທີ່​ຈະ​ຕໍ່ສູ້​ກັບ​ເຮົາ ມັນ​ພະຍາຍາມ​ລໍ້ໃຈ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ. ເຖິງ​ວ່າ​ເຮົາ​ຈະ​ຮັບ​ບັບເຕມາ​ແລ້ວ ແຕ່​ເຮົາ​ກໍ​ອາດ​ຍັງ​ຢາກ​ຈະ​ເຮັດ​ສິ່ງ​ທີ່​ບໍ່​ຄວນ​ເຮັດ ເຊັ່ນ: ຫຼິ້ນ​ການ​ພະນັນ ຕິດ​ເຫຼົ້າ ຫຼື​ເບິ່ງ​ສື່​ລາມົກ. (ອຟຊ. 5:3, 4) ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ຄົນ​ໜຶ່ງ​ຍອມຮັບ​ວ່າ: “ສິ່ງ​ທີ່​ຍາກ​ທີ່ສຸດ​ຢ່າງ​ໜຶ່ງ​ສຳລັບ​ຂ້ອຍ​ແມ່ນ​ການ​ຕໍ່ສູ້​ກັບ​ການ​ມັກ​ເພດ​ດຽວ​ກັນ. ຂ້ອຍ​ຄິດ​ວ່າ​ຄວາມ​ຮູ້ສຶກ​ນີ້​ມັນ​ຫາຍ​ໄປ​ແລ້ວ ແຕ່​ທີ່​ຈິງ​ແລ້ວ​ມັນ​ຍັງ​ຢູ່.” ຖ້າ​ຄວາມ​ຕ້ອງການ​ທີ່​ຢາກ​ຈະ​ເຮັດ​ຜິດ​ມັນ​ຮຸນແຮງ​ຂຶ້ນ ເຈົ້າ​ຈະ​ເຮັດ​ແນວໃດ?

ຖ້າ​ຄວາມ​ຕ້ອງການ​ທີ່​ຜິດໆ​ຂຶ້ນ​ມາ​ໃນ​ຄວາມຄິດ​ຂອງ​ເຈົ້າ ກໍ​ຢ່າ​ຟ້າວ​ໝົດ​ຫວັງ. ຄົນ​ອື່ນໆ​ກໍ​ເຄີຍ​ເປັນ​ແບບ​ນັ້ນ​ຄື​ກັນ​ແລະ​ເຂົາເຈົ້າ​ຕໍ່ສູ້​ກັບ​ມັນ​ໄດ້ (ເບິ່ງ​ຂໍ້ 15-16)

15. ເປັນຫຍັງ​ເຮົາ​ຈຶ່ງ​ໄດ້​ຮັບ​ກຳລັງໃຈ​ທີ່​ຮູ້​ວ່າ​ຄວາມ​ຕ້ອງການ​ຜິດໆ​ກໍ​ເຄີຍ​ເກີດ​ຂຶ້ນ​ກັບ​ຄົນອື່ນ​ມາ​ແລ້ວ? (ເບິ່ງ​ຮູບພາບ)

15 ເມື່ອ​ຄວາມ​ຕ້ອງການ​ທີ່​ຢາກ​ຈະ​ເຮັດ​ຜິດ​ມັນ​ຮຸນແຮງ​ຂຶ້ນ ຂໍ​ໃຫ້​ຈື່​ໄວ້​ວ່າ​ບໍ່​ໄດ້​ມີ​ແຕ່​ເຈົ້າ​ທີ່​ຮູ້ສຶກ​ແບບນັ້ນ. ຄຳພີໄບເບິນ​ບອກ​ວ່າ: “ການ​ລໍ້ໃຈ​ອັນ​ໃດ​ກໍ​ຕາມ​ທີ່​ເກີດ​ຂຶ້ນ​ກັບ​ພວກເຈົ້າ​ກໍ​ເຄີຍ​ເກີດ​ຂຶ້ນ​ກັບ​ຄົນອື່ນ​ມາ​ແລ້ວ.” (1ກຣ. 10:13 ສ່ວນ ກ) ໂປໂລ​ໄດ້​ຂຽນ​ຈົດໝາຍ​ນີ້​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ທັງ​ຊາຍ​ແລະ​ຍິງ ເພາະ​ພີ່ນ້ອງ​ບາງຄົນ​ເຄີຍ​ເປັນ​ຄົນ​ຫຼິ້ນ​ຊູ້ ຮັກ​ເພດ​ດຽວ​ກັນ ແລະ​ເປັນ​ຄົນ​ຂີ້​ເຫຼົ້າ. (1ກຣ. 6:9-11) ເຈົ້າ​ຄິດ​ວ່າ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ເຂົາເຈົ້າ​ຈະ​ບໍ່​ຢາກ​ກັບ​ໄປ​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດໆ​ເລີຍ​ບໍ? ບໍ່. ເຖິງ​ວ່າ​ເຂົາເຈົ້າ​ຈະ​ເປັນ​ຄລິດສະຕຽນ​ຜູ້​ຖືກ​ເຈີມ ແຕ່​ເຂົາເຈົ້າ​ກໍ​ເປັນ​ຄົນ​ທີ່​ບໍ່​ສົມບູນແບບ. ດັ່ງນັ້ນ ບາງເທື່ອ​ເຂົາເຈົ້າ​ກໍ​ຍັງ​ຕ້ອງ​ໄດ້​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຢາກ​ເຮັດ​ຜິດ​ຢູ່. ການ​ຮູ້​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງໃຈ. ຍ້ອນຫຍັງ? ເພາະ​ບໍ່​ໄດ້​ມີ​ແຕ່​ເຈົ້າ​ທີ່​ກຳລັງ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ແບບ​ນີ້ ຄົນອື່ນ​ກໍ​ເຄີຍ​ຕໍ່ສູ້​ຄື​ກັນ​ແລະ​ຜ່ານ​ມັນ​ມາ​ໄດ້. ທີ່​ຈິງ ເຈົ້າ​ສາມາດ “ມີ​ຄວາມເຊື່ອ​ທີ່​ໝັ້ນຄົງ ເພາະ​ຮູ້​ຢູ່​ວ່າ​ທຸກ​ຄົນ​ໃນ​ສັງຄົມ​ພີ່ນ້ອງ​ຄລິດສະຕຽນ​ທົ່ວ​ໂລກ​ກໍ​ເຈິ​ຄວາມທຸກ​ແບບ​ດຽວ​ກັນ.”—1ປຕ. 5:9

16. ຄວາມຄິດ​ແບບ​ໃດ​ທີ່​ເປັນ​ອັນຕະລາຍ? ແລະ​ຍ້ອນຫຍັງ?

16 ເປັນ​ເລື່ອງ​ອັນຕະລາຍ​ຫຼາຍ​ທີ່​ເຮົາ​ຈະ​ຄິດ​ວ່າ​ບໍ່​ມີ​ໃຜ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ ເພາະ​ການ​ຄິດ​ແບບນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ທໍ້ໃຈ​ແລະ​ໝົດ​ຫວັງ ແລະ​ບໍ່​ມີ​ກຳລັງ​ທີ່​ຈະ​ຕ້ານ​ທານ​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້. ຄຳພີໄບເບິນ​ບອກ​ວ່າ: “ພະເຈົ້າ​ສັດຊື່ ພະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຈົ້າ​ຖືກ​ລໍ້ໃຈ​ຈົນ​ອົດທົນ​ບໍ່​ໄດ້ ແລະ​ເມື່ອ​ພວກເຈົ້າ​ຖືກ​ລໍ້ໃຈ ພະອົງ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ມີ​ທາງ​ອອກ​ເພື່ອ​ຈະ​ອົດທົນ​ໄດ້.” (1ກຣ. 10:13 ສ່ວນ ຂ) ດັ່ງນັ້ນ ເຖິງ​ວ່າ​ຄວາມ​ຕ້ອງການ​ທີ່​ຜິດໆ​ຈະ​ຮຸນແຮງ​ຂຶ້ນ ແຕ່​ເຮົາ​ກໍ​ສາມາດ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ​ໄດ້ ແລະ​ດ້ວຍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ເຮົາ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ຜິດໆ​ໄດ້.

17. ເຖິງ​ວ່າ​ເຮົາ​ອາດຈະ​ມີ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຜິດ ແຕ່​ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້?

17 ຂໍ​ໃຫ້​ຈື່​ໄວ້​ວ່າ ຍ້ອນ​ເຮົາ​ເປັນ​ມະນຸດ​ທີ່​ບໍ່​ສົມບູນແບບ ຈຶ່ງ​ເປັນ​ໄປ​ບໍ່​ໄດ້​ທີ່​ເຮົາ​ບໍ່​ເຮັດ​ຜິດ​ເລີຍ. ແຕ່​ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ມີ​ຄວາມ​ຕ້ອງການ​ທີ່​ຜິດໆ​ເຮົາ​ກໍ​ສາມາດ​ຕໍ່ສູ້​ກັບ​ມັນ​ໄດ້ ຄື​ກັບ​ທີ່​ໂຢເຊັບ​ເຮັດ. ລາວ​ໄດ້​ແລ່ນ​ໜີ​ຈາກ​ເມຍ​ໂປຕີຟາ​ທັນທີ. (ປຖກ. 39:12) ດັ່ງນັ້ນ ເຈົ້າ​ບໍ່​ຈຳເປັນ​ທີ່​ຈະ​ຕ້ອງ​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດໆ​ຂອງ​ຕົວເອງ!

ໃຫ້​ປ່ຽນແປງ​ຕົວເອງ​ຕໍ່ໆ​ໄປ

18-19. ເຮົາ​ຄວນ​ຖາມ​ຕົວເອງ​ແນວໃດ​ຕອນ​ທີ່​ເຮົາ​ພະຍາຍາມ​ປ່ຽນ​ຄວາມຄິດ​ຂອງ​ເຮົາ​ໃໝ່?

18 ການ​ປ່ຽນ​ຄວາມຄິດ​ຂອງ​ເຮົາ​ໃໝ່​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ເຮົາ​ຈະ​ຄິດ​ແລະ​ເຮັດ​ໃນ​ແບບ​ທີ່​ພະເຈົ້າ​ພໍໃຈ. ເພື່ອ​ຈະ​ເຮັດ​ແບບນັ້ນ​ໄດ້​ເຮົາ​ຕ້ອງ​ກວດ​ເບິ່ງ​ຕົວເອງ​ເປັນ​ປະຈຳ​ໂດຍ​ຖາມ​ຕົວເອງ​ວ່າ: ‘ສິ່ງ​ທີ່​ຂ້ອຍ​ເຮັດ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ເຊື່ອ​ວ່າ​ໂລກ​ນີ້​ໃກ້​ຈະ​ເຖິງ​ຈຸດຈົບ​ແລ້ວ? ຂ້ອຍ​ມີ​ລັກສະນະ​ນິດໄສ​ໃໝ່​ບໍ? ຂ້ອຍ​ໃຊ້​ຊີວິດ​ຕາມ​ການ​ຊີ້ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ບໍ ເຊິ່ງ​ຈະ​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ?’

19 ຕອນ​ທີ່​ກວດ​ເບິ່ງ​ຕົວເອງ ໃຫ້​ເບິ່ງ​ວ່າ​ເຈົ້າ​ເຮັດ​ໄດ້​ດີ​ສ່ຳ​ໃດ​ແລ້ວ ບໍ່​ແມ່ນ​ເບິ່ງ​ວ່າ​ເຈົ້າ​ເຮັດ​ໄດ້​ສົມບູນແບບ​ຫຼື​ຍັງ. ຖ້າ​ເຫັນ​ວ່າ​ຍັງ​ມີ​ບາງ​ຢ່າງ​ທີ່​ຈະ​ຕ້ອງ​ປັບປຸງ ກໍ​ຢ່າ​ຟ້າວ​ທໍ້ໃຈ. ໃຫ້​ເຮັດ​ຕາມ​ຄຳແນະນຳ​ທີ່​ຢູ່​ໃນ​ພີລິບປອຍ 3:16 ທີ່​ບອກ​ວ່າ “ບໍ່​ວ່າ​ພວກ​ເຮົາ​ກ້າວໜ້າ​ເຖິງຂັ້ນ​ໃດ ກໍ​ໃຫ້​ພວກ​ເຮົາ​ກ້າວໜ້າ​ແບບນັ້ນ​ຕໍ່ໄປ​ເລື້ອຍໆ​ຄື​ກັບ​ທີ່​ເຄີຍ​ເຮັດ​ຜ່ານ​ມາ.” ຖ້າ​ເຈົ້າ​ເຮັດ​ຕາມ​ຄຳແນະນຳ​ນີ້ ເຈົ້າ​ກໍ​ໝັ້ນໃຈ​ໄດ້​ເລີຍ​ວ່າ​ພະເຢໂຫວາ​ຈະ​ອວຍພອນ​ທີ່​ເຈົ້າ​ພະຍາຍາມ​ປ່ຽນ​ຄວາມຄິດ​ຂອງ​ເຈົ້າ​ໃໝ່.

ເພງ 36 ປົກປ້ອງ​ຫົວໃຈ​ຂອງ​ເຮົາ

a ອັກຄະສາວົກ​ໂປໂລ​ໄດ້​ກະຕຸ້ນ​ເຕືອນ​ພີ່ນ້ອງ​ຮ່ວມ​ຄວາມເຊື່ອ​ວ່າ ຢ່າ​ຍອມ​ໃຫ້​ໂລກ​ນີ້​ມີ​ຜົນ​ຕໍ່​ຄວາມຄິດ​ແລະ​ການ​ກະທຳຂອງ​ເຮົາ. ຄຳແນະນຳ​ນີ້​ຍັງ​ໃຊ້​ໄດ້​ກັບ​ເຮົາ​ໃນ​ທຸກ​ມື້​ນີ້. ເຮົາ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ບໍ່​ຍອມ​ໃຫ້​ໂລກ​ນີ້​ມີ​ຜົນ​ທີ່​ບໍ່​ດີ​ຕໍ່​ເຮົາ. ເພື່ອ​ຈະ​ເຮັດ​ແບບນັ້ນ​ໄດ້ ເຮົາ​ຕ້ອງ​ຮີບ​ລົງມື​ແກ້ໄຂ​ທັນທີ​ເມື່ອ​ເຫັນ​ວ່າ​ເຮົາ​ເລີ່ມ​ຄິດ​ບໍ່​ຄື​ກັບ​ພະເຈົ້າ. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ.

b ເບິ່ງ​ບົດຄວາມ​ທີ່​ຊື່​ວ່າ “ຂ້ອຍ​ເຄີຍ​ເປັນ​ຄົນ​ຊົ່ວ​ຫຼາຍ” ໃນ​ຫໍສັງເກດການ 1 ກໍລະກົດ 2015 (ພາສາ​ໄທ)

c ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ຄົນ​ໜຶ່ງ​ກຳລັງ​ຄິດ​ວ່າ​ຈະ​ເລືອກ​ຮຽນ​ຕໍ່​ສູງໆ​ຫຼື​ຈະ​ເປັນ​ໄພໂອເນຍ.