ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 1

ໃຫ້​ໝັ້ນໃຈ​ວ່າ​ຖ້ອຍຄຳ​ຂອງ​ພະເຈົ້າ “ເປັນ​ຄວາມຈິງ”

ໃຫ້​ໝັ້ນໃຈ​ວ່າ​ຖ້ອຍຄຳ​ຂອງ​ພະເຈົ້າ “ເປັນ​ຄວາມຈິງ”

ຂໍ້​ພະຄຳພີ​ປະຈຳ​ປີ 2023: “ຖ້ອຍຄຳ​ຂອງ​ພະອົງ​ທັງໝົດ​ເປັນ​ຄວາມຈິງ.”—ເພງ. 119:160, ລ.ມ.

ເພງ 96 ປຶ້ມ​ຄຳພີໄບເບິນ​ປຽບ​ເໝືອນ​ຊັບ​ສົມບັດ

ໃຈ​ຄວາມ​ສຳຄັນ a

1. ເປັນຫຍັງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຈຶ່ງ​ບໍ່​ເຊື່ອ​ຄຳພີໄບເບິນ?

 ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ໄວ້ໃຈ​ກັນ​ຍ້ອນ​ເຂົາເຈົ້າ​ບໍ່​ຮູ້​ວ່າ​ຈະ​ໄວ້ໃຈ​ຜູ້​ໃດ​ໄດ້​ແດ່. ແມ່ນ​ແຕ່​ຜູ້​ທີ່​ເຂົາເຈົ້າ​ນັບ​ຖື​ເຊັ່ນ ນັກ​ການເມືອງ ນັກ​ວິທະຍາສາດ ແລະ​ນັກ​ທຸລະກິດ​ສົນໃຈ​ຢາກ​ຊ່ວຍເຫຼືອ​ເຂົາເຈົ້າ​ແທ້ໆ​ບໍ? ແລະ​ຫຼາຍ​ຄົນ​ບໍ່​ເຊື່ອ​ໃນ​ຄຳພີໄບເບິນ​ກໍ​ຍ້ອນ​ພວກ​ຫົວໜ້າ​ສາສະໜາ​ທີ່​ອ້າງວ່າ​ເປັນ​ຄລິດສະຕຽນ​ເຮັດ​ຕົວ​ບໍ່​ໜ້າ​ນັບ​ຖື.

2. ຕາມ​ຄຳເພງ 119:160 ເຮົາ​ຕ້ອງ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ?

2 ເຮົາ​ທຸກ​ຄົນ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ເຊື່ອ​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ເວົ້າ​ແຕ່​ຄວາມຈິງ​ແລະ​ເພິ່ນ​ຢາກ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່ສຸດ. (ເພງ. 31:5; ອຊຢ. 48:17) ເຮົາ​ສາມາດ​ໝັ້ນໃຈ​ໃນ​ຄຳພີໄບເບິນ​ໄດ້ ເພາະ “ຖ້ອຍຄຳ​ຂອງ​ພະອົງ​ທັງໝົດ​ເປັນ​ຄວາມຈິງ.” (ອ່ານ​ຄຳເພງ. 119:160, ລ.ມ.) ແລະ​ເຮົາ​ກໍ​ເຫັນດີ​ກັບ​ຄຳເວົ້າ​ຂອງ​ນັກ​ຄົ້ນຄວ້າ​ດ້ານ​ຄຳພີໄບເບິນ​ຄົນ​ໜຶ່ງ​ທີ່​ບອກ​ວ່າ “ບໍ່​ມີ​ສິ່ງ​ໃດ​ທີ່​ພະເຈົ້າ​ເວົ້າ​ຈະ​ບໍ່​ເປັນ​ຄວາມຈິງ. ທຸກ​ຢ່າງ​ທີ່​ພະອົງ​ບອກ​ໄວ້​ຈະ​ຕ້ອງ​ເກີດ​ຂຶ້ນ​ແທ້. ຄົນ​ຂອງ​ພະເຈົ້າ​ໄວ້ໃຈ​ໃນ​ສິ່ງ​ທີ່​ພະເຈົ້າ​ເວົ້າ ເພາະ​ເຂົາເຈົ້າ​ເຊື່ອ​ໃນ​ພະເຈົ້າ.”

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ນີ້?

3 ເຮົາ​ຈະ​ຊ່ວຍ​ຄົນອື່ນ​ໃຫ້​ມີ​ຄວາມ​ໝັ້ນໃຈ​ໃນ​ຄຳພີໄບເບິນ​ໄດ້​ແນວໃດ? ເຮົາ​ຈະ​ມາ​ເບິ່ງ​ສາມ​ເຫດຜົນ​ທີ່​ເຮົາ​ສາມາດ​ໄວ້ໃຈ​ຄຳພີໄບເບິນ​ໄດ້. ນັ້ນ​ກໍ​ຄື (1) ຄວາມ​ຖືກຕ້ອງ​ຂອງ​ຄຳພີໄບເບິນ (2) ຄວາມ​ສຳເລັດ​ເປັນຈິງ​ຂອງ​ຄຳ​ພະຍາກອນ ແລະ (3) ຄຳພີໄບເບິນ​ມີ​ພະລັງ​ທີ່​ສາມາດ​ປ່ຽນແປງ​ຊີວິດ​ຄົນ​ໄດ້.

ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີໄບເບິນ​ຖືກຕ້ອງ

4. ເປັນຫຍັງ​ບາງຄົນ​ໃນ​ທຸກ​ມື້​ນີ້​ຈຶ່ງ​ສົງໄສ​ວ່າ​ຄຳພີໄບເບິນ​ທີ່​ເຂົາເຈົ້າ​ອ່ານ​ກົງ​ກັບ​ຕົ້ນ​ສະບັບ​ບໍ?

4 ພະເຢໂຫວາ​ໃຊ້​ຜູ້​ຊາຍ​ທີ່​ສັດຊື່​ປະມານ 40 ຄົນ​ໃຫ້​ຂຽນ​ຄຳພີໄບເບິນ. ແຕ່​ສະບັບ​ທີ່​ເຂົາເຈົ້າ​ຂຽນ​ໃນ​ຕອນ​ນັ້ນ​ເຫຼືອ​ບໍ່​ເທົ່າ​ໃດ​ສະບັບ​ໃນ​ປັດຈຸບັນ. b ຄຳພີໄບເບິນ​ທີ່​ເຮົາ​ມີ​ໃນ​ຕອນນີ້​ເປັນ​ພຽງ​ສຳເນົາ​ທີ່​ຖືກ​ກ່າຍ​ຕໍ່ໆ​ກັນ​ມາ​ເທົ່າ​ນັ້ນ. ນີ້​ຈຶ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ສົງໄສ​ວ່າ ຂໍ້​ຄວາມ​ທີ່​ເຮົາ​ອ່ານ​ໃນ​ຄຳພີໄບເບິນ​ໃນ​ທຸກ​ມື້​ນີ້​ກົງ​ກັບ​ຕົ້ນ​ສະບັບ​ແທ້​ບໍ? ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເຮົາ​ຈະ​ໝັ້ນໃຈ​ໃນ​ເລື່ອງ​ນີ້​ໄດ້​ແນວໃດ.

ຜູ້​ຄັດລອກ​ທີ່​ຊຳນານ​ທີ່​ກ່າຍ​ຄືນ​ຄຳພີໄບເບິນ​ພາກ​ພາສາ​ເຮັບເຣີ​ໄດ້​ພະຍາຍາມ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຂົາເຈົ້າ​ກ່າຍ​ຄືນ​ຢ່າງ​ຖືກຕ້ອງ​ແທ້ໆ (ເບິ່ງ​ຂໍ້ 5)

5. ມີການ​ຄັດ​ລອກ​ຄຳພີໄບເບິນ​ພາກ​ພາສາ​ເຮັບເຣີ​ແນວໃດ? (ເບິ່ງ​ຮູບ​ໜ້າ​ປົກ)

5 ເພື່ອ​ຈະ​ມີ​ຄຳພີໄບເບິນ​ເຫຼືອ​ລອດ​ມາ​ຮອດ​ເຮົາ​ໃນ​ທຸກ​ມື້​ນີ້ ພະເຢໂຫວາ​ໄດ້​ສັ່ງ​ໃຫ້​ຄົນ​ຂອງ​ເພິ່ນ​ກ່າຍ​ຄືນ​ຂໍ້​ຄວາມ​ໃນ​ຄຳພີໄບເບິນ. ເພິ່ນ​ໄດ້​ສັ່ງ​ໃຫ້​ກະສັດ​ຂອງ​ອິດສະຣາເອນ​ກ່າຍ​ຄືນ​ກົດໝາຍ​ແລະ​ຕັ້ງ​ໃຫ້​ຄົນ​ເລວີ​ສອນ​ປະຊາຊົນ​ໃຫ້​ຮູ້​ກ່ຽວກັບ​ກົດໝາຍ​ຂອງ​ເພິ່ນ. (ພບຍ. 17:18; 31:24-26; ນຮຢ. 8:7) ຫຼັງ​ຈາກ​ຄົນ​ຢິວ​ຖືກ​ປ່ອຍ​ຕົວ​ຈາກ​ການ​ເປັນ​ຊະເລີຍ​ໃນ​ບາບີໂລນ ຜູ້​ຄັດ​ລອກ​ທີ່​ຊຳນານ​ໄດ້​ກ່າຍ​ຄືນ​ຄຳພີໄບເບິນ​ພາກ​ພາສາ​ເຮັບເຣີ. (ອຊຣ. 7:6) ເຂົາເຈົ້າ​ໄດ້​ກ່າຍ​ຄືນ​ຢ່າງ​ລະ​ມັດ​ລະວັງ. ເຂົາເຈົ້າ​ບໍ່​ພຽງ​ແຕ່​ນັບ​ຈຳນວນ​ຄຳ​ເທົ່າ​ນັ້ນ ແຕ່​ໄດ້​ນັບ​ທຸກ​ຕົວອັກສອນ​ເພື່ອ​ຈະ​ໝັ້ນໃຈ​ວ່າ​ເຂົາເຈົ້າ​ກ່າຍ​ຄືນ​ຢ່າງ​ຖືກຕ້ອງ​ແທ້ໆ. ເຖິງ​ແນວໃດ​ກໍ​ຕາມ ຜູ້​ຄັດ​ລອກ​ກໍ​ເປັນ​ຄົນ​ບໍ່​ສົມບູນແບບ. ສຳເນົາ​ຄຳພີໄບເບິນ​ທີ່​ເຂົາເຈົ້າ​ຄັດ​ລອກ​ຈຶ່ງ​ມີ​ຂໍ້​ຜິດ​ພາດ​ເລັກໆ​ນ້ອຍໆ. ແຕ່​ຍ້ອນ​ມີການ​ກ່າຍ​ຄືນ​ຂໍ້​ຄວາມ​ດຽວ​ກັນ​ຫຼາຍ​ສະບັບ ຈຶ່ງ​ສາມາດ​ສົມທຽບ​ກັນ​ໄດ້​ວ່າ​ມີ​ຂໍ້​ຜິດ​ພາດ​ຢູ່​ຈຸດ​ໃດ​ແດ່. ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ນີ້​ນຳ​ກັນ.

6. ເຮົາ​ຈະ​ເຫັນ​ຂໍ້​ຜິດ​ພາດ​ໃນ​ການ​ຄັດ​ລອກ​ຄຳພີໄບເບິນ​ໄດ້​ແນວໃດ?

6 ນັກ​ວິຊາການ​ໃນ​ທຸກ​ມື້​ນີ້​ມີ​ວິທີ​ທີ່​ຈະ​ຮູ້​ວ່າ​ມີການ​ຄັດ​ລອກ​ຜິດ​ພາດ​ຢູ່​ຈຸດ​ໃດ​ແດ່. ສົມມຸດ​ວ່າ​ມີ 100 ຄົນ​ຖືກ​ມອບໝາຍ​ໃຫ້​ຄັດ​ລອກ​ຂໍ້​ຄວາມ​ໃນ​ໜ້າ​ດຽວ​ກັນ ແລ້ວ​ມີ​ຄົນ​ໜຶ່ງ​ຂຽນ​ຜິດ. ວິທີ​ໜຶ່ງ​ທີ່​ຈະ​ກວດ​ເບິ່ງ​ວ່າ​ລາວ​ຂຽນ​ຜິດ​ຢູ່​ບ່ອນ​ໃດ​ກໍ​ຄື​ເອົາ​ສຳເນົາ​ທີ່​ລາວ​ຄັດ​ລອກ​ໄປ​ທຽບ​ກັບ​ສຳເນົາ​ຂອງ​ຄົນອື່ນໆ. ນັກ​ວິຊາການ​ກໍ​ເຮັດ​ວິທີ​ທີ່​ຄ້າຍ​ກັນ​ນີ້. ເຂົາເຈົ້າ​ເອົາ​ສຳເນົາ​ຄຳພີໄບເບິນ​ຫຼາຍ​ສະບັບ​ມາ​ທຽບ​ກັນ ແລ້ວ​ກໍ​ຈະ​ເຫັນ​ວ່າ​ມີ​ບ່ອນ​ໃດ​ທີ່​ຜິດ​ຫຼື​ບ່ອນ​ໃດ​ທີ່​ຂໍ້​ຄວາມ​ຫາຍ​ໄປ.

7. ຜູ້​ຄັດ​ລອກ​ຄຳພີໄບເບິນ​ໄດ້​ເຮັດ​ວຽກ​ຢ່າງ​ລະອຽດ​ແລະ​ຖືກຕ້ອງ​ແນວໃດ?

7 ຜູ້​ຄັດ​ລອກ​ສຳເນົາ​ຄຳພີໄບເບິນ​ໄດ້​ຕັ້ງໃຈ​ເຮັດ​ວຽກ​ຢ່າງ​ລະອຽດ​ແລະ​ຖືກຕ້ອງ​ແທ້ໆ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນີ້ ສຳເນົາ​ຄຳພີໄບເບິນ​ພາກ​ພາສາ​ເຮັບເຣີ​ທີ່​ເກົ່າ​ແກ່​ທີ່ສຸດ​ແລະ​ຄົບ​ຖ້ວນ​ແມ່ນ​ເລນິນ​ກຣາດ​ໂຄເດັກສ໌​ເຊິ່ງ​ຖືກ​ຄັດ​ລອກ​ປະມານ​ປີ ຄ.ສ 1008 ຫຼື 1009. ແຕ່​ວ່າ​ບໍ່​ດົນ​ມາ​ນີ້​ມີການ​ຄົ້ນພົບ​ຊິ້ນສ່ວນ​ຂອງ​ຄຳພີໄບເບິນ​ທີ່​ມີ​ອາຍຸ​ເກົ່າ​ແກ່​ກວ່າ​ນັ້ນ​ປະມານ 1.000 ປີ. ບາງຄົນ​ອາດ​ຄິດ​ວ່າ​ຂໍ້​ຄວາມ​ໃນ​ເລນິນ​ກຣາດ​ໂຄເດັກສ໌​ຄື​ຊິ​ຕ່າງ​ຈາກ​ຂໍ້​ຄວາມ​ທີ່​ກ່າຍ​ຄືນ​ຫຼາຍ​ເທື່ອ​ໃນ​ສຳເນົາ​ທີ່​ເກົ່າ​ແກ່​ເຫຼົ່າ​ນັ້ນ. ແຕ່​ບໍ່​ໄດ້​ເປັນ​ແບບນັ້ນ ນັກ​ວິຊາການ​ໄດ້​ເອົາ​ສຳເນົາ​ທີ່​ເກົ່າ​ແກ່​ເຫຼົ່າ​ນັ້ນ​ກັບ​ເລ​ນິນ​ກຣາດ​ໂຄເດັກສ໌​ມາ​ທຽບ​ໃສ່​ກັນ ກໍ​ເຫັນ​ໄດ້​ວ່າ​ມີ​ແຕ່​ຄຳສັບ​ເທົ່າ​ນັ້ນ​ທີ່​ແຕກຕ່າງ​ກັນ​ໜ້ອຍ​ໜຶ່ງ ແຕ່​ເນື້ອ​ໃນ​ຍັງ​ຄື​ເກົ່າ.

8. ສຳເນົາ​ພະຄຳພີ​ຄລິດສະຕຽນ​ພາກພາສາກຣີກ​ແຕກຕ່າງ​ຈາກ​ສຳເນົາ​ປຶ້ມ​ອື່ນໆ​ແນວໃດ?

8 ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ກໍ​ໃຊ້​ວິທີ​ຄັດ​ລອກ​ພະຄຳພີ​ພາກພາສາກຣີກ​ຄື​ກັບ​ການ​ຄັດ​ລອກ​ພະຄຳພີ​ພາກ​ພາສາ​ເຮັບເຣີ. ເຂົາເຈົ້າ​ຕັ້ງໃຈ​ຄັດ​ລອກ​ປຶ້ມ 27 ຫົວ​ຂອງ​ພາກພາສາກຣີກ​ຢ່າງ​ລະ​ມັດ​ລະວັງ ແລະ​ໃຊ້​ສຳເນົາ​ເຫຼົ່ານີ້​ໃນ​ການ​ປະຊຸມ​ແລະ​ການ​ປະກາດ. ນັກ​ວິຊາການ​ຄົນ​ໜຶ່ງ​ໄດ້​ປຽບທຽບ​ສຳເນົາ​ພະຄຳພີ​ພາກພາສາກຣີກ​ກັບ​ສຳເນົາ​ຂອງ​ປຶ້ມ​ອື່ນໆ​ທີ່​ຂຽນ​ໃນ​ສະໄໝ​ນັ້ນ ກໍ​ເຫັນ​ໄດ້​ວ່າ “ສຳເນົາ​ພະຄຳພີ​ພາກພາສາກຣີກ​ມີ​ຫຼາຍ​ກວ່າ . . . ແລະ​ຄົບ​ຖ້ວນ​ກວ່າ​ສຳເນົາ​ປຶ້ມ​ອື່ນໆ.” ປຶ້ມ​ຫົວ​ໜຶ່ງ​ທີ່​ຊື່​ແອັນ​ແນັດ​ໂຕ​ມີ​ອ໋ອບ ເດິ ນິວ ເທດສ໌​ຕະ​ເມັນ (Anatomy of the New Testament) ບອກ​ວ່າ “ເຮົາ​ໝັ້ນໃຈ​ໄດ້​ເລີຍ​ວ່າ ຂໍ້​ຄວາມ​ທີ່​ຢູ່​ໃນ​ພະຄຳພີ​ພາກພາສາກຣີກ​ທີ່​ເຮົາ​ອ່ານ​ໃນ​ປັດຈຸບັນ​ແມ່ນ​ເນື້ອ​ໃນ​ອັນ​ດຽວ​ກັນ​ທີ່​ຂຽນ​ໄວ້​ໃນ​ສະຕະວັດ​ທຳອິດ.”

9. ເອຊາຢາ 40:8 ໄດ້​ເວົ້າ​ແນວໃດ​ກ່ຽວກັບ​ຄຳພີໄບເບິນ?

9 ຍ້ອນ​ຄວາມ​ພະຍາຍາມ​ແລະ​ຄວາມ​ຕັ້ງໃຈ​ໃນ​ການ​ເຮັດ​ວຽກ​ຂອງ​ຜູ້​ຄັດ​ລອກ​ໃນ​ສະໄໝ​ກ່ອນ​ຕະຫຼອດ​ຫຼາຍ​ຮ້ອຍ​ປີ​ທີ່​ຜ່ານ​ມາ ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄຳພີໄບເບິນ​ທີ່​ຖືກຕ້ອງ​ແລະ​ກົງ​ກັບ​ຕົ້ນ​ສະບັບ​ໄວ້​ອ່ານ​ແລະ​ສຶກສາ​ໃນ​ທຸກ​ມື້​ນີ້. c ເຮົາ​ຮູ້​ວ່າ​ທີ່​ເປັນ​ແບບ​ນີ້​ກໍ​ຍ້ອນ​ພະເຢໂຫວາ​ປົກປ້ອງ​ຄຳພີໄບເບິນ​ໄວ້. (ອ່ານ​ເອຊາຢາ 40:8) ແຕ່​ບາງຄົນ​ອາດ​ບອກ​ວ່າ​ການ​ທີ່​ຂໍ້​ຄວາມ​ໃນ​ຄຳພີໄບເບິນ​ບໍ່​ປ່ຽນແປງ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄຳພີໄບເບິນ​ເປັນ​ປຶ້ມ​ທີ່​ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ. ຄັນຊັ້ນ ໃຫ້​ເຮົາ​ມາ​ເບິ່ງ​ຫຼັກ​ຖານ​ບາງ​ຢ່າງ​ນຳ​ກັນ​ວ່າ ເປັນຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄຳພີໄບເບິນ​ເປັນ​ປຶ້ມ​ທີ່​ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ.

ຄຳ​ພະຍາກອນ​ໃນ​ຄຳພີໄບເບິນ​ເຊື່ອ​ຖື​ໄດ້

Left: C. Sappa/​DeAgostini/​Getty Images; right: Image © Homo Cosmicos/​Shutterstock

ຄຳ​ພະຍາກອນ​ໃນ​ຄຳພີໄບເບິນ​ເກີດ​ຂຶ້ນ​ແທ້​ໃນ​ອະດີດ​ແລະ​ກຳລັງ​ເກີດ​ຂຶ້ນ​ແທ້​ໃນ​ທຸກ​ມື້​ນີ້ (ເບິ່ງ​ຂໍ້ 10-11) e

10. ຂໍ​ໃຫ້​ຍົກ​ຕົວຢ່າງ​ຄຳ​ພະຍາກອນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ 2 ເປໂຕ 1:21 ເປັນ​ຄວາມຈິງ. (ເບິ່ງ​ຮູບພາບ)

10 ຄຳພີໄບເບິນ​ມີ​ຄຳ​ພະຍາກອນ​ຫຼາຍ​ເລື່ອງ​ທີ່​ສຳເລັດ​ເປັນຈິງ. ບາງ​ຄຳ​ພະຍາກອນ​ກໍ​ຂຽນ​ໄວ້​ຫຼາຍ​ຮ້ອຍ​ປີ​ມາ​ແລ້ວ. ປະຫວັດສາດ​ກໍ​ໄດ້​ຢືນຢັນ​ໃນ​ເລື່ອງ​ນີ້. ນີ້​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ແປກໃຈ ເພາະ​ເຮົາ​ຮູ້​ວ່າ​ຄຳ​ພະຍາກອນ​ທັງໝົດ​ທີ່​ຢູ່​ໃນ​ຄຳພີໄບເບິນ​ມາ​ຈາກ​ພະເຢໂຫວາ. (ອ່ານ 2 ເປໂຕ 1:21) ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ພະຍາກອນ​ໜຶ່ງ​ນຳ​ກັນ​ກ່ຽວກັບ​ການ​ຫຼົ້ມຈົມ​ຂອງ​ເມືອງ​ບາບີໂລນ​ບູຮານ. ປະມານ​ປີ 778-732 ກ່ອນ ຄ.ສ ຜູ້ພະຍາກອນ​ເອຊາຢາ​ໄດ້​ຮັບ​ການ​ດົນໃຈ​ໃຫ້​ຂຽນ​ລ່ວງ​ໜ້າ​ວ່າ​ບາບີໂລນ​ທີ່​ແຂງ​ແກ່ນ​ຈະ​ຖືກ​ສັດຕູ​ຍຶດ. ລາວ​ເຖິງ​ຂັ້ນ​ບອກ​ຊື່​ຄົນ​ທີ່​ຈະ​ມາ​ຍຶດ​ເມືອງ​ນີ້ ເຊິ່ງ​ກໍ​ແມ່ນ​ໄຊຣັດ ແລະ​ຍັງ​ບອກ​ລາຍ​ລະອຽດ​ວ່າ​ເມືອງ​ນີ້​ຈະ​ຖືກ​ຍຶດ​ແນວໃດ. (ອຊຢ. 44:27–45:2) ນອກຈາກນັ້ນ ເອຊາຢາ​ຍັງ​ບອກ​ວ່າ​ເມືອງ​ນີ້​ຈະ​ຖືກ​ທຳລາຍ​ແລະ​ຈະ​ກາຍ​ເປັນ​ເມືອງ​ຮ້າງ ເຊິ່ງ​ເລື່ອງ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ແທ້. (ອຊຢ. 13:19, 20) ບາບີໂລນ​ຖືກ​ເມເດຍ​ແລະ​ເປີເຊຍ​ທຳລາຍ​ໃນ​ປີ 539 ກ່ອນ ຄ.ສ. ໃນ​ທຸກ​ມື້​ນີ້​ເມືອງ​ບາບີໂລນ​ເຫຼືອ​ແຕ່​ຊາກຫັກພັງ. ເບິ່ງ​ວິດີໂອ​ຄຳພີໄບເບິນ​ບອກ​ລ່ວງ​ໜ້າ​ເລື່ອງ​ການ​ຫຼົ້ມຈົມ​ຂອງ​ບາບີໂລນ ທີ່​ຢູ່​ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດໄປ! ບົດ 3 ຂໍ້ 5 ໃນ​ຮູບແບບ​ເອເລັກໂຕຣນິກ.

11. ຄຳ​ພະຍາກອນ​ໃນ​ດານີເອນ 2:41-43 ກຳລັງ​ເກີດ​ຂຶ້ນ​ແທ້​ແນວໃດ​ໃນ​ທຸກ​ມື້​ນີ້?

11 ຄຳ​ພະຍາກອນ​ໃນ​ຄຳພີໄບເບິນ​ບໍ່​ໄດ້​ເກີດ​ຂຶ້ນ​ແຕ່​ໃນ​ອະດີດ​ເທົ່າ​ນັ້ນ ແຕ່​ເຮົາ​ເຫັນ​ວ່າ​ຄຳ​ພະຍາກອນ​ກຳລັງ​ເກີດ​ຂຶ້ນ​ໃນ​ປັດຈຸບັນ​ນີ້​ນຳ. ຕົວຢ່າງ​ເຊັ່ນ ໃຫ້​ເຮົາ​ມາ​ເບິ່ງ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ຂອງ​ດານີເອນ​ກ່ຽວກັບ​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ. (ອ່ານ​ດານີເອນ 2:41-43) ຄຳ​ພະຍາກອນ​ຂອງ​ດານີເອນ​ບອກ​ຢ່າງ​ຖືກຕ້ອງ​ວ່າ ມະຫາ​ອຳນາດ​ໂລກ​ຄູ່​ນີ້​ຈະ​ມີ​ສ່ວນ​ທີ່​ແຂງ​ແກ່ນ​ຄື​ເຫຼັກ ແລະ​ສ່ວນ​ທີ່​ອ່ອນແອ​ຄື​ດິນ​ໜຽວ ແລະ​ມັນ​ກໍ​ເປັນ​ແບບນັ້ນ​ແທ້. ອັງກິດ​ກັບ​ອາເມຣິກາ​ມີ​ອຳນາດ​ທີ່​ແຂງ​ແກ່ນ​ຄື​ກັບ​ເຫຼັກ. ເຂົາເຈົ້າ​ມີ​ບົດບາດ​ທີ່​ສຳຄັນ​ໃນ​ການ​ເອົາ​ຊະນະ​ສົງຄາມ​ໂລກ​ທັງ​ສອງ​ຄັ້ງ​ແລະ​ມີ​ກອງ​ທັບ​ທີ່​ເຂັ້ມແຂງ​ຫຼາຍ. ແຕ່​ອຳນາດ​ຂອງ​ເຂົາເຈົ້າ​ກໍ​ອ່ອນແອ​ລົງ​ຍ້ອນ​ປະຊາຊົນ​ພະຍາຍາມ​ຮຽກ​ຮ້ອງ​ສິດ​ຕ່າງໆ​ຜ່ານ​ທາງ​ສະຫະພັນ​ແຮງງານ ສິດທິ​ພົນລະເມືອງ ແລະ​ການ​ປະທ້ວງ​ເພື່ອ​ຈະ​ມີ​ສິດ​ເສລີ​ພາບ​ຫຼາຍ​ຂຶ້ນ. ຜູ້​ຊ່ຽວຊານ​ດ້ານ​ທິດສະດີ​ການເມືອງ​ຄົນ​ໜຶ່ງ​ບອກ​ວ່າ “ໃນ​ທຸກ​ມື້​ນີ້ ບໍ່​ມີ​ປະເທດ​ອຸດສາຫະກຳ​ໃດ​ເຊິ່ງ​ປົກຄອງ​ດ້ວຍ​ລະບົບ​ປະຊາທິປະໄຕ​ທີ່​ແຕກ​ແຍກ​ຫຼາຍ​ເທົ່າ​ກັບ​ສະຫະລັດ​ອາເມຣິກາ.” ສ່ວນ​ອັງກິດ​ກໍ​ມີ​ຄວາມ​ແຕກ​ແຍກ​ກັນ​ຍ້ອນ​ມີ​ຄວາມຄິດ​ທີ່​ບໍ່​ຄື​ກັນ​ເລື່ອງ​ການ​ພົວພັນ​ກັບ​ປະເທດ​ອື່ນໆ​ໃນ​ສະຫະພາບ​ເອີຣົບ. ຄວາມ​ແຕກ​ແຍກ​ເຫຼົ່ານີ້​ຈຶ່ງ​ເຮັດ​ໃຫ້​ຍາກ​ທີ່​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ​ຈະ​ຕັດສິນໃຈ​ໄດ້​ຢ່າງ​ເດັດຂາດ.

12. ຄຳ​ພະຍາກອນ​ໃນ​ຄຳພີໄບເບິນ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ?

12 ຄຳ​ພະຍາກອນ​ຕ່າງໆ​ທີ່​ສຳເລັດ​ເປັນຈິງ​ໄປ​ແລ້ວ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ກ່ຽວກັບ​ອະນາຄົດ​ຫຼາຍ​ຂຶ້ນ. ເຮົາ​ຮູ້ສຶກ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ອະທິດຖານ​ເຖິງ​ພະເຢໂຫວາ​ວ່າ “ຂ້ອຍ​ລໍ​ຖ້າ​ພະອົງ​ຊ່ວຍ​ຂ້ອຍ​ໃຫ້​ລອດ ເພາະ​ຂ້ອຍ​ເຊື່ອ​ໝັ້ນ​ໃນ​ຄຳ​ຂອງ​ພະອົງ.” (ເພງ. 119:81, ລ.ມ.) ໂດຍ​ທາງ​ຄຳພີໄບເບິນ​ພະເຢໂຫວາ​ໄດ້​ໃຫ້​ເຮົາ “ມີ​ອະນາຄົດ​ທີ່​ດີ​ແລະ​ມີ​ຄວາມຫວັງ.” (ຢເຣ. 29:11, ລ.ມ.) ຄວາມຫວັງ​ຂອງ​ເຮົາ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຄວາມ​ພະຍາຍາມ​ຂອງ​ມະນຸດ ແຕ່​ຂຶ້ນ​ຢູ່​ກັບ​ຄຳ​ສັນຍາ​ຂອງ​ພະເຢໂຫວາ. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ໄວ້ໃຈ​ຄຳພີໄບເບິນ​ຕໍ່ໆ​ໄປ​ໂດຍ​ສຶກສາ​ຄຳ​ພະຍາກອນ​ຢ່າງ​ດີ.

ຄຳແນະນຳ​ໃນ​ຄຳພີໄບເບິນ​ຊ່ວຍ​ຫຼາຍ​ລ້ານ​ຄົນ

13. ຕາມ​ຄຳເພງ 119:66, 138 ມີ​ຫຼັກ​ຖານ​ຫຍັງ​ອີກ​ທີ່​ສະແດງ​ວ່າ​ຄຳພີໄບເບິນ​ໄວ້ໃຈ​ໄດ້?

13 ອີກ​ເຫດຜົນ​ໜຶ່ງ​ທີ່​ເຮົາ​ສາມາດ​ເຊື່ອ​ຖື​ຄຳພີໄບເບິນ​ໄດ້​ກໍ​ຄື ຄຳແນະນຳ​ໃນ​ຄຳພີໄບເບິນ​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ມີ​ຊີວິດ​ທີ່​ດີ​ຂຶ້ນ. (ອ່ານ​ຄຳເພງ 119:66, 138) ຕົວຢ່າງ​ເຊັ່ນ ຜົວ​ເມຍ​ຫຼາຍ​ຄູ່​ມີ​ບັນຫາ​ຈົນ​ເຖິງຂັ້ນ​ຈະ​ຢ່າຮ້າງ​ກັນ. ແຕ່​ຕອນນີ້​ເຂົາເຈົ້າ​ມີ​ຊີວິດ​ທີ່​ມີ​ຄວາມສຸກ​ຍ້ອນ​ເຂົາເຈົ້າ​ເຮັດ​ຕາມ​ຄຳແນະນຳ​ໃນ​ຄຳພີໄບເບິນ. ລູກ​ຂອງ​ເຂົາເຈົ້າ​ກໍ​ມີ​ຄວາມສຸກ​ທີ່​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ມີ​ຄວາມ​ຮັກ​ແລະ​ອົບອຸ່ນ.—ອຟຊ. 5:22-29

14. ຂໍ​ໃຫ້​ເລົ່າ​ປະສົບການ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄຳພີໄບເບິນ​ປ່ຽນແປງ​ຊີວິດ​ຄົນ​ແນວໃດ.

14 ການ​ເຮັດ​ຕາມ​ຄຳແນະນຳ​ໃນ​ຄຳພີໄບເບິນ​ຊ່ວຍ​ປ່ຽນແປງ​ຊີວິດ​ຂອງ​ນັກ​ໂທດ​ທີ່​ເຮັດ​ຜິດ​ຮ້າຍແຮງ​ໃຫ້​ດີ​ຂຶ້ນ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ນັກ​ໂທດ​ຄົນ​ໜຶ່ງ​ທີ່​ຊື່​ແຈັກ. d ລາວ​ເປັນ​ນັກ​ໂທດ​ທີ່​ມັກ​ໃຊ້​ຄວາມ​ຮຸນແຮງ ເປັນ​ຄົນ​ອັນຕະລາຍ​ແລະ​ຖືກ​ຕັດສິນ​ປະຫານ​ຊີວິດ. ແຕ່​ເມື່ອ​ລາວ​ໄດ້​ນັ່ງ​ຟັງ​ພີ່ນ້ອງ​ນຳ​ການສຶກສາ ລາວ​ກໍ​ຮູ້ສຶກ​ປະທັບໃຈ​ຄວາມ​ດີ​ຂອງ​ພີ່ນ້ອງ​ແລະ​ໄດ້​ຂໍ​ຮຽນ​ຄຳພີໄບເບິນ. ຫຼັງ​ຈາກ​ທີ່​ລາວ​ເຮັດ​ຕາມ​ຫຼັກການ​ໃນ​ຄຳພີໄບເບິນ ລາວ​ກໍ​ໄດ້​ປ່ຽນແປງ​ການ​ປະພຶດ​ແລະ​ນິດໄສ​ທີ່​ບໍ່​ດີ. ຕໍ່ມາ​ລາວ​ກໍ​ມີ​ຄຸນສົມບັດ​ທີ່​ຈະ​ເປັນ​ຜູ້​ປະກາດ ແລະ​ໃນທີ່ສຸດ​ກໍ​ຮັບ​ບັບເຕມາ. ລາວ​ປະກາດ​ກັບ​ນັກ​ໂທດ​ຄົນອື່ນໆ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ກະຕືລືລົ້ນ​ແລະ​ຊ່ວຍ 4 ຄົນ​ໃຫ້​ຮຽນ​ຄຳພີໄບເບິນ. ເມື່ອ​ຮອດ​ມື້​ປະຫານ​ຊີວິດ ລາວ​ກໍ​ປ່ຽນ​ເປັນ​ຄົນ​ລະ​ຄົນ​ແລ້ວ. ທະນາຍ​ຄົນ​ໜຶ່ງ​ຂອງ​ລາວ​ເວົ້າ​ວ່າ “ແຈັກ​ບໍ່​ແມ່ນ​ຄົນ​ເກົ່າ​ທີ່​ຂ້ອຍ​ເຄີຍ​ຮູ້ຈັກ​ເມື່ອ 20 ປີ​ກ່ອນ. ຄຳສອນ​ຂອງ​ພະຍານ​ພະເຢໂຫວາ​ໄດ້​ປ່ຽນ​ຊີວິດ​ລາວ.” ເຖິງ​ວ່າ​ແຈັກ​ຖືກ​ປະຫານ​ຊີວິດ​ໄປ​ແລ້ວ ແຕ່​ຕົວຢ່າງ​ຂອງ​ລາວ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ໄວ້ໃຈ​ຄຳພີໄບເບິນ​ໄດ້​ແລະ​ຄຳພີໄບເບິນ​ມີ​ພະລັງ​ທີ່​ຈະ​ປ່ຽນແປງ​ຊີວິດ​ຄົນ.—ອຊຢ. 11:6-9

ຄຳແນະນຳ​ໃນ​ຄຳພີໄບເບິນ​ປ່ຽນແປງ​ຊີວິດ​ຄົນ​ໃຫ້​ດີ​ຂຶ້ນ ບໍ່​ວ່າ​ເຂົາເຈົ້າ​ຈະ​ມາ​ຈາກ​ວັດທະນະທຳ​ໃດ (ເບິ່ງ​ຂໍ້ 15) f

15. ການ​ເອົາ​ຄຳແນະນຳ​ຈາກ​ຄຳພີໄບເບິນ​ໄປ​ໃຊ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຢໂຫວາ​ຕ່າງ​ຈາກ​ຄົນ​ທົ່ວໄປ​ແນວໃດ? (ເບິ່ງ​ຮູບພາບ)

15 ປະຊາຊົນ​ຂອງ​ພະເຢໂຫວາ​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳໜຶ່ງໃຈດຽວກັນ ຍ້ອນ​ເຂົາເຈົ້າ​ເຮັດ​ຕາມ​ຄຳແນະນຳ​ໃນ​ຄຳພີໄບເບິນ. (ຢຮ. 13:35; 1 ກຣ. 1:10) ສັນຕິສຸກ​ແລະ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ພວກ​ເຮົາ​ແຕກຕ່າງ​ກັນ​ຫຼາຍ​ຈາກ​ຄົນ​ສ່ວນ​ຫຼາຍ​ໃນ​ທຸກ​ມື້​ນີ້ ຍ້ອນ​ວ່າ​ເຂົາເຈົ້າ​ມີ​ຄວາມ​ແຕກ​ແຍກ​ກັນ​ທາງ​ດ້ານ​ຄວາມຄິດ ເຊື້ອ​ຊາດ ວັດທະນະທຳ ແລະ​ການເມືອງ. ໄວລຸ້ນ​ຄົນ​ໜຶ່ງ​ທີ່​ຊື່​ຢີນ​ໄດ້​ສັງເກດ​ເຫັນ​ໃນ​ເລື່ອງ​ນີ້. ຢີນ​ໃຫຍ່​ມາ​ໃນ​ປະເທດ​ໜຶ່ງ​ທີ່​ຢູ່​ທະວີບ​ອາຝຼິກກາ. ຕອນ​ທີ່​ປະເທດ​ຂອງ​ລາວ​ມີ​ສົງຄາມ​ການເມືອງ ລາວ​ໄດ້​ເປັນ​ທະຫານ​ເພື່ອ​ຮ່ວມ​ສູ້ຮົບ​ນຳ​ເຂົາເຈົ້າ. ແຕ່​ຕໍ່ມາ​ລາວ​ກໍ​ໄດ້​ໜີ​ໄປ​ຢູ່​ປະເທດ​ອື່ນ. ຕອນ​ທີ່​ລາວ​ຢູ່​ປະເທດ​ໃໝ່ ລາວ​ໄດ້​ພົບ​ກັບ​ພະຍານ​ພະເຢໂຫວາ. ລາວ​ບອກ​ວ່າ “ຂ້ອຍ​ເຂົ້າໃຈ​ແລ້ວ​ວ່າ ຄົນ​ທີ່​ນັບ​ຖື​ສາສະໜາ​ແທ້​ຈະ​ຮັກ​ກັນ​ແລະ​ບໍ່​ເຂົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ການເມືອງ​ຫຼື​ແຕກ​ແຍກ​ກັນ.” ລາວ​ຍັງ​ໄດ້​ເວົ້າ​ຕື່ມ​ວ່າ “ຂ້ອຍ​ເຄີຍ​ອຸທິດ​ຊີວິດ​ເພື່ອ​ປ້ອງກັນ​ປະເທດ​ຊາດ ແຕ່​ເມື່ອ​ມາ​ຮຽນ​ຄຳພີໄບເບິນ ຂ້ອຍ​ກໍ​ຕັດສິນໃຈ​ອຸທິດ​ຊີວິດ​ໃຫ້​ພະເຢໂຫວາ.” ຢີນ​ໄດ້​ປ່ຽນແປງ​ຕົວເອງ​ຢ່າງ​ຮອບ​ດ້ານ. ແທນ​ທີ່​ລາວ​ຈະ​ຕໍ່ສູ້​ກັບ​ຄົນ​ທີ່​ມີ​ວັດທະນະທຳ​ທີ່​ແຕກຕ່າງ​ຈາກ​ລາວ ຕອນນີ້​ລາວ​ໄດ້​ບອກ​ຄວາມຈິງ​ໃນ​ຄຳພີໄບເບິນ​ໃຫ້​ກັບ​ທຸກ​ຄົນ​ຮູ້ ບໍ່​ວ່າ​ເຂົາເຈົ້າ​ຈະ​ມາ​ຈາກ​ວັດທະນະທຳ​ໃດ. ການ​ທີ່​ຄຳແນະນຳ​ໃນ​ຄຳພີໄບເບິນ​ເປັນ​ປະໂຫຍດ​ຕໍ່​ທຸກ​ຄົນ​ບໍ່​ວ່າ​ຈະ​ມາ​ຈາກ​ວັດທະນະທຳ​ໃດ​ກໍ​ພິສູດ​ໃຫ້​ເຫັນ​ວ່າ ເຮົາ​ສາມາດ​ໄວ້ໃຈ​ຄຳພີໄບເບິນ​ໄດ້.

ໃຫ້​ໝັ້ນໃຈ​ວ່າ​ຄຳພີໄບເບິນ​ເປັນ​ຄວາມຈິງ​ຕໍ່ໆ​ໄປ

16. ເປັນຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ໝັ້ນໃຈ​ໃນ​ຄຳພີໄບເບິນ​ໃຫ້​ຫຼາຍ​ຂຶ້ນ?

16 ແຮງ​ສະພາບການ​ໃນ​ໂລກ​ທຸກ​ມື້​ນີ້​ເສື່ອມຊາມ​ເລື້ອຍໆ​ມັນ​ກໍ​ແຮງ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ໄວ້ໃຈ​ຄຳພີໄບເບິນ. ຫຼາຍ​ຄົນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ສົງໄສ​ວ່າ ຄຳພີໄບເບິນ​ເປັນ​ຄວາມຈິງ​ແທ້​ບໍ? ຫຼື​ພະເຢໂຫວາ​ໄດ້​ແຕ່ງຕັ້ງ​ໃຫ້​ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ຊີ້ນຳ​ເຮົາ​ໃນ​ທຸກ​ມື້​ນີ້​ແທ້ໆ​ບໍ? ຖ້າ​ເຮົາ​ໝັ້ນໃຈ​ວ່າ​ຄຳພີໄບເບິນ​ເປັນ​ຄວາມຈິງ ເຮົາ​ກໍ​ຈະ​ສາມາດ​ຕ້ານ​ທານ​ການ​ໂຈມຕີ​ທຸກ​ຮູບແບບ​ຈາກ​ຊາຕານ​ໄດ້. ເຮົາ​ຈະ “ຕັ້ງໃຈ​ເຮັດ​ຕາມ​ຂໍ້​ກຳນົດ​ຂອງ [ພະເຢໂຫວາ] ຕະຫຼອດ​ຊີວິດ​ຈົນ​ກວ່າ​ເຮົາ​ຈະ​ຕາຍ.” (ເພງ. 119:112, ລ.ມ.) ແລະ​ເຮົາ​ຈະ “ບໍ່​ອາຍ” ທີ່​ຈະ​ບອກ​ຄົນອື່ນ​ກ່ຽວກັບ​ຄວາມຈິງ​ໃນ​ຄຳພີໄບເບິນ​ແລະ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ເອົາ​ຫຼັກການ​ໃນ​ຄຳພີໄບເບິນ​ໄປ​ໃຊ້​ໃນ​ຊີວິດ. (ເພງ. 119:46, ລ.ມ.) ເຮົາ​ກໍ​ຈະ​ສາມາດ​ອົດທົນ​ກັບ​ບັນຫາ​ທີ່​ຍາກ​ຫຼາຍ ເຊິ່ງ​ລວມ​ເຖິງ​ການ​ຂົ່ມເຫງ “ດ້ວຍ​ຄວາມ​ຍິນດີ” ໄດ້.—ກລຊ. 1:11; ເພງ. 119:143, 157

17. ຂໍ້​ພະຄຳພີ​ປະຈຳ​ປີ 2023 ຊ່ວຍ​ເຮົາ​ໃຫ້​ຄິດເຖິງ​ຫຍັງ?

17 ເຮົາ​ຮູ້ສຶກ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ເຮົາ​ຮູ້ຈັກ​ຄວາມຈິງ​ໃນ​ຄຳພີໄບເບິນ! ຄວາມຈິງ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ສະຫງົບໃຈ​ແລະ​ມີ​ຈຸດມຸ່ງໝາຍ​ໃນ​ຊີວິດ. ແລະ​ຄຳພີໄບເບິນ​ຍັງ​ໃຫ້​ຄຳແນະນຳ​ທີ່​ຈະ​ແຈ້ງ​ກັບ​ເຮົາ​ວ່າ ເຮົາ​ຄວນ​ໃຊ້​ຊີວິດ​ແນວໃດ​ໃນ​ໂລກ​ທີ່​ສັບສົນ​ວຸ່ນວາຍ​ນີ້. ຄວາມຈິງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມຫວັງ​ວ່າ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ ເຮົາ​ຈະ​ມີ​ອະນາຄົດ​ທີ່​ດີ. ດັ່ງນັ້ນ ຂໍ​ໃຫ້​ຂໍ້​ພະຄຳພີ​ປະຈຳ​ປີ 2023 ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ຖ້ອຍຄຳ​ຂອງ​ພະເຈົ້າ​ທັງໝົດ​ເປັນ​ຄວາມຈິງ.—ເພງ. 119:160

ເພງ 94 ເຮົາ​ຂອບໃຈ​ພະເຈົ້າ​ສຳລັບ​ພະຄຳພີ

a ຂໍ້​ພະຄຳພີ​ປະຈຳ​ປີ 2023 ຍົກ​ມາ​ຈາກ​ຄຳເພງ 119:160, ລ.ມ. ທີ່​ບອກ​ວ່າ “ຖ້ອຍຄຳ​ຂອງ​ພະອົງ​ທັງໝົດ​ເປັນ​ຄວາມຈິງ.” ພວກ​ເຮົາ​ເຫັນດີ​ກັບ​ຂໍ້​ນີ້ ແຕ່​ຫຼາຍ​ຄົນ​ບໍ່​ເຫັນດີ​ນຳ ເພາະ​ເຂົາເຈົ້າ​ບໍ່​ເຊື່ອ​ວ່າ​ຄຳແນະນຳ​ໃນ​ຄຳພີໄບເບິນ​ເປັນ​ປະໂຫຍດ​ແລະ​ບາງຄົນ​ເຖິງ​ຂັ້ນ​ບໍ່​ເຊື່ອ​ໃນ​ຄຳພີໄບເບິນ​ເລີຍ. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ເບິ່ງ​ນຳ​ກັນ​ສາມ​ຢ່າງ​ທີ່​ຈະ​ຊ່ວຍ​ໃຫ້​ຄົນ​ທີ່​ສົນໃຈ​ຄຳພີໄບເບິນ​ໝັ້ນໃຈ​ວ່າ​ຄຳພີໄບເບິນ​ເປັນ​ຄວາມຈິງ ແລະ​ຄຳແນະນຳ​ໃນ​ຄຳພີໄບເບິນ​ຈະ​ຊ່ວຍ​ເຂົາເຈົ້າ​ໄດ້.

b ສະບັບ​ສຳເນົາ​ຫຼື​ກ໋ອບປີ້​ເປັນ​ສະບັບ​ທີ່​ຂຽນ​ດ້ວຍ​ມື

c ຂໍ້ມູນ​ເພີ່ມເຕີມ​ກ່ຽວກັບ​ການ​ປົກປ້ອງ​ຄຳພີໄບເບິນ​ບໍ່​ໃຫ້​ສູນ​ຫາຍ​ໄປ ເຂົ້າ​ໄປ​ທີ່ເວັບໄຊ jw.org ແລ້ວ​ພິມ​ຄຳ​ວ່າ “ປະຫວັດສາດ​ກັບ​ຄຳພີໄບເບິນ” ໃນ​ປ່ອງ​ຄົ້ນຫາ. (ພາສາ​ໄທ)

d ຊື່​ສົມມຸດ

e ຄຳ​ອະທິບາຍ​ຮູບພາບ: ພະເຈົ້າ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ເມືອງ​ບາບີໂລນ​ຈະ​ຖືກ​ທຳລາຍ.

f ຄຳ​ອະທິບາຍ​ຮູບພາບ: ໃນ​ຮູບພາບ​ສົມມຸດ ແທນ​ທີ່​ຈະ​ຕໍ່ສູ້​ກັບ​ຄົນອື່ນ ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ຮຽນ​ຄຳພີໄບເບິນ​ແລະ​ຮູ້​ວິທີ​ທີ່​ຈະ​ຢູ່​ກັບ​ຄົນອື່ນ​ຢ່າງ​ສະຫງົບສຸກ​ແລະ​ຊ່ວຍ​ຄົນອື່ນ​ໃຫ້​ເຮັດ​ແບບນັ້ນ​ຄື​ກັນ.