ຄຳຖາມຈາກຜູ້ອ່ານ
ອັກຄະສາວົກໂປໂລໝາຍຄວາມວ່າແນວໃດເມື່ອລາວເວົ້າວ່າ: “ກົດໝາຍຂອງໂມເຊນັ້ນແຫຼະທີ່ຊ່ວຍຂ້ອຍໃຫ້ພົ້ນ [ຕາຍ] ຈາກອຳນາດກົດໝາຍນັ້ນ.”—ຄລຕ. 2:19, ໄຂເງື່ອນ
ໂປໂລຂຽນວ່າ: “ກົດໝາຍຂອງໂມເຊນັ້ນແຫຼະທີ່ຊ່ວຍຂ້ອຍໃຫ້ພົ້ນຈາກອຳນາດກົດໝາຍນັ້ນ ເພື່ອຂ້ອຍຈະໄດ້ມີຊີວິດຢູ່ເພື່ອພະເຈົ້າ.”—ຄລຕ. 2:19
ຄຳເວົ້ານີ້ເປັນຈຸດສຳຄັນທີ່ໂປໂລຂຽນເຖິງປະຊາຄົມຕ່າງໆໃນຄາລາເຕຍທີ່ຢູ່ໃນເຂດການປົກຄອງຂອງໂຣມ. ບາງຄົນໃນເຂດນັ້ນໄດ້ສອນຄຳສອນທີ່ບໍ່ຖືກຕ້ອງວ່າ ຄລິດສະຕຽນຕ້ອງເຮັດຕາມກົດໝາຍຂອງໂມເຊ ໂດຍສະເພາະເລື່ອງການຮັບສິນຕັດເພື່ອເຂົາເຈົ້າຈະລອດ. ໂປໂລຮູ້ວ່າຄົນທີ່ເຊື່ອໃນພະເຈົ້າບໍ່ຈຳເປັນຕ້ອງຮັບສິນຕັດແລ້ວ. ດັ່ງນັ້ນ ລາວຈຶ່ງໃຊ້ເຫດຜົນທີ່ໜັກແໜ້ນເພື່ອຄັດຄ້ານຄຳສອນທີ່ບໍ່ຖືກຕ້ອງ ແລະສິ່ງນີ້ຊ່ວຍໃຫ້ພີ່ນ້ອງມີຄວາມເຊື່ອຫຼາຍຂຶ້ນໃນຄ່າໄຖ່ຂອງພະເຢຊູຄລິດ.—ຄລຕ. 2:4; 5:2
ຄຳພີໄບເບິນບອກວ່າ ຖ້າຜູ້ໜຶ່ງຕາຍ ລາວຈະບໍ່ຮູ້ຈັກຫຍັງ ແລະຈະບໍ່ມີຫຍັງທີ່ຈະຜູກມັດລາວໄວ້ແລ້ວ. (ຜູ້ປ. 9:5) ດັ່ງນັ້ນ ເມື່ອໂປໂລບອກວ່າ: “ຂ້ອຍພົ້ນ [ຕາຍ] ຈາກອຳນາດກົດໝາຍນັ້ນ” ລາວກໍໝາຍຄວາມວ່າ ກົດໝາຍຂອງໂມເຊບໍ່ໄດ້ມີອຳນາດຄວບຄຸມລາວແລ້ວ. ລາວໝັ້ນໃຈວ່າລາວ “ມີຊີວິດຢູ່ເພື່ອພະເຈົ້າ” ຍ້ອນລາວເຊື່ອໃນຄ່າໄຖ່ຂອງພະເຢຊູ.
ກົດໝາຍນັ້ນໄດ້ປ່ຽນສະພາບການຂອງໂປໂລແນວໃດ? ໂປໂລບອກວ່າ: “ຄົນເຮົາຈະເປັນທີ່ຍອມຮັບຂອງພະເຈົ້າໄດ້ໂດຍມີຄວາມເຊື່ອໃນພະເຢຊູຄລິດເທົ່ານັ້ນ ບໍ່ແມ່ນໂດຍເຮັດຕາມກົດໝາຍ.” (ຄລຕ. 2:16) ທີ່ຈິງ ກົດໝາຍຂອງໂມເຊກໍມີສ່ວນສຳຄັນເພາະໂປໂລບອກພີ່ນ້ອງໃນຄາລາເຕຍວ່າ: “ກົດໝາຍນັ້ນເພີ່ມເຂົ້າມາເພື່ອໃຫ້ເຫັນແຈ້ງວ່າຄົນເຮົາເຮັດຜິດ ແລະກົດໝາຍນັ້ນຈະຢູ່ພຽງຊົ່ວຄາວຈົນກວ່າລູກຫຼານຄົນນັ້ນທີ່ໄດ້ຮັບຄຳສັນຍາຈະມາ.” (ຄລຕ. 3:19) ກົດໝາຍນັ້ນເຮັດໃຫ້ເຫັນວ່າ ຄົນທີ່ບໍ່ສົມບູນແບບບໍ່ສາມາດເຮັດຕາມກົດໝາຍໄດ້ທັງໝົດ. ເຂົາເຈົ້າຈຳເປັນຕ້ອງມີເຄື່ອງບູຊາໄຖ່ທີ່ສົມບູນແບບ. ດັ່ງນັ້ນ ກົດໝາຍນີ້ຈຶ່ງຊ່ວຍໃຫ້ຜູ້ຄົນເຂົ້າໃຈວ່າພະເຢຊູເປັນ “ລູກຫຼານ” ຕາມທີ່ສັນຍາໄວ້. ແລະຄົນທີ່ສະແດງຄວາມເຊື່ອໃນພະເຢຊູກໍຈະເປັນທີ່ຍອມຮັບຂອງພະເຈົ້າ. (ຄລຕ. 3:24) ໂດຍທາງກົດໝາຍນີ້ເຮັດໃຫ້ໂປໂລເຂົ້າໃຈວ່າ ເພື່ອຈະເປັນທີ່ຍອມຮັບຂອງພະເຈົ້າ ລາວຕ້ອງເຊື່ອໃນຄ່າໄຖ່ຂອງພະເຢຊູ. ດັ່ງນັ້ນ ໂປໂລຈຶ່ງບອກວ່າລາວ ‘ຕາຍຈາກກົດໝາຍນັ້ນ’ ແລະ “ມີຊີວິດຢູ່ເພື່ອພະເຈົ້າ.” ກົດໝາຍນັ້ນບໍ່ມີອຳນາດຄວບຄຸມໂປໂລ ແຕ່ວ່າພະເຈົ້າມີ.
ໂປໂລກໍໄດ້ເວົ້າຄ້າຍໆກັນນີ້ໃນຈົດໝາຍທີ່ຂຽນໄປເຖິງພີ່ນ້ອງໃນເມືອງໂຣມ. ລາວຂຽນວ່າ: “ພີ່ນ້ອງເອີຍ ພວກເຈົ້າພົ້ນຈາກອຳນາດກົດໝາຍຂອງໂມເຊແລ້ວຍ້ອນພະຄລິດສະລະຮ່າງກາຍເປັນເຄື່ອງບູຊາ . . . ພວກເຮົາບໍ່ໄດ້ຢູ່ໃຕ້ກົດໝາຍນັ້ນ ຍ້ອນກົດໝາຍນັ້ນບໍ່ມີອຳນາດຄວບຄຸມພວກເຮົາແລ້ວ.” (ຣມ. 7:4, 6) ທັງໃນຂໍ້ນີ້ແລະໃນຄາລາເຕຍ 2:19 ໂປໂລເວົ້າເຖິງການເປັນອິດສະຫຼະຈາກກົດໝາຍຂອງໂມເຊ ບໍ່ໄດ້ເວົ້າເຖິງການຕາຍຍ້ອນເຮັດຜິດກົດໝາຍຂອງໂມເຊ. ດັ່ງນັ້ນ ກົດໝາຍຂອງໂມເຊຈຶ່ງບໍ່ມີອຳນາດຄວບຄຸມໂປໂລແລະຄລິດສະຕຽນຄົນອື່ນໆທີ່ເຊື່ອໃນຄ່າໄຖ່ຂອງພະເຢຊູ.