ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 22

ຊ່ວຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ

ຊ່ວຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ

“ພວກ​ເຈົ້າ​ຕ້ອງ . . . ຮັບ​ບັບເຕມາ.”—ກຈກ. 2:38

ເພງ 72 ເຮັດ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ທີ່​ຮູ້ຈັກ

ໃຈ​ຄວາມ​ສຳຄັນ *

1. ລູກສິດ​ຂອງ​ພະ​ເຢຊູ​ໄດ້​ບອກ​ຫຍັງ​ກັບ​ຄົນ​ກຸ່ມ​ໃຫຍ່?

ຄົນ​ກຸ່ມ​ໃຫຍ່​ທັງ​ຍິງ​ແລະ​ຊາຍ​ເຊິ່ງ​ມາ​ຈາກ​ຫຼາຍ​ປະເທດ​ແລະ​ເວົ້າ​ຫຼາຍ​ພາສາ​ໄດ້​ເດີນ​ທາງ​ມາ​ເມືອງ​ເຢຣູຊາເລັມ. ມີ​ເລື່ອງ​ທີ່​ໜ້າ​ງຶດງໍ້​ເກີດ​ຂຶ້ນ​ໃນ​ມື້​ນັ້ນ. ຄົນ​ຢິວ​ບາງ​ຄົນ​ສາມາດ​ເວົ້າ​ພາສາ​ປະເທດ​ຕ່າງໆ​ໄດ້. ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ເປັນ​ຕາ​ງຶດ​ກວ່າ​ນັ້ນ​ແມ່ນ​ສິ່ງ ທີ່​ອັກຄະສາວົກ​ເປໂຕ​ແລະ​ຄົນ​ຢິວ​ກຸ່ມ​ນັ້ນ​ເວົ້າ. ເຂົາ​ເຈົ້າ​ບອກ​ວ່າ ເພື່ອ​ຈະ​ລອດ​ກໍ​ຕ້ອງ​ໄດ້​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ຄລິດ. ເລື່ອງ​ນີ້​ຖືກ​ໃຈ​ຜູ້​ຟັງ​ຫຼາຍ​ແທ້ໆ​ຈົນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຖາມ​ວ່າ: “ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ດີ?” ແລ້ວ​ເປໂຕ​ກໍ​ຕອບ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຕ້ອງ . . . ຮັບ​ບັບເຕມາ.”—ກຈກ. 2:37, 38

ພີ່ນ້ອງ​ຊາຍ​ກັບ​ເມຍ​ໄດ້​ສຶກສາ​ຄຳພີ​ໄບເບິນ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ໂດຍ​ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! (ເບິ່ງ​ຂໍ້ 2)

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້? (ເບິ່ງ​ຮູບ​ໜ້າ​ປົກ)

2 ຈາກ​ນັ້ນ​ກໍ​ມີ​ເລື່ອງ​ທີ່​ໜ້າ​ງຶດງໍ້​ເກີດ​ຂຶ້ນ​ອີກ. ມີ 3.000 ຄົນ​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ​ໃນ​ມື້​ນັ້ນ. ນີ້​ແມ່ນ​ການ​ເລີ່ມ​ຕົ້ນ​ຂອງ​ວຽກ​ທີ່​ພະ​ເຢຊູ​ສັ່ງ​ໃຫ້​ລູກສິດ​ຂອງ​ເພິ່ນ​ເຮັດ ແລະ​ຍັງ​ເຮັດ​ຈົນ​ຮອດ​ສະໄໝ​ຂອງ​ເຮົາ. ແຕ່​ໃນ​ທຸກ​ມື້​ນີ້​ເຮົາ​ຕ້ອງ​ໃຊ້​ເວລາ​ຫຼາຍ​ກວ່າ 2-3 ຊົ່ວ​ໂມງ​ເພື່ອ​ຈະ​ຊ່ວຍ​ຄົນ​ໜຶ່ງ​ໃຫ້​ຮັບ​ບັບເຕມາ​ໄດ້. ອາດ​ຈະ​ຕ້ອງ​ໃຊ້​ເວລາ​ຫຼາຍ​ເດືອນ​ຫຼື​ຫຼາຍ​ປີ. ການ​ຊ່ວຍ​ຜູ້​ໜຶ່ງ​ໃຫ້​ຮັບ​ບັບເຕມາ​ຕ້ອງ​ໃຊ້​ເວລາ​ຫຼາຍ​ແທ້ໆ. ເຈົ້າ​ກໍ​ຄື​ຊິ​ຮູ້​ດີ​ຖ້າ​ເຈົ້າ​ກຳລັງ​ສຶກສາ​ກັບ​ບາງ​ຄົນ​ຢູ່. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ.

ຊ່ວຍ​ນັກ​ສຶກສາ​ໃຫ້​ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້

3. ຕາມ​ມັດທາຍ 28:19, 20 ນັກ​ສຶກສາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ?

3 ນັກ​ສຶກສາ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ​ກ່ອນ​ທີ່​ຈະ​ຮັບ​ບັບເຕມາ. (ອ່ານ​ມັດທາຍ 28:19, 20) ເມື່ອ​ນັກ​ສຶກສາ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ ລາວ​ກໍ​ເປັນ​ຄື “ຄົນ​ສະຫຼາດ” ທີ່​ສ້າງ​ເຮືອນ​ຢູ່​ເທິງ​ພະ​ລານ​ຫີນ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ. (ມທ. 7:24, 25; ລກ. 6:47, 48) ແລ້ວ​ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ຮຽນ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ 3 ຢ່າງ​ທີ່​ເຮົາ​ເຮັດ​ໄດ້.

4. ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້​ແນວ​ໃດ? (ເບິ່ງ​ຂອບ “ ຊ່ວຍ​ນັກ​ສຶກສາ​ຕັ້ງ​ເປົ້າ​ໝາຍ​ແລະ​ເຮັດ​ໃຫ້​ສຳເລັດ.”)

4 ຊ່ວຍ​ນັກ​ສຶກສາ​ໃຫ້​ຕັ້ງ​ເປົ້າ​ໝາຍ. ເປັນ​ຫຍັງ​ຈຶ່ງ​ເຮັດ​ແບບ​ນັ້ນ? ໃຫ້​ເຮົາ​ມາ​ເບິ່ງ​ການ​ສົມ​ທຽບ​ຕໍ່​ໄປ​ນີ້. ຖ້າ​ເຈົ້າ​ເດີນ​ທາງ​ໄປ​ບ່ອນ​ທີ່​ໄກໆ ເຈົ້າ​ອາດ​ຈະ​ແວ່​ເບິ່ງ​ບ່ອນ​ທີ່​ງາມໆ. ຖ້າ​ເຈົ້າ​ບໍ່​ໄດ້​ໄປ​ແວ່​ເບິ່ງ​ບ່ອນ​ນັ້ນ​ບ່ອນ​ນີ້ ເຈົ້າ​ກໍ​ອາດ​ຈະ​ຮູ້ສຶກ​ເມື່ອຍ​ແລະ​ຄິດ​ວ່າ​ຍັງ​ອີກ​ໄກ​ຊົ່ວ​ຊິ​ຮອດ​ຈຸດ​ໝາຍ​ປາຍ​ທາງ. ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ຊ່ວຍ​ນັກ​ສຶກສາ​ໃຫ້​ຕັ້ງ​ເປົ້າ​ໝາຍ​ໄລຍະ​ສັ້ນ ລາວ​ກໍ​ຈະ​ຮູ້ສຶກ​ວ່າ​ລາວ​ສາມາດ​ກ້າວ​ໜ້າ​ຈົນ​ຮອດ​ເປົ້າ​ໝາຍ​ທີ່​ຈະ​ຮັບ​ບັບເຕມາ​ໄດ້. ໃຫ້​ໃຊ້​ສ່ວນ “ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້” ທີ່​ຢູ່​ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ເພື່ອ​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ. ຫຼັງ​ຈາກ​ທີ່​ຮຽນ​ຈົບ​ແຕ່​ລະ​ບົດ​ແລ້ວ ໃຫ້​ລົມ​ກັບ​ນັກ​ສຶກສາ​ວ່າ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ຫາ​ກໍ​ຮຽນ​ແນວ​ໃດ. ແລະ​ຖ້າ​ລົມ​ກັນ​ແລ້ວ​ເຈົ້າ​ເຫັນ​ວ່າ​ນັກ​ສຶກສາ​ຄວນ​ຈະ​ເຮັດ​ຢ່າງ​ອື່ນ ກໍ​ໃຫ້​ຂຽນ​ໄວ້​ໃນ​ຫ້ອງ “ອື່ນໆ.” ໃຫ້​ໃຊ້​ສ່ວນ​ນີ້​ທົບ​ທວນ​ກັບ​ນັກ​ສຶກສາ​ເປັນ​ປະຈຳ​ເພື່ອ​ຈະ​ຮູ້​ວ່າ​ລາວ​ກ້າວ​ໜ້າ​ສ່ຳ​ໃດ​ແລ້ວ.

5. ຕາມ​ມາຣະໂກ 10:17-22 ພະ​ເຢຊູ​ບອກ​ຊາຍ​ທີ່​ຮັ່ງມີ​ໃຫ້​ເຮັດ​ຫຍັງ​ແລະ​ຍ້ອນ​ຫຍັງ?

5 ຊ່ວຍ​ນັກ​ສຶກສາ​ໃຫ້​ປ່ຽນ​ແປງ​ຕົວ​ເອງ. (ອ່ານ​ມາຣະໂກ 10:17-22) ພະ​ເຢຊູ​ຮູ້​ວ່າ​ມັນ​ຍາກ​ທີ່​ຄົນ​ລວຍ​ຈະ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ລາວ​ມີ. (ມຣກ. 10:23) ແຕ່​ທີ່​ພະເຢຊູ​ບອກ​ຊາຍ​ທີ່​ຮັ່ງມີ​ປ່ຽນ​ແປງ​ຕົວ​ເອງ​ໃນ​ຈຸດ​ນີ້​ກໍ​ຍ້ອນ​ວ່າ​ພະ​ເຢຊູ​ຮັກ​ລາວ. ແຕ່​ຖ້າ​ເຮົາ​ຮູ້ສຶກ​ວ່າ​ນັກ​ສຶກສາ​ຍັງ​ບໍ່​ພ້ອມ​ທີ່​ຈະ​ປ່ຽນ​ແປງ​ຕົວ​ເອງ ເຮົາ​ກໍ​ບໍ່​ຄວນ​ກົດ​ດັນ​ລາວ. ອາດ​ຕ້ອງ​ໃຊ້​ເວລາ​ທີ່​ນັກ​ສຶກສາ​ບາງ​ຄົນ​ຈະ​ປ່ຽນ​ແປງ​ຕົວ​ເອງ. (ກລຊ. 3:9, 10) ແຕ່​ເຮົາ​ຕ້ອງ​ຊອກ​ຫາ​ໂອກາດ​ທີ່​ເໝາະ​ສົມ​ເພື່ອ​ຈະ​ບອກ​ນັກ​ສຶກສາ​ວ່າ​ຕ້ອງ​ປ່ຽນ​ແປງ​ຫຍັງ​ແດ່ ເພາະ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຫ່ວງ​ເຂົາ​ເຈົ້າ​ຫຼາຍ​ແທ້ໆ.—ເພງ. 141:5; ສຸພາ. 27:17

6. ເປັນ​ຫຍັງ​ເຮົາ​ຄວນ​ຖາມ​ນັກ​ສຶກສາ​ວ່າ​ລາວ​ຄິດ​ແນວ​ໃດ?

6 ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຖາມ​ນັກ​ສຶກສາ​ວ່າ​ລາວ​ຄິດ​ແນວ​ໃດ​ກັບ​ເລື່ອງ​ທີ່​ໄດ້​ຮຽນ ເພາະ​ຄຳຖາມ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ນັກ​ສຶກສາ​ເຊື່ອ​ແລະ​ເຂົ້າ​ໃຈ​ແນວ​ໃດ. ຖ້າ​ເຮົາ​ເຮັດ​ແບບ​ນີ້​ເປັນ​ປະຈຳ ມັນ​ກໍ​ງ່າຍ​ທີ່​ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ໃນ​ສິ່ງ​ທີ່​ລາວ​ຍອມ​ຮັບ​ໄດ້​ຍາກ. ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ມີ​ຫຼາຍ​ຄຳຖາມ​ແບບ​ນີ້​ເຊັ່ນ: ໃນ​ບົດ​ທີ 4 ມີ​ຄຳຖາມ​ທີ່​ວ່າ: “ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຈົ້າ​ໃຊ້​ຊື່​ຂອງ​ເພິ່ນ?” ໃນ​ບົດ​ທີ 9 ມີ​ຄຳຖາມ​ທີ່​ວ່າ: “ເຈົ້າ​ຢາກ​ອະທິດຖານ​ເລື່ອງ​ຫຍັງ​ແດ່?” ທຳອິດ ນັກ​ສຶກສາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຕອບ​ຄຳຖາມ​ແບບ​ນີ້ ແຕ່​ເຮົາ​ສາມາດ​ຊ່ວຍ​ລາວ​ໄດ້​ໂດຍ​ໃຫ້​ລາວ​ຄິດ​ເຖິງ​ຂໍ້​ພະ​ຄຳພີ​ແລະ​ຮູບ​ພາບ​ຕ່າງໆ​ທີ່​ຢູ່​ໃນ​ປຶ້ມ.

7. ເຮົາ​ຈະ​ໃຊ້​ປະສົບການ​ຂອງ​ຄົນ​ອື່ນ​ເພື່ອ​ຊ່ວຍ​ນັກ​ສຶກສາ​ແນວ​ໃດ?

7 ເມື່ອ​ນັກ​ສຶກສາ​ເລີ່ມ​ເຂົ້າ​ໃຈ​ວ່າ​ລາວ​ຕ້ອງ​ປ່ຽນ​ແປງ​ຫຍັງ​ແດ່ ໃຫ້​ເຮົາ​ໃຊ້​ປະສົບການ​ຂອງ​ຄົນ​ອື່ນ​ເພື່ອ​ຈະ​ຊ່ວຍ​ລາວ ເຊັ່ນ: ຖ້າ​ນັກ​ສຶກສາ​ບໍ່​ໄດ້​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ ເຈົ້າ​ອາດ​ຈະ​ໃຫ້​ລາວ​ເບິ່ງ​ວິດີໂອ​ທີ່​ຊື່​ວ່າ​ພະ​ເຢໂຫວາ​ຫ່ວງໃຍ​ຂ້ອຍ ໃນ​ສ່ວນ “ເບິ່ງ​ເພີ່ມ​ເຕີມ” ຂອງ​ບົດ​ທີ 14 ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ໃນ​ຫຼາຍໆ​ບົດຮຽນ​ຂອງ​ປຶ້ມ​ນີ້​ມີ​ປະສົບການ​ທີ່​ຢູ່​ໃນ​ສ່ວນ “ຮຽນ​ຮູ້​ຫຼາຍ​ຂຶ້ນ” ແລະ​ສ່ວນ “ເບິ່ງ​ເພີ່ມ​ເຕີມ.” * ແຕ່​ຂໍ​ໃຫ້​ລະວັງ​ຢ່າ​ສົມ​ທຽບ​ນັກ​ສຶກສາ​ກັບ​ຄົນ​ອື່ນ​ໂດຍ​ເວົ້າ​ວ່າ: “ຖ້າ​ລາວ​ເຮັດ​ໄດ້ ເຈົ້າ​ກໍ​ຕ້ອງ​ເຮັດ​ໄດ້​ຄື​ກັນ.” ແຕ່​ໃຫ້​ຊ່ວຍ​ນັກ​ສຶກສາ​ໃຫ້​ເຫັນ​ຈຸດ​ທີ່​ຊ່ວຍ​ຄົນ​ທີ່​ຢູ່​ໃນ​ວິດີໂອ​ໃຫ້​ປ່ຽນ​ແປງ​ຕົວ​ເອງ ເຊິ່ງ​ອາດ​ຈະ​ເປັນ​ພະ​ຄຳພີ​ຂໍ້ໜຶ່ງ​ຫຼື​ບາງ​ສິ່ງ​ທີ່​ລາວ​ເຮັດ​ເພື່ອ​ປ່ຽນ​ແປງ​ຕົວ​ເອງ. ແລະ​ທຸກ​ເທື່ອ​ທີ່​ເຮົາ​ໃຫ້​ນັກ​ສຶກສາ​ເບິ່ງ​ປະສົບການ ກໍໃຫ້​ເນັ້ນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ຄົນ​ນັ້ນ​ແນວ​ໃດ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ເຂົ້າ​ໃຈ​ໄດ້​ເອງ​ວ່າ ລາວ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ແນວ​ໃດ.

8. ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

8 ຊ່ວຍ​ນັກ​ສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ. ໃຫ້​ຊ່ວຍ​ນັກ​ສຶກສາ​ຮຽນ​ຮູ້​ກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ ແລະ​ຊ່ວຍ​ນັກ​ສຶກສາ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຮັກ​ເຮົາ​ແລະ​ພ້ອມ​ຈະ​ຊ່ວຍ​ເຫຼືອ​ເຮົາ. (1 ຕມ. 1:11; ຮຣ. 11:6) ຊ່ວຍ​ນັກ​ສຶກສາ​ໃຫ້​ເຫັນ​ວ່າ​ລາວ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຖ້າ​ລາວ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ ແລະ​ສິ່ງ​ນັ້ນ​ກໍ​ສະແດງ​ເຖິງ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ລາວ. (ເອຊາ. 48:17, 18) ແຮ່ງ​ນັກ​ສຶກສາ​ຮັກ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ ລາວ​ກໍ​ແຮ່ງ​ຢາກ​ຈະ​ປ່ຽນ​ແປງ​ຕົວ​ເອງ​ຫຼາຍ​ສ່ຳ​ນັ້ນ.—1 ຢຮ. 5:3

ແນະນຳ​ນັກ​ສຶກສາ​ໃຫ້​ຮູ້ຈັກ​ພີ່ນ້ອງ

9. ຕາມ​ມາຣະໂກ 10:29, 30 ສິ່ງ​ໃດ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ເສຍ​ສະລະ​ເພື່ອ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ?

9 ເພື່ອ​ນັກ​ສຶກສາ​ຈະ​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ ລາວ​ຕ້ອງ​ໄດ້​ເສຍ​ສະລະ​ຫຼາຍ​ຢ່າງ. ຄື​ກັບ​ຊາຍ​ຮັ່ງມີ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້ ນັກ​ສຶກສາ​ບາງ​ຄົນ​ອາດ​ຕ້ອງ​ໄດ້​ເສຍ​ສະລະ​ບາງ​ຢ່າງ​ເຊັ່ນ: ຖ້າ​ວຽກ​ທີ່​ນັກ​ສຶກສາ​ກຳລັງ​ເຮັດ​ຂັດ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ລາວ​ອາດ​ຈະ​ຕ້ອງ​ຊອກ​ຫາ​ວຽກ​ໃໝ່. ນັກ​ສຶກສາ​ບາງ​ຄົນ​ອາດ​ຕ້ອງ​ເຊົາ​ຄົບຫາ​ກັບ​ໝູ່​ທີ່​ບໍ່​ໄດ້​ຮັກ​ພະ​ເຢໂຫວາ. ສ່ວນ​ນັກ​ສຶກສາ​ບາງ​ຄົນ​ອາດ​ຖືກ​ຄອບຄົວ​ຫຼື​ຍາດ​ພີ່ນ້ອງ​ທີ່​ບໍ່​ມັກ​ພະຍານ​ພະ​ເຢໂຫວາ​ປະ​ຖິ້ມ​ເຂົາ​ເຈົ້າ. ພະ​ເຢຊູ​ຍອມ​ຮັບ​ວ່າ​ມັນ​ຍາກ​ທີ່​ນັກ​ສຶກສາ​ບາງ​ຄົນ​ຈະ​ເສຍ​ສະລະ​ສິ່ງ​ເຫຼົ່າ​ນັ້ນ ແຕ່​ເພິ່ນ​ກໍ​ສັນຍາ​ວ່າ​ຄົນ​ທີ່​ເຮັດ​ແບບ​ນັ້ນ​ຈະ​ໄດ້​ຮັບ​ລາງວັນ​ເຊິ່ງ​ກໍ​ຄື​ຄອບຄົວ​ທາງ​ດ້ານ​ຄວາມ​ເຊື່ອ. (ອ່ານ​ມາຣະໂກ 10:29, 30) ແລ້ວ​ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ແນວ​ໃດ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ລາງວັນ​ທີ່​ພະ​ເຢຊູ​ສັນຍາ​ໄວ້?

10. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ມັນເວວ?

10 ພະຍາຍາມ​ເປັນ​ໝູ່​ກັບ​ນັກ​ສຶກສາ. ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ເຮັດ​ໃຫ້​ນັກ​ສຶກສາ​ເຫັນ​ວ່າ​ເຈົ້າ​ເປັນ​ຫ່ວງ​ລາວ. ຍ້ອນ​ຫຍັງ? ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ພີ່ນ້ອງ​ມັນເວວ​ເຊິ່ງ​ຢູ່​ແມັກຊິກ​ໄດ້​ເລົ່າ​ຕອນ​ທີ່​ລາວ​ເປັນ​ນັກ​ສຶກສາ. ລາວ​ບອກ​ວ່າ: “ກ່ອນ​ສຶກສາ​ທຸກ​ຄັ້ງ ຜູ້​ນຳ​ການ​ສຶກສາ​ຈະ​ຖາມ​ຂ້ອຍ​ວ່າ ຂ້ອຍ​ເປັນ​ແນວ​ໃດ? ລາວ​ຊ່ວຍ​ຂ້ອຍ​ໃຫ້​ຮູ້ສຶກ​ສະບາຍ​ໃຈ​ແລະ​ກ້າ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ. ຂ້ອຍ​ເຫັນ​ວ່າ​ລາວ​ເປັນ​ຫ່ວງ​ຂ້ອຍ​ແທ້ໆ.”

11. ນັກ​ສຶກສາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ໃຊ້​ເວລາ​ນຳ​ຜູ້​ນຳ​ການ​ສຶກສາ?

11 ໃຫ້​ໃຊ້​ເວລາ​ກັບ​ນັກ​ສຶກສາ​ຄື​ກັບ​ທີ່​ພະ​ເຢຊູ​ໃຊ້​ເວລາ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ. (ຢຮ. 3:22) ຖ້າ​ເໝາະ​ສົມ​ໃຫ້​ຊວນ​ນັກ​ສຶກສາ​ທີ່​ກ້າວ​ໜ້າ​ມາ​ຫຼິ້ນ​ຢູ່​ເຮືອນ ກິນ​ເຂົ້າ​ນຳ​ກັນ ຫຼື​ເບິ່ງ​ລາຍການ​ໂທລະທັດ JW ປະຈຳ​ເດືອນ. ນັກ​ສຶກສາ​ຂອງ​ເຈົ້າ​ຈະ​ເຫັນ​ຄຸນຄ່າ​ທີ່​ເຈົ້າ​ເຊີນ​ລາວ​ມາ​ໂດຍ​ສະເພາະ​ຕອນ​ທີ່​ຄອບຄົວ​ຂອງ​ລາວ​ໄປ​ສະຫຼອງ​ບຸນ​ຕ່າງໆ​ທີ່​ບໍ່​ຖືກ​ຕາມ​ຫຼັກ​ພະ​ຄຳພີ. ພີ່ນ້ອງ​ກາຊິບເວ​ທີ່​ຢູ່​ອູກັນດາ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ການ​ໃຊ້​ເວລາ​ນຳ​ຜູ້​ນຳ​ການ​ສຶກສາ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ກັບ​ຕອນ​ທີ່​ສຶກສາ​ເລີຍ. ຂ້ອຍ​ເຫັນ​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ປະຊາຊົນ​ຂອງ​ເພິ່ນ​ຫຼາຍ​ແທ້ໆ ແລະ​ເຂົາ​ເຈົ້າ​ກໍ​ມີ​ຄວາມ​ສຸກ​ຫຼາຍ. ຂ້ອຍ​ຢາກ​ມີ​ຊີວິດ​ແບບ​ນັ້ນ​ແຫຼະ.”

ເມື່ອ​ເຈົ້າ​ຊວນ​ພີ່ນ້ອງ​ຄົນ​ອື່ນໆ​ມາ​ຮ່ວມ​ສຶກສາ​ນຳ ນັກ​ສຶກສາ​ກໍ​ຈະ​ບໍ່​ອາຍ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ (ເບິ່ງ​ຂໍ້ 12) *

12. ເປັນ​ຫຍັງ​ເຮົາ​ຄວນ​ຊວນ​ພີ່ນ້ອງ​ຄົນ​ອື່ນ​ມາ​ຮ່ວມ​ສຶກສາ​ນຳ?

12 ຊວນ​ພີ່ນ້ອງ​ຄົນ​ອື່ນ​ໃຫ້​ມາ​ຮ່ວມ​ສຶກສາ​ນຳ. ເຖິງ​ເຮົາ​ຈະ​ຮູ້ສຶກ​ວ່າ​ມັນ​ງ່າຍ​ກວ່າ​ທີ່​ຈະ​ໄປ​ສຶກສາ​ໃຫ້​ນັກ​ສຶກສາ​ຜູ້​ດຽວ ແຕ່​ນັກ​ສຶກສາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ກວ່າ​ຖ້າ​ເຮົາ​ພາ​ພີ່ນ້ອງ​ຄົນ​ອື່ນ​ໄປ​ນຳ. ພີ່ນ້ອງ​ດິມິດຕຣີ​ທີ່​ຢູ່​ໂມນດາວີ​ໄດ້​ເລົ່າ​ຕອນ​ທີ່​ລາວ​ເປັນ​ນັກ​ສຶກສາ​ວ່າ: “ພີ່ນ້ອງ​ແຕ່​ລະ​ຄົນ​ທີ່​ມາ​ຮ່ວມ​ສຶກສາ​ໃຫ້​ຂ້ອຍ​ໄດ້​ອະທິບາຍ​ໃນ​ແບບ​ທີ່​ຕ່າງ​ກັນ. ນີ້​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ເຫັນ​ວິທີ​ອື່ນ​ທີ່​ຈະ​ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້​ໃນ​ຊີວິດ. ນອກ​ຈາກ​ນັ້ນ ຍັງ​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ອາຍ​ທີ່​ຈະ​ເຂົ້າ​ຮ່ວມ​ປະຊຸມ​ເທື່ອ​ທຳອິດ ເພາະ​ຂ້ອຍ​ເຄີຍ​ເຫັນ​ພີ່ນ້ອງ​ມາ​ກ່ອນ​ແລ້ວ.”

13. ເປັນ​ຫຍັງ​ເຮົາ​ຄວນ​ຊ່ວຍ​ນັກ​ສຶກສາ​ໃຫ້​ມາ​ເຂົ້າ​ຮ່ວມ​ການ​ປະຊຸມ?

13 ຊ່ວຍ​ນັກ​ສຶກສາ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ. ຍ້ອນ​ຫຍັງ? ຍ້ອນ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມາ​ປະຊຸມ​ກັນ ເພາະ​ມັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ນະມັດສະການ​ເພິ່ນ. (ຮຣ. 10:24, 25) ນອກ​ຈາກ​ນັ້ນ ເຮົາ​ກໍ​ຢາກ​ຄົບຫາ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ທີ່​ເປັນ​ຄື​ກັບ​ຄອບຄົວ​ຂອງ​ເຮົາ. ເມື່ອ​ເຮົາ​ມາ​ປະຊຸມ​ນຳ​ເຂົາ​ເຈົ້າ ກໍ​ຄື​ກັບ​ວ່າ​ເຮົາ​ກຳລັງ​ກິນ​ເຂົ້າ​ສາມັກຄີ​ກັນ. ເມື່ອ​ເຮົາ​ຊ່ວຍ​ນັກ​ສຶກສາ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ ເຮົາ​ກໍ​ກຳລັງ​ຊ່ວຍ​ລາວ​ໃຫ້​ກ້າວ​ໜ້າ​ເພື່ອ​ຈະ​ໄປ​ສູ່​ຂັ້ນ​ຕອນ​ການ​ຮັບ​ບັບເຕມາ​ໄດ້. ຖ້າ​ນັກ​ສຶກສາ​ມີ​ບັນຫາ​ທີ່​ເຮັດ​ໃຫ້​ມາ​ຮ່ວມ​ປະຊຸມ​ເປັນ​ປະຈຳ​ບໍ່​ໄດ້ ເຮົາ​ຈະ​ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ຊ່ວຍ​ລາວ​ໄດ້​ແນວ​ໃດ?

14. ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ໄດ້​ແນວ​ໃດ?

14 ຂໍ​ໃຫ້​ໃຊ້​ບົດຮຽນ​ທີ 10 ຂອງ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ເພື່ອ​ຊ່ວຍ​ນັກ​ສຶກສາ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ. ກ່ອນ​ຈະ​ມີ​ການ​ພິມ​ປຶ້ມ​ນີ້​ອອກ​ມາ ພີ່ນ້ອງ​ທີ່​ມີ​ປະສົບການ​ບາງ​ຄົນ​ໄດ້​ລອງ​ໃຊ້​ປຶ້ມ​ນີ້​ແລ້ວ​ເຫັນ​ວ່າ​ມັນ​ເກີດ​ຜົນ​ຫຼາຍ​ໃນ​ການ​ຊ່ວຍ​ນັກ​ສຶກສາ​ໃຫ້​ເຂົ້າ​ມາ​ຮ່ວມ​ການ​ປະຊຸມ. ເຮົາ​ບໍ່​ຕ້ອງ​ຖ້າ​ໃຫ້​ຮຽນ​ຮອດ​ບົດທີ 10 ກ່ອນ​ຈຶ່ງ​ຈະ​ຊວນ​ນັກ​ສຶກສາ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ ໃຫ້​ຊວນ​ລາວ​ໄວ​ເທົ່າ​ໃດ​ແຮ່ງ​ດີ. ນັກ​ສຶກສາ​ແຕ່​ລະ​ຄົນ​ກໍ​ມີ​ບັນຫາ​ທີ່​ແຕກຕ່າງ​ກັນ ດັ່ງ​ນັ້ນ ເຮົາ​ຄວນ​ສົນ​ໃຈ​ບັນຫາ​ສະເພາະ​ຂອງ​ເຂົາ​ເຈົ້າ​ເພື່ອ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້. ຖ້າ​ວ່າ​ສຶກສາ​ດົນ​ແລ້ວ​ແຕ່​ນັກ​ສຶກສາ​ກໍ​ຍັງ​ບໍ່​ມາ​ຮ່ວມ​ການ​ປະຊຸມ ກໍ​ຢ່າ​ທໍ້​ໃຈ ແຕ່​ໃຫ້​ອົດ​ທົນ​ແລະ​ຊວນ​ລາວ​ເລື້ອຍໆ.

ຊ່ວຍ​ນັກ​ສຶກສາ​ບໍ່​ໃຫ້​ຢ້ານ

15. ນັກ​ສຶກສາ​ອາດ​ຈະ​ຢ້ານ​ຫຍັງ​ແດ່?

15 ເຈົ້າ​ເຄີຍ​ຮູ້ສຶກ​ຢ້ານ​ທີ່​ຈະ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ບໍ? ບາງ​ເທື່ອ​ເຈົ້າ​ກໍ​ຮູ້ສຶກ​ຢ້ານ​ທີ່​ຈະ​ໄປ​ປະກາດ ຫຼື​ເຈົ້າ​ອາດ​ຈະ​ຢ້ານ​ວ່າ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ຈະ​ຕໍ່​ຕ້ານ​ເຈົ້າ? ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ນັກ​ສຶກສາ​ຄື​ກັນ. ພະ​ເຢຊູ​ກໍ​ຮູ້​ວ່າ​ບາງ​ຄົນ​ຈະ​ຢ້ານ​ແບບ​ນັ້ນ. ເພິ່ນ​ຈຶ່ງ​ບອກ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ ບໍ່​ຕ້ອງ​ຍອມ​ໃຫ້​ຄວາມ​ຢ້ານ​ມາ​ເຮັດ​ໃຫ້​ເຊົາ​ຮັບໃຊ້​ພະ​ເຢໂຫວາ. (ມທ. 10:16, 17, 27, 28) ພະ​ເຢຊູ​ຊ່ວຍ​ພວກ​ລູກສິດ​ແນວ​ໃດ​ບໍ່​ໃຫ້​ຢ້ານ? ແລະ​ເຮົາ​ຈະ​ເຮັດ​ຄື​ກັບ​ເພິ່ນ​ໄດ້​ແນວ​ໃດ?

16. ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າ​ປະກາດ​ໄດ້​ແນວ​ໃດ?

16 ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າ​ປະກາດ. ພວກ​ລູກສິດ​ຂອງ​ພະ​ເຢຊູ​ອາດ​ຮູ້ສຶກ​ຢ້ານ​ຕອນ​ທີ່​ພະ​ເຢຊູ​ສົ່ງ​ເຂົາ​ເຈົ້າ​ໃຫ້​ໄປ​ປະກາດ. ແຕ່​ພະ​ເຢຊູ​ກໍ​ໄດ້​ຊ່ວຍ​ພວກ​ລູກສິດ​ໂດຍ​ບອກ​ເຂົາ​ເຈົ້າ​ວ່າ​ຈະ​ປະກາດ​ຢູ່​ໃສ​ແລະ​ປະກາດ​ເລື່ອງ​ຫຍັງ. (ມທ. 10:5-7) ເຮົາ​ຈະ​ເຮັດ​ຄື​ກັບ​ພະ​ເຢຊູ​ໄດ້​ແນວ​ໃດ? ໃຫ້​ຊ່ວຍ​ນັກ​ສຶກສາ​ເຫັນ​ວ່າ​ລາວ​ສາມາດ​ປະກາດ​ຢູ່​ໃສ​ໄດ້​ແດ່ ໂດຍ​ຖາມ​ລາວ​ວ່າ: “ເຈົ້າ​ຮູ້ຈັກ​ບາງ​ຄົນ​ທີ່​ເຈົ້າ​ຢາກ​ຈະ​ປະກາດ​ນຳ​ບໍ?” ຈາກ​ນັ້ນ​ໃຫ້​ຊ່ວຍ​ລາວ​ກຽມ​ຄຳເວົ້າ​ງ່າຍໆ​ເພື່ອ​ຈະ​ເວົ້າ​ເລື່ອງ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ. ເມື່ອ​ເຫັນ​ວ່າ​ເໝາະ​ສົມ ໃຫ້​ຝຶກ​ຊ້ອມ​ກັບ​ນັກ​ສຶກສາ​ໂດຍ​ໃຊ້​ສ່ວນ​ທີ່​ຊື່​ວ່າ “ບາງ​ຄົນ​ເວົ້າ​ວ່າ” ແລະ “ບາງ​ຄົນ​ຖາມ​ວ່າ” ທີ່​ຢູ່​ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ຕອນ​ທີ່​ຊ້ອມ​ສ່ວນ​ນີ້​ກັບ​ນັກ​ສຶກສາ ໃຫ້​ຊ່ວຍ​ລາວ​ໃຊ້​ຂໍ້​ພະ​ຄຳພີ​ເພື່ອ​ຈະ​ຕອບ​ຄົນ​ອື່ນ​ແບບ​ງ່າຍໆ​ແລະ​ອ່ອນ​ໂຍນ.

17. ຕາມ​ມັດທາຍ 10:19, 20, 29-31 ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ແນວ​ໃດ​ໃຫ້​ວາງໃຈ​ພະ​ເຢໂຫວາ?

17 ຊ່ວຍ​ນັກ​ສຶກສາ​ໃຫ້​ວາງໃຈ​ພະ​ເຢໂຫວາ. ພະ​ເຢຊູ​ບອກ​ລູກສິດ​ຂອງ​ເພິ່ນ​ວ່າ ພະ​ເຢໂຫວາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ເພາະ​ເພິ່ນ​ຮັກ​ເຂົາ​ເຈົ້າ. (ອ່ານ​ມັດທາຍ 10:19, 20, 29-31) ໃຫ້​ບອກ​ນັກ​ສຶກສາ​ວ່າ​ພະ​ເຢໂຫວາ​ກໍ​ຈະຊ່ວຍ​ເຂົາ​ເຈົ້າ​ຄື​ກັນ. ເຈົ້າ​ສາມາດ​ຊ່ວຍ​ນັກ​ສຶກສາໃຫ້​ເພິ່ງ​ພະ​ເຢໂຫວາ​ໂດຍ​ອະທິດຖານ​ກັບ​ລາວ​ກ່ຽວ​ກັບ​ເປົ້າ​ໝາຍ​ຂອງ​ລາວ. ພີ່ນ້ອງ​ຟຣານຈີດສ໌ເຊກ​ທີ່​ຢູ່ໃນ​ໂປໂລຍ​ໄດ້​ເລົ່າ​ຕອນ​ທີ່​ເປັນ​ນັກ​ສຶກສາ​ວ່າ: “ຜູ້​ນຳ​ການ​ສຶກສາ​ມັກ​ຈະ​ເວົ້າ​ເຖິງ​ເປົ້າ​ໝາຍ​ຂອງ​ຂ້ອຍ​ຕອນ​ທີ່​ອະທິດຖານ. ເມື່ອ​ຂ້ອຍ​ເຫັນ​ວ່າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຜູ້​ນຳ​ການ​ສຶກສາ ຂ້ອຍ​ກໍ​ເລີ່ມ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ທັນທີ. ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ຕອນ​ທີ່​ຕ້ອງ​ຂໍ​ລາ​ພັກ​ວຽກ​ຢູ່​ບ່ອນ​ເຮັດ​ວຽກ​ໃໝ່​ເພື່ອ​ຈະ​ໄປ​ປະຊຸມ​ກາງ​ອາທິດ​ແລະ​ປະຊຸມ​ໃຫຍ່.”

18. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຜູ້​ທີ່​ຊ່ວຍ​ນັກ​ສຶກສາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ?

18 ພະ​ເຢໂຫວາ​ເປັນ​ຫ່ວງ​ນັກ​ສຶກສາ​ຄຳພີ​ໄບເບິນ​ຫຼາຍ​ແທ້ໆ ແລະ​ພະ​ເຢໂຫວາ​ກໍ​ຮັກ​ແລະ​ຮູ້​ຄຸນຄ່າ​ຜູ້​ທີ່​ພະຍາຍາມ​ຊ່ວຍ​ນັກ​ສຶກສາ​ໃຫ້​ເຂົ້າ​ມາ​ໃກ້​ຊິດ​ກັບ​ເພິ່ນ. (ເອຊາ. 52:7) ເຖິງ​ວ່າ​ຕອນ​ນີ້​ເຈົ້າ​ຈະ​ບໍ່​ມີ​ນັກ​ສຶກສາ ແຕ່​ເຈົ້າ​ກໍ​ສາມາດ​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້​ໂດຍ​ໄປ​ຮ່ວມ​ສຶກສາ​ກັບ​ພີ່ນ້ອງ​ຄົນ​ອື່ນ.

ເພງ 60 ນີ້​ໝາຍ​ເຖິງ​ຊີວິດ​ຂອງ​ເຂົາ​ເຈົ້າ

^ ຂໍ້ 5 ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢຊູ​ໄດ້​ຊ່ວຍ​ຜູ້​ຄົນ​ແນວ​ໃດ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ແລະ​ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ໄດ້​ແນວ​ໃດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວິທີ​ໃຊ້​ປຶ້ມ​ໃໝ່​ທີ່​ຊື່​ວ່າ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ປຶ້ມ​ໃໝ່​ນີ້​ເຮັດ​ຂຶ້ນ​ມາ​ເພື່ອ​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ.

^ ຂໍ້ 7 ເຈົ້າ​ສາມາດ​ຊອກ​ຫາ​ປະສົບການ​ຂອງ​ຄົນ​ອື່ນ​ໄດ້​ໃນ (1) ຄູ່​ມື​ຄົ້ນ​ຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ (ພາສາ​ໄທ) ຫົວ​ຂໍ້ “ຄຳພີ​ໄບເບິນ” ຫົວ​ຂໍ້​ຍ່ອຍ “ຄຸນຄ່າ​ທີ່​ໃຊ້​ໄດ້​ແທ້” ແລະ​ເລື່ອງ “‘ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ’ (ບົດ​ຄວາມ​ຈາກ​ຫໍສັງເກດການ)” ຫຼື (2) ໃນ​ແອັບ JW Library® ໄປ​ທີ່​ມີເດຍ ເບິ່ງ​ຫົວ​ຂໍ້ “ສຳ​ພາດ​ແລະ​ປະສົບການ”

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ກັບ​ເມຍ​ຂອງ​ລາວ​ໄດ້​ສຶກສາ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ. ໃນ​ໂອກາດ​ອື່ນ​ພີ່ນ້ອງ​ຊາຍ​ຄົນ​ນີ້​ໄດ້​ຊວນ​ພີ່ນ້ອງ​ຊາຍ​ຄົນ​ອື່ນໆ​ມາ​ຮ່ວມ​ສຶກສາ​ນຳ​ລາວ.