ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 23

ເຈົ້າ​ຈະ​ບໍ່​ຮູ້ສຶກ​ໂດດ​ດ່ຽວ​ເພາະ​ພະ​ເຢໂຫວາ​ຢູ່​ກັບ​ເຈົ້າ

ເຈົ້າ​ຈະ​ບໍ່​ຮູ້ສຶກ​ໂດດ​ດ່ຽວ​ເພາະ​ພະ​ເຢໂຫວາ​ຢູ່​ກັບ​ເຈົ້າ

“ພະ​ເຢໂຫວາ​ສະຖິດ​ຢູ່​ໃກ້​ຄົນ​ທັງ​ປວງ​ທີ່​ອ້ອນ​ວອນ​ຮ້ອງ​ຫາ​ພະອົງ.”—ເພງ. 145:18

ເພງ 28 ໄດ້​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ບາງ​ຄົນ​ອາດ​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ?

ຄົນ​ສ່ວນ​ຫຼາຍ​ຈະ​ຮູ້ສຶກ​ເຫງົາ​ເປັນ​ບາງ​ຄັ້ງ. ບາງ​ຄົນ​ກໍ​ຮູ້ສຶກ​ເຫງົາ​ແບບ​ນີ້​ພຽງ​ແຕ່​ບຶດ​ດຽວ ແຕ່​ບາງ​ຄົນ​ກໍ​ຮູ້ສຶກ​ເຫງົາ​ແບບ​ນີ້​ເປັນ​ເວລາ​ດົນ​ເຕີບ. ເຮົາ​ອາດ​ຈະ​ຮູ້ສຶກ​ເຫງົາ​ເຖິງ​ວ່າ​ຈະ​ຢູ່​ນຳ​ກັນ​ຫຼາຍ​ຄົນ. ບາງ​ຄົນ​ອາດ​ຮູ້ສຶກ​ເຫງົາ​ເມື່ອ​ຍ້າຍ​ໄປ​ປະຊາຄົມ​ໃໝ່. ບາງ​ຄົນ​ອາດ​ຮູ້ສຶກ​ໂດດ​ດ່ຽວ​ຍ້ອນ​ຢູ່​ໄກ​ຈາກ​ຄອບຄົວ​ທີ່​ສະໜິດ​ສະໜົມ​ກັນ. ສ່ວນ​ບາງ​ຄົນ​ກໍ​ຮູ້ສຶກ​ເຫງົາ​ຍ້ອນ​ຄິດ​ຮອດ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ​ທີ່​ໄດ້​ຕາຍ​ຈາກ​ໄປ. ສ່ວນ​ຄລິດສະຕຽນ​ຄົນ​ອື່ນໆ​ໂດຍ​ສະເພາະ​ຄົນ​ທີ່​ຫາ​ກໍ​ຮຽນ​ຮູ້​ຄວາມ​ຈິງ​ໃໝ່ໆ​ອາດ​ຮູ້ສຶກ​ເຫງົາ​ແລະ​ໂດດ​ດ່ຽວ​ຍ້ອນ​ຖືກ​ໝູ່​ຫຼື​ຄອບຄົວ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ຕໍ່​ຕ້ານ​ຫຼື​ຂົ່ມເຫງ.

2. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

2 ພະ​ເຢໂຫວາ​ຮູ້​ທຸກ​ສິ່ງ​ກ່ຽວ​ກັບ​ເຮົາ. ເມື່ອ​ເຮົາ​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ​ເພິ່ນ​ກໍ​ຮູ້​ແລະ​ຢາກ​ຊ່ວຍ​ເຮົາ. ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ເຮົາ​ຮູ້ສຶກ​ເຫງົາ? ເຮົາ​ຈະ​ຊ່ວຍ​ຕົວ​ເອງ​ແນວ​ໃດ​ເມື່ອ​ຮູ້ສຶກ​ແບບ​ນີ້? ແລະ​ເຮົາ​ຈະ​ຊ່ວຍ​ພີ່ນ້ອງ​ໃນ​ປະຊາຄົມ​ແນວ​ໃດ​ເມື່ອ​ເຂົາ​ເຈົ້າ​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ? ໃນ​ບົດ​ນີ້​ເຮົາ​ຈະ​ມາ​ຕອບ​ຄຳຖາມ​ເຫຼົ່າ​ນີ້.

ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ

ພະ​ເຢໂຫວາ​ສົ່ງ​ທູດ​ສະຫວັນ​ມາ​ເຮັດ​ໃຫ້​ເອລີຢາ​ໝັ້ນ​ໃຈ​ວ່າ​ລາວ​ບໍ່​ໄດ້​ຢູ່​ຜູ້​ດຽວ (ເບິ່ງ​ຂໍ້ 3)

3. ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ຫ່ວງ​ເອລີຢາ?

3 ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ມີ​ຄວາມ​ສຸກ. ເພິ່ນ​ຢູ່​ໃກ້​ພວກ​ເຮົາ​ແຕ່​ລະ​ຄົນ ແລະ​ເພິ່ນ​ກໍ​ຮູ້​ຕອນ​ທີ່​ເຮົາ​ຮູ້ສຶກ​ທໍ້​ໃຈ​ຫຼື​ເສຍໃຈ. (ເພງ. 145:18, 19) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ເອລີຢາ ແລະ​ເພິ່ນ​ໄດ້​ຊ່ວຍ​ລາວ​ແນວ​ໃດ. ເອລີຢາ​ຢູ່​ໃນ​ສະໄໝ​ທີ່​ອິດສະຣາເອນ​ມີ​ຄວາມ​ຫຍຸ້ງຍາກ. ຜູ້​ນະມັດສະການ​ພະ​ເຢໂຫວາ​ຖືກ​ຂົ່ມເຫງ​ຢ່າງ​ໜັກ ແລະ​ເອລີຢາ​ກໍ​ຖືກ​ຂົ່ມເຫງ​ເປັນ​ພິເສດ​ຈາກ​ຜູ້​ມີ​ອຳນາດ. (1 ກະ. 19:1, 2) ມີ​ອີກ​ສິ່ງ​ໜຶ່ງ​ທີ່​ອາດ​ເຮັດ​ໃຫ້​ເອລີຢາ​ຮູ້ສຶກ​ທໍ້​ໃຈ​ແລະ​ຮູ້ສຶກ​ໂດດ​ດ່ຽວ​ກໍ​ຄື ລາວ​ຄິດ​ວ່າ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ຍັງ​ເຫຼືອ​ແຕ່​ລາວ​ຜູ້​ດຽວ. (1 ກະ. 19:10) ພະ​ເຢໂຫວາ​ສັງເກດ​ເຫັນ​ແລະ​ຊ່ວຍ​ເຫຼືອ​ເອລີຢາ​ທັນທີ​ໂດຍ​ສົ່ງ​ທູດ​ສະຫວັນ​ໃຫ້​ບອກ​ລາວ​ວ່າ ລາວ​ບໍ່​ໄດ້​ຢູ່​ໂຕ​ຄົນ​ດຽວ ຍັງ​ມີ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ອີກ​ຫຼາຍ​ຄົນ​ຢູ່​ໃນ​ອິດສະຣາເອນ.—1 ກະ. 19:5, 18

4. ມາຣະໂກ 10:29, 30 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ຜູ້​ທີ່​ຖືກ​ຄອບຄົວ​ແລະ​ໝູ່​ປະ​ຖິ້ມ?

4 ພະ​ເຢໂຫວາ​ຮູ້​ວ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຈະ​ຕ້ອງ​ເຈິ​ບັນຫາ​ຫຼາຍ​ຢ່າງ. ບາງ​ຄົນ​ອາດ​ຖືກ​ຄອບຄົວ​ຫຼື​ໝູ່​ຄູ່​ທີ່ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ປະ​ຖິ້ມ. ເປໂຕ​ຖາມ​ພະ​ເຢຊູ​ດ້ວຍ​ນ້ຳ​ສຽງ​ທີ່​ເບິ່ງ​ຄື​ອຸກ​ໃຈ ລາວ​ຖາມ​ວ່າ: “ພວກ​ເຮົາ​ຍອມ​ຖິ້ມ​ທຸກ​ສິ່ງ​ທຸກ​ຢ່າງ​ແລະ​ຕິດ​ຕາມ​ທ່ານ​ມາ ແລ້ວ​ພວກ​ເຮົາ​ຈະ​ໄດ້​ຫຍັງ​ແດ່?” (ມທ. 19:27) ພະ​ເຢຊູ​ໄດ້​ຢືນຢັນ​ກັບ​ພວກ​ລູກສິດ​ດ້ວຍ​ຄວາມ​ອົບອຸ່ນ​ວ່າ ພວກ​ເຈົ້າ​ຈະ​ມີ​ພີ່ນ້ອງ​ທີ່​ຮັກ​ກັນ​ຄື​ກັບ​ຄົນ​ໃນ​ຄອບຄົວ. (ອ່ານ​ມາຣະໂກ 10:29, 30) ແລະ​ພະເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ກໍ​ສັນຍາ​ວ່າ​ຈະ​ຊ່ວຍ​ເຫຼືອ​ຜູ້​ທີ່​ຮັບໃຊ້​ເພິ່ນ. (ເພງ. 9:10) ໃຫ້​ເຮົາ​ມາ​ເບິ່ງ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເມື່ອ​ເຮົາ​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ.

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ເມື່ອ​ເຈົ້າ​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ

5. ການ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ຈະ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

5 ໃຫ້​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ເຈົ້າ. (ເພງ. 55:22) ການ​ຄິດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ ເຈົ້າ​ບໍ່​ໄດ້​ຢູ່​ຜູ້​ດຽວ. ພີ່ນ້ອງ​ຍິງ​ໂສດ​ຄົນ​ໜຶ່ງ​ທີ່​ຊື່​ແຄຣໍ * ເຊິ່ງ​ເປັນ​ພະຍານ​ຄົນ​ດຽວ​ໃນ​ຄອບຄົວ​ບອກ​ວ່າ: “ເມື່ອ​ຂ້ອຍ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ຜ່ານ​ບັນຫາ​ທີ່​ຫຍຸ້ງຍາກ​ມາ​ໄດ້ ຂ້ອຍ​ກໍ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ໄດ້​ຢູ່​ຜູ້​ດຽວ​ແຕ່​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ຕະຫຼອດ ແລະ​ຂ້ອຍ​ກໍ​ໝັ້ນ​ໃຈ​ວ່າ​ໃນ​ອະນາຄົດ​ເພິ່ນ​ກໍ​ຈະ​ຊ່ວຍ​ຂ້ອຍ​ຄື​ກັນ.”

6. 1 ເປໂຕ 5:9, 10 ຊ່ວຍ​ພີ່ນ້ອງ​ທີ່​ຮູ້ສຶກ​ເຫງົາ​ແລະ​ຮູ້ສຶກ​ໂດດ​ດ່ຽວ​ແນວ​ໃດ?

6 ໃຫ້​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ພີ່ນ້ອງ​ທີ່​ຮູ້ສຶກ​ເຫງົາ. (ອ່ານ 1 ເປໂຕ 5:9, 10) ພີ່ນ້ອງ​ຮິໂຣຊິເຊິ່ງ​ເປັນ​ພະຍານ​ຄົນ​ດຽວ​ໃນ​ຄອບຄົວ​ມາ​ຫຼາຍ​ປີ​ແລ້ວ​ບອກ​ວ່າ: “ພີ່ນ້ອງ​ຄົນ​ອື່ນ​ກໍ​ມີ​ບັນຫາ​ຄື​ກັນ​ໝົດ ແລະ​ເມື່ອ​ເຮົາ​ທຸກ​ຄົນ​ພະຍາຍາມ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ດີ​ທີ່​ສຸດ ເຮົາ​ກໍ​ບໍ່​ໄດ້​ຮູ້ສຶກ​ໂດດ​ດ່ຽວ.”

7. ການ​ອະທິດຖານ​ຊ່ວຍ​ເຈົ້າ​ແນວ​ໃດ?

7 ອະທິດຖານ ອ່ານ​ພະ​ຄຳພີ ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ. ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ຄວນ​ບອກ​ພະ​ເຢໂຫວາ​ໃຫ້​ຮູ້​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ. (1 ປຕ. 5:7) ພີ່ນ້ອງ​ຍິງ​ທີ່​ຊື່​ມາ​ຊິ​ເອນ​ຮູ້ສຶກ​ໂດດ​ດ່ຽວ​ເມື່ອ​ຖືກ​ຄອບຄົວ​ປະ​ຖິ້ມ​ຍ້ອນ​ເລືອກ​ຮັບໃຊ້​ພະ​ເຢໂຫວາ. ລາວ​ບອກ​ວ່າ: “ສິ່ງ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ຮູ້ສຶກໂດດ​ດ່ຽວ​ກໍ​ຄື​ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື້ອຍໆ. ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ຂອງ​ຂ້ອຍ​ແທ້ໆ ຂ້ອຍ​ອະທິດຖານ​ເຖິງ​ເພິ່ນ​ທຸກ​ມື້ ມື້​ລະ​ຫຼາຍໆ​ເທື່ອ ແລະ​ບອກ​ໃຫ້​ເພິ່ນ​ຮູ້​ວ່າ​ຂ້ອຍ​ຮູ້ສຶກ​ແນວ​ໃດ.”

ການ​ຟັງ​ບັນທຶກ​ສຽງ ການ​ອ່ານ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ​ອາດ​ຊ່ວຍ​ໃຫ້​ຄົນ​ທີ່​ຢູ່​ຜູ້​ດຽວ​ບໍ່​ໃຫ້​ຮູ້ສຶກ​ເຫງົາ​ຫຼາຍ (ເບິ່ງ​ຂໍ້ 8) *

8. ການ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ​ສິ່ງ​ທີ່​ໄດ້​ອ່ານ​ຊ່ວຍ​ເຈົ້າ​ແນວ​ໃດ?

8 ໃຫ້​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ​ແລະ​ຄິດ​ຕຶກຕອງ​ເລື່ອງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ. ພີ່ນ້ອງ​ຍິງ​ທີ່​ຊື່​ບຽນ​ກາ​ຕ້ອງ​ໄດ້​ອົດ​ທົນ​ກັບ​ຄຳເວົ້າ​ທີ່​ບໍ່​ດີ​ຈາກ​ຄົນ​ໃນ​ຄອບຄົວ​ຂອງ​ລາວ. ລາວ​ເວົ້າ​ວ່າ: “ການ​ອ່ານ​ແລະ​ຄິດ​ຕຶກຕອງ​ເລື່ອງ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ແລະ​ເລື່ອງ​ຈິງ​ຂອງ​ພີ່ນ້ອງ​ທີ່​ມີ​ສະພາບການ​ຄ້າຍ​ຄື​ກັບ​ຂ້ອຍ​ຊ່ວຍ​ຂ້ອຍ​ໄດ້​ຫຼາຍ​ແທ້ໆ.” ພີ່ນ້ອງ​ບາງ​ຄົນ​ກໍ​ຈື່​ຂໍ້​ພະ​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ເຊັ່ນ: ໃນ​ຄຳເພງ 27:10 ແລະ​ເອຊາອີ 41:10. ສ່ວນ​ພີ່ນ້ອງ​ຄົນ​ອື່ນໆ​ກໍ​ມັກ​ຟັງ​ບັນທຶກ​ສຽງ​ຂອງ​ອົງການ​ຕອນ​ທີ່​ເຂົາ​ເຈົ້າ​ກຽມ​ການ​ປະຊຸມ ຫຼື​ຕອນ​ທີ່​ອ່ານ​ຄຳພີ​ໄບເບິນ. ການ​ເຮັດ​ແບບ​ນີ້​ຊ່ວຍ​ເຂົາ​ເຈົ້າ​ບໍ່​ໃຫ້​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ.

9. ການ​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ​ຊ່ວຍ​ເຈົ້າ​ແນວ​ໃດ?

9 ໃຫ້​ພະຍາຍາມ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ ເພາະ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ສ່ວນ​ຕ່າງໆ​ຂອງ​ການ​ປະຊຸມ​ແລະ​ຊ່ວຍ​ເຈົ້າ​ໃຫ້​ຮູ້ຈັກ​ພີ່ນ້ອງ​ຫຼາຍ​ຂຶ້ນ. (ຮຣ. 10:24, 25) ພີ່ນ້ອງ​ມາ​ຊິ​ເອນ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ເຖິງ​ວ່າ​ຂ້ອຍ​ຈະ​ເປັນ​ຄົນ​ຂີ້​ອາຍ​ຫຼາຍ ແຕ່​ຂ້ອຍ​ກໍ​ພະຍາຍາມ​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ​ແລະ​ອອກ​ຄຳ​ຄິດ​ເຫັນ. ນີ້​ຊ່ວຍ​ຂ້ອຍ​ໃຫ້​ໃກ້​ຊິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ.”

10. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ເປັນ​ໝູ່​ກັບ​ພີ່ນ້ອງ​ໃນ​ປະຊາຄົມ?

10 ເປັນ​ໝູ່​ກັບ​ພີ່ນ້ອງ​ໃນ​ປະຊາຄົມ. ໃຫ້​ຊອກ​ໝູ່​ໃນ​ປະຊາຄົມ ຜູ້​ທີ່​ເຈົ້າ​ຈະ​ສາມາດ​ຮຽນ​ແບບ​ຢ່າງ​ຂອງ​ເຂົາ​ເຈົ້າ​ໄດ້ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ອາຍຸ​ໜ້ອຍ​ກວ່າ​ຫຼື​ຫຼາຍ​ກວ່າ ຫຼື​ມີ​ວັດທະນະທຳ​ທີ່​ແຕກຕ່າງ​ກັບ​ເຈົ້າ. ຄຳພີ​ໄບເບິນ​ເຕືອນ​ເຮົາ​ວ່າ: “ແຮ່ງ​ມີ​ອາຍຸ ແຮ່ງ​ມີ​ສະຕິປັນຍາ.” (ໂຢບ 12:12, ລ.ມ.) ແລະ​ພີ່ນ້ອງ​ທີ່​ມີ​ອາຍຸ​ຫຼາຍ​ກໍ​ສາມາດ​ຮຽນ​ຈາກ​ພີ່ນ້ອງ​ທີ່​ມີ​ອາຍຸ​ໜ້ອຍ​ກວ່າ​ໄດ້​ຄື​ກັນ. ຕົວຢ່າງ: ດາວິດ​ອາຍຸ​ໜ້ອຍ​ກວ່າ​ໂຢນາທານ​ຫຼາຍ ແຕ່​ເຂົາ​ເຈົ້າ​ກໍ​ເປັນ​ໝູ່​ຮັກ​ໝູ່​ແພງ​ກັນ. (1 ຊາມ. 18:1) ເຂົາ​ເຈົ້າ​ໄດ້​ຊ່ວຍ​ກັນ​ແລະ​ກັນ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ. (1 ຊາມ. 23:16-18) ພີ່ນ້ອງ​ຍິງ​ທີ່​ຊື່​ໄອຣີນາ​ເຊິ່ງ​ເປັນ​ພະຍານ​ຄົນ​ດຽວ​ໃນ​ຄອບຄົວ​ບອກ​ວ່າ: “ພີ່ນ້ອງ​ໃນ​ປະຊາຄົມ​ເປັນ​ຄື​ກັບ​ພໍ່​ແມ່​ຫຼື​ອ້າຍ​ເອື້ອຍ​ນ້ອງ​ແທ້ໆ​ຂອງ​ຂ້ອຍ. ພະ​ເຢໂຫວາ​ໃຊ້​ເຂົາ​ເຈົ້າ​ໃຫ້​ຊ່ວຍ​ເຫຼືອ​ຂ້ອຍ.”

11. ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ໝູ່?

11 ການ​ມີ​ໝູ່​ໃໝ່​ບໍ່​ແມ່ນ​ເລື່ອງ​ງ່າຍ​ໂດຍ​ສະເພາະ​ຖ້າ​ເຮົາ​ເປັນ​ຄົນ​ຂີ້​ອາຍ. ພີ່ນ້ອງ​ຍິງ​ທີ່​ຊື່​ຣັດນາ​ເຊິ່ງ​ເປັນ​ຄົນ​ຂີ້​ອາຍ​ໄດ້​ຮຽນ​ຄວາມ​ຈິງ​ເຖິງ​ວ່າ​ຈະ​ຖືກ​ຕໍ່​ຕ້ານ. ລາວ​ບອກ​ວ່າ: “ຂ້ອຍ​ຍອມ​ຮັບ​ວ່າ​ຂ້ອຍ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ​ໃນ​ປະຊາຄົມ.” ເປັນ​ເລື່ອງ​ຍາກ​ທີ່​ຈະ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ ແຕ່​ຖ້າ​ເຈົ້າ​ບອກ​ຄວາມ​ຮູ້ສຶກ​ກັບ​ລາວ ເຈົ້າ​ກັບ​ລາວ​ກໍ​ອາດ​ຈະ​ເປັນ​ໝູ່​ກັນ. ຂໍ​ໃຫ້​ຈື່​ວ່າ​ໝູ່​ຢາກ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ບອກ​ລາວ​ເພື່ອ​ລາວ​ຈະ​ຊ່ວຍ​ເຈົ້າ​ໄດ້.

12. ການ​ປະກາດ​ຊ່ວຍ​ເຮົາ​ແນວ​ໃດ?

12 ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ເພື່ອ​ຈະ​ມີ​ໝູ່​ກໍ​ຄື​ໄປ​ປະກາດ​ກັບ​ພີ່ນ້ອງ. ແຄຣໍ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຂ້ອຍ​ໄດ້​ໝູ່​ທີ່​ດີ​ຫຼາຍ​ຄົນ​ຍ້ອນ​ຂ້ອຍ​ໄປ​ປະກາດ​ແລະ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ແບບ​ອື່ນ​ນຳ​ກັນ​ກັບ​ພີ່ນ້ອງ. ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ພະ​ເຢໂຫວາ​ໄດ້​ໃຊ້​ໝູ່​ເຫຼົ່າ​ນີ້​ໃຫ້​ຊ່ວຍ​ເຫຼືອ​ຂ້ອຍ.” ການ​ເປັນ​ໝູ່​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ຄຸ້ມ​ຄ່າ​ຫຼາຍ​ແທ້ໆ. ພະ​ເຢໂຫວາ​ໃຊ້​ພີ່ນ້ອງ​ເຫຼົ່າ​ນັ້ນ​ເພື່ອ​ໃຫ້​ກຳລັງ​ໃຈ​ເຮົາ​ເມື່ອ​ເຮົາ​ຮູ້ສຶກ​ທໍ້​ໃຈ​ຫຼື​ຮູ້ສຶກ​ໂດດ​ດ່ຽວ.—ສຸພາ. 17:17

ຊ່ວຍ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ເປັນ​ຄອບຄົວ​ຂອງ​ເຮົາ

13. ເຮົາ​ທຸກ​ຄົນ​ໃນ​ປະຊາຄົມ​ຄວນ​ເຮັດ​ຫຍັງ?

13 ທຸກ​ຄົນ​ໃນ​ປະຊາຄົມ​ມີ​ສ່ວນ​ເຮັດ​ໃຫ້​ປະຊາຄົມ​ອົບອຸ່ນ​ແລະ​ມີ​ຄວາມ​ສຸກ​ເພື່ອ​ຈະ​ບໍ່​ມີ​ໃຜ​ຮູ້ສຶກ​ເຫງົາ. (ຢຮ. 13:35) ສິ່ງ​ທີ່​ເຮົາ​ເວົ້າ​ແລະ​ເຮັດ ຊ່ວຍ​ໃຫ້​ຄົນ​ອື່ນ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ໄດ້​ຮຽນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ເປັນ​ຄື​ກັບ​ຄອບຄົວ​ຂອງ​ຂ້ອຍ. ຖ້າ​ພີ່ນ້ອງ​ບໍ່​ຊ່ວຍ​ເຫຼືອ​ຂ້ອຍ ຂ້ອຍ​ກໍ​ຄື​ຊິ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ບໍ່​ໄດ້.” ເຮົາ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ພີ່ນ້ອງ​ທີ່​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ​ໃຫ້​ເຫັນ​ວ່າ​ພີ່ນ້ອງ​ໃນ​ປະຊາຄົມ​ຮັກ​ເຂົາ​ເຈົ້າ?

14. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ໝູ່​ກັບ​ຄົນ​ອື່ນ?

14 ພະຍາຍາມ​ເປັນ​ໝູ່​ກັບ​ຄົນ​ໃໝ່ໆ. ເຮົາ​ສາມາດ​ຕ້ອນຮັບ​ຄົນ​ໃໝ່ໆ​ຢ່າງ​ອົບອຸ່ນ​ທີ່​ເຂົ້າ​ມາ​ໃນ​ປະຊາຄົມ. (ຣມ. 15:7) ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ທັກທາຍ​ລາວ​ເທົ່າ​ນັ້ນ ແຕ່​ເຮົາ​ຄວນ​ລົມ​ກັບ​ລາວ​ເພື່ອ​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ສົນ​ໃຈ​ລາວ ແລະ​ຢາກ​ເປັນ​ໝູ່​ກັບ​ລາວ​ແທ້ໆ. ຢ່າ​ຖາມ​ເລື່ອງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ອາຍ ແຕ່​ໃຫ້​ພະຍາຍາມ​ເຂົ້າ​ໃຈ​ວ່າ​ເຂົາ​ເຈົ້າ​ອາດ​ເຈິ​ບັນຫາ​ຫຍັງ​ມາ​ແດ່. ສຳລັບ​ບາງ​ຄົນ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ບອກ​ຄວາມ​ຮູ້ສຶກ​ໃຫ້​ຄົນ​ອື່ນ​ຟັງ ດັ່ງ​ນັ້ນ ເຮົາ​ບໍ່​ຕ້ອງ​ກົດ​ດັນ​ລາວ. ໃຫ້​ເຮົາ​ໃຊ້​ຄຳຖາມ​ທີ່​ດີ​ແລະ​ຕັ້ງ​ໃຈ​ຟັງ​ເມື່ອ​ເຂົາ​ເຈົ້າ​ເວົ້າ. ເຈົ້າ​ອາດ​ຖາມ​ເຂົາ​ເຈົ້າ​ວ່າ ຮູ້ຈັກ​ຄວາມ​ຈິງ​ໄດ້​ແນວ​ໃດ?

15. ຄລິດສະຕຽນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ສາມາດ​ຊ່ວຍ​ຄົນ​ອື່ນ​ໃນ​ປະຊາຄົມ​ໄດ້​ແນວ​ໃດ?

15 ທຸກ​ຄົນ​ໃນ​ປະຊາຄົມ​ຈະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ຖ້າ​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໂດຍ​ສະເພາະ​ແມ່ນ​ຜູ້​ດູ​ແລ​ສົນ​ໃຈ​ເຂົາ​ເຈົ້າ. ພີ່ນ້ອງ​ເມລີຊາ​ທີ່​ແມ່​ໄດ້​ສອນ​ຄວາມ​ຈິງ​ໃຫ້​ຕັ້ງ​ແຕ່​ຍັງ​ນ້ອຍ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ຂອບໃຈ​ພີ່ນ້ອງ​ຊາຍ​ຫຼາຍ​ແທ້ໆ​ທີ່​ໃຊ້​ເວລາ​ກັບ​ຂ້ອຍ ສົນ​ໃຈ​ຂ້ອຍ ເຊິ່ງ​ເປັນ​ຄື​ກັບ​ພໍ່​ຂ້ອຍ​ເລີຍ. ທຸກ​ເທື່ອ​ທີ່​ຂ້ອຍ​ລົມ​ກັບ​ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້ ເຂົາ​ເຈົ້າ​ກໍ​ຕັ້ງໃຈ​ຟັງ​ຂ້ອຍ.” ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ຄົນ​ໜຶ່ງ​ຊື່​ມໍຣິຊີໂອ​ຮູ້ສຶກ​ໂດດ​ດ່ຽວ​ເມື່ອ​ຜູ້​ນຳ​ການ​ສຶກສາ​ຂອງ​ລາວ​ໄດ້​ອອກ​ຈາກ​ຄວາມ​ຈິງ​ໄປ. ລາວ​ເວົ້າ​ວ່າ: “ຜູ້​ດູ​ແລ​ສົນ​ໃຈ​ຂ້ອຍ​ແລະ​ຊ່ວຍ​ຂ້ອຍ​ຫຼາຍ​ແທ້ໆ. ເຂົາ​ເຈົ້າ​ໃຫ້​ເວລາ​ກັບ​ຂ້ອຍ​ຕະຫຼອດ ແລະ​ເວົ້າ​ເຖິງ​ສິ່ງ​ທີ່​ໄດ້​ຈາກ​ການ​ສຶກສາ​ສ່ວນ​ຕົວ​ໃຫ້​ຂ້ອຍ​ຟັງ. ເຂົາ​ເຈົ້າ​ຊວນ​ຂ້ອຍ​ໄປ​ປະກາດ ແລະ​ຍັງ​ຊວນ​ຂ້ອຍ​ໄປ​ຫຼິ້ນ​ກິລາ​ນຳ​ກັນ.” ຕອນ​ນີ້ ເມລີຊາ​ແລະ​ມໍຣິຊີໂອ​ເປັນ​ຜູ້​ຮັບໃຊ້​ເຕັມ​ເວລາ.

ມີ​ໃຜ​ບາງ​ຄົນ​ໃນ​ປະຊາຄົມ​ບໍ​ທີ່​ເຈົ້າ​ຈະ​ໃຊ້​ເວລາ​ນຳ​ໄດ້? (ເບິ່ງ​ຂໍ້ 16-19) *

16-17. ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ເພື່ອ​ຊ່ວຍ​ຄົນ​ອື່ນ?

16 ໃຫ້​ຊ່ວຍ​ເຫຼືອ​ຄົນ​ອື່ນ. (ຄລຕ. 6:10) ພີ່ນ້ອງ​ລີໂອ​ເຊິ່ງ​ເປັນ​ມິດຊັນນາຣີ​ທີ່​ຮັບໃຊ້​ຢູ່​ເຂດ​ທີ່​ໄກ​ຈາກ​ຄອບຄົວ​ບອກ​ວ່າ: “ເຮົາ​ທຸກ​ຄົນ​ຢາກ​ໃຫ້​ຄົນ​ອື່ນ​ຊ່ວຍ​ໃນ​ຍາມ​ທີ່​ເຮົາ​ຕ້ອງການ. ຂ້ອຍ​ຍັງ​ຈື່​ມື້​ໜຶ່ງ​ທີ່​ຂ້ອຍ​ເກີດ​ອຸບັດ​ຕິ​ເຫດ. ເມື່ອ​ຂ້ອຍ​ກັບ​ມາ​ຮອດ​ເຮືອນ ຂ້ອຍ​ຮູ້ສຶກ​ເມື່ອຍ​ຫຼາຍ​ແທ້ໆ ແຕ່​ມີ​ພີ່ນ້ອງ​ຄູ່​ໜຶ່ງ​ຊວນ​ຂ້ອຍ​ໄປ​ກິນ​ເຂົ້າ​ຢູ່​ເຮືອນ​ນຳ. ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ຈື່​ວ່າ​ເຮົາ​ກິນ​ຫຍັງ ແຕ່​ສິ່ງ​ທີ່​ຂ້ອຍ​ຈື່​ກໍ​ຄື​ເຂົາ​ເຈົ້າ​ຕັ້ງ​ໃຈ​ຟັງ​ຂ້ອຍ ແລ້ວ​ຂ້ອຍ​ກໍ​ຮູ້ສຶກ​ດີ​ຂຶ້ນ!”

17 ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງໆ ເຊັ່ນ: ການ​ປະຊຸມ​ພາກ​ຫຼື​ການ​ປະຊຸມ​ໝວດ ເພາະ​ວ່າ​ເຮົາ​ໄດ້​ໃຊ້​ເວລາ​ຢູ່​ກັບ​ພີ່ນ້ອງ. ແຕ່​ແຄຣໍ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ເຫງົາ​ໂດຍ​ສະເພາະ​ຕອນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ພາກ​ແລະ​ການ​ປະຊຸມ​ໝວດ.” ຍ້ອນ​ຫຍັງ? ລາວ​ເວົ້າ​ຕື່ມ​ວ່າ: “ເຖິງ​ຂ້ອຍ​ຈະ​ຢູ່​ນຳ​ພີ່ນ້ອງ​ເປັນ​ຮ້ອຍ​ເປັນ​ພັນ​ຄົນ ແຕ່​ຂ້ອຍ​ກໍ​ຍັງ​ຮູ້ສຶກ​ເຫງົາ. ແລະ​ເມື່ອ​ຂ້ອຍ​ເຫັນ​ພີ່ນ້ອງ​ມາ​ນຳ​ກັນ​ເປັນ​ຄອບຄົວ​ແລະ​ນັ່ງ​ນຳ​ກັນ ຂ້ອຍ​ກໍ​ແຮ່ງ​ຮູ້ສຶກ​ເຫງົາ​ແລະ​ຮູ້ສຶກ​ໂດດ​ດ່ຽວ.” ສ່ວນ​ບາງ​ຄົນ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ພາກ​ຫຼື​ການ​ປະຊຸມ​ໝວດ​ຫຼັງ​ຈາກ​ທີ່​ຄົນ​ທີ່​ເຂົາ​ເຈົ້າ​ຮັກ​ຕາຍ​ຈາກ​ໄປ. ເຈົ້າ​ຮູ້ຈັກ​ບາງ​ຄົນ​ທີ່​ມີ​ບັນຫາ​ແບບ​ນີ້​ບໍ? ເຈົ້າ​ຈະ​ຊວນ​ລາວ​ໃຫ້​ໄປ​ຮ່ວມ​ປະຊຸມ​ພ້ອມ​ກັນ​ກັບ​ຄອບຄົວ​ຂອງ​ເຈົ້າ​ໃນ​ເທື່ອ​ໜ້າ​ໄດ້​ບໍ?

18. ເຮົາ​ຈະ​ໃຊ້​ຫຼັກ​ການ​ທີ່​ຢູ່​ໃນ 2 ໂກຣິນໂທ 6:11-13 ແນວ​ໃດ​ເມື່ອ​ເຮົາ​ສະແດງ​ນ້ຳໃຈ​ຕ້ອນຮັບ?

18 ໃຊ້​ເວລາ​ນຳ​ກັນ. ໃຫ້​ພະຍາຍາມ​ໃຊ້​ເວລາ​ກັບ​ພີ່ນ້ອງ​ຫຼາຍໆ​ຄົນ ໂດຍ​ສະເພາະ​ແມ່ນ​ພີ່ນ້ອງ​ທີ່​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ. ເຮົາ​ຄວນ “ເປີດ​ໃຈ​ໃຫ້​ກວ້າງ” ໂດຍ​ສະເພາະ​ຕໍ່​ຄົນ​ທີ່​ຮູ້ສຶກ​ເຫງົາ. (ອ່ານ 2 ໂກຣິນໂທ 6:11-13) ເມລີຊາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ພີ່ນ້ອງ​ຊວນ​ຂ້ອຍ​ໄປ​ຫຼິ້ນ​ຢູ່​ເຮືອນ​ຂອງ​ເຂົາ​ເຈົ້າ​ແລະ​ໄປ​ທ່ຽວ​ນຳ​ກັນ.” ເຈົ້າ​ຮູ້ຈັກ​ໃຜ​ບາງ​ຄົນ​ໃນ​ປະຊາຄົມ​ທີ່​ເຈົ້າ​ຢາກ​ຕ້ອນຮັບ​ແບບ​ນີ້​ບໍ?

19. ເຮົາ​ຄວນ​ໃຊ້​ເວລາ​ກັບ​ພີ່ນ້ອງ​ໂດຍ​ສະເພາະ​ຕອນ​ໃດ?

19 ພີ່ນ້ອງ​ບາງ​ຄົນ​ຈະ​ຮູ້ສຶກ​ຂອບໃຈ​ແລະ​ດີ​ໃຈ​ຫຼາຍ​ທີ່​ເຮົາ​ຊວນ​ເຂົາ​ເຈົ້າ​ມາ​ຫຼິ້ນ​ນຳ. ບາງ​ຄົນ​ອາດ​ຮູ້ສຶກ​ເຫງົາ​ຍ້ອນ​ຄອບຄົວ​ເຂົາ​ເຈົ້າ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ໄປ​ສະຫຼອງ​ບຸນ​ຕ່າງໆ. ສ່ວນ​ບາງ​ຄົນ​ກໍ​ຮູ້ສຶກ​ເຫງົາ​ເປັນ​ພິເສດ​ເມື່ອ​ຮອດ​ວັນ​ຄົບ​ຮອບ​ການ​ຕາຍ​ຂອງ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ. ເມື່ອ​ເຮົາ​ໃຊ້​ເວລາ​ຢູ່​ກັບ​ພີ່ນ້ອງ​ເຫຼົ່າ​ນີ້ ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ “ຫ່ວງໃຍ​ເຂົາ​ເຈົ້າ​ແທ້ໆ.”—ຟລປ. 2:20

20. ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ມັດທາຍ 12:48-50 ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ?

20 ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ຄລິດສະຕຽນ​ຮູ້ສຶກ​ເຫງົາ​ເປັນ​ບາງ​ເທື່ອ. ແຕ່​ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ ພະ​ເຢໂຫວາ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ເພິ່ນ​ຈະ​ໃຊ້​ພີ່ນ້ອງ​ໃຫ້​ຊ່ວຍ​ເຫຼືອ​ເຮົາ​ຍາມ​ທີ່​ເຮົາ​ຕ້ອງການ. (ອ່ານ​ມັດທາຍ 12:48-50) ເຮົາ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ພີ່ນ້ອງ​ໃນ​ປະຊາຄົມ​ເມື່ອ​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ. ບໍ່​ວ່າ​ບາງ​ເທື່ອ​ເຮົາ​ຈະ​ຮູ້ສຶກ​ແນວ​ໃດ ຂໍ​ໃຫ້​ຈື່​ໄວ້​ວ່າ​ເຮົາ​ບໍ່​ໄດ້​ຢູ່​ຜູ້​ດຽວ​ເພາະ​ພະ​ເຢໂຫວາ​ຢູ່​ກັບ​ເຮົາ​ສະເໝີ!

ເພງ 46 ຂອບໃຈ​ພະ​ເຢໂຫວາ

^ ຂໍ້ 5 ບາງ​ເທື່ອ​ເຈົ້າ​ເຄີຍ​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ​ບໍ? ຖ້າ​ເປັນ​ແບບ​ນັ້ນ ຂໍ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ ແລະ​ເພິ່ນ​ກໍ​ຢາກ​ຊ່ວຍ​ເຈົ້າ. ໃນ​ບົດ​ນີ້ ເຮົາ​ຈະ​ມາ​ເບິ່ງ​ສິ່ງ​ທີ່​ສາມາດ​ເຮັດ​ໄດ້​ເພື່ອ​ຈະ​ບໍ່​ຮູ້ສຶກ​ເຫງົາ​ຫຼື​ຮູ້ສຶກ​ໂດດ​ດ່ຽວ. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທີ່​ຮູ້ສຶກ​ແບບ​ນີ້​ໄດ້​ແນວ​ໃດ.

^ ຂໍ້ 5 ຊື່​ສົມມຸດ

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເມຍ​ຕາຍ​ຈາກ​ໄປ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຟັງ​ບັນທຶກ​ສຽງການ​ອ່ານ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ກັບ​ລູກ​ສາວ​ຂອງ​ລາວ​ໄດ້​ໄປ​ຢາມ​ພີ່ນ້ອງ​ຊາຍ​ທີ່​ສູງ​ອາຍຸ.