ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ໃນ​ສະໄໝ​ຂອງ​ພະ​ເຢຊູ ປະຊາຊົນ​ຕ້ອງ​ເສຍ​ພາສີ​ອາກອນ​ຫຍັງ​ແດ່?

ໃນ​ສະໄໝ​ກ່ອນ ຄົນ​ອິດສະຣາເອນ​ຕ້ອງ​ສະໜັບສະໜູນ​ການ​ນະມັດສະການ​ແທ້​ດ້ວຍ​ເງິນ​ຄຳ​ຂອງ​ເຂົາ​ເຈົ້າ. ແຕ່​ໃນ​ສະໄໝ​ພະ​ເຢຊູ​ເລື່ອງ​ນີ້​ມັນ​ສະ​ຫຼັບ​ຊັບຊ້ອນ​ຫຼາຍ ແລະ​ກາຍ​ເປັນ​ພາລະ​ໜັກ​ສຳລັບ​ຄົນ​ຢິວ.

ຜູ້​ຊາຍ​ຄົນ​ຢິວ​ທີ່​ເປັນ​ຜູ້​ໃຫຍ່​ທຸກ​ຄົນ​ຈະ​ຕ້ອງ​ຈ່າຍ​ເງິນ​ຄົນ​ລະ​ເຄິ່ງ​ເຊເກນ (2 ດັກ​ມາ) ເພື່ອ​ສະໜັບສະໜູນ​ການ​ນະມັດສະການ​ຢູ່​ເຕັ້ນ​ສັກສິດ​ຫຼື​ຢູ່​ວິຫານ. ໃນ​ສະໄໝ​ພະ​ເຢຊູ ຄົນ​ຢິວ​ຕ້ອງ​ໄດ້​ຈ່າຍ​ພາສີ​ອາກອນ​ເພື່ອ​ໃຊ້​ໃນ​ການ​ສ້ອມ​ແຊມ​ແລະ​ບຳລຸງ​ຮັກສາ​ເຄື່ອງ​ຂອງ​ຢູ່​ໃນ​ວິຫານ​ທີ່​ກະສັດ​ເຮໂຣດ​ສ້າງ​ຂຶ້ນ. ຄົນ​ຢິວ​ບາງ​ຄົນ​ໄດ້​ຖາມ​ເປໂຕ​ວ່າ ພະ​ເຢຊູ​ຄິດ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້. ພະ​ເຢຊູ​ບອກ​ວ່າ​ບໍ່​ຜິດ​ທີ່​ຈະ​ເສຍ​ພາສີ​ອາກອນ ທີ່​ຈິງ ພະ​ເຢຊູ​ຍັງ​ໄດ້​ບອກ​ເປໂຕ​ໃຫ້​ໄປ​ເອົາ​ເງິນ​ຫຼຽນ​ເພື່ອ​ມາ​ຈ່າຍ​ພາສີ​ອາກອນ.—ມທ. 17:24-27

ນອກ​ຈາກ​ນັ້ນ ປະຊາຊົນ​ຂອງ​ພະເຈົ້າ​ຍັງ​ຕ້ອງ​ເອົາ 1 ສ່ວນ 10 ຂອງ​ຜົນລະປູກ​ຫຼື​ລາຍ​ໄດ້​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ມາ​ໃຫ້​ພະ​ເຢໂຫວາ. (ເລວີ. 27:30-32; ຈົດເຊັນ. 18:26-28) ແຕ່​ພວກ​ຫົວ​ໜ້າ​ສາສະໜາ​ບອກ​ວ່າ ປະຊາຊົນ​ຈະ​ຕ້ອງ​ໃຫ້ 1 ສ່ວນ 10 ຂອງ​ພືດ​ຜັກ​ທຸກ​ຊະນິດ ບໍ່​ວ່າ​ຈະ​ເປັນ ‘ຫອມ​ລາບ ຜັກ​ຊີ ແລະ​ເມັດ​ຄູມິນ.’ ພະ​ເຢຊູ​ບໍ່​ໄດ້​ຄິດ​ວ່າ​ການ​ເສຍ 1 ສ່ວນ 10 ບໍ່​ດີ ແຕ່​ເພິ່ນ​ຕຳໜິ​ຄວາມ​ຄິດ​ຂອງ​ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣິຊາຍ.—ມທ. 23:23

ແຕ່​ສະໄໝ​ທີ່​ໂຣມ​ປົກຄອງ ຄົນ​ຢິວ​ຈະ​ຕ້ອງ​ຈ່າຍ​ພາສີ​ອາກອນ​ຫຼາຍ​ຢ່າງ​ໃຫ້​ກັບ​ລັດຖະບານ​ໂຣມ ເຊັ່ນ: ການ​ເສຍ​ພາສີ​ທີ່​ດິນ. ເຈົ້າ​ຂອງ​ດິນ​ຈະ​ຕ້ອງ​ເສຍ​ພາສີ​ທີ່​ດິນ​ເປັນ​ເງິນ​ສົດ​ຫຼື​ສິ່ງ​ອື່ນໆ​ທີ່​ມີ​ຄ່າ​ຕາມ​ອັດຕາ 20-25 ເປີເຊັນ​ຂອງ​ເນື້ອ​ທີ່​ທີ່​ດິນ. ນອກ​ຈາກ​ນັ້ນ ຄົນ​ຢິວ​ຍັງ​ຕ້ອງ​ໄດ້​ເສຍ​ພາສີ​ພິເສດ​ອີກ​ເຊິ່ງ​ເອີ້ນ​ວ່າ ພາສີ​ລາຍ​ບຸກຄົນ. ພາສີ​ນີ້​ແຫຼະ​ທີ່​ພວກ​ຟາຣິຊາຍ​ເອົາ​ມາ​ຖາມ​ພະ​ເຢຊູ. ແລ້ວ​ພະ​ເຢຊູ​ກໍ​ໄດ້​ຕອບ​ເຂົາ​ເຈົ້າ​ຢ່າງ​ເໝາະ​ສົມ​ວ່າ: “ຖ້າ​ເປັນ​ແນວ​ນັ້ນ ສິ່ງ​ໃດ​ທີ່​ເປັນ​ຂອງ​ເຊຊາ​ກໍ​ໃຫ້​ແກ່​ເຊຊາ ແລະ​ສິ່ງ​ໃດ​ທີ່​ເປັນ​ຂອງ​ພະເຈົ້າ​ກໍ​ໃຫ້​ແກ່​ພະເຈົ້າ.”—ມທ. 22:15-22

ຍັງ​ມີ​ການ​ເສຍ​ພາສີ​ສິນ​ຄ້າ. ເມື່ອ​ນຳ​ສິນ​ຄ້າ​ເຂົ້າ-ອອກ​ເຂດ​ໃໝ່​ຈະ​ມີ​ການ​ເກັບ​ພາສີ​ຢູ່​ທ່າ​ເຮືອ, ຂົວ, ດ່ານ​ທາງ​ແຍກ, ປະຕູ​ເຂົ້າ​ເມືອງ ຫຼື​ຢູ່​ຕະຫຼາດ.

ບັນດາ​ເມືອງ​ຂຶ້ນ​ຂອງ​ໂຣມ​ຕ້ອງ​ເສຍ​ພາສີ​ອາກອນ​ທີ່​ໜັກ​ຫຼາຍ. ນັກ​ປະຫວັດສາດ​ຄົນ​ໂຣມ​ທີ່​ຊື່​ທາຊິທັດສ໌​ໄດ້​ບອກ​ວ່າ ສະໄໝ​ທີ່​ຈອມ​ຈັກກະພັດ​ຕີເບຣີໂອ​ປົກຄອງ​ເຊິ່ງ​ເປັນ​ຕອນ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ເທິງ​ໂລກ​ນີ້ “ເມືອງ​ຊີເຣຍ​ແລະ​ຢູດາຍ​ຂໍ​ໃຫ້​ຫຼຸດ​ຄ່າ​ເສຍ​ພາສີ​ອາກອນ​ຍ້ອນ​ຮູ້ສຶກ​ວ່າ​ມັນ​ໜັກ​ໂພດ​ສຳລັບ​ເຂົາ​ເຈົ້າ.”

ສິ່ງ​ທີ່​ເຮັດ​ໃຫ້​ການ​ເສຍ​ພາສີ​ອາກອນ​ໜັກ​ຂຶ້ນ​ຕື່ມ​ອີກ​ກໍ​ຄື ອຳນາດ​ການ​ປົກຄອງ​ຈະ​ໃຫ້​ຄົນ​ມາ​ປະ​ມູນ​ການ​ເກັບ​ພາສີ​ອາກອນ. ຜູ້​ທີ່​ປະ​ມູນ​ໄດ້​ກໍ​ຈະ​ຈ້າງ​ຄົນ​ອື່ນ​ໃຫ້​ໄປ​ເກັບ​ພາສີ​ແລະ​ຫາ​ກຳໄລ​ຈາກ​ການ​ເກັບ​ພາສີ​ນັ້ນ​ໃຫ້​ກັບ​ລາວ. ຊັກ​ຂ່າຍ​ກໍ​ເປັນ​ຜູ້​ໜຶ່ງ​ທີ່​ໄປ​ຈ້າງ​ຄົນ​ອື່ນ​ໃຫ້​ມາ​ເກັບ​ພາສີ​ໃຫ້​ລາວ. (ລກ. 19:1, 2) ນີ້​ຈຶ່ງ​ເຮັດ​ໃຫ້​ປະຊາຊົນ​ຊັງ​ຄົນ​ເກັບ​ພາສີ​ແລະ​ວິທີ​ການ​ເກັບ​ພາສີ​ຂອງ​ເຂົາ​ເຈົ້າ.