ບົດຄວາມສຶກສາທີ 24
ເຮົາສາມາດຫຼຸດອອກຈາກກັບດັກຂອງຊາຕານໄດ້!
“ຫຼຸດພົ້ນຈາກກັບດັກຂອງມານຮ້າຍ.”—2 ຕມ. 2:26
ເພງ 36 ປົກປ້ອງຫົວໃຈຂອງເຮົາ
ໃຈຄວາມສຳຄັນ *
1. ຊາຕານເປັນຄືກັບຜູ້ລ່າສັດແນວໃດ?
ຜູ້ລ່າສັດມີເປົ້າໝາຍດຽວກໍຄື ຈັບສັດ. ລາວອາດຈະໃຊ້ຫຼາຍວິທີແລະໃຊ້ກັບດັກຫຼາຍຢ່າງເພື່ອຈະຈັບສັດຄືກັບທີ່ຂຽນໄວ້ໃນພະຄຳພີ. (ໂຢບ 18:8-10) ແລ້ວຜູ້ລ່າສັດຈະຮູ້ໄດ້ແນວໃດວ່າຊິໃຊ້ກັບດັກຫຍັງ? ລາວຕ້ອງໄປສຶກສາວ່າ ສັດມັກໄປໃສ ມັກກິນຫຍັງ ແລະລາວຈະຈັບມັນໂດຍບໍ່ຮູ້ໂຕໄດ້ແນວໃດ? ຊາຕານກໍເຮັດແບບນັ້ນແຫຼະ. ມັນສຶກສາເບິ່ງວ່າ ເຮົາມັກໄປໃສ ເຮົາມັກຫຍັງ ແລະມັນຊິຈັບເຮົາແບບບໍ່ຮູ້ໂຕແນວໃດ. ແຕ່ເຮົາບໍ່ຕ້ອງຢ້ານເພາະຄຳພີໄບເບິນໄດ້ສອນວິທີທີ່ເຮົາຈະບໍ່ຕິດກັບດັກຂອງຊາຕານ ແລະຍັງບອກໃຫ້ເຮົາຮູ້ວ່າຖ້າເຮົາຕິດກັບດັກມັນ ເຮົາກໍສາມາດຫຼຸດອອກຈາກກັບດັກນັ້ນໄດ້.
2. ກັບດັກສອງຢ່າງທີ່ຊາຕານໃຊ້ໄດ້ຜົນຫຼາຍທີ່ສຸດແມ່ນຫຍັງ?
2 ກັບດັກສອງຢ່າງທີ່ຊາຕານໃຊ້ໄດ້ຜົນຫຼາຍທີ່ສຸດແມ່ນຄວາມຍິ່ງ ແລະຄວາມໂລບ. * ຊາຕານໄດ້ໃຊ້ກັບດັກນີ້ຫຼາຍພັນປີມາແລ້ວ. ມັນເປັນຄືກັບນາຍພານນົກທີ່ລໍ້ນົກເຂົ້າໃນແຮ້ວ. (ເພງ. 91:3) ແຕ່ຍ້ອນພະເຢໂຫວາບອກເຮົາໃຫ້ຮູ້ວິທີການທີ່ຊາຕານໃຊ້ ເຮົາຈຶ່ງບໍ່ຖືກມັນຫຼອກໄດ້.—2 ກຣ. 2:11
3. ເປັນຫຍັງພະເຢໂຫວາຈຶ່ງໃຫ້ມີເລື່ອງຂອງຄົນຍິ່ງແລະຄົນໂລບຢູ່ໃນຄຳພີໄບເບິນ?
3 ວິທີໜຶ່ງທີ່ພະເຢໂຫວາເຕືອນເຮົາກ່ຽວກັບຄວາມຍິ່ງແລະຄວາມໂລບ1 ກຣ. 10:11) ພະເຢໂຫວາຮູ້ວ່າຕົວຢ່າງເຕືອນໃຈເຫຼົ່ານີ້ຈະຊ່ວຍເຮົາບໍ່ໃຫ້ຕິດກັບດັກຂອງຊາຕານຫຼືຫຼຸດອອກຈາກກັບດັກມັນໄດ້.
ແມ່ນໃຫ້ເຮົາຮຽນເລື່ອງຊີວິດຈິງຂອງຄົນອື່ນ. ເຮົາຈະມາເບິ່ງວ່າຊາຕານເຮັດໃຫ້ຜູ້ທີ່ຮັບໃຊ້ພະເຢໂຫວາມາດົນແລ້ວຕິດກັບດັກມັນແນວໃດ. ນີ້ໝາຍຄວາມວ່າທຸກຄົນຈະຕິດກັບດັກຂອງມັນບໍ? ບໍ່. ພະເຢໂຫວາໄດ້ໃຫ້ມີຕົວຢ່າງຂອງຄົນໃນຄຳພີໄບເບິນເພື່ອ “ເຕືອນພວກເຮົາ.” (ຄວາມຍິ່ງເປັນຄືກັບດັກ
4. ຈະເກີດຫຍັງຂຶ້ນຖ້າເຮົາເປັນຄົນຍິ່ງ?
4 ຊາຕານຢາກໃຫ້ເຮົາພູມໃຈໃນຕົວເອງຫຼາຍຈົນກາຍເປັນຄົນຍິ່ງ. ມັນຮູ້ວ່າຖ້າເຮົາເປັນຄົນຍິ່ງ ເຮົາກໍຈະເປັນຄືມັນແລະບໍ່ໄດ້ຊີວິດຕະຫຼອດໄປ. (ສຸພາ. 16:18) ອັກຄະສາວົກໂປໂລເຕືອນວ່າ ຄົນເຮົາອາດຈະຍິ່ງ “ຈອງຫອງແລະຖືກຕັດສິນລົງໂທດຄືກັບມານຮ້າຍ.” (1 ຕມ. 3:6, 7) ເຮົາທຸກຄົນອາດຈະເປັນແບບນີ້ກໍໄດ້ ບໍ່ວ່າເຮົາຫາກໍເຂົ້າມາໃນຄວາມຈິງຫຼືຢູ່ໃນຄວາມຈິງມາດົນແລ້ວ.
5. ຕາມຜູ້ເທສະໜາປ່າວປະກາດ 7:16, 20 ຄົນຍິ່ງອາດຈະເປັນຄົນແນວໃດ?
5 ຄົນຍິ່ງເປັນຄົນທີ່ເຫັນແກ່ໂຕ. ຊາຕານຢາກໃຫ້ເຮົາເຫັນແກ່ໂຕໂດຍຄິດເຖິງຕົວເອງຫຼາຍກວ່າພະເຢໂຫວາໂດຍສະເພາະຕອນທີ່ເຮົາມີບັນຫາ. ເຊັ່ນ: ເມື່ອເຮົາຖືກໃສ່ຮ້າຍ ຫຼືຖືກປະຕິບັດແບບບໍ່ຍຸຕິທຳ ຊາຕານຢາກໃຫ້ເຮົາຖິ້ມໂທດໃສ່ພະເຢໂຫວາຫຼືພີ່ນ້ອງ ແລະຊາຕານຍັງຢາກໃຫ້ເຮົາຄິດວ່າເຮົາສາມາດແກ້ໄຂບັນຫາໄດ້ດ້ວຍຕົວເອງໂດຍທີ່ບໍ່ຟັງຄຳແນະນຳຈາກພະເຢໂຫວາທີ່ຢູ່ໃນຄຳພີໄບເບິນ.—ອ່ານຜູ້ເທສະໜາປ່າວປະກາດ 7:16, 20
6. ເຈົ້າໄດ້ບົດຮຽນຫຍັງຈາກເລື່ອງຂອງພີ່ນ້ອງຍິງທີ່ຢູ່ໂຮນລັງ?
6 ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງຍິງຄົນໜຶ່ງທີ່ຢູ່ໂຮນລັງ ເຊິ່ງຍອມໃຫ້ຄວາມບໍ່ສົມບູນແບບຂອງຄົນອື່ນມາເຮັດໃຫ້ລາວຄຽດ. ລາວຮູ້ສຶກວ່າລາວຢູ່ກັບພີ່ນ້ອງກຸ່ມນີ້ບໍ່ໄດ້. ລາວບອກວ່າ: “ຂ້ອຍຮູ້ສຶກເຫງົາ ແລະປ່ຽນຄວາມຮູ້ສຶກນີ້ບໍ່ໄດ້. ຂ້ອຍກໍເລີຍບອກຜົວວ່າ ເຮົາຍ້າຍໄປປະຊາຄົມໃໝ່ປ໋ະ.” ລາວໄດ້ເບິ່ງລາຍການໂທລະທັດ JW ເດືອນມີນາ ປີ 2016 ທີ່ໃຫ້ຄຳແນະນຳ ວ່າ ເຮົາຕ້ອງເຮັດແນວໃດເມື່ອຄວາມບໍ່ສົມບູນແບບຂອງຄົນອື່ນເຮັດໃຫ້ເຮົາຄຽດ. ຫຼັງຈາກທີ່ເບິ່ງແລ້ວລາວກໍບອກວ່າ: “ຂ້ອຍຮູ້ວ່າຂ້ອຍຕ້ອງຖ່ອມຕົວແລະປ່ຽນແປງນິດໄສຂອງຕົວເອງ ແທນທີ່ຈະໄປປ່ຽນນິດໄສຂອງພີ່ນ້ອງຄົນອື່ນໃນປະຊາຄົມ. ລາຍການນີ້ຊ່ວຍຂ້ອຍໃຫ້ຄິດເຖິງພະເຢໂຫວາແລະຍອມຮັບວ່າມີແຕ່ພະເຢໂຫວາຜູ້ດຽວທີ່ມີສິດບອກເຮົາວ່າເຮົາຄວນເຮັດຫຍັງ.” ເຈົ້າໄດ້ບົດຮຽນຫຍັງໃນເລື່ອງນີ້? ເມື່ອເຈົ້າມີບັນຫາ ໃຫ້ຄິດເຖິງພະເຢໂຫວາສະເໝີ ແລະໃຫ້ອະທິດຖານຂໍພະເຢໂຫວາຊ່ວຍເຮົາໃຫ້ມີຄວາມຄິດແບບເພິ່ນ. ພະເຢໂຫວາພ້ອມທີ່ຈະຍົກໂທດໃຫ້ຄົນອື່ນ ເຖິງວ່າເຂົາເຈົ້າຈະເຮັດຜິດພາດແລະເພິ່ນກໍຢາກໃຫ້ເຈົ້າເຮັດແບບນີ້ຄືກັນ.—1 ຢຮ. 4:20
7. ເກີດຫຍັງຂຶ້ນກັບກະສັດອຸດຊີຢາ?
7 ຍ້ອນອຸດຊີຢາກະສັດຂອງຢູດາກາຍເປັນຄົນຍິ່ງ ລາວເລີຍບໍ່ຟັງຄຳແນະນຳຈາກຄົນອື່ນແລະເຮັດເກີນສິດ. ທີ່ຈິງ ອຸດຊີຢາໄດ້ເຮັດສິ່ງທີ່ດີຫຼາຍຢ່າງເຊັ່ນ: ລາວໄດ້ເຮັດໂຄງການກໍ່ສ້າງ ໄດ້ພັດທະນາການກະສິກຳ ແລະໄດ້ຕີຊະນະສັດຕູໃນສົງຄາມຫຼາຍເທື່ອຍ້ອນ “ພະເຈົ້າທ່ຽງແທ້ . . . ຊ່ວຍລາວໃຫ້ຈະເລີນຂຶ້ນ.” (2 ຂ່າວ. 26:3-7, 10, ລ.ມ.) ແຕ່ຄຳພີໄບເບິນຍັງບອກວ່າ: “ເມື່ອລາວແຂງແກ່ນແລ້ວ ລາວກໍກາຍເປັນຄົນຍິ່ງຈົນເຮັດໃຫ້ລາວຕ້ອງພິນາດ.” ພະເຢໂຫວາໄດ້ສັ່ງໄວ້ແລ້ວວ່າ ມີແຕ່ປະໂລຫິດເທົ່ານັ້ນທີ່ຈະມີສິດເຜົາເຄື່ອງຫອມຢູ່ໃນວິຫານ ແຕ່ກະສັດອຸດຊີຢາເຮັດເກີນສິດໂດຍເຂົ້າໄປວິຫານແລະເຜົາເຄື່ອງຫອມເອງ. ພະເຢໂຫວາບໍ່ພໍໃຈແລະລົງໂທດລາວໂດຍໃຫ້ລາວເປັນຂີ້ທູດແລະລາວກໍເປັນຂີ້ທູດຈົນຕາຍ.—2 ຂ່າວ. 26:16-21, ລ.ມ.
8. 1 ໂກຣິນໂທ 4:6, 7 ຊ່ວຍເຮົາແນວໃດບໍ່ໃຫ້ເປັນຄົນຍິ່ງ?
8 ເຮົາອາດຈະກາຍເປັນຄົນຍິ່ງແລະເຮັດຜິດຄືກັບອຸດຊີຢາບໍ? ໃຫ້ເຮົາມາເບິ່ງເລື່ອງຂອງໂຢເຊ. ລາວເປັນນັກທຸລະກິດທີ່ເກັ່ງແລະເປັນຜູ້ດູແລທີ່ຫຼາຍຄົນນັບຖື. ລາວໄດ້ບັນລະຍາຍຢູ່ການປະຊຸມໝວດ ການປະຊຸມພາກ ແລະແມ່ນແຕ່ຜູ້ດູແລໝວດກໍຍັງຂໍຄຳແນະນຳຈາກລາວ. ລາວຍອມຮັບວ່າ: “ຂ້ອຍເພິ່ງຄວາມສາມາດແລະປະສົບການຂອງຕົວເອງຫຼາຍໂພດຈົນບໍ່ໄດ້ເພິ່ງພະເຢໂຫວາ. ຂ້ອຍຄິດວ່າຕົວເອງເຂັ້ມແຂງແລ້ວ ຂ້ອຍກໍເລີຍບໍ່ໄດ້ຟັງຄຳເຕືອນແລະຄຳແນະນຳຂອງພະເຢໂຫວາ.” ໂຢເຊໄດ້ເຮັດຜິດຮ້າຍແຮງແລະຖືກຕັດສຳພັນ. ຕອນນີ້ລາວກັບມາເປັນພີ່ນ້ອງ1 ໂກຣິນໂທ 4:6, 7) ຖ້າເຮົາເປັນຄົນຍິ່ງ ພະເຢໂຫວາຈະບໍ່ໃຊ້ເຮົາ.
ແລ້ວ ລາວບອກວ່າ: “ພະເຢໂຫວາສອນຂ້ອຍໃຫ້ຮູ້ວ່າສິ່ງທີ່ສຳຄັນທີ່ສຸດບໍ່ແມ່ນຖານະຕຳແໜ່ງ ແຕ່ວ່າເປັນການເຮັດຕາມສິ່ງທີ່ພະເຢໂຫວາບອກ.” ຂໍໃຫ້ຈື່ໄວ້ວ່າ ຄວາມສາມາດແລະວຽກມອບໝາຍທຸກຢ່າງທີ່ເຮົາໄດ້ຮັບໃນປະຊາຄົມແມ່ນມາຈາກພະເຢໂຫວາ. (ອ່ານຄວາມໂລບເປັນຄືກັບດັກ
9. ຄວາມໂລບເຮັດໃຫ້ຊາຕານແລະເອວາເຮັດຫຍັງ?
9 ເມື່ອເວົ້າເຖິງຄວາມໂລບ ເຮົາມັກຈະຄິດເຖິງຊາຕານ. ຊາຕານກໍມີສິດທິພິເສດຄືກັບທູດສະຫວັນອົງອື່ນໆ ແຕ່ມັນຢາກໄດ້ຫຼາຍກວ່ານັ້ນ. ມັນຢາກໃຫ້ມະນຸດນະມັດສະການມັນ ເຊິ່ງມີແຕ່ພະເຢໂຫວາຜູ້ດຽວເທົ່ານັ້ນທີ່ສົມຄວນໄດ້ຮັບ. ຊາຕານຢາກໃຫ້ເຮົາເປັນຄືກັບມັນ ດັ່ງນັ້ນ ມັນຈຶ່ງພະຍາຍາມເຮັດໃຫ້ເຮົາບໍ່ພໍໃຈກັບສິ່ງທີ່ຕົວເອງມີ ແລະມັນກໍເຄີຍໃຊ້ວິທີນີ້ກັບເອວາແລ້ວ. ພະເຢໂຫວາໄດ້ໃຫ້ເອວາກັບອາດາມກິນ “ໝາກໄມ້ທຸກຢ່າງໃນສວນນີ້ໄດ້” ຍົກເວັ້ນຕົ້ນດຽວ. (ຕົ້ນ. 2:16) ແຕ່ຊາຕານຢາກໃຫ້ເອວາຄິດວ່າລາວຕ້ອງໄດ້ກິນໝາກໄມ້ຈາກຕົ້ນທີ່ພະເຢໂຫວາຫ້າມນຳ. ເອວາບໍ່ພໍໃຈກັບສິ່ງທີ່ມີຢູ່. ແລ້ວເກີດຫຍັງຂຶ້ນ? ເອວາໄດ້ເຮັດບາບແລະໃນທີ່ສຸດລາວກໍຕ້ອງຕາຍ.—ຕົ້ນ. 3:6, 19
10. ເກີດຫຍັງຂຶ້ນກັບດາວິດເມື່ອລາວເປັນຄົນໂລບ?
10 ພະເຢໂຫວາໃຫ້ສິ່ງທີ່ດີຫຼາຍຢ່າງກັບດາວິດ ບໍ່ວ່າຈະເປັນຄວາມຮັ່ງມີ ຖານະຕຳແໜ່ງ ແລະເອົາຊະນະສັດຕູໄດ້ຫຼາຍເທື່ອ. ດາວິດເຫັນວ່າສິ່ງທີ່ພະເຢໂຫວາໃຫ້ລາວ “ມີຫຼາຍເຫຼືອເກີນ.” (ເພງ. 40:5) ແຕ່ຫຼັງຈາກນັ້ນດາວິດກໍກາຍເປັນຄົນໂລບແລະບໍ່ພໍໃຈກັບສິ່ງທີ່ມີຢູ່ ລາວຢາກໄດ້ຫຼາຍກວ່ານັ້ນ ເຊັ່ນ: ດາວິດມີເມຍຫຼາຍຄົນຢູ່ແລ້ວ ແຕ່ລາວກໍຢາກໄດ້ເມຍຂອງຄົນອື່ນເຖິງພະເຢໂຫວາຈະບອກວ່າມັນຜິດ. ລາວຢາກໄດ້ບາດເຊບາເຊິ່ງເປັນເມຍຂອງອູຣີຢາຊາວເຫດ. ດາວິດໄດ້ນອນກັບບາດເຊບາ ແລ້ວບາດເຊບາກໍມີລູກ. ດາວິດບໍ່ໄດ້ເຮັດຊົ່ວແຕ່ສ່ຳນີ້ ເພາະລາວຍັງໄດ້ວາງແຜນໃຫ້ອູຣີຢາໄປຕາຍໃນສົງຄາມພ້ອມ! (2 ຊາມ. 11:2-15) ຕອນນັ້ນດາວິດກຳລັງຄິດຫຍັງຢູ່? ລາວຄິດວ່າພະເຢໂຫວາບໍ່ຮູ້ສິ່ງທີ່ລາວເຮັດບໍ? ເຖິງວ່າຈະຮັບໃຊ້ພະເຢໂຫວາມາຫຼາຍປີແລ້ວ ແຕ່ລາວກໍຍັງກາຍເປັນຄົນໂລບເຊິ່ງເຮັດໃຫ້ລາວມີບັນຫາຫຼາຍຢ່າງ. ຕໍ່ມາ ເມື່ອລາວສຳນຶກຜິດ ແລະກັບໃຈ ພະເຢໂຫວາກໍຍົກໂທດໃຫ້ລາວ ແລະພໍໃຈລາວອີກ!—2 ຊາມ. 12:7-13
11. ເອເຟໂຊ 5:3, 4 ຊ່ວຍເຮົາແນວໃດບໍ່ໃຫ້ເປັນຄົນໂລບ?
11 ເຮົາໄດ້ບົດຮຽນຫຍັງຈາກເລື່ອງຂອງດາວິດ? ເຮົາໄດ້ຮຽນຮູ້ວ່າຖ້າເຮົາຂອບໃຈພະເຢໂຫວາແລະພໍໃຈໃນສິ່ງທີ່ເພິ່ນໃຫ້ ເຮົາກໍຈະບໍ່ກາຍເປັນຄົນໂລບ. (ອ່ານເອເຟໂຊ 5:3, 4) ເຮົາຕ້ອງພໍໃຈໃນສິ່ງທີ່ເຮົາມີ. ເມື່ອເຮົາສອນນັກສຶກສາ ເຮົາຢາກແນະນຳນັກສຶກສາໃຫ້ຄິດເຖິງສິ່ງດີໆທີ່ເຂົາເຈົ້າໄດ້ຮັບແລະຂອບໃຈພະເຢໂຫວາ. ຖ້າເຂົາເຈົ້າເຮັດແບບນີ້ທຸກມື້ ກໍໝາຍຄວາມວ່າພາຍໃນອາທິດໜຶ່ງເຂົາເຈົ້າຈະໄດ້ຂອບໃຈພະເຢໂຫວາສຳລັບ 7 ຢ່າງ. (1 ທຊ. 5:18) ເຈົ້າເດ ເຈົ້າໄດ້ເຮັດແບບນີ້ຄືກັນບໍ? ຖ້າເຮົາຄິດເຖິງສິ່ງດີໆທີ່ພະເຢໂຫວາໃຫ້ ເຮົາກໍຈະເຫັນຄຸນຄ່າສິ່ງນັ້ນແລະພໍໃຈໃນສິ່ງທີ່ມີ. ຖ້າເຮົາພໍໃຈໃນສິ່ງທີ່ມີ ເຮົາກໍຈະບໍ່ເປັນຄົນໂລບ.
12. ຢູດາອິດສະກາຣີອົດໄດ້ເຮັດຫຍັງເມື່ອລາວກາຍເປັນຄົນໂລບ?
12 ຍ້ອນຢູດາອິດສະກາຣີອົດກາຍເປັນຄົນໂລບ ລາວຈຶ່ງເຮັດສິ່ງທີ່ບໍ່ດີແລະຫັກຫຼັງພະເຢຊູ. (ລກ. 6:13, 16) ແຕ່ຕອນທຳອິດຢູດາເປັນຄົນດີ ພະເຢຊູຈຶ່ງເລືອກລາວໃຫ້ເປັນອັກຄະສາວົກ. ເບິ່ງຄືວ່າລາວເປັນຄົນທີ່ມີຄວາມສາມາດແລະໄວ້ໃຈໄດ້ ພະເຢຊູຈຶ່ງມອບໝາຍໃຫ້ລາວເບິ່ງແຍງກ່ອງບໍລິຈາກ. ພະເຢຊູກັບອັກຄະສາວົກໄດ້ໃຊ້ເງິນບໍລິຈາກນີ້ເພື່ອວຽກປະກາດ ຄ້າຍຄືກັບເງິນບໍລິຈາກສຳລັບວຽກງານທົ່ວໂລກໃນທຸກມື້ນີ້. ຕໍ່ມາຢູດາກໍເລີ່ມລັກເງິນ ເຖິງວ່າລາວເຄີຍໄດ້ຍິນພະເຢຊູເຕືອນຄົນອື່ນຫຼາຍເທື່ອແລ້ວວ່າບໍ່ໃຫ້ເປັນຄົນໂລບ. (ມຣກ. 7:22, 23; ລກ. 11:39; 12:15) ແຕ່ລາວບໍ່ໄດ້ສົນໃຈຄຳເຕືອນນັ້ນ.
13. ເຫດການໃດທີ່ເຮັດໃຫ້ເຫັນແຈ້ງວ່າຢູດາເປັນຄົນໂລບ?
13 ບໍ່ດົນກ່ອນພະເຢຊູຈະຕາຍ ຢູດາໄດ້ສະແດງໃຫ້ເຫັນວ່າລາວເປັນຄົນໂລບ. ຕອນທີ່ພະເຢຊູ ມາຣີ ມາທາ ແລະລູກສິດຄົນອື່ນໆມາກິນເຂົ້າຢູ່ເຮືອນຂອງຊີໂມນຄົນທີ່ເຄີຍເປັນຂີ້ທູດ ມາຣີໄດ້ເທນ້ຳມັນຫອມທີ່ມີລາຄາແພງໃສ່ຫົວພະເຢຊູ. ຢູດາແລະລູກສິດຄົນອື່ນໆຈຶ່ງຮູ້ສຶກບໍ່ພໍໃຈ. ລູກສິດຄົນອື່ນອາດຄິດວ່າ ຖ້າເອົານ້ຳມັນນັ້ນໄປຂາຍເພື່ອເອົາເງິນມາໃຊ້ໃນວຽກປະກາດຈະດີກວ່າ. ແຕ່ຢູດາບໍ່ໄດ້ຄິດແບບນັ້ນ ລາວເປັນຄົນ “ຂີ້ລັກ” ແລະຢາກລັກເງິນຢູ່ກ່ອງນັ້ນ. ຢູດາກາຍເປັນຄົນໂລບແລະຢາກໄດ້ເງິນຫຼາຍເຖິງຂັ້ນວ່າຫັກຫຼັງພະເຢຊູແລະຂາຍເພິ່ນໃນລາຄາຂ້າທາດຄົນໜຶ່ງ.—ຢຮ. 12:2-6; ມທ. 26:6-16; ລກ. 22:3-6
14. ພີ່ນ້ອງຄູ່ໜຶ່ງໄດ້ເຮັດຕາມຄຳແນະນຳທີ່ຢູ່ໃນລູກາ 16:13 ແນວໃດ?
14 ພະເຢຊູເຕືອນພວກລູກສິດວ່າ: “ພວກເຈົ້າຈະເປັນທັງທາດຂອງພະເຈົ້າແລະທາດຂອງຊັບສົມບັດກໍບໍ່ໄດ້.” (ອ່ານລູກາ 16:13) ເລື່ອງນີ້ແມ່ນຄວາມຈິງ. ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງຜົວເມຍຄູ່ໜຶ່ງທີ່ຢູ່ໃນຣູມານີ ເຊິ່ງໄດ້ເຮັດຕາມສິ່ງທີ່ພະເຢຊູສອນ. ເຂົາເຈົ້າມີໂອກາດທີ່ຈະໄດ້ໄປເຮັດວຽກຊົ່ວຄາວຢູ່ຕ່າງປະເທດເພື່ອໄດ້ເງິນຫຼາຍໆ. ເຂົາເຈົ້າບອກວ່າ: “ພວກເຮົາຄິດວ່າພະເຢໂຫວາກຳລັງຊ່ວຍເຮົາ ເພາະພວກເຮົາມີໜີ້ຫຼາຍ.” ແຕ່ຖ້າເຮັດວຽກນີ້ ເຂົາເຈົ້າອາດຈະໄດ້ຮັບໃຊ້ພະເຢໂຫວາໜ້ອຍລົງ. ຫຼັງຈາກທີ່ເຂົາເຈົ້າໄດ້ອ່ານຫໍສັງເກດການ ວັນທີ 15 ສິງຫາ ປີ 2008 ບົດຄວາມທີ່ຊື່ວ່າ “ຈົ່ງຮັກສາຄວາມພັກດີໄວ້ດ້ວຍຫົວໃຈທີ່ເປັນໜຶ່ງດຽວ.” * ເຂົາເຈົ້າກໍຕັດສິນໃຈໄດ້. ເຂົາເຈົ້າບອກວ່າ: “ຖ້າເຫດຜົນທີ່ເຮົາໄປຕ່າງປະເທດແມ່ນເພື່ອຈະໄດ້ເງິນຫຼາຍໆ ກໍສະແດງວ່າເຮົາບໍ່ໄດ້ໃຫ້ພະເຢໂຫວາສຳຄັນທີ່ສຸດໃນຊີວິດ ແລະມັນຈະສົ່ງຜົນຕໍ່ຄວາມເຊື່ອຂອງເຮົາ.” ດັ່ງນັ້ນ ເຂົາເຈົ້າກໍເລີຍບໍ່ໄປຕ່າງປະເທດ. ແລ້ວເກີດຫຍັງຂຶ້ນ? ຜູ້ເປັນຜົວມີວຽກເຮັດທີ່ຊ່ວຍໃຫ້ພໍຢູ່ໄດ້ໂດຍທີ່ບໍ່ຕ້ອງໄປຕ່າງປະເທດ. ຜູ້ເປັນເມຍບອກວ່າ: “ພະເຢໂຫວາ ຊ່ວຍຜູ້ຮັບໃຊ້ຂອງເພິ່ນຕະຫຼອດ.” ພີ່ນ້ອງຄູ່ນີ້ມີຄວາມສຸກຫຼາຍທີ່ໄດ້ໃຫ້ພະເຢໂຫວາມາເປັນນາຍ ບໍ່ແມ່ນຊັບສິນເງິນຄຳ.
ລະວັງກັບດັກຕ່າງໆຂອງຊາຕານ
15. ເປັນຫຍັງເຮົາໝັ້ນໃຈໄດ້ວ່າເຮົາສາມາດຫຼຸດອອກຈາກກັບດັກຂອງຊາຕານ?
15 ເຮົາຄວນເຮັດຫຍັງຖ້າເຮົາເຫັນວ່າຕົວເອງເລີ່ມຈະເປັນຄົນຍິ່ງແລະຄົນໂລບ? ເຮົາສາມາດປ່ຽນແປງຕົວເອງໄດ້ ເພາະໂປໂລບອກວ່າ ຄົນທີ່ຖືກຊາຕານ “ຈັບ . . . ໄວ້ທັງໆທີ່ມີຊີວິດຢູ່” ກໍຫຼຸດອອກຈາກກັບດັກຂອງມັນໄດ້. (2 ຕມ. 2:26) ເຮົາເຫັນໄດ້ຈາກເລື່ອງຂອງດາວິດ. ລາວຟັງຄຳແນະນຳຂອງນາທານ ລາວສຳນຶກຜິດ ແລະປ່ຽນແປງຄວາມຄິດຂອງຕົວເອງ ແລ້ວລາວກໍກັບມາມີສາຍສຳພັນທີ່ດີກັບພະເຢໂຫວາອີກ. ຂໍໃຫ້ຈື່ໄວ້ວ່າພະເຢໂຫວາມີອຳນາດຫຼາຍກວ່າຊາຕານ. ດັ່ງນັ້ນ ຖ້າເຮົາຍອມຮັບຄຳແນະນຳຂອງພະເຢໂຫວາ ເຮົາກໍຈະຫຼຸດອອກຈາກກັບດັກຕ່າງໆຂອງຊາຕານໄດ້.
16. ສິ່ງໃດຈະຊ່ວຍເຮົາບໍ່ໃຫ້ຕິດກັບດັກຂອງຊາຕານ?
16 ເຖິງວ່າເຮົາຈະສາມາດຫຼຸດອອກຈາກກັບດັກຂອງຊາຕານໄດ້ ແຕ່ຈະດີກວ່າຖ້າເຮົາຈະບໍ່ຕິດກັບດັກຂອງມັນເລີຍ. ມີແຕ່ພະເຢໂຫວາເທົ່ານັ້ນທີ່ຈະຊ່ວຍເຮົາບໍ່ໃຫ້ຕິດກັບດັກຂອງຊາຕານໄດ້. ແຕ່ເຮົາຕ້ອງບໍ່ຄິດວ່າຕົວເອງບໍ່ມີທາງທີ່ຈະເປັນຄົນແບບນັ້ນ ເພາະຜູ້ທີ່ຮັບໃຊ້ພະເຢໂຫວາມາຫຼາຍປີກໍຍັງກາຍເປັນຄົນຍິ່ງແລະຄົນໂລບໄດ້. ດັ່ງນັ້ນ ໃຫ້ອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຈົ້າໃຫ້ກວດເບິ່ງຕົວເອງວ່າມີຄວາມຄິດແລະການກະທຳແບບນີ້ບໍ. (ເພງ. 139:23, 24) ໃຫ້ພະຍາຍາມສຸດຄວາມສາມາດທີ່ຈະບໍ່ກາຍເປັນຄົນຍິ່ງແລະຄົນໂລບ!
17. ອີກບໍ່ດົນຈະເກີດຫຍັງຂຶ້ນກັບຊາຕານ?
17 ຊາຕານເປັນຄືກັບຜູ້ລ່າສັດມາຫຼາຍພັນປີແລ້ວ ແຕ່ອີກບໍ່ດົນມັນຈະຖືກຂັງແລະຖືກທຳລາຍ. ແຕ່ຊົ່ວຊິຮອດມື້ນັ້ນ ໃຫ້ເຮົາລະວັງທີ່ຈະບໍ່ຕິດກັບດັກຂອງຊາຕານ. (ພນມ. 20:1-3, 10) ໃຫ້ພະຍາຍາມທີ່ຈະບໍ່ເປັນຄົນຍິ່ງແລະຄົນໂລບ ແລະຂໍໃຫ້ເຮົາຕັ້ງໃຈ ‘ຕໍ່ສູ້ກັບມານຮ້າຍ ແລ້ວມັນຈະໜີໄປຈາກເຮົາ.’—ຢກບ. 4:7
ເພງ 127 ຂ້ອຍຄວນເປັນຄົນແບບໃດ
^ ຂໍ້ 5 ຊາຕານເປັນຄືກັບຜູ້ລ່າສັດທີ່ເກັ່ງຫຼາຍ. ມັນພະຍາຍາມເຮັດໃຫ້ເຮົາຕິດກັບມັນ ບໍ່ວ່າເຮົາຈະຮັບໃຊ້ພະເຢໂຫວາມາດົນປານໃດກໍຕາມ. ໃນບົດນີ້ເຮົາຈະມາເບິ່ງວິທີທີ່ຊາຕານໃຊ້ຄວາມຍິ່ງແລະຄວາມໂລບເພື່ອຈະເຮັດໃຫ້ເຮົາປະຖິ້ມພະເຢໂຫວາ. ນອກຈາກນັ້ນ ເຮົາຍັງຈະມາເບິ່ງເລື່ອງຂອງຄົນທີ່ກາຍເປັນຄົນຍິ່ງແລະຄົນໂລບ ແລະເບິ່ງວ່າເຮົາຈະລະວັງເພື່ອຈະບໍ່ເປັນແບບນັ້ນໄດ້ແນວໃດ.
^ ຂໍ້ 2 ອະທິບາຍຄຳສັບ: ຄວາມຍິ່ງເປັນຄວາມຮູ້ສຶກທີ່ຄິດວ່າຕົວເອງດີກວ່າຄົນອື່ນ. ຄວາມໂລບແມ່ນຄວາມຢາກໄດ້ທີ່ບໍ່ຮູ້ຈັກພໍເຊັ່ນ: ຢາກໄດ້ເງິນ ອຳນາດ ເລື່ອງເພດ ແລະສິ່ງອື່ນໆຫຼາຍຂຶ້ນເລື້ອຍໆ.
^ ຂໍ້ 14 ພາສາໄທ
^ ຂໍ້ 54 ຄຳອະທິບາຍຮູບພາບ: ຍ້ອນຄວາມຍິ່ງ ພີ່ນ້ອງຊາຍຄົນນີ້ຈຶ່ງບໍ່ຟັງຄຳແນະນຳ. ຍ້ອນຄວາມໂລບ ພີ່ນ້ອງຍິງຄົນນີ້ຈຶ່ງຢາກໄດ້ເຄື່ອງຕື່ມອີກເຖິງວ່າຈະມີເຄື່ອງຫຼາຍແລ້ວ.
^ ຂໍ້ 56 ຄຳອະທິບາຍຮູບພາບ: ແມ່ນແຕ່ທູດສະຫວັນອົງໜຶ່ງແລະກະສັດອຸດຊີຢາກໍຍັງກາຍເປັນຄົນຍິ່ງ. ຄວາມໂລບເຮັດໃຫ້ເອວາກິນໝາກໄມ້ຈາກຕົ້ນທີ່ພະເຈົ້າຫ້າມ. ເຮັດໃຫ້ດາວິດເຮັດຜິດສິນລະທຳກັບບາດເຊບາ. ເຮັດໃຫ້ຢູດາອິດສະກາຣີອົດລັກເງິນ.