ບົດຄວາມສຶກສາທີ 27
ຂໍໃຫ້ “ລໍຖ້າພະເຢໂຫວາ”
“ຂໍໃຫ້ລໍຖ້າພະເຢໂຫວາ ກ້າຫານ ແລະເຂັ້ມແຂງໄວ້.”—ເພງ. 27:14, ລ.ມ.
ເພງ 128 ອົດທົນຈົນເຖິງທີ່ສຸດ
ໃຈຄວາມສຳຄັນ a
1. (ກ) ພະເຢໂຫວາໃຫ້ຄວາມຫວັງກັບເຮົາແນວໃດ? (ຂ) ການລໍຖ້າພະເຢໂຫວາໝາຍຄວາມວ່າແນວໃດ? (ເບິ່ງ “ການອະທິບາຍສຳນວນ”)
ພະເຢໂຫວາໃຫ້ຄວາມຫວັງທີ່ດີເລີດກັບເຮົາທຸກຄົນທີ່ຮັກເພິ່ນ. ອີກບໍ່ດົນ ພະເຢໂຫວາຈະເຮັດໃຫ້ຄວາມເຈັບປ່ວຍ ຄວາມໂສກເສົ້າ ແລະຄວາມຕາຍໝົດໄປ. (ພນມ. 21:3, 4) ເພິ່ນຈະຊ່ວຍຄົນທີ່ “ອ່ອນນ້ອມຖ່ອມຕົນ” ທີ່ລໍຖ້າໃຫ້ເພິ່ນປ່ຽນໂລກນີ້ໃຫ້ເປັນອຸທິຍານ. (ເພງ. 37:9-11, ລ.ມ.) ໃນຕອນນັ້ນ ເຮົາຈະມີສາຍສຳພັນທີ່ອົບອຸ່ນແລະໃກ້ຊິດກັບເພິ່ນເຊິ່ງດີກວ່າສາຍສຳພັນທີ່ເຮົາມີໃນຕອນນີ້. ຈັ່ງແມ່ນເປັນຄວາມຫວັງທີ່ດີເລີດແທ້ໆ! ເຮົາຈະເຊື່ອໄດ້ແນວໃດວ່າຄຳສັນຍາຂອງພະເຢໂຫວາຈະເກີດຂຶ້ນແທ້? ເຊື່ອໄດ້ແທ້ ເພາະພະເຢໂຫວາເຮັດຕາມຄຳສັນຍາສະເໝີ. ດັ່ງນັ້ນ ເຮົາຈຶ່ງມີເຫດຜົນທີ່ຈະ “ລໍຖ້າພະເຢໂຫວາ.” b (ເພງ. 27:14, ລ.ມ.) ເຮົາສະແດງໃຫ້ເຫັນວ່າເຮົາໝັ້ນໃຈວ່າເລື່ອງນີ້ຈະເກີດຂຶ້ນແທ້ໂດຍລໍຖ້າພະເຢໂຫວາຢ່າງອົດທົນແລະມີຄວາມສຸກ.—ເອຊາ. 55:10, 11
2. ພະເຢໂຫວາໄດ້ເຮັດຫຍັງແດ່ແລ້ວ?
2 ພະເຢໂຫວາໄດ້ພິສູດໃຫ້ເຫັນແລ້ວວ່າເພິ່ນຮັກສາສັນຍາ. ໃຫ້ເຮົາມາເບິ່ງຕົວຢ່າງທີ່ໂດດເດັ່ນເລື່ອງໜຶ່ງນຳກັນ. ໃນປຶ້ມພະນິມິດ ພະເຢໂຫວາສັນຍາວ່າໃນສະໄໝຂອງເຮົາເພິ່ນຈະລວບລວມຄົນທຸກຊາດ ທຸກຕະກູນ ແລະທຸກພາສາໃຫ້ມານະມັດສະການເພິ່ນຢ່າງເປັນນ້ຳໜຶ່ງໃຈດຽວກັນ ເຊິ່ງຄົນກຸ່ມນີ້ຖືກເອີ້ນວ່າ “ຄົນຝູງໃຫຍ່.” (ພນມ. 7:9, 10) ເຖິງວ່າຄົນຝູງໃຫຍ່ຈະ ປະກອບດ້ວຍຊາຍຍິງເດັກນ້ອຍທີ່ມີເຊື້ອຊາດ ພາສາ ແລະວັດທະນະທຳທີ່ແຕກຕ່າງກັນ ແຕ່ເຂົາເຈົ້າກໍເປັນຄອບຄົວທີ່ມີສັນຕິສຸກແລະເປັນນ້ຳໜຶ່ງໃຈດຽວກັນຕະຫຼອດທົ່ວໂລກ. (ເພງ. 133:1; ຢຮ. 10:16) ຄົນຝູງໃຫຍ່ຍັງເປັນຜູ້ປະກາດທີ່ກະຕືລືລົ້ນແລະພ້ອມທີ່ຈະບອກຄວາມຫວັງເລື່ອງໂລກໃໝ່ໃຫ້ກັບຄົນທີ່ຟັງເຂົາເຈົ້າ. (ມທ. 28:19, 20; ພນມ. 14:6, 7; 22:17) ຖ້າເຈົ້າເປັນສ່ວນໜຶ່ງໃນຄົນຝູງໃຫຍ່ ຄວາມຫວັງທີ່ເຈົ້າປະກາດຄືຊິມີຄ່າຕໍ່ເຈົ້າຫຼາຍແທ້ໆ.
3. ເປົ້າໝາຍຂອງຊາຕານແມ່ນຫຍັງ?
3 ຊາຕານຢາກທຳລາຍຄວາມຫວັງຂອງເຮົາ. ເປົ້າໝາຍຂອງມັນກໍຄືເຮັດໃຫ້ເຮົາເຊື່ອວ່າພະເຢໂຫວາບໍ່ສົນໃຈເຮົາແລະຈະບໍ່ເຮັດຕາມສັນຍາທີ່ໃຫ້ໄວ້ກັບເຮົາ. ຖ້າມັນທຳລາຍຄວາມຫວັງຂອງເຮົາໄດ້ສຳເລັດ ເຮົາກໍຈະທໍ້ໃຈແລະອາດເຖິງຂັ້ນເຊົາຮັບໃຊ້ພະເຢໂຫວາ. ຄືກັບທີ່ເຮົາຈະຮຽນໃນບົດຄວາມນີ້ ຊາຕານໄດ້ພະຍາຍາມທຳລາຍຄວາມຫວັງຂອງໂຢບເພື່ອຈະເຮັດໃຫ້ໂຢບເຊົາຮັບໃຊ້ພະເຢໂຫວາ.
4. ເຮົາຈະຮຽນຫຍັງໃນບົດຄວາມນີ້? (ໂຢບ 1:9-12)
4 ໃນບົດຄວາມນີ້ ເຮົາຈະມາເບິ່ງວິທີທີ່ຊາຕານໃຊ້ເພື່ອເຮັດໃຫ້ໂຢບເຊົາຮັບໃຊ້ພະເຢໂຫວາ. (ອ່ານໂຢບ 1:9-12) ແລະເຮົາຍັງຈະມາເບິ່ງວ່າເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງໂຢບ ແລະເປັນຫຍັງເຮົາຕ້ອງຈື່ໄວ້ວ່າພະເຈົ້າຮັກເຮົາແລະເພິ່ນຈະເຮັດຕາມທີ່ເພິ່ນສັນຍາໄວ້.
ຊາຕານພະຍາຍາມທຳລາຍຄວາມຫວັງຂອງໂຢບ
5-6. ເກີດຫຍັງຂຶ້ນກັບໂຢບພາຍໃນເວລາສັ້ນໆ?
5 ໂຢບມີຊີວິດທີ່ດີຫຼາຍແລະມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ. ລາວມີຄອບຄົວໃຫຍ່ທີ່ມີຄວາມສຸກແລະເປັນຜູ້ທີ່ລ່ຳລວຍ. (ໂຢບ 1:1-5) ແຕ່ມື້ໜຶ່ງໂຢບເກືອບສູນເສຍທຸກຢ່າງ. ທຳອິດລາວສູນເສຍຊັບສົມບັດ. (ໂຢບ 1:13-17) ຕໍ່ມາລູກຂອງລາວກໍຕາຍໝົດ. ລອງນຶກພາບເບິ່ງວ່າຂະໜາດລູກຄົນດຽວຕາຍ ພໍ່ແມ່ກໍຍັງເສຍໃຈຫຼາຍແລ້ວ ແລ້ວໂຢບກັບເມຍເດ ເຂົາເຈົ້າແຮ່ງຊິເຈັບປວດໃຈແລະເສຍໃຈຫຼາຍກວ່ານັ້ນບໍ່ແມ່ນບໍທີ່ລູກທັງ 10 ຄົນຕາຍພ້ອມກັນໝົດ. ດັ່ງນັ້ນ ເຮົາບໍ່ແປກໃຈເລີຍທີ່ໂຢບໄດ້ຈີກເສື້ອຕົວເອງແລະລົ້ມລົງກັບພື້ນ!—ໂຢບ 1:18-20
6 ຕໍ່ມາຊາຕານກໍເຮັດໃຫ້ໂຢບເປັນພະຍາດທີ່ໜ້າລັງກຽດແລະເຈັບປວດຫຼາຍ. (ໂຢບ 2:6-8; 7:5) ແຕ່ກ່ອນຫຼາຍຄົນນັບຖືໂຢບແລະມາຂໍຄຳແນະນຳຈາກລາວ. (ໂຢບ 31:18) ແຕ່ຕອນນີ້ບໍ່ມີໃຜຢາກຢູ່ໃກ້ລາວເລີຍ. ຍາດພີ່ນ້ອງ ໝູ່ສະໜິດ ແລະແມ່ນແຕ່ຄົນຮັບໃຊ້ຂອງລາວກໍບໍ່ຢາກມາຫາລາວ.—ໂຢບ 19:13, 14, 16
7. (ກ) ໂຢບຄິດວ່າສິ່ງໃດເປັນສາເຫດຂອງຄວາມທຸກ ແຕ່ລາວບໍ່ໄດ້ເຮັດຫຍັງ? (ຂ) ຕາມຮູບພາບ ຄລິດສະຕຽນອາດຈະເຈິບັນຫາຄືກັບທີ່ໂຢບແລະເມຍເຈິແນວໃດ?
7 ຊາຕານຢາກໃຫ້ໂຢບເຊື່ອວ່າຄວາມທຸກທີ່ລາວເຈິເປັນຍ້ອນພະເຢໂຫວາບໍ່ພໍໃຈລາວ. ຕົວຢ່າງເຊັ່ນ: ຊາຕານໄດ້ໃຊ້ພາຍຸທີ່ຮຸນແຮງທຳລາຍເຮືອນທີ່ລູກຂອງລາວທັງ 10 ຄົນກຳລັງກິນເຂົ້ານຳກັນຢູ່. (ໂຢບ 1:18, 19) ແລະມັນຍັງໄດ້ເຮັດໃຫ້ໄຟຕົກມາຈາກຟ້າເພື່ອທຳລາຍຝູງສັດແລະຄົນຮັບໃຊ້ທີ່ເບິ່ງແຍງຝູງສັດນຳ. (ໂຢບ 1:16) ຍ້ອນພາຍຸແລະໄຟລົງມາຈາກຟ້າ ໂຢບຈຶ່ງເຊື່ອວ່າສິ່ງເຫຼົ່ານັ້ນມາຈາກພະເຢໂຫວາ ແລະຄິດວ່າລາວອາດຈະເຮັດບາງຢ່າງທີ່ເຮັດໃຫ້ພະເຢໂຫວາບໍ່ພໍໃຈ. ເຖິງວ່າຈະເປັນແນວນັ້ນ ແຕ່ໂຢບກໍບໍ່ໄດ້ປ້ອຍດ່າພະເຈົ້າ. ລາວຮູ້ວ່າຕະຫຼອດຫຼາຍປີທີ່ຜ່ານມາພະເຢໂຫວາໄດ້ໃຫ້ສິ່ງດີໆກັບລາວຫຼາຍຢ່າງ. ລາວກໍເລີຍຄິດວ່າຖ້າລາວຮັບເອົາສິ່ງທີ່ດີ ລາວກໍຄວນທີ່ຈະຮັບເອົາສິ່ງທີ່ບໍ່ດີນຳ. ລາວບອກວ່າ: “ຂໍໃຫ້ນາມຊື່ຂອງພະເຢໂຫວາໄດ້ຮັບການສັນລະເສີນຕໍ່ໆໄປ.” (ໂຢບ 1:20, 21; 2:10, ລ.ມ.) ເຖິງວ່າ ໂຢບຈະສູນເສຍຊັບສົມບັດ ລູກ ແລະເຈັບປ່ວຍຮ້າຍແຮງ ແຕ່ລາວກໍຍັງສັດຊື່ຕໍ່ພະເຢໂຫວາ. ແຕ່ຊາຕານບໍ່ໄດ້ຢຸດພຽງເທົ່ານີ້.
8. ຊາຕານໄດ້ໃຊ້ວິທີຫຍັງອີກເພື່ອໂຈມຕີໂຢບ?
8 ຊາຕານຍັງໃຊ້ໝູ່ຈອມປອມ 3 ຄົນຂອງໂຢບມາເຮັດໃຫ້ໂຢບຮູ້ສຶກວ່າຕົວເອງບໍ່ມີຄ່າ. ເຂົາເຈົ້າອ້າງວ່າທີ່ໂຢບເຈິຄວາມທຸກແບບນີ້ກໍຍ້ອນລາວເຮັດສິ່ງທີ່ບໍ່ດີ. (ໂຢບ 22:5-9) ເຂົາເຈົ້າຢາກໃຫ້ໂຢບເຊື່ອວ່າເຖິງລາວຈະເຮັດດີສ່ຳໃດ ພະເຢໂຫວາກໍບໍ່ເຫັນຄ່າສິ່ງທີ່ລາວເຮັດ. (ໂຢບ 4:18; 22:2, 3; 25:4) ແລະເຂົາເຈົ້າຍັງພະຍາຍາມເຮັດໃຫ້ໂຢບຄິດວ່າພະເຈົ້າບໍ່ຮັກລາວ ບໍ່ສົນໃຈລາວ ແລະບໍ່ເຫັນຄ່າສິ່ງທີ່ລາວເຮັດເພື່ອຮັບໃຊ້ເພິ່ນ. ຄຳເວົ້າເຫຼົ່ານີ້ເຮັດໃຫ້ໂຢບທໍ້ໃຈແລະໝົດຫວັງ.
9. ສິ່ງໃດຊ່ວຍໂຢບໃຫ້ກ້າຫານແລະເຂັ້ມແຂງ?
9 ລອງນຶກພາບເບິ່ງວ່າໂຢບກຳລັງນັ່ງຢູ່ກອງຂີ້ເທົ່າດ້ວຍຄວາມເຈັບປວດ. (ໂຢບ 2:8) ໝູ່ຈອມປອມຂອງລາວທັງ 3 ຄົນກໍພະຍາຍາມເວົ້າໃຫ້ລາວວ່າ ລາວເປັນຄົນບໍ່ດີແລະສິ່ງທີ່ລາວເຮັດກໍບໍ່ມີຄວາມໝາຍຫຍັງ. ເມື່ອຄິດເຖິງການສູນເສຍລູກແລະບັນຫາອື່ນໆທີ່ໂຢບເຈິ ລາວຄືຊິຮູ້ສຶກເສຍໃຈຫຼາຍຈົນຊິທົນບໍ່ໄຫວແລ້ວ. ທຳອິດໂຢບໄດ້ມິດງຽບ. (ໂຢບ 2:13–3:1) ແຕ່ຖ້າການທີ່ໂຢບມິດງຽບແບບນັ້ນ ເຮັດໃຫ້ໝູ່ຂອງລາວຄິດວ່າລາວຖິ້ມພະເຈົ້າແລ້ວ ເຂົາເຈົ້າກໍຄິດຜິດ ເພາະມີຕອນໜຶ່ງໂຢບໄດ້ເງີຍໜ້າເບິ່ງໝູ່ຂອງລາວແລະບອກວ່າ: “ຂ້ອຍຈະສັດຊື່ຕໍ່ພະເຈົ້າຈົນວັນຕາຍ!” (ໂຢບ 27:5, ລ.ມ.) ສິ່ງໃດຊ່ວຍໂຢບໃຫ້ກ້າຫານແລະເຂັ້ມແຂງເຖິງວ່າຈະເຈິບັນຫາຫຼາຍຢ່າງ? ເຖິງວ່າໂຢບຈະທໍ້ໃຈແລະເສຍໃຈສຸດໆ ແຕ່ລາວກໍຍັງຫວັງວ່າພະເຈົ້າຮັກລາວແລະຈະຊ່ວຍລາວໃຫ້ຜ່ານຄວາມທຸກໄປໄດ້. ແລະລາວຮູ້ວ່າຖ້າລາວຕາຍ ພະເຢໂຫວາກໍຈະປຸກລາວໃຫ້ກັບມາມີຊີວິດອີກ.—ໂຢບ 14:13-15
ເຮົາຈະຮຽນແບບໂຢບໄດ້ແນວໃດ?
10. ເລື່ອງຂອງໂຢບສອນຫຍັງເຮົາ?
10 ເລື່ອງຂອງໂຢບສອນເຮົາວ່າ ຊາຕານບໍ່ສາມາດບັງຄັບເຮົາໃຫ້ປະຖິ້ມພະເຢໂຫວາ ແລະພະເຢໂຫວາກໍຮູ້ທຸກຢ່າງທີ່ເກີດຂຶ້ນກັບເຮົາ. ເລື່ອງຂອງໂຢບຍັງໃຫ້ບົດຮຽນເຮົາອີກຢ່າງໜຶ່ງ. ໃຫ້ເຮົາມາເບິ່ງນຳກັນວ່າເຮົາຈະໄດ້ບົດຮຽນຫຍັງຈາກເລື່ອງນັ້ນ.
11. ຖ້າເຮົາໄວ້ວາງໃຈພະເຢໂຫວາຕໍ່ໆໄປ ເຮົາສາມາດໝັ້ນໃຈໃນເລື່ອງຫຍັງ? (ຢາໂກໂບ 4:7)
11 ໂຢບພິສູດໃຫ້ເຫັນແລ້ວວ່າ ຖ້າເຮົາໄວ້ວາງໃຈພະເຢໂຫວາຕໍ່ໆໄປ ເຮົາກໍຈະສາມາດອົດທົນກັບບັນຫາຕ່າງໆແລະເອົາຊະນະຊາຕານໄດ້. ຖ້າເຮົາເຮັດແບບນີ້ ຄຳພີໄບເບິນກໍຮັບຮອງກັບເຮົາວ່າ ຊາຕານຈະໜີໄປຈາກເຮົາ.—ອ່ານຢາໂກໂບ 4:7
12. ຄວາມຫວັງເລື່ອງການຄືນມາຈາກຕາຍຊ່ວຍໂຢບແນວໃດ?
12 ເຮົາຕ້ອງມີຄວາມເຊື່ອເຂັ້ມແຂງໃນຄວາມຫວັງເລື່ອງການຄືນມາຈາກຕາຍ. ຄືກັບທີ່ເຮົາຮຽນໃນບົດຄວາມກ່ອນ ຊາຕານມັກຈະໃຊ້ການຢ້ານຄວາມຕາຍເພື່ອເຮັດໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາ. ໃນກໍລະນີຂອງໂຢບ ຊາຕານອ້າງວ່າໂຢບຈະເຮັດທຸກຢ່າງແລະເຖິງຂັ້ນປະຖິ້ມພະເຢໂຫວາເພື່ອຈະຮັກສາຊີວິດຕົວເອງໄວ້. ແຕ່ຊາຕານຄິດຜິດ ເພາະເຖິງວ່າໂຢບຄິດວ່າຕົວເອງກຳລັງຈະຕາຍ ແຕ່ລາວກໍຍັງຮັກສາຄວາມສັດຊື່ຕໍ່ພະເຢໂຫວາ. ໂຢບໝັ້ນໃຈຄວາມດີຂອງພະເຢໂຫວາແລະເຊື່ອວ່າພະເຢໂຫວາຈະຊ່ວຍລາວໃຫ້ອົດທົນກັບບັນຫາຕ່າງໆໄດ້. ໂຢບເຊື່ອວ່າເຖິງພະເຢໂຫວາຈະບໍ່ຊ່ວຍລາວຕອນທີ່ມີຊີວິດຢູ່ ແຕ່ເພິ່ນກໍຈະປຸກລາວໃຫ້ຄືນມາຈາກຕາຍໃນອະນາຄົດ. ເຮົາເຫັນໄດ້ວ່າໂຢບມີຄວາມເຊື່ອທີ່ເຂັ້ມແຂງເລື່ອງການຄືນມາຈາກຕາຍແທ້ໆ. ດັ່ງນັ້ນ ຖ້າເຮົາມີຄວາມເຊື່ອທີ່ເຂັ້ມແຂງເລື່ອງການຄືນມາຈາກຕາຍ ການຢ້ານຄວາມຕາຍກໍບໍ່ສາມາດເຮັດໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາໄດ້.
13. ເປັນຫຍັງເຮົາຕ້ອງຮູ້ວິທີທີ່ຊາຕານໃຊ້ເພື່ອໂຈມຕີໂຢບ?
13 ເຮົາຕ້ອງຮູ້ວິທີທີ່ຊາຕານໃຊ້ເພື່ອໂຈມຕີໂຢບ ເພາະວ່າຊາຕານຈະໃຊ້ວິທີທີ່ຄ້າຍໆກັນເພື່ອໂຈມຕີ ເຮົາໃນທຸກມື້ນີ້. ຂໍໃຫ້ສັງເກດສິ່ງທີ່ຊາຕານກ່າວຫາທີ່ວ່າ: “ມະນຸດ [ບໍ່ແມ່ນແຕ່ໂຢບ] ຍອມສະລະໄດ້ທຸກຢ່າງເພື່ອໃຫ້ຕົວເອງມີຊີວິດລອດ.” (ໂຢບ 2:4, 5, ລ.ມ.) ທີ່ຈິງ ຊາຕານອ້າງວ່າເຮົາບໍ່ໄດ້ຮັກພະເຢໂຫວາແທ້ໆ ແລະເຮົາຈະປະຖິ້ມພະເຢໂຫວາເພື່ອທີ່ຈະຮັກສາຊີວິດຂອງຕົວເອງໄວ້. ແລະນອກຈາກນັ້ນ ຊາຕານຍັງບອກວ່າ ພະເຈົ້າບໍ່ໄດ້ຮັກເຮົາແລະບໍ່ສົນໃຈສິ່ງທີ່ເຮົາພະຍາຍາມເຮັດເພື່ອເພິ່ນ. ແຕ່ຍ້ອນເຮົາຮູ້ວ່າຊາຕານພະຍາຍາມຢາກໃຫ້ເຮົາຄິດແບບນີ້ ເຮົາຈຶ່ງບໍ່ເຊື່ອຄຳຕົວະຂອງມັນ.
14. ການທົດສອບບອກເຮົາໃຫ້ຮູ້ຫຍັງ? ຂໍໃຫ້ຍົກຕົວຢ່າງ.
14 ເຮົາຄວນເບິ່ງວ່າ ບັນຫາຕ່າງໆທີ່ເຮົາເຈິເປັນໂອກາດທີ່ຈະເຮັດໃຫ້ເຮົາຮູ້ຈັກຕົວເອງຫຼາຍຂຶ້ນ. ບັນຫາຕ່າງໆທີ່ໂຢບເຈິຊ່ວຍລາວໃຫ້ຮູ້ຂໍ້ອ່ອນແອຂອງຕົວເອງແລະຮູ້ວ່າຈະປັບປຸງແນວໃດ ເຊັ່ນ ໂຢບຮູ້ວ່າລາວຕ້ອງມີຄວາມຖ່ອມຫຼາຍກວ່ານີ້. (ໂຢບ 42:3) ເຮົາກໍຄືກັນ ເຮົາຈະຮູ້ຈັກຕົວເອງຫຼາຍຂຶ້ນເມື່ອເຮົາເຈິບັນຫາຕ່າງໆ. ຄືກັບພີ່ນ້ອງນິໂກລາຍ c ທີ່ຕ້ອງເຂົ້າຄຸກທັງໆທີ່ມີບັນຫາສຸຂະພາບຮ້າຍແຮງ. ລາວບອກວ່າ: “ການເຂົ້າຄຸກເປັນຄືກັບເຄື່ອງສ່ອງໄຟຟ້າທີ່ຊ່ວຍໃຫ້ຮູ້ວ່າ ຂ້ອຍມີນິດໄສແບບໃດແລະຕ້ອງປັບປຸງຈຸດໃດ.” ເຫັນໄດ້ວ່າ ເມື່ອເຮົາຮູ້ຂໍ້ອ່ອນແອຂອງຕົວເອງ ເຮົາກໍຈະປັບປຸງຈຸດນັ້ນໃຫ້ດີຂຶ້ນໄດ້.
15. ເຮົາຄວນຟັງໃຜ ແລະຍ້ອນຫຍັງ?
15 ເຮົາຕ້ອງຟັງພະເຢໂຫວາ ບໍ່ແມ່ນຟັງສັດຕູ. ໂຢບຕັ້ງໃຈຟັງເມື່ອພະເຢໂຫວາເວົ້າກັບລາວ. ພະເຢໂຫວາໄດ້ຫາເຫດຜົນກັບໂຢບປະມານວ່າ: ‘ເຈົ້າເຫັນພະລັງອຳນາດທີ່ເຮົາໃຊ້ສ້າງສິ່ງຕ່າງໆບໍ? ເຮົາເຫັນທຸກຢ່າງທີ່ເກີດຂຶ້ນກັບເຈົ້າ. ເຈົ້າຄິດວ່າເຮົາຊິເບິ່ງແຍງເຈົ້າບໍ່ໄດ້ບໍ?’ ໂຢບຮູ້ສຶກເຫັນຄ່າຄວາມດີຂອງພະເຢໂຫວາແລະຕອບດ້ວຍຄວາມຖ່ອມໃຈວ່າ “ຂ້ອຍເຄີຍໄດ້ຍິນເລື່ອງຂອງພະອົງແລ້ວ ແຕ່ຕອນນີ້ຂ້ອຍໄດ້ເຫັນພະອົງດ້ວຍຕາຂອງຂ້ອຍເອງ.” (ໂຢບ 42:5, ລ.ມ.) ໂຢບອາດຈະເວົ້າຄຳນີ້ຕອນທີ່ລາວກຳລັງນັ່ງຢູ່ກອງຂີ້ເທົ່າ ແລະຮ່າງກາຍຂອງລາວກໍເຕັມໄປດ້ວຍຝີ ແລະກຳລັງຮູ້ສຶກເສຍໃຈຍ້ອນລູກຕາຍ. ແຕ່ເຖິງຈະເປັນແນວນັ້ນ ພະເຢໂຫວາກໍຍັງເຮັດໃຫ້ໂຢບຮູ້ວ່າເພິ່ນຮັກລາວແລະພໍໃຈໃນຕົວລາວ.—ໂຢບ 42:7, 8
16. ຕາມເອຊາອີ 49:15, 16 ເຮົາຄວນຈື່ຫຍັງໄວ້ເມື່ອຖືກທົດສອບ?
16 ໃນທຸກມື້ນີ້ ຫຼາຍຄົນອາດຈະດູຖູກເຮົາແລະເຮັດໃສ່ເຮົາຄືກັບວ່າເຮົາບໍ່ມີຄ່າຫຍັງ. ເຂົາເຈົ້າອາດຈະ “ໃສ່ຮ້າຍ” ເຮົາແລະພະຍາຍາມທຳລາຍຊື່ສຽງຂອງເຮົາແລະອົງການ. (ມທ. 5:11) ຈາກເລື່ອງຂອງໂຢບ ເຮົາໄດ້ຮູ້ວ່າພະເຢໂຫວາໝັ້ນໃຈວ່າເຮົາຈະຮັກສາຄວາມສັດຊື່ຕໍ່ເພິ່ນເມື່ອເຮົາຖືກທົດສອບ. ພະເຢໂຫວາຮັກເຮົາແລະຈະບໍ່ມີວັນປະຖິ້ມຜູ້ທີ່ລໍຖ້າເພິ່ນ. (ອ່ານເອຊາອີ 49:15, 16) ຂໍໃຫ້ເຮົາຢ່າສົນໃຈຄຳເວົ້າໃສ່ຮ້າຍຂອງພວກສັດຕູ. ພີ່ນ້ອງຊາຍທີ່ຊື່ເຈມ ຈາກປະເທດຕວກກີເຊິ່ງຄອບຄົວຂອງລາວໄດ້ຖືກທົດສອບຢ່າງໜັກ ໄດ້ເວົ້າວ່າ: “ພວກເຮົາຮູ້ວ່າການຟັງຄຳຕົວະກ່ຽວກັບປະຊາຊົນຂອງພະເຈົ້າຈະເຮັດໃຫ້ ເຮົາຮູ້ສຶກທໍ້ໃຈ. ດັ່ງນັ້ນ ເຮົາຈຶ່ງເບິ່ງໄປທີ່ຄວາມຫວັງເລື່ອງການປົກຄອງຂອງພະເຈົ້າ ແລະເຮັດວຽກປະກາດຢ່າງຫ້າວຫັນ. ສິ່ງນີ້ຊ່ວຍໃຫ້ເຮົາມີຄວາມສຸກຕໍ່ໆໄປໄດ້.” ຖ້າເຮົາຟັງພະເຢໂຫວາຄືກັບໂຢບ ຄຳຕົວະຂອງພວກສັດຕູກໍບໍ່ສາມາດທຳລາຍຄວາມຫວັງຂອງເຮົາໄດ້.
ຄວາມຫວັງຈະຊ່ວຍເຮົາ
17. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງຊາຍຍິງທີ່ສັດຊື່ຫຼາຍຄົນທີ່ຢູ່ໃນເຮັບເຣີບົດ 11?
17 ໂຢບບໍ່ແມ່ນຜູ້ຮັບໃຊ້ຄົນດຽວຂອງພະເຢໂຫວາທີ່ກ້າຫານແລະເຂັ້ມແຂງເມື່ອຖືກທົດສອບຢ່າງໜັກ. ໃນຈົດໝາຍທີ່ໂປໂລຂຽນເຖິງພີ່ນ້ອງທີ່ເປັນຄົນເຮັບເຣີ ລາວໄດ້ເວົ້າເຖິງຜູ້ທີ່ສັດຊື່ຫຼາຍຄົນວ່າເຂົາເຈົ້າເປັນ “ພະຍານຈຳນວນຫຼາຍຄືເມກກ້ອນໃຫຍ່.” (ຮຣ. 12:1) ເຖິງວ່າເຂົາເຈົ້າທຸກຄົນຈະເຈິການທົດສອບຢ່າງໜັກ ແຕ່ເຂົາເຈົ້າກໍໄດ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາຕະຫຼອດຊີວິດຂອງເຂົາເຈົ້າ. (ຮຣ. 11:36-40) ຄວາມອົດທົນແລະຄວາມພະຍາຍາມຂອງເຂົາເຈົ້າບໍ່ມີຄ່າຫຍັງເລີຍບໍ? ມີຄ່າແທ້! ເຖິງວ່າຕະຫຼອດຊີວິດຂອງເຂົາເຈົ້າຈະບໍ່ໄດ້ເຫັນຄຳສັນຍາຂອງພະເຢໂຫວາສຳເລັດເປັນຈິງ ແຕ່ເຂົາເຈົ້າກໍຍັງລໍຖ້າພະເຢໂຫວາຕໍ່ໆໄປ. ແລະຍ້ອນເຂົາເຈົ້າຮູ້ວ່າພະເຢໂຫວາພໍໃຈໃນຕົວເຂົາເຈົ້າ ເຂົາເຈົ້າຈຶ່ງໝັ້ນໃຈວ່າຈະໄດ້ເຫັນຄຳສັນຍາຂອງພະເຢໂຫວາສຳເລັດເປັນຈິງຢ່າງແນ່ນອນ. (ຮຣ. 11:4, 5) ຕົວຢ່າງຂອງເຂົາເຈົ້າຊ່ວຍເຮົາໃຫ້ຕັ້ງໃຈລໍຖ້າພະເຢໂຫວາຕໍ່ໆໄປ.
18. ເຈົ້າຕັ້ງໃຈທີ່ຈະເຮັດຫຍັງ? (ເຮັບເຣີ 11:6)
18 ໃນທຸກມື້ນີ້ ເຮົາຢູ່ໃນໂລກທີ່ນັບມື້ນັບໂຫດຮ້າຍຂຶ້ນເລື້ອຍໆ. (2 ຕມ. 3:13) ຊາຕານຍັງພະຍາຍາມໂຈມຕີປະຊາຊົນຂອງພະເຢໂຫວາຢູ່. ບໍ່ວ່າໃນອະນາຄົດເຮົາຈະເຈິກັບບັນຫາແບບໃດ ຂໍໃຫ້ເຮົາຕັ້ງໃຈທີ່ຈະສັດຊື່ຕໍ່ພະເຢໂຫວາໂດຍໝັ້ນໃຈທີ່ຈະ “ຝາກຄວາມຫວັງໄວ້ກັບພະເຈົ້າຜູ້ມີຊີວິດຢູ່.” (1 ຕມ. 4:10) ຂໍໃຫ້ຈື່ວ່າສິ່ງທີ່ພະເຢໂຫວາໃຫ້ໂຢບພິສູດວ່າ ‘ເພິ່ນເມດຕາແລະມີຄວາມເຫັນອົກເຫັນໃຈແທ້ໆ.’ (ຢກບ. 5:11) ຂໍໃຫ້ເຮົາຮັກສາຄວາມສັດຊື່ຄືກັບໂຢບແລະໝັ້ນໃຈວ່າ ພະເຢໂຫວາຈະໃຫ້ລາງວັນ “ຄົນທີ່ຊອກຫາພະອົງຢ່າງຈິງຈັງ.”—ອ່ານເຮັບເຣີ 11:6
ເພງ 150 ຈົ່ງຊອກຫາພະເຈົ້າເພື່ອເຈົ້າຈະລອດ
a ເມື່ອເວົ້າເຖິງຄົນທີ່ໄດ້ອົດທົນກັບບັນຫາທີ່ໜັກໜ່ວງ ເຮົາມັກຈະຄິດເຖິງໂຢບ. ເຮົາຈະໄດ້ບົດຮຽນຫຍັງຈາກໂຢບຊາຍທີ່ສັດຊື່? ເຮົາໄດ້ຮຽນຮູ້ວ່າຊາຕານບໍ່ສາມາດບັງຄັບເຮົາໃຫ້ປະຖິ້ມພະເຢໂຫວາໄດ້. ແລະເຮົາຍັງຮູ້ວ່າພະເຢໂຫວາຮູ້ທຸກສິ່ງທີ່ເກີດຂຶ້ນກັບເຮົາ. ຄືກັບທີ່ພະເຢໂຫວາເຮັດໃຫ້ບັນຫາຂອງໂຢບໝົດໄປ ຈັກມື້ໜຶ່ງພະເຢໂຫວາກໍຈະເຮັດໃຫ້ຄວາມທຸກທີ່ເຮົາເຈິໝົດໄປຄືກັນ. ຖ້າເຮົາສະແດງໃຫ້ເຫັນວ່າເຮົາໝັ້ນໃຈສິ່ງເຫຼົ່ານີ້ ເຮົາກໍເປັນຜູ້ທີ່ “ລໍຖ້າພະເຢໂຫວາ” ແທ້ໆ!
b ການອະທິບາຍສຳນວນ: ໃນພາສາເຮັບເຣີຄຳວ່າ “ລໍຖ້າ” ກ່ຽວຂ້ອງກັບຄວາມຫວັງ ແລະການໄວ້ໃຈຫຼືເຊື່ອໃຈຜູ້ໃດຜູ້ໜຶ່ງ.—ເພງ. 25:2, 3; 62:5
c ຊື່ສົມມຸດ