ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 13

ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຈົ້າ​ແນວ​ໃດ?

ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຈົ້າ​ແນວ​ໃດ?

“ຜູ້​ເປັນ​ນາຍ​ຈະ​ໃຫ້​ກຳລັງ​ໃຈ​ພວກ​ເຈົ້າ​ແລະ​ປົກ​ປ້ອງ​ພວກ​ເຈົ້າ​ໄວ້​ຈາກ​ຕົວ​ຊົ່ວ​ຮ້າຍ​ຍ້ອນ​ເພິ່ນ​ສັດ​ຊື່.”—2 ທຊ. 3:3

ເພງ 124 ສັດ​ຊື່​ຕະຫຼອດ​ໄປ

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຂໍ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ​ລູກສິດ​ຂອງ​ເພິ່ນ?

ໃນ​ຄືນ​ສຸດ​ທ້າຍ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ໃນ​ໂລກ ເພິ່ນ​ໄດ້​ຄິດ​ເຖິງ​ບັນຫາ​ຕ່າງໆ​ທີ່​ພວກ​ລູກສິດ​ຈະ​ຕ້ອງ​ເຈິ. ຍ້ອນ​ພະ​ເຢຊູ​ຮັກ​ພວກ​ລູກສິດ ເພິ່ນ​ຈຶ່ງ​ໄດ້​ຂໍ​ໃຫ້​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຊ່ອຍ “ປົກ​ປ້ອງ​ພວກ​ເຂົາ​ຈາກ​ຕົວ​ຊົ່ວ​ຮ້າຍ.” (ຢຮ 17:14, 15) ພະ​ເຢຊູ​ຮູ້​ວ່າ​ຫຼັງ​ຈາກ​ທີ່​ເພິ່ນ​ກັບ​ຂຶ້ນ​ໄປ​ສະຫວັນ ຊາຕານ​ຍັງ​ຈະ​ຕໍ່​ຕ້ານ​ທຸກ​ຄົນ​ທີ່​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຢູ່. ດັ່ງ​ນັ້ນ ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈຶ່ງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ.

2. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ?

2 ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ​ຍ້ອນ​ວ່າ​ເພິ່ນ​ຮັກ​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ. ຖ້າ​ເຮົາ​ພະຍາຍາມ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເພິ່ນ​ກໍ​ຈະ​ຮັກ​ເຮົາ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ຄື​ກັນ. ພະ​ເຢໂຫວາ​ເປັນ​ຄື​ກັບ​ຫົວ​ໜ້າ​ຄອບຄົວ​ທີ່​ຮັກ​ຄອບຄົວ​ແທ້ໆ ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ຢາກ​ຊ່ອຍ​ລູກ​ດ້ວຍ​ຄວາມ​ຮັກ​ສະເໝີ​ເພາະ​ເພິ່ນ​ກໍ​ມີ​ຊື່ສຽງ​ທີ່​ດີ​ແບບ​ນີ້​ຢູ່​ແລ້ວ!

3. ເປັນ​ຫຍັງ​ເຮົາ​ຕ້ອງ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ​ເຮົາ​ໃນ​ທຸກ​ມື້​ນີ້?

3 ເຮົາ​ຈຳເປັນ​ຕ້ອງ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ​ເຮົາ​ຫຼາຍ​ກວ່າ​ແຕ່​ກ່ອນ. ຍ້ອນ​ຊາຕານ​ໄດ້​ຖືກ​ຖິ້ມ​ລົງ​ມາ​ຈາກ​ສະຫວັນ​ແລະ​ມັນ​ກໍ “ຄຽດ​ຮ້າຍ​ຫຼາຍ.” (ພນມ. 12:12) ມັນ​ໄດ້​ເຮັດ​ໃຫ້​ບາງ​ຄົນ​ຄິດ​ວ່າ​ການ​ຂົ່ມເຫງ​ເຮົາ​ເປັນ “ການ​ຮັບໃຊ້​ພະເຈົ້າ.” (ຢຮ. 16:2) ສ່ວນ​ຄົນ​ອື່ນ​ທີ່​ບໍ່​ເຊື່ອ​ໃນ​ພະເຈົ້າ​ກໍ​ຂົ່ມເຫງ​ເຮົາ​ຍ້ອນ​ເຮົາ​ແຕກຕ່າງ​ຈາກ​ເຂົາ​ເຈົ້າ. ແຕ່​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຂົ່ມເຫງ​ເຮົາ​ຍ້ອນ​ເຫດຜົນ​ຫຍັງ ເຮົາ​ກໍ​ບໍ່​ຢ້ານ. ຍ້ອນ​ຫຍັງ? ຍ້ອນ​ຄຳພີ​ໄບເບິນ​ບອກ​ວ່າ: “ຜູ້​ເປັນ​ນາຍ​ຈະ​ໃຫ້​ກຳລັງ​ໃຈ​ພວກ​ເຈົ້າ​ແລະ​ປົກ​ປ້ອງ​ພວກ​ເຈົ້າ​ໄວ້​ຈາກ​ຕົວ​ຊົ່ວ​ຮ້າຍ​ຍ້ອນ​ເພິ່ນ​ສັດ​ຊື່.” (2 ທຊ. 3:3) ແລ້ວ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຮົາ​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ສອງ​ວິທີ.

ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຊຸດ​ຮົບ​ທີ່​ຄົບ​ຊຸດ

4. ຕາມ​ເອເຟໂຊ 6:13-17 ພະ​ເຢໂຫວາ​ໄດ້​ໃຫ້​ເຮົາ​ມີ​ຫຍັງ​ເພື່ອ​ຊ່ວຍ​ປົກ​ປ້ອງ​ເຮົາ?

4 ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຊຸດ​ຮົບ​ທີ່​ຄົບ​ຊຸດ​ເພື່ອ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ການ​ໂຈມຕີ​ຂອງ​ຊາຕານ. (ອ່ານ​ເອເຟໂຊ 6:13-17) ຊຸດ​ຮົບ​ທີ່​ຄົບ​ຊຸດ​ຈາກ​ພະເຈົ້າ​ຈະ​ຊ່ອຍ​ເຮົາ​ໃຫ້​ເຂັ້ມແຂງ​ແລະ​ປົກ​ປ້ອງ​ເຮົາ! ແຕ່​ມັນ​ຈະ​ປົກ​ປ້ອງ​ເຮົາ​ໄດ້​ກໍ​ຕໍ່​ເມື່ອ​ເຮົາ​ໃສ່​ຄົບ​ຊຸດ. ສ່ວນ​ຕ່າງໆ​ຂອງ​ຊຸດ​ຮົບ​ໝາຍ​ເຖິງ​ຫຍັງ​ແດ່? ໃຫ້​ເຮົາ​ມາ​ເບິ່ງ​ແຕ່​ລະ​ຢ່າງ​ນຳ​ກັນ.

5. ສາຍ​ແອວ​ໃນ​ທີ່​ນີ້​ໝາຍ​ເຖິງ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ໃສ່?

5 ເອົາ​ຄວາມ​ຈິງ​ເປັນ​ສາຍ​ແອວ. ສາຍ​ແອວ​ນີ້​ໝາຍ​ເຖິງ​ຄວາມ​ຈິງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ເປັນ​ຫຍັງ​ເຮົາ​ຕ້ອງ​ໃສ່​ສາຍ​ແອວ? ກໍ​ເພື່ອ​ປົກ​ປ້ອງ​ຈາກ​ຊາຕານ​ທີ່​ເປັນ “ພໍ່​ຂອງ​ການ​ຕົວະ.” (ຢຮ. 8:44) ມັນ​ໄດ້​ໃຊ້​ເວລາ​ຫຼາຍ​ພັນ​ປີ​ເພື່ອ​ຕົວະ​ແລະ​ລໍ້​ລວງ​ຄົນ​ທີ່​ຢູ່ “ທົ່ວ​ໂລກ”! (ພນມ. 12:9) ແຕ່​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ອຍ​ປົກ​ປ້ອງ​ເຮົາ​ບໍ່​ໃຫ້​ຖືກ​ຫຼອກ. ແລ້ວ​ເຮົາ​ຈະ​ໃສ່​ສາຍ​ແອວ​ທີ່​ໝາຍ​ເຖິງ​ຄວາມ​ຈິງ​ໄດ້​ແນວ​ໃດ? ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ຮຽນ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ນະມັດສະການ​ເພິ່ນ “ໂດຍ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້​ນຳ​ແລະ​ນະມັດສະການ​ແບບ​ທີ່​ສອດຄ່ອງ​ກັບ​ຄວາມ​ຈິງ” ແລະ​ໃຫ້​ປະພຶດ​ໂຕ​ຢ່າງ​ສັດ​ຊື່​ໃນ​ທຸກໆ​ເລື່ອງ.—ຢຮ. 4:24; ອຟຊ. 4:25; ຮຣ. 13:18

ສາຍ​ແອວ: ໝາຍ​ເຖິງ​ຄວາມ​ຈິງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ

6. ເສື້ອ​ເກາະ​ປ້ອງກັນ​ເອິກ​ທີ່​ຢູ່​ໃນ​ພະ​ຄຳພີ​ໝາຍ​ເຖິງ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ໃສ່?

6 ເອົາ​ຄວາມ​ຖືກຕ້ອງ​ຊອບທຳ​ເປັນ​ເສື້ອ​ເກາະ​ປ້ອງກັນ​ເອິກ. ເສື້ອ​ເກາະ​ນີ້​ໝາຍ​ເຖິງ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ໃຫ້​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ເປັນ​ຫຍັງ​ເຮົາ​ຕ້ອງ​ໃສ່​ເສື້ອ​ເກາະ​ນີ້? ຄື​ກັບ​ເສື້ອ​ເກາະ​ທີ່​ປົກ​ປ້ອງ​ຫົວໃຈ​ຂອງ​ທະຫານ ເສື້ອ​ເກາະ​ທີ່​ໝາຍ​ເຖິງ​ຄວາມ​ຖືກຕ້ອງ​ຊອບທຳ​ກໍ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ສິ່ງ​ທີ່​ບໍ່​ດີ​ຂອງ​ໂລກ​ນີ້. (ສຸພາ. 4:23) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮັກ​ແລະ​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ. (ມທ. 22:36, 37) ແຕ່​ຊາຕານ​ບໍ່​ຢາກ​ໃຫ້​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ. ດັ່ງ​ນັ້ນ ມັນ​ຈຶ່ງ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຮັກ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ​ທີ່​ໂລກ​ນີ້​ມັກ​ສະເໜີ​ໃຫ້. (ຢກບ. 4:4; 1 ຢຮ. 2:15, 16) ແລະ​ຖ້າ​ວິທີ​ນີ້​ບໍ່​ໄດ້​ຜົນ ມັນ​ກໍ​ຈະ​ພະຍາຍາມ​ຂົ່ມ​ຂູ່​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຫຼັກ​ການ​ຂອງ​ພະ​ເຢໂຫວາ.

ເສື້ອ​ເກາະ​ປ້ອງກັນ​ເອິກ: ໝາຍ​ເຖິງ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ

7. ເຮົາ​ຈະ​ໃສ່​ເສື້ອ​ເກາະ​ປ້ອງກັນ​ເອິກ​ໂດຍ​ເຮັດ​ຫຍັງ?

7 ເຮົາ​ໃສ່​ເສື້ອ​ເກາະ​ປ້ອງກັນ​ເອິກ​ໂດຍ​ຍອມ​ຮັບ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ແລະ​ໃຊ້​ຊີວິດ​ຕາມ​ຫຼັກ​ການ​ນັ້ນ. (ເພງ. 97:10) ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ເຄັ່ງ​ຄັດ​ຫຼາຍ​ເກີນ​ໄປ. ຖ້າ​ເຮົາ​ເຊົາ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ທະຫານ​ທີ່​ປົດ​ເສື້ອ​ເກາະ​ປ້ອງກັນ​ເອິກ​ອອກ​ກາງ​ສະ​ໜາມ​ຮົບ​ຍ້ອນ​ຄິດ​ວ່າ​ມັນ​ໜັກ​ໂພດ. ການ​ເຮັດ​ແບບ​ນັ້ນ​ບໍ່​ສະຫຼາດ​ເລີຍ! ສຳລັບ​ຜູ້​ທີ່​ຮັກ​ພະ​ເຢໂຫວາ​ຈະ​ບໍ່​ໄດ້​ຖື​ວ່າ​ຄຳ​ສັ່ງ​ຂອງ​ເພິ່ນ “ຍາກ​ເກີນ​ໄປ” ແຕ່​ເຂົາ​ເຈົ້າ​ຖື​ວ່າ​ເປັນ​ສິ່ງ​ທີ່​ຊ່ອຍ​ຊີວິດ​ໃຫ້​ລອດ.—1 ຢຮ. 5:3

8. ເອົາ​ຄວາມ​ພ້ອມ​ທີ່​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ສັນຕິສຸກ​ມາ​ໃສ່​ເປັນ​ເກີບ​ໝາຍ​ຄວາມ​ວ່າ​ແນວ​ໃດ?

8 ໂປໂລ​ບອກ​ເຮົາ​ໃຫ້​ເອົາ​ຄວາມ​ພ້ອມ​ທີ່​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ສັນຕິສຸກ​ມາ​ໃສ່​ເປັນ​ເກີບ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ພ້ອມ​ສະເໝີ​ທີ່​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ເມື່ອ​ເຮົາ​ເວົ້າ​ເລື່ອງ​ພະ​ຄຳພີ​ໃຫ້​ຄົນ​ອື່ນ​ຟັງ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. ເຮົາ​ຮູ້ສຶກ​ໄດ້​ຮັບ​ກຳລັງ​ໃຈ​ແທ້ໆ​ທີ່​ເຫັນ​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ທົ່ວ​ໂລກ​ໃຊ້​ທຸກ​ໂອກາດ​ທີ່​ຈະ​ລົມ​ເລື່ອງ​ພະ​ເຢໂຫວາ​ກັບ​ຄົນ​ອື່ນ​ບໍ່​ວ່າ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ ເຊັ່ນ: ຕອນ​ທີ່​ຢູ່​ໂຮງ​ຮຽນ​ຫຼື​ບ່ອນ​ເຮັດ​ວຽກ ຕອນ​ທີ່​ປະກາດ​ຕາມ​ບ້ານ​ຫຼື​ເຂດ​ທຸລະກິດ ຕອນ​ທີ່​ໄປ​ຊື້​ເຄື່ອງ ໄປ​ຢາມ​ຍາດ​ພີ່ນ້ອງ ຫຼື​ລົມ​ກັບ​ໝູ່​ຄູ່ ແລະ​ແມ່ນ​ແຕ່​ພີ່ນ້ອງ​ທີ່​ອອກ​ຈາກ​ເຮືອນ​ບໍ່​ໄດ້​ກໍ​ຍັງ​ຊອກ​ທຸກ​ໂອກາດ​ທີ່​ຈະ​ລົມ​ເລື່ອງ​ພະ​ເຢໂຫວາ​ກັບ​ຄົນ​ອື່ນ. ຖ້າ​ເຮົາ​ຮູ້ສຶກ​ຢ້ານ​ຈົນ​ເຖິງ​ຂັ້ນ​ເຊົາ​ປະກາດ ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ທະຫານ​ທີ່​ປົດ​ເກີບ​ຕອນ​ທີ່​ສູ້​ກັບ​ສັດຕູ​ເຊິ່ງ​ຈະ​ເຮັດ​ໃຫ້​ຕີນ​ລາວ​ບາດເຈັບ. ເມື່ອ​ເປັນ​ແບບ​ນີ້ ລາວ​ກໍ​ຈະ​ຖືກ​ໂຈມຕີ​ໄດ້​ງ່າຍ ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ຜູ້​ບັນຊາ​ການ​ບໍ່​ໄດ້.

ເກີບ: ໝາຍ​ເຖິງ​ຄວາມ​ພ້ອມ​ທີ່​ຈະ​ປະກາດ​ຂ່າວ​ດີ

9. ເປັນ​ຫຍັງ​ເຮົາ​ຕ້ອງ​ຖື​ໂລ້​ໃຫຍ່?

9 ເອົາ​ຄວາມ​ເຊື່ອ​ເປັນ​ໂລ້​ໃຫຍ່. ໂລ້​ໃຫຍ່​ນີ້​ໝາຍ​ເຖິງ​ຄວາມ​ເຊື່ອ​ທີ່​ເຮົາ​ມີ​ກ່ຽວ​ກັບ​ເລື່ອງ​ພະ​ເຢໂຫວາ. ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ສັນຍາ. ຄວາມ​ເຊື່ອ​ນີ້​ຈະ​ຊ່ອຍ​ເຮົາ​ໃຫ້ “ມອດ​ລູກທະນູ​ໄຟ​ທຸກ​ດອກ​ຂອງ​ຕົວ​ຊົ່ວ​ຮ້າຍ​ໄດ້.” ແລ້ວ​ເປັນ​ຫຍັງ​ເຮົາ​ຕ້ອງ​ຖື​ໂລ້​ໃຫຍ່​ນີ້? ກໍ​ຍ້ອນ​ວ່າ​ມັນ​ຈະ​ຊ່ອຍ​ປົກ​ປ້ອງ​ເຮົາ​ບໍ່​ໃຫ້​ຖືກ​ຫຼອກ​ຈາກ​ຄຳ​ສອນ​ຂອງ​ພວກ​ທີ່​ທໍລະຍົດ​ພະເຈົ້າ ແລະ​ຊ່ອຍ​ເຮົາ​ບໍ່​ໃຫ້​ທໍ້​ໃຈ​ເມື່ອ​ມີ​ຄົນ​ເວົ້າ​ໃສ່​ຫຼື​ເຍາະ​ເຍີ້ຍ​ຄວາມ​ເຊື່ອ​ຂອງ​ເຮົາ. ຖ້າ​ບໍ່​ມີ​ຄວາມ​ເຊື່ອ ເຮົາ​ກໍ​ບໍ່​ມີ​ແຮງ​ທີ່​ຈະ​ຕ້ານ​ທານ​ຄົນ​ທີ່​ພະຍາຍາມ​ກົດ​ດັນ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຫຼັກ​ການ​ຂອງ​ພະ​ເຢໂຫວາ. ແຕ່​ທຸກ​ເທື່ອ​ທີ່​ເຮົາ​ປະຕິເສດ​ບໍ່​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ບໍ່​ມັກ​ຕອນ​ທີ່​ຢູ່​ໂຮງ​ຮຽນ​ຫຼື​ຢູ່​ບ່ອນ​ເຮັດ​ວຽກ ນີ້​ສະແດງ​ວ່າ​ເຮົາ​ກຳລັງ​ຖື​ໂລ້. (1 ປຕ. 3:15) ແລະ​ທຸກ​ເທື່ອ​ທີ່​ເຮົາ​ປະຕິເສດ​ວຽກ​ທີ່​ໄດ້​ເງິນ​ຫຼາຍໆ​ເຊິ່ງ​ເຮັດ​ໃຫ້​ເຮົາ​ບໍ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ເຕັມທີ ນີ້​ສະແດງ​ວ່າ​ເຮົາ​ກຳລັງ​ຖື​ໂລ້. (ຮຣ. 13:5, 6) ແລະ​ທຸກໆ​ເທື່ອ​ທີ່​ເຮົາ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ເຖິງ​ວ່າ​ຈະ​ມີ​ການ​ຕໍ່​ຕ້ານ ນີ້​ສະແດງ​ວ່າ​ເຮົາ​ກຳລັງ​ຖື​ໂລ້.—1 ທຊ. 2:2

ໂລ້: ໝາຍ​ເຖິງ​ຄວາມ​ເຊື່ອ​ທີ່​ເຮົາ​ມີ​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ຄຳ​ສັນຍາ​ຕ່າງໆ​ຂອງ​ເພິ່ນ

10. ໝວກ​ເກາະ​ໝາຍ​ເຖິງ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ໃສ່?

10 ເອົາ​ຄວາມ​ລອດ​ມາ​ໃສ່​ເປັນ​ໝວກ​ເກາະ. ໝວກ​ເກາະ​ນີ້​ໝາຍ​ເຖິງ​ຄວາມ​ຫວັງ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ ເຊິ່ງ​ເປັນ​ຄວາມ​ຫວັງ​ທີ່​ວ່າ​ພະ​ເຢໂຫວາ​ຈະ​ຊ່ອຍ​ເຮົາ​ໃຫ້​ລອດ​ຈາກ​ຄວາມ​ຕາຍ ແລະ​ຈະ​ໃຫ້​ລາງວັນ​ກັບ​ທຸກ​ຄົນ​ທີ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ. (1 ທຊ. 5:8; 1 ຕມ. 4:10; ຕຕ. 1:1, 2) ຄື​ກັບ​ໝວກ​ເກາະ​ທີ່​ປົກ​ປ້ອງ​ຫົວ​ຂອງ​ທະຫານ ຄວາມ​ຫວັງ​ກໍ​ຈະ​ປົກ​ປ້ອງ​ຄວາມ​ຄິດ​ຂອງ​ເຮົາ. ປົກ​ປ້ອງ​ແນວ​ໃດ? ຄວາມ​ຫວັງ​ຈະ​ຊ່ອຍ​ເຮົາ​ໃຫ້​ເບິ່ງ​ໄປ​ທີ່​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ສະເໝີ ແລະ​ຊ່ອຍ​ເຮົາ​ບໍ່​ໃຫ້​ອຸກ​ໃຈ​ກັບ​ບັນຫາ​ຫຼາຍ​ເກີນ​ໄປ. ແລ້ວ​ເຮົາ​ຈະ​ໃສ່​ໝວກ​ນີ້​ໄດ້​ແນວ​ໃດ? ໂດຍ​ເຮັດ​ໃຫ້​ຄວາມ​ຄິດ​ຂອງ​ເຮົາ​ຄື​ກັບ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ເຮົາ​ຝາກ​ຄວາມ​ຫວັງ​ໄວ້​ກັບ​ພະເຈົ້າ ບໍ່​ແມ່ນ​ຊັບ​ສົມບັດ.—ເພງ. 26:2; 104:34; 1 ຕມ. 6:17

ໝວກ​ເກາະ: ໝາຍ​ເຖິງ​ຄວາມ​ຫວັງ​ເລື່ອງ​ຊີວິດ​ຕະຫຼອດ​ໄປ

11. ດາບ​ຂອງ​ພະລັງ​ບໍລິສຸດ​ໝາຍ​ເຖິງ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ໃຊ້​ດາບ​ນີ້?

11 ດາບ​ຂອງ​ພະລັງ​ບໍລິສຸດ ໝາຍ​ເຖິງ​ຄຳພີ​ໄບເບິນ. ດາບ​ນີ້​ມີ​ພະລັງ​ທີ່​ຈະ​ຊ່ອຍ​ເຮົາ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄຳ​ສອນ​ຕົວະ ແລະ​ນິດໄສ​ທີ່​ບໍ່​ດີ. (2 ກຣ. 10:4, 5; 2 ຕມ. 3:16, 17; ຮຣ. 4:12) ເຮົາ​ຝຶກ​ທີ່​ຈະ​ໃຊ້​ດາບ​ນີ້​ໂດຍ​ການ​ສຶກສາ​ສ່ວນ​ຕົວ ແລະ​ຮັບ​ການ​ຝຶກ​ອົບຮົມ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ. (2 ຕມ. 2:15) ນອກ​ຈາກ​ຊຸດ​ຮົບ​ທີ່​ຄົບ​ຊຸດ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ແລ້ວ ເພິ່ນ​ຍັງ​ໄດ້​ໃຫ້​ມີ​ສິ່ງ​ອື່ນ​ອີກ​ທີ່​ຈະ​ຊ່ອຍ​ປົກ​ປ້ອງ​ເຮົາ. ສິ່ງ​ນັ້ນ​ແມ່ນ​ຫຍັງ?

ດາບ: ໝາຍ​ເຖິງ​ຄຳພີ​ໄບເບິນ

ເຮົາ​ບໍ່​ຕ້ອງ​ຕໍ່​ສູ້​ຜູ້​ດຽວ

12. ເພື່ອ​ຈະ​ຕໍ່​ສູ້​ກັບ​ຊາຕານ ເຮົາ​ຕ້ອງ​ເຮັດ​ຫຍັງ​ແລະ​ຍ້ອນ​ຫຍັງ?

12 ທະຫານ​ທີ່​ມີ​ປະສົບການ​ຮູ້​ວ່າ ລາວ​ບໍ່​ສາມາດ​ຕໍ່​ສູ້​ກັບ​ກອງທັບ​ໃຫຍ່​ໃຫ້​ຊະນະ​ໄດ້​ດ້ວຍ​ຕົວ​ເອງ ລາວ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໝູ່. ຄ້າຍ​ຄື​ກັນ ເຮົາ​ຈະ​ຕໍ່​ສູ້​ກັບ​ຊາຕານ​ກັບ​ພັກ​ພວກ​ຂອງ​ມັນ​ດ້ວຍ​ຕົວ​ເອງ​ບໍ່​ໄດ້ ເຮົາ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ. ພະ​ເຢໂຫວາ​ໄດ້​ໃຫ້​ເຮົາ​ມີ “ພີ່ນ້ອງ​ຄລິດສະຕຽນ” ທີ່​ຢູ່​ທົ່ວ​ໂລກ​ເຊິ່ງ​ພ້ອມ​ທີ່​ຈະ​ຊ່ອຍ​ເຮົາ​ສະເໝີ.—1 ປຕ. 2:17

13. ຕາມ​ເຮັບເຣີ 10:24, 25 ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ປະຊຸມ?

13 ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ກໍ​ຄື​ເຂົ້າ​ຮ່ວມ​ການ​ປະຊຸມ. (ອ່ານ​ເຮັບເຣີ 10:24, 25) ບາງ​ເທື່ອ​ເຮົາ​ທຸກ​ຄົນ​ຮູ້ສຶກ​ທໍ້​ໃຈ ແຕ່​ການ​ປະຊຸມ​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ. ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ພີ່ນ້ອງ​ອອກ​ຄຳ​ຄິດ​ເຫັນ​ທີ່​ມາ​ຈາກ​ຄວາມ​ຮູ້ສຶກ​ແທ້ໆ. ຄຳ​ບັນລະຍາຍ​ແລະ​ສ່ວນ​ສາທິດ​ກໍ​ຊ່ອຍ​ເຮົາ​ໃຫ້​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ. ແລະ​ເມື່ອ​ໄດ້​ລົມ​ກັບ​ພີ່ນ້ອງ​ທັງ​ກ່ອນ​ແລະ​ຫຼັງ​ປະຊຸມ ກໍ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຄື​ກັນ. (1 ທຊ. 5:14) ນອກ​ຈາກ​ນັ້ນ ການ​ປະຊຸມ​ຍັງ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ທີ່​ໄດ້​ຊ່ອຍ​ຄົນ​ອື່ນ. (ກຈກ. 20:35; ຣມ. 1:11, 12) ແລະ​ການ​ປະຊຸມ​ຍັງ​ຊ່ອຍ​ເຮົາ​ໃນ​ເລື່ອງ​ອື່ນ​ອີກ ເຊັ່ນ: ຊ່ອຍ​ເຮົາ​ໃຫ້​ປະກາດ​ແລະ​ສອນ​ໄດ້​ດີ​ຂຶ້ນ. ເຮົາ​ໄດ້​ຝຶກ​ໃຊ້​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ​ໄດ້​ເປັນ​ຢ່າງ​ດີ. ດັ່ງ​ນັ້ນ ໃຫ້​ເຮົາ​ກຽມ​ສຳລັບ​ການ​ປະຊຸມ​ດີໆ ແລະ​ຕອນ​ທີ່​ປະຊຸມ​ກໍ​ໃຫ້​ຕັ້ງ​ໃຈ​ຟັງ. ຈາກ​ນັ້ນ ກໍ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້. ເມື່ອ​ເຈົ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ເປັນ “ທະຫານ​ທີ່​ດີ​ຂອງ​ພະຄລິດ​ເຢຊູ.”—2 ຕມ. 2:3

14. ເຮົາ​ຍັງ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ທາງ​ໃດ​ອີກ?

14 ເຮົາ​ຍັງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ທູດ​ສະຫວັນ​ຫຼາຍ​ລ້ານ​ອົງ. ລອງ​ຄິດ​ເບິ່ງ​ວ່າ​ທູດ​ສະຫວັນ​ອົງ​ໜຶ່ງ​ເຮັດ​ຫຍັງ​ໄດ້​ແດ່! (ເອຊາ. 37:36) ແລ້ວ​ຖ້າ​ທູດ​ສະຫວັນ​ເປັນ​ກອງທັບ​ເດ ກໍ​ແຮ່ງ​ຈະ​ເຮັດ​ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ. ບໍ່​ວ່າ​ຈະ​ເປັນ​ມະນຸດ​ຫຼື​ປີສາດ ກໍ​ບໍ່​ສາມາດ​ເອົາ​ຊະນະ​ກອງທັບ​ຂອງ​ພະ​ເຢໂຫວາ​ໄດ້. ພະ​ເຢໂຫວາ​ມີ​ພະລັງ​ອຳນາດ​ຫຼາຍ​ແທ້ໆ ຖ້າ​ເພິ່ນ​ຢູ່​ກັບ​ເຮົາ ເຮົາ​ກໍ​ຈະ​ຊະນະ​ຜູ້​ທີ່​ຕໍ່​ຕ້ານ​ເຮົາ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ມີ​ກຳລັງ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ. (ຕັດສິນ. 6:16) ເຮົາ​ສາມາດ​ໝັ້ນ​ໃຈ​ເລື່ອງ​ນີ້​ໄດ້! ດັ່ງ​ນັ້ນ ເມື່ອ​ເຮົາ​ທໍ້​ໃຈ​ຍ້ອນ​ໝູ່​ທີ່​ຢູ່​ໃນ​ໂຮງ​ຮຽນ ຢູ່​ບ່ອນ​ເຮັດ​ວຽກ ຫຼື​ຄົນ​ໃນ​ຄອບຄົວ​ທີ່​ບໍ່​ໄດ້​ເຊື່ອ​ໃນ​ພະ​ເຢໂຫວາ​ເວົ້າ​ຫຼື​ເຮັດ​ບໍ່​ດີ​ຕໍ່​ເຮົາ ກໍ​ຂໍ​ໃຫ້​ຈື່​ໄວ້​ວ່າ​ເຮົາ​ບໍ່​ໄດ້​ຕໍ່​ສູ້​ຜູ້​ດຽວ. ພະ​ເຢໂຫວາ​ຈະ​ຊ່ອຍ​ເຮົາ​ສະເໝີ ຍ້ອນ​ເຮົາ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ເພິ່ນ.

ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຮົາ​ຕໍ່ໆ​ໄປ

15. ຕາມ​ເອຊາອີ 54:15, 17 ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ໃຜ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ເຊົາ​ປະກາດ​ໄດ້?

15 ຍ້ອນ​ຊາຕານ​ປົກຄອງ​ໂລກ​ນີ້ ຈຶ່ງ​ມີ​ຫຼາຍ​ເຫດຜົນ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ຊັງ​ເຮົາ ເຊັ່ນ: ເຮົາ​ບໍ່​ມີ​ສ່ວນ​ຮ່ວມ​ທາງ​ດ້ານ​ການ​ເມືອງ ແລະ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສົງຄາມ. ເຮົາ​ປະກາດ​ນາມ​ຊື່​ຂອງ​ພະເຈົ້າ ແລະ​ບອກ​ວ່າ​ມີ​ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ໃຫ້​ໂລກ​ນີ້​ມີ​ສັນຕິສຸກ. ແລະ​ເຮົາ​ຍັງ​ເຮັດ​ຕາມ​ຫຼັກ​ການ​ຂອງ​ພະເຈົ້າ​ທີ່​ບອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ແລະ​ເຮົາ​ຍັງ​ເປີດ​ເຜີຍ​ວ່າ​ຊາຕານ​ເປັນ​ຈອມ​ຂີ້​ຕົວະ​ແລະ​ເປັນ​ຜູ້​ທີ່​ຂ້າ​ຄົນ. (ຢຮ. 8:44) ເຮົາ​ປະກາດ​ວ່າ​ອີກ​ບໍ່​ດົນ​ໂລກ​ຂອງ​ຊາຕານ​ຈະ​ຖືກ​ທຳລາຍ. ແລະ​ເຮົາ​ຈະ​ບໍ່​ຍອມ​ໃຫ້​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ​ມາ​ເຮັດ​ໃຫ້​ເຮົາ​ເຊົາ​ປະກາດ. ແຕ່​ເຮົາ​ຈະ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ຕໍ່ໆ​ໄປ​ໃນ​ທຸກ​ວິທີ​ທີ່​ເຮົາ​ເຮັດ​ໄດ້. ເຖິງ​ວ່າ​ຊາຕານ​ຈະ​ມີ​ອຳນາດ ແຕ່​ມັນ​ກໍ​ບໍ່​ສາມາດ​ຂັດ​ຂວາງ​ວຽກ​ປະກາດ​ທີ່​ຢູ່​ທົ່ວ​ໂລກ​ໄດ້. ນີ້​ກໍ​ເປັນ​ຍ້ອນ​ວ່າ​ພະ​ເຢໂຫວາ​ປົກ​ປ້ອງ​ເຮົາ.—ອ່ານ​ເອຊາອີ 54:15, 17

16. ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່?

16 ແລ້ວ​ໃນ​ອະນາຄົດ​ເດ​ຈະ​ເປັນ​ແນວ​ໃດ? ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ພະ​ເຢໂຫວາ​ຈະ​ຊ່ອຍ​ເຮົາ​ໃຫ້​ລອດ​ໃນ 2 ແບບ​ທີ່​ເປັນ​ຕາ​ງຶດ. ທຳອິດ ພະ​ເຢໂຫວາ​ຈະ​ຊ່ອຍ​ເຮົາ​ໃຫ້​ລອດ​ຕອນ​ທີ່​ເພິ່ນ​ເຮັດ​ໃຫ້​ກະສັດ​ຕ່າງໆ​ທີ່​ຢູ່​ທົ່ວ​ໂລກ​ທຳລາຍ​ບາບີໂລນ​ໃຫຍ່​ເຊິ່ງ​ກໍ​ຄື​ສາສະໜາ​ປອມ​ທັງ​ໝົດ. (ພນມ. 17:16-18; 18:2, 4) ແລະ​ພະ​ເຢໂຫວາ​ຍັງ​ຈະ​ປົກ​ປ້ອງ​ປະຊາຊົນ​ຂອງ​ເພິ່ນ​ຕອນ​ທີ່​ທຳລາຍ​ໂລກ​ຂອງ​ຊາຕານ​ໃນ​ສົງຄາມ​ອາມາເຄໂດນ.—ພນມ. 7:9, 10; 16:14, 16

17. ການ​ສະໜິດ​ກັບ​ພະ​ເຢໂຫວາ​ຊ່ອຍ​ເຮົາ​ແນວ​ໃດ?

17 ເມື່ອ​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ ຊາຕານ​ກໍ​ບໍ່​ສາມາດ​ທຳລາຍ​ເຮົາ​ຕະຫຼອດ​ໄປ​ໄດ້. ແຕ່​ມັນ​ຈະ​ເປັນ​ຜູ້​ທີ່​ຖືກ​ທຳລາຍ​ຕະຫຼອດ​ໄປ. (ຣມ. 16:20) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ໃສ່​ຊຸດ​ຮົບ​ທີ່​ຄົບ​ຊຸດ​ແລະ​ບໍ່​ຕ້ອງ​ປົດ​ອອກ! ຢ່າ​ຕໍ່​ສູ້​ກັບ​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ​ດ້ວຍ​ຕົວ​ເອງ ແຕ່​ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ ແລະ​ໃຫ້​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ. ເມື່ອ​ເຈົ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຈະ​ໃຫ້​ກຳລັງ​ກັບ​ເຈົ້າ​ແລະ​ປົກ​ປ້ອງ​ເຈົ້າ.—ເອຊາ. 41:10

ເພງ 149 ເພງ​ສະຫຼອງ​ໄຊ​ຊະນະ

^ ຂໍ້ 5 ຄຳພີ​ໄບເບິນ​ສັນຍາ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ໃຈ​ເຮົາ​ແລະ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ສິ່ງ​ທີ່​ຈະ​ທຳລາຍ​ຄວາມ​ເຊື່ອ​ແລະ​ຈາກ​ສິ່ງ​ອື່ນໆ​ທີ່​ຈະ​ກໍ​ຄວາມ​ເສຍຫາຍ​ທີ່​ແກ້ໄຂ​ບໍ່​ໄດ້. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້: ເປັນ​ຫຍັງ​ເຮົາ​ຕ້ອງ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ​ເຮົາ? ແລະ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຮົາ​ແນວ​ໃດ? ແລ້ວ​ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ​ເຮົາ?