ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 9

ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ຈະ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ຄົນ​ອື່ນ​ໄດ້​ແນວ​ໃດ?

ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ຈະ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ຄົນ​ອື່ນ​ໄດ້​ແນວ​ໃດ?

“ພວກ​ຄົນ​ໜຸ່ມ​ຂອງ​ພະອົງ​ມາ​ຫາ​ພະອົງ​ເໝືອນ​ດັ່ງ​ນ້ຳ​ໝອກ​ເວລາ​ຮຸ່ງ​ເຊົ້າ.”—ເພງ. 110:3

ເພງ 39 ສ້າງ​ຊື່ສຽງ​ດີ​ກັບ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1. ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່?

ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ ເຈົ້າ​ສາມາດ​ຊ່ອຍ​ວຽກ​ໃນ​ປະຊາຄົມ​ໄດ້​ຫຼາຍ​ຍ້ອນ​ວ່າ​ເຈົ້າ​ຍັງ​ໜຸ່ມ​ແລະ​ມີ​ເຫື່ອ​ແຮງ​ຫຼາຍ. (ສຸພາ. 20:29) ເຈົ້າ​ສາມາດ​ເຮັດ​ຫຼາຍ​ຢ່າງ​ເພື່ອ​ຊ່ອຍ​ພີ່ນ້ອງ​ໃນ​ປະຊາຄົມ ແລະ​ເຈົ້າ​ອາດ​ຢາກ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ແຕ່​ເຈົ້າ​ອາດ​ຈະ​ຮູ້ສຶກ​ວ່າ ຄົນ​ອື່ນ​ຄິດ​ວ່າ​ເຈົ້າ​ຍັງ​ນ້ອຍ​ໂພດ​ແລະ​ບໍ່​ພ້ອມ​ທີ່​ຈະ​ຮັບ​ເອົາ​ວຽກ​ມອບ​ໝາຍ​ທີ່​ສຳຄັນ​ເທື່ອ. ເຖິງ​ເຈົ້າ​ຈະ​ເບິ່ງ​ຄື​ວ່າ​ຍັງ​ນ້ອຍ ແຕ່​ກໍ​ມີ​ບາງ​ຢ່າງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ໃນ​ຕອນ​ນີ້​ເພື່ອ​ໃຫ້​ພີ່ນ້ອງ​ໄວ້​ວາງໃຈ​ແລະ​ນັບຖື​ເຈົ້າ.

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ເລື່ອງ​ຂອງ​ກະສັດ​ດາວິດ ແລະ​ຈະ​ມາ​ຮຽນ​ບາງ​ເລື່ອງ​ກ່ຽວ​ກັບ​ກະສັດ​ອົງ​ອື່ນໆ​ຂອງ​ຢູດາ​ຄື: ອາຊາ​ແລະ​ເຢໂຮຊາຟັດ. ເຮົາ​ຈະ​ມາ​ເບິ່ງ​ວ່າ​ສາມ​ຄົນ​ນີ້​ມີ​ບັນຫາ​ຫຍັງ​ແດ່ ແລະ​ເຂົາ​ເຈົ້າ​ຮັບ​ມື​ກັບ​ບັນຫາ​ນັ້ນ​ແນວ​ໃດ. ແລະ​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ເຂົາ​ເຈົ້າ.

ຮຽນ​ຈາກ​ກະສັດ​ດາວິດ

3. ວິທີ​ໜຶ່ງ​ທີ່​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ສາມາດ​ຊ່ອຍ​ພີ່ນ້ອງ​ທີ່​ສູງ​ອາຍຸ​ໃນ​ປະຊາຄົມ​ໄດ້​ແມ່ນ​ຫຍັງ?

3 ຕອນ​ທີ່​ດາວິດ​ຍັງ​ໜຸ່ມ​ລາວ​ໄດ້​ຮຽນ​ຮູ້​ບາງ​ຢ່າງ​ທີ່​ເປັນ​ປະໂຫຍດ. ລາວ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ແລະ​ລາວ​ຍັງ​ເປັນ​ນັກ​ດົນຕີ​ທີ່​ເກັ່ງ​ແລະ​ໃຊ້​ຄວາມ​ສາມາດ​ນັ້ນ​ເພື່ອ​ເຮັດ​ໃຫ້​ກະສັດ​ຊາອູນ​ພໍ​ໃຈ. (1 ຊາມ. 16:16, 23) ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ເດ ເຈົ້າ​ຈະ​ຊ່ອຍ​ພີ່ນ້ອງ​ໃນ​ປະຊາຄົມ​ໄດ້​ບໍ? ໄດ້​ແທ້! ຕົວຢ່າງ​ເຊັ່ນ: ເຈົ້າ​ອາດ​ຈະ​ຊ່ອຍ​ພີ່ນ້ອງ​ທີ່​ສູງ​ອາຍຸ​ບາງ​ຄົນ​ໃຫ້​ຮູ້ຈັກ​ໃຊ້​ແທັບເລັດ​ຫຼື​ເຄື່ອງ​ເອເລັກໂຕຣນິກ​ຕ່າງໆ​ໃນ​ການ​ປະຊຸມ​ແລະ​ການ​ສຶກສາ​ສ່ວນ​ຕົວ. ການ​ທີ່​ເຈົ້າ​ຮູ້ຈັກ​ໃຊ້​ເຄື່ອງ​ເອເລັກໂຕຣນິກ​ສາມາດ​ຊ່ອຍ​ພີ່ນ້ອງ​ທີ່​ສູງ​ອາຍຸ​ໄດ້​ຫຼາຍ​ແທ້ໆ.

ດາວິດ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ແລະ​ໄວ້​ໃຈ​ໄດ້ ຕອນ​ທີ່​ເບິ່ງ​ແຍງ​ຝູງ​ແກະ​ຂອງ​ພໍ່ ລາວ​ໄດ້​ປົກ​ປ້ອງ​ຝູງ​ແກະ​ຈາກ​ໂຕ​ໝີ (ເບິ່ງ​ຂໍ້ 4)

4. ຄື​ກັບ​ດາວິດ ພີ່ນ້ອງ​ຊາຍ​ຕ້ອງ​ມີ​ຄຸນ​ລັກສະນະ​ຫຍັງ​ແດ່? (ເບິ່ງ​ຮູບ​ໜ້າ​ປົກ)

4 ດາວິດ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ແລະ​ໄວ້​ໃຈ​ໄດ້. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ດາວິດ​ຍັງ​ໜຸ່ມ​ລາວ​ຕັ້ງ​ໃຈ​ເບິ່ງ​ແຍງ​ຝູງ​ແກະ​ຂອງ​ພໍ່. ວຽກ​ນີ້​ເປັນ​ວຽກ​ທີ່​ສ່ຽງ​ອັນຕະລາຍ ເພາະ​ຕໍ່​ມາ​ດາວິດ​ໄດ້​ອະທິບາຍ​ກັບ​ກະສັດ​ຊາອູນ​ວ່າ: “ນາຍ​ທ່ານ ຂ້ອຍ​ເປັນ​ຄົນ​ລ້ຽງ​ຝູງ​ແກະ​ຂອງ​ພໍ່ ແລະ​ເມື່ອ​ມີ​ສິງ​ຫຼື​ໝີ​ມາ​ຄາບ​ແກະ​ໃນ​ຝູງ​ໄປ ຂ້ອຍ​ກໍ​ນຳ​ໄປ​ຈັດການ​ແລະ​ຊ່ອຍ​ແກະ​ໄວ້​ໄດ້​ກ່ອນ​ຈະ​ຖືກ​ກິນ.” (1 ຊາມ. 17:34, 35, ລ.ມ.) ດາວິດ​ຮູ້​ວ່າ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລາວ​ທີ່​ຕ້ອງ​ເບິ່ງ​ແຍງ​ຝູງ​ແກະ​ແລະ​ຕໍ່​ສູ້​ຢ່າງ​ກ້າຫານ​ເພື່ອ​ປົກ​ປ້ອງ​ພວກ​ມັນ. ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ກໍ​ສາມາດ​ຮຽນ​ແບບ​ດາວິດ​ໄດ້​ໂດຍ​ຕັ້ງ​ໃຈ​ເຮັດ​ວຽກ​ມອບ​ໝາຍ​ທີ່​ໄດ້​ຮັບ.

5. ຕາມ​ຄຳເພງ 25:14 ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ຕ້ອງ​ເຮັດ​ແມ່ນ​ຫຍັງ?

5 ຕອນ​ທີ່​ດາວິດ​ຍັງ​ໜຸ່ມ ລາວ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ສາຍ​ສຳພັນ​ທີ່​ລາວ​ມີ​ຕໍ່​ພະ​ເຢໂຫວາ​ນັ້ນ​ສຳຄັນ​ຫຼາຍ​ກວ່າ​ຄວາມ​ກ້າຫານ​ຫຼື​ຄວາມ​ສາມາດ​ອື່ນໆ​ທີ່​ລາວ​ມີ. ພະ​ເຢໂຫວາ​ເປັນ​ທັງ​ພະເຈົ້າ​ແລະ​ໝູ່​ສະໜິດ​ຂອງ​ດາວິດ. (ອ່ານ​ຄຳເພງ 25:14) ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ທີ່​ເຈົ້າ​ຕ້ອງ​ເຮັດ​ກໍ​ຄື​ເສີມ​ສ້າງ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ເມື່ອ​ເຈົ້າ​ເຮັດ​ແບບ​ນັ້ນ​ເຈົ້າ​ອາດ​ຈະ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃນ​ປະຊາຄົມ​ຫຼາຍ​ຂຶ້ນ.

6. ບາງ​ຄົນ​ຄິດ​ວ່າ​ດາວິດ​ເປັນ​ຄົນ​ແບບ​ໃດ?

6 ບັນຫາ​ຢ່າງ​ໜຶ່ງ​ທີ່​ດາວິດ​ມີ​ກໍ​ຄື ຫຼາຍ​ຄົນ​ຄິດ​ວ່າ​ລາວ​ຍັງ​ນ້ອຍ​ໂພດ​ແລະ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ດາວິດ​ສະເໜີ​ຕົວ​ຕໍ່​ສູ້​ກັບ​ໂຄລີອາດ ກະສັດ​ຊາອູນ​ເວົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ດາວິດ​ທໍ້​ໃຈ​ໂດຍ​ບອກ​ວ່າ: “ເຈົ້າ​ຍັງ​ນ້ອຍ​ຢູ່.” (1 ຊາມ. 17:31-33, ລ.ມ.) ແລະ​ກ່ອນ​ໜ້າ​ນັ້ນ​ອ້າຍ​ຂອງ​ດາວິດ​ກໍ​ໄດ້​ເວົ້າ​ໃຫ້​ດາວິດ​ວ່າ ລາວ​ເປັນ​ຄົນ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ. (1 ຊາມ. 17:26-30) ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ວ່າ​ດາວິດ​ຍັງ​ນ້ອຍ​ຫຼື​ເປັນ​ຄົນ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ ຍ້ອນ​ເພິ່ນ​ຮູ້ຈັກ​ດາວິດ​ດີ. ແລະ​ດາວິດ​ກໍ​ສາມາດ​ຂ້າ​ໂຄລີອາດ​ໄດ້​ຍ້ອນ​ລາວ​ໝາຍ​ເພິ່ງ​ພະ​ເຢໂຫວາ​ໝູ່​ຂອງ​ລາວ.—1 ຊາມ. 17:45, 48-51

7. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ເຫດການ​ໜຶ່ງ​ໃນ​ຊີວິດ​ຂອງ​ດາວິດ?

7 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ດາວິດ? ເຮົາ​ຕ້ອງ​ເປັນ​ຄົນ​ອົດ​ທົນ. ມັນ​ຕ້ອງ​ໃຊ້​ເວລາ​ເພື່ອ​ໃຫ້​ຄົນ​ທີ່​ຮູ້ຈັກ​ເຮົາ​ຕັ້ງ​ແຕ່​ຍັງ​ນ້ອຍ​ເບິ່ງ​ວ່າ​ເຮົາ​ເປັນ​ຜູ້​ໃຫຍ່. ແຕ່​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເບິ່ງ​ເຮົາ​ພຽງ​ຮູບ​ຮ່າງ​ໜ້າ​ຕາ​ພາຍ​ນອກ ແຕ່​ເພິ່ນ​ເບິ່ງ​ທີ່​ໃຈ​ຂອງ​ເຮົາ​ແລະ​ຮູ້​ວ່າ​ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່. (1 ຊາມ. 16:7) ໃຫ້​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ດາວິດ​ໄດ້​ເຮັດ​ແບບ​ນັ້ນ​ໂດຍ​ເບິ່ງ​ຈາກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ແລະ​ຄິດ​ຕຶກຕອງ​ວ່າ ສິ່ງ​ເຫຼົ່າ​ນັ້ນ​ສອນ​ໃຫ້​ລາວ​ຮູ້​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ. (ເພງ. 8:3, 4; 139:14; ຣມ. 1:20) ແລະ​ອີກ​ສິ່ງ​ໜຶ່ງ​ທີ່​ເຈົ້າ​ເຮັດ​ໄດ້​ກໍ​ຄື ຂໍ​ກຳລັງ​ຈາກ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ໝູ່​ຢູ່​ໂຮງ​ຮຽນ​ໄດ້​ເຍາະ​ເຍີ້ຍ​ທີ່​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ​ບໍ? ຖ້າ​ເປັນ​ແນວ​ນັ້ນ ຂໍ​ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໃຫ້​ຊ່ອຍ​ເຈົ້າ​ສາມາດ​ອົດ​ທົນ​ກັບ​ບັນຫາ​ນີ້​ໄດ້ ແລະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ ວິດີໂອ ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ. ທຸກ​ຄັ້ງ​ທີ່​ເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ເຈົ້າ​ໃຫ້​ອົດ​ທົນ​ກັບ​ບັນຫາ ເຈົ້າ​ກໍ​ຈະ​ໝັ້ນ​ໃຈ​ເພິ່ນ​ຫຼາຍ​ຂຶ້ນ. ແລະ​ອີກ​ຢ່າງ​ໜຶ່ງ ເມື່ອ​ຄົນ​ອື່ນ​ເຫັນ​ວ່າ​ເຈົ້າ​ໄວ້​ວາງໃຈ​ພະ​ເຢໂຫວາ ເຂົາ​ເຈົ້າ​ກໍ​ຈະ​ໄວ້​ໃຈ​ເຈົ້າ​ຫຼາຍ​ຂຶ້ນ.

ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ສາມາດ​ຊ່ອຍ​ຄົນ​ອື່ນ​ໄດ້​ໃນ​ຫຼາຍໆ​ທາງ (ເບິ່ງ​ຂໍ້ 8-9)

8-9. ສິ່ງ​ໃດ​ຊ່ອຍ​ດາວິດ​ໃຫ້​ລໍ​ຖ້າ​ຢ່າງ​ອົດ​ທົນ​ກ່ອນ​ທີ່​ຈະ​ໄດ້​ເປັນ​ກະສັດ? ແລະ​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ລາວ?

8 ຂໍ​ໃຫ້​ມາ​ເບິ່ງ​ບັນຫາ​ອີກ​ຢ່າງ​ໜຶ່ງ​ທີ່​ດາວິດ​ເຈິ. ຫຼັງ​ຈາກ​ທີ່​ລາວ​ຖືກ​ເຈີມ​ໃຫ້​ເປັນ​ກະສັດ ລາວ​ຍັງ​ຕ້ອງ​ໄດ້​ຖ້າ​ອີກ​ຫຼາຍ​ປີ​ເພື່ອ​ຈະ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ​ຂອງ​ຢູດາ​ຢ່າງ​ເປັນ​ທາງ​ການ. (1 ຊາມ. 16:13; 2 ຊາມ. 2:3, 4) ໃນ​ຕອນ​ນັ້ນ​ສິ່ງ​ໃດ​ຊ່ອຍ​ລາວ​ໃຫ້​ລໍ​ຖ້າ​ຢ່າງ​ອົດ​ທົນ? ລາວ​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ລາວ​ເຮັດ​ໄດ້​ແທນ​ທີ່​ຈະ​ທໍ້​ໃຈ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ລາວ​ຫຼົບ​ໜີ​ຈາກ​ຊາອູນ​ໄປ​ຢູ່​ໃນ​ເຂດ​ແດນ​ຂອງ​ພວກ​ຟີລິດສະຕິນ ລາວ​ໄດ້​ໃຊ້​ເວລາ​ນັ້ນ​ເພື່ອ​ປົກ​ປ້ອງ​ເຂດ​ແດນ​ຂອງ​ອານາຈັກ​ຢູດາ​ໂດຍ​ຕໍ່​ສູ້​ກັບ​ພວກ​ສັດຕູ​ຂອງ​ອິດສະຣາເອນ.—1 ຊາມ. 27:1-12

9 ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ດາວິດ? ຂໍ​ໃຫ້​ໃຊ້​ທຸກ​ໂອກາດ​ເພື່ອ​ຮັບໃຊ້​ພີ່ນ້ອງ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຊາຍ​ທີ່​ຊື່​ຣີກາໂດ. * ຕອນ​ທີ່​ເລີ່ມ​ເປັນ​ໄວ​ລຸ້ນ​ລາວ​ຢາກ​ເປັນ​ໄພໂອເນຍ​ປະຈຳ ແຕ່​ຜູ້​ດູ​ແລ​ບອກ​ວ່າ​ລາວ​ຍັງ​ບໍ່​ທັນ​ພ້ອມ​ເທື່ອ. ແທນ​ທີ່​ລາວ​ຈະ​ຄຽດ​ຫຼື​ທໍ້​ໃຈ ລາວ​ພັດ​ໃຊ້​ເວລາ​ທີ່​ຈະ​ປະກາດ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ລາວ​ບອກ​ວ່າ: “ເມື່ອ​ເບິ່ງ​ຄືນ​ຫຼັງ ຂ້ອຍ​ເຫັນ​ວ່າ​ການ​ປະກາດ​ຊ່ອຍ​ໃຫ້​ຂ້ອຍ​ກ້າວ​ໜ້າ​ຫຼາຍ​ຂຶ້ນ. ຂ້ອຍ​ຈະ​ກັບ​ໄປ​ຢາມ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ສົນ​ໃຈ ແລະ​ຂ້ອຍ​ຈະ​ກຽມ​ຕົວ​ທຸກ​ຄັ້ງ​ກ່ອນ​ທີ່​ຈະ​ໄປ​ຢາມ​ເຂົາ​ເຈົ້າ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ນັກ​ສຶກສາ​ຄົນ​ທຳອິດ. ເມື່ອ​ຂ້ອຍ​ມີ​ປະສົບການ​ຫຼາຍ​ຂຶ້ນ​ກໍ​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ.” ຕອນ​ນີ້​ຣີກາໂດ​ກໍ​ໄດ້​ເປັນ​ໄພໂອເນຍ​ປະຈຳ​ທີ່​ດີ​ແລະ​ເປັນ​ຜູ້​ຊ່ອຍ​ວຽກ​ຮັບໃຊ້.

10. ໃນ​ຕອນ​ໜຶ່ງ​ຂອງ​ຊີວິດ ດາວິດ​ໄດ້​ເຮັດ​ຫຍັງ​ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ເລື່ອງ​ທີ່​ສຳຄັນ?

10 ຂໍ​ໃຫ້​ມາ​ເບິ່ງ​ອີກ​ເຫດການ​ໜຶ່ງ​ທີ່​ເກີດ​ຂຶ້ນ​ກັບ​ດາວິດ. ຕອນ​ທີ່​ລາວ​ຫຼົບ​ໜີ​ຈາກ​ກະສັດ​ຊາອູນ​ຢູ່​ໃນ​ເຂດ​ແດນ​ຂອງ​ພວກ​ຟີລິດສະຕິນ ລາວ​ແລະ​ພວກ​ທະຫານ​ກໍ​ໄດ້​ປະ​ລູກ​ເມຍ​ໄວ້​ຢູ່​ບ້ານ ແລ້ວ​ອອກ​ໄປ​ສູ້​ຮົບ. ໃນ​ຕອນ​ນັ້ນ​ກໍ​ມີ​ສັດຕູ​ມາ​ບຸກ​ບ້ານ​ແລະ​ຈັບ​ເອົາ​ລູກ​ເມຍ​ຂອງ​ເຂົາ​ເຈົ້າ​ໄປ. ດາວິດ​ອາດ​ຈະ​ຄິດ​ວ່າ​ລາວ​ມີ​ປະສົບການ​ໃນ​ການ​ຕໍ່​ສູ້ ດັ່ງ​ນັ້ນ​ລາວ​ອາດ​ຈະ​ວາງ​ແຜນ​ເພື່ອ​ໄປ​ຊ່ອຍ​ລູກ​ເມຍ​ຂອງ​ລາວ​ກໍ​ໄດ້. ແຕ່​ລາວ​ບໍ່​ໄດ້​ເຮັດ​ແບບ​ນັ້ນ ລາວ​ຂໍ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ. ລາວ​ໄດ້​ຖາມ​ພະ​ເຢໂຫວາ​ຜ່ານ​ທາງ​ປະໂລຫິດ​ອາເບຍທາ​ວ່າ “ຂ້ອຍ​ຄວນ​ຈະ​ໄລ່​ຕາມ​ໂຈນ​ພວກ​ນັ້ນ​ບໍ?” ພະ​ເຢໂຫວາ​ບອກ​ລາວ​ວ່າ ລາວ​ຄວນ​ໄລ່​ຕາມ​ເຂົາ​ເຈົ້າ​ໄປ​ແລະ​ລາວ​ຈະ​ສາມາດ​ຊ່ອຍ​ລູກ​ເມຍ​ໃຫ້​ກັບ​ຄືນ​ມາ​ໄດ້. (1 ຊາມ. 30:7-10, ລ.ມ.) ເຈົ້າ​ສາມາດ​ຮຽນ​ຫຍັງ​ໄດ້​ຈາກ​ເລື່ອງ​ນີ້?

ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ຄວນ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ດູ​ແລ (ເບິ່ງ​ຂໍ້ 11)

11. ເຮົາ​ຈະ​ເຮັດ​ຫຍັງ​ກ່ອນ​ຕັດສິນ​ໃຈ​ເລື່ອງ​ຕ່າງໆ?

11 ໃຫ້​ຂໍ​ຄຳ​ແນະນຳ​ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ເລື່ອງ​ຕ່າງໆ. ເຈົ້າ​ອາດ​ຈະ​ຂໍ​ຄຳ​ແນະນຳ​ຈາກ​ພໍ່​ແມ່​ຫຼື​ຈາກ​ຜູ້​ດູ​ແລ​ທີ່​ມີ​ປະສົບການ. ພະ​ເຢໂຫວາ​ໄວ້​ໃຈ​ຜູ້​ດູ​ແລ​ເຫຼົ່າ​ນີ້ ດັ່ງ​ນັ້ນ​ເຈົ້າ​ກໍ​ຄວນ​ໄວ້​ໃຈ​ເຂົາ​ເຈົ້າ​ຄື​ກັນ. ພະ​ເຢໂຫວາ​ຖື​ວ່າ​ເຂົາ​ເຈົ້າ​ເປັນ “ຂອງ​ຂວັນ” ສຳລັບ​ປະຊາຄົມ. (ອຟຊ. 4:8) ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຖ້າ​ເຈົ້າ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ ແລະ​ຟັງ​ຄຳ​ແນະນຳ​ທີ່​ມາ​ຈາກ​ເຂົາ​ເຈົ້າ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ກະສັດ​ອາຊາ.

ຮຽນ​ຈາກ​ກະສັດ​ອາຊາ

12. ກະສັດ​ອາຊາ​ເປັນ​ຄົນ​ແບບ​ໃດ​ຕອນ​ທີ່​ລາວ​ເລີ່ມ​ປົກຄອງ?

12 ຕອນ​ທີ່​ກະສັດ​ອາຊາ​ຍັງ​ໜຸ່ມ​ລາວ​ເປັນ​ຄົນ​ຖ່ອມ​ແລະ​ກ້າຫານ. ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ທີ່​ລາວ​ໄດ້​ສືບ​ຕຳແໜ່ງ​ກະສັດ​ຈາກ​ອາເບຍ​ພໍ່​ຂອງ​ລາວ ລາວ​ກໍ​ໄດ້​ເລີ່ມ​ກຳຈັດ​ຮູບ​ບູຊາ. ລາວ​ຍັງ “ບອກ​ໃຫ້​ຄົນ​ຢູດາ​ຮັບໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່​ຍ່າ​ຕາ​ນາຍ ແລະ​ເຮັດ​ຕາມ​ກົດໝາຍ​ແລະ​ຄຳ​ສັ່ງ​ຂອງ​ພະອົງ.” (2 ຂ່າວ. 14:1-7, ລ.ມ.) ໃນ​ຕອນ​ທີ່​ເຊຣາກ​ຄົນ​ເອທິໂອເປຍ​ພ້ອມ​ກັບ​ທະຫານ​ໜຶ່ງ​ລ້ານ​ຄົນ​ມາ​ໂຈມຕີ​ຢູດາ ອາຊາ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ໂດຍ​ເວົ້າ​ວ່າ: “ພະ​ເຢໂຫວາ ບໍ່​ວ່າ​ຄົນ​ທີ່​ພະອົງ​ຊ່ອຍ​ຈະ​ມີ​ຈຳນວນ​ຫຼາຍ​ຫຼື​ໜ້ອຍ ເຂັ້ມແຂງ​ຫຼື​ອ່ອນແອ ພະອົງ​ກໍ​ຊ່ອຍ​ໄດ້. ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ຂໍ​ຊ່ອຍ​ພວກ​ເຮົາ​ແດ່ ເພາະ​ພວກ​ເຮົາ​ເພິ່ງ​ພະອົງ.” ຄຳເວົ້າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ອາຊາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ລາວ​ແລະ​ປະຊາຊົນ​ໃຫ້​ປອດໄພ. ຍ້ອນ​ອາຊາ​ໄວ້​ວາງໃຈ​ພະ​ເຢໂຫວາ “ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ຄົນ​ເອທິໂອເປຍ​ບໍ່ຊະນະ​ອາຊາ.”—2 ຂ່າວ. 14:8-12, ລ.ມ.

13. ເກີດ​ຫຍັງ​ຂຶ້ນ​ກັບ​ອາຊາ ແລະ​ຍ້ອນ​ຫຍັງ?

13 ລອງ​ຄິດ​ເບິ່ງ​ວ່າ ຈະ​ເປັນ​ຕາ​ຢ້ານ​ຫຼາຍ​ສ່ຳ​ໃດ​ທີ່​ມີ​ທະຫານ​ເປັນ​ລ້ານ​ຄົນ​ມາ​ໂຈມຕີ. ແຕ່​ອາຊາ​ກໍ​ສາມາດ​ເອົາ​ຊະນະ​ໄດ້​ຍ້ອນ​ລາວ​ໝາຍ​ເພິ່ງ​ພະ​ເຢໂຫວາ. ແຕ່​ໜ້າ​ເສົ້າ​ທີ່​ອາຊາ​ບໍ່​ໄດ້​ໝາຍ​ເພິ່ງ​ພະ​ເຢໂຫວາ​ຕອນ​ທີ່​ລາວ​ມີ​ບັນຫາ​ອີກ​ແບບ​ໜຶ່ງ. ຕອນ​ທີ່​ບາເອຊາ​ກະສັດ​ຂອງ​ອິດສະຣາເອນ​ຈະ​ມາ​ໂຈມຕີ​ຢູດາ ອາຊາ​ໄດ້​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ກະສັດ​ຊີເຣຍ. ນັ້ນ​ເປັນ​ການ​ຕັດສິນ​ໃຈ​ທີ່​ຜິດ​ພາດ​ຫຼາຍ. ພະ​ເຢໂຫວາ​ຈຶ່ງ​ສົ່ງ​ຜູ້​ພະຍາກອນ​ຫານານີ​ມາ​ເວົ້າ​ກັບ​ອາຊາ​ວ່າ: “ເພາະ​ທ່ານ​ໄດ້​ເພິ່ງ​ກະສັດ​ຊີເຣຍ ແລະ​ບໍ່​ໄດ້​ເພິ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ ທ່ານ​ຈະ​ເອົາ​ຊະນະ​ກອງທັບ​ຊີເຣຍ​ບໍ່​ໄດ້.” ນັບ​ຕັ້ງ​ແຕ່​ນັ້ນ​ມາ ອາຊາ​ກໍ​ບໍ່​ມີ​ຄວາມ​ສະຫງົບ ລາວ​ໄດ້​ເຮັດ​ສົງຄາມ​ຕະຫຼອດ. (2 ຂ່າວ. 16:7, 9, ລ.ມ.; 1 ກະ. 15:32) ເຮົາ​ໄດ້​ບົດຮຽນ​ຫຍັງ?

14. ເຈົ້າ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ໄດ້​ແນວ​ໃດ ແລະ​ຖ້າ​ເຈົ້າ​ເຮັດ​ຕາມ 1 ຕີໂມທຽວ 4:12 ເຈົ້າ​ຈະ​ໄດ້​ຫຍັງ?

14 ໃຫ້​ເປັນ​ຄົນ​ຖ່ອມ​ແລະ​ເພິ່ງ​ພະ​ເຢໂຫວາ​ຕໍ່ໆ​ໄປ. ຕອນ​ທີ່​ເຈົ້າ​ຮັບ​ບັບເຕມາ​ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຊື່ອ​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ ແລະ​ພະ​ເຢໂຫວາ​ກໍ​ໃຫ້​ກຽດ​ເຈົ້າ​ທີ່​ຈະ​ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ເພິ່ນ. ແຕ່​ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ຕອນ​ນີ້​ກໍ​ຄື ໄວ້​ວາງໃຈ​ພະ​ເຢໂຫວາ​ຕໍ່ໆ​ໄປ. ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ເມື່ອ​ຕັດສິນ​ໃຈ​ເລື່ອງ​ທີ່​ສຳຄັນ. ແຕ່​ເລື່ອງ​ອື່ນໆ​ເດ? ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ເມື່ອ​ຕັດສິນ​ໃຈ​ເລື່ອງ​ຕ່າງໆ​ເຊິ່ງ​ລວມ​ເຖິງ ການ​ເລືອກ​ຄວາມ​ບັນເທີງ ວຽກ​ອາຊີບ ແລະ​ເປົ້າ​ໝາຍ​ອື່ນໆ​ໃນ​ຊີວິດ. ແທນ​ທີ່​ຈະ​ເພິ່ງ​ຕົວ​ເອງ ໃຫ້​ຊອກ​ຫາ​ຄຳແນະນຳ​ຈາກ​ຄຳພີ​ໄບເບິນ​ເພື່ອ​ຊ່ອຍ​ໃນ​ການ​ຕັດສິນ​ໃຈ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ. (ສຸພາ. 3:5, 6) ເມື່ອ​ເຈົ້າ​ເຮັດ​ແບບ​ນີ້​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ດີ​ໃຈ ແລະ​ເຈົ້າ​ເອງ​ກໍ​ຈະ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ພີ່ນ້ອງ​ໃນ​ປະຊາຄົມ.—ອ່ານ 1 ຕີໂມທຽວ 4:12

ຮຽນ​ຈາກ​ກະສັດ​ເຢໂຮຊາຟັດ

15. ຕາມ 2 ຂ່າວຄາວ 18:1-3; 19:2 ກະສັດ​ເຢໂຮຊາຟັດ​ໄດ້​ເຮັດ​ຜິດ​ພາດ​ຫຍັງ​ແດ່?

15 ເຮົາ​ທຸກ​ຄົນ​ເປັນ​ຄົນ​ບໍ່​ສົມບູນ​ແບບ ດັ່ງ​ນັ້ນ​ເຈົ້າ​ເອງ​ຈຶ່ງ​ເຮັດ​ຜິດ​ໄດ້​ໃນ​ບາງ​ຄັ້ງ. ແຕ່​ຢ່າ​ໃຫ້​ຄວາມ​ຜິດ​ນັ້ນ​ມາ​ເຮັດ​ໃຫ້​ເຈົ້າ​ບໍ່​ຢາກ​ຮັບໃຊ້​ພະ​ເຢໂຫວາ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ກະສັດ​ເຢໂຮຊາຟັດ. ລາວ​ມີ​ຄຸນ​ລັກສະນະ​ທີ່​ດີ​ຫຼາຍ​ຢ່າງ. ຕອນ​ທີ່​ລາວ​ຍັງ​ໜຸ່ມ​ລາວ​ໄດ້ “ຮັບໃຊ້​ພະເຈົ້າ​ຂອງ​ປູ່​ຍ່າ​ຕາ​ນາຍ​ຂອງ​ລາວ​ແລະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ.” ແລະ​ນອກ​ຈາກ​ນັ້ນ​ລາວ​ຍັງ​ໄດ້​ສົ່ງ​ພວກ​ເຈົ້ານາຍ​ໄປ​ເມືອງ​ຕ່າງໆ​ຂອງ​ຢູດາ​ເພື່ອ​ສອນ​ປະຊາຊົນ​ໃຫ້​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ. (2 ຂ່າວ. 17:4, 7, ລ.ມ.) ແຕ່​ບາງ​ເທື່ອ​ເຢໂຮຊາຟັດ​ກໍ​ຕັດສິນ​ໃຈ​ຜິດ​ພາດ. ມີ​ເທື່ອ​ໜຶ່ງ​ລາວ​ຕັດສິນ​ໃຈ​ບໍ່​ຖືກຕ້ອງ ສະນັ້ນ​ພະ​ເຢໂຫວາ​ຈຶ່ງ​ສັ່ງ​ສອນ​ແລະ​ໃຫ້​ຄຳແນະນຳ​ລາວ​ໂດຍ​ທາງ​ຕົວ​ແທນ​ຂອງ​ເພິ່ນ. (ອ່ານ 2 ຂ່າວຄາວ 18:1-3; 19:2) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ທີ່​ເປັນ​ຄົນ​ດຸ​ໝັ່ນ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ຈະ​ມີ​ຊື່ສຽງ​ທີ່​ດີ (ເບິ່ງ​ຂໍ້ 16)

16. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ຣາຈີບ?

16 ຍອມ​ຮັບ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ເຈົ້າ​ໄດ້​ຮັບ. ບາງ​ເທື່ອ​ເຈົ້າ​ອາດ​ຈະ​ເປັນ​ຄື​ກັບ​ຄົນ​ໜຸ່ມ​ຄົນ​ອື່ນໆ​ທີ່​ເບິ່ງ​ບໍ່​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ. ແຕ່​ຢ່າ​ຟ້າວ​ທໍ້​ໃຈ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຊາຍ​ທີ່​ຊື່​ຣາຈີບ. ລາວ​ໄດ້​ເວົ້າ​ເຖິງ​ຕອນ​ທີ່​ລາວ​ເປັນ​ໄວ​ລຸ້ນ​ວ່າ: “ບາງ​ເທື່ອ​ຂ້ອຍ​ກໍ​ບໍ່​ຮູ້​ວ່າ​ຕົວ​ເອງ​ຢາກ​ເຮັດ​ຫຍັງ. ຄື​ກັບ​ໄວ​ລຸ້ນ​ຄົນ​ອື່ນໆ​ຂ້ອຍ​ມັກ​ຫຼິ້ນ​ກິລາ​ແລະ​ເຮັດ​ສິ່ງ​ທີ່​ມ່ວນໆ​ຫຼາຍ​ກວ່າ​ການ​ໄປ​ປະຊຸມ​ແລະ​ໄປ​ປະກາດ.” ແຕ່​ອັນ​ໃດ​ຊ່ອຍ​ຣາຈີບ? ມີ​ຜູ້​ດູ​ແລ​ຄົນ​ໜຶ່ງ​ໄດ້​ໃຫ້​ຄຳ​ແນະນຳ​ກັບ​ລາວ. ຣາຈີບ​ເວົ້າ​ວ່າ: “ຜູ້​ດູ​ແລ​ຊ່ອຍ​ຂ້ອຍ​ໃຫ້​ເຂົ້າ​ໃຈ​ຫຼັກ​ການ​ທີ່​ຢູ່​ໃນ 1 ຕີໂມທຽວ 4:8.” ຣາຈີບ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ​ແລະ​ເຂົ້າ​ໃຈ​ວ່າ​ສິ່ງ​ໃດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ລາວ​ເວົ້າ​ວ່າ: “ຂ້ອຍ​ຕັດສິນ​ໃຈ​ແລ້ວ​ວ່າ​ຈະ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.” ຜົນ​ເປັນ​ແນວ​ໃດ? ຣາຈີບ​ບອກ​ວ່າ: “ຫຼັງ​ຈາກ​ໄດ້​ຮັບ​ຄຳ​ແນະນຳ​ນັ້ນ​ບໍ່​ເທົ່າ​ໃດ​ປີ ຂ້ອຍ​ກໍ​ມີ​ຄຸນສົມບັດ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້.”

ເຮັດ​ໃຫ້​ພະ​ເຢໂຫວາ​ພູມ​ໃຈ

17. ພີ່ນ້ອງ​ທີ່​ສູງ​ອາຍຸ​ຮູ້ສຶກ​ແນວ​ໃດ​ຕໍ່​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ?

17 ພີ່ນ້ອງ​ທີ່​ສູງ​ອາຍຸ​ເຫັນ​ຄ່າ​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ “ຄຽງ​ບ່າ​ຄຽງ​ໄຫຼ່” ກັບ​ເຂົາ​ເຈົ້າ. (ຊໂຟ. 3:9, ລ.ມ.) ເຂົາ​ເຈົ້າ​ມັກ​ທີ່​ເຈົ້າ​ເຮັດ​ວຽກ​ມອບ​ໝາຍ​ດ້ວຍ​ຄວາມ​ຫ້າວຫັນ​ແລະ​ມີ​ກຳລັງ​ວັງ​ຊາ ແລະ​ເຂົາ​ເຈົ້າ​ພູມ​ໃຈ​ຫຼາຍ​ໃນ​ຕົວ​ເຈົ້າ.—1 ຢຮ. 2:14

18. ຕາມ​ສຸພາສິດ 27:11 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ທີ່​ຮັບໃຊ້​ເພິ່ນ?

18 ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ແລະ​ໄວ້​ໃຈ​ເຈົ້າ. ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ ໃນ​ສະໄໝ​ສຸດ​ທ້າຍ​ຈະ​ມີ​ຄົນ​ໜຸ່ມ​ຫຼາຍ​ຄື​ກອງທັບ​ເຕັມ​ໃຈ​ມາ​ຮັບໃຊ້​ເພິ່ນ. (ເພງ. 110:1-3) ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ຮັກ​ເພິ່ນ​ແລະ​ຢາກ​ຮັບໃຊ້​ເພິ່ນ​ສຸດ​ຄວາມ​ສາມາດ. ດັ່ງ​ນັ້ນ ຂໍ​ໃຫ້​ອົດ​ທົນ​ກັບ​ຄົນ​ອື່ນ​ແລະ​ອົດ​ທົນ​ກັບ​ຕົວເອງ. ເມື່ອ​ເຈົ້າ​ເຮັດ​ຜິດ ຂໍ​ໃຫ້​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ແລະ​ຖື​ວ່າ​ຄຳ​ແນະນຳ​ນັ້ນ​ມາ​ຈາກ​ພະ​ເຢໂຫວາ. (ຮຣ. 12:6) ຂໍ​ໃຫ້​ຕັ້ງ​ໃຈ​ເຮັດ​ວຽກ​ມອບ​ໝາຍ​ທຸກ​ຢ່າງ​ທີ່​ເຈົ້າ​ໄດ້​ຮັບ ແລະ​ສຳຄັນ​ທີ່​ສຸດ ຂໍ​ໃຫ້​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.—ອ່ານ​ສຸພາສິດ 27:11

ເພງ 135 ພະ​ເຢໂຫວາ​ເຊີນ​ຢ່າງ​ອົບອຸ່ນ​ວ່າ ລູກ​ຂອງ​ເຮົາ​ຈົ່ງ​ມີ​ປັນຍາ​ເຖີດ

^ ຂໍ້ 5 ເມື່ອ​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ເຂົາ​ເຈົ້າ​ກໍ​ຢາກ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ເພື່ອ​ຈະ​ມີ​ຄຸນສົມບັດ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ເຂົາ​ເຈົ້າ​ກໍ​ຕ້ອງ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ພີ່ນ້ອງ​ຄົນ​ອື່ນໆ​ໃນ​ປະຊາຄົມ. ແລ້ວ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ຄົນ​ອື່ນ?

^ ຂໍ້ 9 ບາງ​ຊື່​ເປັນ​ຊື່​ສົມມຸດ.