ບົດຄວາມສຶກສາທີ 14
“ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ”
“ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ ເມື່ອພວກເຈົ້າຮັກກັນ.”—ຢຮ. 13:35
ເພງ 106 ປູກຝັງຄວາມຮັກແບບພະເຈົ້າ
ໃຈຄວາມສຳຄັນ a
1. ຫຼາຍຄົນທີ່ມາເຂົ້າຮ່ວມປະຊຸມກັບພະຍານພະເຢໂຫວາເທື່ອທຳອິດຮູ້ສຶກປະທັບໃຈຫຍັງ? (ເບິ່ງຮູບພາບ)
ຂໍໃຫ້ນຶກພາບເບິ່ງວ່າ ຜົວເມຍຄູ່ໜຶ່ງໄດ້ເຂົ້າຮ່ວມການປະຊຸມຂອງພະຍານພະເຢໂຫວາເທື່ອທຳອິດ ເຂົາເຈົ້າຮູ້ສຶກປະທັບໃຈ ທີ່ພະຍານພະເຢໂຫວາຕ້ອນຮັບເຂົາເຈົ້າຢ່າງອົບອຸ່ນແລະສະແດງຄວາມຮັກຕໍ່ກັນ. ຕອນທີ່ເດີນທາງກັບເມືອເຮືອນຜູ້ເປັນເມຍເວົ້າກັບຜົວວ່າ ‘ພະຍານພະເຢໂຫວາບໍ່ຄືກັບຄົນອື່ນໆທີ່ເຮົາເຄີຍເຈິເນາະ ຂ້ອຍຮູ້ສຶກມີຄວາມສຸກຫຼາຍທີ່ໄດ້ຢູ່ກັບເຂົາເຈົ້າ.’
2. ເປັນຫຍັງບາງຄົນຈຶ່ງເຊົາຮັບໃຊ້ພະເຢໂຫວາ?
2 ພະຍານພະເຢໂຫວາມີຊື່ສຽງໃນເລື່ອງການສະແດງຄວາມຮັກຕໍ່ກັນ ແຕ່ພະຍານພະເຢໂຫວາກໍເປັນຄົນບໍ່ສົມບູນແບບ. (1ຢຮ. 1:8) ດັ່ງນັ້ນ ເມື່ອເຮົາຮູ້ຈັກພີ່ນ້ອງໃນປະຊາຄົມຫລາຍຂຶ້ນ ເຮົາກໍອາດເຫັນຂໍ້ເສຍບາງຢ່າງຂອງເຂົາເຈົ້າ. (ຣມ. 3:23) ໜ້າເສຍດາຍທີ່ບາງຄົນຍອມໃຫ້ຂໍ້ເສຍຂອງຄົນອື່ນມາເຮັດໃຫ້ເຂົາເຈົ້າເຊົາຮັບໃຊ້ພະເຢໂຫວາ.
3. ສິ່ງທີ່ຈະເຮັດໃຫ້ຄົນອື່ນຮູ້ວ່າໃຜເປັນລູກສິດແທ້ຂອງພະເຢຊູແມ່ນຫຍັງ? (ໂຢຮັນ 13:34, 35)
3 ໃຫ້ເຮົາມາເບິ່ງຂໍ້ຄຳພີຫຼັກຂອງບົດຄວາມນີ້ອີກເທື່ອໜຶ່ງ. (ອ່ານໂຢຮັນ 13:34, 35) ເຮົາຈະຮູ້ໄດ້ແນວໃດວ່າໃຜເປັນຄລິດສະຕຽນແທ້? ຄຳຕອບກໍຄື ຄວາມຮັກ ບໍ່ແມ່ນຄວາມສົມບູນແບບ. ຂໍໃຫ້ສັງເກດຄຳເວົ້າຂອງພະເຢຊູເພິ່ນບໍ່ໄດ້ເວົ້າວ່າ: ‘ເຈົ້າຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ.’ ແຕ່ເພິ່ນບອກວ່າ: “ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ.” ດັ່ງນັ້ນ ບໍ່ໄດ້ມີພຽງແຕ່ລູກສິດຂອງພະເຢຊູເທົ່ານັ້ນທີ່ຮູ້ວ່າຄວາມຮັກເປັນສິ່ງທີ່ເຮັດໃຫ້ຄົນອື່ນຮູ້ວ່າໃຜເປັນຄລິດສະຕຽນແທ້ ແຕ່ຄົນອື່ນໆກໍຮູ້ເລື່ອງນີ້ຄືກັນ.
4. ບາງຄົນອາດສົງໄສຫຍັງ?
4 ຄົນທີ່ບໍ່ແມ່ນພະຍານພະເຢໂຫວາອາດສົງໄສວ່າ: ‘ເປັນຫຍັງຄວາມຮັກຈຶ່ງເຮັດໃຫ້ຮູ້ວ່າໃຜເປັນຄລິດສະຕຽນແທ້? ພະເຢຊູສະແດງຄວາມຮັກຕໍ່ລູກສິດຂອງເພິ່ນແນວໃດ? ແລະເຮົາຈະຮຽນແບບພະເຢຊູແນວໃດໃນທຸກມື້ນີ້?’ ເຮົາທີ່ເປັນພະຍານພະເຢໂຫວາກໍໜ້າຈະຄິດເຖິງຄຳຖາມເຫຼົ່ານີ້ຄືກັນ. ເມື່ອເຮັດແບບນີ້ກໍຈະຊ່ວຍເຮົາໃຫ້ສະແດງຄວາມຮັກຕໍ່ຄົນອື່ນຫຼາຍຂຶ້ນໂດຍສະເພາະເມື່ອເຮົາເຫັນຂໍ້ເສຍຂອງເຂົາເຈົ້າ.—ອຟຊ. 5:2
ເປັນຫຍັງຄວາມຮັກຈຶ່ງເປັນສິ່ງທີ່ເຮັດໃຫ້ຮູ້ວ່າໃຜເປັນຄລິດສະຕຽນແທ້?
5. ຄຳເວົ້າຂອງພະເຢຊູທີ່ຢູ່ໃນໂຢຮັນ 15:12, 13 ໝາຍຄວາມວ່າແນວໃດ?
5 ພະເຢຊູເຮັດໃຫ້ເຫັນຢ່າງຈະແຈ້ງວ່າ ຄວາມຮັກເປັນສິ່ງທີ່ເຮັດໃຫ້ຮູ້ວ່າໃຜເປັນລູກສິດຂອງເພິ່ນ ເຊິ່ງຄວາມຮັກນີ້ເປັນແບບທີ່ພິເສດຫຼາຍ. (ອ່ານໂຢຮັນ 15:12, 13) ຂໍໃຫ້ສັງເກດຄຳສັ່ງທີ່ພະເຢຊູບອກກັບພວກລູກສິດວ່າ: “ໃຫ້ພວກເຈົ້າຮັກກັນຄືກັບທີ່ຂ້ອຍຮັກພວກເຈົ້າ.” ນີ້ໝາຍຄວາມວ່າແນວໃດ? ຄຳອະທິບາຍຂອງພະເຢຊູຕໍ່ຈາກນັ້ນເຮັດໃຫ້ເຮົາຮູ້ວ່າ ລູກສິດຂອງເພິ່ນຕ້ອງຮັກກັນຫຼາຍກວ່າຮັກຕົວເອງ ແລະເຖິງຂັ້ນຍອມຕາຍແທນກັນໄດ້ຖ້າຈຳເປັນ. b
6. ຄຳພີໄບເບິນເຮັດໃຫ້ເຫັນແນວໃດວ່າຄວາມຮັກເປັນສິ່ງທີ່ສຳຄັນຫຼາຍ?
6 ຄຳພີໄບເບິນບອກເຮົາວ່າຄວາມຮັກເປັນສິ່ງທີ່ສຳຄັນຫຼາຍ. ຫຼາຍຄົນມັກຂໍ້ຄຳພີເຫຼົ່ານີ້ຫຼາຍ ເຊັ່ນ: “ພະເຈົ້າເປັນຄວາມຮັກ.” (1ຢຮ. 4:8) “ໃຫ້ຮັກຄົນອື່ນຄືກັບຮັກຕົວເອງ.” (ມທ. 22:39) “ຄວາມຮັກປົກຄຸມບາບໄວ້ຢ່າງຫຼວງຫຼາຍ.” (1ປຕ. 4:8) “ຄວາມຮັກຈະຄົງຢູ່ຕະຫຼອດໄປ.” (1ກຣ. 13:8) ຂໍ້ຄຳພີເຫຼົ່ານີ້ແລະຂໍ້ອື່ນໆເຮັດໃຫ້ເຫັນວ່າເປັນເລື່ອງທີ່ສຳຄັນຫຼາຍທີ່ເຮົາຈະສະແດງຄວາມຮັກ.
7. ເປັນຫຍັງຊາຕານຈຶ່ງບໍ່ສາມາດເຮັດໃຫ້ຜູ້ຄົນຮັກກັນແລະເປັນນ້ຳໜຶ່ງໃຈດຽວກັນໄດ້?
7 ຫຼາຍຄົນອາດສົງໄສວ່າ: ‘ຂ້ອຍຈະຮູ້ໄດ້ແນວໃດວ່າສາສະໜາໃດເປັນສາສະໜາແທ້? ເພາະທຸກສາສະໜາອ້າງວ່າສາສະໜາຂອງຕົວເອງສອນຄວາມຈິງ ແຕ່ພັດສອນແຕກຕ່າງກັນເລື່ອງພະເຈົ້າ.’ ທີ່ເປັນແບບນັ້ນກໍຍ້ອນວ່າຊາຕານເປັນຜູ້ຢູ່ເບື້ອງຫຼັງ. ມັນເຮັດໃຫ້ມີຫຼາຍສາສະໜາເຊິ່ງເຮັດໃຫ້ຫຼາຍຄົນສັບສົນແລະຍາກທີ່ຈະຮູ້ວ່າສາສະໜາໃດເປັນສາສະໜາແທ້. ເຖິງວ່າຊາຕານຈະເຮັດແບບນີ້ໄດ້ ແຕ່ມັນກໍບໍ່ສາມາດເຮັດໃຫ້ມີສັງຄົມພີ່ນ້ອງທີ່ຮັກກັນແລະເປັນນ້ຳໜຶ່ງໃຈດຽວກັນທົ່ວໂລກໄດ້. ມີພຽງແຕ່ພະເຢໂຫວາເທົ່ານັ້ນທີ່ເຮັດໄດ້ ເພາະຄວາມຮັກແທ້ມາຈາກພະເຢໂຫວາ. ແລະມີແຕ່ຄົນທີ່ໄດ້ຮັບພະລັງບໍລິສຸດແລະໄດ້ຮັບການອວຍພອນຈາກພະເຢໂຫວາເທົ່ານັ້ນຈຶ່ງຈະສະແດງຄວາມຮັກແທ້ຕໍ່ກັນ. (1ຢຮ. 4:7) ນີ້ຈຶ່ງເປັນເຫດຜົນທີ່ພະເຢຊູບອກວ່າຄວາມຮັກເປັນສິ່ງທີ່ເຮັດໃຫ້ຮູ້ວ່າໃຜເປັນລູກສິດແທ້ຂອງເພິ່ນ.
8-9. ຄວາມຮັກທີ່ພະຍານພະເຢໂຫວາສະແດງຕໍ່ກັນເຮັດໃຫ້ຫຼາຍຄົນຮູ້ສຶກແນວໃດ?
8 ຄືກັບທີ່ພະເຢຊູບອກໄວ້ ຫຼາຍຄົນຈະຮູ້ວ່າໃຜເປັນຄລິດສະຕຽນແທ້ ກໍຍ້ອນເຫັນຄວາມຮັກທີ່ເຂົາເຈົ້າສະແດງຕໍ່ກັນ. ພີ່ນ້ອງຊາຍຄົນໜຶ່ງທີ່ຊື່ ອຽນ ຍັງຈື່ຕອນທີ່ລາວໄປປະຊຸມໃຫຍ່ກັບພະຍານພະເຢໂຫວາເທື່ອທຳອິດ ເຊິ່ງຈັດຢູ່ບ່ອນດຽວກັບທີ່ລາວໄປເບິ່ງການແຂ່ງຂັນກິລາບໍ່ເທົ່າໃດເດືອນກ່ອນໜ້ານີ້. ລາວເວົ້າວ່າ: “ຄົນທີ່ມາປະຊຸມໃຫຍ່ແຕກຕ່າງກັນຫຼາຍກັບຄົນທີ່ມາເບິ່ງການແຂ່ງຂັນກິລາ. ພະຍານພະເຢໂຫວາເປັນຄົນທີ່ສຸພາບ ແຕ່ງໂຕຮຽບຮ້ອຍ ແລະລູກຂອງເຂົາເຈົ້າກໍຮູ້ຄວາມ.” ລາວຍັງບອກອີກວ່າ: “ທີ່ສຳຄັນກໍຄື ເຂົາເຈົ້າເບິ່ງມີຄວາມສຸກແລະສະຫງົບໃຈເຊິ່ງຂ້ອຍກໍຢາກມີຊີວິດແບບນັ້ນ. ຂ້ອຍບໍ່ຈື່ເລີຍວ່າຄຳບັນຍາຍຂອງມື້ນັ້ນເວົ້າເຖິງຫຍັງ ຂ້ອຍຈື່ແຕ່ການກະທຳທີ່ດີຂອງເຂົາເຈົ້າ.” c ເຫັນໄດ້ວ່າຍ້ອນພວກເຮົາຮັກກັນແທ້ໆພວກເຮົາເລີຍເຮັດດີຕໍ່ກັນແລະໃຫ້ກຽດກັນ.
9 ພີ່ນ້ອງຊາຍຄົນໜຶ່ງທີ່ຊື່ ຈອນ ກໍມີປະສົບການທີ່ຄ້າຍກັນນີ້ເມື່ອລາວເຂົ້າຮ່ວມການປະຊຸມກັບພະຍານພະເຢໂຫວາເທື່ອທຳອິດ. ລາວບອກວ່າ: “ຂ້ອຍປະທັບໃຈຄວາມເປັນມິດຂອງເຂົາເຈົ້າ . . . ທຸກຄົນເປັນຄືກັບນັກບຸນເລີຍ. ຄວາມຮັກແທ້ທີ່ເຂົາເຈົ້າມີຕໍ່ກັນ ເຮັດໃຫ້ຂ້ອຍໝັ້ນໃຈວ່າຂ້ອຍໄດ້ພົບສາສະໜາແທ້ແລ້ວ!” d ປະສົບການນີ້ແລະປະສົບການອື່ນໆສະແດງໃຫ້ເຫັນວ່າພະຍານພະເຢໂຫວາເປັນຄລິດສະຕຽນແທ້.
10. ຕອນໃດທີ່ເຮົາມີໂອກາດທີ່ຈະສະແດງວ່າເຮົາມີຄວາມຮັກແທ້ແບບຄລິດສະຕຽນ? (ເບິ່ງໄຂເງື່ອນ)
10 ຄືດັ່ງທີ່ເຮົາໄດ້ເວົ້າໃນຕອນຕົ້ນແລ້ວວ່າ ພີ່ນ້ອງທຸກຄົນບໍ່ສົມບູນແບບ. ດັ່ງນັ້ນ ບາງເທື່ອເຂົາເຈົ້າອາດຈະເວົ້າຫຼືອາດເຮັດຫຍັງທີ່ເຮັດໃຫ້ເຮົາເສຍໃຈ. e (ຢກບ. 3:2) ຖ້າເລື່ອງນັ້ນເກີດຂຶ້ນຂໍໃຫ້ຖືວ່າ ມັນເປັນໂອກາດທີ່ເຮົາຈະສະແດງວ່າເຮົາມີຄວາມຮັກແທ້ແບບຄລິດສະຕຽນ. ໃຫ້ເຮົາມາເບິ່ງວ່າເຮົາຈະຮຽນແບບພະເຢຊູແນວໃດໃນເລື່ອງນີ້.—ຢຮ. 13:15
ພະເຢຊູສະແດງຄວາມຮັກຕໍ່ລູກສິດຂອງເພິ່ນແນວໃດ?
11. ຢາໂກໂບກັບໂຢຮັນສະແດງນິດໄສທີ່ບໍ່ດີຫຍັງ? (ເບິ່ງຮູບພາບ)
11 ພະເຢຊູບໍ່ໄດ້ຄາດໝາຍຄວາມສົມບູນແບບຈາກພວກລູກສິດ. ແຕ່ເພິ່ນໄດ້ພະຍາຍາມຊ່ວຍເຂົາເຈົ້າໃຫ້ ປ່ຽນແປງນິດໄສທີ່ບໍ່ດີຂອງຕົວເອງເພື່ອໃຫ້ພະເຢໂຫວາພໍໃຈ. ມີເທື່ອໜຶ່ງ ຕອນທີ່ຢາໂກໂບກັບໂຢຮັນບອກແມ່ໃຫ້ໄປຂໍຕຳແໜ່ງທີ່ສຳຄັນໃນການປົກຄອງຂອງພະເຈົ້າຈາກພະເຢຊູ. (ມທ. 20:20, 21) ການທີ່ຢາໂກໂບກັບໂຢຮັນເຮັດແບບນີ້ສະແດງວ່າເຂົາເຈົ້າເປັນຄົນຍິ່ງແລະຄິດວ່າຕົວເອງສຳຄັນກວ່າຄົນອື່ນ.—ສຸພາ. 16:18
12. ມີແຕ່ຢາໂກໂບກັບໂຢຮັນເທົ່ານັ້ນບໍທີ່ສະແດງນິດໄສທີ່ບໍ່ດີອອກມາ? ຂໍໃຫ້ອະທິບາຍ
12 ບໍ່ແມ່ນແຕ່ຢາໂກໂບກັບໂຢຮັນເທົ່ານັ້ນທີ່ສະແດງນິດໄສທີ່ບໍ່ດີອອກມາໃນຕອນນັ້ນ. ຂໍໃຫ້ສັງເກດວ່າອັກຄະສາວົກຄົນອື່ນໆມີທ່າທີແນວໃດ? ຄຳພີໄບເບິນບອກວ່າ: “ເມື່ອພວກອັກຄະສາວົກອີກ 10 ຄົນໄດ້ຍິນກໍບໍ່ພໍໃຈຫຼາຍໃຫ້ສອງອ້າຍນ້ອງນັ້ນ.” (ມທ. 20:24) ເຮົາອາດນຶກພາບໄດ້ວ່າຢາໂກໂບກັບໂຢຮັນແລະອັກຄະສາວົກຄົນອື່ນໆຄືຊິຜິດຖຽງກັນຢ່າງໃຫຍ່ ແລະບາງເທື່ອອັກຄະສາວົກຄົນອື່ນໆອາດຈະເວົ້າປະມານວ່າ: ‘ພວກເຈົ້າຄິດວ່າພວກເຈົ້າແມ່ນໃຜຄືກ້າໄປຂໍຕຳແໜ່ງຈາກພະເຢຊູ? ຄິດວ່າຕົວເອງສຳຄັນກວ່າພວກເຮົາຫວາ? ພວກເຮົາກໍຮັບໃຊ້ພະເຢຊູແລະເຮັດວຽກໜັກຄືກັນ. ພວກເຮົາກໍຄວນຈະໄດ້ຮັບຕຳແໜ່ງທີ່ສຳຄັນຄືກັນຕົ໋ວ!’ ແຕ່ບໍ່ວ່າເຂົາເຈົ້າຈະເວົ້າຫຼືຄິດແນວໃດ ໃນເຫດການນີ້ສະແດງໃຫ້ເຫັນວ່າເຂົາເຈົ້າບໍ່ໄດ້ສະແດງຄວາມຮັກຕໍ່ກັນ.
13. ພະເຢຊູໄດ້ເຮັດແນວໃດຕອນທີ່ພວກອັກຄະສາວົກສະແດງນິດໄສທີ່ບໍ່ດີອອກມາ? (ມັດທາຍ 20:25-28)
13 ເມື່ອເປັນແບບນີ້ພະເຢຊູໄດ້ເຮັດແນວໃດ? ເພິ່ນ ບໍ່ໄດ້ໃຈຮ້າຍແລະບໍ່ໄດ້ບອກວ່າຈະໄປເລືອກອັກຄະສາວົກຄົນໃໝ່ທີ່ມີຄວາມຮັກແລະຄວາມຖ່ອມຫຼາຍກວ່ານີ້. ແຕ່ເພິ່ນໄດ້ອົດທົນແລະຄ່ອຍໆຫາເຫດຜົນກັບເຂົາເຈົ້າ ເພາະເພິ່ນຮູ້ວ່າແທ້ໆແລ້ວເຂົາເຈົ້າຢາກເຮັດສິ່ງທີ່ຖືກຕ້ອງ. (ອ່ານມັດທາຍ 20:25-28) ພະເຢຊູຍັງໄດ້ສະແດງຄວາມຮັກແລະເຮັດດີກັບເຂົາເຈົ້າຕໍ່ໆໄປເຖິງເພິ່ນຈະຮູ້ວ່ານີ້ບໍ່ແມ່ນເທື່ອທຳອິດແລະບໍ່ແມ່ນເທື່ອສຸດທ້າຍທີ່ເຂົາເຈົ້າຖຽງກັນວ່າໃຜຈະເປັນໃຫຍ່ທີ່ສຸດ.—ມຣກ. 9:34; ລກ. 22:24
14. ພວກລູກສິດເຕີບໃຫຍ່ມາໃນສະພາບແວດລ້ອມແບບໃດ?
14 ພະເຢຊູຮູ້ວ່າພວກລູກສິດເຕີບໃຫຍ່ມາໃນສະພາບແວດລ້ອມແບບໃດ. (ຢຮ. 2:24, 25) ພວກຄູສອນສາສະໜາແລະພວກຟາຣິຊາຍສອນວ່າ ການມີຕຳແໜ່ງສູງແລະມີໜ້າມີຕາໃນສັງຄົມເປັນເລື່ອງທີ່ສຳຄັນຫຼາຍ. (ມທ. 23:6; ສົມທຽບກັບວິດີໂອແຖວໜ້າສຸດໃນບ່ອນປະຊຸມຂອງຊາວຢິວໃນຂໍ້ມູນສຳລັບສຶກສາໃນມັດທາຍ 23:6) f ນອກຈາກນັ້ນ ພວກຫົວໜ້າສາສະໜາຍັງຖືວ່າຕົວເອງດີກວ່າຄົນອື່ນ. g (ລກ. 18:9-12) ພະເຢຊູຮູ້ວ່າຍ້ອນພວກລູກສິດເຕີບໃຫຍ່ມາໃນສະພາບແວດລ້ອມແບບນັ້ນຈຶ່ງສົ່ງຜົນຕໍ່ວິທີທີ່ເຂົາເຈົ້າເບິ່ງຕົວເອງແລະຄົນອື່ນ. (ສຸພາ. 19:11) ເພິ່ນບໍ່ໄດ້ຄາດໝາຍວ່າພວກລູກສິດຈະບໍ່ເຮັດຜິດພາດເລີຍ. ແລະເມື່ອເຂົາເຈົ້າເຮັດຜິດເພິ່ນກໍໄດ້ອົດທົນແລະຍັງເຮັດດີກັບເຂົາເຈົ້າຕໍ່ໄປ. ເພິ່ນຮູ້ວ່າເຂົາເຈົ້າຢາກເຮັດສິ່ງທີ່ດີ. ດັ່ງນັ້ນ ເພິ່ນຈຶ່ງອົດທົນສອນເຂົາເຈົ້າໃຫ້ມີຄວາມຖ່ອມຫຼາຍຂຶ້ນແລະສະແດງຄວາມຮັກຕໍ່ກັນສະເໝີ.
ເຮົາຈະຮຽນແບບພະເຢຊູໄດ້ແນວໃດ?
15. ເຮົາໄດ້ບົດຮຽນຫຍັງຈາກເລື່ອງຂອງຢາໂກໂບກັບໂຢຮັນ?
15 ເຮົາໄດ້ບົດຮຽນຫຼາຍຢ່າງຈາກເລື່ອງຂອງຢາໂກໂບກັບໂຢຮັນ. ເປັນເລື່ອງທີ່ບໍ່ຖືກຕ້ອງທີ່ຢາໂກໂບກັບໂຢຮັນໄປຂໍຕຳແໜ່ງທີ່ສຳຄັນຈາກພະເຢຊູ. ແຕ່ອັກຄະສາວົກຄົນອື່ນໆກໍເຮັດບໍ່ຖືກຄືກັນ ເພາະເຂົາເຈົ້າບໍ່ພະຍາຍາມຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນໄວ້. ເຖິງຈະເປັນແນວນັ້ນ ພະເຢຊູກໍຍັງຮັກອັກຄະສາວົກທັງ 12 ຄົນ ແລະປະຕິບັດຕໍ່ເຂົາເຈົ້າດ້ວຍຄວາມອ່ອນໂຍນ. ເຮົາໄດ້ບົດຮຽນຫຍັງ? ສິ່ງສຳຄັນບໍ່ແມ່ນຄົນອື່ນເຮັດແນວໃດກັບເຮົາ ແຕ່ເຮົາຕອບສະໜອງແນວໃດເມື່ອເຫັນຂໍ້ຜິດພາດຂອງຄົນອື່ນ. ແລ້ວສິ່ງໃດຈະຊ່ວຍເຮົາ? ເມື່ອພີ່ນ້ອງເຮັດໃຫ້ເຮົາເສຍໃຈຂໍໃຫ້ເຮົາຖາມຕົວເອງວ່າ: ‘ເປັນຫຍັງຂ້ອຍຈຶ່ງເສຍໃຈຂະໜາດນີ້ກັບສິ່ງທີ່ລາວເຮັດ? ນີ້ສະແດງວ່າຂ້ອຍມີນິດໄສບາງຢ່າງທີ່ຕ້ອງປັບປຸງບໍ? ພີ່ນ້ອງຄົນນັ້ນອາດກຳລັງມີບັນຫາຢູ່ບໍລາວຈຶ່ງເຮັດແບບນີ້? ແລະເຖິງຂ້ອຍຈະຮູ້ສຶກວ່າມີເຫດຜົນທີ່ຈະຄຽດໃຫ້ລາວແຕ່ຂ້ອຍຈະສະແດງຄວາມຮັກແລະເບິ່ງຂ້າມຄວາມຜິດຂອງລາວໄດ້ບໍ?’ ເມື່ອເຮົາສະແດງຄວາມຮັກຕໍ່ກັນເຮົາກໍເຮັດໃຫ້ເຫັນວ່າເຮົາເປັນລູກສິດແທ້ຂອງພະເຢຊູ.
16. ເຮົາຍັງໄດ້ບົດຮຽນຫຍັງອີກຈາກຕົວຢ່າງຂອງພະເຢຊູ?
16 ຕົວຢ່າງຂອງພະເຢຊູຍັງສອນເຮົາວ່າເຮົາຕ້ອງພະຍາຍາມເຂົ້າໃຈພີ່ນ້ອງຂອງເຮົາ. (ສຸພາ. 20:5) ເຖິງວ່າເຮົາຈະອ່ານຫົວໃຈຄົນອື່ນບໍ່ໄດ້ຄືກັບພະເຢຊູແຕ່ເຮົາກໍສາມາດເບິ່ງຂ້າມຄວາມຜິດພາດແລະຂໍ້ເສຍຂອງພີ່ນ້ອງໄດ້. (ອຟຊ. 4:1, 2; 1ປຕ. 3:8) ແຕ່ຖ້າເຮົາຮູ້ວ່າພີ່ນ້ອງໃຫຍ່ຂຶ້ນມາໃນສະພາບແວດລ້ອມແບບໃດກໍເປັນເລື່ອງງ່າຍທີ່ເຮົາຈະເຮັດແບບນັ້ນ. ໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງນຳກັນ.
17. ຜູ້ດູແລໝວດຄົນໜຶ່ງໄດ້ຮັບປະໂຫຍດແນວໃດເມື່ອລາວພະຍາຍາມຮູ້ຈັກພີ່ນ້ອງ?
17 ຜູ້ດູແລໝວດຄົນໜຶ່ງທີ່ຮັບໃຊ້ຢູ່ທາງພາກຕາເວັນອອກຂອງທະວີບອາຝຼິກກາໄດ້ເວົ້າເຖິງພີ່ນ້ອງຊາຍຄົນໜຶ່ງທີ່ເຂົ້າກັບຄົນອື່ນໄດ້ຍາກ. ຜູ້ດູແລໝວດໄດ້ເຮັດແນວໃດ? ຜູ້ດູແລໝວດບອກວ່າ: “ແທນທີ່ຈະຫຼີກລ່ຽງທີ່ຈະບໍ່ລົມນຳລາວ ຂ້ອຍຕັ້ງໃຈທີ່ຈະຮູ້ຈັກລາວຫຼາຍຂຶ້ນ.” ເມື່ອຜູ້ດູແລໝວດໄດ້ໃຊ້ເວລາກັບພີ່ນ້ອງຊາຍຄົນນີ້ຫຼາຍຂຶ້ນກໍຮູ້ວ່າລາວຖືກລ້ຽງມາໃນສະພາບແວດລ້ອມແບບໃດແລະສິ່ງໃດເຮັດໃຫ້ລາວມີບຸກຄະລິກແບບນີ້. ຜູ້ດູແລໝວດເວົ້າຕໍ່ວ່າ: “ເມື່ອຂ້ອຍຮູ້ວ່າພີ່ນ້ອງຊາຍຄົນນີ້ຕ້ອງພະຍາຍາມຫຼາຍສ່ຳໃດເພື່ອຈະປ່ຽນແປງບຸກຄະລິກຂອງຕົວເອງທີ່ມີຜົນມາຈາກການລ້ຽງດູແລະລາວກໍປ່ຽນແປງຕົວເອງມາໄດ້ຫຼາຍພໍສົມຄວນແລ້ວ. ຂ້ອຍຮູ້ສຶກຊື່ນຊົມແລະນັບຖືລາວຫຼາຍ. ຕອນນີ້ເຮົາກາຍມາເປັນໝູ່ທີ່ດີຕໍ່ກັນ!” ຈາກເລື່ອງນີ້ເຮົາເຫັນໄດ້ວ່າ ຖ້າເຮົາພະຍາຍາມເຂົ້າໃຈພີ່ນ້ອງ ມັນກໍງ່າຍຂຶ້ນທີ່ເຮົາຈະສະແດງຄວາມຮັກຕໍ່ເຂົາເຈົ້າ.
18. ເຮົາຄວນຈະຖາມຕົວເອງແບບໃດຖ້າພີ່ນ້ອງເຮັດໃຫ້ເຮົາຄຽດ? (ສຸພາສິດ 26:20)
18 ບາງເທື່ອເຮົາອາດຮູ້ສຶກວ່າຢາກໄປລົມກັບພີ່ນ້ອງທີ່ເຮັດໃຫ້ເຮົາຄຽດ. ຖ້າເປັນແບບນັ້ນ ກ່ອນອື່ນໃຫ້ເຮົາຖາມຕົວເອງວ່າ: ‘ຂ້ອຍເຂົ້າໃຈສະພາບການທັງໝົດແທ້ບໍ?’ (ສຸພາ. 18:13) ‘ເປັນໄປໄດ້ບໍທີ່ລາວບໍ່ໄດ້ຕັ້ງໃຈເຮັດແບບນັ້ນ?’ (ຜູ້ປ. 7:20) ‘ຂ້ອຍເຄີຍເຮັດແບບລາວມາກ່ອນບໍ?’ (ຜູ້ປ. 7:21, 22) ‘ແລະຖ້າຂ້ອຍໄປລົມກັບລາວມັນຊິບໍ່ກາຍເປັນເລື່ອງໃຫຍ່ກວ່າເກົ່າບໍ?’ (ອ່ານສຸພາສິດ 26:20) ເມື່ອເຮົາໃຊ້ເວລາຄິດກ່ຽວກັບຄຳຖາມເຫຼົ່ານີ້ ຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງຈະຊ່ວຍເຮົາໃຫ້ເຊົາຄິດກ່ຽວກັບເລື່ອງນັ້ນແລະເບິ່ງຂ້າມສິ່ງທີ່ລາວເຮັດ.
19. ເຈົ້າຕັ້ງໃຈທີ່ຈະເຮັດຫຍັງ?
19 ພະຍານພະເຢໂຫວາກຳລັງເຮັດໃຫ້ຄົນທົ່ວໄປເຫັນວ່າເຂົາເຈົ້າເປັນລູກສິດແທ້ຂອງພະເຢຊູ. ເຮົາແຕ່ລະຄົນກໍສາມາດເຮັດໃຫ້ຄົນອື່ນເຫັນວ່າເຮົາເປັນລູກສິດແທ້ຂອງພະເຢຊູໂດຍສະແດງຄວາມຮັກຕໍ່ພີ່ນ້ອງເຖິງວ່າເຮົາຈະເຫັນຂໍ້ຜິດພາດຫຼືຂໍ້ເສຍຂອງເຂົາເຈົ້າເມື່ອເຮົາເຮັດແບບນີ້ກໍເຮັດໃຫ້ຄົນອື່ນເຫັນວ່າ ນີ້ຄືສາສະໜາແທ້ແລະຢາກເຂົ້າມານະມັດສະການພະເຢໂຫວາພະເຈົ້າທີ່ມີຄວາມຮັກຮ່ວມກັນກັບເຮົາ. ຂໍໃຫ້ເຮົາຕັ້ງໃຈທີ່ຈະສະແດງຄວາມຮັກຕໍ່ໆໄປເຊິ່ງເປັນສິ່ງທີ່ເຮັດໃຫ້ຮູ້ວ່າໃຜເປັນຄລິດສະຕຽນແທ້.
ເພງ 17 “ເຮົາຢາກຊ່ວຍ”
a ຫຼາຍຄົນຢາກຮຽນຄຳພີໄບເບິນແລະຢາກຮຽນຮູ້ກ່ຽວກັບພະເຢໂຫວາຍ້ອນເຂົາເຈົ້າເຫັນຄວາມຮັກທີ່ເຮົາສະແດງຕໍ່ກັນ. ແຕ່ເຮົາເປັນຄົນບໍ່ສົມບູນແບບ ດັ່ງນັ້ນ ບາງເທື່ອຈຶ່ງເປັນເລື່ອງຍາກທີ່ເຮົາຈະສະແດງຄວາມຮັກຕໍ່ກັນ. ໃຫ້ເຮົາມາເບິ່ງວ່າເປັນຫຍັງຄວາມຮັກຈຶ່ງສຳຄັນຫຼາຍແລະເຮົາຈະຮຽນແບບພະເຢຊູໄດ້ແນວໃດເມື່ອເຫັນຂໍ້ຜິດພາດຂອງຄົນອື່ນ.
b ເບິ່ງປຶ້ມ “ຕາມເຮົາໄປເຖີ້ນ” ບົດທີ 17 ຂໍ້ 10-11.
c ເບິ່ງບົດຄວາມທີ່ຊື່ວ່າ “ໃນທີ່ສຸດ ຂ້ອຍກໍພົບຈຸດມຸ່ງໝາຍຂອງຊີວິດ” ໃນຫໍສັງເກດການສະບັບ 1 ພະຈິກ 2012 ໜ້າ 13-14. (ພາສາໄທ)
d ເບິ່ງບົດຄວາມທີ່ຊື່ວ່າ “ທຸກຢ່າງໃນຊີວິດຂ້ອຍເບິ່ງຄືວ່າລົງຕົວໄປໝົດ” ໃນຫໍສັງເກດການສະບັບ 1 ພຶດສະພາ 2012 ໜ້າ 18-19 (ພາສາໄທ)
e ຄວາມຜິດທີ່ເວົ້າໃນບົດຄວາມນີ້ບໍ່ແມ່ນຄວາມຜິດທີ່ຮ້າຍແຮງຈົນຜູ້ດູແລຕ້ອງແກ້ໄຂ ຕາມທີ່ບອກໄວ້ໃນ 1 ໂກຣິນໂທ 6:9, 10
f (ພາສາໄທ)
g ມີການລາຍງານໃນເວລາຕໍ່ມາວ່າ ມີອາຈານສອນສາສະໜາຢິວຄົນໜຶ່ງເວົ້າວ່າ: “ຖ້າໃນໂລກນີ້ມີຄົນດີສ່ຳກັບອັບຣາຮາມຮອດ 30 ຄົນ ຂ້ອຍກັບລູກຊາຍກໍເປັນ 2 ຄົນໃນນັ້ນ. ຖ້າມີ 10 ຄົນ ຂ້ອຍກັບລູກຊາຍກໍເປັນ 2 ຄົນໃນນັ້ນ. ຖ້າມີ 5 ຄົນ ຂ້ອຍກັບລູກຊາຍກໍເປັນ 2 ຄົນໃນນັ້ນ. ຖ້າມີ 2 ຄົນ ກໍແມ່ນຂ້ອຍກັບລູກຊາຍຫັ້ນແຫຼະ. ແຕ່ຖ້າມີຄົນດຽວຄົນນັ້ນກໍຄືຂ້ອຍ.”