ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 10

ເປັນຫຍັງ​ເຈົ້າ​ຄວນ​ຮັບ​ບັບເຕມາ?

ເປັນຫຍັງ​ເຈົ້າ​ຄວນ​ຮັບ​ບັບເຕມາ?

“ພວກເຈົ້າ . . . ຕ້ອງ​ຮັບ​ບັບເຕມາ.”—ກຈກ. 2:38

ເພງ 34 ສັດຊື່​ຕໍ່​ພະເຈົ້າ​ສະເໝີ

ໃຈ​ຄວາມ​ສຳຄັນ a

1-2. ເຮົາ​ມັກ​ຈະ​ເຫັນ​ຫຍັງ​ໃນ​ມື້​ທີ່​ມີການ​ຮັບ​ບັບເຕມາ? ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ນີ້?

 ເຈົ້າ​ເຄີຍ​ເຫັນ​ພີ່ນ້ອງ​ຮັບ​ບັບເຕມາ​ບໍ? ເຈົ້າ​ໄດ້​ຍິນ​ເຂົາເຈົ້າ​ຕອບ​ຄຳຖາມ​ສອງ​ຂໍ້​ຢ່າງ​ໜັກແໜ້ນ. ເຈົ້າ​ໄດ້​ເຫັນ​ໝູ່​ເພື່ອນ​ແລະ​ຄອບຄົວ​ຂອງ​ເຂົາເຈົ້າ​ຮູ້ສຶກ​ພູມໃຈ​ແລະ​ດີໃຈ​ຫຼາຍ. ເມື່ອ​ພີ່ນ້ອງ​ທີ່​ຮັບ​ບັບເຕມາ​ຂຶ້ນ​ຈາກ​ນ້ຳ ເຈົ້າ​ຈະ​ໄດ້​ຍິນ​ສຽງ​ຕົບ​ມື​ແລະ​ໄດ້​ເຫັນ​ໃບ​ໜ້າ​ຂອງ​ຜູ້​ທີ່​ຮັບ​ບັບເຕມາ​ຍິ້ມ​ແຍ້ມ​ແຈ່ມ​ໃສ. ໂດຍ​ສະເລ່ຍ​ແລ້ວ​ມີ​ຫຼາຍ​ກວ່າ​ພັນ​ຄົນ​ຮັບ​ບັບເຕມາ​ໃນ​ແຕ່​ລະ​ອາທິດ​ເພື່ອ​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະເຢໂຫວາ.

2 ແລ້ວ​ເຈົ້າ​ເດ? ຖ້າ​ເຈົ້າ​ກຳລັງ​ຄິດ​ຈະ​ຮັບ​ບັບເຕມາ ເຈົ້າ​ກໍ​ກຳລັງ​ເຮັດ​ສິ່ງ​ທີ່​ດີ​ເພາະ​ຢູ່​ໃນ​ໂລກ​ຊົ່ວ​ນີ້​ເຈົ້າ​ເປັນ​ຜູ້​ໜຶ່ງ​ທີ່ “ກຳລັງ​ຊອກຫາ​ພະເຢໂຫວາ.” (ເພງ. 14:1, 2, ລ.ມ.) ບົດຄວາມ​ນີ້​ຂຽນ​ຂຶ້ນ​ມາ​ສຳລັບ​ເຈົ້າ​ບໍ່​ວ່າ​ເຈົ້າ​ຈະ​ອາຍຸ​ໜ້ອຍ​ຫຼື​ອາຍຸ​ຫຼາຍ ແລະ​ຍັງ​ຊ່ວຍ​ເຮົາ​ທີ່​ຮັບ​ບັບເຕມາ​ແລ້ວ​ໃຫ້​ມີ​ຄວາມ​ຕັ້ງໃຈ​ທີ່​ຈະ​ຮັບໃຊ້​ພະເຢໂຫວາ​ຕະຫຼອດໄປ. ໃນ​ບົດຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ສາມ​ເຫດຜົນ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ຮັບໃຊ້​ພະເຢໂຫວາ.

ຮັກ​ຄວາມຈິງ​ແລະ​ຄວາມ​ຖືກຕ້ອງຊອບທຳ

ຊາຕານ​ໄດ້​ໃສ່​ຮ້າຍ​ຊື່ສຽງ​ຂອງ​ພະເຢໂຫວາ​ເປັນ​ເວລາ​ຫຼາຍ​ພັນ​ປີ ແລະ​ຕອນນີ້​ມັນ​ກໍ​ຍັງ​ເຮັດ​ແບບນັ້ນ​ຢູ່ (ເບິ່ງ​ຂໍ້ 3-4)

3. ເປັນຫຍັງ​ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ຈຶ່ງ​ຮັກ​ຄວາມຈິງ​ແລະ​ຄວາມຖືກຕ້ອງຊອບທຳ? (ຄຳເພງ 119:128, 163)

3 ພະເຢໂຫວາ​ສັ່ງ​ປະຊາຊົນ​ຂອງ​ເພິ່ນ​ໃຫ້ “ຮັກ​ຄວາມຈິງ.” (ຊກາ. 8:19, ລ.ມ.) ພະເຢຊູ​ຍັງ​ບອກ​ພວກ​ລູກສິດ​ໃຫ້​ຮັກ​ຄວາມ​ຍຸຕິທຳ​ຫຼື​ຄວາມຖືກຕ້ອງຊອບທຳ. (ມທ. 5:6) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ມີ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ສິ່ງ​ທີ່​ດີ​ແລະ​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ. ເຮົາ​ເຊື່ອ​ວ່າ​ເຈົ້າ​ຮັກ​ຄວາມຈິງ​ແລະ​ຄວາມຖືກຕ້ອງຊອບທຳ. ເຈົ້າ​ຄື​ຊິ​ກຽດຊັງ​ຄຳຕົວະ​ແລະ​ສິ່ງ​ທີ່​ບໍ່​ດີ​ທັງໝົດ. (ອ່ານ​ຄຳເພງ 119:128, 163) ຄົນ​ຂີ້​ຕົວະ​ກໍ​ຮຽນແບບ​ຊາຕານ​ຜູ້​ທີ່​ປົກຄອງ​ໂລກ​ນີ້. (ຢຮ. 8:44; 12:31) ເປົ້າໝາຍ​ອັນ​ໜຶ່ງ​ຂອງ​ຊາຕານ​ແມ່ນ​ການ​ໃສ່​ຮ້າຍ​ຊື່ສຽງ​ຂອງ​ພະເຢໂຫວາ. ຕັ້ງແຕ່​ມີ​ການ​ກະບົດ​ຢູ່​ໃນ​ສວນ​ເອເດນ ຊາຕານ​ໄດ້​ເຜີຍ​ແຜ່​ຄຳຕົວະ​ເລື່ອງ​ພະເຢໂຫວາ​ຕະຫຼອດ​ມາ. ຊາຕານ​ເວົ້າ​ວ່າ​ພະເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ເຫັນແກ່ຕົວ ບໍ່​ສັດຊື່ ແລະ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ດີ​ໃຫ້​ກັບ​ມະນຸດ. (ປຖກ. 3:1, 4, 5) ຄຳຕົວະ​ຂອງ​ຊາຕານ​ຍັງ​ເຮັດ​ໃຫ້​ຜູ້ຄົນ​ເຂົ້າໃຈ​ຜິດ​ແລະ​ຮູ້ສຶກ​ບໍ່​ດີ​ກ່ຽວກັບ​ພະເຈົ້າ. ເມື່ອ​ມະນຸດ​ເລືອກ​ທີ່​ຈະ​ບໍ່ “ຮັກ​ຄວາມຈິງ” ຊາຕານ​ກໍ​ຊັກ​ນຳ​ເຂົາເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ​ແລະ​ເຮັດ​ຊົ່ວ.—ຣມ. 1:25-31

4. ພະເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເພິ່ນ​ເປັນ “ພະເຈົ້າ​ທີ່​ເວົ້າ​ແຕ່​ຄວາມຈິງ”? (ເບິ່ງຮູບພາບ)

4 ພະເຢໂຫວາ​ເປັນ “ພະເຈົ້າ​ທີ່​ເວົ້າ​ແຕ່​ຄວາມຈິງ” ແລະ​ສອນ​ຄວາມຈິງ​ໃຫ້​ກັບ​ຄົນ​ທີ່​ຮັກ​ເພິ່ນ. (ເພງ. 31:5, ລ.ມ.) ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ຖືກ​ຊາຕານຕົວະ​ອີກ​ຕໍ່ໄປ. ພະເຢໂຫວາ​ຍັງ​ສອນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃຫ້​ເປັນ​ຄົນ​ສັດຊື່​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ເຂົາເຈົ້າ​ກໍ​ເລີຍ​ມີ​ຄວາມ​ນັບຖື​ໂຕ​ເອງ​ແລະ​ມີ​ຄວາມ​ສະຫງົບໃຈ. (ສຸພາ. 13:5, 6) ເຈົ້າ​ຮູ້ສຶກ​ແບບນັ້ນ​ຄື​ກັນ​ບໍ? ຕັ້ງແຕ່​ສຶກສາ​ຄຳພີໄບເບິນ​ມາ ເຈົ້າ​ໄດ້​ຮຽນຮູ້​ວ່າ​ແນວ​ທາງ​ຂອງ​ພະເຢໂຫວາ​ດີ​ທີ່ສຸດ​ສຳລັບ​ມະນຸດ​ແລະ​ສຳລັບ​ເຈົ້າ​ເປັນ​ສ່ວນ​ໂຕ. (ເພງ. 77:13) ດັ່ງນັ້ນ ເຈົ້າ​ຈຶ່ງ​ຢາກ​ເຮັດ​ຕາມ​ສິ່ງ​ທີ່​ພະເຢໂຫວາ​ບອກ​ວ່າ​ຖືກຕ້ອງ. (ມທ. 6:33) ເຈົ້າ​ຢາກ​ໃຫ້​ຄົນອື່ນ​ຮູ້ຈັກ​ຄວາມຈິງ​ກ່ຽວກັບ​ພະເຢໂຫວາ​ແລະ​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ. ແລ້ວ​ເຈົ້າ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ?

5. ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ ເຈົ້າ​ຮັກ​ຄວາມຈິງ​ແລະ​ຄວາມ​ຖືກຕ້ອງຊອບທຳ?

5 ເຈົ້າ​ສາມາດ​ເລືອກ​ໃຊ້​ຊີວິດ​ໃນ​ແບບ​ທີ່​ສະແດງ​ວ່າ ‘ຂ້ອຍ​ບໍ່​ຟັງ​ຄຳຕົວະ​ຂອງ​ຊາຕານ ຂ້ອຍ​ຈະ​ຍຶດ​ໝັ້ນ​ກັບ​ຄວາມຈິງ. ຂ້ອຍ​ຢາກ​ໃຫ້​ພະເຢໂຫວາ​ເປັນ​ຜູ້​ປົກຄອງ​ຂ້ອຍ​ແລະ​ຂ້ອຍ​ຢາກ​ເຮັດ​ສິ່ງ​ທີ່​ພະເຢໂຫວາ​ບອກ​ວ່າ​ຖືກຕ້ອງ.’ ເຈົ້າ​ຈະ​ເຮັດ​ແບບນັ້ນ​ໄດ້​ໂດຍ​ອະທິດຖານ​ເຖິງ​ພະເຢໂຫວາ​ແລະ​ບອກ​ເພິ່ນ​ວ່າ ເຈົ້າ​ຈະ​ອຸທິດຕົວ​ໃຫ້​ເພິ່ນ​ແລະ​ຮັບ​ບັບເຕມາ​ເພື່ອ​ສະແດງ​ໃຫ້​ຄົນອື່ນ​ເຫັນ​ວ່າ​ເຈົ້າ​ອຸທິດຕົວ​ໃຫ້​ພະເຢໂຫວາ​ແລ້ວ. ຖ້າ​ເຈົ້າ​ຮັກ​ຄວາມຈິງ​ແລະ​ຄວາມ​ຖືກຕ້ອງຊອບທຳ ເຈົ້າ​ກໍ​ຢາກ​ຮັບ​ບັບເຕມາ.

ຮັກ​ພະເຢຊູ​ຄລິດ

6. ຕາມ​ຄຳເພງ 45:4 ເປັນຫຍັງ​ເຈົ້າ​ຈຶ່ງ​ຮັກ​ພະເຢຊູ?

6 ເປັນຫຍັງ​ເຮົາ​ຈຶ່ງ​ຮັກ​ພະເຢຊູ? ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ​ນຳ​ກັນ​ທີ່​ຢູ່​ໃນ​ຄຳເພງ 45:4 (ອ່ານ). ພະເຢຊູ​ຕໍ່ສູ້​ເພື່ອ​ຄົນ​ຖ່ອມ ເພື່ອ​ຄວາມຈິງ ແລະ​ເພື່ອ​ຄວາມ​ຍຸຕິທຳ. ຖ້າ​ເຈົ້າ​ຮັກ​ຄວາມຈິງ​ແລະ​ຄວາມ​ຍຸຕິທຳ ເຈົ້າ​ກໍ​ຕ້ອງ​ຮັກ​ພະເຢຊູ​ນຳ. ລອງ​ຄິດ​ເບິ່ງ​ວ່າ​ພະເຢຊູ​ກ້າຫານ​ຂະໜາດ​ໃດ​ທີ່​ປົກປ້ອງ​ຄວາມຈິງ​ແລະ​ຄວາມ​ຖືກຕ້ອງ. (ຢຮ. 18:37) ແລ້ວ​ພະເຢຊູ​ສອນ​ແນວໃດ​ໃນ​ເລື່ອງ​ຄວາມ​ຖ່ອມ?

7. ເຈົ້າ​ປະທັບໃຈ​ຫຍັງ​ກ່ຽວກັບ​ຄວາມ​ຖ່ອມ​ຂອງ​ພະເຢຊູ?

7 ພະເຢຊູ​ສອນ​ເຮົາ​ໃນ​ເລື່ອງ​ຄວາມ​ຖ່ອມ​ຫຼື​ເປັນ​ແບບ​ຢ່າງ​ໃຫ້​ເຮົາ. ຕົວຢ່າງ​ເຊັ່ນ: ເພິ່ນ​ຍົກຍ້ອງ​ພະເຢໂຫວາ​ພໍ່​ຂອງ​ເພິ່ນ​ສະເໝີ ບໍ່​ແມ່ນ​ຍົກຍ້ອງຕົວ​ເພິ່ນ​ເອງ. (ມຣກ. 10:17, 18; ຢຮ. 5:19) ເຈົ້າ​ຮູ້ສຶກ​ແນວໃດ​ທີ່​ພະເຢຊູ​ເປັນ​ຄົນ​ຖ່ອມ​ແບບ​ນີ້? ແນ່ນອນ​ວ່າ​ນັ້ນ​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ຮັກ​ພະເຢຊູ​ແລະ​ຮຽນແບບ​ເພິ່ນ. ເປັນຫຍັງ​ພະເຢຊູ​ຈຶ່ງ​ເປັນ​ຄົນ​ຖ່ອມ? ກໍ​ຍ້ອນ​ວ່າ​ເພິ່ນ​ຮັກ​ພະເຢໂຫວາ​ແລະ​ຮຽນແບບ​ຄວາມ​ຖ່ອມ​ຂອງ​ພໍ່​ເພິ່ນ. (ເພງ. 18:35; ຮຣ. 1:3) ຍ້ອນ​ເພິ່ນ​ຮຽນແບບ​ຄຸນລັກສະນະ​ຂອງ​ພະເຢໂຫວາ​ໄດ້​ຢ່າງ​ສົມບູນ​ແບບ​ບໍ​ເຈົ້າ​ຈຶ່ງ​ຮັກ​ເພິ່ນ?

8. ເປັນຫຍັງ​ເຮົາ​ຈຶ່ງ​ຮັກ​ພະເຢຊູ​ກະສັດ​ຂອງ​ເຮົາ?

8 ເຮົາ​ຮັກ​ພະເຢຊູ​ກະສັດ​ຂອງ​ເຮົາ​ເພາະ​ເພິ່ນ​ເປັນ​ຜູ້​ປົກຄອງ​ທີ່​ດີ​ທີ່ສຸດ. ພະເຢໂຫວາ​ໄດ້​ຝຶກ​ພະເຢຊູ​ດ້ວຍຕົວ​ຂອງ​ເພິ່ນ​ເອງ​ແລະ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ. (ອຊຢ. 50:4, 5) ນອກຈາກນັ້ນ ໃຫ້​ເຮົາ​ຄິດເຖິງ​ຄວາມ​ຮັກ​ແລະ​ການ​ເສຍ​ສະລະ​ທີ່​ພະເຢຊູ​ສະແດງ​ຕໍ່​ເຮົາ. (ຢຮ. 13:1) ຍ້ອນ​ພະເຢຊູ​ເປັນ​ກະສັດ​ຂອງ​ເຮົາ ເຮົາ​ຈຶ່ງ​ຮັກ​ເພິ່ນ. ພະເຢຊູ​ໄດ້​ອະທິບາຍ​ວ່າ​ຜູ້​ທີ່​ຮັກ​ເພິ່ນ​ແທ້ໆ​ຈະ​ໄດ້​ເປັນ​ໝູ່​ກັບ​ເພິ່ນ ແລະ​ຜູ້​ທີ່​ເປັນ​ໝູ່​ກັບ​ເພິ່ນ​ກໍ​ຕ້ອງ​ເຊື່ອຟັງ​ຄຳສັ່ງ​ຂອງ​ເພິ່ນ. (ຢຮ. 14:15; 15:14, 15) ເຮົາ​ຮູ້ສຶກ​ວ່າ​ເປັນ​ກຽດ​ຫຼາຍ​ແທ້ໆ​ທີ່​ໄດ້​ເປັນ​ໝູ່​ກັບ​ລູກ​ຂອງ​ພະເຈົ້າ!

9. ການ​ຮັບ​ບັບເຕມາ​ຂອງ​ພວກ​ລູກສິດ​ຄ້າຍຄື​ກັບ​ການ​ຮັບ​ບັບເຕມາ​ຂອງ​ພະເຢຊູ​ແນວໃດ?

9 ຄຳສັ່ງ​ຢ່າງ​ໜຶ່ງ​ທີ່​ພະເຢຊູ​ບອກ​ພວກ​ລູກສິດ​ໃຫ້​ເຮັດ​ກໍ​ຄື ການ​ຮັບ​ບັບເຕມາ. (ມທ. 28:19, 20) ພະເຢຊູ​ກໍ​ເຮັດ​ໃຫ້​ເຫັນ​ເປັນຕົວຢ່າງ​ໃນ​ເລື່ອງ​ນີ້. ການ​ຮັບ​ບັບເຕມາ​ຂອງ​ພະເຢຊູ​ແລະ​ການ​ຮັບ​ບັບເຕມາ​ຂອງ​ພວກ​ລູກສິດ​ມີ​ບາງ​ຢ່າງ​ທີ່​ຄື​ກັນ​ແລະ​ມີ​ບາງ​ຢ່າງ​ທີ່​ຕ່າງ​ກັນ. (ເບິ່ງ​ຂອບ “ ການ​ຮັບ​ບັບເຕມາ​ຂອງ​ພະເຢຊູ​ຕ່າງ​ຈາກ​ການ​ຮັບ​ບັບເຕມາ​ຂອງ​ພວກ​ລູກສິດ​ແນວໃດ?”) ພະເຢຊູ​ຮັບ​ບັບເຕມາ​ເພື່ອ​ສະເໜີ​ຕົວ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຢໂຫວາ. (ຮຣ. 10:7) ຄ້າຍຄື​ກັນ ເມື່ອ​ພວກ​ລູກສິດ​ຮັບ​ບັບເຕມາ ເຂົາເຈົ້າ​ກໍ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ໄດ້​ອຸທິດຕົວ​ໃຫ້​ພະເຢໂຫວາ​ແລ້ວ. ນັ້ນ​ໝາຍ​ຄວາມ​ວ່າ​ຕໍ່​ຈາກ​ນີ້​ໄປ​ເຂົາເຈົ້າ​ຈະ​ໃຊ້​ຊີວິດ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຢໂຫວາ ບໍ່​ແມ່ນ​ຕາມ​ຄວາມ​ຕ້ອງການ​ຂອງຕົວເອງ. ເຮົາ​ເຫັນ​ໄດ້​ວ່າ​ພວກ​ລູກສິດ​ກຳລັງ​ເຮັດ​ຕາມຕົວຢ່າງ​ຂອງ​ພະເຢຊູ.

10. ມີ​ເຫດຜົນ​ຫຍັງ​ອີກ​ທີ່​ເຮົາ​ຄວນ​ຮັກ​ພະເຢຊູ? ແລະ​ຄວາມ​ຮັກ​ນັ້ນ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ?

10 ເຈົ້າ​ເຊື່ອ​ວ່າ​ພະເຢຊູ​ເປັນ​ລູກ​ຊາຍ​ຄົນ​ດຽວ​ຂອງ​ພະເຢໂຫວາ​ທີ່​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ເຮົາ. ເຈົ້າ​ຮູ້​ວ່າ​ພະເຢຊູ​ເປັນ​ຄົນ​ຖ່ອມ​ແລະ​ຮຽນແບບ​ພະເຢໂຫວາ​ໄດ້​ຢ່າງ​ສົມບູນແບບ. ເຈົ້າ​ຮູ້​ວ່າ​ເພິ່ນ​ໄດ້​ລ້ຽງ​ອາຫານ​ຄົນ​ຈຳນວນ​ຫຼາຍ ໃຫ້​ກຳລັງໃຈ​ຜູ້​ທີ່​ທໍ້ໃຈ ແລະ​ປິ່ນປົວ​ຄົນ​ທີ່​ເຈັບ​ປ່ວຍ. (ມທ. 14:14-21) ເຈົ້າ​ໄດ້​ເຫັນ​ເພິ່ນ​ນຳ​ໜ້າ​ໃນ​ປະຊາຄົມ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້. (ມທ. 23:10) ແລະ​ເຈົ້າ​ຮູ້​ວ່າ​ໃນ​ຖານະ​ທີ່​ເພິ່ນ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ເພິ່ນ​ຈະ​ເຮັດ​ຫຼາຍ​ກວ່າ​ນີ້​ອີກ​ໃນ​ອະນາຄົດ. ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຈົ້າ​ຮັກ​ເພິ່ນ? ໂດຍ​ເຮັດຕາມ​ຕົວ​ຢ່າງ​ຂອງ​ເພິ່ນ. (ຢຮ. 14:21) ສິ່ງ​ທຳອິດ​ທີ່​ເຈົ້າ​ຈະ​ເຮັດ​ແບບນັ້ນ​ໄດ້​ກໍ​ຄື ອຸທິດຕົວ​ໃຫ້​ກັບ​ພະເຢໂຫວາ​ແລະ​ຮັບ​ບັບເຕມາ.

ຮັກ​ພະເຢໂຫວາ

11. ເຫດຜົນ​ທີ່​ສຳຄັນ​ທີ່ສຸດ​ທີ່​ເຮົາ​ຮັບ​ບັບເຕມາ​ແມ່ນ​ຫຍັງ? ແລະ​ຍ້ອນຫຍັງ?

11 ເຫດຜົນ​ທີ່​ສຳຄັນ​ທີ່ສຸດ​ທີ່​ເຮົາ​ຮັບ​ບັບເຕມາ​ແມ່ນ​ຫຍັງ? ພະເຢຊູ​ໄດ້​ບອກ​ວ່າ​ຄຳສັ່ງ​ທີ່​ສຳຄັນ​ທີ່ສຸດ​ຂອງ​ພະເຈົ້າ​ກໍ​ຄື “ເຈົ້າ​ຕ້ອງ​ຮັກ​ພະເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມຄິດ ແລະ​ສຸດ​ກຳລັງ.” (ມຣກ. 12:30) ເຈົ້າ​ຮັກ​ພະເຢໂຫວາ​ຄື​ກັບ​ຂໍ້​ນີ້​ບອກ​ບໍ?

ພະເຢໂຫວາ​ໄດ້​ໃຫ້​ສິ່ງ​ດີໆ​ທຸກ​ຢ່າງ​ກັບ​ເຈົ້າ​ເຊິ່ງ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມສຸກ​ທັງ​ໃນ​ຕອນນີ້​ແລະ​ໃນ​ອະນາຄົດ (ເບິ່ງ​ຂໍ້ 12-13)

12. ເປັນຫຍັງ​ເຈົ້າ​ຈຶ່ງ​ຮັກ​ພະເຢໂຫວາ? (ເບິ່ງຮູບພາບ)

12 ມີ​ຫຼາຍ​ເຫດຜົນ​ທີ່​ເຈົ້າ​ຮັກ​ພະເຢໂຫວາ. ຕົວຢ່າງ​ເຊັ່ນ: ເຈົ້າ​ຮູ້​ວ່າ​ພະເຢໂຫວາ​ເປັນ “ບໍ່​ເກີດ​ຂອງ​ຊີວິດ” ແລະ​ເປັນ​ຜູ້​ໃຫ້ “ສິ່ງ​ດີໆ​ແລະ​ສົມບູນ​ທຸກ​ຢ່າງ” ແກ່​ເຈົ້າ. (ເພງ. 36:9, ລ.ມ.; ຢກບ. 1:17) ສິ່ງ​ດີໆ​ທຸກ​ຢ່າງ​ທີ່​ເຈົ້າ​ມີ​ໃນ​ຊີວິດ​ກໍ​ມາ​ຈາກ​ພະເຢໂຫວາ​ພະເຈົ້າ​ທີ່​ໃຈກວ້າງ​ແລະ​ຮັກ​ເຈົ້າ.

13. ເປັນຫຍັງ​ຄ່າໄຖ່​ຈຶ່ງ​ເປັນ​ຂອງຂວັນ​ທີ່​ພິເສດ?

13 ຄ່າໄຖ່​ເປັນ​ຂອງຂວັນ​ທີ່​ພິເສດ​ທີ່​ພະເຢໂຫວາ​ໄດ້​ໃຫ້​ເຮົາ. ເປັນຫຍັງ​ເຮົາ​ເວົ້າ​ແບບນັ້ນ? ໃຫ້​ເຮົາ​ຄິດ​ເບິ່ງ​ວ່າ​ພະເຢໂຫວາ​ແລະ​ພະເຢຊູ​ໃກ້ຊິດ​ກັນ​ຂະໜາດ​ໃດ. ເມື່ອ​ພະເຢຊູ​ເວົ້າ​ວ່າ “ພໍ່​ຮັກ​ຂ້ອຍ” ແລະ “ຂ້ອຍ​ຮັກ​ພະອົງ” ພະເຢໂຫວາ​ແລະ​ພະເຢຊູ​ມີ​ສາຍສຳພັນ​ທີ່​ແໜ້ນແຟ້ນ​ມາ​ຫຼາຍ​ພັນ​ລ້ານ​ປີ​ແລ້ວ. (ຢຮ. 10:17; 14:31; ສຸພາ. 8:22, 23, 30) ລອງ​ຄິດ​ເບິ່ງ​ວ່າ​ພະເຢໂຫວາ​ຈະ​ຮູ້ສຶກ​ເຈັບ​ປວດ​ຫຼາຍ​ຂະໜາດ​ໃດ​ທີ່​ເຫັນ​ລູກ​ຊາຍ​ຕ້ອງ​ທົນ​ທຸກ​ແລະ​ຕາຍ. ພະເຢໂຫວາ​ຮັກ​ມະນຸດ​ຫຼາຍ ເຊິ່ງ​ລວມ​ເຖິງ​ເຈົ້າ​ນຳ. ເພິ່ນ​ຮັກ​ຈົນ​ເຖິງຂັ້ນ​ເຕັມໃຈ​ສະລະ​ລູກ​ຊາຍ​ຄົນດຽວ​ໃຫ້​ມາ​ເປັນ​ຄ່າໄຖ່ ເພື່ອ​ເຈົ້າ​ແລະ​ຄົນອື່ນໆ​ຈະ​ໄດ້​ຮັບ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ. (ຢຮ. 3:16; ຄລຕ. 2:20) ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ສຳຄັນ​ທີ່​ເຮົາ​ຮັກ​ພະເຢໂຫວາ.

14. ເປົ້າໝາຍ​ທີ່​ດີ​ທີ່ສຸດ​ໃນ​ຊີວິດ​ຂອງ​ເຈົ້າ​ແມ່ນ​ຫຍັງ?

14 ແຮ່ງ​ເຈົ້າ​ຮູ້ຈັກ​ພະເຢໂຫວາ​ຫຼາຍ​ເທົ່າ​ໃດ ເຈົ້າ​ກໍ​ແຮ່ງ​ຮັກ​ເພິ່ນ​ຫຼາຍ​ເທົ່າ​ນັ້ນ. ເຈົ້າ​ຄື​ຊິ​ຢາກ​ສະໜິດ​ກັບ​ພະເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ທັງ​ໃນ​ຕອນນີ້​ແລະ​ຕະຫຼອດໄປ ແລະ​ເຈົ້າ​ສາມາດ​ເຮັດ​ແບບນັ້ນ​ໄດ້. ພະເຢໂຫວາ​ຢາກ​ໃຫ້​ເຈົ້າ​ເຮັດ​ໃຫ້​ເພິ່ນ​ດີໃຈ. (ສຸພາ. 23:15, 16) ເຈົ້າ​ສາມາດ​ເຮັດ​ແບບນັ້ນ​ບໍ່​ພຽງ​ແຕ່​ໂດຍ​ທາງ​ຄຳເວົ້າ​ເທົ່າ​ນັ້ນ ແຕ່​ໂດຍ​ການ​ກະທຳ​ນຳ. ການໃຊ້​ຊີວິດ​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ເຫັນ​ວ່າ​ເຈົ້າ​ຮັກ​ພະເຢໂຫວາ​ແທ້ໆ. (1ຢຮ. 5:3) ນີ້​ເປັນ​ເປົ້າໝາຍ​ທີ່​ດີ​ທີ່ສຸດ​ໃນ​ຊີວິດ​ຂອງ​ເຈົ້າ.

15. ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຈົ້າ​ຮັກ​ພະເຢໂຫວາ?

15 ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຈົ້າ​ຮັກ​ພະເຢໂຫວາ? ທຳອິດ ໃຫ້​ເຈົ້າ​ອະທິດຖານ​ເຖິງ​ພະເຢໂຫວາ​ແລະ​ບອກ​ກັບ​ເພິ່ນ​ວ່າ​ເຈົ້າ​ຈະ​ອຸທິດຕົວ​ໃຫ້​ກັບ​ເພິ່ນ. (ເພງ. 40:8) ຈາກ​ນັ້ນ ໃຫ້​ເຈົ້າ​ຮັບ​ບັບເຕມາ​ເພື່ອ​ສະແດງ​ໃຫ້​ຄົນອື່ນ​ເຫັນ​ວ່າ​ເຈົ້າ​ໄດ້​ອຸທິດຕົວ​ໃຫ້​ພະເຢໂຫວາ​ແລ້ວ. ຄື​ກັບ​ທີ່​ເຮົາ​ເວົ້າ​ໃນ​ຕອນ​ຕົ້ນ​ຂອງ​ບົດຄວາມ​ນີ້​ແລ້ວ​ວ່າ ການ​ຮັບ​ບັບເຕມາ​ເປັນ​ຈຸດ​ປ່ຽນ​ທີ່​ສຳຄັນ​ໃນ​ຊີວິດ​ຂອງ​ເຈົ້າ​ແລະ​ເປັນ​ມື້​ທີ່​ໜ້າ​ຍິນດີ ເພາະ​ເຈົ້າ​ຈະ​ເລີ່ມ​ໃຊ້​ຊີວິດ​ໃໝ່​ເພື່ອ​ພະເຢໂຫວາ ບໍ່​ແມ່ນ​ເພື່ອ​ຕົວ​ເຈົ້າ​ເອງ. (ຣມ. 14:8; 1ປຕ. 4:1, 2) ນັ້ນ​ອາດ​ເປັນ​ການ​ຕັດສິນໃຈ​ຄັ້ງ​ສຳຄັນ ແຕ່​ມັນ​ຈະ​ເປີດ​ໂອກາດ​ໃຫ້​ເຈົ້າ​ມີ​ຊີວິດ​ທີ່​ດີ​ທີ່ສຸດ. ແລ້ວ​ມັນ​ຈະ​ເປັນ​ແບບນັ້ນ​ໄດ້​ແນວໃດ?

16. ຕາມ​ທີ່​ບອກ​ໄວ້​ໃນ​ຄຳເພງ 41:12 ພະເຢໂຫວາ​ຈະ​ໃຫ້​ລາງວັນ​ຫຍັງ​ກັບ​ຜູ້​ທີ່​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ເພິ່ນ?

16 ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈກວ້າງ​ທີ່ສຸດ. ບໍ່​ວ່າ​ເຈົ້າ​ຈະ​ໃຫ້​ສິ່ງ​ໃດ​ກັບ​ເພິ່ນ ເພິ່ນ​ຈະ​ໃຫ້​ເຈົ້າ​ຄືນ​ຫຼາຍ​ເທົ່າ. (ມຣກ. 10:29, 30) ພະເຢໂຫວາ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ທີ່​ມີ​ຄວາມໝາຍ​ແລະ​ມີ​ຄວາມສຸກ​ທີ່ສຸດ​ໃນ​ຕອນນີ້​ເຖິງ​ວ່າ​ຈະ​ຢູ່​ໃນ​ໂລກ​ຊົ່ວ. ແລະ​ນັ້ນ​ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ. ຖ້າ​ເຈົ້າ​ຮັບ​ບັບເຕມາ ເຈົ້າ​ກໍ​ຈະ​ມີ​ໂອກາດ​ມີ​ຊີວິດ​ທີ່​ບໍ່​ສິ້ນ​ສຸດ. ເຈົ້າ​ຈະ​ໄດ້​ຮັບໃຊ້​ພະເຢໂຫວາ​ພໍ່​ທີ່​ເຈົ້າ​ຮັກ​ຕະຫຼອດໄປ ແລະ​ຄວາມ​ຮັກ​ລະຫວ່າງ​ເຈົ້າ​ກັບ​ພະເຢໂຫວາ​ຈະ​ເພີ່ມ​ຂຶ້ນ​ເລື້ອຍໆ. ນອກຈາກນັ້ນ ເຈົ້າ​ຈະ​ມີ​ຊີວິດ​ຍືນ​ຍາວ​ເທົ່າ​ທີ່​ພະເຢໂຫວາ​ມີ​ຊີວິດ​ຢູ່ ນັ້ນ​ກໍ​ຄື​ມີ​ຊີວິດ​ຕະຫຼອດໄປ.—ອ່ານ​ຄຳເພງ 41:12

17. ເຈົ້າ​ສາມາດ​ໃຫ້​ຫຍັງ​ກັບ​ພະເຢໂຫວາ ເຊິ່ງ​ເປັນ​ສິ່ງ​ທີ່​ເພິ່ນ​ບໍ່​ມີ?

17 ເມື່ອ​ເຈົ້າ​ອຸທິດຕົວ​ແລະ​ຮັບ​ບັບເຕມາ ເຈົ້າ​ກໍ​ມີ​ສິດທິພິເສດ​ທີ່​ຈະ​ໃຫ້​ສິ່ງ​ທີ່​ມີຄ່າ​ກັບ​ພະເຢໂຫວາ. ພະເຢໂຫວາ​ໄດ້​ໃຫ້​ສິ່ງ​ດີໆ​ທຸກ​ຢ່າງ​ກັບ​ເຈົ້າ​ເຊິ່ງ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມສຸກ. ເຈົ້າ​ສາມາດ​ຕອບ​ແທນ​ພະເຢໂຫວາ​ພະເຈົ້າ​ຜູ້​ທີ່​ສ້າງ​ຟ້າ​ສະຫວັນ​ແລະ​ໂລກ​ນີ້​ໂດຍ​ໃຫ້​ສິ່ງ​ທີ່​ເພິ່ນ​ບໍ່​ມີ ນັ້ນ​ກໍ​ຄື​ການ​ເຕັມໃຈ​ຮັບໃຊ້​ເພິ່ນ​ດ້ວຍ​ຄວາມ​ພັກດີ. (ໂຢບ 1:8; 41:11; ສຸພາ. 27:11) ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ທີ່​ມີ​ຄວາມສຸກ. ດັ່ງນັ້ນ ເຫດຜົນ​ທີ່​ສຳຄັນ​ທີ່ສຸດ​ທີ່​ເຈົ້າ​ຄວນ​ຮັບ​ບັບເຕມາ​ກໍ​ຄື​ຮັກ​ພະເຢໂຫວາ.

ເຈົ້າ​ລໍ​ຖ້າ​ຫຍັງ​ຢູ່?

18. ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຈົ້າ​ອາດຈະ​ຖາມຕົວເອງ?

18 ຖ້າ​ມີ​ຄົນ​ຖາມ​ເຈົ້າ​ວ່າ ‘ເຈົ້າ​ຈະ​ຮັບ​ບັບເຕມາ​ບໍ?’ ເຈົ້າ​ຈະ​ຕອບ​ຄຳຖາມ​ນີ້​ແນວໃດ? ມີ​ແຕ່​ເຈົ້າ​ເທົ່າ​ນັ້ນ​ທີ່​ຕອບ​ຄຳຖາມ​ນີ້​ໄດ້. ແຕ່​ຄຳຖາມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຖາມ​ຕົວເອງ​ວ່າ ‘ຂ້ອຍ​ກຳລັງ​ລໍ​ຖ້າ​ຫຍັງ?’ (ກຈກ. 8:36) ຂໍ​ໃຫ້​ຈື່​ສາມ​ເຫດຜົນ​ທີ່​ເຈົ້າ​ຄວນ​ຮັບ​ບັບເຕມາ​ທີ່​ໄດ້​ຮຽນ​ຢູ່​ໃນ​ບົດຄວາມ​ນີ້. ເຫດຜົນ​ທີ​ໜຶ່ງ ເຈົ້າ​ຮັກ​ຄວາມຈິງ​ແລະ​ຄວາມ​ຖືກຕ້ອງຊອບທຳ. ໃຫ້​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຢາກ​ເຫັນ​ມື້​ທີ່​ທຸກ​ຄົນ​ເວົ້າ​ຄວາມຈິງ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ບໍ?’ ເຫດຜົນ​ທີ​ສອງ ເຈົ້າ​ຮັກ​ພະເຢຊູ​ຄລິດ. ໃຫ້​ຖາມຕົວເອງ​ວ່າ ‘ຂ້ອຍ​ຢາກ​ໃຫ້​ພະເຢຊູ​ເປັນ​ກະສັດ​ຂອງ​ຂ້ອຍ ແລະ​ຂ້ອຍ​ຢາກ​ເຮັດ​ຕາມຕົວຢ່າງ​ຂອງ​ເພິ່ນ​ບໍ?’ ເຫດຜົນ​ທີ​ສາມ​ເຊິ່ງ​ເປັນ​ເຫດຜົນ​ທີ່​ສຳຄັນ​ທີ່ສຸດ​ກໍ​ຄື ເຈົ້າ​ຮັກ​ພະເຢໂຫວາ. ໃຫ້​ຖາມ​ຕົວເອງ​ວ່າ ‘ຂ້ອຍ​ຢາກ​ເຮັດ​ໃຫ້​ພະເຢໂຫວາ​ດີໃຈ​ໂດຍ​ເຕັມໃຈ​ຮັບໃຊ້​ເພິ່ນ​ບໍ?’ ຖ້າ​ເຈົ້າ​ຕອບ​ສາມ​ຄຳຖາມ​ນີ້​ວ່າ​ແມ່ນ ແລ້ວ​ເປັນຫຍັງ​ເຈົ້າ​ບໍ່​ຮັບ​ບັບເຕມາ? ເຈົ້າ​ລໍ​ຖ້າ​ຫຍັງ​ຢູ່?—ກຈກ. 16:33

19. ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ຄວນ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ໂຢຮັນ 4:34)

19 ຖ້າ​ເຈົ້າ​ລັງເລ​ວ່າ​ຈະ​ຮັບ​ບັບເຕມາ​ບໍ ຂໍ​ໃຫ້​ຄິດເຖິງຕົວຢ່າງ​ປຽບທຽບ​ເລື່ອງ​ໜຶ່ງ​ຂອງ​ພະເຢຊູ. (ອ່ານ​ໂຢຮັນ 4:34) ພະເຢຊູ​ສົມທຽບ​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ເປັນ​ຄື​ກັບ​ອາຫານ. ເປັນຫຍັງ​ພະເຢຊູ​ຈຶ່ງ​ສົມທຽບ​ແບບນັ້ນ? ກໍ​ຍ້ອນ​ວ່າ​ອາຫານ​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ​ຂອງ​ເຮົາ. ພະເຢຊູ​ຮູ້​ວ່າ​ທຸກ​ສິ່ງ​ທີ່​ພະເຢໂຫວາ​ບອກ​ໃຫ້​ເຮົາ​ເຮັດ​ລ້ວນ​ແຕ່​ເປັນ​ປະໂຫຍດ​ຕໍ່​ຕົວເຮົາ​ເອງ. ພະເຢໂຫວາ​ບໍ່​ຢາກ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ເປັນ​ອັນຕະລາຍ​ຕໍ່​ຕົວເຮົາ. ສິ່ງ​ທີ່​ພະເຢໂຫວາ​ຕ້ອງການ​ໃຫ້​ເຈົ້າ​ເຮັດ​ກໍ​ຄື​ການ​ຮັບ​ບັບເຕມາ​ແມ່ນ​ບໍ? ແມ່ນ​ແລ້ວ. (ກຈກ. 2:38) ດັ່ງນັ້ນ ຖ້າ​ເຈົ້າ​ເຮັດ​ຕາມ​ຄຳສັ່ງ​ນີ້​ໂດຍ​ຮັບ​ບັບເຕມາ ເຈົ້າ​ກໍ​ສາມາດ​ໝັ້ນໃຈ​ໄດ້​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ແນ່ນອນ. ແລະ​ຖ້າ​ເຈົ້າ​ບໍ່​ໄດ້​ລັງເລ​ທີ່​ຈະ​ກິນ​ອາຫານ​ທີ່​ແຊບ​ທີ່ສຸດ​ທີ່​ຢູ່​ຕໍ່​ໜ້າ​ເຈົ້າ ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ?

20. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ຕໍ່ໄປ?

20 ແລ້ວ​ເຈົ້າ​ເດ ລໍ​ຖ້າ​ຫຍັງ​ຢູ່? ຫຼາຍ​ຄົນ​ອາດຈະ​ບອກ​ວ່າ ‘ຂ້ອຍ​ຍັງ​ບໍ່​ພ້ອມ.’ ທີ່​ຈິງ ການ​ຕັດສິນໃຈ​ອຸທິດຕົວ​ໃຫ້​ພະເຢໂຫວາ​ແລະ​ຮັບ​ບັບເຕມາ​ເປັນ​ການ​ຕັດສິນໃຈ​ທີ່​ສຳຄັນ​ທີ່ສຸດ​ໃນ​ຊີວິດ. ດັ່ງນັ້ນ ເຈົ້າ​ຕ້ອງ​ໃຊ້​ເວລາ ຄິດ​ໃຫ້​ດີ ແລະ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ເພື່ອ​ຈະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ. ແຕ່​ຖ້າ​ເຈົ້າ​ຢາກ​ຮັບ​ບັບເຕມາ​ແທ້ໆ​ເຈົ້າ​ຈະ​ກຽມ​ຕົວ​ແນວ​ໃດ​ຕັ້ງແຕ່​ຕອນນີ້? ເຮົາ​ຈະ​ມາ​ຮຽນ​ເລື່ອງ​ນີ້​ໃນ​ບົດຄວາມ​ຕໍ່ໄປ.

ເພງ 28 ໄດ້​ເປັນ​ເພື່ອນ​ກັບ​ພະເຢໂຫວາ

a ການ​ຮັບ​ບັບເຕມາ​ເປັນ​ຂັ້ນ​ຕອນ​ສຳຄັນ​ສຳລັບ​ນັກສຶກສາ​ຄຳພີໄບເບິນ​ທຸກ​ຄົນ. ເປັນຫຍັງ? ເຂົາເຈົ້າ​ຢາກ​ຮັບ​ບັບເຕມາ​ກໍ​ຍ້ອນ​ຄວາມ​ຮັກ. ຮັກ​ຫຍັງ​ແລະ​ຮັກ​ຜູ້​ໃດ? ໃນ​ບົດຄວາມ​ນີ້ ເຮົາ​ຈະ​ໄດ້​ຄຳຕອບ​ແລະ​ຈະ​ມາ​ລົມ​ກັນ​ວ່າ​ຊີວິດ​ຂອງ​ເຮົາ​ຈະ​ເປັນ​ແນວໃດ​ຖ້າ​ຮັບ​ບັບເຕມາ​ແລ້ວ.