ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 11

ເຮັດ​ແນວໃດ​ເພື່ອ​ຈະ​ຮັບ​ບັບເຕມາ?

ເຮັດ​ແນວໃດ​ເພື່ອ​ຈະ​ຮັບ​ບັບເຕມາ?

“ມີ​ຫຍັງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮັບ​ບັບເຕມາ​ບໍ່​ໄດ້?”—ກຈກ. 8:36

ເພງ 50 ຄຳ​ອະທິດຖານ​ອຸທິດ​ຕົວ

ໃຈ​ຄວາມ​ສຳຄັນ a

ຢູ່​ທົ່ວ​ໂລກ ບໍ່​ວ່າ​ຜູ້​ທີ່​ອາຍຸ​ໜ້ອຍ​ຫຼື​ອາຍຸ​ຫຼາຍ​ກໍ​ສາມາດ​ກ້າວໜ້າ​ຈົນ​ຮັບ​ບັບເຕມາ​ໄດ້ (ເບິ່ງ​ຂໍ້ 1-2)

1-2. ຖ້າ​ເຈົ້າ​ຍັງ​ບໍ່​ພ້ອມ​ຮັບ​ບັບເຕມາ​ຍ້ອນ​ມີ​ບາງ​ຢ່າງ​ທີ່​ຕ້ອງ​ປັບປຸງ ເປັນຫຍັງ​ບໍ່​ຄວນ​ທໍ້ໃຈ? (ເບິ່ງ​ຮູບ​ໜ້າ​ປົກ)

 ຖ້າ​ເຈົ້າ​ຢາກ​ຮັບ​ບັບເຕມາ ເຈົ້າ​ກໍ​ກຳລັງ​ຕັ້ງ​ເປົ້າໝາຍ​ທີ່​ດີ. ເຈົ້າ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ແລ້ວ​ບໍ? ຖ້າ​ແມ່ນ​ແລະ​ຜູ້​ດູແລ​ກໍ​ເຫັນດີ​ນຳ​ແລ້ວ ເຈົ້າ​ກໍ​ບໍ່​ຕ້ອງ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ​ໃນ​ການ​ປະຊຸມ​ໃຫຍ່​ຄັ້ງ​ຕໍ່ໄປ. ວຽກຮັບໃຊ້​ທີ່​ເຮັດ​ໃຫ້​ໄດ້​ຮັບ​ພອນ​ຈາກ​ພະເຢໂຫວາ​ກຳລັງ​ລໍ​ຖ້າ​ເຈົ້າ​ຢູ່.

2 ແຕ່​ຖ້າ​ມີ​ບາງຄົນ​ບອກ​ວ່າ​ເຈົ້າ​ຕ້ອງ​ພັດທະນາ​ຕົວເອງ​ໃຫ້​ຫຼາຍ​ກວ່າ​ນີ້​ກ່ອນ​ຈຶ່ງ​ຮັບ​ບັບເຕມາ​ໄດ້ ຫຼື​ເຈົ້າ​ເຫັນ​ວ່າ​ຕົວເອງ​ມີ​ບາງ​ຢ່າງ​ທີ່​ຕ້ອງ​ພັດທະນາ ກໍ​ຢ່າ​ຟ້າວ​ທໍ້ໃຈ. ເຈົ້າ​ສາມາດ​ກ້າວໜ້າ​ຕໍ່ໄປ​ຈົນ​ເຖິງຂັ້ນ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ໄດ້ ບໍ່​ວ່າ​ເຈົ້າ​ຈະ​ອາຍຸ​ໜ້ອຍ​ຫຼື​ຫຼາຍ.

“ມີ​ຫຍັງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮັບ​ບັບເຕມາ​ບໍ່​ໄດ້?”

3. ຂ້າລາຊະການ​ຊາວ​ເອທິໂອເປຍ​ຖາມ​ຟີລິບ​ແນວໃດ? ແລະ​ຄຳເວົ້າ​ຂອງ​ລາວ​ເຮັດ​ໃຫ້​ເກີດ​ຄຳຖາມ​ຫຍັງ? (ກິດຈະການ 8:36, 38)

3 ອ່ານ​ກິດຈະການ 8:36, 38. ຂ້າລາຊະການ​ຊາວ​ເອທິໂອເປຍ​ຖາມ​ຟີລິບ​ວ່າ “ມີ​ຫຍັງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮັບ​ບັບເຕມາ​ບໍ່​ໄດ້?” ເຫັນ​ໄດ້​ວ່າ​ຂ້າລາຊະການ​ຜູ້​ນີ້​ຮູ້ສຶກ​ວ່າ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ແລ້ວ ແຕ່​ລາວ​ພ້ອມ​ແທ້ໆ​ບໍ?

ຂ້າລາຊະການ​ຊາວ​ເອທິໂອເປຍ​ຕັ້ງໃຈ​ທີ່​ຈະ​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ຕໍ່ໆ​ໄປ (ເບິ່ງ​ຂໍ້ 4)

4. ຊາວ​ເອທິໂອເປຍ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ລາວ​ຕັ້ງໃຈ​ທີ່​ຈະ​ຮຽນຮູ້​ຕໍ່ໆ​ໄປ?

4 ຂ້າລາຊະການ​ຊາວ​ເອທິໂອເປຍ “ໄປ​ນະມັດສະການ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ.” (ກຈກ. 8:27) ນັ້ນ​ກໍ​ສະແດງ​ວ່າ​ລາວ​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ ແລ້ວ​ຄື​ຊິ​ໄດ້​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ຈາກ​ຄຳພີໄບເບິນ​ພາກ​ພາສາ​ເຮັບເຣີ ແຕ່​ລາວ​ກໍ​ຢາກ​ຮູ້​ຫຼາຍ​ຂຶ້ນ. ສິ່ງ​ທີ່​ສະແດງ​ວ່າ​ລາວ​ຢາກ​ຮຽນຮູ້​ຫຼາຍ​ຂຶ້ນ​ກໍ​ຄື ຕອນ​ທີ່​ຟີລິບ​ພົບ​ລາວ​ຢູ່​ຫົນ​ທາງ​ລາວ​ກຳລັງ​ອ່ານ​ມ້ວນໜັງສື​ຂອງ​ຜູ້ພະຍາກອນ​ເອຊາຢາ​ຢູ່ ເຊິ່ງ​ເປັນ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ. (ກຈກ. 8:28) ເຫັນ​ໄດ້​ວ່າ​ຂ້າລາຊະການ​ນີ້​ບໍ່​ໄດ້​ຢາກ​ຮູ້​ພຽງ​ແຕ່​ຄຳສອນ​ພື້ນຖານ​ຂອງ​ຄຳພີໄບເບິນ​ເທົ່າ​ນັ້ນ ແຕ່​ລາວ​ຢາກ​ຮູ້​ຄຳສອນ​ທີ່​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ​ເລື້ອຍໆ.

5. ຊາວ​ເອທິໂອເປຍ​ເຮັດ​ຕາມ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ແນວໃດ?

5 ຜູ້​ຊາຍ​ຄົນ​ນີ້​ລາວ​ເປັນ​ຂ້າລາຊະການ​ຊາວ​ເອທິໂອເປຍ​ທີ່​ມີ​ຕຳແໜ່ງ​ສູງ​ຂອງ​ລາຊີນີ​ກັນ​ດາ​ເກ​ຂອງ​ເອທິໂອເປຍ “ແລະ​ເປັນ​ຜູ້​ເບິ່ງແຍງ​ຊັບສິນ​ທັງໝົດ​ຂອງ​ລາຊີນີ.” (ກຈກ. 8:27) ດັ່ງນັ້ນ ລາວ​ຈຶ່ງ​ມີ​ວຽກ​ຫຼາຍ​ແລະ​ມີ​ໜ້າທີ່​ຮັບຜິດຊອບ​ຫຼາຍ. ແຕ່​ລາວ​ກໍ​ຍັງ​ຈັດ​ເວລາ​ເພື່ອ​ນະມັດສະການ​ພະເຢໂຫວາ. ນີ້​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ບໍ່​ພຽງ​ແຕ່​ຮຽນ​ຄວາມຈິງ​ເທົ່າ​ນັ້ນ ແຕ່​ລາວ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ນຳ. ລາວ​ຈຶ່ງ​ເດີນທາງ​ຈາກ​ເອທິໂອເປຍ​ເພື່ອ​ໄປ​ນະມັດສະການ​ພະເຢໂຫວາ​ຢູ່​ວິຫານ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ການ​ເດີນທາງ​ນັ້ນ​ກໍ​ບໍ່​ງ່າຍ ຍ້ອນ​ຕ້ອງ​ໃຊ້​ເວລາ​ແລະ​ຄ່າ​ໃຊ້​ຈ່າຍ​ຫຼາຍ. ແຕ່​ລາວ​ກໍ​ມີ​ຄວາມສຸກ​ທີ່​ໄດ້​ໄປ​ນະມັດສະການ​ພະເຢໂຫວາ.

6-7. ສິ່ງ​ໃດ​ເຮັດ​ໃຫ້​ຊາວ​ເອທິໂອເປຍ​ຄົນ​ນີ້​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ?

6 ຊາວ​ເອທິໂອເປຍ​ຄົນ​ນີ້​ໄດ້​ຮຽນ​ຄວາມຈິງ​ທີ່​ສຳຄັນ​ຫຼາຍ​ຢ່າງ​ຈາກ​ຟີລິບ ເຊິ່ງ​ລວມ​ເຖິງ​ສິ່ງ​ທີ່​ສະແດງ​ວ່າ​ພະເຢຊູ​ເປັນ​ເມຊີອາ. (ກຈກ. 8:34, 35) ລາວ​ປະທັບໃຈ​ແທ້ໆ​ເມື່ອ​ຮູ້​ວ່າ​ພະເຢຊູ​ເຮັດ​ຫຍັງ​ແນ່​ເພື່ອ​ລາວ. ນີ້​ກະຕຸ້ນ​ລາວ​ໃຫ້​ເຮັດ​ຫຍັງ? ທີ່​ຈິງ ລາວ​ສາມາດ​ທີ່​ຈະ​ໃຊ້​ຊີວິດ​ແບບ​ເກົ່າ​ກໍ​ໄດ້ ຍ້ອນ​ລາວ​ເປັນ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ​ແລະ​ກໍ​ມີ​ຄົນ​ນັບ​ໜ້າ​ຖື​ຕາ. ແຕ່​ຍ້ອນ​ຄວາມ​ຮັກ​ທີ່​ລາວ​ມີ​ຕໍ່​ພະເຢໂຫວາ​ແລະ​ພະເຢຊູ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ​ຈົນ​ເຮັດ​ໃຫ້​ລາວ​ຕັດສິນໃຈ​ຮັບ​ບັບເຕມາ​ເປັນ​ລູກສິດ​ຂອງ​ພະເຢຊູ. ເມື່ອ​ຟີລິບ​ເຫັນ​ວ່າ​ລາວ​ພ້ອມ​ແລ້ວ ຈຶ່ງ​ໃຫ້​ລາວ​ຮັບ​ບັບເຕມາ.

7 ຖ້າ​ເຈົ້າ​ເຮັດ​ຕາມ​ຕົວຢ່າງ​ຂອງ​ຊາວ​ເອທິໂອເປຍ ເຈົ້າ​ກໍ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ. ແລະ​ເຈົ້າ​ເອງ​ກໍ​ຈະ​ເວົ້າ​ໄດ້​ຢ່າງ​ໝັ້ນໃຈ​ວ່າ “ມີ​ຫຍັງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮັບ​ບັບເຕມາ​ບໍ່​ໄດ້?” ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ຊາວ​ເອທິໂອເປຍ​ໄດ້​ແນວໃດ ເຊັ່ນ: ລາວ​ຮຽນຮູ້​ຕໍ່ໆ​ໄປ ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ ແລະ​ພັດທະນາ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ໃຫ້​ຫຼາຍ​ຂຶ້ນ.

ຮຽນຮູ້​ຕໍ່ໆ​ໄປ

8. ໂຢຮັນ 17:3 ບອກ​ໃຫ້​ເຈົ້າ​ເຮັດ​ຫຍັງ?

8 ອ່ານ​ໂຢຮັນ 17:3. ຄຳເວົ້າ​ຂອງ​ພະເຢຊູ​ທີ່​ຢູ່​ໃນ​ຂໍ້​ຄຳພີ​ນີ້​ຊ່ວຍ​ໃຫ້​ເຈົ້າ​ຕັດສິນໃຈ​ສຶກສາ​ຄຳພີໄບເບິນ​ບໍ? ພວກ​ເຮົາ​ຫຼາຍ​ຄົນ​ຮູ້ສຶກ​ແບບນັ້ນ. ຄຳເວົ້າ​ນີ້​ຍັງ​ບອກ​ໃຫ້​ເຮົາ​ຮຽນຮູ້​ຕໍ່ໆ​ໄປ​ບໍ? ແມ່ນ​ແລ້ວ. ເຮົາ​ຕ້ອງ “ຮັບ​ຄວາມ​ຮູ້​ຕໍ່ໆ​ໄປ​ກ່ຽວກັບ . . . ພະເຈົ້າ​ທ່ຽງແທ້​ອົງ​ດຽວ.” (ຜູ້ປ. 3:11, ລ.ມ) ເຮົາ​ສາມາດ​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ໄດ້​ຕະຫຼອດໄປ. ແລະ​ແຮ່ງ​ເຮົາ​ມີ​ຄວາມ​ຮູ້​ຫຼາຍ​ຂຶ້ນ ເຮົາ​ກໍ​ແຮ່ງ​ຈະ​ໃກ້ຊິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ນຳ.—ເພງ. 73:28

9. ຫຼັງ​ຈາກ​ທີ່​ເຮົາ​ໄດ້​ຮຽນ​ຄວາມ​ຮູ້​ພື້ນຖານ​ໃນ​ຄຳພີໄບເບິນ​ແລ້ວ ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ?

9 ຕອນ​ທີ່​ເຮົາ​ເລີ່ມ​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ ເຮົາ​ໄດ້​ຮຽນ​ແຕ່​ຄຳສອນ​ພື້ນຖານ​ເທົ່າ​ນັ້ນ. ໃນ​ຈົດໝາຍ​ທີ່​ອັກຄະສາວົກ​ໂປໂລ​ຂຽນ​ເຖິງ​ພີ່ນ້ອງ​ຄົນ​ເຮັບເຣີ ລາວ​ເອີ້ນ​ຄຳສອນ​ເຫຼົ່ານີ້​ວ່າ “ເລື່ອງ​ພື້ນຖານ.” ແຕ່​ລາວ​ກໍ​ບໍ່​ໄດ້​ຄິດ​ວ່າ “ຫຼັກ​ຄຳສອນ​ເບື້ອງ​ຕົ້ນ” ນີ້​ບໍ່​ສຳຄັນ. (ຮຣ. 5:12; 6:1) ລາວ​ໄດ້​ປຽບທຽບ​ຄຳສອນ​ນີ້​ເປັນ​ຄື​ກັບ​ນ້ຳ​ນົມ​ທີ່​ເດັກນ້ອຍ​ຕ້ອງ​ກິນ. ແລະ​ລາວ​ຍັງ​ກະຕຸ້ນ​ຄລິດສະຕຽນ​ທຸກ​ຄົນ​ໃຫ້​ຮຽນ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ໃນ​ຄຳພີໄບເບິນ​ນຳ ບໍ່​ແມ່ນ​ຮຽນ​ແຕ່​ຄຳສອນ​ພື້ນຖານ​ເທົ່າ​ນັ້ນ. ເຈົ້າ​ຢາກ​ຮຽນ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ໃນ​ຄຳພີໄບເບິນ​ບໍ? ແລະ​ເຈົ້າ​ຢາກ​ຮຽນ​ກ່ຽວກັບ​ພະເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ​ບໍ?

10. ເປັນຫຍັງ​ບາງຄົນ​ອາດ​ຮູ້ສຶກ​ບໍ່​ມັກ​ການສຶກສາ​ຮ່ຳຮຽນ?

10 ສຳລັບ​ພວກ​ເຮົາ​ຫຼາຍ​ຄົນ ອາດ​ບໍ່​ມັກ​ສຶກສາ​ຮ່ຳຮຽນ. ແລ້ວ​ເຈົ້າ​ເດ ຕອນ​ທີ່​ເຈົ້າ​ຮຽນ​ຢູ່​ໂຮງຮຽນ ເຈົ້າ​ຮຽນ ອ່ານ ແລະ​ສຶກສາ​ຄົ້ນຄວ້າ​ເກັ່ງ​ບໍ? ເຈົ້າ​ຄິດ​ວ່າ​ແຮ່ງ​ຮຽນ​ກໍ​ແຮ່ງ​ມ່ວນ​ແລະ​ຄຸ້ມ​ຄ່າ​ບໍ? ຫຼື​ເຈົ້າ​ຮູ້ສຶກ​ວ່າ​ເຈົ້າ​ອ່ານ​ແລະ​ສຶກສາ​ຄົ້ນຄວ້າ​ບໍ່​ເກັ່ງ? ຖ້າ​ເປັນ​ແບບນັ້ນ ກໍ​ບໍ່​ແມ່ນ​ເຈົ້າ​ຄົນ​ດຽວ ຫຼາຍ​ຄົນ​ກໍ​ຮູ້ສຶກ​ແບບນັ້ນ​ຄື​ກັນ. ແຕ່​ເຈົ້າ​ບໍ່​ຕ້ອງ​ຢ້ານ ເພາະ​ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ. ເພິ່ນ​ເປັນ​ຜູ້​ສອນ​ທີ່​ດີ​ແລະ​ເກັ່ງ.

11. ພະເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເພິ່ນ​ເປັນ “ຄູ​ຜູ້​ຍິ່ງໃຫຍ່”?

11 ພະເຢໂຫວາ​ບອກ​ວ່າ ເພິ່ນ​ເປັນ “ຄູ​ຜູ້​ຍິ່ງໃຫຍ່.” (ອຊຢ. 30:20, 21) ເພິ່ນ​ອົດທົນ ໃຈດີ ແລະ​ເຂົ້າໃຈ​ເຮົາ. ເພິ່ນ​ເບິ່ງ​ສິ່ງ​ທີ່​ດີ​ທີ່​ຢູ່​ໃນ​ໂຕ​ເຮົາ​ແລະ​ບໍ່​ໄດ້​ຄາດໝາຍ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້. (ເພງ. 130:3) ຂໍ​ໃຫ້​ຈື່​ໄວ້​ວ່າ​ພະເຢໂຫວາ​ເປັນ​ຜູ້​ທີ່​ອອກແບບ​ສະໝອງ​ຂອງ​ເຮົາ ຈຶ່ງ​ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຢາກ​ຮຽນຮູ້. (ເພງ. 139:14) ແລະ​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ຮຽນຮູ້​ຕໍ່ໆ​ໄປ ແລະ​ມ່ວນ​ກັບ​ການ​ຮຽນຮູ້​ນັ້ນ. ດັ່ງນັ້ນ ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ “ປູກ​ຝັງ​ຄວາມ​ຮູ້ສຶກ​ຢາກ” ຮຽນຮູ້​ຄວາມຈິງ​ໃນ​ຄຳພີໄບເບິນ​ຕັ້ງແຕ່​ຕອນນີ້. (1ປຕ. 2:2) ເພື່ອ​ຈະ​ເຮັດ​ແບບນັ້ນ​ໄດ້ ເຈົ້າ​ຕ້ອງ​ຕັ້ງ​ເປົ້າໝາຍ​ທີ່​ເຈົ້າ​ເຮັດ​ໄດ້​ແລະ​ຈັດ​ຕາຕະລາງ​ການ​ອ່ານ​ແລະ​ສຶກສາ​ຄຳພີໄບເບິນ​ເປັນ​ປະຈຳ. (ຢຊ. 1:8) ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມ່ວນ​ກັບ​ການ​ອ່ານ​ແລະ​ຮຽນຮູ້​ກ່ຽວກັບ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍໆ.

12. ເປັນຫຍັງ​ຈຶ່ງ​ເປັນ​ເລື່ອງ​ດີ​ທີ່​ເຮົາ​ຈະ​ໃຊ້​ເວລາ​ສຶກສາ​ຄົ້ນຄວ້າ​ກ່ຽວກັບ​ຊີວິດ​ຂອງ​ພະເຢຊູ​ແລະ​ວຽກ​ຮັບໃຊ້​ຂອງ​ເພິ່ນ?

12 ໃຫ້​ເຈົ້າ​ໃຊ້​ເວລາ​ຄິດຕຶກຕອງ​ກ່ຽວກັບ​ຊີວິດ​ຂອງ​ພະເຢຊູ​ແລະ​ວຽກ​ຮັບໃຊ້​ຂອງ​ເພິ່ນ​ເປັນ​ປະຈຳ ແລະ​ໃຫ້​ຮຽນແບບ​ພະເຢຊູ​ໃຫ້​ຫຼາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້​ເພື່ອ​ເຈົ້າ​ຈະ​ສາມາດ​ຮັບໃຊ້​ພະເຢໂຫວາ​ໄດ້​ຢ່າງ​ເຕັມທີ ໂດຍ​ສະເພາະ​ໃນ​ເວລາ​ທີ່​ຫຍຸ້ງຍາກ​ນີ້. (1ປຕ. 2:21) ພະເຢຊູ​ບອກ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ​ກົງ​ໆ​ວ່າ ເຂົາເຈົ້າ​ຈະ​ເຈິ​ກັບ​ບັນຫາ. (ລກ. 14:27, 28) ແຕ່​ເພິ່ນ​ກໍ​ເຊື່ອ​ວ່າ​ເຂົາເຈົ້າ​ຈະ​ສາມາດ​ສັດຊື່​ຕໍ່​ພະເຈົ້າ​ໄດ້​ຄື​ກັບ​ທີ່​ເພິ່ນ​ເຮັດ. (ຢຮ. 16:33) ດັ່ງນັ້ນ ໃຫ້​ເຈົ້າ​ສຶກສາ​ຄົ້ນຄວ້າ​ເລື່ອງ​ຊີວິດ​ຂອງ​ພະເຢຊູ​ຢ່າງ​ລະອຽດ​ແລະ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ຮຽນແບບ​ເພິ່ນ​ທຸກ​ມື້.

13. ເຮົາ​ຄວນ​ຂໍ​ຫຍັງ​ຈາກ​ພະເຢໂຫວາ​ຕໍ່ໆ​ໄປ? ແລະ​ຍ້ອນຫຍັງ?

13 ການ​ມີ​ຄວາມ​ຮູ້​ຢ່າງ​ດຽວ​ຍັງ​ບໍ່​ພໍ. ຄວາມ​ຮູ້​ຈະ​ເປັນ​ປະໂຫຍດ​ກໍ​ຕໍ່​ເມື່ອ​ມັນ​ຊ່ວຍ​ເຮົາ​ໃຫ້​ຢາກ​ຮູ້ຈັກ​ພະເຢໂຫວາ​ຫຼາຍ​ຂຶ້ນ ແລະ​ຊ່ວຍ​ເຮົາ​ໃຫ້​ພັດທະນາ​ຄຸນລັກສະນະ​ທີ່​ດີ​ເພີ່ມ​ຂຶ້ນ ເຊັ່ນ: ໃຫ້​ຮັກ​ແລະ​ມີ​ຄວາມເຊື່ອ​ໃນ​ພະເຢໂຫວາ​ຫຼາຍ​ຂຶ້ນ. (1ກຣ. 8:1-3) ຕອນ​ທີ່​ເຈົ້າ​ສຶກສາ​ຄົ້ນຄວ້າ ໃຫ້​ເຈົ້າ​ຂໍ​ພະເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມເຊື່ອ​ຫຼາຍ​ຂຶ້ນ​ຕໍ່ໆ​ໄປ. (ລກ. 17:5) ເພິ່ນ​ຈະ​ເຕັມໃຈ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແນ່ນອນ. ຄວາມເຊື່ອ​ທີ່​ມາ​ຈາກ​ຄວາມ​ຮູ້​ທີ່​ຖືກຕ້ອງ​ເລື່ອງ​ພະເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ.—ຢກບ. 2:26

ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ຕໍ່ໆ​ໄປ

ກ່ອນ​ນ້ຳ​ຈະ​ຖ້ວມ ໂນອາ​ແລະ​ຄອບຄົວ​ຂອງ​ລາວ​ໄດ້​ລົງມື​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ (ເບິ່ງ​ຂໍ້ 14)

14. ອັກຄະສາວົກ​ເປໂຕ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ? (ເບິ່ງຮູບພາບ)

14 ອັກຄະສາວົກ​ເປໂຕ​ເນັ້ນ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ລູກສິດ​ຂອງ​ພະເຢຊູ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ຕໍ່ໆ​ໄປ. ລາວ​ໄດ້​ເວົ້າ​ເຖິງ​ເລື່ອງ​ຂອງ​ໂນອາ. ພະເຢໂຫວາ​ບອກ​ໂນອາ​ວ່າ​ເພິ່ນ​ຈະ​ເຮັດ​ໃຫ້​ນ້ຳຖ້ວມ​ໂລກ​ເພື່ອ​ທຳລາຍ​ຄົນ​ຊົ່ວ​ໃນ​ສະໄໝ​ຂອງ​ລາວ. ພຽງ​ແຕ່​ໂນອາ​ຮູ້​ເລື່ອງ​ນີ້​ຍັງ​ບໍ່​ພໍ​ທີ່​ຈະ​ຊ່ວຍ​ລາວ​ກັບ​ຄອບຄົວ​ໃຫ້​ລອດ​ຊີວິດ​ໄດ້ ລາວ​ຕ້ອງ​ລົງມື​ເຮັດ​ນຳ. ຄຳເວົ້າຂອງເປໂຕສະແດງໃຫ້ເຫັນວ່າມີການສ້າງເຮືອແທ້ ເພາະລາວເວົ້າເຖິງໄລຍະເວລານັ້ນວ່າ “ລະຫວ່າງ​ທີ່​ມີການ​ສ້າງ​ເຮືອ.” (1ປຕ. 3:20) ເຮົາ​ເຫັນ​ວ່າ​ໂນອາ​ກັບ​ຄອບຄົວ​ໄດ້​ລົງມື​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນຮູ້​ຈາກ​ພະເຢໂຫວາ​ໂດຍ​ສ້າງ​ເຮືອ​ລຳ​ໜຶ່ງ. (ຮຣ. 11:7) ແລ້ວ​ເປໂຕ​ກໍ​ສົມທຽບ​ສິ່ງ​ທີ່​ໂນອາ​ເຮັດ​ເປັນ​ຄື​ກັບ​ການ​ຮັບ​ບັບເຕມາ. ລາວ​ບອກ​ວ່າ “ເລື່ອງ​ນີ້​ທຽບ​ໄດ້​ກັບ​ການ​ຮັບ​ບັບເຕມາ ຕອນນີ້ ການ​ຮັບ​ບັບເຕມາ​ຊ່ວຍ​ພວກເຈົ້າ​ໃຫ້​ລອດ.” (1ປຕ. 3:21) ເຮົາ​ອາດ​ສົມທຽບ​ສິ່ງ​ທີ່​ເຮົາ​ກຳລັງ​ເຮັດ​ເພື່ອ​ກຽມ​ຕົວ​ຮັບ​ບັບເຕມາ​ເປັນ​ຄື​ກັບ​ການ​ສ້າງ​ເຮືອ​ທີ່​ໂນອາ​ກັບ​ຄອບຄົວ​ເຮັດ​ເປັນ​ເວລາ​ຫຼາຍ​ປີ. ແລ້ວ​ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ?

15. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຮົາ​ກັບໃຈ​ແທ້ໆ?

15 ສິ່ງ​ທຳອິດ​ທີ່​ເຈົ້າ​ຕ້ອງ​ເຮັດ​ກໍ​ຄື ກັບໃຈ​ແທ້ໆ. (ກຈກ. 2:37, 38) ການ​ກັບໃຈ​ແທ້ໆ​ຈະ​ຊ່ວຍ​ເຈົ້າ​ປ່ຽນແປງ​ຕົວເອງ​ໄດ້. ເຈົ້າ​ໄດ້​ເຊົາ​ເຮັດ​ສິ່ງ​ທີ່​ພະເຢໂຫວາ​ບໍ່​ມັກ​ແລ້ວ​ບໍ ເຊັ່ນ: ການໃຊ້​ຊີວິດ​ແບບ​ຜິດສິນລະທຳ ການໃຊ້​ຢາ​ສູບ ຫຼື​ເວົ້າ​ຄຳ​ຫຍາບ​ຄາຍ? (1ກຣ. 6:9, 10; 2ກຣ. 7:1; ອຟຊ. 4:29) ຖ້າ​ເຈົ້າ​ຍັງ​ປ່ຽນແປງ​ຕົວເອງ​ບໍ່​ໄດ້ ກໍ​ໃຫ້​ພະຍາຍາມ​ຕໍ່ໆ​ໄປ. ໃຫ້​ຂໍ​ຄຳແນະນຳ​ຈາກ​ຜູ້​ນຳ​ການສຶກສາ​ຫຼື​ຜູ້​ດູແລ​ໃນ​ປະຊາຄົມ. ຖ້າ​ເຈົ້າ​ຍັງ​ອາຍຸ​ໜ້ອຍ​ແລະ​ຢູ່​ກັບ​ພໍ່​ແມ່ ກໍ​ຂໍ​ໃຫ້​ພໍ່​ແມ່​ຊ່ວຍ​ເຈົ້າ​ໃຫ້​ເຊົາ​ນິດໄສ​ທີ່​ບໍ່​ດີ​ທີ່​ເຮັດ​ໃຫ້​ເຈົ້າ​ຮັບ​ບັບເຕມາ​ບໍ່​ໄດ້.

16. ການ​ເຮັດ​ສິ່ງ​ທີ່​ເສີມ​ຄວາມເຊື່ອ​ຕ້ອງ​ເຮັດ​ຫຍັງ​ແດ່?

16 ສິ່ງ​ສຳຄັນ​ອີກ​ຢ່າງ​ໜຶ່ງ​ກໍ​ຄື​ການ​ຈັດ​ເວລາ​ເຮັດ​ສິ່ງ​ທີ່​ເສີມ​ຄວາມເຊື່ອ ເຊັ່ນ: ເຂົ້າຮ່ວມ​ການ​ປະຊຸມ​ແລະ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະຊຸມ. (ຮຣ. 10:24, 25) ຖ້າ​ເຈົ້າ​ເປັນ​ຜູ້​ປະກາດ​ແລ້ວ ເຈົ້າ​ໄດ້​ໄປ​ປະກາດ​ເປັນ​ປະຈຳ​ບໍ? ແຮ່ງ​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ຫຼາຍ​ເທົ່າ​ໃດ ເຈົ້າ​ກໍ​ແຮ່ງ​ຈະ​ມ່ວນ. (2ຕມ. 4:5) ຖ້າ​ເຈົ້າ​ຍັງ​ອາຍຸ​ໜ້ອຍ​ແລະ​ຢູ່​ກັບ​ພໍ່​ແມ່ ໃຫ້​ຖາມ​ຕົວເອງ​ວ່າ ‘ຂ້ອຍ​ຍັງ​ໃຫ້​ພໍ່​ແມ່​ເຕືອນ​ຂ້ອຍ​ຢູ່​ບໍ​ເລື່ອງ​ການ​ເຂົ້າຮ່ວມ​ປະ​ຊຸມ​ແລະ​ການ​ປະກາດ? ຫຼື​ຂ້ອຍ​ຮູ້ສຶກ​ຕື່ນ​ຕົວ​ທີ່​ຈະ​ເຮັດ​ແບບ​ນີ້​ດ້ວຍ​ຕົວເອງ?’ ຖ້າ​ເຈົ້າ​ເຮັດ​ສິ່ງ​ເຫຼົ່ານີ້​ດ້ວຍ​ຕົວເອງ​ກໍ​ສະແດງ​ວ່າ​ເຈົ້າ​ມີ​ຄວາມເຊື່ອ ຮັກ ແລະ​ເຫັນຄ່າ​ສິ່ງ​ທີ່​ພະເຢໂຫວາ​ໃຫ້​ເຈົ້າ ເຊິ່ງ​ກໍ​ຄື​ການ​ເຮັດ​ສິ່ງ​ທີ່​ສະແດງ​ວ່າ​ເຈົ້າ “ເຫຼື້ອມ​ໃສ​ພະເຈົ້າ.” (2ປຕ. 3:11; ຮຣ. 13:15) ການ​ເຮັດ​ແບບ​ນີ້​ເປັນ​ຄື​ກັບ​ການ​ໃຫ້​ຂອງຂວັນ​ກັບ​ພະເຢໂຫວາ. ຖ້າ​ເຮົາ​ໃຫ້​ຂອງຂວັນ​ກັບ​ພະເຢໂຫວາ​ຍ້ອນ​ເຮົາ​ຢາກ​ໃຫ້ ບໍ່​ແມ່ນ​ຍ້ອນ​ຖືກ​ບັງຄັບ ພະເຢໂຫວາ​ກໍ​ຈະ​ດີໃຈ​ແລະ​ເຮົາ​ເອງ​ກໍ​ຈະ​ມີ​ຄວາມສຸກ​ເມື່ອ​ເຮົາ​ໄດ້​ໃຫ້​ສິ່ງ​ທີ່​ດີ​ທີ່ສຸດ​ກັບ​ພະເຢໂຫວາ.—ສົມທຽບ​ກັບ 2 ໂກຣິນໂທ 9:7

ໃຫ້​ມີ​ຄວາມ​ຮັກ​ຕໍ່​ພະເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ​

17-18. ຄຸນລັກສະນະ​ທີ່​ສຳຄັນ​ຫຍັງ​ທີ່​ຊ່ວຍ​ເຈົ້າ​ໃຫ້​ກ້າວໜ້າ​ເພື່ອ​ກຽມ​ຕົວ​ທີ່​ຈະ​ຮັບ​ບັບເຕມາ? ແລະ​ຄຸນລັກສະນະ​ນີ້​ຊ່ວຍ​ເຈົ້າ​ແນວໃດ? (ສຸພາສິດ 3:3-6)

17 ເມື່ອ​ເຈົ້າ​ພະຍາຍາມ​ກ້າວໜ້າ​ຕໍ່ໆ​ໄປ​ເພື່ອ​ກຽມ​ທີ່​ຈະ​ຮັບ​ບັບເຕມາ ເຈົ້າ​ອາດ​ເຈິ​ບັນຫາ​ຫຼາຍ​ຢ່າງ ເຊັ່ນ: ບາງຄົນ​ອາດ​ເຍາະເຍີ້ຍ​ທີ່​ເຈົ້າ​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະເຢໂຫວາ ແລະ​ອາດ​ເຖິງຂັ້ນ​ຕໍ່ຕ້ານ​ຫຼື​ຂົ່ມເຫງ​ເຈົ້າ. (2ຕມ. 3:12) ຫຼື​ເຈົ້າ​ພະຍາຍາມ​ຖິ້ມ​ນິດໄສ​ທີ່​ບໍ່​ດີ ແຕ່​ບາງເທື່ອ​ກໍ​ກັບ​ໄປ​ເຮັດ​ແບບ​ເກົ່າ​ອີກ. ຫຼື​ເຈົ້າ​ອາດ​ຮູ້ສຶກ​ທໍ້ໃຈ​ທີ່​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້. ແຕ່​ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ອົດທົນ​ຕໍ່ໆ​ໄປ? ສິ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ກໍ​ຄື ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະເຢໂຫວາ ເຊິ່ງ​ເປັນ​ຄຸນລັກສະນະ​ທີ່​ສຳຄັນ​ຫຼາຍ.

18 ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະເຢໂຫວາ​ເປັນ​ສິ່ງ​ທີ່​ດີ​ງາມ ແລະ​ເປັນ​ສິ່ງ​ທີ່​ດີ​ທີ່ສຸດ​ທີ່​ເຈົ້າ​ໃຫ້​ເພິ່ນ​ໄດ້. (ອ່ານ​ສຸພາສິດ 3:3-6) ຖ້າ​ເຈົ້າ​ຮັກ​ພະເຢໂຫວາ​ແທ້ໆ​ເຈົ້າ​ຈະ​ບໍ່​ເຊົາ​ຮັກ​ເພິ່ນ​ແລະ​ບໍ່​ເຊົາ​ຮັບໃຊ້​ເພິ່ນ​ເຖິງ​ວ່າ​ຈະ​ເຈິ​ບັນຫາ. ຄຳພີໄບເບິນ​ບອກ​ເຮົາ​ວ່າ ພະເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຜູ້​ທີ່​ຮັບໃຊ້​ເພິ່ນ ເຊິ່ງ​ໝາຍ​ຄວາມ​ວ່າ​ເພິ່ນ​ຈະ​ບໍ່​ມີ​ວັນ​ເຊົາ​ຮັກ​ເຂົາເຈົ້າ​ຫຼື​ປະຖິ້ມ​ເຂົາເຈົ້າ. (ເພງ. 100:5) ເຈົ້າ​ຖືກ​ສ້າງ​ໃຫ້​ມີ​ຄຸນລັກສະນະ​ທີ່​ຄ້າຍຄື​ກັບ​ພະເຢໂຫວາ. (ປຖກ. 1:26) ແລ້ວ​ເຈົ້າ​ຈະ​ສະແດງ​ຄຸນລັກສະນະ​ນີ້​ແນວໃດ?

ເຈົ້າ​ສາມາດ​ສະແດງ​ຄວາມ​ຂອບໃຈ​ຕໍ່​ພະເຢໂຫວາ​ທຸກໆ​ມື້ (ເບິ່ງ​ຂໍ້ 19) b

19. ເຈົ້າ​ຈະ​ສະແດງ​ຄວາມ​ຂອບໃຈ​ພະເຢໂຫວາ​ຫຼາຍ​ຂຶ້ນ​ສຳລັບ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຈົ້າ​ໄດ້​ແນວໃດ? (ຄາລາເຕຍ 2:20)

19 ເພື່ອ​ຈະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ ຂໍ​ໃຫ້​ເຈົ້າ​ເລີ່ມ​ຕົ້ນ​ໂດຍ​ການ​ຮູ້ຈັກ​ຂອບໃຈ​ພະເຢໂຫວາ. (1ທຊ. 5:18) ໃນ​ແຕ່​ລະ​ມື້​ໃຫ້​ຖາມ​ຕົວເອງ​ວ່າ ‘ມື້​ນີ້​ພະເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ຂ້ອຍ​ແນວໃດ?’ ຈາກ​ນັ້ນ ໃຫ້​ຂອບໃຈ​ສຳລັບ​ສິ່ງ​ທີ່​ພະເຢໂຫວາ​ເຮັດ​ເພື່ອ​ເຈົ້າ​ໃນ​ຄຳ​ອະທິດຖານ. ໃຫ້​ຄິດ​ວ່າ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຈົ້າ​ຍ້ອນ​ເພິ່ນ​ຮັກ​ເຈົ້າ​ເປັນ​ສ່ວນຕົວ. ອັກຄະສາວົກ​ໂປໂລ​ກໍ​ຮູ້ສຶກ​ແບບນັ້ນ. (ອ່ານ​ຄາລາເຕຍ 2:20) ແລະ​ໃຫ້​ຖາມ​ຕົວເອງ​ອີກ​ວ່າ ‘ຂ້ອຍ​ຢາກ​ສະແດງ​ໃຫ້​ພະເຢໂຫວາ​ເຫັນ​ບໍ​ວ່າ​ຂ້ອຍ​ຮັກ​ເພິ່ນ?’ ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕ້ານ​ທານ​ການ​ລໍ້ໃຈ​ແລະ​ອົດທົນ​ກັບ​ບັນຫາ ແລະຍັງ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ເສີມ​ຄວາມເຊື່ອ​ເປັນ​ປະຈຳ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຮັກ​ພະເຢໂຫວາ​ທຸກໆ​ມື້.

20. ການ​ອຸທິດ​ຕົວ​ໃຫ້​ພະເຢໂຫວາ​ກ່ຽວຂ້ອງ​ກັບ​ຫຍັງ? ແລະ​ເປັນຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

20 ໃນທີ່ສຸດ ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະເຢໂຫວາ​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ອຸທິດ​ຕົວ​ໃຫ້​ເພິ່ນ​ໃນ​ຄຳ​ອະທິດຖານ. ຂໍ​ໃຫ້​ຈື່​ໄວ້​ວ່າ​ເມື່ອ​ເຈົ້າ​ອຸທິດ​ຕົວ​ໃຫ້​ພະເຢໂຫວາ ເຈົ້າ​ກໍ​ມີ​ຄວາມຫວັງ​ທີ່​ດີ​ຫຼາຍ​ແທ້ໆ. ນັ້ນ​ກໍ​ຄື​ເຈົ້າ​ຈະ​ເປັນ​ຂອງ​ເພິ່ນ​ຕະຫຼອດໄປ. ເມື່ອ​ເຈົ້າ​ອຸທິດ​ຕົວ​ໃຫ້​ພະເຢໂຫວາ​ແລ້ວ ເຈົ້າ​ສັນຍາ​ວ່າ​ຈະ​ຮັບໃຊ້​ເພິ່ນ​ຕະຫຼອດ​ຊີວິດ​ບໍ່​ວ່າ​ຈະ​ຍາກ​ຫຼື​ງ່າຍ. ແລະ​ການ​ອະທິດຖານ​ອຸທິດ​ຕົວ​ກໍ​ເຮັດ​ພຽງ​ແຕ່​ຄັ້ງ​ດຽວ​ເທົ່າ​ນັ້ນ. ທີ່​ຈິງ ການ​ອຸທິດ​ຕົວ​ໃຫ້​ພະເຢໂຫວາ​ເປັນ​ການ​ຕັດສິນໃຈ​ທີ່​ສຳຄັນ​ຫຼາຍ. ຕະຫຼອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ອາດ​ຕັດສິນໃຈ​ໄດ້​ດີ​ຫຼາຍ​ເທື່ອ ແຕ່​ບໍ່​ມີການ​ຕັດສິນໃຈ​ໃດ​ທີ່​ຈະ​ດີ​ກວ່າ​ການ​ຕັດສິນໃຈ​ອຸທິດ​ຕົວ​ໃຫ້​ພະເຢໂຫວາ. (ເພງ. 50:14) ຊາຕານ​ພະຍາຍາມ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະເຈົ້າ​ໜ້ອຍ​ລົງ ຍ້ອນ​ຢາກ​ເຮັດ​ໃຫ້​ເຈົ້າ​ບໍ່​ສັດຊື່​ຕໍ່​ເພິ່ນ. ແຕ່​ຢ່າ​ຍອມ​ໃຫ້​ມັນ​ເອົາ​ຊະນະ​ເຈົ້າ​ໄດ້! (ໂຢບ 27:5) ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃຊ້​ຊີວິດ​ໃຫ້​ສົມ​ກັບ​ການ​ອຸທິດ​ຕົວ​ແລະ​ໃກ້ຊິດ​ພະເຈົ້າ​ຫຼາຍ​ຂຶ້ນ​ເລື້ອຍໆ.

21. ເປັນຫຍັງ​ເຮົາ​ຈຶ່ງ​ບອກ​ວ່າ​ການ​ຮັບ​ບັບເຕມາ​ບໍ່​ແມ່ນ​ຈຸດ​ສິ້ນ​ສຸດ ແຕ່​ເປັນ​ຈຸດ​ເລີ່ມ​ຕົ້ນ?

21 ຫຼັງ​ຈາກ​ທີ່​ເຈົ້າ​ອຸທິດ​ຕົວ​ໃຫ້​ພະເຢໂຫວາ​ແລ້ວ ໃຫ້​ເຈົ້າ​ໄປ​ບອກ​ກັບ​ຜູ້​ດູແລ​ໃນ​ປະຊາຄົມ​ວ່າ​ເຈົ້າ​ຢາກ​ຮັບ​ບັບເຕມາ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ຮັບ​ບັບເຕມາ​ບໍ່​ແມ່ນ​ຈຸດ​ສິ້ນ​ສຸດ ແຕ່​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃນ​ການຮັບໃຊ້​ພະເຢໂຫວາ​ຕະຫຼອດໄປ. ດັ່ງນັ້ນ ເຈົ້າ​ຕ້ອງ​ຮັກ​ພະເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ຕັ້ງແຕ່​ຕອນນີ້. ຕັ້ງ​ເປົ້າໝາຍ​ທີ່​ຈະ​ຮັກ​ເພິ່ນ​ໃຫ້​ຫຼາຍ​ຂຶ້ນ​ເລື້ອຍໆ​ທຸກໆ​ມື້. ເມື່ອ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ. ແລ້ວ​ເມື່ອ​ມື້​ນັ້ນ​ມາ​ຮອດ ມັນ​ກໍ​ຈະ​ເປັນ​ມື້​ທີ່​ພິເສດ​ຫຼາຍ​ສຳລັບ​ເຈົ້າ. ແຕ່​ຂໍ​ໃຫ້​ຈື່​ວ່າ​ມັນ​ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ. ຂໍ​ໃຫ້​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະເຢໂຫວາ​ແລະ​ພະເຢຊູ​ເພີ່ມ​ຂຶ້ນ​ເລື້ອຍໆ!

ເພງ 135 ພະເຢໂຫວາ​ເຊີນ​ຢ່າງ​ອົບອຸ່ນ​ວ່າ ລູກ​ຂອງ​ເຮົາ​ຈົ່ງ​ມີ​ປັນຍາ​ເຖີດ

a ເພື່ອ​ຈະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ ເຮົາ​ຕ້ອງ​ມີ​ແຮງ​ກະຕຸ້ນ​ທີ່​ຖືກຕ້ອງ. ນອກຈາກນັ້ນ ເຮົາ​ຍັງ​ຕ້ອງ​ລົງມື​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ນຳ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຂ້າລາຊະການ​ຊາວ​ເອທິໂອເປຍ ແລະ​ເບິ່ງ​ວ່າ​ນັກສຶກສາ​ຄຳພີໄບເບິນ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ.

b ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຍິງ​ໄດ້​ອະທິດຖານ​ບອກ​ກັບ​ພະເຢໂຫວາ​ວ່າ ລາວ​ຮູ້ສຶກ​ຂອບໃຈ​ຫຼາຍ​ຂະໜາດ​ໃດ​ທີ່​ເພິ່ນ​ໄດ້​ໃຫ້​ສິ່ງ​ຕ່າງໆ​ກັບ​ລາວ.