ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຄວາມ​ສຶກສາ​ທີ 13

ໃຊ້​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ​ເພື່ອ​ສອນ​ລູກ​ກ່ຽວກັບ​ພະເຢໂຫວາ

ໃຊ້​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ​ເພື່ອ​ສອນ​ລູກ​ກ່ຽວກັບ​ພະເຢໂຫວາ

“ໃຜ​ເປັນ​ຜູ້​ສ້າງ​ດວງ​ດາວ​ເຫຼົ່ານີ້?”—ອຊຢ. 40:26

ເພງ 11 ສິ່ງ​ທີ່​ສ້າງ​ສັນລະເສີນ​ພະເຈົ້າ

ໃຈ​ຄວາມ​ສຳຄັນ a

1. ພໍ່​ແມ່​ຢາກ​ຊ່ວຍ​ລູກ​ໃນ​ເລື່ອງ​ຫຍັງ?

 ພໍ່​ແມ່​ຢາກ​ຊ່ວຍ​ລູກ​ຫຼາຍ​ແທ້ໆ​ໃຫ້​ຮູ້ຈັກ​ແລະ​ຮັກ​ພະເຢໂຫວາ. ແຕ່​ເຮົາ​ເບິ່ງ​ບໍ່​ເຫັນ​ພະເຈົ້າ. ແລ້ວ​ເຈົ້າ​ຈະ​ຊ່ວຍ​ລູກ​ແນວໃດ​ໃຫ້​ຮູ້​ວ່າ ພະເຈົ້າ​ມີ​ຕົວຕົນ​ແທ້ໆ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ສະໜິດ​ກັບ​ພະເຢໂຫວາ?—ຢກບ. 4:8

2. ພໍ່​ແມ່​ຈະ​ເຮັດ​ແນວໃດ​ເພື່ອ​ຊ່ວຍ​ລູກ​ໃຫ້​ຮູ້ຈັກ​ພະເຢໂຫວາ?

2 ວິທີ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ສະໜິດ​ກັບ​ພະເຢໂຫວາ​ກໍ​ຄື ສຶກສາ​ຄຳພີໄບເບິນ​ກັບ​ລູກ. (2ຕມ. 3:14-17) ນອກຈາກນັ້ນ ຍັງ​ມີ​ອີກ​ວິທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ຮູ້ຈັກ​ພະເຢໂຫວາ ເຊິ່ງ​ຄຳພີໄບເບິນ​ບອກ​ເລື່ອງ​ນີ້​ໄວ້​ໃນ​ປຶ້ມ​ສຸພາສິດ. ໃນ​ນັ້ນ​ເວົ້າ​ເຖິງ​ພໍ່​ຄົນ​ໜຶ່ງ​ໄດ້​ບອກ​ໃຫ້​ລູກ​ຊາຍ​ສັງເກດ​ເບິ່ງ​ຄຸນລັກສະນະ​ຕ່າງໆ​ຂອງ​ພະເຢໂຫວາ​ຈາກ​ສິ່ງ​ທີ່​ພະເຢໂຫວາ​ສ້າງ. (ສຸພາ. 3:19-21) ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ພໍ່​ແມ່​ຈະ​ໃຊ້​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ເພື່ອ​ສອນ​ລູກ​ກ່ຽວກັບ​ຄຸນລັກສະນະ​ຂອງ​ພະເຢໂຫວາ​ແນວໃດ.

ເຈົ້າ​ຈະ​ໃຊ້​ສິ່ງ​ທີ່​ພະເຈົ້າ​ສ້າງ​ສອນ​ລູກ​ແນວໃດ?

3. ພໍ່​ແມ່​ຄວນ​ຈະ​ຊ່ວຍ​ລູກ​ໃນ​ເລື່ອງ​ຫຍັງ?

3 ຄຳພີໄບເບິນ​ບອກ​ວ່າ “ເຖິງ​ວ່າ​ມະນຸດ​ບໍ່​ສາມາດ​ເຫັນ​ພະເຈົ້າ​ໄດ້ ແຕ່​ເມື່ອ​ພວກ​ເຂົາ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະອົງ​ສ້າງ​ໄວ້​ກໍ​ຈະ​ເຫັນ​ຄຸນລັກສະນະ​ຕ່າງໆ​ຂອງ​ພະອົງ​ຢ່າງ​ຈະ​ແຈ້ງ ຕັ້ງແຕ່​ການ​ສ້າງ​ໂລກ​ເປັນ​ຕົ້ນ​ມາ.” (ຣມ. 1:20) ຜູ້​ທີ່​ເປັນ​ພໍ່​ແມ່ ເຈົ້າ​ມັກ​ພາ​ລູກ​ໄປ​ທ່ຽວ​ຊົມ​ທຳມະຊາດ​ບໍ? ຂໍ​ໃຫ້​ເຈົ້າ​ໃຊ້​ເວລາ​ນັ້ນ​ເພື່ອ​ຊ່ວຍ​ລູກ​ໃຫ້​ເຫັນ​ວ່າ “ສິ່ງ​ທີ່​ພະອົງ​ສ້າງ​ໄວ້” ເຮັດ​ໃຫ້​ເຫັນ​ຄຸນລັກສະນະ​ຕ່າງໆ​ທີ່​ດີ​ຂອງ​ເພິ່ນ​ແນວໃດ. ຕອນ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ພໍ່​ແມ່​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ທີ່​ພະເຢຊູ​ໃຊ້​ກ່ຽວກັບ​ເລື່ອງ​ນີ້.

4. ພະເຢຊູ​ໃຊ້​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ສອນ​ພວກ​ລູກສິດ​ຂອງ​ເພິ່ນ​ແນວໃດ? (ລູກາ 12:24, 27-30)

4 ໃຫ້​ເຮົາ​ມາ​ເບິ່ງ​ວ່າ ພະເຢຊູ​ໃຊ້​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ໃນ​ການສອນ​ຂອງ​ເພິ່ນ​ແນວໃດ. ມີ​ເທື່ອ​ໜຶ່ງ​ພະເຢຊູ​ໄດ້​ບອກ​ໃຫ້​ພວກ​ລູກສິດ​ເບິ່ງ​ຝູງ​ກາ​ແລະ​ດອກ​ໄມ້. (ອ່ານ​ລູກາ 12:24, 27-30) ທີ່​ຈິງ ພະເຢຊູ​ສາມາດ​ໃຊ້​ຕົວຢ່າງ​ຂອງ​ສິ່ງ​ມີ​ຊີວິດ​ຊະນິດ​ອື່ນໆ​ກໍ​ໄດ້ ແຕ່​ເພິ່ນ​ເລືອກ​ໃຊ້​ຕົວຢ່າງ​ຂອງ​ນົກ​ແລະ​ດອກ​ໄມ້ ເຊິ່ງ​ເປັນ​ສິ່ງ​ທີ່​ພວກ​ລູກສິດ​ຄຸ້ນ​ເຄີຍ​ດີ. ເຂົາເຈົ້າ​ຕ້ອງ​ເຄີຍ​ເຫັນ​ກາ​ບິນ​ຢູ່​ເທິງ​ທ້ອງຟ້າ​ແລະ​ເຫັນ​ດອກ​ໄມ້​ບານ​ຢູ່​ໃນ​ທົ່ງຫຍ້າ. ຕອນ​ທີ່​ພະເຢຊູ​ຍົກ​ຕົວຢ່າງ​ໃນ​ເລື່ອງ​ນີ້ ເພິ່ນ​ຄື​ຊິ​ຊີ້​ໄປ​ໃສ່​ໂຕ​ກາ​ແລະ​ດອກ​ໄມ້​ໃນ​ທົ່ງຫຍ້າ. ແລ້ວ​ພະເຢຊູ​ເຮັດ​ຫຍັງ​ຫຼັງ​ຈາກ​ຍົກ​ສອງ​ຕົວຢ່າງ​ນີ້? ເພິ່ນ​ໄດ້​ສອນ​ພວກ​ລູກສິດ​ວ່າ ພະເຢໂຫວາ​ພໍ່​ຂອງ​ເພິ່ນ​ໃຈກວ້າງ​ແລະ​ໃຈດີ​ຫຼາຍ. ຖ້າ​ພະເຢໂຫວາ​ເບິ່ງແຍງ​ໂຕ​ກາ​ແລະ​ດອກ​ໄມ້​ໃນ​ທົ່ງ​ຫຍ້າ ເພິ່ນ​ກໍ​ຈະ​ເບິ່ງແຍງ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ຄື​ກັນ.

5. ພໍ່​ແມ່​ຈະ​ໃຊ້​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ສອນ​ລູກ​ກ່ຽວກັບ​ເພິ່ນ​ແນວໃດ?

5 ຜູ້​ທີ່​ເປັນ​ພໍ່​ແມ່ ເຈົ້າ​ຈະ​ຮຽນແບບ​ວິທີ​ສອນ​ຂອງ​ພະເຢຊູ​ແນວໃດ? ເຈົ້າ​ອາດຈະ​ເວົ້າ​ເຖິງ​ຕົ້ນໄມ້​ແລະ​ສັດ​ທີ່​ເຈົ້າ​ມັກ ແລະ​ບອກ​ວ່າ​ມັນ​ສອນ​ຫຍັງ​ເຈົ້າ​ກ່ຽວກັບ​ພະເຢໂຫວາ. ແລ້ວ​ຈາກ​ນັ້ນ ເຈົ້າ​ອາດຈະ​ຖາມ​ລູກ​ວ່າ ລູກ​ມັກ​ສັດ​ຫຍັງ​ຫຼື​ຕົ້ນໄມ້​ຫຍັງ? ຖ້າ​ເຈົ້າ​ໃຊ້​ສິ່ງ​ທີ່​ລູກ​ມັກ ລູກ​ກໍ​ຈະ​ຕັ້ງໃຈ​ຟັງ​ຫຼາຍ​ຂຶ້ນ​ເມື່ອ​ເຈົ້າ​ສອນ​ກ່ຽວກັບ​ພະເຢໂຫວາ.

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ແມ່​ຂອງ​ຄລິດສະໂຕເຟີ?

6 ພໍ່​ແມ່​ຕ້ອງ​ໃຊ້​ເວລາ​ຫຼາຍ​ເພື່ອ​ຄົ້ນຄວ້າ​ກ່ຽວກັບ​ສັດ​ແລະ​ຕົ້ນໄມ້​ກ່ອນ​ຈະ​ລົມ​ກັບ​ລູກ​ເລື່ອງ​ພະເຢໂຫວາ​ບໍ? ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ຂະໜາດ​ນັ້ນ ເພາະ​ພະເຢຊູ​ເອງ​ກໍ​ບໍ່​ໄດ້​ອະທິບາຍ​ລະອຽດ​ຍາວໆ​ວ່າ ໂຕ​ກາ​ກິນ​ຫຍັງ​ຫຼື​ກິນ​ໜ້ອຍ​ຫຼາຍ​ສ່ຳ​ໃດ ຫຼື​ຈຸລັງ​ຂອງ​ດອກ​ໄມ້​ເປັນ​ແນວໃດ. ເຖິງ​ວ່າ​ລູກ​ຂອງ​ເຈົ້າ​ອາດຈະ​ມັກ​ໃຫ້​ເຈົ້າ​ອະທິບາຍ​ລະອຽດ​ກ່ຽວກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ ແຕ່​ບາງເທື່ອ​ເຈົ້າ​ພຽງ​ແຕ່​ເວົ້າ​ຫຼື​ຖາມ​ງ່າຍໆ​ກໍ​ຊ່ວຍ​ໃຫ້​ລູກ​ເຂົ້າໃຈ​ສິ່ງ​ທີ່​ເຈົ້າ​ຢາກ​ບອກ​ແລ້ວ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່​ຄລິດສະໂຕເຟີ​ໄດ້​ເວົ້າ​ເຖິງ​ຕອນ​ທີ່​ລາວ​ຍັງ​ເປັນ​ເດັກນ້ອຍ​ວ່າ “ແມ່​ຈະ​ໃຊ້​ຄຳເວົ້າ​ງ່າຍໆ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຫັນຄ່າ​ສິ່ງ​ທີ່​ພະເຢໂຫວາ​ສ້າງ ເຊັ່ນ: ເມື່ອ​ເຮົາ​ຢູ່​ໃກ້​ພູ​ແມ່​ກໍ​ຈະ​ເວົ້າ​ວ່າ ‘ເບິ່ງ​ພູ​ນັ້ນ​ແມ້​ລູກ ມັນ​ໃຫຍ່​ແລະ​ງາມ​ຫຼາຍ​ແມ່ນ​ບໍ? ພະເຢໂຫວາ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ງຶດງໍ້​ແທ້ໆ​ເນາະ!’ ຫຼື​ເມື່ອ​ເຮົາ​ຢູ່​ໃກ້​ທະເລ​ແມ່​ກໍ​ຈະ​ເວົ້າ​ວ່າ ‘ເບິ່ງ​ຄື້ນ​ທະເລ​ແມ້​ລູກ ພະເຢໂຫວາ​ຜູ້​ທີ່​ສ້າງ​ສິ່ງ​ນີ້​ມີ​ພະລັງ​ອຳນາດ​ຫຼາຍ​ແທ້ໆ​ແມ່ນ​ບໍ?’” ຄລິດສະໂຕເຟີ​ບອກ​ວ່າ “ແມ່​ໃຊ້​ຄຳເວົ້າ​ທີ່​ງ່າຍໆ​ແຕ່​ກະຕຸ້ນ​ໃຫ້​ພວກເຮົາ​ຄິດ​ແລະ​ມັນ​ສົ່ງ​ຜົນ​ຕໍ່​ເຮົາ​ຫຼາຍ.”

7. ເຈົ້າ​ຈະ​ຝຶກ​ລູກ​ແນວໃດ​ໃຫ້​ຄິດ​ກ່ຽວກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ?

7 ເມື່ອ​ລູກ​ເລີ່ມ​ໃຫຍ່ ເຈົ້າ​ອາດຈະ​ຝຶກ​ເຂົາເຈົ້າ​ໃຫ້​ຄິດ​ກ່ຽວກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ຫຼາຍ​ຂຶ້ນ​ແລະ​ຄິດ​ວ່າ ສິ່ງ​ນັ້ນ​ສອນ​ເຂົາເຈົ້າ​ແນວໃດ​ກ່ຽວກັບ​ພະເຢໂຫວາ? ເຈົ້າ​ອາດຈະ​ເວົ້າ​ເຖິງ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈາກ​ທຳມະຊາດ​ແລ້ວ​ຖາມ​ລູກ​ວ່າ “ສິ່ງ​ນີ້​ສອນ​ຫຍັງ​ລູກ​ກ່ຽວກັບ​ພະເຢໂຫວາ?” ເຈົ້າ​ອາດຈະ​ແປກໃຈ​ແລະ​ດີໃຈ​ກໍ​ໄດ້​ເມື່ອ​ໄດ້​ຍິນ​ຄຳຕອບ​ຂອງ​ລູກ.—ມທ. 21:16

ເຈົ້າ​ຈະ​ໃຊ້​ສິ່ງ​ທີ່​ພະເຈົ້າ​ສ້າງ​ສອນ​ລູກ​ຕອນ​ໃດ?

8. ຕອນ​ທີ່​ພໍ່​ແມ່​ຄົນ​ອິດສະຣາເອນ​ຍ່າງ​ຢູ່ “ຫົນທາງ” ເຂົາເຈົ້າ​ມີ​ໂອກາດ​ທີ່​ຈະ​ເຮັດ​ຫຍັງ?

8 ຄຳພີໄບເບິນ​ບອກ​ໃຫ້​ພໍ່​ແມ່​ຄົນ​ອິດສະຣາເອນ​ສອນ​ລູກ​ເລື່ອງ​ກົດໝາຍ​ຂອງ​ພະເຢໂຫວາ​ເມື່ອ​ຍ່າງຢູ່ “ຫົນທາງ.” (ພບຍ. 11:19, ລ.ມ.) ຫົນທາງ​ຂອງ​ຄົນ​ອິດສະຣາເອນ​ຈະ​ຕັດ​ຜ່ານ​ທົ່ງຫຍ້າ ແລະ​ເຂົາເຈົ້າ​ຈະ​ໄດ້​ເຫັນ​ສັດ​ຕ່າງໆ ນົກ​ແລະ​ດອກ​ໄມ້​ຫຼາຍ​ຊະນິດ. ຕອນ​ທີ່​ເຂົາເຈົ້າ​ຍ່າງ​ຢູ່​ຫົນ​ທາງ ເຂົາເຈົ້າ​ຄື​ຊິ​ມີ​ໂອກາດ​ໄດ້​ສອນ​ລູກ​ກ່ຽວກັບ​ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ. ເຈົ້າ​ທີ່​ເປັນ​ພໍ່​ແມ່​ກໍ​ເຮັດ​ແບບນັ້ນ​ໄດ້​ຄື​ກັນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ ພໍ່​ແມ່​ບາງຄົນ​ໃນ​ທຸກ​ມື້​ນີ້​ໄດ້​ເຮັດ​ແນວໃດ.

9. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ພູນິທາ​ແລະ​ຄັດຢາ?

9 ແມ່​ຄົນ​ໜຶ່ງ​ທີ່​ຊື່​ພູນິທາ​ທີ່​ອາໄສ​ຢູ່​ໃນ​ຕົວເມືອງ​ໃຫຍ່​ຂອງ​ປະເທດ​ອິນເດຍ​ເວົ້າ​ວ່າ: “ຕອນ​ທີ່​ເຮົາ​ໄປ​ຢາມ​ຄອບຄົວ​ຢູ່​ຕ່າງ​ແຂວງ ເຮົາ​ມັກ​ຈະ​ໃຊ້​ໂອກາດ​ນັ້ນ​ສອນ​ລູກ​ກ່ຽວກັບ​ສິ່ງ​ຕ່າງໆ​ທີ່​ເປັນ​ຕາ​ງຶດງໍ້​ທີ່​ພະເຢໂຫວາ​ສ້າງ. ຂ້ອຍ​ຮູ້ສຶກ​ວ່າ​ລູກ​ເຂົ້າໃຈ​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ​ດີ​ກວ່າ​ຕອນ​ທີ່​ຢູ່​ໃນ​ເມືອງ​ທີ່​ແອ​ອັດ​ແລະ​ວຸ່ນວາຍ.” ພວກເຈົ້າ​ທີ່​ເປັນ​ພໍ່​ແມ່ ລູກ​ຂອງ​ພວກເຈົ້າ​ຄົງ​ຈະ​ບໍ່​ມີ​ວັນ​ລືມ​ຊ່ວງ​ເວລາ​ທີ່​ດີ​ທີ່​ພວກເຈົ້າ​ພາ​ເຂົາເຈົ້າ​ໄປ​ທ່ຽວ​ຊົມ​ທຳມະຊາດ​ທີ່​ສວຍ​ງາມ. ພີ່ນ້ອງ​ຍິງ​ທີ່​ຊື່​ຄັດຢາ​ຈາກ​ປະເທດ​ໂມນດາວີ​ບອກ​ວ່າ: “ສິ່ງ​ທີ່​ຂ້ອຍ​ຈື່​ໄດ້​ດີ​ທີ່ສຸດ​ຕອນ​ຂ້ອຍ​ຍັງ​ນ້ອຍ​ແມ່ນ ພໍ່​ແມ່​ໄດ້​ພາ​ຂ້ອຍ​ອອກ​ໄປ​ທ່ຽວ​ຢູ່​ນອກ​ເມືອງ. ຂ້ອຍ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆ​ທີ່​ພໍ່​ແມ່​ສອນ​ຂ້ອຍ​ຕັ້ງແຕ່​ຍັງ​ນ້ອຍ​ໃຫ້​ຮູ້ຈັກ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ຮູ້ຈັກ​ພະເຢໂຫວາ​ຫຼາຍ​ຂຶ້ນ.”

ເຖິງ​ວ່າ​ຈະ​ຢູ່​ໃນ​ຕົວເມືອງ ເຈົ້າ​ກໍ​ສາມາດ​ໃຊ້​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ເພື່ອ​ສອນ​ລູກ​ກ່ຽວກັບ​ພະເຢໂຫວາ​ໄດ້ (ເບິ່ງ​ຂໍ້ 10)

10. ຖ້າ​ພໍ່​ແມ່​ພາ​ລູກ​ໄປ​ທ່ຽວ​ນອກ​ເມືອງ​ບໍ່​ໄດ້ ເຂົາເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ລູກ​ໃຫ້​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ? (ເບິ່ງ​ຂອບ “ ສິ່ງ​ທີ່​ຊ່ວຍ​ພໍ່​ແມ່​ໄດ້”)

10 ແຕ່​ຖ້າ​ໄປ​ທ່ຽວ​ຢູ່​ນອກ​ເມືອງ​ບໍ່​ໄດ້​ເດ ເຈົ້າ​ຈະ​ເຮັດ​ແນວໃດ? ອາໂມນ​ເຊິ່ງ​ຢູ່​ໃນ​ປະເທດ​ອິນເດຍ​ບອກ​ວ່າ: “ແຖວ​ທີ່​ຂ້ອຍ​ຢູ່ ຜູ້​ທີ່​ເປັນ​ພໍ່​ແມ່​ຕ້ອງ​ເຮັດ​ວຽກ​ໜັກ​ຫຼາຍ​ຊົ່ວໂມງ​ແລະ​ການ​ທີ່​ຈະ​ອອກ​ໄປ​ທ່ຽວ​ຢູ່​ນອກ​ເມືອງ​ບ່ອນ​ໄກໆ​ກໍ​ມີຄ່າ​ໃຊ້​ຈ່າຍ​ສູງ. ແຕ່​ເຈົ້າ​ສາມາດ​ເຫັນ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ແລະ​ລົມ​ກັນ​ກ່ຽວກັບ​ຄຸນລັກສະນະ​ຕ່າງໆ​ຂອງ​ເພິ່ນ​ໄດ້​ເມື່ອ​ເຈົ້າ​ໄປ​ສວນ​ສາທາລະນະ​ທີ່​ຢູ່​ໃກ້​ບ້ານ​ຫຼື​ຢູ່​ລະບຽງ​ຊັ້ນ​ດາດຟ້າ.” ດັ່ງນັ້ນ ຖ້າ​ເຈົ້າ​ພະຍາຍາມ​ສັງເກດ ເຈົ້າ​ກໍ​ຈະ​ເຫັນ​ທຳມະຊາດ​ຫຼາຍ​ຢ່າງ​ທີ່​ເຈົ້າ​ສາມາດ​ສອນ​ລູກ​ກ່ຽວກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ໄດ້. (ເພງ. 104:24) ເຈົ້າ​ອາດຈະ​ໃຊ້​ຕົວຢ່າງ​ຂອງ​ນົກ ແມງ​ໄມ້ ຕົ້ນໄມ້ ຫຼື​ສິ່ງ​ອື່ນໆ​ກໍ​ໄດ້​ເພື່ອ​ສອນ​ລູກ​ກ່ຽວກັບ​ພະເຢໂຫວາ. ຄາຣີນາ​ຈາກ​ປະເທດ​ເຢຍລະມັນ​ບອກ​ວ່າ “ແມ່​ຂ້ອຍ​ມັກ​ດອກ​ໄມ້​ຫຼາຍ. ຕອນ​ທີ່​ຂ້ອຍ​ຍັງ​ນ້ອຍ ແມ່​ມັກ​ຈະ​ຊີ້​ໃຫ້​ເບິ່ງ​ດອກ​ໄມ້​ງາມໆ​ຕະຫຼອດ​ເມື່ອ​ເຮົາ​ຍ່າງ​ຫຼິ້ນ​ນຳ​ກັນ.” ພວກເຈົ້າ​ທີ່​ເປັນ​ພໍ່​ແມ່ ເຈົ້າ​ສາມາດ​ໃຊ້​ວິດີໂອ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ​ທີ່​ເວົ້າ​ກ່ຽວກັບ​ສິ່ງ​ທີ່​ພະເຈົ້າ​ສ້າງ​ເພື່ອ​ສອນ​ລູກ​ຂອງ​ເຈົ້າ. ບໍ່​ວ່າ​ເຈົ້າ​ຈະ​ຢູ່​ໃສ ເຈົ້າ​ກໍ​ສາມາດ​ຊ່ວຍ​ລູກ​ໃຫ້​ສັງເກດ​ເບິ່ງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ໄດ້. ຕອນນີ້​ໃຫ້​ມາ​ເບິ່ງ​ວ່າ ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວໃດ​ໃຫ້​ເຫັນ​ຄຸນລັກສະນະ​ບາງ​ຢ່າງ​ຂອງ​ພະ​ເຢໂຫວາ.

“ເຫັນ​ຄຸນ​ລະ​ສະ​ນະ​ຕ່າງໆ​ຂອງ​ພະອົງ​ຢ່າງ​ຈະ​ແຈ້ງ”

11. ພໍ່​ແມ່​ຈະ​ຊ່ວຍ​ລູກ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພະເຢໂຫວາ​ແນວໃດ?

11 ເພື່ອ​ຈະ​ຊ່ວຍ​ລູກ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພະເຢໂຫວາ ເຈົ້າ​ອາດຈະ​ໃຫ້​ລູກ​ສັງເກດ​ເບິ່ງ​ສັດ​ຕ່າງໆ​ວ່າ​ພວກ​ມັນ​ເບິ່ງແຍງ​ແລະ​ຮັກ​ລູກ​ຂອງ​ມັນ​ແນວໃດ. (ມທ. 23:37) ຫຼື​ເຈົ້າ​ອາດຈະ​ໃຫ້​ລູກ​ສັງເກດ​ເບິ່ງ​ວ່າ ພະເຢໂຫວາ​ສ້າງ​ສິ່ງ​ຕ່າງໆ​ຫຼາກຫຼາຍ​ຂະໜາດ​ໃດ. ຄາຣີນາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຕອນ​ທີ່​ເຮົາ​ຍ່າງ​ຫຼິ້ນ​ນຳ​ກັນ ແມ່​ມັກ​ຈະ​ບອກ​ໃຫ້​ຂ້ອຍ​ຢຸດ​ແລະ​ສັງເກດ​ເບິ່ງ​ດອກ​ໄມ້​ແຕ່​ລະ​ດອກ​ວ່າ ມັນ​ມີ​ຄວາມ​ພິເສດ​ແລະ​ສວຍ​ງາມ​ຂະໜາດ​ໃດ ເຊິ່ງ​ເຮັດ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ຮັກ​ເຮົາ​ຫຼາຍ. ເຖິງ​ວ່າ​ຈະ​ຜ່ານ​ໄປ​ຫຼາຍ​ປີ ຂ້ອຍ​ກໍ​ຍັງ​ມັກ​ສັງເກດ​ເບິ່ງ​ດອກ​ໄມ້​ຢູ່ ບໍ່​ວ່າ​ຈະ​ເປັນ​ສີ​ສັນ​ແລະ​ຄວາມ​ຫຼາກຫຼາຍ​ຂອງ​ມັນ. ແລະ​ທຸກ​ເທື່ອ​ທີ່​ຂ້ອຍ​ເບິ່ງ​ດອກ​ໄມ້​ກໍ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ ພະເຢໂຫວາ​ຮັກ​ພວກ​ເຮົາ​ຫຼາຍ​ແທ້ໆ.”

ເຈົ້າ​ສາມາດ​ສອນ​ລູກ​ກ່ຽວກັບ​ສະຕິປັນຍາ​ຂອງ​ພະເຈົ້າ​ໄດ້​ໂດຍ​ເວົ້າ​ເຖິງ​ຮ່າງກາຍ​ຂອງ​ເຮົາ​ທີ່​ຖືກ​ສ້າງ​ຢ່າງ​ໜ້າ​ອັດສະຈັນ (ເບິ່ງ​ຂໍ້ 12)

12. ພໍ່​ແມ່​ຈະ​ຊ່ວຍ​ລູກ​ໃຫ້​ເຫັນ​ສະຕິປັນຍາ​ຂອງ​ພະເຢໂຫວາ​ໄດ້​ແນວໃດ? (ຄຳເພງ 139:14) (ເບິ່ງ​ຮູບພາບ)

12 ນອກຈາກນັ້ນ ໃຫ້​ເຈົ້າ​ຊ່ວຍ​ລູກ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ສະຕິປັນຍາ. ເພິ່ນ​ມີ​ສະຕິປັນຍາ​ຫຼາຍ​ກວ່າ​ເຮົາ​ຫຼາຍ​ເທົ່າ. (ຣມ. 11:33) ຕົວຢ່າງ​ເຊັ່ນ: ເຈົ້າ​ອາດຈະ​ອະທິບາຍ​ໃຫ້​ລູກ​ຮູ້​ວ່າ ນ້ຳ​ກາຍ​ເປັນ​ເມກ​ແນວໃດ​ແລະ​ເມກ​ເຮັດ​ໃຫ້​ນ້ຳ​ຍ້າຍ​ຈາກ​ບ່ອນ​ໜຶ່ງ​ໄປ​ຢູ່​ອີກ​ບ່ອນ​ໜຶ່ງ​ໄດ້​ຢ່າງ​ງ່າຍໆ​ແນວໃດ. (ໂຢບ 38:36, 37) ຫຼື​ເຈົ້າ​ອາດຈະ​ອະທິບາຍ​ວິທີ​ທີ່​ຮ່າງກາຍ​ຂອງ​ຄົນ​ເຮົາ​ຖືກ​ສ້າງ​ຢ່າງ​ໜ້າ​ອັດສະຈັນ. (ອ່ານ​ຄຳເພງ 139:14) ໃຫ້​ເຮົາ​ມາ​ເບິ່ງ​ວ່າ ພໍ່​ຄົນ​ໜຶ່ງ​ທີ່​ຊື່​ວະລາດິເມຍ​ໄດ້​ເຮັດ​ຄ້າຍໆ​ກັນ​ນີ້​ແນວໃດ. ລາວ​ບອກ​ວ່າ: “ມື້​ໜຶ່ງ ລູກຊາຍ​ຂອງ​ເຮົາ​ຂີ່​ລົດຖີບ​ລົ້ມ ແລະ​ຫົວ​ເຂົ່າ​ເຫຼີ້ນ. ແຕ່ຫຼັງຈາກ​ນັ້ນ​ບໍ່​ເທົ່າໃດ​ມື້​ແຜ​ກໍ​ເຊົາ. ຂ້ອຍ​ກັບ​ເມຍ​ຈະ​ອະທິບາຍ​ໃຫ້​ລູກ​ເຂົ້າໃຈ​ວ່າ ພະເຢໂຫວາ​ສ້າງ​ຮ່າງກາຍ​ຂອງ​ເຮົາ​ໃຫ້​ສາມາດ​ສ້ອມ​ແຊມ​ໂຕເອງ​ໄດ້. ແຕ່​ເຮົາ​ບໍ່​ຄ່ອຍ​ເຫັນ​ວ່າ​ສິ່ງ​ທີ່​ມະນຸດ​ສ້າງ​ຈະ​ເຮັດ​ແບບ​ນີ້​ໄດ້ ເຊັ່ນ: ຖ້າ​ລົດ​ເພ​ມັນ​ກໍ​ບໍ່​ສາມາດ​ສ້ອມ​ແປງ​ໂຕເອງ​ໄດ້. ເລື່ອງ​ນີ້​ຊ່ວຍ​ລູກ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ສະຕິປັນຍາ​ຫຼາຍ​ແທ້ໆ.”

13. ພໍ່​ແມ່​ຈະ​ຊ່ວຍ​ລູກ​ໃຫ້​ເຫັນ​ພະລັງ​ອຳນາດ​ຂອງ​ພະເຢໂຫວາ​ໄດ້​ແນວໃດ? (ເອຊາຢາ 40:26)

13 ພະເຢໂຫວາ​ຊວນ​ເຮົາ​ໃຫ້​ແຫງນ​ໜ້າ​ເບິ່ງ​ທ້ອງຟ້າ​ແລະ​ໃຫ້​ຄິດ​ເບິ່ງ​ວ່າ​ເພິ່ນ​ມີ​ພະລັງ​ອຳນາດ​ຫຼາຍ​ຂະໜາດ​ໃດ​ທີ່​ສາມາດ​ຄວບຄຸມ​ດວງ​ດາວ​ຕ່າງໆ​ໃຫ້​ຢູ່​ໃນ​ບ່ອນ​ຂອງ​ມັນ. (ອ່ານ​ເອຊາຢາ 40:26) ໃຫ້​ເຈົ້າ​ຊວນ​ລູກ​ແນມ​ເບິ່ງ​ທ້ອງຟ້າ​ແລະ​ຄິດ​ກ່ຽວກັບ​ເລື່ອງ​ນັ້ນ​ເບິ່ງ. ພີ່ນ້ອງ​ທິງໆ​ເຊິ່ງ​ຢູ່​ໄຕ້ຫວັນ​ໄດ້​ເລົ່າ​ເຖິງ​ສະໄໝ​ທີ່​ລາວ​ຍັງ​ນ້ອຍ​ວ່າ: “ມີ​ເທື່ອ​ໜຶ່ງ​ແມ່​ໄດ້​ພາ​ຂ້ອຍ​ໄປ​ທ່ຽວ​ແລະ​ກາງ​ເຕັ້ນ​ຢູ່​ນອກ​ເມືອງ. ຍ້ອນ​ບໍ່​ມີ​ແສງ​ໄຟ​ລົບກວນ ເຮົາ​ຈຶ່ງ​ສາມາດ​ເຫັນ​ດາວ​ເຕັມ​ທ້ອງຟ້າ​ເລີຍ. ໃນ​ຕອນ​ນັ້ນ​ຂ້ອຍ​ຮູ້ສຶກ​ກັງວົນ​ແລະ​ຢ້ານ​ວ່າ​ຂ້ອຍ​ຈະ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ​ບໍ່​ໄດ້ ຍ້ອນ​ໝູ່​ຢູ່​ໃນ​ໂຮງຮຽນ​ພະຍາຍາມ​ກົດ​ດັນ​ຂ້ອຍ​ແລະ​ເຮັດ​ໃຫ້​ຍາກ​ທີ່​ຈະ​ເຊື່ອຟັງ​ພະເຢໂຫວາ. ແຕ່​ແມ່​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ຄິດເຖິງ​ພະລັງ​ອຳນາດ​ຂອງ​ພະເຢໂຫວາ​ທີ່​ໃຊ້​ສ້າງ​ສິ່ງ​ຕ່າງໆ​ລວມ​ທັງ​ດວງ​ດາວ​ເຫຼົ່ານີ້ ແລະ​ຊ່ວຍ​ຂ້ອຍ​ໃຫ້​ຈື່​ວ່າ​ພະເຢໂຫວາ​ຈະ​ໃຊ້​ພະລັງ​ອຳນາດ​ຂອງ​ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ຜ່ານ​ບັນຫາ​ຕ່າງໆ​ໄປ​ໄດ້. ຫຼັງ​ຈາກ​ທີ່​ໄດ້​ເບິ່ງ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ຕອນ​ທີ່​ໄປ​ທ່ຽວ​ໃນ​ຄັ້ງ​ນັ້ນ ກໍ​ເຮັດ​ໃຫ້​ຂ້ອຍ​ຢາກ​ຮູ້ຈັກ​ພະເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ຕັ້ງໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຮັບໃຊ້​ເພິ່ນ.”

14. ພໍ່​ແມ່​ຈະ​ໃຊ້​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ຊ່ວຍ​ລູກ​ແນວໃດ​ໃຫ້​ເຫັນ​ວ່າ ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມສຸກ?

14 ສິ່ງ​ຕ່າງໆ​ທີ່​ພະເຢໂຫວາ​ສ້າງ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ມີ​ຄວາມສຸກ ແລະ​ເພິ່ນ​ຢາກ​ໃຫ້​ເຮົາ​ມີ​ຄວາມສຸກ​ຄື​ກັນ. ນັກ​ວິທະຍາສາດ​ສັງເກດ​ວ່າ ສັດ​ສ່ວນ​ຫຼາຍ​ແມ່ນ​ແຕ່​ນົກ​ແລະ​ປາ​ກໍ​ມັກ​ຫຼິ້ນ​ມັກ​ຢອກ​ກັນ. (ໂຢບ 40:20) ເຈົ້າ​ເຄີຍ​ເຫັນ​ລູກ​ຫົວ​ຍ້ອນ​ເຫັນ​ສັດ​ຢອກ​ຫຼິ້ນ​ກັນ​ບໍ? ເຊັ່ນ ຕອນ​ທີ່​ແມວ​ນ້ອຍ​ຫຼິ້ນ​ນຳ​ກັນ​ຫຼື​ຕອນ​ທີ່​ໝາ​ນ້ອຍ​ໄລ່​ຢອກ​ກັນ. ຖ້າ​ເທື່ອ​ໜ້າ​ເຈົ້າ​ເຫັນ​ລູກ​ຫົວ​ຍ້ອນ​ສັດ​ເຮັດ​ສິ່ງ​ທີ່​ຕະຫຼົກໆ​ກໍ​ໃຫ້​ບອກ​ລູກ​ວ່າ ‘ເຫັນ​ບໍ​ລູກ ພະເຢໂຫວາ​ຄື​ຊິ​ເປັນ​ພະເຈົ້າ​ທີ່​ມັກ​ມ່ວນ​ແລະ​ມີ​ຄວາມສຸກເນາະ!’—1ຕມ. 1:11

ມີ​ຄວາມສຸກ​ກັບ​ທຳມະຊາດ​ນຳ​ກັນ​ເປັນ​ຄອບຄົວ

ຕອນ​ທີ່​ລູກ​ຢູ່​ກັບ​ທຳມະຊາດ ເຂົາເຈົ້າ​ອາດຈະ​ຮູ້ສຶກ​ຜ່ອນຄາຍ​ຫຼາຍ​ຂຶ້ນ​ແລະ​ຢາກ​ລະບາຍ​ຄວາມ​ຮູ້ສຶກ​ໃຫ້​ເຈົ້າ​ຟັງ (ເບິ່ງ​ຂໍ້ 15)

15. ພໍ່​ແມ່​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ລູກ​ໃຫ້​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ? (ສຸພາສິດ 20:5) (ເບິ່ງ​ຮູບພາບ)

15 ບາງເທື່ອ​ພໍ່​ແມ່​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ໃຫ້​ລູກ​ເວົ້າ​ເຖິງ​ບັນຫາ​ທີ່​ເຂົາເຈົ້າ​ເຈິ​ຢູ່. (ອ່ານ​ສຸພາສິດ 20:5) ສຳລັບ​ພໍ່​ແມ່​ບາງຄົນ​ຮູ້ສຶກ​ວ່າ ຖ້າ​ພາ​ລູກ​ໄປ​ທ່ຽວ​ຊົມ​ທຳມະຊາດ​ກໍ​ຈະ​ຊ່ວຍ​ໃຫ້​ງ່າຍ​ຂຶ້ນ​ທີ່​ລູກ​ຈະ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ. ຍ້ອນຫຍັງ? ເຫດຜົນ​ໜຶ່ງ​ກໍ​ຄື ຕອນ​ທີ່​ໄປ​ທ່ຽວ​ນຳ​ກັນ​ເປັນ​ຄອບຄົວ ສ່ວນ​ຫຼາຍ​ຈະ​ບໍ່​ຄ່ອຍ​ມີ​ຫຍັງ​ມາ​ລົບກວນ​ເວລາ​ທີ່​ພໍ່​ແມ່​ຢູ່​ກັບ​ລູກ. ພໍ່​ຄົນ​ໜຶ່ງ​ຢູ່​ໄຕ້ຫວັນ​ທີ່​ຊື່​ມາຊະຮິໂກະ​ເວົ້າ​ເຖິງ​ອີກ​ເຫດຜົນ​ໜຶ່ງ​ວ່າ: “ຕອນ​ທີ່​ພວກ​ເຮົາ​ໃຊ້​ເວລາ​ນຳ​ກັນ​ກັບ​ລູກພາ​ລູກ​ໄປ​ປີນ​ພູ​ຫຼື​ຍ່າງ​ຢູ່​ແຄມ​ທະເລ ຈະ​ຊ່ວຍ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ຜ່ອນຄາຍ​ແລະ​ງ່າຍ​ຂຶ້ນ​ທີ່​ຈະ​ລະບາຍ​ຄວາມ​ຮູ້ສຶກ​ໃຫ້​ເຮົາ​ຟັງ.” ຄັດຢາ​ທີ່​ເວົ້າ​ເຖິງ​ກ່ອນໜ້າ​ນີ້ບອກ​ວ່າ: “ຫຼັງ​ຈາກ​ເລີກ​ໂຮງຮຽນ ແມ່​ມັກ​ຈະ​ພາ​ຂ້ອຍ​ໄປ​ຫຼິ້ນ​ຢູ່​ສວນ​ສາທາລະນະ​ທີ່​ງາມໆ. ໃນ​ບັນຍາກາດ​ທີ່​ສະຫງົບ​ງຽບ​ແບບນັ້ນ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ທີ່​ຂ້ອຍ​ຈະ​ບອກ​ໃຫ້​ແມ່​ຮູ້​ວ່າ ຂ້ອຍ​ກັງວົນ​ເລື່ອງ​ຫຍັງ ແລະ​ເຈິ​ຫຍັງ​ແດ່​ຢູ່​ໂຮງຮຽນ.”

16. ຄອບຄົວ​ຈະ​ຮູ້ສຶກ​ມ່ວນ​ແລະ​ຜ່ອນຄາຍ​ໄດ້​ແນວໃດ​ຕອນ​ທີ່​ໄປ​ທ່ຽວ​ຊົມ​ທຳມະຊາດ​ນຳ​ກັນ?

16 ເມື່ອ​ຄອບຄົວ​ໄປ​ທ່ຽວ​ຊົມ​ທຳມະຊາດ​ນຳ​ກັນ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ຮູ້ສຶກ​ມ່ວນ​ແລະ​ຜ່ອນຄາຍ​ແລະ​ຈະ​ເຮັດ​ໃຫ້​ຄອບຄົວ​ສະໜິດ​ກັນ​ຫຼາຍ​ຂຶ້ນ. ຄຳພີໄບເບິນ​ບອກ​ວ່າ “ມີ​ເວລາ​ຫົວ” ແລະ “ມີ​ເວລາ​ກະໂດດ​ໂລດ​ເຕັ້ນ.” (ຜູ້ປ. 3:1, 4, ລ.ມ.) ພະເຢໂຫວາ​ສ້າງ​ບ່ອນ​ທີ່​ງາມໆ​ຫຼາຍ​ບ່ອນ​ເພື່ອ​ໃຫ້​ເຮົາ​ເຮັດ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ. ຫຼາຍ​ຄອບຄົວ​ມັກ​ຈະ​ໄປ​ທ່ຽວ​ຊົມ​ທຳມະຊາດ​ນຳ​ກັນ ເຊັ່ນ: ໄປ​ຫຼິ້ນ​ນ້ຳຕົກຕາດ​ແລະ​ໄປ​ທ່ຽວ​ທະເລ. ເດັກນ້ອຍ​ບາງຄົນ​ກໍ​ມັກ​ແລ່ນ​ຫຼິ້ນ​ຢູ່​ສວນ​ສາທາລະນະ ເບິ່ງ​ສັດ ຫຼື​ໄປ​ລອຍ​ນ້ຳ. ເຮົາ​ເຫັນ​ວ່າມີ​ຫຼາຍ​ໂອກາດ​ແທ້ໆ​ທີ່​ເຮົາ​ຈະ​ມີ​ຄວາມສຸກ​ກັບ​ທຳມະຊາດ​ແລະ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ທີ່​ຢູ່​ອ້ອມ​ໂຕ​ເຮົາ!

17. ເປັນຫຍັງ​ພໍ່​ແມ່​ຄວນ​ຈະ​ຊ່ວຍ​ລູກ​ໃຫ້​ມີ​ຄວາມສຸກ​ກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ?

17 ໃນ​ໂລກ​ໃໝ່ ພໍ່​ແມ່​ກັບ​ລູກ​ຈະ​ມີ​ຄວາມສຸກ​ຫຼາຍ​ທີ່ສຸດ​ກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ. ໃນ​ຕອນ​ນັ້ນ ເຮົາ​ຈະ​ບໍ່​ຕ້ອງ​ຢ້ານ​ສັດ​ແລະ​ສັດ​ກໍ​ບໍ່​ຕ້ອງ​ຢ້ານ​ເຮົາ. (ອຊຢ. 11:6-9) ນອກຈາກນັ້ນ ເຮົາ​ຈະ​ມີ​ຄວາມສຸກ​ກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ຕໍ່ໄປ​ເລື້ອຍໆ​ບໍ່​ມີ​ມື້​ສິ້ນ​ສຸດ. (ເພງ. 22:26) ແຕ່​ຜູ້​ທີ່​ເປັນ​ພໍ່​ແມ່ ເຈົ້າ​ບໍ່​ຕ້ອງ​ລໍ​ຖ້າ​ໃຫ້​ຮອດ​ມື້​ນັ້ນ​ກ່ອນ​ຈຶ່ງ​ຈະ​ຊ່ວຍ​ລູກ​ໃຫ້​ມີ​ຄວາມສຸກ​ກັບ​ສິ່ງ​ທີ່​ພະເຢໂຫວາ​ສ້າງ. ຖ້າ​ເຈົ້າ​ໃຊ້​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ເພື່ອ​ສອນ​ລູກ​ກ່ຽວກັບ​ເພິ່ນ​ຕັ້ງແຕ່​ຕອນນີ້ ລູກ​ກໍ​ຈະ​ຮູ້ສຶກ​ຄື​ກັບ​ກະສັດ​ດາວິດ​ທີ່​ບອກ​ວ່າ: “ພະເຢໂຫວາ​ເອີ້ຍ . . . ສິ່ງ​ທີ່​ພະອົງ​ເຮັດ​ບໍ່​ເຄີຍ​ມີ​ໃຜ​ເຮັດ​ໄດ້​ເລີຍ.”—ເພງ. 86:8, ລ.ມ.

ເພງ 134 ລູກ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ

a ພີ່ນ້ອງ​ຫຼາຍ​ຄົນ​ຍັງ​ຈື່​ໄດ້​ດີ​ວ່າ​ຕອນ​ທີ່​ເຂົາເຈົ້າ​ຍັງ​ນ້ອຍ ເຂົາເຈົ້າ​ມີ​ຄວາມສຸກ​ຫຼາຍ​ຂະໜາດ​ໃດ​ທີ່​ພໍ່​ແມ່​ພາ​ໄປ​ທ່ຽວ​ຊົມ​ທຳມະຊາດ​ທີ່​ສວຍ​ງາມ. ເຂົາເຈົ້າ​ຈື່​ວ່າ​ໃນ​ຕອນ​ນັ້ນ​ພໍ່​ແມ່​ໃຊ້​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ​ເພື່ອ​ສອນ​ເຂົາເຈົ້າ​ເລື່ອງ​ພະເຢໂຫວາ. ຖ້າ​ເຈົ້າ​ມີ​ລູກ ເຈົ້າ​ຈະ​ໃຊ້​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ​ເພື່ອ​ສອນ​ລູກ​ແນວໃດ​ກ່ຽວກັບ​ຄຸນລັກສະນະ​ຕ່າງໆ​ຂອງ​ພະເຢໂຫວາ? ເຮົາ​ຈະ​ມາ​ເບິ່ງ​ຄຳຕອບ​ໃນ​ບົດຄວາມ​ນີ້.