ບົດຄວາມສຶກສາທີ 31
ເຈົ້າອົດທົນລໍຖ້າພະເຢໂຫວາບໍ?
“ຂ້ອຍຈະອົດທົນລໍຖ້າ.”—ມີເກ 7:7, ລ.ມ.
ເພງ 128 ອົດທົນຈົນເຖິງທີ່ສຸດ
ໃຈຄວາມສຳຄັນ *
1-2. ເຮົາຈະຮຽນຫຍັງໃນບົດນີ້?
ເຈົ້າຮູ້ສຶກແນວໃດເມື່ອເຄື່ອງທີ່ເຈົ້າສັ່ງບໍ່ໄດ້ມາຕາມເວລາທີ່ເຈົ້າຕ້ອງການ? ເຈົ້າຮູ້ສຶກຜິດຫວັງແມ່ນບໍ? ຄືກັບສຸພາສິດ 13:12, ລ.ມ. ບອກວ່າ “ຄວາມຄາດຫວັງທີ່ຖືກເລື່ອນອອກໄປເຮັດໃຫ້ເສຍໃຈ.” ແຕ່ຖ້າເຈົ້າຮູ້ເຫດຜົນວ່າເປັນຫຍັງເຄື່ອງທີ່ເຈົ້າສັ່ງຈຶ່ງມາຊ້າ ເຈົ້າກໍຈະເຕັມໃຈອົດທົນລໍຖ້າ.
2 ໃນບົດນີ້ ເຮົາຈະມາເບິ່ງຫຼັກການຈາກຄຳພີໄບເບິນທີ່ຊ່ວຍເຮົາໃຫ້ “ອົດທົນລໍຖ້າ” ຕໍ່ໆໄປໄດ້. (ມີເກ 7:7) ຈາກນັ້ນ ເຮົາຈະມາເບິ່ງ 2 ເລື່ອງທີ່ເຮົາຕ້ອງລໍຖ້າພະເຢໂຫວາຢ່າງອົດທົນ. ແລະສຸດທ້າຍເຮົາຈະມາເບິ່ງວ່າ ຄົນທີ່ເຕັມໃຈລໍຖ້າພະເຢໂຫວາຈະໄດ້ຮັບສິ່ງດີໆຫຍັງແດ່?
ຫຼັກການໃນຄຳພີໄບເບິນສອນເຮົາໃຫ້ອົດທົນ
3. ຫຼັກການທີ່ຢູ່ໃນສຸພາສິດ 13:11 ສອນຫຍັງເຮົາ?
3 ໃນຄຳພີໄບເບິນມີຫຼັກການທີ່ສອນເຮົາໃຫ້ຮູ້ວ່າເປັນຫຍັງເຮົາຄວນອົດທົນ. ໃນສຸພາສິດ 13:11, ລ.ມ. ບອກວ່າ: “ຊັບສິນທີ່ໄດ້ມາງ່າຍໆຈະໝົດໄປ ແຕ່ຊັບສິນຂອງຄົນທີ່ເກັບເລັກເກັບນ້ອຍ ຈະເພີ່ມຂຶ້ນເລື້ອຍໆ.” ເຮົາໄດ້ບົດຮຽນຫຍັງຈາກຂໍ້ນີ້? ຖ້າເຮົາຄ່ອຍໆເຮັດສິ່ງຕ່າງໆດ້ວຍຄວາມອົດທົນ ເຮົາກໍຈະໄດ້ຮັບຜົນທີ່ດີ.
4. ຫຼັກການທີ່ຢູ່ໃນສຸພາສິດ 4:18 ສອນຫຍັງເຮົາ?
4 ສຸພາສິດ 4:18, ລ.ມ. ບອກວ່າ “ທາງຂອງຄົນດີເປັນຄືກັບແສງສະຫວ່າງຍາມເຊົ້າ ເຊິ່ງສະຫວ່າງຂຶ້ນເລື້ອຍໆຈົນເຖິງຕອນທ່ຽງ.” ໃນຂໍ້ນີ້ບອກ ໃຫ້ເຮົາຮູ້ວ່າ ພະເຢໂຫວາຈະຄ່ອຍໆເປີດເຜີຍຄວາມຕ້ອງການຂອງເພິ່ນໃຫ້ຜູ້ຮັບໃຊ້ຂອງເພິ່ນຮູ້ຈັກ. ແລະຂໍ້ນີ້ຍັງຊ່ວຍເຮົາໃຫ້ຮູ້ວິທີທີ່ຄລິດສະຕຽນຈະປ່ຽນແປງຕົວເອງ ແລະສະໜິດກັບພະເຢໂຫວາຫຼາຍຂຶ້ນ. ແຕ່ເພື່ອຈະເຮັດແບບນີ້ໄດ້ເຮົາຕ້ອງໃຊ້ເວລາ. ຖ້າເຮົາດຸໝັ່ນສຶກສາ ນຳໃຊ້ຫຼັກການຈາກຄຳພີໄບເບິນແລະຈາກອົງການຂອງພະເຢໂຫວາ ເຮົາກໍຈະຄ່ອຍໆມີຄຸນລັກສະນະແບບພະຄລິດ ແລະເຮົາກໍຈະຮູ້ຈັກພະເຈົ້າໄດ້ດີຂຶ້ນ. ໃຫ້ເຮົາມາເບິ່ງວ່າ ພະເຢຊູໄດ້ໃຊ້ຕົວຢ່າງປຽບທຽບກ່ຽວກັບເລື່ອງນີ້ແນວໃດ.
5. ພະເຢຊູໃຊ້ຕົວຢ່າງຫຍັງເພື່ອສະແດງໃຫ້ເຫັນວ່າ ກ່ອນທີ່ຄົນໜຶ່ງຈະມີຄວາມເຊື່ອຫຼາຍຂຶ້ນຕ້ອງໃຊ້ເວລາ.
5 ພະເຢຊູໃຊ້ຕົວຢ່າງປຽບທຽບເພື່ອອະທິບາຍວ່າຂ່າວດີເລື່ອງການປົກຄອງຂອງພະເຈົ້າທີ່ເຮົາປະກາດເປັນຄືກັບເມັດພືດນ້ອຍໆທີ່ຄ່ອຍໆເຕີບໃຫຍ່ຢູ່ໃນຫົວໃຈຄົນທີ່ສັດຊື່. ເພິ່ນເວົ້າວ່າ: “ເມັດເຫຼົ່ານັ້ນງອກແລະໃຫຍ່ຂຶ້ນແນວໃດລາວບໍ່ຮູ້. ຕົ້ນເຂົ້ານັ້ນຄ່ອຍໆໃຫຍ່ຂຶ້ນເອງ ເລີ່ມເປັນຕົ້ນອ່ອນກ່ອນ ແລ້ວກໍຖອກຮວງ ແລະໃນທີ່ສຸດກໍມີເມັດເຕັມຮວງ.” (ມຣກ. 4:27, 28) ພະເຢຊູໝາຍຄວາມວ່າແນວໃດ? ເພິ່ນອະທິບາຍວ່າ ຄືກັບພືດທີ່ຄ່ອຍໆເຕີບໃຫຍ່ ຄົນທີ່ຮັບເອົາຂ່າວດີເລື່ອງການປົກຄອງຂອງພະເຈົ້າກໍຈະຄ່ອຍໆມີຄວາມເຊື່ອຫຼາຍຂຶ້ນ. ຕົວຢ່າງເຊັ່ນ ເຮົາຈະເຫັນວ່ານັກສຶກສາຄຳພີໄບເບິນປ່ຽນແປງຕົວເອງຫຼາຍຢ່າງເມື່ອເຂົາເຈົ້າໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ. (ອຟຊ. 4:22-24) ແຕ່ເຮົາຕ້ອງຈື່ໄວ້ວ່າ ພະເຢໂຫວາເປັນຜູ້ທີ່ເຮັດໃຫ້ເມັດພືດນັ້ນເຕີບໃຫຍ່.—1 ກຣ. 3:7
6-7. ເຮົາໄດ້ຮຽນຫຍັງຈາກວິທີທີ່ພະເຢໂຫວາສ້າງໂລກ?
6 ໃນທຸກສິ່ງທີ່ພະເຢໂຫວາເຮັດ ເພິ່ນກໍຕ້ອງໃຊ້ເວລາຄືກັນເພື່ອຈະເຮັດສິ່ງເຫຼົ່ານັ້ນໃຫ້ສຳເລັດ. ສິ່ງທີ່ພະເຢໂຫວາເຮັດບໍ່ພຽງແຕ່ເພື່ອໃຫ້ກຽດນາມຊື່ຂອງເພິ່ນ ແຕ່ຍັງເພື່ອຜົນປະໂຫຍດຂອງຄົນອື່ນນຳ. ຕອນນີ້ໃຫ້ເຮົາມາເບິ່ງວ່າ ພະເຢໂຫວາໄດ້ກຽມໂລກເທື່ອລະເລັກເທື່ອລະນ້ອຍແນວໃດໃຫ້ເປັນບ່ອນຢູ່ຂອງມະນຸດ.
7 ຄຳພີໄບເບິນໄດ້ອະທິບາຍວິທີທີ່ພະເຢໂຫວາສ້າງໂລກວ່າ ເພິ່ນກຳນົດ “ຂະໜາດຂອງໂລກ” ຕັ້ງ ໂຢບ 38:5, 6, ລ.ມ.) ແລະເພິ່ນຍັງໃຊ້ເວລາເພື່ອກວດເບິ່ງສິ່ງທີ່ເພິ່ນສ້າງ. (ຕົ້ນ. 1:10, 12) ລອງຄິດເບິ່ງວ່າ ທູດສະຫວັນຈະຮູ້ສຶກແນວໃດເມື່ອເຫັນສິ່ງໃໝ່ໆທີ່ພະເຢໂຫວາສ້າງ? ເຂົາເຈົ້າຕ້ອງຮູ້ສຶກຕື່ນເຕັ້ນຫຼາຍແທ້ໆ! ຍ້ອນແນວນັ້ນ ເຂົາເຈົ້າຈຶ່ງ “ໂຫ່ຮ້ອງດີໃຈ.” (ໂຢບ 38:7, ລ.ມ.) ເຮົາໄດ້ຮຽນຫຍັງຈາກເລື່ອງນີ້? ເຮົາໄດ້ຮູ້ວ່າ ພະເຢໂຫວາໄດ້ໃຊ້ເວລາຫຼາຍພັນປີເພື່ອສ້າງໂລກ ດວງດາວ ແລະສິ່ງມີຊີວິດທັງໝົດ. ແລະເມື່ອເພິ່ນໃຊ້ເວລາກວດເບິ່ງສິ່ງຕ່າງໆທີ່ເພິ່ນສ້າງ ເພິ່ນກໍເຫັນວ່າມັນ “ດີແທ້ໆ.”—ຕົ້ນ. 1:31
“ເສົາຂອງໂລກ” ແລະວາງ “ຫີນຫົວມຸມໃຫ້ມັນ.” (8. ຕອນນີ້ເຮົາຈະຮຽນຫຍັງ?
8 ຈາກຕົວຢ່າງທີ່ເຮົາໄດ້ຮຽນມາ ເຮົາເຫັນວ່າຫຼັກການໃນຄຳພີໄບເບິນສອນເຮົາໃຫ້ເປັນຄົນອົດທົນ. ຕອນນີ້ໃຫ້ເຮົາມາເບິ່ງ 2 ເລື່ອງທີ່ເຮົາຕ້ອງເຕັມໃຈລໍຖ້າພະເຢໂຫວາ.
ເຮົາຕ້ອງລໍຖ້າພະເຢໂຫວາໃນເລື່ອງຫຍັງແດ່?
9. ເຮົາອາດລໍຖ້າໃຫ້ພະເຢໂຫວາເຮັດຫຍັງ?
9ເຮົາອາດຕ້ອງລໍຖ້າໃຫ້ພະເຢໂຫວາຕອບຄຳອະທິດຖານ. ເມື່ອເຮົາອະທິດຖານຂໍກຳລັງຈາກພະເຢໂຫວາເພື່ອຈະອົດທົນກັບບັນຫາ ຫຼືຊ່ວຍເຮົາໃຫ້ຕໍ່ສູ້ກັບຂໍ້ອ່ອນແອຂອງເຮົາ ເຮົາອາດຮູ້ສຶກວ່າພະເຢໂຫວາຕອບຄຳອະທິດຖານຂອງເຮົາຊ້າກວ່າທີ່ເຮົາຕ້ອງການ. ເປັນຫຍັງພະເຢໂຫວາບໍ່ຕອບຄຳອະທິດຖານຂອງເຮົາທັນທີ?
10. ເປັນຫຍັງເຮົາອາດຕ້ອງອົດທົນລໍຖ້າໃຫ້ພະເຢໂຫວາຕອບຄຳອະທິດຖານຂອງເຮົາ?
10 ພະເຢໂຫວາຟັງຄຳອະທິດຖານຂອງເຮົາ. (ເພງ. 65:2) ເພິ່ນເຫັນວ່າຄຳອະທິດຖານທີ່ຈິງໃຈຂອງເຮົາສະແດງເຖິງຄວາມເຊື່ອທີ່ເຮົາມີຕໍ່ເພິ່ນ. (ຮຣ. 11:6) ພະເຢໂຫວາຍັງສັງເກດເຫັນເມື່ອເຮົາພະຍາຍາມໃຊ້ຊີວິດໃຫ້ສອດຄ່ອງກັບຄຳອະທິດຖານ ແລະເຮັດໃນສິ່ງທີ່ເພິ່ນພໍໃຈ. (1 ຢຮ. 3:22) ດັ່ງນັ້ນ ເມື່ອເຮົາອະທິດຖານຂໍພະເຢໂຫວາຊ່ວຍເຮົາໃຫ້ປ່ຽນແປງນິດໄສທີ່ບໍ່ດີ ເຮົາອາດຕ້ອງໄດ້ອົດທົນແລະພະຍາຍາມເຮັດຕາມຄຳອະທິດຖານຂອງເຮົາ. ພະເຢຊູຊ່ວຍເຮົາໃຫ້ເຂົ້າໃຈວ່າ ຄຳອະທິດຖານບາງຢ່າງຂອງເຮົາອາດຈະບໍ່ໄດ້ຮັບຄຳຕອບທັນທີ. ເພິ່ນບອກວ່າ: “ຂໍຕໍ່ໄປເລື້ອຍໆແລ້ວພວກເຈົ້າຈະໄດ້ຮັບ ຊອກຫາຕໍ່ໄປເລື້ອຍໆແລ້ວພວກເຈົ້າຈະພົບ ເຄາະຕໍ່ໄປເລື້ອຍໆແລ້ວປະຕູຈະເປີດອອກສຳລັບພວກເຈົ້າ. ເພາະທຸກຄົນທີ່ຂໍຈະໄດ້ຮັບ ທຸກຄົນທີ່ຊອກຫາກໍຈະພົບ ແລະທຸກຄົນທີ່ເຄາະກໍຈະເປີດໃຫ້.” (ມທ. 7:7, 8) ເມື່ອເຮົາເຮັດຕາມຄຳແນະນຳນີ້ແລະ “ອະທິດຖານເລື້ອຍໆ” ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາພໍ່ທີ່ຢູ່ໃນສະຫວັນຈະຟັງແລະຕອບຄຳອະທິດຖານຂອງເຮົາ.—ກລຊ. 4:2
11. ຖ້າຮູ້ສຶກວ່າພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານຂອງເຮົາທັນທີ ເຮົາຄວນຈື່ຫຍັງໄວ້? (ເຮັບເຣີ 4:16)
11 ເຖິງເບິ່ງຄືວ່າພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານຂອງເຮົາທັນທີ ແຕ່ເພິ່ນກໍສັນຍາວ່າເພິ່ນຈະຕອບຄຳອະທິດຖານຂອງເຮົາ “ເມື່ອເຮົາຕ້ອງການຄວາມຊ່ວຍເຫຼືອ” ໃນເວລາທີ່ເໝາະສົມ. (ອ່ານເຮັບເຣີ 4:16) ດັ່ງນັ້ນ ເມື່ອເຫັນວ່າພະເຢໂຫວາບໍ່ໄດ້ຕອບຄຳອະທິດຖານຂອງເຮົາທັນທີ ເຮົາກໍບໍ່ຄວນຈົ່ມໃຫ້ເພິ່ນ. ເປັນເວລາຫຼາຍປີແລ້ວທີ່ຜູ້ຮັບໃຊ້ຂອງພະເຢໂຫວາໄດ້ອະທິດຖານຂໍໃຫ້ການປົກຄອງຂອງພະເຈົ້າມາທຳລາຍໂລກຊົ່ວນີ້ ແລະແມ່ນແຕ່ພະເຢຊູເອງກໍໄດ້ສອນພວກເຮົາໃຫ້ອະທິດຖານກ່ຽວກັບເລື່ອງນີ້. (ມທ. 6:10) ແລ້ວມັນມີເຫດຜົນຢູ່ບໍທີ່ຈະຍອມໃຫ້ຄວາມເຊື່ອຂອງເຮົາອ່ອນລົງຍ້ອນພະເຢໂຫວາບໍ່ໄດ້ທຳລາຍໂລກນີ້ຕາມເວລາທີ່ເຮົາ ຕ້ອງການ? (ຫາບາ. 2:3; ມທ. 24:44) ເຮົາຄວນລໍຖ້າພະເຢໂຫວາຕໍ່ໆໄປ ອະທິດຖານເຖິງເພິ່ນ ແລະໝັ້ນໃຈວ່າເພິ່ນຈະຕອບຄຳອະທິດຖານຂອງເຮົາ. ພະເຢໂຫວາຈະທຳລາຍໂລກຊົ່ວນີ້ແທ້ໆໃນເວລາທີ່ເໝາະສົມເພາະເພິ່ນໄດ້ກຳນົດ “ວັນແລະເວລາ” ໄວ້ແລ້ວ. ແລະມື້ນັ້ນຈະເປັນເວລາທີ່ເໝາະສົມທີ່ສຸດສຳລັບທຸກຢ່າງ.—ມທ. 24:36; 2 ປຕ. 3:15
12. ສະພາບການແບບໃດທີ່ເຮົາອາດຮູ້ສຶກວ່າຍາກທີ່ຈະອົດທົນ?
12ເຮົາອາດຕ້ອງໄດ້ອົດທົນຕອນທີ່ລໍຖ້າໃຫ້ມີຄວາມຍຸຕິທຳ. ຄົນໃນໂລກນີ້ມັກມີອະຄະຕິກັບຄົນອື່ນຍ້ອນ ເພດໄວ ສີຜິວ ແລະສັນຊາດ. ສ່ວນຄົນອື່ນໆກໍຖືກປະຕິບັດບໍ່ດີຍ້ອນມີບັນຫາທາງດ້ານຮ່າງກາຍຫຼືຈິດໃຈ. ສ່ວນຜູ້ຮັບໃຊ້ພະເຢໂຫວາຫຼາຍຄົນ ຕ້ອງເຈິກັບຄວາມບໍ່ຍຸຕິທຳຍ້ອນຄວາມເຊື່ອ. ເມື່ອເຮົາເຈິກັບເລື່ອງເຫຼົ່ານີ້ ເຮົາຕ້ອງຈື່ຄຳເວົ້າຂອງພະເຢຊູທີ່ວ່າ: “ຜູ້ທີ່ອົດທົນຈົນເຖິງທີ່ສຸດຈະໄດ້ຮັບການຊ່ວຍໃຫ້ລອດ.” (ມທ. 24:13) ແຕ່ຖ້າເຈົ້າຮູ້ວ່າບາງຄົນໃນປະຊາຄົມເຮັດຜິດຮ້າຍແຮງເດ? ເຈົ້າຈະອົດທົນລໍຖ້າໃຫ້ຜູ້ດູແລແກ້ໄຂບັນຫາຕາມວິທີຂອງພະເຢໂຫວາບໍ? ແລ້ວຜູ້ດູແລຕ້ອງເຮັດຫຍັງແດ່?
13. ເມື່ອມີຄົນເຮັດຜິດຮ້າຍແຮງ ພະເຢໂຫວາຢາກໃຫ້ຜູ້ດູແລແກ້ໄຂບັນຫາແນວໃດ?
13 ເມື່ອຜູ້ດູແລເຫັນວ່າ ມີພີ່ນ້ອງບາງຄົນໃນປະຊາຄົມເຮັດຜິດຮ້າຍແຮງ ເຂົາເຈົ້າຈະອະທິດຖານຂໍ “ສະຕິປັນຍາຈາກທາງເທິງ” ເພື່ອຊ່ວຍໃຫ້ເຂົາເຈົ້າເຂົ້າໃຈສະພາບການຄືກັບພະເຢໂຫວາ. (ຢກບ. 3:17) ເປົ້າໝາຍຂອງຜູ້ດູແລແມ່ນພະຍາຍາມຊ່ວຍຄົນທີ່ເຮັດຜິດໃຫ້ “ຫັນໜີຈາກທາງຜິດ.” (ຢກບ. 5:19, 20) ແລະເຂົາເຈົ້າຍັງຢາກເຮັດທຸກຢ່າງເພື່ອປົກປ້ອງປະຊາຄົມແລະໃຫ້ກຳລັງໃຈຜູ້ທີ່ໄດ້ຮັບຜົນກະທົບຈາກເລື່ອງນີ້. (2 ກຣ. 1:3, 4) ໃນກໍລະນີທີ່ມີການເຮັດຜິດຮ້າຍແຮງ ຜູ້ດູແລກໍຕ້ອງຮູ້ຄວາມຈິງທັງໝົດກ່ອນ ແລະເລື່ອງນີ້ຕ້ອງໃຊ້ເວລາ. ຈາກນັ້ນ ເຂົາເຈົ້າຈະອະທິດຖານແລະຊອກຫາຄຳແນະນຳຈາກຄຳພີໄບເບິນເພື່ອຈະຊ່ວຍເຫຼືອຜູ້ທີ່ເຮັດຜິດ “ຕາມສົມຄວນ.” (ຢເຣ. 30:11) ຜູ້ດູແລບໍ່ໄດ້ໃຊ້ເວລາດົນເກີນໄປທີ່ຈະແກ້ໄຂເລື່ອງນີ້ ແຕ່ເຂົາເຈົ້າກໍບໍ່ໄດ້ຟ້າວຕັດສິນເລື່ອງນີ້. ເມື່ອຜູ້ດູແລເຮັດຕາມຄຳຊີ້ນຳຈາກພະເຢໂຫວາ ມັນກໍຈະເປັນຜົນດີຕໍ່ທຸກຄົນໃນປະຊາຄົມ. ເຖິງວ່າຜູ້ດູແລຈະແກ້ໄຂບັນຫາຢ່າງຖືກຕ້ອງແລ້ວ ແຕ່ຜູ້ບໍລິສຸດອາດຈະຍັງຮູ້ສຶກເສຍໃຈຢູ່. ຖ້າເຈົ້າເຈິເລື່ອງແບບນີ້ ເຈົ້າຈະເຮັດແນວໃດ?
14. ເລື່ອງຂອງໃຜໃນຄຳພີໄບເບິນຈະຊ່ວຍເຮົາໄດ້ເມື່ອພີ່ນ້ອງເຮັດໃຫ້ເຮົາເສຍໃຈ?
ຕົ້ນ. 39:21) ໃນທີ່ສຸດ ໂຢເຊັບກໍໃຫ້ອະໄພພວກອ້າຍທີ່ເຄີຍເຮັດສິ່ງທີ່ບໍ່ດີຕໍ່ລາວ ແລະລາວກໍເຫັນວ່າ ພະເຢໂຫວາໄດ້ໃຫ້ສິ່ງດີໆກັບລາວ. (ຕົ້ນ. 45:5) ຖ້າເຮົາໃກ້ຊິດກັບພະເຢໂຫວາແລະລໍຖ້າໃຫ້ເພິ່ນແກ້ໄຂຄວາມບໍ່ຍຸຕິທຳໃນເວລາທີ່ເໝາະສົມ ເຮົາກໍຈະໄດ້ຮັບກຳລັງໃຈແລະອົດທົນໄດ້ຄືກັບໂຢເຊັບ.—ເພງ. 7:17; 73:28
14 ເຈົ້າເຄີຍເສຍໃຈຍ້ອນສິ່ງທີ່ຄົນອື່ນເຮັດບໍເຊິ່ງບາງເທື່ອອາດຈະແມ່ນພີ່ນ້ອງ? ມີຕົວຢ່າງໃນຄຳພີໄບເບິນທີ່ຊ່ວຍເຮົາໃຫ້ລໍຖ້າໃຫ້ພະເຢໂຫວາແກ້ໄຂຄວາມບໍ່ຍຸຕິທຳ. ຕົວຢ່າງເຊັ່ນ: ເຖິງວ່າໂຢເຊັບຈະຖືກພວກອ້າຍປະຕິບັດແບບບໍ່ຍຸຕິທຳ ແຕ່ລາວກໍບໍ່ຍອມໃຫ້ສິ່ງນັ້ນມາເຮັດໃຫ້ລາວຄຽດແຄ້ນ. ລາວພະຍາຍາມເຮັດສິ່ງທີ່ລາວເຮັດໄດ້ເພື່ອຮັບໃຊ້ພະເຢໂຫວາ ແລະພະເຢໂຫວາກໍໄດ້ໃຫ້ລາງວັນກັບລາວທີ່ລາວໄດ້ອົດທົນ. (15. ສິ່ງໃດຊ່ວຍພີ່ນ້ອງຍິງໃຫ້ອົດທົນໄດ້ ເມື່ອມີຄົນເຮັດບໍ່ດີໃສ່ລາວ?
15 ເຮົາອາດບໍ່ໄດ້ເຈິຄວາມບໍ່ຍຸຕິທຳຄືກັບໂຢເຊັບ ແຕ່ເຮົາອາດຮູ້ສຶກເສຍໃຈເມື່ອມີຄົນເຮັດບໍ່ດີກັບເຮົາ. ບໍ່ວ່າເຮົາຈະມີບັນຫາກັບພີ່ນ້ອງຫຼືກັບຄົນອື່ນ ເຮົາກໍສາມາດໄດ້ຮັບປະໂຫຍດຈາກຫຼັກການໃນຄຳພີໄບເບິນ. (ຟລປ. 2:3, 4) ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງຍິງຄົນໜຶ່ງ. ລາວຮູ້ສຶກເຈັບໃຈຫຼາຍເມື່ອໝູ່ຢູ່ບ່ອນເຮັດວຽກເຮັດບໍ່ດີແລະເວົ້າແນວບໍ່ດີກ່ຽວກັບລາວໃຫ້ຄົນອື່ນຟັງ. ແທນທີ່ລາວຈະຟ້າວໄປເວົ້າໃຫ້ຜູ້ນັ້ນ ລາວໄດ້ຄິດເຖິງເລື່ອງຂອງພະເຢຊູ. ເມື່ອພະເຢຊູຖືກດ່າ ເພິ່ນກໍບໍ່ໄດ້ດ່າຕອບ. (1 ປຕ. 2:21, 23) ເລື່ອງນີ້ໄດ້ຊ່ວຍລາວບໍ່ໃຫ້ໄປເຮັດໃສ່ຜູ້ນັ້ນຄືນ. ຕໍ່ມາລາວກໍໄດ້ຮູ້ວ່າ ຜູ້ນັ້ນມີບັນຫາສຸຂະພາບແລະຮູ້ສຶກເຄັ່ງຕຶງຫຼາຍ. ລາວເລີຍຄິດວ່າຜູ້ນັ້ນຄືຊິບໍ່ໄດ້ຕັ້ງໃຈເວົ້າໃຫ້ລາວ. ພີ່ນ້ອງຍິງຄົນນີ້ດີໃຈຫຼາຍທີ່ລາວໄດ້ອົດທົນເມື່ອມີຄົນເຮັດບໍ່ດີໃສ່ລາວ ແລະໃນທີ່ສຸດລາວກໍຮູ້ສຶກສະຫງົບໃຈ.
16. ສິ່ງໃດຈະໃຫ້ກຳລັງໃຈເຈົ້າຖ້າເຈົ້າກຳລັງອົດທົນກັບຄວາມບໍ່ຍຸຕິທຳ? (1 ເປໂຕ 3:12)
16 ຖ້າເຈົ້າກຳລັງອົດທົນກັບຄວາມບໍ່ຍຸຕິທຳຫຼືບັນຫາອື່ນ ຂໍໃຫ້ຈື່ໄວ້ວ່າ ພະເຢໂຫວາຢູ່ໃກ້ຄົນທີ່ “ຫົວໃຈແຕກສະຫຼາຍ.” (ເພງ. 34:18, ລ.ມ.) ພະເຢໂຫວາ ຮັກເຮົາ ເພິ່ນຢາກໃຫ້ເຮົາອົດທົນ ແລະຝາກບັນຫາທຸກຢ່າງໄວ້ກັບເພິ່ນ. (ເພງ. 55:22) ເພິ່ນເປັນຜູ້ຕັດສິນທຸກຢ່າງໃນໂລກນີ້ແລະເຫັນທຸກສິ່ງທີ່ເກີດຂຶ້ນ. (ອ່ານ 1 ເປໂຕ 3:12) ດັ່ງນັ້ນ ໃຫ້ເຮົາລໍຖ້າພະເຢໂຫວາຢ່າງອົດທົນເມື່ອເຮົາມີບັນຫາທີ່ແກ້ໄຂບໍ່ໄດ້.
ມີສິ່ງທີ່ດີຫຼາຍຢ່າງສຳລັບຜູ້ທີ່ລໍຖ້າພະເຢໂຫວາ
17. ຕາມເອຊາອີ 30:18 ພະເຢໂຫວາໄດ້ສັນຍາຫຍັງ?
17 ອີກບໍ່ດົນ ພະເຢໂຫວາພໍ່ທີ່ຢູ່ໃນສະຫວັນຈະໃຫ້ສິ່ງດີໆກັບເຮົາໂດຍທາງການປົກຄອງຂອງເພິ່ນ. ເອຊາອີ 30:18, ລ.ມ. ບອກວ່າ: “ພະເຢໂຫວາຍັງລໍຖ້າມື້ທີ່ຈະໄດ້ຊ່ວຍພວກເຈົ້າ ພະອົງເມດຕາພວກເຈົ້າແທ້ໆ ເພາະພະເຢໂຫວາເປັນພະເຈົ້າທີ່ຍຸຕິທຳ. ຄົນທີ່ຕັ້ງຕາຄອຍຖ້າພະອົງກໍມີຄວາມສຸກ.” ຜູ້ທີ່ອົດທົນລໍຖ້າພະເຢໂຫວາຕໍ່ໆໄປຈະໄດ້ຮັບສິ່ງດີໆທັງໃນຕອນນີ້ ແລະໃນໂລກໃໝ່ທີ່ກຳລັງຈະມາຮອດ.
18. ມີສິ່ງດີໆຫຍັງແດ່ທີ່ລໍຖ້າເຮົາຢູ່?
18 ເມື່ອປະຊາຊົນຂອງພະເຈົ້າເຂົ້າໄປໃນໂລກໃໝ່ ເຂົາເຈົ້າຈະບໍ່ຕ້ອງອົດທົນກັບຄວາມກັງວົນຫຼືບັນຫາຕ່າງໆຄືໃນທຸກມື້ນີ້. ຄວາມບໍ່ຍຸຕິທຳຈະໝົດໄປ ແລະຄວາມເຈັບປວດຈະບໍ່ມີອີກເລີຍ. (ພນມ. 21:4) ເຮົາຈະບໍ່ຕ້ອງກັງວົນວ່າຈະມີຢູ່ມີກິນບໍ ເພາະຢູ່ບ່ອນນັ້ນເຮົາຈະມີທຸກຢ່າງທີ່ອຸດົມສົມບູນ. (ເພງ. 72:16; ເອຊາ. 54:13) ຈັ່ງແມ່ນເປັນຊີວິດທີ່ດີຫຼາຍແທ້ໆ!
19. ພະເຢໂຫວາໄດ້ກຽມເຮົາໄວ້ສຳລັບຫຍັງຕັ້ງແຕ່ຕອນນີ້?
19 ຕອນນີ້ພະເຢໂຫວາກຳລັງກຽມເຮົາໃຫ້ເຂົ້າໄປຢູ່ໃນການປົກຄອງຂອງເພິ່ນໂດຍຊ່ວຍເຮົາໃຫ້ປ່ຽນແປງນິດໄສທີ່ບໍ່ດີ ແລະຊ່ວຍເຮົາໃຫ້ມີຄຸນລັກສະນະທີ່ດີ. ຂໍໃຫ້ເຮົາຢ່າທໍ້ໃຈແລະຢ່າເຊົາຮັບໃຊ້ພະເຢໂຫວາ ເພາະສິ່ງທີ່ດີກວ່າກຳລັງຈະມາຮອດແລ້ວ! ກ່ອນຈະຮອດມື້ນັ້ນ ຂໍໃຫ້ເຮົາອົດທົນຕໍ່ໆໄປແລະລໍຖ້າພະເຢໂຫວາໃຫ້ເຮັດສິ່ງທີ່ເພິ່ນສັນຍາໄວ້ໃຫ້ສຳເລັດ.
ເພງ 118 ‘ຂໍຊ່ວຍໃຫ້ພວກເຮົາມີຄວາມເຊື່ອຫຼາຍຂຶ້ນ’
^ ຂໍ້ 5 ເຈົ້າເຄີຍໄດ້ຍິນຜູ້ທີ່ຮັບໃຊ້ພະເຢໂຫວາມາດົນເວົ້າແບບນີ້ບໍ: ‘ຂ້ອຍຄິດວ່າໂລກຊົ່ວນີ້ຈະເຖິງຈຸດຈົບກ່ອນທີ່ຂ້ອຍຈະອາຍຸສ່ຳນີ້.’ ເຮົາທຸກຄົນຢາກໃຫ້ພະເຢໂຫວາມາຈັດການກັບໂລກຊົ່ວນີ້ໄວໆ ໂດຍສະເພາະໃນເວລາທີ່ຫຍຸ້ງຍາກແບບນີ້. ແຕ່ເຮົາກໍຕ້ອງໄດ້ອົດທົນ. ໃນບົດນີ້ເຮົາຈະມາເບິ່ງຫຼັກການໃນຄຳພີໄບເບິນທີ່ຊ່ວຍເຮົາໃຫ້ລໍຖ້າພະເຢໂຫວາ. ເຮົາຍັງຈະມາເບິ່ງ 2 ເລື່ອງທີ່ເຮົາຕ້ອງໄດ້ອົດທົນຕອນທີ່ເຮົາລໍຖ້າພະເຢໂຫວາ. ແລະສຸດທ້າຍເຮົາຈະມາເບິ່ງວ່າ ຄົນທີ່ເຕັມໃຈລໍຖ້າພະເຢໂຫວາຈະໄດ້ຮັບສິ່ງດີໆຫຍັງແດ່?
^ ຂໍ້ 56 ຄຳອະທິບາຍຮູບພາບ: ພໍ່ແມ່ຂອງພີ່ນ້ອງຍິງຄົນໜຶ່ງໄດ້ສອນລາວໃຫ້ອະທິດຖານເຖິງພະເຢໂຫວາເລື້ອຍໆຕັ້ງແຕ່ລາວຍັງນ້ອຍ. ຕອນທີ່ລາວເປັນໄວລຸ້ນແລະເລີ່ມເປັນໄພໂອເນຍ ລາວມັກຈະອະທິດຖານຂໍພະເຢໂຫວາໃຫ້ຊ່ວຍລາວໃນວຽກປະກາດ. ຫຼາຍປີຕໍ່ມາ ເມື່ອຜົວຂອງລາວບໍ່ສະບາຍແຮງ ລາວກໍໄດ້ຂໍພະເຢໂຫວາໃຫ້ຊ່ວຍລາວອົດທົນກັບບັນຫານີ້ໄດ້. ແລະທຸກມື້ນີ້ເຖິງລາວຈະເປັນແມ່ໝ້າຍ ແຕ່ລາວກໍຍັງໝັ່ນອະທິດຖານເຖິງພະເຢໂຫວາ ແລະໝັ້ນໃຈວ່າເພິ່ນຈະຕອບຄຳອະທິດຖານຂອງລາວຄືກັບທີ່ເພິ່ນເຄີຍຕອບມາແລ້ວ.