ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 30

ເຫັນ​ຄ່າ​ການ​ເປັນ​ສະມາຊິກ​ຄອບຄົວ​ຂອງ​ພະ​ເຢໂຫວາ

ເຫັນ​ຄ່າ​ການ​ເປັນ​ສະມາຊິກ​ຄອບຄົວ​ຂອງ​ພະ​ເຢໂຫວາ

“ພະອົງ​ສ້າງ​ລາວ [ມະນຸດ] ໃຫ້​ຕ່ຳ​ກວ່າ​ທູດ​ສະຫວັນ​ໜ້ອຍ​ໜຶ່ງ ພະອົງ​ໃຫ້​ລາວ​ມີ​ກຽດຕິຍົດ​ແລະ​ຄວາມ​ສະຫງ່າ​ງາມ.”—ເພງ. 8:5, ລ.ມ.

ເພງ 123 ເຊື່ອ​ຟັງ​ກົດ​ລະບຽບ​ຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

ໃຈ​ຄວາມ​ສຳຄັນ *

1. ເມື່ອ​ເຮົາ​ຄິດ​ເຖິງ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ເຮົາ​ອາດ​ຈະ​ຖາມ​ຕົວ​ເອງ​ແນວ​ໃດ?

ເມື່ອ​ເຮົາ​ຄິດ​ເຖິງ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ລວມ​ທັງ​ຈັກ​ກະ​ວານ​ອັນ​ກວ້າງ​ໃຫຍ່​ໄພສານ ເຮົາ​ກໍ​ອາດ​ຈະ​ຮູ້ສຶກ​ຄື​ກັບ​ດາວິດ​ຜູ້​ຂຽນ​ຄຳເພງ​ທີ່​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ: “ເມື່ອ​ຂ້ອຍ​ເບິ່ງ​ທ້ອງຟ້າ​ເຊິ່ງ​ເປັນ​ຜົນ​ງານ​ຂອງ​ພະອົງ ແລະ​ດວງ​ເດືອນ​ກັບ​ດວງ​ດາວ​ທີ່​ພະອົງ​ສ້າງ​ໄວ້ ຂ້ອຍ​ກໍ​ຄິດ​ວ່າ ມະນຸດ​ແມ່ນ​ໃຜ​ພະອົງ​ຈຶ່ງ​ຄິດ​ຮອດ​ລາວ ແລະ​ລູກ​ມະນຸດ​ແມ່ນ​ໃຜ​ທີ່​ພະອົງ​ຕ້ອງ​ເບິ່ງ​ແຍງ​ລາວ?” (ເພງ. 8:3, 4, ລ.ມ.) ເມື່ອ​ເຮົາ​ສົມ​ທຽບ​ຕົວ​ເອງ​ກັບ​ດວງ​ດາວ​ຕ່າງໆ​ທີ່​ພະ​ເຢໂຫວາ​ສ້າງ ເຮົາ​ອາດ​ຈະ​ຮູ້ສຶກ​ຄື​ກັບ​ດາວິດ​ທີ່​ຄິດ​ວ່າ ເປັນ​ຫຍັງ​ພະ​ເຢໂຫວາ​ຄື​ສົນ​ໃຈ​ເຮົາ? ແລະ​ຄື​ກັບ​ທີ່​ເຮົາ​ຈະ​ໄດ້​ຮຽນ​ໃນ​ບົດ​ຄວາມ​ນີ້ ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ສົນ​ໃຈ​ອາດາມ​ແລະ​ເອວາ​ເຊິ່ງ​ເປັນ​ມະນຸດ​ຄູ່​ທຳອິດ ແຕ່​ເພິ່ນ​ຍັງ​ໃຫ້​ເຂົາ​ເຈົ້າ​ໄດ້​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ເພິ່ນ.

2. ພະ​ເຢໂຫວາ​ຢາກ​ໃຫ້​ອາດາມ​ແລະ​ເອວາ​ເຮັດ​ຫຍັງ?

2 ອາດາມ​ແລະ​ເອວາ​ເປັນ​ມະນຸດ​ຄູ່​ທຳອິດ​ທີ່​ພະ​ເຢໂຫວາ​ສ້າງ​ໃຫ້​ຢູ່​ໃນ​ໂລກ ແລະ​ເພິ່ນ​ກໍ​ປະຕິບັດ​ກັບ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ​ຄື​ກັບ​ພໍ່​ທີ່​ຮັກ​ລູກ. ເພິ່ນ​ຄາດ​ໝາຍ​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ຊ່ວຍ​ກັນ​ໂດຍ​ບອກ​ເຂົາ​ເຈົ້າ​ວ່າ: “ຈົ່ງ​ພາ​ກັນ​ອອກ​ແມ່​ແພ່​ລູກ​ເກີດ​ມາກ​ທະວີ​ຂຶ້ນ​ໃຫ້​ແຜ່ນດິນ​ເຕັມ ແລະ​ຈົ່ງ​ບັງຄັບ​ແຜ່ນດິນ​ໂລກ.” (ຕົ້ນ. 1:28) ພະ​ເຢໂຫວາ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ລູກ​ແລະ​ເບິ່ງ​ແຍງ​ສິ່ງ​ຕ່າງໆ​ທີ່​ຢູ່​ໃນ​ໂລກ. ຖ້າ​ເຂົາ​ເຈົ້າ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ ເຂົາ​ເຈົ້າ​ແລະ​ລູກ​ຫຼານ​ກໍ​ຈະ​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ.

3. ເປັນ​ຫຍັງ​ເຮົາ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ໃຫ້​ກຽດ​ອາດາມ​ແລະ​ເອວາ​ໃຫ້​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ?

3 ພະ​ເຢໂຫວາ​ໃຫ້​ກຽດ​ອາດາມ​ແລະ​ເອວາ​ໄດ້​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ເພິ່ນ. ຄື​ກັບ​ທີ່​ດາວິດ​ຂຽນ​ໄວ້​ໃນ​ຄຳເພງ 8:5, ລ.ມ. ທີ່​ວ່າ: “ພະອົງ​ສ້າງ [ມະນຸດ] ໃຫ້​ຕ່ຳ​ກວ່າ​ທູດ​ສະຫວັນ​ໜ້ອຍ​ໜຶ່ງ ພະອົງ​ໃຫ້​ລາວ​ມີ​ກຽດຕິຍົດ​ແລະ​ຄວາມ​ສະຫງ່າ​ງາມ.” ທີ່​ຈິງ ມະນຸດ​ບໍ່​ໄດ້​ມີ​ຄວາມ​ສາມາດ​ແລະ​ລິດ​ອຳນາດ​ເທົ່າ​ທຽມ​ກັບ​ທູດ​ສະຫວັນ. (ເພງ. 103:20) ແຕ່​ມະນຸດ​ກໍ​ຕ່ຳ​ຕ້ອຍ​ກວ່າ​ທູດ​ສະຫວັນ​ພຽງ​ແຕ່ ‘ໜ້ອຍ​ດຽວ.’ ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ໄດ້​ໃຫ້​ມະນຸດ​ຄູ່​ທຳອິດ​ມີ​ຊີວິດ​ທີ່​ດີ​ແທ້ໆ!

4. ເກີດ​ຫຍັງ​ຂຶ້ນ​ເມື່ອ​ອາດາມ​ກັບ​ເອວາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

 4 ໜ້າ​ເສຍດາຍ​ທີ່​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ ເຂົາ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ. ເລື່ອງ​ນີ້​ສົ່ງ​ຜົນ​ຕໍ່​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ນຳ​ເຊິ່ງ​ເຮົາ​ຈະ​ໄດ້​ຮຽນ​ຕໍ່​ໄປ​ໃນ​ບົດ​ນີ້. ແຕ່​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ກໍ​ຍັງ​ຄື​ເກົ່າ. ເພິ່ນ​ຢາກ​ໃຫ້​ມະນຸດ​ທີ່​ເຊື່ອ​ຟັງ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ​ຕະຫຼອດ​ໄປ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ໃຫ້​ກຽດ​ເຮົາ​ແນວ​ໃດ. ຈາກ​ນັ້ນ ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຢາກ​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ. ແລະ​ສຸດ​ທ້າຍ​ເຮົາ​ຈະ​ມາ​ເບິ່ງ​ວ່າ ຄົນ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ໂລກ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່.

ພະ​ເຢໂຫວາ​ໃຫ້​ກຽດ​ມະນຸດ​ແນວ​ໃດ?

ພະ​ເຢໂຫວາ​ໃຫ້​ກຽດ​ເຮົາ​ໃນ​ທາງ​ໃດ​ແດ່? (ເບິ່ງ​ຂໍ້ 5-11) *

5. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮູ້​ບຸນ​ຄຸນ​ພະ​ເຢໂຫວາ​ທີ່​ໄດ້​ສ້າງ​ເຮົາ​ຕາມ​ແບບ​ຂອງ​ເພິ່ນ?

5ພະ​ເຢໂຫວາ​ໃຫ້​ກຽດ​ເຮົາ​ໂດຍ​ສ້າງ​ເຮົາ​ຕາມ​ແບບ​ຂອງ​ເພິ່ນ. (ຕົ້ນ. 1:26, 27) ຍ້ອນ​ເຮົາ​ຖືກ​ສ້າງ​ຕາມ​ແບບ​ຂອງ​ພະເຈົ້າ ເຮົາ​ຈຶ່ງ​ສາມາດ​ສະແດງ​ຄຸນ​ລັກສະນະ​ທີ່​ດີ​ເຫຼົ່າ​ນີ້​ໄດ້ ເຊັ່ນ: ຄວາມ​ຮັກ ຄວາມ​ເຫັນ​ອົກ​ເຫັນ​ໃຈ ຄວາມ​ສັດ​ຊື່ ແລະ​ຄວາມ​ຍຸຕິທຳ. (ເພງ. 86:15; 145:17) ເມື່ອ​ເຮົາ​ສະແດງ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ຫຼາຍ​ຂຶ້ນ ເຮົາ​ກໍ​ກຳລັງ​ໃຫ້​ກຽດ​ພະ​ເຢໂຫວາ​ແລະ​ຮູ້​ບຸນ​ຄຸນ​ເພິ່ນ. (1 ປຕ. 1:14-16) ເມື່ອ​ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ. ຍ້ອນ​ເຮົາ​ມີ​ຄຸນ​ລັກສະນະ​ທີ່​ຄື​ກັບ​ພະ​ເຢໂຫວາ ເຮົາ​ຈຶ່ງ​ສາມາດ​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ໄດ້.

6. ເມື່ອ​ພະ​ເຢໂຫວາ​ສ້າງ​ໂລກ​ນີ້ ເພິ່ນ​ໄດ້​ໃຫ້​ກຽດ​ມະນຸດ​ແນວ​ໃດ?

6ພະ​ເຢໂຫວາ​ກຽມ​ບ້ານ​ທີ່​ພິເສດ​ໃຫ້​ເຮົາ. ພະ​ເຢໂຫວາ​ໄດ້​ກຽມ​ໂລກ​ໄວ້​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ມະນຸດ​ກ່ອນ​ທີ່​ເພິ່ນ​ຈະ​ສ້າງ​ມະນຸດ​ຄົນ​ທຳອິດ​ດ້ວຍ​ຊ້ຳ. (ໂຢບ 38:4-6; ຢເຣ. 10:12) ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ມີ​ໃຈ​ເອື້ອເຟື້ອ​ແລະ​ຄິດ​ເຖິງ​ຄົນ​ອື່ນ ເພິ່ນ​ຈຶ່ງ​ໄດ້​ໃຫ້​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ເພື່ອ​ໃຫ້​ມະນຸດ​ມີ​ຄວາມ​ສຸກ. (ເພງ. 104:14, 15, 24) ເພິ່ນ​ໄດ້​ໃຊ້​ເວລາ​ຄິດ​ເຖິງ​ສິ່ງ​ທີ່​ເພິ່ນ​ສ້າງ​ແລະ “ເຫັນ​ວ່າ​ສິ່ງ​ນັ້ນ​ດີ.” (ຕົ້ນ. 1:10, 12, 31) ເພິ່ນ​ໄດ້​ໃຫ້​ກຽດ​ມະນຸດ​ໂດຍ​ໃຫ້​ເຂົາ​ເຈົ້າ​ຄຸ້ມຄອງ​ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ​ໃນ​ໂລກ. (ເພງ. 8:6) ແລະ​ເພິ່ນ​ຢາກ​ໃຫ້​ມະນຸດ​ມີ​ຄວາມ​ສຸກ​ໃນ​ການ​ເບິ່ງ​ແຍງ​ສິ່ງ​ເຫຼົ່າ​ນັ້ນ​ຕະຫຼອດ​ໄປ. ເຈົ້າ​ຢາກ​ຂອບໃຈ​ພະ​ເຢໂຫວາ​ເລື້ອຍໆ​ບໍ​ທີ່​ໃຫ້​ເຮົາ​ມີ​ສິ່ງ​ທີ່​ດີ​ແບບ​ນີ້?

7. ໂຢຊວຍ 24:15 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມະນຸດ​ມີ​ອິດ​ສະຫຼະ​ໃນ​ການ​ເລືອກ?

7ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ອິດ​ສະຫຼະ​ໃນ​ການ​ເລືອກ. ເຮົາ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ໃຊ້​ຊີວິດ​ຂອງ​ເຮົາ​ແນວ​ໃດ. (ອ່ານ​ໂຢຊວຍ 24:15) ພະ​ເຢໂຫວາ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ເລືອກ​ທີ່​ຈະ​ຮັບໃຊ້​ເພິ່ນ. (ເພງ. 84:11; ສຸພາ. 27:11) ເຮົາ​ຍັງ​ສາມາດ​ໃຊ້​ອິດ​ສະຫຼະ​ໃນ​ການ​ເລືອກ​ເພື່ອ​ເຮັດ​ສິ່ງ​ທີ່​ດີ​ອີກ​ຫຼາຍ​ຢ່າງ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພະ​ເຢຊູ.

8. ພະ​ເຢຊູ​ໃຊ້​ອິດ​ສະຫຼະ​ໃນ​ການ​ເລືອກ​ແນວ​ໃດ?

8 ເຮົາ​ສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໄດ້​ໂດຍ​ໃຫ້​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຜົນ​ປະໂຫຍດ​ຂອງ​ເຮົາ​ເອງ. ມີ​ເທື່ອ​ໜຶ່ງ​ຕອນ​ທີ່​ພະ​ເຢຊູ​ແລະ​ພວກ​ອັກຄະສາວົກ​ຮູ້ສຶກ​ເມື່ອຍ​ຫຼາຍ​ແລະ​ກໍ​ຢາກ​ຊອກ​ຫາ​ບ່ອນ​ງຽບໆ​ເພື່ອ​ຈະ​ພັກຜ່ອນ. ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ພັກ ຍ້ອນ​ຝູງ​ຄົນ​ໄດ້​ມາ​ຊອກ​ຫາ​ພະ​ເຢຊູ​ແລະ​ຢາກ​ໃຫ້​ເພິ່ນ​ສອນ​ເຂົາ​ເຈົ້າ. ເຖິງ​ປານ​ນັ້ນ​ພະ​ເຢຊູ​ກໍ​ບໍ່​ໄດ້​ອາລົມ​ເສຍ ເພິ່ນ​ເຫັນ​ອົກ​ເຫັນ​ໃຈ​ເຂົາ​ເຈົ້າ. ແລ້ວ​ພະ​ເຢຊູ​ໄດ້​ເຮັດ​ຫຍັງ? ‘ເພິ່ນ​ໄດ້​ສອນ​ພວກ​ເຂົາ​ຫຼາຍ ເລື່ອງ.’ (ມຣກ. 6:30-34) ເມື່ອ​ເຮົາ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ສະລະ​ເວລາ​ແລະ​ກຳລັງ​ຂອງ​ເຮົາ​ເພື່ອ​ຊ່ວຍ​ຄົນ​ອື່ນ ເຮົາ​ກໍ​ກຳລັງ​ໃຫ້​ກຽດ​ແລະ​ຍົກຍ້ອງ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ. (ມທ. 5:14-16) ແລະ​ເຮົາ​ກໍ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຢາກ​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ.

9. ພໍ່​ແມ່​ຄວນ​ຄິດ​ເຖິງ​ໜ້າ​ທີ່​ຫຍັງ?

9ພະ​ເຢໂຫວາ​ໃຫ້​ມະນຸດ​ສາມາດ​ມີ​ລູກ​ແລະ​ມີ​ໜ້າ​ທີ່ສອນ​ລູກ​ໃຫ້​ຮັກ​ແລະ​ຮັບໃຊ້​ເພິ່ນ. ຜູ້​ທີ່​ເປັນ​ພໍ່​ແມ່ ເຈົ້າ​ໄດ້​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ພິເສດ​ນີ້​ບໍ? ເຖິງ​ວ່າ​ທູດ​ສະຫວັນ​ຈະ​ດີ​ກວ່າ​ເຮົາ​ໃນ​ຫຼາຍ​ດ້ານ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ໃຫ້​ເຂົາ​ເຈົ້າ​ມີ​ສິດທິ​ພິເສດ​ນີ້. ດັ່ງ​ນັ້ນ ຜູ້​ທີ່​ກຳລັງ​ລ້ຽງ​ລູກ​ຢູ່​ກໍ​ຄວນ​ຈະ​ເຫັນ​ຄ່າ​ສິດທິ​ພິເສດ​ນີ້. ພໍ່​ແມ່​ມີ​ໜ້າ​ທີ່​ທີ່​ສຳຄັນ​ທີ່​ຈະ​ລ້ຽງ​ລູກ​ຕາມ “ຄຳ​ສັ່ງ​ສອນ​ແລະ​ຄຳ​ຕັກ​ເຕືອນ​ຈາກ​ພະ​ເຢໂຫວາ.” (ອຟຊ. 6:4; ບັນຍັດ. 6:5-7; ເພງ. 127:3) ເພື່ອ​ຈະ​ຊ່ວຍ​ພໍ່​ແມ່​ໃຫ້​ເຮັດ​ແບບ​ນີ້​ໄດ້ ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຈັດ​ໃຫ້​ມີ​ເຄື່ອງ​ມື​ຕ່າງໆ​ເຊັ່ນ: ເພງ ວິດີໂອ ແລະ​ປຶ້ມ​ຕ່າງໆ​ທີ່​ຢູ່​ໃນ​ເວັບໄຊ. ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຮັກ​ເດັກ​ນ້ອຍ​ຫຼາຍ​ແທ້ໆ. (ລກ. 18:15-17) ເມື່ອ​ພໍ່​ແມ່​ໝາຍ​ເພິ່ງ​ພະ​ເຢໂຫວາ​ແລະ​ເຮັດ​ດີ​ທີ່​ສຸດ​ໃນ​ການ​ເບິ່ງ​ແຍງ​ລູກ ພະ​ເຢໂຫວາ​ກໍ​ຈະ​ພໍ​ໃຈ​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ກໍ​ມີ​ໂອກາດ​ທີ່​ຈະ​ໄດ້​ຊ່ວຍ​ລູກ​ໃຫ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ!

10-11. ຍ້ອນ​ຄ່າໄຖ່ ພະ​ເຢໂຫວາ​ຈຶ່ງ​ໃຫ້​ເຮົາ​ມີ​ໂອກາດ​ໄດ້​ຫຍັງ?

10ພະ​ເຢໂຫວາ​ໃຫ້​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ຫຼາຍ​ເພື່ອ​ເຮົາ​ຈະ​ເຂົ້າ​ມາ​ເປັນ​ຄອບຄົວ​ຂອງ​ເພິ່ນ​ໄດ້​ອີກ​ເທື່ອ​ໜຶ່ງ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ ຂໍ້​ທີ 4 ແລ້ວ​ວ່າ ອາດາມ​ແລະ​ເອວາ​ບໍ່​ພຽງ​ແຕ່​ບໍ່​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ ແຕ່​ເຂົາ​ເຈົ້າ​ຍັງ​ໄດ້​ເຮັດ​ໃຫ້​ລູກ​ຫຼານ​ບໍ່​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ຄື​ກັນ. (ຣມ. 5:12) ຍ້ອນ​ອາດາມ​ແລະ​ເອວາ​ຈົງໃຈ​ບໍ່​ເຊື່ອ​ຟັງ​ພະເຈົ້າ ເຂົາ​ເຈົ້າ​ຈຶ່ງ​ຖືກ​ຕັດ​ອອກ​ຈາກ​ຄອບຄົວ​ຂອງ​ພະ​ເຢໂຫວາ. ແຕ່​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ເດ ຈະ​ເປັນ​ແນວ​ໃດ? ພະ​ເຢໂຫວາ​ໄດ້​ກຽມ​ບາງ​ຢ່າງ​ເພື່ອ​ຊ່ວຍ​ໃຫ້​ຜູ້​ທີ່​ເຊື່ອ​ຟັງ​ເພິ່ນ​ເຂົ້າ​ມາ​ໃນ​ຄອບຄົວ​ຂອງ​ເພິ່ນ​ໄດ້. ເພິ່ນ​ໄດ້​ເຮັດ​ແບບ​ນັ້ນ​ໂດຍ​ເສຍ​ສະລະ​ພະ​ເຢຊູ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເພິ່ນ. (ຢຮ. 3:16; ຣມ. 5:19) ຍ້ອນ​ຄ່າໄຖ່​ຂອງ​ພະ​ເຢຊູ ຄົນ​ທີ່​ສັດ​ຊື່ 144.000 ຄົນ​ຈຶ່ງ​ສາມາດ​ເຂົ້າ​ມາ​ເປັນ​ລູກ​ຂອງ​ພະ​ເຢໂຫວາ​ໄດ້.—ຣມ. 8:15-17; ພນມ. 14:1

11 ນອກ​ຈາກ​ນັ້ນ ຜູ້​ທີ່​ສັດ​ຊື່​ອີກ​ຫຼາຍ​ລ້ານ​ຄົນ​ເຊິ່ງ​ເຊື່ອ​ຟັງ​ພະເຈົ້າ​ກໍ​ມີ​ໂອກາດ​ທີ່​ຈະ​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ຄື​ກັນ​ຫຼັງ​ຈາກ​ການ​ທົດ​ສອບ​ຄັ້ງ​ສຸດ​ທ້າຍ​ໃນ​ຕອນ​ທ້າຍ 1.000 ປີ. (ເພງ. 25:14; ຣມ. 8:20, 21) ຍ້ອນ​ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ແບບ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ເອີ້ນ​ພະ​ເຢໂຫວາ​ຜູ້​ທີ່​ສ້າງ​ເຂົາ​ເຈົ້າ​ວ່າ “ພໍ່.” (ມທ. 6:9) ນອກ​ຈາກ​ຄົນ​ກຸ່ມ​ນັ້ນ​ແລ້ວ ກໍ​ຍັງ​ມີ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ທີ່​ຈະ​ມີ​ໂອກາດ​ໄດ້​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ ແລະ​ຖ້າ​ເຂົາ​ເຈົ້າ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ ເຂົາ​ເຈົ້າ​ກໍ​ມີ​ໂອກາດ​ທີ່​ຈະ​ໄດ້​ເຂົ້າ​ມາ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ​ຄື​ກັນ.

12. ຕອນ​ນີ້​ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ?

12 ເຮົາ​ໄດ້​ເຫັນ​ແລ້ວ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ສິ່ງ​ດີໆ​ຫຼາຍ​ຢ່າງ​ເພື່ອ​ໃຫ້​ກຽດ​ມະນຸດ. ຕອນ​ນີ້ ເພິ່ນ​ໄດ້​ໃຫ້​ຜູ້​ຖືກ​ເຈີມ​ເຂົ້າ​ມາ​ເປັນ​ລູກ​ຂອງ​ເພິ່ນ​ແລ້ວ ແລະ​ໃນ​ໂລກ​ໃໝ່ ເພິ່ນ​ກໍ​ຈະ​ໃຫ້ “ຄົນ​ຝູງ​ໃຫຍ່” ມີ​ໂອກາດ​ໄດ້​ເຂົ້າ​ມາ​ເປັນ​ລູກ​ຂອງ​ເພິ່ນ​ນຳ. (ພນມ. 7:9) ຄັນ​ຊັ້ນ ຕອນ​ນີ້​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ສະແດງ​ວ່າ​ເຮົາ​ຢາກ​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ?

ເຮັດ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຈົ້າ​ຢາກ​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ

13. ເພື່ອ​ຈະ​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ ເຮົາ​ຕ້ອງ​ເຮັດ​ແນວ​ໃດ? (ມຣກ. 12:30)

13ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ໂດຍ​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ. (ອ່ານ​ມາຣະໂກ 12:30) ຂອງ​ຂວັນ​ທີ່​ສຳຄັນ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ກໍ​ຄື ຄວາມ​ສາມາດ​ໃນ​ການ​ນະມັດສະການ​ເພິ່ນ. ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເພິ່ນ​ກໍ​ໂດຍ ‘ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເພິ່ນ.’ (1 ຢຮ. 5:3) ແລະ​ຄຳ​ສັ່ງ​ຢ່າງ​ໜຶ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ກໍ​ຄື ເຮັດ​ຕາມ​ທີ່​ພະ​ເຢຊູ​ບອກ​ໂດຍ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. (ມທ. 28:19) ແລະ​ເພິ່ນ​ຍັງ​ບອກ​ໃຫ້​ເຮົາ​ຮັກ​ກັນ​ແລະ​ກັນ. (ຢຮ. 13:35) ພະ​ເຢໂຫວາ​ຈະ​ຮັບ​ເອົາ​ຜູ້​ທີ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ​ໃຫ້​ເຂົ້າ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ທີ່​ຢູ່​ທົ່ວ​ໂລກ.—ເພງ. 15:1, 2

14. ເຮົາ​ຄວນ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ໂດຍ​ເຮັດ​ຫຍັງ? (ມັດທາຍ 9:36-38; ໂຣມ 12:10)

14ຮັກ​ຄົນ​ອື່ນ. ຄວາມ​ຮັກ​ເປັນ​ຄຸນ​ລັກສະນະ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພະ​ເຢໂຫວາ. (1 ຢຮ. 4:8) ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ກ່ອນ​ທີ່​ເຮົາ​ຈະ​ຮູ້ຈັກ​ເພິ່ນ​ຊ້ຳ. (1 ຢຮ. 4:9, 10) ແລະ​ເຮົາ​ກໍ​ຢາກ​ຮຽນ​ແບບ​ເພິ່ນ​ໂດຍ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ. (ອຟຊ. 5:1) ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ກໍ​ຄື ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ຍັງ​ມີ​ເວລາ​ຢູ່. (ອ່ານ​ມັດທາຍ 9:36-38) ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ກຳລັງ​ເປີດ​ໂອກາດ​ໃຫ້​ຄົນ​ອື່ນ​ໄດ້​ເຂົ້າ​ມາ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ. ແຕ່​ຫຼັງ​ຈາກ​ທີ່​ເຮົາ​ໄດ້​ຊ່ວຍ​ຜູ້​ໜຶ່ງ​ໃຫ້​ຮັບ​ບັບເຕມາ​ແລ້ວ ເຮົາ​ກໍ​ຍັງ​ຕ້ອງ​ສະແດງ​ຄວາມ​ຮັກ​ແລະ​ໃຫ້​ກຽດ​ລາວ​ຕໍ່ໆ​ໄປ. (1 ຢຮ. 4:20, 21) ແລ້ວ​ເຮົາ​ຈະ​ຮັກ​ແລະ​ໃຫ້​ກຽດ​ລາວ​ແນວ​ໃດ? ວິທີ​ໜຶ່ງ​ກໍ​ຄື​ເຮົາ​ຄວນ​ໄວ້​ໃຈ​ລາວ. ຕົວຢ່າງ​ເຊັ່ນ: ຖ້າ​ເຮົາ​ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ລາວ​ເຮັດ ເຮົາ​ຄວນ​ຈະ​ຄິດ​ໃນ​ແງ່​ບວກ ແລະ​ບໍ່​ຄິດ​ວ່າ​ລາວ​ເຮັດ​ຍ້ອນ​ເຫດຜົນ​ທີ່​ເຫັນ​ແກ່​ຕົວ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ກຳລັງ​ໃຫ້​ກຽດ​ລາວ​ແລະ​ຖື​ວ່າ​ລາວ​ດີ​ກວ່າ​ເຮົາ.—ອ່ານ​ໂຣມ 12:10; ຟລປ. 2:3

15. ເຮົາ​ຄວນ​ສະແດງ​ຄວາມ​ເມດຕາ​ແລະ​ເຮັດ​ດີ​ຕໍ່​ໃຜ​ແດ່?

15ສະແດງ​ຄວາມ​ເມດຕາ​ແລະ​ເຮັດ​ດີ​ຕໍ່​ທຸກ​ຄົນ. ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ເປັນ​ພໍ່​ຂອງ​ເຮົາ​ຕະຫຼອດ​ໄປ ເຮົາ​ກໍ​ຕ້ອງ​ເຮັດ​ຕາມ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. ຕົວຢ່າງ​ເຊັ່ນ ພະ​ເຢຊູ​ສອນ​ວ່າ​ເຮົາ​ຄວນ​ສະແດງ​ຄວາມ​ເມດຕາ​ແລະ​ເຮັດ​ດີ​ຕໍ່​ທຸກ​ຄົນ ແມ່ນ​ແຕ່​ຜູ້​ທີ່​ເປັນ​ສັດຕູ​ຂອງ​ເຮົາ. (ລກ. 6:32-36) ເຖິງ​ວ່າ​ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ແບບ​ນີ້ ແຕ່​ເຮົາ​ຕ້ອງ​ພະຍາຍາມ​ປ່ຽນ​ຄວາມ​ຄິດ​ແລະ​ເຮັດ​ຄື​ກັບ​ພະ​ເຢຊູ. ເມື່ອ​ເຮົາ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ຮຽນ​ແບບ​ພະ​ເຢຊູ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຢາກ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ.

16. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ປົກ​ປ້ອງ​ຊື່ສຽງ​ຄອບຄົວ​ຂອງ​ພະ​ເຢໂຫວາ?

16ປົກ​ປ້ອງ​ຊື່ສຽງ​ຄອບຄົວ​ຂອງ​ພະ​ເຢໂຫວາ. ໃນ​ຄອບຄົວ​ໜຶ່ງ ປົກກະຕິ​ແລ້ວ​ນ້ອງ​ມັກ​ຈະ​ຮຽນ​ແບບ​ອ້າຍ. ຖ້າ​ອ້າຍ​ເຮັດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ ອ້າຍ​ກໍ​ຈະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ນ້ອງ. ແຕ່​ຖ້າ​ອ້າຍ​ເຮັດ​ສິ່ງ​ທີ່​ບໍ່​ດີ ນ້ອງ​ກໍ​ອາດ​ຈະ​ຮຽນ​ແບບ​ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ອ້າຍ. ເລື່ອງ​ນີ້​ກໍ​ຄ້າຍ​ຄື​ກັບ​ຄອບຄົວ​ຂອງ​ພະ​ເຢໂຫວາ​ຄື​ກັນ. ຖ້າ​ຄລິດສະຕຽນ​ທີ່​ສັດ​ຊື່​ກາຍ​ເປັນ​ຜູ້​ທີ່​ທໍລະຍົດ​ພະເຈົ້າ ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ຫຼື​ເຮັດ​ສິ່ງ​ທີ່​ບໍ່​ດີ​ຢ່າງ​ອື່ນ ຄົນ​ອື່ນ​ກໍ​ອາດ​ຈະ​ຮຽນ​ແບບ​ລາວ​ໄດ້. ຜູ້​ທີ່​ເຮັດ​ແບບ​ນີ້​ຈະ​ທຳລາຍ​ຊື່ສຽງ​ຄອບຄົວ​ຂອງ​ພະ​ເຢໂຫວາ. (1 ທຊ. 4:3-8) ດັ່ງ​ນັ້ນ ເຮົາ​ຕ້ອງ​ບໍ່​ເຮັດ​ຕາມ​ຕົວຢ່າງ​ທີ່​ບໍ່​ດີ​ແລະ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ.

17. ເຮົາ​ຄວນ​ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໃດ ແລະ​ຍ້ອນ​ຫຍັງ?

17ໄວ້​ໃຈ​ພະ​ເຢໂຫວາ​ຫຼາຍ​ກວ່າ​ຊັບ​ສິນ​ເງິນ​ຄຳ. ພະ​ເຢໂຫວາ​ສັນຍາ​ວ່າ​ຖ້າ​ເຮົາ​ໃຫ້​ການ​ປົກຄອງ​ຂອງ​ເພິ່ນ​ແລະ​ການ​ເຊື່ອ​ຟັງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ເພິ່ນ​ກໍ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ທີ່​ເຮົາ​ຕ້ອງ​ມີ ເຊັ່ນ: ອາຫານ ແລະ​ບ່ອນ​ຢູ່​ອາໄສ. (ເພງ. 55:22; ມທ. 6:33) ຖ້າ​ເຮົາ​ໝັ້ນ​ໃຈ​ໃນ​ຄຳ​ສັນຍາ​ນັ້ນ ເຮົາ​ກໍ​ຈະ​ບໍ່​ຄິດ​ວ່າ​ສິ່ງ​ຂອງ​ໃນ​ໂລກ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ປອດໄພ​ແລະ​ມີ​ຄວາມ​ສຸກ​ໄດ້ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແທ້ໆ​ກໍ​ຕໍ່​ເມື່ອ​ເຮົາ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ. (ຟລປ. 4:6, 7) ເຖິງ​ວ່າ​ເຮົາ​ຈະ​ມີ​ເງິນ​ຊື້​ສິ່ງ​ຕ່າງໆ​ໄດ້ ແຕ່​ເຮົາ​ກໍ​ຕ້ອງ​ຄິດ​ນຳ​ວ່າ​ເຮົາ​ໃຊ້​ເວລາ​ແລະ​ກຳລັງ​ກັບ​ສິ່ງ​ເຫຼົ່າ​ນັ້ນ​ຫຼາຍ​ເກີນ​ໄປ​ບໍ? ເຮົາ​ເປັນ​ຄົນ​ທີ່​ມັກ​ຄິດ​ເຖິງ​ແຕ່​ວັດຖຸ​ສິ່ງ​ຂອງ​ບໍ? ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ມອບ​ໝາຍ​ວຽກ​ໃຫ້​ເຮົາ​ເຮັດ​ໃນ​ຄອບຄົວ​ຂອງ​ເພິ່ນ. ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ເອົາໃຈໃສ່​ຕໍ່​ວຽກ​ທີ່​ເພິ່ນ​ມອບ​ໝາຍ​ໃຫ້​ເຮັດ. ເຮົາ​ບໍ່​ຢາກ​ເປັນ​ຄື​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ບໍ່​ຍອມ​ຕິດ​ຕາມ​ພະ​ເຢຊູ​ຍ້ອນ​ຍຶດ​ຕິດ​ກັບ​ຊັບ​ສິນ​ເງິນ​ຄຳ. ນີ້​ເຮັດ​ໃຫ້​ລາວ​ສູນ​ເສຍ​ໂອກາດ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ແລະ​ເຂົ້າ​ມາ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ.—ມຣກ. 10:17-22

ສິ່ງ​ທີ່​ລູກ​ຂອງ​ພະ​ເຢໂຫວາ​ຈະ​ມີ​ຕະຫຼອດ​ໄປ

18. ຄົນ​ທີ່​ເຊື່ອ​ຟັງ​ຈະ​ໄດ້​ຮັບ​ກຽດ​ແລະ​ສິ່ງ​ທີ່​ດີ​ຫຍັງ​ແດ່?

18 ທຸກ​ຄົນ​ທີ່​ເຊື່ອ​ຟັງ​ຈະ​ໄດ້​ຮັບ​ກຽດ​ທີ່​ດີ​ທີ່​ສຸດ​ເຊິ່ງ​ກໍ​ຄື ໄດ້​ນະມັດສະການ​ພະ​ເຢໂຫວາ​ຕະຫຼອດ​ໄປ. ຜູ້​ທີ່​ມີ​ຄວາມ​ຫວັງ​ຢູ່​ໃນ​ໂລກ​ນີ້​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ເບິ່ງ​ແຍງ​ໂລກ​ທີ່​ພະ​ເຢໂຫວາ​ສ້າງ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ເຮົາ. ອີກ​ບໍ່​ດົນ ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ​ກັບ​ມາ​ສວຍ​ງາມ​ອີກ​ເທື່ອ​ໜຶ່ງ. ພະ​ເຢຊູ​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ຍ້ອນ​ອາດາມ​ແລະ​ເອວາ​ຕັດສິນ​ໃຈ​ທີ່​ຈະ​ອອກ​ຈາກ​ຄອບຄົວ​ຂອງ​ພະເຈົ້າ. ພະ​ເຢໂຫວາ​ຈະ​ປຸກ​ຫຼາຍ​ລ້ານ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ເຂົາ​ເຈົ້າ​ຈະ​ມີ​ໂອກາດ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ແລະ​ມີ​ສຸຂະພາບ​ທີ່​ແຂງແຮງ​ໃນ​ໂລກ​ທີ່​ເປັນ​ອຸທິຍານ. (ລກ. 23:42, 43) ເມື່ອ​ທຸກ​ຄົນ​ໃນ​ໂລກ​ນີ້​ກຳລັງ​ຈະ​ກາຍ​ເປັນ​ຄົນ​ທີ່​ສົມບູນ​ແບບ ເຂົາ​ເຈົ້າ​ກໍ​ຈະ “ມີ​ກຽດຕິຍົດ​ແລະ​ສະຫງ່າ​ງາມ” ຄື​ກັບ​ທີ່​ດາວິດ​ຂຽນ​ໄວ້.—ເພງ. 8:5ລ.ມ.

19. ເຮົາ​ຄວນ​ຄິດ​ເຖິງ​ຫຍັງ​ສະເໝີ?

19 ຖ້າ​ເຈົ້າ​ຢູ່​ໃນ​ກຸ່ມ​ທີ່​ເປັນ “ຄົນ​ຝູງ​ໃຫຍ່” ເຈົ້າ​ກໍ​ມີ​ຄວາມ​ຫວັງ​ທີ່​ດີ​ຫຼາຍ​ແທ້ໆ. ພະ​ເຢໂຫວາ​ຮັກ​ເຈົ້າ​ແລະ​ຢາກ​ໃຫ້​ເຈົ້າ​ເຂົ້າ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ. ດັ່ງ​ນັ້ນ ໃຫ້​ເຈົ້າ​ເຮັດ​ທຸກ​ຢ່າງ​ເພື່ອ​ຈະ​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ. ໃຫ້​ພະຍາຍາມ​ຄິດ​ເຖິງ​ຄວາມ​ຫວັງ​ແລະ​ຄຳ​ສັນຍາ​ຂອງ​ເພິ່ນ​ທຸກ​ມື້. ໃຫ້​ເຈົ້າ​ເຫັນ​ຄ່າ​ສິດທິ​ພິເສດ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ແລະ​ໄດ້​ສັນລະເສີນ​ເພິ່ນ​ຕະຫຼອດ​ໄປ.

ເພງ 107 ພະເຈົ້າ​ເປັນ​ແບບ​ຢ່າງ​ຂອງ​ຄວາມ​ຮັກ

^ ຂໍ້ 5 ເພື່ອ​ຄອບຄົວ​ຈະ​ມີ​ຄວາມ​ສຸກ ທຸກ​ຄົນ​ໃນ​ຄອບຄົວ​ຕ້ອງ​ຮູ້ຈັກ​ໜ້າ​ທີ່​ຂອງ​ຕົວ​ເອງ​ແລະ​ຕ້ອງ​ຊ່ວຍ​ເຫຼືອ​ກັນ ເຊັ່ນ: ພໍ່​ເປັນ​ຫົວ​ໜ້າ​ຄອບຄົວ ແມ່​ເປັນ​ຜູ້​ຊ່ວຍ​ພໍ່ ແລະ​ລູກ​ກໍ​ຕ້ອງ​ເຊື່ອ​ຟັງ​ພໍ່​ແມ່. ຄ້າຍ​ຄື​ກັບ​ຄອບຄົວ​ຂອງ​ພະ​ເຢໂຫວາ ພະ​ເຢໂຫວາ​ເປັນ​ຜູ້​ມອບ​ໝາຍ​ວຽກ​ໃຫ້​ເຮົາ​ແຕ່​ລະ​ຄົນ ແລະ​ຖ້າ​ເຮົາ​ເຮັດ​ຕາມ​ທີ່​ເພິ່ນ​ມອບ​ໝາຍ​ໃຫ້ ເຮົາ​ກໍ​ຈະ​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ຕະຫຼອດ​ໄປ.

^ ຂໍ້ 55 ຄຳ​ອະທິບາຍ​ຮູບ​ພາບ: ຜົວ​ເມຍ​ຄູ່​ນີ້​ໄດ້​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ກັນ​ແລະ​ຕໍ່​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ນຳ ຍ້ອນ​ເຂົາ​ເຈົ້າ​ຖືກ​ສ້າງ​ຕາມ​ແບບ​ຂອງ​ພະເຈົ້າ. ຜົວ​ເມຍ​ຄູ່​ນີ້​ຮັກ​ພະ​ເຢໂຫວາ​ແລະ​ເຫັນ​ວ່າ​ລູກ​ເປັນ​ຂອງ​ຂວັນ ເຂົາ​ເຈົ້າ​ຈຶ່ງ​ສອນ​ລູກ​ໃຫ້​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ. ພໍ່​ແມ່​ໄດ້​ໃຊ້​ວິດີໂອ​ເພື່ອ​ອະທິບາຍ​ໃຫ້​ລູກ​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ພະ​ເຢຊູ​ມາ​ເປັນ​ຄ່າໄຖ່ ແລະ​ຍັງ​ສອນ​ລູກ​ວ່າ​ອີກ​ບໍ່​ດົນ​ໂລກ​ຈະ​ກາຍ​ເປັນ​ອຸທິຍານ ແລະ​ເຂົາ​ເຈົ້າ​ຈະ​ໄດ້​ເບິ່ງ​ແຍງ​ລູກ​ແລະ​ສັດ​ສາ​ວາ​ສິ່ງ​ຕະຫຼອດ​ໄປ.