ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 34

ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ “ຊີມ​ແລະ​ເຫັນ” ວ່າ​ພະ​ເຢໂຫວາ​ດີ?

ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ “ຊີມ​ແລະ​ເຫັນ” ວ່າ​ພະ​ເຢໂຫວາ​ດີ?

“ຈົ່ງ​ຊີມ​ແລະ​ເຫັນ​ວ່າ​ພະ​ເຢໂຫວາ​ດີ. ຄົນ​ທີ່​ປົງ​ໃຈ​ໃນ​ພະອົງ​ກໍ​ເປັນ​ສຸກ​ຫຼາຍ.”—ເພງ. 34:8

ເພງ 117 ປູກ​ຝັງ​ຄວາມ​ດີ​ແບບ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1-2. ຕາມ​ຄຳເພງ 34:8 ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ?

ໃຫ້​ນຶກ​ພາບ​ວ່າ ເຈົ້າ​ກຳລັງ​ຈະ​ຊີມ​ອາຫານ​ທີ່​ບໍ່​ເຄີຍ​ກິນ​ມາ​ກ່ອນ. ເຈົ້າ​ອາດ​ຈະ​ຢາກ​ຮູ້​ວ່າ ອາຫານ​ນັ້ນ​ໜ້າ​ຕາ​ເປັນ​ແນວ​ໃດ ມີ​ກິ່ນ​ແບບ​ໃດ ມີ​ສ່ວນ​ປະສົມ​ຫຍັງ​ແດ່ ຫຼື​ເຈົ້າ​ອາດ​ຈະ​ຖາມ​ຄົນ​ທີ່​ມັກ​ກິນ​ອາຫານ​ນັ້ນ​ວ່າ​ມັນ​ແຊບ​ບໍ? ແຕ່​ຖ້າ​ເຈົ້າ​ຢາກ​ຮູ້​ວ່າ​ອາຫານ​ນັ້ນ​ມີ​ລົດ​ຊາດ​ແນວ​ໃດ​ເຈົ້າ​ກໍ​ຕ້ອງ​ຊີມ​ເອົາ​ເອງ.

2 ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ​ລວມ​ທັງ​ຟັງ​ປະສົບການ​ຂອງ​ຄົນ​ອື່ນ​ທີ່​ເວົ້າ​ກ່ຽວ​ກັບ​ສິ່ງ​ດີໆ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈາກ​ພະ​ເຢໂຫວາ ເຮົາ​ກໍ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ດີ. ແຕ່​ເພື່ອ​ເຮົາ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ​ສ່ຳ​ໃດ ເຮົາ​ກໍ​ຕ້ອງ “ຊີມ” ດ້ວຍ​ຕົວ​ເອງ. (ອ່ານ​ຄຳເພງ 34:8) ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ໜຶ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ. ສົມມຸດ​ວ່າ​ເຮົາ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ເຮົາ​ກໍ​ຕ້ອງ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ. ເຮົາ​ອາດ​ຈະ​ອ່ານ​ຄຳ​ສັນຍາ​ຂອງ​ພະ​ເຢຊູ​ຫຼາຍ​ເທື່ອ​ທີ່​ບອກ​ວ່າ ຖ້າ​ເຮົາ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ພະ​ເຢໂຫວາ​ກໍ​ຈະ​ໃຫ້​ສິ່ງ​ຈຳເປັນ​ກັບ​ເຮົາ. ແຕ່​ເຮົາ​ອາດ​ຈະ​ບໍ່​ເຄີຍ​ເຈິ​ເລື່ອງ​ນີ້​ດ້ວຍ​ຕົວ​ເອງ. (ມທ. 6:33) ແຕ່​ຍ້ອນ​ເຮົາ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢຊູ ເຮົາ​ຈຶ່ງ​ພະຍາຍາມ​ໃຊ້​ຈ່າຍ​ໜ້ອຍ​ລົງ​ແລະ​ປັບ​ປ່ຽນ​ວຽກ​ອາຊີບ​ເພື່ອ​ຈະ​ມີ​ເວລາ​ປະກາດ​ຫຼາຍ​ຂຶ້ນ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ແທ້ໆ ແລະ​ເຮົາ​ກໍ​ຈະ​ໄດ້ “ຊີມ” ດ້ວຍ​ຕົວ​ເອງ​ວ່າ​ພະ​ເຢໂຫວາ​ດີ.

3. ຕາມ​ຄຳເພງ 31:19 ມີ​ໃຜ​ແດ່​ທີ່​ໄດ້​ຮັບ​ສິ່ງ​ດີໆ​ຈາກ​ພະ​ເຢໂຫວາ?

3 ພະ​ເຢໂຫວາ ‘ດີ​ຕໍ່​ທຸກ​ຄົນ’ ແມ່ນ​ແຕ່​ຄົນ​ທີ່​ບໍ່​ຮູ້ຈັກ​ເພິ່ນ. (ເພງ. 145:9, ລ.ມ.; ມທ. 5:45) ແຕ່​ເພິ່ນ​ຈະ​ໃຫ້​ສິ່ງ​ດີໆ​ເປັນ​ພິເສດ​ກັບ​ຜູ້​ທີ່​ຮັກ​ແລະ​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ. (ອ່ານ​ຄຳເພງ 31:19) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ດີໆ​ຫຍັງ​ແດ່​ກັບ​ເຮົາ.

4. ພະ​ເຢໂຫວາ​ໃຫ້​ສິ່ງ​ດີໆ​ຫຍັງ​ແດ່​ກັບ​ຜູ້​ທີ່​ຢາກ​ໃກ້​ຊິດ​ກັບ​ເພິ່ນ?

4 ທຸກ​ເທື່ອ​ທີ່​ເຮົາ​ໃຊ້​ຫຼັກ​ການ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ເຫັນ​ຜົນ​ດີ​ໃນ​ຊີວິດ. ຕົວຢ່າງ​ເຊັ່ນ: ເມື່ອ​ເຮົາ​ໄດ້​ມາ​ຮູ້ຈັກ​ແລະ​ຮັກ​ພະ​ເຢໂຫວາ ເພິ່ນ​ກໍ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ຄວາມ​ຄິດ​ທີ່​ບໍ່​ດີ​ແລະ​ເຊົາ​ເຮັດ​ສິ່ງ​ທີ່​ເພິ່ນ​ບໍ່​ມັກ. (ກລຊ. 1:21) ແລະ​ເມື່ອ​ເຮົາ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ ເພິ່ນ​ກໍ​ແຮ່ງ​ຈະ​ໃຫ້​ສິ່ງ​ດີໆ​ກັບ​ເຮົາ​ໂດຍ​ຊ່ວຍ​ເຮົາ​ບໍ່​ໃຫ້​ຮູ້ສຶກ​ຜິດ​ກັບ​ສິ່ງ​ທີ່​ເຄີຍ​ເຮັດ​ແລະ​ໃກ້​ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.—1 ປຕ. 3:21

5. ເມື່ອ​ເຮົາ​ເຮັດ​ວຽກ​ປະກາດ ເຮົາ​ໄດ້​ເຫັນ​ສິ່ງ​ດີໆ​ຫຍັງ​ແດ່​ຈາກ​ພະ​ເຢໂຫວາ?

5 ເຮົາ​ຍັງ​ຈະ​ໄດ້​ເຫັນ​ສິ່ງ​ດີໆ​ຈາກ​ພະ​ເຢໂຫວາ​ເມື່ອ​ເຮົາ​ເຮັດ​ວຽກ​ປະກາດ. ເຈົ້າ​ເປັນ​ຄົນ​ຂີ້​ອາຍ​ບໍ? ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ກໍ​ເປັນ​ແບບ​ນັ້ນ. ກ່ອນ​ທີ່​ເຈົ້າ​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ເຈົ້າ​ອາດ​ຈະ​ບໍ່​ເຄີຍ​ຄິດ​ວ່າ​ເຈົ້າ​ຈະ​ໄດ້​ໄປ​ປະກາດ​ຕາມ​ບ້ານ​ແລະ​ລົມ​ເລື່ອງ​ຄຳພີ​ໄບເບິນ​ກັບ​ຄົນ​ທີ່​ເຈົ້າ​ບໍ່​ຮູ້ຈັກ. ແຕ່​ຕອນ​ນີ້​ເຈົ້າ​ກໍ​ໄດ້​ເຮັດ​ແບບ​ນັ້ນ​ເປັນ​ປະຈຳ. ແລະ​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຮົາ ເຮົາ​ຈຶ່ງ​ມີ​ຄວາມ​ສຸກ​ໃນ​ວຽກ​ປະກາດ. ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃນ​ຫຼາຍໆ​ດ້ານ ເຊັ່ນ: ເພິ່ນ​ຊ່ວຍ​ເຮົາ​ໃຫ້​ໃຈ​ເຢັນໆ​ເມື່ອ​ມີ​ຄົນ​ຕໍ່​ຕ້ານ​ເຮົາ ເພິ່ນ​ຊ່ວຍ​ເຮົາ​ໃຫ້​ຈື່​ຂໍ້​ພະ​ຄຳພີ​ເພື່ອ​ຈະ​ໃຊ້​ລົມ​ກັບ​ຜູ້​ທີ່​ສົນ​ໃຈ ແລະ​ເພິ່ນ​ຍັງ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ທີ່​ຈະ​ປະກາດ​ຕໍ່ໆ​ໄປ​ເຖິງ​ວ່າ​ຄົນ​ໃນ​ເຂດ​ຈະ​ບໍ່​ສົນ​ໃຈ.—ຢເຣ. 20:7-9

6. ການ​ຝຶກ​ອົບຮົມ​ທີ່​ເຮົາ​ໄດ້​ຮັບ​ສະແດງ​ເຖິງ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

6 ພະ​ເຢໂຫວາ​ຍັງ​ສະແດງ​ຄວາມ​ດີ​ຕໍ່​ເຮົາ​ໂດຍ​ຝຶກ​ເຮົາ​ໃນ​ວຽກ​ປະກາດ. (ຢຮ. 6:45) ໃນ​ການ​ປະຊຸມ​ກາງ​ອາທິດ ເຮົາ​ໄດ້​ເຫັນ​ການ​ສາທິດ​ທີ່​ດີ​ຂອງ​ພີ່ນ້ອງ​ແລະ​ເຮົາ​ກໍ​ສາມາດ​ເອົາ​ວິທີ​ນັ້ນ​ມາ​ໃຊ້​ໃນ​ວຽກ​ປະກາດ. ທຳອິດ​ເຮົາ​ອາດ​ຈະ​ບໍ່​ກ້າ​ລອງ​ໃຊ້​ວິທີ​ປະກາດ​ແບບ​ໃໝ່ ແຕ່​ເມື່ອ​ເຮົາ​ເຮັດ​ເຮົາ​ກໍ​ອາດ​ຈະ​ເຫັນ​ວ່າ​ມັນ​ເກີດ​ຜົນ​ດີ​ແທ້ໆ. ໃນ​ການ​ປະຊຸມ​ໃຫຍ່​ຕ່າງໆ​ເຮົາ​ຍັງ​ຈະ​ໄດ້​ເຫັນ​ວິທີ​ການ​ປະກາດ​ແບບ​ໃໝ່​ທີ່​ເຮົາ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ ແລະ​ເຮົາ​ອາດ​ຈະ​ບໍ່​ກ້າ​ເຮັດ​ຕາມ​ວິທີ​ນັ້ນ. ແຕ່​ຖ້າ​ເຮົາ​ເຮັດ ພະ​ເຢໂຫວາ​ກໍ​ຈະ​ອວຍ​ພອນ​ເຮົາ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເຮົາ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່​ເມື່ອ​ເຮົາ​ວາງໃຈ​ພະ​ເຢໂຫວາ​ແລະ​ພະຍາຍາມ​ປະກາດ​ຫຼາຍ​ວິທີ ບໍ່​ວ່າ​ສະພາບການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ແລະ​ເຮົາ​ຍັງ​ຈະ​ເບິ່ງ​ວ່າ ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ.

ພະ​ເຢໂຫວາ​ໃຫ້​ສິ່ງ​ດີໆ​ກັບ​ຜູ້​ທີ່​ໄວ້​ວາງໃຈ​ເພິ່ນ

7. ຖ້າ​ເຮົາ​ພະຍາຍາມ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຮົາ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່?

7ເຮົາ​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ຜູ້​ດູ​ແລ​ຄົນ​ໜຶ່ງ​ທີ່​ຊື່​ຊາມູເອນ * ເຊິ່ງ​ລາວ​ກັບ​ເມຍ​ຮັບໃຊ້​ຢູ່​ໂກ​ລົມ​ບີ. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ທີ່​ໄດ້​ເປັນ​ໄພໂອເນຍ​ຢູ່​ໃນ​ປະຊາຄົມ​ເກົ່າ ແຕ່​ເຂົາ​ເຈົ້າ​ຢາກ​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ຂຶ້ນ​ໂດຍ​ໄປ​ຊ່ວຍ​ໃນ​ປະຊາຄົມ​ທີ່​ມີ​ຄວາມ​ຈຳເປັນ​ຫຼາຍ​ກວ່າ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຂົາ​ເຈົ້າ​ຕ້ອງ​ເສຍ​ສະລະ​ບາງ​ຢ່າງ. ຊາມູເອນ​ເວົ້າ​ວ່າ: “ພວກ​ເຮົາ​ເຮັດ​ຕາມ​ຫຼັກ​ການ​ໃນ​ມັດທາຍ 6:33 ແລະ​ເຊົາ​ຊື້​ສິ່ງ​ທີ່​ບໍ່​ຈຳເປັນ. ແຕ່​ສິ່ງ​ທີ່​ຍາກ​ທີ່​ສຸດ​ແມ່ນ​ການ​ອອກ​ຈາກ​ອາພາດເມັນ​ທີ່​ເຮົາ​ມັກ ເພາະ​ເຮົາ​ເປັນ​ເຈົ້າ​ຂອງ​ອາພາດເມັນ​ນີ້.” ເມື່ອ​ຍ້າຍ​ມາ​ປະຊາຄົມ​ໃໝ່ ເຂົາ​ເຈົ້າ​ກໍ​ສາມາດ​ຢູ່​ໄດ້​ເຖິງ​ວ່າ​ຈະ​ມີ​ລາຍ​ໄດ້​ພຽງ​ແຕ່ 1 ສ່ວນ 6 ຂອງ​ລາຍ​ໄດ້​ທີ່​ເຄີຍ​ໄດ້​ຮັບ. ຊາມູເອນ​ເວົ້າ​ວ່າ: “ເຮົາ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊີ້​ນຳ​ເຮົາ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ. ເຮົາ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ພໍ​ໃຈ​ເຮົາ​ແລະ​ຊ່ວຍ​ເຫຼືອ​ເຮົາ​ໃນ​ແບບ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ.” ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ບໍ? ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ວ່າ ເຈົ້າ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ເພິ່ນ​ກໍ​ຈະ​ເບິ່ງ​ແຍງ​ເຈົ້າ.—ເພງ. 18:25

8. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ອີວານ​ແລະ​ວິກຕໍເຣຍ?

8ເຮົາ​ຈະ​ມີ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ຄູ່​ຜົວ​ເມຍ​ໜຶ່ງ​ທີ່​ຊື່​ອີວານ​ແລະ​ວິກຕໍເຣຍ​ເຊິ່ງ​ເປັນ​ໄພໂອເນຍ​ຢູ່​ກຽກກີດສະຖານ. ເຂົາ​ເຈົ້າ​ໃຊ້​ຊີວິດ​ແບບ​ພໍ​ພຽງ​ເພື່ອ​ຈະ​ເປັນ​ອາສາ​ສະໝັກ​ຊ່ວຍ​ວຽກ​ຮັບໃຊ້​ຮູບ​ແບບ​ອື່ນ​ເຊິ່ງ​ລວມ​ເຖິງ​ຊ່ວຍ​ໃນ​ວຽກ​ໂຄງການ​ກໍ່​ສ້າງ. ອີວານ​ເວົ້າ​ວ່າ: “ພວກ​ເຮົາ​ເຮັດ​ວຽກ​ມອບ​ໝາຍ​ທຸກ​ຢ່າງ​ສຸດ​ຄວາມ​ສາມາດ. ເຖິງ​ວ່າ​ເຮົາ​ຈະ​ເມື່ອຍ​ຫຼາຍ​ເມື່ອ​ເຮັດ​ວຽກ​ມາ​ໝົດ​ມື້ ແຕ່​ເຮົາ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ຮູ້​ວ່າ​ເຮົາ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ກຳລັງ​ຂອງ​ເຮົາ ແລະ​ເຮົາ​ຍັງ​ມີ​ຄວາມ​ສຸກ​ທີ່​ໄດ້​ໝູ່​ໃໝ່​ຫຼາຍ​ຄົນ​ແລະ​ໄດ້​ປະສົບການ​ທີ່​ດີ​ນຳ​ອີກ.”—ມຣກ. 10:29, 30

9. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ບັນຫາ​ໄດ້​ເຮັດ​ແນວ​ໃດ​ເພື່ອ​ຈະ​ປະກາດ​ຫຼາຍ​ຂຶ້ນ ແລະ​ຜົນ​ເປັນ​ແນວ​ໃດ?

9 ເຖິງ​ວ່າ​ເຮົາ​ຈະ​ມີ​ບັນຫາ ແຕ່​ເຮົາ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ມີຣາ​ທີ່​ເປັນ​ແມ່​ໝ້າຍ​ອາຍຸ​ຫຼາຍ​ແລ້ວ​ທີ່​ຢູ່​ທາງ​ພາກ​ຕາເວັນ​ຕົກ​ຂອງ​ອາຝຼິກກາ. ລາວ​ເຮັດ​ວຽກ​ເປັນ​ທ່ານ​ໝໍ ແຕ່​ເມື່ອ​ລາວ​ອາຍຸ​ກະສຽນ​ແລ້ວ​ລາວ​ກໍ​ເລີ່ມ​ເປັນ​ໄພໂອເນຍ. ມີຣາ​ມີ​ບັນຫາ​ເລື່ອງ​ຂໍ້​ອັກເສບ​ຂັ້ນ​ຮຸນແຮງ ແລະ​ຍ່າງ​ໄປ​ປະກາດ​ຕາມ​ບ້ານ​ໄດ້​ແຕ່​ມື້​ລະ​ຊົ່ວ​ໂມງ ແຕ່​ລາວ​ກໍ​ປະກາດ​ໄດ້​ຫຼາຍ​ຂຶ້ນ​ໂດຍ​ການ​ປະກາດ​ສາທາລະນະ. ລາວ​ມີ​ລາຍ​ຢ້ຽມ​ແລະ​ນັກ​ສຶກສາ​ຫຼາຍ​ຄົນ ແລະ​ບາງ​ຄົນ​ກໍ​ໄດ້​ຈາກ​ການ​ປະກາດ​ທາງ​ໂທລະສັບ. ເປັນ​ຫຍັງ​ມີ​ຣາ​ຈຶ່ງ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ? ລາວ​ບອກ​ວ່າ: “ຂ້ອຍ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຄລິດ​ຫຼາຍ​ແທ້ໆ. ຂ້ອຍ​ອະທິດຖານ​ເລື້ອຍໆ​ວ່າ​ຂໍ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ເຮັດ​ວຽກ​ຮັບໃຊ້​ເພິ່ນ​ໃຫ້​ຫຼາຍ​ເທົ່າ​ທີ່​ຂ້ອຍ​ເຮັດ​ໄດ້.”—ມທ. 22:36, 37

10. ຕາມ 1 ເປໂຕ 5:10 ຜູ້​ທີ່​ພະຍາຍາມ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ຮັບ​ຫຍັງ​ຈາກ​ເພິ່ນ?

10ເຮົາ​ໄດ້​ຮັບ​ການ​ຝຶກ​ຈາກ​ພະ​ເຢໂຫວາ. ເຄັນນີ​ທີ່​ເປັນ​ໄພໂອເນຍ​ຢູ່​ເກາະ​ໂມຣິດ​ໄດ້​ຮັບ​ການ​ຝຶກ​ຈາກ​ພະ​ເຢໂຫວາ. ເມື່ອ​ລາວ​ໄດ້​ຮຽນ​ຮູ້​ຄວາມ​ຈິງ ລາວ​ກໍ​ອອກ​ຈາກ​ມະຫາ​ວິທະຍາໄລ​ແລະ​ຮັບ​ບັບເຕມາ ຈາກ​ນັ້ນ ກໍ​ຮັບໃຊ້​ເຕັມ​ເວລາ. ລາວ​ບອກ​ວ່າ: “ຂ້ອຍ​ພະຍາຍາມ​ເຮັດ​ຕາມ​ຄຳເວົ້າ​ຂອງ​ຜູ້​ພະຍາກອນ​ເອຊາຢາ​ທີ່​ບອກ​ວ່າ: ‘ຂ້າ​ນ້ອຍ​ຢູ່​ທີ່​ນີ້ ເຊີນ​ພະອົງ​ໃຊ້​ຂ້າ​ນ້ອຍ​ໄປ.’” (ເອຊາ. 6:8) ເຄັນນີ​ໄດ້​ເຮັດ​ວຽກ​ຢູ່​ໂຄງການ​ກໍ່​ສ້າງ​ແລະ​ຍັງ​ໄດ້​ຊ່ວຍ​ແປ​ປຶ້ມ​ຕ່າງໆ​ຂອງ​ອົງການ​ເປັນ​ພາສາ​ຂອງ​ລາວ​ເອງ. ລາວ​ບອກ​ວ່າ: “ການ​ຝຶກ​ອົບຮົມ​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ວຽກ​ມອບ​ໝາຍ​ຕ່າງໆ​ໄດ້​ສຳເລັດ.” ລາວ​ບໍ່​ພຽງ​ແຕ່​ໄດ້​ຮຽນ​ຮູ້​ວິທີ​ການ​ເຮັດ​ວຽກ​ເທົ່າ​ນັ້ນ ລາວ​ເວົ້າ​ຕື່ມ​ວ່າ: “ຂ້ອຍ​ຍັງ​ໄດ້​ຮຽນ​ຮູ້​ວ່າ​ຕົວ​ເອງ​ມີ​ຂີດ​ຈຳກັດ​ຫຍັງ​ແດ່ ແລະ​ມີ​ຄຸນ​ລັກສະນະ​ຫຍັງ​ແດ່​ທີ່​ຂ້ອຍ​ຕ້ອງ​ພັດທະນາ​ເພື່ອ​ຈະ​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂອງ​ພະ​ເຢໂຫວາ.” (ອ່ານ 1 ເປໂຕ 5:10) ເຈົ້າ​ກໍ​ອາດ​ຈະ​ປັບ​ສະພາບການ​ຂອງ​ຕົວ​ເອງ​ໄດ້​ຄື​ກັນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ຝຶກ​ຈາກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ພີ່ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ປະກາດ​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ພີ່ນ້ອງ​ຍິງ​ທີ່​ຍັງ​ໜຸ່ມ​ຊ່ວຍ​ວຽກ​ໃນ​ໂຄງການ​ກໍ່​ສ້າງ​ຫໍ​ປະຊຸມ. ພີ່ນ້ອງ​ສູງ​ອາຍຸ​ຄູ່​ໜຶ່ງ​ປະກາດ​ທາງ​ໂທລະສັບ. ເຂົາ​ເຈົ້າ​ທຸກ​ຄົນ​ມີ​ຄວາມ​ສຸກ​ຫຼາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. (ເບິ່ງ​ຂໍ້ 11)

11. ພີ່ນ້ອງ​ຍິງ​ທີ່​ສູງ​ອາຍຸ​ໃນ​ເກົາຫຼີ​ໃຕ້​ໄດ້​ພະຍາຍາມ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ ແລະ​ຜົນ​ເປັນ​ແນວ​ໃດ? (ເບິ່ງ​ຮູບ​ໜ້າ​ປົກ)

11 ເຖິງ​ວ່າ​ເຮົາ​ຈະ​ມີ​ປະສົບການ​ໃນ​ການ​ປະກາດ ແຕ່​ເຮົາ​ກໍ​ຍັງ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ເມື່ອ​ມີ​ການ​ປະກາດ​ຮູບ​ແບບ​ໃໝ່. ໃນ​ລະຫວ່າງ​ທີ່​ມີ​ການ​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ-19 ຜູ້​ດູ​ແລ​ໃນ​ເກົາຫຼີ​ໃຕ້​ເວົ້າ​ວ່າ: “ພີ່ນ້ອງ​ບາງ​ຄົນ​ຄິດ​ວ່າ ເຂົາ​ເຈົ້າ​ບໍ່​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະກາດ​ຍ້ອນ​ບັນຫາ​ສຸຂະພາບ ແຕ່​ຕອນ​ນີ້​ເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້​ໂດຍ​ໃຊ້​ວິດີໂອ​ທາງ​ໄກ. ພີ່ນ້ອງ​ຍິງ 3 ຄົນ​ທີ່​ອາຍຸ 80 ປາຍ​ປີ​ໄດ້​ຮຽນ​ຮູ້​ທີ່​ຈະ​ໃຊ້​ຄອມພິວເຕີ ແລະ​ຕອນ​ນີ້​ເຂົາ​ເຈົ້າ​ກໍ​ເຂົ້າ​ຮ່ວມ​ວຽກ​ປະກາດ​ເກືອບ​ທຸກ​ມື້.” (ເພງ. 92:14, 15) ເຈົ້າ​ຢາກ​ຈະ​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ຂຶ້ນ​ບໍ​ເພື່ອ​ຈະ​ຊີມ​ເບິ່ງ​ວ່າ​ພະ​ເຢໂຫວາ​ດີ​ສ່ຳ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ

12. ພະ​ເຢໂຫວາ​ໄດ້​ສັນຍາ​ຫຍັງ​ກັບ​ຜູ້​ທີ່​ໄວ້​ວາງໃຈ​ເພິ່ນ?

12ໃຫ້​ໝາຍ​ເພິ່ງ​ພະ​ເຢໂຫວາ. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ອວຍ​ພອນ​ເຮົາ​ຖ້າ​ເຮົາ​ໄວ້​ວາງໃຈ​ເພິ່ນ​ແລະ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ເພິ່ນ. (ມລກີ. 3:10) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ຟາ​ບີ​ໂອ​ລາ​ເຊິ່ງ​ຢູ່​ໂກ​ລົມ​ບີ​ໄດ້​ເຫັນ​ວ່າ​ຄຳ​ສັນຍາ​ນີ້​ເປັນ​ຈິງ​ກັບ​ລາວ​ແທ້ໆ. ລາວ​ຢາກ​ເປັນ​ໄພໂອເນຍ​ປະຈຳ​ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ​ແລ້ວ ແຕ່​ລາວ​ຕ້ອງ​ເຮັດ​ວຽກ​ເພື່ອ​ຊ່ວຍ​ເຫຼືອ​ຄອບຄົວ. ດັ່ງ​ນັ້ນ ເມື່ອ​ລາວ​ກະສຽນ​ອາຍຸ ລາວ​ຈຶ່ງ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ລາວ​ບອກ​ວ່າ: “ປົກກະຕິ​ແລ້ວ​ຕ້ອງ​ໃຊ້​ເວລາ​ດົນ​ຊົ່ວ​ຊິ​ໄດ້​ເງິນ​ບຳນານ ແຕ່​ຂ້ອຍ​ໃຊ້​ເວລາ​ພຽງ​ແຕ່​ໜຶ່ງ​ເດືອນ​ກໍ​ໄດ້​ຮັບ​ເງິນ​ບຳນານ​ແລ້ວ. ມັນ​ເປັນ​ຄື​ກັບ​ການ​ອັດສະຈັນ​ແທ້ໆ!” ສອງ​ເດືອນ​ຕໍ່​ມາ ລາວ​ໄດ້​ເລີ່ມ​ເປັນ​ໄພໂອເນຍ. ຕອນ​ນີ້​ລາວ​ອາຍຸ 70 ປາຍ​ປີ​ແລ້ວ​ແລະ​ລາວ​ກໍ​ເປັນ​ໄພໂອເນຍ​ຫຼາຍ​ກວ່າ 20 ປີ. ລາວ​ໄດ້​ຊ່ວຍ 8 ຄົນ​ໃຫ້​ຮັບ​ບັບເຕມາ. ລາວ​ບອກ​ວ່າ: “ເຖິງ​ວ່າ​ບາງ​ເທື່ອ​ຂ້ອຍ​ຈະ​ຮູ້ສຶກ​ເມື່ອຍ​ແລະ​ທໍ້​ໃຈ ແຕ່​ພະ​ເຢໂຫວາ​ກໍ​ຊ່ວຍ​ຂ້ອຍ​ທຸກ​ມື້​ເພື່ອ​ໃຫ້​ຂ້ອຍ​ເປັນ​ໄພໂອເນຍ​ໄດ້​ຕໍ່​ໄປ.”

ອັບຣາຮາມ ຊາຣາ ຢາໂຄບ ແລະ​ພວກ​ປະໂລຫິດ​ທີ່​ຂ້າມ​ແມ່ນ້ຳ​ຈໍ​ແດນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ໄວ້​ວາງໃຈ​ພະ​ເຢໂຫວາ? (ເບິ່ງ​ຂໍ້ 13)

13-14. ມີ​ເລື່ອງ​ຂອງ​ໃຜ​ແດ່​ທີ່​ຊ່ວຍ​ເຮົາ​ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ຂຶ້ນ?

13ຮຽນ​ຈາກ​ເລື່ອງ​ຂອງ​ຄົນ​ທີ່​ໄວ້​ວາງໃຈ​ພະ​ເຢໂຫວາ. ໃນ​ຄຳພີ​ໄບເບິນ​ມີ​ເລື່ອງ​ຂອງ​ຫຼາຍ​ຄົນ​ທີ່​ໄວ້​ວາງໃຈ​ພະ​ເຢໂຫວາ ແລະ​ຫຼາຍ​ເທື່ອ​ເຮົາ​ກໍ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ອວຍ​ພອນ​ເຂົາ​ເຈົ້າ​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ສະແດງ​ວ່າ​ໄວ້​ວາງໃຈ​ເພິ່ນ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ໄດ້​ອວຍ​ພອນ​ອັບ​ລາ​ຮາມ​ຫຼັງ​ຈາກ​ທີ່​ລາວ​ເຕັມ​ໃຈ​ອອກ​ຈາກ​ບ້ານ ‘ທັງໆ​ທີ່​ຍັງ​ບໍ່​ຮູ້​ວ່າ​ຈະ​ໄປ​ໃສ’ (ຮຣ. 11:8) ຢາໂຄບ​ກໍ​ຄື​ກັນ ຫຼັງ​ຈາກ​ທີ່​ລາວ​ປ້ຳ​ສູ້​ກັບ​ທູດ​ສະຫວັນ​ແລ້ວ​ລາວ​ກໍ​ໄດ້​ຮັບ​ພອນ. (ຕົ້ນ. 32:24-30) ແລະ​ຊາວ​ອິດສະຣາເອນ​ກໍ​ສາມາດ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄດ້​ຫຼັງ​ຈາກ​ທີ່​ພວກ​ປະໂລຫິດ​ຢຽບ​ລົງ​ໄປ​ໃນ​ແມ່ນ້ຳ​ຈໍ​ແດນ.—ຢຊວຍ. 3:14-16

14 ເຮົາ​ຍັງ​ຈະ​ໄດ້​ບົດຮຽນ​ຈາກ​ເລື່ອງ​ຂອງ​ຄົນ​ໃນ​ທຸກ​ມື້​ນີ້​ທີ່​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຊື່​ເປ​ຕັນ​ແລະ​ໄດອານາ ໄດ້​ຮັບ​ປະໂຫຍດ​ຈາກ​ການ​ອ່ານ​ປະສົບການ​ຂອງ​ພີ່ນ້ອງ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເຊິ່ງ​ຢູ່​ໃນ​ບົດ​ຄວາມ​ທີ່​ຊື່​ວ່າ: “ພວກ​ເຂົາ​ເຕັມ​ໃຈ​ໄປ​ຮັບໃຊ້.” * ເປ​ຕັນ​ບອກ​ວ່າ: “ເມື່ອ​ເຮົາ​ອ່ານ​ປະສົບການ​ຂອງ​ພີ່ນ້ອງ ເຮົາ​ກໍ​ຮູ້ສຶກ​ຄື​ກັບ​ວ່າ​ກຳລັງ​ເບິ່ງ​ຄົນ​ທີ່​ກິນ​ອາຫານ​ທີ່​ແຊບໆ​ຢູ່. ແຮ່ງ​ເຮົາ​ເບິ່ງ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຢາກ​ຈະ ‘ລອງ​ຊີມ​ເພື່ອ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ.’” ໃນ​ທີ່​ສຸດ ເປ​ຕັນ​ກັບ​ໄດອານາ​ກໍ​ໄດ້​ຍ້າຍ​ໄປ​ຮັບໃຊ້​ໃນ​ເຂດ​ທີ່​ມີ​ຄວາມ​ຈຳເປັນ​ຫຼາຍ​ກວ່າ. ເຈົ້າ​ເດ ໄດ້​ອ່ານ​ບົດ​ຄວາມ​ເຫຼົ່າ​ນີ້​ແລ້ວ​ບໍ? ແລະ​ເຈົ້າ​ໄດ້​ເບິ່ງ​ວິດີໂອ​ນີ້​ແລ້ວ​ບໍ ທີ່​ຊື່​ວ່າ: ການ​ປະກາດ​ໃນ​ເຂດ​ທີ່​ຫ່າງ​ໄກ​ຂອງ​ອົດສະຕຣາລີ (ພາສາ​ໄທ) ແລະ ການ​ປະກາດ​ໃນ​ເຂດ​ທີ່​ຫ່າງ​ໄກ​ຂອງ​ອຽກລັງ (ພາສາ​ໄທ) ທີ່​ຢູ່​ໃນ​ເວັບໄຊ jw.org? ຂໍ້​ມູນ​ເຫຼົ່າ​ນີ້​ອາດ​ຊ່ວຍ​ເຈົ້າ​ໃຫ້​ຊອກ​ຫາ​ວິທີ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ.

15. ການ​ຄົບຫາ​ທີ່​ດີ​ຊ່ວຍ​ເຮົາ​ແນວ​ໃດ?

15ການ​ຄົບຫາ​ທີ່​ດີ. ເຮົາ​ຢາກ​ຈະ​ລອງ​ກິນ​ອາຫານ​ແບບ​ໃໝ່​ຖ້າ​ເຮົາ​ຫຼິ້ນ​ກັບ​ໝູ່​ທີ່​ມັກ​ກິນ​ອາຫານ​ນັ້ນ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ຫຼິ້ນ​ກັບ​ໝູ່​ຜູ້​ທີ່​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ເຮົາ​ກໍ​ຢາກ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ພີ່ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຊື່​ເຄັນ​ແລະ​ເວໂຣນິກາ​ກໍ​ເຫັນ​ວ່າ​ເລື່ອງ​ນີ້​ເປັນ​ຄວາມ​ຈິງ. ເຄັນ​ບອກ​ວ່າ: “ຄອບຄົວ​ແລະ​ໝູ່​ເພື່ອນ​ກະຕຸ້ນ​ໃຫ້​ເຮົາ​ລອງ​ຮັບໃຊ້​ຮູບ​ແບບ​ໃໝ່. ການ​ຄົບຫາ​ກັບ​ຄົນ​ທີ່​ໃຫ້​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ມາ​ກ່ອນ​ຊ່ວຍ​ໃຫ້​ເຮົາ​ກ້າ​ທີ່​ຈະ​ຮັບໃຊ້​ຮູບ​ແບບ​ໃໝ່​ຫຼາຍ​ຂຶ້ນ.” ຕອນ​ນີ້​ເຄັນ​ແລະ​ເວໂຣນິກາ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ​ຢູ່​ເຊີເບຍ.

16. ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ລູກາ 12:16-21 ເປັນ​ຫຍັງ​ເຮົາ​ຄວນ​ເຕັມ​ໃຈ​ເສຍ​ສະລະ?

16ເສຍ​ສະລະ​ເພື່ອ​ພະ​ເຢໂຫວາ. ເຮົາ​ບໍ່​ຈຳເປັນ​ຕ້ອງ​ເສຍ​ສະລະ​ຄວາມ​ສະດວກ​ສະບາຍ​ທຸກ​ຢ່າງ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. (ຜູ້ປ. 5:19, 20) ແຕ່​ຖ້າ​ເຮົາ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຮົາ​ກໍ​ຕ້ອງ​ເສຍ​ສະລະ​ໜ້ອຍ​ໜຶ່ງ​ແມ່ນ​ບໍ ເພາະ​ຖ້າ​ເຮົາ​ບໍ່​ເສຍ​ສະລະ​ຫຍັງ​ເລີຍ ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ຜູ້​ຊາຍ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ທີ່​ຄິດ​ເຖິງ​ແຕ່​ຕົວ​ເອງ​ຈົນ​ບໍ່​ຄິດ​ເຖິງ​ພະເຈົ້າ. (ອ່ານ​ລູກາ 12:16-21) ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ຄລິດສະຕຽນ​ທີ່​ຢູ່​ຝຣັ່ງ​ເວົ້າ​ວ່າ: “ຂ້ອຍ​ບໍ່​ໄດ້​ໃຫ້​ເວລາ​ແລະ​ກຳລັງ​ຢ່າງ​ເຕັມທີ​ກັບ​ພະ​ເຢໂຫວາ​ແລະ​ຄອບຄົວ​ຂອງ​ຂ້ອຍ.” ລາວ​ກັບ​ເມຍ​ໄດ້​ຕັດສິນ​ໃຈ​ເປັນ​ໄພໂອເນຍ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຂົາ​ເຈົ້າ​ຕ້ອງ​ອອກ​ຈາກ​ວຽກ​ແລ້ວ​ໄປ​ຮັບ​ເຮັດ​ວຽກ​ອະນາໄມ. ແລະ​ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ເງິນ​ແຕ່​ໜ້ອຍ​ດຽວ ເຂົາ​ເຈົ້າ​ກໍ​ອີ່ມ​ໃຈ​ພໍ​ໃຈ​ກັບ​ສິ່ງ​ທີ່​ມີ. ການ​ເສຍ​ສະລະ​ແບບ​ນີ້​ຄຸ້ມ​ຄ່າ​ບໍ? ພີ່ນ້ອງ​ຄລິດສະຕຽນ​ບອກ​ວ່າ “ຕອນ​ນີ້​ເຮົາ​ມີ​ຄວາມ​ສຸກ​ກັບ​ວຽກ​ປະກາດ ແລະ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ລາຍ​ຢ້ຽມ​ກັບ​ນັກ​ສຶກສາ​ໄດ້​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ.”

17. ສິ່ງ​ໃດ​ຊ່ວຍ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໃຫ້​ກ້າ​ທີ່​ຈະ​ປະກາດ​ແບບ​ໃໝ່?

17ພ້ອມ​ທີ່​ຈະ​ລອງ​ປະກາດ​ແບບ​ໃໝ່. (ກຈກ. 17:16, 17; 20:20, 21) ພີ່ນ້ອງ​ເຊີລີ​ທີ່​ເປັນ​ໄພໂອເນຍ​ຢູ່​ສະຫະລັດ​ອາເມຣິກາ​ໄດ້​ພະຍາຍາມ​ປັບ​ປ່ຽນ​ວິທີ​ປະກາດ​ໃນ​ຊ່ວງ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ-19. ທຳອິດ​ລາວ​ກໍ​ບໍ່​ກ້າ​ປະກາດ​ທາງ​ໂທລະສັບ. ແຕ່​ຫຼັງ​ຈາກ​ທີ່​ລາວ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃນ​ຊ່ວງ​ທີ່​ຜູ້​ດູ​ແລ​ໝວດ​ມາ​ຢ້ຽມ​ຢາມ ລາວ​ກໍ​ກ້າ​ແລະ​ເລີ່ມ​ທີ່​ຈະ​ປະກາດ​ທາງ​ໂທລະສັບ​ເປັນ​ປະຈຳ. ລາວ​ບອກ​ວ່າ: “ຕອນ​ທຳອິດ ຂ້ອຍ​ຮູ້ສຶກ​ຢ້ານ ແຕ່​ຕອນ​ນີ້​ຂ້ອຍ​ຮູ້ສຶກ​ມ່ວນ​ກັບ​ການ​ປະກາດ​ແບບ​ນີ້​ຫຼາຍ​ແທ້ໆ. ເຮົາ​ສາມາດ​ເຂົ້າ​ເຖິງ​ຜູ້​ຄົນ​ໄດ້​ຫຼາຍ​ກວ່າ​ຕອນ​ທີ່​ເຮົາ​ໄປ​ປະກາດ​ຕາມ​ບ້ານ​ດ້ວຍ​ຊ້ຳ!”

18. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ຫຼາຍ​ຂຶ້ນ​ໄດ້​ເມື່ອ​ມີ​ບັນຫາ?

18ວາງ​ແຜນ​ແລະ​ລົງ​ມື​ເຮັດ​ຕາມ. ເມື່ອ​ມີ​ບັນຫາ ໃຫ້​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ແກ້ໄຂ​ບັນຫາ​ໄດ້. (ສຸພາ. 3:21) ພີ່ນ້ອງ​ຊອນ​ຢາ​ທີ່​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ​ໃນ​ກຸ່ມ​ພາສາ​ຣູມານີ​ໃນ​ເອີຣົບ​ບອກ​ວ່າ: “ຂ້ອຍ​ມັກ​ຈະ​ຂຽນ​ແຜນການ​ໃສ່​ເຈ້ຍ​ແລ້ວ​ກໍ​ຕິດ​ໄວ້​ບ່ອນ​ທີ່​ເຫັນ​ໄດ້. ຂ້ອຍ​ມີ​ຮູບ​ແຕ້ມ​ເສັ້ນ​ທາງ​ສອງ​ເສັ້ນ​ທີ່​ແຍກ​ໄປ​ຄົນ​ລະ​ທາງ​ຢູ່​ເທິງ​ໂຕະ ແລະ​ເມື່ອ​ຂ້ອຍ​ຕ້ອງ​ຕັດສິນ​ໃຈ ຂ້ອຍ​ກໍ​ຈະ​ເບິ່ງ​ຮູບ​ແຕ້ມ​ນັ້ນ​ແລະ​ຄິດ​ວ່າ​ທາງ​ໃດ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ໄປ​ເຖິງ​ເປົ້າ​ໝາຍ​ທີ່​ຂ້ອຍ​ຕັ້ງ​ໄວ້.” ຊອນ​ຢາ​ພະຍາຍາມ​ຄິດ​ໃນ​ແງ່​ບວກ​ສະເໝີ​ເມື່ອ​ລາວ​ມີ​ບັນຫາ. ລາວ​ບອກ​ວ່າ: “ທຸກໆ​ບັນຫາ​ທີ່​ຂ້ອຍ​ເຈິ ຂ້ອຍ​ມັກ​ຈະ​ສົມ​ທຽບ​ວ່າ​ມັນ​ເປັນ​ຄື​ກັບ​ກຳແພງ​ທີ່​ຕັນ​ຂ້ອຍ​ໄວ້​ບໍ ຫຼື​ເປັນ​ຂົວ​ຕໍ່​ທີ່​ຊ່ວຍ​ຂ້ອຍ​ໃຫ້​ໄປ​ເຖິງ​ເປົ້າ​ໝາຍ.”

19. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

19 ພະ​ເຢໂຫວາ​ໃຫ້​ສິ່ງ​ດີໆ​ກັບ​ເຮົາ​ຫຼາຍ​ຢ່າງ. ເຮົາ​ຢາກ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນ​ຄ່າ​ສິ່ງ​ຕ່າງໆ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ໂດຍ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ຍົກຍ້ອງ​ສັນລະເສີນ​ເພິ່ນ. (ຮຣ. 13:15) ເຮົາ​ອາດ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໃນ​ຮູບ​ແບບ​ໃໝ່ໆ ແລ້ວ​ເພິ່ນ​ກໍ​ຈະ​ໃຫ້​ສິ່ງ​ດີໆ​ກັບ​ເຮົາ​ຫຼາຍ​ຢ່າງ. ໃນ​ແຕ່​ລະ​ມື້​ໃຫ້​ເຮົາ​ຊອກ​ຫາ​ວິທີ​ທີ່​ຈະ ‘ຊີມ​ແລະ​ເຫັນ​ວ່າ​ພະ​ເຢໂຫວາ​ດີ’ ແລ້ວ​ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ພະ​ເຢຊູ​ທີ່​ເວົ້າ​ວ່າ: “ອາຫານ​ຂອງ​ຂ້ອຍ​ຄື​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ້​ທີ່​ໃຊ້​ຂ້ອຍ​ມາ ແລະ​ເຮັດ​ວຽກ​ຂອງ​ພະອົງ​ໃຫ້​ສຳເລັດ.”—ຢຮ. 4:34

ເພງ 80 “ລອງ​ຊີມ​ແລ້ວ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ”

^ ຂໍ້ 5 ສິ່ງ​ດີໆ​ທຸກ​ຢ່າງ​ມາ​ຈາກ​ພະ​ເຢໂຫວາ. ເພິ່ນ​ໃຫ້​ສິ່ງ​ດີໆ​ກັບ​ທຸກ​ຄົນ ແມ່ນ​ແຕ່​ຄົນ​ຊົ່ວ. ແຕ່​ເພິ່ນ​ຈະ​ໃຫ້​ສິ່ງດີໆ​ກັບ​ຜູ້​ທີ່​ນະມັດສະການ​ເພິ່ນ​ຫຼາຍ​ກວ່າ. ໃນ​ບົດ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ດີໆ​ຫຍັງ​ແດ່​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ຜູ້​ທີ່​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ອາດ​ໄດ້​ຮັບ​ສິ່ງ​ດີໆ​ໃນ​ແບບ​ທີ່​ພິເສດ​ແນວ​ໃດ.

^ ຂໍ້ 7 ຊື່​ສົມມຸດ.

^ ຂໍ້ 14 ບົດ​ຄວາມ​ຊຸດ​ນີ້​ແຕ່​ກີ້​ມີ​ຢູ່​ໃນ​ຫໍສັງເກດການ ແຕ່​ຕອນ​ນີ້​ມີ​ຢູ່​ໃນ​ເວັບໄຊ jw.org. ໄປ​ທີ່​ກ່ຽວ​ກັບ​ເຮົາ > ປະສົບການ > ບັນລຸ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. (ພາສາ​ໄທ)