ບົດຄວາມສຶກສາທີ 33
ໃຫ້ມີຄວາມສຸກກັບວຽກມອບໝາຍທີ່ເຮົາໄດ້ຮັບ
“ໄດ້ຊື່ນຊົມກັບສິ່ງທີ່ເຫັນຕອນນີ້ກໍດີກວ່າທ່ຽວຕາມຫາສິ່ງທີ່ຢາກໄດ້.”—ຜູ້ປ. 6:9, ລ.ມ.
ເພງ 111 ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມຍິນດີ
ໃຈຄວາມສຳຄັນ *
1. ຫຼາຍຄົນໄດ້ພະຍາຍາມທີ່ຈະຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນແນວໃດ?
ຕອນທີ່ລະບົບນີ້ໃກ້ຈະເຖິງຈຸດຈົບ ເຮົາມີວຽກຫຼາຍຢ່າງທີ່ຕ້ອງເຮັດ. (ມທ. 24:14; ລກ. 10:2; 1 ປຕ. 5:2) ເຮົາທຸກຄົນຢາກຮັບໃຊ້ພະເຢໂຫວາໃຫ້ຫຼາຍເທົ່າທີ່ເຮັດໄດ້. ຫຼາຍຄົນຢາກຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນ ເຊັ່ນ: ບາງຄົນຢາກເປັນໄພໂອເນຍ ບາງຄົນຢາກຮັບໃຊ້ຢູ່ເບເທນ ຫຼືຊ່ວຍວຽກຢູ່ໂຄງການກໍ່ສ້າງ. ສ່ວນພີ່ນ້ອງຊາຍຫຼາຍຄົນກໍໄດ້ພະຍາຍາມທີ່ຈະມີຄຸນສົມບັດເພື່ອຈະເປັນຜູ້ຊ່ວຍວຽກຮັບໃຊ້ຫຼືເປັນຜູ້ດູແລ. (1 ຕມ. 3:1, 8) ພະເຢໂຫວາຄືຊິດີໃຈຫຼາຍແທ້ໆທີ່ເຫັນວ່າມີຫຼາຍຄົນເຕັມໃຈຮັບໃຊ້ເພິ່ນ!—ເພງ. 110:3; ເອຊາ. 6:8
2. ເຮົາອາດຮູ້ສຶກແນວໃດຖ້າບໍ່ໄດ້ເຮັດຕາມເປົ້າໝາຍໃນການຮັບໃຊ້ພະເຢໂຫວາ?
2 ເຮົາອາດຈະເລີ່ມຮູ້ສຶກທໍ້ໃຈທີ່ຍັງເຮັດຕາມເປົ້າໝາຍໃນການຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນບໍ່ໄດ້ເຖິງວ່າເວລາຈະຜ່ານໄປດົນແລ້ວ. ຫຼືເຮົາອາດຮູ້ສຶກທໍ້ໃຈທີ່ບໍ່ໄດ້ຮັບວຽກມອບໝາຍໃນອົງການຂອງພະເຢໂຫວາຍ້ອນອາຍຸຫຼາຍຂຶ້ນຫຼືຍ້ອນເຫດຜົນອື່ນໆ. (ສຸພາ. 13:12) ໃຫ້ເຮົາມາເບິ່ງເລື່ອງຂອງເມລີຊາ * ທີ່ຢາກຮັບໃຊ້ຢູ່ເບເທນຫຼືຢາກເຂົ້າໂຮງຮຽນສຳລັບຜູ້ປະກາດລາຊະອານາຈັກ. ລາວບອກວ່າ: “ຂ້ອຍອາຍຸກາຍກຳນົດແລ້ວ ສິ່ງທີ່ຂ້ອຍຢາກເຮັດໃນຕອນນີ້ກາຍເປັນພຽງຄວາມຝັນ. ດັ່ງນັ້ນ ບາງຄັ້ງຂ້ອຍຈຶ່ງຮູ້ສຶກທໍ້ໃຈ.”
3. ບາງຄົນອາດຕ້ອງເຮັດຫຍັງເພື່ອຈະມີຄຸນສົມບັດໄດ້ຮັບວຽກມອບໝາຍອື່ນໆ?
3 ພີ່ນ້ອງບາງຄົນທີ່ຍັງໜຸ່ມແລະມີສຸຂະພາບແຂງແຮງອາດຕ້ອງເປັນຜູ້ໃຫຍ່ທາງດ້ານຄວາມເຊື່ອແລະມີຄຸນລັກສະນະທີ່ດີ ກ່ອນທີ່ເຂົາເຈົ້າຈະໄດ້ຮັບວຽກມອບໝາຍອື່ນໆ. ຄົນໜຸ່ມອາດຈະຫົວດີ ຕັດສິນໃຈໄດ້ໄວ ແລະຫ້າວຫັນໃນການເຮັດວຽກ ແຕ່ເຂົາເຈົ້າກໍຕ້ອງຮຽນຮູ້ທີ່ຈະອົດທົນ ສຸຂຸມຮອບຄອບ ແລະ
ນັບຖືຄົນອື່ນຫຼາຍຂຶ້ນ. ຖ້າເຈົ້າພັດທະນາຄຸນລັກສະນະເຫຼົ່ານີ້ ເຈົ້າອາດຈະໄດ້ຮັບວຽກມອບໝາຍແບບບໍ່ຄາດຄິດ. ໃຫ້ເຮົາມາເບິ່ງເລື່ອງຂອງນິກ ຕອນທີ່ລາວອາຍຸ 20 ປີ ລາວຮູ້ສຶກຜິດຫວັງຫຼາຍຍ້ອນລາວບໍ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍວຽກຮັບໃຊ້. ລາວບອກວ່າ: “ຂ້ອຍຄິດໃນໃຈວ່າ ຂ້ອຍເຮັດຫຍັງຜິດບໍ?” ແຕ່ນິກກໍບໍ່ທໍ້ຖອຍ ລາວພະຍາຍາມເຮັດວຽກມອບໝາຍໃຫ້ດີທີ່ສຸດທັງໃນປະຊາຄົມແລະວຽກປະກາດ. ຕອນນີ້ ລາວເປັນສະມາຊິກຄະນະກຳມະການສາຂາ.4. ເຮົາຈະຮຽນຫຍັງໃນບົດນີ້?
4 ເຈົ້າຮູ້ສຶກທໍ້ໃຈຍ້ອນບໍ່ໄດ້ຮັບວຽກມອບໝາຍໃນການຮັບໃຊ້ພະເຢໂຫວາບໍ? ຖ້າເປັນແນວນັ້ນ ຂໍໃຫ້ເຈົ້າລະບາຍຄວາມຮູ້ສຶກກັບພະເຢໂຫວາ. (ເພງ. 37:5-7) ຫຼືເຈົ້າອາດຈະຂໍຄຳແນະນຳຈາກພີ່ນ້ອງທີ່ມີປະສົບການເພື່ອຈະຊ່ວຍເຈົ້າໃຫ້ປັບປຸງໃນວຽກຮັບໃຊ້ ແລະພະຍາຍາມເຮັດຕາມຄຳແນະນຳເຫຼົ່ານັ້ນ. ຖ້າເຈົ້າເຮັດແບບນັ້ນ ເຈົ້າກໍອາດຈະໄດ້ຮັບວຽກມອບໝາຍກໍໄດ້. ແຕ່ຄືກັບເມລີຊາທີ່ເວົ້າເຖິງກ່ອນໜ້ານີ້ ວຽກມອບໝາຍທີ່ເຮົາຢາກເຮັດອາດຈະຍັງເຮັດບໍ່ໄດ້ໃນຕອນນີ້. ຖ້າເປັນແນວນັ້ນ ເຮົາຈະຍັງມີຄວາມສຸກໄດ້ແນວໃດ? ເພື່ອຈະໄດ້ຄຳຕອບ ໃຫ້ເຮົາມາເບິ່ງ 3 ຈຸດໃນບົດນີ້. (1) ສິ່ງໃດຈະຊ່ວຍເຮົາໃຫ້ມີຄວາມສຸກ? (2) ເຮົາຈະມີຄວາມສຸກຫຼາຍຂຶ້ນໄດ້ແນວໃດ? ແລະ (3) ມີເປົ້າໝາຍຫຍັງແດ່ທີ່ເຮົາເຮັດໄດ້ເພື່ອຈະມີຄວາມສຸກຫຼາຍຂຶ້ນ?
ສິ່ງທີ່ຈະຊ່ວຍເຮົາໃຫ້ມີຄວາມສຸກ
5. ເພື່ອຈະມີຄວາມສຸກ ເຮົາຄວນພໍໃຈກັບຫຍັງ? (ຜູ້ເທສະໜາປ່າວປະກາດ 6:9)
5 ຜູ້ເທສະໜາປ່າວປະກາດ 6:9 * (ອ່ານ) ເວົ້າເຖິງສິ່ງທີ່ຈະຊ່ວຍເຮົາໃຫ້ມີຄວາມສຸກ. ຄົນທີ່ມີ “ຄວາມສຸກກັບສິ່ງທີ່ເຫັນ” ຈະມີຄວາມອີ່ມໃຈພໍໃຈກັບສິ່ງທີ່ມີໃນຕອນນີ້. ແຕ່ຜູ້ທີ່ຕາມຫາສິ່ງທີ່ຢາກໄດ້ ບໍ່ເຄີຍອີ່ມໃຈພໍໃຈກັບສິ່ງທີ່ລາວມີ. ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? ເພື່ອຈະມີຄວາມສຸກ ເຮົາຄວນພໍໃຈກັບສິ່ງທີ່ມີແລະສິ່ງທີ່ເຮັດໄດ້.
6. ຕອນນີ້ເຮົາຈະມາເບິ່ງຕົວຢ່າງປຽບທຽບເລື່ອງຫຍັງ ແລະເຮົາຈະໄດ້ບົດຮຽນຫຍັງຈາກເລື່ອງນັ້ນ?
6 ເປັນໄປໄດ້ບໍທີ່ຈະອີ່ມໃຈພໍໃຈກັບສິ່ງທີ່ມີ? ຫຼາຍຄົນຄິດວ່າເປັນໄປບໍ່ໄດ້ເພາະຄົນເຮົາມັກຈະຫາສິ່ງໃໝ່ໆຢູ່ຕະຫຼອດ ແຕ່ຄວາມຈິງແລ້ວເປັນໄປໄດ້. ເຮົາສາມາດມີຄວາມສຸກ ກັບສິ່ງທີ່ເຮົາມີໃນຕອນນີ້. ແລ້ວຈະເປັນແບບນັ້ນໄດ້ແນວໃດ? ເພື່ອຈະຮູ້ຄຳຕອບ ໃຫ້ເຮົາມາເບິ່ງຕົວຢ່າງປຽບທຽບຂອງພະເຢຊູເລື່ອງເງິນຕະລັນທີ່ຢູ່ໃນມັດທາຍ 25:14-30. ເຮົາຈະໄດ້ຮຽນຮູ້ວ່າເຮົາຈະມີຄວາມສຸກຫຼາຍຂຶ້ນກັບສິ່ງທີ່ມີໃນຕອນນີ້ໄດ້ແນວໃດ.
ເຮົາຈະມີຄວາມສຸກຫຼາຍຂຶ້ນໄດ້ແນວໃດ?
7. ຂໍໃຫ້ເລົ່າໂດຍຫຍໍ້ກ່ຽວກັບຕົວຢ່າງປຽບທຽບເລື່ອງເງິນຕະລັນ.
7 ໃນຕົວຢ່າງປຽບທຽບຂອງພະເຢຊູເວົ້າເຖິງຜູ້ຊາຍຄົນໜຶ່ງທີ່ກຳລັງຈະອອກເດີນທາງ. ກ່ອນທີ່ລາວຈະໄປ ລາວໄດ້ເອີ້ນທາດແຕ່ລະຄົນມາ ແລ້ວເອົາເງິນໃຫ້ເຂົາເຈົ້າໄປຄ້າຂາຍໃຫ້ໄດ້ກຳໄລ. * ລາວໄດ້ໃຫ້ເງິນກັບທາດແຕ່ລະຄົນຕາມຄວາມສາມາດຂອງເຂົາເຈົ້າ. ຜູ້ທີໜຶ່ງໃຫ້ 5 ຕະລັນ ຜູ້ທີສອງ 2 ຕະລັນ ແລະຜູ້ທີສາມ 1 ຕະລັນ. ທາດຜູ້ທີໜຶ່ງແລະຜູ້ທີສອງໄດ້ເອົາເງິນໄປຄ້າຂາຍໄດ້ກຳໄລມາໃຫ້ນາຍ. ສ່ວນທາດຜູ້ທີສາມບໍ່ໄດ້ເຮັດຫຍັງກັບເງິນນັ້ນເລີຍ ນາຍກໍເລີຍໄລ່ລາວອອກ.
8. ເປັນຫຍັງທາດຜູ້ທີໜຶ່ງຈຶ່ງຮູ້ສຶກດີໃຈ?
8 ທາດຜູ້ທຳອິດຮູ້ສຶກດີໃຈຫຼາຍທີ່ນາຍໃຫ້ເງິນລາວ 5
ຕະລັນ. ນີ້ເປັນເງິນຈຳນວນຫຼາຍເຊິ່ງສະແດງໃຫ້ເຫັນວ່ານາຍໄວ້ໃຈລາວຫຼາຍແທ້ໆ. ແລ້ວທາດຜູ້ທີສອງເດ ລາວຈະຮູ້ສຶກບໍ່ພໍໃຈບໍທີ່ບໍ່ໄດ້ເງິນຫຼາຍສ່ຳກັບທາດຜູ້ທີໜຶ່ງ? ແຕ່ລາວເຮັດແນວໃດ?9. ພະເຢຊູບໍ່ໄດ້ບອກວ່າທາດຜູ້ທີສອງຮູ້ສຶກແນວໃດ? (ມັດທາຍ 25:22, 23)
9 ອ່ານມັດທາຍ 25:22, 23. ພະເຢຊູບໍ່ໄດ້ບອກວ່າທາດຜູ້ທີສອງຮູ້ສຶກຄຽດແລະບໍ່ພໍໃຈທີ່ລາວໄດ້ຮັບເງິນພຽງແຕ່ 2 ຕະລັນ. ແລະພະເຢຊູກໍບໍ່ໄດ້ບອກວ່າທາດຜູ້ທີສອງຈົ່ມວ່າ: ‘ເປັນຫຍັງຂ້ອຍຄືໄດ້ເງິນໜ້ອຍແທ້? ເປັນຫຍັງຂ້ອຍບໍ່ໄດ້ຮັບ 5 ຕະລັນສ່ຳກັບຜູ້ທີໜຶ່ງ! ຖ້ານາຍບໍ່ເຫັນຄ່າໃນໂຕຂ້ອຍ ຂ້ອຍຊິຝັງເງິນລາວໄວ້ແລ້ວໄປເຮັດວຽກເພື່ອຕົວເອງດີກວ່າບໍ.’
10. ທາດຜູ້ທີສອງໄດ້ເຮັດຫຍັງກັບເງິນທີ່ລາວໄດ້ຮັບ?
10 ຄືກັບທາດຜູ້ທີໜຶ່ງ ທາດຜູ້ທີສອງຖືວ່າວຽກທີ່ນາຍມອບໝາຍໃຫ້ເປັນວຽກທີ່ສຳຄັນ ແລະລາວກໍຕັ້ງໃຈເຮັດວຽກເພື່ອນາຍ. ລາວຫາເງິນມາເພີ່ມໃຫ້ນາຍອີກ 2 ຕະລັນ. ຍ້ອນແນວນັ້ນ ນາຍຈຶ່ງໄດ້ໃຫ້ລາງວັນກັບລາວເພາະລາວເປັນທາດທີ່ດຸໝັ່ນ. ນາຍບໍ່ພຽງແຕ່ຊົມເຊີຍລາວ ແຕ່ຍັງມອບວຽກໃຫ້ລາວເພີ່ມອີກ!
11. ເຮົາຈະມີຄວາມສຸກຫຼາຍຂຶ້ນໄດ້ແນວໃດ?
11 ຄ້າຍຄືກັນ ເຮົາຈະມີຄວາມສຸກຫຼາຍຂຶ້ນຖ້າເຮົາຕັ້ງໃຈ ເຮັດວຽກມອບໝາຍທຸກຢ່າງທີ່ເຮົາໄດ້ຮັບເພື່ອຮັບໃຊ້ພະເຢໂຫວາ. ໃຫ້ເຮົາ “ທຸ່ມເທເວລາ” ໃນວຽກປະກາດແລະວຽກອື່ນໆໃນປະຊາຄົມ. (ກຈກ. 18:5; ຮຣ. 10:24, 25) ໃຫ້ກຽມການປະຊຸມຢ່າງດີເພື່ອຈະອອກຄຳຄິດເຫັນທີ່ໃຫ້ກຳລັງໃຈພີ່ນ້ອງ. ໃຫ້ເອົາໃຈໃສ່ສ່ວນມອບໝາຍທີ່ເຮົາໄດ້ຮັບໃນການປະຊຸມກາງອາທິດ. ຖ້າເຈົ້າຖືກຂໍໃຫ້ຊ່ວຍວຽກບາງຢ່າງໃນປະຊາຄົມ ຂໍໃຫ້ເຈົ້າເປັນຄົນກົງຕໍ່ເວລາແລະເປັນຄົນທີ່ໄວ້ໃຈໄດ້. ຢ່າຄິດວ່າວຽກມອບໝາຍທີ່ເຈົ້າໄດ້ຮັບບໍ່ສຳຄັນແລະບໍ່ຈຳເປັນຕ້ອງໃຊ້ເວລາກັບມັນ. ໃຫ້ພະຍາຍາມປັບປຸງຄວາມສາມາດຂອງເຈົ້າໃຫ້ດີຂຶ້ນ. (ສຸພາ. 22:29) ແຮ່ງເຈົ້າພະຍາຍາມເຮັດວຽກຮັບໃຊ້ພະເຢໂຫວາຫຼາຍເທົ່າໃດ ເຈົ້າກໍແຮ່ງຈະໃກ້ຊິດກັບເພິ່ນແລະມີຄວາມສຸກຫຼາຍຂຶ້ນ. (ຄລຕ. 6:4) ແລ້ວມັນກໍງ່າຍຂຶ້ນທີ່ເຈົ້າຈະດີໃຈກັບຄົນທີ່ໄດ້ຮັບວຽກມອບໝາຍທີ່ເຈົ້າຢາກເຮັດ.—ຣມ. 12:15; ຄລຕ. 5:26
12. ສິ່ງໃດຊ່ວຍພີ່ນ້ອງເມລີຊາແລະພີ່ນ້ອງນິກໃຫ້ມີຄວາມສຸກຫຼາຍຂຶ້ນ?
12 ເຈົ້າຈື່ພີ່ນ້ອງເມລີຊາໄດ້ບໍທີ່ຢາກຮັບໃຊ້ຢູ່ເບເທນແລະຢາກເຂົ້າໂຮງຮຽນສຳລັບຜູ້ປະກາດລາຊະອານາຈັກ? ເຖິງວ່າລາວຈະບໍ່ສາມາດເຮັດຕາມສິ່ງທີ່ລາວຢາກເຮັດໄດ້ ແຕ່ລາວເວົ້າວ່າ: “ຂ້ອຍພະຍາຍາມເຮັດດີທີ່ສຸດໃນວຽກໄພໂອເນຍຂອງຂ້ອຍ ແລະພະຍາຍາມໃຊ້ຫຼາຍວິທີໃນການປະກາດ. ນີ້ຊ່ວຍຂ້ອຍໃຫ້ມີຄວາມສຸກຫຼາຍຂຶ້ນ.” ແລ້ວນິກເດ ລາວເຮັດແນວໃດເມື່ອຮູ້ສຶກຜິດຫວັງທີ່ບໍ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍວຽກຮັບໃຊ້? ລາວບອກວ່າ: “ຂ້ອຍພະຍາຍາມເຮັດສິ່ງທີ່ຂ້ອຍເຮັດໄດ້ບໍ່ວ່າຈະເປັນການປະກາດຫຼືອອກຄວາມຄິດເຫັນທີ່ໃຫ້ກຳລັງໃຈຢູ່ໃນການປະຊຸມ ແລະຂ້ອຍຍັງໄດ້ສະໝັກເຂົ້າເຮັດວຽກຢູ່ເບເທນ. ແລະໃນປີຕໍ່ມາ ຂ້ອຍກໍໄດ້ຖືກຮັບເຂົ້າເບເທນ.”
13. ຖ້າເຮົາພະຍາຍາມເຮັດວຽກຮັບໃຊ້ໃຫ້ດີທີ່ສຸດໃນຕອນນີ້ ຜົນຈະເປັນແນວໃດ? (ຜູ້ເທສະໜາປ່າວປະກາດ 2:24)
13 ຖ້າເຈົ້າຕັ້ງໃຈເຮັດວຽກມອບໝາຍໃຫ້ດີທີ່ສຸດໃນຕອນນີ້ ເຈົ້າຈະໄດ້ຮັບວຽກມອບໝາຍຫຼາຍຂຶ້ນໃນອະນາຄົດບໍ? ຄືກັບນິກ ເຈົ້າອາດຈະໄດ້ຮັບວຽກມອບໝາຍກໍໄດ້ ຫຼືຄືກັບເມລີຊາ ເຈົ້າອາດຈະບໍ່ໄດ້ຮັບວຽກມອບໝາຍທີ່ເຈົ້າຢາກເຮັດ ແຕ່ເຈົ້າຈະມີຄວາມສຸກຫຼາຍຂຶ້ນແລະດີໃຈທີ່ໄດ້ເຮັດວຽກຮັບໃຊ້ພະເຢໂຫວາ. (ອ່ານຜູ້ເທສະໜາປ່າວປະກາດ 2:24) ທີ່ສຳຄັນ ເຈົ້າຈະມີຄວາມສຸກທີ່ຮູ້ວ່າພະເຢຊູຜູ້ເປັນນາຍຂອງເຮົາພໍໃຈເຈົ້າ.
ຕັ້ງເປົ້າໝາຍທີ່ເຮັດໄດ້ເພື່ອຈະມີຄວາມສຸກຫຼາຍຂຶ້ນ
14. ຕອນທີ່ເຮົາຕັ້ງເປົ້າໝາຍ ເຮົາຄວນຄິດເຖິງຫຍັງ?
14 ການທີ່ເຮົາພະຍາຍາມເຮັດວຽກຮັບໃຊ້ໃຫ້ດີທີ່ສຸດໃນຕອນນີ້ ໝາຍຄວາມວ່າເຮົາບໍ່ຕ້ອງຕັ້ງເປົ້າໝາຍຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນເລີຍບໍ? ບໍ່ແມ່ນແນວນັ້ນ. ເຮົາຄວນຕັ້ງເປົ້າໝາຍທີ່ຈະຊ່ວຍເຮົາໃຫ້ປະກາດແລະສອນເກັ່ງຂຶ້ນ ແລະຕັ້ງເປົ້າໝາຍທີ່ຈະຊ່ວຍເຫຼືອພີ່ນ້ອງໃຫ້ຫຼາຍຂຶ້ນ. ເພື່ອຈະເຮັດຕາມເປົ້າໝາຍນັ້ນໄດ້ ເຮົາຕ້ອງຖ່ອມຕົວແລະຄິດເຖິງວິທີທີ່ຈະຊ່ວຍເຫຼືອຄົນອື່ນ ບໍ່ແມ່ນຄິດເຖິງແຕ່ຕົວເອງ.—ສຸພາ. 11:2; ກຈກ. 20:35
15. ເຈົ້າຈະຕັ້ງເປົ້າໝາຍຫຍັງໄດ້ແດ່ ທີ່ຈະຊ່ວຍເຈົ້າໃຫ້ມີຄວາມສຸກຫຼາຍຂຶ້ນ?
15 ເຮົາອາດຈະຕັ້ງເປົ້າໝາຍຫຍັງໄດ້ອີກ? ໃຫ້ອະທິດຖານຂໍພະເຢໂຫວາຊ່ວຍເຈົ້າໃຫ້ຮູ້ວ່າມີເປົ້າໝາຍຫຍັງແດ່ທີ່ເຈົ້າສາມາດເຮັດໄດ້. (ສຸພາ. 16:3; ຢກບ. 1:5) ໃຫ້ພະຍາຍາມຄິດເຖິງເປົ້າໝາຍທີ່ໄດ້ເວົ້າມາແລ້ວຢູ່ໃນ ຂໍ້ 1 ເຊັ່ນ: ການເປັນໄພໂອເນຍສົມທົບຫຼືໄພໂອເນຍປະຈຳ ການຮັບໃຊ້ຢູ່ເບເທນ ຫຼືການຊ່ວຍວຽກຢູ່ໃນໂຄງການກໍ່ສ້າງ. ຫຼືເຮົາອາດຈະຮຽນພາສາໃໝ່ເພື່ອຂະຫຍາຍວຽກປະກາດຫຼືຍ້າຍໄປຮັບໃຊ້ໃນເຂດໃໝ່. ເພື່ອຈະຮູ້ວິທີທີ່ຈະຮັບໃຊ້ຫຼາຍຂຶ້ນ ໃຫ້ເຈົ້າອ່ານປຶ້ມລວບລວມເປັນອົງການເພື່ອເຮັດຕາມຄວາມປະສົງຂອງພະເຢໂຫວາ ບົດທີ 10 ແລະລົມກັບຜູ້ດູແລໃນປະຊາຄົມ. * ເມື່ອເຈົ້າພະຍາຍາມເຮັດຕາມເປົ້າໝາຍເຫຼົ່າ ນີ້ ຄົນອື່ນກໍຈະເຫັນວ່າເຈົ້າກຳລັງກ້າວໜ້າແລະເຈົ້າກໍຈະມີຄວາມສຸກຫຼາຍຂຶ້ນ.
16. ເຮົາຈະເຮັດແນວໃດຖ້າເຮົາເຮັດຕາມເປົ້າໝາຍທີ່ຕັ້ງໄວ້ບໍ່ໄດ້?
16 ແຕ່ຖ້າເຈົ້າເຮັດຕາມເປົ້າໝາຍທັງໝົດທີ່ເວົ້າມາກ່ອນໜ້ານີ້ບໍ່ໄດ້ເດ? ກໍໃຫ້ພະຍາຍາມຕັ້ງເປົ້າໝາຍທີ່ເຈົ້າສາມາດເຮັດໄດ້. ໃຫ້ເຮົາມາເບິ່ງສິ່ງທີ່ເຮົາເຮັດໄດ້ຕໍ່ໄປນີ້.
17. ຕາມ 1 ຕີໂມທຽວ 4:13, 15 ພີ່ນ້ອງຊາຍຕ້ອງເຮັດຫຍັງເພື່ອຈະປັບປຸງຕົວເອງໃຫ້ເປັນຜູ້ສອນທີ່ດີຂຶ້ນ?
17 ອ່ານ 1 ຕີໂມທຽວ 4:13, 15. ເຈົ້າອາດຈະປັບປຸງຄວາມສາມາດໃນການໃຫ້ຄຳບັນຍາຍແລະການສອນໃຫ້ດີຂຶ້ນໄດ້. ເປັນຫຍັງຈຶ່ງເຮັດແນວນັ້ນ? ກໍຍ້ອນວ່າຖ້າເຈົ້າພະຍາຍາມເປັນຜູ້ອ່ານ ຜູ້ສອນ ແລະເປັນຜູ້ບັນຍາຍທີ່ດີ ເຈົ້າອາດຈະຊ່ວຍຜູ້ຟັງໃຫ້ໄດ້ຮັບປະໂຫຍດຫຼາຍຂຶ້ນ. ລອງຕັ້ງເປົ້າໝາຍທີ່ຈະອ່ານແລະເຮັດຕາມຄຳແນະນຳທີ່ຢູ່ໃນແຕ່ລະບົດຂອງປຶ້ມຝຶກຝົນຕົວເອງໃນການອ່ານແລະການສອນ. ສຶກສາຄົ້ນຄວ້າຢ່າງດີ ໝັ່ນຝຶກຊ້ອມ ແລະໃຊ້ຄຳແນະນຳນັ້ນເມື່ອໃຫ້ຄຳບັນຍາຍ. ຂໍຄຳແນະນຳຈາກຜູ້ຊ່ວຍໃຫ້ຄຳແນະນຳ * ຫຼືຜູ້ດູແລຄົນອື່ນໆທີ່ “ເຮັດວຽກໜັກໃນການເວົ້າແລະການສອນ.” (1 ຕມ. 5:17) ໃຫ້ຄິດເຖິງວິທີທີ່ຈະຊ່ວຍຜູ້ຟັງໃຫ້ມີຄວາມເຊື່ອເຂັ້ມແຂງແລະນຳເອົາສິ່ງທີ່ໄດ້ຮຽນໄປໃຊ້ ບໍ່ພຽງແຕ່ຄິດເຖິງວິທີສະເໜີຄຳບັນລະຍາຍ. ເມື່ອເຮັດແບບນີ້ ເຈົ້າກໍຈະເຮັດໃຫ້ຜູ້ຟັງແລະຕົວເຈົ້າເອງມີຄວາມສຸກຫຼາຍຂຶ້ນ.
18. ເພື່ອຈະເປັນຜູ້ປະກາດແລະຜູ້ສອນທີ່ດີຂຶ້ນ ເຮົາຄວນຈະເຮັດຫຍັງແດ່?
18 ການປະກາດແລະການສອນຄົນໃຫ້ເຂົ້າມາເປັນມທ. 28:19, 20; ຣມ. 10:14) ເຈົ້າຢາກຈະປັບປຸງຄວາມສາມາດໃຫ້ຫຼາຍຂຶ້ນໃນການເຮັດວຽກທີ່ສຳຄັນນີ້ບໍ? ເມື່ອເຈົ້າສຶກສາປຶ້ມການສອນ ໃຫ້ຕັ້ງເປົ້າໝາຍທີ່ຈະເອົາສິ່ງທີ່ໄດ້ຮຽນໄປໃຊ້. ນອກຈາກນັ້ນ ໃຫ້ພະຍາຍາມເຮັດຕາມຄຳແນະນຳທີ່ໄດ້ຮຽນຈາກຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ ແລະວິດີໂອຕົວຢ່າງການລົມກັນໃນການປະຊຸມກາງອາທິດ. ໃຫ້ພະຍາຍາມໃຊ້ຫຼາຍວິທີເພື່ອຈະຮູ້ວ່າວິທີໃດດີທີ່ສຸດ. ເມື່ອເຮົາເຮັດຕາມຄຳແນະນຳເຫຼົ່ານີ້ ເຮົາກໍຈະເປັນຜູ້ປະກາດແລະເປັນຜູ້ສອນທີ່ດີຂຶ້ນ ແລະຈະເຮັດໃຫ້ເຮົາມີຄວາມສຸກຫຼາຍຂຶ້ນ.—2 ຕມ. 4:5
ລູກສິດແມ່ນໜ້າທີ່ມອບໝາຍຂອງເຮົາທຸກຄົນ. (19. ເພື່ອຈະພັດທະນາຄຸນລັກສະນະແບບຄລິດສະຕຽນຫຼາຍຂຶ້ນ ເຮົາອາດຕ້ອງເຮັດຫຍັງແດ່?
19 ເປົ້າໝາຍອີກຢ່າງໜຶ່ງທີ່ເຮົາຄວນຕັ້ງກໍຄື ພັດທະນາຄຸນລັກສະນະແບບຄລິດສະຕຽນໃຫ້ຫຼາຍຂຶ້ນ. (ຄລຕ. 5:22, 23; ກລຊ. 3:12; 2 ປຕ. 1:5-8) ເຮົາຈະເຮັດແບບນັ້ນໄດ້ແນວໃດ? ຕົວຢ່າງ ຖ້າເຮົາຢາກມີຄວາມເຊື່ອເຂັ້ມແຂງຫຼາຍຂຶ້ນ ເຮົາອາດຈະອ່ານບົດຄວາມຕ່າງໆຂອງອົງການທີ່ມີຄຳແນະນຳເຊິ່ງຈະຊ່ວຍເຮົາໃຫ້ມີຄວາມເຊື່ອເຂັ້ມແຂງ. ຫຼືເຮົາອາດຈະເບິ່ງລາຍການໂທລະທັດ JW ປະຈຳເດືອນທີ່ເວົ້າເຖິງວິທີທີ່ພີ່ນ້ອງສະແດງຄວາມເຊື່ອເມື່ອເຈິບັນຫາຕ່າງໆ. ຈາກນັ້ນ ໃຫ້ຄິດເບິ່ງວ່າເຮົາຈະຮຽນແບບຄວາມເຊື່ອຂອງເຂົາເຈົ້າແນວໃດ.
20. ເຮົາຕ້ອງເຮັດຫຍັງເພື່ອຈະມີຄວາມສຸກຫຼາຍຂຶ້ນແລະບໍ່ຜິດຫວັງຫຼາຍເກີນໄປເມື່ອບໍ່ໄດ້ຮັບວຽກມອບໝາຍທີ່ຢາກເຮັດ?
20 ເຮົາທຸກຄົນຄືຊິຢາກເຮັດວຽກຮັບໃຊ້ພະເຢໂຫວາໃຫ້ຫຼາຍກວ່າທີ່ເຮົາເຮັດໃນຕອນນີ້ແມ່ນບໍ. ໃນໂລກໃໝ່ ເຮົາຈະຮັບໃຊ້ພະເຢໂຫວາໄດ້ຢ່າງເຕັມທີ. ແຕ່ກ່ອນຈະເຖິງມື້ນັ້ນ ຖ້າເຮົາເຮັດວຽກມອບໝາຍໃຫ້ດີທີ່ສຸດໃນຕອນນີ້ ເຮົາກໍຈະມີຄວາມສຸກຫຼາຍຂຶ້ນ ແລະເຮົາຈະບໍ່ຜິດຫວັງຫຼາຍເກີນໄປຖ້າບໍ່ໄດ້ຮັບວຽກມອບໝາຍທີ່ຢາກເຮັດ. ແລະທີ່ສຳຄັນ ເຮົາຈະຍົກຍ້ອງແລະໃຫ້ກຽດພະເຢໂຫວາ “ພະເຈົ້າຜູ້ມີຄວາມສຸກ.” (1 ຕມ. 1:11) ດັ່ງນັ້ນ ຂໍໃຫ້ເຮົາມີຄວາມສຸກກັບວຽກມອບໝາຍທີ່ເຮົາໄດ້ຮັບ!
ເພງ 82 ‘ໃຫ້ຄວາມສະຫວ່າງຂອງເຈົ້າສ່ອງອອກໄປ’
^ ຂໍ້ 5 ເຮົາຮັກພະເຢໂຫວາຫຼາຍ ແລະເຮົາກໍຢາກເຮັດທຸກສິ່ງທີ່ເຮົາເຮັດໄດ້ເພື່ອຮັບໃຊ້ເພິ່ນ. ຍ້ອນແນວນີ້ເຮົາຈຶ່ງຢາກຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນແລະພະຍາຍາມທີ່ຈະມີຄຸນສົມບັດເພື່ອໄດ້ຮັບວຽກມອບໝາຍໃນປະຊາຄົມຫຼາຍຂຶ້ນ. ແລະເຖິງວ່າເຮົາຈະພະຍາຍາມເຮັດສຸດຄວາມສາມາດແລ້ວ ແຕ່ກໍຍັງເຮັດຕາມເປົ້າໝາຍບໍ່ໄດ້ ເຮົາຍັງຈະມີຄວາມສຸກແລະຮັບໃຊ້ຕໍ່ໄປໄດ້ແນວໃດ? ເຮົາຈະໄດ້ຄຳຕອບຈາກຕົວຢ່າງປຽບທຽບຂອງພະເຢຊູເລື່ອງເງິນຕະລັນ.
^ ຂໍ້ 2 ຊື່ສົມມຸດ.
^ ຂໍ້ 5 ຜູ້ເທສະໜາປ່າວປະກາດ 6:9 (ລ.ມ.): “ໄດ້ຊື່ນຊົມກັບສິ່ງທີ່ເຫັນຕອນນີ້ກໍດີກວ່າທ່ຽວຕາມຫາສິ່ງທີ່ຢາກໄດ້. ນີ້ກໍໄຮ້ປະໂຫຍດຄືກັນແລະເປັນການໄລ່ຕາມລົມ.”
^ ຂໍ້ 7 ການອະທິບາຍຄຳສັບ: ເງິນ 1 ຕະລັນເທົ່າກັບຄ່າແຮງງານຂອງຜູ້ໜຶ່ງທີ່ເຮັດວຽກ 20 ປີ.
^ ຂໍ້ 15 ເພື່ອຈະຊ່ວຍພີ່ນ້ອງຊາຍທີ່ຮັບບັບເຕມາແລ້ວໃຫ້ມີຄຸນສົມບັດທີ່ຈະເປັນຜູ້ຊ່ວຍວຽກຮັບໃຊ້ແລະຜູ້ດູແລ ໃຫ້ເບິ່ງຂໍ້ມູນຢູ່ໃນປຶ້ມລວບລວມເປັນອົງການເພື່ອເຮັດຕາມຄວາມປະສົງຂອງພະເຢໂຫວາ ໃນບົດທີ 5 ແລະບົດທີ 6 (ພາສາໄທ).
^ ຂໍ້ 17 ການອະທິບາຍຄຳສັບ: ຜູ້ຊ່ວຍໃຫ້ຄຳແນະນຳແມ່ນຜູ້ດູແລທີ່ໄດ້ຮັບການແຕ່ງຕັ້ງໃຫ້ເຮັດໜ້າທີ່ໃຫ້ຄຳແນະນຳເປັນສ່ວນຕົວແກ່ຜູ້ດູແລແລະຜູ້ຊ່ວຍວຽກຮັບໃຊ້ກ່ຽວກັບການເຮັດສ່ວນໃນການປະຊຸມເມື່ອເຫັນວ່າຈຳເປັນ.
^ ຂໍ້ 65 ຄຳອະທິບາຍຮູບພາບ: ເພື່ອຈະເປັນຜູ້ສອນທີ່ດີຂຶ້ນ ພີ່ນ້ອງຊາຍໄດ້ຄົ້ນຄວ້າປຶ້ມຕ່າງໆຂອງອົງການ.
^ ຂໍ້ 67 ຄຳອະທິບາຍຮູບພາບ: ຫຼັງຈາກພີ່ນ້ອງຍິງຕັ້ງເປົ້າໝາຍທີ່ຈະປະກາດແບບບໍ່ເປັນທາງການແລ້ວ ລາວກໍໄດ້ເອົານາມບັດ JW ໃຫ້ພະນັກງານເສີບ.
^ ຂໍ້ 69 ຄຳອະທິບາຍຮູບພາບ: ຍ້ອນພີ່ນ້ອງຍິງຄົນນີ້ຢາກສະແດງຄຸນລັກສະນະແບບຄລິດສະຕຽນຫຼາຍຂຶ້ນ ລາວຈຶ່ງເອົາຂອງຂວັນໃຫ້ພີ່ນ້ອງ.