ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 32

ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ

ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ

“ຄວາມ​ເຊື່ອ . . . ມີ​ຫຼັກ​ຖານ​ຊັດເຈນ​ວ່າ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ນັ້ນ​ມີ​ແທ້.”—ຮຣ. 11:1

ເພງ 11 ສິ່ງ​ທີ່​ສ້າງ​ສັນລະເສີນ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1. ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ​ເຮົາ?

ຖ້າ​ເຈົ້າ​ເກີດ​ຢູ່​ໃນ​ຄອບຄົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ເຈົ້າ​ກໍ​ຄື​ຊິ​ໄດ້​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ​ຕັ້ງ​ແຕ່​ຍັງ​ນ້ອຍ​ແລ້ວ. ເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ ເປັນ​ພະເຈົ້າ​ທີ່​ມີ​ຄຸນ​ລັກສະນະ​ທີ່​ດີ ແລະ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໃນ​ໂລກ​ທີ່​ເປັນ​ອຸທິຍານ.—ຕົ້ນ. 1:1; ກຈກ. 17:24-27

2. ບາງ​ຄົນ​ຄິດ​ວ່າ​ຜູ້​ທີ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ​ເປັນ​ຄົນ​ແບບ​ໃດ?

2 ຫຼາຍ​ຄົນ​ບໍ່​ເຊື່ອ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ ແລະ​ເຖິງ​ຂັ້ນ​ບໍ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ​ເລີຍ. ແຕ່​ເຂົາ​ເຈົ້າ​ເຊື່ອ​ວ່າ​ສິ່ງ​ທີ່​ມີ​ຊີວິດ​ເກີດ​ມາ​ໂດຍ​ບັງເອີນ ແລ້ວ​ຄ່ອຍໆ​ວິວັດທະນາການ​ຈາກ​ສິ່ງ​ທີ່​ງ່າຍໆ​ກາຍ​ເປັນ​ສິ່ງ​ທີ່​ມີ​ຊີວິດ​ທີ່​ສະ​ຫຼັບ​ຊັບຊ້ອນ. ຫຼາຍ​ຄົນ​ທີ່​ເຊື່ອ​ເລື່ອງ​ແບບ​ນີ້​ກໍ​ເປັນ​ຄົນ​ທີ່​ມີ​ລະດັບ​ການ​ສຶກສາ​ດີ. ເຂົາ​ເຈົ້າ​ບອກ​ວ່າ ນັກ​ວິທະຍາສາດ​ພິສູດ​ແລ້ວ​ວ່າ​ຄຳພີ​ໄບເບິນ​ສອນ​ບໍ່​ຖືກ ແລະ​ມີ​ແຕ່​ຄົນ​ບໍ່​ສະຫຼາດ ບໍ່​ມີ​ການ​ສຶກສາ ຫຼື​ຄົນ​ທີ່​ອ່ອນແອ​ເທົ່າ​ນັ້ນ​ທີ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ.

3. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ມີ​ຄວາມ​ເຊື່ອ​ເປັນ​ຂອງ​ຕົວ​ເອງ?

3 ຄວາມ​ຄິດ​ຂອງ​ຄົນ​ທີ່​ມີ​ຄວາມ​ຮູ້​ຈະ​ເຮັດ​ໃຫ້​ເຮົາ​ບໍ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ບໍ? ນີ້​ກໍ​ຂຶ້ນ​ກັບ​ເຫດຜົນ ທີ່​ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ. ເຮົາ​ເຊື່ອ​ຍ້ອນ​ມີ​ຄົນ​ບອກ​ເຮົາ​ບໍ ຫຼື​ເຮົາ​ເຊື່ອ​ຍ້ອນ​ໄດ້​ກວດ​ເບິ່ງ​ຫຼັກ​ຖານ​ດ້ວຍ​ຕົວ​ເອງ? (1 ກຣ. 3:12-15) ບໍ່​ວ່າ​ເຮົາ​ຈະ​ເປັນ​ພະຍານ​ພະ​ເຢໂຫວາ​ມາ​ດົນ​ປານ​ໃດ​ແລ້ວ ເຮົາ​ກໍ​ຕ້ອງ​ເສີມ​ຄວາມ​ເຊື່ອ​ຂອງ​ຕົວ​ເອງ​ໃຫ້​ເຂັ້ມແຂງ​ຂຶ້ນ​ຢູ່​ເລື້ອຍໆ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ບໍ່​ຖືກ​ຫຼອກ​ດ້ວຍ “ປັດຊະຍາ​ແລະ​ຄຳ​ຫຼອກ​ລວງ​ທີ່​ບໍ່​ມີ​ປະໂຫຍດ” ຂອງ​ຄົນ​ທີ່​ມັກ​ຂັດ​ກັບ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. (ກລຊ. 2:8; ຮຣ. 11:6) ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ (1) ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບໍ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ? (2) ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ? ແລະ (3) ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຮັກສາ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ຢູ່​ເລື້ອຍໆ?

ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບໍ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ?

4. ຕາມ​ເຮັບເຣີ 11:1 ຄວາມ​ເຊື່ອ​ແມ່ນ​ຫຍັງ?

4 ບາງ​ຄົນ​ຄິດ​ວ່າ​ຄວາມ​ເຊື່ອ​ເປັນ​ການ​ເຊື່ອ​ແບບ​ງົມງວາຍ​ບໍ່​ມີ​ຫຼັກ​ຖານ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ ຖ້າ​ບໍ່​ມີ​ຫຼັກ​ຖານ​ກໍ​ບໍ່​ແມ່ນ​ຄວາມ​ເຊື່ອ. (ອ່ານ​ເຮັບເຣີ 11:1) ຄຳພີ​ໄບເບິນ​ບອກ​ວ່າ ຄວາມ​ເຊື່ອ​ຕ້ອງ​ມີ​ຫຼັກ​ຖານ​ຊັດເຈນ ເຊັ່ນ: ເຖິງ​ວ່າ​ເຮົາ​ຈະ​ເບິ່ງ​ພະ​ເຢໂຫວາ ພະ​ເຢຊູ ແລະ​ການ​ປົກຄອງ​ຂອງ​ເພິ່ນ​ບໍ່​ເຫັນ ແຕ່​ເຮົາ​ກໍ​ມີ​ຫຼັກ​ຖານ​ທີ່​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ມີ​ຢູ່​ແທ້. (ຮຣ. 11:3) ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ທີ່​ເປັນ​ນັກ​ວິທະຍາສາດ​ບອກ​ວ່າ: “ຄວາມ​ເຊື່ອ​ຂອງ​ເຮົາ​ບໍ່​ແມ່ນ​ແບບ​ຫຼັບ​ຫູ​ຫຼັບ​ຕາ​ເຊື່ອ​ໂດຍ​ບໍ່​ສົນ​ໃຈ​ຄວາມ​ເປັນ​ຈິງ​ທາງ​ວິທະຍາສາດ.”

5. ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ເຊື່ອ​ວ່າ​ສິ່ງ​ທີ່​ມີ​ຊີວິດ​ເກີດ​ຂຶ້ນ​ເອງ?

5 ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບໍ່​ເຊື່ອ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ທັງໆ​ທີ່​ເຫັນ​ຫຼັກ​ຖານ​ຢູ່​ແລ້ວ? ກໍ​ຍ້ອນ​ວ່າ​ບາງ​ຄົນ​ບໍ່​ເຄີຍ​ກວດ​ເບິ່ງ​ຫຼັກ​ຖານ​ດ້ວຍ​ຕົວ​ເອງ. ໂຣເບີດ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ບອກ​ວ່າ: “ຍ້ອນ​ຢູ່​ໂຮງ​ຮຽນ​ບໍ່​ເຄີຍ​ສອນ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ ຂ້ອຍ​ກໍ​ເລີຍ​ບໍ່​ເຄີຍ​ຄິດ​ວ່າ​ຈະ​ມີ​ຜູ້​ສ້າງ. ແຕ່​ເມື່ອ​ຂ້ອຍ​ອາຍຸ 20 ປາຍ​ປີ ຂ້ອຍ​ກໍ​ໄດ້​ເຈິ​ກັບ​ພະຍານ​ພະ​ເຢໂຫວາ​ແລະ​ເຂົາ​ເຈົ້າ​ໄດ້​ຫາ​ເຫດຜົນ​ທີ່​ໜັກແໜ້ນ​ຈາກ​ຄຳພີ​ໄບເບິນ​ເພື່ອ​ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ.” *—ເບິ່ງ​ຂອບ “ ສິ່ງ​ທີ່​ພໍ່​ແມ່​ຄວນ​ຄິດ​ເຖິງ.

6. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ບໍ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ?

6 ບາງ​ຄົນ​ບໍ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ​ທຸກ​ສິ່ງ​ຍ້ອນ​ເຂົາ​ເຈົ້າ​ເຊື່ອ​ແຕ່​ສິ່ງ​ທີ່​ຕາ​ເຫັນ​ເທົ່າ​ນັ້ນ. ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ເຊື່ອ​ໃນ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ເຊິ່ງ​ມີ​ຢູ່​ແທ້ ເຊັ່ນ: ແຮງ​ດຶງ​ດູດ​ຂອງ​ໂລກ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄວາມ​ເຊື່ອ​ແບບ​ນີ້​ແຫຼະ​ທີ່​ບອກ​ວ່າ ຄວາມ​ເຊື່ອ​ຕ້ອງ “ມີ​ຫຼັກ​ຖານ​ຊັດເຈນ​ວ່າ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ນັ້ນ​ມີ​ແທ້.” (ຮຣ. 11:1) ມັນ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ຫຼາຍ​ເພື່ອ​ຈະ​ຫາ​ຫຼັກ​ຖານ​ດ້ວຍ​ຕົວ​ເອງ ແຕ່​ວ່າ​ຫຼາຍ​ຄົນ​ບໍ່​ຢາກ​ເຮັດ​ແບບ​ນັ້ນ. ຄົນ​ທີ່​ບໍ່​ໄດ້​ສຶກສາ​ຄົ້ນ​ຄວ້າ​ຫາ​ຫຼັກ​ຖານ​ດ້ວຍ​ຕົວ​ເອງ​ກໍ​ອາດ​ຈະ​ສະຫຼຸບ​ເອົາ​ເອງ​ວ່າ ບໍ່​ມີ​ຜູ້​ສ້າງ.

7. ທຸກ​ຄົນ​ທີ່​ມີ​ລະດັບ​ການ​ສຶກສາ​ບໍ່​ເຊື່ອ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ເອກະພົບ​ບໍ? ຂໍ​ໃຫ້​ອະທິບາຍ.

7 ຫຼັງ​ຈາກ​ທີ່​ນັກ​ວິທະຍາສາດ​ບາງ​ຄົນ​ໄດ້​ສຶກສາ​ກ່ຽວ​ກັບ​ຫຼັກ​ຖານ​ທີ່​ມີ​ຢູ່​ແລ້ວ ເຂົາ​ເຈົ້າ​ກໍ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ເອກະພົບ. * ບາງ​ຄົນ​ອາດ​ຈະ​ຮູ້ສຶກ​ຄື​ກັບ​ໂຣເບີດ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ທີ່​ຄິດ​ວ່າ​ບໍ່​ມີ​ຜູ້​ສ້າງ​ສິ່ງ​ຕ່າງໆ​ເພາະ​ຢູ່​ມະຫາ​ວິທະຍາໄລ​ກໍ​ບໍ່​ໄດ້​ສອນ​ເລື່ອງ​ນີ້. ແຕ່​ວ່າ​ນັກ​ວິທະຍາສາດ​ຫຼາຍ​ຄົນ​ກໍ​ໄດ້​ເຂົ້າ​ມາ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ ແລະ​ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ຮັກ​ເພິ່ນ. ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ມີ​ລະດັບ​ການ​ສຶກສາ​ສູງ​ຫຼື​ບໍ່​ກໍ​ຕາມ ເຮົາ​ທຸກ​ຄົນ​ກໍ​ຕ້ອງ​ພະຍາຍາມ​ເຮັດ​ໃຫ້​ຕົວ​ເອງ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ ເພາະ​ບໍ່​ມີ​ໃຜ​ທີ່​ຈະ​ເຮັດ​ແບບ​ນີ້​ແທນ​ເຮົາ​ໄດ້.

ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເຊື່ອ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ?

8-9. (ກ) ຕອນ​ນີ້​ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ? (ຂ) ການ​ສຶກສາ​ສິ່ງ​ທີ່​ພະເຈົ້າ​ສ້າງ​ເປັນ​ປະໂຫຍດ​ຕໍ່​ເຈົ້າ​ແນວ​ໃດ?

8 ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ເຮົາ ຈະ​ເຊື່ອ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ? ໃຫ້​ເຮົາ​ມາ​ເບິ່ງ 4 ຢ່າງ.

9ສຶກສາ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ. ເມື່ອ​ເຮົາ​ສັງເກດ​ເບິ່ງ​ສັດ​ສາ​ວາ​ສິ່ງ ຕົ້ນ​ໄມ້​ໃບ​ຫຍ້າ ແລະ​ດວງ​ດາວ​ຕ່າງໆ ເຮົາ​ກໍ​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ. (ເພງ. 19:1; ເອຊາ. 40:26) ແຮ່ງ​ເຮົາ​ຮຽນ​ຮູ້ ກ່ຽວ​ກັບ​ສິ່ງ​ເຫຼົ່າ​ນັ້ນ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ພະເຢໂຫວາ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ. ໃນ​ປຶ້ມ​ຕ່າງໆ​ຂອງ​ອົງການ ມີ​ຫຼາຍ​ບົດ​ຄວາມ​ທີ່​ອະທິບາຍ​ລາຍ​ລະອຽດ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ. ເຖິງ​ວ່າ​ເລື່ອງ​ນັ້ນ​ຈະ​ເຂົ້າ​ໃຈ​ຍາກ ແຕ່​ຂໍ​ໃຫ້​ພະຍາຍາມ​ອ່ານ​ແລະ​ເຂົ້າ​ໃຈ​ໃຫ້​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. ແລະ​ຢ່າ​ລືມ​ວ່າ​ໃນ​ເວັບໄຊ jw.org ມີ​ວິດີໂອ​ຫຼາຍ​ເລື່ອງ​ທີ່​ມ່ວນໆ​ທີ່​ເວົ້າ​ເຖິງ​ສິ່ງ​ທີ່​ພະເຈົ້າ​ສ້າງ​ເຊິ່ງ​ເຮົາ​ໄດ້​ເບິ່ງ​ມາ​ແລ້ວ​ໃນ​ການ​ປະຊຸມ​ພາກ​ຫວ່າງ​ບໍ່​ດົນ​ມາ​ນີ້.

10. ຂໍ​ໃຫ້​ຍົກ​ຕົວຢ່າງ​ທີ່​ສະແດງ​ວ່າ​ຕ້ອງ​ມີ​ຜູ້​ສ້າງ. (ໂຣມ 1:20)

10 ເມື່ອ​ເຮົາ​ສຶກສາ​ສິ່ງ​ທີ່​ພະເຈົ້າ​ສ້າງ ໃຫ້​ເຮົາ​ພະຍາຍາມ​ສັງເກດ​ເບິ່ງ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ສອນ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວ​ກັບ​ຜູ້​ສ້າງ. (ອ່ານ​ໂຣມ 1:20) ຕົວຢ່າງ​ເຊັ່ນ: ເຮົາ​ຮູ້​ວ່າ​ດວງ​ຕາເວັນ​ບໍ່​ພຽງ​ແຕ່​ໃຫ້​ແສງ​ສະຫວ່າງ​ແລະ​ຄວາມ​ຮ້ອນ​ທີ່​ຈຳເປັນ​ຕໍ່​ສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ ແຕ່​ມັນ​ຍັງ​ສົ່ງ​ລັງສີ​ທີ່​ເປັນ​ອັນຕະລາຍ​ເຊັ່ນ ແສງ​ຢູ​ວີ (UV). ມະນຸດ​ເຮົາ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ແສງ​ທີ່​ອັນຕະລາຍ​ເຫຼົ່າ​ນີ້. ແຕ່​ໜ້າ​ສົນ​ໃຈ​ທີ່​ພວກ​ເຮົາ​ໄດ້​ຮັບ​ການ​ປົກ​ປ້ອງ​ແລ້ວ. ໄດ້​ຮັບ​ການ​ປົກ​ປ້ອງ​ແນວ​ໃດ? ໜ່ວຍ​ໂລກ​ຂອງ​ເຮົາ​ມີ​ຊັ້ນ​ໂອໂຊນ​ທີ່​ເປັນ​ຄື​ເກາະ​ປ້ອງກັນ​ໂລກ​ຈາກ​ແສງ​ອັນຕະລາຍ. ເມື່ອ​ແສງ​ຢູ​ວີ (UV) ມີ​ຫຼາຍ​ຂຶ້ນ ຊັ້ນ​ໂອໂຊນ​ກໍ​ຈະ​ໜາ​ຂຶ້ນ​ແລະ​ປ້ອງກັນ​ໄດ້​ຫຼາຍ​ຂຶ້ນ. ຕອນ​ນີ້​ເຈົ້າ​ເຫັນ​ດີ​ນຳ​ບໍ​ວ່າ ຕ້ອງ​ມີ​ໃຜ​ຜູ້​ໜຶ່ງ​ຕັ້ງ​ໃຈ​ໃຫ້​ມີ​ລະບົບ​ແບບ​ນີ້​ແລະ​ຜູ້​ນັ້ນ​ກໍ​ຕ້ອງ​ເປັນ​ຜູ້​ສ້າງ​ທີ່​ສະຫຼາດ​ແລະ​ເປັນ​ຫ່ວງ​ເຮົາ​ແທ້ໆ?

11. ເຈົ້າ​ຈະ​ຊອກ​ຫາ​ຂໍ້​ມູນ​ໄດ້​ຈາກ​ໃສ​ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຊື່ອ​ຫຼາຍ​ຂຶ້ນ​ວ່າ​ມີ​ຜູ້​ສ້າງ? (ເບິ່ງ​ຂອບ “ ຂໍ້​ມູນ​ທີ່​ຊ່ວຍ​ໃຫ້​ເຊື່ອ​ວ່າ​ມີ​ຜູ້​ສ້າງ”)

11 ເຈົ້າ​ສາມາດ​ຊອກ​ຫາ​ຂໍ້​ມູນ​ຫຼາຍ​ຢ່າງ​ທີ່​ຊ່ວຍ​ໃຫ້​ເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ວ່າ​ມີ​ຜູ້​ສ້າງ​ໂດຍ​ຄົ້ນ​ຄວ້າ​ໃນ​ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດສ໌ທາວເວີ (ພາສາ​ອັງກິດ) ແລະ​ໃນ​ເວັບໄຊ jw.org ຫຼື​ເຈົ້າ​ອາດ​ຈະ​ເບິ່ງ​ວິດີໂອ​ແລະ​ບົດ​ຄວາມ​ຕ່າງໆ​ທີ່​ຊື່​ວ່າ “ມີ​ຜູ້​ອອກ​ແບບ​ບໍ?” (ພາສາ​ໄທ). ບົດ​ຄວາມ​ເຫຼົ່າ​ນັ້ນ​ຈະ​ອະທິບາຍ​ແບບ​ສັ້ນ​ກະທັດຮັດ ແລະ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ກ່ຽວ​ກັບ​ສັດ​ແລະ​ສິ່ງ​ອື່ນໆ​ທີ່​ຢູ່​ໃນ​ທຳມະຊາດ ແລະ​ຍັງ​ອະທິບາຍ​ວິທີ​ທີ່​ນັກ​ວິທະຍາສາດ​ພະຍາຍາມ​ຮຽນ​ແບບ​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ.

12. ຕອນ​ທີ່​ສຶກສາ​ຄຳພີ​ໄບເບິນ ເຮົາ​ຄວນ​ຈະ​ໃສ່​ໃຈ​ເລື່ອງ​ຫຍັງ​ເປັນ​ພິເສດ?

12ສຶກສາ​ຄຳພີ​ໄບເບິນ. ຕອນ​ທຳອິດ​ນັກ​ວິທະຍາສາດ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບໍ່​ໄດ້​ເຊື່ອ​ວ່າ​ມີ​ຜູ້​ສ້າງ ແຕ່​ວ່າ​ຕໍ່​ມາ​ລາວ​ກໍ​ເຊື່ອ​ວ່າ​ມີ​ຜູ້​ສ້າງ. ລາວ​ບອກ​ວ່າ: “ສິ່ງ​ທີ່​ຊ່ວຍ​ໃຫ້​ຂ້ອຍ​ເຊື່ອ​ບໍ່​ແມ່ນ​ຍ້ອນ​ຂ້ອຍ​ຮຽນ​ຈາກ​ວິທະຍາສາດ​ເທົ່າ​ນັ້ນ ແຕ່​ຍ້ອນ​ຂ້ອຍ​ຮຽນ​ຄຳພີ​ໄບເບິນ​ນຳ.” ເຖິງ​ວ່າ​ເຮົາ​ອາດ​ຈະ​ມີ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ດີ​ຢູ່​ແລ້ວ ແຕ່​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ໃນ​ຜູ້​ສ້າງ​ຫຼາຍ​ຂຶ້ນ​ເຮົາ​ກໍ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ຕໍ່ໆ​ໄປ. (ຢຊວຍ. 1:8; ເພງ. 119:97) ຕອນ​ທີ່​ສຶກສາ​ຄຳພີ​ໄບເບິນ ໃຫ້​ໃສ່​ໃຈ​ລາຍ​ລະອຽດ​ເລື່ອງ​ປະຫວັດສາດ. ນອກ​ຈາກ​ນັ້ນ ໃຫ້​ເບິ່ງ​ວ່າ​ຄຳ​ພະຍາກອນ​ຕ່າງໆ​ທີ່​ບອກ​ໄວ້​ລ່ວງ​ໜ້າ​ເກີດ​ຂຶ້ນ​ແທ້​ແນວ​ໃດ ແລະ​ສັງເກດ​ເບິ່ງ​ວ່າ​ເນື້ອ​ໃນ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ສອດຄ່ອງ​ກັນ​ແນວ​ໃດ. ເມື່ອ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ວ່າ​ຜູ້​ທີ່​ສ້າງ​ເຮົາ​ເປັນ​ຜູ້​ທີ່​ສະຫຼາດ​ແລະ​ຮັກ​ເຮົາ ແລະ​ເປັນ​ຜູ້​ທີ່​ດົນ​ໃຈ​ໃຫ້​ຂຽນ​ຄຳພີ​ໄບເບິນ​ຂຶ້ນ​ມາ. *2 ຕມ. 3:14; 2 ປຕ. 1:21

13. ມີ​ຄຳ​ແນະນຳ​ເລື່ອງ​ຫຍັງ​ທີ່​ສະແດງ​ວ່າ​ຄຳພີ​ໄບເບິນ​ໃຊ້​ໄດ້​ແທ້ໆ?

13 ຕອນ​ທີ່​ສຶກສາ​ຄຳພີ​ໄບເບິນ ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ຄຳ​ແນະນຳ​ໃນ​ຫັ້ນ​ເປັນ​ປະໂຫຍດ​ແນວ​ໃດ ເຊັ່ນ: ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ໄວ້​ຫຼາຍ​ປີ​ແລ້ວ​ວ່າ ການ​ຮັກ​ເງິນ​ຄຳ​ເປັນ​ອັນຕະລາຍ​ແລະ​ເຮັດ​ໃຫ້ “ເຈັບ​ປວດ​ໃຈ​ຫຼາຍ​ຢ່າງ.” (1 ຕມ. 6:9, 10; ສຸພາ. 28:20; ມທ. 6:24) ຄຳ​ແນະນຳ​ນີ້​ໃຊ້​ກັບ​ທຸກ​ມື້​ນີ້​ໄດ້​ບໍ? ປຶ້ມ​ທີ່​ເວົ້າ​ເຖິງ​ຄວາມ​ຄິດ​ຂອງ​ຄົນ​ສະໄໝ​ນີ້​ບອກ​ວ່າ: “ໂດຍ​ທົ່ວໄປ​ແລ້ວ ຄົນ​ທີ່​ນິຍົມ​ວັດຖຸ​ມັກ​ຈະ​ມີ​ອາການ​ໂສກ​ເສົ້າ ແລະ​ບໍ່​ຄ່ອຍ​ມີ​ຄວາມ​ສຸກ. ແລະ​ຄົນ​ທີ່​ຢາກ​ມີ​ເງິນ​ຄຳ​ຫຼາຍໆ​ກໍ​ມັກ​ຈະ​ມີ​ບັນຫາ​ສຸຂະພາບ​ທາງ​ຈິດ​ໃຈ​ແລະ​ທາງ​ຮ່າງກາຍ.” ດັ່ງ​ນັ້ນ ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ເຮົາ​ບໍ່​ໃຫ້​ຮັກ​ເງິນ​ຈຶ່ງ​ໃຊ້​ໄດ້​ຫຼາຍ​ແທ້ໆ! ເຈົ້າ​ໄດ້​ຄິດ​ເຖິງ​ຄຳ​ແນະນຳ​ອື່ນໆ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ເປັນ​ປະໂຫຍດ​ຕໍ່​ຊີວິດ​ເຈົ້າ​ບໍ? ຖ້າ​ເຮົາ​ຄິດ​ເຖິງ​ຄຳ​ແນະນຳ​ດີໆ​ເຫຼົ່າ​ນັ້ນ ເຮົາ​ກໍ​ຈະ​ເຫັນ​ວ່າ​ຜູ້​ທີ່​ສ້າງ​ເຮົາ​ຮູ້​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ ແລະ​ເຮົາ​ເອງ​ກໍ​ຢາກ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ. (ຢກບ. 1:5) ນີ້​ຈະ​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.—ເອຊາ. 48:17, 18

14. ການ​ສຶກສາ​ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ຮູ້​ຫຍັງ​ເລື່ອງ​ພະ​ເຢໂຫວາ?

14ຂໍ​ໃຫ້​ສຶກສາ​ຄຳພີ​ໄບເບິນ​ໂດຍ​ມີ​ເປົ້າ​ໝາຍ​ທີ່​ຈະ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ຢຮ. 17:3) ຕອນ​ທີ່​ສຶກສາ​ຄຳພີ​ໄບເບິນ ເຈົ້າ​ຈະ​ເຫັນ​ນິດໄສ​ໃຈ​ຄໍ​ແລະ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ ເຊິ່ງ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ຍັງ​ໄດ້​ສະແດງ​ອອກ​ໃນ​ສິ່ງ​ທີ່​ເພິ່ນ​ສ້າງ​ນຳ. ຄຸນ​ລັກສະນະ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ວ່າ ພະ​ເຢໂຫວາ​ມີ​ຕົວ​ຕົນ​ແທ້ໆ ເພິ່ນ​ບໍ່​ໄດ້​ເປັນ​ພຽງ​ຕົວ​ລະຄອນ​ທີ່​ຢູ່​ໃນ​ຄວາມ​ຄິດ​ຂອງ​ຄົນ​ຜູ້​ໜຶ່ງ​ເທົ່າ​ນັ້ນ. (ອົບ. 34:6, 7; ເພງ. 145:8, 9) ເມື່ອ​ເຮົາ​ຮູ້ຈັກ​ພະ​ເຢໂຫວາ​ດີ​ຂຶ້ນ ເຮົາ​ກໍ​ຈະ​ມີ​ຄວາມ​ເຊື່ອ​ໃນ​ເພິ່ນ​ເພີ່ມ​ຂຶ້ນ ຮັກ​ເພິ່ນ​ຫຼາຍ​ຂຶ້ນ ແລະ​ໃກ້​ຊິດ​ກັບ​ເພິ່ນ​ຫຼາຍ​ກວ່າ​ເກົ່າ.

15. ການ​ເວົ້າ​ເລື່ອງ​ພະເຈົ້າ​ກັບ​ຄົນ​ອື່ນ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ?

15ໃຫ້​ບອກ​ຄົນ​ອື່ນ​ວ່າ​ເຈົ້າ​ເຊື່ອ​ແນວ​ໃດ​ເລື່ອງ​ພະເຈົ້າ. ເມື່ອ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ກວ່າ​ເກົ່າ. ແລ້ວ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ບໍ່​ຮູ້​ຕອບ​ບາງ​ຄົນ​ທີ່​ຖາມ​ເຈົ້າ​ວ່າ​ພະເຈົ້າ​ມີ​ຢູ່​ແທ້​ບໍ? ໃຫ້​ພະຍາຍາມ​ຊອກ​ຫາ​ຄຳຕອບ​ທີ່​ຢູ່​ໃນ​ປຶ້ມ​ຕ່າງໆ​ຂອງ​ອົງການ ແລະ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ຂໍ້​ມູນ​ນັ້ນ. (1 ປຕ. 3:15) ແລະ​ເຈົ້າ​ຍັງ​ສາມາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ​ທີ່​ມີ​ປະສົບການ​ນຳ. ບໍ່​ວ່າ​ຄົນ​ທີ່​ຖາມ​ເຈົ້າ​ຈະ​ຍອມ​ຮັບ​ຄຳຕອບ​ຈາກ​ຄຳພີ​ໄບເບິນ​ຫຼື​ບໍ່ ແຕ່​ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຄົ້ນ​ຄວ້າ​ເລື່ອງ​ນີ້. ເຈົ້າ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ ແລະ​ເຈົ້າ​ກໍ​ຈະ​ບໍ່​ຫຼົງ​ເຊື່ອ​ຄຳເວົ້າ​ຂອງ​ຄົນ​ທີ່​ມີ​ຄວາມ​ຮູ້​ທີ່​ບອກ​ວ່າ​ບໍ່​ມີ​ຜູ້​ສ້າງ.

ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ

16. ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ​ຢູ່​ສະເໝີ ຜົນ​ຈະ​ເປັນ​ແນວ​ໃດ?

16 ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ປານ​ໃດ​ແລ້ວ ແຕ່​ເຮົາ​ກໍ​ຕ້ອງ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຖ້າ​ເຮົາ​ບໍ່​ລະວັງ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ອ່ອນ​ລົງ​ໄດ້. ຂໍ​ໃຫ້​ຈື່​ໄວ້​ວ່າ ຄວາມ​ເຊື່ອ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ ແລະ​ສິ່ງ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ ເຮົາ​ກໍ​ອາດ​ຈະ​ລືມ​ໄດ້​ງ່າຍໆ. ດັ່ງ​ນັ້ນ ໂປໂລ​ຈຶ່ງ​ບອກ​ວ່າ ການ​ຂາດ​ຄວາມ​ເຊື່ອ​ເປັນ “ບາບ​ທີ່​ຮັດ​ຕົວ​ພວກ​ເຮົາ​ໄດ້​ງ່າຍ.” (ຮຣ. 12:1) ແລ້ວ​ເຮົາ​ຈະ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ​ໄດ້​ແນວ​ໃດ?—2 ທຊ. 1:3

17. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຢູ່​ສະເໝີ?

17 ໜຶ່ງ​ໃຫ້​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ເລື້ອຍໆ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຄວາມ​ເຊື່ອ​ເປັນ​ຄຸນ​ລັກສະນະ​ໜຶ່ງ​ທີ່​ເກີດ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. (ຄລຕ. 5:22, 23) ຖ້າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ບໍ່​ຊ່ວຍ ເຮົາ​ກໍ​ບໍ່​ສາມາດ​ມີ​ຄວາມ​ເຊື່ອ​ແລະ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໄດ້. ຖ້າ​ເຮົາ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ເລື້ອຍໆ ເພິ່ນ​ກໍ​ຈະ​ໃຫ້​ເຮົາ. (ລກ. 11:13) ເຮົາ​ຍັງ​ສາມາດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ: “ຂໍ​ຊ່ວຍ​ພວກ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ແດ່.”—ລກ. 17:5

18. ຕາມ​ຄຳເພງ 1:2, 3 ເຮົາ​ມີ​ຂອງ​ຂວັນ​ຫຍັງ?

18 ສອງ​ໃຫ້​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ. (ອ່ານ​ຄຳເພງ 1:2, 3) ຕອນ​ທີ່​ຂຽນ​ຄຳເພງ​ແລ້ວໆ ບໍ່​ແມ່ນ​ຄົນ​ອິດສະຣາເອນ​ທຸກ​ຄົນ​ຈະ​ມີ​ກົດໝາຍ​ຂອງ​ພະເຈົ້າ ມີ​ແຕ່​ກະສັດ​ແລະ​ປະໂລຫິດ​ເທົ່າ​ນັ້ນ​ທີ່​ມີ​ກົດໝາຍ​ຂອງ​ພະເຈົ້າ ແລະ​ທຸກໆ 7 ປີ​ເຂົາ​ເຈົ້າ​ຈະ​ອ່ານ​ກົດໝາຍ​ນີ້​ໃຫ້​ທຸກ​ຄົນ​ຟັງ​ບໍ່​ວ່າ​ຈະ​ເປັນ “ຊາຍ​ຍິງ​ກັບ​ເດັກ​ນ້ອຍ” ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ໃນ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ. (ບັນຍັດ. 31:10-12) ໃນ​ສະໄໝ​ພະ​ເຢຊູ ມີ​ບໍ່​ເທົ່າ​ໃດ​ຄົນ​ທີ່​ມີ​ມ້ວນ​ໜັງສື​ພະ​ຄຳພີ ແລະ​ສ່ວນ​ໃຫຍ່​ມ້ວນ​ໜັງສື​ກໍ​ຈະ​ເກັບ​ໄວ້​ໃນ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ. ແຕ່​ໃນ​ທຸກ​ມື້​ນີ້​ຫຼາຍ​ຄົນ​ສາມາດ​ອ່ານ​ຄຳພີ​ໄບເບິນ​ໄດ້​ໃນ​ບາງ​ສ່ວນ ແລະ​ອ່ານ​ໄດ້​ແບບ​ຄົບ​ຊຸດ. ນີ້​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ແທ້ໆ! ແລ້ວ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ຂອງ​ຂວັນ​ນີ້?

19. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຢູ່​ສະເໝີ?

19 ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້​ຄຸນຄ່າ​ທີ່​ມີ​ຄຳພີ​ໄບເບິນ​ໂດຍ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ. ເຮົາ​ຕ້ອງ​ຈັດ​ຕາ​ຕະລາງ​ທີ່​ຈະ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ດີໆ ບໍ່​ແມ່ນ​ຈະ​ອ່ານ​ແຕ່​ຕອນ​ທີ່​ວ່າງ​ເທົ່າ​ນັ້ນ. ຖ້າ​ເຮົາ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ ເຮົາ​ກໍ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຢູ່​ສະເໝີ.

20. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

20 ເຮົາ​ບໍ່​ເປັນ​ຄື​ກັບ ‘ຄົນ​ທີ່​ມີ​ຄວາມ​ຮູ້​ແລະ​ຄົນ​ສະຫຼາດ’ ຂອງ​ໂລກ​ນີ້​ເພາະ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ມາ​ຈາກ​ຄຳພີ​ໄບເບິນ. (ມທ. 11:25, 26) ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ ເຮົາ​ກໍ​ໄດ້​ຮູ້​ວ່າ​ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ເສື່ອມ​ລົງ​ເລື້ອຍໆ ແລະ​ພະ​ເຢໂຫວາ​ຈະ​ແກ້ໄຂ​ບັນຫາ​ນີ້​ແນວ​ໃດ. ດັ່ງ​ນັ້ນ ໃຫ້​ເຮົາ​ຕັ້ງ​ໃຈ​ເຮັດ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ ແລະ​ຊ່ວຍ​ຫຼາຍ​ຄົນ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃຫ້​ມາ​ຮູ້ຈັກ​ພະ​ເຢໂຫວາ​ຜູ້​ທີ່​ສ້າງ​ທຸກ​ສິ່ງ. (1 ຕມ. 2:3, 4) ແລະ​ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ລໍ​ຖ້າ​ເວລາ​ທີ່​ທຸກ​ຄົນ​ໃນ​ໂລກ​ນີ້​ຈະ​ສັນລະເສີນ​ພະ​ເຢໂຫວາ ຄື​ກັບ​ຄຳເວົ້າ​ທີ່​ຢູ່​ໃນ​ພະນິມິດ 4:11 ທີ່​ບອກ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພະອົງ​ສົມຄວນ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ . . . ເພາະ​ພະອົງ​ໄດ້​ສ້າງ​ທຸກ​ສິ່ງ.”

ເພງ 2 ຊື່​ຂອງ​ພະອົງ​ຄື​ເຢໂຫວາ

^ ຂໍ້ 5 ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ ແຕ່​ຫຼາຍ​ຄົນ​ບໍ່​ໄດ້​ເຊື່ອ​ແບບ​ນັ້ນ. ເຂົາ​ເຈົ້າ​ເຊື່ອ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ເກີດ​ຂຶ້ນ​ມາ​ເອງ. ແຕ່​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ​ຈະ​ບໍ່​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນ​ລົງ ຖ້າ​ເຮົາ​ເຮັດ​ໃຫ້​ຄວາມ​ເຊື່ອ​ໃນ​ພະເຈົ້າ​ເຂັ້ມແຂງ​ແລະ​ເຊື່ອ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ.

^ ຂໍ້ 5 ໂຮງ​ຮຽນ​ຫຼາຍ​ບ່ອນ​ບໍ່​ໄດ້​ສອນ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ ເພາະ​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຖ້າ​ສອນ​ເລື່ອງ​ແບບ​ນີ້​ຈະ​ເປັນ​ການ​ບັງຄັບ​ນັກ​ຮຽນ​ໃຫ້​ເຊື່ອ​ເລື່ອງ​ພະເຈົ້າ.

^ ຂໍ້ 7 ເຮົາ​ອາດ​ເບິ່ງ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ຊ່ຽວຊານ​ຫຼາຍ​ຄົນ​ເຊິ່ງ​ລວມ​ເຖິງ​ຜູ້​ທີ່​ເປັນ​ນັກ​ວິທະຍາສາດ​ທີ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ​ໃນ​ຄູ່​ມື​ຄົ້ນ​ຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ (ພາສາ​ໄທ) ຫົວ​ຂໍ້ “ວິທະຍາສາດ​ແລະ​ເຕັກໂນໂລຊີ” ຫົວ​ຂໍ້​ຍ່ອຍ “‘ການ​ສຳ​ພາດ’ (ບົດ​ຄວາມ​ຊຸດ​ໃນ​ຕື່ນ​ເຖີດ!).” ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ເບິ່ງ​ໃນ​ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດສ໌ທາວເວີ (ພາສາ​ອັງກິດ) ຫົວ​ຂໍ້ “Science” ເລື່ອງ “scientists expressing belief in creation.”

^ ຂໍ້ 12 ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ວິທະຍາສາດ​ກັບ​ຄຳພີ​ໄບເບິນ​ສອດຄ່ອງ​ກັນ​ບໍ?” ໃນ​ຕື່ນເຖີດ! ກຸມພາ 2011 ແລະ​ບົດ​ຄວາມ​ທີ່​ຊື່​ວ່າ “ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ສຳເລັດ​ເປັນ​ຈິງ” ໃນ​ຫໍສັງເກດການ ມັງກອນ 2008 (ພາສາ​ໄທ)