ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 32

ຜູ້ທີ່ຍັງໜຸ່ມ ຂໍໃຫ້ເປັນຜູ້ໃຫຍ່ທາງຄວາມເຊື່ອຫຼັງຈາກຮັບບັບເຕມາ

ຜູ້ທີ່ຍັງໜຸ່ມ ຂໍໃຫ້ເປັນຜູ້ໃຫຍ່ທາງຄວາມເຊື່ອຫຼັງຈາກຮັບບັບເຕມາ

“ໃຫ້ . . . ສະແດງ​ຄວາມ​ຮັກ ແລ້ວ​ພວກ​ເຮົາ​ກໍ​ຈະ​ເຕີບໂຕ​ເປັນ​ຜູ້​ໃຫຍ່​ໃນ​ທຸກ​ດ້ານ.”—ອຟຊ. 4:15

ເພງ 56 ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ຂອງ​ເຈົ້າ​ເອງ

ໃຈ​ຄວາມ​ສຳຄັນ a

1. ຜູ້​ທີ່​ຍັງ​ໜຸ່ມ​ຫຼາຍ​ຄົນ​ໄດ້​ເຮັດ​ສິ່ງ​ທີ່​ດີ​ຫຍັງ​ແດ່​ແລ້ວ?

 ໃນ​ແຕ່ລະປີ ມີ​ຜູ້​ທີ່​ຍັງ​ໜຸ່ມ​ຫຼາຍ​ພັນ​ຄົນ​ຮັບ​ບັບເຕມາ. ເຈົ້າ​ເປັນ​ໜຶ່ງ​ໃນ​ນັ້ນ​ບໍ? ຖ້າ​ແມ່ນ ພະເຢໂຫວາ​ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ດີໃຈ​ແລະ​ມີ​ຄວາມສຸກ​ຫຼາຍ! (ສຸພາ. 27:11) ລອງ​ຄິດເຖິງ​ສິ່ງ​ດີໆ​ທີ່​ເຈົ້າ​ໄດ້​ເຮັດ​ມາ​ແລ້ວ. ເຈົ້າ​ໄດ້​ສຶກສາ​ຄຳພີໄບເບິນ​ເຊິ່ງ​ອາດຈະ​ຕ້ອງ​ໃຊ້​ເວລາ​ຫຼາຍ​ປີ ແລ້ວ​ເຈົ້າ​ກໍ​ໝັ້ນໃຈ​ວ່າ​ຄຳພີໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ. ແລະ​ທີ່​ສຳຄັນ​ກວ່າ​ນັ້ນ ເຈົ້າ​ໄດ້​ເລີ່ມ​ຮູ້ຈັກ​ແລະ​ຮັກ​ພະເຢໂຫວາ​ຜູ້​ທີ່​ໃຫ້​ຄຳພີໄບເບິນ. ເມື່ອ​ເຈົ້າ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ໄດ້​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ນີ້​ເປັນ​ສິ່ງ​ທີ່​ດີ​ຫຼາຍ​ແທ້ໆ!

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

 2 ກ່ອນ​ທີ່​ເຈົ້າ​ຈະ​ຮັບ​ບັບເຕມາ ເຈົ້າ​ໄດ້​ເຈິ​ບັນຫາ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ຍາກ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ. ແຕ່​ເມື່ອ​ເວລາ​ຜ່ານ​ໄປ ເຈົ້າ​ຍັງ​ຈະ​ເຈິ​ບັນຫາ​ຫຼາຍ​ກວ່າ​ນີ້​ອີກ. ຊາຕານ​ຈະ​ພະຍາຍາມ​ເຮັດ​ໃຫ້​ເຈົ້າ​ເຊົາ​ຮັກ​ແລະ​ຮັບໃຊ້​ພະເຢໂຫວາ. (ອຟຊ. 4:14) ແຕ່​ຂໍ​ໃຫ້​ເຈົ້າ​ຢ່າ​ຍອມ​ໃຫ້​ເປັນ​ແບບນັ້ນ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສັດຊື່​ຕໍ່​ພະເຢໂຫວາ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ສັນຍາ​ຕອນ​ທີ່​ອຸທິດ​ຕົວ? ສິ່ງ​ທີ່​ຊ່ວຍ​ໄດ້​ກໍ​ຄື ເຈົ້າ​ຕ້ອງ “ກ້າວໜ້າ” ຕໍ່ໆ​ໄປ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ດ້ານ​ຄວາມເຊື່ອ. (ຮຣ. 6:1) ແລ້ວ​ເຈົ້າ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ?

ເຈົ້າ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ​ໄດ້​ແນວໃດ?

3. ຄລິດສະຕຽນ​ທຸກ​ຄົນ​ຄວນ​ເຮັດ​ຫຍັງ​ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ​ແລ້ວ?

3 ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ​ແລ້ວ ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ໂປໂລ​ທີ່​ໃຫ້​ກັບ​ພີ່ນ້ອງ​ໃນ​ເມືອງ​ເອເຟໂຊ. ໂປໂລ​ໄດ້​ກະຕຸ້ນ​ໃຫ້​ເຂົາເຈົ້າ​ເປັນ​ຄລິດສະຕຽນ​ທີ່ “ເຕີບໂຕ​ຢ່າງ​ເຕັມທີ” ຈົນ​ເປັນ​ຜູ້​ໃຫຍ່. (ອຟຊ. 4:13) ນີ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຕ້ອງ​ກ້າວໜ້າ​ຕໍ່ໆ​ໄປ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ. ເຮົາ​ເຂົ້າໃຈ​ສິ່ງ​ທີ່​ໂປໂລ​ເວົ້າ​ຫຼາຍ​ຂຶ້ນ​ເມື່ອ​ລາວ​ສົມທຽບ​ການ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ​ຄື​ກັບ​ການ​ເຕີບໃຫຍ່​ຂອງ​ເດັກນ້ອຍ. ເມື່ອ​ແອ​ນ້ອຍ​ເກີດ​ມາ ພໍ່​ແມ່​ຈະ​ດີໃຈ​ແລະ​ພູມໃຈ​ຫຼາຍ. ແຕ່​ແອ​ນ້ອຍ​ຈະ​ບໍ່​ໄດ້​ເປັນ​ເດັກນ້ອຍ​ຢູ່​ຕະຫຼອດ. ລາວ​ຕ້ອງ​ໄດ້​ເຕີບໃຫຍ່ ແລະ​ຕໍ່ມາ​ກໍ​ຈະ​ເຊົາ “ເຮັດ​ຄື​ເດັກນ້ອຍ.” (1 ກຣ. 13:11) ການ​ເປັນ​ຄລິດສະຕຽນ​ກໍ​ຄ້າຍ​ຄື​ກັນ ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ​ແລ້ວ ເຮົາ​ຕ້ອງ​ໄດ້​ກ້າວໜ້າ​ຕໍ່ໆ​ໄປ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ຄຳແນະນຳ​ບາງ​ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ​ໄດ້.

4. ຄຸນລັກສະນະ​ໃດ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ? ຂໍ​ໃຫ້​ອະທິບາຍ. (ຟີລິບປອຍ 1:9)

4 ໃຫ້​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ. ເຮົາ​ຮັກ​ພະເຢໂຫວາ​ຫຼາຍ​ຢູ່​ແລ້ວ ແຕ່​ເຮົາ​ສາມາດ​ຮັກ​ເພິ່ນ​ຫຼາຍ​ກວ່າ​ນີ້​ໄດ້. ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ? ອັກຄະສາວົກ​ໂປໂລ​ເວົ້າ​ເຖິງ​ວິທີ​ໜຶ່ງ​ທີ່​ຢູ່​ໃນ​ຟີລິບປອຍ 1:9 (ອ່ານ) ລາວ​ອະທິດຖານ​ຂໍ​ໃຫ້​ພີ່ນ້ອງ​ໃນ​ເມືອງ​ຟີລິບປອຍ “ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ​ເລື້ອຍໆ.” ນີ້​ສະແດງ​ວ່າ​ເຮົາ​ສາມາດ​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ໂດຍ “ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ​ແລະ​ຄວາມ​ເຂົ້າໃຈ​ທີ່​ເລິກ​ເຊິ່ງ.” ເມື່ອ​ເຮົາ​ຮູ້ຈັກ​ພະເຢໂຫວາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ຮັກ​ເພິ່ນ​ແລະ​ເຫັນຄ່າ​ສິ່ງ​ດີໆ​ທີ່​ເພິ່ນ​ເຮັດ​ເພື່ອ​ເຮົາ. ນອກຈາກນັ້ນ ເຮົາ​ຍັງ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ​ແລະ​ບໍ່​ຢາກ​ເຮັດ​ໃຫ້​ເພິ່ນ​ຜິດ​ຫວັງ. ແລະ​ເຮົາ​ຈະ​ພະຍາຍາມ​ຮູ້​ວ່າ​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ແລະ​ຄວນ​ເຮັດ​ແນວໃດ.

5-6. ເຮົາ​ຈະ​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວໃດ? ຂໍ​ໃຫ້​ອະທິບາຍ.

5 ອີກ​ສິ່ງ​ໜຶ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ​ແມ່ນ ການຮຽນຮູ້​ກ່ຽວກັບ​ພະເຢຊູ​ຜູ້​ທີ່​ຮຽນແບບ​ພະເຢໂຫວາ​ໄດ້​ເປັນ​ຢ່າງ​ດີ. (ຮຣ. 1:3) ແລະ​ວິທີ​ທີ່​ດີ​ທີ່ສຸດ​ທີ່​ເຮົາ​ຈະ​ຮູ້ຈັກ​ພະເຢຊູ​ກໍ​ຄື​ການສຶກສາ​ປຶ້ມ​ຂ່າວ​ດີ​ສີ່​ເຫຼັ້ມ. ຖ້າ​ເຈົ້າ​ຍັງ​ບໍ່​ໄດ້​ອ່ານ​ຄຳພີໄບເບິນ​ທຸກ​ມື້ ເຈົ້າ​ອາດຈະ​ເລີ່ມ​ອ່ານ​ເລື່ອງ​ຂອງ​ພະເຢຊູ​ຈາກ​ປຶ້ມ​ສີ່​ເຫຼັ້ມ​ນີ້. ເມື່ອ​ເຈົ້າ​ອ່ານ​ເລື່ອງ​ຂອງ​ພະເຢຊູ ຂໍ​ໃຫ້​ເຈົ້າ​ສັງເກດ​ຄຸນລັກສະນະ​ຕ່າງໆ​ຂອງ​ເພິ່ນ. ເພິ່ນ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ແລະ​ໃຜໆ​ກໍ​ຢາກ​ຢູ່​ໃກ້​ເພິ່ນ. ແລະ​ເມື່ອ​ມີ​ເດັກນ້ອຍ​ມາ​ຫາ​ເພິ່ນ ເພິ່ນ​ກໍ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ​ໂດຍ​ກອດ​ເຂົາເຈົ້າ. (ມຣກ. 10:13-16) ພະເຢຊູ​ໄດ້​ເຮັດ​ແບບ​ນີ້​ກັບ​ພວກ​ລູກສິດ​ຄື​ກັນ. ນີ້​ຈຶ່ງ​ເຮັດ​ໃຫ້​ພວກ​ລູກສິດ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ລົມ​ກັບ​ເພິ່ນ​ແລະ​ບອກ​ຄວາມ​ຮູ້ສຶກ​ໃຫ້​ເພິ່ນ​ຟັງ. (ມທ. 16:22) ຍ້ອນ​ພະເຢຊູ​ຮຽນແບບ​ພະເຢໂຫວາ​ພໍ່​ຂອງ​ເພິ່ນ ເຮົາ​ຈຶ່ງ​ຮູ້​ວ່າ​ພະເຢໂຫວາ​ກໍ​ແຮ່ງ​ເປັນ​ຜູ້​ທີ່​ເຂົ້າ​ຫາ​ໄດ້​ງ່າຍ. ດັ່ງນັ້ນ ເມື່ອ​ເຮົາ​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ຕໍ່​ພະເຢໂຫວາ ເຮົາ​ກໍ​ໝັ້ນໃຈ​ໄດ້​ເລີຍ​ວ່າ​ເພິ່ນ​ຈະ​ບໍ່​ລຳຄານ​ເຮົາ​ຫຼື​ເວົ້າ​ໃຫ້​ເຮົາ​ເພາະ​ເພິ່ນ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ຫຼາຍ.—1 ປຕ. 5:7

6 ພະເຢຊູ​ເຫັນອົກເຫັນໃຈ​ຄົນອື່ນ. ອັກຄະສາວົກ​ມັດທາຍ​ບອກ​ວ່າ: “ເມື່ອ​ເຫັນ​ຜູ້ຄົນ​ຈຳນວນ​ຫຼາຍ ພະເຢຊູ​ຮູ້ສຶກ​ອີ່ຕົນ​ເພາະ​ພວກ​ເຂົາ​ຖືກ​ຂູດ​ຮີດ​ແລະ​ຖືກ​ປະຖິ້ມ​ຄື​ກັບ​ແກະ​ທີ່​ບໍ່​ມີ​ຄົນ​ລ້ຽງ.” (ມທ. 9:36) ແລ້ວ​ພະເຢໂຫວາ​ຮູ້ສຶກ​ແນວໃດ? ພະເຢຊູ​ບອກ​ວ່າ: “ພໍ່​ຂອງ​ຂ້ອຍ​ທີ່​ຢູ່​ໃນ​ສະຫວັນ . . . ບໍ່​ຢາກ​ໃຫ້​ຄົນ​ທີ່​ຕ່ຳຕ້ອຍ​ເຫຼົ່ານີ້​ແມ່ນ​ແຕ່​ຄົນ​ດຽວ​ຕ້ອງ​ຫາຍ​ສາບ​ສູນ​ໄປ.” (ມທ. 18:14) ຄຳເວົ້າ​ນີ້​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ອົບອຸ່ນ​ໃຈ​ຫຼາຍ​ເພາະ​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້ໆ! ດັ່ງນັ້ນ ເມື່ອ​ເຮົາ​ຮູ້ຈັກ​ພະເຢຊູ​ເປັນ​ຢ່າງ​ດີ ເຮົາ​ກໍ​ຈະ​ຮູ້ຈັກ​ແລະ​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ.

7. ການ​ຄົບຫາ​ກັບ​ພີ່ນ້ອງ​ທີ່​ມີ​ຄວາມເຊື່ອ​ເຂັ້ມແຂງ​ຈະ​ຊ່ວຍ​ເຮົາ​ແນວໃດ?

7 ເມື່ອ​ເຮົາ​ຄົບຫາ​ກັບ​ພີ່ນ້ອງ​ທີ່​ມີ​ຄວາມເຊື່ອ​ເຂັ້ມແຂງ ເຮົາ​ກໍ​ຈະ​ຮັກ​ຄົນອື່ນ​ຫຼາຍ​ຂຶ້ນ​ແລະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ. ຂໍ​ໃຫ້​ເຮົາ​ຄິດ​ເບິ່ງ​ວ່າ​ພີ່ນ້ອງ​ເຫຼົ່າ​ນັ້ນ​ມີ​ຄວາມສຸກ​ຫຼາຍ​ສ່ຳ​ໃດ​ທີ່​ໄດ້​ຮັບໃຊ້​ພະເຢໂຫວາ ແລະ​ເຂົາເຈົ້າ​ບໍ່​ເສຍໃຈ​ເລີຍ​ທີ່​ຕັດສິນໃຈ​ແບບ​ນີ້. ເຈົ້າ​ອາດຈະ​ຖາມ​ເຂົາເຈົ້າ​ວ່າ ເຂົາເຈົ້າ​ມີ​ປະສົບການ​ແນວໃດ​ໃນ​ການຮັບໃຊ້​ພະເຢໂຫວາ ແລະ​ເມື່ອ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ ກໍ​ໃຫ້​ຂໍ​ຄຳແນະນຳ​ຈາກ​ເຂົາເຈົ້າ. ຂໍ​ໃຫ້​ຈື່​ໄວ້​ວ່າ: “ຖ້າ​ມີ​ທີ່​ປຶກສາ​ຫຼາຍ​ຄົນ​ກໍ​ປະສົບ​ຄວາມ​ສຳເລັດ.”—ສຸພາ. 11:14, ລ.ມ.

ເມື່ອ​ຢູ່​ໂຮງຮຽນ​ສອນ​ເລື່ອງ​ວິວັດທະນາການ ເຈົ້າ​ຈະ​ກຽມ​ຕົວ​ແນວໃດ? (ເບິ່ງ​ຂໍ້ 8-9)

8. ເຈົ້າ​ຈະ​ເຮັດ​ແນວໃດ​ຖ້າ​ເຈົ້າ​ສົງໄສ​ສິ່ງ​ທີ່​ຄຳພີໄບເບິນ​ສອນ?

8 ແກ້ໄຂ​ຂໍ້​ສົງໄສ. ຕາມ​ທີ່​ເຮົາ​ໄດ້​ຮຽນ​ໃນ​ ຂໍ້ 2 ຊາຕານ​ຈະ​ພະຍາຍາມ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ. ແລະ​ວິທີ​ໜຶ່ງ​ທີ່​ມັນ​ເຮັດ​ກໍ​ຄື ເຮັດ​ໃຫ້​ເຮົາ​ສົງໄສ​ຄວາມ​ຈິງ​ທີ່​ຢູ່​ໃນ​ຄຳພີໄບເບິນ. ຕົວຢ່າງ​ເຊັ່ນ: ມື້​ໃດ​ມື້​ໜຶ່ງ​ເຮົາ​ອາດຈະ​ໄດ້​ຮຽນ​ທິດສະດີ​ວິວັດທະນາການ. ຕອນ​ຍັງ​ນ້ອຍ ເຮົາ​ອາດຈະ​ບໍ່​ໄດ້​ຄິດ​ຫຼາຍ​ກ່ຽວກັບ​ເລື່ອງ​ນີ້. ແຕ່​ເມື່ອ​ໃຫຍ່​ຂຶ້ນ​ມາ ເຮົາ​ອາດຈະ​ສົງໄສ​ແລະ​ຄິດ​ວ່າ​ສິ່ງ​ທີ່​ອາຈານ​ສອນ​ມີ​ເຫດຜົນ​ແລະ​ໜ້າ​ເຊື່ອ​ຖື. ແຕ່​ອາຈານ​ອາດຈະ​ບໍ່​ເຄີຍ​ເຫັນ​ຫຼັກ​ຖານ​ວ່າ​ມີ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ. ຂໍ​ໃຫ້​ເຮົາ​ຄິດເຖິງ​ຫຼັກການ​ທີ່​ຢູ່​ໃນ​ສຸພາສິດ 18:17, ລ.ມ. ທີ່​ວ່າ: “ຄົນ​ທີ່​ໃຫ້​ການ​ກ່ອນ ເບິ່ງ​ຄື​ເປັນ​ຝ່າຍ​ຖືກ ຈົນ​ກວ່າ​ອີກ​ຝ່າຍ​ໜຶ່ງ​ຈະ​ມາ​ຊັກ​ຖາມ​ລາວ.” ແທນ​ທີ່​ເຮົາ​ຈະ​ຍອມ​ຮັບ​ຄວາມຄິດ​ແລະ​ສິ່ງ​ທີ່​ໄດ້​ຮຽນ​ຢູ່​ໂຮງຮຽນ​ໂດຍ​ບໍ່​ເບິ່ງ​ຫຼັກ​ຖານ ຂໍ​ໃຫ້​ເຮົາ​ສຶກສາ​ຄົ້ນຄວ້າ​ຄວາມ​ຈິງ​ທີ່​ຢູ່​ໃນ​ຄຳພີໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ. ໃຫ້​ລົມ​ກັບ​ພີ່ນ້ອງ​ທີ່​ເຄີຍ​ເຊື່ອ​ເລື່ອງ​ວິວັດທະນາການ ແລະ​ຖາມ​ເຂົາເຈົ້າ​ວ່າ​ເປັນຫຍັງ​ເຂົາເຈົ້າ​ຈຶ່ງ​ເຊື່ອ​ວ່າ​ມີ​ຜູ້​ສ້າງ​ທີ່​ຮັກ​ເຮົາ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ຈິງ​ທີ່​ວ່າ ພະເຢໂຫວາ​ເປັນ​ຜູ້​ສ້າງ​ສິ່ງ​ຕ່າງໆ.

9. ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ເມລີຊາ?

9 ພີ່ນ້ອງ​ຍິງ​ທີ່​ຊື່​ເມລີຊາ​ b ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຄົ້ນຄວ້າ​ເລື່ອງ​ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ. ລາວ​ບອກ​ວ່າ: “ຕອນ​ຢູ່​ໂຮງຮຽນ​ອາຈານ​ໄດ້​ອະທິບາຍ​ເລື່ອງ​ວິວັດທະນາການ​ທີ່​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ເລື່ອງ​ນັ້ນ​ເປັນ​ຄວາມ​ຈິງ. ຕອນ​ທຳອິດ ຂ້ອຍ​ບໍ່​ຢາກ​ຄົ້ນຄວ້າ​ເລື່ອງ​ນີ້​ເລີຍ ເພາະ​ຢ້ານ​ວ່າ​ສິ່ງ​ທີ່​ຂ້ອຍ​ເຊື່ອ​ຈະ​ບໍ່​ມີ​ຫຼັກ​ຖານ​ພຽງ​ພໍ. ແຕ່​ຂ້ອຍ​ກໍ​ຄິດ​ໄດ້​ວ່າ ພະເຢໂຫວາ​ຢາກ​ໃຫ້​ເຮົາ​ເຊື່ອ​ເພິ່ນ​ແບບ​ມີ​ເຫດຜົນ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ເລີ່ມ​ຄົ້ນຄວ້າ​ໂດຍ​ອ່ານ​ປຶ້ມ​ພະ​ຜູ້​ສ້າງ​ຜູ້​ໄຝ່ພະໄທ​ໃນ​ຕົວ​ເຈົ້າ​ມີ​ບໍ? ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ບໍ? ຕົ້ນກຳເນີດ​ຊີວິດ—ຫ້າ​ຄຳຖາມ​ທີ່​ໜ້າ​ຄິດ. ເສຍດາຍ​ທີ່​ຂ້ອຍ​ບໍ່​ໄດ້​ອ່ານ​ປຶ້ມ​ເຫຼົ່ານີ້​ກ່ອນ​ໜ້າ​ນັ້ນ ເພາະ​ມັນ​ຊ່ວຍ​ໄດ້​ຫຼາຍ​ແທ້ໆ!”

10-11. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ສະອາດ​ທາງ​ດ້ານ​ສິນລະທຳ? (1 ເທຊະໂລນິກ 4:3, 4)

10 ບໍ່​ເຮັດ​ສິ່ງ​ທີ່​ບໍ່​ດີ. ເມື່ອ​ເຈົ້າ​ເລີ່ມ​ເປັນ​ໄວລຸ້ນ ຄວາມ​ຕ້ອງການ​ທາງ​ເພດ​ຈະ​ມີ​ຫຼາຍ ແລະ​ເຈົ້າ​ອາດຈະ​ຖືກ​ກົດ​ດັນ​ໃຫ້​ເຮັດ​ຜິດສິນລະທຳ​ທາງ​ເພດ. ຊາຕານ​ຢາກ​ໃຫ້​ເຈົ້າ​ເຮັດ​ແບບນັ້ນ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕ້ານ​ທານ​ການ​ລໍ້ໃຈ​ໄດ້? (ອ່ານ 1 ເທຊະໂລນິກ 4:3, 4) ເມື່ອ​ອະທິດຖານ ຂໍ​ໃຫ້​ເຈົ້າ​ລະບາຍ​ຄວາມ​ຮູ້ສຶກ​ນີ້​ກັບ​ພະເຢໂຫວາ. ບອກ​ໃຫ້​ເພິ່ນ​ຮູ້​ວ່າ​ເຈົ້າ​ຮູ້ສຶກ​ແນວໃດ ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ມີ​ກຳລັງ​ທີ່​ຈະ​ອົດທົນ​ໄດ້. (ມທ. 6:13) ຂໍ​ໃຫ້​ຈື່​ໄວ້​ວ່າ ພະເຢໂຫວາ​ຢາກ​ຊ່ວຍ​ເຈົ້າ​ແລະ​ບໍ່​ໄດ້​ຕຳໜິ​ເຈົ້າ. (ເພງ. 103:13, 14) ແລະ​ການ​ອ່ານ​ຄຳພີໄບເບິນ​ກໍ​ຈະ​ຊ່ວຍ​ເຈົ້າ​ໄດ້​ຄື​ກັນ. ພີ່ນ້ອງ​ເມລີຊາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຕ້ານ​ທານ​ຄວາມຄິດ​ທີ່​ບໍ່​ສະອາດ. ລາວ​ບອກ​ວ່າ: “ການ​ອ່ານ​ຄຳພີໄບເບິນ​ທຸກ​ມື້​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ຍອມແພ້​ຕໍ່​ຄວາມ​ຕ້ອງການ​ນີ້ ແລະ​ຊ່ວຍ​ຂ້ອຍ​ໃຫ້​ຈື່​ວ່າ​ຊີວິດ​ຂ້ອຍ​ເປັນ​ຂອງ​ພະເຢໂຫວາ​ແລະ​ຂ້ອຍ​ກໍ​ຢາກ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ຕ້ອງການ.”—ເພງ. 119:9

11 ຢ່າ​ພະຍາຍາມ​ແກ້ໄຂ​ບັນຫາ​ດ້ວຍ​ຕົວເອງ. ໃຫ້​ລົມ​ກັບ​ພໍ່​ແມ່​ກ່ຽວກັບ​ບັນຫາ​ທີ່​ເຈົ້າ​ມີ. ເຖິງ​ວ່າ​ຈະ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ເວົ້າ​ບັນຫາ​ສ່ວນ​ຕົວ​ໃຫ້​ຄົນອື່ນ​ຟັງ ແຕ່​ມັນ​ກໍ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ. ເມລີຊາ​ບອກ​ວ່າ: “ຂ້ອຍ​ອະທິດຖານ​ຂໍ​ຄວາມ​ກ້າ​ຈາກ​ພະເຢໂຫວາ​ແລະ​ລົມ​ກັບ​ພໍ່​ກ່ຽວກັບ​ບັນຫາ​ຂອງ​ຂ້ອຍ. ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ຮູ້ສຶກ​ດີ​ຂຶ້ນ​ແລະ​ຮູ້​ວ່າ​ພະເຢໂຫວາ​ພູມໃຈ​ໃນ​ໂຕ​ຂ້ອຍ.”

12. ເຈົ້າ​ຈະ​ເຮັດ​ແນວໃດ​ເພື່ອ​ຈະ​ຕັດສິນໃຈ​ໄດ້​ດີ?

12 ໃຫ້​ຫຼັກການ​ໃນ​ຄຳພີໄບເບິນ​ຊີ້ນຳ​ເຈົ້າ. ເມື່ອ​ເຮົາ​ໃຫຍ່​ຂຶ້ນ ພໍ່​ແມ່​ກໍ​ໃຫ້​ເຮົາ​ມີ​ອິດສະຫຼະ​ທີ່​ຈະ​ຕັດສິນໃຈ​ເອົາ​ເອງ​ຫຼາຍ​ຂຶ້ນ. ແຕ່​ເຮົາ​ຍັງ​ບໍ່​ມີ​ປະສົບການ​ຫຼາຍ​ປານ​ໃດ. ຄັນຊັ້ນ ເຮົາ​ຈະ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ​ໄດ້​ແນວໃດ? (ສຸພາ. 22:3) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ຄາຣີ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ຊ່ວຍ​ລາວ​ໃຫ້​ຕັດສິນໃຈ​ໄດ້​ດີ. ລາວ​ຮູ້​ວ່າ​ຜູ້​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ​ບໍ່​ຈຳເປັນ​ຕ້ອງ​ມີ​ກົດ​ສຳລັບ​ທຸກ​ເລື່ອງ. ລາວ​ບອກ​ວ່າ: “ຂ້ອຍ​ພະຍາຍາມ​ທີ່​ຈະ​ເຂົ້າໃຈ​ວ່າ​ພະເຢໂຫວາ​ຄິດ​ແນວໃດ​ຕໍ່​ເລື່ອງ​ຕ່າງໆ ບໍ່​ແມ່ນ​ຈະ​ເຮັດ​ແຕ່​ຕາມ​ກົດ​ເທົ່າ​ນັ້ນ.” ດັ່ງນັ້ນ ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ ຂໍ​ໃຫ້​ເຮົາ​ຖາມ​ຕົວເອງ​ວ່າ ‘ເລື່ອງ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ວ່າ​ພະເຢໂຫວາ​ຄິດ​ແນວໃດ? ເລື່ອງ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ບໍ? ຖ້າ​ແມ່ນ ຂ້ອຍ​ຈະ​ໄດ້​ຮັບ​ປະໂຫຍດ​ແນວໃດ​ເມື່ອ​ເຮັດ​ຕາມ​ຄຳ​ສອນ​ນີ້?’ (ເພງ. 19:7; ເອຊາ. 48:17, 18) ເມື່ອ​ເຮົາ​ອ່ານ​ແລະ​ຄິດຕຶກຕອງ​ເຖິງ​ຫຼັກການ​ໃນ​ຄຳພີໄບເບິນ ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ. ແລະ​ເມື່ອ​ເຮົາ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ ເຮົາ​ກໍ​ຈະ​ເຫັນ​ວ່າ​ບໍ່​ຈຳເປັນ​ຕ້ອງ​ມີ​ກົດ​ສຳລັບ​ທຸກ​ຢ່າງ ເພາະ​ເຮົາ​ຮູ້​ແລ້ວ​ວ່າ​ພະເຢໂຫວາ​ຄິດ​ແນວໃດ​ຕໍ່​ເລື່ອງ​ນັ້ນ.

ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຄົບຫາ​ກັບ​ໝູ່​ແບບ​ໃດ? (ເບິ່ງ​ຂໍ້ 13)

13. ໝູ່​ທີ່​ດີ​ຈະ​ຊ່ວຍ​ເຮົາ​ແນວໃດ? (ສຸພາສິດ 13:20)

13 ເລືອກ​ໝູ່​ທີ່​ຮັກ​ພະເຢໂຫວາ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ​ວ່າ ການ​ເລືອກ​ໝູ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ​ໄດ້. (ອ່ານ​ສຸພາສິດ 13:20) ພີ່ນ້ອງ​ຍິງ​ທີ່​ຊື່​ຊາຣາ​ເລີ່ມ​ຮູ້ສຶກ​ບໍ່​ມີ​ຄວາມສຸກ. ແຕ່​ມີ​ບາງ​ຢ່າງ​ທີ່​ຊ່ວຍ​ລາວ​ໃຫ້​ກັບ​ມາ​ມີ​ຄວາມສຸກ​ໄດ້​ອີກ​ເທື່ອ​ໜຶ່ງ. ລາວ​ບອກ​ວ່າ: “ຂ້ອຍ​ມີ​ໝູ່​ທີ່​ດີ​ໃນ​ເວລາ​ທີ່​ຕ້ອງການ​ພໍ​ດີ. ຂ້ອຍ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ສຶກສາ​ຫໍສັງເກດການ ນຳ​ກັນ​ທຸກ​ອາທິດ. ແລະ​ພີ່ນ້ອງ​ອີກ​ຄົນ​ໜຶ່ງ​ກໍ​ຊ່ວຍ​ຂ້ອຍ​ໃຫ້​ເລີ່ມ​ອອກ​ຄວາມຄິດ​ເຫັນ​ໃນ​ການ​ປະຊຸມ. ຍ້ອນ​ໝູ່​ໄດ້​ຊ່ວຍ​ຂ້ອຍ ຂ້ອຍ​ຈຶ່ງ​ໄດ້​ເລີ່ມ​ສຶກສາ​ສ່ວນ​ຕົວ​ແລະ​ອະທິດຖານ​ຈາກ​ໃຈ​ຫຼາຍ​ຂຶ້ນ. ນີ້​ເຮັດ​ໃຫ້​ຂ້ອຍ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ມີ​ຄວາມສຸກ​ໄດ້​ອີກ​ເທື່ອ​ໜຶ່ງ.”

14. ຈູລຽນ​ມີ​ໝູ່​ທີ່​ດີ​ໄດ້​ແນວໃດ?

14 ເຮົາ​ຈະ​ມີ​ໝູ່​ທີ່​ດີ​ໄດ້​ແນວໃດ? ພີ່ນ້ອງ​ຈູລຽນ​ເຊິ່ງ​ຕອນນີ້​ເປັນ​ຜູ້​ດູແລ​ບອກ​ວ່າ: “ຕອນ​ທີ່​ຂ້ອຍ​ຍັງ​ໜຸ່ມ ຂ້ອຍ​ໄດ້​ໝູ່​ທີ່​ດີ​ຫຼາຍ​ຄົນ​ເມື່ອ​ໄປ​ປະກາດ. ເຂົາເຈົ້າ​ເປັນ​ຄົນ​ທີ່​ຫ້າວຫັນ​ແລະ​ຊ່ວຍ​ຂ້ອຍ​ໃຫ້​ມ່ວນ​ກັບ​ວຽກ​ປະກາດ. ຂ້ອຍ​ຈຶ່ງ​ເລີ່ມ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ຮັບໃຊ້​ເຕັມ​ເວລາ. ຂ້ອຍ​ສັງເກດ​ເຫັນ​ວ່າ ການ​ຄົບຫາ​ແຕ່​ໝູ່​ລຸ້ນ​ດຽວ​ກັນ​ບໍ່​ໄດ້​ເປີດ​ໂອກາດ​ໃຫ້​ຂ້ອຍ​ເຈິ​ໝູ່​ທີ່​ດີ​ຫຼາຍ​ຄົນ. ຕໍ່ມາ​ຂ້ອຍ​ກໍ​ມີ​ໝູ່​ທີ່​ດີ​ຫຼາຍ​ຄົນ​ຢູ່​ເບເທນ. ຕົວຢ່າງ​ຂອງ​ເຂົາເຈົ້າ​ຊ່ວຍ​ຂ້ອຍ​ໃຫ້​ເລືອກ​ການ​ພັກຜ່ອນ​ຢ່ອນໃຈ​ທີ່​ດີ. ນີ້​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ.”

15. ໂປໂລ​ໄດ້​ເຕືອນ​ຕີໂມທຽວ​ແນວໃດ​ໃນ​ເລື່ອງ​ການ​ຄົບຫາ? (2 ຕີໂມທຽວ 2:20-22)

15 ຖ້າ​ເຮົາ​ເຫັນ​ວ່າ​ການ​ຄົບ​ຫາ​ກັບ​ບາງຄົນ​ໃນ​ປະຊາຄົມ​ຈະ​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ເຮົາ ເຮົາ​ຈະ​ເຮັດ​ແນວໃດ? ໂປໂລ​ຮູ້​ວ່າ​ບາງຄົນ​ໃນ​ປະຊາຄົມ​ບໍ່​ໄດ້​ໃຊ້​ຊີວິດ​ແບບ​ຄລິດສະຕຽນ. ລາວ​ຈຶ່ງ​ເຕືອນ​ຕີໂມທຽວ​ໃຫ້​ຢູ່​ຫ່າງໆ​ຈາກ​ຄົນ​ແບບນັ້ນ. (ອ່ານ 2 ຕີໂມທຽວ 2:20-22) ສາຍສຳພັນ​ຂອງ​ເຮົາ​ກັບ​ພະເຢໂຫວາ​ມີຄ່າ​ຫຼາຍ ແລະ​ເຮົາ​ກໍ​ພະຍາຍາມ​ຫຼາຍ​ແທ້ໆ​ເພື່ອ​ຈະ​ສະໜິດ​ກັບ​ເພິ່ນ. ດັ່ງນັ້ນ ເຮົາ​ບໍ່​ຄວນ​ຍອມ​ໃຫ້​ໃຜ​ກໍ​ຕາມ​ມາ​ທຳລາຍ​ສາຍສຳພັນ​ຂອງ​ເຮົາ​ກັບ​ພະເຢໂຫວາ.—ເພງ. 26:4

ການ​ຕັ້ງ​ເປົ້າໝາຍ​ຈະ​ຊ່ວຍ​ເຮົາ​ແນວໃດ​ໃຫ້​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ?

16. ເຈົ້າ​ຄວນ​ຕັ້ງ​ເປົ້າໝາຍ​ແນວໃດ?

16 ຕັ້ງ​ເປົ້າໝາຍ​ທີ່​ດີ. ໃຫ້​ຕັ້ງ​ເປົ້າໝາຍ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ມີ​ຄວາມເຊື່ອ​ເຂັ້ມແຂງ​ແລະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ​ຫຼາຍ​ຂຶ້ນ. (ອຟຊ. 3:16) ຕົວຢ່າງ​ເຊັ່ນ: ເຈົ້າ​ອາດຈະ​ປັບປຸງ​ການ​ອ່ານ​ຄຳພີໄບເບິນ​ແລະ​ການສຶກສາ​ສ່ວນ​ຕົວ. (ເພງ. 1:2, 3) ຫຼື​ເຈົ້າ​ອາດຈະ​ພະຍາຍາມ​ອະທິດຖານ​ຈາກ​ໃຈ​ແລະ​ອະທິດຖານ​ໃຫ້​ຫຼາຍ​ຂຶ້ນ. ຫຼື​ເຈົ້າ​ອາດຈະ​ເລືອກ​ດີໆ​ວ່າ​ຈະ​ພັກຜ່ອນ​ຢ່ອນໃຈ​ແນວໃດ​ແລະ​ໃຊ້​ເວລາ​ຫຼາຍ​ສ່ຳ​ໃດ. (ອຟຊ. 5:15, 16) ເມື່ອ​ພະເຢໂຫວາ​ເຫັນ​ວ່າ​ເຈົ້າ​ພະຍາຍາມ​ກ້າວໜ້າ​ຕໍ່ໆ​ໄປ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ ເພິ່ນ​ກໍ​ຈະ​ພໍໃຈ​ເຈົ້າ.

ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ຕັ້ງ​ເປົ້າໝາຍ​ຫຍັງ? (ເບິ່ງ​ຂໍ້ 17)

17. ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ການ​ຊ່ວຍເຫຼືອ​ຄົນອື່ນ?

17 ເຈົ້າ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ​ຫຼາຍ​ຂຶ້ນ​ເມື່ອ​ເຈົ້າ​ຊ່ວຍເຫຼືອ​ຄົນອື່ນ. ພະເຢຊູ​ບອກ​ວ່າ: “ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມສຸກ​ຫຼາຍ​ກວ່າ​ການ​ຮັບ.” (ກຈກ. 20:35) ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ​ຖ້າ​ເຈົ້າ​ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ຊ່ວຍ​ຄົນອື່ນ. ຕົວຢ່າງ​ເຊັ່ນ: ເຈົ້າ​ອາດ​ຕັ້ງເປົ້າໝາຍ​ທີ່​ຈະ​ຊ່ວຍເຫຼືອ​ພີ່ນ້ອງ​ທີ່​ສູງ​ອາຍຸ​ແລະ​ພີ່ນ້ອງ​ທີ່​ເຈັບ​ປ່ວຍ​ໃນ​ປະຊາຄົມ. ເຈົ້າ​ສາມາດ​ໄປ​ຊ່ວຍ​ຊື້ເຄື່ອງ​ຫຼື​ຊ່ວຍ​ເຂົາເຈົ້າ​ໃຫ້​ຮູ້​ວິທີ​ໃຊ້​ເຄື່ອງ​ເອເລັກໂຕຣນິກ. ຖ້າ​ເຈົ້າ​ເປັນ​ພີ່ນ້ອງ​ຊາຍ ເຈົ້າ​ອາດຈະ​ຕັ້ງ​ເປົ້າໝາຍ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລະ​ຊ່ວຍເຫຼືອ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ. (ຟລປ. 2:4) ນອກຈາກນັ້ນ ເຈົ້າ​ຍັງ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ຄົນອື່ນ​ໂດຍ​ບອກ​ເຂົາເຈົ້າ​ໃຫ້​ຮູ້ຈັກ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. (ມທ. 9:36, 37) ຖ້າ​ເປັນ​ໄປ​ໄດ້ ໃຫ້​ເຈົ້າ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ຮັບໃຊ້​ເຕັມ​ເວລາ.

18. ການຮັບໃຊ້​ເຕັມ​ເວລາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ແນວໃດ?

18 ຖ້າ​ເຮົາ​ຮັບໃຊ້​ເຕັມ​ເວລາ ເຮົາ​ກໍ​ຈະ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ. ການ​ເປັນ​ໄພໂອເນຍ​ຈະ​ເປີດ​ໂອກາດ​ໃຫ້​ເຈົ້າ​ໄດ້​ເຂົ້າ​ໂຮງຮຽນ​ຜູ້​ປະກາດ​ລາຊະອານາຈັກ ແລະ​ເຈົ້າ​ອາດຈະ​ໄດ້​ຮັບໃຊ້​ຢູ່​ເບເທນ​ຫຼື​ຊ່ວຍ​ວຽກ​ໃນ​ໂຄງການ​ກໍ່​ສ້າງ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ເກດລິນ​ເຊິ່ງ​ເປັນ​ໄພໂອເນຍ​ບອກ​ວ່າ: “ການ​ໄປ​ປະກາດ​ກັບ​ພີ່ນ້ອງ​ທີ່​ມີ​ປະສົບການ​ຊ່ວຍ​ຂ້ອຍ​ໃຫ້​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ. ຕົວຢ່າງ​ຂອງ​ເຂົາເຈົ້າ​ເຮັດ​ໃຫ້​ຂ້ອຍ​ຢາກ​ປັບປຸງ​ການສອນ​ແລະ​ສຶກສາ​ຄຳພີໄບເບິນ​ໃຫ້​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ.”

19. ເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່​ເມື່ອ​ເຈົ້າ​ກ້າວໜ້າ​ຕໍ່ໆ​ໄປ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ?

19 ເມື່ອ​ເຈົ້າ​ກ້າວໜ້າ​ຕໍ່ໆ​ໄປ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ ພະເຢໂຫວາ​ກໍ​ຈະ​ໃຫ້​ສິ່ງ​ດີໆ​ຫຼາຍ​ຢ່າງ​ກັບ​ເຈົ້າ. ເຈົ້າ​ຈະ​ບໍ່​ຕ້ອງ​ເສຍ​ເວລາ​ແລະ​ກຳລັງ​ຕອນ​ທີ່​ຍັງ​ໜຸ່ມ​ໄປ​ກັບ​ສິ່ງ​ທີ່​ບໍ່​ມີຄ່າ. (1 ຢຮ. 2:17) ແລະ​ເຈົ້າ​ຈະ​ບໍ່​ຕ້ອງ​ເຈັບ​ປວດ​ໃຈ​ຈາກ​ການ​ຕັດສິນໃຈ​ທີ່​ບໍ່​ດີ ແຕ່​ເຈົ້າ​ຈະ​ປະສົບ​ຄວາມ​ສຳເລັດ​ແລະ​ມີ​ຄວາມສຸກ​ແທ້. (ສຸພາ. 16:3) ຕົວຢ່າງ​ທີ່​ດີ​ຂອງ​ເຈົ້າ​ຈະ​ໃຫ້​ກຳລັງໃຈ​ພີ່ນ້ອງ​ທຸກ​ຄົນ​ທັງ​ຜູ້​ທີ່​ຍັງ​ໜຸ່ມ​ແລະ​ຜູ້​ສູງອາຍຸ. (1 ຕມ. 4:12) ແລະ​ທີ່​ສຳຄັນ​ທີ່ສຸດ ເຈົ້າ​ຈະ​ມີ​ຄວາມສຸກ​ແລະ​ຄວາມ​ອີ່ມໃຈ​ພໍໃຈ​ຈາກ​ການ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ​ແລະ​ການ​ມີ​ສາຍສຳພັນ​ທີ່​ໃກ້ຊິດ​ກັບ​ເພິ່ນ.—ສຸພາ. 23:15, 16

ເພງ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

a ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ທຸກ​ຄົນ​ດີໃຈ​ຫຼາຍ​ເມື່ອ​ເຫັນ​ຜູ້​ທີ່​ຍັງ​ໜຸ່ມ​ຮັບ​ບັບເຕມາ. ແຕ່​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ຮັບ​ບັບເຕມາ​ແລ້ວ ເຂົາເຈົ້າ​ກໍ​ຕ້ອງ​ພະຍາຍາມ​ກ້າວໜ້າ​ຕໍ່ໆ​ໄປ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ. ເຖິງ​ວ່າ​ບົດ​ຄວາມ​ນີ້​ຈະ​ເວົ້າ​ເຖິງ​ວິທີ​ທີ່​ຜູ້​ທີ່​ຍັງ​ໜຸ່ມ​ເຊິ່ງ​ຫາ​ກໍ​ຮັບ​ບັບເຕມາ​ຈະ​ເປັນ​ຜູ້​ໃຫຍ່​ທາງ​ຄວາມເຊື່ອ ແຕ່​ເຮົາ​ທຸກ​ຄົນ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ບົດ​ຄວາມ​ນີ້​ຄື​ກັນ.

b ຊື່​ສົມມຸດ