ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 33

ພະເຢໂຫວາ​ເບິ່ງແຍງ​ປະຊາຊົນ​ຂອງ​ເພິ່ນ

ພະເຢໂຫວາ​ເບິ່ງແຍງ​ປະຊາຊົນ​ຂອງ​ເພິ່ນ

“ພະເຢໂຫວາ​ເຝົ້າ​ເບິ່ງ​ຄົນ​ທີ່​ນັບຖື​ເພິ່ນ.”—ເພງ. 33:18, ລ.ມ.

ເພງ 4 “ພະເຢໂຫວາ​ເປັນ​ຜູ້​ລ້ຽງ​ຂ້ອຍ”

ໃຈ​ຄວາມ​ສຳຄັນ a

1. ເປັນຫຍັງ​ພະເຢຊູ​ຈຶ່ງ​ຂໍ​ໃຫ້​ພະເຢໂຫວາ​ປົກປ້ອງ​ພວກ​ລູກສິດ​ຂອງ​ເພິ່ນ?

 ໃນ​ຄືນ​ກ່ອນ​ທີ່​ພະເຢຊູ​ຈະ​ຕາຍ ເພິ່ນ​ໄດ້​ອະທິດຖານ​ຂໍ​ໃຫ້​ພະເຢໂຫວາ​ປົກປ້ອງ​ພວກ​ລູກສິດ​ຂອງ​ເພິ່ນ. (ຢຮ. 17:15, 20) ທີ່​ຈິງ ພະເຢໂຫວາ​ພ້ອມ​ທີ່​ຈະ​ເບິ່ງແຍງ​ແລະ​ປົກປ້ອງ​ປະຊາຊົນ​ຂອງ​ເພິ່ນ​ຢູ່​ແລ້ວ. ແຕ່​ພະເຢຊູ​ຮູ້​ວ່າ​ລູກສິດ​ຂອງ​ເພິ່ນ​ຈະ​ຖືກ​ຊາຕານ​ໂຈມຕີ​ຢ່າງ​ໜັກ. ດັ່ງນັ້ນ ເຂົາເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ເພື່ອ​ຈະ​ຮັບ​ມື​ກັບ​ການ​ໂຈມຕີ​ຂອງ​ຊາຕານ​ໄດ້.

2. ຕາມ​ຄຳເພງ 33:18-20 ເມື່ອ​ເຮົາ​ເຈິ​ບັນຫາ ເປັນຫຍັງ​ເຮົາ​ບໍ່​ຕ້ອງ​ຢ້ານ?

2 ຍ້ອນ​ຊາຕານ​ປົກຄອງ​ໂລກ​ນີ້ ເຮົາ​ຈຶ່ງ​ເຈິ​ບັນຫາ​ຫຼາຍ​ຢ່າງ. ບັນຫາ​ເຫຼົ່ານີ້​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້ໃຈ​ແລະ​ຍາກ​ທີ່​ຈະ​ສັດຊື່​ຕໍ່​ພະເຢໂຫວາ. ແຕ່​ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ເຫັນ​ວ່າ​ເຮົາ​ບໍ່​ຕ້ອງ​ຢ້ານ​ບັນຫາ​ເຫຼົ່າ​ນັ້ນ ເພາະ​ພະເຢໂຫວາ​ເບິ່ງແຍງ​ເຮົາ ເຫັນ​ບັນຫາ​ທີ່​ເຮົາ​ເຈິ ແລະ​ພ້ອມ​ທີ່​ຈະ​ຊ່ວຍເຫຼືອ​ເຮົາ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ສອງ​ຄົນ​ທີ່​ຢູ່​ໃນ​ຄຳພີໄບເບິນ​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ “ພະເຢໂຫວາ​ເຝົ້າ​ເບິ່ງ​ຄົນ​ທີ່​ຢ້ານຢຳ​ພະອົງ” ແນວໃດ.—ອ່ານ​ຄຳເພງ 33:18-20, ລ.ມ. b

ເມື່ອ​ເຮົາ​ຮູ້ສຶກ​ໂດດ​ດ່ຽວ

3. ເຮົາ​ອາດຈະ​ຮູ້ສຶກ​ໂດດ​ດ່ຽວ​ຕອນ​ໃດ​ແດ່?

3 ເຖິງ​ວ່າ​ເຮົາ​ຈະ​ຢູ່​ໃນ​ຄອບຄົວ​ຂອງ​ພະເຢໂຫວາ​ທີ່​ມີ​ພີ່ນ້ອງ​ຕະຫຼອດ​ທົ່ວ​ໂລກ ແຕ່​ບາງເທື່ອ​ເຮົາ​ອາດ​ຮູ້ສຶກ​ໂດດ​ດ່ຽວ. ຕົວຢ່າງ​ເຊັ່ນ: ໄວລຸ້ນ​ອາດ​ຮູ້ສຶກ​ໂດດ​ດ່ຽວ​ຕອນ​ທີ່​ອະທິບາຍ​ຄວາມເຊື່ອ​ໃຫ້​ໝູ່​ຢູ່​ໂຮງຮຽນ​ຟັງ ຫຼື​ຕອນ​ທີ່​ຍ້າຍ​ໄປ​ປະຊາຄົມ​ໃໝ່. ພວກ​ເຮົາ​ບາງຄົນ​ອາດ​ຮູ້ສຶກ​ເສົ້າ​ແລະ​ຄິດ​ໃນ​ແງ່​ລົບ ແລະ​ຄິດ​ວ່າ​ເຮົາ​ສາມາດ​ຈັດການ​ກັບ​ຄວາມ​ຮູ້ສຶກ​ນີ້​ໄດ້​ດ້ວຍ​ຕົວເອງ. ເຮົາ​ອາດ​ບໍ່​ກ້າ​ເວົ້າ​ໃຫ້​ໃຜ​ຟັງ​ຍ້ອນ​ຄິດ​ວ່າ​ບໍ່​ມີ​ໃຜ​ເຂົ້າໃຈ ແລະ​ບາງເທື່ອ​ກໍ​ຄິດ​ວ່າ​ບໍ່​ມີ​ໃຜ​ສົນໃຈ​ເຮົາ​ແທ້ໆ​ດອກ. ບໍ່​ວ່າ​ເຮົາ​ຈະ​ຮູ້ສຶກ​ໂດດ​ດ່ຽວ​ຍ້ອນ​ບັນຫາ​ໃດ​ກໍ​ຕາມ ຄວາມ​ຮູ້ສຶກ​ນັ້ນ​ກໍ​ເຮັດ​ໃຫ້​ເຮົາ​ອຸກໃຈ​ແລະ​ບໍ່​ມີ​ຄວາມຫວັງ. ແຕ່​ພະເຢໂຫວາ​ບໍ່​ຢາກ​ໃຫ້​ເຮົາ​ຮູ້ສຶກ​ແບບນັ້ນ. ເຮົາ​ຮູ້​ໄດ້​ແນວໃດ?

4. ເປັນຫຍັງ​ຜູ້ພະຍາກອນ​ເອລີຢາ​ຈຶ່ງ​ເວົ້າ​ວ່າ “ຕອນນີ້​ເຫຼືອ​ແຕ່​ລູກ​ຄົນ​ດຽວ”?

4 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່​ຄົນ​ໜຶ່ງ​ທີ່​ຊື່​ເອລີຢາ. ຍ້ອນ​ເຢເຊເບນ​ສາບານ​ວ່າ​ຈະ​ຂ້າ​ລາວ ລາວ​ຈຶ່ງ​ໄດ້​ແລ່ນ​ໜີ​ຫຼາຍ​ກວ່າ 40 ມື້ເພື່ອ​ເອົາ​ຊີວິດ​ລອດ. (1ກສ. 19:1-9) ໃນທີ່ສຸດ ລາວ​ກໍ​ໄປ​ລີ້​ຢູ່​ຖ້ຳ​ຄົນ​ດຽວ. ລາວ​ເວົ້າ​ກັບ​ພະເຢໂຫວາ​ວ່າ “ຕອນນີ້ [ຜູ້ພະຍາກອນ] ເຫຼືອ​ແຕ່​ລູກ​ຄົນ​ດຽວ.” (1ກສ. 19:10, ລ.ມ.) ແຕ່​ທີ່​ຈິງ​ຍັງ​ມີ​ຜູ້ພະຍາກອນ​ຄົນອື່ນໆ​ທີ່​ຢູ່​ໃນ​ອິດສະຣາເອນ ຍ້ອນ​ໂອບາດີຢາ​ໄດ້​ຊ່ວຍ​ຜູ້ພະຍາກອນ​ຂອງ​ພະເຢໂຫວາ 100 ຄົນ​ໃຫ້​ລອດ​ຈາກ​ເຢເຊເບນ. (1ກສ. 18:7, 13) ແລ້ວ​ເປັນຫຍັງ​ເອລີຢາ​ຈຶ່ງ​ຮູ້ສຶກ​ໂດດ​ດ່ຽວ? ລາວ​ຄິດ​ວ່າ​ຜູ້ພະຍາກອນ​ຄົນອື່ນໆ​ທີ່​ໂອບາດີຢາ​ໄດ້​ຊ່ວຍ​ໄວ້​ຕາຍ​ໝົດ​ແລ້ວ​ບໍ? ຫຼື​ລາວ​ອາດ​ຮູ້ສຶກ​ໂດດ​ດ່ຽວ​ຍ້ອນ​ບໍ່​ມີ​ໃຜ​ມາ​ຢູ່​ຝ່າຍ​ພະເຢໂຫວາ​ກັບ​ລາວ​ຕອນ​ທີ່​ທົດສອບ​ວ່າ​ໃຜ​ເປັນ​ພະເຈົ້າ​ອົງ​ທ່ຽງແທ້​ຢູ່​ທີ່​ພູ​ກາເມນ? ຫຼື​ລາວ​ອາດ​ຮູ້ສຶກ​ໂດດ​ດ່ຽວ​ຍ້ອນ​ຄິດ​ວ່າ​ບໍ່​ມີ​ໃຜ​ຮູ້​ວ່າ​ລາວ​ຕ້ອງ​ເຈິ​ອັນຕະລາຍ​ຫຼາຍ​ສ່ຳ​ໃດ ຫຼື​ລາວ​ອາດ​ຄິດ​ວ່າ​ບໍ່​ມີ​ໃຜ​ສົນໃຈ​ລາວ​ເລີຍ. ຄຳພີໄບເບິນ​ບໍ່​ໄດ້​ອະທິບາຍ​ຄວາມ​ຮູ້ສຶກ​ທັງໝົດ​ຂອງ​ເອລີຢາ ແຕ່​ເຮົາ​ໝັ້ນໃຈ​ວ່າ​ພະເຢໂຫວາ​ເຂົ້າໃຈ​ເຫດຜົນ​ທີ່​ເອລີຢາ​ຮູ້ສຶກ​ໂດດ​ດ່ຽວ​ແລະ​ເພິ່ນ​ຮູ້​ວ່າ​ຈະ​ຊ່ວຍ​ລາວ​ແນວໃດ.

ເມື່ອ​ເຮົາ​ຮູ້ສຶກ​ໂດດ​ດ່ຽວ ເຮົາ​ຈະ​ໄດ້​ຮັບ​ກຳລັງໃຈ​ຈາກ​ວິທີ​ທີ່​ພະເຢໂຫວາ​ຊ່ວຍ​ເອລີຢາ​ແນວໃດ? (ເບິ່ງ​ຂໍ້ 5-6)

5. ພະເຢໂຫວາ​ໄດ້​ເຮັດ​ໃຫ້​ເອລີຢາ​ໝັ້ນໃຈ​ແນວໃດ​ວ່າ ລາວ​ບໍ່​ໄດ້​ຢູ່​ຄົນ​ດຽວ?

5 ພະເຢໂຫວາ​ໄດ້​ຊ່ວຍ​ເອລີຢາ​ໃນ​ຫຼາຍ​ວິທີ. ເພິ່ນ​ໄດ້​ຊວນ​ເອລີຢາ​ລົມ​ໂດຍ​ຖາມ​ລາວ​ຕັ້ງ​ສອງ​ເທື່ອ​ວ່າ “ເອລີຢາ ເຈົ້າ​ມາ​ເຮັດ​ຫຍັງ​ຢູ່​ນີ້?” (1ກສ. 19:9, 13, ລ.ມ.) ແລະ​ທຸກ​ເທື່ອ​ທີ່​ເອລີຢາ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ເພິ່ນ ເພິ່ນ​ກໍ​ໄດ້​ຕັ້ງໃຈ​ຟັງ​ລາວ​ແລະ​ຕອບ​ລາວ​ໂດຍ​ເຮັດ​ໃຫ້​ລາວ​ເຫັນ​ວ່າ​ເພິ່ນ​ຢູ່​ກັບ​ລາວ​ແລະ​ເພິ່ນ​ມີ​ລິດ​ອຳນາດ​ຫຼາຍ. ນອກຈາກນັ້ນ ພະເຢໂຫວາ​ຍັງ​ໄດ້​ເຮັດ​ໃຫ້​ເອລີຢາ​ໝັ້ນໃຈ​ວ່າ​ຍັງ​ມີ​ຜູ້​ຮັບໃຊ້​ເພິ່ນ​ອີກ​ຫຼາຍ​ຄົນ​ຢູ່​ໃນ​ອິດສະຣາເອນ. (1ກສ. 19:11, 12, 18) ເອລີຢາ​ຄື​ຊິ​ຮູ້ສຶກ​ໂລ່ງໃຈ​ຫຼາຍ​ແທ້ໆ​ເມື່ອ​ໄດ້​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະເຢໂຫວາ​ແລະ​ເຫັນ​ວິທີ​ທີ່​ເພິ່ນ​ຕອບ​ລາວ. ພະເຢໂຫວາ​ຍັງ​ໄດ້​ໃຫ້​ວຽກ​ມອບໝາຍ​ທີ່​ສຳຄັນ​ກັບ​ເອລີຢາ​ໂດຍ​ໃຫ້​ລາວ​ແຕ່ງຕັ້ງ​ຮາຊາເອນ​ເປັນ​ກະສັດ​ຊີເຣຍ ແຕ່ງຕັ້ງ​ເຢຮູ​ເປັນ​ກະສັດ​ອິດສະຣາເອນ ແລະ​ແຕ່ງຕັ້ງ​ເອລີຊາ​ເປັນ​ຜູ້ພະຍາກອນ. (1ກສ. 19:15, 16) ພະເຢໂຫວາ​ໄດ້​ຊ່ວຍ​ເອລີຢາ​ໃຫ້​ຄິດເຖິງ​ສິ່ງ​ດີໆ​ໂດຍ​ທາງ​ວຽກ​ມອບໝາຍ​ເຫຼົ່ານີ້. ນອກຈາກນັ້ນ ພະເຢໂຫວາ​ຍັງ​ໃຫ້​ເອລີຊາມາ​ເປັນ​ໝູ່​ສະໜິດ​ກັບ​ລາວ. ແລ້ວ​ເຈົ້າ​ເດ ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ແນວໃດ​ເມື່ອ​ຮູ້ສຶກ​ໂດດ​ດ່ຽວ?

6. ເຮົາ​ຈະ​ອະທິດຖານ​ເລື່ອງ​ຫຍັງ​ແດ່​ເມື່ອ​ເຮົາ​ຮູ້ສຶກ​ໂດດ​ດ່ຽວ? (ຄຳເພງ 62:8)

6 ພະເຢໂຫວາ​ເຊີນ​ເຮົາ​ໃຫ້​ອະທິດຖານ​ເຖິງ​ເພິ່ນ. ເພິ່ນ​ຮູ້​ວ່າ​ເຮົາ​ເຈິ​ບັນຫາ​ຫຍັງ​ມາ​ແດ່. ເພິ່ນ​ຢາກ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ແລະ​ບໍ່​ວ່າ​ເຮົາ​ຈະ​ອະທິດຖານ​ຫາ​ເພິ່ນ​ຕອນ​ໃດ ເພິ່ນ​ກໍ​ພ້ອມ​ທີ່​ຈະ​ຟັງ. (ສຸພາ. 15:8; 1 ທຊ. 5:17) ແລ້ວ​ເຮົາ​ຈະ​ອະທິດຖານ​ເລື່ອງ​ຫຍັງ​ແດ່​ເມື່ອ​ຮູ້ສຶກ​ໂດດ​ດ່ຽວ? ເຮົາ​ສາມາດ​ເຮັດ​ຄື​ກັບ​ເອລີຢາ​ໂດຍ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະເຢໂຫວາ. (ອ່ານ​ຄຳເພງ 62:8) ບອກ​ເພິ່ນ​ໃຫ້​ຮູ້​ວ່າ​ເຮົາ​ກັງວົນ​ເລື່ອງ​ຫຍັງ ຮູ້ສຶກ​ແນວໃດ ແລະ​ຂໍ​ເພິ່ນ​ໃຫ້​ຊ່ວຍ​ເຮົາ​ຮັບ​ມື​ກັບ​ບັນຫາ​ນັ້ນ​ໄດ້. ຕົວຢ່າງ​ເຊັ່ນ: ຖ້າ​ເຮົາ​ຮູ້ສຶກ​ໂດດ​ດ່ຽວ​ແລະ​ຢ້ານ​ຕອນ​ທີ່​ໝູ່​ຖາມ​ເລື່ອງ​ຄວາມເຊື່ອ ໃຫ້​ຂໍ​ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ກ້າ​ເວົ້າ​ເລື່ອງ​ຄວາມເຊື່ອ​ນຳ​ໝູ່ ແລະ​ຂໍ​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ອະທິບາຍ​ເລື່ອງ​ຄວາມເຊື່ອ​ນຳ​ໝູ່​ຢ່າງ​ໜັກແໜ້ນ​ແຕ່​ກໍ​ເຮັດ​ແບບ​ອ່ອນ​ໂຍນ. (ລກ. 21:14, 15) ແລະ​ຖ້າ​ເຮົາ​ຮູ້ສຶກ​ທໍ້ໃຈ​ຫຼື​ຄິດ​ໃນ​ແງ່​ລົບ ໃຫ້​ຂໍ​ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ກ້າ​ລົມ​ກັບ​ພີ່ນ້ອງ​ທີ່​ມີ​ປະສົບການ​ແລະ​ພີ່ນ້ອງ​ທີ່​ເຂົ້າໃຈ​ເຮົາ. ໃຫ້​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະເຢໂຫວາ ສັງເກດ​ວ່າ​ເພິ່ນ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແນວໃດ ແລະ​ຍອມ​ຮັບ​ການ​ຊ່ວຍເຫຼືອ​ຈາກ​ຄົນອື່ນ. ເມື່ອ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ຮູ້ສຶກ​ດີ​ຂຶ້ນ.

ເຈົ້າ​ໄດ້​ຫາ​ວິທີ​ທີ່​ຈະ​ປະກາດ​ຫຼາຍ​ຂຶ້ນ​ແລະ​ລົມ​ກັບ​ຄົນອື່ນ​ບໍ? (ເບິ່ງ​ຂໍ້ 7)

7. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ມໍຣິຊີໂອ?

7 ພະເຢໂຫວາ​ໃຫ້​ເຮົາ​ມີ​ວຽກ​ທີ່​ດີ​ຫຼາຍ​ຢ່າງ. ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ສັງເກດ​ເຫັນ​ແລະ​ເຫັນຄ່າ​ວຽກ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ ບໍ່​ວ່າ​ຈະ​ເປັນ​ວຽກ​ປະກາດ​ຫຼື​ວຽກ​ໃນ​ປະຊາຄົມ. (ເພງ. 110:3) ແລ້ວ​ການ​ເຮັດ​ວຽກ​ມອບໝາຍ​ເຫຼົ່ານີ້​ຊ່ວຍ​ເຮົາ​ແນວໃດ​ເມື່ອ​ຮູ້ສຶກ​ໂດດ​ດ່ຽວ? ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ມໍຣິຊີໂອ. c ບໍ່​ດົນ​ຫຼັງ​ຈາກ​ທີ່​ມໍຣິຊີໂອ​ຮັບ​ບັບເຕມາ ໝູ່​ສະໜິດ​ຂອງ​ລາວ​ກໍ​ອອກ​ຈາກ​ຄວາມຈິງ. ລາວ​ບອກ​ວ່າ: “ເມື່ອ​ໝູ່​ຖິ້ມ​ພະເຢໂຫວາ ຂ້ອຍ​ເລີ່ມ​ບໍ່​ໝັ້ນໃຈ​ໃນ​ຕົວເອງ​ແລະ​ຢ້ານ​ວ່າ​ຈະ​ເຮັດ​ຕາມ​ທີ່​ສັນຍາ​ກັບ​ພະເຢໂຫວາ​ບໍ່​ໄດ້​ແລະ​ອອກ​ໄປ​ຈາກ​ຄອບຄົວ​ຂອງ​ເພິ່ນ. ຂ້ອຍ​ຮູ້ສຶກ​ໂດດ​ດ່ຽວ​ຫຼາຍ​ແລະ​ຄິດ​ວ່າ​ບໍ່​ມີ​ໃຜ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຂ້ອຍ​ເລີຍ.” ແລ້ວ​ສິ່ງ​ໃດ​ຊ່ວຍ​ມໍຣິຊີໂອ​ໄດ້? ລາວ​ບອກ​ວ່າ “ຂ້ອຍ​ພະຍາຍາມ​ເຮັດ​ວຽກ​ປະກາດ​ໃຫ້​ຫຼາຍ​ຂຶ້ນ. ນີ້​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ຄິດເຖິງ​ແຕ່​ຕົວເອງ​ແລະ​ບໍ່​ຄິດ​ໃນ​ແງ່​ລົບ. ຂ້ອຍ​ມີ​ຄວາມສຸກ​ຫຼາຍ​ຕອນ​ທີ່​ເຮັດ​ວຽກ​ປະກາດ​ກັບ​ພີ່ນ້ອງ.” ເຖິງ​ວ່າ​ເຮົາ​ຈະ​ບໍ່​ສາມາດ​ໄປ​ປະກາດ​ກັບ​ພີ່ນ້ອງ​ແບບ​ເຫັນ​ໜ້າ​ກັນ​ແທ້ໆ ແຕ່​ເຮົາ​ກໍ​ໄດ້​ຮັບ​ກຳລັງໃຈ​ທີ່​ໄດ້​ປະກາດ​ກັບ​ພີ່ນ້ອງ​ທາງ​ໂທລະສັບ​ແລະ​ຂຽນ​ຈົດໝາຍ. ມີ​ສິ່ງ​ໃດ​ອີກ​ທີ່​ຊ່ວຍ​ມໍຣິຊີໂອ? ລາວ​ບອກ​ວ່າ: “ຂ້ອຍ​ຍັງ​ໄດ້​ເຮັດ​ຫຼາຍ​ຢ່າງ​ໃນ​ປະຊາຄົມ. ຂ້ອຍ​ຕັ້ງໃຈ​ທີ່​ຈະ​ກຽມ​ການ​ປະຊຸມ​ແລະ​ສ່ວນ​ມອບໝາຍ​ຕ່າງໆ​ທີ່​ໄດ້​ຮັບ​ເປັນ​ຢ່າງ​ດີ. ການ​ເຮັດ​ແບບ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ຮູ້ສຶກ​ວ່າ​ພະເຢໂຫວາ​ແລະ​ພີ່ນ້ອງ​ເຫັນຄ່າ​ສິ່ງ​ທີ່​ຂ້ອຍ​ເຮັດ.”

ເມື່ອ​ເຮົາ​ຮູ້ສຶກ​ທໍ້ໃຈ​ກັບ​ບັນຫາ​ຫຼາຍ​ຢ່າງ

8. ເຮົາ​ຮູ້ສຶກ​ແນວໃດ​ເມື່ອ​ເຈິ​ບັນຫາ​ຫຼາຍ​ຢ່າງ?

8 ເຮົາ​ຄາດໝາຍ​ໄດ້​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ຫຼາຍ​ຢ່າງ​ໃນ​ສະໄໝ​ສຸດທ້າຍ. (2 ຕມ. 3:1) ແຕ່​ເຮົາ​ອາດຈະ​ຕົກໃຈ​ເມື່ອ​ເຈິ​ບັນຫາ​ທີ່​ບໍ່​ຄາດ​ຄິດ​ຫຼື​ເມື່ອ​ບັນຫາ​ເຫຼົ່າ​ນັ້ນ​ມາ​ຕອນ​ທີ່​ເຮົາ​ບໍ່​ໄດ້​ຕັ້ງ​ໂຕເຊັ່ນ: ເຮົາ​ອາດຈະ​ມີ​ບັນຫາ​ເລື່ອງ​ເງິນ ບັນຫາ​ສຸຂະພາບ ຫຼື​ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ. ເມື່ອ​ເຈິ​ບັນຫາ​ແບບ​ນີ້​ເຮົາ​ອາດຈະ​ຮູ້ສຶກ​ທໍ້ໃຈ ແລະ​ຖ້າ​ເຮົາ​ມີ​ບັນຫາ​ຫຼາຍ​ຢ່າງ​ພ້ອມໆ​ກັນ ເຮົາ​ກໍ​ແຮ່ງ​ຈະ​ຮູ້ສຶກ​ໜັກ​ໃຈ​ຫຼາຍ​ກວ່າ​ນີ້. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະເຢໂຫວາ​ເຫັນ​ບັນຫາ​ທຸກ​ຢ່າງ​ທີ່​ເຮົາ​ເຈິ ແລະ​ເພິ່ນ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ບັນຫາ​ເຫຼົ່າ​ນັ້ນ​ໄປ​ໄດ້.

9. ຂໍ​ໃຫ້​ເລົ່າ​ວ່າ​ໂຢບ​ເຈິ​ບັນຫາ​ຫຍັງ​ແດ່.

9 ໃຫ້​ເຮົາ​ຄິດເຖິງ​ເລື່ອງ​ຂອງ​ໂຢບ​ຜູ້​ທີ່​ສັດຊື່​ຕໍ່​ພະເຢໂຫວາ. ລາວ​ເຈິ​ບັນຫາ​ຫຼາຍ​ຢ່າງ​ພ້ອມໆ​ກັນ. ພາຍ​ໃນ​ມື້​ດຽວ​ຝູງ​ສັດ​ຂອງ​ລາວ​ຖືກ​ລັກ​ໄປ​ໝົດ ຜູ້​ຮັບໃຊ້​ກໍ​ຖືກ​ຂ້າ ແລະ​ລູກ​ທຸກ​ຄົນ​ກໍ​ຕາຍ. (ໂຢບ 1:13-19) ໂຢບ​ເສຍໃຈ​ກັບ​ເລື່ອງ​ເຫຼົ່ານີ້​ຫຼາຍ​ຢູ່​ແລ້ວ ແຕ່​ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ລາວ​ກໍ​ພັດ​ມາ​ເປັນ​ພະຍາດ​ຮ້າຍແຮງ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ຫຼາຍ. (ໂຢບ 2:7) ເມື່ອ​ໂຢບ​ເຈິ​ບັນຫາ​ທີ່​ໜັກ​ໜ່ວງ​ແບບ​ນີ້ ລາວ​ກໍ​ເລີຍ​ເວົ້າ​ວ່າ: “ລູກ​ຊັງ​ຊີວິດ​ຂອງ​ລູກ. ລູກ​ບໍ່​ຢາກ​ຢູ່​ຕໍ່ໄປ​ແລ້ວ.”—ໂຢບ 7:16, ລ.ມ.

ພະເຢໂຫວາ​ບອກ​ໂຢບ​ໃຫ້​ຮູ້​ວ່າ​ເພິ່ນ​ເບິ່ງ​ແຍງ​ສິ່ງ​ຕ່າງໆ​ທີ່​ເພິ່ນ​ສ້າງ​ແນວໃດ​ເພື່ອ​ໂຢບ​ຈະ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຮັກ​ລາວ​ແລະ​ຈະ​ເບິ່ງ​ແຍງ​ລາວ (ເບິ່ງ​ຂໍ້ 10)

10. ພະເຢໂຫວາ​ຊ່ວຍ​ໂຢບ​ໃຫ້​ອົດທົນ​ກັບ​ບັນຫາ​ແນວໃດ? (ເບິ່ງ​ຮູບ​ໜ້າ​ປົກ)

10 ພະເຢໂຫວາ​ເບິ່ງແຍງ​ໂຢບ. ຍ້ອນ​ພະເຢໂຫວາ​ຮັກ​ໂຢບ ເພິ່ນ​ຈຶ່ງ​ຊ່ວຍ​ໂຢບ​ໃຫ້​ອົດທົນ​ກັບ​ບັນຫາ​ແລະ​ສັດຊື່​ຕໍ່​ເພິ່ນ​ໄດ້. ພະເຢໂຫວາ​ໄດ້​ເວົ້າ​ກັບ​ໂຢບ​ແລະ​ເຕືອນ​ລາວ​ໃຫ້​ນຶກ​ເຖິງ​ສິ່ງ​ທີ່​ເພິ່ນ​ສ້າງ ເຊິ່ງ​ສະແດງ​ເຖິງ​ຄວາມ​ຮັກ​ແລະ​ສະຕິປັນຍາ​ຂອງ​ເພິ່ນ. ເພິ່ນ​ໄດ້​ເວົ້າເຖິງ​ສັດ​ຫຼາຍ​ຊະນິດ​ທີ່​ເປັນ​ຕາງຶດ​ແລະ​ໜ້າ​ປະທັບໃຈ. (ໂຢບ 38:1, 2; 39:9, 13, 19, 27; 40:15; 41:1, 2) ເພິ່ນ​ຍັງ​ໄດ້​ໃຊ້​ເອລີຮູ​ມາ​ໃຫ້​ກຳລັງໃຈ​ໂຢບ ແລະ​ເຮັດ​ໃຫ້​ໂຢບ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ໃຫ້​ລາງວັນ​ກັບ​ຜູ້​ທີ່​ອົດທົນ. ແຕ່​ພະເຢໂຫວາ​ຍັງ​ໃຊ້​ເອລີຮູ​ມາ​ໃຫ້​ຄຳແນະນຳ​ໂຢບ​ໂດຍ​ຊ່ວຍ​ໂຢບ​ໃຫ້​ຄິດເຖິງ​ພາບ​ລວມ​ເລື່ອງ​ຄວາມ​ຍິ່ງໃຫຍ່​ຂອງ​ເພິ່ນ ນີ້​ຊ່ວຍ​ໃຫ້​ໂຢບ​ບໍ່ ຄິດເຖິງ​ຕົວເອງ​ຫຼາຍ​ເກີນ​ໄປ. (ໂຢບ 37:14) ນອກຈາກນັ້ນ ພະເຢໂຫວາ​ຍັງ​ມອບໝາຍ​ວຽກ​ບາງ​ຢ່າງ​ໃຫ້​ໂຢບ​ໂດຍ​ໃຫ້​ລາວ​ອະທິດຖານ​ເພື່ອ​ໝູ່​ສາມ​ຄົນ​ທີ່​ເຮັດ​ຜິດ. (ໂຢບ 42:8-10) ແລ້ວ​ໃນ​ທຸກ​ມື້​ນີ້ ພະເຢໂຫວາ​ຊ່ວຍ​ເຮົາ​ແນວໃດ​ເມື່ອ​ມີ​ບັນຫາ?

11. ຄຳພີໄບເບິນ​ຊ່ວຍ​ເຮົາ​ແນວໃດ​ເມື່ອ​ມີ​ບັນຫາ?

11 ເຖິງ​ວ່າ​ພະເຢໂຫວາ​ບໍ່​ໄດ້​ເວົ້າ​ກັບ​ເຮົາ​ໂດຍ​ກົງ​ຄື​ກັບ​ທີ່​ເວົ້າ​ກັບ​ໂຢບ ແຕ່​ເພິ່ນ​ກໍ​ເວົ້າ​ກັບ​ເຮົາ​ໂດຍ​ທາງ​ຄຳພີໄບເບິນ. (ໂຣມ 15:4) ເພິ່ນ​ໃຫ້​ກຳລັງໃຈ​ເຮົາ​ໂດຍ​ໃຫ້​ເຮົາ​ມີ​ຄວາມຫວັງ​ທີ່​ດີ​ເລີດ​ໃນ​ອະນາຄົດ. ໃຫ້​ເຮົາ​ມາ​ເບິ່ງ​ຂໍ້​ຄຳພີ​ບາງ​ຂໍ້​ທີ່​ໃຫ້​ກຳລັງໃຈ​ເມື່ອ​ເຮົາ​ເຈິ​ບັນຫາ. ພະເຢໂຫວາ​ບອກ​ເຮົາ​ຜ່ານ​ທາງ​ຄຳພີໄບເບິນ​ວ່າ ຈະ​ບໍ່​ມີ​ສິ່ງ​ໃດ​ເຊິ່ງ​ລວມ​ເຖິງ​ບັນຫາ​ທີ່​ໜັກ​ໜ່ວງ​ມາ “ຂັດ​ຂວາງ​ຄວາມ​ຮັກ​ທີ່​ພະເຈົ້າ​ສະແດງ​ຕໍ່​ພວກ​ເຮົາ.” (ຣມ. 8:38, 39) ແລະ​ເພິ່ນ​ຍັງ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ “ຢູ່​ໃກ້​ທຸກ​ຄົນ​ທີ່​ຮ້ອງ​ຫາ​ເພິ່ນ.” (ເພງ. 145:18, ລ.ມ.) ນອກຈາກນັ້ນ ເພິ່ນ​ຍັງ​ບອກ​ວ່າ​ຖ້າ​ເຮົາ​ໝາຍເພິ່ງ​ເພິ່ນ ເຮົາ​ຈະ​ສາມາດ​ອົດທົນ​ກັບ​ບັນຫາ​ຕ່າງໆ​ແລະ​ມີ​ຄວາມສຸກ​ໄດ້​ເຖິງ​ຈະ​ຍັງ​ມີ​ບັນຫາ​ຢູ່. (1 ກຣ. 10:13; ຢກບ. 1:2, 12) ຄຳພີໄບເບິນ​ບອກ​ເຮົາ​ວ່າ ຄວາມທຸກ​ທີ່​ເຮົາ​ເຈິ​ຈະ​ມີ​ຢູ່​ຊົ່ວຄາວ​ແລະ​ຢູ່​ບໍ່​ດົນ​ເມື່ອ​ທຽບ​ກັບ​ລາງວັນ​ທີ່​ພະເຈົ້າ​ໃຫ້​ເຮົາ​ເຊິ່ງ​ກໍ​ຄື​ຊີວິດ​ຕະຫຼອດໄປ. (2 ກຣ. 4:16-18) ພະເຢໂຫວາ​ໃຫ້​ຄວາມຫວັງ​ກັບ​ເຮົາ​ວ່າ ເພິ່ນ​ຈະ​ກຳຈັດ​ຕົ້ນ​ເຫດ​ຂອງ​ບັນຫາ​ທັງໝົດ​ເຊິ່ງ​ກໍ​ຄື​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ. (ເພງ. 37:10) ແລ້ວ​ເຈົ້າ​ເດ ເຈົ້າ​ຈື່​ບໍ​ວ່າ​ມີ​ຂໍ້​ຄຳພີ​ໃດ​ທີ່​ໃຫ້​ກຳລັງໃຈ​ເຈົ້າ​ເມື່ອ​ມີ​ບັນຫາ?

12. ພະເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ເພື່ອ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳພີໄບເບິນ?

12 ພະເຢໂຫວາ​ຢາກ​ໃຫ້​ເຮົາ​ຈັດ​ເວລາ​ສຶກສາ​ຄຳພີໄບເບິນ​ເປັນ​ປະຈຳ​ແລະ​ຄິດຕຶກຕອງ​ສິ່ງ​ທີ່​ເຮົາ​ອ່ານ. ເມື່ອ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ ຄວາມເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ແລະ​ເຮົາ​ກໍ​ຈະ​ໃກ້ຊິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ. ເມື່ອ​ເປັນ​ແບບ​ນີ້​ເຮົາ​ກໍ​ຈະ​ອົດທົນ​ກັບ​ບັນຫາ​ໄດ້. ນອກຈາກນັ້ນ ພະເຢໂຫວາ​ຍັງ​ໃຫ້​ພະລັງບໍລິສຸດ​ກັບ​ຜູ້​ທີ່​ເຮັດ​ຕາມ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີໄບເບິນ ແລະ​ພະລັງ​ນີ້​ກໍຈະ​ຊ່ວຍ​ເຮົາ​ໃຫ້​ມີ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ເພື່ອ​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້.—2 ກຣ. 4:7-10

13. ຄວາມ​ຮູ້​ທີ່​ເສີມ​ຄວາມເຊື່ອ​ເຊິ່ງ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ຈັດ​ໃຫ້​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ໄດ້​ແນວໃດ?

13 ພະເຢໂຫວາ​ໃຊ້ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ເພື່ອ​ຈັດ​ໃຫ້​ມີ​ວິດີໂອ ເພງ ແລະ​ບົດ​ຄວາມ​ຕ່າງໆ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມເຊື່ອ​ເຂັ້ມແຂງ​ແລະ​ໃກ້ຊິດ​ກັບ​ເພິ່ນ. (ມທ. 24:45) ເພື່ອ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ ເຮົາ​ຄວນ​ຈະ​ໃຊ້​ເວລາ​ກັບ​ສິ່ງ​ເຫຼົ່ານີ້. ຫວ່າງ​ບໍ່​ດົນ​ມາ​ນີ້ ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ສະຫະລັດ​ອາເມຣິກາ​ໄດ້​ເຫັນຄ່າ​ຄວາມ​ຮູ້​ແລະ​ສິ່ງ​ຕ່າງໆ​ທີ່​ເສີມ​ຄວາມເຊື່ອ. ລາວ​ບອກ​ວ່າ: “ໃນ​ໄລຍະ 40 ປີ​ທີ່​ຂ້ອຍ​ຮັບໃຊ້​ພະເຢໂຫວາ ຂ້ອຍ​ມີ​ບັນຫາ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ຍາກ​ທີ່​ຈະ​ສັດຊື່​ຕໍ່​ເພິ່ນ.” ພີ່ນ້ອງ​ຍິງ​ຄົນ​ນີ້​ເຈິ​ບັນຫາ​ຫຼາຍ​ຢ່າງ​ເຊັ່ນ: ພໍ່​ເຖົ້າ​ຂອງ​ລາວ​ຕາຍ​ຍ້ອນ​ຄົນ​ເມົາ​ເຫຼົ້າ​ຂີ່​ລົດ​ຕຳ. ສ່ວນ​ພໍ່​ແມ່​ກໍ​ຕາຍ​ຍ້ອນ​ເປັນ​ພະຍາດ​ຮ້າຍແຮງ ແລະ​ລາວ​ເອງ​ກໍ​ເປັນ​ມະເຮັງ​ຕັ້ງ​ສອງ​ເທື່ອ. ແລ້ວ​ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ອົດທົນ​ໄດ້? ລາວ​ບອກ​ວ່າ: “ພະເຢໂຫວາ​ເບິ່ງແຍງ​ຂ້ອຍ​ສະເໝີ. ເພິ່ນ​ຈັດໃຫ້​ຂ້ອຍ​ມີ​ຄວາມ​ຮູ້​ແລະ​ສິ່ງ​ຕ່າງໆ​ທີ່​ເສີມ​ຄວາມເຊື່ອ​ໂດຍ​ທາງ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ອົດທົນ​ໄດ້. ຍ້ອນ​ແນວ​ນີ້ ຂ້ອຍ​ຈຶ່ງ​ຮູ້ສຶກ​ຄື​ກັບ​ໂຢບ​ທີ່​ບອກ​ວ່າ: ‘ຂ້ອຍ​ຈະ​ສັດຊື່​ຈົນ​ຮອດ​ມື້​ຕາຍ!’”—ໂຢບ 27:5, ລ.ມ.

ເຮົາ​ຈະ​ຊ່ວຍ​ພີ່ນ້ອງ​ໃນ​ປະຊາຄົມ​ແນວໃດ? (ເບິ່ງ​ຂໍ້ 14)

14. ພະເຢໂຫວາ​ໄດ້​ໃຊ້​ພີ່ນ້ອງ​ໃຫ້​ຊ່ວຍ​ເຮົາ​ແນວໃດ​ເມື່ອ​ເຈິ​ບັນຫາ? (1 ເທຊະໂລນິກ 4:9)

14 ພະເຢໂຫວາ​ໄດ້​ສອນ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ຮັກ​ແລະ​ໃຫ້​ກຳລັງໃຈ​ກັນ​ແລະ​ກັນ​ໃນ​ຍາມ​ທີ່​ຍາກ​ລຳບາກ. (2 ກຣ. 1:3, 4; ອ່ານ 1 ເທຊະໂລນິກ 4:9) ພີ່ນ້ອງ​ຫຼາຍຄົນ​ໄດ້​ເຮັດ​ຄື​ກັບ​ເອລີຮູ​ໂດຍ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ​ເມື່ອ​ມີ​ບັນຫາ. (ກຈກ. 14:22) ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ກຳລັງໃຈ​ພີ່ນ້ອງ​ໄດແອັນ​ແລະ​ຊ່ວຍ​ລາວ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຕອນ​ທີ່​ຜົວ​ຂອງ​ລາວ​ມີ​ບັນຫາ​ສຸຂະພາບ​ຮ້າຍແຮງ. ລາວ​ບອກ​ວ່າ: “ເຖິງ​ວ່າ​ຈະ​ຍາກ ແຕ່​ເຮົາ​ກໍ​ຮູ້ສຶກ​ວ່າ​ພະເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ ແລະ​ຊ່ວຍ​ເຮົາ​ຕະຫຼອດ​ໃນ​ໄລຍະ​ທີ່​ຍາກ​ລຳບາກ​ຫຼາຍ​ເດືອນ. ພີ່ນ້ອງ​ໃນ​ປະຊາຄົມ​ໄດ້​ຊ່ວຍ​ເຮົາ​ຫຼາຍ​ຢ່າງ. ເຂົາເຈົ້າ​ມາ​ຢາມ​ເຮົາ ໂທ​ຫຼິ້ນ​ນຳ​ເຮົາ ແລະ​ອ້ອມ​ກອດ​ທີ່​ອົບອຸ່ນ​ຂອງ​ເຂົາເຈົ້າ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ບັນຫາ​ໄດ້. ຍ້ອນ​ຂ້ອຍ​ຂັບ​ລົດ​ບໍ່​ເປັນ ພີ່ນ້ອງ​ຈຶ່ງ​ໄດ້​ຊ່ວຍ​ໄປ​ຮັບ​ໄປ​ສົ່ງ​ຂ້ອຍ​ຕອນ​ທີ່​ໄປ​ປະຊຸມ​ແລະ​ໄປ​ປະກາດ.” ເຮົາ​ມີ​ຄວາມສຸກ​ຫຼາຍ​ແທ້ໆ​ທີ່​ມີ​ພີ່ນ້ອງ​ທີ່​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ແບບ​ນີ້!

ເຫັນຄ່າ​ຄວາມ​ຮັກ​ທີ່​ພະເຢໂຫວາ​ສະແດງ​ຕໍ່​ເຮົາ

15. ເປັນຫຍັງ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ເຮົາ​ສາມາດ​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້?

15 ເຮົາ​ທຸກ​ຄົນ​ຕ້ອງ​ເຈິ​ບັນຫາ​ບໍ່​ແບບ​ໃດ​ກໍ​ແບບ​ໜຶ່ງ. ແຕ່​ເຮົາ​ຈະ​ບໍ່​ໄດ້​ຮູ້ສຶກ​ໂດດ​ດ່ຽວ​ເມື່ອ​ມີ​ບັນຫາ ເພາະ​ພະເຢໂຫວາ​ເປັນ​ຄື​ກັບ​ພໍ່​ທີ່​ຮັກ​ເຮົາ. ເພິ່ນ​ເຝົ້າ​ເບິ່ງ​ເຮົາ ຢູ່​ຄຽງ​ຂ້າງ​ເຮົາ ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຮົາ​ສະເໝີ. (ເອຊາ. 43:2) ແລະ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ເຮົາ​ສາມາດ​ຜ່ານ​ບັນຫາ​ເຫຼົ່າ​ນັ້ນ​ໄປ​ໄດ້ ເພາະ​ພະເຢໂຫວາ​ໃຫ້​ເຮົາ​ມີ​ຫຼາຍ​ຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ອົດທົນ ເຊັ່ນ: ເພິ່ນ​ໃຫ້​ເຮົາ​ສາມາດ​ອະທິດຖານ​ເຖິງ​ເພິ່ນ ໃຫ້​ມີ​ຄຳພີໄບເບິນ ຄວາມ​ຮູ້​ແລະ​ສິ່ງ​ຕ່າງໆ​ທີ່​ເສີມ​ຄວາມເຊື່ອ ແລະ​ພີ່ນ້ອງ​ທີ່​ພ້ອມ​ຈະ​ຊ່ວຍເຫຼືອ​ເຮົາ​ໃນ​ຍາມ​ທີ່​ຍາກ​ລຳບາກ.

16. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພະເຢໂຫວາ​ຈະ​ເບິ່ງແຍງ​ເຮົາ​ຕະຫຼອດໄປ?

16 ເຮົາ​ຮູ້ສຶກ​ເຫັນຄ່າ​ແລະ​ຂອບໃຈ​ພະເຢໂຫວາ​ຫຼາຍ​ແທ້ໆ​ທີ່​ເບິ່ງແຍງ​ເຮົາ​ຄື​ກັບ​ພໍ່​ທີ່​ຮັກ​ລູກ. “ພວກ​ເຮົາ​ມີ​ຄວາມສຸກ​ເພາະ​ສິ່ງ​ທີ່​ພະອົງ​ເຮັດ.” (ເພງ. 33:21, ລ.ມ.) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ສິ່ງ​ທີ່​ພະເຢໂຫວາ​ເຮັດ​ເພື່ອ​ເຮົາ​ໂດຍ​ໃຊ້​ສິ່ງ​ຕ່າງໆ​ທີ່​ເພິ່ນ​ຈັດ​ໃຫ້​ເຮົາ. ນອກຈາກນັ້ນ ເຮົາ​ຍັງ​ຕ້ອງ​ເຮັດ​ສ່ວນ​ຂອງ​ເຮົາ​ເອງ​ໂດຍ​ເຊື່ອ​ຟັງ​ພະເຢໂຫວາ​ແລະ​ເຮັດ​ສິ່ງ​ທີ່​ເພິ່ນ​ເຫັນ​ວ່າ​ຖືກຕ້ອງ. ເມື່ອ​ເຮັດ​ແບບ​ນີ້ ພະເຢໂຫວາ​ກໍ​ຈະ​ເບິ່ງແຍງ​ເຮົາ​ຕະຫຼອດໄປ!—1 ປຕ. 3:12

ເພງ 30 ພະອົງ​ເປັນ​ພະເຈົ້າ ເປັນ​ພໍ່​ແລະ​ເພື່ອນ​ຂອງ​ຂ້ອຍ

a ເຮົາ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ເພື່ອ​ຈະ​ຮັບ​ມື​ກັບ​ບັນຫາ​ທີ່​ເຮົາ​ເຈິ​ໃນ​ທຸກ​ມື້​ນີ້​ໄດ້. ໃນ​ບົດ​ຄວາມ​ນີ້​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ເປັນ​ຫ່ວງ​ແລະ​ເບິ່ງແຍງ​ປະຊາຊົນ​ຂອງ​ເພິ່ນ. ເພິ່ນ​ຮູ້​ບັນຫາ​ທີ່​ເຮົາ​ແຕ່​ລະ​ຄົນ​ເຈິ ແລະ​ເພິ່ນ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ນັ້ນ​ໄດ້.

b ຄຳເພງ 33:18-20 (ລ.ມ.) ອ່ານ​ວ່າ: ພະເຢໂຫວາ​ເຝົ້າ​ເບິ່ງ​ຄົນ​ທີ່​ນັບຖື​ເພິ່ນ ແລະ​ຄົນ​ທີ່​ລໍຖ້າ​ຄວາມຮັກ​ທີ່​ໝັ້ນຄົງ​ຂອງ​ເພິ່ນ ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ​ຈາກ​ຄວາມຕາຍ ແລະ​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ຊີວິດ​ຢູ່​ຕອນ​ທີ່​ມີ​ຄວາມອຶດຢາກ. ພວກເຮົາ​ຫວັງ​ໃຫ້​ພະເຢໂຫວາ​ຊ່ວຍ​ພວກເຮົາ. ເພິ່ນ​ເປັນ​ຜູ້ຊ່ວຍ​ແລະ​ເປັນ​ໂລ້​ຂອງ​ພວກເຮົາ.

c ຊື່​ສົມມຸດ