ບົດຄວາມສຶກສາທີ 33
ຮຽນຈາກຕົວຢ່າງຂອງດານີເອນ
“ເຈົ້າເປັນຄົນທີ່ມີຄ່າຫຼາຍສຳລັບພະເຈົ້າ.”—ດນອ. 9:23
ເພງ 73 ຂໍຊ່ວຍໃຫ້ເຮົາກ້າຫານ
ໃຈຄວາມສຳຄັນ a
1. ເປັນຫຍັງພວກບາບີໂລນຈຶ່ງປະທັບໃຈໃນຕົວດານີເອນ?
ຜູ້ພະຍາກອນດານີເອນຖືກພວກບາບີໂລນຈັບໄປເປັນຊະເລີຍຕອນທີ່ລາວຍັງເປັນໄວລຸ້ນ. ລາວຖືກພາໄປຢູ່ບັກໄກໆຈາກບ້ານເກີດເມືອງນອນຂອງລາວ. ແຕ່ພວກບາບີໂລນຮູ້ສຶກປະທັບໃຈດານີເອນ. ເຂົາເຈົ້າ “ເບິ່ງໜ້າຕາພາຍນອກ” ແລະເຫັນວ່າດານີເອນມີ “ໜ້າຕາດີ ບໍ່ມີບ່ອນຕິ” ແລະຍັງມາຈາກຄອບຄົວທີ່ເປັນລູກຫຼານຂອງພວກເຈົ້ານາຍນຳອີກ. (1ຊມ. 16:7) ນີ້ຈຶ່ງເຮັດໃຫ້ພວກບາບີໂລນຕັ້ງໃຈທີ່ຈະຝຶກດານີເອນໃຫ້ກາຍເປັນຄົນຮັບໃຊ້ຢູ່ໃນວັງ.—ດນອ. 1:3, 4, 6
2. ພະເຢໂຫວາຮູ້ສຶກແນວໃດກັບດານີເອນ? (ເອເຊກຽນ 14:14)
2 ພະເຢໂຫວາຮັກດານີເອນບໍ່ແມ່ນຍ້ອນວ່າລາວມີຮູບຮ່າງໜ້າຕາດີຫຼືມີຖານະທີ່ດີທາງສັງຄົມ ແຕ່ພະເຢໂຫວາຮັກລາວຍ້ອນສິ່ງທີ່ລາວເລືອກທີ່ຈະເປັນ. ຕອນທີ່ພະເຢໂຫວາເວົ້າເຖິງໂນອາກັບໂຢບ ເພິ່ນໄດ້ເວົ້າເຖິງດານີເອນນຳ. ທີ່ຈິງ ຕອນນັ້ນດານີເອນອາຍຸອາດຈະປະມານ 20 ປີເທົ່ານັ້ນ ແຕ່ພະເຢໂຫວາກໍຖືວ່າລາວມີຄວາມຖືກຕ້ອງຊອບທຳຄືກັບໂນອາແລະໂຢບເຊິ່ງຮັບໃຊ້ພະເຢໂຫວາຢ່າງສັດຊື່ມາຫຼາຍສິບປີ. (ປຖກ. 5:32; 6:9, 10; ໂຢບ 42:16, 17; ອ່ານເອເຊກຽນ 14:14) ແລະພະເຢໂຫວາກໍຮັກດານີເອນຕະຫຼອດຊີວິດຂອງລາວ.—ດນອ. 10:11, 19
3. ເຮົາຈະຮຽນຫຍັງໃນບົດຄວາມນີ້?
3 ໃນບົດຄວາມນີ້ເຮົາຈະມາເບິ່ງຄຸນລັກສະນະ 2 ຢ່າງຂອງດານີເອນທີ່ເຮັດໃຫ້ພະເຢໂຫວາເບິ່ງວ່າລາວມີຄ່າຫຼາຍ. ກ່ອນອື່ນໃຫ້ເຮົາມາເບິ່ງວ່າ ຄຸນລັກສະນະແຕ່ລະຢ່າງຂອງດານີເອນມີຫຍັງແດ່ ແລະຕອນໃດແດ່ທີ່ດານີເອນສະແດງຄຸນລັກສະນະເຫຼົ່ານັ້ນ. ຈາກນັ້ນເຮົາຈະມາເບິ່ງວ່າສິ່ງໃດທີ່ຊ່ວຍລາວໃຫ້ມີຄຸນລັກສະນະ 2 ຢ່າງນີ້ ແລະສຸດທ້າຍເຮົາຈະມາເບິ່ງວ່າເຮົາຈະຮຽນແບບດານີເອນໄດ້ແນວໃດ. ເຖິງວ່າບົດຄວາມນີ້ຈະຂຽນສຳລັບຄົນໜຸ່ມ ແຕ່ ເຮົາທຸກຄົນກໍສາມາດໄດ້ຮັບປະໂຫຍດຈາກຕົວຢ່າງຂອງດານີເອນ.
ຮຽນແບບຄວາມກ້າຫານຂອງດານີເອນ
4. ດານີເອນສະແດງຄວາມກ້າຫານແນວໃດ? ຂໍໃຫ້ຍົກຕົວຢ່າງ.
4 ຄົນກ້າຫານອາດຈະຮູ້ສຶກຢ້ານ ແຕ່ເຂົາເຈົ້າກໍບໍ່ຍອມໃຫ້ຄວາມຢ້ານມາເຮັດໃຫ້ເຂົາເຈົ້າເຊົາເຮັດສິ່ງທີ່ຖືກຕ້ອງ. ດານີເອນເປັນຄົນໜຸ່ມທີ່ກ້າຫານຫຼາຍ. ໃຫ້ເຮົາມາເບິ່ງ 2 ຕົວຢ່າງທີ່ລາວສະແດງຄວາມກ້າຫານ. ເທື່ອທຳອິດເບິ່ງຄືວ່າເກີດຂຶ້ນປະມານ 2 ປີຫຼັງຈາກທີ່ພວກບາບີໂລນທຳລາຍເມືອງເຢຣູຊາເລັມ. ຕອນນັ້ນກະສັດເນບູກາດເນັດຊາແຫ່ງບາບີໂລນຮູ້ສຶກວຸ່ນວາຍໃຈຫຼາຍຍ້ອນລາວຝັນເຫັນຮູບປັ້ນໃຫຍ່ໆແຕ່ລາວຈື່ຫຍັງບໍ່ໄດ້ເລີຍ. ກະສັດຂູ່ວ່າຈະຂ້າພວກຄົນມີປັນຍາທຸກຄົນລວມເຖິງດານີເອນນຳຖ້າບໍ່ມີໃຜບອກໄດ້ວ່າກະສັດຝັນເລື່ອງຫຍັງແລະມີຄວາມໝາຍວ່າແນວໃດ. (ດນອ. 2:3-5) ດານີເອນຈຶ່ງຕ້ອງຟ້າວລົງມືເຮັດຫຍັງບາງຢ່າງທັນທີ ບໍ່ດັ່ງນັ້ນຫຼາຍຄົນຈະຕ້ອງຕາຍ. ລາວ “ຈຶ່ງໄປຫາກະສັດ ແລະຂໍເວລາເພື່ອຈະແປຄວາມໝາຍຂອງຄວາມຝັນນັ້ນໃຫ້ກະສັດຟັງ.” (ດນອ. 2:16) ການເຮັດແບບນີ້ຕ້ອງມີຄວາມກ້າແລະຄວາມເຊື່ອຫຼາຍແທ້ໆ. ຍ້ອນຫຍັງ? ເພາະກ່ອນເຫດການນີ້ບໍ່ມີບ່ອນໃດໃນຄຳພີໄບເບິນບອກວ່າດານີເອນແປຄວາມຝັນໄດ້. ດານີເອນຂໍໃຫ້ຊາດຣາກ ເມຊາກ ແລະອາເບດເນໂກເຊິ່ງເປັນໝູ່ຂອງລາວ b “ອະທິດຖານຫາພະເຈົ້າທີ່ຢູ່ໃນສະຫວັນໃຫ້ເພິ່ນອີ່ຕົນ ແລະໃຫ້ເພິ່ນບອກເລື່ອງຄວາມຝັນຂອງກະສັດ.” (ດນອ. 2:18) ພະເຢໂຫວາໄດ້ຕອບຄຳອະທິດຖານຂອງເຂົາເຈົ້າໂດຍຊ່ວຍໃຫ້ດານີເອນສາມາດແປຄວາມຝັນຂອງກະສັດໄດ້. ໃນທີ່ສຸດ ດານີເອນກັບໝູ່ກໍລອດຊີວິດ.
5. ມີເຫດການຫຍັງອີກທີ່ດານີເອນຕ້ອງສະແດງຄວາມກ້າຫານ?
5 ຫຼັງຈາກທີ່ດານີເອນແປຄວາມຝັນກ່ຽວກັບຮູບປັ້ນໃຫຍ່ໆແລ້ວໆກໍມີອີກເທື່ອໜຶ່ງທີ່ລາວຕ້ອງສະແດງຄວາມກ້າຫານ. ກະສັດເນບູກາດເນັດຊາຝັນອີກເທື່ອໜຶ່ງເຊິ່ງເຮັດໃຫ້ກະສັດຢ້ານຫຼາຍ. ຄວາມຝັນນັ້ນກ່ຽວຂ້ອງກັບຕົ້ນໄມ້ໃຫຍ່ແລະສູງ. ດານີເອນສະແດງຄວາມກ້າຫານໂດຍອະທິບາຍໃຫ້ກະສັດຟັງວ່າຄວາມຝັນໝາຍເຖິງຫຍັງແລະຍັງບອກອີກວ່າກະສັດຈະກາຍເປັນບ້າແລະບໍ່ໄດ້ປົກຄອງເປັນກະສັດໄລຍະໜຶ່ງ. (ດນອ. 4:25) ທີ່ຈິງກະສັດເນບູກາດເນັດຊາອາດຈະຄິດວ່າ ດານີເອນກຳລັງກະບົດແລະອາດສັ່ງໃຫ້ປະຫານກໍໄດ້. ແຕ່ດານີເອນກໍຍັງສະແດງຄວາມກ້າຫານແລະບອກຄວາມໝາຍຂອງຄວາມຝັນໃຫ້ກະສັດຟັງ.
6. ສິ່ງໃດອາດຊ່ວຍດານີເອນໃຫ້ກ້າຫານ?
6 ສິ່ງໃດອາດຊ່ວຍດານີເອນໃຫ້ກ້າຫານຕະຫຼອດຊີວິດຂອງລາວ? ຕອນທີ່ລາວຍັງນ້ອຍ ລາວຄືຊິໄດ້ເຫັນຕົວຢ່າງທີ່ດີຂອງພໍ່ແມ່ ແລະພໍ່ແມ່ຂອງລາວກໍເຊື່ອຟັງຄຳສັ່ງຂອງພະເຢໂຫວາທີ່ໃຫ້ພໍ່ແມ່ຄົນອິດສະຣາເອນສອນກົດໝາຍພະເຈົ້າໃຫ້ກັບລູກ. (ພບຍ. 6:6-9) ດານີເອນບໍ່ພຽງແຕ່ມີຄວາມຮູ້ພື້ນຖານກົດໝາຍຂອງໂມເຊ ເຊັ່ນ ກົດໝາຍ 10 ຂໍ້ເທົ່ານັ້ນ ແຕ່ລາວຍັງຮູ້ຈັກກົດໝາຍເປັນຢ່າງດີ ເຊັ່ນ ລາວຮູ້ວ່າສິ່ງໃດກິນໄດ້ແລະສິ່ງໃດກິນບໍ່ໄດ້. c (ລລວ. 11:4-8; ດນອ. 1:8, 11-13) ນອກຈາກນັ້ນ ດານີເອນຍັງໄດ້ຮຽນຮູ້ປະຫວັດຂອງປະຊາຊົນຂອງພະເຢໂຫວາແລະຮູ້ວ່າເກີດຫຍັງຂຶ້ນຕອນທີ່ເຂົາເຈົ້າບໍ່ເຊື່ອຟັງ. (ດນອ. 9:10, 11) ແລະຕະຫຼອດຊີວິດຂອງດານີເອນລາວໄດ້ເຫັນດ້ວຍໂຕເອງວ່າ ພະເຢໂຫວາແລະທູດສະຫວັນຄອຍຊ່ວຍເຫຼືອລາວຢູ່.—ດນອ. 2:19-24; 10:12, 18, 19
7. ມີຫຍັງອີກທີ່ຊ່ວຍດານີເອນໃຫ້ມີຄວາມກ້າຫານ? (ເບິ່ງຮູບພາບ)
7 ດານີເອນອ່ານແລະສຶກສາສິ່ງທີ່ຜູ້ພະຍາກອນຄົນອື່ນໆຂຽນໄວ້ລວມທັງຄຳພະຍາກອນຂອງເຢເຣມີຢານຳ. ລາວຈຶ່ງຮູ້ວ່າອີກບໍ່ດົນຄົນຢິວທີ່ເປັນຊະເລີຍຢູ່ບາບີໂລນເປັນເວລາຫຼາຍສິບປີຈະຖືກປ່ອຍໃຫ້ເປັນອິດສະຫຼະ. (ດນອ. 9:2) ການໄດ້ເຫັນຄຳພະຍາກອນເກີດຂຶ້ນແທ້ຄືຊິເຮັດໃຫ້ດານີເອນໄວ້ວາງໃຈພະເຢໂຫວາຫຼາຍຂຶ້ນແທ້ໆແລະຄົນທີ່ໄວ້ວາງໃຈພະເຢໂຫວາສຸດຫົວໃຈຈະມີຄວາມກ້າຫານຫຼາຍເປັນພິເສດ. (ສົມທຽບກັບໂຣມ 8:31, 32, 37-39) ສິ່ງທີ່ສຳຄັນທີ່ສຸດ ດານີເອນອະທິດຖານເຖິງພະເຢໂຫວາຕະຫຼອດ. (ດນອ. 6:10) ລາວອະທິດຖານສາລະພາບຄວາມຜິດຕໍ່ພະເຢໂຫວາ ລະບາຍຄວາມຮູ້ສຶກກັບເພິ່ນ ແລະຂໍໃຫ້ພະເຢໂຫວາຊ່ວຍລາວ. (ດນອ. 9:4, 5, 19) ດານີເອນກໍຄືກັບເຮົາ ລາວບໍ່ໄດ້ມີຄວາມກ້າຫານມາແຕ່ເກີດ. ແຕ່ລາວພະຍາຍາມມີຄຸນລັກສະນະນີ້ໂດຍການສຶກສາຄຳພີໄບເບິນ ອະທິດຖານແລະໄວ້ວາງໃຈພະເຢໂຫວາ.
8. ເຮົາຈະມີຄວາມກ້າຫານໄດ້ແນວໃດ?
8 ເຮົາຈະມີຄວາມກ້າຫານໄດ້ແນວໃດ? ເຖິງວ່າພໍ່ແມ່ເຮົາຢາກໃຫ້ເຮົາເປັນຄົນກ້າຫານ ແລະພໍ່ແມ່ເຮົາກໍເປັນຄົນກ້າຫານ ແຕ່ເຂົາເຈົ້າກໍບໍ່ສາມາດເອົາຄວາມກ້າຫານໃຫ້ເຮົາໄດ້ຄືກັບເອົາມໍລະດົກໃຫ້ລູກ. ການພະຍາຍາມມີຄວາມກ້າຫານເປັນຄືກັບການຮຽນຮູ້ທີ່ຈະເຮັດສິ່ງໃໝ່ໆທີ່ເຮົາບໍ່ເຄີຍເຮັດ. ວິທີໜຶ່ງທີ່ເຮົາຈະຮຽນທັກສະໃໝ່ໆກໍຄືສັງເກດເບິ່ງຜູ້ທີ່ເກັ່ງທາງດ້ານນັ້ນ ແລ້ວກໍຮຽນແບບລາວ. ເຮົາກໍຄືກັນ ເຮົາຮຽນທີ່ຈະເປັນຄົນກ້າຫານໄດ້ໂດຍສັງເກດເບິ່ງວ່າຄົນອື່ນສະແດງຄຸນລັກສະນະນີ້ແນວໃດ ແລ້ວຮຽນແບບເຂົາເຈົ້າ. ແລ້ວເຮົາໄດ້ບົດຮຽນຫຍັງຈາກດານີເອນ? ເຮົາຕ້ອງເຂົ້າໃຈຄຳພີໄບເບິນເປັນຢ່າງດີ. ເຮົາຕ້ອງສະໜິດກັບພະເຢໂຫວາໂດຍການອະທິດຖານເຖິງເພິ່ນເລື້ອຍໆລະບາຍຄວາມຮູ້ສຶກກັບເພິ່ນ. ເຮົາຕ້ອງໄວ້ວາງໃຈເພິ່ນແລະໝັ້ນໃຈວ່າເພິ່ນຈະຄອຍຊ່ວຍເຫຼືອເຮົາຢູ່ສະເໝີ. ຖ້າເຮົາເຮັດແບບນີ້ ເມື່ອເຮົາຖືກທົດສອບຄວາມເຊື່ອ ເຮົາກໍຈະກ້າຫານໄດ້ຄືດານີເອນ.
9. ການເປັນຄົນກ້າຫານເຮັດໃຫ້ໄດ້ປະໂຫຍດຫຍັງແດ່?
9 ເມື່ອເຮົາເປັນຄົນກ້າຫານເຮົາຈະໄດ້ຮັບປະໂຫຍດຫຼາຍຢ່າງ. ໃຫ້ເຮົາມາເບິ່ງຕົວຢ່າງຂອງເບັນຢູ່ເຢຍລະມັນ. ຢູ່ໂຮງຮຽນຂອງເບັນທຸກຄົນເຊື່ອເລື່ອງວິວັດທະນາການແລະບອກວ່າເລື່ອງພະເຈົ້າສ້າງທີ່ຢູ່ໃນຄຳພີໄບເບິນເປັນເລື່ອງທີ່ແຕ່ງຂຶ້ນມາ. ມື້ໜຶ່ງເບັນມີໂອກາດໄດ້ອະທິບາຍຕໍ່ ໜ້າທຸກຄົນວ່າເປັນຫຍັງລາວຈຶ່ງເຊື່ອວ່າມີຜູ້ສ້າງສິ່ງທີ່ມີຊີວິດ. ລາວໄດ້ອະທິບາຍຄວາມເຊື່ອຂອງຕົວເອງຢ່າງກ້າຫານ. ຜົນເປັນແນວໃດ? ເບັນບອກວ່າ “ອາຈານຕັ້ງໃຈຟັງຂ້ອຍເວົ້າແລ້ວກໍກ໋ອບປີ້ຂໍ້ມູນທີ່ຂ້ອຍໃຊ້ອະທິບາຍແລ້ວຢາຍໃຫ້ທຸກຄົນໃນຫ້ອງຮຽນ.” ແລ້ວໝູ່ໃນຫ້ອງຮຽນຮູ້ສຶກແນວໃດ? ເບັນບອກວ່າ “ຫຼາຍຄົນກໍຟັງສິ່ງທີ່ຂ້ອຍເວົ້າແລະມາຊົມເຊີຍຂ້ອຍ.” ຈາກປະສົບການຂອງເບັນ ເຮົາເຫັນເລີຍວ່າຄົນທີ່ມີຄວາມກ້າຫານມັກຈະໄດ້ຮັບຄວາມນັບຖືຈາກຄົນອື່ນແລະອາດເຖິງກັບເຮັດໃຫ້ບາງຄົນຢາກຮຽນຮູ້ກ່ຽວກັບພະເຢໂຫວາ. ເຮົາເຫັນເລີຍວ່າມີເຫດຜົນຫຼາຍຢ່າງທີ່ເຮັດໃຫ້ເຮົາຢາກເປັນຄົນກ້າຫານ.
ຮຽນແບບຄວາມພັກດີຂອງດານີເອນ
10. ຄວາມພັກດີໝາຍເຖິງຫຍັງ?
10 ໃນຄຳພີໄບເບິນພາກພາສາເຮັບເຣີ ຄຳທີ່ແປວ່າ “ຄວາມພັກດີ” ຫຼື “ຄວາມຮັກທີ່ໝັ້ນຄົງ” ໝາຍເຖິງຄວາມຮັກທີ່ເກີດຈາກຄວາມຜູກພັນທີ່ເລິກເຊິ່ງ ແລະຄຳນີ້ມັກໃຊ້ເມື່ອເວົ້າເຖິງຄວາມຮັກທີ່ພະເຈົ້າມີຕໍ່ຜູ້ຮັບໃຊ້ຂອງເພິ່ນ ຫຼືຄຳນີ້ກໍໃຊ້ກັບຄວາມຮັກທີ່ຜູ້ຮັບໃຊ້ພະເຈົ້າມີຕໍ່ກັນນຳ. (2ຊມ. 9:6, 7) ຄວາມພັກດີສາມາດເພີ່ມຂຶ້ນໄດ້ເມື່ອເວລາຜ່ານໄປ. ໃຫ້ເຮົາມາເບິ່ງວ່າຕົວຢ່າງຂອງດານີເອນເຮັດໃຫ້ເຫັນເລື່ອງນີ້ແນວໃດ.
11. ດານີເອນຖືກທົດສອບຄວາມພັກດີແນວໃດຕອນອາຍຸຫຼາຍແລ້ວ? (ເບິ່ງຮູບໜ້າປົກ)
11 ຕະຫຼອດຊີວິດຂອງດານີເອນ ລາວເຈິເຫດການຫຼາຍຢ່າງທີ່ທົດສອບຄວາມພັກດີຕໍ່ພະເຢໂຫວາ. ແຕ່ມີເຫດການໜຶ່ງທີ່ໜັກທີ່ສຸດເຊິ່ງເກີດຂຶ້ນຕອນທີ່ລາວອາຍຸ 90 ກວ່າປີແລ້ວ. ຕອນນັ້ນເມເດຍແລະເປີເຊຍຍຶດບາບີໂລນໄດ້ ແລະກະສັດທີ່ຂຶ້ນປົກຄອງຄືກະສັດດາຣິອຸດ. ຍ້ອນພວກຂ້າລາຊະການຫຼາຍຄົນບໍ່ມັກດານີເອນແລະບໍ່ນັບຖືພະເຢໂຫວາ. ເຂົາເຈົ້າຈຶ່ງວາງແຜນເພື່ອໃຫ້ດານີເອນຖືກຂ້າ. ເຂົາເຈົ້າໄດ້ໄປຂໍໃຫ້ກະສັດອອກຄຳສັ່ງຢ່າງໜຶ່ງເພື່ອຈະທົດສອບວ່າດານີເອນພັກດີຕໍ່ກະສັດຫຼືພັກດີຕໍ່ພະເຢໂຫວາ. ສິ່ງທີ່ດານີເອນຕ້ອງເຮັດເພື່ອພິສູດວ່າລາວພັກດີຕໍ່ກະສັດຄືກັບຄົນອື່ນໆກໍຄື ລາວຕ້ອງບໍ່ອະທິດຖານເຖິງພະເຢໂຫວາເປັນເວລາ 30 ມື້. ແຕ່ດານີເອນຕັ້ງໃຈທີ່ຈະພັກດີຕໍ່ພະເຢໂຫວາສະເໝີ. ລາວກໍເລີຍຖືກຖິ້ມລົງໃນຂຸມທີ່ມີໂຕສິງ. ແຕ່ພະເຢໂຫວາກໍຊ່ວຍລາວໄວ້ຍ້ອນລາວພັກດີຕໍ່ເພິ່ນ. (ດນອ. 6:12-15, 20-22) ແລ້ວເຮົາເດ? ເຮົາຈະພັກດີຕໍ່ພະເຢໂຫວາຄືກັບດານີເອນໄດ້ແນວໃດ?
12. ສິ່ງໃດເຮັດໃຫ້ດານີເອນພັກດີຕໍ່ພະເຢໂຫວາສະເໝີ?
12 ຕາມທີ່ເຮົາໄດ້ເວົ້າມາຂ້າງເທິງແລ້ວ ເພື່ອທີ່ເຮົາ ຈະພັກດີຕໍ່ພະເຢໂຫວາໄດ້ ເຮົາຕ້ອງຮັກເພິ່ນສຸດຫົວໃຈ. ດານີເອນພັກດີຕໍ່ພະເຢໂຫວາສະເໝີຍ້ອນລາວຮັກເພິ່ນຫຼາຍ. ດານີເອນໄດ້ໃຊ້ເວລາເພື່ອຄິດເຖິງຄຸນລັກສະນະຂອງພະເຢໂຫວາແລະຄິດເຖິງວິທີທີ່ເພິ່ນສະແດງຄຸນລັກສະນະເຫຼົ່ານັ້ນ. (ດນອ. 9:4) ນອກຈາກນັ້ນ ດານີເອນຍັງຮູ້ສຶກຂອບໃຈພະເຢໂຫວາທີ່ເຮັດສິ່ງດີໆເພື່ອລາວແລະຜູ້ຮັບໃຊ້ຄົນອື່ນໆນຳ.—ດນອ. 2:20-23; 9:15, 16
13. (ກ) ໄວລຸ້ນທີ່ເປັນພະຍານຖືກທົດສອບຄວາມພັກດີໃນເລື່ອງຫຍັງ? ຂໍໃຫ້ຍົກຕົວຢ່າງ. (ເບິ່ງຮູບພາບ) (ຂ) ຄືທີ່ເຮົາເຫັນໃນວິດີໂອ ຖ້າມີຄົນຖາມວ່າພະຍານພະເຢໂຫວາຄິດແນວໃດກັບຄົນທີ່ຮັກເພດດຽວກັນ ເຈົ້າອາດຈະຕອບແນວໃດ?
13 ໄວລຸ້ນທີ່ເປັນພະຍານກໍຢູ່ໃນສະພາບການຄືກັບດານີເອນ. ເຂົາເຈົ້າຕ້ອງຢູ່ກັບຄົນທີ່ບໍ່ນັບຖືພະເຢໂຫວາແລະບໍ່ສົນໃຈມາດຕະຖານຂອງເພິ່ນ. ຄົນເຫຼົ່ານີ້ອາດບໍ່ມັກຄົນທີ່ຮັກພະເຈົ້າ ບາງຄົນເຖິງຂັ້ນຂູ່ຫຼືເຍາະເຍີ້ຍພີ່ນ້ອງໄວລຸ້ນຂອງເຮົາເພື່ອເຮັດໃຫ້ພີ່ນ້ອງຂອງເຮົາບໍ່ພັກດີຕໍ່ພະເຢໂຫວາ. ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງໄວລຸ້ນຄົນໜຶ່ງທີ່ຊື່ແກຣມທີ່ຢູ່ອົດສະຕາລີ. ລາວເຈິບັນຫາຢ່າງໜຶ່ງຕອນທີ່ລາວຮຽນຢູ່ມັດທະຍົມ. ມີມື້ໜຶ່ງອາຈານໄດ້ຖາມນັກຮຽນໃນຫ້ອງຮຽນວ່າ ເຂົາເຈົ້າຄິດແນວໃດຖ້າມີໝູ່ມາບອກວ່າລາວມັກເພດດຽວກັນ. ອາຈານບອກວ່າຖ້າໃຜຮູ້ສຶກໂອເຄທີ່ໝູ່ເປັນແບບນັ້ນກໍໃຫ້ມາຢືນຢູ່ເບື້ອງໜຶ່ງ ສ່ວນໃຜທີ່ບໍ່ເຫັນດີກໍໃຫ້ໄປຢູ່ອີກເບື້ອງໜຶ່ງ. ແກຣມເວົ້າວ່າ “ນັກຮຽນໃນຫ້ອງເກືອບໝົດທຸກຄົນໄປຢືນຢູ່ເບື້ອງທີ່ເຫັນດີ. ມີແຕ່ຂ້ອຍກັບໝູ່ອີກຄົນໜຶ່ງທີ່ເປັນພະຍານໄປຢືນຢູ່ເບື້ອງໜຶ່ງທີ່ບໍ່ເຫັນດີ.” ຈາກນັ້ນຄວາມພັກດີຂອງແກຣມກໍຖືກທົດສອບໜັກກວ່າເກົ່າອີກ. ລາວເວົ້າຕື່ມອີກວ່າ “ຕະຫຼອດຊົ່ວໂມງຮຽນນັ້ນ ນັກຮຽນຄົນອື່ນໆແມ່ນແຕ່ອາຈານກໍເວົ້າໃສ່ແລະດູຖູກເຮົາ. ຂ້ອຍພະຍາຍາມຫຼາຍແທ້ໆທີ່ຈະປົກປ້ອງຄວາມເຊື່ອໂດຍພະຍາຍາມອະທິບາຍແບບມີເຫດຜົນແລະໃຈເຢັນ ແຕ່ເຂົາເຈົ້າກໍບໍ່ຟັງສິ່ງທີ່ຂ້ອຍເວົ້າເລີຍ.” ສິ່ງນີ້ເຮັດໃຫ້ແກຣມຮູ້ສຶກແນວໃດ? ລາວບອກວ່າ “ຂ້ອຍບໍ່ມັກທີ່ເຈິເລື່ອງແບບນີ້ ແຕ່ຂ້ອຍກໍມີຄວາມສຸກຫຼາຍທີ່ສາມາດປົກປ້ອງຄວາມເຊື່ອແລະຍັງພັກດີຕໍ່ພະເຢໂຫວາ.” d
14. ວິທີໜຶ່ງທີ່ຈະຊ່ວຍເຮົາໃຫ້ພັກດີຕໍ່ພະເຢໂຫວາສະເໝີແມ່ນຫຍັງ?
14 ຄືກັບດານີເອນ ຖ້າເຮົາມີຄວາມຮັກຕໍ່ພະເຢໂຫວາຫຼາຍຂຶ້ນເຮົາກໍຈະພັກດີຕໍ່ເພິ່ນສະເໝີ. ເຮົາຈະມີຄວາມຮັກຕໍ່ເພິ່ນຫຼາຍຂຶ້ນໄດ້ໂດຍການຮຽນຮູ້ກ່ຽວກັບຄຸນລັກສະນະຕ່າງໆຂອງເພິ່ນ. ຕົວຢ່າງເຊັ່ນ: ເຮົາອາດຈະຄົ້ນຄວ້າຫຼາຍຂຶ້ນຈາກສິ່ງທີ່ເພິ່ນສ້າງ. (ຣມ. 1:20) ເຈົ້າອາດຈະເຂົ້າໄປເບິ່ງ “ມີຜູ້ອອກແບບບໍ?” ໃນເວັບໄຊຂອງເຮົາເຊິ່ງມີທັງບົດຄວາມສັ້ນໆແລະວິດີໂອ ຫຼືເຈົ້າອາດຈະອ່ານຈຸນລະສານມີຜູ້ສ້າງສິ່ງທີ່ມີຊີວິດບໍ? ແລະ ຕົ້ນກຳເນີດຂອງຊີວິດ—ຫ້າຄຳຖາມທີ່ໜ້າຄິດ. e ໄວລຸ້ນຍິງຄົນໜຶ່ງທີ່ຍັງໜຸ່ມທີ່ຊື່ເອັດສະເທີທີ່ມາຈາກແດນມາກເວົ້າວ່າ: “ການຫາເຫດຜົນຂອງປຶ້ມນີ້ຄັກແທ້ໆແລະມັນບໍ່ໄດ້ບອກວ່າເຮົາຕ້ອງເຊື່ອແບບນີ້ແບບນັ້ນ ແຕ່ບອກຂໍ້ມູນທີ່ເປັນຄວາມຈິງແລ້ວກໍໃຫ້ເຮົາຕັດສິນໃຈເອົາເອງ.” ເບັນທີ່ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ປຶ້ມນີ້ຊ່ວຍໃຫ້ຂ້ອຍມີຄວາມເຊື່ອຫຼາຍຂຶ້ນແລະເຮັດໃຫ້ຂ້ອຍໝັ້ນໃຈວ່າ ພະເຈົ້າເປັນຜູ້ສ້າງທຸກສິ່ງແທ້ໆ.” ຖ້າເຈົ້າອ່ານແລະສຶກສາປຶ້ມນີ້ ເຈົ້າກໍຄືຊິເຫັນດີກັບຄຳພີໄບເບິນທີ່ບອກວ່າ: “ພະເຢໂຫວາພະເຈົ້າຂອງພວກເຮົາ ເພິ່ນສົມຄວນໄດ້ຮັບການຍົກຍ້ອງສັນລະເສີນ ຄວາມນັບຖື ແລະລິດເດດຍ້ອນເພິ່ນໄດ້ສ້າງທຸກສິ່ງ.”—ພນມ. 4:11 f
15. ອີກວິທີໜຶ່ງທີ່ເຮົາຈະຮັກພະເຢໂຫວາແລະສະໜິດກັບເພິ່ນຫຼາຍຂຶ້ນໄດ້ແມ່ນຫຍັງ?
15 ອີກວິທີໜຶ່ງທີ່ເຮົາຈະຮັກພະເຢໂຫວາຫຼາຍຂຶ້ນກໍຄື: ການຮຽນເລື່ອງຂອງພະເຢຊູລູກຊາຍຂອງເພິ່ນ. ພີ່ນ້ອງ ຍິງທີ່ຍັງໜຸ່ມຄົນໜຶ່ງຊື່ຊາມີຣາເຊິ່ງຢູ່ໃນປະເທດເຢຍລະມັນບອກວ່າ: “ຂ້ອຍຮູ້ຈັກພະເຢໂຫວາຫຼາຍຂຶ້ນກໍຍ້ອນພະເຢຊູ.” ຕອນທີ່ຊາມີຣາຍັງນ້ອຍລາວບໍ່ເຂົ້າໃຈວ່າພະເຢໂຫວາຈະຮັກແລະເປັນໝູ່ກັບລາວໄດ້ແນວໃດ. ແຕ່ລາວຮູ້ວ່າພະເຢຊູຮູ້ສຶກແນວໃດ. ລາວບອກວ່າ “ຂ້ອຍມັກພະເຢຊູ ເພາະພະເຢຊູໃຈດີແລະຮັກເດັກນ້ອຍ.” ແຮ່ງລາວຮຽນເລື່ອງຂອງພະເຢຊູຫຼາຍຂຶ້ນ ລາວກໍແຮ່ງຮູ້ຈັກພະເຢໂຫວາແລະຮັກເພິ່ນຫຼາຍຂຶ້ນ. ຍ້ອນຫຍັງ? ລາວເລົ່າວ່າ: “ຂ້ອຍຄ່ອຍໆເຂົ້າໃຈວ່າ ພະເຢຊູຮຽນແບບພະເຢໂຫວາໄດ້ເປະເລີຍ. ພະເຢໂຫວາກັບພະເຢຊູຄ້າຍຄືກັນຫຼາຍ. ແລ້ວຂ້ອຍກໍເຂົ້າໃຈວ່າເປັນຫຍັງພະເຢໂຫວາຈຶ່ງສົ່ງພະເຢຊູມາໂລກນີ້. ເຫດຜົນໜຶ່ງກໍເພື່ອຊ່ວຍເຮົາໃຫ້ຮູ້ຈັກພະເຢໂຫວາດີຂຶ້ນ.” (ຢຮ. 14:9) ຖ້າເຈົ້າຢາກສະໜິດກັບພະເຢໂຫວາຫຼາຍຂຶ້ນ ໃຫ້ເຈົ້າລອງຈັດເວລາຄົ້ນຄວ້າແລະຮຽນຮູ້ເລື່ອງຂອງພະເຢຊູຫຼາຍຂຶ້ນເບິ່ງແມ້. ເມື່ອເຈົ້າເຮັດແບບນັ້ນ ເຈົ້າກໍຈະພັກດີຕໍ່ພະເຢໂຫວາແລະຮັກເພິ່ນຫຼາຍຂຶ້ນ.
16. ເປັນຫຍັງເຮົາຄວນເປັນຄົນພັກດີ? (ຄຳເພງ 18:25; ມີກາ 6:8)
16 ຄົນທີ່ພັກດີມັກຈະມີໝູ່ສະໜິດແລະຮັກກັນໄປດົນໆ. (ນຣ. 1:14-17) ສຳລັບຄົນທີ່ພັກດີຕໍ່ພະເຢໂຫວາ ຈະມີຄວາມສຸກແລະສະຫງົບໃຈຍ້ອນພະເຢໂຫວາສັນຍາວ່າຈະພັກດີຕໍ່ຜູ້ທີ່ພັກດີກັບເພິ່ນ. (ອ່ານຄຳເພງ 18:25; ມີກາ 6:8) ລອງຄິດເບິ່ງວ່າ ເຮົາເປັນພຽງມະນຸດໂຕນ້ອຍໆແຕ່ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ແລະເປັນຜູ້ສ້າງຢາກເປັນໝູ່ສະໜິດກັບເຮົາແລະຮັກເຮົາຫຼາຍ! ຖ້າເພິ່ນເປັນໝູ່ກັບຜູ້ໃດແລ້ວ ບໍ່ມີຫຍັງບໍ່ວ່າຈະເປັນບັນຫາ ຄົນທີ່ຕໍ່ຕ້ານ ຫຼືແມ່ນແຕ່ຄວາມຕາຍກໍບໍ່ສາມາດແຍກເຮົາອອກຈາກເພິ່ນໄດ້. (ດນອ. 12:13; ລກ. 20:37, 38; ຣມ. 8:38, 39) ດັ່ງນັ້ນ ເປັນເລື່ອງສຳຄັນແທ້ໆທີ່ເຮົາຈະຮຽນແບບດານີເອນແລະເປັນຜູ້ທີ່ພັກດີຕໍ່ພະເຢໂຫວາສະເໝີ!
ຮຽນຈາກຕົວຢ່າງຂອງດານີເອນຕໍ່ໆໄປ
17-18. ເຮົາຈະຮຽນຫຍັງໄດ້ອີກຈາກດານີເອນ?
17 ໃນບົດຄວາມນີ້ເຮົາໄດ້ຮຽນແຕ່ຄຸນລັກສະນະ 2 ຢ່າງຂອງດານີເອນ. ແຕ່ທີ່ຈິງ ຍັງມີອີກຫຼາຍຢ່າງທີ່ເຮົາສາມາດຮຽນໄດ້ຈາກລາວ. ຕົວຢ່າງ: ພະເຢໂຫວາໄດ້ໃຫ້ດານີເອນເຫັນນິມິດແລະຝັນຫຼາຍເລື່ອງ ແລະເພິ່ນຍັງໃຫ້ລາວສາມາດພະຍາກອນແລະບອກຄວາມໝາຍຂອງຄຳພະຍາກອນນຳ. ຄຳພະຍາກອນເຫຼົ່ານັ້ນເກີດຂຶ້ນແລ້ວ ແຕ່ຍັງມີອີກຫຼາຍເລື່ອງທີ່ໃຫ້ລາຍລະອຽດກ່ຽວກັບອະນາຄົດທີ່ມີຜົນກັບທຸກຄົນຢູ່ໃນໂລກນີ້.
18 ໃນບົດຄວາມຕໍ່ໄປເຮົາຈະມາເບິ່ງຄຳພະຍາກອນຂອງດານີເອນ 2 ເລື່ອງຢ່າງລະອຽດ. ການເຂົ້າໃຈຄຳພະຍາກອນ 2 ເລື່ອງນີ້ຈະຊ່ວຍເຮົາທຸກຄົນບໍ່ວ່າຈະອາຍຸນ້ອຍຫຼືຫຼາຍ ໃຫ້ຕັດສິນໃຈເລື່ອງຕ່າງໆໄດ້ຢ່າງສະຫຼາດຕັ້ງແຕ່ຕອນນີ້. ນອກຈາກນັ້ນ ຄຳພະຍາກອນນັ້ນຍັງຈະຊ່ວຍເຮົາໃຫ້ພັກດີແລະກ້າຫານຫຼາຍຂຶ້ນ ເຊິ່ງຈະຊ່ວຍເຮົາໃຫ້ກຽມພ້ອມສຳລັບການທົດສອບທີ່ຈະເກີດຂຶ້ນໃນອີກບໍ່ດົນ.
ເພງ 119 ພວກເຮົາຕ້ອງມີຄວາມເຊື່ອ
a ຜູ້ຮັບໃຊ້ພະເຢໂຫວາທີ່ຍັງໜຸ່ມໃນທຸກມື້ນີ້ເຈິກັບບັນຫາຫຼາຍຢ່າງທີ່ເຮັດໃຫ້ເຂົາເຈົ້າຕ້ອງສະແດງຄວາມກ້າຫານແລະສະແດງຄວາມພັກດີຕໍ່ພະເຢໂຫວາ ເຊັ່ນ: ໝູ່ທີ່ຢູ່ໂຮງຮຽນອາດເຍາະເຍີ້ຍທີ່ເຂົາເຈົ້າເຊື່ອວ່າມີຜູ້ສ້າງ ຫຼືຄົນລຸ້ນດຽວກັນອາດພະຍາຍາມເຮັດໃຫ້ເຂົາເຈົ້າຮູ້ສຶກວ່າມີແຕ່ຄົນໂງ່ເທົ່ານັ້ນທີ່ຮັບໃຊ້ພະເຈົ້າແລະໃຊ້ຊີວິດຕາມມາດຕະຖານຂອງເພິ່ນ. ແຕ່ໃນບົດຄວາມນີ້ເຮົາຈະເຫັນວ່າ ຜູ້ທີ່ຮຽນແບບຜູ້ພະຍາກອນດານີເອນແລະຜູ້ທີ່ຮັບໃຊ້ພະເຢໂຫວາດ້ວຍຄວາມກ້າຫານແລະພັກດີເປັນຄົນສະຫຼາດແທ້ໆ.
b ຊື່ເຫຼົ່ານີ້ເປັນຊື່ທີ່ພວກບາບີໂລນຕັ້ງໃຫ້.
c ອາດມີສາມເຫດຜົນທີ່ດານີເອນບໍ່ກິນອາຫານຂອງພວກບາບີໂລນ ເຊັ່ນ: (1) ຊີ້ນສັດທີ່ເອົາມາເຮັດອາຫານອາດເປັນສັດທີ່ກົດໝາຍຂອງໂມເຊຫ້າມກິນ. (ພບຍ. 14:7, 8) (2) ຊີ້ນສັດນັ້ນອາດເອົາເລືອດອອກບໍ່ຖືກວິທີ. (ລລວ. 17:10-12) (3) ພວກບາບີໂລນມັກເອົາສັດໄປຖວາຍບູຊາໃຫ້ເທບພະເຈົ້າກ່ອນແລ້ວຈຶ່ງເອົາອາຫານນັ້ນມາກິນ. ການກິນອາຫານເຫຼົ່ານີ້ອາດເຮັດໃຫ້ຄົນອື່ນຄິດວ່າລາວນະມັດສະການພະປອມ.—ສົມທຽບກັບລະບຽບພວກເລວີ 7:15; 1 ໂກຣິນໂທ 10:18, 21, 22
d ເບິ່ງວິດີໂອເລື່ອງ “ຄວາມຖືກຕ້ອງຊອບທຳທີ່ແທ້ຈິງຈະເຮັດໃຫ້ເກີດສັນຕິສຸກ.”
e ພາສາໄທ
f ເພື່ອເຈົ້າຈະຮັກພະເຢໂຫວາຫຼາຍຂຶ້ນ ເຈົ້າອາດຈະອ່ານແລະສຶກສາປຶ້ມຫຍັບເຂົ້າໃກ້ພະເຢໂຫວາ. ປຶ້ມນີ້ຈະຊ່ວຍເຈົ້າໃຫ້ຮູ້ຈັກພະເຢໂຫວາຫຼາຍຂຶ້ນວ່າເພິ່ນເປັນພະເຈົ້າແບບໃດແລະມີຄຸນລັກສະນະຫຍັງແດ່.