ບົດຄວາມສຶກສາທີ 36
ແບກສິ່ງທີ່ຕ້ອງແບກ ຖິ້ມສິ່ງທີ່ບໍ່ຈຳເປັນ
“ໃຫ້ພວກເຮົາປົດຂອງໜັກທຸກຢ່າງຖິ້ມໄປ . . . ແລະໃຫ້ພວກເຮົາແລ່ນດ້ວຍຄວາມອົດທົນໃນການແລ່ນແຂ່ງທີ່ຢູ່ຕໍ່ໜ້າພວກເຮົາ.”—ຮຣ. 12:1
ເພງ 33 ມອບພາລະຂອງເຈົ້າໄວ້ກັບພະເຢໂຫວາ
ໃຈຄວາມສຳຄັນ a
1. ຕາມເຮັບເຣີ 12:1 ເຮົາຕ້ອງເຮັດຫຍັງເພື່ອຈະແລ່ນແຂ່ງເພື່ອຊີວິດຈົນເຖິງເສັ້ນໄຊ?
ຄຳພີໄບເບິນປຽບຊີວິດຄລິດສະຕຽນເປັນຄືກັບການແລ່ນແຂ່ງ. ຄົນທີ່ແລ່ນເຖິງເສັ້ນໄຊຈະໄດ້ຮັບຊີວິດຕະຫຼອດໄປເປັນລາງວັນ. (2ຕມ. 4:7, 8) ເຮົາຕ້ອງພະຍາຍາມຢ່າງເຕັມທີທີ່ຈະແລ່ນຕໍ່ໆໄປ ເພາະຕອນນີ້ໃກ້ຈະເຖິງເສັ້ນໄຊຫຼາຍແລ້ວ. ໂປໂລເຊິ່ງແລ່ນຈົນເຖິງເສັ້ນໄຊແລ້ວໄດ້ເວົ້າເຖິງສິ່ງທີ່ຈະຊ່ວຍເຮົາໃຫ້ເຮັດໄດ້ຄືກັບລາວ. ລາວບອກວ່າ “ປົດຂອງໜັກທຸກຢ່າງຖິ້ມໄປ . . . ແລະໃຫ້ພວກເຮົາແລ່ນດ້ວຍຄວາມອົດທົນໃນການແລ່ນແຂ່ງທີ່ຢູ່ຕໍ່ໜ້າພວກເຮົາ.”—ອ່ານເຮັບເຣີ 12:1
2. ການ “ປົດຂອງໜັກທຸກຢ່າງຖິ້ມໄປ” ໝາຍຄວາມວ່າແນວໃດ?
2 ໂປໂລບອກໃຫ້ເຮົາ “ປົດຂອງໜັກທຸກຢ່າງຖິ້ມໄປ.” ລາວໝາຍຄວາມວ່າຄລິດສະຕຽນບໍ່ຕ້ອງແບກຫຍັງເລີຍບໍ? ບໍ່ແມ່ນແບບນັ້ນ. ລາວໝາຍຄວາມວ່າເຮົາຕ້ອງຖິ້ມຂອງໜັກທຸກຢ່າງທີ່ບໍ່ຈຳເປັນ ເພາະສິ່ງເຫຼົ່ານີ້ຈະເຮັດໃຫ້ເຮົາແລ່ນຊ້າລົງແລະເມື່ອຍຫຼາຍ. ດັ່ງນັ້ນ ເພື່ອເຮົາຈະອົດທົນແລ່ນແຂ່ງເພື່ອຊີວິດຕໍ່ໆໄປໄດ້ ເຮົາຕ້ອງຮີບກວດເບິ່ງວ່າມີຂອງໜັກທີ່ບໍ່ຈຳເປັນຫຍັງແດ່ທີ່ເຮັດໃຫ້ເຮົາແລ່ນຊ້າລົງ ແລ້ວຈາກນັ້ນກໍຮີບຖິ້ມທັນທີ. ແຕ່ໃນເວລາດຽວກັນ ເຮົາກໍບໍ່ຢາກຖິ້ມສິ່ງຈຳເປັນທີ່ເຮົາຕ້ອງແບກ. ບໍ່ດັ່ງນັ້ນ ເຮົາຈະບໍ່ໄດ້ຢູ່ໃນທາງທີ່ພາໄປເຖິງຊີວິດ. (2ຕມ. 2:5) ແລ້ວສິ່ງຈຳເປັນທີ່ເຮົາຕ້ອງແບກມີຫຍັງແດ່?
3. (ກ) ຕາມຄາລາເຕຍ 6:5 ເຮົາຕ້ອງແບກຫຍັງ? (ຂ) ເຮົາຈະຮຽນຫຍັງໃນບົດຄວາມນີ້ ແລະຍ້ອນຫຍັງ?
3 ອ່ານຄາລາເຕຍ 6:5. ໂປໂລໄດ້ເວົ້າເຖິງບາງສິ່ງທີ່ເຮົາຕ້ອງແບກ. ລາວບອກວ່າ “ແຕ່ລະຄົນຕ້ອງແບກຄວາມຮັບຜິດຊອບຂອງຕົວເອງ.” ໃນຂໍ້ນີ້ໂປໂລໝາຍເຖິງສິ່ງທີ່ພະເຈົ້າຕ້ອງການໃຫ້ເຮົາແຕ່ລະຄົນເຮັດ ເຊິ່ງເປັນສິ່ງທີ່ຄົນອື່ນເຮັດແທນເຮົາບໍ່ໄດ້. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ມີຫຍັງແດ່ທີ່ເປັນ ຄວາມຮັບຜິດຊອບຂອງເຮົາ ແລະເຮົາຈະແບກຄວາມຮັບຜິດຊອບນັ້ນໄດ້ແນວໃດ. ການແບກຄວາມຮັບຜິດຊອບຂອງເຮົາແລະການຖິ້ມຂອງໜັກທີ່ບໍ່ຈຳເປັນຈະຊ່ວຍເຮົາໃຫ້ແລ່ນແຂ່ງເພື່ອຊີວິດໄດ້ຈົນເຖິງເສັ້ນໄຊ.
ຄວາມຮັບຜິດຊອບທີ່ເຮົາຕ້ອງແບກ
4. ເປັນຫຍັງການເຮັດຕາມຄຳສັນຍາທີ່ວ່າຈະຮັບໃຊ້ພະເຢໂຫວາຕະຫຼອດໄປບໍ່ແມ່ນພາລະໜັກ? (ເບິ່ງຮູບພາບ)
4 ການເຮັດຕາມຄຳສັນຍາທີ່ວ່າຈະຮັບໃຊ້ພະເຢໂຫວາຕະຫຼອດໄປ. ຕອນທີ່ເຮົາອຸທິດຕົວ ເຮົາສັນຍາວ່າຈະຮັບໃຊ້ພະເຢໂຫວາແລະເຮັດຕາມສິ່ງທີ່ເພິ່ນຕ້ອງການ. ເຮົາຕ້ອງເຮັດຕາມຄຳສັນຍານີ້ສະເໝີ. ນີ້ເປັນໜ້າທີ່ຮັບຜິດຊອບທີ່ສຳຄັນຫຼາຍ ບໍ່ແມ່ນພາລະໜັກແລະບໍ່ແມ່ນເລື່ອງທີ່ຍາກເກີນໄປສຳລັບເຮົາ ເພາະພະເຢໂຫວາສ້າງເຮົາໃຫ້ເຮັດຕາມຄວາມຕ້ອງການຂອງເພິ່ນ. (ພນມ. 4:11) ນອກຈາກນັ້ນ ພະເຢໂຫວາຍັງໄດ້ສ້າງເຮົາຕາມຮູບແບບຂອງເພິ່ນແລະສ້າງເຮົາໃຫ້ຢາກຮູ້ຈັກແລະຮັບໃຊ້ເພິ່ນ. ນີ້ຈຶ່ງເຮັດໃຫ້ເຮົາສາມາດສະໜິດກັບເພິ່ນໄດ້ ແລະມີຄວາມສຸກທີ່ໄດ້ເຮັດຕາມສິ່ງທີ່ເພິ່ນຕ້ອງການ. (ເພງ. 40:8) ບໍ່ພຽງແຕ່ເທົ່ານັ້ນ ເມື່ອເຮົາເຮັດຕາມສິ່ງທີ່ ເພິ່ນຕ້ອງການແລະຮຽນແບບພະເຢຊູລູກຊາຍຂອງເພິ່ນ ເຮົາກໍຈະ “ສົດຊື່ນ.”—ມທ. 11:28-30
5. ສິ່ງໃດຈະຊ່ວຍເຈົ້າໃຫ້ເຮັດຕາມຄຳສັນຍາທີ່ວ່າຈະຮັບໃຊ້ພະເຢໂຫວາຕະຫຼອດໄປໄດ້? (1 ໂຢຮັນ 5:3)
5 ເຈົ້າຈະແບກຄວາມຮັບຜິດຊອບນີ້ແນວໃດ? ມີ 2 ຢ່າງທີ່ຊ່ວຍເຈົ້າໄດ້. ຢ່າງທຳອິດ ໃຫ້ຮັກພະເຢໂຫວາຫຼາຍຂຶ້ນເລື້ອຍໆ. ເຈົ້າຈະເຮັດແບບນັ້ນໄດ້ໂດຍຄິດຕຶກຕອງເຖິງສິ່ງດີໆທີ່ພະເຢໂຫວາເຮັດເພື່ອເຈົ້າມາແລ້ວ ແລະສິ່ງທີ່ເພິ່ນຈະເຮັດເພື່ອເຈົ້າໃນອະນາຄົດ. ແຮ່ງເຈົ້າຮັກພະເຢໂຫວາຫຼາຍຂຶ້ນ ມັນກໍແຮ່ງງ່າຍທີ່ເຈົ້າຈະເຊື່ອຟັງເພິ່ນ. (ອ່ານ 1 ໂຢຮັນ 5:3) ຢ່າງທີສອງ ໃຫ້ຮຽນແບບພະເຢຊູ. ເພິ່ນເຮັດຕາມສິ່ງທີ່ພະເຢໂຫວາຕ້ອງການໄດ້ຍ້ອນເພິ່ນອະທິດຖານໃຫ້ພະເຢໂຫວາຊ່ວຍ ແລະຄິດເຖິງລາງວັນທີ່ລໍຖ້າຢູ່ຂ້າງໜ້າ. (ຮຣ. 5:7; 12:2) ດັ່ງນັ້ນ ໃຫ້ເຮັດຄືກັບພະເຢຊູໂດຍອະທິດຖານຂໍກຳລັງຈາກພະເຢໂຫວາແລະຄິດເຖິງຄວາມຫວັງເລື່ອງຊີວິດຕະຫຼອດໄປສະເໝີ. ເມື່ອເຈົ້າຮັກພະເຢໂຫວາແລະຮຽນແບບພະເຢຊູ ເຈົ້າກໍຈະສາມາດເຮັດທຸກຢ່າງຕາມທີ່ໄດ້ສັນຍາໄວ້ກັບພະເຢໂຫວາ.
6. ເປັນຫຍັງເຮົາຕ້ອງເບິ່ງແຍງຄົນໃນຄອບຄົວ? (ເບິ່ງຮູບພາບ)
6 ໜ້າທີ່ຮັບຜິດຊອບໃນຄອບຄົວ. ໃນການແລ່ນແຂ່ງເພື່ອຊີວິດ ເຮົາຕ້ອງຮັກພະເຢໂຫວາກັບພະເຢຊູຫຼາຍກວ່າຍາດພີ່ນ້ອງຂອງເຮົາ. (ມທ. 10:37) ແຕ່ນີ້ບໍ່ໄດ້ໝາຍຄວາມວ່າເຮົາຈະປະຖິ້ມໜ້າທີ່ຮັບຜິດຊອບໃນຄອບຄົວ. ທີ່ຈິງ ເພື່ອຈະເຮັດໃຫ້ພະເຢໂຫວາກັບພະເຢຊູຍອມຮັບເຮົາ ເຮົາຕ້ອງເຮັດໜ້າທີ່ຂອງເຮົາໃນຄອບຄົວໃຫ້ດີທີ່ສຸດ. (1ຕມ. 5:4, 8) ເມື່ອເຮົາເຮັດແບບນັ້ນ ເຮົາກໍຈະມີຄວາມສຸກຫຼາຍຂຶ້ນ. ຖ້າຜົວກັບເມຍຮັກແລະນັບຖືກັນ ພໍ່ແມ່ຮັກແລະສັ່ງສອນລູກ ແລະລູກກໍເຊື່ອຟັງພໍ່ແມ່ ທຸກຄົນໃນຄອບຄົວກໍຈະມີຄວາມສຸກເພາະພະເຢໂຫວາສ້າງເຮົາໃຫ້ເປັນແບບນັ້ນ.—ອຟຊ. 5:33; 6:1, 4
7. ເຈົ້າຄວນເຮັດຫຍັງເພື່ອຈະເຮັດໜ້າທີ່ໃນຄອບຄົວໄດ້ສຳເລັດ?
7 ເຈົ້າຈະແບກຄວາມຮັບຜິດຊອບນີ້ແນວໃດ? ບໍ່ວ່າເຈົ້າຈະເປັນຜົວ ເມຍ ຫຼືລູກ ຂໍໃຫ້ເຈົ້າເຮັດຕາມຄຳແນະນຳໃນຄຳພີໄບເບິນ. ຢ່າເຮັດຕາມຄວາມຮູ້ສຶກຫຼືຕາມທຳນຽມຫຼືວັດທະນະທຳທີ່ຄົນທົ່ວໄປພາກັນເຮັດ ຫຼືເຮັດຕາມທີ່ຜູ້ຊ່ຽວຊານບອກ. (ສຸພາ. 24:3, 4) ນອກຈາກນັ້ນ ໃຫ້ເຈົ້າໃຊ້ປຶ້ມຕ່າງໆຂອງອົງການເພື່ອຊ່ວຍເຈົ້າໃຫ້ເຂົ້າໃຈວ່າຈະເອົາຫຼັກການໃນຄຳພີໄບເບິນໄປໃຊ້ແນວໃດ ເຊັ່ນ: ບົດຄວາມຊຸດ “ຄຳແນະນຳສຳລັບຄອບຄົວ” ມີຂໍ້ມູນທີ່ດີຫຼາຍທີ່ຈະຊ່ວຍທັງຜົວເມຍ ພໍ່ແມ່ ແລະໄວລຸ້ນໃຫ້ຮັບມືກັບເລື່ອງຕ່າງໆທີ່ເຂົາເຈົ້າເຈິໄດ້. b ເຖິງວ່າຄົນໃນຄອບຄົວຂອງເຈົ້າບໍ່ເຮັດຕາມຄຳແນະນຳໃນຄຳພີໄບເບິນ ແຕ່ຂໍໃຫ້ເຈົ້າພະຍາຍາມໃຊ້ຄຳແນະນຳນັ້ນຕໍ່ໆໄປ. ເມື່ອເຈົ້າເຮັດແບບນີ້ ຄອບຄົວຂອງເຈົ້າຈະໄດ້ຮັບປະໂຫຍດແລະພະເຢໂຫວາກໍຈະອວຍພອນເຈົ້າແນ່ນອນ.—1ປຕ. 3:1, 2
8. ການຕັດສິນໃຈຂອງເຮົາມີຜົນກັບເຮົາແນວໃດ?
8 ຜົນທີ່ເກີດຈາກການຕັດສິນໃຈຂອງເຮົາ. ພະເຢໂຫວາໃຫ້ເຮົາມີອິດສະຫຼະໃນການຕັດສິນໃຈ ແລະເພິ່ນກໍຢາກໃຫ້ເຮົາຕັດສິນໃຈຢ່າງຖືກຕ້ອງເພື່ອເຮົາຈະມີຄວາມສຸກ. ແຕ່ຖ້າເຮົາຕັດສິນໃຈຜິດ ພະເຢໂຫວາກໍບໍ່ໄດ້ປົກປ້ອງເຮົາໄວ້ບໍ່ໃຫ້ໄດ້ຮັບຜົນເສຍຫາຍ. (ຄລຕ. 6:7, 8) ດັ່ງນັ້ນ ຖ້າເຮົາເລືອກຜິດ ເວົ້າຫຼືເຮັດບາງຢ່າງແບບບໍ່ຄິດ ເຮົາກໍຕ້ອງຮັບຜົນທີ່ເກີດຂຶ້ນແລະມັນອາດຈະເຮັດໃຫ້ເຮົາຮູ້ສຶກຜິດນຳ. ແຕ່ການທີ່ເຮົາຮູ້ວ່າຕ້ອງຮັບຜິດຊອບການຕັດສິນໃຈຂອງເຮົາຈະເຮັດໃຫ້ເຮົາ ສາລະພາບຄວາມຜິດ ແກ້ໄຂຄວາມຜິດພາດ ແລະພະຍາຍາມບໍ່ກັບໄປເຮັດຜິດອີກ. ການເຮັດແບບນີ້ຈະຊ່ວຍເຮົາພະຍາຍາມແລ່ນແຂ່ງເພື່ອຊີວິດຕໍ່ໆໄປໄດ້.
9. ເຈົ້າຄວນເຮັດແນວໃດຖ້າຕັດສິນໃຈຜິດ? (ເບິ່ງຮູບພາບ)
9 ເຈົ້າຈະແບກຄວາມຮັບຜິດຊອບນີ້ແນວໃດ? ຖ້າເຈົ້າຕັດສິນໃຈຜິດ ເຈົ້າຄວນເຮັດແນວໃດ? ຍ້ອນວ່າເຈົ້າບໍ່ສາມາດກັບໄປແກ້ໄຂອະດີດໄດ້ ດັ່ງນັ້ນ ເຈົ້າບໍ່ຄວນເສຍເວລາແລະກຳລັງໄປກັບການໂທດໂຕເອງ ຫຼືພະຍາຍາມພິສູດວ່າໂຕເອງບໍ່ຜິດ ຫຼືໂທດຄົນອື່ນ. ໃຫ້ຍອມຮັບວ່າເຈົ້າໄດ້ເຮັດຜິດພາດໄປແລ້ວ ແລະພະຍາຍາມເຮັດສິ່ງທີ່ເຈົ້າເຮັດໄດ້ໃນຕອນນີ້ໃຫ້ດີທີ່ສຸດ. ຖ້າເຈົ້າຮູ້ສຶກຜິດກັບສິ່ງທີ່ເຮັດໄປ ກໍໃຫ້ອະທິດຖານເຖິງພະເຢໂຫວາດ້ວຍຄວາມຖ່ອມໃຈ ຍອມຮັບຄວາມຜິດພາດຂອງໂຕເອງ ແລະຂໍພະເຢໂຫວາຍົກໂທດໃຫ້. (ເພງ. 25:11; 51:3, 4) ນອກຈາກນັ້ນ ໃຫ້ໄປຂໍໂທດຄົນທີ່ເຈົ້າອາດຈະເຮັດບໍ່ດີ ຫຼືເວົ້າບໍ່ດີໃສ່ ແລະຖ້າຈຳເປັນກໍໃຫ້ຂໍຄວາມຊ່ວຍເຫຼືອຈາກຜູ້ດູແລ. (ຢກບ. 5:14, 15) ໃຫ້ເຈົ້າຮຽນຈາກຄວາມຜິດພາດແລະພະຍາຍາມບໍ່ກັບໄປເຮັດຜິດຊ້ຳອີກ. ຖ້າເຈົ້າເຮັດທັງໝົດນີ້ ເຈົ້າກໍສາມາດໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະເມດຕາແລະຊ່ວຍເຫຼືອເຈົ້າແນ່ນອນ.—ເພງ. 103:8-13
ຂອງໜັກທີ່ເຮົາຕ້ອງ “ຖິ້ມໄປ”
10. ເປັນຫຍັງການຄາດຫວັງກັບຕົວເອງເກີນຄວາມເປັນຈິງຈຶ່ງເປັນພາລະໜັກ? (ຄາລາເຕຍ 6:4)
10 ຄາດຫວັງກັບຕົວເອງເກີນຄວາມເປັນຈິງ. ຖ້າເຮົາປຽບທຽບຕົວເອງກັບຄົນອື່ນ ເຮົາອາດຈະຄາດຫວັງກັບຕົວເອງເກີນຄວາມເປັນຈິງແລະນັ້ນຈະເປັນພາລະໜັກສຳລັບເຮົາ. (ອ່ານຄາລາເຕຍ 6:4) ຖ້າເຮົາປຽບທຽບຕົວເອງກັບຄົນອື່ນເລື້ອຍໆເຮົາອາດຈະກາຍເປັນຄົນທີ່ອິດສາແລະມັກແຂ່ງຂັນ. (ຄລຕ. 5:26) ເຮົາອາດພະຍາຍາມກົດດັນຕົວເອງໃຫ້ເຮັດຄືກັບຄົນອື່ນທັງໆທີ່ຕົວເອງເຮັດບໍ່ໄດ້ ແລະນັ້ນອາດສົ່ງຜົນເສຍຕໍ່ໂຕເຮົາເອງ. ຄຳພີໄບເບິນບອກວ່າ “ຄວາມຫວັງທີ່ຖືກເລື່ອນອອກໄປເຮັດໃຫ້ເສຍໃຈ.” (ສຸພາ. 13:12, ລ.ມ.) ແຮ່ງເຮົາຄາດຫວັງໃນສິ່ງທີ່ຕົວເອງເຮັດບໍ່ໄດ້ ເຮົາກໍແຮ່ງຈະເສຍໃຈຫຼາຍກວ່າເກົ່າອີກ ນີ້ຈະເຮັດໃຫ້ເຮົາໝົດແຮງແລະແລ່ນແຂ່ງເພື່ອຊີວິດໄດ້ຊ້າລົງ.—ສຸພາ. 24:10
11. ສິ່ງໃດຈະຊ່ວຍເຈົ້າບໍ່ໃຫ້ຄາດຫວັງກັບຕົວເອງເກີນຄວາມເປັນຈິງ?
11 ເຈົ້າຈະຖິ້ມຂອງໜັກໄດ້ແນວໃດ? ບໍ່ຄາດຫວັງກັບຕົວເອງເກີນກວ່າທີ່ພະເຢໂຫວາຕ້ອງການ. ພະເຢໂຫວາບໍ່ໄດ້ຄາດໝາຍໃນສິ່ງທີ່ເຈົ້າເຮັດບໍ່ໄດ້. (2ກຣ. 8:12) ແລະເພິ່ນບໍ່ເຄີຍປຽບທຽບເຈົ້າກັບຄົນອື່ນ. (ມທ. 25:20-23) ເພິ່ນເຫັນຄ່າວຽກຮັບໃຊ້ທີ່ເຈົ້າເຮັດສຸດຫົວໃຈຂອງເຈົ້າ ຄວາມສັດຊື່ຂອງເຈົ້າ ແລະຄວາມອົດທົນຂອງເຈົ້າ. ໃຫ້ຈຽມຕົວແລະຍອມຮັບວ່າເຈົ້າອາດຈະບໍ່ສາມາດເຮັດສິ່ງຕ່າງໆໄດ້ຄືແຕ່ກ່ອນຍ້ອນອາຍຸຫຼາຍຂຶ້ນ ມີບັນຫາສຸຂະພາບ ແລະສະພາບການປ່ຽນໄປ. ຖ້າເປັນແບບນັ້ນ ໃຫ້ເຈົ້າເຮັດຄືກັບບາຊິລາຍໂດຍບໍ່ຕ້ອງເກງໃຈທີ່ຈະປະຕິເສດວຽກມອບໝາຍບາງຢ່າງທີ່ເຈົ້າຮູ້ສຶກວ່າເຮັດບໍ່ໄຫວຍ້ອນມີບັນຫາສຸຂະພາບຫຼືອາຍຸຫຼາຍຂຶ້ນ. (2ຊມ. 19:35, 36) ນອກຈາກນັ້ນ ໃຫ້ເຈົ້າເຮັດຄືກັບໂມເຊໂດຍຍອມຮັບຄວາມຊ່ວຍເຫຼືອແລະແບ່ງວຽກມອບໝາຍບາງຢ່າງໃຫ້ຄົນອື່ນເຮັດເມື່ອເຫັນວ່າເໝາະສົມ. (ອພຍ. 18:21, 22) ຖ້າເຈົ້າເປັນຄົນຈຽມຕົວ ເຈົ້າກໍຈະບໍ່ຄາດຫວັງກັບຕົວເອງເກີນຄວາມເປັນຈິງ. ບໍ່ດັ່ງນັ້ນ ເຈົ້າຈະຮູ້ສຶກເມື່ອຍແລະໝົດແຮງໃນການແລ່ນແຂ່ງເພື່ອຊີວິດ.
12. ເຮົາຕ້ອງຮັບຜິດຊອບການຕັດສິນໃຈທີ່ຜິດພາດຂອງຄົນອື່ນບໍ? ຂໍໃຫ້ອະທິບາຍ.
12 ຮູ້ສຶກວ່າຕ້ອງຮັບຜິດຊອບການຕັດສິນໃຈທີ່ຜິດພາດຂອງຄົນອື່ນ. ເຮົາບໍ່ສາມາດຕັດສິນໃຈແທນຄົນອື່ນໄດ້ ແລະເຮົາກໍບໍ່ສາມາດປົກປ້ອງເຂົາເຈົ້າບໍ່ໃຫ້ໄດ້ຮັບຜົນເສຍຫາຍຈາກການຕັດສິນໃຈທີ່ຜິດພາດ ໄດ້. ຕົວຢ່າງເຊັ່ນ: ລູກອາດຕັດສິນໃຈເຊົາຮັບໃຊ້ພະເຢໂຫວາ. ການຕັດສິນໃຈແບບນັ້ນອາດເຮັດໃຫ້ພໍ່ແມ່ເສຍໃຈຫຼາຍ. ແຕ່ພໍ່ແມ່ບໍ່ຄວນໂທດຕົວເອງຍ້ອນການຕັດສິນໃຈຜິດພາດຂອງລູກ ເພາະພະເຢໂຫວາບໍ່ໄດ້ຕ້ອງການໃຫ້ພໍ່ແມ່ແບກພາລະໜັກນັ້ນ.—ຣມ. 14:12
13. ພໍ່ແມ່ຈະເຮັດແນວໃດຖ້າລູກຕັດສິນໃຈຜິດພາດ?
13 ເຈົ້າຈະຖິ້ມຂອງໜັກໄດ້ແນວໃດ? ຂໍໃຫ້ຈື່ໄວ້ວ່າພະເຢໂຫວາໃຫ້ເຮົາແຕ່ລະຄົນມີອິດສະຫຼະໃນການຕັດສິນໃຈ ນີ້ລວມເຖິງເຮົາຈະຮັບໃຊ້ເພິ່ນຫຼືບໍ່. ພະເຢໂຫວາຮູ້ວ່າເຈົ້າເປັນພໍ່ແມ່ທີ່ບໍ່ສົມບູນແບບ. ສິ່ງທີ່ເພິ່ນຕ້ອງການຈາກເຈົ້າກໍຄືໃຫ້ເບິ່ງແຍງລູກໃຫ້ດີທີ່ສຸດເທົ່າທີ່ເຈົ້າເຮັດໄດ້. ການຕັດສິນໃຈຂອງລູກເປັນຄວາມຮັບຜິດຊອບຂອງລາວ ບໍ່ແມ່ນຂອງເຈົ້າ. (ສຸພາ. 20:11) ແຕ່ກໍເປັນໄປໄດ້ທີ່ເຈົ້າອາດຈະຄິດເຖິງແຕ່ຄວາມຜິດພາດທີ່ເຈົ້າເຮັດໃນຖານະພໍ່ແມ່. ຖ້າເປັນແບບນັ້ນ ໃຫ້ເຈົ້າອະທິດຖານບອກຄວາມຮູ້ສຶກກັບພະເຢໂຫວາແລະຂໍໃຫ້ເພິ່ນໃຫ້ອະໄພເຈົ້າ. ພະເຢໂຫວາຮູ້ວ່າເຈົ້າບໍ່ສາມາດກັບໄປແກ້ໄຂຫຼືປ່ຽນແປງສະພາບການໃນອະດີດໄດ້ ແລະເພິ່ນກໍບໍ່ໄດ້ຄາດໝາຍໃຫ້ເຈົ້າປົກປ້ອງລູກບໍ່ໃຫ້ໄດ້ຮັບຜົນເສຍຫາຍຈາກການຕັດສິນໃຈຂອງລາວ. ຈື່ໄວ້ວ່າ ຖ້າລູກສະແດງໃຫ້ເຫັນວ່າລາວຢາກກັບມາຫາພະເຢໂຫວາ ເພິ່ນກໍຈະຍິນດີຕ້ອນຮັບລາວກັບມາຫາເພິ່ນຢ່າງແນ່ນອນ.—ລກ. 15:18-20
14. ເປັນຫຍັງການຮູ້ສຶກຜິດຢູ່ຕະຫຼອດຈຶ່ງເປັນຂອງໜັກທີ່ເຮົາຕ້ອງຖິ້ມ?
14 ຮູ້ສຶກຜິດຢູ່ຕະຫຼອດ. ເປັນເລື່ອງທຳມະດາທີ່ເຮົາຈະຮູ້ສຶກຜິດເມື່ອເຮົາເຮັດຜິດພາດ. ແຕ່ພະເຢໂຫວາບໍ່ຢາກໃຫ້ເຮົາຮູ້ສຶກຜິດຫຼາຍເກີນໄປ ເພາະມັນເປັນຂອງໜັກທີ່ເຮົາຕ້ອງຖິ້ມໄປ. ຖ້າເຮົາສາລະພາບຄວາມຜິດ ກັບໃຈ ແລະເຮັດຕາມຂັ້ນຕອນຕ່າງໆທີ່ຈະເຮັດໃຫ້ເຮົາບໍ່ກັບໄປເຮັດຜິດຊ້ຳອີກ ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາຈະໃຫ້ອະໄພເຮົາ. (ກຈກ. 3:19) ພະເຢໂຫວາບໍ່ຢາກໃຫ້ເຮົາຮູ້ສຶກຜິດຢູ່ຕະຫຼອດ. ເພິ່ນຮູ້ວ່າຄວາມຮູ້ສຶກແບບນັ້ນເຮັດໃຫ້ເຮົາເຈັບປວດແລະສົ່ງຜົນຕໍ່ຊີວິດຂອງເຮົາ. (ເພງ. 31:10) ຖ້າເຮົາຈົມຢູ່ກັບຄວາມໂສກເສົ້າ ເຮົາກໍອາດຈະເຊົາແລ່ນແຂ່ງເພື່ອຊີວິດ.—2ກຣ. 2:7
15. ຖ້າເຈົ້າຮູ້ສຶກຜິດຢູ່ຕະຫຼອດ ສິ່ງໃດຈະຊ່ວຍເຈົ້າໄດ້? (1 ໂຢຮັນ 3:19, 20) (ເບິ່ງຮູບພາບ)
15 ເຈົ້າຈະຖິ້ມຂອງໜັກໄດ້ແນວໃດ? ຖ້າເຈົ້າຍັງຮູ້ສຶກຜິດຢູ່ຕະຫຼອດ ໃຫ້ຈື່ໄວ້ສະເໝີວ່າພະເຢໂຫວາ “ໃຫ້ອະໄພ [ເຈົ້າ] ແທ້ໆ.” (ເພງ. 130:4, ລ.ມ.) ເມື່ອພະເຢໂຫວາໃຫ້ອະໄພຄົນທີ່ກັບໃຈແທ້ໆເພິ່ນສັນຍາວ່າ “ຈະບໍ່ຈື່ຄວາມຜິດຂອງເຂົາເຈົ້າອີກຕໍ່ໄປ.” (ຢເຣ. 31:34, ລ.ມ.) ນີ້ໝາຍຄວາມວ່າ ພະເຢໂຫວາຈະບໍ່ຄິດເຖິງຄວາມຜິດຂອງເຈົ້າທີ່ພະອົງໄດ້ໃຫ້ອະໄພໄປແລ້ວ ຫຼືເອົາຄວາມຜິດນັ້ນມາຕັດສິນເຈົ້າອີກ. ດັ່ງນັ້ນ ຖ້າເຈົ້າກຳລັງຮັບຜົນຈາກສິ່ງທີ່ເຈົ້າເຮັດໃນອະດີດ ຢ່າຄິດວ່າພະເຢໂຫວາບໍ່ໄດ້ໃຫ້ອະໄພເຈົ້າ ແລະຖ້າເຈົ້າສູນເສຍສິດທິພິເສດບາງຢ່າງໃນປະຊາຄົມຍ້ອນຄວາມຜິດຂອງເຈົ້າ ກໍຢ່າຜິດຫວັງກັບຕົວເອງຫຼາຍເກີນໄປ. ພະເຢໂຫວາບໍ່ໄດ້ຄິດເຖິງແຕ່ຄວາມຜິດຂອງເຈົ້າ. ເຈົ້າກໍບໍ່ຄວນຄິດຄືກັນ.—ອ່ານ 1 ໂຢຮັນ 3:19, 20
ແລ່ນໃຫ້ເຖິງເສັ້ນໄຊແລະໄດ້ລາງວັນ
16. ຕອນທີ່ເຮົາແລ່ນແຂ່ງເພື່ອຊີວິດ ເຮົາຕ້ອງຈື່ຫຍັງໄວ້?
16 ຕອນທີ່ເຮົາກຳລັງແລ່ນແຂ່ງເພື່ອຊີວິດ ເຮົາຕ້ອງ “ແລ່ນເພື່ອຈະເອົາລາງວັນໃຫ້ໄດ້.” (1ກຣ. 9:24) ເພື່ອຈະເຮັດແບບນັ້ນໄດ້ ເຮົາຕ້ອງຮູ້ວ່າມີຄວາມຮັບຜິດຊອບຫຍັງແດ່ທີ່ເຮົາຕ້ອງແບກ ແລະຂອງໜັກຫຍັງແດ່ທີ່ເຮົາຕ້ອງຖິ້ມໄປ. ໃນບົດຄວາມນີ້ເຮົາໄດ້ຮຽນບາງຢ່າງມາແລ້ວ ແຕ່ກໍມີຢ່າງອື່ນນຳ ເຊັ່ນ: ພະເຢຊູບອກວ່າເຮົາອາດຈະ “ໝົກມຸ້ນກັບການກິນການດື່ມຫຼາຍໂພດ ຫຼືອຸກໃຈກັບຊີວິດ” ກໍໄດ້. (ລກ. 21:34) ຂໍ້ຄຳພີທີ່ເຈົ້າໄດ້ອ່ານໄປແລະຂໍ້ຄຳພີອື່ນໆຈະຊ່ວຍເຈົ້າໃຫ້ຮູ້ວ່າ ເຈົ້າຕ້ອງປັບປ່ຽນຫຍັງແດ່ເພື່ອຈະແລ່ນແຂ່ງເພື່ອຊີວິດຕໍ່ໆໄປໄດ້.
17. ເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້ວ່າເຮົາຈະແລ່ນຈົນເຖິງເສັ້ນໄຊແລະໄດ້ລາງວັນ?
17 ເຮົາໝັ້ນໃຈໄດ້ວ່າເຮົາຈະແລ່ນຈົນເຖິງເສັ້ນໄຊແລະໄດ້ລາງວັນເພາະພະເຢໂຫວາຈະໃຫ້ກຳລັງກັບເຮົາ. (ອຊຢ. 40:29-31) ຂໍເຮົາຢ່າແລ່ນຊ້າລົງ ແລະຂໍໃຫ້ຮຽນແບບອັກຄະສາວົກໂປໂລເຊິ່ງພະຍາຍາມຢ່າງເຕັມທີທີ່ຈະແລ່ນໄປເຖິງເສັ້ນໄຊແລະໄດ້ລາງວັນ. (ຟລປ. 3:13, 14) ບໍ່ມີໃຜແລ່ນແຂ່ງເພື່ອຊີວິດແທນເຈົ້າໄດ້. ແຕ່ພະເຢໂຫວາຈະຊ່ວຍເຈົ້າໃຫ້ເຮັດແບບນັ້ນໄດ້ແທ້ໆ. ເພິ່ນຈະຊ່ວຍໃຫ້ເຈົ້າແບກຄວາມຮັບຜິດຊອບແລະຖິ້ມຂອງໜັກທີ່ບໍ່ຈຳເປັນ. (ເພງ. 68:19) ເມື່ອພະເຢໂຫວາຢູ່ກັບເຈົ້າ ເຈົ້າກໍຈະແລ່ນຈົນເຖິງເສັ້ນໄຊດ້ວຍຄວາມອົດທົນແລະໄດ້ຮັບລາງວັນແນ່ນອນ!
ເພງ 65 ກ້າວໜ້າຕໍ່ຕໍ່ໄປ!
a ບົດຄວາມນີ້ຈະຊ່ວຍເຮົາໃຫ້ແລ່ນແຂ່ງເພື່ອຈະໄດ້ຊີວິດ. ຕອນທີ່ເຮົາແລ່ນແຂ່ງເຮົາຕ້ອງແບກຄວາມຮັບຜິດຊອບບາງຢ່າງ ເຊັ່ນ: ການເຮັດຕາມຄຳສັນຍາທີ່ວ່າຈະຮັບໃຊ້ພະເຢໂຫວາຕະຫຼອດໄປ ໜ້າທີ່ຮັບຜິດຊອບໃນຄອບຄົວ ແລະຜົນທີ່ເກີດຈາກການຕັດສິນໃຈຂອງເຮົາເອງ. ແຕ່ເຮົາຕ້ອງຖິ້ມສິ່ງທີ່ບໍ່ຈຳເປັນທີ່ຈະເຮັດໃຫ້ເຮົາແລ່ນຊ້າລົງ. ສິ່ງເຫຼົ່ານັ້ນມີຫຍັງແດ່? ບົດຄວາມນີ້ຈະຕອບຄຳຖາມນີ້.
b ບົດຄວາມຊຸດ “ຄຳແນະນຳສຳລັບຄອບຄົວ” ຢູ່ໃນເວັບໄຊ jw.org. ໃນນັ້ນຈະມີບົດຄວາມສຳລັບຜົວເມຍ ເຊັ່ນ: “ວິທີສະແດງຄວາມນັບຖື” ແລະ “ວິທີສະແດງວ່າເຮົາເຫັນຄຸນຄ່າຄູ່ຂອງເຮົາ.” ບົດຄວາມສຳລັບພໍ່ແມ່ ເຊັ່ນ: “ສອນລູກໃຫ້ໃຊ້ສະມາດໂຟນຢ່າງເໝາະສົມ” ແລະ “ຫາວິທີເຂົ້າເຖິງໃຈລູກໄວລຸ້ນ.” ແລະບົດຄວາມສຳລັບໄວລຸ້ນ ເຊັ່ນ: “ຈະເຮັດແນວໃດເມື່ອຖືກໝູ່ກົດດັນ” ແລະ “ວິທີຮັບມືກັບຄວາມເຫງົາ.” (ພາສາໄທ)