ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເວົ້າ​ຄຳເວົ້າ​ຂອງ​ດາວິດ​ທີ່​ຢູ່​ໃນ​ຄຳເພງ 22:1?

ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ໄດ້​ເວົ້າ​ຄຳເວົ້າ​ໜຶ່ງ​ທີ່​ບັນທຶກ​ໄວ້​ຢູ່​ໃນ​ມັດທາຍ 27:46 ທີ່​ວ່າ: “ພະເຈົ້າ ພະເຈົ້າ​ຂອງ​ຂ້ອຍ ເປັນ​ຫຍັງ​ຈຶ່ງ​ຖິ້ມ​ຂ້ອຍ​ໄປ?” ທີ່​ເພິ່ນ​ເວົ້າ​ແບບ​ນີ້​ກໍ​ເພື່ອ​ຢາກ​ໃຫ້​ຄຳເວົ້າ​ຂອງ​ດາວິດ​ທີ່​ຢູ່​ໃນ​ຄຳເພງ 22:1 ສຳເລັດ​ເປັນ​ຈິງ. (ມຣກ. 15:34) ທີ່​ພະ​ເຢຊູ​ເວົ້າ​ແບບ​ນີ້​ບໍ່​ແມ່ນ​ຍ້ອນ​ວ່າ​ເພິ່ນ​ຜິດ​ຫວັງ​ຫຼື​ຍ້ອນ​ເພິ່ນ​ຂາດ​ຄວາມ​ເຊື່ອ ເພາະ​ພະ​ເຢຊູ​ຮູ້​ເຫດຜົນ​ຢູ່​ແລ້ວ​ວ່າ​ເປັນ​ຫຍັງ​ເພິ່ນ​ຈະ​ຕ້ອງ​ຕາຍ​ແລະ​ເພິ່ນ​ເອງ​ກໍ​ເຕັມ​ໃຈ​ທີ່​ຈະ​ເຮັດ​ແບບ​ນັ້ນ. (ມທ. 16:21; 20:28) ແລະ​ພະ​ເຢຊູ​ກໍ​ຮູ້​ອີກ​ວ່າ​ຕອນ​ທີ່​ເພິ່ນ​ຈະ​ຕາຍ ພະ​ເຢໂຫວາ​ຈະ​ບໍ່​ໄດ້ “ປົກ​ປ້ອງ” ເພິ່ນ. (ໂຢບ 1:10) ທີ່​ພະ​ເຢໂຫວາ​ບໍ່​ໄດ້​ປົກ​ປ້ອງ​ພະ​ເຢຊູ​ກໍ​ເພື່ອ​ຈະ​ໃຫ້​ພະ​ເຢຊູ​ພິສູດ​ວ່າ​ເພິ່ນ​ຍັງ​ຮັກສາ​ຄວາມ​ສັດ​ຊື່​ໄດ້​ເຖິງ​ວ່າ​ຈະ​ຕ້ອງ​ຕາຍ​ແບບ​ໃດ​ກໍ​ຕາມ.—ມຣກ. 14:35, 36

ຄັນ​ຊັ້ນ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເວົ້າ​ຄຳເວົ້າ​ທີ່​ຢູ່​ໃນ​ຄຳເພງ? ເຖິງ​ວ່າ​ເຮົາ​ຈະ​ບໍ່​ຮູ້​ເຫດຜົນ​ທີ່​ແທ້​ຈິງ ແຕ່​ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ​ບາງ​ຢ່າງ​ທີ່​ອາດ​ຈະ​ເປັນ​ໄປ​ໄດ້. *

ພະ​ເຢຊູ​ອາດ​ຢາກ​ເນັ້ນ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ເຂົ້າ​ມາ​ແຊກ​ແຊງ​ການ​ຕາຍ​ຂອງ​ເພິ່ນ. ພະ​ເຢຊູ​ຕ້ອງ​ຈ່າຍ​ຄ່າໄຖ່​ດ້ວຍ​ຕົວ​ເອງ​ໂດຍ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ຊ່ວຍ​ເຫຼືອ. ເພິ່ນ​ມາ​ເກີດ​ເປັນ​ມະນຸດ​ກໍ​ເພື່ອ​ທີ່​ຈະ​ມາ “ຕາຍ​ແທນ​ທຸກ​ຄົນ.”—ຮຣ. 2:9

ພະ​ເຢຊູ​ອາດ​ຢາກ​ກະຕຸ້ນ​ໃຫ້​ຄົນ​ອື່ນ​ຄິດ​ເຖິງ​ເນື້ອ​ໃນ​ທັງ​ໝົດ​ຂອງ​ຄຳເພງ. ຕາມ​ປົກກະຕິ​ແລ້ວ ຄົນ​ຢິວ​ໃນ​ສະໄໝ​ນັ້ນ​ຈະ​ຈື່​ຂໍ້​ພະ​ຄຳພີ​ຫຼາຍ​ຂໍ້​ໃນ​ປຶ້ມ​ຄຳເພງ. ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ຂໍ້​ໃດ​ຂໍ້​ໜຶ່ງ​ຈາກ​ປຶ້ມ​ຄຳເພງ ເຂົາ​ເຈົ້າ​ກໍ​ຈະ​ຄິດ​ເຖິງ​ເນື້ອ​ໃນ​ທັງ​ໝົດ​ຂອງ​ປຶ້ມ​ນັ້ນ​ເລີຍ. ທີ່​ພະ​ເຢຊູ​ເວົ້າ​ຄຳເວົ້າ​ນີ້ ອາດ​ເປັນ​ຍ້ອນ​ເພິ່ນ​ຢາກ​ຊ່ອຍ​ລູກສິດ​ຂອງ​ເພິ່ນ​ໃຫ້​ຈື່​ຄຳ​ພະຍາກອນ​ຫຼາຍ​ຂໍ້​ທີ່​ຢູ່​ໃນ​ປຶ້ມ​ຄຳເພງ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ການ​ຕາຍ​ຂອງ​ເພິ່ນ. (ເພງ. 22:7, 8, 15, 16, 18, 24) ແລະ​ນອກ​ຈາກ​ນັ້ນ ໃນ​ຕອນ​ທ້າຍ​ຂອງ​ຄຳເພງ​ບົດ 22 ມີ​ການ​ສັນລະເສີນ​ວ່າ​ພະ​ເຢໂຫວາ​ເປັນ​ກະສັດ​ປົກຄອງ​ທົ່ວ​ໂລກ.—ເພງ. 22:27-31

ພະ​ເຢຊູ​ອາດ​ຢາກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເພິ່ນ​ບໍ່​ມີ​ຄວາມ​ຜິດ​ຫຍັງ. ກ່ອນ​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ໄດ້​ຖືກ​ພິຈາລະນາ​ຄະດີ​ແບບ​ຜິດ​ກົດໝາຍ​ແລະ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ໝິ່ນ​ປະໝາດ​ພະເຈົ້າ. (ມທ. 26:65, 66) ເຂົາ​ເຈົ້າ​ໄດ້​ພິຈາລະນາ​ຄະດີ​ແບບ​ຟ້າວຟັ່ງ​ແລະ​ເຮັດ​ຕອນ​ກາງຄືນ​ເຊິ່ງ​ການ​ເຮັດ​ແບບ​ນີ້​ເປັນ​ການ​ເຮັດ​ຜິດ​ກົດໝາຍ. (ມທ. 26:59; ມຣກ. 14:56-59) ທີ່​ເພິ່ນ​ຍົກ​ຄຳເວົ້າ​ໃນ​ຄຳເພງ​ມາ​ເວົ້າ​ອາດ​ຢາກ​ບອກ​ໃຫ້​ຮູ້​ວ່າ ເພິ່ນ​ບໍ່​ມີ​ຄວາມ​ຜິດ​ຫຍັງ​ແລະ​ບໍ່​ມີ​ເຫດຜົນ​ທີ່​ຈະ​ປະຫານ​ຊີວິດ​ເພິ່ນ.

ພະ​ເຢຊູ​ອາດ​ຢາກ​ໃຫ້​ຄົນ​ອື່ນ​ຄິດ​ວ່າ ແມ່ນ​ແຕ່​ດາວິດ​ຜູ້​ຂຽນ​ຄຳເພງ​ຍັງ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະເຈົ້າ​ບໍ່​ພໍ​ໃຈ​ລາວ. ຄຳຖາມ​ຂອງ​ດາວິດ​ບໍ່​ໄດ້​ສະແດງ​ວ່າ​ລາວ​ຂາດ​ຄວາມ​ເຊື່ອ​ເພາະ​ຫຼັງ​ຈາກ​ທີ່​ລາວ​ຖາມ​ແບບ​ນັ້ນ​ແລ້ວ ລາວ​ກໍ​ເວົ້າ​ອອກ​ມາ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ປະຊາຊົນ​ຂອງ​ເພິ່ນ ແລະ​ພະ​ເຢໂຫວາ​ກໍ​ໄດ້​ອວຍ​ພອນ​ລາວ​ຕໍ່​ໄປ. (ເພງ. 22:23, 24, 27) ຄ້າຍ​ຄື​ກັນ ເຖິງ​ວ່າ​ພະ​ເຢຊູ​ຜູ້​ເປັນ “ລູກ​ຫຼານ​ດາວິດ” ຈະ​ຕ້ອງ​ທົນ​ທຸກ​ຢູ່​ເທິງ​ເສົາ​ທໍລະມານ ແຕ່​ນີ້​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ເພິ່ນ.—ມທ. 21:9

ພະ​ເຢຊູ​ເວົ້າ​ແບບ​ນີ້​ອາດ​ເປັນ​ຍ້ອນ​ເພິ່ນ​ຮູ້ສຶກ​ເສຍໃຈ​ບໍ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ປົກ​ປ້ອງ​ເພິ່ນ​ຍ້ອນ​ຢາກ​ໃຫ້​ເພິ່ນ​ພິສູດ​ຄວາມ​ສັດ​ຊື່? ທີ່​ຈິງ​ແລ້ວ​ພະ​ເຢໂຫວາ​ບໍ່​ໄດ້​ຕັ້ງ​ໃຈ​ທີ່​ຈະ​ໃຫ້​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ທົນ​ທຸກ​ແລະ​ຕາຍ ແຕ່​ທີ່​ເປັນ​ແບບ​ນີ້​ກໍ​ຍ້ອນ​ວ່າ​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ. ພະ​ເຢຊູ​ຜູ້​ທີ່​ບໍ່​ມີ​ຄວາມ​ຜິດ​ຕ້ອງ​ມາ​ທົນ​ທຸກ​ແລະ​ຕາຍ​ເພື່ອ​ຕອບ​ປະເດັນ​ທີ່​ຊາຕານ​ຕັ້ງ​ຂຶ້ນ ແລະ​ມາ​ເປັນ​ຄ່າໄຖ່​ເພື່ອ​ຊື້​ຊີວິດ​ທີ່​ສົມບູນ​ແບບ​ທີ່​ອາດາມ​ເຮັດ​ເສຍ​ໄປ​ໃຫ້​ກັບ​ຄືນ​ມາ. (ມຣກ. 8:31; 1 ປຕ. 2:21-24) ພະ​ເຢຊູ​ຈະ​ເຮັດ​ແບບ​ນີ້​ໄດ້​ສຳເລັດ​ກໍ​ຕໍ່​ເມື່ອ​ພະ​ເຢໂຫວາ​ບໍ່​ໄດ້​ປົກ​ປ້ອງ​ເພິ່ນ.

ພະ​ເຢຊູ​ອາດ​ຢາກ​ໃຫ້​ລູກສິດ​ຄິດ​ເຖິງ​ເຫດຜົນ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ເພິ່ນ​ຕາຍ​ເທິງ​ເສົາ​ທໍລະມານ. * ພະ​ເຢຊູ​ຮູ້​ວ່າ​ການ​ຕາຍ​ຢູ່​ເທິງ​ເສົາ​ທໍລະມານ​ຄື​ກັບ​ອາ​ຊະ​ຍາ​ກອນ​ຈະ​ເຮັດ​ໃຫ້​ຫຼາຍ​ຄົນ​ເຂົ້າ​ໃຈ​ຜິດ. (1 ກຣ. 1:23) ຖ້າ​ພວກ​ລູກສິດ​ເຂົ້າ​ໃຈ​ເຫດຜົນ​ວ່າ​ເປັນ​ຫຍັງ​ເພິ່ນ​ຕ້ອງ​ຕາຍ ເຂົາ​ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ວ່າ​ເພິ່ນ​ຕາຍ​ເພື່ອ​ຫຍັງ​ແທ້ໆ. (ຄລຕ. 3:13, 14) ສະນັ້ນ ເຂົາ​ເຈົ້າ​ຈະ​ເຫັນ​ວ່າ​ພະ​ເຢຊູ​ເປັນ​ຜູ້​ຊ່ອຍ​ໃຫ້​ລອດ ບໍ່​ແມ່ນ​ອາ​ຊະ​ຍາ​ກອນ.

ບໍ່​ວ່າ​ພະ​ເຢຊູ​ຈະ​ຍົກ​ຄຳເວົ້າ​ນີ້​ຂຶ້ນ​ມາ​ດ້ວຍ​ເຫດຜົນ​ໃດ​ກໍ​ຕາມ ແຕ່​ເພິ່ນ​ຮູ້​ວ່າ​ເຫດການ​ທີ່​ເກີດ​ຂຶ້ນ​ກັບ​ເພິ່ນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຈຸດ​ປະສົງ​ພະ​ເຢໂຫວາ​ທີ່​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ. ບໍ່​ດົນ​ຫຼັງ​ຈາກ​ທີ່​ເພິ່ນ​ໄດ້​ຍົກ​ຄຳເວົ້າ​ຈາກ​ຄຳເພງ ເພິ່ນ​ກໍ​ໄດ້​ຮ້ອງ​ຂຶ້ນ​ວ່າ: “ສຳເລັດ​ແລ້ວ!” (ຢຮ. 19:30; ລກ. 22:37) ທີ່​ພະ​ເຢໂຫວາ​ບໍ່​ໄດ້​ຊ່ອຍ​ປົກ​ປ້ອງ​ພະ​ເຢຊູ​ໃນ​ຕອນ​ນັ້ນ ກໍ​ເພື່ອ​ເປີດ​ໂອກາດ​ໃຫ້​ເພິ່ນ​ເຮັດ​ວຽກ​ມອບ​ໝາຍ​ທຸກ​ຢ່າງ​ຢູ່​ໃນ​ໂລກ​ໃຫ້​ສຳເລັດ ແລະ​ຍັງ​ເປີດ​ໂອກາດ​ໃຫ້​ເພິ່ນ​ເຮັດ​ທຸກ​ສິ່ງ​ໃຫ້​ສຳເລັດ​ຕາມ​ທີ່​ຂຽນ​ໄວ້​ກ່ຽວ​ກັບ​ເພິ່ນ “ໃນ​ກົດໝາຍ​ຂອງ​ໂມເຊ ແລະ​ປຶ້ມ​ຂອງ​ພວກ​ຜູ້​ພະຍາກອນ ແລະ​ໃນ​ປຶ້ມ​ເພງສັນລະເສີນ.”—ລກ. 24:44

^ ຂໍ້ 2 ເບິ່ງ​ຂໍ້ 9 ແລະ 10 ໃນ​ບົດ​ຄວາມ​ສຶກສາ​ທີ່​ຊື່​ວ່າ “ຮຽນ​ຈາກ​ຄຳເວົ້າ​ສຸດ​ທ້າຍ​ຂອງ​ພະ​ເຢຊູ” ຢູ່​ໃນ​ຫໍສັງເກດການ ສະບັບ​ນີ້.

^ ຂໍ້ 4 ໃນ​ລະຫວ່າງ​ທີ່​ພະ​ເຢຊູ​ຮັບໃຊ້​ຢູ່​ເທິງ​ໂລກ​ນີ້ ບາງ​ເທື່ອ​ເພິ່ນ​ເວົ້າ​ຫຼື​ຖາມ​ໃນ​ເລື່ອງ​ທີ່​ບໍ່​ໄດ້​ສະແດງ​ເຖິງ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ທີ່​ແທ້​ຈິງ​ຂອງ​ເພິ່ນ. ເພິ່ນ​ເຮັດ​ແບບ​ນີ້​ກໍ​ເພື່ອ​ຢາກ​ໃຫ້​ລູກສິດ​ສະແດງ​ຄວາມ​ຄິດ​ຫຼື​ຄວາມ​ເຊື່ອ​ຂອງ​ຕົວ​ເອງ​ອອກ​ມາ.—ມຣກ. 7:24-27; ຢຮ. 6:1-5; ເບິ່ງ​ຫໍສັງເກດການ 15 ຕຸລາ 2010 ໜ້າ 4-5 (ພາສາ​ໄທ)