ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 14

‘ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ຢ່າງ​ໃກ້​ຊິດ’

‘ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ຢ່າງ​ໃກ້​ຊິດ’

“ພະຄລິດ​ເອງ​ກໍ​ຍັງ​ທົນ​ທຸກ​ເພື່ອ​ພວກ​ເຈົ້າ ເພິ່ນ​ເປັນ​ຕົວຢ່າງ​ເພື່ອ​ໃຫ້​ພວກ​ເຈົ້າ​ຍ່າງ​ຕາມ​ຮອຍ​ຕີນ​ເພິ່ນ​ຢ່າງ​ໃກ້​ຊິດ.”—1 ປຕ. 2:21

ເພງ 13 ພະຄລິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

ພະ​ເຢຊູ​ວາງ​ຮອຍ​ຕີນ​ໄວ້​ເພື່ອ​ໃຫ້​ເຮົາ​ຍ່າງ​ຕາມ​ຢ່າງ​ໃກ້​ຊິດ (ເບິ່ງ​ຂໍ້ 1-2)

1-2. ເປັນ​ໄປ​ໄດ້​ບໍ​ທີ່​ເຮົາ​ຈະ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຢຊູ? ຂໍ​ໃຫ້​ຍົກ​ຕົວຢ່າງ.

ລອງ​ນຶກ​ພາບ​ວ່າ ເຈົ້າ​ກັບ​ໝູ່​ກຸ່ມ​ໜຶ່ງ​ກຳລັງ​ຍ່າງ​ຢູ່​ໃນ​ປ່າ​ທີ່​ອັນຕະລາຍ​ເພາະ​ມັນ​ມີ​ລູກ​ມິ່ນ [ລູກ​ລະເບີດ] ແລະ​ມີ​ຜູ້​ນຳ​ທາງ​ທີ່​ມີ​ປະສົບການ​ນຳ​ທາງ​ພວກ​ເຈົ້າ. ຕອນ​ທີ່​ລາວ​ຍ່າງ ເຈົ້າ​ຈະ​ເຫັນ​ຮອຍ​ຕີນ​ຂອງ​ລາວ​ຢູ່​ພື້ນ ແຕ່​ເມື່ອ​ເຈົ້າ​ຫຼຽວ​ບໍ່​ເຫັນ​ລາວ ເຈົ້າ​ບໍ່​ໄດ້​ຮູ້ສຶກ​ຢ້ານ​ເພາະ​ເຈົ້າ​ແລະ​ໝູ່​ຄົນ​ອື່ນໆ​ຈະ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ລາວ​ໄປ.

2 ໂລກ​ທີ່​ເຮົາ​ຢູ່​ໃນ​ທຸກ​ມື້​ນີ້​ປຽບ​ຄື​ກັບ​ປ່າ​ທີ່​ອັນຕະລາຍ​ນັ້ນ ແລະ​ຄລິດສະຕຽນ​ແທ້​ປຽບ​ຄື​ກັບ​ກຸ່ມ​ຄົນ​ທີ່​ໄປ​ຍ່າງ​ຢູ່​ປ່າ. ເຮົາ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ພະ​ເຢຊູ​ມາ​ເປັນ​ຜູ້​ນຳ​ທາງ​ທີ່​ດີ​ທີ່​ສຸດ​ເພື່ອ​ໃຫ້​ເຮົາ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ເພິ່ນ​ຢ່າງ​ໃກ້​ຊິດ​ໄດ້. (1 ປຕ. 2:21) ປຶ້ມ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ຫົວ​ໜຶ່ງ​ອະທິບາຍ​ວ່າ ເປໂຕ​ໄດ້​ປຽບ​ທຽບ​ພະ​ເຢຊູ​ເປັນ​ຄື​ຜູ້​ນຳ​ທາງ. ຄື​ກັບ​ຜູ້​ນຳ​ທາງ​ທີ່​ວາງ​ຮອຍ​ຕີນ​ໄວ້ ພະ​ເຢຊູ​ກໍ​ໄດ້​ວາງ​ຮອຍ​ຕີນ​ໄວ້​ເພື່ອ​ໃຫ້​ເຮົາ​ຍ່າງ​ຕາມ. ຕອນ​ນີ້​ໃຫ້​ເຮົາ​ມາ​ຕອບ​ສາມ​ຄຳຖາມ​ຕໍ່​ໄປ​ນີ້: ການ​ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ແບບ​ນັ້ນ? ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ການ​ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ?

3. ການ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ໃຜ​ຄົນ​ໜຶ່ງ​ໝາຍ​ຄວາມ​ວ່າ​ແນວ​ໃດ?

3 ການ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ໃຜ​ຄົນ​ໜຶ່ງ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໃນ​ຄຳພີ​ໄບເບິນ​ຄຳ​ວ່າ “ຕີນ” ແລະ “ທຽວ​ໄປ” ບາງ​ເທື່ອ​ໝາຍ​ເຖິງ​ການ​ໃຊ້​ຊີວິດ​ຂອງ​ໃຜ​ຄົນ​ໜຶ່ງ. (ຕົ້ນ. 6:9; ສຸພາ. 4:26) ຮອຍ​ຕີນ​ຂອງ​ຜູ້​ໜຶ່ງ​ອາດ​ປຽບ​ຄື​ກັບ​ແບບ​ຢ່າງ​ທີ່​ລາວ​ວາງ​ໄວ້. ດັ່ງ​ນັ້ນ ການ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ໃຜ​ຄົນ​ໜຶ່ງ​ໝາຍ​ເຖິງ​ການ​ຮຽນ​ແບບ ຫຼື​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ລາວ.

4. ການ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ?

4 ແລ້ວ​ການ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ເພິ່ນ. ໃນ​ຂໍ້​ພະ​ຄຳພີ​ຫຼັກ​ຂອງ​ບົດ​ນີ້ ອັກຄະສາວົກ​ເປໂຕ​ໄດ້​ບອກ​ວ່າ ພະ​ເຢຊູ​ເປັນ​ແບບ​ຢ່າງ​ທີ່​ດີ​ຍ້ອນ​ເພິ່ນ​ໄດ້​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ຮຽນ​ແບບ​ພະ​ເຢຊູ​ໃນ​ເລື່ອງ​ອື່ນໆ​ອີກ. (1 ປຕ. 2:18-25) ທີ່​ຈິງ ທຸກ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ແລະ​ເຮັດ​ຕະຫຼອດ​ຊີວິດ​ຂອງ​ເພິ່ນ​ກໍ​ເປັນ​ແບບ​ຢ່າງ​ໃຫ້​ເຮົາ​ເຮັດ​ຕາມ.

5. ຄົນ​ທີ່​ບໍ່​ສົມບູນ​ແບບ​ຈະ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະ​ເຢຊູ​ໄດ້​ບໍ? ຂໍ​ໃຫ້​ອະທິບາຍ.

5 ເຮົາ​ທີ່​ເປັນ​ຄົນ​ບໍ່​ສົມບູນ​ແບບ​ຈະ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະ​ເຢຊູ​ທີ່​ສົມບູນ​ແບບ​ໄດ້​ແທ້ໆ​ບໍ? ໄດ້​ແທ້! ເພາະ​ເປໂຕ​ບອກ​ເຮົາ​ໃຫ້ “ຍ່າງ​ຕາມ​ຮອຍ​ຕີນ [ພະ​ເຢຊູ] ຢ່າງ​ໃກ້​ຊິດ” ບໍ່​ແມ່ນ​ໃຫ້​ຍ່າງ​ຄື​ກັບ​ເພິ່ນ​ອ້ອຍ​ຕ້ອຍ. ຖ້າ​ເຮົາ​ທີ່​ເປັນ​ຄົນ​ບໍ່​ສົມບູນ​ແບບ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະ​ເຢຊູ​ໃຫ້​ດີ​ທີ່​ສຸດ ເຮົາ​ກໍ​ກຳລັງ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ອັກຄະສາວົກ​ໂຢຮັນ​ບອກ​ໄວ້​ທີ່​ວ່າ: “ໃຊ້​ຊີວິດ​ແບບ​ດຽວ​ກັບ [ພະ​ເຢຊູ].”—1 ຢຮ. 2:6

ເປັນ​ຫຍັງ​ຕ້ອງ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຢຊູ?

6-7. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ການ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຢຊູ​ຈະ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?

6 ການ​ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ຈະ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເປັນ​ຫຍັງ​ຈຶ່ງ​ວ່າ​ແນວ​ນັ້ນ? ເຫດຜົນ​ທຳອິດ​ແມ່ນ ພະ​ເຢຊູ​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ໃຊ້​ຊີວິດ​ແບບ​ທີ່​ພະເຈົ້າ​ພໍ​ໃຈ. (ຢຮ. 8:29) ດັ່ງ​ນັ້ນ ຖ້າ​ເຮົາ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະ​ເຢຊູ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ແລະ​ເຮົາ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຈະ​ໃກ້​ຊິດ​ກັບ​ຄົນ​ທີ່​ພະຍາຍາມ​ຢາກ​ໃກ້​ຊິດ​ກັບ​ເພິ່ນ.—ຢກບ. 4:8

7 ເຫດຜົນ​ທີ່​ສອງ​ກໍ​ຄື ພະ​ເຢຊູ​ຮຽນ​ແບບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ໄດ້​ຢ່າງ​ສົມບູນ​ແບບ. ດັ່ງ​ນັ້ນ ພະ​ເຢຊູ​ຈຶ່ງ​ບອກ​ວ່າ: “ຜູ້​ທີ່​ໄດ້​ເຫັນ​ຂ້ອຍ​ກໍ​ໄດ້​ເຫັນ​ພະເຈົ້າ​ຜູ້ເປັນ​ພໍ່.” (ຢຮ. 14:9) ເຮົາ​ສາມາດ​ຮຽນ​ແບບ​ຄຸນ​ລັກສະນະຕ່າງໆ​ຂອງ​ພະ​ເຢຊູ ແລະ​ວິທີ​ທີ່​ເພິ່ນ​ປະຕິບັດ​ຕໍ່​ຄົນອື່ນ. ຕົວຢ່າງ​ເຊັ່ນ ພະ​ເຢຊູ​ຮູ້ສຶກ​ອີ່ຕົນ​ຄົນ​ທີ່​ເປັນ​ຂີ້ທູດ. ເພິ່ນ​ເຫັນ​ອົກ​ເຫັນ​ໃຈ​ຜູ້​ຍິງ​ທີ່​ເປັນ​ພະຍາດ​ຕົກ​ເລືອດ ແລະ​ເພິ່ນ​ຍັງ​ຮ່ວມ​ຄວາມ​ຮູ້ສຶກ​ກັບ​ຄົນ​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ. ເມື່ອ​ເຮົາ​ຮຽນ​ແບບ​ພະ​ເຢຊູ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ. (ມຣກ. 1:40, 41; 5:25-34; ຢຮ. 11:33-35) ແຮ່ງ​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ.

8. ຂໍ​ໃຫ້​ອະທິບາຍ​ວ່າ​ເປັນ​ຫຍັງ​ການ​ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ຈະ​ຊ່ອຍ​ເຮົາ​ໃຫ້ “ຊະນະ” ໂລກ​ໄດ້.

8 ການ​ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ຈະ​ຊ່ອຍ​ເຮົາ​ບໍ່​ໃຫ້​ຫຼົງ​ໄປ​ກັບ​ໂລກ​ນີ້. ໃນ​ຄືນ​ສຸດ​ທ້າຍ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ເພິ່ນ​ໄດ້​ເວົ້າ​ວ່າ: “ຂ້ອຍ​ຊະນະ​ໂລກ​ແລ້ວ.” (ຢຮ. 16:33) ທີ່​ເພິ່ນ​ເວົ້າ​ແບບ​ນີ້​ໝາຍ​ຄວາມ​ວ່າ ເພິ່ນ​ບໍ່​ຍອມ​ເຮັດ​ຕາມ​ເປົ້າ​ໝາຍ ຄວາມ​ຄິດ ແລະ​ການ​ກະທຳ​ຂອງ​ຄົນ​ໃນ​ໂລກ​ນີ້. ເພິ່ນ​ຮູ້​ວ່າ​ເຫດຜົນ​ທີ່​ເພິ່ນ​ຖືກ​ສົ່ງ​ມາ​ໂລກ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ແລະ​ການ​ຍົກຍ້ອງ. ເຮົາ​ກໍ​ຄື​ກັນ ມີ​ຫຼາຍ​ຢ່າງ​ໃນ​ໂລກ​ນີ້​ທີ່​ເຮັດ​ໃຫ້​ເຮົາ​ບໍ່​ຈົດຈໍ່​ຢູ່​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ. ແຕ່​ຖ້າ​ເຮົາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໂດຍ​ຈົດຈໍ່​ຢູ່​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ສະເໝີ ເຮົາ​ກໍ​ຈະ “ຊະນະ” ໂລກ​ໄດ້​ຄື​ກັນ.—1 ຢຮ. 5:5

9. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຢູ່​ໃນ​ທາງ​ທີ່​ພາ​ໄປ​ເຖິງ​ຊີວິດ​ຕະຫຼອດ​ໄປ?

9 ການ​ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຊີວິດ​ຕະຫຼອດ​ໄປ. ຕອນ​ທີ່​ຊາຍ​ໜຸ່ມ​ທີ່​ຮັ່ງມີ​ຄົນ​ໜຶ່ງ​ຖາມ​ພະ​ເຢຊູ​ວ່າ ລາວ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. ພະ​ເຢຊູ​ບອກ​ວ່າ​ໃຫ້ “ຕິດ​ຕາມ​ຂ້ອຍ​ມາ.” (ມທ. 19:16-21) ເມື່ອ​ຄົນ​ຢິວ​ບາງ​ຄົນ​ບໍ່​ເຊື່ອ​ວ່າ​ພະ​ເຢຊູ​ເປັນ​ພະຄລິດ ເພິ່ນ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ແກະ​ຂອງ​ຂ້ອຍ . . . ກໍ​ຕິດ​ຕາມ​ຂ້ອຍ. ຂ້ອຍ​ໃຫ້​ແກະ​ມີ​ຊີວິດ​ຕະຫຼອດ​ໄປ.” (ຢຮ. 10:24-29) ເມື່ອ​ນີໂກເດມ​ເຊິ່ງ​ເປັນ​ສະມາຊິກ​ຂອງ​ສານ​ຊັນເຮດຣິນ​ຢາກ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢຊູ​ສອນ​ຫຼາຍ​ຂຶ້ນ ພະ​ເຢຊູ​ຈຶ່ງ​ບອກ​ລາວ​ວ່າ​ຄົນ​ທີ່ “ສະແດງ​ຄວາມ​ເຊື່ອ” ຈະ “ມີ​ຊີວິດ​ຕະຫຼອດ​ໄປ.” (ຢຮ. 3:16) ເຮົາ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ໂດຍ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ສອນ ບໍ່​ວ່າ​ຈະ​ທາງ​ຄຳເວົ້າ​ຫຼື​ການ​ກະທຳ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ໄດ້​ຢູ່​ໃນ​ທາງ​ທີ່​ພາ​ໄປ​ເຖິງ​ຊີວິດ​ຕະຫຼອດ​ໄປ.—ມທ. 7:14

ເຮົາ​ຈະ​ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ຢ່າງ​ໃກ້​ຊິດ​ໄດ້​ແນວ​ໃດ?

10. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ “ຮູ້ຈັກ” ພະ​ເຢຊູ​ໃຫ້​ຫຼາຍ​ຂຶ້ນ? (ໂຢຮັນ 17:3)

10 ເພື່ອ​ຈະ​ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ຢ່າງ​ໃກ້​ຊິດ ເຮົາ​ຕ້ອງ​ມາ​ຮູ້ຈັກ​ກັບ​ເພິ່ນ​ກ່ອນ. (ອ່ານ​ໂຢຮັນ 17:3) ການ “ຮູ້ຈັກ” ພະ​ເຢຊູ​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ຕໍ່ໆ​ໄປ. ເຮົາ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ຄຸນ​ລັກສະນະ ຄວາມ​ຄິດ ແລະ​ສິ່ງ​ທີ່​ພະ​ເຢຊູ​ສອນ​ໃຫ້​ຫຼາຍ​ຂຶ້ນ​ເລື້ອຍໆ. ເຖິງ​ວ່າ​ເຮົາ​ຈະ​ຢູ່​ໃນ​ຄວາມ​ຈິງ​ມາ​ດົນ​ປານ​ໃດ​ແລ້ວ ເຮົາ​ກໍ​ຍັງ​ຕ້ອງ “ຮູ້ຈັກ” ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຕໍ່ໆ​ໄປ.

11. ປຶ້ມ​ມັດທາຍ ມາຣະໂກ ລູກາ ແລະ​ໂຢຮັນ​ເວົ້າ​ເຖິງ​ເລື່ອງ​ຫຍັງ​ແດ່?

11 ເພື່ອ​ຊ່ອຍ​ເຮົາ​ໃຫ້​ຮູ້ຈັກ​ພະ​ເຢຊູ ພະ​ເຢໂຫວາ​ໄດ້​ໃຫ້​ເຮົາ​ມີ​ປຶ້ມ​ມັດທາຍ ມາຣະໂກ ລູກາ ແລະ​ໂຢຮັນ​ທີ່​ເວົ້າ​ເຖິງ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຢຊູ. ໃນ​ປຶ້ມ 4 ເຫຼັ້ມ​ນີ້​ບອກ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢຊູ​ໄດ້​ເວົ້າ​ຫຍັງ ໄດ້​ເຮັດ​ຫຍັງ ແລະ​ຮູ້ສຶກ​ແນວ​ໃດ ແລະ​ຍັງ​ຊ່ອຍ​ເຮົາ​ໃຫ້ “ສັງເກດ​ເບິ່ງ” ແບບ​ຢ່າງ​ຂອງ​ພະ​ເຢຊູ​ໃຫ້​ດີ. (ຮຣ. 12:3) ຍ້ອນ​ປຶ້ມ 4 ເຫຼັ້ມ​ນີ້​ໄດ້​ເວົ້າ​ເຖິງ​ການ​ໃຊ້​ຊີວິດ​ຂອງ​ພະ​ເຢຊູ ດັ່ງ​ນັ້ນ ຖ້າ​ເຮົາ​ສຶກສາ​ຄົ້ນ​ຄວ້າ​ຫຼາຍ​ຂຶ້ນ ເຮົາ​ກໍ​ແຮ່ງ​ຈະ​ຮູ້ຈັກ​ພະ​ເຢຊູ​ຫຼາຍ​ຂຶ້ນ. ຜົນ​ກໍ​ຄື ເຮົາ​ຈະ​ສາມາດ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ເພິ່ນ​ໄດ້​ຢ່າງ​ໃກ້​ຊິດ.

12. ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ປຶ້ມ​ມັດທາຍ ມາຣະໂກ ລູກາ ແລະ​ໂຢຮັນ?

12 ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ປຶ້ມ​ມັດທາຍ ມາຣະໂກ ລູກາ ແລະ​ໂຢຮັນ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ອ່ານ ແຕ່​ເຮົາ​ຕ້ອງ​ສຶກສາ​ຄົ້ນ​ຄວ້າ​ແລະ​ຄິດ​ຕຶກຕອງ​ຢ່າງ​ເລິກ​ເຊິ່ງ. (ສົມ​ທຽບ​ກັບ​ໂຢຊວຍ 1:8) ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ແນະນຳ​ສອງ​ຢ່າງ​ທີ່​ຈະ​ຊ່ອຍ​ເຮົາ​ໃຫ້​ຄິດ​ຕຶກຕອງ​ແລະ​ນຳ​ໃຊ້​ສິ່ງ​ທີ່​ເຮົາ​ໄດ້​ອ່ານ​ຈາກ​ປຶ້ມ 4 ເຫຼັ້ມ​ນີ້.

13. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເຂົ້າ​ໃຈ​ເຫດການ​ໃນ​ສະໄໝ​ຂອງ​ພະ​ເຢຊູ​ໃຫ້​ຫຼາຍ​ຂຶ້ນ?

13 ທຳອິດ ນຶກ​ພາບ​ວ່າ​ເຈົ້າ​ຢູ່​ໃນ​ເຫດການ​ສະໄໝ​ຂອງ​ພະ​ເຢຊູ. ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ໄດ້​ຍິນ ໄດ້​ເຫັນ ແລະ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ເຫດການ​ນັ້ນ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຮົາ​ຕ້ອງ​ສຶກສາ​ຄົ້ນ​ຄວ້າ​ປຶ້ມ​ຕ່າງໆ​ຂອງ​ອົງການ. ໃຫ້​ເບິ່ງ​ພາບ​ລວມ​ຂອງ​ແວດ​ບົດ​ວ່າ ເຫດການ​ໃດ​ເກີດ​ຂຶ້ນ​ກ່ອນ​ແລະ​ເຫດການ​ໃດ​ເກີດ​ຂຶ້ນ​ຕາມ​ຫຼັງ. ຈາກ​ນັ້ນ ກໍ​ໃຫ້​ສຶກສາ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຄົນ​ແລະ​ສະຖານ​ທີ່​ທີ່​ຢູ່​ໃນ​ເລື່ອງ​ນັ້ນ. ໃຫ້​ສົມ​ທຽບ​ເຫດການ​ທີ່​ເຈົ້າ​ກຳລັງ​ອ່ານ​ໃນ​ເຫຼັ້ມ​ໜຶ່ງ​ກັບ​ເຫຼັ້ມ​ອື່ນໆ​ເຊິ່ງ​ເປັນ​ເລື່ອງ​ດຽວ​ກັນ​ເພາະ​ຜູ້​ຂຽນ​ເຫຼັ້ມ​ອື່ນໆ​ອາດ​ຈະ​ໃຫ້​ຂໍ້​ມູນ​ແລະ​ລາຍ​ລະອຽດ​ທີ່​ໜ້າ​ສົນ​ໃຈ​ຕື່ມ.

14-15. ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ເລື່ອງ​ຂອງ​ພະ​ເຢຊູ​ໄປ​ໃຊ້?

14 ທີ​ສອງ ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຈາກ​ເລື່ອງ​ຂອງ​ພະ​ເຢຊູ. (ຢຮ. 13:17) ຫຼັງ​ຈາກ​ທີ່​ໄດ້​ສຶກສາ​ຄົ້ນ​ຄວ້າ​ກ່ຽວ​ກັບ​ເລື່ອງ​ຂອງ​ພະ​ເຢຊູ​ຢ່າງ​ລະອຽດ​ແລ້ວ ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ມີ​ບົດຮຽນ​ຫຍັງ​ແດ່​ທີ່​ຂ້ອຍ​ຈະ​ເອົາ​ໄປ​ໃຊ້​ໃນ​ຊີວິດ ແລະ​ຂ້ອຍ​ຈະ​ໃຊ້​ບົດຮຽນ​ນັ້ນ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ແນວ​ໃດ?’ ໃຫ້​ພະຍາຍາມ​ຄິດ​ເຖິງ​ຄົນ​ທີ່​ເຈົ້າ​ຮູ້ຈັກ ແລ້ວ​ຫາ​ໂອກາດ​ທີ່​ເໝາະ​ສົມ​ເພື່ອ​ຈະ​ບອກ​ເລື່ອງ​ທີ່​ເຈົ້າ​ໄດ້​ຮຽນ​ໃຫ້​ກັບ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ອ່ອນ​ໂຍນ.

15 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໃຊ້​ຄຳ​ແນະນຳ​ສອງ​ຢ່າງ​ນີ້​ແນວ​ໃດ ເມື່ອ​ສຶກສາ​ເລື່ອງ​ຂອງ​ແມ່​ໝ້າຍ​ທີ່​ທຸກ​ຍາກ​ທີ່​ພະ​ເຢຊູ​ສັງເກດ​ເຫັນ​ຢູ່​ໃນ​ວິຫານ.

ແມ່​ໝ້າຍ​ທີ່​ທຸກ​ຍາກ​ໃນ​ວິຫານ

16. ຂໍ​ໃຫ້​ເລົ່າ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ມາຣະໂກ 12:41.

16 ນຶກ​ພາບ​ວ່າ​ເຈົ້າ​ຢູ່​ໃນ​ເຫດການ​ເລື່ອງ​ທີ່​ອ່ານ. (ອ່ານ​ມາຣະໂກ 12:41) ຂໍ​ໃຫ້​ຄິດ​ເຖິງ​ເຫດການ​ຂອງ​ວັນ​ທີ 11 ເດືອນ​ນີຊານ​ປີ ຄ.ສ 33 ເຊິ່ງ​ແມ່ນ​ສອງ​ສາມ​ມື້​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ. ໃນ​ມື້​ນັ້ນ​ພະ​ເຢຊູ​ໄດ້​ໃຊ້​ເວລາ​ສ່ວນ​ຫຼາຍ​ເພື່ອ​ສອນ​ປະຊາຊົນ​ຢູ່​ໃນ​ວິຫານ ແລ້ວ​ກໍ​ມີ​ພວກ​ຫົວ​ໜ້າ​ສາສະໜາ​ເຂົ້າ​ມາ​ຫາ​ເລື່ອງ​ເພິ່ນ. ກ່ອນ​ໜ້າ​ນັ້ນ​ເຂົາ​ເຈົ້າ​ຖາມ​ວ່າ ພະ​ເຢຊູ​ມີ​ສິດ​ຫຍັງ​ທີ່​ມາ​ເຮັດ​ແບບ​ນີ້. ສ່ວນ​ຄົນ​ອື່ນໆ​ກໍ​ໄດ້​ໃຊ້​ຄຳຖາມ​ເພື່ອ​ຈະ​ຈັບ​ຜິດ​ເພິ່ນ. (ມຣກ. 11:27-33; 12:13-34) ຕອນ​ນີ້​ພະ​ເຢຊູ​ກໍ​ໄດ້​ຍ່າງ​ໄປ​ອີກ​ບ່ອນ​ໜຶ່ງ​ເຊິ່ງ​ຢູ່​ໃນ​ວິຫານ. ເບິ່ງ​ຄື​ວ່າ​ບ່ອນ​ທີ່​ເພິ່ນ​ໄປ​ນັ້ນ​ເປັນ​ລານ​ສຳລັບ​ຜູ້​ຍິງ. ພະ​ເຢຊູ​ນັ່ງ​ລົງ​ໃນ​ບ່ອນ​ທີ່​ແນມ​ເຫັນ​ກ່ອງ​ບໍລິຈາກ ແລະ​ສັງເກດ​ເບິ່ງ​ຄົນ​ທີ່​ກຳລັງ​ປ່ອນ​ເງິນ​ລົງ​ໄປ​ໃນ​ກ່ອງ​ເຫຼົ່າ​ນັ້ນ. ເພິ່ນ​ເຫັນ​ຄົນ​ລວຍ​ປ່ອນ​ເງິນ​ບັກ​ຫຼາຍໆ​ລົງ​ໄປ​ໃນ​ກ່ອງ​ບໍລິຈາກ. ບາງ​ທີ​ພະ​ເຢຊູ​ອາດ​ຈະ​ຢູ່​ໃກ້​ຫຼາຍ ຈຶ່ງ​ໄດ້​ຍິນ​ສຽງ​ຫຼຽນ​ທີ່​ເຂົາ​ເຈົ້າ​ປ່ອນ​ລົງ​ໄປ​ໃນ​ກ່ອງ​ບໍລິຈາກ.

17. ແມ່​ໝ້າຍ​ທີ່​ທຸກ​ຍາກ​ທີ່​ຢູ່​ໃນ​ມາຣະໂກ 12:42 ໄດ້​ເຮັດ​ຫຍັງ?

17 ອ່ານ​ມາຣະໂກ 12:42. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ພະ​ເຢຊູ​ກໍ​ສັງເກດ​ເຫັນ​ຜູ້​ຍິງ​ຄົນ​ໜຶ່ງ​ເຊິ່ງ​ເປັນ “ແມ່​ໝ້າຍ​ທຸກ​ຍາກ.” (ລກ. 21:2) ຊີວິດ​ລາວ​ລຳບາກ​ຫຼາຍ ແລະ​ອາດ​ມີ​ເງິນ​ບໍ່​ພຽງ​ພໍ​ທີ່​ຈະ​ຊື້​ສິ່ງ​ຈຳເປັນ​ສຳລັບ​ລ້ຽງ​ຊີວິດ. ປານ​ນັ້ນ​ລາວ​ກໍ​ຍັງ​ປ່ອນ​ເງິນ​ຫຼຽນ​ນ້ອຍໆ 2 ຫຼຽນ​ລົງ​ໄປ​ໃນ​ກ່ອງ​ບໍລິຈາກ​ເຊິ່ງ​ເກືອບ​ຈະ​ບໍ່​ໄດ້​ຍິນ​ສຽງ​ຫຼຽນ​ທີ່​ລາວ​ປ່ອນ​ລົງ​ດ້ວຍ​ຊ້ຳ. ແຕ່​ພະ​ເຢຊູ​ຮູ້​ວ່າ​ລາວ​ປ່ອນ​ເງິນ​ຫຼຽນ 2 ເລັບ​ຕັນ​ລົງ​ໃນ​ກ່ອງ​ບໍລິຈາກ​ເຊິ່ງ​ເປັນ​ເງິນ​ທີ່​ມີ​ຄ່າ​ໜ້ອຍ​ທີ່​ສຸດ​ໃນ​ສະໄໝ​ນັ້ນ. ມັນ​ມີ​ຄ່າ​ໜ້ອຍ​ຫຼາຍ​ຈົນ​ວ່າ​ຊື້​ນົກ​ກະຈອກ​ໂຕ​ດຽວ​ກໍ​ບໍ່​ໄດ້ ເຊິ່ງ​ນົກ​ກະຈອກ​ເປັນ​ນົກ​ທີ່​ລາຄາ​ຖືກ​ທີ່​ສຸດ​ແລ້ວ.

18. ຕາມ​ມາຣະໂກ 12:43, 44 ພະ​ເຢຊູ​ໄດ້​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ເງິນ​ທີ່​ແມ່​ໝ້າຍ​ບໍລິຈາກ?

18 ອ່ານ​ມາຣະໂກ 12:43, 44. ພະ​ເຢຊູ​ຮູ້ສຶກ​ປະທັບ​ໃຈ​ແມ່​ໝ້າຍ​ຄົນ​ນີ້​ຫຼາຍ. ເພິ່ນ​ຈຶ່ງ​ເອີ້ນ​ພວກ​ລູກສິດ​ໃຫ້​ມາ​ຫາ​ແລະ​ບອກ​ກັບ​ເຂົາ​ເຈົ້າ​ວ່າ: “ແມ່​ໝ້າຍ​ທີ່​ທຸກ​ຍາກ​ຜູ້​ນີ້​ໄດ້​ປ່ອນ​ເງິນ​ລົງ​ໃນ​ກ່ອງ​ບໍລິຈາກ​ຫຼາຍ​ກວ່າ​ທຸກ​ຄົນ.” ແລະ​ເພິ່ນ​ຍັງ​ເວົ້າ​ຕື່ມ​ວ່າ: “ຄົນ​ອື່ນ [ໂດຍ​ສະເພາະ​ຄົນ​ລວຍ] ເອົາ​ເງິນ​ເຫຼືອ​ໃຊ້​ມາ​ບໍລິຈາກ ແຕ່​ແມ່​ໝ້າຍ​ຜູ້​ນີ້ ເຖິງ​ຈະ​ທຸກ​ຍາກ​ຫຼາຍ ກໍ​ຍັງ​ເອົາ​ເງິນ​ທັງ​ໝົດ​ທີ່​ລາວ​ມີ​ສຳລັບ​ລ້ຽງ​ຊີວິດ​ມາ​ບໍລິຈາກ.” ການ​ທີ່​ແມ່​ໝ້າຍ​ຄົນ​ນີ້​ບໍລິຈາກ​ເງິນ​ທັງ​ໝົດ​ທີ່​ລາວ​ມີ​ໃຫ້​ກັບ​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ລາວ​ໃຫ້​ມີ​ສິ່ງ​ຈຳເປັນ.—ເພງ. 26:3

ຄື​ກັບ​ພະ​ເຢຊູ ເມື່ອ​ເຈົ້າ​ເຫັນ​ຄົນ​ອື່ນ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ ເຈົ້າ​ກໍ​ຄວນ​ຈະ​ຊົມ​ເຊີຍ​ເຂົາ​ເຈົ້າ (ເບິ່ງ​ຂໍ້ 19-20) *

19. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ກ່ຽວ​ກັບ​ແມ່​ໝ້າຍ​ທີ່​ທຸກ​ຍາກ​ຜູ້​ນີ້?

19 ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ. ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ກ່ຽວ​ກັບ​ແມ່​ໝ້າຍ​ທີ່​ທຸກ​ຍາກ?’ ແມ່​ໝ້າຍ​ຄົນ​ນີ້​ໄດ້​ບໍລິຈາກ​ໃຫ້​ພະ​ເຢໂຫວາ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ລາວ​ມີ​ເຖິງ​ວ່າ​ລາວ​ອາດ​ຈະ​ຢາກ​ໃຫ້​ຫຼາຍ​ກວ່າ​ນີ້ ແຕ່​ພະ​ເຢຊູ​ກໍ​ຮູ້​ວ່າ​ເງິນ​ທີ່​ລາວ​ບໍລິຈາກ​ນັ້ນ​ມີ​ຄ່າ​ຫຼາຍ​ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ​ແທ້ໆ. ບົດຮຽນ​ສຳລັບ​ເຮົາ​ກໍ​ຄື ພະ​ເຢໂຫວາ​ຈະ​ພໍ​ໃຈ​ເຮົາ​ຖ້າ​ເຮົາ​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ​ແລະ​ສຸດ​ຄວາມ​ສາມາດ. (ມທ. 22:37; ກລຊ. 3:23) ພະ​ເຢໂຫວາ​ຮູ້ສຶກ​ດີ​ໃຈ​ເມື່ອ​ເຫັນ​ວ່າ​ເຮົາ​ເຮັດ​ທຸກ​ສິ່ງ​ເພື່ອ​ເພິ່ນ​ເຊັ່ນ: ເຮົາ​ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ນະມັດສະການ​ເພິ່ນ ບໍ່​ວ່າ​ຈະ​ເປັນ​ການ​ເຂົ້າ​ຮ່ວມ​ປະຊຸມ​ແລະ​ການ​ປະກາດ.

20. ເຈົ້າ​ຈະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ເລື່ອງ​ຂອງ​ແມ່​ໝ້າຍ​ໄປ​ໃຊ້​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

20 ເຈົ້າ​ຈະ​ເອົາ​ບົດຮຽນ​ທີ່​ໄດ້​ຈາກ​ເລື່ອງ​ຂອງ​ແມ່​ໝ້າຍ​ຜູ້​ນີ້​ໄປ​ໃຊ້​ແນວ​ໃດ? ໃຫ້​ຄິດ​ເຖິງ​ຄົນ​ທີ່​ເຮົາ​ຈະ​ສາມາດ​ໃຫ້​ກຳລັງ​ໃຈ​ໄດ້ ແລະ​ບອກ​ເຂົາ​ເຈົ້າ​ວ່າ​ພະ​ເຢໂຫວາ​ພໍ​ໃຈ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ. ຕົວຢ່າງ​ເຊັ່ນ: ເຈົ້າ​ຮູ້ຈັກ​ພີ່ນ້ອງ​ທີ່​ສູງ​ອາຍຸ​ບາງ​ຄົນ​ບໍ​ທີ່​ມີ​ບັນຫາ​ສຸຂະພາບ​ເຊິ່ງ​ຮູ້ສຶກ​ທໍ້​ໃຈ​ແລະ​ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ຍ້ອນ​ບໍ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼາຍ​ຄື​ແຕ່​ກ່ອນ​ແລ້ວ. ຫຼື​ເຈົ້າ​ຮູ້ຈັກ​ພີ່ນ້ອງ​ບາງ​ຄົນ​ທີ່​ມີ​ບັນຫາ​ສຸຂະພາບ​ຮ້າຍແຮງ​ເຊິ່ງ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ບໍ່​ສາມາດ​ເຂົ້າ​ຮ່ວມ​ປະຊຸມ​ໄດ້​ທຸກ​ຄັ້ງ​ບໍ? ໃຫ້​ຊ່ວຍ​ເຫຼືອ​ພີ່ນ້ອງ​ເຫຼົ່າ​ນີ້​ໂດຍ​ເວົ້າ “ສິ່ງ​ດີໆ​ເຊິ່ງ​ໃຫ້​ກຳລັງ​ໃຈ” ເຂົາ​ເຈົ້າ. (ອຟຊ. 4:29) ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ໂດຍ​ເລົ່າ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຈາກ​ແມ່​ໝ້າຍ​ທີ່​ທຸກ​ຍາກ​ຜູ້​ນີ້​ໃຫ້​ເຂົາ​ເຈົ້າ​ຟັງ. ສິ່ງ​ເຫຼົ່າ​ນີ້​ຈະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ພໍ​ໃຈ​ຖ້າ​ເຮົາ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ເພິ່ນ. (ສຸພາ. 15:23; 1 ທຊ. 5:11) ເມື່ອ​ເຈົ້າ​ຊົມ​ເຊີຍ​ຄົນ​ອື່ນ​ຍ້ອນ​ເຂົາ​ເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ ບໍ່​ວ່າ​ຈະ​ເປັນ​ສິ່ງ​ເລັກໆ​ນ້ອຍໆ​ກໍ​ຕາມ ເຈົ້າ​ກໍ​ກຳລັງ​ຍ່າງ​ຕາມ​ຮອຍ​ຕີນ​ພະ​ເຢຊູ​ຢ່າງ​ໃກ້​ຊິດ.

21. ເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

21 ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ເຮົາ​ຮູ້​ເລື່ອງ​ຊີວິດ​ຂອງ​ພະ​ເຢຊູ​ເຊິ່ງ​ຢູ່​ໃນ​ປຶ້ມ​ມັດທາຍ ມາຣະໂກ ລູກາ ແລະ​ໂຢຮັນ. ປຶ້ມ 4 ເຫຼັ້ມ​ນີ້​ຈະ​ຊ່ອຍ​ເຮົາ​ໃຫ້​ສາມາດ​ຮຽນ​ແບບ​ພະ​ເຢຊູ ແລະ​ຍ່າງ​ຕາມ​ຮອຍ​ຕີນ​ເພິ່ນ​ຢ່າງ​ໃກ້​ຊິດ​ໄດ້. ຂໍ​ໃຫ້​ໃຊ້​ປຶ້ມ 4 ເຫຼັ້ມ​ນີ້​ໃນ​ການ​ສຶກສາ​ສ່ວນ​ຕົວ ຫຼື​ການ​ນະມັດສະການ​ປະຈຳ​ຄອບຄົວ. ຂໍ​ໃຫ້​ຈື່​ໄວ້​ວ່າ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ສຶກສາ ເຮົາ​ຕ້ອງ​ນຶກ​ພາບ​ວ່າ​ຕົວ​ເອງ​ຢູ່​ໃນ​ເຫດການ​ນັ້ນ​ແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ນັ້ນ​ໄປ​ໃຊ້​ໃນ​ຊີວິດ. ນອກ​ຈາກ​ການ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢຊູ​ເຮັດ ເຮົາ​ຍັງ​ຕ້ອງ​ຟັງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ສຸດ​ທ້າຍ​ຂອງ​ພະ​ເຢຊູ​ຕອນ​ທີ່​ຢູ່​ໃນ​ໂລກ​ນີ້.

ເພງ 15 ສັນລະເສີນ​ລູກ​ຫົວປີ​ຂອງ​ພະ​ເຢໂຫວາ!

^ ຂໍ້ 5 ຍ້ອນ​ເຮົາ​ເປັນ​ຄລິດສະຕຽນ​ແທ້ ເຮົາ​ຈຶ່ງ​ຕ້ອງ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ພະ​ເຢຊູ​ຢ່າງ​ໃກ້​ຊິດ. ພະ​ເຢຊູ​ໄດ້​ວາງ​ຮອຍ​ຕີນ​ໃຫ້​ເຮົາ​ຍ່າງ​ຕາມ​ແນວ​ໃດ? ເປັນ​ຫຍັງ​ເຮົາ​ຄວນ​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ເພິ່ນ​ຢ່າງ​ໃກ້​ຊິດ ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຕອບ​ຄຳຖາມ​ເຫຼົ່າ​ນີ້.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ຫຼັງ​ຈາກ​ທີ່​ພີ່ນ້ອງ​ຍິງ​ໄດ້​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ກ່ຽວ​ກັບ​ແມ່​ໝ້າຍ​ທີ່​ທຸກ​ຍາກ ລາວ​ກໍ​ໄດ້​ຊົມ​ເຊີຍ​ພີ່ນ້ອງ​ສູງ​ອາຍຸ​ທີ່​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຄວາມ​ສາມາດ.