ບົດຄວາມສຶກສາທີ 15
ບົດຮຽນຈາກຄຳເວົ້າສຸດທ້າຍຂອງພະເຢຊູ
“ນີ້ຄືລູກຮັກຂອງເຮົາ ເຮົາພໍໃຈໃນຕົວລາວຫຼາຍ. ພວກເຈົ້າຕ້ອງເຊື່ອຟັງລາວ.”—ມທ. 17:5
ເພງ 17 “ເຮົາຢາກຊ່ວຍ”
ໃຈຄວາມສຳຄັນ *
1-2. ມີຫຍັງເກີດຂຶ້ນກັບພະເຢຊູກ່ອນທີ່ເພິ່ນຈະເວົ້າເທື່ອສຸດທ້າຍ?
ໃນຕອນສວາຍຂອງວັນທີ 14 ເດືອນນີຊານປີ ຄ.ສ 33 ຫຼັງຈາກທີ່ພະເຢຊູຖືກກ່າວຫາແບບຜິດໆ ແລະຖືກຕັດສິນແບບບໍ່ຖືກຕ້ອງ ເພິ່ນກໍໄດ້ຖືກເຍາະເຍີ້ຍຖືກທໍລະມານແບບໂຫດຫ້ຽມ ແລະຈາກນັ້ນກໍຖືກຄຶງຢູ່ເທິງເສົາທໍລະມານ ຖືກຕອກເຫຼັກຕະປູໃສ່ຕີນແລະມື. ທຸກເທື່ອທີ່ເພິ່ນຫາຍໃຈແລະທຸກເທື່ອທີ່ເພິ່ນເວົ້າ ມັນກໍເຮັດໃຫ້ເພິ່ນຮູ້ສຶກເຈັບປວດ. ແຕ່ເພິ່ນກໍຕ້ອງເວົ້າເພາະເພິ່ນມີເລື່ອງສຳຄັນທີ່ຢາກບອກ.
2 ໃຫ້ເຮົາມາເບິ່ງວ່າ ພະເຢຊູໄດ້ເວົ້າຫຍັງແດ່ຕອນທີ່ໃກ້ຈະຕາຍຢູ່ເທິງເສົາທໍລະມານ ແລະເຮົາຈະໄດ້ບົດຮຽນຫຍັງຈາກສິ່ງທີ່ເພິ່ນເວົ້າ. ແຕ່ເພື່ອຈະໄດ້ບົດຮຽນຈາກເລື່ອງນັ້ນ ເຮົາຕ້ອງຕັ້ງໃຈ “ຟັງ” ສິ່ງທີ່ເພິ່ນເວົ້າ.—ມທ. 17:5
“ພໍ່ເອີຍ ຍົກໂທດໃຫ້ພວກເຂົາແດ່”
3. ເມື່ອພະເຢຊູເວົ້າວ່າ “ພໍ່ເອີຍ ຍົກໂທດໃຫ້ພວກເຂົາແດ່” ເພິ່ນອາດໝາຍເຖິງໃຜ?
3 ພະເຢຊູເວົ້າຫຍັງ? ຕອນທີ່ພະເຢຊູຖືກຕອກຢູ່ເທິງເສົາທໍລະມານ ເພິ່ນອະທິດຖານຂໍວ່າ: “ພໍ່ເອີຍ ຍົກໂທດໃຫ້ພວກເຂົາແດ່.” ເພິ່ນຂໍໃຫ້ພະເຢໂຫວາຍົກໂທດໃຫ້ໃຜ? ຄຳເວົ້າຕໍ່ໄປຊ່ອຍເຮົາໃຫ້ເຂົ້າໃຈວ່າເພິ່ນໝາຍເຖິງໃຜ. ພະເຢຊູບອກວ່າ: “ພວກເຂົາບໍ່ຮູ້ວ່າກຳລັງເຮັດຫຍັງຢູ່.” (ລກ. 23:33, 34) ພະເຢຊູອາດໝາຍເຖິງທະຫານໂຣມທີ່ຕອກມືຕອກຕີນເພິ່ນໃສ່ເທິງເສົາທໍລະມານ. ເຂົາເຈົ້າບໍ່ຮູ້ວ່າເພິ່ນແມ່ນໃຜແທ້ໆ. ແລະເພິ່ນອາດໝາຍເຖິງບາງຄົນທີ່ຂໍໃຫ້ເພິ່ນຖືກປະຫານຢູ່ເທິງເສົາເຊິ່ງຕໍ່ມາເຂົາເຈົ້າກໍໄດ້ສະແດງຄວາມເຊື່ອໃນເພິ່ນ. (ກຈກ. 2:36-38) ພະເຢຊູບໍ່ໄດ້ຍອມໃຫ້ຄວາມບໍ່ຍຸຕິທຳແລະຄວາມທຸກທີ່ເພິ່ນເຈິມາເຮັດໃຫ້ເພິ່ນຮູ້ສຶກຄຽດແຄ້ນແລະບໍ່ຢາກຍົກໂທດໃຫ້ເຂົາເຈົ້າ. (1 ປຕ. 2:23) ແຕ່ເພິ່ນໄດ້ຂໍພະເຢໂຫວາຍົກໂທດໃຫ້ຄົນທີ່ຂ້າເພິ່ນ.
4. ເຮົາໄດ້ບົດຮຽນຫຍັງຈາກເລື່ອງທີ່ພະເຢຊູໃຫ້ອະໄພຄົນທີ່ຕໍ່ຕ້ານເພິ່ນ?
4 ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູ? ເຮົາຕ້ອງເຕັມໃຈໃຫ້ອະໄພຄົນອື່ນຄືກັບພະເຢຊູເຮັດ. (ກລຊ. 3:13) ບາງຄົນທີ່ເປັນຍາດພີ່ນ້ອງຂອງເຮົາອາດຈະຕໍ່ຕ້ານເຮົາຍ້ອນເຂົາເຈົ້າບໍ່ເຂົ້າໃຈຄວາມເຊື່ອແລະວິທີໃຊ້ຊີວິດຂອງເຮົາ. ເຂົາເຈົ້າອາດເວົ້າຕົວະກ່ຽວກັບເຮົາ ດູຖູກເຮົາຕໍ່ໜ້າຄົນອື່ນ ທຳລາຍປຶ້ມຕ່າງໆຂອງອົງການ ແລະເຖິງຂັ້ນຂູ່ວ່າຈະທຸບຕີເຮົາ. ແທນທີ່ຈະຄຽດແຄ້ນ ເຮົາຢາກອະທິດຖານຂໍພະເຢໂຫວາໃຫ້ຊ່ອຍເຂົາເຈົ້າໃຫ້ເຂົ້າໃຈຄວາມເຊື່ອຂອງເຮົາ. (ມທ. 5:44, 45) ບາງເທື່ອເຮົາອາດຮູ້ສຶກວ່າຍາກທີ່ຈະໃຫ້ອະໄພເຂົາເຈົ້າ ໂດຍສະເພາະຕອນທີ່ເຂົາເຈົ້າເຮັດບໍ່ດີຕໍ່ເຮົາເອົາແທ້ເອົາວ່າ. ແຕ່ຖ້າເຮົາເກັບຄວາມຄຽດແຄ້ນໄວ້ໃນໃຈແລະບໍ່ຍອມໃຫ້ອະໄພ ເຮົາກໍຈະບໍ່ມີຄວາມສຸກ. ພີ່ນ້ອງຍິງຄົນໜຶ່ງບອກວ່າ: “ການທີ່ຂ້ອຍໃຫ້ອະໄພຄົນອື່ນບໍ່ໄດ້ໝາຍຄວາມວ່າສິ່ງທີ່ເຂົາເຈົ້າເຮັດບໍ່ຜິດ ຫຼືຂ້ອຍຢາກໃຫ້ເຂົາເຈົ້າເຮັດຫຍັງກັບຂ້ອຍກໍໄດ້. ແຕ່ໝາຍເຖິງການທີ່ຂ້ອຍບໍ່ເກັບຄວາມຄຽດແຄ້ນໄວ້.” (ເພງ. 37:8) ເມື່ອເຮົາໃຫ້ອະໄພ ເຮົາກໍຈະບໍ່ຍອມໃຫ້ປະສົບການທີ່ບໍ່ດີມາເຮັດໃຫ້ເຮົາເປັນຄົນທີ່ຄຽດແຄ້ນຢູ່ຕະຫຼອດ.—ອຟຊ. 4:31, 32
“ເຈົ້າຈະໄດ້ຢູ່ກັບຂ້ອຍໃນອຸທິຍານ”
5. ພະເຢຊູໄດ້ສັນຍາຫຍັງກັບນັກໂທດຄົນໜຶ່ງທີ່ຖືກຄຶງຢູ່ຂ້າງໆເພິ່ນ ແລະເປັນຫຍັງເພິ່ນຈຶ່ງສັນຍາແບບນັ້ນ?
5 ພະເຢຊູເວົ້າຫຍັງ? ຕອນທຳອິດນັກໂທດສອງຄົນທີ່ຖືກຄຶງຢູ່ເທິງເສົາຂ້າງໆພະເຢຊູໄດ້ເວົ້າດູຖູກເພິ່ນ. (ມທ. 27:44) ແຕ່ຕໍ່ມາ ນັກໂທດຜູ້ໜຶ່ງກໍໄດ້ປ່ຽນໃຈ. ລາວເລີ່ມເຂົ້າໃຈວ່າພະເຢຊູ “ບໍ່ໄດ້ເຮັດຫຍັງຜິດເລີຍ.” (ລກ. 23:40, 41) ແລະທີ່ສຳຄັນກວ່ານັ້ນກໍຄື ລາວເຊື່ອວ່າພະເຢຊູຈະຖືກປຸກໃຫ້ຄືນມາຈາກຕາຍແລະຈະປົກຄອງເປັນກະສັດໃນອະນາຄົດ. ລາວເວົ້າກັບພະເຢຊູວ່າ: “ທ່ານເຢຊູ ຕອນທີ່ທ່ານໄດ້ເປັນກະສັດ ຢ່າລືມຂ້ອຍເດີ້.” (ລກ. 23:42) ຜູ້ຊາຍຄົນນີ້ມີຄວາມເຊື່ອຫຼາຍແທ້ໆ! ແລ້ວພະເຢຊູກໍບອກລາວວ່າ: “ຂ້ອຍຂໍບອກເຈົ້າມື້ນີ້ວ່າ ເຈົ້າຈະໄດ້ຢູ່ກັບຂ້ອຍໃນອຸທິຍານ [ຢູ່ໃນໂລກ] ແນ່ນອນ.” (ລກ. 23:43) ຂໍສັງເກດວ່າ ພະເຢຊູໄດ້ສັນຍາກັບລາວເປັນສ່ວນຕົວໂດຍໃຊ້ຄຳວ່າ: “ຂ້ອຍ” ກັບ “ເຈົ້າ.” ພະເຢຊູເວົ້າແບບນີ້ຍ້ອນຮູ້ວ່າພະເຢໂຫວາພໍ່ຂອງເພິ່ນເປັນຜູ້ທີ່ເມດຕາແທ້ໆ.—ເພງ. 103:8
6. ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູທີ່ເວົ້າກັບນັກໂທດຄົນໜຶ່ງ?
6 ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູ? ພະເຢຊູຮຽນແບບພະເຢໂຫວາໄດ້ຢ່າງສົມບູນແບບ. (ຮຣ. 1:3) ພະເຢໂຫວາພ້ອມທີ່ຈະໃຫ້ອະໄພເຮົາແລະເມດຕາເຮົາ ຖ້າເຮົາກັບໃຈແທ້ໆຕໍ່ສິ່ງທີ່ບໍ່ດີທີ່ເຮົາເຄີຍເຮັດໃນອະດີດແລະສະແດງຄວາມເຊື່ອໃນຄ່າໄຖ່ຂອງພະເຢຊູ. (1 ຢຮ. 1:7) ບາງຄົນອາດຍາກທີ່ຈະເຊື່ອວ່າພະເຢໂຫວາຈະໃຫ້ອະໄພຕໍ່ຄວາມຜິດທີ່ເຂົາເຈົ້າເຄີຍເຮັດ. ແຕ່ຖ້າບາງເທື່ອເຈົ້າຮູ້ສຶກແບບນັ້ນ ຂໍໃຫ້ຄິດເຖິງເລື່ອງນີ້ ບໍ່ດົນກ່ອນທີ່ພະເຢຊູຈະຕາຍ ເພິ່ນໄດ້ສະແດງຄວາມເມດຕາຕໍ່ນັກໂທດຄົນໜຶ່ງທີ່ຫາກໍເລີ່ມສະແດງຄວາມເຊື່ອໃນເພິ່ນ. ດັ່ງນັ້ນ ພະເຢໂຫວາກໍແຮ່ງຈະສະແດງຄວາມເມດຕາຕໍ່ຜູ້ຮັບໃຊ້ທີ່ສັດຊື່ທີ່ພະຍາຍາມຈະເຊື່ອຟັງຄຳສັ່ງຂອງເພິ່ນ.—ເພງ. 51:1; 1 ຢຮ. 2:1, 2
“ລາວເປັນລູກຂອງແມ່ເດີ້! . . . ນີ້ແມ່ນແມ່ຂອງເຈົ້າ!”
7. ໃນໂຢຮັນ 19:26, 27 ພະເຢຊູເວົ້າຫຍັງກັບມາຣີແລະໂຢຮັນ ແລະເປັນຫຍັງເພິ່ນຈຶ່ງເວົ້າແນວນັ້ນ?
7 ພະເຢຊູເວົ້າຫຍັງ? (ອ່ານໂຢຮັນ 19:26, 27) ພະເຢຊູເປັນຫ່ວງມາຣີແມ່ຂອງເພິ່ນທີ່ເປັນແມ່ໝ້າຍ. ພວກນ້ອງຂອງເພິ່ນອາດຈະເບິ່ງແຍງແມ່ໃຫ້ມີສິ່ງຈຳເປັນທາງດ້ານຮ່າງກາຍ. ແຕ່ໃຜຈະເບິ່ງແຍງແມ່ທາງດ້ານຄວາມເຊື່ອ? ຕອນນັ້ນພວກນ້ອງຂອງພະເຢຊູຍັງບໍ່ມີໃຜເຂົ້າມາເປັນລູກສິດຂອງເພິ່ນເທື່ອ. ແຕ່ໂຢຮັນເປັນໝູ່ສະໜິດຂອງພະເຢຊູແລະກໍເປັນອັກຄະສາວົກທີ່ສັດຊື່. ພະເຢຊູຖືວ່າຄົນທີ່ຮັບໃຊ້ພະເຢໂຫວາເປັນຄືກັບຄອບຄົວຂອງເພິ່ນ. (ມທ. 12:46-50) ດັ່ງນັ້ນ ຍ້ອນພະເຢຊູຮັກແລະເປັນຫ່ວງມາຣີແມ່ຂອງເພິ່ນ ເພິ່ນຈຶ່ງໄດ້ຂໍໃຫ້ໂຢຮັນເບິ່ງແຍງແມ່ເພາະເພິ່ນຮູ້ວ່າໂຢຮັນຈະຊ່ອຍໃຫ້ແມ່ຮັບໃຊ້ພະເຢໂຫວາຕໍ່ໆໄປໄດ້. ພະເຢຊູເວົ້າກັບແມ່ຂອງເພິ່ນວ່າ: “ຕັ້ງແຕ່ນີ້ໄປລາວເປັນລູກຂອງແມ່ເດີ້!” ແລະເພິ່ນເວົ້າກັບໂຢຮັນວ່າ: “ນີ້ແມ່ນແມ່ຂອງເຈົ້າ!” ຕັ້ງແຕ່ນັ້ນມາໂຢຮັນກໍເປັນລູກຂອງມາຣີແລະເບິ່ງແຍງລາວຄືກັບແມ່ແທ້ໆ. ພະເຢຊູໄດ້ສະແດງ ຄວາມຮັກແລະເຫັນຄ່າຕໍ່ມາຣີຫຼາຍແທ້ໆທີ່ໄດ້ເບິ່ງແຍງເພິ່ນຕັ້ງແຕ່ເກີດຈົນຮອດມື້ທີ່ເພິ່ນຕາຍ.
8. ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູທີ່ເວົ້າກັບມາຣີແລະໂຢຮັນ?
8 ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູ? ເຮົາອາດຮູ້ສຶກໃກ້ຊິດກັບພີ່ນ້ອງໃນປະຊາຄົມຫຼາຍກວ່າຍາດພີ່ນ້ອງຂອງເຮົາ. ຍາດພີ່ນ້ອງຂອງເຮົາອາດຈະຕໍ່ຕ້ານແລະເຖິງຂັ້ນຖິ້ມເຮົາ. ແຕ່ພະເຢຊູສັນຍາວ່າ ຖ້າເຮົາສະໜິດກັບພະເຢໂຫວາແລະອົງການຂອງເພິ່ນ ເຮົາຈະໄດ້ຄືນຫຼາຍກວ່າທີ່ເຮົາເສຍໄປ “100 ເທົ່າ” ເຊັ່ນ ເຮົາມີພີ່ນ້ອງຫຼາຍຄົນທີ່ເປັນຄືກັບລູກຊາຍ ລູກສາວ ອ້າຍ ເອື້ອຍ ນ້ອງ ແລະພໍ່ແມ່ຂອງເຮົາ. (ມຣກ. 10:29, 30) ເຈົ້າເດຮູ້ສຶກແນວໃດທີ່ໄດ້ຢູ່ໃນຄອບຄົວໃໝ່ເຊິ່ງເປັນນ້ຳໜຶ່ງໃຈດຽວກັນຍ້ອນຄວາມເຊື່ອແລະຍ້ອນຮັກພະເຢໂຫວາແລະຮັກກັນແລະກັນ?—ກລຊ. 3:14; 1 ປຕ. 2:17
“ພະເຈົ້າຂອງຂ້ອຍ ເປັນຫຍັງຈຶ່ງຖິ້ມຂ້ອຍໄປ?”
9. ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູທີ່ຢູ່ໃນມັດທາຍ 27:46?
9 ພະເຢຊູເວົ້າຫຍັງ? ບໍ່ດົນກ່ອນທີ່ພະເຢຊູຈະຕາຍ ເພິ່ນໄດ້ຮ້ອງສຽງດັງວ່າ: “ພະເຈົ້າ ພະເຈົ້າຂອງຂ້ອຍ ເປັນຫຍັງຈຶ່ງຖິ້ມຂ້ອຍໄປ?” (ມທ. 27:46) ຄຳພີໄບເບິນບໍ່ໄດ້ອະທິບາຍວ່າເປັນຫຍັງພະເຢຊູຈຶ່ງເວົ້າແບບນີ້. ແຕ່ຂໍໃຫ້ຄິດເຖິງເຫດຜົນທີ່ພະເຢຊູເວົ້າແບບນີ້ (1) ກໍເພື່ອເຮັດໃຫ້ຄຳພະຍາກອນທີ່ຢູ່ໃນຄຳເພງ 22:1 * ສຳເລັດເປັນຈິງ. (2) ກໍເພື່ອສະແດງໃຫ້ເຫັນວ່າພະເຢໂຫວາບໍ່ໄດ້ “ປົກປ້ອງ” ເພິ່ນ. (ໂຢບ 1:10) (3) ພະເຢຊູເຂົ້າໃຈວ່າພະເຢໂຫວາຈະຍອມໃຫ້ສັດຕູທົດສອບຄວາມສັດຊື່ຂອງເພິ່ນຈົນສຸດໆເຊິ່ງບໍ່ມີມະນຸດຄົນໃດເຄີຍຖືກທົດສອບແບບນີ້ມາກ່ອນ. ແລະ (4) ກໍເພື່ອສະແດງໃຫ້ເຫັນວ່າ ພະເຢຊູເປັນຜູ້ບໍລິສຸດແລະບໍ່ໄດ້ເຮັດຫຍັງຜິດທີ່ສົມຄວນຈະຖືກປະຫານຊີວິດ.
10. ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູທີ່ເວົ້າກັບພະເຢໂຫວາ?
10 ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູ? ບົດຮຽນໜຶ່ງກໍຄື ເຮົາຕ້ອງບໍ່ຄາດໝາຍວ່າພະເຢໂຫວາຈະປົກປ້ອງເຮົາຈາກບັນຫາຕ່າງໆທີ່ທົດສອບຄວາມເຊື່ອຂອງເຮົາ. ຄືກັບພະເຢຊູທີ່ຖືກທົດສອບຈົນສຸດໆເພື່ອພິສູດຄວາມສັດຊື່ ເຮົາເອງກໍຕ້ອງກຽມພ້ອມເພື່ອຈະພິສູດຄວາມສັດຊື່ຈົນຕາຍຖ້າເລື່ອງນັ້ນເກີດຂຶ້ນ. (ມທ. 16:24, 25) ແຕ່ເຮົາໝັ້ນໃຈໄດ້ວ່າ ພະເຢໂຫວາຈະບໍ່ຍອມໃຫ້ເຮົາຖືກທົດສອບຈົນເຮົາທົນບໍ່ໄດ້. (1 ກຣ. 10:13) ແລະອີກບົດຮຽນໜຶ່ງກໍຄື ເຮົາອາດຈະຕ້ອງເຈິກັບຄວາມທຸກຄືກັບພະເຢຊູເຖິງວ່າຈະບໍ່ໄດ້ເຮັດຫຍັງຜິດກໍຕາມ. (1 ປຕ. 2:19, 20) ທີ່ເຮົາຖືກຕໍ່ຕ້ານບໍ່ແມ່ນຍ້ອນວ່າເຮົາເຮັດຫຍັງຜິດ ແຕ່ຍ້ອນເຮົາບໍ່ເປັນສ່ວນຂອງໂລກແລະເຮົາໃຊ້ຊີວິດແບບຄລິດສະຕຽນ. (ຢຮ. 17:14; 1 ປຕ. 4:15, 16) ພະເຢຊູເຂົ້າໃຈວ່າເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ເພິ່ນເຈິກັບຄວາມທຸກ. ແຕ່ບາງເທື່ອຜູ້ຮັບໃຊ້ຂອງພະເຢໂຫວາບາງຄົນອາດຈະບໍ່ເຂົ້າໃຈວ່າ ເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ເຂົາເຈົ້າເຈິເລື່ອງທີ່ບໍ່ດີແບບນັ້ນ. (ຫາບາ. 1:3) ເຖິງຈະເປັນແບບນັ້ນ ພະເຢໂຫວາພະເຈົ້າທີ່ເມດຕາແລະອົດທົນກໍເຂົ້າໃຈວ່າ ຜູ້ຮັບໃຊ້ຂອງເພິ່ນບໍ່ໄດ້ຂາດຄວາມເຊື່ອ ແຕ່ເຂົາເຈົ້າຕ້ອງການກຳລັງໃຈຈາກເພິ່ນ.—2 ກຣ. 1:3, 4
“ຂ້ອຍຫິວນ້ຳ”
11. ເປັນຫຍັງພະເຢຊູຈຶ່ງເວົ້າຄຳເວົ້າທີ່ຢູ່ໃນໂຢຮັນ 19:28?
11 ພະເຢຊູເວົ້າຫຍັງ? (ອ່ານໂຢຮັນ 19:28) ເປັນຫຍັງພະເຢຊູຈຶ່ງເວົ້າວ່າ: “ຂ້ອຍຫິວນ້ຳ”? ເພິ່ນເວົ້າ ແບບນັ້ນກໍ “ເພື່ອໃຫ້ເປັນຕາມທີ່ຂຽນໄວ້ໃນພະຄຳພີ” ທີ່ຢູ່ໃນຄຳເພງ 22:15 ທີ່ບອກວ່າ: “ແຮງຂອງຂ້ານ້ອຍຫ່ຽວແຫ້ງໄປເໝືອນໝໍ້ດິນແຕກແລ້ວແລະລີ້ນຂ້ານ້ອຍຕິດກັບເຫືອກ.” ນອກຈາກນັ້ນ ຫຼັງຈາກທີ່ພະເຢຊູຖືກທໍລະມານຫຼາຍຢ່າງແລະຖືກຕອກຢູ່ເທິງເສົາທໍລະມານ ເພິ່ນກໍຄືຊິຫິວນ້ຳຫຼາຍແທ້ໆ ດັ່ງນັ້ນ ເພິ່ນຈຶ່ງຂໍກິນນ້ຳເພື່ອຈະມີແຮງ.
12. ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູທີ່ວ່າ “ຂ້ອຍຫິວນ້ຳ”?
12 ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູ? ພະເຢຊູບໍ່ໄດ້ຄິດວ່າການຂໍຄວາມຊ່ວຍເຫຼືອຈາກຄົນອື່ນຈະເຮັດໃຫ້ເພິ່ນເບິ່ງຄືວ່າເປັນຄົນອ່ອນແອ. ແລະເຮົາກໍຄວນຄິດຄືກັບພະເຢຊູ. ໃນຊີວິດຂອງເຮົາ ເຮົາອາດບໍ່ຢາກບອກຄົນອື່ນໃຫ້ຮູ້ວ່າເຮົາຕ້ອງການຄວາມຊ່ວຍເຫຼືອ. ແຕ່ຖ້າເຮົາຊ່ວຍເຫຼືອຕົວເອງບໍ່ໄດ້ ເຮົາກໍບໍ່ຄວນລັງເລທີ່ຈະຂໍຄວາມຊ່ວຍເຫຼືອຈາກຄົນອື່ນ. ຕົວຢ່າງເຊັ່ນ: ຖ້າເຮົາອາຍຸຫຼາຍຂຶ້ນຫຼືສຸຂະພາບບໍ່ດີ ເຮົາອາດຢາກຂໍໃຫ້ພີ່ນ້ອງຊ່ອຍພາເຮົາໄປຊື້ເຄື່ອງແລະໄປຫາໝໍ. ແລະຖ້າເຮົາທໍ້ໃຈ ເຮົາອາດຢາກໃຫ້ຜູ້ດູແລຫຼືຄລິດສະຕຽນທີ່ມີຄວາມເຊື່ອເຂັ້ມແຂງຟັງເຮົາລະບາຍຄວາມຮູ້ສຶກແລະໃຫ້ກຳລັງໃຈເຮົາ. (ສຸພາ. 12:25) ຂໍໃຫ້ຈື່ໄວ້ວ່າພີ່ນ້ອງຮັກເຮົາແລະຢາກຊ່ອຍເຮົາໃນ ‘ເວລາທີ່ລຳບາກ.’ (ສຸພາ. 17:17, ລ.ມ.) ແຕ່ພີ່ນ້ອງອ່ານໃຈເຮົາບໍ່ໄດ້. ດັ່ງນັ້ນ ຖ້າເຮົາບໍ່ບອກເຂົາເຈົ້າ ເຂົາເຈົ້າກໍຊິບໍ່ຮູ້ວ່າເຮົາຕ້ອງການຄວາມຊ່ວຍເຫຼືອຫຍັງແດ່.
“ສຳເລັດແລ້ວ!”
13. ຍ້ອນພະເຢຊູສັດຊື່ຈົນວັນຕາຍ ເພິ່ນຈຶ່ງໄດ້ເຮັດໃຫ້ສິ່ງໃດແດ່ສຳເລັດ?
13 ພະເຢຊູເວົ້າຫຍັງ? ປະມານ 3 ໂມງຕອນບ່າຍຂອງວັນທີ 14 ເດືອນນີຊານ ພະເຢຊູໄດ້ຮ້ອງຂຶ້ນມາວ່າ: “ສຳເລັດແລ້ວ!” (ຢຮ. 19:30) ກ່ອນພະເຢຊູຈະສິ້ນໃຈ ເພິ່ນໄດ້ເຮັດໃຫ້ເຮົາຮູ້ວ່າເພິ່ນເຮັດທຸກສິ່ງທີ່ພະເຢໂຫວາຕ້ອງການໃຫ້ສຳເລັດແລ້ວ. ຍ້ອນພະເຢຊູຮັກສາຄວາມສັດຊື່ຈົນຕາຍ ເພິ່ນຈຶ່ງໄດ້ເຮັດຫຼາຍຢ່າງສຳເລັດຄື: (1) ພະເຢຊູພິສູດວ່າຊາຕານເປັນຜູ້ເວົ້າຕົວະ ແລະເຖິງວ່າຊາຕານຈະຂົ່ມເຫງພະເຢຊູທຸກຮູບແບບ ແຕ່ເພິ່ນກໍສະແດງໃຫ້ເຫັນວ່າຄົນທີ່ສົມບູນແບບສາມາດຮັກສາຄວາມສັດຊື່ໄດ້. (2) ພະເຢຊູສະລະຊີວິດເປັນຄ່າໄຖ່ ຍ້ອນຄ່າໄຖ່ມະນຸດທີ່ບໍ່ສົມບູນແບບຈຶ່ງສາມາດມີສາຍສຳພັນທີ່ດີກັບພະເຢໂຫວາແລະມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໄດ້. (3) ພະເຢຊູພິສູດວ່າພະເຢໂຫວາມີສິດທີ່ຈະເປັນຜູ້ປົກຄອງອົງສູງສຸດແລະເຮັດໃຫ້ຊື່ຂອງພະເຢໂຫວາເປັນທີ່ເຄົາລົບນັບຖື.
14. ເຮົາຄວນຕັ້ງໃຈໃຊ້ຊີວິດໃນແຕ່ລະມື້ແນວໃດ? ຂໍໃຫ້ອະທິບາຍ.
14 ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູ? ເຮົາຕ້ອງຕັ້ງໃຈທີ່ຈະເປັນຄົນສັດຊື່ຢູ່ຕະຫຼອດ. ໃຫ້ເຮົາມາເບິ່ງຄຳເວົ້າຂອງພີ່ນ້ອງແມັກເວວເຟຣນເຊິ່ງເປັນຄູສອນຢູ່ໂຮງຮຽນກິລຽດ. ໃນການປະຊຸມນານາຊາດພີ່ນ້ອງເຟຣນໄດ້ເວົ້າໃນຄຳບັນລະຍາຍວ່າ: “ສິ່ງທີ່ເຈົ້າເວົ້າແລະເຮັດໄດ້ມື້ນີ້ ຢ່າເລື່ອນໄປເຮັດມື້ອື່ນ ເພາະເຈົ້າບໍ່ຮູ້ວ່າມື້ອື່ນຊິມີໂອກາດໄດ້ເຮັດຫຼືບໍ່. ສະນັ້ນເຈົ້າຄວນຈະໃຊ້ຊີວິດໃນແຕ່ລະມື້ໃນແບບທີ່ສະແດງວ່າເຈົ້າຢາກໄດ້ຊີວິດຕະຫຼອດໄປ.” ຂໍໃຫ້ເຮົາໃຊ້ຊີວິດໃນແຕ່ລະມື້ຄືກັບວ່າເປັນມື້ສຸດທ້າຍທີ່ຈະສະແດງຄວາມສັດຊື່ຕໍ່ພະເຢໂຫວາ. ແລະຖ້າເຮົາຕາຍ ເຮົາກໍສາມາດເວົ້າໄດ້ວ່າ: “ພະເຢໂຫວາ ລູກໄດ້ພະຍາຍາມທີ່ຈະຮັກສາຄວາມສັດຊື່ດີທີ່ສຸດແລ້ວ. ລູກໄດ້ພິສູດວ່າຊາຕານເປັນຜູ້ຕົວະ ພິສູດວ່າຊື່ຂອງພໍ່ເປັນທີ່ເຄົາລົບນັບຖື ແລະພໍ່ມີສິດທີ່ຈະເປັນຜູ້ປົກຄອງອົງສູງສຸດ.”
“ລູກຂໍຝາກຊີວິດໄວ້ໃນມືຂອງພໍ່”
15. ຕາມລູກາ 23:46 ພະເຢຊູໝັ້ນໃຈເລື່ອງຫຍັງ?
15 ພະເຢຊູເວົ້າຫຍັງ? (ອ່ານລູກາ 23:46) ພະເຢຊູເວົ້າດ້ວຍຄວາມໝັ້ນໃຈວ່າ: “ພໍ່ເອີຍ ລູກຂໍຝາກຊີວິດ ໄວ້ໃນມືຂອງພໍ່.” ພະເຢຊູຮູ້ວ່າຊີວິດໃນອະນາຄົດຂຶ້ນຢູ່ກັບພະເຢໂຫວາ ແລະເພິ່ນກໍໝັ້ນໃຈວ່າພະເຢໂຫວາພໍ່ຂອງເພິ່ນຈະບໍ່ລືມເພິ່ນ.
16. ເຈົ້າໄດ້ບົດຮຽນຫຍັງຈາກເລື່ອງຂອງໂຈຊົວ?
16 ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູ? ໃຫ້ຝາກຊີວິດໄວ້ກັບພະເຢໂຫວາ. ເພື່ອຈະເຮັດແບບນັ້ນໄດ້ ເຮົາຕ້ອງ “ວາງໃຈພະເຢໂຫວາສຸດຫົວໃຈ.” (ສຸພາ. 3:5, ລ.ມ.) ໃຫ້ເຮົາມາເບິ່ງເລື່ອງຂອງໂຈຊົວອາຍຸ 15 ປີເຊິ່ງເປັນພະຍາດຮ້າຍແຮງໄລຍະສຸດທ້າຍ. ລາວບໍ່ຍອມຮັບການປິ່ນປົວໃນແບບທີ່ຂັດກັບຫຼັກການຂອງພະເຈົ້າ. ບໍ່ດົນກ່ອນທີ່ລາວຈະຕາຍລາວໄດ້ບອກແມ່ລາວວ່າ: “ແມ່ເອີຍ ຂ້ອຍຢູ່ໃນມືຂອງພະເຢໂຫວາ . . . ຂ້ອຍສາມາດບອກສິ່ງຕໍ່ໄປນີ້ກັບແມ່ດ້ວຍຄວາມໝັ້ນໃຈ ຂ້ອຍຮູ້ວ່າພະເຢໂຫວາຈະປຸກຂ້ອຍໃຫ້ຄືນມາຈາກຕາຍແນ່ນອນ. ພະອົງອ່ານຫົວໃຈຂອງຂ້ອຍອອກ ແລະຂ້ອຍຮັກພະອົງແທ້ໆ.” * ເຮົາແຕ່ລະຄົນຄວນຖາມຕົວເອງວ່າ: ‘ຖ້າຂ້ອຍຢູ່ໃນສະພາບການທີ່ອາດເຮັດໃຫ້ຂ້ອຍຕ້ອງຕາຍຍ້ອນຄວາມເຊື່ອ ຂ້ອຍຈະຍັງສັດຊື່ຕໍ່ພະເຢໂຫວາແລະໝັ້ນໃຈວ່າເພິ່ນຈະບໍ່ລືມຂ້ອຍບໍ?’
17-18. ເຮົາໄດ້ບົດຮຽນຫຍັງແດ່ຈາກຄຳເວົ້າຂອງພະເຢຊູ? (ເບິ່ງຂອບ “ ສິ່ງທີ່ເຮົາໄດ້ຮຽນຈາກຄຳເວົ້າສຸດທ້າຍຂອງພະເຢຊູ”)
17 ເຮົາໄດ້ບົດຮຽນຫຼາຍຢ່າງຈາກຄຳເວົ້າສຸດທ້າຍຂອງພະເຢຊູ. ເຮົາຕ້ອງໃຫ້ອະໄພຄົນອື່ນແລະໝັ້ນໃຈວ່າພະເຢໂຫວາຈະໃຫ້ອະໄພເຮົາຄືກັນ. ເຮົາຖືວ່າເປັນສິ່ງທີ່ພິເສດແທ້ໆທີ່ມີຄອບຄົວທາງດ້ານຄວາມເຊື່ອເຊິ່ງພ້ອມທີ່ຈະຊ່ວຍເຫຼືອເຮົາ ແຕ່ເຮົາຕ້ອງເປັນຝ່າຍລິເລີ່ມຂໍຄວາມຊ່ວຍເຫຼືອຈາກເຂົາເຈົ້າ. ເຮົາຮູ້ວ່າພະເຢໂຫວາຈະຊ່ອຍເຮົາໃຫ້ອົດທົນກັບບັນຫາຕ່າງໆໄດ້. ໃຫ້ໃຊ້ຊີວິດແຕ່ລະມື້ຄືກັບວ່າເປັນມື້ສຸດທ້າຍທີ່ເຮົາຈະສະແດງຄວາມສັດຊື່ຕໍ່ພະເຢໂຫວາ. ແລະຖ້າເຮົາຕາຍຍ້ອນຄວາມສັດຊື່ ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາຈະປຸກເຮົາໃຫ້ຄືນມາຈາກຕາຍ.
18 ຄຳເວົ້າຂອງພະເຢຊູຕອນທີ່ເພິ່ນໃກ້ຈະຕາຍຢູ່ເທິງເສົາທໍລະມານໃຫ້ບົດຮຽນກັບເຮົາຫຼາຍຢ່າງແທ້ໆ! ຖ້າເຮົາເອົາບົດຮຽນເຫຼົ່ານີ້ໄປໃຊ້ໃນຊີວິດ ເຮົາກໍກຳລັງເຊື່ອຟັງພະເຢໂຫວາທີ່ບອກໃຫ້ “ຟັງ” ພະເຢຊູລູກຊາຍຂອງເພິ່ນ.—ມທ. 17:5
ເພງ 126 ຈົ່ງຕື່ນຕົວ ເຂັ້ມແຂງ ໝັ້ນຄົງ
^ ຂໍ້ 5 ໃນມັດທາຍ 17:5 ບອກເຮົາໃຫ້ຮູ້ວ່າພະເຢໂຫວາຢາກໃຫ້ເຮົາຟັງພະເຢຊູລູກຊາຍຂອງເພິ່ນ. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ເຮົາໄດ້ບົດຮຽນຫຍັງແດ່ຈາກຄຳເວົ້າຂອງພະເຢຊູຕອນທີ່ເພິ່ນໃກ້ຈະຕາຍຢູ່ເທິງເສົາທໍລະມານ.
^ ຂໍ້ 9 ສຳລັບເຫດຜົນທີ່ອາດຈະເປັນໄປໄດ້ວ່າເປັນຫຍັງພະເຢຊູຈຶ່ງເວົ້າຄຳເວົ້າທີ່ຢູ່ໃນຄຳເພງ 22:1 ໃຫ້ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ ສະບັບນີ້.
^ ຂໍ້ 16 ເບິ່ງເລື່ອງ “ຄວາມເຊື່ອຂອງໂຈຊົວໄຊຊະນະຂອງສິດທິເດັກ” ໃນຕື່ນເຖີດ! 8 ກຸມພາ 1995 (ພາສາໄທ)