ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 17

ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້ໆ!

ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້ໆ!

“ພະ​ເຢໂຫວາ​ຮັກ​ປະຊາຊົນ​ຂອງ​ພະອົງ.”—2 ຂ່າວ. 2:11, ລ.ມ.

ເພງ 108 ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ “ຮັກ” ເຮົາ​ແຕ່​ລະ​ຄົນ (ເບິ່ງ​ຂໍ້ 1)

1. ພະ​ເຢໂຫວາ​ເຫັນ​ຫຍັງ​ໃນ​ໂຕ​ເຮົາ?

ພະ​ເຢໂຫວາ “ຮັກ​ປະຊາຊົນ​ຂອງ​ພະອົງ.” (2 ຂ່າວ. 2:11, ລ.ມ.) ນີ້​ເຮັດ​ໃຫ້​ເຮົາ​ດີ​ໃຈ​ຫຼາຍ​ແທ້ໆ! ພະ​ເຢໂຫວາ​ເຫັນ​ຈຸດ​ດີ​ໃນ​ໂຕ​ເຮົາ ເຫັນ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້ ແລະ​ຢາກ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ເພິ່ນ. ຖ້າ​ເຮົາ​ສັດ​ຊື່​ຕໍ່​ເພິ່ນ​ສະເໝີ ເພິ່ນ​ກໍ​ຈະ​ເປັນ​ໝູ່​ກັບ​ເຮົາ​ຕະຫຼອດ​ໄປ!—ຢຮ. 6:44

2. ເປັນ​ຫຍັງ​ພີ່ນ້ອງ​ບາງ​ຄົນ​ຈຶ່ງ​ບໍ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຂົາ​ເຈົ້າ?

2 ບາງ​ຄົນ​ອາດ​ຄິດ​ວ່າ: ‘ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ປະຊາຊົນ​ຂອງ​ເພິ່ນ ແຕ່​ຂ້ອຍ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເພິ່ນ​ຮັກ​ຂ້ອຍ​ເປັນ​ສ່ວນ​ໂຕ?’ ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຄິດ​ແບບ​ນັ້ນ? ອັອກຊານາ * ເຊິ່ງ​ເຄີຍ​ເຈິ​ເລື່ອງ​ທີ່​ບໍ່​ດີ​ຕອນ​ຍັງ​ນ້ອຍ​ບອກ​ວ່າ: “ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ຕອນ​ທີ່​ຮັບ​ບັບເຕມາ​ແລະ​ເລີ່ມ​ເປັນ​ໄພໂອເນຍ. ແຕ່ 15 ປີ​ຕໍ່​ມາ​ຂ້ອຍ​ພັດ​ຄິດ​ເຖິງ​ເລື່ອງ​ທີ່​ບໍ່​ດີ​ທີ່​ເຄີຍ​ເຈິ​ຕອນ​ຍັງ​ນ້ອຍ​ອີກ. ນີ້​ເຮັດ​ໃຫ້​ຂ້ອຍ​ເລີ່ມ​ຄິດ​ວ່າ ພະ​ເຢໂຫວາ​ຄື​ຊິ​ບໍ່​ພໍ​ໃຈ​ຂ້ອຍ​ແລະ​ບໍ່​ຮັກ​ຂ້ອຍ​ແລ້ວ.” ພີ່ນ້ອງ​ຍິງ​ຊື່​ຢົວ​ເຊິ່ງ​ເປັນ​ໄພໂອເນຍ​ກໍ​ເຄີຍ​ເຈິ​ເລື່ອງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ​ຕອນ​ຍັງ​ນ້ອຍ​ຄື​ກັນ. ລາວ​ບອກ​ວ່າ: “ຂ້ອຍ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ຍ້ອນ​ຂ້ອຍ​ຢາກ​ເຮັດ​ໃຫ້​ເພິ່ນ​ດີ​ໃຈ ແຕ່​ຂ້ອຍ​ກໍ​ບໍ່​ໝັ້ນ​ໃຈ​ວ່າ​ເພິ່ນ​ຮັກ​ຂ້ອຍ​ແທ້ໆ​ບໍ.”

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຄື​ກັບ​ພີ່ນ້ອງ​ສອງ​ຄົນ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້ ເຈົ້າ​ຮັກ​ພະ​ເຢໂຫວາ​ຫຼາຍ ແຕ່​ເຈົ້າ​ອາດ​ບໍ່​ໝັ້ນ​ໃຈ​ວ່າ​ເພິ່ນ​ຮັກ​ເຈົ້າ​ແທ້​ບໍ. ເປັນ​ຫຍັງ​ເຮົາ​ຕ້ອງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ສົນ​ໃຈ​ເຮົາ​ແທ້ໆ? ແລະ​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ບໍ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ? ໃຫ້​ເຮົາ​ມາ​ເບິ່ງ​ຄຳຕອບ​ນຳ​ກັນ.

ເປັນ​ເລື່ອງ​ອັນຕະລາຍ​ຖ້າ​ບໍ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ

4. ເປັນ​ຫຍັງ​ຈຶ່ງ​ເປັນ​ອັນຕະລາຍ​ຖ້າ​ບໍ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

4 ຄວາມ​ຮັກ​ເປັນ​ແຮງ​ກະຕຸ້ນ​ທີ່​ມີ​ພະລັງ​ຫຼາຍ. ຖ້າ​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ຊ່ວຍ​ເຫຼືອ​ເຮົາ ເຮົາ​ກໍ​ຈະ​ຮັບໃຊ້​ເພິ່ນ​ສຸດ​ຊີວິດ​ເຖິງ​ວ່າ​ເຮົາ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ປານ​ໃດ​ກໍ​ຕາມ. ແຕ່​ຖ້າ​ເຮົາ​ບໍ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ‘ເຫື່ອ​ແຮງ​ຂອງ​ເຮົາ​ກໍ​ຈະ​ໜ້ອຍ.’ (ສຸພາ. 24:10) ເມື່ອ​ເຮົາ​ທໍ້​ໃຈ​ແລະ​ບໍ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່ ເຮົາ​ກໍ​ຈະ​ຕ້ານ​ທານ​ການ​ໂຈມຕີ​ຂອງ​ຊາຕານ​ບໍ່​ໄດ້.—ອຟຊ. 6:16

5. ການ​ທີ່​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ ສົ່ງ​ຜົນ​ຕໍ່​ພີ່ນ້ອງ​ແນວ​ໃດ?

5 ພີ່ນ້ອງ​ບາງ​ຄົນ​ມີ​ຄວາມ​ເຊື່ອ​ອ່ອນ​ລົງ​ຍ້ອນ​ເຂົາ​ເຈົ້າ​ເລີ່ມ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ແລະ​ບໍ່​ສົນ​ໃຈ​ເຂົາ​ເຈົ້າ. ຜູ້​ດູ​ແລ​ຄົນ​ໜຶ່ງ​ທີ່​ຊື່​ເຈມ​ບອກ​ວ່າ: “ເຖິງ​ວ່າ​ຂ້ອຍ​ຈະ​ຮັບໃຊ້​ຢູ່​ເບເທນ​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ປະກາດ​ກັບ​ປະຊາຄົມ​ທີ່​ໃຊ້​ພາສາ​ອື່ນ ແຕ່​ຂ້ອຍ​ກໍ​ຍັງ​ບໍ່​ແນ່​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ພໍ​ໃຈ​ກັບ​ສິ່ງ​ທີ່​ຂ້ອຍ​ເຮັດ​ໃຫ້​ເພິ່ນ​ຫຼື​ບໍ່. ບາງ​ເທື່ອ​ຂ້ອຍ​ເຖິງ​ຂັ້ນ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ບໍ.” ເອວາ​ເຊິ່ງ​ເປັນ​ຜູ້​ຮັບໃຊ້​ເຕັມ​ເວລາ​ບອກ​ວ່າ: “ເປັນ​ເລື່ອງ​ອັນຕະລາຍ​ຫຼາຍ​ເມື່ອ​ເຮົາ​ບໍ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ເພາະ​ມັນ​ສົ່ງ​ຜົນ​ຕໍ່​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ແລະ​ຍັງ​ເຮັດ​ໃຫ້​ເຮົາ​ບໍ່​ຢາກ​ເຮັດ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ ແລະ​ບໍ່​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ.” ໄມເຄິນ​ທີ່​ເປັນ​ໄພໂອເນຍ​ປະຈຳ​ແລະ​ເປັນ​ຜູ້​ດູ​ແລ​ບອກ​ວ່າ: “ຖ້າ​ເຈົ້າ​ບໍ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ຫ່ວງໃຍ​ເຈົ້າ ເຈົ້າ​ກໍ​ຈະ​ຄ່ອຍໆ​ຫ່າງ​ອອກ​ຈາກ​ເພິ່ນ.”

6. ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ເຮົາ​ເລີ່ມ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ?

6 ຈາກ​ປະສົບການ​ຂອງ​ພີ່ນ້ອງ​ສະແດງ​ໃຫ້​ເຫັນ​ວ່າ ຖ້າ​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ​ມັນ​ກໍ​ຈະ​ເປັນ​ອັນຕະລາຍ​ຕໍ່​ຄວາມ​ເຊື່ອ​ຂອງ​ເຮົາ. ຄັນ​ຊັ້ນ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ? ເຮົາ​ຕ້ອງ​ເຊົາ​ຄິດ​ແບບ​ນີ້​ທັນທີ. ຈາກ​ນັ້ນ ໃຫ້​ຂໍ​ພະ​ເຢໂຫວາ​ຊ່ອຍ​ເຮົາ​ໃຫ້​ກຳຈັດ​ຄວາມ​ຄິດ​ໃນ​ແງ່​ລົບ​ອອກ​ໄປ ແລ້ວ​ເອົາ ‘ສັນຕິສຸກ​ຂອງ​ພະເຈົ້າ​ທີ່​ຈະ​ປົກ​ປ້ອງ​ຫົວໃຈ​ແລະ​ຄວາມ​ຄິດ’ ຂອງ​ເຮົາ​ມາ​ໃສ່​ແທນ. (ຟລປ. 4:6, 7) ຂໍ​ໃຫ້​ຈື່​ໄວ້​ວ່າ​ບໍ່​ໄດ້​ມີ​ແຕ່​ເຈົ້າ​ຜູ້​ດຽວ​ທີ່​ຄິດ​ແບບ​ນັ້ນ ເພາະ​ພີ່ນ້ອງ​ຄົນ​ອື່ນໆ​ກໍ​ຄິດ​ແບບ​ນີ້​ຄື​ກັນ. ແມ່ນ​ແຕ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ກ່ອນ​ກໍ​ຍັງ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ແບບ​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ອັກຄະສາວົກ​ໂປໂລ.

ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ໂປໂລ?

7. ໂປໂລ​ມີ​ບັນຫາ​ຫຍັງ​ແດ່?

7 ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ໜັກ​ໃຈ​ຍ້ອນ​ມີ​ວຽກ​ມອບ​ໝາຍ​ຫຼາຍ​ໂພດ​ແລະ​ຮູ້ສຶກ​ວ່າ​ມັນ​ຍາກ​ທີ່​ຈະ​ເຮັດ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ໂປໂລ. ໂປໂລ​ບໍ່​ໄດ້​ກັງວົນ​ນຳ​ປະຊາຄົມ​ດຽວ ແຕ່​ລາວ​ກັງວົນ​ກັບ “ທຸກໆ​ປະຊາຄົມ.” (2 ກຣ. 11:23-28) ເຈົ້າ​ເປັນ​ພະຍາດ​ຊ້ຳ​ເຮື້ອ​ເຊິ່ງ​ເຮັດ​ໃຫ້​ເຈົ້າ​ບໍ່​ມີ​ຄວາມ​ສຸກ​ບໍ? ໂປໂລ​ກໍ​ຮູ້ສຶກ​ເຈັບ​ປວດ​ຍ້ອນ “ໜາມ​ຢູ່​ໃນ​ຮ່າງກາຍ” ເຊິ່ງ​ອາດ​ຈະ​ເປັນ​ບັນຫາ​ສຸຂະພາບ​ທີ່​ລາວ​ຢາກ​ກຳຈັດ​ອອກ​ໄປ. (2 ກຣ. 12:7-10) ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຕົວ​ເອງ​ບໍ? ໂປໂລ​ກໍ​ເຄີຍ​ຮູ້ສຶກ​ແບບ​ນີ້​ຄື​ກັນ ລາວ​ເວົ້າ​ວ່າ​ຕົວ​ເອງ “ເປັນ​ຕາ​ໜ້າ​ສົມ​ເພດ” ຍ້ອນ​ລາວ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຕົວ​ເອງ.—ຣມ. 7:21-24

8. ສິ່ງ​ໃດ​ຊ່ອຍ​ໂປໂລ​ໃຫ້​ອົດ​ທົນ​ໄດ້​ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ?

8 ເຖິງ​ວ່າ​ໂປໂລ​ຈະ​ຕ້ອງ​ອົດ​ທົນ​ກັບ​ບັນຫາ​ຫຼາຍ​ຢ່າງ ແຕ່​ລາວ​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ. ສິ່ງ​ໃດ​ຊ່ອຍ​ລາວ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້? ເຖິງ​ວ່າ​ລາວ​ຈະ​ຮູ້​ດີ​ວ່າ​ຕົວ​ເອງ​ບໍ່​ສົມບູນ​ແບບ ແຕ່​ລາວ​ກໍ​ເຊື່ອ​ໃນ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຢຊູ. ລາວ​ໝັ້ນ​ໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢຊູ​ທີ່​ວ່າ: “ທຸກ​ຄົນ ທີ່​ສະແດງ​ຄວາມ​ເຊື່ອ​ໃນ [ພະ​ເຢຊູ] . . . ຈະ​ມີ​ຊີວິດ​ຕະຫຼອດ​ໄປ.” (ຢຮ. 3:16; ຣມ. 6:23) ແນ່ນອນ​ວ່າ​ໂປໂລ​ກໍ​ເປັນ​ຜູ້​ໜຶ່ງ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ. ດັ່ງ​ນັ້ນ ລາວ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ບາບ​ຮ້າຍແຮງ​ຖ້າ​ເຂົາ​ເຈົ້າ​ກັບ​ໃຈ​ແທ້ໆ.—ເພງ. 86:5

9. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ໂປໂລ​ທີ່​ຢູ່​ໃນ​ຄາລາເຕຍ 2:20?

9 ໂປໂລ​ຍັງ​ເຊື່ອ​ວ່າ​ພະ​ເຢໂຫວາ​ຮັກ​ລາວ​ຫຼາຍ​ແທ້ໆ ເພາະ​ລາວ​ຮູ້​ວ່າ​ເພິ່ນ​ສົ່ງ​ພະ​ເຢຊູ​ມາ​ຕາຍ​ເພື່ອ​ລາວ. (ອ່ານ​ຄາລາເຕຍ 2:20) ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ໂປໂລ​ເວົ້າ​ທີ່​ວ່າ: “ລູກ​ຂອງ​ພະເຈົ້າ . . . ຮັກ​ຂ້ອຍ ແລະ​ສະລະ​ຊີວິດ​ເພື່ອ​ຂ້ອຍ.” ໂປໂລ​ບໍ່​ໄດ້​ຮູ້ສຶກ​ວ່າ​ຕົວ​ເອງ​ເຮັດ​ບໍ່​ດີ​ຫຼາຍ​ຢ່າງ​ຈົນ​ພະ​ເຢໂຫວາ​ບໍ່​ຮັກ​ລາວ ແລະ​ບໍ່​ໄດ້​ຄິດ​ວ່າ: ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຮັກ​ແຕ່​ພີ່ນ້ອງ​ຄົນ​ອື່ນໆ ແຕ່​ວ່າ​ບໍ່​ໄດ້​ຮັກ​ຂ້ອຍ.’ ໂປໂລ​ໄດ້​ເຕືອນ​ພີ່ນ້ອງ​ໃນ​ເມືອງ​ໂຣມ​ວ່າ: “ພະຄລິດ​ມາ​ຕາຍ​ແທນ​ພວກ​ເຮົາ​ທັງໆ​ທີ່​ເຮົາ ຍັງ​ເປັນ​ຄົນ​ບາບ​ຢູ່.” (ຣມ. 5:8) ນີ້​ສະແດງ​ວ່າ​ບໍ່​ມີ​ຫຍັງ​ທີ່​ຈະ​ມາ​ຂັດ​ຂວາງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ທີ່​ສະແດງ​ຕໍ່​ເຮົາ​ໄດ້!

10. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ໂຣມ 8:38, 39?

10 ອ່ານ​ໂຣມ 8:38, 39. ໂປໂລ​ໝັ້ນ​ໃຈ​ແທ້ໆ​ວ່າ​ຄວາມ​ຮັກ​ຂອງ​ພະເຈົ້າ​ໝັ້ນ​ຄົງ​ບໍ່​ປ່ຽນ​ແປງ. ລາວ​ຂຽນ​ວ່າ ບໍ່​ມີ​ຫຍັງ​ທີ່​ຈະ “ຂັດ​ຂວາງ​ຄວາມ​ຮັກ​ທີ່​ພະເຈົ້າ​ສະແດງ​ຕໍ່​ພວກ​ເຮົາ.” ລາວ​ຮູ້​ວ່າ​ພະ​ເຢໂຫວາ​ອົດ​ທົນ​ກັບ​ຊາດ​ອິດສະຣາເອນ​ຫຼາຍ​ແທ້ໆ. ແລະ​ລາວ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ລາວ. ເຮົາ​ອາດ​ສະຫຼຸບ​ຄຳເວົ້າ​ຂອງ​ໂປໂລ​ໄດ້​ວ່າ: ‘ຕັ້ງ​ແຕ່​ພະ​ເຢໂຫວາ​ສົ່ງ​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ຕາຍ​ເພື່ອ​ຂ້ອຍ ຂ້ອຍ​ກໍ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ເພິ່ນ​ຮັກ​ຂ້ອຍ​ແທ້ໆ.’—ຣມ. 8:32

ສິ່ງ​ທີ່​ສຳຄັນ​ສຳລັບ​ພະ​ເຢໂຫວາ​ກໍ​ຄື ສິ່ງ​ທີ່​ເຮົາ​ເຮັດ​ໃນ​ຕອນ​ນີ້ ແລະ​ຈະ​ເຮັດ​ໃນ​ອະນາຄົດ ບໍ່​ແມ່ນ​ຄວາມ​ຜິດ​ທີ່​ເຮົາ​ເຄີຍ​ເຮັດ​ໃນ​ອະດີດ (ເບິ່ງ​ຂໍ້ 11) *

11. ຕາມ 1 ຕີໂມທຽວ 1:12-15 ເຖິງ​ວ່າ​ໂປໂລ​ຈະ​ເຮັດ​ຜິດ​ຮ້າຍແຮງ ແຕ່​ເປັນ​ຫຍັງ​ລາວ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ລາວ?

11 ອ່ານ 1 ຕີໂມທຽວ 1:12-15. ໂປໂລ​ອາດ​ຮູ້ສຶກ​ຜິດ​ຫຼາຍ​ແທ້ໆ​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ກ່ອນ​ທີ່​ຈະ​ມາ​ເປັນ​ຄລິດສະຕຽນ. ດັ່ງ​ນັ້ນ ຈຶ່ງ​ບໍ່​ແມ່ນ​ເລື່ອງ​ແປກ​ທີ່​ລາວ​ເວົ້າ​ໃຫ້​ຕົວ​ເອງ​ວ່າ ໃນ​ບັນດາ​ຄົນ​ບາບ ລາວ “ຊົ່ວ​ທີ່​ສຸດ.” ກ່ອນ​ທີ່​ໂປໂລ​ຈະ​ຮຽນ​ຄວາມ​ຈິງ ລາວ​ໄດ້​ຂົ່ມເຫງ​ຄລິດສະຕຽນ​ໃນ​ເມືອງ​ຕ່າງໆ ລາວ​ໄດ້​ເອົາ​ບາງ​ຄົນ​ເຂົ້າ​ຄຸກ ແລະ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ຖືກ​ປະຫານ​ຊີວິດ. (ກຈກ. 26:10, 11) ລອງ​ນຶກ​ພາບ​ວ່າ​ໂປໂລ​ຊິ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ຄລິດສະຕຽນ​ບາງ​ຄົນ​ທີ່​ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ຖືກ​ຂ້າ​ຍ້ອນ​ລາວ. ໂປໂລ​ຄື​ຊິ​ຮູ້ສຶກ​ເສຍໃຈ​ກັບ​ສິ່ງ​ທີ່​ລາວ​ເຮັດ​ຫຼາຍ​ແທ້ໆ. ແຕ່​ລາວ​ກໍ​ຮູ້​ວ່າ​ລາວ​ບໍ່​ສາມາດ​ປ່ຽນ​ແປງ​ອະດີດ​ໄດ້. ລາວ​ຍອມ​ຮັບ​ວ່າ​ພະຄລິດ​ຕາຍ​ເພື່ອ​ລາວ ແລະ​ລາວ​ກໍ​ຂຽນ​ວ່າ: “ຂ້ອຍ​ໄດ້​ເຮັດ​ໜ້າ​ທີ່​ນີ້​ກໍ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.” (1 ກຣ. 15:3, 10) ເຮົາ​ໄດ້​ບົດຮຽນ​ຫຍັງ? ເຮົາ​ຕ້ອງ​ໝັ້ນ​ໃຈ​ວ່າ​ພະ​ເຢຊູ​ຕາຍ​ເພື່ອ​ເຮົາ ແລະ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ຈະ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ. (ກຈກ. 3:19) ດັ່ງ​ນັ້ນ ສິ່ງ​ສຳຄັນ​ສຳລັບ​ພະ​ເຢໂຫວາ​ກໍ​ຄື ສິ່ງ​ທີ່​ເຮົາ​ເຮັດ​ໃນ​ຕອນ​ນີ້ ແລະ​ຈະ​ເຮັດ​ໃນ​ອະນາຄົດ ບໍ່​ແມ່ນ​ຄວາມ​ຜິດ​ທີ່​ເຮົາ​ເຄີຍ​ເຮັດ​ໃນ​ອະດີດ ບໍ່​ວ່າ​ຕອນ​ນັ້ນ​ເຮົາ​ຈະ​ເປັນ​ພະຍານ​ພະ​ເຢໂຫວາ​ແລ້ວ​ຫຼື​ບໍ່.—ເອຊາ. 1:18

12. 1 ໂຢຮັນ 3:19, 20 ຊ່ອຍ​ເຮົາ​ໄດ້​ແນວ​ໃດ​ຖ້າ​ເຮົາ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ແລະ​ບໍ່​ດີ​ພໍ?

12 ເມື່ອ​ຄິດ​ກ່ຽວ​ກັບ​ເລື່ອງ​ທີ່​ພະ​ເຢຊູ​ຕາຍ​ເພື່ອ​ລົບ​ລ້າງ​ບາບ​ຂອງ​ເຮົາ ເຈົ້າ​ອາດ​ຈະ​ຄິດ​ວ່າ ‘ຂ້ອຍ​ບໍ່​ຄູ່​ຄວນ​ກັບ​ຂອງ​ຂວັນ​ທີ່​ມີ​ຄ່າ​ນີ້.’ ເປັນ​ຫຍັງ​ເຮົາ​ອາດ​ຮູ້ສຶກ​ແບບ​ນັ້ນ? ຍ້ອນ​ເຮົາ​ບໍ່​ສົມບູນ​ແບບ ຫົວໃຈ​ຂອງ​ເຮົາ​ອາດ​ຈະ​ຕຳໜິ​ຕົວ​ເຮົາ​ເອງ ແລະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ບໍ່​ມີ​ຄ່າ​ແລະ​ບໍ່​ດີ​ພໍ. (ອ່ານ 1 ໂຢຮັນ 3:19, 20) ເມື່ອ​ເຮົາ​ເລີ່ມ​ຄິດ​ແບບ​ນັ້ນ​ຂໍ​ໃຫ້​ເຮົາ​ຈື່​ວ່າ “ພະເຈົ້າ​ໃຫຍ່​ກວ່າ​ໃຈ​ຂອງ​ພວກ​ເຮົາ.” ພະ​ເຢໂຫວາ​ຈະ​ຍັງ​ຮັກ​ແລະ​ໃຫ້​ອະໄພ​ເຮົາ ເຖິງ​ວ່າ​ເຮົາ​ຈະ​ຮູ້ສຶກ​ວ່າ​ເພິ່ນ​ບໍ່​ຮັກ​ແລະ​ບໍ່​ຢາກ​ໃຫ້​ອະໄພ​ເຮົາ​ກໍ​ຕາມ. ເຮົາ​ຕ້ອງ​ພະຍາຍາມ​ເຮັດ​ໃຫ້​ຕົວ​ເອງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ. ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ເລື້ອຍໆ ອະທິດຖານ​ເຖິງ​ພະ​ເຢໂຫວາ​ເປັນ​ປະຈຳ ແລະ​ຄົບຫາ​ກັບ​ພີ່ນ້ອງ. ເປັນ​ຫຍັງ​ການ​ເຮັດ​ແບບ​ນີ້​ຈຶ່ງ​ສຳຄັນ?

ການ​ສຶກສາ​ຄຳພີ​ໄບເບິນ ການ​ອະທິດຖານ ແລະ​ຄົບຫາ​ກັບ​ພີ່ນ້ອງ​ຊ່ອຍ​ເຮົາ​ແນວ​ໃດ?

13. ການ​ສຶກສາ​ຄຳພີ​ໄບເບິນ​ຊ່ອຍ​ເຮົາ​ແນວ​ໃດ? (ເບິ່ງ​ຂອບ “ ການ​ສຶກສາ​ຄຳພີ​ໄບເບິນ​ຊ່ອຍ​ເຂົາ​ເຈົ້າ​ແນວ​ໃດ?”)

13 ການ​ສຶກສາ​ຄຳພີ​ໄບເບິນ​ທຸກ​ມື້ ຈະ​ຊ່ອຍ​ເຈົ້າ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ດີ​ຂຶ້ນ​ເລື້ອຍໆ ແລ້ວ​ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼາຍ​ສ່ຳ​ໃດ. ຖ້າ​ເຈົ້າ​ຄິດ​ຕຶກຕອງ​ສິ່ງ​ທີ່​ອ່ານ​ໃນ​ຄຳພີ​ໄບເບິນ​ທຸກໆ​ມື້ ເຈົ້າ​ກໍ​ຈະ​ເຫັນ​ວິທີ​ທີ່​ຈະ​ປັບ​ຄວາມ​ຄິດ​ແລະ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້. (2 ຕມ. 3:16) ຜູ້​ດູ​ແລ​ຄົນ​ໜຶ່ງ​ຊື່​ເຄວິນ​ເຊິ່ງ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ບອກ​ວ່າ: “ການ​ອ່ານ​ແລະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຄຳເພງ​ບົດ 103 ຊ່ອຍ​ຂ້ອຍ​ໃຫ້​ປັບ​ຄວາມ​ຄິດ ແລະ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຂ້ອຍ​ແທ້ໆ.” ເອວາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ໃນ​ຕອນ​ແລງ​ຂ້ອຍ​ມັກ​ຈະ​ຄິດ​ຕຶກ​ຕອງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ. ການ​ເຮັດ​ແບບ​ນີ້​ຊ່ອຍ​ຂ້ອຍ​ໃຫ້​ມີ​ຄວາມ​ສະຫງົບ​ໃຈ​ແລະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ.”

14. ການ​ອະທິດຖານ​ຈະ​ຊ່ອຍ​ເຮົາ​ແນວ​ໃດ?

14 ອະທິດຖານ​ເລື້ອຍໆ. (1 ທຊ. 5:17) ຖ້າ​ເຈົ້າ​ຢາກ​ເປັນ​ໝູ່​ກັບ​ໃຜ​ຄົນ​ໜຶ່ງ ເຈົ້າ​ກໍ​ຕ້ອງ​ລົມ​ກັບ​ລາວ​ເລື້ອຍໆ​ແລະ​ບອກ​ລາວ​ໃຫ້​ຮູ້​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ. ເພື່ອ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ເຮົາ​ກໍ​ຕ້ອງ​ເຮັດ​ແບບ​ນີ້​ຄື​ກັນ. ເມື່ອ​ເຮົາ​ບອກ​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ຄວາມ​ກັງວົນ​ໃຫ້​ພະ​ເຢໂຫວາ​ຟັງ​ຕອນ​ທີ່​ອະທິດຖານ ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ໄວ້​ໃຈ​ພະ​ເຢໂຫວາ​ແລະ​ໝັ້ນ​ໃຈ​ວ່າ​ເພິ່ນ​ຮັກ​ເຮົາ. (ເພງ. 94:17-19; 1 ຢຮ. 5:14, 15) ຢົວ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຂ້ອຍ​ຈະ​ບໍ່​ພຽງ​ແຕ່​ບອກ​ພະ​ເຢໂຫວາ​ໃຫ້​ຮູ້​ວ່າ​ຂ້ອຍ​ເຮັດ​ຫຍັງ​ແດ່​ໃນ​ມື້​ນັ້ນ ແຕ່​ຂ້ອຍ​ຈະ​ບອກ​ເພິ່ນ​ໃຫ້​ຮູ້​ວ່າ​ຂ້ອຍ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ​ແທ້ໆ. ການ​ເຮັດ​ແບບ​ນີ້​ຊ່ອຍ​ຂ້ອຍ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ຄື​ກັບ​ຫົວ​ໜ້າ​ທີ່​ບໍ່​ສົນ​ໃຈ​ລູກ​ນ້ອງ ແຕ່​ເພິ່ນ​ເປັນ​ຄື​ກັບ​ພໍ່​ທີ່​ຮັກ​ແລະ​ສົນ​ໃຈ​ລູກ​ຫຼາຍ​ແທ້ໆ.”—ເບິ່ງ​ຂອບ “ ເຈົ້າ​ເຄີຍ​ອ່ານ​ບໍ?

15. ພະ​ເຢໂຫວາ​ສະແດງ​ຄວາມ​ສົນ​ໃຈ​ຕໍ່​ເຮົາ​ເປັນ​ສ່ວນ​ຕົວ​ແນວ​ໃດ?

15 ຄົບຫາ​ກັບ​ພີ່ນ້ອງ. ພີ່ນ້ອງ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ. (ຢກບ. 1:17) ພະ​ເຢໂຫວາ​ສະແດງ​ຄວາມ​ສົນ​ໃຈ​ຕໍ່​ເຮົາ​ເປັນ​ສ່ວນ​ຕົວ​ໂດຍ​ໃຫ້​ເຮົາ​ມີ​ພີ່ນ້ອງ​ໃນ​ປະຊາຄົມ​ທີ່ “ຮັກ​ກັນ​ຢູ່​ສະເໝີ.” (ສຸພາ. 17:17, ລ.ມ.) ໃນ​ຈົດ​ໝາຍ​ທີ່​ໂປໂລ​ຂຽນ​ໄປ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂກໂລຊາຍ ລາວ​ໄດ້​ເວົ້າ​ເຖິງ​ພີ່ນ້ອງ​ທີ່​ຊ່ວຍ​ເຫຼືອ​ລາວ​ແລະ​ບອກ​ວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ທີ່ “ໃຫ້​ກຳລັງ​ໃຈ” ລາວ​ຫຼາຍ. (ກລຊ. 4:10, 11) ແມ່ນ​ແຕ່​ພະ​ເຢຊູ​ເອງ​ກໍ​ຍັງ​ຕ້ອງການ​ແລະ​ເຫັນ​ຄ່າ​ຄວາມ​ຊ່ວຍ​ເຫຼືອ​ທີ່​ໄດ້​ຮັບ​ຈາກ​ໝູ່ ທັງ​ໝູ່​ທີ່​ເປັນ​ທູດ​ສະຫວັນ​ແລະ​ມະນຸດ.—ລກ. 22:28, 43

16. ພີ່ນ້ອງ​ຊ່ອຍ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

16 ເຈົ້າ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຂອງ​ຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ເຊິ່ງ​ກໍ​ຄື​ພີ່ນ້ອງ? ເມື່ອ​ເຮົາ​ເລົ່າ​ເລື່ອງ​ທີ່​ອຸກ​ໃຈ​ໃຫ້​ກັບ​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຟັງ ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນ​ລົງ ແຕ່​ນັ້ນ​ເປັນ​ການ​ຊ່ວຍ​ເຫຼືອ​ເຮົາ. ພີ່ນ້ອງ​ເຈມ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ການ​ເປັນ​ໝູ່​ກັບ​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຊ່ອຍ​ຂ້ອຍ​ໄດ້​ຫຼາຍ​ແທ້ໆ. ເມື່ອ​ຂ້ອຍ​ເລີ່ມ​ຄິດ​ໃນ​ແງ່​ລົບ​ແລະ​ຢາກ​ລະບາຍ​ຄວາມ​ຮູ້ສຶກ ພີ່ນ້ອງ​ກໍ​ຕັ້ງ​ໃຈ​ຟັງ​ຂ້ອຍ​ຢ່າງ​ອົດ​ທົນ​ແລະ​ບອກ​ຂ້ອຍ​ວ່າ​ເຂົາ​ເຈົ້າ​ຮັກ​ຂ້ອຍ. ການ​ທີ່​ເຂົາ​ເຈົ້າ​ເຮັດ​ແບບ​ນັ້ນ​ໄດ້​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ ພະ​ເຢໂຫວາ​ຮັກ​ແລະ​ສົນ​ໃຈ​ຂ້ອຍ​ເປັນ​ສ່ວນ​ຕົວ.” ເປັນ​ເລື່ອງ​ສຳຄັນ​ຫຼາຍ​ແທ້ໆ​ທີ່​ເຮົາ​ຈະ​ສະໜິດ​ກັບ​ພີ່ນ້ອງ​ຕໍ່ໆ​ໄປ!

ພະ​ເຢໂຫວາ​ຮັກ​ເຮົາ​ຕະຫຼອດ​ໄປ

17-18. ເຮົາ​ຕ້ອງ​ເຊື່ອ​ຟັງ​ໃຜ ແລະ​ຍ້ອນ​ຫຍັງ?

17 ຊາຕານ​ຢາກ​ໃຫ້​ເຮົາ​ເຊົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ມັນ​ຍັງ​ຢາກ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ ແລະ​ຄິດ​ວ່າ​ເຮົາ​ບໍ່​ມີ​ຄ່າ​ພໍ​ທີ່​ພະ​ເຢໂຫວາ​ຈະ​ຊ່ວຍ​ເຫຼືອ. ແຕ່​ເຮົາ​ຮູ້​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ​ເລີຍ.

18 ພະ​ເຢໂຫວາ​ຮັກ​ເຈົ້າ ແລະ​ເຈົ້າ​ກໍ​ມີ​ຄ່າ​ຕໍ່​ເພິ່ນ​ຫຼາຍ​ແທ້ໆ. ຖ້າ​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ ເຈົ້າ​ກໍ​ຈະ “ເປັນ​ທີ່​ຮັກ​ຂອງ​ພະອົງ” ຕະຫຼອດ​ໄປ​ຄື​ກັບ​ທີ່​ພະ​ເຢຊູ​ເປັນ. (ຢຮ. 15:10) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຢ່າ​ເຊື່ອ​ຊາຕານ ແລະ​ຢ່າ​ຟັງ​ຫົວໃຈ​ທີ່​ຕຳໜິ​ເຮົາ​ເຊິ່ງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ບໍ່​ມີ​ຄ່າ​ແລະ​ບໍ່​ດີ​ພໍ ແຕ່​ໃຫ້​ຟັງ​ພະ​ເຢໂຫວາ​ຜູ້​ທີ່​ເຫັນ​ຈຸດ​ດີ​ໃນ​ໂຕ​ເຮົາ​ແຕ່​ລະ​ຄົນ. ແລະ​ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ “ຮັກ​ປະຊາຊົນ​ຂອງ​ພະອົງ” ເຊິ່ງ​ລວມ​ເຖິງ​ເຈົ້າ​ນຳ!

ເພງ 141 ຊີວິດ​ເປັນ​ສິ່ງ​ມະຫັດສະຈັນ

^ ຂໍ້ 5 ພີ່ນ້ອງ​ບາງ​ຄົນ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ຮັກ​ເຂົາ​ເຈົ້າ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ໂຕ ແລະ​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ບໍ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

^ ຂໍ້ 2 ຊື່​ສົມມຸດ

^ ຂໍ້ 67 ຄຳ​ອະທິບາຍ​ຮູບ​ພາບ: ກ່ອນ​ທີ່​ໂປໂລ​ຈະ​ຮຽນ​ຄວາມ​ຈິງ ລາວ​ໄດ້​ຂົ່ມເຫງ​ຄລິດສະຕຽນ​ຫຼາຍ​ຄົນ ແລະ​ໄດ້​ເອົາ​ເຂົາ​ເຈົ້າ​ເຂົ້າ​ຄຸກ. ເມື່ອ​ໂປໂລ​ຍອມ​ຮັບ​ວ່າ​ພະ​ເຢຊູ​ໄດ້​ເຮັດ​ຫຼາຍ​ຢ່າງ​ເພື່ອ​ລາວ ລາວ​ກໍ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ເຊິ່ງ​ພີ່ນ້ອງ​ບາງ​ຄົນ​ກໍ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ຜູ້​ທີ່​ລາວ​ເຄີຍ​ຂົ່ມເຫງ.