ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 16

ຮູ້​ຄຸນຄ່າ​ໃນ​ຄ່າໄຖ່​ຕໍ່ໆ​ໄປ

ຮູ້​ຄຸນຄ່າ​ໃນ​ຄ່າໄຖ່​ຕໍ່ໆ​ໄປ

“ລູກ​ມະນຸດ . . . ສະລະ​ຊີວິດ​ເປັນ​ຄ່າໄຖ່​ໃຫ້​ຄົນ​ຈຳນວນ​ຫຼາຍ.”—ມຣກ. 10:45

ເພງ 18 ຂອບໃຈ​ສຳລັບ​ຄ່າໄຖ່

ໃຈ​ຄວາມ​ສຳຄັນ *

1-2. ຄ່າໄຖ່​ແມ່ນ​ຫຍັງ​ແລະ​ເປັນ​ຫຍັງ​ຕ້ອງ​ມີ​ຄ່າໄຖ່?

ເມື່ອ​ອາດາມ​ທີ່​ເປັນ​ມະນຸດ​ສົມບູນ​ແບບ​ໄດ້​ເຮັດ​ບາບ ລາວ​ໄດ້​ເຮັດ​ໃຫ້​ທັງ​ຕົວ​ລາວ​ເອງ​ແລະ​ລູກ​ຫຼານ​ທີ່​ຈະ​ເກີດ​ມາ​ໃນ​ອະນາຄົດ​ເສຍ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ເນື່ອງ​ຈາກ​ອາດາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ບາບ ລາວ​ຈຶ່ງ​ບໍ່​ມີ​ໂອກາດ​ທີ່​ຈະ​ແກ້​ໂຕ. ແຕ່​ລູກ​ຫຼານ​ຂອງ​ລາວ​ເດ? ເຂົາ​ເຈົ້າ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ກັບ​ບາບ​ທີ່​ລາວ​ເຮັດ. (ຣມ. 5:12, 14) ອາດາມ​ສົມຄວນ​ຕາຍ​ຍ້ອນ​ສິ່ງ​ທີ່​ລາວ​ເຮັດ. ແຕ່​ພະ​ເຢໂຫວາ​ຈະ​ຊ່ອຍ​ລູກ​ຫຼານ​ຂອງ​ລາວ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ໄດ້​ບໍ? ໄດ້​ແທ້! ບໍ່​ດົນ​ຫຼັງ​ຈາກ​ທີ່​ອາດາມ​ເຮັດ​ບາບ ພະ​ເຢໂຫວາ​ກໍ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ວິທີ​ທີ່​ເພິ່ນ​ຈະ​ຊ່ວຍ​ເຫຼືອ​ລູກ​ຫຼານ​ຂອງ​ອາດາມ​ຫຼາຍ​ລ້ານ​ຄົນ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. (ຕົ້ນ. 3:15) ເມື່ອ​ເຖິງ​ເວລາ ພະ​ເຢໂຫວາ​ກໍ​ໄດ້​ສົ່ງ​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ມາ “ສະລະ​ຊີວິດ​ເປັນ​ຄ່າໄຖ່​ໃຫ້​ຄົນ​ຈຳນວນ​ຫຼາຍ.”—ມຣກ. 10:45; ຢຮ. 6:51

2 ຄ່າໄຖ່​ແມ່ນ​ຫຍັງ? ໃນ​ພະ​ຄຳພີ​ພາກພາສາກຣີກ​ຄຳ​ວ່າ “ຄ່າໄຖ່” ມີ​ຄວາມ​ໝາຍ​ວ່າ ສິ່ງ​ທີ່​ພະ​ເຢຊູ​ຈ່າຍ​ເພື່ອ​ໄຖ່​ເອົາ​ສິ່ງ​ທີ່​ອາດາມ​ເຮັດ​ເສຍ​ໄປ. (1 ກຣ. 15:22) ເປັນ​ຫຍັງ​ຕ້ອງ​ມີ​ຄ່າໄຖ່? ຍ້ອນ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ ເພິ່ນ​ຈຶ່ງ​ໄດ້​ໃຫ້​ກົດໝາຍ​ທີ່​ວ່າ “ຊີວິດ​ແທນ​ຊີວິດ.” (ອົບ. 21:23, 24) ອາດາມ​ເຮັດ​ໃຫ້​ຊີວິດ​ທີ່​ສົມບູນ​ແບບ​ເສຍ​ໄປ. ເພື່ອ​ຈະ​ຍຸຕິທຳ ພະ​ເຢຊູ​ກໍ​ຕ້ອງ​ໄດ້​ສະລະ​ຊີວິດ​ທີ່​ສົມບູນ​ແບບ​ຂອງ​ເພິ່ນ. (ຣມ. 5:17) ດັ່ງ​ນັ້ນ ພະ​ເຢຊູ​ຈຶ່ງ​ກາຍ​ມາ​ເປັນ “ບິດາ​ອົງ​ຕະຫຼອດ​ໄປ​ເປັນ​ນິດ” ສຳລັບ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ຄ່າໄຖ່.—ເອຊາ. 9:6; ຣມ. 3:23, 24

3. ຕາມ​ໂຢຮັນ 14:31; 15:13 ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເຕັມ​ໃຈ​ສະລະ​ຊີວິດ​ທີ່​ສົມບູນ​ແບບ?

3 ພະ​ເຢຊູ​ເຕັມ​ໃຈ​ສະລະ​ຊີວິດ​ຂອງ​ເພິ່ນ​ກໍ​ຍ້ອນ​ວ່າ​ເພິ່ນ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພວກ​ເຮົາ​ຫຼາຍ. (ອ່ານ​ໂຢຮັນ 14:31; 15:13) ຍ້ອນ​ຄວາມ​ຮັກ ພະ​ເຢຊູ​ຈຶ່ງ​ຕັ້ງ​ໃຈ​ທີ່​ຈະ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ຕາຍ ແລະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ສຳເລັດ. ການ​ທີ່​ພະ​ເຢຊູ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຕໍ່​ມະນຸດ​ແລະ​ແຜ່ນດິນ​ໂລກ​ຕັ້ງ​ແຕ່​ຕອນ​ທຳອິດ​ສຳເລັດ​ເປັນ​ຈິງ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ພະ​ເຢຊູ​ເຈິ​ກັບ​ຄວາມ​ທຸກ​ຫຼາຍ​ຢ່າງ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ. ຈາກ​ນັ້ນ​ເຮົາ​ຈະ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຜູ້​ຂຽນ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ທີ່​ຮູ້​ຄຸນຄ່າ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄ່າໄຖ່. ແລະ​ສຸດ​ທ້າຍ​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່ ແລະ​ເຮົາ​ຈະ​ຮູ້​ຄຸນຄ່າ​ຫຼາຍ​ຂຶ້ນ​ຕໍ່​ຄ່າໄຖ່​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄດ້​ຈັດ​ກຽມ​ໃຫ້​ເຮົາ​ໄດ້​ແນວ​ໃດ.

ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ?

ໃຫ້​ຄິດ​ເຖິງ​ຄວາມ​ທຸກ​ທໍລະມານ​ທຸກ​ຢ່າງ​ທີ່​ພະ​ເຢຊູ​ເຈິ​ເພື່ອ​ມາ​ເປັນ​ຄ່າໄຖ່​ໃຫ້​ກັບ​ເຮົາ. (ເບິ່ງ​ຂໍ້ 4)

4. ຂໍ​ໃຫ້​ອະທິບາຍ​ວ່າ​ພະ​ເຢຊູ​ຕາຍ​ແນວ​ໃດ.

4 ໃຫ້​ຄິດ​ເຖິງ​ເຫດການ​ມື້​ສຸດ​ທ້າຍ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ. ທີ່​ຈິງ ພະ​ເຢຊູ​ສາມາດ​ເອີ້ນ​ກອງທັບ​ທູດ​ສະຫວັນ​ໃຫ້​ມາ​ຊ່ອຍ​ເພິ່ນ​ກໍ​ໄດ້. ແຕ່​ເພິ່ນ​ຍອມ​ໃຫ້​ທະຫານ​ໂຣມ​ຈັບ​ແລະ​ທຸບ​ຕີ​ເພິ່ນ​ຢ່າງ​ໂຫດ​ຮ້າຍ. (ມທ. 26:52-54; ຢຮ. 18:3; 19:1) ເຂົາ​ເຈົ້າ​ເອົາ​ໄມ້​ແສ້​ຂ້ຽນ​ເພິ່ນ​ຈົນ​ເນື້ອ​ໜັງ​ລອກ​ອອກ. ຈາກ​ນັ້ນ​ເຂົາ​ເຈົ້າ​ຍັງ​ໃຫ້​ເພິ່ນ​ແບກ​ເສົາ​ໄມ້​ທີ່​ໜັກໆ. ຕອນ​ທີ່​ພະ​ເຢຊູ​ເລີ່ມ​ແບກ​ເສົາ​ໄປ​ໄດ້​ໄລຍະ​ໜຶ່ງ ທະຫານ​ໂຣມ​ກໍ​ໄດ້​ສັ່ງ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ແບກ​ເສົາ​ແທນ​ເພິ່ນ. (ມທ. 27:32) ເມື່ອ​ມາ​ຮອດ​ລານ​ປະຫານ ພວກ​ທະຫານ​ກໍ​ໄດ້​ຕອກ​ມື​ຕອກ​ຕີນ​ຂອງ​ເພິ່ນ​ຕິດ​ກັບ​ເສົາ. ເມື່ອ​ທະຫານ​ຕັ້ງ​ເສົາ​ຂຶ້ນ ບ່ອນ​ທີ່​ເພິ່ນ​ຖືກ​ຕອກ​ກໍ​ແຮ່ງ​ເຈັບ​ກວ່າ​ເກົ່າ​ອີກ. ໝູ່​ແລະ​ແມ່​ຂອງ​ເພິ່ນ​ຮ້ອງໄຫ້​ເສຍໃຈ ແຕ່​ພວກ​ຜູ້​ນຳ​ຊາວ​ຢິວ​ພັດ​ພາ​ກັນ​ເຍາະ​ເຍີ້ຍ​ເພິ່ນ. (ລກ. 23:32-38; ຢຮ. 19:25) ເມື່ອ​ເພິ່ນ​ຖືກ​ຄຶງ​ແບບ​ນີ້​ມາ​ຫຼາຍ​ຊົ່ວ​ໂມງ ຫົວໃຈ​ຂອງ​ເພິ່ນ​ກໍ​ເລີ່ມ​ເຕັ້ນ​ຍາກ​ແລະ​ຫາຍ​ໃຈ​ຝືດ. ກ່ອນ​ທີ່​ເພິ່ນ​ຈະ​ສິ້ນ​ໃຈ ເພິ່ນ​ໄດ້​ເວົ້າ​ຄຳ​ສຸດ​ທ້າຍ​ທີ່​ສະແດງ​ເຖິງ​ໄຊ​ຊະນະ ຈາກ​ນັ້ນ​ຄໍ​ເພິ່ນ​ກໍ​ພັບ​ລົງ​ແລ້ວ​ກໍ​ຕາຍ. (ມຣກ. 15:37; ລກ. 23:46; ຢຮ. 10:17, 18; 19:30) ຈັ່ງ​ແມ່ນ​ເປັນ​ການ​ຕາຍ​ທີ່​ເຈັບ​ປວດ ທໍລະມານ ແລະ​ໜ້າ​ອັບອາຍ​ຫຼາຍ​ແທ້ໆ!

5. ສິ່ງ​ໃດ​ທີ່​ເຮັດ​ໃຫ້​ພະ​ເຢຊູ​ໜັກ​ໃຈ​ຫຼາຍ​ທີ່​ສຸດ?

5 ເຖິງ​ວ່າ​ວິທີ​ທີ່​ພະ​ເຢຊູ​ຕາຍ​ຈະ​ເຮັດ​ໃຫ້​ເພິ່ນ​ເຈັບ​ປວດ ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ເພິ່ນ​ໜັກ​ໃຈ​ທີ່​ສຸດ​ກໍ​ຄື​ເຫດຜົນ​ທີ່​ເຮັດ​ໃຫ້​ເພິ່ນ​ຖືກ​ປະຫານ​ຊີວິດ. ເພິ່ນ​ຖືກ​ກ່າວ​ຫາ​ຢ່າງ​ຜິດໆ​ວ່າ​ເປັນ​ຜູ້​ໝິ່ນ​ປະໝາດ​ພະເຈົ້າ​ເຊິ່ງ​ກໍ​ຄື​ເປັນ​ຜູ້​ທີ່​ບໍ່​ນັບຖື​ພະເຈົ້າ. (ມທ. 26:64-66) ຂໍ້​ກ່າວ​ຫາ​ນີ້​ເຮັດ​ໃຫ້​ເພິ່ນ​ໜັກ​ໃຈ​ຫຼາຍ​ຈົນ​ເພິ່ນ​ຫວັງ​ວ່າ​ພະ​ເຢໂຫວາ​ຈະ​ຊ່ອຍ​ເພິ່ນ​ບໍ່​ໃຫ້​ຕາຍ​ໃນ​ຂໍ້​ກ່າວ​ຫາ​ນີ້. (ມທ. 26:38, 39, 42) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ຕ້ອງ​ມາ​ເຈິ​ກັບ​ຄວາມ​ທຸກ​ແລະ​ຕາຍ? ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ສາມ​ເຫດຜົນ.

6. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕ້ອງ​ຖືກ​ຄຶງ​ຢູ່​ເທິງ​ເສົາ​ທໍລະມານ?

6 ເຫດຜົນ​ທຳອິດ ພະ​ເຢຊູ​ຖືກ​ຄຶງ​ໄວ້​ເທິງ​ເສົາ​ກໍ​ເພື່ອ​ຊ່ອຍ​ຊາວ​ຢິວ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ຄຳ​ສາບ​ແຊ່ງ​ທີ່​ພິເສດ. (ຄລຕ. 3:10, 13) ທີ່​ເຂົາ​ເຈົ້າ​ຖືກ​ສາບ​ແຊ່ງ​ພິເສດ​ນີ້ ກໍ​ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ກົດໝາຍ​ທີ່​ໄດ້​ສັນຍາ​ໄວ້​ກັບ​ພະເຈົ້າ. ແລະ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ໂທດ​ເພີ່ມ​ອີກ ນອກ​ຈາກ​ຈະ​ມີ​ໂທດ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາດາມ. (ຣມ. 5:12) ກົດໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ຊາວ​ອິດສະຣາເອນ​ກຳນົດ​ວ່າ​ຜູ້​ທີ່​ເຮັດ​ຜິດ​ຈະ​ຕ້ອງ​ຕາຍ. ຈາກ​ນັ້ນ ຕ້ອງ​ເອົາ​ສົບ​ຂອງ​ລາວ​ໄປ​ຄຶງ​ໄວ້​ເທິງ​ເສົາ. * (ບັນຍັດ. 21:22, 23; 27:26) ຍ້ອນ​ພະ​ເຢຊູ​ຕາຍ​ຢູ່​ເທິງ​ເສົາ ເພິ່ນ​ຈຶ່ງ​ເປີດ​ໂອກາດ​ໃຫ້​ຊາວ​ອິດສະຣາເອນ​ທີ່​ບໍ່​ຍອມ​ຮັບ​ເພິ່ນ​ສາມາດ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ຂອງ​ເພິ່ນ.

7. ເຫດຜົນ​ທີ​ສອງ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ພະ​ເຢຊູ​ເຈິ​ກັບ​ຄວາມ​ທຸກ​ແມ່ນ​ຫຍັງ?

7 ເຫດຜົນ​ທີ​ສອງ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ພະ​ເຢຊູ​ມາ​ເຈິ​ກັບ​ຄວາມ​ທຸກ ກໍ​ເພື່ອ​ຢາກ​ຝຶກ​ສອນ​ເພິ່ນ​ໃຫ້​ເຮັດ​ໜ້າ​ທີ່​ເປັນ​ມະຫາປະໂລຫິດ. ພະ​ເຢຊູ​ຮູ້​ວ່າ​ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ເມື່ອ​ຊີວິດ​ຍາກ​ລຳບາກ. ເພິ່ນ​ຮູ້ສຶກ​ກົດ​ດັນ​ຫຼາຍ​ຈຶ່ງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ອຍ “ພ້ອມ​ທັງ​ນ້ຳ​ຕາ​ໄຫຼ.” ຍ້ອນ​ພະ​ເຢຊູ​ຜ່ານ​ຄວາມ​ທຸກ​ຫຼາຍ​ຢ່າງ ເພິ່ນ​ຈຶ່ງ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ ແລະ “ສາມາດ​ຊ່ວຍ [ເຮົາ]” ເມື່ອ​ເຮົາ “ຖືກ​ທົດ​ສອບ.” ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໄດ້​ໃຫ້​ເຮົາ​ມີ​ມະຫາປະໂລຫິດ​ທີ່​ເມດຕາ ແລະ “ເຫັນ​ອົກ​ເຫັນ​ໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກ​ເຮົາ.”—ຮຣ. 2:17, 18; 4:14-16; 5:7-10

8. ເຫດຜົນ​ທີ​ສາມ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ພະ​ເຢຊູ​ເຈິ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ​ແມ່ນ​ຫຍັງ?

8 ເຫດຜົນ​ທີ​ສາມ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ພະ​ເຢຊູ​ເຈິ​ກັບ​ຄວາມ​ທຸກ​ຫຼາຍ​ຢ່າງ ກໍ​ເພື່ອ​ຕອບ​ຄຳຖາມ​ທີ່​ສຳຄັນ​ທີ່​ວ່າ: ເມື່ອ​ມະນຸດ​ເຈິ​ຄວາມ​ຫຍຸ້ງຍາກ​ລຳບາກ​ຫຼາຍ​ຢ່າງ​ໃນ​ຊີວິດ ເຂົາ​ເຈົ້າ​ຍັງ​ຈະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ບໍ? ຊາຕານ​ອ້າງ​ວ່າ​ມະນຸດ​ຮັບໃຊ້​ພະ​ເຢໂຫວາ​ກໍ​ຍ້ອນ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ສິ່ງ​ດີໆ​ຈາກ​ເພິ່ນ. ມັນ​ຍັງ​ເວົ້າ​ວ່າ​ມະນຸດ​ທຸກ​ຄົນ​ກໍ​ຄື​ກັບ​ອາດາມ​ຫັ້ນ​ແຫຼະ​ທີ່​ບໍ່​ໄດ້​ຮັກ​ພະເຈົ້າ​ແທ້ໆ. (ໂຢບ 1:9-11; 2:4, 5) ຍ້ອນ​ພະ​ເຢໂຫວາ​ໝັ້ນ​ໃຈ​ໃນ​ຕົວ​ຂອງ​ພະ​ເຢຊູ ເພິ່ນ​ຈຶ່ງ​ຍອມ​ໃຫ້​ພະ​ເຢຊູ​ເຈິ​ກັບ​ການ​ທົດ​ສອບ​ທີ່​ໜັກ​ສຸດໆ​ເຊິ່ງ​ບໍ່​ມີ​ມະນຸດ​ຄົນ​ໃດ​ເຄີຍ​ເຈິ. ພະ​ເຢຊູ​ໄດ້​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ ແລະ​ໄດ້​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ.

ຜູ້​ຂຽນ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ຮູ້​ຄຸນຄ່າ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄ່າໄຖ່

9. ອັກຄະສາວົກ​ໂຢຮັນ​ເປັນ​ແບບ​ຢ່າງ​ໃຫ້​ກັບ​ເຮົາ​ແນວ​ໃດ?

9 ຄຳ​ສອນ​ເລື່ອງ​ຄ່າໄຖ່​ເຮັດ​ໃຫ້​ຄລິດສະຕຽນ​ຫຼາຍ​ຄົນ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. ເຂົາ​ເຈົ້າ​ຍັງ​ປະກາດ​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ຖືກ​ຕໍ່​ຕ້ານ ແລະ​ອົດ​ທົນ​ກັບ​ຄວາມ​ລຳບາກ​ທຸກ​ຮູບ​ແບບ​ຕະຫຼອດ​ຊີວິດ​ຂອງ​ເຂົາ​ເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ອັກຄະສາວົກ​ໂຢຮັນ. ເບິ່ງ​ຄື​ວ່າ​ລາວ​ປະກາດ​ຄວາມ​ຈິງ​ເລື່ອງ​ພະຄລິດ​ແລະ​ຄ່າໄຖ່​ຫຼາຍ​ກວ່າ 60 ປີ. ຕອນ​ທີ່​ລາວ​ອາຍຸ​ເກືອບ 100 ປີ ຈັກກະພັດ​ໂຣມ​ໄດ້​ເນລະເທດ​ລາວ​ໄປ​ຢູ່​ເກາະ​ປັດໂມ​ເພາະ​ຄິດ​ວ່າ​ລາວ​ເປັນ​ໄພ​ຕໍ່​ສັງຄົມ. ລາວ​ເຮັດ​ຫຍັງ​ຜິດ? ລາວ​ເວົ້າ “ເລື່ອງ​ພະເຈົ້າ​ແລະ​ປະກາດ​ເລື່ອງ​ພະ​ເຢຊູ.” (ພນມ. 1:9) ໂຢຮັນ​ເປັນ​ແບບ​ຢ່າງ​ທີ່​ດີ​ໃຫ້​ກັບ​ເຮົາ​ແທ້ໆ​ໃນ​ເລື່ອງ​ຄວາມ​ເຊື່ອ​ແລະ​ຄວາມ​ອົດ​ທົນ!

10. ປຶ້ມ​ທີ່​ໂຢຮັນ​ຂຽນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່?

10 ໃນ​ປຶ້ມ​ທີ່​ໂຢຮັນ​ຂຽນ​ສະແດງ​ໃຫ້​ເຫັນ​ວ່າ ລາວ​ຮັກ​ພະ​ເຢຊູ​ແລະ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ຫຼາຍ​ແທ້ໆ. ລາວ​ໄດ້​ເວົ້າ​ເຖິງ​ຄ່າໄຖ່​ແລະ​ປະໂຫຍດ​ທີ່​ຈະ​ໄດ້​ຮັບ​ຈາກ​ຄ່າໄຖ່​ຫຼາຍ​ກວ່າ 100 ເທື່ອ. ຕົວຢ່າງ​ເຊັ່ນ ລາວ​ຂຽນ​ວ່າ: “ຖ້າ​ຜູ້​ໃດ​ເຮັດ​ບາບ​ພວກ​ເຮົາ​ກໍ​ມີ​ຜູ້​ຊ່ວຍ​ທີ່​ຢູ່​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່ ເຊິ່ງ​ຜູ້​ຊ່ວຍ​ນັ້ນ​ກໍ​ຄື​ພະ​ເຢຊູ​ຄລິດ​ທີ່​ເຊື່ອ​ຟັງ​ພະເຈົ້າ.” (1 ຢຮ. 2:1, 2) ແລະ​ສິ່ງ​ທີ່​ໂຢຮັນ​ຂຽນ​ຍັງ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ “ປະກາດ​ເລື່ອງ​ພະ​ເຢຊູ.” (ພນມ. 19:10) ເຫັນ​ໄດ້​ແຈ້ງ​ວ່າ​ໂຢຮັນ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ຫຼາຍ​ແທ້ໆ! ແລ້ວ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮູ້​ຄ່າ​ຕໍ່​ຄ່າໄຖ່?

ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່?

ຖ້າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ແທ້ໆ ເຮົາ​ກໍ​ຈະ​ຕ້ານ​ທານ​ການ​ລໍ້​ໃຈ​ໃຫ້​ເຮັດ​ຜິດ. (ເບິ່ງ​ຂໍ້ 11) *

11. ສິ່ງ​ໃດ​ຈະ​ຊ່ອຍ​ເຮົາ​ໃຫ້​ຕ້ານ​ທານ​ການ​ລໍ້​ໃຈ​ໄດ້?

11 ຕ້ານ​ທານ​ການ​ລໍ້​ໃຈ​ໃຫ້​ເຮັດ​ຜິດ. ຖ້າ​ເຮົາ​ຮູ້​ຄ່າ​ຕໍ່​ຄ່າໄຖ່​ແທ້ໆ ເຮົາ​ຈະ​ບໍ່​ຄິດ​ວ່າ: ‘ຂ້ອຍ​ບໍ່​ຈຳເປັນ​ຕ້ອງ​ຕ້ານ​ທານ​ການ​ລໍ້​ໃຈ​ໃຫ້​ເຮັດ​ຜິດ​ດອກ ເພາະ​ຖ້າ​ຂ້ອຍ​ເຮັດ​ຜິດ​ຂ້ອຍ​ກໍ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ​ຂ້ອຍ​ໄດ້.’ ແທນ​ທີ່​ຈະ​ຄິດ​ແບບ​ນັ້ນ ເຮົາ​ຄວນ​ຄິດ​ວ່າ: ‘ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ບັກ​ຫຼາຍໆ​ຢ່າງ​ເພື່ອ​ຂ້ອຍ ແລະ​ຂ້ອຍ​ຈະ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແບບ​ນີ້​ໄດ້​ແນວ​ໃດ?’ ນອກ​ຈາກ​ນັ້ນ ເຮົາ​ກໍ​ສາມາດ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ອຍ​ເຮົາ​ບໍ່ “ໃຫ້​ຍອມ​ແພ້​ຕໍ່​ການ​ລໍ້​ໃຈ.”—ມທ. 6:13

12. ເຮົາ​ຈະ​ໃຊ້​ຫຼັກ​ການ​ທີ່​ຢູ່​ໃນ 1 ໂຢຮັນ 3:16-18 ໄດ້​ແນວ​ໃດ?

12 ຮັກ​ພີ່ນ້ອງ. ເມື່ອ​ເຮົາ​ຮັກ​ພີ່ນ້ອງ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່. ຍ້ອນ​ຫຍັງ? ຍ້ອນ​ພະ​ເຢຊູ​ບໍ່​ໄດ້​ສະລະ​ຊີວິດ​ເປັນ​ຄ່າໄຖ່​ເພື່ອ​ເຮົາ​ເທົ່າ​ນັ້ນ ແຕ່​ເພື່ອ​ພີ່ນ້ອງ​ຂອງ​ເຮົາ​ນຳ. ຖ້າ​ພະ​ເຢຊູ​ເຕັມ​ໃຈ​ຕາຍ​ເພື່ອ​ພີ່ນ້ອງ ກໍ​ສະແດງ​ວ່າ​ເພິ່ນ​ຮັກ​ເຂົາ​ເຈົ້າ​ຫຼາຍ. (ອ່ານ 1 ໂຢຮັນ 3:16-18) ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ໂດຍ​ວິທີ​ທີ່​ເຮົາ​ປະຕິບັດ​ຕໍ່​ເຂົາ​ເຈົ້າ. (ອຟຊ. 4:29, 31–5:2) ຕົວຢ່າງ​ເຊັ່ນ ເຮົາ​ຊ່ວຍ​ເຫຼືອ​ພີ່ນ້ອງ​ເມື່ອ​ເຂົາ​ເຈົ້າ​ບໍ່​ສະບາຍ​ຫຼື​ເມື່ອ​ເຂົາ​ເຈົ້າ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ​ເຊິ່ງ​ລວມ​ເຖິງ​ຕອນ​ທີ່​ເຂົາ​ເຈົ້າ​ເຈິ​ກັບ​ໄພ​ທຳມະຊາດ​ນຳ. ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ພີ່ນ້ອງ​ເວົ້າ​ຫຼື​ເຮັດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ?

13. ເປັນ​ຫຍັງ​ເຮົາ​ຄວນ​ໃຫ້​ອະໄພ​ພີ່ນ້ອງ?

13 ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ໃຫ້​ອະໄພ​ພີ່ນ້ອງ​ບໍ? (ເລວີ. 19:18) ຖ້າ​ເປັນ​ແບບ​ນັ້ນ ຂໍ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ນີ້: “ຖ້າ​ຜູ້​ໃດ​ມີ​ສາເຫດ​ຈະ​ຈົ່ມ​ໃຫ້​ຄົນ​ອື່ນ ກໍ​ຂໍ​ໃຫ້​ອົດ​ທົນ​ຕໍ່​ກັນ​ແລະ​ກັນ ແລະ​ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ​ຕໍ່​ໄປ. ພວກ​ເຈົ້າ​ຕ້ອງ​ເຕັມ​ໃຈ​ໃຫ້​ອະໄພ​ກັນ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຕັມ​ໃຈ​ໃຫ້​ອະໄພ​ພວກ​ເຈົ້າ.” (ກລຊ. 3:13) ທຸກ​ເທື່ອ​ທີ່​ເຮົາ​ໃຫ້​ອະໄພ​ພີ່ນ້ອງ ເຮົາ​ກໍ​ພິສູດ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ຫຼາຍ​ແທ້ໆ. ເຮົາ​ຈະ​ຮູ້​ຄຸນຄ່າ​ຂອງ​ຂວັນ​ທີ່​ມາ​ຈາກ​ພະເຈົ້າ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

ເຮົາ​ຈະ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

14. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ຫຼາຍ​ຂຶ້ນ​ແມ່ນ​ຫຍັງ?

14 ຂອບໃຈ​ພະ​ເຢໂຫວາ​ທີ່​ໃຫ້​ຄ່າໄຖ່. ພີ່ນ້ອງ​ຍິງ​ຊື່​ໂຈແອນນາ​ອາຍຸ 83 ປີ​ຢູ່​ປະເທດ​ອິນເດຍ​ບອກ​ວ່າ: “ຂ້ອຍ​ຄິດ​ວ່າ​ເມື່ອ​ຂ້ອຍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ທຸກໆ​ມື້ ເປັນ​ເລື່ອງ​ສຳຄັນ​ທີ່​ຂ້ອຍ​ຈະ​ຂອບໃຈ​ເພິ່ນ​ທີ່​ໃຫ້​ມີ​ຄ່າໄຖ່.” ເມື່ອ​ເຈົ້າ​ອະທິດຖານ ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ​ແດ່​ໃນ​ມື້​ນັ້ນ ແລ້ວ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ​ເຈົ້າ. ແຕ່​ຖ້າ​ເຈົ້າ​ເຮັດ​ຜິດ​ຮ້າຍແຮງ ເຈົ້າ​ຕ້ອງ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູ​ແລ. ເຂົາ​ເຈົ້າ​ຈະ​ຕັ້ງ​ໃຈ​ຟັງ​ເຈົ້າ​ແລະ​ໃຫ້​ຄຳ​ແນະນຳ​ດ້ວຍ​ຄວາມ​ຮັກ​ຈາກ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ເຂົາ​ເຈົ້າ​ຈະ​ອະທິດຖານ​ກັບ​ເຈົ້າ​ແລະ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ​ເຈົ້າ ເພື່ອ​ເຈົ້າ​ຈະ​ສາມາດ​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ອີກ.—ຢກບ. 5:14-16

15. ເປັນ​ຫຍັງ​ເຮົາ​ຄວນ​ໃຊ້​ເວລາ​ເພື່ອ​ອ່ານ​ແລະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ເລື່ອງ​ຄ່າໄຖ່?

15 ຄິດ​ຕຶກຕອງ​ກ່ຽວ​ກັບ​ຄ່າໄຖ່. ພີ່ນ້ອງ​ຍິງ​ຊື່​ຣາຈະມານີ​ອາຍຸ 73 ປີ​ບອກ​ວ່າ: “ເມື່ອ​ຂ້ອຍ​ອ່ານ​ເລື່ອງ​ຂອງ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ເຈິ​ກັບ​ຄວາມ​ທຸກ​ຫຼາຍ​ຢ່າງ ຂ້ອຍ​ກໍ​ນ້ຳ​ຕາ​ໄຫຼ​ທຸກ​ເທື່ອ.” ເຈົ້າ​ກໍ​ຈະ​ຮູ້ສຶກ​ແບບ​ນີ້​ຄື​ກັນ​ເມື່ອ​ເຈົ້າ​ຄິດ​ເບິ່ງ​ວ່າ ພະ​ເຢຊູ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ຫຼາຍ​ສ່ຳ​ໃດ. ເມື່ອ​ເຈົ້າ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຄ່າໄຖ່​ຂອງ​ພະ​ເຢຊູ ເຈົ້າ​ກໍ​ແຮ່ງ​ຈະ​ຮັກ​ເພິ່ນ​ແລະ​ຮັກ​ພໍ່​ຂອງ​ເພິ່ນ​ຫຼາຍ​ຂຶ້ນ. ເພື່ອ​ຈະ​ຊ່ອຍ​ເຈົ້າ​ໃຫ້​ຄິດ​ຕຶກຕອງ​ເລື່ອງ​ຄ່າໄຖ່​ຫຼາຍ​ຂຶ້ນ ເຈົ້າ​ສາມາດ​ໃຊ້​ຫົວ​ຂໍ້​ນີ້​ໃນ​ການ​ສຶກສາ​ສ່ວນ​ຕົວ.

ພະ​ເຢຊູ​ໄດ້​ກິນ​ອາຫານ​ງ່າຍໆ​ກັບ​ພວກ​ລູກສິດ​ເພື່ອ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ຮູ້​ວິທີ​ທີ່​ຈະ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ເພິ່ນ (ເບິ່ງ​ຂໍ້ 16)

16. ການ​ສອນ​ຄົນ​ອື່ນ​ໃຫ້​ຮູ້​ເລື່ອງ​ຄ່າໄຖ່​ຊ່ອຍ​ເຮົາ​ແນວ​ໃດ? (ເບິ່ງ​ຮູບ​ໜ້າ​ປົກ)

16 ສອນ​ຄົນ​ອື່ນ​ກ່ຽວ​ກັບ​ເລື່ອງ​ຄ່າໄຖ່. ທຸກ​ເທື່ອ​ທີ່​ເຮົາ​ເວົ້າ​ເລື່ອງ​ຄ່າໄຖ່​ກັບ​ຄົນ​ອື່ນ ຈະ​ເຮັດ​ໃຫ້​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ຫຼາຍ​ຂຶ້ນ. ເຮົາ​ມີ​ວິດີໂອ​ແລະ​ປຶ້ມ​ຕ່າງໆ​ທີ່​ຊ່ອຍ​ເຮົາ​ໃຫ້​ສອນ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕາຍ​ເພື່ອ​ເຮົາ. ຕົວຢ່າງ​ເຊັ່ນ: ເຮົາ​ສາມາດ​ໃຊ້​ປຶ້ມ​ຂ່າວ​ດີ​ຈາກ​ພະເຈົ້າ! ບົດ 4 ທີ່​ມີ​ຫົວ​ຂໍ້​ວ່າ “ພະ​ເຢຊູ​ຄລິດ​ແມ່ນ​ໃຜ?” ຫຼື​ເຮົາ​ອາດ​ຈະ​ສະເໜີ​ປຶ້ມ​ຮຽນ​ຄຳພີ​ໄບເບິນ​ແລ້ວ​ໄດ້​ຫຍັງ? ໃນ​ບົດ 5 ທີ່​ມີ​ຫົວ​ຂໍ້​ວ່າ “ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ຈາກ​ພະເຈົ້າ.” ແລະ​ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ຫຼາຍ​ຂຶ້ນ​ໂດຍ​ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ທຸກໆ​ປີ​ແລະ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຮ່ວມ​ນຳ. ຈັ່ງ​ແມ່ນ​ເປັນ​ກຽດ​ຫຼາຍ​ແທ້ໆ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ສອນ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ລູກ​ຊາຍ​ຂອງ​ເພິ່ນ!

17. ເປັນ​ຫຍັງ​ຄ່າໄຖ່​ຈຶ່ງ​ເປັນ​ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ທີ່​ພະເຈົ້າ​ໃຫ້​ມະນຸດ?

17 ແນ່ນອນ​ວ່າ​ເຮົາ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ຮູ້​ຄຸນຄ່າ​ໃນ​ຄ່າໄຖ່​ໃຫ້​ຫຼາຍ​ຂຶ້ນ​ຕໍ່ໆ​ໄປ. ຍ້ອນ​ຄ່າໄຖ່ ເຮົາ​ຈຶ່ງ​ສາມາດ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ໄດ້​ເຖິງ​ວ່າ​ເຮົາ​ຈະ​ເປັນ​ຄົນ​ບໍ່​ສົມບູນ​ແບບ. ຍ້ອນ​ຄ່າໄຖ່ ແຜນການ​ຂອງ​ຊາຕານ​ຈຶ່ງ​ຖືກ​ທຳລາຍ. (1 ຢຮ. 3:8) ຍ້ອນ​ຄ່າໄຖ່ ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຕໍ່​ໂລກ​ຕັ້ງ​ແຕ່​ທຳອິດ​ຈະ​ສຳເລັດ​ເປັນ​ຈິງ. ໂລກ​ຈະ​ກາຍ​ເປັນ​ສວນ​ອຸທິຍານ​ທີ່​ສວຍ​ງາມ. ໃນ​ຕອນ​ນັ້ນ​ທຸກ​ຄົນ​ຈະ​ຮັກ​ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ. ດັ່ງ​ນັ້ນ ໃນ​ແຕ່​ລະ​ມື້​ໃຫ້​ເຮົາ​ຊອກ​ຫາ​ວິທີ​ທີ່​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ທີ່​ພະ​ເຢໂຫວາ​ໃຫ້​ມະນຸດ!

ເພງ 20 ພະອົງ​ເສຍ​ສະລະ​ລູກ​ຊາຍ​ສຸດ​ທີ່​ຮັກ

^ ຂໍ້ 5 ເປັນ​ຫຍັງ​ພະ​ເຢຊູ​ຕ້ອງ​ທົນ​ທຸກ​ແລະ​ຕາຍ​ແບບ​ທໍລະມານ? ເຮົາ​ຈະ​ໄດ້​ຮັບ​ຄຳຕອບ​ໃນ​ບົດ​ຄວາມ​ນີ້ ເຊິ່ງ​ຈະ​ຊ່ອຍ​ເຮົາ​ໃຫ້​ຮູ້​ຄຸນຄ່າ​ໃນ​ຄ່າໄຖ່​ຫຼາຍ​ຂຶ້ນ.

^ ຂໍ້ 6 ເປັນ​ທຳນຽມ​ຂອງ​ຊາວ​ໂຣມ​ທີ່​ຈະ​ເອົາ​ນັກ​ໂທດ​ທີ່​ຖືກ​ຕັດສິນ​ປະຫານ​ຊີວິດ​ຕອກ​ໄວ້​ເທິງ​ເສົາ​ທໍລະມານ​ເພື່ອ​ໃຫ້​ຕາຍ​ຢູ່​ເທິງ​ເສົາ​ນັ້ນ. ແລະ​ພະ​ເຢໂຫວາ​ກໍ​ຍອມ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ຕາຍ​ແບບ​ນັ້ນ.

^ ຂໍ້ 55 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ແຕ່​ລະ​ຄົນ​ໄດ້​ປະຕິເສດ​ການ​ລໍ້​ໃຈ​ໂດຍ​ບໍ່​ເບິ່ງ​ຮູບ​ທີ່​ບໍ່​ເໝາະ​ສົມ ບໍ່​ເອົາ​ຢາ​ສູບ ແລະ​ບໍ່​ຮັບ​ເງິນ​ສິນບົນ.