ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳພີໄບເບິນ​ເວົ້າ​ແນວໃດ​ເລື່ອງ​ການ​ສາບານ?

ການ​ສາບານ​ໝາຍ​ເຖິງ “ການ​ໃຫ້​ຄຳ​ປະຕິຍານ​ວ່າ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ສັນຍາ​ໄວ້​ເຊິ່ງ​ມັກ​ຈະ​ເວົ້າ​ເຖິງ​ພະເຈົ້າ​ຫຼື​ສິ່ງ​ສັກສິດ​ເພື່ອ​ໃຫ້​ເປັນ​ພະຍານ.” ການ​ສາບານ​ອາດ​ຈະ​ເຮັດ​ໂດຍ​ຄຳເວົ້າ​ປາ​ກ​ເປົ່າ​ຫຼື​ເປັນ​ລາຍລັກ​ອັກສອນ.

ບາງຄົນ​ຄິດ​ວ່າ​ເປັນ​ເລື່ອງ​ຜິດ​ທີ່​ຈະ​ສາບານ​ຍ້ອນ​ພະເຢຊູ​ບອກ​ວ່າ: “ຢ່າ​ສາບານ​ເລີຍ . . . ໃຫ້​ຄຳເວົ້າ​ຂອງ​ພວກ​ເຈົ້າ​ທີ່​ວ່າ ‘ແມ່ນ’ ກໍ​ໃຫ້​ໝາຍ​ຄວາມ​ວ່າ​ແມ່ນ ທີ່​ວ່າ ‘ບໍ່’ ກໍ​ໃຫ້​ໝາຍ​ຄວາມ​ວ່າ​ບໍ່ ຖ້າ​ເວົ້າ​ເກີນ​ນີ້​ກໍ​ມາ​ຈາກ​ຕົວ​ຊົ່ວ​ຮ້າຍ.” (ມທ. 5:33-37) ທີ່​ຈິງ ພະ​ເຢຊູ​ຮູ້​ວ່າ​ກົດໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ​ຕ້ອງ​ມີການ​ສາບານ. (ຕົ້ນ. 14:22, 23; ອົບ. 22:10, 11) ແລະ​ເພິ່ນ​ຮູ້​ວ່າ​ພະເຢໂຫວາ​ກໍ​ເຄີຍ​ສາບານ​ຄືກັນ. (ຮຣ. 6:13-17) ພະ​ເຢຊູ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ຄວນ​ສາບານ ແຕ່​ເພິ່ນ​ເຕືອນ​ເຮົາ​ວ່າ​ບໍ່​ຄວນ​ສາບານ​ເລື່ອງ​ເລັກໆ​ນ້ອຍໆ​ຫຼື​ຖື​ວ່າ​ການ​ສາບານ​ເປັນ​ເລື່ອງ​ທີ່​ບໍ່​ສຳຄັນ. ດັ່ງນັ້ນ ເຮົາ​ຄວນ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ເວົ້າ​ຫຼື​ສັນຍາ​ໄວ້ ເພາະ​ນັ້ນ​ເປັນ​ສິ່ງ​ທີ່​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ.

ເຮົາ​ຄວນ​ເຮັດ​ແນວໃດ​ຖ້າ​ເຮົາ​ຖືກ​ຂໍ​ໃຫ້​ສາບານ? ທຳອິດ ເຮົາ​ຄວນ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ຈະ​ສາມາດ​ເຮັດ​ຕາມ​ທີ່​ສາບານ​ໄວ້. ແຕ່​ຖ້າ​ເຮົາ​ບໍ່​ແນ່​ໃຈ​ເຮົາ​ກໍ​ບໍ່​ຄວນ​ທີ່​ຈະ​ສາບານ ເພາະ​ຄຳພີໄບເບິນ​ບອກ​ວ່າ “ຖ້າ​ເຈົ້າ​ສັນຍາ​ແລ້ວ​ບໍ່​ເຮັດ​ຕາມ ກໍ​ຢ່າ​ສັນຍາ​ເລີຍ​ດີ​ກວ່າ.” (ຜູ້ປ. 5:5, ລ.ມ.) ສອງ ໃຫ້​ເບິ່ງ​ຫຼັກການ​ໃນ​ຄຳພີໄບເບິນ​ທີ່​ກ່ຽວຂ້ອງ​ກັບ​ການ​ສາບານ. ແລະ​ສາມ ໃຫ້​ເຮັດ​ຕາມ​ທີ່​ໃຈ​ຮູ້​ຜິດ​ຮູ້​ຖືກ​ບອກ. ແລ້ວ​ມີ​ຫຼັກການ​ຫຍັງ​ແດ່​ທີ່​ກ່ຽວຂ້ອງ​ກັບ​ການ​ສາບານ?

ຄຳ​ສາບານ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ. ຕົວຢ່າງ​ເຊັ່ນ: ພະຍານ​ພະເຢໂຫວາ​ຈະ​ກ່າວ​ຄຳ​ປະຕິຍານ​ຕອນ​ແຕ່ງດອງ. ຄຳ​ປະຕິຍານ​ເຫຼົ່ານີ້​ກໍ​ເປັນ​ຄຳ​ສາບານ​ອີກ​ແບບ​ໜຶ່ງ. ເຈົ້າ​ບ່າວ​ແລະ​ເຈົ້າ​ສາວ​ຈະ​ສັນຍາ​ກັນ​ຫຼື​ກ່າວ​ຄຳ​ປະຕິຍານ​ຕໍ່​ໜ້າ​ພະເຈົ້າ​ແລະ​ຄົນ​ອື່ນໆ​ທີ່​ມາ​ຮ່ວມ​ງານ​ວ່າ​ເຂົາເຈົ້າ​ຈະ “ຮັກ ໃຫ້​ກຽດ ແລະ​ນັບຖື​ກັນ​ແລະ​ກັນ​ຕະຫຼອດ​ຊີວິດຂອງ​ເຂົາເຈົ້າ.” (ບາງ​ຄູ່​ທີ່​ປະຕິຍານ​ຕໍ່​ໜ້າ​ພະເຈົ້າ​ຕອນ​ທີ່​ແຕ່ງດອງ​ອາດ​ຈະ​ບໍ່​ໄດ້​ໃຊ້​ຄຳເວົ້າ​ແບບ​ນີ້) ຫຼັງຈາກນັ້ນ ເຂົາເຈົ້າ​ກໍ​ຈະ​ກາຍ​ເປັນ​ຜົວ​ເປັນ​ເມຍ​ແລະ​ຢູ່​ນຳ​ກັນ​ຕະຫຼອດ​ຊີວິດ. (ຕົ້ນ. 2:24; 1 ກຣ. 7:39) ນີ້​ເປັນ​ການ​ຈັດ​ກຽມ​ທີ່​ເໝາະສົມ​ແລະ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ.

ຄຳ​ສາບານ​ທີ່​ບໍ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ. ຄລິດສະຕຽນ​ແທ້​ຈະ​ບໍ່​ສາບານ​ເພື່ອ​ປົກປ້ອງ​ປະເທດ​ໃດ​ປະເທດ​ໜຶ່ງ ຫຼື​ປະຕິເສດ​ທີ່​ຈະ​ເຊື່ອ​ໃນ​ພະເຈົ້າ. ຖ້າ​ເຂົາເຈົ້າ​ເຮັດ​ແບບ​ນັ້ນ ກໍ​ເປັນ​ການ​ລະເມີດ​ຕໍ່​ກົດໝາຍ​ຂອງ​ພະເຈົ້າ​ທີ່​ບອກ​ວ່າ​ຄລິດສະຕຽນ “ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ​ນີ້” ດັ່ງນັ້ນ ເຮົາ​ບໍ່​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ສົງຄາມ​ຫຼື​ຂໍ້​ຂັດ​ແຍ້ງ​ທາງ​ສັງຄົມ.—ຢຮ. 15:19; ເອຊາ. 2:4; ຢກບ. 1:27

ຄຳ​ສາບານ​ທີ່​ອີງ​ໃສ່​ໃຈ​ຮູ້​ຜິດ​ຮູ້​ຖືກ. ບາງເທື່ອ​ເຮົາ​ອາດ​ຕ້ອງ​ໄດ້​ຄິດ​ຮອບຄອບ​ກ່ຽວ​ກັບ​ການ​ສາບານ​ໂດຍ​ຄິດ​ເຖິງ​ຫຼັກການ​ຂອງ​ພະ​ເຢຊູ​ທີ່​ບອກ​ວ່າ: “ສິ່ງ​ໃດ​ທີ່​ເປັນ​ຂອງ​ເຊຊາ​ກໍ​ໃຫ້​ແກ່​ເຊຊາ ແລະ​ສິ່ງ​ໃດ​ທີ່​ເປັນ​ຂອງ​ພະເຈົ້າ​ກໍ​ໃຫ້​ແກ່​ພະເຈົ້າ.”—ລກ. 20:25

ສົມມຸດ​ວ່າ​ຄລິດສະຕຽນ​ຄົນ​ໜຶ່ງ​ຢາກ​ປ່ຽນ​ສັນຊາດ​ຫຼື​ເຮັດ​ໜັງສື​ເດີນ​ທາງ. ລາວ​ອາດ​ຕ້ອງ​ໄດ້​ກ່າວ​ຄຳ​ສາບານ​ຕາມ​ລະບຽບ​ຂອງ​ປະເທດ​ນັ້ນ. ແຕ່​ຖ້າ​ຄຳ​ສາບານ​ນັ້ນ​ມັນ​ຂັດ​ກັບ​ກົດໝາຍ​ຂອງ​ພະເຈົ້າ ໃຈ​ຮູ້​ຜິດ​ແລະ​ຖືກ​ຂອງ​ລາວ​ທີ່​ໄດ້​ຮັບ​ການ​ຝຶກ​ຈາກ​ຫຼັກການ​ໃນ​ຄຳພີໄບເບິນ​ຈະ​ບໍ່​ຍອມ​ໃຫ້​ລາວ​ເຮັດ​ແບບ​ນັ້ນ. ແຕ່​ບາງເທື່ອ​ອຳນາດ​ການ​ປົກຄອງ​ອາດ​ຍອມ​ໃຫ້​ລາວ​ດັດ​ແກ້​ຄຳ​ສາບານ​ຕາມ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ລາວ.

ຄຳ​ສາບານ​ທີ່​ດັດ​ແກ້​ແລ້ວ​ອາດ​ຈະ​ສອດຄ່ອງ​ກັບ​ຫຼັກການ​ທີ່​ຢູ່​ໃນ​ໂຣມ 13:1 ທີ່​ບອກ​ວ່າ: “ໃຫ້​ທຸກຄົນ​ຍອມ​ເຊື່ອຟັງ​ຄົນ​ທີ່​ມີ​ອຳນາດ​ປົກຄອງ.” ດັ່ງນັ້ນ ຄລິດສະຕຽນ​ອາດ​ເລືອກ​ທີ່​ຈະ​ໃຫ້​ຄຳ​ສາບານ ເພາະ​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ເຊື່ອຟັງ​ຜູ້​ທີ່​ມີ​ອຳນາດ​ຢູ່​ແລ້ວ.

ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຕ້ອງ​ເຮັດ​ຕາມ​ໃຈ​ຮູ້​ຜິດ​ຮູ້​ຖືກ​ເມື່ອ​ຕ້ອງ​ອອກ​ທ່າ​ທາງ​ຕອນ​ທີ່​ສາບານ​ຫຼື​ກ່າວ​ຄຳ​ປະຕິຍານ. ຄົນ​ໂຣມ​ແລະ​ຄົນ​ຊີດ​ໃນ​ສະໄໝ​ບູຮານ​ມັກ​ຈະ​ສາບານ​ໂດຍ​ຈັບ​ດາບ​ເພື່ອ​ໃຫ້​ເທບ​ພະເຈົ້າ​ແຫ່ງ​ສົງຄາມ​ຢັ້ງຢືນ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ສັດຊື່. ສ່ວນ​ຄົນ​ກຣີກ​ມັກ​ຈະ​ຍົກ​ມື​ເບື້ອງ​ໜຶ່ງ​ຂຶ້ນ​ຕອນ​ທີ່​ສາບານ. ທີ່​ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ຍ້ອນ​ເຊື່ອ​ວ່າ​ສິ່ງ​ສັກສິດ​ກຳລັງ​ເບິ່ງ​ສິ່ງ​ທີ່​ເຂົາເຈົ້າ​ເວົ້າ​ແລະ​ເຮັດ​ຢູ່ ແລະ​ເຂົາເຈົ້າ​ກໍ​ຕ້ອງ​ໄດ້​ຮັບຜິດຊອບ​ຕາມ​ທີ່​ເຂົາເຈົ້າ​ໄດ້​ສາບານ.

ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຈະ​ບໍ່​ສາບານ​ໂດຍ​ອອກ​ທ່າ​ທາງ​ທີ່​ກ່ຽວຂ້ອງ​ກັບ​ສັນຍາ​ລັກ​ຂອງ​ຊາດ​ແລະ​ສາສະໜາ​ປອມ. ແຕ່​ເຈົ້າ​ຄວນ​ເຮັດ​ແນວໃດ​ຖ້າ​ຖືກ​ຂໍ​ໃຫ້​ເອົາ​ມື​ວາງ​ເທິງ​ພະຄຳພີ​ແລ້ວ​ສາບານ​ວ່າ​ຈະ​ເວົ້າ​ຄວາມ​ຈິງ​ຕອນທີ່​ຂຶ້ນ​ສານ? ໃນ​ກໍລະນີ​ນີ້​ເຈົ້າ​ອາດ​ຈະ​ເຮັດ​ໄດ້ ເພາະ​ພະຄຳພີ​ກໍ​ເຄີຍ​ບອກ​ວ່າ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະເຢໂຫວາ​ໃນ​ອະດີດ​ກໍ​ເຄີຍ​ສາບານ​ໂດຍ​ອອກ​ທ່າ​ທາງ​ຄືກັນ. (ຕົ້ນ. 24:2, 3, 9; 47:29-31) ດັ່ງນັ້ນ​ເປັນ​ເລື່ອງ​ທີ່​ສຳຄັນ​ທີ່​ຈະ​ຈື່​ໄວ້​ວ່າ ຖ້າ​ເຈົ້າ​ສາບານ​ກໍ​ເປັນ​ຄື​ກັບ​ເຈົ້າ​ກຳລັງ​ສາບານ​ຕໍ່​ໜ້າ​ພະເຢໂຫວາ​ວ່າ​ຈະ​ເວົ້າ​ຄວາມ​ຈິງ ແລະ​ເຈົ້າ​ຕ້ອງ​ກຽມ​ທີ່​ຈະ​ຕອບ​ຕາມ​ຄວາມ​ເປັນ​ຈິງ.

ຍ້ອນວ່າ​ການ​ສາບານ​ມີ​ຜົນ​ຕໍ່​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະເຢໂຫວາ ດັ່ງນັ້ນ ເຮົາ​ຄວນ​ອະທິດຖານ​ແລະ​ຄິດ​ຢ່າງ​ຮອບຄອບ​ກ່ອນ​ທີ່​ຈະ​ສາບານ. ແລະ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ຄຳ​ສາບານ​ນັ້ນ​ບໍ່​ຂັດ​ກັບ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ຫຼື​ຫຼັກການ​ໃນ​ຄຳພີໄບເບິນ. ຖ້າ​ເຈົ້າ​ຕັດສິນ​ໃຈ​ທີ່​ຈະ​ສາບານ ເຈົ້າ​ກໍ​ຕ້ອງ​ໝັ້ນໃຈ​ວ່າ​ເຈົ້າ​ຈະ​ເຮັດ​ຕາມ​ໄດ້.—1 ປຕ. 2:12