ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ຖ້າ​ຄລິດສະຕຽນ​ຜູ້​ໜຶ່ງ​ຢ່າ​ຮ້າງ​ໂດຍ​ບໍ່​ມີ​ເຫດຜົນ​ຕາມ​ຫຼັກ​ພະຄຳພີ​ແລ້ວ​ໄປ​ແຕ່ງດອງ​ໃໝ່ ພີ່ນ້ອງ​ໃນ​ປະຊາຄົມ​ຄວນ​ເບິ່ງ​ການ​ແຕ່ງດອງ​ເທື່ອ​ທຳອິດ​ແລະ​ການ​ແຕ່ງດອງ​ໃໝ່​ແນວໃດ?

ໃນ​ກໍລະນີ​ນີ້ ພີ່ນ້ອງ​ໃນ​ປະຊາຄົມ​ຄວນ​ເບິ່ງ​ວ່າ​ສາຍ​ພົວ​ພັນ​ຜົວ​ເມຍ​ຜູ້​ເກົ່າ​ຈົບ​ລົງ​ແລ້ວ ແລະ​ເມື່ອ​ແຕ່ງດອງ​ໃໝ່​ກໍ​ຄວນ​ເບິ່ງ​ວ່າ​ເປັນ​ຜົວ​ເມຍ​ໃໝ່. ແຕ່​ເພື່ອ​ຈະ​ເຂົ້າໃຈ​ເລື່ອງ​ນີ້​ຫຼາຍ​ຂຶ້ນ ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ກ່ຽວ​ກັບ​ການ​ຢ່າ​ຮ້າງ​ແລະ​ການ​ແຕ່ງດອງ​ໃໝ່.

ໃນ​ມັດທາຍ 19:9 ພະ​ເຢຊູ​ບອກ​ວ່າ​ມີ​ແຕ່​ເຫດຜົນ​ດຽວ​ເທົ່ານັ້ນ​ທີ່​ເຮັດ​ໃຫ້​ຜົວ​ເມຍ​ຢ່າ​ຮ້າງ​ກັນ​ໄດ້. ເພິ່ນ​ບອກ​ວ່າ “ຄົນ​ທີ່​ຢ່າ​ຮ້າງ​ກັບ​ເມຍ​ແລ້ວ​ໄປ​ແຕ່ງດອງ​ໃໝ່​ກໍ​ຖື​ວ່າ​ລາວ​ມີ​ຊູ້ ເວັ້ນ​ເສຍ ແຕ່​ວ່າ​ລາວ​ຢ່າ​ຮ້າງ​ກັບ​ເມຍ​ຍ້ອນ​ເມຍ​ເຮັດ​ຜິດສິນລະທຳ​ທາງ​ເພດ. ຈາກ​ຄຳເວົ້າ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ສອງ​ຢ່າງ ນັ້ນ​ກໍ​ຄື: (1) ການ​ເຮັດ​ຜິດສິນລະທຳ​ທາງ​ເພດ​ເປັນ​ເຫດຜົນ​ດຽວ​ທີ່​ຜົວ​ເມຍ​ຢ່າ​ຮ້າງ​ກັນ​ໄດ້. (2) ຖ້າ​ຜູ້ຊາຍ​ທີ່​ຢ່າ​ຮ້າງ​ກັບ​ເມຍ​ໂດຍ​ບໍ່​ໄດ້​ເປັນ​ໄປ​ຕາມ​ຫຼັກ​ພະຄຳພີ​ແລ້ວ​ໄປ​ແຕ່ງດອງ​ໃໝ່​ກໍ​ຖື​ວ່າ​ລາວ​ຫຼິ້ນ​ຊູ້. a

ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໝາຍ​ຄວາມ​ວ່າ ຜູ້​ເປັນ​ຜົວ​ທີ່​ເຮັດ​ຜິດສິນລະທຳ​ທາງ​ເພດ​ແລະ​ຢ່າ​ຮ້າງ​ກັບ​ເມຍ​ມີ​ສິດ​ໄປ​ເອົາ​ເມຍ​ໃໝ່​ຕາມ​ຫຼັກ​ພະຄຳພີ​ບໍ? ບໍ່​ສະເໝີ​ໄປ ເພາະ​ເມື່ອ​ມີການ​ຫຼິ້ນ​ຊູ້ ຜູ້​ເປັນ​ເມຍ​ທີ່​ບໍ່​ໄດ້​ຫຼິ້ນ​ຊູ້ ຈະ​ເປັນ​ຜູ້ຕັດສິນ​ໃຈ​ວ່າ​ຈະ​ໃຫ້​ອະໄພ​ຫຼື​ຕັດ​ສາຍ​ສຳພັນ​ກັບ​ຜົວ​ຫຼື​ບໍ່. ຖ້າ​ລາວ​ຕັດ​ສາຍ​ສຳພັນ​ແລະ​ຢ່າ​ຮ້າງ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ທັງ​ສອງ​ຄົນ​ກໍ​ສາມາດ​ແຕ່ງດອງ​ໃໝ່​ຕາມ​ຫຼັກ​ພະຄຳພີ​ໄດ້.

ຖ້າ​ເມຍ​ໃຫ້​ອະໄພ​ແລະ​ບໍ່​ຢາກ​ຕັດ​ສາຍ​ສຳພັນ​ກັບ​ຜົວ​ແຕ່​ຜູ້​ເປັນ​ຜົວ​ພັດ​ບໍ່​ຍອມ​ຮັບ​ການ​ໃຫ້​ອະໄພ​ຈາກ​ເມຍ​ແລະ​ຢ່າ​ຮ້າງ​ພຽງ​ແຕ່​ຝ່າຍ​ດຽວ ໃນ​ກໍລະນີ​ນີ້ ລາວ​ກໍ​ບໍ່​ສາມາດ​ແຕ່ງດອງ​ໃໝ່​ຕາມ​ຫຼັກ​ພະຄຳພີ​ໄດ້ ຍ້ອນ​ເມຍ​ໄດ້​ໃຫ້​ອະໄພ​ແລະ​ບໍ່​ຢາກ​ຕັດ​ສາຍ​ສຳພັນ​ກັບ​ລາວ. ແຕ່​ຖ້າ​ລາວ​ເລືອກ​ທີ່​ຈະ​ແຕ່ງດອງ​ໃໝ່ ລາວ​ກໍ​ຫຼິ້ນ​ຊູ້​ອີກ​ເທື່ອ​ໜຶ່ງ ແລະ​ຜູ້​ດູ​ແລ​ກໍ​ຕ້ອງ​ຕັ້ງ​ຄະນະ​ຕັດສິນ​ຄວາມ​ເພື່ອ​ຕັດສິນ​ຄວາມ​ຜິດ​ຂອງ​ລາວ​ອີກ.—1 ກຣ. 5:1, 2; 6:9, 10

ຖ້າ​ຜູ້​ເປັນ​ຜົວ​ໄປ​ແຕ່ງດອງ​ໃໝ່​ໂດຍ​ບໍ່​ຖືກ​ຕາມ​ຫຼັກ​ພະຄຳພີ ພີ່ນ້ອງ​ໃນ​ປະຊາຄົມ​ຄວນ​ເບິ່ງ​ການ​ແຕ່ງດອງ​ເທື່ອ​ທຳອິດ​ແລະ​ການ​ແຕ່ງດອງ​ໃໝ່​ແນວໃດ? ຕາມ​ຫຼັກ​ພະຄຳພີ​ແລ້ວ ສາຍ​ພົວ​ພັນ​ຜົວ​ເມຍ​ຄົນ​ເກົ່າ​ຍັງ​ມີ​ຢູ່​ບໍ? ຜູ້​ທີ່​ບໍ່​ໄດ້​ຫຼິ້ນ​ຊູ້​ມີ​ສິດ​ທີ່​ຈະ​ຕັດສິນ​ໃຈ​ວ່າ​ຈະ​ໃຫ້​ອະໄພ​ຫຼື​ຕັດ​ສາຍ​ສຳພັນ​ບໍ? ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ເບິ່ງ​ວ່າ​ການ​ແຕ່ງດອງ​ໃໝ່​ເປັນ​ການ​ຫຼິ້ນ​ຊູ້​ບໍ?

ເມື່ອ​ກ່ອນ ປະຊາຄົມ​ຈະ​ເບິ່ງ​ວ່າ​ການ​ແຕ່ງດອງ​ໃໝ່​ເປັນ​ການ​ຫຼິ້ນ​ຊູ້ ຖ້າ​ຜູ້​ທີ່​ບໍ່​ໄດ້​ຫຼິ້ນ​ຊູ້​ຍັງ​ມີ​ຊີວິດ​ຢູ່ ບໍ່​ໄດ້​ແຕ່ງດອງ​ໃໝ່ ແລະ​ບໍ່​ໄດ້​ເຮັດ​ຜິດສິນລະທຳ​ທາງ​ເພດ. ແຕ່​ຕອນ​ທີ່​ພະ​ເຢຊູ​ເວົ້າ​ເຖິງ​ການ​ຢ່າ​ຮ້າງ​ແລະ​ການ​ແຕ່ງດອງ​ໃໝ່​ເພິ່ນ​ບໍ່​ໄດ້​ເວົ້າ​ເຖິງ​ຜູ້​ທີ່​ບໍ່​ໄດ້​ຫຼິ້ນ​ຊູ້ ເພາະ​ເພິ່ນ​ບອກ​ວ່າ​ຜູ້​ທີ່​ຢ່າ​ຮ້າງ​ໂດຍ​ບໍ່​ໄດ້​ເປັນ​ໄປ​ຕາມ​ຫຼັກ​ພະຄຳພີ​ແລ້ວ​ໄປ​ແຕ່ງດອງ​ໃໝ່​ກໍ​ເປັນ​ການ​ຫຼິ້ນ​ຊູ້. ໃນ​ກໍລະນີ​ນີ້​ພະ​ເຢຊູ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ການ​ຢ່າ​ຮ້າງ​ແລະ​ການ​ແຕ່ງດອງ​ໃໝ່​ເປັນ​ການ​ຫຼິ້ນ​ຊູ້ ເຊິ່ງ​ເຮັດ​ໃຫ້​ສາຍ​ພົວ​ພັນ​ຜົວ​ເມຍ​ຄູ່​ເກົ່າ​ຈົບ​ລົງ.

“ຄົນ​ທີ່​ຢ່າ​ຮ້າງ​ກັບ​ເມຍ​ແລ້ວ​ໄປ​ແຕ່ງດອງ​ໃໝ່​ກໍ​ຖື​ວ່າ​ລາວ​ມີ​ຊູ້ ເວັ້ນ​ເສຍ​ແຕ່​ວ່າ​ລາວ​ຢ່າ​ຮ້າງ​ກັບ​ເມຍ​ຍ້ອນ​ເມຍ​ເຮັດ​ຜິດສິນລະທຳ​ທາງ​ເພດ.”—ມທ. 19:9

ເມື່ອ​ສາຍ​ພົວ​ພັນ​ຜົວ​ເມຍ​ຈົບ​ລົງ​ຍ້ອນ​ການ​ຢ່າ​ຮ້າງ​ແລະ​ການ​ແຕ່ງດອງ​ໃໝ່ ການ​ໃຫ້​ອະໄພ​ຫຼື​ຕັດ​ສາຍ​ສຳພັນ​ຈາກ​ຜູ້​ທີ່​ບໍ່​ໄດ້​ຫຼິ້ນ​ຊູ້​ກໍ​ບໍ່​ມີ​ຄວາມ​ໝາຍ​ຫຍັງ. ດັ່ງນັ້ນ ຜູ້​ເປັນ​ເມຍ​ທີ່​ບໍ່​ໄດ້​ຫຼິ້ນ​ຊູ້​ກໍ​ບໍ່​ຕ້ອງ​ໜັກ​ໃຈ​ໃນ​ເລື່ອງ​ນີ້​ແລ້ວ ແລະ​ບໍ່​ວ່າ​ຜູ້​ທີ່​ບໍ່​ໄດ້​ຫຼິ້ນ​ຊູ້​ຈະ​ຕາຍ ຈະ​ແຕ່ງດອງ​ໃໝ່ ຫຼື​ຈະ​ເຮັດ​ຜິດສິນລະທຳ​ທາງ​ເພດ ສິ່ງ​ນີ້​ກໍ​ບໍ່​ໄດ້​ສົ່ງ​ຜົນ​ຕໍ່​ວິທີ​ທີ່​ພີ່ນ້ອງ​ໃນ​ປະຊາຄົມ​ເບິ່ງ​ການ​ແຕ່ງດອງ​ໃໝ່​ຂອງ​ຜູ້​ທີ່​ຫຼິ້ນ​ຊູ້. b

ຈາກ​ຕົວຢ່າງ​ສົມມຸດ​ທາງ​ເທິງ ເຮົາ​ເຫັນ​ວ່າ​ຜູ້​ເປັນ​ຜົວ​ໄດ້​ຫຼິ້ນ​ຊູ້​ເຊິ່ງ​ເຮັດ​ໃຫ້​ມີການ​ຢ່າ​ຮ້າງ. ແຕ່​ຖ້າ​ຜົວ​ບໍ່​ໄດ້​ຫຼິ້ນ​ຊູ້ ແຕ່​ຢາກ​ຢ່າ​ຮ້າງ​ແລ້ວ​ໄປ​ແຕ່ງດອງ​ໃໝ່​ເດ? ຫຼື​ຖ້າ​ຜົວ​ໄດ້​ເຮັດ​ຜິດສິນລະທຳ​ທາງ​ເພດ​ຫຼັງຈາກ​ທີ່​ຢ່າ​ຮ້າງ ແລ້ວ​ໄປ​ແຕ່ງດອງ​ໃໝ່​ທັງໆ​ທີ່​ເມຍ​ໃຫ້​ອະໄພ​ລາວ​ເດ? ບໍ່​ວ່າ​ຈະ​ເປັນ​ກໍລະນີ​ໃດ​ກໍ​ຕາມ ຖ້າ​ມີການ​ຢ່າ​ຮ້າງ​ແລ້ວ​ໄປ​ແຕ່ງດອງ​ໃໝ່​ກໍ​ຖື​ວ່າ​ເປັນ​ການ​ຫຼິ້ນ​ຊູ້​ແລະ​ເຮັດ​ໃຫ້​ສາຍ​ພົວ​ພັນ​ຜົວ​ເມຍ​ຈົບ​ລົງ. ການ​ແຕ່ງດອງ​ໃໝ່​ຈະ​ເປັນ​ການ​ສ້າງ​ສາຍ​ສຳພັນ​ໃໝ່​ທີ່​ຖືກຕ້ອງ​ຕາມ​ກົດໝາຍ. ຫໍສັງເກດການ 15 ພະຈິກ 1979 ໜ້າ 32 (ພາສາ​ອັງກິດ) ບອກ​ວ່າ: “ເມື່ອ​ລາວ​ແຕ່ງດອງ​ໃໝ່​ແລ້ວ ລາວ​ຈະ​ກັບ​ໄປ​ສ້າງ​ສາຍ​ສຳພັນ​ກັບ​ເມຍ​ເກົ່າ​ບໍ່​ໄດ້ ເພາະ​ສາຍ​ສຳພັນ​ນັ້ນ​ໄດ້​ຈົບ​ລົງ​ແລ້ວ​ຫຼັງຈາກ​ທີ່​ຢ່າ​ຮ້າງ ຫຼິ້ນ​ຊູ້ ແລະ​ແຕ່ງດອງ​ໃໝ່.

ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ແບບ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເບິ່ງ​ວ່າ​ການ​ແຕ່ງດອງ​ບໍ່​ແມ່ນ​ເລື່ອງ​ສັກສິດ ແລະ​ການ​ຫຼິ້ນ​ຊູ້​ບໍ່​ແມ່ນ​ຄວາມ​ຜິດ​ຮ້າຍແຮງ ເພາະ​ຜູ້​ທີ່​ຢ່າ​ຮ້າງ​ແລ້ວ​ໄປ​ແຕ່ງດອງ​ໃໝ່​ໂດຍ​ທີ່​ບໍ່​ຖືກຕ້ອງ​ຕາມ​ຫຼັກ​ພະຄຳພີ​ຈະ​ຖືກ​ຜູ້​ດູ​ແລ​ຕັ້ງ​ຄະນະ​ຕັດສິນ​ຄວາມ​ເພື່ອ​ຕັດສິນ​ຄວາມ​ຜິດ​ຂອງ​ລາວ. (ຖ້າ​ຜູ້​ທີ່​ລາວ​ແຕ່ງດອງ​ນຳ​ເປັນ​ຄລິດສະຕຽນ ຜູ້​ນັ້ນ​ກໍ​ຈະ​ຖືກ​ຕັດສິນ​ຄືກັນ.) ເຖິງ​ວ່າ​ການ​ແຕ່ງດອງ​ໃໝ່​ຈະ​ບໍ່​ແມ່ນ​ການ​ຫຼິ້ນ​ຊູ້ ແຕ່ ຜູ້​ທີ່​ເຮັດ​ແບບ​ນີ້​ກໍ​ຕ້ອງ​ລໍ​ຖ້າ​ຫຼາຍ​ປີ​ຊົ່ວ​ຊິ​ໄດ້​ຮັບ​ສິດທິ​ພິເສດ​ໃນ​ປະຊາຄົມ ແລະ​ເພື່ອ​ພີ່ນ້ອງ​ຈະ​ເຊົາ​ຄຽດ​ໃຫ້​ລາວ​ແລະ​ນັບຖື​ລາວ. ກ່ອນ​ທີ່​ຜູ້​ດູ​ແລ​ຈະ​ໃຫ້​ສິດທິ​ພິເສດ​ລາວ ຜູ້​ດູ​ແລ​ຄວນ​ຄິດ​ເຖິງ​ຜູ້​ທີ່​ບໍ່​ໄດ້​ຫຼິ້ນ​ຊູ້​ເຊິ່ງ​ຖືກ​ທໍລະຍົດ​ແລະ​ລູກ​ທີ່​ຖືກ​ປະຖິ້ມ.—ມລກີ. 2:14-16

ເມື່ອ​ຄິດ​ເຖິງ​ຜົນ​ເສຍ​ຂອງ​ການ​ຢ່າ​ຮ້າງ​ແລະ​ການ​ແຕ່ງດອງ​ໃໝ່ ຄລິດສະຕຽນ​ທີ່​ສະຫຼາດ​ຄວນ​ຮຽນແບບ​ພະເຢໂຫວາ​ໂດຍ​ເບິ່ງ​ວ່າ​ການ​ແຕ່ງດອງ​ເປັນ​ເລື່ອງ​ສັກສິດ.—ຜູ້ປ. 5:4, 5; ຮຣ. 13:4

a ຕໍ່ໄປນີ້​ເຮົາ​ຈະ​ສົມມຸດ​ວ່າ​ຜູ້​ເປັນ​ຜົວ​ໄດ້​ຫຼິ້ນ​ຊູ້ ແລະ​ເມຍ​ບໍ່​ໄດ້​ຫຼິ້ນ​ຊູ້. ແຕ່​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ບອກ​ໃນ​ມາຣະໂກ 10:11, 12 ໃນ​ເລື່ອງ​ການ​ຫຼິ້ນ​ຊູ້​ໃຊ້​ໄດ້​ທັງ​ຜູ້​ຍິງ​ແລະ​ຜູ້ຊາຍ.

b ນີ້​ເປັນ​ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ທີ່​ວ່າ ການ​ແຕ່ງດອງ​ໃໝ່​ຈະ​ຖື​ວ່າ​ເປັນ​ການ​ຫຼິ້ນ​ຊູ້​ຖ້າ​ຜູ້​ທີ່​ບໍ່​ໄດ້​ຫຼິ້ນ​ຊູ້​ຍັງ​ມີ​ຊີວິດ​ຢູ່ ບໍ່​ໄດ້​ແຕ່ງດອງ​ໃໝ່ ຫຼື​ບໍ່​ໄດ້​ເຮັດ​ຜິດສິນລະທຳ​ທາງ​ເພດ.